1. ຈຸດປະສົງຂອງສາມຂັ້ນຕອນຂອງພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕ່ຳສຸດຂອງຄວາມຕ່ຳ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ ແລະ ມີພຽງແຕ່ເຮົາ ນັ້ນກໍຄື ພຣະຜູ້ສ້າງໂລກສາມາດຊ່ວຍມວນມະນຸດຊາດໃຫ້ພົ້ນໄດ້, ສາມາດສະໜອງສັບພະສິ່ງໃຫ້ມວນມະນຸດ ເພື່ອໃຫ້ເກີດຄວາມສຸກແກ່ພວກເຂົາ; ແລະ ພວກເຂົາຈະຮັບຮູ້ວ່າ ເຮົາເປັນຜູ້ປົກຄອງທຸກສິ່ງ ແລະ ຊາຕານເປັນພຽງແຕ່ຫນຶ່ງໃນຊີວິດທີ່ເຮົາສ້າງຂຶ້ນ ເຊິ່ງຕໍ່ມາມັນຫັນມາຕໍ່ຕ້ານເຮົາ. ແຜນການຄຸ້ມຄອງຫົກພັນປີຂອງເຮົາຖືກແບ່ງອອກເປັນສາມໄລຍະ ເພື່ອບັນລຸຜົນຮັບ ດັ່ງຕໍ່ໄປນີ້: ເພື່ອເຮັດໃຫ້ການສ້າງຂອງເຮົາກາຍເປັນພະຍານຝ່າຍເຮົາ, ເພື່ອໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງເຮົາ ແລະ ຮູ້ວ່າເຮົາຄືຄວາມຈິງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຈຸດປະສົງຂອງພາລະກິດສາມຂັ້ນຕອນແມ່ນຄວາມລອດພົ້ນຂອງບັນດາມວນມະນຸດ ເຊິ່ງໝາຍເຖິງການໄຖ່ບາຍທີ່ສົມບູນຂອງມະນຸດຈາກອຳນາດຂອງຊາຕານ. ເຖິງແມ່ນວ່າ ແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນແມ່ນມີຈຸດປະສົງ ແລະ ຄວາມສຳຄັນທີ່ແຕກຕ່າງກັນ ແຕ່ວ່າແຕ່ລະຂັ້ນຕອນກໍເປັນສ່ວນໜຶ່ງຂອງພາລະກິດແຫ່ງການໄຖ່ມະນຸດ ແລະ ແຕກຕ່າງຈາກພາລະກິດແຫ່ງຄວາມລອດພົ້ນທີ່ຖືກນໍາໄປປະຕິບັດໂດຍອີງຕາມຄວາມຕ້ອງການຂອງມະນຸດຊາດ. ເມື່ອເຈົ້າຮູ້ກ່ຽວກັບຈຸດປະສົງຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ເຈົ້າກໍຈະມີສະຕິເພື່ອເຂົ້າໃຈເຖິງຄວາມສຳຄັນຂອງແຕ່ລະຂັ້ນຕອນຂອງພາລະກິດ ແລະ ຈະຮັບຮູ້ວີທີການປະຕິບັດ ເພື່ອເປັນທີ່ພໍໃຈຂອງຄວາມຕ້ອງການຂອງພຣະເຈົ້າ. ຖ້າເຈົ້າສາມາດມາຮອດຈຸດນີ້ໄດ້, ສິ່ງນີ້ ເຊິ່ງກໍຄືນິມິດທີ່ຍິ່ງໃຫຍ່ທີ່ສຸດກໍຈະກາຍເປັນພື້ນຖານຂອງຄວາມເຊື່ອຂອງເຈົ້າທີ່ມີຄໍ່ພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລຶ່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ໃນລະຫວ່າງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຊາດຄືເປັນທັງເປົ້າໝາຍຂອງຄວາມເສື່ອມຊາມຂອງຊາຕານ ແລະ ຄວາມລອດພົ້ນຂອງພຣະເຈົ້າ ແລະ ມະນຸດຄືຜົນທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...

............

ຄວາມຮັກ ແລະ ຄວາມສົງສານຂອງພຣະເຈົ້າຊື່ມຜ່ານທຸກລາຍລະອຽດໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ຫຼື ບໍ່, ພຣະອົງຍັງປະຕິບັດພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງບໍ່ອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ຄວາມຊ່ວຍເຫຼືອ ແລະ ຜົນປະໂຫຍດທີ່ພາລະກິດຂອງພຣະເຈົ້າໄດ້ນໍາມາສູ່ມະນຸດ ແມ່ນສາມາດຊື່ນຊົມໂດຍທຸກຄົນ. ບາງຄັ້ງ, ໃນມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກ ຫຼື ຊີວິດທີ່ພຣະເຈົ້າສະໜອງໃຫ້, ແຕ່ຕາບໃດທີ່ເຈົ້າບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ຍອມແພ້ຕໍ່ຄວາມຕັ້ງໃຈຂອງເຈົ້າທີ່ຈະສະແຫວງຫາຄວາມຈິງ, ມັນກໍຈະມີມື້ທີ່ຮອຍຍິ້ມຂອງພຣະເຈົ້າຈະຖືກເປີດເຜີຍໃຫ້ແກ່ເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອກອບກູ້ຜູ້ຄົນທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຕໍ່ຕ້ານພຣະເຈົ້າ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງເທື່ອ ເມື່ອປິດສະໜາຂອງພາລະກິດສາມຂັ້ນຕອນຖືກເຮັດໃຫ້ມະນຸດຮັບຮູ້ ກໍຈະປະກົດມີກຸ່ມຄົນທີ່ມີຄວາມສາມາດທີ່ຮູ້ຈັກພຣະເຈົ້າຕາມມາ. ແນ່ນອນ ເຮົາຫວັງວ່າ ມັນຈະເປັນແບບນັ້ນ ແລະ ຍິ່ງໄປກວ່ານັ້ນ ເຮົາຢູ່ໃນຂະບວນການປະຕິບັດພາລະກິດນີ້ ແລະ ຫວັງທີ່ຈະໄດ້ເຫັນການປະກົດຕົວຂອງຄົນທີ່ມີຄວາມສາມາດດັ່ງກ່າວໃນອະນາຄົດທີ່ໃກ້ໆນີ້. ພວກເຂົາຈະກາຍມາເປັນຄົນເຫຼົ່ານັ້ນທີ່ເປັນພະຍານໃຫ້ກັບຄວາມຈິງກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ ແລະ ແນ່ນອນ ຈະເປັນຄົນທຳອິດທີ່ເປັນພະຍານໃຫ້ກັບພາລະກິດສາມຂັ້ນຕອນເຫຼົ່ານີ້. ຖ້າບໍ່ມີຄົນທີ່ມີຄວາມສາມາດດັ່ງກ່າວ, ໃນມື້ທີ່ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ຫຼື ມີພຽງແຕ່ໜຶ່ງ ຫຼື ສອງຄົນ ແລະ ພວກເຂົາໄດ້ຍອມຮັບດ້ວຍຕົວເອງ ເພື່ອໃຫ້ພຣະເຈົ້າຜູ້ທີ່ມາບັງເກີດເປັນມະນຸດເຮັດໃຫ້ສົມບູນ, ມັນກໍຈະບໍ່ມີຫຍັງທີ່ເປັນຕາເສົ້າໃຈ ແລະ ເປັນຕາເສຍໃຈກວ່າສິ່ງນີ້-ເຖິງແມ່ນວ່າ ມັນເປັນກໍລະນີທີ່ຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນກໍຕາມ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ເຮົາຍັງຫວັງວ່າ ຄົນເຫຼົ່ານັ້ນທີ່ສະແຫວງຫາຢ່າງແທ້ຈິງຈະໄດ້ຮັບພຣະພອນນີ້. ຕັ້ງແຕ່ການເລີ່ມຕົ້ນຂອງເວລາ, ຍັງບໍ່ມີພາລະກິດທີ່ເປັນແບບນີ້ມາກ່ອນ, ພາລະໜ້າທີ່ດັ່ງກ່າວບໍ່ເຄີຍປະກົດມີໃນປະຫວັດສາດຂອງການພັດທະນາມະນຸດຈັກເທື່ອ. ຖ້າເຈົ້າສາມາດກາຍມາເປັນໜຶ່ງໃນກຸ່ມຄົນທຳອິດທີ່ຮູ້ຈັກພຮະເຈົ້າ, ສິ່ງນີ້ຈະບໍ່ເປັນກຽດຕິຍົດອັນສູງສຸດຂອງສິ່ງທີ່ມີຊີວິດທັງໝົດບໍ? ພຣະເຈົ້າຈະຍົກຍ້ອງສິ່ງທີ່ມີຊີວິດອື່ນໆທີ່ຢູ່ທ່າມກາງມະນຸດຊາດຫຼາຍກວ່າບໍ? ພາລະກິດດັ່ງກ່າວບໍ່ງ່າຍທີ່ຈະເຮັດໃຫ້ສຳເລັດ ແຕ່ໃນທີ່ສຸດກໍຍັງຈະໄດ້ຮັບຜົນຕອບແທນ. ບໍ່ວ່າຈະເປັນເພດໃດ ຫຼື ສັນຊາດໃດກໍຕາມ, ທຸກຄົນເຫຼົ່ານັ້ນທີ່ສາມາດໄດ້ຮັບຄວາມຮູ້ຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໃນທີ່ສຸດ ແລະ ຈະເປັນພຽງຄົນດຽວທີ່ມີສິດອຳນາດຂອງພຣະອົງ. ນີ້ຄືພາລະກິດໃນປັດຈຸບັນ ແລະ ເປັນພາລະກິດສຳລັບອະນາຄົດເຊັ່ນກັນ; ມັນເປັນພາລະກິດສຸດທ້າຍ ແລະ ສູງສົ່ງທີ່ສຸດທີ່ຈະຖືກເຮັດໃຫ້ສຳເລັດໃນຊ່ວງເວລາ 6.000 ປີແຫ່ງພາລະກິດ ແລະ ເປັນວິທີການປະຕິບັດພາລະກິດທີ່ເປີດເຜີຍມະນຸດແຕ່ລະປະເພດ. ຜ່ານພາລະກິດທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ລະດັບຊັ້ນທີ່ແຕກຕ່າງກັນຂອງມະນຸດແມ່ນຖືກເປີດເຜີຍອອກ: ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຄຸນສົມບັດໃນການໄດ້ຮັບພຣະພອນຈາກພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ມີຄຸນສົມບັດໃນການຮັບພຣະພອນຂອງພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ. ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຜູ້ໃກ້ຊິດຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ສາມາດເອີ້ນໄດ້ວ່າເປັນຜູ້ໃກ້ຊິດຂອງພຣະເຈົ້າ; ຜູ້ໃກ້ຊິດຂອງພຮະເຈົ້າສາມາດຮັບພຣະພອນຂອງພຣະເຈົ້າ ແຕ່ຄົນເຫຼົ່ານັ້ນທີ່ບໍ່ແມ່ນຜູ້ໃກ້ຊິດຂອງພຣະອົງບໍ່ສົມຄວນໄດ້ຮັບພາລະກິດໃດໆຂອງພຣະອົງ. ບໍ່ວ່າຈະເປັນການແກ້ແຄ້ນ, ການກັ່ນຕອງ ຫຼື ການພິພາກສາ, ທຸກຢ່າງກໍມີເພື່ອໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຂອງພຣະເຈົ້າໃນທີ່ສຸດ ແລະ ເພື່ອມະນຸດຈະຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ເປັນພຽງຜົນສະທ້ອນທີ່ຈະເຮັດໃຫ້ສຳເລັດໃນທີ່ສຸດ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້. ພວກເຂົາຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ. ບັນດາຜູ້ທີ່ສາມາດເປັນພະຍານຕໍ່ພຣະເຈົ້າ ຈະສາມາດຮັບຄໍາສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ຈະເປັນກຸ່ມທີ່ຄົງຢູ່ຕະຫຼອດຈົນເຖິງຕອນສຸດທ້າຍ ເຊິ່ງໄດ້ຮັບພຣະພອນອໍານາດຈາກພຣະເຈົ້າ ແລະ ເປັນພະຍານຕໍ່ພຣະເຈົ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້ ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້. ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ມະນຸດຜູ້ທີ່ຕິດຕາມເຮົາຄວນຮູ້ຈຸດປະສົງຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ເຮົາຍັງດຳເນີນພາລະກິດໃນແບບນີ້ຢູ່. ເຖິງແມ່ນວ່າຈະມີຫຼາຍລາຍການປະກອບເຂົ້າໃນພາລະກິດຂອງເຮົາຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຊັ່ນດຽວກັນ, ຕົວຢ່າງເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພິ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນປະສົບກັບຄວາມສິ້ນຫວັງທີ່ຍາວນານ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດເຊື່ອຟັງເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ. ນີ້ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິສຣາເອວເຊື່ອຟັງຄືກັນກັບຊາວຢິວ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິສຣາເອວ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ແຕ່ສົນໃຈແຕ່ອະນາຄົດ ແລະ ເປົ້າໝາຍຂອງເຂົາເຈົ້າເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ມະນຸດກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແຕ່ສຸມໃສ່ແຕ່ເປົ້າໝາຍຂອງເຂົາເຈົ້າໃນອະນາຄົດ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະຂະຫຍາຍອອກໄປໄດ້ແນວໃດ? ຄຳສອນຂອງເຮົາຈະເຜີຍແຜ່ໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ, ເມື່ອພາລະກິດຂອງເຮົາໄດ້ຂະຫຍາຍອອກໄປແລ້ວ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະລົງໂທດພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາລົງໂທດແຕ່ລະຊົນເຜົ່າໃນດີນແດນອິສຣາເອວ. ທັງໝົດນີ້ຈະຖືກເຮັດເພື່ອເຜີຍແຜ່ ຄຳສອນຂອງເຮົາໄປທົ່ວໂລກ ແລະ ເພື່ອເຜີຍແຜ່ພາລະກິດຂອງເຮົາໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ເພື່ອໃຫ້ຊື່ສຽງຂອງເຮົາໄດ້ຮັບການແຜ່ຂະຫຍາຍຜ່ານທັງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ຊື່ສຽງອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນຈາກປາກຜູ້ຄົນໃນທຸກຊົນຊາດຊົນເຝົ່າ. ໃນຍຸກສຸດທ້າຍນີ້, ເຮົາຈະໃຫ້ຊື່ສຽງຂອງເຮົາໄດ້ຮັບການຂະຫຍາຍໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮັດໃຫ້ຜູ້ທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ເພື່ອໃຫ້ພວກເຂົາເອີ້ນເຮົາວ່າພະຜູ້ຊົງລິດທານຸພາບອີງຕາມການກະທຳຂອງເຮົາ ແລະ ເຮັດໃຫ້ຄຳເວົ້າຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິສຣາເອວເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວຮວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າເຮົາແມ່ນພຣະເຈົ້າແຫ່ງການນິລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼັງຈາກປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍທີ່ເປົ້າໝາຍຫຼັກໆແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມະນຸດສັນລະເສີນພຣະອົງ, ດ້ວຍວິທີນີ້ ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານໃນພາລະກິດຂອງພຣະອົງ. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ: ເວົ້າອີກຢ່າງໜຶ່ງກໍຄື ພຣະອົງຈະກຳຈັດທຸກຄົນທີ່ເປັນຄົນຂອງຊາຕານ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 5. ຜົນຕາມມາ ແລະ ຜົນໄດ້ຮັບຂອງການບໍ່ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ

ຕໍ່ໄປ: 2. ເປົ້າໝາຍ ແລະ ຄວາມສຳຄັນຂອງແຕ່ລະຂັ້ນຕອນໃນທັງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້