ວິທີການທີ່ຂ້ອຍຜ່ານຜ່າການແຊກແຊງຂອງພໍ່ຂ້ອຍ

22 ເດືອນສິງຫາ 2023

ວັນທີ 18 ພະຈິກ 2021, ຂ້ອຍໄດ້ຮູ້ຈັກກັບອ້າຍເອື້ອຍນ້ອງຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນອິນເຕີເນັດ. ໂດຍການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຟັງການໂອ້ລົມຂອງພວກເຂົາ, ຂ້ອຍເຊື່້ອໝັ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າຜູ້ກັບຄືນມາ. ຂ້ອຍຕື່ນເຕັ້ນຫຼາຍ ແລະ ຂ້ອຍກໍຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຂ້ອຍຕ້ອງການແບ່ງປັນຂ່າວທີ່ໜ້າຍິນດີນີ້ກັບຄອບຄົວຂອງຂ້ອຍໂດຍໄວ, ໂດຍສະເພາະກັບພໍ່ຂອງຂ້ອຍ. ລາວເປັນຊາວຄຣິສຕັ້ງແຕ່ລາວອາຍຸສາມສິບ. ຕອນນີ້ລາວອາຍຸຫົກສິບ ແລະ ລາວໄດ້ຄອງຖ້າການກັບຄືນມາຂອງພຣະຜູ້ເປັນເຈົ້າຕະຫຼອດເວລາ. ຖ້າລາວຮູ້ວ່າພຣະເຢຊູເຈົ້າໄດ້ກັບຄືນມາ, ຂ້ອຍແນ່ໃຈວ່າລາວຈະຍອມຮັບມັນຢ່າງມີຄວາມສຸກແບບທີ່ຂ້ອຍໄດ້ຍອມຮັບ. ໂດຍບໍ່ຄາດຄິດ, ຫຼັງຈາກທີ່ຂ້ອຍບອກຂ່າວການກັບຄືນມາຂອງພຣະຜູ້ເປັນເຈົ້າແກ່ພໍ່ຂອງຂ້ອຍ, ລາວບອກຂ້ອຍບໍ່ໃຫ້ເຊື່ອມັນແທ້ໆ. ລາວເວົ້າວ່າ “ພຣະຄຳພີບໍ່ໄດ້ບອກວ່າພຣະເຈົ້າຈະກັບຄືນມາບັງເກີດເປັນມະນຸດ”. “ພຣະຄຳພີເວົ້າວ່າພຣະເຈົ້າລົງມາເທິງກ້ອນເມກເພື່ອຍົກຜູ້ເຊື່ອຂຶ້ນສູ່ອານາຈັກສະຫວັນ”. ຂ້ອຍບອກລາວວ່າ “ພໍ່, ແທ້ຈິງແລ້ວ, ພຣະເຢຊູເຈົ້າເວົ້າຫຼາຍຄັ້ງວ່າໃນຍຸກສຸດທ້າຍ, ພຣະອົງຈະກັບຄືນມາເປັນບຸດມະນຸດ. ຕົວຢ່າງ: ‘ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ’ (ມັດທາຍ 24:27). ‘ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ’ (ມັດທາຍ 24:37). ‘ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ’ (ມັດທາຍ 24:44). ຂໍ້ພຣະຄຳພີເຫຼົ່ານີ້ລ້ວນເນັ້ນວ່າ ພຣະຜູ້ເປັນເຈົ້າມາເປັນບຸດແຫ່ງມະນຸດ. ນີ້ໝາຍຄວາມວ່າ ພຣະເຈົ້າມາບັງເກີດເປັນມະນຸດເປັນບຸດແຫ່ງມະນຸດ” ກ່ອນທີ່ຂ້ອຍຈະເວົ້າສຸດ, ພໍ່ຂອງຂ້ອຍກໍແຊກຂຶ້ນ ແລະ ເວົ້າວ່າ “ພຣະເຢຊູເຈົ້າແມ່ນບຸດແຫ່ງມະນຸດ. ມັນເປັນໄປບໍ່ໄດ້ທີ່ພຣະອົງຈະກັບຄືນມາເປັນບຸດແຫ່ງມະນຸດ. ພຣະຜູ້ເປັນເຈົ້າຈະມາເທິງກ້ອນເມກເທົ່ານັ້ນເພື່ອພາພວກເຮົາຂຶ້ນສູ່ອານາຈັກສະຫວັນ”. ຂ້ອຍເວົ້າວ່າ “ການມາເທິງກ້ອນເມກບໍ່ແມ່ນວິທີດຽວທີ່ພຣະຜູ້ເປັນເຈົ້າກັບຄືນມາ. ມີສອງທາງກ່ຽວກັບການກັບຄືນມາຂອງພຣະອົງທີ່ໄດ້ທຳນາຍໄວ້ໃນພຣະຄຳພີ. ພຣະອົງມາບັງເກີດເປັນມະນຸດຢ່າງລັບໆ ແລະ ຈາກນັ້ນກໍມາຢ່າງເປີດເຜີຍເທິງກ້ອນເມກ. ພຣະນິມິດທໍານາຍວ່າ ‘ເບິ່ງແມ, ເຮົາມາເໝືອນກັບຄົນຂີ້ລັກ’ (ພຣະນິມິດ 16:15). ‘ດັ່ງນັ້ນ ຖ້າເຈົ້າບໍ່ເຝົ້າລະວັງ, ເຮົາຈະມາຫາເຈົ້າດັ່ງຄົນຂີ້ລັກ’ (ພຣະນິມິດ 3:3). ແລະ ມັດທາຍ 25:6 ເວົ້າວ່າ ‘ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ’. ຄຳທຳນາຍເຫຼົ່ານີ້ລ້ວນເວົ້າວ່າພຣະເຢຊູເຈົ້າຈະກັບມາຄືກັບໂຈນ. ນີ້ໝາຍຄວາມວ່າ ພຣະອົງມາຢ່າງງຽບໆ ໂດຍທີ່ບໍ່ມີໃຜຮູ້. ຖ້າພຣະເຢຊູເຈົ້າມາຢ່າງເປີດເຜີຍ, ຂີ່ເທິງຫຼັງກ້ອນເມກຂາວໃນທ້ອງຟ້າ, ທຸກຄົນກໍຈະເຫັນພຣະອົງ. ແລ້ວຄຳທຳນາຍເຫຼົ່ານີ້ຈະສຳເລັດລົງໄດ້ແນວໃດ? ໃນຍຸກສຸດທ້າຍ, ພຣະເຈົ້າມາຢ່າງລັບໆເປັນບຸດມະນຸດທີ່ບັງເກີດເປັນມະນຸດ ເພື່ອກ່າວຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາ. ຍິງສາວບໍລິສຸດທີ່ສະຫຼາດໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ, ພວກເຂົາຖືກພິພາກສາ ແລະ ຖືກເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ ແລະ ຖືກເຮັດໃຫ້ກາຍເປັນຜູ້ຊະນະໂດຍພຣະເຈົ້າ. ແລ້ວໄພພິບັດຄັ້ງໃຫຍ່ກໍເລີ່ມລົງມາ ແລະ ຂັ້ນຕອນພາລະກິດລັບຂອງພຣະເຈົ້າໃນເນື້ອໜັງກໍຈົບລົງ. ຫຼັງຈາກໄພພິບັດຄັ້ງໃຫຍ່, ພຣະເຈົ້າກໍລົງມາເທິງກ້ອນເມກ ແລະ ປາກົດຕົວແກ່ທຸກຄົນຢ່າງເປີດເຜີຍ. ສິ່ງນີ້ເຮັດໃຫ້ຄຳທຳນາຍໃນພະນິມິດສຳເລັດເປັນຈິງ, ‘ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ’ (ພຣະນິມິດ 1:7)”. ຂ້ອຍເວົ້າກັບພໍ່ຂອງຂ້ອຍວ່າ “ພໍ່, ຈົ່ງຄິດເບິ່ງ. ມີເຫດຜົນວ່າ ເມື່ອພຣະເຢຊູເຈົ້າກັບຄືນມາເທິງກ້ອນເມກ, ທຸກຄົນກໍຈະມີຄວາມສຸກສຳລັບການສະເດັດມາຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ແລ້ວເປັນຫຍັງມັນຈຶ່ງເວົ້າວ່າ ‘ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ’? ຍ້ອນວ່າ ເມື່ອພຣະເຈົ້າປະຕິບັດພາລະກິດໃນຖານະບຸດມະນຸດທີ່ບັງເກີດເປັນມະນຸດ, ພຣະອົງສຳເລັດພາລະກິດແຫ່ງການພິພາກສາ ແລະ ການເຮັດໃຫ້ບໍລິສຸດ. ບັນດາຜູ້ທີ່ພຽງແຕ່ລໍຖ້າພຣະຜູ້ເປັນເຈົ້າສະເດັດມາເທິງເມກ ແລະ ຜູ້ທີ່ຕໍ່ຕ້ານ ແລະ ກ່າວໂທດພຣະເຈົ້າອົງຊົງລິດທານຸພາບສູງສຸດ ຈະພາດໂອກາດຮັບເອົາການພິພາກສາ ແລະ ການເຮັດໃຫ້ບໍລິສຸດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເມື່ອພຣະຜູ້ເປັນເຈົ້າສະເດັດມາເທິງກ້ອນເມກເພື່ອໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວ, ພວກເຂົາຈະຕົກລົງສູ່ໄພພິບັດ ແລະ ເຊັດນ້ຳຕາຢ່າງຂົມຂື່ນ”. ເມື່ອຂ້ອຍເວົ້າແລ້ວ, ຂ້ອຍກໍເອົາພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ວີດີໂອຄຳພະຍານຂ່າວປະເສີດໃຫ້ລາວເບິ່ງ, ແຕ່ລາວຍັງຍຶດຕິດກັບມຸມມອງຂອງລາວ. ລາວມີທັດສະນະທີ່ອວດດີ ແລະ ໃຈຮ້າຍຫຼາຍກັບຂ້ອຍ ແລະ ບອກຂ້ອຍບໍ່ໃຫ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ຕໍ່ມາ, ລາວເຫັນວ່າຂ້ອຍເຂົ້າຮ່ວມການເຕົ້າໂຮມຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເລື້ອຍໆ, ສະນັ້ນເພື່ອເປັນຂໍ້ອ້າງເພື່ອຢຸດຂ້ອຍ, ລາວເວົ້າວ່າ “ເຈົ້າໃຊ້ເວລາຂອງເຈົ້າເກືອບໝົດມື້ເຂົ້າຮ່ວມການເຕົ້າໂຮມໃນໂທລະສັບຂອງເຈົ້າ. ເຈົ້າຕ້ອງເຮັດວຽກ ແລະ ຫາເງິນເພື່ອຈ່າຍລາຍຈ່າຍໃນຄົວເຮືອນ. ແຕ່ນີ້ຕໍ່ໄປ, ຂ້ອຍຈະບໍ່ໃຫ້ເງິນແກ່ເຈົ້າອີກ! ຖ້າເຈົ້າຫາວຽກເຮັດບໍ່ໄດ້, ໃຫ້ເຈົ້າອອກໄປຈາກເຮືອນຫຼັງນີ້!” ສິ່ງທີ່ພໍ່ຂອງຂ້ອຍເວົ້າເຮັດໃຫ້ຂ້ອຍກັງວົນຫຼາຍ. ຖ້າຂ້ອຍຕ້ອງເຮັດວຽກ, ຂ້ອຍຈະບໍ່ມີເວລາເຂົ້າຮ່ວມການເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າ. ແຕ່ຖ້າຂ້ອຍຫາວຽກເຮັດບໍ່ໄດ້, ພໍ່ຂອງຂ້ອຍກໍຈະໄລ່ຂ້ອຍອອກຈາກເຮືອນ ແລະ ຂ້ອຍກໍຈະບໍ່ມີບ່ອນຢູ່. ຂ້ອຍຢ້ານຫຼາຍ, ດັ່ງນັ້ນ ຂ້ອຍຈຶ່ງຊອກວຽກເຮັດ ແລະ ເຮັດວຽກແຕ່ຫົກໂມງເຊົ້າຫາສີ່ໂມງແລງ. ເມື່ອເວລາຜ່ານໄປ, ຂ້ອຍເລີ່ມລະເລີຍໜ້າທີ່ຂອງຂ້ອຍ. ຍ້ອນຂ້ອຍບໍ່ສາມາດໃຊ້ໂທລະສັບຂອງຂ້ອຍໃນລະຫວ່າງເຮັດວຽກ, ຂ້ອຍຈຶ່ງບໍ່ສາມາດລ້ຽງດູຜູ້ເຊື່ອໃໝ່ໄດ້. ທຸກໆມື້ຫຼັງຈາກທີ່ຂ້ອຍກັບມາເຮືອນຈາກການເຮັດວຽກ, ຂ້ອຍກໍອິດເມື່ອຍ, ດັ່ງນັ້ນ ຂ້ອຍຈຶ່ງຮູ້ສຶກເມື່ອຍຫຼາຍທີ່ການເຕົ້າໂຮມ. ຂ້ອຍອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງເປີດຫົນທາງໃຫ້ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍ. ສອງສາມມື້ຕໍ່ມາ, ຂ້ອຍອອກຈາກວຽກນັ້ນ. ຂ້ອຍໄດ້ວຽກອະນາໄມເຮືອນ ເຊິ່ງຂ້ອຍຕ້ອງເຮັດວຽກສີ່ຊົ່ວໂມງຕໍ່ມື້ເທົ່ານັ້ນ. ເຖິງແມ່ນວ່າຂ້ອຍຫາເງິນບໍ່ໄດ້ຫຼາຍ, ຂ້ອຍກໍມີເວລາເຂົ້າຮ່ວມການເຕົ້າໂຮມ ແລະ ເຮັດໜ້າທີ່ຂອງຂ້ອຍ. ພໍ່ຂອງຂ້ອຍສືບຕໍ່ແຊກແຊງເມື່ອລາວເຫັນຂ້ອຍເຂົ້າຮ່ວມການເຕົ້າໂຮມຢ່າງເປັນປົກກະຕິອີກຄັ້ງ. ລາວມັກຂໍໃຫ້ຂ້ອຍເຮັດບາງສິ່ງໃຫ້ແກ່ລາວກ່ອນທີ່ຂ້ອຍມີການເຕົ້າໂຮມ ແລະ ບາງຄັ້ງ, ເມື່ອລາວເຫັນຂ້ອຍເຂົ້າຮ່ວມການເຕົ້າໂຮມທາງອອນລາຍ, ລາວກໍຂໍໃຫ້ຂ້ອຍອອກໄປຂ້າງນອກກັບລາວ. ໃນຕອນທຳອິດ ຂ້ອຍຂ້ອນຂ້າງບໍ່ເຂົ້າໃຈວ່າກຳລັງເກີດຫຍັງຂຶ້ນ. ຂ້ອຍພຽງແຕ່ຄິດວ່າເນື່ອງຈາກວ່າລາວເປັນພໍ່ຂອງຂ້ອຍ, ຂ້ອຍຕ້ອງເຊື່ອຟັງ, ແຕ່ມັນຍາກສຳລັບຂ້ອຍ, ຍ້ອນຂ້ອຍບໍ່ຕ້ອງການຂາດການເຕົ້າໂຮມ. ຄັ້ງໜຶ່ງ, ລາວຂໍໃຫ້ຂ້ອຍອອກໄປນອກກັບລາວອີກຄັ້ງ ແລະ ຂ້ອຍບອກລາວວ່າຂ້ອຍມີການເຕົ້າໂຮມ, ເຊິ່ງເຮັດໃຫ້ລາວບໍ່ພໍໃຈຫຼາຍ. ໃນຕອນທຳອິດຂ້ອຍບໍ່ຮູ້ວ່າຈະຈັດການກັບສິ່ງເຫຼົ່ານີ້ແນວໃດ.

ຕໍ່ມາ, ໃນການເຕົ້າໂຮມ, ອ້າຍເອື້ອຍນ້ອງອ່ານພຣະທຳບາງຂໍ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ທີ່ຊ່ວຍໃຫ້ຂ້ອຍເຫັນສິ່ງຕ່າງໆຢ່າງຊັດເຈນຫຼາຍຂຶ້ນໜ້ອຍໜຶ່ງ. “ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການແຊກແຊງຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການແຊກແຊງຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ). “ເມື່ອພຣະເຈົ້າເຮັດພາລະກິດ, ດູແລບຸກຄົນໜຶ່ງ, ເຝົ້າເບິ່ງບຸກຄົນນີ້ ແລະ ເມື່ອພຣະອົງໂປດປານ ແລະ ຮອງຮັບບຸກຄົນນີ້, ຊາຕານຍັງຕາມຫຼັງຢ່າງຕິດໆ, ພະຍາຍາມຫຼອກລວງບຸກຄົນດັ່ງກ່າວ ແລະ ນໍາຄວາມເສຍຫາຍມາສູ່ພວກເຂົາ. ຖ້າພຣະເຈົ້າປາດຖະໜາທີ່ຈະຮັບເອົາບຸກຄົນນີ້, ຊາຕານຈະເຮັດທຸກສິ່ງໃນອຳນາດຂອງມັນເພື່ອຂັດຂວາງພຣະເຈົ້າ, ໃຊ້ກົນອຸບາຍຊົ່ວຮ້າຍທີ່ຫຼາກຫຼາຍເພື່ອລໍ້ລວງ, ຂັດຂວາງ ແລະ ທຳລາຍພາລະກິດຂອງພຣະເຈົ້າ, ເພື່ອບັນລຸຈຸດປະສົງທີ່ເຊື່ອງໄວ້ຂອງມັນ. ເປົ້າໝາຍຂອງມັນແມ່ນຫຍັງ? ມັນບໍ່ຕ້ອງການໃຫ້ພຣະເຈົ້າໄດ້ຮັບໃຜຈັກຄົນ; ມັນຕ້ອງການຍາດເອົາເພື່ອຄອບຄອງຄົນທີ່ພຣະເຈົ້າປາດຖະໜາຈະຮັບເອົາ, ມັນຕ້ອງການຄວບຄຸມພວກເຂົາ, ເຂົ້າຄຸມພວກເຂົາເພື່ອວ່າພວກເຂົາຈະນະມັດສະການມັນ, ເພື່ອວ່າພວກເຂົາຈະເຂົ້າຮ່ວມກັບມັນໃນການເຮັດການຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ນີ້ບໍ່ແມ່ນແຮງຈູງໃຈທີ່ເປັນຕາຢ້ານຂອງຊາຕານບໍ?(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IV). ຫຼັາຈາກອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍມີຄວາມເຂົ້າໃຈໜ້ອຍໜຶ່ງກ່ຽວກັບກົນອຸບາຍຂອງຊາຕານ. ເມື່ອພຣະເຈົ້າຕ້ອງການຊ່ວຍບຸກຄົນໜຶ່ງໃຫ້ລອດພົ້ນ, ຊາຕານກໍພະຍາຍາມທຸກວິທີທາງ ແລະ ໃຊ້ທຸກຄົນ ແລະ ສິ່ງຕ່າງເພື່ອຢຸດພວກເຂົາຈາກການໄດ້ຮັບໂດຍພຣະເຈົ້າ. ມັນກຳລັງເກີດຂຶ້ນກັບຂ້ອຍ. ຫຼັງຈາກທີ່ພໍ່ຂອງຂ້ອຍຮູ້ວ່າຂ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ລາວພະຍາຍາມສຸດຄວາມສາມາດຂອງລາວເພື່ອຢຸດຂ້ອຍ ແລະ ລົບກວນຂ້ອຍ. ລາວສ້າງຂໍ້ອ້າງວ່າຂ້ອຍຕ້ອງເຮັດວຽກ, ຂໍໃຫ້ຂ້ອຍເຮັດສິ່ງຕ່າງໆທຸກຄັ້ງກ່ອນຂ້ອຍມີການເຕົ້າໂຮມ ແລະ ເຈດຕະນາຂັດຂວາງການເຕົ້າໂຮມຂອງຂ້ອຍເພື່ອຂໍໃຫ້ຂ້ອຍໄປເຮັດທຸລະກໍາກັບລາວ. ທັງໝົດນີ້ແມ່ນການທີ່ຊາຕານໃຊ້ພໍ່ຂອງຂ້ອຍລົບກວນຂ້ອຍ ເພື່ອເຮັດໃຫ້ມັນເປັນໄປບໍ່ໄດ້ສຳລັບຂ້ອຍທີ່ຈະເຂົ້າຮ່ວມການເຕົ້າໂຮມ ຫຼື ອ່ານພຣະທຳຂອງພຣະເຈົ້າຢ່າງປົກກະຕິ. ຂ້ອຍບໍ່ມີຄວາມເຂົ້າໃຈເຖິງກົນອຸບາຍຂອງຊາຕານ, ດັ່ງນັ້ນ ເມື່ອພໍ່ຂອງຂ້ອຍຂົ່ມຂູ່ຂ້ອຍ, ຂ້ອຍກໍເຊື່ອຟັງ ຍ້ອນຂ້ອຍຢ້ານຖືກໄລ່ອອກຈາກເຮືອນ. ຂ້ອຍຕົກຫຼຸມການລໍ້ລວງຂອງຊາຕານ, ດັ່ງນັ້ນ ຂ້ອຍຈຶ່ງບໍ່ສາມາດເຂົ້າຮ່ວມການເຕົ້າໂຮມເປັນປະຈຳ ແລະ ບໍ່ສາມາດເຮັດໜ້າທີ່ຂອງຂ້ອຍໄດ້ດີ. ຕອນນີ້ ຂ້ອຍເຂົ້າໃຈວ່າ ຊາຕານກຳລັງໃຊ້ການລົບກວນຂອງພໍ່ຂອງຂ້ອຍເພື່ອເຮັດໃຫ້ຂ້ອຍອອກຫ່າງຈາກພຣະເຈົ້າ ແລະ ສູນເສຍຄວາມລອດພົ້ນຂອງພຣະເຈົ້າ. ຊາຕານຊົ່ວຮ້າຍຫຼາຍ. ແຕ່ສະຕິປັນຍາຂອງພຣະເຈົ້າຖືກໃຊ້ໂດຍອີງໃສ່ກົນອຸບາຍຂອງຊາຕານ. ໂດຍການປະສົບກັບສະພາບແວດລ້ອມນີ້, ຂ້ອຍສາມາດສະແຫວງຫາຄວາມຈິງ, ຮຽນຮູ້ບົດຮຽນ, ຮຽນຮູ້ແຍກແຍະກົນອຸບາຍຂອງຊາຕານ, ຍຶດໝັ້ນໃນການເປັນພະຍານຂອງຂ້ອຍ ແລະ ເຮັດໃຫ້ຊາຕານອັບອາຍ. ດ້ວຍການສ່ອງສະຫວ່າງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ ຂ້ອຍຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບສະພາວະທີ່ແທ້ຈິງຂອງສິ່ງຕ່າງໆ. ຂ້ອຍຕ້ອງຍຶດໝັ້ນໃນການເປັນພະຍານຂອງຂ້ອຍ ແລະ ບໍ່ຕົກກັບດັກຂອງຊາຕານອີກຕໍ່ໄປ.

ຫຼັງຈາກນັ້ນ, ຂ້ອຍກໍຢືນຢັນໃນການເຂົ້າຮ່ວມການເຕົ້າໂຮມ ແລະ ການເຮັດໜ້າທີ່ຂອງຂ້ອຍ. ພໍ່ຂອງຂ້ອຍສືບຕໍ່ຂັດຂວາງ ແລະ ລົບກວນຂ້ອຍ ແລະ ລາວເຖິງກັບຕ້ອງການໄລ່ຂ້ອຍອອກຈາກເຮືອນສອງສາມຄັ້ງ. ລາວໃຈຮ້າຍກັບຂ້ອຍຫຼາຍຈົນລາວບໍ່ຕ້ອງການເວົ້າກັບຂ້ອຍເລີຍ. ບໍ່ວ່າລາວເຮັດຫຍັງກັບຂ້ອຍກໍຕາມ, ຂ້ອຍຮູ້ວ່າຂ້ອຍຕ້ອງເວົ້າກັບລາວ. ມື້ໜຶ່ງຂ້ອຍຖາມລາວວ່າ “ພໍ່, ເປັນຫຍັງເຈົ້າຈຶ່ງບໍ່ເວົ້າກັບຂ້ອຍ? ເປັນຫຍັງເຈົ້າຈຶ່ງຕ້ອງການໄລ່ຂ້ອຍອອກຈາກເຮືອນ?” ລາວເວົ້າວ່າ “ເຈົ້າສົນໃຈແຕ່ການເຕົ້າໂຮມເທົ່ານັ້ນ ແລະ ເຈົ້າກໍບໍ່ເຊື່ອຟັງຫຼາຍ”. ຂ້ອຍເວົ້າວ່າ “ພຣະເຈົ້າບອກພວກເຮົາໃຫ້ເຄົາລົບພໍ່ແມ່ຂອງພວກເຮົາ, ສະນັ້ນ ຂ້ອຍຈະບໍ່ເຊົາເວົ້າກັບເຈົ້າ, ແຕ່ຂ້ອຍກໍຈະບໍ່ເຊົາເຂົ້າຮ່ວມການເຕົ້າໂຮມອີກດ້ວຍ”. ລາວງຽບ ແລະ ບໍ່ໄດ້ເວົ້າຫຍັງກັບຂ້ອຍຫຼັງຈາກນັ້ນ. ຕໍ່ມາ, ຂ້ອຍປະກາດຂ່າວປະເສີດໃຫ້ແກ່ແມ່ລ້ຽງຂອງຂ້ອຍ. ລາວຄິດວ່າມັນເປັນສິ່ງທີ່ດີ ແລະ ລາວໄດ້ເຂົ້າຮ່ວມການເຕົ້າໂຮມເປັນເວລາໜຶ່ງເດືອນ. ແຕ່ເມື່ອພໍ່ຂອງຂ້ອຍຮູ້ເລື່ອງ, ພໍ່ກໍຫ້າມບໍ່ໃຫ້ລາວເຂົ້າຮ່ວມ ແລະ ຕ້ອງການໄລ່ຂ້ອຍອອກຈາກເຮືອນ. ສິ່ງນີ້ເຮັດໃຫ້ຂ້ອຍເສົ້າໃຈ. ຂ້ອຍບໍ່ຕ້ອງການໃຫ້ຄວາມສຳພັນຂອງຂ້ອຍກັບພໍ່ຂອງຂ້ອຍພັງທະລາຍ. ເຊົ້າມື້ໜຶ່ງ, ຂ້ອຍກຳລັງອ່ານພຣະທຳຂອງພຣະເຈົ້າໃນໂທລະສັບຂອງຂ້ອຍ. ເມື່ອພໍ່ຂອງຂ້ອຍເຫັນມັນ, ລາວກໍຮ້າຍດ່າຂ້ອຍວ່າ “ຖ້າເຈົ້າຍັງເຂົ້າຮ່ວມການເຕົ້າໂຮມໃນໂທລະສັບຂອງເຈົ້າ, ຂ້ອຍຈະເອົາມັນໄປ!” ແລ້ວລາວກໍພະຍາຍາມຍາດເອົາໂທລະສັບຈາກມືຂອງຂ້ອຍ. ຂ້ອຍບໍ່ໄດ້ເອົາມັນໃຫ້, ດັ່ງນັ້ນ ລາວຈຶ່ງເວົ້າຢ່າງໃຈຮ້າຍວ່າ “ຖ້າເຈົ້າຈະບໍ່ເຊື່ອຟັງຂ້ອຍ, ເຈົ້າສາມາດເກັບເອົາເຄື່ອງຂອງຂອງເຈົ້າ ແລະ ອອກໄປຈາກເຮືອນຫຼັງນີ້!” ມັນເຮັດໃຫ້ຫົວໃຈແຕກສະຫຼາຍ. ຄວາມສຳພັນຂອງຂ້ອຍກັບພໍ່ຂອງຂ້ອຍດີສະເໝີມາ. ຂ້ອຍບໍ່ເຄີຍຕ້ອງການໄປປະລາວ ຫຼື ເຮືອນຂອງລາວ, ແຕ່ທັດສະນະພໍ່ຂອງຂ້ອຍທີ່ມີຕໍ່ຂ້ອຍ ແລະ ຄຳເວົ້າທີ່ເຈັບປວດເຫຼົ່ານີ້ ແມ່ນເຈັບປວດໃນແບບທີ່ຂ້ອຍບໍ່ສາມາດອະທິບາຍໄດ້. ຖ້າຂ້ອຍຖືກໄລ່ອອກຈາກເຮືອນ, ຂ້ອຍຈະບໍ່ມີບ່ອນໃຫ້ໄປ. ນອກຈາກນັ້ນ ຂ້ອຍກໍບໍ່ມີເງິນ, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ຂ້ອຍເລີ່ມຮ້ອງໄຫ້ ແລະ ຂ້ອຍຮູ້ສຶກເຈັບໃນໜ້າເອິກຂອງຂ້ອຍ. ຍ້ອນການຂັດຂວາງ ແລະ ການລົບກວນຂອງພໍ່ຂອງຂ້ອຍ, ຂ້ອນຈຶ່ງອົດກັ້ນກັບຄວາມວິຕົກກັງວົນຫຼາຍ ແລະ ຂ້ອຍຮູ້ສຶກອ່ອນແອ ແລະ ທໍລະມານຫຼາຍ. ຂ້ອຍບໍ່ຕ້ອງການທີ່ຈະສືບຕໍ່ຜະເຊີນກັບຄວາມຫຍຸ້ງຍາກ ແລະ ທາງເລືອກເຫຼົ່ານີ້, ດັ່ງນັ້ນ ຂ້ອຍຈຶ່ງຄິດກ່ຽວກັບການຂ້າຕົວຕາຍ.

ຂ້ອຍຮູ້ວ່າຄວາມຄິດຂອງຂ້ອຍນັ້ນຜິດ, ດັ່ງນັ້ນ ຂ້ອຍຈຶ່ງອະທິຖານຫາພຣະເຈົ້າເພື່ອສະແຫວງຫາ ແລະ ບອກອ້າຍເອື້ອຍນ້ອງຂອງຂ້ອຍກ່ຽວກັບສະພາວະຂອງຂ້ອຍ. ພວກເຂົາແບ່ງປັນພຣະທຳຂອງພຣະເຈົ້າກັບຂ້ອຍ. “ຖ້າຫຼາຍສິ່ງເກີດຂຶ້ນກັບເຈົ້າ ໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແຕ່ເຈົ້າສາມາດປະຖິ້ມສິ່ງເຫຼົ່ານີ້ ແລະ ຮັບຄວາມຮູ້ກ່ຽວກັບການກະທຳຂອງພຣະເຈົ້າຈາກສິ່ງເຫຼົ່ານີ້ ແລະ ຖ້າໃນລະຫວ່າງການຫຼໍ່ຫຼອມ ເຈົ້າເປີດເຜີຍຫົວໃຈແຫ່ງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ແລ້ວນີ້ແມ່ນການຢືນເປັນພະຍານ. ຖ້າເຮືອນຂອງເຈົ້າສະຫງົບສຸກ, ເຈົ້າໄດ້ຮັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ມີໃຜຂົ່ມເຫັງເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າທີ່ຢູ່ໃນຄຣິສຕະຈັກກໍເຊື່ອຟັງເຈົ້າ, ເຈົ້າຈະສາມາດສຳແດງຫົວໃຈແຫ່ງຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້ບໍ? ສະຖານະການນີ້ຈະສາມາດຫຼໍ່ຫຼອມເຈົ້າໄດ້ບໍ? ມັນແມ່ນຜ່ານການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າຈຶ່ງຈະຖືກສະແດງອອກໄດ້ ແລະ ມັນແມ່ນຜ່ານສິ່ງທີ່ເກີດຂຶ້ນໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເຮັດໃຫ້ສົມບູນໄດ້. ດ້ວຍບໍລິການຂອງຫຼາຍສິ່ງທີ່ຂັດກັນ ແລະ ເປັນລົບ ແລະ ໂດຍການນໍາໃຊ້ການສຳແດງອອກທຸກຮູບແບບຂອງຊາຕານ, ການກະທຳຂອງມັນ, ການກ່າວໂທດຂອງມັນ, ການລົບກວນ ແລະ ການຫຼອກລວງຂອງມັນ, ພຣະເຈົ້າສະແດງໃບໜ້າທີ່ຊົ່ວຮ້າຍຂອງຊາຕານຢ່າງຊັດເຈນ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ຄວາມສາມາດຂອງເຈົ້າສົມບູນເພື່ອຈຳແນກຊາຕານ, ເພື່ອເຈົ້າອາດກຽດຊັງຊາຕານ ແລະ ປະຖິ້ມມັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ). “ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ. ການທົດລອງແມ່ນພອນຈາກເຮົາ ແລ້ວມີຈັກຄົນທີ່ມາຄຸເຂົ່າຢູ່ຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 41). “ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ... ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ). ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍເຂົ້າໃຈວ່າ ເສັ້ນທາງສູ່ອານາຈັກບໍ່ແມ່ນເສັ້ນທາງທີ່ງ່າຍ. ພວກເຮົາຕ້ອງຈ່າຍລາຄາ ແລະ ທົນກັບການທົດສອບທຸກປະເພດຂອງສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກ ເພື່ອຮັບເອົາການຮັບຮອງ ແລະ ພອນຂອງພຣະເຈົ້າ. ໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ, ຖ້າປາສະຈາກການທົນທຸກ ແລະ ການເຮັດໃຫ້ບໍລິສຸດ, ພວກເຮົາບໍ່ສາມາດມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າໄດ້. ພໍ່ຂອງຂ້ອຍຕໍ່ຕ້ານຂ້ອຍຍ້ອນຂ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ລາວພະຍາຍາມຂັດຂວາງຂ້ອຍ ແລະ ລົບກວນການເຕົ້າໂຮມ ແລະ ໜ້າທີ່ຂອງຂ້ອຍ ແລະ ເຖິງກັບຕ້ອງການໄລ່ຂ້ອຍອອກຈາກເຮືອນຫຼາຍຄັ້ງ. ນີ້ເປັນສິ່ງທີ່ເຈັບປວດຫຼາຍສຳລັບຂ້ອຍ. ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງປ່ອຍໃຫ້ຂ້ອຍທົນທຸກກັບຄວາມທຸກຍາກລຳບາກດັ່ງກ່າວ, ແຕ່ຂ້ອຍບໍ່ໄດ້ສະແຫວງຫາຄວາມປະສົງຂອງພຣະເຈົ້າ ຫຼື ວິທີປະສົບກັບສະພາບແວດລ້ອມນີ້. ກົງກັນຂ້າມ, ຂ້ອຍພຽງແຕ່ຮູ້ສຶກຫົດຫູ່, ເປັນທຸກ ແລະ ກັງວົນໃຈ ແລະ ຂ້ອຍຢ້ານຄວາມລຳບາກທີ່ຂ້ອຍຈະຜະເຊີນເມື່ອຂ້ອຍຖືກໄລ່ອອກຈາກເຮືອນ. ຂ້ອຍອ່ອນແອຫຼາຍ, ຈົນເຖິງຂັ້ນທີ່ຂ້ອຍຄິດວ່າວິທີທີ່ດີທີ່ສຸດຄືຄວາມຕາຍ. ຄວາມຄິດລົບໆໄດ້ຄວບຄຸມຂ້ອຍຢ່າງສົມບູນ. ຕອນນີ້ ຈາກພຣະທຳຂອງພຣະເຈົ້າ, ຂ້ອຍຮູ້ວ່າ ຄວາມຄິດຂອງຂ້ອຍຜິດສ່ຳໃດ. ຂ້ອຍເປັນຄົນຕາຂາວ. ຂ້ອຍຄວນກ້າຫານ ແລະ ເຂັ້ມແຂງພໍທີ່ຈະຜະເຊີນໜ້າກັບຄວາມລໍາບາກຕ່າງໆ, ຍ້ອນພຣະເຈົ້າຕ້ອງການທີ່ຈະປົກປ້ອງຄວາມເຊື່ອຂອງຂ້ອຍຜ່ານສະຖານະການເຫຼົ່ານີ້, ເຮັດໃຫ້ຂ້ອຍສາມາດເຊື່ອຟັງ ແລະ ຍອມຮັບບໍ່ວ່າຂ້ອຍຈະຜະເຊີນກັບຄວາມລໍາບາກຫຍັງກໍຕາມ ແລະ ເຮັດໃຫ້ຂ້ອຍສາມາດອະທິຖານ ແລະ ເພິ່ງພາພຣະເຈົ້າເພື່ອຍຶດໝັ້ນໃນການເປັນພະຍານຂອງຂ້ອຍ ແລະ ເຮັດໃຫ້ຊາຕານອັບອາຍ. ເມື່ອຂ້ອຍຄິດຕຶກຕອງເຖິງພຣະທຳຂອງພຣະເຈົ້າ, ໃຈຂອງຂ້ອຍກໍສົດໃສ. ຂ້ອຍຂີ້ຢ້ານບໍ່ໄດ້. ຂ້ອຍຕ້ອງກ້າວໄປຂ້າງໜ້າ, ຍ້ອນວ່າພຣະເຈົ້າຢູ່ກັບຂ້ອຍ ແລະ ພຣະເຈົ້າຈະຊ່ວຍຂ້ອຍ. ດັ່ງນັ້ນ, ຂ້ອຍຈຶ່ງບໍ່ໄດ້ເຊົາເຂົ້າຮ່ວມການເຕົ້າໂຮມ ແລະ ການເຮັດໜ້າທີ່ຂອງຂ້ອຍ.

ສອງສາມມື້ຕໍ່ມາ, ອ້າຍຂອງຂ້ອຍກໍກັບມາ. ຂ້ອຍໄດ້ເປັນພະຍານເຖິງວຽກງານຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແກ່ລາວ ແລະໄດ້ເຊີນຊວນລາວໃຫ້ເຂົ້າຮ່ວມການເຕົ້າໂຮມ ແລະ ລາວໄດ້ຍອມຮັບການເຊີນຊວນຂອງຂ້ອຍເພື່ອເຂົ້າຮ່ວມ. ແຕ່ຫຼັງຈາກຊົ່ວໄລຍະໜຶ່ງ, ພໍ່ຂອງຂ້ອຍກໍຮູ້ເລື່ອງ ແລະ ເລີ່ມຂັດຂວາງ ແລະ ລົບກວນລາວ, ດັ່ງນັ້ນ ອ້າຍຂ້ອງຂ້ອຍຈຶ່ງເຊົາເຂົ້າຮ່ວມການເຕົ້າໂຮມ. ພໍ່ຂອງຂ້ອຍຍັງເຕືອນຂ້ອຍບໍ່ໃຫ້ປະກາດຂ່າວປະເສີດແກ່ຄອບຄົວຂອງຂ້ອຍອີກ. ຂ້ອຍເສົ້າໃຈໜ້ອຍໜຶ່ງ, ແຕ່ຂ້ອຍຮູ້ວ່າ ໂດຍພາຍນອກແລ້ວ, ນີ້ແມ່ນການຂັດຂວາງຂອງພໍ່ຂອງຂ້ອຍ, ແຕ່ຄວາມຈິງແລ້ວແມ່ນການລົບກວນຂອງຊາຕານ, ດັ່ງນັ້ນ ຂ້ອຍຈຶ່ງພະຍາຍາມສະຫງົບຕົວເອງລົງ. ຕໍ່ມາ, ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າ, “ເຈົ້າຕ້ອງມີຄວາມກ້າຫານຂອງເຮົາໃນຕົວເຈົ້າ ແລະ ເຈົ້າຕ້ອງມີຫຼັກການ ເມື່ອເວົ້າເຖິງການພົບກັບຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ. ຢ່າງໃດກໍ່ຕາມ, ເພື່ອເຫັນແກ່ເຮົາ, ເຈົ້າຕ້ອງບໍ່ຍອມແພ້ໃຫ້ກັບກຳລັງແຫ່ງຄວາມມືດເຊັ່ນກັນ. ຈົ່ງເພິ່ງພາສະຕິປັນຍາຂອງເຮົາເພື່ອຍ່າງຕາມເສັ້ນທາງທີ່ສົມບູນ; ຢ່າປ່ອຍໃຫ້ແຜນການໃດໆຂອງຊາຕານເລີ່ມມີຜົນ. ຈົ່ງທຸ້ມເທຄວາມພະຍາຍາມທັງໝົດຂອງເຈົ້າໃສ່ໃນການວາງຫົວໃຈຂອງເຈົ້າຕໍ່ໜ້າເຮົາ ແລະ ເຮົາຈະປອບໃຈເຈົ້າ ແລະ ນຳເອົາຄວາມສະຫງົບ ແລະ ຄວາມສຸກມາໃຫ້ເຈົ້າ. ຈົ່ງຢ່າພະຍາຍາມເປັນຄົນແບບໃດໜຶ່ງເມື່ອຢູ່ຕໍ່ໜ້າຄົນອື່ນ; ການເຮັດໃຫ້ເຮົາພໍໃຈບໍ່ມີຄຸນຄ່າ ແລະ ນໍ້າໜັກຫຼາຍກວ່າບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 10). “ພຣະທຳຂອງພຣະເຈົ້າຂໍໃຫ້ຜູ້ຄົນປະຕິບັດຕໍ່ຄົນອື່ນດ້ວຍຫຼັກການໃດ? ຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ: ນີ້ແມ່ນຫຼັກການທີ່ຄວນຖືກຍຶດຖື. ພຣະເຈົ້າຮັກຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດປະຕິບັດຕາມຄວາມປະສົງຂອງພຣະອົງ. ຄົນເຫຼົ່ານີ້ຍັງເປັນຄົນທີ່ພວກເຮົາຄວນຮັກອີກດ້ວຍ. ບັນດາຜູ້ທີ່ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ຜູ້ທີ່ຊັງພຣະເຈົ້າ ແລະ ທໍລິຍົດພຣະເຈົ້າ, ຄົນເຫຼົ່ານີ້ຖືກພຣະເຈົ້າກຽດຊັງ ແລະ ພວກເຮົາຄວນກຽດຊັງພວກເຂົາເຊັ່ນກັນ. ນີ້ແມ່ນສິ່ງທີ່ພຣະເຈົ້າຂໍຈາກມະນຸດ. ຖ້າພໍ່ແມ່ຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ, ຖ້າພວກເຂົາຮູ້ເປັນຢ່າງດີວ່າຄວາມເຊື່ອໃນພຣະເຈົ້າຄືເສັ້ນທາງທີ່ຖືກຕ້ອງ ແລະ ມັນສາມາດພາໄປສູ່ຄວາມລອດພົ້ນ, ແຕ່ຍັງບໍ່ຕອບຮັບ, ແລ້ວບໍ່ຕ້ອງສົງໄສເລີຍວ່າພວກເຂົາເປັນຄົນທີ່ເບື່ອໜ່າຍຄວາມຈິງ, ຄົນທີ່ກຽດຊັງຄວາມຈິງ ແລະ ບໍ່ຕ້ອງສົງໄສເລີຍວ່າພວກເຂົາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ກຽດຊັງພຣະເຈົ້າ ແລະ ພຣະເຈົ້າກຽດຊັງ ແລະ ລັງກຽດພວກເຂົາໂດຍທຳມະຊາດ. ເຈົ້າສາມາດກຽດຊັງພໍ່ແມ່ເຊັ່ນນັ້ນບໍ? ພວກເຂົາມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າ ແລະ ປະນາມພຣະເຈົ້າ. ໃນກໍລະນີນັ້ນ, ພວກເຂົາຄືມານຮ້າຍ ແລະ ຊາຕານຢ່າງແນ່ນອນ. ເຈົ້າສາມາດກຽດຊັງ ແລະ ສາບແຊ່ງພວກເຂົາໄດ້ເຊັ່ນກັນບໍ? ທັງໝົດນີ້ແມ່ນຄຳຖາມທີ່ແທ້ຈິງ. ຖ້າພໍ່ແມ່ຂອງເຈົ້າກີດກັນເຈົ້າຈາກການເຊື່ອໃນພຣະເຈົ້າ, ເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ? ດັ່ງທີ່ຖືກຖາມໂດຍພຣະເຈົ້າ, ເຈົ້າຄວນຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູເຈົ້າຊົງກ່າວວ່າ: ‘ໃຜແມ່ນແມ່ຂອງເຮົາ? ໃຜແມ່ນອ້າຍນ້ອງຂອງເຮົາ?’ (ມັດທາຍ 12:48) ແລະ ‘ຍ້ອນວ່າຜູ້ໃດກໍຕາມທີ່ຈະເຮັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ເທິງສະຫວັນ, ກໍເປັນອ້າຍ, ເປັນເອື້ອຍ ແລະ ເປັນແມ່ຂອງເຮົາເຊັ່ນກັນ’ (ມັດທາຍ 12:50). ຄຳເວົ້າເຫຼົ່ານີ້ມີຢູ່ກ່ອນແລ້ວໃນຍຸກແຫ່ງພຣະຄຸນ ແລະ ປັດຈຸບັດນີ້ ພຣະທຳຂອງພຣະເຈົ້າຍິ່ງຊັດເຈນຂຶ້ນອີກ: ‘ຈົ່ງຮັກສິ່ງທີ່ພຣະເຈົ້າຮັກ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ’. ພຣະທຳເຫຼົ່ານີ້ຕົງປະເດັນສຳຄັນ, ແຕ່ຜູ້ຄົນບໍ່ສາມາດເຫັນຄຸນຄ່າຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານັ້ນເປັນປະຈໍາ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ໂດຍການຮັບຮູ້ມຸມມອງທີ່ຖືກຊີ້ນໍາຢ່າງຜິດໆຂອງຕົນເອງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດປ່ຽນແປງໄດ້ຢ່າງແທ້ຈິງ). ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ຂ້ອຍລະນຶກເຖິງການກະທຳຫຼາຍຢ່າງຂອງພໍ່ຂ້ອຍນັບຕັ້ງແຕ່ທີ່ຂ້ອຍຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຂ້ອຍອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ລາວຟັງຫຼາຍເທື່ອ ແລະ ເປັນພະຍານເຖິງພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງແມ່ນວ່າພໍ່ຂອງຂ້ອຍບໍ່ສາມາດຫັກລ້າງຂ້ອຍໄດ້, ລາວກໍຍຶດຕິດກັບແນວຄິດຂອງລາວ ແລະ ບໍ່ໄດ້ສະແຫວງຫາຫຍັງເລີຍ, ລາວປະຕິເສດ ແລະ ປະນາມພາລະກິດຂອງພຣະເຈົ້າ ແລະ ລາວພະຍາຍາມທຸກວິທີທາງເພື່ອຫ້າມຂ້ອຍ ແລະ ຄົນອື່ນບໍ່ໃຫ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຕອນນີ້, ຂ້ອຍເຫັນຢ່າງຊັດເຈນວ່າ ພໍ່ຂອງຂ້ອຍຕໍ່ຕ້ານ ແລະ ຂົ່ມເຫັງພວກເຮົາຍ້ອນລາວບໍ່ຮັກຄວາມຈິງ; ລາວຊັງມັນ. ລາວກໍເປັນຄືກັບພວກຟາຣີຊາຍຜູ້ຕໍ່ຕ້ານພຣະເຢຊູເຈົ້າ. ເມື່ອພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າມາປະຕິບັດພາລະກິດໃໝ່, ແທນທີ່ຈະສະແຫວງຫາ ແລະ ກວດສອບ, ພວກເຂົາກັບຕໍ່ຕ້ານ ແລະ ປະນາມມັນ, ເຊິ່ງເປີດເຜີຍທຳມະຊາດຂອງພວກເຂົາທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າຢ່າງສົມບູນ. ພໍ່ຂອງຂ້ອຍເຊື່ອໃນພຣະເຈົ້າມາເປັນເວລາຫຼາຍກວ່າ 30 ປີ, ແຕ່ເມື່ອຜະເຊີນໜ້າກັບການກັບຄືນມາຂອງພຣະເຢຊູເຈົ້າ, ລາວພັດຍຶດຕິດກັບແນວຄິດທາງສາສະໜາຢ່າງດື້ດ້ານ, ບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາ, ປະຕິເສດທີ່ຈະຟັງສຽງຂອງພຣະເຈົ້າ ແລະ ພະຍາຍາມຂັດຂວາງພວກເຮົາ. ລາວບໍ່ໄດ້ຕໍ່ຕ້ານພວກເຮົາ, ລາວກຳລັງຕໍ່ຕ້ານຄວາມຈິງ ແລະ ພຣະເຈົ້າ. ລາວບໍ່ແມ່ນແກະຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ຮັບຮອງເອົາລາວ. ພຣະເຈົ້າບໍ່ສົນໃຈວ່າເຈົ້າໄດ້ເຊື່ອໃນພຣະຜູ້ເປັນເຈົ້າດົນປານໃດ, ເຈົ້າມີສະຖານະ ຫຼື ບໍ່ ຫຼື ເຈົ້າຮູ້ຈັກພຣະຄຳພີດີສ່ຳໃດ. ພຣະເຈົ້າເບິ່ງທີ່ວ່າເຈົ້າສາມາດສະແຫວງຫາຄວາມຈິງໄດ້ຢ່າງຖ່ອມຕົນ ຫຼື ບໍ່, ເຈົ້າເຂົ້າໃຈສຽງຂອງພຣະເຈົ້າ ແລະ ຍອມຮັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ ຫຼື ບໍ່. ພໍ່ຂອງຂ້ອຍບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງຢ່າງແທ້ງຈິງ. ບໍ່ວ່າລາວໄດ້ເຊື່ອໃນພຣະຜູ້ເປັນເຈົ້າມາຈັກປີກໍຕາມ, ຖ້າລາວບໍ່ຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຕໍ່ຕ້ານ ແລະ ກ່າວປະນາມແບບນີ້, ລາວຈະບໍ່ມີວັນໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ລາວຈະຖືກປະນາມ ແລະ ສາບແຊ່ງໂດຍພຣະເຈົ້າ. ແມ່ນພຣະທຳຂອງພຣະເຈົ້າທີ່ສ່ອງສະຫວ່າງ ແລະ ຊີ້ນຳຂ້ອຍ, ເຮັດໃຫ້ຂ້ອຍເຂົ້າໃຈຄວາມຈິງບາງຢ່າງ ແລະ ເຮັດໃຫ້ຂ້ອຍເຂົ້າໃຈເຖິງທຳມະຊາດ ແລະ ແກ່ນແທ້ຂອງພໍ່ຂອງຂ້ອຍ. ຂ້ອຍບໍ່ສາມາດເຮັດຕາມອາລົມໄດ້ອີກຕໍ່ໄປ. ຍຶດໝັ້ນໃນຄວາມເຊື່ອຂອງຂ້ອຍ ແລະ ຢືນຢັດໃນການເປັນພະຍານຂອງຂ້ອຍແກ່ພຣະເຈົ້າ. ຍຶດໝັ້ນໃນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຈົ່ງຮັກພັກດີຕໍ່ພຣະເຈົ້າ.

ຫຼັງຈາກທີ່ປະສົບກັບສະພາບແວດລ້ອມນີ້, ຂ້ອຍກໍໄດ້ຮັບຄວາມເຂົ້າໃຈກ່ຽວກັບພໍ່ຂອງຂ້ອຍຫຼາຍຂຶ້ນ ແລະ ເມື່ອໃດກໍຕາມທີ່ລາວຂັດຂວາງຂ້ອຍ, ຂ້ອຍກໍອະທິຖານ ແລະ ເພິ່ງພາພຣະເຈົ້າ. ອ້າຍເອື້ອຍນ້ອງຂ້ອງຂ້ອຍຍັງແບ່ງປັນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບຂ້ອຍເພື່ອຊ່ວຍຂ້ອຍ, ເຊິ່ງເຮັດໃຫ້ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ມອບຄວາມເຊື່ອໃຫ້ຂ້ອຍຕິດຕາມພຮະເຈົ້າ. ຂ້ອຍຮູ້ສຶກໄດ້ເຖິງຄວາມຮັກຂອງພຣະເຈົ້າ, ດັ່ງນັ້ນ ຂ້ອຍຈຶ່ງມີຄວາມສຸກຫຼາຍ ແລະ ຂ້ອຍກໍສໍານຶກເຖິງບຸນຄຸນຂອງພຣະເຈົ້າຫຼາຍ. ເມື່ອພໍ່ຂອງຂ້ອຍຂັດຂວາງ ແລະ ລົບກວນຂ້ອຍຫຼັງຈາກນັ້ນ, ຂ້ອຍກໍບໍ່ຖືກຈຳກັດອີກຕໍ່ໄປ. ຂ້ອຍສາມາດທົນລາວໄດ້ ແລະ ບອກລາວວ່າ ບໍ່ວ່າແມ່ນຫຍັງກໍຕາມ, ຂ້ອຍຈະສືບຕໍ່ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຂົ້າຮ່ວມການເຕົ້າໂຮມ, ຂ້ອຍຮູ້ວ່າຄວາມຮັບຜິດຊອບຂອງຂ້ອຍແມ່ນຫຍັງ, ຂ້ອຍຕ້ອງເອົາໜ້າທີ່ຂອງຂ້ອຍມາກ່ອນ ແລະ ຂ້ອຍຕ້ອງເຜີຍແຜ່ຂ່າວປະເສີດ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ດີ.

ຕໍ່ມາ, ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຕື່ມອີກ. “ມື້ນີ້ ເຮົາຮັກໃຜກໍຕາມທີ່ສາມາດປະຕິບັດຄວາມປະສົງຂອງເຮົາ, ໃຜກໍຕາມທີ່ສາມາດສະແດງຄວາມເປັນຫ່ວງຕໍ່ພາລະຂອງເຮົາ ແລະ ໃຜກໍຕາມທີ່ສາມາດມອບທັງໝົດຂອງພວກເຂົາໃຫ້ແກ່ເຮົາດ້ວຍຫົວໃຈທີ່ແທ້ຈິງ ແລະ ດ້ວຍຄວາມຈິງໃຈ. ເຮົາຈະໃຫ້ຄວາມສະຫວ່າງແກ່ພວກເຂົາຢູ່ສະເໝີ ແລະ ບໍ່ປ່ອຍໃຫ້ພວກເຂົາຫຼຸດລອຍໄປຈາກເຮົາ. ເຮົາກ່າວຢູ່ເລື້ອຍໆວ່າ ‘ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ’. ‘ອວຍພອນ’ ໝາຍເຖິງຫຍັງ? ເຈົ້າຮູ້ບໍ? ໃນບໍລິບົດແຫ່ງພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ, ມັນໝາຍເຖິງພາລະທີ່ເຮົາມອບໃຫ້ເຈົ້າ. ສຳລັບທຸກຄົນທີ່ສາມາດແບກພາລະຂອງຄຣິສຕະຈັກ ແລະ ຜູ້ທີ່ຖວາຍຕົວເອງເພື່ອຜົນປະໂຫຍດຂອງເຮົາ, ພາລະຂອງພວກເຂົາ ແລະ ຄວາມຈິງຈັງຂອງພວກເຂົາ ແມ່ນພອນທັງສອງທີ່ມາຈາກເຮົາ. ນອກຈາກນັ້ນ, ການເປີດເຜີຍຂອງເຮົາແກ່ພວກເຂົາກໍແມ່ນພອນຈາກເຮົາເຊັ່ນກັນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 82). “ຈົ່ງລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ! ແນ່ນອນ ເຮົາຈະບໍ່ປະຕິບັດຢ່າງບໍ່ຍຸຕິທຳຕໍ່ຜູ້ທີ່ເສຍສະຫຼະຕົວເອງເພື່ອເຮົາຢ່າງຈິງໃຈ. ສ່ວນບັນດາຜູ້ທີ່ອຸທິດຕົວເອງເພື່ອເຮົາຢ່າງຈິງຈັງນັ້ນ, ເຮົາຈະປະທານພອນທັງໝົດຂອງເຮົາໃຫ້ແກ່ເຈົ້າ. ຈົ່ງຖວາຍຕົນເອງໃຫ້ກັບເຮົາຢ່າງສິ້ນເຊີງ! ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງຫົ່ມ ແລະ ອະນາຄົດຂອງເຈົ້າລ້ວນຢູ່ໃນມືຂອງເຮົາ; ເຮົາຈະຈັດແຈງທຸກສິ່ງຢ່າງເໝາະສົມ ເພື່ອວ່າເຈົ້າຈະສາມາດມີຄວາມສຸກຢ່າງບໍ່ສິ້ນສຸດ ເຊິ່ງເຈົ້າຈະບໍ່ມີວັນໃຊ້ໝົດຈັກເທື່ອ. ນີ້ກໍຍ້ອນເຮົາໄດ້ກ່າວໄວ້ວ່າ ‘ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ’. ພອນທັງໝົດຈະມາສູ່ທຸກຄົນທີ່ເສຍສະຫຼະຕົວເອງເພື່ອເຮົາຢ່າງຈິງໃຈ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 70). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍເຂົ້າໃຈວ່າ ການແບກຮັບພາລະໃນໜ້າທີ່ຂອງເຈົ້າ ແລະ ການຈິງໃຈເປັນສິ່ງທີ່ສຳຄັນຫຼາຍ. ຂ້ອຍຖາມຕົວເອງວ່າ “ຂ້ອຍໄດ້ອຸທິດຕົນໃຫ້ແກ່ການປະກາດຂ່າວປະເສີດແຫ່ງອານາຈັກແທ້ບໍ? ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍຕາມຂໍ້ກຳນົດຂອງພຣະເຈົ້າບໍ?” ຂ້ອຍຮູ້ວ່າພໍ່ຂອງຂ້ອຍຈະບໍ່ອະນຸຍາດໃຫ້ຂ້ອຍໃຊ້ເວລາຫຼາຍຂຶ້ນໃນການເຕົ້າໂຮມ ແລະ ໜ້າທີ່ຂອງຂ້ອຍຢູ່ເຮືອນ, ຍ້ອນລາວພະຍາຍາມຢູ່ສະເໝີທີ່ຈະຂັດຂວາງ ແລະ ລົບກວນຂ້ອຍ. ຖ້າຂ້ອຍຕ້ອງການອຸທິດຕົວຢ່າງເຕັມທີ່ໃຫ້ແກ່ວຽກງານຂ່າວປະເສີດ, ຂ້ອຍຕ້ອງອອກຈາກເຮືອນ ແລະ ໄປບ່ອນອື່ນເພື່ອປະກາດຂ່າວປະເສີດ. ພຣະເຈົ້າຕ້ອງການໃຫ້ຂ່າວປະເສີດແຫ່ງອານາຈັກເຜີຍແຜ່ໄປໃຫ້ໄວເທົ່າທີ່ເປັນໄປໄດ້ ເພື່ອໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນໃນຍຸກສຸດທ້າຍຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຂ້ອຍມີຄວາມຮັບຜິດຊອບທີ່ຈະເຜີຍແຜ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າ ເພື່ອໃຫ້ຫຼາຍຄົນສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ຕ້ອນຮັບພຣະຜູ້ເປັນເຈົ້າ. ດັ່ງນັ້ນ ຂ້ອຍຈຶ່ງອອກຈາກເຮືອນພ້ອມດ້ວຍສຳພາລະຂອງຂ້ອຍໄປເມືອງໃໝ່ ແລະ ໃນທີ່ສຸດຂ້ອຍກໍມີອິດສະຫຼະທີ່ຈະປະກາດຂ່າວປະເສີດ. ຂໍຂອບໃຈພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply