ເພງຄຣິດສະຕຽນ “ຄວາມຮູ້ສຶກທີ່ຈິງໃຈຂອງພຣະຜູ້ສ້າງຕໍ່ມະນຸດຊາດ”

28 ເດືອນມີນາ 2023

ຂໍ້ຄວາມດັ່ງຕໍ່ໄປນີ້ຖືກບັນທຶກໄວ້ໃນໜັງສືໂຢນາ 4:10-11:

“ແລ້ວພຣະເຢໂຮວາກໍກ່າວວ່າ

ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ;

ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ

ແລ້ວເຮົາບໍ່ຄວນສົງສານເມືອງນີນາເວບໍ

ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີ ປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນ ທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາ ຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ;

ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?”

ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳທີ່ແທ້ຈິງຂອງພຣະເຢໂຮວາ,

ເຊິ່ງບັນທຶກຈາກການສົນທະນາ ລະຫວ່າງພຣະເຈົ້າ ແລະ ໂຢນາ.

ເຖິງແມ່ນການສົນທະນານີ້ຈະສັ້ນ,

ມັນກໍເຕັມໄປດ້ວຍຄວາມຫ່ວງໃຍ ຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ

ແລະ ຄວາມບໍ່ເຕັມໃຈຂອງພຣະອົງທີ່ຈະປະຖິ້ມມະນຸດ.

ພຣະທຳເຫຼົ່ານີ້ສະແດງເຖິງທ່າທີ

ແລະ ຄວາມຮູ້ສຶກທີ່ແທ້ຈິງ ທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງພຣະອົງສຳລັບ ການເນລະມິດສ້າງຂອງພຣະອົງ.

ຜ່ານທາງພຣະທຳເຫຼົ່ານີ້ ທີ່ຊັດເຈນ ແລະ ແນ່ຊັດ ເຊິ່ງບໍ່ຄ່ອຍໄດ້ຍິນໂດຍມະນຸດ,

ພຣະເຈົ້າກ່າວເຖິງເຈດຕະນາ ທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດຊາດ.

ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ.

ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ

ແລະ ພຣະອົງກຳລັງປະຕິບັດກິດ ຈະການໃໝ່ໃນແຕ່ລະມື້.

ແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ ແມ່ນຖືກສະແດງອອກ ໃນບົດສົນທະນາຂອງພຣະອົງກັບມະນຸດ;

ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍ ອອກໃນການກະທຳຂອງພຣະອົງຢ່າງສົມບູນ;

ພຣະອົງຕິດຕາມ ແລະ ສັງເກດເບິ່ງມະນຸດຊາດຢູ່ຕະຫຼອດເວລາ.

ພຣະອົງເວົ້າຢ່າງງຽບໆຕໍ່ມະນຸດຊາດ

ແລະ ການເນລະມິດສ້າງທັງໝົດ ດ້ວຍພຣະທຳຂອງພຣະອົງ:

ພຣະເຈົ້ົ້າຢູ່ໃນສະຫວັນ, ຢູ່ທ່າມກາງການເນລະມິດສ້າງຂອງພຣະອົງ.

ພຣະເຈົ້າກຳລັງສືບຕໍ່ເຝົ້າເບິ່ງ; ພຣະອົງກຳລັງລໍຖ້າ; ພຣະອົງຢູ່ຄຽງຂ້າງເຈົ້າ...”.

ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ;

ບາດກ້າວຂອງພຣະອົງເບົາ;

ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ;

ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ;

ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ.

ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ.

ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ,

ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ.

ການດູແລຢ່າງເອົາໃຈໃສ່

ແລະ ຄວາມຮັກໄຄ່ເປັນພິເສດທີ່ມີຕໍ່ມະນຸດຊາດ,

ພ້ອມທັງຄວາມຫ່ວງໃຍ ແລະ ຄວາມຮັກທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດ

ແມ່ນຖືກສະແດງອອກເທື່ອລະໜ້ອຍ

ໃນຂະນະທີ່ພຣະອົງຊ່ວຍເມືອງນີນາເວໃຫ້ລອດພົ້ນ.

ໂດຍສະເພາະແລ້ວ, ການສົນທະນາລະຫວ່າງພຣະເຈົ້າເຢໂຮວາ

ແລະ ໂຢນາໄດ້ເປີດເຜີຍຢ່າງສົມບູນເຖິງ ຄວາມອ່ອນໂຍນຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ ທີ່ພຣະອົງສ້າງຂຶ້ນດ້ວຍພຣະອົງເອງ.

ຜ່ານທາງພຣະທຳເຫຼົ່ານັ້ນ,

ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບຄວາມຮູ້ສຶກແທ້ຈິງ ຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ...

ພຣະເຈົ້ົ້າຢູ່ໃນສະຫວັນ, ຢູ່ທ່າມກາງການເນລະມິດສ້າງຂອງພຣະອົງ.

ພຣະເຈົ້າກຳລັງສືບຕໍ່ເຝົ້າເບິ່ງ; ພຣະອົງກຳລັງລໍຖ້າ; ພຣະອົງຢູ່ຄຽງຂ້າງເຈົ້າ...”.

ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ;

ບາດກ້າວຂອງພຣະອົງເບົາ;

ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ;

ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ;

ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ.

ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ.

ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ,

ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ