ເພງຄຣິດສະຕຽນ “ພຣະຄຣິສແຫ່ງຍຸກສຸດທ້າຍໄດ້ນຳມາຍຸກແຫ່ງລາຊະອານາຈັກ” | ສຽງແຫ່ງການສັນລະເສີນ 2026
20 ເດືອນມັງກອນ 2026
1
ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ນຳເອົາຍຸກແຫ່ງພຣະຄຸນເຂົ້າມາ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນຊ່ວງຍຸກສຸດທ້າຍ, ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງອີກເທື່ອໜຶ່ງ ແລະ ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ນຳມາຍຸກແຫ່ງລາຊະອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງລາຊະອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາດ້ວຍຕົວເອງຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດຫຼາຍຢ່າງ, ພຣະອົງພຽງສໍາເລັດພາລະກິດໃນການໄຖ່ບາບຂອງມະນຸດຊາດທັງໝົດ ແລະ ກາຍເປັນເຄື່ອງຖວາຍບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດອອກຈາກມະນຸດ.
2
ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ພຽງແຕ່ຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສທີ່ຊາຕານເຮັດໃຫ້ເສື່ອມຊາມໃຫ້ອອກຈາກມະນຸດຢ່າງສິ້ນເຊີງ. ດັ່ງນັ້ນ, ພາຍຫຼັງມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການລົງໂທດ ແລະ ການພິພາກສາ. ພາລະກິດນີ້ໄດ້ນຳພາມະນຸດໄປສູ່ໂລກທີ່ສູງຂຶ້ນ. ທຸກຄົນທີ່ອ່ອນນ້ອມຢູ່ພາຍໃຕ້ອຳນາດປົກຄອງຂອງພຣະເຈົ້າ ຈະຊົມໃຊ້ຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ເສັ້ນທາງ ແລະ ຊີວິດ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ