ເພງຄຣິດສະຕຽນ “ຄວາມຮູ້ສຶກທີ່ຈິງໃຈຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ” | ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
ຂໍ້ຄວາມດັ່ງຕໍ່ໄປນີ້ຖືກບັນທຶກໄວ້ໃນໜັງສືໂຢນາ 4:10-11: “ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າແພງຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍໃຫຍ່ຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນແພງເມືອງນີເນເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນຊາວພັນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີສັດລ້ຽງຫຼາຍໂຕ?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳທີ່ແທ້ຈິງຂອງພຣະເຈົ້າເຢໂຮວາຈາກການສົນທະນາລະຫວ່າງພຣະເຈົ້າ ແລະ ໂຢນາ. ເຖິງແມ່ນການສົນທະນານີ້ຈະສັ້ນ, ມັນກໍເຕັມໄປດ້ວຍຄວາມບໍ່ເຕັມໃຈຂອງພຣະຜູ້ສ້າງທີ່ຈະປະຖິ້ມມະນຸດ ແລະ ຄວາມຫ່ວງໃຍຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະທຳເຫຼົ່ານີ້ສະແດງເຖິງທ່າທີ ແລະ ຄວາມຮູ້ສຶກທີ່ແທ້ຈິງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງພຣະອົງສຳລັບສິ່ງທີ່ຖືກສ້າງຂອງພຣະອົງ. ພຣະທຳເຫຼົ່ານີ້ຍັງແມ່ນການທີ່ພຣະເຈົ້າກ່າວເຈດຕະນາທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດຊາດໃນພາສາທີ່ຊັດເຈນ ເຊິ່ງມະນຸດບໍ່ຄ່ອຍໄດ້ຍິນ.
1
ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ທຸກຊັບພະສິ່ງຢູ່ສະເໝີ ແລະ ພຣະອົງມີການກະທຳໃໝ່ໃນແຕ່ລະມື້. ແກ່ນແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງເຝົ້າເບິ່ງ ແລະ ຢູ່ນໍາມະນຸດຊາດຕະຫຼອດເວລາ. ພຣະອົງໃຊ້ພຣະທໍາທີ່ມິດງຽບຂອງພຣະອົງເພື່ອບອກທຸກຊັບພະສິ່ງ ແລະ ມະນຸດຊາດຢ່າງງຽບໆວ່າ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງທຸກຊັບພະສິ່ງ. ເຮົາກຳລັງເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...”.
2
ມືຂອງພຣະອົງອົບອຸ່ນ ແລະ ຊົງພະລັງ; ບາດກ້າວຂອງພຣະອົງເບົາ; ສຽງຂອງພຣະອົງນຸ້ມນວນ ແລະ ມ່ວນສະເນາະ; ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບເອົາມະນຸດຊາດທັງໝົດ; ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ. ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ. ທັງກາງເວັນ ແລະ ກາງຄືນ ພຣະອົງແມ່ນສະຫາຍທີ່ຢູ່ກັບມະນຸດຊາດຕະຫຼອດເວລາ, ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ. ການດູແລຢ່າງເອົາໃຈໃສ່ ແລະ ຄວາມຮູ້ສຶກພິເສດທີ່ມີຕໍ່ມະນຸດຊາດ, ພ້ອມທັງຄວາມຫ່ວງໃຍ ແລະ ຄວາມຮັກທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດ ແມ່ນຖືກສະແດງອອກເທື່ອລະໜ້ອຍ ໃນຂະນະທີ່ພຣະອົງຊ່ວຍເມືອງນີເນເວໃຫ້ລອດພົ້ນ. ໂດຍສະເພາະແລ້ວ, ການສົນທະນາລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາໄດ້ເປີດເຜີຍຢ່າງສົມບູນເຖິງຄວາມອ່ອນໂຍນຂອງພຣະຜູ້ສ້າງທີ່ມີຕໍ່ມະນຸດຊາດ ທີ່ພຣະອົງສ້າງຂຶ້ນດ້ວຍພຣະອົງເອງ. ຜ່ານທາງພຣະທຳເຫຼົ່ານັ້ນ, ເຈົ້າຈະສາມາດສຳຜັດໄດ້ຢ່າງເລິກເຊິ່ງກັບຄວາມຮູ້ສຶກແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ...
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ