ການສະແດງການເຕັ້ນລຳ “ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ” | ສຽງແຫ່ງການສັນລະເສີນ 2026

20 ເດືອນມັງກອນ 2026

1

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນຂອງຂ້ານ້ອຍ, ມັນເປັນຂອງປະຊາຊົນທຸກຄົນຂອງພຣະເຈົ້າ.

ພຣະຄຣິສຊົງຍ່າງ ແລະ ກ່າວຢູ່ໃນຄຣິສຕະຈັກ ແລະ ດຳລົງຊີວິດຮ່ວມກັບພວກເຮົາ.

ການພິພາກສາ ແລະ ການລົງໂທດແຫ່ງພຣະທຳຂອງພຣະເຈົ້າຢູ່ທີ່ນີ້,

ເຊັ່ນດຽວກັບພາລະກິດຂອງພຣະວິນຍານບໍລິສຸດ.

ມັນແມ່ນການຫົດນ້ຳ, ການສະໜອງ ແລະ ການນຳພາແຫ່ງພຣະທຳຂອງພຣະເຈົ້າ

ທີ່ເຮັດໃຫ້ຊີວິດຂອງພວກເຮົາເຕີບໃຫຍ່ຂຶ້ນ.

ນີ້ຄືອານາຈັກທີ່ປົກຄອງໂດຍພຣະຄຣິສ ມັນເປັນໂລກທີ່ຍຸຕິທຳ ແລະ ຊອບທຳ.

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ.

2

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນຂອງຂ້ານ້ອຍ,

ປະຊາຊົນຂອງພຣະເຈົ້າຮັກມັນຫຼາຍ.

ພຣະທຳຂອງພຣະເຈົ້າປົກຄອງໃນຄຣິສຕະຈັກ,

ພວກເຮົາປະຕິບັດຕາມຄວາມຈິງ

ແລະ ຍົກຍ້ອງພຣະຄຣິສວ່າເປັນຜູ້ຍິ່ງໃຫຍ່ໃນຫົວໃຈຂອງພວກເຮົາ.

ບໍ່ມີການຍາດຊີງດີຊີງເດັ່ນ ຫຼື ການວາງແຜນຮ້າຍອີກຕໍ່ໄປ,

ບໍ່ຈຳເປັນຕ້ອງປ້ອງກັນ ຫຼື ຢ້ານກົວ.

ພຣະຄຣິສຄືບ່ອນພັກເຊົາສຳລັບຈິດວິນຍານຂອງມະນຸດ,

ຈາກນີ້ໄປຂ້ານ້ອຍບໍ່ຕ້ອງຊັດເຊພະເນຈອນອີກຕໍ່ໄປ.

ຢູ່ນີ້ຄືອານາຈັກຂອງພຣະຄຣິສທີ່ມະນຸດຊາດປາຖະໜາ,

ມັນຄືຈຸດໝາຍປາຍທາງທີ່ດີຂອງພວກເຂົາ.

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ.

3

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນຂອງຂ້ານ້ອຍ,

ປະຊາຊົນທຸກຄົນຂອງພຣະເຈົ້າທະນຸຖະໜອມມັນ.

ຢູ່ບ່ອນນີ້ຂ້ານ້ອຍໄດ້ຜະເຊີນກັບການລອງໃຈຂອງພຣະເຈົ້າ,

ແລະ ອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍກໍຖືກຊຳລະລ້າງ ແລະ ປ່ຽນແປງ.

ພຣະຄຣິສແຫ່ງຍຸກສຸດທ້າຍ ຜູ້ເປັນທີ່ຮັກອັນໜ້າຮັກຂອງພວກຂ້ານ້ອຍ,

ພວກຂ້ານ້ອຍຈະຮັກ ແລະ ສັນລະເສີນພຣະອົງຕະຫຼອດໄປ.

ພຣະທຳຂອງພຣະເຈົ້າຢູ່ທີ່ນີ້, ເຊັ່ນດຽວກັນກັບພາລະກິດຂອງພຣະວິນຍານບໍລິສຸດ.

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ.

ເລື່ອງລາວການເຕີບໃຫຍ່ຂອງຊີວິດຂ້ານ້ອຍຢູ່ທີ່ນີ້,

ຄຳເວົ້າທີ່ແຜ່ວເບົາຂອງຂ້ານ້ອຍຕໍ່ພຣະເຈົ້າກໍຢູ່ທີ່ນີ້ເຊັ່ນກັນ.

ຄວາມຊົງຈຳທີ່ບໍ່ມີວັນລືມຂອງຂ້ານ້ອຍຢູ່ທີ່ນີ້,

ເຊິ່ງເປັນການບັນທຶກເລືອດຂອງຫົວໃຈທີ່ພຣະເຈົ້າໄດ້ເສຍສະລະ.

ທຸກສິ່ງຢູ່ທີ່ນີ້ເຮັດໃຫ້ຂ້ານ້ອຍຕື້ນຕັນໃຈ,

ຄຳເວົ້າບໍ່ສາມາດສະແດງອອກເຖິງຄວາມຮູ້ສຶກທີ່ຈິງໃຈ, ມາຈາກໃຈໄດ້.

ອານາຈັກຂອງພຣະຄຣິສຄືບ້ານທີ່ອົບອຸ່ນ.

(ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ