ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9)
ບັນທັດຖານສອງຂໍ້ໃນການຕັດສິນວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່
ຕອນນີ້ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄປທັງໝົດແປດຂໍ້ແລ້ວ ແລະ ກ່ຽວກັບຄວາມຮັບຜິດຊອບທັງແປດຂໍ້ນີ້ ພວກເຮົາກໍໄດ້ໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມແລ້ວ. ໂດຍການໄຈ້ແຍກພວກເຂົາດ້ວຍວິທີນີ້, ຕອນນີ້ພວກເຈົ້າມີຄວາມສາມາດໃນການແຍກແຍະຜູ້ນໍາປອມແລ້ວບໍ? ຖ້າເຈົ້າເປັນຜູ້ນໍາ, ເຈົ້າສາມາດຫຼີກລ່ຽງການມີສ່ວນຮ່ວມໃນການປະຕິບັດເຫຼົ່ານີ້ຂອງຜູ້ນໍາປອມໄດ້ບໍ? ເຈົ້າສາມາດປະຕິບັດວຽກງານ ແລະ ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງມີສະຕິໂດຍອີງໃສ່ຄວາມຮັບຜິດຊອບທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວໄດ້ບໍ? ຜ່ານການໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຕອນນີ້ພວກເຈົ້າຄວນຮູ້ຢູ່ໃນໃຈຂອງພວກເຈົ້າແລ້ວວ່າ ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານຂອງພວກເຂົາແນວໃດ, ມີລາຍລະອຽດຫຍັງແດ່ທີ່ກ່ຽວຂ້ອງກັບການປະຕິບັດວຽກງານນີ້, ພວກເຂົາຄວນຈັດຕັ້ງປະຕິບັດວຽກງານແນວໃດ ແລະ ພວກເຂົາຄວນປະຕິບັດແນວໃດເພື່ອເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ. ຖ້າຄວາມສາມາດຂອງບຸກຄົນໃດໜຶ່ງພຽງພໍ, ຖ້າພວກເຂົາມີຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ ແລະ ພວກເຂົາຍັງແບກຮັບພາລະອີກດ້ວຍ, ແລ້ວພວກເຂົາກໍຄວນຈະສາມາດຫຼີກລ່ຽງການສະແດງອອກເຫຼົ່ານີ້ຂອງຜູ້ນໍາປອມໄດ້. ເຖິງຢ່າງໃດກໍຕາມ, ຖ້າບຸກຄົນໃດໜຶ່ງມີຄວາມສາມາດ ແລະ ມີຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ ແຕ່ພວກເຂົາບໍ່ແບກຮັບພາລະ, ແລ້ວພວກເຂົາຈະສາມາດເປັນຜູ້ນໍາທີ່ໄດ້ມາດຕະຖານ ແລະ ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? (ບໍ່.) ມັນເປັນເລື່ອງຍາກໜ້ອຍໜຶ່ງທີ່ພວກເຂົາຈະເຮັດສິ່ງນີ້ໄດ້. ສົມມຸດວ່າຜູ້ນໍາຄົນໜຶ່ງແບກຮັບພາລະ ແລະ ຄວາມເປັນມະນຸດຂອງພວກເຂົາກໍບໍ່ໄດ້ບໍ່ດີ, ແຕ່ພວກເຂົາພຽງແຕ່ບໍ່ຮູ້ວ່າຈະປະຕິບັດວຽກງານຂອງພວກເຂົາແນວໃດ. ບໍ່ວ່າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຍັງບໍ່ຮູ້ວິທີຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມໃນວຽກງານສະເພາະ ແລະ ພວກເຂົາບໍ່ສາມາດຊອກຫາຫຼັກການ ຫຼື ການຊີ້ນໍາໄດ້. ພວກເຂົາຍັງບໍ່ຮູ້ວິທີໃຫ້ການນໍາພາສໍາລັບວຽກງານວິຊາຊີບ ຫຼື ວຽກງານສະເພາະອີກດ້ວຍ. ເມື່ອມີບັນຫາເກີດຂຶ້ນ ພວກເຂົາກໍບໍ່ສາມາດຊອກຫາແກ່ນແທ້ຂອງບັນຫາເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ຮູ້ວິທີແກ້ໄຂພວກມັນ. ຜົນທີ່ຕາມມາຄື ພວກເຂົາເປັນຝ່າຍຮັບ ແລະ ຊັກຊ້າຫຼາຍສະເໝີໃນວຽກງານໃດໆທີ່ພວກເຂົາເຮັດ ຫຼື ໃນບັນຫາໃດໆທີ່ພວກເຂົາກໍາລັງຈັດການ. ຄົນແບບນີ້ສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? (ບໍ່.) ນີ້ແມ່ນບັນຫາປະເພດໃດ? ເຖິງແມ່ນວ່າຄົນປະເພດນີ້ຈະມີຄວາມກະຕືລືລົ້ນຫຼາຍ, ແບກຮັບພາລະ ແລະ ຕ້ອງການປະຕິບັດວຽກງານຂອງພວກເຂົາ, ແຕ່ຄວາມສາມາດຂອງພວກເຂົາບໍ່ດີເກີນໄປ, ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດແບກຮັບວຽກງານ ຫຼື ປະຕິບັດວຽກງານສະເພາະ ຫຼື ແກ້ໄຂບັນຫາສະເພາະໄດ້; ພວກເຂົາພຽງແຕ່ເຮັດແບບພໍເປັນພິທີເມື່ອພວກເຂົາເຂົ້າຮ່ວມໃນວຽກງານໃດໆ ແລະ ພວກເຂົາກໍປັນຍາຊ້າ, ຊິນຊາ ແລະ ເປັນຝ່າຍຮັບຫຼາຍ. ຜົນຂອງສິ່ງນີ້ກໍຄື ມີບັນຫາຫຼາຍຢ່າງເກີດຂຶ້ນ ແຕ່ພວກເຂົາບໍ່ສາມາດເລີ່ມລົງມືແກ້ໄຂພວກມັນໄດ້, ພວກເຂົາບໍ່ຮູ້ວ່າພວກມັນມີສາເຫດມາຈາກໃສ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະຮູ້ວິທີໂອ້ລົມກ່ຽວກັບບັນຫາເຫຼົ່ານັ້ນ ແລະ ແກ້ໄຂພວກມັນ ແລະ ພວກເຂົາບໍ່ສາມາດແມ່ນແຕ່ລາຍງານບັນຫາຕໍ່ເບື້ອງເທິງ ແລະ ສະແຫວງຫາຈາກພວກເຂົາໄດ້. ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ ແລະ ເຖິງແມ່ນວ່າພວກເຂົາຈະຖືກຄັດເລືອກໃຫ້ເປັນຜູ້ນໍາ, ພວກເຂົາກໍບໍ່ແມ່ນຜູ້ນໍາທີ່ດີ, ພວກເຂົາຄືຜູ້ນໍາປອມ.
ໃນເມື່ອພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄປແປດຂໍ້ແລ້ວ, ພວກເຈົ້າສາມາດໃຫ້ຄຳນິຍາມພື້ນຖານຂອງຜູ້ນໍາປອມໄດ້ບໍ? ຄົນເຮົາຄວນພິພາກສາແນວໃດວ່າຜູ້ນໍາຄົນໜຶ່ງກຳລັງບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ວ່າພວກເຂົາເປັນຜູ້ນໍາປອມ? ໃນລະດັບພື້ນຖານທີ່ສຸດ, ຄົນເຮົາຕ້ອງເບິ່ງວ່າພວກເຂົາສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່, ເບິ່ງວ່າພວກເຂົາມີຄວາມສາມາດນີ້ ຫຼື ບໍ່. ຈາກນັ້ນ, ຄົນເຮົາຄວນເບິ່ງວ່າພວກເຂົາມີພາລະທີ່ຈະເຮັດວຽກງານນີ້ໃຫ້ໄດ້ດີ ຫຼື ບໍ່. ຢ່າໄປສົນໃຈວ່າສິ່ງທີ່ພວກເຂົາເວົ້ານັ້ນຟັງມ່ວນຫູສໍ່າໃດ ແລະ ພວກເຂົາເບິ່ງຄືວ່າເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດ ແລະ ຢ່າໄປສົນໃຈວ່າພວກເຂົາມີຄວາມສາມາດພິເສດ ແລະ ຂອງຂວັນຫຼາຍສໍ່າໃດເມື່ອພວກເຂົາຈັດການເລື່ອງພາຍນອກ, ສິ່ງເຫຼົ່ານີ້ບໍ່ສຳຄັນ. ສິ່ງທີ່ສຳຄັນທີ່ສຸດຄືພວກເຂົາສາມາດປະຕິບັດວຽກງານທີ່ເປັນພື້ນຖານທີ່ສຸດຂອງຄຣິສຕະຈັກຢ່າງເໝາະສົມໄດ້ ຫຼື ບໍ່, ພວກເຂົາສາມາດແກ້ໄຂບັນຫາໂດຍໃຊ້ຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ ຫຼື ບໍ່. ນີ້ຄືວຽກງານທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ຖ້າພວກເຂົາບໍ່ສາມາດເຮັດລາຍການວຽກງານຕົວຈິງເຫຼົ່ານີ້ໄດ້, ແລ້ວບໍ່ວ່າຄວາມສາມາດຂອງພວກເຂົາຈະດີສໍ່າໃດ, ພວກເຂົາຈະມີຄວາມສາມາດພິເສດສໍ່າໃດ ຫຼື ພວກເຂົາຈະສາມາດທົນທຸກກັບຄວາມລຳບາກ ແລະ ເສຍສະຫຼະໄດ້ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຜູ້ນໍາປອມ. ບາງຄົນເວົ້າວ່າ: “ຢ່າຟ້າວໄປສົນໃຈວ່າຕອນນີ້ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາມີຄວາມສາມາດທີ່ດີ ແລະ ມີຄວາມສາມາດ. ຖ້າພວກເຂົາໄດ້ຮັບການຝຶກຝົນໄລຍະໜຶ່ງ, ພວກເຂົາກໍຈະສາມາດເຮັດວຽກງານຕົວຈິງໄດ້ຢ່າງແນ່ນອນ. ນອກຈາກນີ້, ພວກເຂົາບໍ່ໄດ້ເຮັດຫຍັງທີ່ບໍ່ດີ ແລະ ພວກເຂົາບໍ່ໄດ້ເຮັດຄວາມຊົ່ວ ຫຼື ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ພຣະອົງເວົ້າໄດ້ແນວໃດວ່າພວກເຂົາເປັນຜູ້ນໍາປອມ?” ພວກເຮົາຈະອະທິບາຍເລື່ອງນີ້ແນວໃດ? ມັນບໍ່ສຳຄັນວ່າເຈົ້າມີຄວາມສາມາດພິເສດສໍ່າໃດ, ເຈົ້າມີຄວາມສາມາດ ແລະ ການສຶກສາລະດັບໃດ, ເຈົ້າສາມາດຮ້ອງຄຳຂວັນໄດ້ຫຼາຍສໍ່າໃດ ຫຼື ມີຄຳເວົ້າ ແລະ ຫຼັກຄຳສອນຢູ່ໃນກຳມືຂອງເຈົ້າຫຼາຍສໍ່າໃດ; ບໍ່ວ່າເຈົ້າຈະຫຍຸ້ງ ຫຼື ອິດເມື່ອຍສໍ່າໃດໃນໜຶ່ງມື້ ຫຼື ເຈົ້າໄດ້ເດີນທາງໄປໄກສໍ່າໃດ, ໄປຢ້ຽມຢາມຈັກຄຣິສຕະຈັກຫຼາຍສ່ຳໃດ ຫຼື ແບກຮັບຄວາມສ່ຽງ ແລະ ທົນທຸກກັບຄວາມລຳບາກຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ບໍ່ມີອັນໃດສຳຄັນເລີຍ. ສິ່ງທີ່ສຳຄັນຄືເຈົ້າກຳລັງປະຕິບັດວຽກງານຂອງເຈົ້າໂດຍອີງໃສ່ການຈັດແຈງວຽກງານ ຫຼື ບໍ່, ເຈົ້າກຳລັງຈັດຕັ້ງປະຕິບັດການຈັດແຈງເຫຼົ່ານັ້ນຢ່າງຖືກຕ້ອງ ຫຼື ບໍ່; ບໍ່ວ່າໃນລະຫວ່າງການເປັນຜູ້ນໍາຂອງເຈົ້າ, ເຈົ້າກຳລັງເຂົ້າຮ່ວມໃນທຸກວຽກງານສະເພາະທີ່ເຈົ້າຮັບຜິດຊອບ ຫຼື ບໍ່ ແລະ ເຈົ້າໄດ້ແກ້ໄຂບັນຫາຕົວຈິງໄປແລ້ວຈັກບັນຫາ; ມີຈັກຄົນທີ່ໄດ້ເຂົ້າໃຈຫຼັກການຄວາມຈິງຍ້ອນການເປັນຜູ້ນຳ ແລະ ການນໍາພາຂອງເຈົ້າ ແລະ ວຽກງານຂອງຄຣິສຕະຈັກໄດ້ກ້າວໜ້າ ແລະ ພັດທະນາໄປຫຼາຍສໍ່າໃດ, ສິ່ງທີ່ສຳຄັນຄືເຈົ້າໄດ້ບັນລຸຜົນລັບເຫຼົ່ານີ້ ຫຼື ບໍ່. ບໍ່ວ່າວຽກງານສະເພາະທີ່ເຈົ້າກຳລັງກ່ຽວຂ້ອງຢູ່ນັ້ນຈະເປັນແນວໃດກໍຕາມ, ສິ່ງທີ່ສຳຄັນຄືເຈົ້າກຳລັງຕິດຕາມ ແລະ ຊີ້ນໍາວຽກງານຢ່າງສະໝໍ່າສະເໝີ ຫຼື ບໍ່ ແທນທີ່ຈະເຮັດຕົວສູງສົ່ງ ແລະ ອອກຄຳສັ່ງ. ນອກຈາກນີ້, ສິ່ງທີ່ສຳຄັນອີກຢ່າງໜຶ່ງກໍຄື ເຈົ້າມີທາງເຂົ້າຂອງຊີວິດ ຫຼື ບໍ່ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າສາມາດຈັດການເລື່ອງຕ່າງໆຕາມຫຼັກການໄດ້ ຫຼື ບໍ່, ເຈົ້າມີຄຳພະຍານຂອງການນຳເອົາຄວາມຈິງມາປະຕິບັດ ຫຼື ບໍ່ ແລະ ເຈົ້າສາມາດຈັດການ ແລະ ແກ້ໄຂບັນຫາຕົວຈິງທີ່ຜູ້ຄົນທີ່ພຣະເຈົ້າເລືອກປະເຊີນຢູ່ໄດ້ ຫຼື ບໍ່. ສິ່ງເຫຼົ່ານີ້ ແລະ ສິ່ງອື່ນໆທີ່ຄ້າຍຄືກັນລ້ວນແຕ່ເປັນບັນທັດຖານໃນການປະເມີນວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາ ຫຼື ບໍ່. ພວກເຈົ້າຄິດວ່າບັນທັດຖານເຫຼົ່ານີ້ໃຊ້ໄດ້ຈິງບໍ? ແລະ ຍຸຕິທຳຕໍ່ຜູ້ຄົນບໍ? (ຍຸຕິທຳ.) ພວກມັນຍຸຕິທຳຕໍ່ທຸກຄົນ. ບໍ່ວ່າລະດັບການສຶກສາຂອງເຈົ້າຈະເປັນແນວໃດ, ບໍ່ວ່າເຈົ້າຈະເປັນຄົນໜຸ່ມ ຫຼື ຜູ້ສູງອາຍຸ, ເຈົ້າເຊື່ອໃນພຣະເຈົ້າມາຈັກປີແລ້ວ, ຄວາມອາວຸໂສຂອງເຈົ້າ ຫຼື ເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ບໍ່ມີອັນໃດສຳຄັນເລີຍ. ສິ່ງທີ່ສຳຄັນຄືເຈົ້າເຮັດວຽກງານຄຣິສຕະຈັກໄດ້ດີສໍ່າໃດຫຼັງຈາກທີ່ຖືກເລືອກໃຫ້ເປັນຜູ້ນໍາ, ເຈົ້າມີປະສິດທິຜົນ ແລະ ປະສິດທິພາບໃນວຽກງານຂອງເຈົ້າສໍ່າໃດ ແລະ ວຽກງານແຕ່ລະລາຍການຈະດຳເນີນໄປຢ່າງເປັນລະບຽບ ແລະ ມີປະສິດທິຜົນ ແລະ ບໍ່ຊັກຊ້າ ຫຼື ບໍ່. ສິ່ງເຫຼົ່ານີ້ຄືສິ່ງຫຼັກໆທີ່ຖືກປະເມີນເມື່ອວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາ ຫຼື ບໍ່.
ຜ່ານການໂອ້ລົມທີ່ພວກເຮົາຫາກໍໄດ້ມີສ່ວນຮ່ວມໄປນັ້ນ, ຕອນນີ້ພວກເຈົ້າກໍມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ຂ້ອນຂ້າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງມີຄຳກ່າວທີ່ຖືກຕ້ອງກ່ຽວກັບນິຍາມ ແລະ ແກ່ນແທ້ຂອງຜູ້ນໍາປອມ. ບັນທັດຖານພື້ນຖານທີ່ສຸດໃນການຕັດສິນວ່າບຸກຄົນໃດໜຶ່ງເປັນຜູ້ນໍາປອມ ຫຼື ບໍ່ ແມ່ນການເບິ່ງວ່າພວກເຂົາສາມາດປະຕິບັດວຽກງານຕົວຈິງໄດ້ ຫຼື ບໍ່ ແລະ ຈາກນັ້ນກໍເບິ່ງວ່າພວກເຂົາເຮັດວຽກງານຕົວຈິງແທ້ ຫຼື ບໍ່. ນີ້ຄືບັນທັດຖານສອງຂໍ້ຫຼັກ: ຂໍ້ໜຶ່ງແມ່ນຄໍາຖາມທີ່ວ່າພວກເຂົາມີຄວາມສາມາດ ຫຼື ບໍ່ ແລະ ອີກຂໍ້ໜຶ່ງແມ່ນຄໍາຖາມທີ່ວ່າພວກເຂົາເຕັມໃຈ ຫຼື ບໍ່. ພວກເຈົ້າສາມາດຈື່ສິ່ງເຫຼົ່ານີ້ໄດ້ບໍ? ບາງຄົນເວົ້າວ່າ: “ຂ້ອຍບໍ່ແມ່ນຜູ້ນໍາ, ສະນັ້ນ, ເປັນຫຍັງຂ້ອຍຕ້ອງຈື່ສິ່ງເຫຼົ່ານີ້?” ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ຜ່ານການເຂົ້າໃຈຄວາມຈິງເຫຼົ່ານີ້, ໃນດ້ານໜຶ່ງຜູ້ຄົນກໍສາມາດຮູ້ຈັກຕົນເອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍສາມາດແຍກແຍະຄົນອື່ນໄດ້, ສິ່ງເຫຼົ່ານີ້ຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ມີໄວ້ ແລະ ມັນຈະບໍ່ດີເລີຍຖ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້. ກ່ອນອື່ນໝົດ, ເຈົ້າຕ້ອງວັດແທກວ່າເຈົ້າມີຄວາມສາມາດ ແລະ ຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ບໍ່ ໂດຍອີງຕາມຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້, ກໍຢ່າຄິດຢາກເປັນຜູ້ນໍາຢູ່ເລື້ອຍໆ. ຖ້າເຈົ້າບໍ່ມີຄວາມສາມາດທີ່ຈະເປັນຜູ້ນໍາ ແຕ່ຍັງຢາກເປັນ, ນັ້ນກໍຄືຄວາມທະເຍີທະຍານ; ທັນທີທີ່ເຈົ້າກາຍເປັນຜູ້ນໍາ, ເຈົ້າກໍຈະບໍ່ສາມາດປະຕິບັດວຽກງານຕົວຈິງໄດ້ ແລະ ເຈົ້າກໍຈະກາຍເປັນຜູ້ນໍາປອມຢ່າງຫຼີກລ່ຽງບໍ່ໄດ້. ບາງຄົນເວົ້າວ່າ: “ຂ້ອຍມີຄວາມສາມາດທີ່ດີ; ໃນທ່າມກາງທຸກຄົນ, ຂ້ອຍໂດດເດັ່ນ. ຂ້ອຍມັກຈະມີແນວຄວາມຄິດທີ່ດີ ແລະ ຄຳແນະນຳທີ່ສະຫຼາດ ແລະ ດີຢູ່ເລື້ອຍໆ. ຂ້ອຍມີເຄັດລັບໃນທຸກສິ່ງທີ່ຂ້ອຍເຮັດ ແລະ ຂ້ອຍມີຄວາມຮູ້, ຄວາມເຂົ້າໃຈ ແລະ ປະສົບການທີ່ຂ້ອນຂ້າງອຸດົມສົມບູນ. ທັງໝົດນີ້ບໍ່ໄດ້ໝາຍຄວາມວ່າຂ້ອຍສາມາດເປັນຜູ້ນໍາໄດ້ບໍ?” ແລ້ວເຈົ້າກໍຄວນວັດແທກຕົນເອງເບິ່ງຄືກັນວ່າ ເຈົ້າມີຄວາມຮູ້ສຶກຮັບຜິດຊອບ ແລະ ແບກຮັບພາລະ ຫຼື ບໍ່. ຖ້າເຈົ້າມີພຽງແຕ່ຄວາມຄິດເຫັນກ່ຽວກັບສິ່ງຕ່າງໆ ແລະ ມີພຽງແຕ່ຄວາມປາຖະໜາທີ່ຈະເຮັດສິ່ງຕ່າງໆ ແລະ ມີຄວາມທະເຍີທະຍານທີ່ຍິ່ງໃຫຍ່ຢູ່ສະເໝີແຕ່ບໍ່ສາມາດເຮັດໃຫ້ສຳເລັດໄດ້ ແລະ ເຈົ້າກໍບໍ່ຮູ້ວິທີພະຍາຍາມ ແລະ ເສຍສະຫຼະ ແລະ ບໍ່ເຕັມໃຈທີ່ຈະເສຍສະຫຼະສິ່ງໃດເລີຍ, ຖ້າເຈົ້າຢາກໃຫ້ສະໝອງ ແລະ ຫົວໃຈຂອງເຈົ້າຢູ່ໃນສະພາວະຜ່ອນຄາຍຢູ່ສະເໝີ, ຖ້າເຈົ້າມັກຢູ່ລ້າໆ ແລະ ບໍ່ມີສິ່ງຜູກມັດ, ຢາກມີຊີວິດທີ່ສະດວກສະບາຍ ແລະ ບໍ່ມັກກັງວົນ ຫຼື ຫຍຸ້ງວຽກ ແລະ ຢ້ານຄວາມເມື່ອຍລ້າ ແລະ ຄວາມລຳບາກ, ແລ້ວເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ແລະ ເຈົ້າກໍຈະບໍ່ສາມາດແບກຮັບ ຫຼື ປະຕິບັດວຽກງານຜູ້ນໍາໄດ້.
ພວກເຮົາຫາກໍສະຫຼຸບບັນທັດຖານສອງຂໍ້ໃນການຕັດສິນວ່າຜູ້ນໍາຄົນໜຶ່ງໄດ້ມາດຕະຖານ ຫຼື ບໍ່, ນັ້ນກໍຄື: ພວກເຂົາສາມາດປະຕິບັດວຽກງານຕົວຈິງໄດ້ ຫຼື ບໍ່ ແລະ ພວກເຂົາເຮັດວຽກງານຕົວຈິງ ຫຼື ບໍ່. ຖ້າຜູ້ຄົນເຂົ້າໃຈບັນທັດຖານສອງຂໍ້ນີ້, ແລ້ວພວກເຂົາກໍຄວນຈະເຂົ້າໃຈຢ່າງແຈ່ມແຈ້ງວ່າ ພວກເຂົາສາມາດເປັນຜູ້ນໍາໄດ້ ຫຼື ບໍ່, ພ້ອມທັງສາມາດເຮັດວຽກງານຄຣິສຕະຈັກໄດ້ດີ, ບັນລຸຄວາມຮັບຜິດຊອບຂອງພວກເຂົາຢ່າງຄົບຖ້ວນ ແລະ ເປັນຜູ້ນໍາທີ່ໄດ້ມາດຕະຖານຫຼັງຈາກທີ່ໄດ້ເປັນຜູ້ນໍາແລ້ວ ຫຼື ບໍ່. ສຳລັບຜູ້ທີ່ກຳລັງຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກຢູ່ໃນປັດຈຸບັນ, ຕອນນີ້ພວກເຈົ້າມີເສັ້ນທາງ ແລະ ຫຼັກການບາງຢ່າງໃນການວັດແທກວ່າພວກເຈົ້າໄດ້ເຮັດວຽກງານຕົວຈິງບາງຢ່າງ ແລະ ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ ຫຼື ບໍ່? ຜ່ານການໂອ້ລົມກ່ຽວກັບຄວາມຮັບຜິດຊອບທັງແປດຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກນີ້, ພວກເຈົ້າຄວນຈະສາມາດວັດແທກໄດ້ວ່າຜູ້ນໍາປອມສະແດງອອກແນວໃດ ແລະ ສະຫຼຸບໄດ້ຢ່າງແນ່ນອນວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານຂອງພວກເຂົາແນວໃດ, ພ້ອມທັງຈຸດໃດໃນວຽກງານຂອງພວກເຈົ້າທີ່ຍັງຂາດຕົກບົກພ່ອງ, ບໍ່ພຽງພໍ ຫຼື ບໍ່ລະອຽດພໍ ແລະ ພວກເຈົ້າຄວນຈະເຮັດວຽກງານນັບແຕ່ນີ້ຕໍ່ໄປແນວໃດ, ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນມີຄວາມເຂົ້າໃຈເຫຼົ່ານີ້. ຖ້າພວກເຈົ້າບໍ່ມີຂໍ້ສະຫຼຸບ ຫຼື ຄວາມເຂົ້າໃຈໃດໆກ່ຽວກັບການເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ວິທີບັນລຸຄວາມຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍໝາຍຄວາມວ່າຄວາມສາມາດຂອງພວກເຈົ້າຍັງບໍ່ພຽງພໍກັບວຽກງານ. ຍິ່ງໄປກວ່ານັ້ນ, ຖ້າພວກເຈົ້າສັບສົນກ່ຽວກັບວິທີແຍກແຍະຜູ້ນໍາປອມຢ່າງສິ້ນເຊີງ, ນີ້ກໍຍິ່ງສະແດງໃຫ້ເຫັນວ່າຄວາມສາມາດຂອງພວກເຈົ້າບໍ່ດີ. ຍັງມີສະຖານະການພິເສດອີກຢ່າງໜຶ່ງຄື: ມີບາງຄົນທີ່ເຖິງແມ່ນວ່າຈະໄດ້ຟັງການໂອ້ລົມເຫຼົ່ານີ້ແລ້ວ, ແຕ່ກໍບໍ່ມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ ຫຼື ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ທີ່ພຽງແຕ່ບໍ່ເອົາໃຈໃສ່ເລື່ອງນີ້ຢ່າງຈິງຈັງ ຫຼື ບໍ່ໃສ່ໃຈ. ພວກເຂົາຄິດວ່າ: “ຂ້ອຍບໍ່ສົນໃຈວ່າໃຜເປັນຜູ້ນໍາປອມ. ຈັ່ງໃດກໍຕາມ, ຖ້າຂ້ອຍໄດ້ເປັນຜູ້ນໍາ, ຂ້ອຍກໍຈະເຮັດທຸກຢ່າງຕາມທີ່ເບື້ອງເທິງບອກໃຫ້ຂ້ອຍເຮັດ. ຂ້ອຍບໍ່ຈຳເປັນຕ້ອງພະຍາຍາມ ຫຼື ໃຊ້ຄວາມຄິດຫຼາຍຂະໜາດນັ້ນ”. ເມື່ອພວກເຂົາຟັງຄຳເທດສະໜາ, ພວກເຂົາກໍພຽງແຕ່ເຮັດແບບພໍເປັນພິທີ ແລະ ຂ້າເວລາ ແລະ ພວກເຂົາກໍຮູ້ເລັກໜ້ອຍວ່າໂດຍລວມແລ້ວຄຳເທດສະໜານັ້ນກ່ຽວກັບຫຍັງ, ແຕ່ພວກເຂົາຂີ້ຄ້ານເກີນໄປທີ່ຈະສະຫຼຸບວ່າຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດທີ່ກຳລັງໂອ້ລົມກັນຢູ່ນັ້ນແມ່ນຫຍັງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະເອົາສິ່ງເຫຼົ່ານີ້ມາໃສ່ໃຈ. ພວກເຂົາຄິດວ່າ: “ມັນເປັນເລື່ອງທີ່ຫຍຸ້ງຍາກເກີນໄປທີ່ຈະແຍກແຍະເລື່ອງເຫຼົ່ານີ້. ຈັ່ງໃດກໍຕາມ, ຂ້ອຍຮຽກຮ້ອງຈາກຕົນເອງພຽງສິ່ງດຽວເທົ່ານັ້ນ ແລະ ນັ້ນກໍຄືການບໍ່ເຮັດຄວາມຊົ່ວ, ບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ບໍ່ເຮັດຕົວໂດດເດັ່ນກວ່າຄົນອື່ນ, ເທົ່ານັ້ນກໍພຽງພໍແລ້ວ. ມັນງ່າຍດາຍຫຼາຍ! ນີ້ຄືວິທີການດຳລົງຊີວິດທີ່ດີ; ຂ້ອຍບໍ່ໄດ້ຕັ້ງຂໍ້ຮຽກຮ້ອງສູງໃຫ້ກັບຕົນເອງ”. ນີ້ຄືມຸມມອງດຽວຂອງພວກເຂົາບໍ່ວ່າພວກເຂົາຈະຟັງຄຳເທດສະໜາແນວໃດກໍຕາມ ແລະ ບໍ່ມີໃຜສາມາດປ່ຽນແປງພວກເຂົາໄດ້; ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດ, ໃຊ້ວິທີໃດໃນການໂອ້ລົມ ຫຼື ໂອ້ລົມກ່ຽວກັບຫຍັງກໍຕາມ, ເຈົ້າກໍບໍ່ສາມາດສຳຜັດຫົວໃຈຂອງພວກເຂົາໄດ້; ພວກເຂົາບໍ່ສົນໃຈວ່າພວກເຂົາຈະຟັງຄຳເວົ້າເຫຼົ່ານີ້ ຫຼື ບໍ່, ສຳລັບພວກເຂົາແລ້ວມັນເກືອບບໍ່ແຕກຕ່າງກັນເລີຍ. ຄົນປະເພດນີ້ໃຊ້ຊີວິດແບບບໍ່ມີຈຸດໝາຍ ແລະ ພວກເຂົາບໍ່ເອົາຫຍັງຢ່າງຈິງຈັງ. ບໍ່ຕ້ອງເວົ້າເຖິງການໂອ້ລົມກ່ຽວກັບຄວາມຮັບຜິດຊອບແປດຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຖິງແມ່ນວ່າພວກເຮົາຈະໂອ້ລົມກ່ຽວກັບພວກມັນທັງໝົດ, ພວກເຂົາກໍຍັງຈະບໍ່ເຂົ້າໃຈ ແລະ ຈະບໍ່ສາມາດສະຫຼຸບຫຼັກການ ຫຼື ເສັ້ນທາງໃດໆໄດ້. ຄົນແບບນີ້ບໍ່ຮັກສິ່ງທີ່ເປັນບວກ, ພວກເຂົາບໍ່ສົນໃຈ ແລະ ບໍ່ສາມາດຮວບຮວມກຳລັງໃຈໃດໆໄດ້ເມື່ອເວົ້າເຖິງຄວາມຈິງ ຫຼື ສິ່ງທີ່ເປັນບວກໃດໆ, ແຕ່ພວກເຂົາພັດມີຄວາມສົນໃຈບາງຢ່າງໃນການກິນ, ການດື່ມ ແລະ ການສະແຫວງຫາຄວາມສຸກ. ໂດຍການໂອ້ລົມກ່ຽວກັບຄວາມຮັບຜິດຊອບແປດຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ໃນດ້ານໜຶ່ງ, ພວກເຮົາໄດ້ສະຫຼຸບຄວາມຮັບຜິດຊອບບາງຢ່າງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງວິທີປະຕິບັດວຽກງານ ແລະ ບັນລຸຄວາມຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ; ໃນອີກດ້ານໜຶ່ງ, ພວກເຮົາໄດ້ສະຫຼຸບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງທີ່ຜູ້ນໍາປອມສະແດງອອກ. ພວກເຮົາຫາກໍສະຫຼຸບຫຼັກການພື້ນຖານສອງຂໍ້, ບັນທັດຖານສອງຂໍ້, ສຳລັບການແຍກແຍະຜູ້ນໍາປອມ: ຂໍ້ໜຶ່ງຄືຄົນໃດຄົນໜຶ່ງສາມາດປະຕິບັດວຽກງານຕົວຈິງໄດ້ ຫຼື ບໍ່ ແລະ ອີກຂໍ້ໜຶ່ງຄືພວກເຂົາເຮັດວຽກງານຕົວຈິງແທ້ ຫຼື ບໍ່ ເມື່ອພວກເຂົາເຂົ້າໃຈຫຼັກການຄວາມຈິງແລ້ວ. ການໃຊ້ບັນທັດຖານສອງຂໍ້ນີ້ແມ່ນວິທີທີ່ງ່າຍດາຍທີ່ສຸດ ແລະ ເໝາະສົມທີ່ສຸດຈົນເຖິງປັດຈຸບັນໃນການວັດແທກວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ບໍ່.
ຂໍ້ທີເກົ້າ: ໃຫ້ສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ (ພາກທີໜຶ່ງ)
ນິຍາມ ແລະ ລາຍການສະເພາະຂອງການຈັດແຈງວຽກງານ
ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ສື່ສານ, ອອກຄຳສັ່ງແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ”. ເມື່ອພິຈາລະນາຄວາມຮັບຜິດຊອບນີ້ໂດຍລວມແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຖືກກຳນົດໃຫ້ຈັດຕັ້ງປະຕິບັດຫຍັງ? (ການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ.) ຈຸດສຸມຂອງຄວາມຮັບຜິດຊອບນີ້ແມ່ນວິທີການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ, ນີ້ຄືວຽກງານທີ່ສຳຄັນທີ່ສຸດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກລະດັບໃດກໍຕາມ, ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຄົນເຮົາກໍຈະຕ້ອງປະເຊີນກັບການຈັດແຈງວຽກງານ ພ້ອມທັງວຽກງານສະເພາະຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານຢູ່ສະເໝີ. ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆແມ່ນກ່ຽວຂ້ອງກັບວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນ ແລະ ນີ້ຄືວຽກງານທີ່ສຳຄັນຫຼາຍ, ສະເພາະຫຼາຍ ແລະ ເປັນພື້ນຖານຫຼາຍ. ເມື່ອພິຈາລະນາຈຸດນີ້, ມັນບໍ່ຈຳເປັນບໍທີ່ຈະຕ້ອງໂອ້ລົມກັນໂດຍສະເພາະກ່ອນວ່າການຈັດແຈງວຽກງານແມ່ນຫຍັງ? (ແມ່ນແລ້ວ.) ແລ້ວການຈັດແຈງວຽກງານແມ່ນຫຍັງ? ຂອບເຂດ ແລະ ນິຍາມຂອງການຈັດແຈງວຽກງານແມ່ນຫຍັງ? ບາງຄົນເວົ້າວ່າ: “ຂອບເຂດຂອງການຈັດແຈງວຽກງານບໍ່ແມ່ນພຽງແຕ່ກວມເອົາວຽກງານ ແລະ ເນື້ອໃນບາງຢ່າງທີ່ກ່ຽວຂ້ອງກັບວຽກງານຄຣິສຕະຈັກບໍ? ແລ້ວການຈັດແຈງວຽກງານບໍ່ແມ່ນພຽງແຕ່ການຈັດແຈງ ແລະ ການອອກວຽກງານ ແລະ ເນື້ອໃນເຫຼົ່ານີ້ບໍ?” ພວກເຈົ້າຄິດແນວໃດກັບຄຳອະທິບາຍນີ້? ມັນບໍ່ແມ່ນຄຳເວົ້າ ແລະ ຫຼັກຄຳສອນທັງໝົດບໍ? (ແມ່ນແລ້ວ.) ແລ້ວ “ຄຳເວົ້າ ແລະ ຫຼັກຄຳສອນ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຖິງແມ່ນວ່າຄຳອະທິບາຍນີ້ຈະບໍ່ມີຄຳໃດຟັງເບິ່ງຄືວ່າຜິດ, ແຕ່ຫຼັງຈາກທີ່ເຈົ້າໄດ້ຟັງມັນ, ເຈົ້າກໍຍັງບໍ່ເຂົ້າໃຈມັນ; ມັນກໍຄືກັນກັບວ່າບໍ່ໄດ້ມີການອະທິບາຍຫຍັງເລີຍ. ກ່ອນອື່ນ ໃຫ້ເຮົານິຍາມການຈັດແຈງວຽກງານໃນລັກສະນະຂອງຄຳອະທິບາຍທີ່ເປັນລາຍລັກອັກສອນ, ເພື່ອໃຫ້ຜູ້ຄົນມີແນວຄິດພື້ນຖານກ່ຽວກັບມັນ ເພື່ອທີ່ຈະເຂົ້າໃຈ ແລະ ຮູ້ວ່າການຈັດແຈງວຽກງານແມ່ນຫຍັງແທ້. ການຈັດແຈງວຽກງານແມ່ນແຜນການ ແລະ ຂໍ້ກຳນົດສະເພາະທີ່ເຮືອນຂອງພຣະເຈົ້າສ້າງຂຶ້ນສຳລັບລາຍການວຽກງານສະເພາະ; ພວກມັນຕ້ອງໄດ້ຮັບການສື່ສານ ແລະ ຈັດຕັ້ງປະຕິບັດໂດຍຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກມັນຍັງເປັນຂໍ້ກຳນົດ, ວຽກງານ ແລະ ວິທີການທີ່ອອກໃຫ້ສະມາຊິກທຸກຄົນຂອງຄຣິສຕະຈັກສຳລັບລາຍການວຽກງານສະເພາະອີກດ້ວຍ, ນີ້ຄືນິຍາມຂອງການຈັດແຈງວຽກງານ. ແລ້ວມີລາຍການໃດແດ່ທີ່ກວມຢູ່ໃນການຈັດແຈງວຽກງານ? ທຸກຄົນຮູ້ຈັກຄຳນາມ “ລາຍການ” ນີ້, ແຕ່ບໍ່ຄວນຈະມີເນື້ອໃນສະເພາະບາງຢ່າງທີ່ກວມຢູ່ໃນຂອບເຂດຂອງລາຍການເຫຼົ່ານີ້ບໍ? (ແມ່ນແລ້ວ.) ພວກເຈົ້າຮູ້ກ່ຽວກັບເນື້ອໃນໃດແດ່? (ມີວຽກງານພຣະກິດຕິຄຸນ ແລະ ມີວຽກງານການຜະລິດຮູບເງົາ.) ນັ້ນແມ່ນສອງລາຍການ. (ຍັງມີຂໍ້ກຳນົດບາງຢ່າງທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ ແລະ ການສ້າງຕັ້ງອົງກອນບໍລິຫານຂອງຄຣິສຕະຈັກ.) ມີວຽກງານອື່ນໃດອີກ? (ມີວຽກງານສະລ້າງຄຣິສຕະຈັກ, ພ້ອມທັງວຽກງານບາງຢ່າງທີ່ກ່ຽວຂ້ອງກັບລະບົບການຄຸ້ມຄອງຂອງຄຣິສຕະຈັກ.) ເນື້ອໃນສະເພາະຂອງການຈັດແຈງວຽກງານມີດັ່ງນີ້: ຂໍ້ທີໜຶ່ງ, ວຽກງານບໍລິຫານຂອງຄຣິສຕະຈັກ. ນີ້ແມ່ນລາຍການວຽກງານທີ່ໃຫຍ່ທີ່ສຸດ ແລະ ຖ້າວຽກງານບໍລິຫານເຮັດໄດ້ບໍ່ດີ, ກໍຈະບໍ່ມີວຽກງານຄຣິສຕະຈັກເລີຍ. ຂໍ້ທີສອງ, ວຽກງານບຸກຄະລາກອນ. ນີ້ແມ່ນລາຍການວຽກງານທີ່ໃຫຍ່. ຂໍ້ທີສາມ, ວຽກງານພຣະກິດຕິຄຸນ. ນີ້ກໍແມ່ນລາຍການວຽກງານທີ່ໃຫຍ່ເຊັ່ນກັນ. ຂໍ້ທີສີ່, ວຽກງານວິຊາຊີບປະເພດຕ່າງໆ. ຂອບເຂດຂອງວຽກງານນີ້ແມ່ນຂ້ອນຂ້າງກວ້າງ ແລະ ມັນລວມມີການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ການແປ, ດົນຕີ, ການຜະລິດວິດີໂອ, ສິລະປະ ແລະ ອື່ນໆ. ຂໍ້ທີຫ້າ, ຊີວິດຄຣິສຕະຈັກ. ຂໍ້ທີຫົກ, ວຽກງານການຄຸ້ມຄອງຊັບສິນ. ຂໍ້ທີເຈັດ, ວຽກງານສະລ້າງ. ຂໍ້ທີແປດ, ວຽກງານພາຍນອກ. ຂໍ້ທີເກົ້າ, ສະຫວັດດີການຄຣິສຕະຈັກ. ຕົວຢ່າງ: ວິທີທີ່ຄຣິສຕະຈັກແກ້ໄຂຄວາມຫຍຸ້ງຍາກທີ່ເກີດຂຶ້ນໃນຄອບຄົວຂອງອ້າຍເອື້ອຍນ້ອງ ແລະ ສິ່ງທີ່ຄຣິສຕະຈັກເຮັດກ່ຽວກັບບັນຫາເຫຼົ່ານັ້ນ, ພ້ອມທັງການໄປຢ້ຽມຢາມອ້າຍເອື້ອຍນ້ອງທີ່ຢູ່ໃນຄຸກ ແລະ ວິທີເບິ່ງແຍງຄອບຄົວຂອງພວກເຂົາ ແລະ ອື່ນໆ, ທັງໝົດນີ້ແມ່ນຢູ່ພາຍໃຕ້ສະຫວັດດີການຄຣິສຕະຈັກ. ຂໍ້ທີສິບ, ແຜນສຸກເສີນ. ບາງຄັ້ງ, ຄຣິສຕະຈັກຈະອອກມາດຕະການສຸກເສີນບາງຢ່າງ. ຕົວຢ່າງ: ເມື່ອໂລກລະບາດເກີດຂຶ້ນ, ຄຣິສຕະຈັກໄດ້ນຳໃຊ້ລະບົບການແຍກຕົວທີ່ສອດຄ່ອງກັນ. ແຜນການເຊັ່ນນີ້ລ້ວນແຕ່ຢູ່ພາຍໃຕ້ວຽກງານສຸກເສີນ. ໂດຍພື້ນຖານແລ້ວ ການຈັດແຈງວຽກງານແມ່ນກ່ຽວຂ້ອງກັບສິບລາຍການນີ້. ລາຍການຍ່ອຍອື່ນໆ ຫຼື ສະຖານະການພິເສດກໍລວມຢູ່ໃນສິບຂໍ້ນີ້, ໂດຍພື້ນຖານແລ້ວ, ວຽກງານຄຣິສຕະຈັກແມ່ນກ່ຽວຂ້ອງກັບສິບລາຍການຫຼັກນີ້. ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ແມ່ນຂອບເຂດຂອງການຈັດແຈງວຽກງານຕ່າງໆທີ່ອອກໂດຍເຮືອນຂອງພຣະເຈົ້າ, ແມ່ນບໍ? (ແມ່ນແລ້ວ.) ຕອນນີ້ລາຍການເຫຼົ່ານີ້ໄດ້ຮັບການຢືນຢັນແລ້ວ, ພວກເຈົ້າທຸກຄົນກໍຄວນຈະເຂົ້າໃຈການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໜ້ອຍໜຶ່ງແລ້ວ ແລະ ຮູ້ວ່າສິ່ງເຫຼົ່ານີ້ແມ່ນລາຍການວຽກງານຫຼັກໃນເຮືອນຂອງພຣະເຈົ້າ. ນີ້ຄືຂອບເຂດຂອງຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າມີກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສິ່ງນີ້ມີຄວາມໝາຍໂດຍໄນວ່າ ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຂອບເຂດວຽກງານຂອງເຈົ້າ ແລະ ຄວາມຮັບຜິດຊອບທີ່ເຈົ້າຕ້ອງບັນລຸນັ້ນ ບໍ່ສາມາດແຍກອອກຈາກລາຍການເຫຼົ່ານີ້ທີ່ລວມຢູ່ໃນການຈັດແຈງວຽກງານໄດ້, ລາຍການທັງໝົດນີ້ແມ່ນຈຳເປັນ. ນອກເໜືອຈາກລາຍການວຽກງານເຫຼົ່ານີ້ແລ້ວ, ໃນບັນດາສິ່ງທີ່ເຈົ້າເຕັມໃຈເຮັດ, ກໍໃຫ້ເຮັດສິ່ງໃດກໍຕາມທີ່ເຈົ້າສາມາດເຮັດໄດ້ດີ ແລະ ເຮືອນຂອງພຣະເຈົ້າບໍ່ມີຂໍ້ກຳນົດເພີ່ມເຕີມສຳລັບການປະຕິບັດໜ້າທີ່ຂອງເຈົ້າ. ສະນັ້ນ, ໃນຂະນະທີ່ເຈົ້າກຳລັງປະຕິບັດວຽກງານຂອງເຈົ້າ, ເຈົ້າຄວນຈະໄຕ່ຕອງວິທີດຳເນີນລາຍການວຽກງານເຫຼົ່ານີ້, ສິ່ງທີ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກຳນົດ, ວຽກງານສະເພາະທີ່ເຈົ້າຕ້ອງເຮັດແມ່ນຫຍັງ, ຈະຈັດຕັ້ງປະຕິບັດມັນແນວໃດ, ມັນກຳລັງຖືກຈັດຕັ້ງປະຕິບັດໄດ້ດີ ຫຼື ບໍ່, ຄວາມຄືບໜ້າໃນປັດຈຸບັນເປັນແນວໃດ, ເຈົ້າໄດ້ຕິດຕາມວຽກງານແລ້ວ ຫຼື ບໍ່, ມີລາຍການວຽກງານໃດທີ່ເຮັດໄດ້ບໍ່ດີ ຫຼື ມີການບ່ຽງເບນ ແລະ ຂໍ້ບົກພ່ອງເກີດຂຶ້ນ ຫຼື ບໍ່ ແລະ ທຸກຄົນທີ່ເຂົ້າຮ່ວມໃນລາຍການວຽກງານນັ້ນກຳລັງເຮັດວຽກຕົວຈິງຢູ່ ຫຼື ບໍ່, ເຈົ້າຕ້ອງໄຕ່ຕອງເລື່ອງເຫຼົ່ານີ້ຢູ່ສະເໝີ. ຕອນນີ້ພວກເຈົ້າໄດ້ເຂົ້າໃຈລາຍການວຽກງານສະເພາະທີ່ກ່ຽວຂ້ອງກັບການຈັດແຈງວຽກງານແລ້ວ, ມັນຈຳເປັນບໍທີ່ເຮົາຈະໃຫ້ຄຳອະທິບາຍງ່າຍໆກ່ຽວກັບແຕ່ລະລາຍການເຫຼົ່ານີ້? ຫຼື ບາງທີພວກເຈົ້າອາດຈະກຳລັງຄິດວ່າ: “ພວກເຮົາໄດ້ສຳຜັດກັບລາຍການວຽກງານເຫຼົ່ານີ້ມາເປັນເວລາຫຼາຍປີແລ້ວ ແລະ ພວກເຮົາກໍເຂົ້າໃຈພວກມັນທັງໝົດ; ບໍ່ຈຳເປັນຕ້ອງອະທິບາຍພວກມັນອີກ, ໃຫ້ໂອ້ລົມກ່ຽວກັບເລື່ອງທີ່ສຳຄັນແທນ. ຫົວຂໍ້ນີ້ບໍ່ສຳຄັນປານໃດ, ມັນບໍ່ສຳຄັນວ່າພວກເຮົາຈະຮູ້ກ່ຽວກັບມັນ ຫຼື ບໍ່ ແລະ ພວກເຮົາກໍບໍ່ຢາກຟັງມັນ”? ມັນຈຳເປັນຕ້ອງອະທິບາຍຫົວຂໍ້ນີ້ຕື່ມອີກບໍ? (ຈຳເປັນ.) ເນື່ອງຈາກວ່າມັນຈຳເປັນ, ໃຫ້ເຮົາເວົ້າກ່ຽວກັບມັນແບບງ່າຍໆ. ເຮົາຈະເລືອກບາງລາຍການທີ່ພວກເຈົ້າຂ້ອນຂ້າງບໍ່ຄຸ້ນເຄີຍ, ທີ່ບໍ່ສະເພາະປານໃດ, ທີ່ເປັນນາມມະທຳໜ້ອຍໜຶ່ງ ແລະ ໂອ້ລົມກ່ຽວກັບພວກມັນ.
I. ວຽກງານບໍລິຫານ
ໃຫ້ພວກເຮົາເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບຂໍ້ທີໜຶ່ງ, ວຽກງານບໍລິຫານ. ວຽກງານບໍລິຫານເປັນນາມມະທຳພໍສົມຄວນ ແລະ ບໍ່ເປັນຮູບປະທຳພຽງພໍ ແລະ ຫຼາຍຄົນກໍບໍ່ເຂົ້າໃຈມັນ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ເຊື່ອໃນພຣະເຈົ້າໄດ້ພຽງແຕ່ໄລຍະເວລາສັ້ນໆເທົ່ານັ້ນ ຍັງບໍ່ທັນຮູ້ຢ່າງຖ່ອງແທ້ກ່ຽວກັບການສ້າງຕັ້ງຄຣິສຕະຈັກ ແລະ ວຽກງານບໍລິຫານຂອງມັນ ແລະ ພວກເຂົາກໍບໍ່ຮູ້ວ່າການບໍລິຫານແມ່ນຫຍັງ. ການບໍລິຫານນີ້ບໍ່ຄືກັນກັບພຣະດຳລັດທີ່ອອກໂດຍພຣະເຈົ້າ. ວຽກງານບໍລິຫານນີ້ສ່ວນໃຫຍ່ແມ່ນກ່ຽວຂ້ອງກັບຂໍ້ກຳນົດສະເພາະຂອງເຮືອນຂອງພຣະເຈົ້າກ່ຽວກັບວຽກງານການສ້າງຕັ້ງຄຣິສຕະຈັກ. ແລ້ວເນື້ອໃນຂອງຂໍ້ກຳນົດສະເພາະເຫຼົ່ານີ້ແມ່ນຫຍັງ? ພວກມັນລວມມີວິທີການແບ່ງຄຣິສຕະຈັກ, ຈຳນວນຄົນໃນແຕ່ລະຄຣິສຕະຈັກ, ວິທີການຕັ້ງຊື່ຄຣິສຕະຈັກ ແລະ ອື່ນໆ. ມັນໄດ້ຖືກກຳນົດໄວ້ໃນການຈັດແຈງວຽກງານວ່າ ຄຣິສຕະຈັກຈະຖືກແບ່ງຕາມສະພາບແວດລ້ອມທາງພູມສາດທຳມະຊາດ, ໂດຍມີຄົນ 30 ຫາ 50 ຄົນທີ່ອາໄສຢູ່ໃກ້ກັນພໍສົມຄວນຈຶ່ງຈະຖືກຈັດປະເພດເປັນຄຣິສຕະຈັກ. ຕົວຢ່າງ: ສົມມຸດວ່າເຂດ ກ ລວມມີສາມ ຫຼື ສີ່ໝູ່ບ້ານ; ຖ້າໝູ່ບ້ານເຫຼົ່ານີ້ມີຜູ້ເຊື່ອ 50 ຄົນ, ແລ້ວພວກເຂົາກໍສາມາດຖືກຈັດປະເພດເປັນຄຣິສຕະຈັກໄດ້. ພວກເຂົາຈະມີເວລາ ແລະ ສະຖານທີ່ຂອງພວກເຂົາເອງໃນການຈັດການເຕົ້າໂຮມ, ພວກເຂົາຈະມີຜູ້ນໍາຄຣິສຕະຈັກ ແລະ ຜູ້ຊ່ວຍ, ພ້ອມທັງມີວຽກງານຄຣິສຕະຈັກສະເພາະທີ່ຕ້ອງເຮັດ ແລະ ພວກເຂົາທັງໝົດຈະຖືກຄຸ້ມຄອງຮ່ວມກັນໂດຍຄຣິສຕະຈັກນີ້. ນີ້ຄືຂໍ້ກຳນົດກ່ຽວກັບການແບ່ງຄຣິສຕະຈັກ ແລະ ຈຳນວນສະມາຊິກໃນຄຣິສຕະຈັກ. ໃນເວລາດຽວກັນ, ຄຣິສຕະຈັກນີ້ຈະຕົກຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຂດໃດໜຶ່ງ, ຂຶ້ນກັບວ່າມັນຕັ້ງຢູ່ໃນເຂດໃດ ແລະ ເຂດນັ້ນຈະຮັບຜິດຊອບວຽກງານຕ່າງໆທັງໝົດໃນຄຣິສຕະຈັກນັ້ນເຊັ່ນ: ຊີວິດຄຣິສຕະຈັກຢູ່ບ່ອນນັ້ນ, ຜູ້ນໍາ ແລະ ຜູ້ຊ່ວຍເໝາະສົມ ຫຼື ບໍ່, ການແຈກຢາຍໜັງສືພຣະທຳຂອງພຣະເຈົ້າ, ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆ ແລະ ການສື່ສານຂໍ້ກຳນົດຂອງເບື້ອງເທິງ ແລະ ອື່ນໆ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານສະເພາະສຳລັບສິ່ງຕ່າງໆເຊັ່ນ: ຈຳນວນຄຣິສຕະຈັກທີ່ປະກອບເປັນເຂດ ແລະ ຈຳນວນເຂດທີ່ປະກອບເປັນພາກພື້ນ, ພ້ອມທັງພາກພື້ນທີ່ຮັບຜິດຊອບເຂດ ແລະ ເຂດທີ່ຮັບຜິດຊອບຄຣິສຕະຈັກ, ເຊິ່ງເປັນໜ່ວຍງານບໍລິຫານ. ເວົ້າງ່າຍໆກໍຄື ນີ້ເອີ້ນວ່າວຽກງານບໍລິຫານ ແລະ ມັນກໍຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແລ້ວຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸແມ່ນຫຍັງ? ພວກເຂົາຕ້ອງແບ່ງຄຣິສຕະຈັກໂດຍອີງໃສ່ສະພາບແວດລ້ອມທາງພູມສາດທຳມະຊາດ ແລະ ທີ່ຕັ້ງຂອງຄຣິສຕະຈັກນັ້ນໆຕາມການຈັດແຈງວຽກງານ. ຖ້າຈຳນວນຄົນໃນຄຣິສຕະຈັກເພີ່ມຂຶ້ນເລື້ອຍໆຕາມການເວລາ, ແລ້ວຄຣິສຕະຈັກກໍຄວນຖືກແບ່ງອີກຄັ້ງໂດຍອີງໃສ່ຈຳນວນຄົນ ແລະ ສະພາບແວດລ້ອມທາງພູມສາດ. ຕົວຢ່າງ: ຖ້າຄຣິສຕະຈັກເຕີບໃຫຍ່ຈາກ 50 ເປັນ 80 ຄົນ, ມັນຄວນຖືກແບ່ງອອກເປັນສອງຄຣິສຕະຈັກ; ຖ້າສອງຄຣິສຕະຈັກນີ້ລວມກັນເຕີບໃຫຍ່ຈາກ 80 ຄົນເປັນ 150 ຄົນ, ແລ້ວພວກມັນກໍຄວນຖືກແບ່ງອອກເປັນສາມຄຣິສຕະຈັກ. ຖ້າຄຣິສຕະຈັກໜຶ່ງເຕີບໃຫຍ່ຈົນມີ 70, 80 ຫຼື 100 ຄົນ ແລະ ຍັງບໍ່ທັນໄດ້ຖືກແບ່ງອອກເປັນສອງຄຣິສຕະຈັກເທື່ອ, ແລ້ວມັນບໍ່ໄດ້ສະແດງໃຫ້ເຫັນວ່າຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກນີ້ບໍ່ເຂົ້າໃຈວຽກງານບໍລິຫານຂອງເຮືອນຂອງພຣະເຈົ້າບໍ? (ແມ່ນແລ້ວ.) ໃນເວລາແບບນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນອ່ານການຈັດແຈງວຽກງານທີ່ກ່ຽວກັບຫົວຂໍ້ນີ້, ຄູ່ມືຂອງຄຣິສຕະຈັກກ່ຽວກັບການຈັດແຈງວຽກງານມີຂໍ້ກຳນົດສະເພາະຢູ່. ຖ້າຄຣິສຕະຈັກຖືກແບ່ງອອກເປັນສອງຄຣິສຕະຈັກໃໝ່, ແລ້ວແຕ່ລະຄຣິສຕະຈັກກໍຕ້ອງເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈຳເປັນເຊັ່ນ: ຜູ້ນໍາຄຣິສຕະຈັກ, ຜູ້ຊ່ວຍ ແລະ ອື່ນໆ. ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຍັງ? ພວກເຂົາຄວນຮູ້ ແລະ ເຂົ້າໃຈຈຳນວນຄົນໃນຄຣິສຕະຈັກ ແລະ ສະຖານະຂອງການສ້າງຕັ້ງຄຣິສຕະຈັກຢ່າງເລິກເຊິ່ງ. ນີ້ຄືວຽກງານບໍລິຫານຂອງຄຣິສຕະຈັກ ແລະ ມັນເປັນລາຍການວຽກງານທີ່ໃຫຍ່ທີ່ສຸດ. ຄວນມີຄຣິສຕະຈັກຢູ່ທຸກບ່ອນທີ່ຜູ້ຄົນທີ່ພຣະເຈົ້າເລືອກຢູ່ ແລະ ເມື່ອຄຣິສຕະຈັກຖືກສ້າງຕັ້ງຂຶ້ນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຮັບຜິດຊອບທຸກດ້ານຂອງວຽກງານຂອງຄຣິສຕະຈັກນັ້ນເຊັ່ນ: ການແຈກຢາຍໜັງສືພຣະທຳຂອງພຣະເຈົ້າ, ການຄຸ້ມຄອງສະມາຊິກໃນຄຣິສຕະຈັກ, ການຈັດຕັ້ງປະຕິບັດການຈັດແຈງວຽກງານເພື່ອໃຫ້ພວກເຂົາຮູ້ວ່າເນື້ອໃນຂອງການຈັດແຈງວຽກງານແມ່ນຫຍັງ. ວຽກງານບໍລິຫານສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ, ພ້ອມທັງການສ້າງຕັ້ງອົງກອນບໍລິຫານ ແລະ ບຸກຄະລາກອນຂອງຄຣິສຕະຈັກ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນວຽກງານສະເພາະພາຍໃນວຽກງານບໍລິຫານ. ໂດຍທົ່ວໄປແລ້ວ ຄົນປະເພດໃດທີ່ຕ້ອງປະເຊີນກັບລາຍການວຽກງານນີ້ຫຼາຍກວ່າໝູ່? ຄຣິສຕະຈັກຜູ້ເຊື່ອໃໝ່, ທີມງານພຣະກິດຕິຄຸນ, ພ້ອມທັງຜູ້ນໍາພາກພື້ນ, ຜູ້ນໍາເຂດ ແລະ ຜູ້ນໍາຄຣິສຕະຈັກໃນເຂດທີ່ກຳລັງເຜີຍແຜ່ພຣະກິດຕິຄຸນຢູ່, ທຸກຄົນລ້ວນແຕ່ຕ້ອງປະເຊີນກັບວຽກງານນີ້ຫຼາຍກວ່າ. ຍິ່ງໄປກວ່ານັ້ນ, ວຽກງານບໍລິຫານຍັງລວມມີວຽກພິເສດຢ່າງໜຶ່ງ ນັ້ນກໍຄືການແຍກຄຣິສຕະຈັກອອກເປັນຄຣິສຕະຈັກທີ່ເຮັດວຽກເຕັມເວລາ, ຄຣິສຕະຈັກທີ່ເຮັດວຽກບໍ່ເຕັມເວລາ, ຄຣິສຕະຈັກທຳມະດາ ແລະ ກຸ່ມ ຂ ແລະ ນີ້ກໍເປັນອີກວຽກໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈວິທີການແຍກຄຣິສຕະຈັກຢ່າງເລິກເຊິ່ງ ແລະ ຫຼັກການຂອງການແຍກຄຣິສຕະຈັກກໍຄືການແບ່ງຜູ້ຄົນອອກເປັນຄຣິສຕະຈັກຕ່າງໆໂດຍອີງໃສ່ຄວາມແຕກຕ່າງໃນໜ້າທີ່ທີ່ພວກເຂົາປະຕິບັດ, ເພື່ອແຍກຜູ້ຄົນທີ່ປະຕິບັດໜ້າທີ່ອອກຈາກຄົນທີ່ບໍ່ໄດ້ປະຕິບັດ ແລະ ແຍກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາອອກຈາກຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາບໍ່ເຕັມເວລາ, ນີ້ກໍເປັນວຽກງານບໍລິຫານທີ່ພິເສດ ແລະ ສະເພາະອີກຢ່າງໜຶ່ງ.
II. ວຽກງານບຸກຄະລາກອນ
ຂໍ້ທີສອງ, ວຽກງານບຸກຄະລາກອນ. ລາຍການນີ້ກ່ຽວຂ້ອງກັບການເລືອກຕັ້ງ, ການແຕ່ງຕັ້ງ ແລະ ການປົດຕຳແໜ່ງຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ. ການຈັດແຈງວຽກງານໄດ້ໃຫ້ຂໍ້ກຳນົດສະເພາະສຳລັບລະບົບການເລືອກຕັ້ງ, ປະເພດຄົນທີ່ຈະເລືອກເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ວິທີການ ແລະ ຂໍ້ກຳນົດສະເພາະສຳລັບການເລືອກຕັ້ງ. ຍັງມີສະຖານະການພິເສດບາງຢ່າງອີກດ້ວຍ, ຕົວຢ່າງ: ຄວນເຮັດແນວໃດຖ້າອ້າຍເອື້ອຍນ້ອງຫາກໍໄດ້ພົບກັນ ແລະ ຍັງບໍ່ທັນຮູ້ຈັກກັນດີປານໃດ ແລະ ບໍ່ສາມາດຄັດເລືອກຜູ້ນໍາ ແລະ ຜູ້ເຮັດວຽກທີ່ເໝາະສົມຜ່ານການເລືອກຕັ້ງໄດ້? ໃນກໍລະນີນັ້ນ, ສາມາດສົ່ງເສີມ ແລະ ແຕ່ງຕັ້ງຄົນໄດ້, ໂດຍກວດສອບເບິ່ງວ່າໃຜມີຄວາມເໝາະສົມພໍສົມຄວນທີ່ຈະເປັນຜູ້ນໍາ ແລະ ຈາກນັ້ນກໍທຳຄວາມຮູ້ຈັກກັບພວກເຂົາໃຫ້ຫຼາຍຂຶ້ນ, ໂອ້ລົມ ແລະ ດຳເນີນການກວດສອບແບບງ່າຍໆ, ຫຼັງຈາກນັ້ນກໍສາມາດແຕ່ງຕັ້ງພວກເຂົາໄດ້. ຍິ່ງໄປກວ່ານັ້ນ, ເມື່ອເບື້ອງເທິງຈັດແຈງໂຄງການໃຫຍ່ ຫຼື ແຕ່ງຕັ້ງຫຼາຍຄົນເປັນຜູ້ຊີ້ນໍາ, ນີ້ກໍເປັນການຈັດແຈງວຽກງານພິເສດ. ຍັງມີສະຖານະການພິເສດອີກຢ່າງໜຶ່ງ ແລະ ນັ້ນກໍຄືເມື່ອມີຄົນໃດຄົນໜຶ່ງຂຽນລາຍງານເຖິງເບື້ອງເທິງໂດຍອະທິບາຍວ່າຜູ້ນໍາຄົນນັ້ນຄົນນີ້ບໍ່ໄດ້ປະຕິບັດວຽກງານຕົວຈິງ ແລະ ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ເບື້ອງເທິງກໍອອກການຈັດແຈງວຽກງານເພື່ອປົດຜູ້ນໍາທີ່ຖືກລາຍງານອອກຈາກຕຳແໜ່ງຫຼັງຈາກທີ່ໄດ້ກວດສອບເລື່ອງນີ້ແລ້ວ. ນີ້ກໍເປັນການຈັດແຈງວຽກງານອີກຢ່າງໜຶ່ງທີ່ກ່ຽວຂ້ອງກັບວຽກງານບຸກຄະລາກອນ. ສະຫຼຸບແລ້ວ, ວຽກງານທີ່ກ່ຽວຂ້ອງກັບບຸກຄະລາກອນແມ່ນກ່ຽວຂ້ອງກັບການເລືອກຕັ້ງ, ການແຕ່ງຕັ້ງ ແລະ ການປົດຕຳແໜ່ງຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບໃນຄຣິສຕະຈັກ. ລາຍການວຽກງານນີ້ແມ່ນຂ້ອນຂ້າງລຽບງ່າຍ ແລະ ເຂົ້າໃຈໄດ້ງ່າຍ.
III. ວຽກງານພຣະກິດຕິຄຸນ
ຂໍ້ທີສາມ, ວຽກງານພຣະກິດຕິຄຸນ. ວຽກງານພຣະກິດຕິຄຸນແມ່ນລາຍການວຽກງານວິຊາຊີບສະເພາະລາຍການໃຫຍ່ລາຍການທຳອິດ ຖັດຈາກວຽກງານບໍລິຫານ ແລະ ວຽກງານບຸກຄະລາກອນໃນເຮືອນຂອງພຣະເຈົ້າ. ເຮືອນຂອງພຣະເຈົ້າໄດ້ມີການຈັດແຈງວຽກງານຫຼາຍຢ່າງຢ່າງຕໍ່ເນື່ອງສຳລັບວຽກງານລາຍການນີ້, ໂດຍໄດ້ມີການຈັດແຈງວຽກງານສະເພາະກ່ຽວກັບຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ, ຂອບເຂດທາງພູມສາດສຳລັບການເທດສະໜາພຣະກິດຕິຄຸນ ແລະ ວິທີການ ແລະ ແນວທາງໃນການເທດສະໜາພຣະກິດຕິຄຸນ. ໃນເວລາດຽວກັນ, ເຮືອນຂອງພຣະເຈົ້າຍັງມີຄຳກ່າວສະເພາະໃນການຈັດແຈງວຽກງານກ່ຽວກັບໜັງສືພຣະທຳຂອງພຣະເຈົ້າ, ຮູບເງົາ ແລະ ວິດີໂອ ແລະ ລາຍການຕ່າງໆທີ່ຈຳເປັນສຳລັບການເທດສະໜາພຣະກິດຕິຄຸນທຸກປະເພດອີກດ້ວຍ ແລະ ແມ່ນແຕ່ຄຳກ່າວກ່ຽວກັບແນວຄິດຕ່າງໆທີ່ພົບເຫັນໄດ້ທົ່ວໄປ ແລະ ຄຳຖາມທີ່ຖືກຖາມເລື້ອຍໆຂອງຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ. ຄຳກ່າວບາງຢ່າງອາດຈະບໍ່ໄດ້ຖືກນຳສະເໜີເປັນລາຍລັກອັກສອນໂດຍສະເພາະ, ແຕ່ກໍມີຫຼາຍຢ່າງທີ່ຢູ່ໃນການໂອ້ລົມທາງວາຈາ ແລະ ຄຳເວົ້າ. ວຽກງານພຣະກິດຕິຄຸນກຳລັງຄືບໜ້າ ແລະ ດຳເນີນໄປຢູ່ສະເໝີ ແລະ ເມື່ອວຽກງານນີ້ຄືບໜ້າໄປ, ເຮືອນຂອງພຣະເຈົ້າກໍໄດ້ສ້າງການຈັດແຈງວຽກງານ ແລະ ຂໍ້ກຳນົດສະເພາະກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ທີ່ກຳລັງປະເຊີນຢູ່ຢ່າງຕໍ່ເນື່ອງ ແລະ ຍັງໄດ້ອອກຂໍ້ກຳນົດ ແລະ ວຽກງານສະເພາະບາງຢ່າງໃຫ້ກັບຜູ້ເຮັດວຽກພຣະກິດຕິຄຸນ, ຜູ້ຊ່ວຍວຽກພຣະກິດຕິຄຸນ ແລະ ຜູ້ຊີ້ນຳວຽກງານພຣະກິດຕິຄຸນ. ເຖິງແມ່ນວ່າໃນໄລຍະຫຼັງນີ້ ເຮືອນຂອງພຣະເຈົ້າຈະບໍ່ໄດ້ກ່າວຫຍັງຫຼາຍກ່ຽວກັບການຈັດແຈງສຳລັບວຽກງານພຣະກິດຕິຄຸນ, ແຕ່ຄວາມຈິງໃນດ້ານນີ້ກໍໄດ້ຮັບການໂອ້ລົມກັນເລື້ອຍໆໃນຄຣິສຕະຈັກ. ໂດຍສະເພາະຢ່າງຍິ່ງ, ຫຼັງຈາກທີ່ພຣະກິດຕິຄຸນເລີ່ມເຜີຍແຜ່ໄປຕ່າງປະເທດ, ເຮືອນຂອງພຣະເຈົ້າກໍໄດ້ມີການຈັດແຈງວຽກງານສະເພາະສຳລັບວຽກງານການແປໃນພາສາຕ່າງໆ. ຜູ້ແປ ແລະ ຜູ້ເຮັດວຽກພຣະກິດຕິຄຸນທີ່ຄຸ້ນເຄີຍກັບພາສາຕ່າງປະເທດຕ່າງໆກໍໄດ້ທຸ້ມເທທຸກຢ່າງເພື່ອຮ່ວມມືໃນວຽກງານປະເພດນີ້ ແລະ ເຮືອນຂອງພຣະເຈົ້າກໍໄດ້ລົງທຶນຊັບພະຍາກອນມະນຸດປະເພດນີ້ຈຳນວນຫຼາຍເພື່ອຮ່ວມມືໃນວຽກງານພຣະກິດຕິຄຸນ ແລະ ສິ່ງນີ້ກໍສອດຄ່ອງກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ສະຫຼຸບແລ້ວ, ເບື້ອງເທິງຈະນຳພາ, ສອບຖາມ, ຕິດຕາມ ແລະ ຊີ້ນຳວຽກງານການເຜີຍແຜ່ພຣະກິດຕິຄຸນເປັນສ່ວນຕົວຢູ່ສະເໝີ. ແລ້ວຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ ເມື່ອເວົ້າເຖິງວຽກງານລາຍການນີ້ແມ່ນຫຍັງ? ການມີຜູ້ຊີ້ນຳສຳລັບວຽກງານພຣະກິດຕິຄຸນບໍ່ໄດ້ໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກສາມາດປ່ອຍປະລະເລີຍໄດ້ຢ່າງສິ້ນເຊີງ, ບໍ່ໃສ່ໃຈວຽກງານ, ບໍ່ສອບຖາມກ່ຽວກັບມັນ ແລະ ພຽງແຕ່ບໍ່ສົນໃຈ, ໂດຍຄິດວ່າ: “ປ່ອຍໃຫ້ວຽກງານດຳເນີນໄປແນວໃດກໍໄດ້. ມັນບໍ່ກ່ຽວຫຍັງກັບຂ້ອຍດອກ. ຂ້ອຍຮັບຜິດຊອບຊີວິດຄຣິສຕະຈັກ ແລະ ວຽກງານວິຊາຊີບປະເພດຕ່າງໆ. ມັນບໍ່ແມ່ນຄວາມກັງວົນຂອງຂ້ອຍ ຖ້າມີບັນຫາກັບວຽກງານພຣະກິດຕິຄຸນ”. ແບບນີ້ໃຊ້ໄດ້ບໍ? (ບໍ່ໄດ້.) ນີ້ຄືການລະເລີຍຄວາມຮັບຜິດຊອບຂອງເຈົ້າ. ລາຍການວຽກງານທີ່ສຳຄັນທີ່ສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນສຸມໃສ່, ໃນບັນດາວຽກງານທັງໝົດຂອງເຮືອນຂອງພຣະເຈົ້າ, ກໍຄືວຽກງານພຣະກິດຕິຄຸນ. ເຈົ້າອາດຈະບໍ່ໄດ້ຖືກມອບໝາຍໃຫ້ຮັບຜິດຊອບໂດຍກົງຕໍ່ວຽກງານລາຍການນີ້, ແຕ່ເຈົ້າຕ້ອງສອບຖາມກ່ຽວກັບວ່າມັນກຳລັງຂະຫຍາຍຕົວຫຼາຍສໍ່າໃດ ແລະ ສະຖານະຄວາມຄືບໜ້າຂອງມັນເປັນແນວໃດ, ເຈົ້າຕ້ອງຕິດຕາມ, ຮັບຮູ້ ແລະ ຈັດການສິ່ງເຫຼົ່ານີ້. ໂດຍສະເພາະຢ່າງຍິ່ງກ່ຽວກັບບຸກຄະລາກອນທີ່ສຳຄັນບາງຄົນເຊັ່ນ: ຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນໍ້າໃນທີມງານພຣະກິດຕິຄຸນ, ຕະຫຼອດຈົນເຖິງຜູ້ຊີ້ນຳວຽກງານພຣະກິດຕິຄຸນ, ເຈົ້າຕ້ອງຈັດການສະຖານະການຂອງພວກເຂົາໃຫ້ທັນການຢູ່ສະເໝີ ແລະ ຖ້າມີບັນຫາເກີດຂຶ້ນກັບບຸກຄະລາກອນເຫຼົ່ານີ້, ເຈົ້າກໍຕ້ອງແກ້ໄຂພວກມັນໂດຍທັນທີ, ເຈົ້າບໍ່ຄວນປັດຄວາມຮັບຜິດຊອບວຽກງານນີ້ ຫຼັງຈາກທີ່ມັນໄດ້ຖືກມອບໝາຍໄປແລ້ວ. ຍິ່ງໄປກວ່ານັ້ນ, ພວກເຈົ້າຕ້ອງກວດກາ ແລະ ຊີ້ນໍາຜູ້ເທດສະໜາພຣະກິດຕິຄຸນທຸກຄົນທີ່ກ່ຽວຂ້ອງກັບວຽກງານການເຜີຍແຜ່ພຣະກິດຕິຄຸນຢ່າງເປັນປະຈຳ, ລວມທັງຜູ້ທີ່ຢູ່ໃນຄຣິສຕະຈັກ ແລະ ຜູ້ເທດສະໜາພຣະກິດຕິຄຸນທາງອອນລາຍແນວໜ້າ, ຕະຫຼອດຈົນເຖິງຜູ້ຫົດນໍ້າໃນແຕ່ລະທີມ. ມັນໄດ້ຖືກກຳນົດໄວ້ດົນນານແລ້ວໂດຍການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າວ່າ ຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນໍ້າທຸກຄົນຕ້ອງໄດ້ຮັບການຝຶກຝົນພິເສດ. ການຝຶກຝົນພິເສດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຕ້ອງໄດ້ຮັບການຮັບປະກັນວ່າ ຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນໍ້າ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມຈິງແຫ່ງນິມິດ ແລະ ພວກເຂົາສາມາດອະທິບາຍສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ. ຖ້າມີຄວາມຈິງແຫ່ງນິມິດດ້ານໃດທີ່ພວກເຂົາບໍ່ເຂົ້າໃຈຢ່າງແຈ່ມແຈ້ງທັງໝົດ, ແລ້ວກໍຕ້ອງມີການໂອ້ລົມກັນເລື້ອຍໆກ່ຽວກັບມັນ ແລະ ຍິ່ງຄວາມເຂົ້າໃຈຂອງຜູ້ເທດສະໜາພຣະກິດຕິຄຸນ ແລະ ຜູ້ຫົດນໍ້າລະອຽດຫຼາຍເທົ່າໃດ ກໍຍິ່ງດີເທົ່ານັ້ນ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານສຳລັບເລື່ອງນີ້, ແມ່ນບໍ? (ແມ່ນແລ້ວ.) ວຽກງານການເຜີຍແຜ່ພຣະກິດຕິຄຸນແມ່ນລາຍການວຽກງານທີ່ສະເພາະເຈາະຈົງ ແລະ ຊັບຊ້ອນ ເຊິ່ງລວມມີວຽກງານຍ່ອຍຫຼາຍຢ່າງ. ມັນຕ້ອງໄດ້ຮັບການຮັບປະກັນວ່າ ແຕ່ລະວຽກງານຖືກເຮັດເປັນຢ່າງດີ ແລະ ຖືກຕິດຕາມຢ່າງໃກ້ຊິດ; ນີ້ຄືການຝາກຝັງຂອງພຣະເຈົ້າ. ແຕ່ລະວຽກງານຕ້ອງຖືກເຮັດເປັນຢ່າງດີ ແລະ ຕ້ອງໄດ້ຮັບການຮັບປະກັນວ່າ ຜົນໄດ້ຮັບຂອງແຕ່ລະວຽກງານຈະດີຂຶ້ນຢ່າງຕໍ່ເນື່ອງ, ມີພຽງສິ່ງນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ວຽກງານວິຊາຊີບປະເພດອື່ນໆທັງໝົດເຊັ່ນ: ການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ດົນຕີ, ສິລະປະ ແລະ ການແປ, ມີໄວ້ເພື່ອສະໜັບສະໜູນ ແລະ ເປັນກຳລັງໜູນໃຫ້ແກ່ວຽກງານພຣະກິດຕິຄຸນ ແລະ ວຽກງານພຣະກິດຕິຄຸນກໍຄືວຽກງານແນວໜ້າຂອງວຽກງານທັງໝົດ. ສະນັ້ນ, ຜູ້ທີ່ປະຕິບັດໜ້າທີ່ຕ່າງໆຕ້ອງເຮັດວຽກຂອງຕົນໃຫ້ດີ ແລະ ບັນລຸຜົນໄດ້ຮັບຕາມທີ່ພຣະເຈົ້າຕ້ອງການ. ດ້ວຍວິທີນີ້, ພວກເຂົາກໍຈະມີສ່ວນຮ່ວມໃນວຽກງານການເຜີຍແຜ່ພຣະກິດຕິຄຸນ. ນີ້ກໍເພາະວ່າວຽກງານວິຊາຊີບປະເພດອື່ນໆທັງໝົດນີ້ມີໄວ້ເພື່ອຮັບໃຊ້ການເຜີຍແຜ່ພຣະກິດຕິຄຸນ ແລະ ວຽກງານທັງໝົດນີ້ຕ້ອງມີຈຸດສູນກາງຢູ່ທີ່ວຽກງານການເຜີຍແຜ່ພຣະກິດຕິຄຸນ ແລະ ຈັດຫາສິ່ງຕ່າງໆທີ່ຈຳເປັນໃຫ້ຢ່າງບໍ່ຂາດສາຍ. ໃນທຸກມື້ນີ້, ເອກະສານ, ຮູບເງົາ ແລະ ວິດີໂອຕ່າງໆທັງໝົດທີ່ຈຳເປັນສຳລັບການເທດສະໜາພຣະກິດຕິຄຸນແມ່ນຖືກສ້າງຂຶ້ນໂດຍຄວາມພະຍາຍາມຂອງຜູ້ຄົນທີ່ພຣະເຈົ້າເລືອກຫຼາຍຄົນທີ່ຢູ່ເບື້ອງຫຼັງ. ທຸກສິ່ງທີ່ຄົນເຫຼົ່ານີ້ເຮັດຢູ່ເບື້ອງຫຼັງກໍເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ວຽກງານການເຜີຍແຜ່ພຣະກິດຕິຄຸນ. ໃນອະດີດ, ເຮືອນຂອງພຣະເຈົ້າບໍ່ໄດ້ມີຜົນງານຮູບເງົາປະເພດຕ່າງໆ, ບໍ່ໄດ້ມີບົດເພງຫຼາຍ ແລະ ບໍ່ໄດ້ມີວິດີໂອຄຳພະຍານຈາກປະສົບການຫຼາຍປານໃດ. ມັນອາໄສພຽງແຕ່ຜູ້ເຮັດວຽກພຣະກິດຕິຄຸນທີ່ໃຫ້ການໂອ້ລົມຢ່າງຕໍ່ເນື່ອງ. ຜູ້ເຮັດວຽກພຣະກິດຕິຄຸນຈະເວົ້າຈົນປາກແຫ້ງ ແລະ ກໍບໍ່ຈຳເປັນທີ່ຈະເຫັນຜົນໄດ້ຮັບທີ່ສຳຄັນໃດໆ ແລະ ມັນກໍເປັນເລື່ອງຍາກທີ່ຈະໄດ້ຮັບແມ່ນແຕ່ຄົນດຽວ. ຫຼັງຈາກທີ່ຄຣິສຕະຈັກໄດ້ຜະລິດວິດີໂອທຸກປະເພດຂຶ້ນມາ, ວຽກງານຂອງທີມງານພຣະກິດຕິຄຸນກໍຂ້ອນຂ້າງເບົາບາງລົງ ແລະ ງ່າຍກວ່າແຕ່ກ່ອນຫຼາຍ ແລະ ປະສິດທິພາບຂອງວຽກງານກໍເພີ່ມຂຶ້ນ. ບາງຄົນກໍດື້ດ້ານ ແລະ ມີແນວຄິດແບບອະນຸລັກນິຍົມ ແລະ ເມື່ອເຈົ້າເທດສະໜາພຣະກິດຕິຄຸນໃຫ້ພວກເຂົາ, ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ມັນກໍບໍ່ໄດ້ຜົນ ແລະ ພວກເຂົາກໍຍັງຍຶດໝັ້ນໃນແນວຄິດຂອງພວກເຂົາ ແລະ ປະຕິເສດທີ່ຈະຍອມຮັບມັນ, ແລ້ວເຈົ້າຈະເຮັດແນວໃດ? ເຈົ້າໃຫ້ພວກເຂົາເບິ່ງຮູບເງົາຄຳພະຍານພຣະກິດຕິຄຸນຈັກເລື່ອງໜຶ່ງ ຫຼື ສອງເລື່ອງ, ແລ້ວແນວຄິດຂອງພວກເຂົາກໍຈະປ່ຽນແປງໄປ ແລະ ພວກເຂົາກໍຈະເລີ່ມມີຄວາມຮູ້ສຶກທີ່ດີຕໍ່ວິຖີທາງທີ່ແທ້ຈິງ. ເມື່ອພວກເຂົາກັບມາສະແຫວງຫາອີກຄັ້ງ, ກໍຈະບໍ່ມີອຸປະສັກ ຫຼື ສິ່ງກີດຂວາງທີ່ໃຫຍ່ຫຼວງໃນໃຈຂອງພວກເຂົາອີກຕໍ່ໄປ ແລະ ເມື່ອເຈົ້າໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາອີກຄັ້ງ, ພວກເຂົາກໍສາມາດຍອມຮັບມັນໄດ້ຢ່າງງ່າຍດາຍ. ນັ້ນຄືເຫດຜົນທີ່ວ່າຜົນໄດ້ຮັບຈະປາກົດໃຫ້ເຫັນຢ່າງຊັດເຈນ ເມື່ອພວກເຈົ້າໃຫ້ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເບິ່ງຮູບເງົາທີ່ຜະລິດໂດຍເຮືອນຂອງພຣະເຈົ້າ ຫຼື ອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ຫຼື ໃຫ້ພວກເຂົາເບິ່ງວິດີໂອຄຳພະຍານຈາກປະສົບການ, ການເຮັດແບບນີ້ມີປະສິດທິຜົນຫຼາຍກວ່າການທີ່ເຈົ້າຈະເວົ້າກັບພວກເຂົາບໍ່ວ່າຈະຫຼາຍສໍ່າໃດກໍຕາມ. ບໍ່ວ່າໃຜກໍຕາມທີ່ກຳລັງສະແຫວງຫາ ແລະ ສືບສວນວິຖີທາງທີ່ແທ້ຈິງ, ກ່ອນອື່ນ ໃຫ້ພວກເຂົາເບິ່ງຮູບເງົາສອງສາມເລື່ອງ ແລະ ຈາກນັ້ນກໍໃຫ້ພວກເຂົາອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ເຊິ່ງຈະເປັນການປູທາງໄວ້ໃຫ້ພວກເຂົາ. ຫຼັງຈາກນີ້, ກໍໃຫ້ໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາເພື່ອແກ້ໄຂແນວຄິດຂອງພວກເຂົາ. ສິ່ງນີ້ຈະເຮັດໃຫ້ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼຫຼາຍຂຶ້ນ. ໃນປັດຈຸບັນນີ້, ຜູ້ທີ່ກຳລັງສືບສວນວິຖີທາງທີ່ແທ້ຈິງໄດ້ເບິ່ງຮູບເງົາ ແລະ ວິດີໂອຄຳພະຍານຫຼາຍເລື່ອງທີ່ຜະລິດໂດຍເຮືອນຂອງພຣະເຈົ້າທາງອິນເຕີເນັດແລ້ວ ແລະ ໂດຍສະເພາະຢ່າງຍິ່ງ, ພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ; ກ່ອນທີ່ພວກເຂົາຈະມາສະແຫວງຫາ ແລະ ສືບສວນ ພວກເຂົາກໍມີຄວາມຮູ້ສຶກທີ່ດີຕໍ່ວິຖີທາງທີ່ແທ້ຈິງແລ້ວ ແລະ ໂດຍພື້ນຖານແລ້ວ ພວກເຂົາກໍໄດ້ຮັບຮູ້ແລ້ວວ່ານີ້ຄືວິຖີທາງທີ່ແທ້ຈິງ. ພວກເຈົ້າໄດ້ຄົ້ນພົບຫຍັງໃນເລື່ອງນີ້ບໍ? ຮູບເງົາເຫຼົ່ານີ້, ວິດີໂອການອ່ານພຣະທຳຂອງພຣະເຈົ້າເຫຼົ່ານີ້, ວິດີໂອຄຳພະຍານຈາກປະສົບການເຫຼົ່ານີ້, ວິດີໂອເພງສັນລະເສີນ ແລະ ອື່ນໆທີ່ເຮືອນຂອງພຣະເຈົ້າຜະລິດຂຶ້ນມາລ້ວນແຕ່ມີປະສິດທິຜົນຫຼາຍໃນການເປັນພະຍານຕໍ່ພຣະເຈົ້າ! ບໍ່ຈຳເປັນຕ້ອງເສຍນໍ້າລາຍໂອ້ລົມ ແລະ ໂຕ້ຖຽງກັບຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຫຼາຍ; ເມື່ອພວກເຂົາໄດ້ເບິ່ງວິດີໂອເຫຼົ່ານີ້ແລ້ວ, ພວກເຂົາກໍສາມາດຍອມຮັບວິຖີທາງທີ່ແທ້ຈິງໄດ້. ສິ່ງນີ້ຊ່ວຍປະຢັດເວລາໃຫ້ກັບຜູ້ທີ່ກຳລັງເທດສະໜາພຣະກິດຕິຄຸນໄດ້ຢ່າງຫຼວງຫຼາຍ ແລະ ມັນກໍສະແດງໃຫ້ເຫັນວ່າກຳລັງສະໜັບສະໜູນທັງໝົດສຳລັບການເທດສະໜາພຣະກິດຕິຄຸນນັ້ນມີພະລັງຫຼາຍ! ມີຊັບພະຍາກອນປະເພດຕ່າງໆສຳລັບການເທດສະໜາພຣະກິດຕິຄຸນຢ່າງຫຼວງຫຼາຍ! ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນຫຼາຍຄົນກໍຕົກຕະລຶງເມື່ອພວກເຂົາເຂົ້າເບິ່ງທາງອອນລາຍເພື່ອສືບສວນພາລະກິດຂອງພຣະເຈົ້າ, ເພາະວ່າມີຫຼາຍສິ່ງຫຼາຍຢ່າງທີ່ຢູ່ໃນເວັບໄຊຂອງເຮືອນຂອງພຣະເຈົ້າ ແລະ ມີເນື້ອຫາທີ່ອຸດົມສົມບູນຫຼາຍ! ພຣະທຳຂອງພຣະເຈົ້າກໍອຸດົມສົມບູນ, ມີຮູບເງົາ ແລະ ວິດີໂອທຸກປະເພດຢ່າງອຸດົມສົມບູນ ແລະ ມີທຸກສິ່ງທີ່ພວກເຈົ້າຕ້ອງການຢ່າງອຸດົມສົມບູນ ເມື່ອເວົ້າເຖິງຄຳພະຍານຈາກປະສົບການ. ນີ້ຄືຜົນໄດ້ຮັບຈາກພາລະກິດ ແລະ ການນຳພາຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ! ທັງໝົດນີ້ລ້ວນແລ້ວແຕ່ມາຈາກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າຈະເປັນມັງກອນແດງທີ່ຍິ່ງໃຫຍ່ ແລະ ໂລກສາສະໜາຈະເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ໃສ່ຮ້າຍປ້າຍສີມັນແນວໃດກໍຕາມ, ມັນກໍໄຮ້ປະໂຫຍດທັງສິ້ນ. ບໍ່ວ່າໃນກໍລະນີໃດກໍຕາມ, ຜົນໄດ້ຮັບທີ່ບັນລຸໄດ້ ແລະ ໝາກຜົນທີ່ເກັບກ່ຽວໄດ້ຈາກລາຍການວຽກງານທັງໝົດຂອງເຮືອນຂອງພຣະເຈົ້າກໍເປັນທີ່ປະຈັກແກ່ສາຍຕາທຸກຄົນ ແລະ ພວກມັນກໍຄືຄວາມຈິງທີ່ສຳເລັດໂດຍພຣະທຳຂອງພຣະເຈົ້າ.
ໃນວຽກງານການເຜີຍແຜ່ພຣະກິດຕິຄຸນແຫ່ງລາຊະອານາຈັກ, ລາຍການວຽກງານທັງໝົດຂອງເຮືອນຂອງພຣະເຈົ້າແມ່ນຖືກຈັດຕັ້ງຢ່າງເປັນລະບົບ ແລະ ດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ. ວຽກງານການເຜີຍແຜ່ພຣະກິດຕິຄຸນແມ່ນລາຍການວຽກງານທີ່ສຳຄັນ, ຍາວນານ ແລະ ຍາກລຳບາກ. ສະນັ້ນ, ຜູ້ທີ່ຮັບຜິດຊອບວຽກງານພຣະກິດຕິຄຸນ, ບໍ່ວ່າພວກເຂົາຈະເປັນຜູ້ຊີ້ນຳ ຫຼື ຜູ້ເຮັດວຽກພຣະກິດຕິຄຸນທຳມະດາ, ກໍຄວນຢັ້ງຢືນຄວາມສຳຄັນຂອງວຽກງານນີ້ໃນໃຈຂອງພວກເຂົາ. ເຖິງແມ່ນວ່າພວກເຈົ້າກຳລັງເຮັດວຽກຢູ່ແນວໜ້າຂອງພຣະກິດຕິຄຸນ ແລະ ປະຕິບັດໜ້າທີ່ຂອງພວກເຈົ້າ, ແຕ່ຢູ່ເບື້ອງຫຼັງຂອງພວກເຈົ້າ, ເຊິ່ງກໍຄືຢູ່ເບື້ອງຫຼັງສາກ, ກໍມີອ້າຍເອື້ອຍນ້ອງຫຼາຍຄົນທີ່ກຳລັງເຮັດວຽກງານສະໜັບສະໜູນປະເພດຕ່າງໆ ແລະ ພວກເຂົາກໍຄືກຳລັງທີ່ສະໜັບສະໜູນວຽກງານການເຜີຍແຜ່ພຣະກິດຕິຄຸນ. ເຮົາໝາຍຄວາມວ່າແນວໃດ? ວຽກງານທັງໝົດຂອງເຮືອນຂອງພຣະເຈົ້າແມ່ນມີຈຸດສູນກາງຢູ່ທີ່ການເຜີຍແຜ່ພຣະກິດຕິຄຸນ ແລະ ໜ້າທີ່ທີ່ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນປະຕິບັດກໍແມ່ນເພື່ອຮັບໃຊ້ການເຜີຍແຜ່ພຣະກິດຕິຄຸນ. ອ້າຍເອື້ອຍນ້ອງທຸກຄົນທີ່ປະຕິບັດໜ້າທີ່ລ້ວນແຕ່ມີສ່ວນຮ່ວມໃນວຽກງານພຣະກິດຕິຄຸນ ແລະ ທຸກລາຍການວຽກງານກໍກ່ຽວຂ້ອງກັນຢ່າງໃກ້ຊິດ ແລະ ສະໜິດແໜ້ນກັບວຽກງານພຣະກິດຕິຄຸນ. ສະຫຼຸບແລ້ວ, ທຸກລາຍການວຽກງານ, ລວມທັງວຽກງານພຣະກິດຕິຄຸນເອງ, ກໍຄືໜ້າທີ່ທີ່ຄວນປະຕິບັດໃຫ້ດີເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ. ທຸກລາຍການວຽກງານລ້ວນແຕ່ກ່ຽວຂ້ອງກັນຢ່າງໃກ້ຊິດກັບວຽກງານທີ່ສຳຄັນທີ່ສຸດ, ເຊິ່ງກໍຄືການເປັນພະຍານກ່ຽວກັບພຣະເຈົ້າ. ສິ່ງນີ້ແມ່ນຖືກຕ້ອງຢ່າງສົມບູນ. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງຈັດວາງວຽກງານການເຜີຍແຜ່ພຣະກິດຕິຄຸນໄວ້ໃນອັນດັບຕົ້ນໆຂອງລາຍການວຽກງານທັງໝົດ ແລະ ມັນກໍເປັນອັນດັບໜຶ່ງໃນບັນດາລາຍການວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ, ສິ່ງນີ້ແມ່ນເໝາະສົມຢ່າງສິ້ນເຊີງ. ມັນເປັນລາຍການວຽກງານທີ່ໃຫຍ່, ຍາກລຳບາກ ແລະ ຍາວນານ ແລະ ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ, ຜູ້ທີ່ຕິດຕາມພຣະເຈົ້າທຸກຄົນ, ຕ້ອງມີຄວາມທໍລະຫົດ, ຄວາມອົດທົນ ແລະ ຄວາມເຊື່ອທີ່ພຽງພໍ ເພື່ອກຽມພ້ອມທີ່ຈະເຮັດວຽກງານນີ້ໃຫ້ດີ ແລະ ເພື່ອຕໍ່ສູ້ໃນການສູ້ຮົບທີ່ຍາວນານນີ້. ບໍ່ວ່າພວກເຈົ້າຈະອົດທົນພາກພຽນເປັນເວລາ 10 ປີ, 20 ປີ ຫຼື 30 ປີ, ພວກເຈົ້າກໍຕ້ອງຈົງຮັກພັກດີຕໍ່ພຣະເຈົ້າສະເໝີ, ອຸທິດທັງຊີວິດຂອງພວກເຈົ້າໃຫ້ກັບວຽກງານການເຜີຍແຜ່ພຣະກິດຕິຄຸນ ແລະ ຈົງຮັກພັກດີຕໍ່ພຣະເຈົ້າຈົນເຖິງທີ່ສຸດ. ນີ້ຄືຄວາມຮັບຜິດຊອບທີ່ສຳຄັນທີ່ຜູ້ທີ່ຕິດຕາມພຣະເຈົ້າທຸກຄົນມີພັນທະທີ່ຕ້ອງແບກຮັບ, ມັນເປັນໜ້າທີ່ຂອງທຸກຄົນ ແລະ ມັນກໍເປັນການຝາກຝັງຂອງພຣະເຈົ້າທີ່ມອບໃຫ້ທຸກຄົນເຊັ່ນກັນ.
ຜ່ານການໂອ້ລົມຂອງເຮົານີ້, ພວກເຈົ້າທຸກຄົນມີຄວາມກະຕືລືລົ້ນໃນໃຈຂອງພວກເຈົ້າແລ້ວບໍ ແລະ ໄດ້ເລີ່ມເຫັນວ່າວຽກງານພຣະກິດຕິຄຸນເປັນສິ່ງທີ່ສຳຄັນແລ້ວບໍ? ບາງຄົນເຄີຍເວົ້າກ່ອນໜ້ານີ້ວ່າ: “ຂ້ອຍບໍ່ເຂົ້າໃຈວິຊາຊີບດ້ານເຕັກນິກໃດໆ, ຂ້ອຍບໍ່ຮູ້ວິທີສະແດງ ແລະ ບໍ່ສາມາດເປັນນັກສະແດງໄດ້, ຂ້ອຍບໍ່ມີພື້ນຖານທີ່ໜັກແໜ້ນໃນການໃຊ້ຄຳເວົ້າ, ສະນັ້ນ, ຂ້ອຍຈຶ່ງບໍ່ຮູ້ວິທີຂຽນບົດຄວາມ, ຂ້ອຍບໍ່ເຂົ້າໃຈເລື່ອງດົນຕີ ແລະ ຍິ່ງບໍ່ຮູ້ເລື່ອງສິລະປະ. ເພາະວ່າຂ້ອຍບໍ່ເກັ່ງຫຍັງເລີຍ ຂ້ອຍຈຶ່ງຖືກມອບໝາຍໃຫ້ໄປຢູ່ທີມງານພຣະກິດຕິຄຸນ. ທີມງານພຣະກິດຕິຄຸນບໍ່ແມ່ນບ່ອນທີ່ຖືກປະໄວ້ຈົນລືມໃນເຮືອນຂອງພຣະເຈົ້າບໍ? ແລະ ເມື່ອຂ້ອຍຖືກສົ່ງໄປຢູ່ບ່ອນທີ່ຖືກປະໄວ້ຈົນລືມແລ້ວ, ຂ້ອຍຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ?” ມັນເປັນແບບນັ້ນບໍ? ຖ້າຫາກນັ້ນຄືວິທີທີ່ເຈົ້າເຂົ້າໃຈສະຖານະການນີ້ແທ້ໆ, ແລ້ວເຈົ້າກໍເຂົ້າໃຈພຣະເຈົ້າຜິດແລ້ວ: ການເທດສະໜາພຣະກິດຕິຄຸນແມ່ນຄວາມຮັບຜິດຊອບທີ່ທຸກຄົນຕ້ອງແບກຮັບ. ຖ້າເຈົ້າບໍ່ເກັ່ງຫຍັງເລີຍ ແລະ ບໍ່ເຂົ້າໃຈວິຊາຊີບດ້ານເຕັກນິກໃດໆ ແລະ ທັງໝົດທີ່ເຈົ້າສາມາດເຮັດໄດ້ກໍຄືການເທດສະໜາພຣະກິດຕິຄຸນ, ແລ້ວເຈົ້າກໍຈະຖືກຈັດແຈງໃຫ້ໄປປະຕິບັດໜ້າທີ່ຂອງເຈົ້າໃນທີມງານພຣະກິດຕິຄຸນ. ນີ້ຄືໂອກາດສຸດທ້າຍຂອງເຈົ້າ ແລະ ມັນຖືກເຮັດເພື່ອຮັບປະກັນວ່າເຈົ້າຈະບໍ່ຖືກຖິ້ມໄປລ້າໆຄືກັບວັດຖຸອັນໜຶ່ງ ແລະ ສາມາດຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດເທົ່າທີ່ຈະເປັນໄປໄດ້, ເພື່ອໃຫ້ເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນຖານະມະນຸດຄົນໜຶ່ງໄດ້ຢ່າງເຕັມທີ່. ເຈົ້າບໍ່ເກັ່ງຫຍັງເລີຍ ແລະ ເຈົ້າກໍຫົວຊ້າໃນທຸກສິ່ງທີ່ເຈົ້າເຮັດ, ແຕ່ເຈົ້າສາມາດປະຕິບັດໜ້າທີ່ເທດສະໜາພຣະກິດຕິຄຸນໃຫ້ດີໄດ້ ແລະ ເຖິງແມ່ນວ່າເຈົ້າຈະຖືກຂໍໃຫ້ໄປຊອກຫາຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນ, ເຈົ້າກໍສາມາດເຮັດສິ່ງນີ້ໄດ້ຢ່າງຈິງຈັງ ແລະ ສົ່ງຕໍ່ຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນທີ່ເຈົ້າພົບເຫັນໃຫ້ກັບຜູ້ເທດສະໜາພຣະກິດຕິຄຸນ. ໃນເວລາດຽວກັນ ເຈົ້າກໍສາມາດຮຽນຮູ້ເທື່ອລະໜ້ອຍກ່ຽວກັບວິທີເທດສະໜາພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າ ແລະ ນຳພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນີ້ບໍ່ແມ່ນໜ້າທີ່ຂອງເຈົ້າບໍ? ຄົນອື່ນສ້າງຜົນງານບາງຢ່າງຜ່ານການເຮັດວຽກງານຂໍ້ຄວາມ, ວຽກງານຜະລິດຮູບເງົາ ແລະ ວຽກງານປະເພດອື່ນໆ, ແຕ່ເຈົ້າບໍ່ຮູ້ວິທີເຮັດສິ່ງເຫຼົ່ານີ້ ແລະ ເຈົ້າບໍ່ມີຄວາມສາມາດພິເສດ ຫຼື ຂອງຂວັນພິເສດ, ແຕ່ເຈົ້າກໍອຸທິດກຳລັງຂອງເຈົ້າໃຫ້ກັບວຽກງານພຣະກິດຕິຄຸນ, ເຈົ້າທຸ້ມເທທຸກຢ່າງ ແລະ ບັນລຸໜ້າທີ່ຂອງເຈົ້າ ແລະ ເຈົ້າກໍແບກຮັບການຝາກຝັງຂອງພຣະເຈົ້າ, ສິ່ງເຫຼົ່ານີ້ບໍ່ແມ່ນການກະທຳທີ່ດີບໍ? ສິ່ງເຫຼົ່ານີ້ກໍເປັນການກະທຳທີ່ດີເຊັ່ນກັນ ແລະ ພຣະເຈົ້າຈະຊົງລະນຶກເຖິງສິ່ງເຫຼົ່ານັ້ນ. ສິ່ງນີ້ເຮັດໃຫ້ຄຳເວົ້າເຫຼົ່ານີ້ສຳເລັດ: ບໍ່ມີການແບ່ງແຍກຊົນຊັ້ນສູງ ຫຼື ຊົນຊັ້ນຕໍ່າໃນໜ້າທີ່ທີ່ຜູ້ຄົນປະຕິບັດ; ສິ່ງທີ່ສຳຄັນທັງໝົດກໍຄືວ່າເຈົ້າມີຄວາມຈົງຮັກພັກດີໃນໜ້າທີ່ຂອງເຈົ້າ ຫຼື ບໍ່ ແລະ ເຈົ້າເຮັດມັນໃນວິທີທີ່ໄດ້ມາດຕະຖານ ຫຼື ບໍ່. ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງທ່ຽງທຳ ແລະ ສະເໝີພາບ; ເນື່ອງຈາກເຈົ້າບໍ່ສາມາດເຮັດຫຍັງໄດ້, ເຈົ້າຈຶ່ງຖືກຂໍໃຫ້ໄປເທດສະໜາພຣະກິດຕິຄຸນ, ສິ່ງນີ້ຖືກເຮັດເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ສຸດທ້າຍທີ່ເປັນໄປໄດ້ຂອງເຈົ້າ, ພາຍໃຕ້ສະຖານະການທີ່ເຈົ້າບໍ່ສາມາດຮັບເອົາໜ້າທີ່ອື່ນໃດໄດ້. ຜ່ານສິ່ງນີ້, ເຈົ້າກຳລັງໄດ້ຮັບໂອກາດ ແລະ ແສງແຫ່ງຄວາມຫວັງ; ເຈົ້າບໍ່ໄດ້ຖືກຕັດສິດໃນການປະຕິບັດໜ້າທີ່ຂອງເຈົ້າ. ພຣະເຈົ້າຍັງມີການຝາກຝັງສຳລັບເຈົ້າ ແລະ ພຣະອົງບໍ່ໄດ້ລຳອຽງຕໍ່ເຈົ້າ. ສະນັ້ນ, ຜູ້ທີ່ຖືກມອບໝາຍໃຫ້ໄປຢູ່ທີມງານພຣະກິດຕິຄຸນບໍ່ໄດ້ຖືກສົ່ງໄປຢູ່ບ່ອນທີ່ຖືກປະໄວ້ຈົນລືມ ແລະ ພວກເຂົາກໍບໍ່ໄດ້ຖືກປະຖິ້ມ, ແຕ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນສະຖານທີ່ທີ່ແຕກຕ່າງກັນ. ໂດຍການໂອ້ລົມກ່ຽວກັບການຈັດແຈງວຽກງານສຳລັບວຽກງານພຣະກິດຕິຄຸນ, ຕອນນີ້ພວກເຈົ້າເຫັນຄຸນຄ່າຂອງວຽກງານພຣະກິດຕິຄຸນ ແລະ ບໍ່ມີຄວາມເຂົ້າໃຈຜິດກ່ຽວກັບມັນອີກຕໍ່ໄປແລ້ວບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າຈະຫຼົງລະເລີງກັບມັນບໍ? ບໍ່ວ່າຜູ້ຄົນຈະປະຕິບັດໜ້າທີ່ຫຍັງກໍຕາມ, ຂໍ້ກຳນົດຂອງພຣະເຈົ້າຕໍ່ພວກເຂົາກໍບໍ່ປ່ຽນແປງ: ພຣະເຈົ້າຕ້ອງການຄວາມຈົງຮັກພັກດີ ແລະ ຄວາມຈິງໃຈຂອງພວກເຂົາ. ຖ້າເຈົ້າເວົ້າວ່າ: “ຂ້ອຍຈະເຮັດຕົວທຳມະດາ, ຂ້ອຍຈະບໍ່ຫຼົງລະເລີງ, ຂ້ອຍພຽງແຕ່ເຮັດຕາມທີ່ພຣະເຈົ້າຂໍໃຫ້ຂ້ອຍເຮັດ”, ແຕ່ເຈົ້າບໍ່ມີຄວາມຈົງຮັກພັກດີ, ບໍ່ມີຄວາມຈິງໃຈ, ແລ້ວນັ້ນກໍໃຊ້ບໍ່ໄດ້. ບໍ່ວ່າເຈົ້າຈະເຂົ້າໃຈວຽກງານພຣະກິດຕິຄຸນແນວໃດກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ, ຖ້າເຈົ້າມີຄວາມຈົງຮັກພັກດີ ແລະ ຄວາມຈິງໃຈ, ແລ້ວການປະຕິບັດໜ້າທີ່ຂອງເຈົ້າກໍຈະໄດ້ມາດຕະຖານ. ບໍ່ວ່າເຈົ້າຈະເຫັນຄຸນຄ່າຂອງໜ້າທີ່ເທດສະໜາພຣະກິດຕິຄຸນດີສໍ່າໃດ ຫຼື ມີທັດສະນະຄະຕິທີ່ດີຕໍ່ມັນສໍ່າໃດກໍຕາມ, ຖ້າເຈົ້າບໍ່ສາມາດອົດທົນກັບຄວາມລຳບາກໄດ້ ແລະ ເຈົ້າບໍ່ມີຄວາມທໍລະຫົດ ແລະ ບໍ່ມີຄວາມຈົງຮັກພັກດີ, ແລ້ວນັ້ນກໍໃຊ້ບໍ່ໄດ້ເຊັ່ນກັນ. ສະນັ້ນ, ມັນບໍ່ສຳຄັນວ່າເຈົ້າຈະຖືກຈັດວາງໄວ້ບ່ອນໃດ, ຢູ່ໃນເວລາ ຫຼື ສະຖານທີ່ໃດ, ເຈົ້າໄດ້ພົວພັນກັບຄົນແບບໃດ ແລະ ເຈົ້າປະຕິບັດໜ້າທີ່ຫຍັງ. ພຣະເຈົ້າຈະເຫັນເຈົ້າ ແລະ ກວດສອບສ່ວນເລິກທີ່ສຸດໃນໃຈຂອງເຈົ້າຢູ່ສະເໝີ. ຢ່າຄິດວ່າເພາະເຈົ້າເປັນສະມາຊິກຂອງທີມງານພຣະກິດຕິຄຸນ ແລ້ວພຣະເຈົ້າຈະບໍ່ໃສ່ໃຈເຈົ້າ ຫຼື ພຣະເຈົ້າຈະບໍ່ສາມາດເຫັນເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງສາມາດເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ. ແລະ ຢ່າຄິດວ່າຖ້າເຈົ້າຖືກມອບໝາຍໃຫ້ໄປຢູ່ທີມງານພຣະກິດຕິຄຸນແລ້ວ, ເຈົ້າກໍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນອີກຕໍ່ໄປ, ແລ້ວກໍມີທັດສະນະຄະຕິໃນທາງລົບຕໍ່ມັນ. ແນວຄິດເຫຼົ່ານີ້ລ້ວນແຕ່ຜິດທັງສິ້ນ. ບໍ່ວ່າເຈົ້າຈະຖືກຈັດວາງໄວ້ບ່ອນໃດ ຫຼື ຖືກຈັດແຈງໃຫ້ປະຕິບັດໜ້າທີ່ຫຍັງ, ມັນກໍເປັນສິ່ງທີ່ເຈົ້າຄວນເຮັດ ແລະ ເຈົ້າຄວນເຮັດມັນຢ່າງພາກພຽນ ແລະ ມີຄວາມຮັບຜິດຊອບ. ຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ເຈົ້າບໍ່ປ່ຽນແປງ ແລະ ດ້ວຍເຫດນັ້ນ ການອ່ອນນ້ອມຂອງເຈົ້າຕໍ່ການຈັດແຈງຂອງພຣະເຈົ້າກໍບໍ່ຄວນປ່ຽນແປງເຊັ່ນກັນ. ສະຖານະຂອງຜູ້ເຮັດວຽກພຣະກິດຕິຄຸນກໍຄືກັນກັບຜູ້ທີ່ປະຕິບັດໜ້າທີ່ອື່ນໆ; ຄຸນຄ່າຂອງບຸກຄົນໃດໜຶ່ງບໍ່ໄດ້ຖືກວັດແທກໂດຍໜ້າທີ່ທີ່ພວກເຂົາເຮັດ, ແຕ່ຖືກວັດແທກໂດຍການທີ່ວ່າພວກເຂົາສະແຫວງຫາຄວາມຈິງ ແລະ ມີຄວາມຈິງທີ່ເປັນຈິງ ຫຼື ບໍ່. ນີ້ຄືທັງໝົດທີ່ເຮົາຈະໂອ້ລົມກ່ຽວກັບວຽກງານພຣະກິດຕິຄຸນ, ເຊິ່ງເປັນລາຍການວຽກງານທີ່ໃຫຍ່ ແລະ ສະເພາະເຈາະຈົງນີ້.
IV. ວຽກງານວິຊາຊີບປະເພດຕ່າງໆ
ຂໍ້ທີສີ່, ວຽກງານວິຊາຊີບປະເພດຕ່າງໆ. ວຽກງານນີ້ລວມມີການຜະລິດຮູບເງົາ, ວຽກງານຂໍ້ຄວາມ, ດົນຕີ, ສິລະປະ, ການແປ ແລະ ອື່ນໆ. ບາງຄົນເວົ້າວ່າ: “ພວກເຮົາທີ່ເປັນຜູ້ເຮັດເຄື່ອງແຕ່ງກາຍກໍກ່ຽວຂ້ອງກັບວຽກງານຜະລິດຮູບເງົາເຊັ່ນກັນ. ການເຮັດເຄື່ອງແຕ່ງກາຍຖືວ່າເປັນວຽກງານປະເພດໜຶ່ງບໍ?” ການເຮັດເຄື່ອງແຕ່ງກາຍແມ່ນລວມຢູ່ໃນວຽກງານປະເພດຕ່າງໆຂອງການຜະລິດຮູບເງົາ ແລະ ດົນຕີ; ມັນເປັນວຽກງານສະໜັບສະໜູນປະເພດໜຶ່ງທີ່ຮ່ວມມືກັບວຽກງານປະເພດເຫຼົ່ານີ້. ໃນທຸກໄລຍະ, ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານສະເພາະກ່ຽວກັບຂໍ້ກຳນົດສະເພາະສຳລັບວຽກງານວິຊາຊີບປະເພດເຫຼົ່ານີ້. ບາງຢ່າງກໍຖືກສື່ສານເປັນລາຍລັກອັກສອນ ແລະ ບາງຢ່າງກໍຖືກສື່ສານທາງວາຈາຜ່ານການໂອ້ລົມໃນການເຕົ້າໂຮມ. ບໍ່ວ່າຈະສື່ສານດ້ວຍວິທີໃດກໍຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແບກຮັບຄວາມຮັບຜິດຊອບຕໍ່ພວກມັນ, ບັນທຶກຂໍ້ກຳນົດສະເພາະທີ່ອອກໂດຍເຮືອນຂອງພຣະເຈົ້າສຳລັບວຽກງານລາຍການນີ້ ແລະ ຈັດລະບຽບບັນທຶກເຫຼົ່ານີ້ ແລະ ຈາກນັ້ນກໍໃຫ້ການໂອ້ລົມຢ່າງລະອຽດກ່ຽວກັບພວກມັນ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດສະເພາະຂອງພວກມັນ. ນີ້ກໍເປັນລາຍການວຽກງານທີ່ໃຫຍ່ເຊັ່ນກັນ ແລະ ມັນກໍເປັນລາຍການວຽກງານສະເພາະອັນດັບທີສອງທີ່ຖັດຈາກວຽກງານພຣະກິດຕິຄຸນ. ກ່ຽວກັບລາຍການວຽກງານສະເພາະນີ້, ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ບຸກຄະລາກອນທຸກຄົນທີ່ເຮັດວຽກໃນວິຊາຊີບຕ່າງໆ ສຶກສາຄວາມຮູ້ດ້ານວິຊາຊີບທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຂົາຢ່າງຕໍ່ເນື່ອງ, ຕະຫຼອດຈົນເຖິງການຄົ້ນຫາຂໍ້ມູນເພື່ອກວດສອບໃຫ້ແນ່ໃຈວ່າສິ່ງໃດເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ໃນເວລາດຽວກັນ, ເຮືອນຂອງພຣະເຈົ້າກໍກຳລັງໂອ້ລົມກ່ຽວກັບຫຼັກການຄວາມຈິງ ແລະ ຈັດຫາແຜນການທີ່ເປັນຮູບປະທຳສຳລັບວຽກງານວິຊາຊີບປະເພດຕ່າງໆຢ່າງຕໍ່ເນື່ອງ. ບາງຄັ້ງວຽກງານປະເພດເຫຼົ່ານີ້ກໍມີການໂອ້ລົມກັນໃຫ້ແກ່ຜູ້ຊີ້ນຳ ແລະ ສະມາຊິກທີມຮ່ວມກັນ ແລະ ບາງຄັ້ງກໍມີການໂອ້ລົມກັນສະເພາະແຕ່ກັບຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຊີ້ນຳທີ່ຮັບຜິດຊອບລາຍການວຽກງານທີ່ກ່ຽວຂ້ອງ. ບໍ່ວ່າຈະຖືກສື່ສານ ແລະ ໂອ້ລົມເປັນລາຍລັກອັກສອນ ຫຼື ຜ່ານການເຕົ້າໂຮມກໍຕາມ, ບໍ່ວ່າໃນກໍລະນີໃດກໍຕາມ ວຽກງານປະເພດເຫຼົ່ານີ້ກໍໄດ້ຮັບການປັບປຸງ ແລະ ເຮັດໃຫ້ເປັນມາດຕະຖານຢູ່ຕະຫຼອດເວລາ ແລະ ມີການຈັດແຈງສະເພາະຢູ່ຕະຫຼອດເວລາຕາມຄວາມຕ້ອງການຂອງວຽກງານພຣະກິດຕິຄຸນ. ຕົວຢ່າງ: ສົມມຸດວ່າເຮືອນຂອງພຣະເຈົ້າຜະລິດຮູບເງົາທີ່ມີຫົວຂໍ້ທີ່ຂ້ອນຂ້າງໃໝ່ ແລະ ຮູບເງົານັ້ນກໍຖືກຖ່າຍທຳໄດ້ຢ່າງເປັນມືອາຊີບ. ຫຼັງຈາກທີ່ຮູບເງົາຖືກອັບໂຫຼດທາງອອນລາຍ, ມັນກໍໄດ້ຮັບອັດຕາການເຂົ້າເບິ່ງທີ່ຂ້ອນຂ້າງສູງ. ໃນສະຖານະການເຊັ່ນນີ້, ເຮືອນຂອງພຣະເຈົ້າກໍສ້າງຂໍ້ກຳນົດສະເພາະສຳລັບວຽກງານປະເພດນີ້ໂດຍອີງໃສ່ຄຳຕິຊົມ ແລະ ຄວາມຕ້ອງການຂອງວຽກງານພຣະກິດຕິຄຸນ. ສະຫຼຸບແລ້ວ, ລາຍການວຽກງານນີ້ກຳລັງຖືກສະຫຼຸບ ແລະ ປັບປຸງຢູ່ຕະຫຼອດເວລາ ແລະ ມັນກໍກຳລັງຂະຫຍາຍຕົວຂຶ້ນຢູ່ຕະຫຼອດເວລາເຊັ່ນກັນ.
ສຳລັບວຽກງານວິຊາຊີບປະເພດຕ່າງໆ, ການຈັດແຈງຂອງເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສຶກສາໃຫ້ຫຼາຍຂຶ້ນ ແລະ ຊອກຫາຄູສອນ ແລະ ແຫຼ່ງຂໍ້ມູນ ແລະ ອຸປະກອນການສອນປະເພດຕ່າງໆເພື່ອຮຽນຮູ້. ຍົກຕົວຢ່າງເຊັ່ນການຮ້ອງເພງ; ການຊອກຫາຄູສອນເພື່ອຮຽນຮູ້ ແລະ ໃຫ້ພວກເຂົາຊ່ວຍຝຶກສອນການໃຊ້ສຽງກໍເປັນການຈັດແຈງວຽກງານສະເພາະຢ່າງໜຶ່ງເຊັ່ນກັນ. ຫຼັງຈາກທີ່ໄດ້ຍິນການຈັດແຈງນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຊອກຫາຄູສອນທີ່ເໝາະສົມກັບວຽກງານນີ້ຕາມຂໍ້ກຳນົດຂອງເບື້ອງເທິງ ແລະ ໃຫ້ພວກເຂົາສອນນັກຮ້ອງຂອງພວກເຮົາ, ໂດຍການຊ່ວຍເຫຼືອນັກຮ້ອງໃຫ້ສຶກສາຄວາມຮູ້ດ້ານດົນຕີການຂັບຮ້ອງທີ່ຖືກຕ້ອງ ແລະ ວິທີການຮ້ອງເພງທີ່ຖືກຕ້ອງ ແລະ ແນ່ນອນວ່າ ຕ້ອງຊອກຫາຜົນງານທີ່ດີເດັ່ນທີ່ສຸດເພື່ອຮຽນຮູ້. ຄວາມຮູ້ດ້ານວິຊາຊີບຕ້ອງໄດ້ຮັບການສຶກສາຢູ່ສະເໝີກ່ຽວກັບການປະພັນດົນຕີ ແລະ ການຮ້ອງເພງປະສານສຽງ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກໍຮຽກຮ້ອງໃຫ້ຜູ້ຄົນສຶກສາຄວາມຮູ້ດ້ານວິຊາຊີບທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຂົາຢ່າງຕໍ່ເນື່ອງຢູ່ສະເໝີ ແລະ ຮຽນຮູ້ວິທີການນຳໃຊ້ວິທີການທີ່ກ້າວໜ້າ ແລະ ໃຊ້ການໄດ້ຈິງບາງຢ່າງ ແລະ ອື່ນໆ. ການຈັດແຈງວຽກງານ ແລະ ຂໍ້ກຳນົດເຫຼົ່ານີ້ບໍ່ແມ່ນພຽງແຕ່ອອກຄຳສັ່ງຄັ້ງດຽວແລ້ວກໍຈົບເລື່ອງ, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໂອ້ລົມກ່ຽວກັບການຈັດແຈງວຽກງານເຫຼົ່ານີ້ເລື້ອຍໆ, ນຳພາຜູ້ທີ່ເຮັດວຽກງານວິຊາຊີບ, ເຮັດໃຫ້ພວກເຂົາສາມາດສຶກສາຕໍ່ໄປໄດ້ ແລະ ພະຍາຍາມເຮັດໃຫ້ວຽກງານວິຊາຊີບທຸກປະເພດພັດທະນາ ແລະ ລົງເລິກຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ ແລະ ບໍ່ໃຫ້ຢຸດຢູ່ກັບທີ່. ບາງຄົນຄິດວ່າ: “ການຈັດແຈງວຽກງານໄດ້ຖືກອອກໃຫ້ພວກເຮົາໃນມື້ນີ້, ສະນັ້ນ, ພວກເຮົາພຽງແຕ່ຕ້ອງປະຕິບັດຕາມພວກມັນໃນເດືອນນີ້ແລ້ວກໍຈົບເລື່ອງ. ຖ້າເບື້ອງເທິງບໍ່ເວົ້າຫຍັງກ່ຽວກັບມັນໃນອະນາຄົດ, ແລ້ວພວກເຮົາກໍອາດຈະບໍ່ຈຳເປັນຕ້ອງປະຕິບັດຕາມພວກມັນຕໍ່ໄປ”. ມັນເປັນກໍລະນີນີ້ແທ້ບໍ? (ບໍ່.) ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຄິດແບບນີ້ຢ່າງເດັດຂາດ, ແຕ່ຄວນສອບຖາມເປັນໄລຍະໆ ແລະ ຖາມວ່າ: “ການສຶກສາວິຊາຊີບນີ້ຂອງພວກເຈົ້າເປັນແນວໃດແລ້ວ? ພວກເຈົ້າກຳລັງປະເຊີນກັບຄວາມຫຍຸ້ງຍາກໃດໆບໍ? ມີສິ່ງໃດທີ່ຂັດແຍ້ງ ຫຼື ຝືນກັບຫຼັກການບໍ? ໃຜຮຽນໄດ້ດີທີ່ສຸດ, ໃຜມີທັກສະທີ່ສຸດ ແລະ ໃຜຈັບຈຸດໄດ້ໄວທີ່ສຸດ? ຫຼັງຈາກສຶກສາທິດສະດີເຫຼົ່ານີ້ແລ້ວ, ສິ່ງໃດແດ່ທີ່ພວກເຈົ້າໄດ້ຮຽນຮູ້ມາທີ່ພວກເຈົ້າຄິດວ່າເໝາະສົມທີ່ຈະນຳໃຊ້ເຂົ້າໃນວຽກງານຂອງເຮືອນຂອງພຣະເຈົ້າ?” ຍິ່ງໄປກວ່ານັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຖາມຄຳຖາມຕໍ່ຜູ້ຄົນເຫຼົ່ານັ້ນໃນທີມງານພຣະກິດຕິຄຸນທີ່ກຳລັງຮຽນພາສາຕ່າງປະເທດເຊັ່ນ: “ເຈົ້າຮຽນພາສາຕ່າງປະເທດນີ້ມາຈັກປີແລ້ວ? ບໍ່ດົນມານີ້ການຮຽນຂອງເຈົ້າເປັນແນວໃດແລ້ວ? ເຈົ້າສາມາດສົນທະນາໃນຊີວິດປະຈຳວັນໄດ້ຫຼາຍສໍ່າໃດ? ເຈົ້າສາມາດແປຄຳສັບທາງຝ່າຍວິນຍານທົ່ວໄປໄດ້ບໍ? ເຈົ້າສາມາດໃຊ້ພາສາຕ່າງປະເທດນີ້ເພື່ອສື່ສານຄວາມຈິງເຫຼົ່ານີ້ທີ່ກ່ຽວຂ້ອງກັບການເທດສະໜາພຣະກິດຕິຄຸນໄດ້ບໍ? ຕອນນີ້ເຈົ້າເກັ່ງດ້ານການເວົ້າ ຫຼື ການຂຽນຫຼາຍກວ່າ? ເຈົ້າຕ້ອງການຄູສອນເພື່ອຊ່ວຍເຈົ້າຮຽນບໍ? ມີໃຜອີກບໍທີ່ເໝາະສົມ ແລະ ມີທັກສະໃນການຮຽນພາສາຕ່າງປະເທດຫຼາຍກວ່າ? ຈຳນວນບຸກຄະລາກອນປະເພດນີ້ເພີ່ມຂຶ້ນບໍ? ມີໃຜຮູ້ສຶກວ່າການຮຽນພາສາເປັນເລື່ອງຫຍຸ້ງຍາກ ແລະ ລຳບາກເກີນໄປ, ຈົນພວກເຂົາບໍ່ຢາກຮຽນມັນອີກຕໍ່ໄປ ແລະ ລົ້ມເລີກກາງຄັນ ແລະ ຢາກປ່ຽນໄປເຮັດໜ້າທີ່ອື່ນບໍ?” ເລື່ອງສະເພາະເຫຼົ່ານີ້ທີ່ກ່ຽວຂ້ອງກັບວຽກງານປະເພດນີ້ຕ້ອງໄດ້ຮັບການສອບຖາມ ແລະ ກວດກາເປັນໄລຍະໆ. ເນື່ອງຈາກເບື້ອງເທິງໄດ້ມີການຈັດແຈງວຽກງານສະເພາະແລ້ວ, ຜູ້ຊີ້ນຳຄວນຮັບຜິດຊອບຕໍ່ວຽກງານສະເພາະເຫຼົ່ານີ້ໃຫ້ເຖິງທີ່ສຸດ. ຢ່າລໍຖ້າແບບຕັ້ງຮັບໃຫ້ເບື້ອງເທິງມາສອບຖາມ; ຖ້າເບື້ອງເທິງບໍ່ໄດ້ສອບຖາມຫຍັງເປັນເວລາຫົກເດືອນ ຫຼື ໜຶ່ງປີ, ເຈົ້າກໍຍັງຄວນເຮັດວຽກທັງໝົດໃຫ້ດີສຸດຄວາມສາມາດຂອງເຈົ້າ ແລະ ພ້ອມທີ່ຈະຮັບການກວດກາ ແລະ ການຊີ້ນຳຂອງເບື້ອງເທິງຕະຫຼອດເວລາ, ນີ້ຈຶ່ງແມ່ນແນວຄິດທີ່ຖືກຕ້ອງ. ນີ້ກໍເພາະວ່າການຈັດແຈງວຽກງານໄດ້ຖືກອອກຄຳສັ່ງ ແລະ ສື່ສານໄປແລ້ວ ແລະ ເຈົ້າກໍຮັບຜິດຊອບໃນການຕິດຕາມວຽກງານໃນຖານະຜູ້ຊີ້ນຳຂອງມັນ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງຄວນບັນລຸຄວາມຮັບຜິດຊອບຂອງເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ສາມາດບັນລຸຄວາມຮັບຜິດຊອບຂອງເຈົ້າໄດ້, ແລ້ວເຈົ້າກໍເປັນຄົນບໍ່ໄດ້ເລື່ອງ ແລະ ເຈົ້າຄວນຖືກປົດອອກ ແລະ ກຳຈັດ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໄຕ່ຕອງ ແລະ ໂອ້ລົມກ່ຽວກັບການຈັດແຈງວຽກງານສະເພາະເຫຼົ່ານີ້ ຫຼື ການໂອ້ລົມຈາກເບື້ອງເທິງເລື້ອຍໆ ແລະ ຈາກນັ້ນກໍຈັດຕັ້ງປະຕິບັດພວກມັນ ແລະ ຕິດຕາມວຽກງານຕາມສະຖານະການ. ພວກເຂົາຄວນເບິ່ງວ່າວຽກງານປະເພດໃດທີ່ພວກເຂົາໄດ້ເບິ່ງຂ້າມໄປໃນໄລຍະບໍ່ດົນມານີ້ ແລະ ບໍ່ໄດ້ກວດກາເປັນເວລາດົນແລ້ວ ແລະ ວຽກງານປະເພດໃດທີ່ສ່ວນຕົວພວກເຂົາເອງບໍ່ເກັ່ງປານໃດ ແລະ ບໍ່ໄດ້ສອບຖາມໃນໄລຍະບໍ່ດົນມານີ້ ແລະ ດ້ວຍເຫດນີ້ພວກເຂົາຈຶ່ງບໍ່ຮູ້ສະຖານະປັດຈຸບັນຂອງມັນ, ແລ້ວກໍໄປກວດເບິ່ງວຽກງານເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ກ່ຽວກັບວຽກງານວິຊາຊີບປະເພດຕ່າງໆ, ເຮືອນຂອງພຣະເຈົ້າຍັງມີການຈັດແຈງສະເພາະອີກຢ່າງໜຶ່ງຄື: ມັນກຳນົດໄວ້ວ່າບຸກຄົນທີ່ມີຄວາມສາມາດພິເສດທີ່ກ່ຽວຂ້ອງຕ້ອງໄດ້ຮັບການຄົ້ນພົບ, ບົ່ມເພາະ ແລະ ສົ່ງເສີມຢ່າງຕໍ່ເນື່ອງ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແນວໃດເມື່ອພວກເຂົາໄດ້ຮັບການຈັດແຈງວຽກງານນີ້? ພວກເຂົາຕ້ອງໃສ່ໃຈເບິ່ງວ່າມີໃຜທີ່ເໝາະສົມກັບການເຮັດວຽກງານປະເພດນີ້ ຫຼື ບໍ່. ຖ້າບາງຄົນເໝາະສົມກັບການເຮັດວຽກງານປະເພດນີ້ ແຕ່ຍັງບໍ່ທັນມີຄວາມເຂົ້າໃຈກ່ຽວກັບວິຊາຊີບດ້ານເຕັກນິກຢ່າງເລິກເຊິ່ງ, ແລ້ວພວກເຂົາກໍຕ້ອງໄດ້ຮັບການບົ່ມເພາະຢ່າງໄວວາ ແລະ ຖືກຈັດແຈງໃຫ້ສຶກສາ ແລະ ຝຶກຝົນໃນວຽກງານນັ້ນ. ສະຫຼຸບແລ້ວ, ວຽກງານວິຊາຊີບປະເພດຕ່າງໆກໍເປັນລາຍການວຽກງານທີ່ສຳຄັນເຊັ່ນກັນ. ມີຫຼາຍລາຍການທີ່ລວມຢູ່ໃນວຽກງານນີ້ ແລະ ຂອບເຂດຂອງມັນກໍກວ້າງຂວາງເຊັ່ນກັນ ແລະ ເຮືອນຂອງພຣະເຈົ້າກໍໄດ້ມີການຈັດແຈງວຽກງານສະເພາະຫຼາຍຢ່າງສຳລັບມັນ. ຂໍ້ກຳນົດສຳລັບລາຍການວຽກງານນີ້ກໍຄື ການສຶກສາ, ການສະຫຼຸບ ແລະ ການທຳຄວາມເຂົ້າໃຈໃຫ້ເລິກເຊິ່ງຢ່າງບໍ່ຢຸດຢັ້ງ ແລະ ການຊອກຫາຫຼັກການທີ່ເໝາະສົມເພື່ອດຳເນີນການເຮັດໃຫ້ເປັນມາດຕະຖານຢ່າງຕໍ່ເນື່ອງ. ນອກຈາກນີ້, ບຸກຄົນທີ່ມີຄວາມສາມາດພິເສດທີ່ເໝາະສົມກັບການປະຕິບັດໜ້າທີ່ເຫຼົ່ານີ້ກໍຕ້ອງໄດ້ຮັບການບົ່ມເພາະຢູ່ຕະຫຼອດເວລາ. ນີ້ຄືການຈັດແຈງວຽກງານສຳລັບລາຍການໃຫຍ່ນີ້ຂອງວຽກງານວິຊາຊີບປະເພດຕ່າງໆ ແລະ ຍັງເຂົ້າໃຈງ່າຍອີກດ້ວຍ.
V. ຊີວິດຄຣິສຕະຈັກ
ຂໍ້ທີຫ້າ, ຊີວິດຄຣິສຕະຈັກ. ເຮືອນຂອງພຣະເຈົ້າໄດ້ມີການຈັດແຈງ ແລະ ຂໍ້ກຳນົດສະເພາະກ່ຽວກັບເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ, ຮູບແບບຂອງຊີວິດຄຣິສຕະຈັກ ແລະ ຈຳນວນຄົນທີ່ດຳລົງຊີວິດຄຣິສຕະຈັກ. ເຮືອນຂອງພຣະເຈົ້າຍັງມີການຈັດແຈງວຽກງານທີ່ສອດຄ້ອງກັນກ່ຽວກັບຮູບແບບຂອງການເຕົ້າໂຮມ ແລະ ເນື້ອໃນຂອງຊີວິດຄຣິສຕະຈັກພາຍໃຕ້ສະຖານະການ ແລະ ສະພາບການພິເສດອີກດ້ວຍ. ການຈັດແຈງວຽກງານປະເພດເຫຼົ່ານີ້ສ່ວນຫຼາຍແມ່ນອອກໃຫ້ໃນຮູບແບບລາຍລັກອັກສອນ. ການຈັດແຈງວຽກງານສຳລັບຊີວິດຄຣິສຕະຈັກຂອງຜູ້ມາໃໝ່ໃນປະເທດຕ່າງໆເຊັ່ນ: ຮູບແບບ ແລະ ຄວາມຖີ່ຂອງການເຕົ້າໂຮມຂອງພວກເຂົາ ແລະ ເນື້ອໃນທີ່ພວກເຂົາກິນ ແລະ ດື່ມໃນລະຫວ່າງການເຕົ້າໂຮມ ແລະ ອື່ນໆ, ໂດຍພື້ນຖານແລ້ວແມ່ນຄືກັນກັບການຈັດແຈງວຽກງານສຳລັບຊີວິດຄຣິສຕະຈັກຂອງຄົນເຊື້ອສາຍຈີນ, ນອກຈາກບາງສະຖານະການພິເສດ. ເຮົາຫາກໍໄດ້ໃຫ້ພາບລວມແກ່ພວກເຈົ້າກ່ຽວກັບຂອບເຂດຂອງການຈັດແຈງວຽກງານທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ, ເຊິ່ງມັນລວມມີທັງເນື້ອໃນຂອງພຣະທຳຂອງພຣະເຈົ້າທີ່ກິນ ແລະ ດື່ມ ແລະ ເນື້ອໃນສຳລັບການໂອ້ລົມກ່ຽວກັບຄວາມຈິງໃນການເຕົ້າໂຮມສຳລັບໄລຍະບໍ່ດົນມານີ້ ແລະ ຮູບແບບຂອງການໂອ້ລົມໃນການເຕົ້າໂຮມ. ຕົວຢ່າງ: ການບໍ່ອະນຸຍາດໃຫ້ບຸກຄົນດຽວຜູກຂາດການໂອ້ລົມໃນການເຕົ້າໂຮມ, ເວລາສູງສຸດທີ່ແຕ່ລະຄົນໄດ້ຮັບອະນຸຍາດໃຫ້ໂອ້ລົມ, ວິທີປະຕິບັດ ແລະ ຈັດການກັບຄົນທີ່ເວົ້າຍືດຍາວ ແລະ ສະແດງອອກບໍ່ແຈ່ມແຈ້ງ ແລະ ອື່ນໆ, ມີຄຳກ່າວສະເພາະກ່ຽວກັບເລື່ອງສະເພາະທັງໝົດເຫຼົ່ານີ້ທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ ແລະ ການເຕົ້າໂຮມໃນການຈັດແຈງວຽກງານ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກມີໜ້າທີ່ຮັບຜິດຊອບໃນການອອກຄຳສັ່ງ ແລະ ສື່ສານການຈັດແຈງວຽກງານເຫຼົ່ານີ້ ແລະ ໃນອີກດ້ານໜຶ່ງ, ພວກເຂົາມີໜ້າທີ່ຮັບຜິດຊອບໃນການໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນຢ່າງແຈ່ມແຈ້ງກັບອ້າຍເອື້ອຍນ້ອງ, ເພື່ອເຮັດໃຫ້ສະມາຊິກທຸກຄົນຂອງຄຣິສຕະຈັກເຂົ້າໃຈ ແລະ ຍອມຮັບ, ຫຼັງຈາກນັ້ນ ພວກເຂົາພຽງແຕ່ຕ້ອງຈັດຕັ້ງປະຕິບັດ ແລະ ຍຶດໝັ້ນຢ່າງເຂັ້ມງວດ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ມັກເວົ້ານອກເລື່ອງ, ກໍ່ໃຫ້ເກີດການຂັດຂວາງ, ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນຢູ່ເລື້ອຍໆ ເມື່ອເວົ້າໃນການເຕົ້າໂຮມຕ້ອງຖືກຈຳກັດ ແລະ ມີຂໍ້ກຳນົດສະເພາະກ່ຽວກັບສະຖານະການພິເສດປະເພດເຫຼົ່ານີ້ໃນການຈັດແຈງວຽກງານ. ການຈັດແຈງວຽກງານກ່ຽວກັບຊີວິດຄຣິສຕະຈັກສ່ວນໃຫຍ່ແມ່ນກ່ຽວຂ້ອງກັບເລື່ອງຕ່າງໆທັງໝົດທີ່ກ່ຽວກັບການເຕົ້າໂຮມ, ພວກມັນບໍ່ໄດ້ຊັບຊ້ອນ, ພວກມັນງ່າຍດາຍຫຼາຍ ແລະ ບໍ່ວ່າບຸກຄົນໃດໜຶ່ງຈະປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຂົາພຽງແຕ່ຕ້ອງຍຶດໝັ້ນໃນຫຼັກການໃນການຈັດແຈງວຽກງານເຫຼົ່ານີ້. ຕົວຢ່າງ: ໃນການເຕົ້າໂຮມ, ທີມງານພຣະກິດຕິຄຸນພຽງແຕ່ຕ້ອງຍຶດໝັ້ນໃນຫຼັກການໃນການຈັດແຈງວຽກງານກ່ຽວກັບຊີວິດຄຣິສຕະຈັກ, ບໍ່ມີຫຍັງພິເສດສຳລັບພວກເຂົາ. ທີມງານອື່ນໆພຽງແຕ່ປະຕິບັດວຽກງານທີ່ແຕກຕ່າງຈາກຄົນອື່ນ, ທຸກຢ່າງແມ່ນຄືກັນເມື່ອເວົ້າເຖິງເລື່ອງຕ່າງໆເຊັ່ນ: ການເຕົ້າໂຮມ, ການໂອ້ລົມກ່ຽວກັບຄວາມຈິງ, ການອະທິຖານ-ອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມກ່ຽວກັບປະສົບການສ່ວນຕົວ, ບໍ່ໄດ້ເກີນຂອບເຂດນີ້. ພວກເຂົາພຽງແຕ່ຕ້ອງປະຕິບັດຕາມຂໍ້ກຳນົດໃນປັດຈຸບັນຂອງເຮືອນຂອງພຣະເຈົ້າກ່ຽວກັບເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ, ຮູບແບບຂອງການໂອ້ລົມ ແລະ ຮູບແບບຂອງການເຕົ້າໂຮມ. ຖ້າເງື່ອນໄຂເອື້ອອໍານວຍ, ຜູ້ຄົນສາມາດເຕົ້າໂຮມກັນແບບຕົວຕໍ່ຕົວ, ຖ້າບໍ່ດັ່ງນັ້ນ, ພວກເຂົາກໍສາມາດຈັດການເຕົ້າໂຮມທາງອອນລາຍໄດ້. ສິ່ງນີ້ຄວນຈະເປັນເລື່ອງທີ່ງ່າຍດາຍຫຼາຍ ແລະ ກຳນົດໄວ້ຢ່າງຊັດເຈນ. ສະມາຊິກຄຣິສຕະຈັກບາງຄົນກະຈັດກະຈາຍຢູ່ທົ່ວທະວີບ ແລະ ປະເທດຕ່າງໆ, ໂດຍມີບາງຄົນຢູ່ເອີຣົບ ແລະ ບາງຄົນຢູ່ຕາເວັນອອກກາງ; ໃນສະຖານະການແບບນີ້, ການເຕົ້າໂຮມທາງອອນລາຍແມ່ນມີຄວາມຈຳເປັນ. ມັນຂຶ້ນກັບຄຣິສຕະຈັກທ້ອງຖິ່ນທີ່ຈະຕັດສິນໃຈເລືອກເວລາທີ່ພວກເຂົາຈັດການເຕົ້າໂຮມ ແລະ ຄວາມຖີ່ຂອງການເຕົ້າໂຮມ; ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດຂໍ້ກຳນົດສະເພາະກ່ຽວກັບເລື່ອງນີ້ ແລະ ກໍບໍ່ໄດ້ແຊກແຊງໃນເລື່ອງນີ້. ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ແຊກແຊງໃນເລື່ອງນີ້? ບາງຄົນໃນຄຣິສຕະຈັກບໍ່ໄດ້ປະຕິບັດໜ້າທີ່ເຕັມເວລາ; ພວກເຂົາມີວຽກ ແລະ ຄອບຄົວ, ສະພາບການສ່ວນຕົວຂອງພວກເຂົາກໍແຕກຕ່າງກັນ, ບວກກັບເຂດເວລາໃນປະເທດຕ່າງໆກໍແຕກຕ່າງກັນ, ສະນັ້ນ, ພວກເຂົາຕ້ອງໄດ້ຮັບອະນຸຍາດໃຫ້ຕັດສິນໃຈດ້ວຍຕົນເອງວ່າ ພວກເຂົາຈະເຕົ້າໂຮມກັນຈັກຄັ້ງຕໍ່ອາທິດ ແລະ ແຕ່ລະຄັ້ງຈະຈັດຂຶ້ນໃນເວລາໃດ. ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດຂໍ້ກຳນົດສະເພາະກ່ຽວກັບເລື່ອງນີ້, ແຕ່ໃຫ້ພຽງແຕ່ຫຼັກການເທົ່ານັ້ນ. ເຮືອນຂອງພຣະເຈົ້າໄດ້ກຳນົດຂອບເຂດວ່າ ຜູ້ເຊື່ອໃໝ່ຄວນເຕົ້າໂຮມກັນເລື້ອຍສໍ່າໃດຕໍ່ອາທິດ ແລະ ມີຄວາມແຕກຕ່າງລະຫວ່າງຈຳນວນຄັ້ງທີ່ຜູ້ທີ່ປະຕິບັດໜ້າທີ່ ແລະ ຜູ້ທີ່ບໍ່ໄດ້ປະຕິບັດໜ້າທີ່ເຕົ້າໂຮມກັນຕໍ່ອາທິດ. ມີການຈັດແຈງວຽກງານທີ່ກຳນົດໃຫ້ຜູ້ເຊື່ອໃໝ່ເຕົ້າໂຮມກັນເຈັດຄັ້ງຕໍ່ອາທິດບໍ? (ບໍ່.) ແລ້ວຈຳນວນຄັ້ງທີ່ຜູ້ເຊື່ອໃໝ່ຈະຕ້ອງເຕົ້າໂຮມກັນຕໍ່ອາທິດແມ່ນອີງໃສ່ຫຍັງ? (ມັນອີງໃສ່ເວລາທີ່ຜູ້ເຊື່ອໃໝ່ມີ.) ການເຕົ້າໂຮມກັນສອງ ຫຼື ສາມຄັ້ງຕໍ່ອາທິດຢ່າງຫຼາຍທີ່ສຸດ ແລະ ຢ່າງໜ້ອຍໜຶ່ງຄັ້ງແມ່ນເໝາະສົມຢ່າງຍິ່ງ. ບາງຄົນເວົ້າວ່າ “ຄົນໃນເຂດຂອງພວກເຮົາຫວ່າງຫຼາຍໃນຊ່ວງລະດູຫວ່າງງານກະສິກຳ, ສະນັ້ນ, ທຸກຄົນຈຶ່ງຢາກເຕົ້າໂຮມກັນທຸກມື້, ພວກເຮົາເຕົ້າໂຮມກັນມື້ລະສອງຄັ້ງກໍຍັງໄດ້. ພວກເຮົາຢາກເຕົ້າໂຮມກັນຫຼາຍ”. ຫົວໃຈຂອງຜູ້ເຊື່ອໃໝ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ພວກເຂົາຢາກເຂົ້າໃຈຄວາມຈິງຫຼາຍຂຶ້ນຢູ່ສະເໝີ. ຖ້າສະພາບຄອບຄົວຂອງພວກເຂົາເອື້ອອໍານວຍ, ມັນກໍເປັນສິ່ງທີ່ດີ ຖ້າພວກເຂົາຂໍເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ຕາບໃດທີ່ມັນບໍ່ສົ່ງຜົນກະທົບຕໍ່ຊີວິດປະຈຳວັນຂອງພວກເຂົາ. ຈຳນວນຄັ້ງທີ່ແນ່ນອນທີ່ຜູ້ຄົນຄວນເຕົ້າໂຮມກັນທຸກອາທິດຄວນຖືກກຳນົດຕາມສະຖານະການຄອບຄົວ ແລະ ວຽກງານຂອງຜູ້ຄົນທີ່ພຣະເຈົ້າເລືອກໃນແຕ່ລະເຂດ, ເຮືອນຂອງພຣະເຈົ້າບໍ່ໄດ້ກຳນົດຂໍ້ກຳນົດສະເພາະກ່ຽວກັບເລື່ອງນີ້. ຜູ້ຄົນທີ່ພຣະເຈົ້າເລືອກທີ່ມີເງື່ອນໄຂສາມາດເຕົ້າໂຮມກັນຫຼາຍຂຶ້ນໄດ້ ແລະ ພວກເຂົາກໍຈະເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ບັນລຸການເຕີບໂຕທາງຊີວິດໄດ້ໄວຂຶ້ນ. ນີ້ເປັນສິ່ງທີ່ດີ. ເຖິງຢ່າງໃດກໍຕາມ, ຜູ້ທີ່ບໍ່ມີເງື່ອນໄຂທີ່ເໝາະສົມກໍຈະບໍ່ເໝາະສົມກັບການເຕົ້າໂຮມໃນລັກສະນະນີ້ ແລະ ມັນກໍບໍ່ເປັນຫຍັງທີ່ພວກເຂົາຈະເຂົ້າຮ່ວມການເຕົ້າໂຮມຢ່າງໜ້ອຍໜຶ່ງ ຫຼື ສອງຄັ້ງຕໍ່ອາທິດ. ຈຳນວນຄັ້ງທີ່ຄຣິສຕະຈັກໃນເຂດຕ່າງໆຈັດການເຕົ້າໂຮມທຸກອາທິດແມ່ນຂຶ້ນກັບການຕັດສິນໃຈຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ບໍ່ຄວນມີໃຜແຊກແຊງເລື່ອງນີ້. ສິ່ງທີ່ສຳຄັນທີ່ສຸດແມ່ນ ການເຕົ້າໂຮມຖືກຈັດຂຶ້ນເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈຄວາມຈິງ ແລະ ບໍ່ແມ່ນເພື່ອເຫດຜົນອື່ນໃດ. ສະນັ້ນ, ຈຳນວນຄັ້ງທີ່ແຕ່ລະຄຣິສຕະຈັກຈັດການເຕົ້າໂຮມແມ່ນຖືກຕັດສິນໃຈຕາມສະຖານະການສະເພາະຂອງຕົນ. ຖ້າຜູ້ຄົນທີ່ພຣະເຈົ້າເລືອກສາມາດເຂົ້າຮ່ວມການເຕົ້າໂຮມເພີ່ມອີກໜຶ່ງຄັ້ງຕໍ່ອາທິດ, ນັ້ນກໍຈະເປັນປະໂຫຍດຕໍ່ການເຕີບໂຕທາງຊີວິດຂອງພວກເຂົາຫຼາຍຂຶ້ນ. ຖ້າມີຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ຢາກເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ກໍບໍ່ຄວນບັງຄັບພວກເຂົາ. ໂດຍສະເພາະສຳລັບພະນັກງານທີ່ຮັບເງິນເດືອນທີ່ຫຍຸ້ງກວ່າໜ້ອຍໜຶ່ງ ແລະ ບໍ່ມີເວລາເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ, ກໍບໍ່ຄວນຮຽກຮ້ອງໃຫ້ພວກເຂົາເຮັດເຊັ່ນນັ້ນ. ບໍ່ວ່າຜູ້ຄົນຈະຢູ່ໃນຖານະທີ່ຈະເຂົ້າຮ່ວມການເຕົ້າໂຮມໄດ້ ຫຼື ບໍ່ ຫຼື ພວກເຂົາຈະເຕົ້າໂຮມກັນຈັກຄັ້ງກໍຕາມ, ເຮືອນຂອງພຣະເຈົ້າກໍບໍ່ໄດ້ແຊກແຊງ ຫຼື ວາງຂໍ້ຈຳກັດໃດໆ. ນີ້ກໍເພາະວ່າສະຖານະການ ແລະ ພູມຫຼັງຂອງຜູ້ເຊື່ອແຕ່ລະຄົນແມ່ນແຕກຕ່າງກັນທັງໝົດ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຕ້ອງບໍ່ຖືກບັງຄັບ. ກ່ຽວກັບເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ, ເຮືອນຂອງພຣະເຈົ້າມີຂໍ້ກຳນົດທີ່ສອດຄ້ອງກັນໃນການຈັດແຈງວຽກງານຂອງຕົນ ແລະ ຜູ້ນໍາທຸກລະດັບໃນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຕ້ອງມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຂໍ້ກຳນົດເຫຼົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈຢ່າງແນ່ນອນວ່າ ວຽກງານ ແລະ ເລື່ອງສະເພາະໃດແດ່ທີ່ການຈັດແຈງວຽກງານຂອງເບື້ອງເທິງກຳນົດໃຫ້ປະຕິບັດ ແລະ ອ້າຍເອື້ອຍນ້ອງກໍຕ້ອງຊີ້ນຳຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ ເພື່ອເບິ່ງວ່າພວກເຂົາກຳລັງປະຕິບັດວຽກງານນີ້ ຫຼື ບໍ່. ເມື່ອເວົ້າເຖິງເນື້ອໃນທີ່ກິນ ແລະ ດື່ມໃນລະຫວ່າງຊີວິດຄຣິສຕະຈັກ ແລະ ການຈັດແຈງວຽກງານທີ່ກ່ຽວຂ້ອງກັບການເຕົ້າໂຮມທີ່ຕ້ອງເຂົ້າໃຈ ແລະ ປະຕິບັດຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຄວາມເຫັນເປັນເອກະພາບກັບຜູ້ຄົນທີ່ພຣະເຈົ້າເລືອກ, ບໍ່ອະນຸຍາດໃຫ້ມີການປ່ຽນແປງຢ່າງເດັດຂາດ. ການຈັດແຈງວຽກງານກ່ຽວກັບວຽກງານຊີວິດຄຣິສຕະຈັກແມ່ນງ່າຍດາຍຫຼາຍ, ຜູ້ຄົນເຂົ້າໃຈງ່າຍ ແລະ ບໍ່ເປັນນາມມະທຳ.
VI. ການຄຸ້ມຄອງຊັບສິນ
ຂໍ້ທີຫົກ, ການຄຸ້ມຄອງຊັບສິນ. ເຖິງແມ່ນວ່າວຽກງານການຄຸ້ມຄອງຊັບສິນຈະບໍ່ມີການຈັດແຈງວຽກງານອອກໃຫ້ເລື້ອຍໆຄືກັບວຽກງານພຣະກິດຕິຄຸນ ຫຼື ວຽກງານວິຊາຊີບປະເພດຕ່າງໆ, ເຮືອນຂອງພຣະເຈົ້າກໍຍັງມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບວຽກງານນີ້. ການຄຸ້ມຄອງຊັບສິນກ່ຽວຂ້ອງກັບຫຍັງແດ່? ມັນກ່ຽວຂ້ອງກັບວິທີການເກັບຮັກສາຊັບສິນ, ສະຖານທີ່ເກັບຮັກສາ, ຜູ້ທີ່ຈັດການ ແລະ ວິທີການຈັດສັນ, ຈັດການ ແລະ ໂອນຍ້າຍຊັບສິນເມື່ອເກີດອັນຕະລາຍ ຫຼື ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ, ພ້ອມທັງສະຖານະການພິເສດອື່ນໆ. ຄວາມຈິງແລ້ວ ການຈັດແຈງວຽກງານກໍມີຂໍ້ກຳນົດກ່ຽວກັບເລື່ອງທັງໝົດເຫຼົ່ານີ້ ແລະ ເມື່ອເວົ້າເຖິງລາຍການວຽກງານນີ້, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນລໍຖ້າໃຫ້ເບື້ອງເທິງອອກຄຳສັ່ງໂດຍກົງ ຫຼື ອອກການຈັດແຈງວຽກງານ, ແລ້ວຈຶ່ງເລີ່ມຈັດການຊັບສິນແບບຕັ້ງຮັບ. ຖ້າບໍ່ມີການຈັດແຈງວຽກງານໃນທັນທີທີ່ກຳນົດໃຫ້ເຈົ້າຈັດການຊັບສິນໃນທາງທີ່ສະເພາະເຈາະຈົງ ແລະ ໃນສະຖານະການພິເສດ ເມື່ອເຈົ້າບໍ່ຮູ້ວິທີຈັດການຊັບສິນ ແລະ ບໍ່ສາມາດໄດ້ຮັບການຕອບກັບຈາກເບື້ອງເທິງໄດ້ທັນເວລາ, ເຈົ້າຄວນເຮັດແນວໃດ? ຄວາມປອດໄພແມ່ນສິ່ງທີ່ສຳຄັນເປັນອັນດັບທຳອິດ ແລະ ມັນເປັນຄວາມຮັບຜິດຊອບຂອງເຈົ້າທີ່ຈະປົກປ້ອງຊັບສິນຂອງເຮືອນຂອງພຣະເຈົ້າ. ເມື່ອເວົ້າເຖິງໜັງສືພຣະທຳຂອງພຣະເຈົ້າທີ່ເຮືອນຂອງພຣະເຈົ້າພິມ, ພ້ອມທັງເຄື່ອງຈັກ, ສະບຽງອາຫານ, ເງິນ ແລະ ຊັບສິນອື່ນໆທຸກປະເພດ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເກັບຮັກສາສິ່ງທັງໝົດເຫຼົ່ານີ້ໄວ້ໃນສະຖານທີ່ທີ່ປອດໄພຕາມການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ບໍ່ໃຫ້ສິ່ງເຫຼົ່ານີ້ປຽກຊຸ່ມ, ຂຶ້ນລາ ຫຼື ຖືກແມງໄມ້ກັດກິນ, ຍິ່ງໄປກວ່ານັ້ນ ຢ່າປ່ອຍໃຫ້ຄົນຊົ່ວຊ້າ ຫຼື ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາຊັບສິນເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ນອກຈາກການຈັດການຊັບສິນເຫຼົ່ານີ້ຂອງເຮືອນຂອງພຣະເຈົ້າໃຫ້ດີແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຮັກສາຄວາມລັບຢ່າງເຂັ້ມງວດ; ຜູ້ທີ່ບໍ່ກ່ຽວຂ້ອງກັບເລື່ອງເຫຼົ່ານີ້ຕ້ອງບໍ່ໃຫ້ຮູ້ເລື່ອງເຫຼົ່ານີ້ຢ່າງເດັດຂາດ ແລະ ຜູ້ທີ່ຮູ້ເລື່ອງກໍຕ້ອງປິດປາກໃຫ້ແໜ້ນ ແລະ ບໍ່ໃຫ້ເວົ້າແບບຊະຊາຍ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານທີ່ສະເພາະເຈາະຈົງກ່ຽວກັບລາຍການວຽກງານນີ້ ແລະ ມັນບໍ່ເໝາະສົມທີ່ຈະອອກໃຫ້ ຫຼື ເປີດເຜີຍບາງສ່ວນເປັນລາຍລັກອັກສອນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຄິດຫາວິທີ ແລະ ແນວທາງທີ່ດີກວ່າໃນການດຳເນີນການຄຸ້ມຄອງຊັບສິນ, ແນ່ນອນວ່າ, ໃນຂະນະທີ່ຍຶດໝັ້ນໃນຫຼັກການຂອງການຈັດການ ແລະ ປົກປ້ອງຊັບສິນຂອງເຮືອນຂອງພຣະເຈົ້າໃຫ້ດີ ເພື່ອປ້ອງກັນບໍ່ໃຫ້ເກີດການສູນເສຍໃດໆ, ພວກເຂົາອາດຈະປຶກສາຫາລືເລື່ອງດັ່ງກ່າວກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆ ແລະ ຕັດສິນໃຈດ້ວຍຕົນເອງ. ນີ້ແມ່ນລາຍການວຽກງານພິເສດ ແລະ ຜູ້ທີ່ປິດປາກບໍ່ແໜ້ນ, ຜູ້ທີ່ຂາດຄວາມຮູ້ສຶກຮັບຜິດຊອບ, ຜູ້ທີ່ມີເຈດຕະນາບໍ່ຖືກຕ້ອງ, ຜູ້ທີ່ຫາກໍເລີ່ມເຊື່ອ ແລະ ບໍ່ມີພື້ນຖານໃນຄວາມເຊື່ອຂອງພວກເຂົາ ແລະ ຜູ້ທີ່ຄອຍຈ້ອງເບິ່ງຊັບສິນຂອງເຮືອນຂອງພຣະເຈົ້າດ້ວຍຄວາມໂລບຢູ່ສະເໝີ, ຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ຮູ້ເລື່ອງນີ້ຢ່າງເດັດຂາດ. ສິ່ງເຫຼົ່ານີ້ບໍ່ສາມາດລະບຸໄວ້ຢ່າງຊັດເຈນໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ດູແລທີ່ໜ້າເຊື່ອຖືບໍ່ຄວນຮັບຮູ້ເລື່ອງນີ້ບໍ? (ແມ່ນແລ້ວ.) ມີສະຖານະການພິເສດຢູ່ບ່ອນນີ້. ສົມມຸດວ່າຜູ້ນໍາທີ່ຖືກເລືອກໃໝ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາພຽງແຕ່ສາມປີເທົ່ານັ້ນ, ພວກເຂົາມີຄວາມສາມາດທີ່ດີ, ກະຕືລືລົ້ນຫຼາຍ ແລະ ພວກເຂົາເບິ່ງຄືວ່າດີຢູ່ພາຍນອກ, ແຕ່ກໍບໍ່ຮູ້ວ່າລັກສະນະຂອງພວກເຂົາເປັນແນວໃດ, ພວກເຂົາມີທັດສະນະຕໍ່ຊັບສິນແນວໃດ ຫຼື ພວກເຂົາເປັນຄົນໂລບມາກ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ເປັນທີ່ຮູ້ຈັກ ແລະ ບໍ່ແນ່ນອນ ແລະ ອ້າຍເອື້ອຍນ້ອງທີ່ເຊື່ອໃນພຣະເຈົ້າມາເປັນເວລາດົນກໍບໍ່ຮູ້ຈັກຄົນຜູ້ນີ້ດີພໍ, ພວກເຂົາບໍ່ຮູ້ຈັກຄົນຜູ້ນີ້ຢ່າງລະອຽດ. ຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ເມື່ອເຖິງເວລາທີ່ຈະມອບວຽກໃຫ້ພວກເຂົາ, ວຽກງານອື່ນໆທັງໝົດກໍຖືກມອບໃຫ້, ແລ້ວວຽກງານຊັບສິນຄວນມອບໃຫ້ພວກເຂົາບໍ? (ບໍ່ຄວນ.) ເປັນຫຍັງຈຶ່ງບໍ່ຄວນ? ວຽກງານຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນພຽງແຕ່ການຄຸ້ມຄອງຊັບສິນເທົ່ານັ້ນ; ຊັບສິນເປັນພຽງສ່ວນໜຶ່ງໃນວຽກງານຂອງພວກເຂົາ. ຖ້າມີຄົນທີ່ເໝາະສົມຈັດການຊັບສິນແທ້ໆ ແລະ ຜູ້ນໍາທີ່ຖືກເລືອກໃໝ່ຄົນນີ້ບໍ່ໜ້າເຊື່ອຖື, ມັນກໍບໍ່ເປັນຫຍັງທີ່ຈະບໍ່ມອບວຽກງານນີ້ໃຫ້ພວກເຂົາໃນເວລານີ້, ເພາະມັນຍັງບໍ່ເປັນທີ່ຮູ້ຈັກວ່າພວກເຂົາຈະເຊື່ອໃນພຣະເຈົ້າໄດ້ດົນ ຫຼື ບໍ່ ຫຼື ວ່າພວກເຂົາຈະສາມາດຢືນຢັດໄດ້ ຫຼື ບໍ່. ໃນອະດີດ, ມີຄົນໜຶ່ງທີ່ຫາກໍຖືກເລືອກເປັນຜູ້ນໍາຄຣິສຕະຈັກ ແລະ ຫຼັງຈາກທີ່ໄດ້ຮັບຕຳແໜ່ງ, ສິ່ງທຳອິດທີ່ລາວເຮັດກໍຄືການຂໍໝາຍເລກບັນຊີທະນາຄານ ແລະ ລະຫັດຜ່ານ ສຳລັບບັນຊີທີ່ເກັບເຄື່ອງຖວາຍໄວ້ຈາກຜູ້ຄົນທີ່ພຣະເຈົ້າເລືອກ. ລາວຖາມວ່າໃຜມີໝາຍເລກບັນຊີທະນາຄານ ແລະ ລະຫັດຜ່ານເຫຼົ່ານີ້ ແລະ ລາວກໍກົດດັນໃຫ້ພວກເຂົາມອບວຽກງານນີ້ໃຫ້ລາວທັນທີ. ໃນສະຖານະການນີ້, ວຽກງານນີ້ຄວນມອບໃຫ້ລາວບໍ? ລາວບໍ່ໄດ້ກັງວົນ ຫຼື ສົນໃຈວຽກງານອື່ນໃດເລີຍ, ແຕ່ລາວຈິງຈັງ ແລະ ກັງວົນກ່ຽວກັບເລື່ອງນີ້ເປັນພິເສດ, ລາວເປັນຄົນທີ່ໜ້າເຊື່ອຖືບໍ? ຢ່າຄິດວ່າຄົນໃດຄົນໜຶ່ງຈະໜ້າເຊື່ອຖື ເພາະວ່າພວກເຂົາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ໃນຄວາມເປັນຈິງແລ້ວ, ມີພຽງຜູ້ດູແລທີ່ຖືກຄັດເລືອກຕາມຫຼັກການຢ່າງແທ້ຈິງເທົ່ານັ້ນທີ່ໜ້າເຊື່ອຖື, ພວກເຂົາສາມາດສະຫຼະຊີວິດຂອງພວກເຂົາເພື່ອປົກປ້ອງຊັບສິນຂອງເຮືອນຂອງພຣະເຈົ້າໄດ້. ຄົນແບບນີ້ແມ່ນໜ້າເຊື່ອຖືທີ່ສຸດ. ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນສາມາດເຮັດແບບນີ້ໄດ້ບໍ? ບໍ່ຈຳເປັນສະເໝີໄປ. ໃນອະດີດ, ຜູ້ນໍາພາກພື້ນຄົນໜຶ່ງຖືກມັງກອນແດງທີ່ຍິ່ງໃຫຍ່ຈັບກຸມ ແລະ ລາວກໍໄດ້ທໍລະຍົດໂດຍການເປີດເຜີຍຂໍ້ມູນກ່ຽວກັບຊັບສິນທັງໝົດຂອງຄຣິສຕະຈັກ, ເຊິ່ງເຮັດໃຫ້ຊັບສິນຈຳນວນມະຫາສານສູນເສຍໄປ. ຖ້າລາວບໍ່ໄດ້ຮູ້ວ່າຊັບສິນຂອງຄຣິສຕະຈັກຢູ່ໃສ, ລາວກໍຈະບໍ່ສາມາດເປີດເຜີຍເລື່ອງນີ້ໄດ້ ເຖິງແມ່ນວ່າລາວຈະຖືກທຸບຕີຈົນຕາຍກໍຕາມ, ແລ້ວຊັບສິນຂອງເຮືອນຂອງພຣະເຈົ້າກໍຈະບໍ່ໄດ້ທົນທຸກກັບການສູນເສຍບໍ? ມັນເປັນຍ້ອນວ່າລາວຮູ້ຫຼາຍເກີນໄປຢ່າງແນ່ນອນ ລາວຈຶ່ງໄດ້ເປີດເຜີຍທຸກຢ່າງ ເມື່ອລາວບໍ່ສາມາດທົນຕໍ່ການທໍລະມານ ແລະ ການທຸບຕີຢ່າງໂຫດຮ້າຍໄດ້, ເງິນຈຳນວນນັ້ນຈຶ່ງຕົກໄປຢູ່ໃນມືຂອງມັງກອນແດງທີ່ຍິ່ງໃຫຍ່. ຖ້າລາວບໍ່ໄດ້ຮັບອະນຸຍາດໃຫ້ຮູ້ວ່າຊັບສິນເຫຼົ່ານີ້ຢູ່ໃສ ແລະ ຖ້າຜູ້ທີ່ປົກປ້ອງຊັບສິນເຫຼົ່ານັ້ນເປັນຄົນທີ່ໜ້າເຊື່ອຖື, ເງິນຂອງເຮືອນຂອງພຣະເຈົ້າຈະໄດ້ທົນທຸກກັບການສູນເສຍ ແລະ ຖືກມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາດ້ວຍກຳລັງບໍ? ບໍ່, ມັນຈະບໍ່ເປັນເຊັ່ນນັ້ນ. ນີ້ແມ່ນບົດຮຽນທີ່ຮ້າຍແຮງ. ສະນັ້ນ, ຈຸດທີ່ສຳຄັນທີ່ສຸດເມື່ອເວົ້າເຖິງການຈັດແຈງວຽກງານນີ້ກໍຄື ຄວາມປອດໄພຕ້ອງມາກ່ອນ, ການສູນເສຍຕ້ອງຖືກຮັກສາໃຫ້ຢູ່ໃນລະດັບຕໍ່າທີ່ສຸດຢ່າງເດັດຂາດ ແລະ ວຽກງານຄວນຖືກເຮັດໃນວິທີໃດກໍຕາມທີ່ປອດໄພ. ຈົ່ງຊອກຫາຄົນທີ່ສະແດງຄວາມຈົງຮັກພັກດີໃນການຈັດການຊັບສິນຂອງເຮືອນຂອງພຣະເຈົ້າເພື່ອມາຈັດການຊັບສິນເຫຼົ່ານັ້ນ, ນີ້ແມ່ນວິທີການທີ່ໜ້າເຊື່ອຖືທີ່ສຸດ. ເຖິງແມ່ນວ່າຄົນຜູ້ນີ້ຈະບໍ່ສາມາດເຮັດສິ່ງອື່ນໄດ້, ພວກເຂົາກໍຈະຈົງຮັກພັກດີ ແລະ ພວກເຂົາຈະມີຄວາມສາມາດຢ່າງແນ່ນອນເມື່ອເວົ້າເຖິງການປົກປ້ອງເງິນ, ສະນັ້ນ, ການໃຊ້ຄົນຜູ້ນີ້ເພື່ອປົກປ້ອງຊັບສິນແມ່ນສິ່ງທີ່ຖືກຕ້ອງທີ່ຄວນເຮັດ. ເພາະວ່າລາຍການວຽກງານນີ້ເປັນວຽກງານທີ່ມີໜ້າທີ່ສະເພາະ, ການຈັດແຈງສຳລັບວຽກງານນີ້ຈຶ່ງງ່າຍດາຍຫຼາຍ: ຊອກຫາຄົນທີ່ເໝາະສົມເພື່ອປົກປ້ອງຊັບສິນ ແລະ ຊອກຫາສະຖານທີ່ທີ່ປອດໄພເພື່ອເກັບຮັກສາຊັບສິນເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ຍັງມີຂໍ້ກຳນົດສະເພາະໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກ່ຽວກັບການຈັດສັນ ແລະ ການໃຊ້ຈ່າຍຊັບສິນຂອງເຮືອນຂອງພຣະເຈົ້າ; ເງິນສາມາດໃຊ້ຈ່າຍກັບລາຍຈ່າຍທີ່ຈຳເປັນໄດ້, ແຕ່ບໍ່ແມ່ນກັບລາຍຈ່າຍທີ່ບໍ່ຈຳເປັນ. ຍັງມີອີກສິ່ງໜຶ່ງ, ນັ້ນກໍຄື ມີລະບົບການກວດກາທີ່ເຂັ້ມງວດສຳລັບລາຍຈ່າຍທີ່ກ່ຽວຂ້ອງກັບຊັບສິນ ແລະ ເຮືອນຂອງພຣະເຈົ້າມີຂໍ້ກຳນົດສະເພາະສຳລັບຂະບວນການ ແລະ ຂັ້ນຕອນຕ່າງໆ, ເຊິ່ງກຳນົດໃຫ້ມີລາຍເຊັນຈາກບຸກຄົນຫຼາຍຄົນ ແລະ ອື່ນໆ. ມີການຈັດການ, ມີການປົກປ້ອງ, ມີການໃຊ້ຈ່າຍ ແລະ ກໍຍັງມີການບັນຊີ, ມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບສິ່ງທັງໝົດເຫຼົ່ານີ້.
VII. ວຽກງານສະລ້າງ
ຂໍ້ທີເຈັດ, ວຽກງານສະລ້າງ. ເຮືອນຂອງພຣະເຈົ້າກໍກຳລັງມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບລາຍການວຽກງານນີ້ຢ່າງຕໍ່ເນື່ອງເຊັ່ນກັນ. ໃນດ້ານໜຶ່ງ, ການຈັດແຈງວຽກງານແມ່ນເຮັດຂຶ້ນໂດຍອີງໃສ່ຄວາມຕ້ອງການຂອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງ, ພວກມັນແມ່ນເຮັດຂຶ້ນໂດຍອີງໃສ່ການຈັດປະເພດ ແລະ ນິຍາມຂອງຄົນປະເພດຕ່າງໆ, ພ້ອມທັງການຈັດແຍກແຕ່ລະຄົນຕາມປະເພດຂອງພວກເຂົາເອງຕາມການສະແດງອອກຂອງພວກເຂົາເມື່ອພວກເຂົາຖືກເປີດເຜີຍ. ເຮືອນຂອງພຣະເຈົ້າມີຫຼັກການໃນການຈັດການກັບຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອທຸກປະເພດ; ບາງຄົນຖືກສະລ້າງອອກຈາກຖັນແຖວຂອງຜູ້ທີ່ປະຕິບັດໜ້າທີ່, ບາງຄົນຖືກສະລ້າງອອກຈາກຄຣິສຕະຈັກທີ່ເຮັດວຽກເຕັມເວລາ ແລະ ຖືກສົ່ງໄປຍັງຄຣິສຕະຈັກທີ່ເຮັດວຽກບໍ່ເຕັມເວລາ ຫຼື ຄຣິສຕະຈັກທຳມະດາ, ບາງຄົນຖືກສະລ້າງອອກຈາກຄຣິສຕະຈັກທຳມະດາ ແລະ ຖືກສົ່ງໄປຍັງກຸ່ມ ຂ ແລະ ມີບາງຄົນທີ່ຖືກກຳຈັດອອກ ຫຼື ຂັບໄລ່ໂດຍກົງ. ເຮືອນຂອງພຣະເຈົ້າໄດ້ມີການຈັດແຈງວຽກງານສຳລັບວຽກງານສະລ້າງຄຣິສຕະຈັກຊ້ຳແລ້ວຊ້ຳອີກ ແລະ ຍັງມີການຈັດແຈງວຽກງານທີ່ສະເພາະເຈາະຈົງກ່ຽວກັບຄົນປະເພດຕ່າງໆທີ່ເຂົ້າເງື່ອນໄຂທີ່ຈະຖືກສະລ້າງອອກໄປອີກດ້ວຍ. ໂດຍອີງໃສ່ທັດສະນະຄະຕິທີ່ຜູ້ຄົນມີໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ການລະເມີດທີ່ພວກເຂົາໄດ້ເຮັດໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພ້ອມທັງແກ່ນແທ້ທີ່ເສື່ອມຊາມທີ່ຖືກເປີດເຜີຍໃນຄົນປະເພດຕ່າງໆ, ໃນທີ່ສຸດ ເຮືອນຂອງພຣະເຈົ້າກໍສ້າງແຜນການສະເພາະສຳລັບການຈັດການກັບຄົນເຫຼົ່ານີ້. ສະນັ້ນ, ການຈັດການກັບຄົນຊົ່ວຊ້າ, ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສປະເພດຕ່າງໆໂດຍເຮືອນຂອງພຣະເຈົ້າແມ່ນເຮັດຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງທັງໝົດ ແລະ ມັນກໍເຮັດຕາມເຈດຕະນາຂອງພຣະເຈົ້າທັງໝົດ. ເມື່ອເວົ້າເຖິງການຈັດແຈງວຽກງານເຫຼົ່ານີ້, ໃນດ້ານໜຶ່ງ ມັນຈຳເປັນຕ້ອງໂອ້ລົມກ່ຽວກັບຫຼັກການຄວາມຈິງເພື່ອໃຫ້ຜູ້ຄົນເຂົ້າໃຈ ແລະ ຮຽນຮູ້ວິທີແຍກແຍະຄົນປະເພດຕ່າງໆ, ໃນຂະນະທີ່ອີກດ້ານໜຶ່ງ, ມັນຈຳເປັນຕ້ອງອອກການຈັດແຈງວຽກງານເຫຼົ່ານີ້ໃຫ້ແກ່ຄຣິສຕະຈັກຕ່າງໆ ເພື່ອໃຫ້ສາມາດໂອ້ລົມ ແລະ ຈັດຕັ້ງປະຕິບັດໄດ້. ບໍ່ວ່າໃນກໍລະນີໃດກໍຕາມ, ວຽກງານສະລ້າງຄຣິສຕະຈັກຕ້ອງຖືກຈັດຕັ້ງປະຕິບັດໂດຍໄວເທົ່າທີ່ຈະໄວໄດ້ ແລະ ມັນຕ້ອງບໍ່ຖືກຂັດຂວາງຢ່າງເດັດຂາດ. ມັນຕ້ອງດຳເນີນຕໍ່ໄປຈົນກວ່າຈະບໍ່ມີຄົນຊົ່ວຊ້າເຫຼືອຢູ່ໃນຄຣິສຕະຈັກອີກຕໍ່ໄປ. ບໍ່ແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກພຽງແຕ່ຕ້ອງປະຕິບັດວຽກງານສະລ້າງເປັນໄລຍະເວລາໜຶ່ງເມື່ອເບື້ອງເທິງອອກການຈັດແຈງວຽກງານທີ່ສັ່ງໃຫ້ສະລ້າງຄຣິສຕະຈັກ, ແລ້ວຖ້າຫາກພົບວ່າ ມີຄົນຊົ່ວຊ້າກໍ່ໃຫ້ເກີດການລົບກວນອີກຄັ້ງໜຶ່ງຫຼັງຈາກທີ່ການສະລ້າງນັ້ນສຳເລັດແລ້ວ, ແຕ່ເບື້ອງເທິງຍັງບໍ່ທັນໄດ້ມີການຈັດແຈງວຽກງານໃດໆກ່ຽວກັບເລື່ອງນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຈຳເປັນຕ້ອງໃສ່ໃຈຄົນຊົ່ວຊ້າເຫຼົ່ານັ້ນ ຫຼື ສະລ້າງພວກເຂົາອອກໄປ, ການເຮັດແບບນັ້ນແມ່ນໃຊ້ບໍ່ໄດ້ຢ່າງເດັດຂາດ. ວຽກງານສະລ້າງຄຣິສຕະຈັກຕ້ອງສືບຕໍ່ດຳເນີນໄປຢ່າງເປັນລະບຽບ; ຕາບໃດທີ່ຍັງມີຄົນທີ່ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່ອອກ, ວຽກງານສະລ້າງກໍຕ້ອງດຳເນີນຕໍ່ໄປ. ຢ່າລໍຖ້າແບບຕັ້ງຮັບໃຫ້ເບື້ອງເທິງອອກຄຳສັ່ງ ຫຼື ໃຫ້ຜູ້ນໍາລະດັບສູງສື່ສານຄຳສັ່ງເຫຼົ່ານັ້ນໃຫ້ເຈົ້າ ແລະ ຢ່າລໍຖ້າແບບຕັ້ງຮັບໃຫ້ອ້າຍເອື້ອຍນ້ອງຫຼາຍຄົນມາລາຍງານຄົນໃດຄົນໜຶ່ງ. ທັນທີທີ່ຜູ້ຄົນທີ່ພຣະເຈົ້າເລືອກເປີດໂປງ ແລະ ລາຍງານຄົນໃດຄົນໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເລີ່ມສືບສວນ ແລະ ຈັດການກໍລະນີນັ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກກັກຈົດໝາຍລາຍງານໄວ້ ແລະ ບໍ່ຈັດການເລື່ອງດັ່ງກ່າວ, ພວກເຂົາຄວນຖືກສືບສວນ ແລະ ຖືກຈັດການ ແລະ ຖ້າພົບວ່າພວກເຂົາກຳລັງປົກປ້ອງຄົນຊົ່ວຊ້າ, ພວກເຂົາກໍຕ້ອງຖືກກຳຈັດອອກຈາກຄຣິສຕະຈັກພ້ອມກັບຄົນຊົ່ວຊ້າຄົນນັ້ນ. ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດກໍຕາມທີ່ບໍ່ປະຕິບັດວຽກງານສະລ້າງຄຣິສຕະຈັກກໍແມ່ນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມ ແລະ ຄວນຖືກປົດອອກທັນທີ. ຖ້າພວກເຂົາເຖິງຂັ້ນປົກປິດ ແລະ ປົກປ້ອງຄົນຊົ່ວຊ້າ, ພວກເຂົາກໍສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳຈັດອອກ ແລະ ຂັບໄລ່ອອກຈາກຄຣິສຕະຈັກ. ສິ່ງເຫຼົ່ານີ້ແມ່ນຂໍ້ກຳນົດສະເພາະທີ່ເຮືອນຂອງພຣະເຈົ້າໄດ້ເຮັດຂຶ້ນກ່ຽວກັບວຽກງານສະລ້າງຄຣິສຕະຈັກ. ວຽກງານສະລ້າງຄຣິສຕະຈັກເປັນວຽກງານບູລິມະສິດທີ່ຮີບດ່ວນ ແລະ ມີຄວາມໝາຍອັນເລິກເຊິ່ງ. ບອກເຮົາມາເບິ່ງ, ການສະລ້າງຄຣິສຕະຈັກບໍ່ໄດ້ເຮັດເພື່ອຊຳລະລ້າງຄຣິສຕະຈັກໃຫ້ບໍລິສຸດບໍ? ຖ້າຄຣິສຕະຈັກໄດ້ຮັບການຊຳລະລ້າງໃຫ້ບໍລິສຸດແລ້ວ, ນັ້ນກໍຄື ຖ້າບໍ່ມີຄົນຊົ່ວຊ້າທີ່ກໍ່ໃຫ້ເກີດການລົບກວນພາຍໃນ ແລະ ບໍ່ມີຜູ້ບໍ່ເຊື່ອປະປົນຢູ່ໃນທ່າມກາງສະມາຊິກ, ຄຣິສຕະຈັກກໍຈະເປັນຄຣິສຕະຈັກທີ່ແທ້ຈິງ ແລະ ມັນກໍຈະເຫັນຜົນລັບທີ່ດີທີ່ສຸດສຳລັບຊີວິດຄຣິສຕະຈັກເຊັ່ນກັນ. ນີ້ຈະບໍ່ແມ່ນອີກບາດກ້າວທີ່ສຳຄັນໄປສູ່ການບັນລຸລາຊະອານາຈັກຂອງພຣະຄຣິສບໍ? ຄຣິສຕະຈັກທີ່ບໍລິສຸດແບບນີ້ຈະເປັນປະໂຫຍດທີ່ສຸດສຳລັບການເຜີຍແຜ່ພຣະກິດຕິຄຸນແຫ່ງລາຊະອານາຈັກ, ເພາະວ່າທຸກຄົນຈະມີຄວາມຈິງແຫ່ງຄວາມເປັນຈິງ, ທຸກຄົນຈະສາມາດເປັນພະຍານຕໍ່ພຣະເຈົ້າ ແລະ ຖືກເຮັດໃຫ້ບໍລິບູນໃນຖານະປະຊາຊົນຂອງພຣະເຈົ້າ ແລະ ຈະບໍ່ມີຄົນຊົ່ວຊ້າທີ່ກໍ່ໃຫ້ເກີດການລົບກວນອີກຕໍ່ໄປ. ໂດຍທຳມະຊາດແລ້ວ, ຄຣິສຕະຈັກແບບນີ້ກໍຈະເປັນຄຣິສຕະຈັກທີ່ໄດ້ຮັບພຣະພອນຫຼາຍທີ່ສຸດ. ສະນັ້ນ, ການສະລ້າງຄຣິສຕະຈັກຈຶ່ງເປັນລາຍການວຽກງານທີ່ມີຄວາມໝາຍທີ່ສຸດ ແລະ ມັນກໍເຮັດຂຶ້ນທັງໝົດເພື່ອເຮັດໃຫ້ສະພາບແວດລ້ອມທີ່ຜູ້ຄົນທີ່ພຣະເຈົ້າເລືອກປະຕິບັດໜ້າທີ່ຂອງພວກເຂົາໃຫ້ມີຄວາມສະຫງົບສຸກຫຼາຍຂຶ້ນ ແລະ ປາສະຈາກການລົບກວນຂອງຄົນຊົ່ວຊ້າ. ຍິ່ງໄປກວ່ານັ້ນ, ເຮືອນຂອງພຣະເຈົ້າບໍ່ສະໜັບສະໜູນຄົນຂີ້ຄ້ານ ແລະ ຄົນໄຮ້ປະໂຫຍດ ແລະ ບໍ່ສະໜັບສະໜູນພວກກາຝາກທີ່ເພີດເພີນກັບຄວາມສະດວກສະບາຍ ແລະ ຊອກກິນຈົນອີ່ມ. ຜູ້ທີ່ບໍ່ປະຕິບັດໜ້າທີ່ຫຍັງເລີຍ ແລະ ກໍ່ໃຫ້ເກີດການລົບກວນ ແລະ ສົ່ງຜົນກະທົບຕໍ່ຄົນອື່ນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາທັງໝົດ ແລະ ຜູ້ທີ່ເວົ້າຈາແບບບໍ່ຮັບຜິດຊອບ, ຫຍຸ້ງກ່ຽວ ແລະ ບໍ່ໃສ່ໃຈວຽກງານທີ່ເໝາະສົມຂອງຕົນໃນຄຣິສຕະຈັກທັງໝົດ, ກໍຕ້ອງຖືກກຳຈັດອອກເຊັ່ນກັນ. ຕອນນີ້ ຄົນທຸກປະເພດໄດ້ຖືກເປີດເຜີຍຢ່າງສົມບູນແລ້ວ, ວຽກງານສະລ້າງຄຣິສຕະຈັກແມ່ນມີຄວາມຈຳເປັນຢ່າງຍິ່ງ ແລະ ມັນຕ້ອງຖືກເຮັດຢ່າງຖົ່ວເຖິງ ແລະ ດີ. ຄົນຊົ່ວຊ້າ, ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ບໍ່ເຊື່ອ, ຄົນໄຮ້ປະໂຫຍດ ແລະ ພວກກາຝາກທັງໝົດເຫຼົ່ານີ້ທີ່ຖືກເປີດເຜີຍແມ່ນຜູ້ຄົນທີ່ພຣະເຈົ້າລັງກຽດ-ປະຕິເສດ ແລະ ພວກເຂົາກໍເກີນກວ່າຈະຊ່ວຍໃຫ້ລອດພົ້ນໄດ້. ຖ້າຄຣິສຕະຈັກບໍ່ດຳເນີນວຽກງານສະລ້າງ, ສິ່ງນີ້ກໍຈະສົ່ງຜົນກະທົບຕໍ່ວຽກງານການເຜີຍແຜ່ພຣະກິດຕິຄຸນ. ສະນັ້ນ, ວຽກງານສະລ້າງຄຣິສຕະຈັກຈຶ່ງເປັນລາຍການວຽກງານທີ່ສຳຄັນທີ່ຕ້ອງເຮັດໃຫ້ດີຢ່າງຮີບດ່ວນໃນປັດຈຸບັນ. ມີພຽງຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດເຮັດວຽກງານສະລ້າງຄຣິສຕະຈັກໄດ້ດີເທົ່ານັ້ນທີ່ມີຄ່າຄວນແກ່ການບົ່ມເພາະ ແລະ ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກຕໍ່ໄປໄດ້. ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດກໍຕາມທີ່ຂັດຂວາງວຽກງານສະລ້າງຄຣິສຕະຈັກກໍແມ່ນສິ່ງກີດຂວາງ ແລະ ເປັນອຸປະສັກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງເປີດໂປງ ແລະ ລາຍງານພວກເຂົາ. ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບຕ້ອງກຳຈັດອອກ ແລະ ແກ້ໄຂສິ່ງກີດຂວາງ ແລະ ອຸປະສັກທັງໝົດເຫຼົ່ານີ້ຕໍ່ວຽກງານຄຣິສຕະຈັກຢ່າງສິ້ນເຊີງ, ການເຮັດເຊັ່ນນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ມີພຽງແຕ່ການເຮັດເຊັ່ນນີ້ເທົ່ານັ້ນທີ່ເອື້ອອຳນວຍຕໍ່ການດຳເນີນໄປຢ່າງລ່ຽນໄຫຼຂອງລາຍການວຽກງານຕ່າງໆຂອງຄຣິສຕະຈັກ ແລະ ຕໍ່ການທີ່ຄຣິສຕະຈັກປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ເພື່ອໃຫ້ພຣະເຈົ້າສາມາດໄດ້ຮັບຄວາມສະຫງ່າລາສີທັງໝົດ.
VIII. ວຽກງານພາຍນອກ
ຂໍ້ທີແປດ, ວຽກງານພາຍນອກ. ວຽກງານພາຍນອກບໍ່ແມ່ນລາຍການວຽກງານທີ່ໃຫຍ່ ແລະ ກໍບໍ່ແມ່ນລາຍການວຽກງານທີ່ນ້ອຍ ແລະ ມີຫຼາຍຫຼັກການໃນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກ່ຽວກັບວຽກງານພາຍນອກ. ຂໍ້ໜຶ່ງແມ່ນການຮຽນຮູ້ກ່ຽວກັບກົດໝາຍທ້ອງຖິ່ນ ແລະ ລະບຽບການສະເພາະຂອງທ້ອງຖິ່ນ. ນັ້ນກໍຄື ບໍ່ວ່າຄຣິສຕະຈັກຈະເຮັດຫຍັງກໍຕາມໃນສະຖານທີ່ໃດໜຶ່ງ, ເຈົ້າຕ້ອງຮຽນຮູ້ກ່ຽວກັບກົດໝາຍທ້ອງຖິ່ນກ່ອນ, ນີ້ແມ່ນຫຼັກການຂໍ້ໜຶ່ງ. ຫຼັກການອີກຂໍ້ໜຶ່ງກໍຄື ເມື່ອເຈົ້າຕ້ອງປະເຊີນກັບບັນຫາທີ່ກ່ຽວຂ້ອງກັບວຽກງານພາຍນອກທີ່ເຈົ້າບໍ່ເຂົ້າໃຈ ຫຼື ບໍ່ແຈ່ມແຈ້ງ, ເຈົ້າຕ້ອງປຶກສາກັບທະນາຍຄວາມ ແລະ ຜູ້ຊ່ຽວຊານດ້ານກົດໝາຍທີ່ກ່ຽວຂ້ອງ ແລະ ບໍ່ພິພາກສາແບບບໍ່ມີຂໍ້ມູນດ້ວຍຕົນເອງ; ເຈົ້າຕ້ອງສ້າງແຜນການທີ່ສະເພາະເຈາະຈົງສຳລັບການຈັດການເລື່ອງຕ່າງໆຕາມສະພາບການຂອງຊາດທີ່ແຕກຕ່າງກັນໃນແຕ່ລະປະເທດ. ແລ້ວແຜນການເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ເຈົ້າຕ້ອງເຮັດຕາມສິ່ງທີ່ທະນາຍຄວາມເວົ້າ ແລະ ໃຫ້ທະນາຍຄວາມເປັນຜູ້ຕັດສິນໃຈ, ຢ່າພິພາກສາ ຫຼື ຕັດສິນໃຈຕາມອຳເພີໃຈດ້ວຍຕົນເອງ. ສະພາບການຂອງຊາດ, ນະໂຍບາຍ, ກົດໝາຍ ແລະ ລະບຽບການແມ່ນແຕກຕ່າງກັນໃນແຕ່ລະປະເທດ, ສະນັ້ນ, ຢ່າກະທຳການໂດຍອີງໃສ່ຈິນຕະນາການຂອງເຈົ້າ. ຕົວຢ່າງ: ສົມມຸດວ່າເຈົ້າເຫັນຄົນຖືກປຸ້ນຢູ່ຕາມຖະໜົນໃນປະເທດຈີນ. ກົດໝາຍໃນປະເທດຈີນກຳນົດວ່າ ຜູ້ໃດກໍຕາມທີ່ເຫັນເຫດການນີ້ສາມາດແຊກແຊງຢ່າງກ້າຫານໄດ້, ຈັບໂຈນກ່ອນ, ແລ້ວຈຶ່ງສົ່ງຕົວພວກເຂົາໃຫ້ຕຳຫຼວດ. ຖ້າເຈົ້າເຮັດແບບນີ້, ເຈົ້າກໍຈະກາຍເປັນພົນລະເມືອງດີທີ່ກ້າຫານ, ເຈົ້າຈະບໍ່ຕ້ອງຮັບຜິດຊອບທາງກົດໝາຍໃດໆ ແລະ ເຈົ້າຄວນໄດ້ຮັບການຍ້ອງຍໍ. ນີ້ແມ່ນສະຖານະການ ແລະ ລະບົບຂອງຊາດໃນປະເທດຈີນ ແລະ ມັນກໍເປັນວັດທະນະທຳແບບດັ້ງເດີມຊະນິດໜຶ່ງໃນປະເທດຈີນ, ຄົນຈີນເອີ້ນມັນດ້ວຍຊື່ທີ່ໄພເລາະວ່າ “ຄຸນນະທຳແບບດັ້ງເດີມ”. ເຖິງຢ່າງໃດກໍຕາມ, ໃນປະເທດຕາເວັນຕົກ, ໂດຍສະເພາະໃນປະເທດຕ່າງໆເຊັ່ນ: ສະຫະລັດອາເມຣິກາ ແລະ ການາດາ, ຖ້າເຈົ້າເຫັນໂຈນກຳລັງລັກສິ່ງຂອງ, ແລ້ວເຈົ້າຈັບພວກເຂົາທັນທີ ແລະ ລໍຖ້າໃຫ້ຕຳຫຼວດມາຈັບກຸມພວກເຂົາ, ການກະທຳນັ້ນແມ່ນຜິດ, ມັນເປັນການລະເມີດກົດໝາຍ. ນີ້ກໍເພາະວ່າເຈົ້າເປັນພຽງພົນລະເມືອງທຳມະດາ ແລະ ບໍ່ແມ່ນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະ ເຈົ້າບໍ່ມີສິດຈັບກຸມຜູ້ໃດ; ມີພຽງຕຳຫຼວດເທົ່ານັ້ນທີ່ມີສິດຈັບກຸມຜູ້ໃດຜູ້ໜຶ່ງ. ເມື່ອເຈົ້າເຫັນໂຈນກຳລັງລັກສິ່ງຂອງ, ເຈົ້າສາມາດລາຍງານໃຫ້ຕຳຫຼວດໄດ້, ແຕ່ເຈົ້າບໍ່ສາມາດຈັບກຸມໂຈນດ້ວຍຕົນເອງ. ຖ້າເຈົ້າຈັບກຸມໂຈນຕາມອຳເພີໃຈ, ເຈົ້າກໍກຳລັງກະທຳຜິດກົດໝາຍ, ນີ້ແມ່ນກົດໝາຍໃນປະເທດຕາເວັນຕົກ. ມັນບໍ່ເໝາະສົມທີ່ຈະປະຕິບັດ “ຄຸນນະທຳແບບດັ້ງເດີມ” ຂອງຄົນຈີນໃນປະເທດຕາເວັນຕົກ; ປະເທດຕາເວັນຕົກມີກົດໝາຍຂອງຕົນເອງ. ຖ້າເຈົ້າເຫັນຄົນລົ້ມລົງຕາມຖະໜົນໃນປະເທດຕາເວັນຕົກ, ກົດໝາຍກຳນົດໄວ້ວ່າແນວໃດ? ເຈົ້າຕ້ອງເຂົ້າໄປຖາມວ່າ “ເຈົ້າເປັນຫຍັງບໍ? ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ?” ຖ້າຄົນຜູ້ນັ້ນເວົ້າວ່າພວກເຂົາບໍ່ຕ້ອງການຄວາມຊ່ວຍເຫຼືອ, ເຈົ້າກໍສາມາດໄປໄດ້. ຖ້າເຈົ້າເຫັນຄົນລົ້ມລົງ ແຕ່ເຈົ້າບໍ່ຖາມພວກເຂົາວ່າພວກເຂົາເປັນຫຍັງບໍ ຫຼື ບໍ່ເຂົ້າໄປກວດເບິ່ງພວກເຂົາ ແລະ ພຽງແຕ່ຍ່າງຜ່ານໄປ, ເຈົ້າກໍກຳລັງລະເມີດກົດໝາຍ. ຖ້າເຈົ້າຕ້ອງປະເຊີນກັບສະຖານະການເຊັ່ນນີ້ໃນປະເທດຈີນ, ມັນອາດຈະເປັນການຫຼອກລວງ ແລະ ຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າ ຖ້າເຈົ້າບໍ່ສົນໃຈ. ຖ້າເຈົ້າຖາມວ່າ “ເຈົ້າເປັນຫຍັງບໍ? ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ?” ມັນອາດຈະເປັນບັນຫາສຳລັບເຈົ້າ, ຄົນຜູ້ນັ້ນອາດຈະຫຼອກລວງເຈົ້າ ແລະ ຊີວິດຂອງເຈົ້າກໍຈະບໍ່ມີຄວາມສະຫງົບສຸກອີກຕໍ່ໄປ. ສອງເລື່ອງນີ້ບອກຫຍັງແກ່ພວກເຈົ້າ? ການສຶກສາໃນປະເທດຕ່າງໆ ແລະ ທ່າມກາງເຊື້ອຊາດຕ່າງໆແມ່ນແຕກຕ່າງກັນຢ່າງສິ້ນເຊີງ, ເຊັ່ນດຽວກັນກັບສະພາບແວດລ້ອມທາງສັງຄົມ ແລະ ລະບົບສັງຄົມ ແລະ ແນ່ນອນວ່າກົດໝາຍ ແລະ ລະບຽບການກໍແຕກຕ່າງກັນ. ເມື່ອເວົ້າເຖິງວຽກງານພາຍນອກ, ໃນດ້ານໜຶ່ງ, ຜູ້ທີ່ປະຕິບັດວຽກງານນີ້ຈຳເປັນຕ້ອງເຂົ້າໃຈກົດໝາຍ, ລະບຽບການ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງກັບວຽກງານຄຣິສຕະຈັກຢ່າງຖືກຕ້ອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍຄວນເຜີຍແຜ່ຄວາມຮູ້ທົ່ວໄປໃນຊີວິດປະຈຳວັນ ຫຼື ຂໍ້ກຳນົດທາງກົດໝາຍບາງຢ່າງທີ່ອ້າຍເອື້ອຍນ້ອງຈຳເປັນຕ້ອງຮູ້. ສະນັ້ນ, ເຮືອນຂອງພຣະເຈົ້າຈຶ່ງມີການຈັດແຈງວຽກງານກ່ຽວກັບລາຍການວຽກງານນີ້ ໂດຍກຳນົດໃຫ້ຜູ້ທີ່ປະຕິບັດວຽກງານນີ້ຕ້ອງປຶກສາກົດໝາຍ ແລະ ລະບຽບການຂອງລັດຖະບານທີ່ກ່ຽວຂ້ອງກ່ອນສະເໝີໃນທຸກສິ່ງທີ່ພວກເຂົາເຮັດ. ໂດຍສະເພາະເມື່ອຕ້ອງປະເຊີນກັບບັນຫາທີ່ຍາກທີ່ຈະແກ້ໄຂ, ພວກເຂົາຕ້ອງປຶກສາກັບທະນາຍຄວາມ ແລະ ບໍ່ພິພາກສາດ້ວຍຕົນເອງຢ່າງຫຼັບຫູຫຼັບຕາ ຫຼື ສ້າງວິທີແກ້ໄຂຕາມແນວຄິດ ແລະ ເຫດຜົນຂອງຄົນຈີນ, ນີ້ແມ່ນການກະທຳທີ່ໂງ່ຈ້າ ແລະ ບໍ່ຮູ້ຄວາມ. ເມື່ອເຈົ້າເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ເຈົ້າກໍຄວນຈະຮູ້ເຖິງຄວາມສຳຄັນຂອງວຽກງານພາຍນອກ, ຜົນລັບທີ່ມັນຕັ້ງໃຈຈະບັນລຸ, ພ້ອມທັງຄວາມຈຳເປັນທີ່ເຮືອນຂອງພຣະເຈົ້າຕ້ອງມີການຈັດແຈງວຽກງານເຫຼົ່ານີ້. ຂອບເຂດຂອງລາຍການວຽກງານນີ້ບໍ່ກວ້າງຫຼາຍ, ສະນັ້ນ, ໃນສະຖານະການສ່ວນໃຫຍ່ ມັນພຽງພໍແລ້ວທີ່ຈະໃຫ້ບຸກຄະລາກອນທີ່ກ່ຽວຂ້ອງກັບວຽກງານນີ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບການຈັດແຈງວຽກງານຂອງມັນ. ຖ້າມັນເປັນສິ່ງທີ່ອ້າຍເອື້ອຍນ້ອງຈຳເປັນຕ້ອງຮູ້, ກໍຈົ່ງຊ່ວຍໃຫ້ພວກເຂົາເຂົ້າໃຈ ແລະ ເຂົ້າໃຈມັນຢ່າງເລິກເຊິ່ງ. ວຽກງານພາຍນອກກໍມີຄວາມສຳຄັນຫຼາຍເຊັ່ນກັນ, ເພາະວ່າມັນຈະເປັນບັນຫາ ຖ້າອ້າຍເອື້ອຍນ້ອງບໍ່ເຂົ້າໃຈກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການດຳລົງຊີວິດ ແລະ ການເຮັດວຽກຂອງພວກເຂົາໃນຕ່າງປະເທດ. ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານທີ່ສະເພາະເຈາະຈົງກ່ຽວກັບສິ່ງທີ່ກຳນົດໄວ້ໃນດ້ານນີ້ ແລະ ມັນພຽງແຕ່ຈຳເປັນຕ້ອງຈັດຕັ້ງປະຕິບັດສິ່ງນີ້ໂດຍອີງໃສ່ການຈັດແຈງວຽກງານ. ຖ້າສະຖານະການພິເສດເກີດຂຶ້ນ, ເຮືອນຂອງພຣະເຈົ້າກໍຈະສ້າງວິທີແກ້ໄຂສຸກເສີນບາງຢ່າງ. ຖ້າວຽກໃດໜຶ່ງກ່ຽວຂ້ອງກັບວຽກງານພາຍນອກ, ເຈົ້າຕ້ອງປຶກສາກັບບຸກຄະລາກອນວຽກງານພາຍນອກ ແລະ ເບິ່ງວ່າເຮືອນຂອງພຣະເຈົ້າມີການຈັດແຈງທີ່ສະເພາະເຈາະຈົງແນວໃດກ່ຽວກັບວຽກນັ້ນ, ຢ່າອີງໃສ່ຈິນຕະນາການຂອງເຈົ້າຢ່າງຫຼັບຫູຫຼັບຕາ ແລະ ລົງມືເຮັດໂດຍທີ່ບໍ່ມີຂໍ້ມູນ. ການເຮັດແບບນັ້ນອາດຈະກໍ່ໃຫ້ເກີດບັນຫາ ແລະ ຜົນສະທ້ອນກໍຈະຮ້າຍແຮງຢ່າງຫຼວງຫຼາຍ. ວຽກງານພາຍນອກກໍເປັນວຽກງານທີ່ມີໜ້າທີ່ສະເພາະເຊັ່ນກັນ, ມັນບໍ່ໄດ້ຊັບຊ້ອນ ແລະ ເຈົ້າຄວນຈະສາມາດຊອກຫາເລື່ອງວຽກງານທີ່ສະເພາະເຈາະຈົງສ່ວນໃຫຍ່ໄດ້ໃນການຈັດແຈງວຽກງານ. ເມື່ອຜູ້ຄົນເລີ່ມເຮັດວຽກງານພາຍນອກໃນຕ່າງປະເທດເປັນຄັ້ງທຳອິດ, ມັນອາດຈະຮູ້ສຶກຊັບຊ້ອນຢູ່ໜ້ອຍໜຶ່ງ, ແຕ່ຫຼັງຈາກທີ່ເຮັດໄປໄດ້ໄລຍະໜຶ່ງ, ພວກເຂົາກໍຈະຄົ້ນພົບຮູບແບບ ແລະ ວິທີການ ແລະ ມັນກໍຈະບໍ່ເບິ່ງຄືວ່າຊັບຊ້ອນອີກຕໍ່ໄປ. ໃນຕອນທຳອິດ, ຄົນຈີນທີ່ໄປຢູ່ຕ່າງປະເທດຖືກລາຍງານເລື່ອງຖິ້ມຂີ້ເຫຍື້ອຊະຊາຍ, ເຂົ້ານອນເດິກເກີນໄປ, ຕື່ນເຊົ້າເກີນໄປ, ລົບກວນຄົນອື່ນດ້ວຍສຽງໝາເຫົ່າ, ຕາກເຄື່ອງນຸ່ງຢູ່ລະບຽງ ແລະ ຈອດລົດບໍ່ຖືກຕ້ອງ, ພວກເຂົາຖືກລາຍງານຫຼາຍເລື່ອງ. ໃນທີ່ສຸດ, ພວກເຂົາກໍຖືກລາຍງານຫຼາຍຄັ້ງ, ຕຳຫຼວດມັກຈະມາເຄາະປະຕູເພື່ອໃຫ້ຄຳແນະນຳຢູ່ສະເໝີ ແລະ ຫຼັງຈາກຜ່ານໄປເປັນເວລາດົນນານເທົ່ານັ້ນ ພວກເຂົາຈຶ່ງຮັບຮູ້ວ່າພວກເຂົາຢູ່ຕ່າງປະເທດ ແລະ ບໍ່ໄດ້ຢູ່ໃນປະເທດຈີນ. ເທື່ອລະເລັກເທື່ອລະໜ້ອຍ, ພວກເຂົາກໍເລີ່ມມີສະຕິລະວັງຕົວ, ເລີ່ມມີຄວາມຮັບຮູ້ທາງດ້ານກົດໝາຍ ແລະ ເລີ່ມເຂົ້າໃຈລະບຽບການບາງຢ່າງກ່ຽວກັບຊີວິດ, ວຽກງານ, ການຂັບຂີ່ ແລະ ອື່ນໆ. ເມື່ອຄົນຈີນໄປຢູ່ຕ່າງປະເທດຄັ້ງທຳອິດ, ພວກເຂົາເຂົ້າໃຈພຽງແຕ່ມາລະຍາດພື້ນຖານບາງຢ່າງກ່ຽວກັບການປະພຶດຕົນ ແລະ ບໍ່ມີຄວາມຮູ້ທົ່ວໄປກ່ຽວກັບເລື່ອງກົດໝາຍສ່ວນໃຫຍ່; ພວກເຂົາເປັນຄືກັບສັດປ່າ, ໂດຍບໍ່ມີຄວາມຮັບຮູ້ທາງດ້ານກົດໝາຍໃດໆເລີຍ. ຫຼັງຈາກຜ່ານໄປສອງສາມປີ, ພວກເຂົາກໍໄດ້ຮັບຄວາມຮູ້ເພີ່ມຂຶ້ນ ແລະ ເຂົ້າໃຈລະບຽບການບາງຢ່າງ, ຄືກັບວ່າພວກເຂົາໄດ້ຮັບການອົບຮົມ ແລະ ພວກເຂົາກໍດີຂຶ້ນໜ້ອຍໜຶ່ງ.
IX. ສະຫວັດດີການຄຣິສຕະຈັກ
ຂໍ້ທີເກົ້າ, ສະຫວັດດີການຄຣິສຕະຈັກ. ກ່ອນໜ້ານີ້ ເຮືອນຂອງພຣະເຈົ້າໄດ້ຈັດຕັ້ງການຈັດແຈງວຽກງານກ່ຽວກັບສະຫວັດດີການຄຣິສຕະຈັກ ແລະ ຖ້າຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາ ຫຼື ຄອບຄົວຂອງພວກເຂົາຕ້ອງການຄວາມຊ່ວຍເຫຼືອເພື່ອໃຫ້ມີພໍກິນພໍໃຊ້, ຜູ້ນໍາຄຣິສຕະຈັກກໍຕ້ອງແກ້ໄຂບັນຫານີ້. ແຜນການຈັດຕັ້ງປະຕິບັດ ແລະ ຫຼັກການສະເພາະສາມາດພົບໄດ້ໃນການຈັດແຈງວຽກງານເຫຼົ່ານີ້ ແລະ ເຮືອນຂອງພຣະເຈົ້າກໍໄດ້ໃຫ້ຄຳຖະແຫຼງ ແລະ ຂໍ້ກຳນົດສະເພາະໄວ້ແລ້ວ. ກ່ຽວກັບອ້າຍເອື້ອຍນ້ອງທີ່ຖືກຈໍາຄຸກຍ້ອນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ດ້ວຍເຫດນັ້ນ ຈຶ່ງກໍ່ໃຫ້ເກີດຄວາມລຳບາກໃນຊີວິດປະຈຳວັນຂອງຄອບຄົວຂອງພວກເຂົາ; ພໍ່ແມ່ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນເວລາດົນນານຫ່າງໄກຈາກບ້ານ ແລະ ບໍ່ມີໃຜເບິ່ງແຍງລູກໆຂອງພວກເຂົາ; ແລະ ອ້າຍເອື້ອຍນ້ອງທີ່ເຈັບປ່ວຍທີ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາມາເປັນເວລາຫຼາຍປີ, ຄຣິສຕະຈັກຄວນໃຫ້ການຊ່ວຍເຫຼືອ ແລະ ການແກ້ໄຂບັນຫາສຳລັບຄວາມຫຍຸ້ງຍາກເຫຼົ່ານີ້ ແລະ ຄວາມຫຍຸ້ງຍາກອື່ນໆ. ມີສະຖານະການພິເສດທີ່ກ່ຽວຂ້ອງກັບລາຍການວຽກງານນີ້ ແລະ ນັ້ນກໍຄື ເມື່ອຄອບຄົວໃດໜຶ່ງມີເງື່ອນໄຂຄົບຖ້ວນທີ່ຈະຈັດຕ້ອນຮັບອ້າຍເອື້ອຍນ້ອງໃນບ້ານຂອງພວກເຂົາ, ແຕ່ບໍ່ມີແຫຼ່ງລາຍຮັບ, ແລ້ວລາຍຈ່າຍຂອງພວກເຂົາໃນການຈັດຕ້ອນຮັບອ້າຍເອື້ອຍນ້ອງຄວນຈະຖືກຈັດການແນວໃດ? ສິ່ງນີ້ຕົກຢູ່ໃນວຽກງານສະຫວັດດີການຄຣິສຕະຈັກ. ຂໍ້ກຳນົດກ່ຽວກັບເລື່ອງນີ້ສາມາດພົບໄດ້ໃນການຈັດແຈງວຽກງານ ຫຼື ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຈັດສັນຊັບພະຍາກອນຂອງຄຣິສຕະຈັກຢ່າງສົມເຫດສົມຜົນຕາມສະຖານະການຂອງທ້ອງຖິ່ນ ເພື່ອດຳເນີນວຽກງານການຈັດຕ້ອນຮັບ, ຄຣິສຕະຈັກມີຂໍ້ກຳນົດສະເພາະສຳລັບສິ່ງທັງໝົດເຫຼົ່ານີ້. ຖ້າມີສະຖານະການພິເສດບາງຢ່າງເກີດຂຶ້ນນອກເໜືອຂອບເຂດຂອງຂໍ້ກຳນົດສະເພາະເຫຼົ່ານີ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍອາດຈະໂອ້ລົມ ແລະ ປຶກສາຫາລືກ່ຽວກັບເລື່ອງດັ່ງກ່າວ ແລະ ຈັດແຈງຢ່າງເປັນຮູບປະທຳ ແລະ ສົມເຫດສົມຜົນໂດຍອີງໃສ່ມາດຕະຖານການດຳລົງຊີວິດປົກກະຕິຂອງທ້ອງຖິ່ນນັ້ນ. ເຖິງແມ່ນວ່ານີ້ຈະບໍ່ແມ່ນລາຍການວຽກງານຂະໜາດໃຫຍ່ ແລະ ທັງບໍ່ແມ່ນວຽກງານທີ່ສຳຄັນຫຼາຍ, ແຕ່ມັນກໍເປັນວຽກງານທີ່ຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນກໍບໍ່ສາມາດຖືກເມີນເສີຍໄດ້. ຖ້າບໍ່ມີຜູ້ໃດທີ່ຕ້ອງການການຊ່ວຍເຫຼືອເພື່ອໃຫ້ມີພໍກິນພໍໃຊ້ ຫຼື ການຊ່ວຍເຫຼືອທາງດ້ານການເງິນ, ແລ້ວກໍບໍ່ຈຳເປັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງລຳບາກໄປຊອກຫາຄົນທີ່ຕ້ອງການ. ຖ້າມີຄົນດັ່ງກ່າວ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຄວນຫຼີກລ່ຽງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ບໍ່ຄວນບໍ່ສົນໃຈພວກເຂົາ, ຢືນເບິ່ງຢູ່ເສີຍໆ ຫຼື ທໍາທ່າວ່າບໍ່ເຫັນພວກເຂົາ. ພວກເຂົາຄວນປະຕິບັດຕາມຫຼັກການ, ນີ້ຄືຄວາມຮັບຜິດຊອບຂອງພວກເຂົາ.
X. ແຜນສຸກເສີນ
ຂໍ້ທີສິບ, ແຜນສຸກເສີນ. ແຜນສຸກເສີນແມ່ນມີໄວ້ເພື່ອແກ້ໄຂບັນຫາພິເສດທີ່ເກີດຂຶ້ນໃນວຽກງານສ່ວນໃດສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ບໍ່ວ່າມັນຈະເປັນບັນຫາທີ່ຕ້ອງການການແກ້ໄຂຢ່າງຮີບດ່ວນທີ່ປາກົດໃນວຽກງານພຣະກິດຕິຄຸນ, ຫຼື ວຽກງານບໍລິຫານ, ຫຼື ວຽກງານວິຊາຊີບ, ຫຼື ຖ້າມີກໍລະນີທີ່ກ່ຽວຂ້ອງກັບຜູ້ຕໍ່ຕ້ານພຣະຄຣິສ ຫຼື ຜູ້ນໍາປອມທີ່ກຳລັງຖືກຈັດການ, ຫຼື ຖ້າມີສະຖານະການພິເສດບາງຢ່າງທີ່ຜູ້ຄົນຖືກນໍາພາຢ່າງຜິດໆກຳລັງຖືກແຍກແຍະ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ຢູ່ໃນໝວດໝູ່ຂອງແຜນສຸກເສີນ. ຕົວຢ່າງ: ຖ້າຄົນໃດຄົນໜຶ່ງກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ຖ້າມີຜູ້ຕໍ່ຕ້ານພຣະຄຣິສກຳລັງກະທຳຕາມອຳເພີໃຈ ແລະ ເປັນຜະເດັດການ ແລະ ພະຍາຍາມສ້າງອານາຈັກຂອງພວກເຂົາເອງ ແລະ ອື່ນໆ, ທັນທີທີ່ເຮືອນຂອງພຣະເຈົ້າຄົ້ນພົບວ່າມັນສົມຄວນທີ່ຈະສ້າງການຈັດແຈງວຽກງານຂຶ້ນມາເພື່ອການວາງແຜນສະເພາະກ່ຽວກັບສະຖານະການໃດໜຶ່ງເຫຼົ່ານີ້, ເຮືອນຂອງພຣະເຈົ້າກໍຈະເຮັດການສື່ສານເປັນລາຍລັກອັກສອນທີ່ສອດຄ້ອງກັນ. ແຜນສຸກເສີນແມ່ນອີງໃສ່ສະຖານະການສຸກເສີນບາງຢ່າງທີ່ກຳລັງເກີດຂຶ້ນໃນຄຣິສຕະຈັກໃນເວລານັ້ນ ແລະ ເບື້ອງເທິງກໍສ້າງການຈັດແຈງວຽກງານສະເພາະຕາມຄວາມຮ້າຍແຮງຂອງສະຖານະການ ແລະ ຈາກນັ້ນກໍອອກຄຳສັ່ງ ແລະ ສື່ສານພວກມັນອອກໄປ. ແຜນການສະເພາະອາດຈະກ່ຽວຂ້ອງກັບລາຍການວຽກງານໃດໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ, ຕາບໃດທີ່ມັນຖືກຈັດແຈງໂດຍເບື້ອງເທິງ ແລະ ເບື້ອງເທິງກຳນົດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດຕັ້ງປະຕິບັດມັນ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດມັນຕາມການຈັດແຈງວຽກງານຂອງເບື້ອງເທິງ. ພວກເຂົາຕ້ອງບໍ່ຖືເບົາຕໍ່ການຈັດແຈງວຽກງານເຫຼົ່ານີ້. ເມື່ອເບື້ອງເທິງສ້າງການຈັດແຈງວຽກງານປະເພດນີ້, ພວກມັນບໍ່ໄດ້ສຳຄັນໜ້ອຍໄປກວ່າວຽກງານບໍລິຫານ ຫຼື ວຽກງານວິຊາຊີບສະເພາະໃດໜຶ່ງ. ເຖິງແມ່ນວ່າການຈັດແຈງວຽກງານເຫຼົ່ານີ້ຈະເປັນພຽງການຊົ່ວຄາວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຍັງຄວນປະກາດໃຊ້, ສື່ສານ, ຈັດຕັ້ງປະຕິບັດ ແລະ ຕິດຕາມພວກມັນຄືກັບການຈັດແຈງວຽກງານທີ່ເປັນທາງການ ແລະ ຕໍ່ມາກໍໃຫ້ຄຳອະທິບາຍ ແລະ ລາຍງານຕໍ່ເບື້ອງເທິງ, ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແຜນສຸກເສີນບໍ່ໄດ້ແນໃສ່ລາຍການວຽກງານໃດໜຶ່ງໂດຍສະເພາະ, ນັ້ນກໍຄື ໃນເວລາໃດກໍຕາມ ເບື້ອງເທິງຈະມອບໝາຍວຽກງານ, ສ້າງຂໍ້ກຳນົດ ຫຼື ໃຫ້ການຈັດແຈງວຽກງານແກ່ຜູ້ນໍາທຸກລະດັບໃນທຸກຂົງເຂດ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງບໍ່ລະເລີຍວຽກງານປະເພດນີ້. ເນື່ອງຈາກພວກມັນເປັນການຈັດແຈງວຽກງານ ແລະ ພວກມັນຖືກອອກຄຳສັ່ງແກ່ຜູ້ນໍາທຸກລະດັບ ແລະ ແກ່ທຸກຂົງເຂດ, ພວກມັນຈຶ່ງເປັນວຽກງານທີ່ຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນຢືນເບິ່ງຢູ່ເສີຍໆ ຫຼື ຈັດປະເພດວຽກງານຕາມຂອບເຂດ ຫຼື ຕາມວ່າວຽກງານນັ້ນເປັນໜ້າທີ່ຂອງພວກເຂົາ ຫຼື ບໍ່ ຫຼື ຄາດເດົາທ່ວງທຳນອງ ແລະ ຄວາມຮີບດ່ວນຂອງເບື້ອງເທິງໃນການຈັດແຈງວຽກງານ ເພື່ອຕັດສິນວ່າຈະຈັດຕັ້ງປະຕິບັດພວກມັນຢ່າງທັນການ ຫຼື ບໍ່. ສິ່ງດັ່ງກ່າວບໍ່ຄວນເກີດຂຶ້ນ, ແທນທີ່ຈະເປັນແນວນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນວຽກງານນັ້ນຄືກັບວຽກງານທີ່ເປັນທາງການ ແລະ ເຮັດໃຫ້ມັນສຳເລັດໃນຂະນະທີ່ປະຕິບັດຕໍ່ມັນຄືກັບເປັນວຽກງານ ແລະ ການຝາກຝັງທີ່ສຳຄັນ, ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ມີແຜນສຸກເສີນໃນສະຖານະການພິເສດ ແລະ ນີ້ຄືວຽກງານທີ່ດຳເນີນໃນສະພາບການພິເສດ. ເມື່ອມີສິ່ງສະເພາະ ແລະ ພິເສດໃດໜຶ່ງເກີດຂຶ້ນ, ເບື້ອງເທິງຈະໃຊ້ສະພາບການ ແລະ ເຫດການເຫຼົ່ານີ້ ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງໄດ້ໃຊ້ໂອກາດນີ້ ເພື່ອແຍກແຍະຜູ້ຄົນ ແລະ ສິ່ງຕ່າງໆໂດຍໃຊ້ຄວາມຈິງໃນທາງທີ່ເປັນພາກປະຕິບັດຫຼາຍຂຶ້ນ, ເພື່ອຮຽນຮູ້ວິທີເບິ່ງທະລຸຜູ້ຄົນ ແລະ ສິ່ງຕ່າງໆ ແລະ ບັນລຸຄວາມເຂົ້າໃຈຄວາມຈິງທີ່ຍິ່ງໃຫຍ່ກວ່າເກົ່າ. ຈຸດປະສົງຂອງການເຮັດເຊັ່ນນີ້ກໍຄືເພື່ອເຮັດໃຫ້ຜູ້ຄົນສາມາດແຍກແຍະຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ນອກຈາກນີ້, ມັນຍັງຖືກເຮັດຂຶ້ນເພື່ອເຮັດໃຫ້ອ້າຍເອື້ອຍນ້ອງມີສະພາບແວດລ້ອມທີ່ງຽບສະຫງົບ, ເໝາະສົມ ແລະ ບໍ່ຖືກລົບກວນສຳລັບຊີວິດຄຣິສຕະຈັກຂອງພວກເຂົາ. ໃນອີກດ້ານໜຶ່ງ, ມັນຖືກເຮັດຂຶ້ນເພື່ອເຮັດໃຫ້ຜູ້ຄົນສາມາດຮຽນຮູ້ບົດຮຽນຕ່າງໆຢ່າງທັນການ ແລະ ໄດ້ຮັບການຝຶກຝົນ; ຫຼັງຈາກທີ່ໄດ້ຮັບການຝຶກຝົນຄັ້ງໜຶ່ງດ້ວຍວິທີນີ້, ຜູ້ຄົນກໍຈະມີຄວາມກ້າວໜ້າຢ່າງມະຫາສານໃນຊີວິດຂອງພວກເຂົາ. ນີ້ຄືວິທີທີ່ເບື້ອງເທິງໃຊ້ຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ ແລະ ອ້າຍເອື້ອຍນ້ອງ, ໂດຍສະເພາະອ້າຍເອື້ອຍນ້ອງຜູ້ທີ່ສະແຫວງຫາຄວາມຈິງ. ບໍ່ມີເຈດຕະນາຮ້າຍໃນນັ້ນ, ເບື້ອງເທິງບໍ່ໄດ້ກຳລັງທໍລະມານຜູ້ຄົນ ຫຼື ເຮັດເລື່ອງເລັກນ້ອຍໃຫ້ເປັນເລື່ອງໃຫຍ່. ເຖິງແມ່ນວ່າພວກມັນຈະເປັນແຜນສຸກເສີນ, ເຊິ່ງເປັນການຈັດແຈງວຽກງານຊົ່ວຄາວ, ພວກມັນກໍຍັງມີຄວາມສຳຄັນ ແລະ ມີຄຸນຄ່າ ແລະ ເຮົາຫວັງວ່າຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ ແລະ ອ້າຍເອື້ອຍນ້ອງຈະສາມາດເຂົ້າໃຈສິ່ງນີ້ ແລະ ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ.
ພວກເຮົາໄດ້ຂຽນລາຍການການຈັດແຈງວຽກງານທັງໝົດ 10 ລາຍການ ແລະ ຕອນນີ້ ເຮົາກໍໄດ້ໂອ້ລົມກ່ຽວກັບ 10 ລາຍການນີ້ຈົບແລ້ວໂດຍພື້ນຖານ. ເຮົາບໍ່ໄດ້ໂອ້ລົມກ່ຽວກັບພວກມັນຢ່າງລະອຽດຫຼາຍ, ແຕ່ສິ່ງທີ່ເຮົາໄດ້ໂອ້ລົມກໍພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຂົ້າໃຈ ແລະ ຢັ່ງຮູ້ວ່າການຈັດແຈງວຽກງານແມ່ນຫຍັງແທ້ ແລະ ເຮືອນຂອງພຣະເຈົ້າເຮັດວຽກງານສະເພາະໃດແດ່. ໃນອີກດ້ານໜຶ່ງ, ມັນເຮັດໃຫ້ພວກເຈົ້າສາມາດເຂົ້າໃຈໄດ້ວ່າພຣະເຈົ້າກຳລັງເຮັດຫຍັງແທ້ໃນຄຣິສຕະຈັກ ແລະ ໃນທ່າມກາງຜູ້ຄົນທີ່ພຣະອົງເລືອກຜ່ານລາຍການສະເພາະເຫຼົ່ານີ້. ວຽກງານຂອງເຮືອນຂອງພຣະເຈົ້າບໍ່ແມ່ນການພົວພັນກິດຈະການ ຫຼື ການເມືອງ ຫຼື ສິດທິມະນຸດ ແລະ ທັງບໍ່ແມ່ນການດຳເນີນກິດຈະກຳທາງການຄ້າໃດໆ; ລາຍການວຽກງານທີ່ເຮືອນຂອງພຣະເຈົ້າເຮັດກໍຄືສິ່ງທີ່ພົບເຫັນໃນການຈັດແຈງວຽກງານ. ດ້ວຍເຫດນັ້ນ, ພັກການເມືອງທີ່ມີອຳນາດ ແລະ ສະຖາບັນທາງສັງຄົມບາງແຫ່ງຈຶ່ງຕິດຕາມ, ຄົ້ນຄວ້າ ແລະ ສືບສວນຢູ່ສະເໝີວ່າເກີດຫຍັງຂຶ້ນກັບຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ບາງທີໂດຍການກວດສອບເລື່ອງນີ້, ຜ່ານການເບິ່ງວິດີໂອ ແລະ ເວັບໄຊຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍໄດ້ຢືນຢັນວ່າ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄວາມເຊື່ອທີ່ແທ້ຈິງ ແລະ ບໍ່ໄດ້ກ່ຽວຂ້ອງກັບກິດຈະກຳທາງການເມືອງຂອງປະເທດໃດໆ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ທົນທຸກຕໍ່ການກົດຂີ່ຂົ່ມເຫັງ ແລະ ການໂຈມຕີຢ່າງປ່າເຖື່ອນຂອງພັກກອມມູນິດຈີນມາເປັນເວລາຫຼາຍປີ, ເຖິງຢ່າງໃດກໍຕາມ ກໍຍັງສືບຕໍ່ເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານຕໍ່ພຣະເຈົ້າ ແລະ ໄດ້ອັບໂຫຼດພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ວິດີໂອຄຳພະຍານທຸກປະເພດຂຶ້ນທາງອອນລາຍ, ນຳເອົາຜົນປະໂຫຍດອັນຍິ່ງໃຫຍ່ ແລະ ຫຼວງຫຼາຍມາສູ່ສັງຄົມມະນຸດ ແລະ ເປັນການຢັ້ງຢືນຢ່າງຄົບຖ້ວນວ່າ ພຣະເຈົ້າກຳລັງສະແດງອອກເຖິງຄວາມຈິງ ແລະ ຊ່ວຍມະນຸດໃຫ້ລອດພົ້ນຢ່າງຕໍ່ເນື່ອງໃນຍຸກສຸດທ້າຍ. ພວກເຂົາຄົ້ນຄວ້າແລ້ວຄົ້ນຄວ້າອີກ, ແລ້ວພວກເຂົາໄດ້ຮັບຜົນຫຍັງຈາກການຄົ້ນຄວ້າຂອງພວກເຂົາ? ພວກເຂົາຈະບໍ່ຜິດຫວັງຢ່າງຮ້າຍແຮງບໍ? ພວກເຂົາເຖິງຂັ້ນຄິດຫາວິທີວ່າຈະຊອກຫາຂໍ້ອ້າງໃດເພື່ອຕິດປ້າຍ “ສາສະໜານອກຮີດ” ໃສ່ຄຣິສຕະຈັກຂອງພວກເຮົາ ແລະ ຕິດປ້າຍຄຣິສຕະຈັກວ່າຕໍ່ຕ້ານພັກ ແລະ ຕໍ່ຕ້ານລັດ. ແຕ່ຕອນນີ້ພວກເຂົາເຫັນວ່າພວກເຂົາບໍ່ສາມາດເຮັດແບບນີ້ໄດ້, ເມື່ອຕັດສິນຈາກການຈັດແຈງວຽກງານທີ່ຄຣິສຕະຈັກອອກຄຳສັ່ງມາຕະຫຼອດຫຼາຍປີ, ພວກເຂົາບໍ່ມີທາງທີ່ຈະຕິດປ້າຍເຫຼົ່ານີ້ໃສ່ຄຣິສຕະຈັກໄດ້ ແລະ ການຄົ້ນຄວ້າຂອງພວກເຂົາກໍສູນເປົ່າທັງໝົດ. ນີ້ກໍຄືກັນກັບຕອນທີ່ຊາວຢິວສຶກສາກ່ຽວກັບອົງພຣະເຢຊູເຈົ້າໃນສະໄໝນັ້ນ. ພວກທຳມະຈານ, ພວກຟາຣີຊາຍ ແລະ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານໄດ້ສຶກສາສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວ ແລະ ໄດ້ກະທຳ ແລະ ພົບວ່າບໍ່ມີສິ່ງໃດທີ່ພຣະອົງໄດ້ກະທຳນັ້ນຂັດຕໍ່ກົດໝາຍ ຫຼື ກ່ຽວຂ້ອງກັບການເມືອງ, ທຸກສິ່ງທີ່ອົງພຣະເຢຊູເຈົ້າໄດ້ກ່າວ ແລະ ໄດ້ກະທຳນັ້ນລ້ວນແຕ່ຖືກຕ້ອງ, ເປັນຄວາມຈິງ ແລະ ສອດຄ່ອງກັບພຣະຄຳພີທັງໝົດ ແລະ ໃນທີ່ສຸດພວກເຂົາກໍຜິດຫວັງ. ຕອນນີ້ ໂລກສາສະໜາເຫັນວ່າເຮືອນຂອງພຣະເຈົ້າກຳລັງຜະລິດຮູບເງົາ ແລະ ວິດີໂອຄຳພະຍານຈາກປະສົບການຫຼາຍຂຶ້ນເລື້ອຍໆ ແລະ ໂດຍສະເພາະຢ່າງຍິ່ງ ໜັງສື ແລະ ການອ່ານພຣະທຳຂອງພຣະເຈົ້າກໍກຳລັງເພີ່ມຈຳນວນຂຶ້ນ, ແລ້ວພວກເຂົາຄິດແນວໃດ? ຖ້າພວກເຂົາບໍ່ສາມາດເຫັນໄດ້ວ່າສິ່ງທັງໝົດເຫຼົ່ານີ້ມາຈາກພຣະເຈົ້າ, ແລ້ວພວກເຂົາກໍໂງ່ຈ້າຢ່າງບໍ່ໜ້າເຊື່ອແທ້ໆ! ສິ່ງທີ່ມາຈາກພຣະເຈົ້າຈະຕ້ອງຈະເລີນຮຸ່ງເຮືອງ, ນີ້ຄືຜົນໄດ້ຮັບຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຜູ້ໃດສາມາດປິດບັງສິ່ງນີ້ໄດ້. ຕອນນີ້ ພຣະທຳຂອງພຣະເຈົ້າໄດ້ເຜີຍແຜ່ໄປທົ່ວໂລກ ແລະ ຄວາມຈິງທີ່ພຣະອົງສະແດງອອກນັ້ນກໍຖືກວາງໄວ້ຕໍ່ໜ້າຂອງມະນຸດຊາດທັງໝົດ; ການປາກົດ ແລະ ພາລະກິດຂອງພຣະເຈົ້າກໍດຳເນີນໄປຂ້າງໜ້າຢ່າງຊົງພະລັງ, ບໍ່ມີຊາດໃດ ຫຼື ອຳນາດໃດສາມາດຕໍ່ຕ້ານມັນໄດ້. ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮັດໃຫ້ອັບອາຍ ແລະ ປະລາໄຊຢ່າງສິ້ນເຊີງແລ້ວ! ບໍ່ວ່າໂລກສາສະໜາຈະກ່າວໂທດມັນແນວໃດກໍຕາມ, ພວກເຂົາກໍບໍ່ສາມາດຕໍ່ຕ້ານພາລະກິດຂອງພຣະເຈົ້າໄດ້ ແລະ ໃນທີ່ສຸດ ພວກເຂົາກໍພຽງແຕ່ສາມາດຖືກກຳຈັດ ແລະ ຖືກຈົມຫາຍໄປໂດຍກະແສຄື້ນແຫ່ງພາລະກິດຂອງພຣະອົງເທົ່ານັ້ນ.
ຕອນນີ້ ເຮົາໄດ້ໂອ້ລົມກ່ຽວກັບລາຍການການຈັດແຈງວຽກງານຈົບແລ້ວ. ສິ່ງທີ່ເຮົາໄດ້ໂອ້ລົມກັນນັ້ນບໍ່ແມ່ນວຽກງານທັງໝົດທີ່ເຮືອນຂອງພຣະເຈົ້າເຮັດບໍ? ວຽກງານນີ້ຄືສິ່ງທີ່ພວກເຈົ້າເຫັນດ້ວຍຕາ, ສິ່ງທີ່ພວກເຈົ້າໄດ້ຍິນດ້ວຍຫູ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນຄຸນຄ່າດ້ວຍຕົວພວກເຈົ້າເອງ, ບໍ່ມີຫຍັງເປັນຄວາມລັບກ່ຽວກັບມັນ. ມັງກອນແດງທີ່ຍິ່ງໃຫຍ່ມີການຈັດແຈງວຽກງານທັງໝົດຂອງຄຣິສຕະຈັກຕະຫຼອດຫຼາຍປີທີ່ຜ່ານມາ, ການຈັດແຈງວຽກງານທີ່ພວກເຂົາຄອບຄອງນັ້ນມີຈຳນວນຫຼວງຫຼາຍ ແລະ ຄົບຖ້ວນ. ພວກເຂົາສຶກສາພວກມັນທຸກມື້ ແລະ ພວກເຂົາກໍສຶກສາແລ້ວສຶກສາອີກຈົນໃນທີ່ສຸດພວກເຂົາກໍໄດ້ຂໍ້ສະຫຼຸບນີ້: “ຖ້າຜູ້ຄົນເຫຼົ່ານີ້ເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ເປັນພະຍານຕໍ່ພາລະກິດຂອງພຣະເຈົ້າຢ່າງຕໍ່ເນື່ອງດ້ວຍວິທີນີ້, ແລ້ວມັນກໍຈະເປັນເລື່ອງທີ່ຮ້າຍແຮງຫຼາຍ! ຜູ້ຄົນທັງໝົດເຫຼົ່ານີ້ຕ້ອງຖືກກຳຈັດໃຫ້ໝົດສິ້ນ ແລະ ພວກເຂົາຈະຕ້ອງບໍ່ຖືກລະເວັ້ນ ເຖິງແມ່ນວ່າພວກເຂົາຈະຫຼົບໜີໄປຕ່າງປະເທດກໍຕາມ”. ເຈົ້າເຫັນບໍ, ມານຮ້າຍບໍ່ຄືກັນກັບຄົນທີ່ເສື່ອມຊາມທຳມະດາ, ພວກມັນຈະຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ຖ້າຄົນທີ່ເສື່ອມຊາມທຳມະດາເຫັນຄຳພະຍານຈາກຄຣິສຕະຈັກ, ພວກເຂົາກໍສາມາດເຂົ້າໃຈພວກມັນໄດ້, ພວກເຂົາຄິດວ່າພວກມັນສົມເຫດສົມຜົນ ແລະ ພວກເຂົາຈະບໍ່ມີສ່ວນຮ່ວມໃນການຂົ່ມເຫັງໃດໆ. ເຖິງຢ່າງໃດກໍຕາມ, ຊາຕານ ແລະ ມານຮ້າຍບໍ່ໄດ້ເປັນແບບນີ້. ເມື່ອພວກເຂົາເຫັນເຈົ້າຕິດຕາມພຣະເຈົ້າ ແລະ ເປັນພະຍານຕໍ່ພຣະເຈົ້າ, ພວກເຂົາກໍກຽດຊັງເຈົ້າ, ພວກເຂົາຢາກຂ້າເຈົ້າ ແລະ ພວກເຂົາບໍ່ອະນຸຍາດໃຫ້ເຈົ້າມີຊີວິດຢູ່. ຖ້າເຈົ້າບໍ່ເຮັດຕາມທີ່ພວກເຂົາເວົ້າ ແລະ ບໍ່ນະມັດສະການພວກເຂົາ, ແລ້ວພວກເຂົາກໍຈະບໍ່ມີວັນປ່ອຍເຈົ້າໄປ ແລະ ພວກເຂົາກໍຈະບໍ່ປ່ອຍໃຫ້ເຈົ້າມີຊີວິດຢູ່. ພວກເຂົາຈະໄລ່ລ່າເຈົ້າຈົນຕາຍບໍ່ວ່າເຈົ້າຈະໄປໃສກໍຕາມ; ເຖິງແມ່ນວ່າເຈົ້າຈະໄປຈົນສຸດຂອບໂລກ, ພວກເຂົາກໍຍັງຈະບໍ່ປ່ອຍເຈົ້າໄປ. ນີ້ຄືສິ່ງທີ່ມັງກອນແດງທີ່ຍິ່ງໃຫຍ່ເຮັດ. ນີ້ຄືຄວາມຊົ່ວຮ້າຍຂອງຊາຕານ ແລະ ມັນແຕກຕ່າງຈາກຄົນທີ່ເສື່ອມຊາມທຳມະດາ. ເຈົ້າຕ້ອງເຂົ້າໃຈຈຸດນີ້ໃຫ້ແຈ່ມແຈ້ງ.
ວິທີສື່ສານ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຖືກຕ້ອງ
I. ວິທີສື່ສານການຈັດແຈງວຽກງານ
ການຈັດແຈງວຽກງານທັງ 10 ລາຍການນີ້ແມ່ນຂອບເຂດ ແລະ ເນື້ອໃນຂອງວຽກງານທີ່ແຕກຕ່າງກັນທັງໝົດທີ່ພຣະເຈົ້າປະຕິບັດໃນຄຣິສຕະຈັກ ແລະ ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ການເຂົ້າໃຈເນື້ອໃນ ແລະ ຂອບເຂດຂອງວຽກງານນີ້ຊ່ວຍໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດຊີ້ນໍາຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກງານນີ້ໃຫ້ດີ. ໃນອີກດ້ານໜຶ່ງ, ມັນຊ່ວຍຜູ້ນໍາ ແລະ ຜູ້ເຮັດວຽກເປັນຫຼັກໃນການເຂົ້າໃຈ ແລະ ກຳແໜ້ນຂອບເຂດຄວາມຮັບຜິດຊອບຂອງພວກເຂົາ ແລະ ວຽກງານທີ່ພວກເຂົາຄວນເຮັດ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນບັນລຸ ແລະ ເພື່ອໃຫ້ມີນິຍາມທີ່ຖືກຕ້ອງຂອງຕຳແໜ່ງ “ຜູ້ນໍາ ແລະ ຜູ້ເຮັດວຽກ”. ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? ພວກເຂົາຄວນດຳລົງຊີວິດໃຫ້ເປັນແບບຢ່າງແນວໃດ? ພວກເຂົາຄວນເປັນຄືກັບເຈົ້າໜ້າທີ່ຂອງລັດຖະບານບໍ? (ບໍ່ຄວນ.) “ຜູ້ນໍາ ແລະ ຜູ້ເຮັດວຽກ” ບໍ່ແມ່ນຕຳແໜ່ງ ຫຼື ຍົດຖາບັນດາສັກຢ່າງເປັນທາງການ. ຄົນເຮົາຄວນເຂົ້າໃຈວ່າຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງຈາກໜ້າທີ່ທີ່ຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດ ແລະ ຈາກການຝາກຝັງທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ ແລະ ມາດຕະຖານທີ່ພຣະອົງກຳນົດໃຫ້ພວກເຂົາ. ດ້ວຍວິທີນີ້, ຄົນເຮົາກໍຈະມີຄວາມເຂົ້າໃຈທີ່ເປັນຮູບປະທຳພໍສົມຄວນກ່ຽວກັບການກຳນົດຕຳແໜ່ງ “ຜູ້ນໍາ ແລະ ຜູ້ເຮັດວຽກ” ແລະ ຈະແຈ່ມແຈ້ງຂຶ້ນກ່ຽວກັບນິຍາມຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຄວາມຮັບຜິດຊອບຂັ້ນຕ່ຳສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸແມ່ນຫຍັງ? ພວກເຂົາຄວນສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານແຕ່ລະຢ່າງຢ່າງຖືກຕ້ອງຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ດັ່ງທີ່ໄດ້ກ່າວໄວ້ໃນຂໍ້ທີເກົ້າ. ບໍ່ວ່າການຈັດແຈງວຽກງານຈະກ່ຽວຂ້ອງກັບດ້ານໃດກໍຕາມ, ຕາບໃດທີ່ມັນຖືກສື່ສານຜ່ານຜູ້ນໍາ ແລະ ຜູ້ເຮັດວຽກ, ສິ່ງທີ່ພວກເຂົາຕ້ອງເຮັດກໍຄືການສື່ສານການຈັດແຈງວຽກງານນັ້ນໄປຍັງບັນດາຄຣິສຕະຈັກໂດຍບໍ່ຊັກຊ້າ ແລະ ບໍ່ຢຸດຢັ້ງ, ຫຼັງຈາກທີ່ພວກເຂົາມີຄວາມເຂົ້າໃຈທີ່ຖືກຕ້ອງຢ່າງຄົບຖ້ວນກ່ຽວກັບມັນແລ້ວ. ສ່ວນຜູ້ທີ່ຈະໄດ້ຮັບການສື່ສານການຈັດແຈງວຽກງານນັ້ນ, ຖ້າເຮືອນຂອງພຣະເຈົ້າກຳນົດໃຫ້ສື່ສານການຈັດແຈງວຽກງານໄປຍັງຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ, ລວມທັງຄົນໃນລະດັບຜູ້ເທດສະໜາ, ຜູ້ນໍາຄຣິສຕະຈັກ ແລະ ຜູ້ຊ່ວຍວຽກຄຣິສຕະຈັກ, ແລ້ວພວກມັນກໍຄວນຖືກສື່ສານໄປຈົນເຖິງຄົນໃນລະດັບນີ້ເທົ່ານັ້ນ; ຖ້າການຈັດແຈງວຽກງານຈະຕ້ອງຖືກສື່ສານໄປຍັງອ້າຍເອື້ອຍນ້ອງທຸກຄົນ, ແລ້ວພວກມັນກໍຄວນຖືກສື່ສານໄປຍັງອ້າຍເອື້ອຍນ້ອງທຸກຄົນຢ່າງເຂັ້ມງວດຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ຖ້າສະພາບແວດລ້ອມເຮັດໃຫ້ການສື່ສານການຈັດແຈງວຽກງານໃນຮູບແບບລາຍລັກອັກສອນບໍ່ສະດວກ ແລະ ການເຮັດເຊັ່ນນີ້ຈະນຳມາເຊິ່ງຄວາມສ່ຽງດ້ານຄວາມປອດໄພ ຫຼື ບັນຫາທີ່ໃຫຍ່ກວ່ານັ້ນ, ແລ້ວເນື້ອໃນທີ່ສຳຄັນ ແລະ ເປັນຫຼັກຂອງການຈັດແຈງວຽກງານກໍຄວນຖືກສື່ສານໃຫ້ແກ່ແຕ່ລະຄົນດ້ວຍວາຈາຢ່າງຖືກຕ້ອງ. ແລ້ວຕ້ອງເຮັດແນວໃດຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານແລ້ວ? ຖ້າການຈັດແຈງວຽກງານຖືກສື່ສານເປັນລາຍລັກອັກສອນ, ຕ້ອງຢືນຢັນວ່າທຸກຄົນໄດ້ຮັບພວກມັນ, ທຸກຄົນຮູ້ກ່ຽວກັບພວກມັນ ແລະ ທຸກຄົນກໍເອົາໃຈໃສ່ຢ່າງຈິງຈັງ; ຖ້າພວກມັນຖືກສື່ສານດ້ວຍວາຈາ, ແລ້ວ ເມື່ອສື່ສານໄປແລ້ວ, ຕ້ອງຖາມຜູ້ຄົນຊ້ຳໆວ່າພວກເຂົາເຂົ້າໃຈຢ່າງແຈ່ມແຈ້ງ ແລະ ຈື່ຈຳໄດ້ ຫຼື ບໍ່ ແລະ ເຖິງຂັ້ນສາມາດຂໍໃຫ້ພວກເຂົາທວນຄືນການຈັດແຈງວຽກງານນັ້ນ, ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານຢ່າງແທ້ຈິງແລ້ວ. ຖ້າຜູ້ຄົນສາມາດທວນຄືນ ແລະ ລະບຸຢ່າງແຈ່ມແຈ້ງວ່າຫຼັກການທີ່ກຳນົດໄວ້ຂອງເຮືອນຂອງພຣະເຈົ້າແມ່ນຫຍັງ ແລະ ເນື້ອໃນສະເພາະແມ່ນຫຍັງ, ສິ່ງນີ້ພິສູດວ່າພວກເຂົາໄດ້ຈົດຈຳການຈັດແຈງວຽກງານໄວ້ໃນໃຈແລ້ວ, ພວກເຂົາໄດ້ຈື່ຈຳພວກມັນ ແລະ ເຂົ້າໃຈພວກມັນຢ່າງແຈ່ມແຈ້ງ. ເມື່ອນັ້ນເທົ່ານັ້ນຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານຢ່າງແທ້ຈິງແລ້ວ. ຖ້າເງື່ອນໄຂ, ສະພາບແວດລ້ອມ ແລະ ປັດໄຈອື່ນໆດັ່ງກ່າວລ້ວນແຕ່ເໝາະສົມສຳລັບການສື່ສານການຈັດແຈງວຽກງານເປັນລາຍລັກອັກສອນ, ແລ້ວພວກມັນກໍຕ້ອງຖືກສື່ສານເປັນລາຍລັກອັກສອນຢ່າງເດັດຂາດ; ຖ້າບໍ່ສາມາດສື່ສານເປັນລາຍລັກອັກສອນໄດ້ ຍ້ອນສະພາບແວດລ້ອມບໍ່ເອື້ອອຳນວຍ ແລະ ຕ້ອງສື່ສານດ້ວຍວາຈາແທນ, ແລ້ວກໍຕ້ອງຢືນຢັນວ່າສິ່ງທີ່ກຳລັງຖືກສື່ສານດ້ວຍວາຈານັ້ນຄືກັນກັບການຈັດແຈງວຽກງານ, ພວກມັນບໍ່ໄດ້ຖືກບິດເບືອນ ແລະ ບໍ່ມີການເພີ່ມຄວາມເຂົ້າໃຈສ່ວນຕົວເຂົ້າໄປ ແລະ ເປັນການຖ່າຍທອດຂໍ້ຄວາມເດີມ, ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະຖືວ່າການຈັດແຈງວຽກງານໄດ້ຖືກສື່ສານຢ່າງແທ້ຈິງ ແລະ ຖືກຕ້ອງ. ການຈັດແຈງວຽກງານຄວນຖືກສື່ສານຢ່າງຄົບຖ້ວນຕາມຄຳເວົ້າສະເພາະຂອງພວກມັນ; ບໍ່ຄວນຖືກສື່ສານໃນລັກສະນະທີ່ຂາດຄວາມຮັບຜິດຊອບ ຫຼື ດ້ວຍການຕີຄວາມໝາຍທີ່ບິດເບືອນ ຫຼື ໄຮ້ສາລະໂດຍອີງໃສ່ຄວາມເຂົ້າໃຈ ແລະ ຈິນຕະນາການສ່ວນຕົວຂອງຜູ້ຄົນ. ເມື່ອເວົ້າເຖິງການສື່ສານຢ່າງຖືກຕ້ອງ, ຜູ້ຄົນຄວນເຂົ້າໃຈລະດັບຄວາມເຂັ້ມງວດສຳລັບການສື່ສານການຈັດແຈງວຽກງານ; ນັ້ນກໍຄື ການສື່ສານນັ້ນຕ້ອງເຮັດຢ່າງຖືກຕ້ອງ. ບາງຄົນເວົ້າວ່າ “ພວກເຮົາຕ້ອງສື່ສານຢ່າງແມ່ນຍຳບໍ?” ບໍ່, ບໍ່ຈຳເປັນ. ຄວາມແມ່ນຍຳແມ່ນສິ່ງທີ່ກຳນົດສຳລັບອຸປະກອນ; ຖ້າຜູ້ຄົນພຽງແຕ່ສາມາດສື່ສານຢ່າງຖືກຕ້ອງໄດ້, ກໍຖືວ່າເຮັດໄດ້ດີຫຼາຍແລ້ວ. ຕົວຢ່າງ: ກ່ຽວກັບຊີວິດຄຣິສຕະຈັກ, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກຳນົດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກກິນ ແລະ ດື່ມພຣະທຳຂອງພຣະເຈົ້າກ່ຽວກັບການຮູ້ຈັກພຣະເຈົ້າ, ສິ່ງນີ້ສື່ສານງ່າຍບໍ? (ງ່າຍ.) ການຈັດແຈງວຽກງານໃຫ້ຂອບເຂດແກ່ຜູ້ຄົນ ແລະ ພວກເຂົາສາມາດອ່ານພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງທັງໝົດນີ້. ເຖິງຢ່າງໃດກໍຕາມ, ຖ້າຄົນໃດຄົນໜຶ່ງຕີຄວາມໝາຍການຈັດແຈງວຽກງານຜິດ, ໂດຍການເພີ່ມຄວາມເຂົ້າໃຈ, ແນວຄິດ ແລະ ຈິນຕະນາການສ່ວນຕົວຂອງພວກເຂົາ ແລະ ສື່ສານຄຳເວົ້າເພີ່ມເຕີມບາງຢ່າງ, ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ອອກນອກລູ່ນອກທາງຈາກການຈັດແຈງວຽກງານບໍ? ພວກເຂົາກຳລັງສື່ສານການຈັດແຈງວຽກງານຢ່າງຖືກຕ້ອງບໍ? (ບໍ່.) ພວກເຂົາກຳລັງສື່ສານການຈັດແຈງວຽກງານດ້ວຍສິ່ງທີ່ພວກເຂົາເພີ່ມເຕີມເອງ, ນີ້ເປັນການເວົ້າຈາທີ່ໄຮ້ສາລະທັງໝົດ. ຄົນເຮົາຕ້ອງອ່ານການຈັດແຈງວຽກງານທຸກຢ່າງທີ່ມາຈາກເບື້ອງເທິງຫຼາຍໆຄັ້ງ ແລະ ເຂົ້າໃຈຄວາມໝາຍທີ່ຖືກຕ້ອງຂອງມັນຢ່າງແຈ່ມແຈ້ງ, ຄວາມສຳຄັນຂອງການອອກຄຳສັ່ງການຈັດແຈງວຽກງານນີ້ ແລະ ຜົນລັບທີ່ຕັ້ງໃຈຈະບັນລຸ ແລະ ຈາກນັ້ນກໍຄິດຫາວິທີທີ່ຖືກຕ້ອງໃນການປະຕິບັດລາຍການວຽກງານສະເພາະທີ່ຈັດແຈງໂດຍເບື້ອງເທິງ, ຫຼີກລ່ຽງການເຮັດຜິດພາດໃດໆ. ການສື່ສານການຈັດແຈງວຽກງານຫຼັງຈາກທີ່ສິ່ງເຫຼົ່ານີ້ໄດ້ຖືກໂອ້ລົມ ແລະ ເຂົ້າໃຈແລ້ວກໍຈະຖືກຕ້ອງຢ່າງຄົບຖ້ວນ. ສິ່ງທີ່ຕ້ອງເຮັດກ່ອນໝົດກໍຄືການສົ່ງການຈັດແຈງວຽກງານຈາກຜູ້ນໍາ ແລະ ຜູ້ເຮັດວຽກຂອງເຂດສິດຍາພິບານໄປຍັງຜູ້ນໍາ ແລະ ຜູ້ເຮັດວຽກລະດັບອື່ນໆທັງໝົດ, ຜູ້ທີ່ຈະສົ່ງຕໍ່ໄປຍັງຜູ້ຊີ້ນຳຂອງທຸກທີມໃນທຸກຄຣິສຕະຈັກໃນທີ່ສຸດ. ຈາກນັ້ນ, ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຕ້ອງຖືກໂອ້ລົມກັນຫຼາຍໆຄັ້ງໃນການເຕົ້າໂຮມ ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກທັງໝົດເຂົ້າໃຈພວກມັນ ແລະ ຮູ້ວິທີທີ່ຈະນຳໄປປະຕິບັດ, ມີພຽງແຕ່ເມື່ອບັນລຸຜົນໄດ້ຮັບນີ້ເທົ່ານັ້ນຈຶ່ງຈະຖືວ່າພວກມັນໄດ້ຖືກສື່ສານແລ້ວ. ການຈັດແຈງວຽກງານຕ້ອງຖືກສື່ສານຕາມວິທີການ ແລະ ຂອບເຂດທີ່ເຮືອນຂອງພຣະເຈົ້າກຳນົດ. ແນ່ນອນວ່າ ເນື້ອໃນທີ່ສື່ສານນັ້ນຕ້ອງຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຕີຄວາມໝາຍຜິດແບບຊະຊາຍ ແລະ ເພີ່ມແນວຄິດຂອງຕົນເອງເຂົ້າໄປ, ນັ້ນບໍ່ແມ່ນການສື່ສານຢ່າງຖືກຕ້ອງ ແລະ ຖືວ່າເປັນຄວາມລົ້ມເຫຼວໃນການບັນລຸຮັບຜິດຊອບຂອງຕົນໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ. ນີ້ຄືວິທີທີ່ຄວນເຂົ້າໃຈການສື່ສານ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຖືກຕ້ອງ.
ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແນວໃດ ຖ້າພວກເຂົາຍັງບໍ່ແນ່ໃຈກ່ຽວກັບວິທີສື່ສານການຈັດແຈງວຽກງານຢ່າງຖືກຕ້ອງ? ມີວິທີທີ່ງ່າຍດາຍ ແລະ ສະດວກສະບາຍຫຼາຍສຳລັບເລື່ອງນີ້. ຫຼັງຈາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບການຈັດແຈງວຽກງານ, ພວກເຂົາຄວນໂອ້ລົມກ່ຽວກັບການຈັດແຈງວຽກງານກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆກ່ອນ, ກວດເບິ່ງວ່າມີລາຍການສະເພາະຈັກຢ່າງທີ່ເບື້ອງເທິງກຳນົດໄວ້ສຳລັບການຈັດແຈງວຽກງານເຫຼົ່ານີ້ ແລະ ຂຽນລາຍການເຫຼົ່ານັ້ນອອກມາເທື່ອລະຂໍ້. ຈາກນັ້ນກໍອີງໃສ່ການຈັດແຈງວຽກງານເຫຼົ່ານີ້, ພວກເຂົາຄວນພິຈາລະນາສະຖານະການຕົວຈິງຂອງຄຣິສຕະຈັກທ້ອງຖິ່ນເຊັ່ນ: ສະຖານະການຂອງວຽກງານພຣະກິດຕິຄຸນ, ວຽກງານວິຊາຊີບປະເພດຕ່າງໆ ແລະ ຊີວິດຄຣິສຕະຈັກ, ຕະຫຼອດຈົນເຖິງຄວາມສາມາດ ແລະ ສະຖານະການຄອບຄົວຂອງຄົນປະເພດຕ່າງໆທັງໝົດ ແລະ ອື່ນໆ, ໂດຍການລວມເອົາສິ່ງທັງໝົດເຫຼົ່ານີ້ເຂົ້າກັນ ເພື່ອເບິ່ງວ່າວຽກງານເຫຼົ່ານີ້ຈະຖືກຈັດຕັ້ງປະຕິບັດແນວໃດ. ຜ່ານການໂອ້ລົມ, ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຕ້ອງມີຄວາມເຂົ້າໃຈທີ່ເປັນໜຶ່ງດຽວກັນ ແລະ ຖືກຕ້ອງກ່ຽວກັບການຈັດແຈງວຽກງານ ແລະ ມີວິທີການທີ່ສອດຄ້ອງກັນສຳລັບການສື່ສານພວກມັນ, ເມື່ອເຮັດໄດ້ເຊັ່ນນີ້ເທົ່ານັ້ນ ການຈັດແຈງວຽກງານຈຶ່ງຈະຖືກສື່ສານຢ່າງຖືກຕ້ອງ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຮັບການຈັດແຈງວຽກງານ ແລະ ໂດຍທີ່ບໍ່ຮູ້ວ່າພວກມັນກ່ຽວຂ້ອງກັບຫຍັງໂດຍສະເພາະ, ພັດເຕົ້າໂຮມອ້າຍເອື້ອຍນ້ອງຢ່າງຫຼັບຫູຫຼັບຕາ ແລະ ອອກຄຳສັ່ງ ແລະ ສື່ສານພວກມັນອອກໄປ, ສິ່ງນີ້ເໝາະສົມບໍ? ຜົນທີ່ຕາມມາກໍຄື ຫຼັງຈາກທີ່ສື່ສານການຈັດແຈງວຽກງານອອກໄປໄດ້ໜຶ່ງ ຫຼື ສອງເດືອນ, ກໍຄົ້ນພົບວ່າມີການບ່ຽງເບນໃນວິທີທີ່ພວກມັນຖືກຈັດຕັ້ງປະຕິບັດໃນທຸກຄຣິສຕະຈັກ ແລະ ມີພຽງແຕ່ເມື່ອຜູ້ນໍາ ຫຼື ຜູ້ເຮັດວຽກກວດເບິ່ງການຈັດແຈງວຽກງານຢ່າງລະອຽດເທົ່ານັ້ນ, ພວກເຂົາຈຶ່ງພົບວ່າການຈັດແຈງວຽກງານໄດ້ຖືກສື່ສານດ້ວຍການບ່ຽງເບນ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກຄົນນັ້ນໄດ້ອ່ານ ແລະ ໂອ້ລົມກ່ຽວກັບການຈັດແຈງວຽກງານຢ່າງເອົາໃຈໃສ່ໃນຕອນນັ້ນ, ມັນກໍຄົງຈະບໍ່ມີບັນຫາຫຍັງ, ແຕ່ຍ້ອນຄວາມຂີ້ຄ້ານ ແລະ ການເຮັດພໍແລ້ວມືແລ້ວຕີນຊົ່ວຄາວຂອງພວກເຂົາ, ພວກເຂົາຈຶ່ງກໍ່ໃຫ້ເກີດຄວາມຜິດພາດ ແລະ ການບ່ຽງເບນຫຼາຍຢ່າງປາກົດຂຶ້ນໃນວຽກງານຄຣິສຕະຈັກ ແລະ ຫຼັງຈາກນັ້ນ ພວກເຂົາກໍຕ້ອງແກ້ໄຂພວກມັນ. ສິ່ງນີ້ເພີ່ມຂັ້ນຕອນພິເສດທີ່ບໍ່ຈຳເປັນ ແລະ ເຮັດໃຫ້ເສຍເວລາ. ມັນຄົງຈະດີກວ່ານີ້ ຖ້າພວກເຂົາໄດ້ໂອ້ລົມກ່ຽວກັບການຈັດແຈງວຽກງານຢ່າງແຈ່ມແຈ້ງໂດຍກົງ ແລະ ຈາກນັ້ນກໍສື່ສານ ແລະ ຈັດຕັ້ງປະຕິບັດພວກມັນເທື່ອລະຢ່າງ. ເມື່ອວຽກງານບໍ່ໄດ້ຖືກເຮັດໃຫ້ດີ, ມັນບໍ່ແມ່ນຄວາມຜິດພາດບໍ? (ແມ່ນ.) ສະນັ້ນ, ຈຶ່ງມີຂັ້ນຕອນໃນການສື່ສານການຈັດແຈງວຽກງານຢ່າງຖືກຕ້ອງ. ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຄວາມຢັ່ງຮູ້ຢ່າງແທ້ຈິງ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບເນື້ອໃນສະເພາະຂອງການຈັດແຈງວຽກງານ ແລະ ຈາກນັ້ນ ພວກເຂົາຕ້ອງມີແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງ, ວິທີການຈັດຕັ້ງປະຕິບັດ ແລະ ບຸກຄົນທີ່ເປັນເປົ້າໝາຍສຳລັບການຈັດຕັ້ງປະຕິບັດຢູ່ໃນໃຈ, ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ການຈັດແຈງວຽກງານຈະສາມາດຖືກສື່ສານຢ່າງຖືກຕ້ອງໄດ້. ມັນເໝາະສົມບໍ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກອອກຄຳສັ່ງ ແລະ ສື່ສານການຈັດແຈງວຽກງານຢ່າງຫຼັບຫູຫຼັບຕາ ເມື່ອພວກເຂົາມີຄວາມເຂົ້າໃຈທີ່ບໍ່ຄົບຖ້ວນກ່ຽວກັບພວກມັນ, ເຂົ້າໃຈແບບບໍ່ຈະແຈ້ງ ຫຼື ບໍ່ແນ່ໃຈກ່ຽວກັບພວກມັນ ຫຼື ພຽງແຕ່ບໍ່ເຂົ້າໃຈຂໍ້ກຳນົດ ແລະ ເນື້ອໃນສະເພາະໃນພວກມັນ? (ບໍ່ເໝາະສົມ.) ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວສາມາດປະຕິບັດວຽກງານໄດ້ດີບໍ? ແນ່ນອນວ່າບໍ່ໄດ້. ສະນັ້ນ, ໃນສະຖານະການທີ່ອ້າຍເອື້ອຍນ້ອງບໍ່ຮູ້ວ່າມາດຕະຖານ ແລະ ຫຼັກການທີ່ກຳນົດໄວ້ສະເພາະໃນການຈັດແຈງວຽກງານແມ່ນຫຍັງ ຫຼື ຈະດຳເນີນການແນວໃດແທ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການຈັດແຈງວຽກງານຢູ່ແລ້ວ, ຕະຫຼອດຈົນເຖິງມີແຜນການ ແລະ ຂັ້ນຕອນທີ່ເປັນຮູບປະທຳສຳລັບການຈັດຕັ້ງປະຕິບັດພວກມັນ, ດ້ວຍວິທີນີ້ເທົ່ານັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງຈະສາມາດດຳເນີນຂັ້ນຕອນທຳອິດໄດ້, ນັ້ນກໍຄື ການສື່ສານການຈັດແຈງວຽກງານ. ເມື່ອການຈັດແຈງວຽກງານໄດ້ຖືກສື່ສານອອກໄປແລ້ວ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຂົ້າໃຈເນື້ອໃນຂອງການຈັດແຈງວຽກງານຢ່າງຖືກຕ້ອງ ແລະ ມີຄວາມຮູ້ບາງຢ່າງກ່ຽວກັບຄວາມສຳຄັນ, ຄຸນຄ່າ ແລະ ມາດຕະຖານຂອງເຮືອນຂອງພຣະເຈົ້າໃນການເຮັດວຽກງານນີ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນໂອ້ລົມກັນທັນທີກ່ຽວກັບວິທີຈັດສັນຄົນ ແລະ ວຽກງານສະເພາະ ແລະ ແຜນການສະເພາະວ່າໃຜຈະເປັນຜູ້ຈັດຕັ້ງປະຕິບັດ ແລະ ດຳເນີນວຽກງານນີ້, ນີ້ຄືຂັ້ນຕອນສຳລັບການປະຕິບັດວຽກງານ. ພວກເຈົ້າຄິດແນວໃດກ່ຽວກັບການຕິດຕາມວຽກງານດ້ວຍວິທີນີ້? ມັນສາມາດຖືວ່າເປັນການຕິດຕາມວຽກງານຢ່າງໃກ້ຊິດໄດ້ບໍ? ມັນເປັນການຕິດຕາມວຽກງານຢ່າງທັນການບໍ? (ເປັນ.)
II. ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານ
ມັນບໍ່ແມ່ນວ່າ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບການຈັດແຈງວຽກງານແລ້ວ, ພວກເຂົາພຽງແຕ່ຕ້ອງສື່ສານ ແລະ ອອກຄຳສັ່ງມັນອອກໄປແລ້ວກໍຈົບເລີຍ. ການຈັດແຈງວຽກງານຈະຖືວ່າໄດ້ຈັດຕັ້ງປະຕິບັດແລ້ວບໍ ເມື່ອຜູ້ຄົນທີ່ພຣະເຈົ້າເລືອກໃນທຸກຄຣິສຕະຈັກຮູ້ວ່າມັນໄດ້ຖືກອອກຄຳສັ່ງອອກໄປແລ້ວ? ນີ້ບໍ່ແມ່ນການດຳເນີນການ ຫຼື ການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງແທ້ຈິງ, ມັນບໍ່ແມ່ນການບັນລຸຄວາມຮັບຜິດຊອບ ແລະ ມັນກໍບໍ່ແມ່ນມາດຕະຖານທີ່ພຣະເຈົ້າຮຽກຮ້ອງໃນທີ່ສຸດ. ການສື່ສານ ແລະ ການອອກຄຳສັ່ງການຈັດແຈງວຽກງານບໍ່ແມ່ນຈຸດປະສົງ, ການຈັດຕັ້ງປະຕິບັດຕ່າງຫາກທີ່ເປັນຈຸດປະສົງ. ແລ້ວການຈັດແຈງວຽກງານຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງສະເພາະເຈາະຈົງແນວໃດ? ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເອີ້ນຜູ້ຊີ້ນຳ ແລະ ອ້າຍເອື້ອຍນ້ອງທີ່ກ່ຽວຂ້ອງທັງໝົດມາເຕົ້າໂຮມກັນ ແລະ ໂອ້ລົມກັບພວກເຂົາກ່ຽວກັບວິທີເຮັດວຽກ, ໃນຂະນະດຽວກັນກໍຄັດເລືອກຜູ້ຊີ້ນຳຫຼັກ ແລະ ສະມາຊິກທີມເພື່ອດຳເນີນວຽກງານ. ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເມື່ອຈັດຕັ້ງປະຕິບັດວຽກງານກໍຄືການໂອ້ລົມ, ໂອ້ລົມກ່ຽວກັບວິທີເຮັດວຽກໃຫ້ສອດຄ່ອງກັບຫຼັກການ ແລະ ສອດຄ່ອງກັບການຈັດແຈງວຽກງານນີ້ຈາກເຮືອນຂອງພຣະເຈົ້າ ແລະ ວິທີເຮັດວຽກເພື່ອຮັບປະກັນວ່າການຈັດແຈງວຽກງານນີ້ຈາກເຮືອນຂອງພຣະເຈົ້າໄດ້ຖືກຈັດຕັ້ງປະຕິບັດ ແລະ ດຳເນີນການ. ໃນຂະນະທີ່ໂອ້ລົມກັນ, ອ້າຍເອື້ອຍນ້ອງ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະເໜີແຜນການຕ່າງໆ ແລະ ສຸດທ້າຍກໍຄັດເລືອກເອົາວິທີທາງ, ວິທີການ ແລະ ຂັ້ນຕອນທີ່ເໝາະສົມທີ່ສຸດ ແລະ ສອດຄ່ອງກັບຫຼັກການທີ່ສຸດ, ໂດຍຕັດສິນໃຈວ່າຈະເຮັດຫຍັງກ່ອນ ແລະ ຈະເຮັດຫຍັງຕາມຫຼັງ, ເພື່ອໃຫ້ວຽກງານສາມາດດຳເນີນໄປໄດ້ຢ່າງເປັນລະບຽບ. ເມື່ອເຂົ້າໃຈສິ່ງນີ້ໃນທາງທິດສະດີແລ້ວ, ເມື່ອຜູ້ຄົນບໍ່ມີຄວາມຫຍຸ້ງຍາກ ຫຼື ຈິນຕະນາການໃດໆອີກຕໍ່ໄປ, ເມື່ອພວກເຂົາຈະບໍ່ຮູ້ສຶກຕໍ່ຕ້ານວຽກງານນີ້ ແລະ ສາມາດເຂົ້າໃຈຄວາມໝາຍ ແລະ ຈຸດປະສົງຂອງການຈັດແຈງວຽກງານນີ້ຂອງເຮືອນຂອງພຣະເຈົ້າ, ວຽກງານກໍຍັງບໍ່ສາມາດຖືວ່າໄດ້ຈັດຕັ້ງປະຕິບັດແລ້ວ. ຍັງຕ້ອງໄດ້ຕັດສິນໃຈອີກວ່າ ໃຜເໝາະສົມທີ່ສຸດ ແລະ ມີທັກສະທີ່ສຸດໃນວຽກງານນີ້, ໃຜສາມາດແບກຮັບຄວາມຮັບຜິດຊອບຂອງວຽກງານນີ້ ແລະ ໃຜມີຄວາມສາມາດທີ່ຈະເຮັດວຽກງານນີ້ໃຫ້ສຳເລັດໄດ້. ຕ້ອງໄດ້ຄັດເລືອກຜູ້ທີ່ຈະຮັບຜິດຊອບວຽກງານນີ້, ຕ້ອງກຳນົດແຜນການຈັດຕັ້ງປະຕິບັດ ແລະ ເສັ້ນຕາຍຂອງການເຮັດໃຫ້ສຳເລັດ ແລະ ຊັບພະຍາກອນ, ວັດສະດຸ ແລະ ສິ່ງອື່ນໆທີ່ຈຳເປັນສຳລັບການເຮັດວຽກງານໃຫ້ສຳເລັດກໍຕ້ອງໄດ້ກະກຽມ ແລະ ລະບຸໄວ້ຢ່າງຊັດເຈນ, ເມື່ອນັ້ນເທົ່ານັ້ນຈຶ່ງຈະຖືວ່າວຽກງານໄດ້ຖືກຈັດຕັ້ງປະຕິບັດ. ແນ່ນອນວ່າ ກ່ອນການຈັດຕັ້ງປະຕິບັດ, ມັນກໍຈຳເປັນທີ່ຈະຕ້ອງດຳເນີນການສື່ສານ ແລະ ການປຶກສາຫາລືສະເພາະກັບຜູ້ທີ່ຮັບຜິດຊອບວຽກງານນີ້ເປັນລາຍບຸກຄົນ, ໂດຍຖາມວ່າພວກເຂົາເຄີຍເຮັດວຽກງານນີ້ມາກ່ອນ ຫຼື ບໍ່ ແລະ ພວກເຂົາມີທັດສະນະ ແລະ ຄວາມຄິດເຫັນແນວໃດຕໍ່ວຽກງານນີ້. ຖ້າພວກເຂົາສະເໜີແຜນການ ແລະ ຄວາມຄິດເຫັນບາງຢ່າງທີ່ສອດຄ່ອງກັບຫຼັກການ, ກໍສາມາດນຳມາປັບໃຊ້ໄດ້. ຍິ່ງໄປກວ່ານັ້ນ, ໃນການຈັດຕັ້ງປະຕິບັດທຸກວຽກງານ, ຕ້ອງໄດ້ໃສ່ໃຈໃນການຄົ້ນພົບວ່າມີບັນຫາຫຼາຍໜ້ອຍສໍ່າໃດແທ້, ຂັ້ນຕອນນີ້ບໍ່ຄວນຖືກລະເລີຍ. ຫຼັງຈາກທີ່ຄົ້ນພົບບັນຫາແລ້ວ, ຕ້ອງໄດ້ຄິດຫາວິທີແກ້ໄຂບັນຫາຢ່າງທັນການ ແລະ ມີພຽງແຕ່ຫຼັງຈາກທີ່ໄດ້ແກ້ໄຂບັນຫາທັງໝົດທີ່ມີຢູ່ຢ່າງຮອບດ້ານແລ້ວເທົ່ານັ້ນ, ການຈັດແຈງວຽກງານຈຶ່ງຈະຖືກຈັດຕັ້ງປະຕິບັດຢ່າງແທ້ຈິງ. ນອກຈາກນີ້, ພວກເຈົ້າບໍ່ຕ້ອງສະແຫວງຫາວິທີເຮັດວຽກງານນີ້ໃຫ້ສອດຄ່ອງກັບຫຼັກການທີ່ກຳນົດໄວ້ຂອງເຮືອນຂອງພຣະເຈົ້ານຳບໍ? ຍິ່ງໄປກວ່ານັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະມີຂໍ້ກຳນົດດ້ານເວລາສຳລັບວຽກງານນີ້ ຫຼື ບໍ່, ຕ້ອງເຮັດໃຫ້ສຳເລັດພາຍໃນກຳນົດເວລາໃດ, ມີຂໍ້ກຳນົດທີ່ເປັນຮູບປະທຳດ້ານທັກສະວິຊາຊີບ ຫຼື ບໍ່ ແລະ ອື່ນໆ, ລ້ວນແຕ່ເປັນຫົວຂໍ້ທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບຜູ້ຊີ້ນຳທີ່ກ່ຽວຂ້ອງ. ນີ້ຄືການຈັດຕັ້ງປະຕິບັດ. ການຈັດຕັ້ງປະຕິບັດບໍ່ໄດ້ຈົບລົງທີ່ການສື່ສານດ້ວຍວາຈາ ຫຼື ທາງທິດສະດີ, ແຕ່ມັນກ່ຽວຂ້ອງກັບຄວາມຄືບໜ້າຕົວຈິງຂອງວຽກງານທີ່ກ່ຽວຂ້ອງ, ພ້ອມທັງບັນຫາ ແລະ ຄວາມຫຍຸ້ງຍາກສະເພາະບາງຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາ ເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານກັບຜູ້ຊີ້ນຳ. ນັ້ນກໍຄື ກ່ອນທີ່ຈະປະຕິບັດວຽກງານສະເພາະນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການໂອ້ລົມ, ການວິເຄາະ ແລະ ການປຶກສາຫາລືປະເພດນີ້ກັບຜູ້ຊີ້ນຳ, ນີ້ຄືການຈັດຕັ້ງປະຕິບັດ. ການຈັດຕັ້ງປະຕິບັດນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນກໍແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ. ການປະຕິບັດໃນລັກສະນະນີ້ຄືການປະຕິບັດວຽກງານທີ່ແທ້ຈິງ. ສົມມຸດວ່າຜູ້ນໍາຄົນໜຶ່ງເວົ້າວ່າ “ຕອນນີ້, ຂ້ອຍກໍບໍ່ຮູ້ວ່າຈະເຮັດວຽກນີ້ແນວໃດຄືກັນ. ບໍ່ວ່າໃນກໍລະນີໃດກໍຕາມ, ຂ້ອຍກໍໄດ້ມອບໝາຍມັນໃຫ້ເຈົ້າແລ້ວ. ຂ້ອຍຍັງໄດ້ສື່ສານ ແລະ ອອກຄຳສັ່ງການຈັດແຈງວຽກງານໃຫ້ເຈົ້າແລ້ວ ແລະ ຂ້ອຍກໍໄດ້ບອກເຈົ້າກ່ຽວກັບເລື່ອງທີ່ກ່ຽວຂ້ອງທັງໝົດແລ້ວອີກດ້ວຍ. ສ່ວນເລື່ອງທີ່ວ່າເຈົ້າຈະເຮັດເປັນ ຫຼື ບໍ່, ຈະເຮັດແນວໃດ, ຈະເຮັດໄດ້ດີ ຫຼື ບໍ່ດີ ແລະ ຈະໃຊ້ເວລາດົນສໍ່າໃດ, ທັງໝົດນັ້ນແມ່ນເລື່ອງຂອງເຈົ້າ. ສິ່ງເຫຼົ່ານີ້ບໍ່ກ່ຽວຫຍັງກັບຂ້ອຍ. ການເຮັດວຽກພຽງເທົ່ານີ້, ຂ້ອຍກໍໄດ້ບັນລຸຄວາມຮັບຜິດຊອບຂອງຂ້ອຍແລ້ວ”. ນີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເວົ້າບໍ? (ບໍ່.) ຖ້າຜູ້ນໍາຄົນໜຶ່ງເວົ້າແບບນີ້, ລາວເປັນຄົນປະເພດໃດ? ລາວຄືຜູ້ນໍາປອມ. ເມື່ອໃດກໍຕາມທີ່ເບື້ອງເທິງມີຂໍ້ກຳນົດ ແລະ ມີຄວາມຈຳເປັນຕ້ອງປະຕິບັດວຽກງານຕາມການຈັດແຈງວຽກງານ, ຄົນປະເພດນີ້ຈະຍູ້ວຽກງານໄປໃຫ້ຄົນອື່ນທັງໝົດ, ໂດຍເວົ້າວ່າ “ເຈົ້າເຮັດສາ, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ. ເຈົ້າກໍເຂົ້າໃຈທຸກຢ່າງຢູ່ແລ້ວ. ເຈົ້າເປັນຜູ້ຊ່ຽວຊານ, ຂ້ອຍເປັນຄົນທີ່ບໍ່ຊ່ຽວຊານ”. ນີ້ຄື “ຄຳເວົ້າຕິດປາກ” ທີ່ຜູ້ນໍາປອມມັກເວົ້າກັນ; ພວກເຂົາຊອກຫາຂໍ້ອ້າງແລ້ວກໍຫຼົບໜີໄປ.
ສະຫຼຸບແລ້ວ, ຜູ້ນໍາປອມແມ່ນບໍ່ມີຄວາມຮັບຜິດຊອບໃນວຽກງານຂອງພວກເຂົາ. ບໍ່ວ່າຄວາມສາມາດຂອງພວກເຂົາຈະສູງ ຫຼື ຕໍ່າ ຫຼື ບໍ່ວ່າພວກເຂົາຈະເໝາະສົມກັບວຽກງານ ຫຼື ບໍ່ກໍຕາມ, ສິ່ງທີ່ສຳຄັນກໍຄືພວກເຂົາບໍ່ໃສ່ໃຈ ແລະ ບໍ່ເອົາໃຈໃສ່ ແລະ ພວກເຂົາກໍເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງການບໍ່ມີຄວາມຮັບຜິດຊອບ. ສົມມຸດວ່າຜູ້ນໍາ ຫຼື ຜູ້ເຮັດວຽກຄົນໜຶ່ງຂາດຄວາມສາມາດ ແລະ ປະສົບການທີ່ເລິກເຊິ່ງຢູ່ແດ່, ແຕ່ພວກເຂົາສາມາດເຮັດວຽກຢ່າງໃສ່ໃຈ ແລະ ເອົາໃຈໃສ່ໃນວຽກງານຂອງພວກເຂົາ. ເຖິງແມ່ນວ່າຜົນລັບທີ່ພວກເຂົາບັນລຸໄດ້ໃນວຽກງານຂອງພວກເຂົາຈະບໍ່ດີປານໃດ, ຢ່າງໜ້ອຍທີ່ສຸດ, ພວກເຂົາກໍເປັນຄົນທີ່ມີຄວາມຮັບຜິດຊອບ, ພວກເຂົາເອົາໃຈໃສ່ໃນວຽກງານຂອງພວກເຂົາຢ່າງເຕັມທີ່ ແລະ ພວກເຂົາກໍທຸ້ມເທສຸດຄວາມສາມາດ. ມັນເປັນພຽງຍ້ອນວ່າພວກເຂົາຂາດຄວາມສາມາດຢູ່ແດ່ ແລະ ຍັງມີສະຖານະທີ່ນ້ອຍ, ພວກເຂົາຈຶ່ງເຮັດວຽກໄດ້ບໍ່ດີ. ຖ້າພວກເຂົາໄດ້ຮັບການຝຶກຝົນຕົນເອງເປັນໄລຍະເວລາໜຶ່ງແລ້ວ ພວກເຂົາກໍຈະກາຍເປັນຄົນທີ່ມີຄວາມສາມາດຢ່າງເຕັມທີ່ໃນວຽກງານ, ແລ້ວຜູ້ນໍາປະເພດນີ້ກໍຄວນໄດ້ຮັບການບົ່ມເພາະຕໍ່ໄປ. ຖ້າຜູ້ນໍາຄົນໜຶ່ງບໍ່ມີຈິດສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາພຽງແຕ່ຍຶດໝັ້ນໃນຕຳແໜ່ງຂອງພວກເຂົາ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ແຕ່ບໍ່ໄດ້ເຮັດວຽກງານທີ່ແທ້ຈິງເລີຍ, ແລ້ວພວກເຂົາກໍຄືຜູ້ນໍາປອມທີ່ແທ້ຈິງ ແລະ ພວກເຂົາຄວນຖືກປົດອອກທັນທີ ແລະ ຈະບໍ່ໄດ້ຮັບອະນຸຍາດໃຫ້ໄດ້ຮັບການສົ່ງເສີມ ຫຼື ນໍາໃຊ້ອີກຕໍ່ໄປ. ຜູ້ນໍາທີ່ແທ້ຈິງ, ຜູ້ນໍາທີ່ມີຄວາມຮັບຜິດຊອບ, ຈະທຸ້ມເທສຸດຄວາມສາມາດໃນວຽກງານຂອງພວກເຂົາ, ພວກເຂົາອຸທິດຈິດໃຈຂອງພວກເຂົາໃຫ້ກັບມັນ, ພວກເຂົາຊອກຫາທຸກວິທີທາງເພື່ອເຮັດໃຫ້ການຝາກຝັງຂອງພຣະເຈົ້າສຳເລັດ ແລະ ພວກເຂົາກໍພະຍາຍາມຢ່າງສຸດຄວາມສາມາດ, ດ້ວຍວິທີນີ້, ພວກເຂົາກໍກຳລັງບັນລຸຄວາມຮັບຜິດຊອບຂອງພວກເຂົາ. ໃນຂະນະທີ່ຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ຜູ້ນໍາທີ່ມີຄວາມຮັບຜິດຊອບກໍຈະສັງເກດ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດເຊັ່ນກັນ. ເມື່ອມີສະຖານະການທີ່ບໍ່ຄາດຄິດເກີດຂຶ້ນ, ພວກເຂົາຈະສາມາດນຳໃຊ້ມາດຕະການຕອບໂຕ້ ແລະ ວິທີແກ້ໄຂ ແທນທີ່ຈະຫຼົບໜີ ແລະ ປັດຄວາມຮັບຜິດຊອບ. ການຈັດຕັ້ງປະຕິບັດວຽກງານໃນລັກສະນະນີ້ເອີ້ນວ່າການມີຄວາມຮັບຜິດຊອບ. ເມື່ອການຈັດແຈງວຽກງານຖືກອອກຄຳສັ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຖືວ່າວຽກງານນັ້ນເປັນວຽກງານທີ່ສຳຄັນທີ່ສຸດໃນປັດຈຸບັນ ແລະ ຮັບຜິດຊອບມັນ; ພວກເຂົາຕ້ອງຕິດຕາມມັນດ້ວຍຕົນເອງ, ຮັບຜິດຊອບມັນຕັ້ງແຕ່ຕົ້ນຈົນຈົບ ແລະ ຈະປ່ອຍມືຈາກວຽກງານກໍຕໍ່ເມື່ອມັນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຫົວໜ້າຂອງແຕ່ລະທີມຮູ້ວິທີປະຕິບັດມັນແລ້ວເທົ່ານັ້ນ. ແຕ່ຫຼັງຈາກທີ່ປ່ອຍມືຈາກມັນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຍັງຕ້ອງທຳຄວາມເຂົ້າໃຈສະຖານະຂອງວຽກງານ ແລະ ກວດກາມັນເປັນບາງຄັ້ງຄາວ, ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນໄດ້ວ່າວຽກງານຈະຖືກເຮັດເປັນຢ່າງດີ. ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ລະຖິ້ມຕຳແໜ່ງຂອງຕົນ, ຢຶດໝັ້ນຕັ້ງແຕ່ຕົ້ນຈົນຈົບ ແລະ ເຮັດໃຫ້ວຽກງານເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ນີ້ເອີ້ນວ່າການເຮັດວຽກງານທີ່ແທ້ຈິງ. ໃນລະຫວ່າງເວລານີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງເອົາໃຈໃສ່ ແລະ ກວດກາຄວາມຄືບໜ້າຂອງລາຍການວຽກງານອື່ນໆເຊັ່ນກັນ. ບໍ່ວ່າຈະມີຄວາມຫຍຸ້ງຍາກ ຫຼື ບັນຫາໃດໆເກີດຂຶ້ນໃນວຽກງານ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໄປທີ່ສະຖານທີ່ເຮັດວຽກຢ່າງໄວວາເພື່ອໃຫ້ການຊີ້ນໍາ ແລະ ການແກ້ໄຂ. ຜູ້ນໍາຫຼັກຕ້ອງຍຶດໝັ້ນໃນວຽກງານທີ່ສຳຄັນທີ່ສຸດ ແລະ ໃນເວລາດຽວກັນ, ມັນກໍຈຳເປັນທີ່ພວກເຂົາຈະຕ້ອງຕິດຕາມ, ທຳຄວາມເຂົ້າໃຈ, ກວດກາ ແລະ ຊີ້ນໍາວຽກງານອື່ນໆຂອງຄຣິສຕະຈັກ ແລະ ຮັບປະກັນວ່າວຽກງານທັງໝົດດຳເນີນໄປຢ່າງປົກກະຕິ. ເມື່ອເວົ້າເຖິງວຽກງານທີ່ສຳຄັນທີ່ສຸດ, ຜູ້ນໍາຫຼັກຕ້ອງເຮັດວຽກຢູ່ສະຖານທີ່ຈິງດ້ວຍຕົນເອງ ແລະ ບັນຊາການວຽກງານນີ້ ແລະ ໂດຍສະເພາະເມື່ອເວົ້າເຖິງພາກສ່ວນທີ່ສຳຄັນຂອງວຽກງານ, ພວກເຂົາຈະຕ້ອງບໍ່ອອກຈາກສະຖານທີ່ເຮັດວຽກຢ່າງແນ່ນອນ. ຖ້າຄົນດຽວບໍ່ພຽງພໍ, ຄວນຈັດໃຫ້ຄົນອື່ນມາຮ່ວມມືກັບພວກເຂົາ ແລະ ຊີ້ນໍາວຽກງານ, ນີ້ຄືການທຸ້ມເທທຸກຄວາມພະຍາຍາມ ແລະ ຮ່ວມແຮງຮ່ວມໃຈກັນເປັນໜຶ່ງດຽວເພື່ອເຮັດວຽກງານທີ່ສຳຄັນໃຫ້ດີ. ເພາະວ່າເຮືອນຂອງພຣະເຈົ້າມີວຽກງານທີ່ສຳຄັນທີ່ສຸດໃນທຸກໄລຍະ ແລະ ທຸກຊ່ວງເວລາ, ຖ້າຜູ້ນໍາຫຼັກເຮັດວຽກງານທີ່ສຳຄັນໄດ້ບໍ່ດີ, ກໍສະແດງວ່າມີບັນຫາກັບຄວາມສາມາດຂອງພວກເຂົາ ແລະ ພວກເຂົາຕ້ອງຖືກປົດອອກ. ຜູ້ນໍາຫຼັກຕ້ອງຮັບຜິດຊອບວຽກງານທີ່ສຳຄັນທີ່ສຸດ ໃນຂະນະທີ່ຜູ້ນໍາຄົນອື່ນໆກໍເຮັດເຊັ່ນດຽວກັນສຳລັບວຽກງານທົ່ວໄປ; ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮຽນຮູ້ວິທີຈັດລຳດັບຄວາມສຳຄັນຂອງວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນ ແລະ ວິທີຊັ່ງຊາຂໍ້ດີຂໍ້ເສຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດກຳແໜ້ນຫຼັກການເຫຼົ່ານີ້ໄດ້, ແລ້ວພວກເຂົາກໍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ.
ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໃນເຮືອນຂອງພຣະເຈົ້າເປັນຄົນໜຸ່ມ, ພວກເຂົາເປັນມືໃໝ່ ແລະ ພວກເຂົາກຳລັງຝຶກຝົນເພື່ອປະຕິບັດວຽກງານ, ສະນັ້ນ, ສິ່ງທີ່ສຳຄັນທີ່ສຸດແມ່ນໃຫ້ພວກເຂົາຮຽນຮູ້ທີ່ຈະກຳແໜ້ນຫຼັກການ. ບາງຄົນອາດຈະເວົ້າວ່າ “ຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າມີຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສູງເກີນໄປບໍ?” ທີ່ຈິງແລ້ວ, ບໍ່ແມ່ນເລີຍ. ການຮຽກຮ້ອງໃຫ້ຜູ້ຄົນກຳແໜ້ນຫຼັກການເປັນຂໍ້ກຳນົດທີ່ສູງໄດ້ແນວໃດ? ຄົນເຮົາຈະສາມາດປະຕິບັດວຽກງານຄຣິສຕະຈັກໃຫ້ດີໄດ້ແນວໃດ ຖ້າພວກເຂົາບໍ່ສາມາດກຳແໜ້ນຫຼັກການໄດ້? ຄົນເຮົາຈະສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແນວໃດ ຖ້າພວກເຂົາຈັດການເລື່ອງຕ່າງໆໂດຍບໍ່ມີຫຼັກການ? ການກຳແໜ້ນຫຼັກການແມ່ນຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ບໍ່ແມ່ນສຳລັບຄົນທຳມະດາ; ຖ້າຄົນໃດຄົນໜຶ່ງບໍ່ສາມາດກຳແໜ້ນຫຼັກການໄດ້, ແລ້ວພວກເຂົາກໍຈະບໍ່ສາມາດເຮັດວຽກງານໃຫ້ດີໄດ້. ຄົນທີ່ຂາດຄວາມສາມາດຫຼາຍເກີນໄປຈະບໍ່ບັນລຸຫຼັກການ, ເຮືອນຂອງພຣະເຈົ້າຈະບໍ່ບົ່ມເພາະພວກເຂົາ ແລະ ພວກເຂົາກໍບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາເຊັ່ນກັນ. ບາງຄົນຮູ້ສຶກຢູ່ສະເໝີວ່າມັນເປັນເລື່ອງຍາກທີ່ຈະເປັນຜູ້ນໍາ ແລະ ມີສອງເຫດຜົນສຳລັບເລື່ອງນີ້: ເຫດຜົນທີໜຶ່ງແມ່ນພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ; ເຫດຜົນອີກຢ່າງໜຶ່ງແມ່ນພວກເຂົາຂາດຄວາມສາມາດ, ພວກເຂົາບໍ່ຮູ້ວ່າມັນໝາຍຄວາມວ່າແນວໃດໃນການເຮັດວຽກ, ພວກເຂົາບໍ່ສາມາດອະທິບາຍຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດສຳລັບວຽກງານຢ່າງຊັດເຈນໄດ້ ແລະ ພວກເຂົາບໍ່ສາມາດແມ່ນແຕ່ເວົ້າຫຼັກຄຳສອນຢ່າງຊັດເຈນໄດ້. ຄົນແບບນີ້ບໍ່ເໝາະສົມທີ່ຈະເປັນຜູ້ນໍາ. ສົມມຸດວ່າຄວາມສາມາດຂອງຄົນໃດຄົນໜຶ່ງຕໍ່າເກີນໄປ, ພວກເຂົາບໍ່ຮູ້ວິທີເຮັດວຽກ ແລະ ພວກເຂົາບໍ່ມີປະສິດທິພາບເລີຍໃນການປະຕິບັດໜ້າທີ່ຂອງພວກເຂົາ, ນັ້ນກໍຄື ພວກເຂົາໃຊ້ເວລາຫຼາຍມື້ເພື່ອເຮັດວຽກທີ່ຄວນຈະໃຊ້ເວລາພຽງມື້ດຽວ ແລະ ໃຊ້ເວລາຫົກເດືອນເພື່ອເຮັດວຽກທີ່ຄວນຈະໃຊ້ເວລາພຽງເດືອນດຽວ, ຄົນດັ່ງກ່າວແມ່ນຄົນໄຮ້ປະໂຫຍດ, ພວກເຂົາເປັນຄົນທີ່ບໍ່ເອົາການເອົາງານ. ຄົນທີ່ຄວາມສາມາດຂອງພວກເຂົາຕໍ່າເກີນໄປບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ດີ. ການທີ່ເຮົາມີຂໍ້ກຳນົດເຫຼົ່ານີ້ຕໍ່ຜູ້ຄົນແມ່ນທັງຍຸຕິທຳ ແລະ ສົມເຫດສົມຜົນ ແລະ ມັນກໍເປັນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດບັນລຸໄດ້. ບາງຄົນຮູ້ສຶກວ່າຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າວາງອອກນັ້ນສູງເກີນໄປ, ນີ້ສະແດງໃຫ້ເຫັນວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາຄວນຮັບຜິດຊອບ ແລະ ລາອອກ. ເຈົ້າບໍ່ເໝາະສົມທີ່ຈະຮັບຜິດຊອບໜ້າທີ່ຂອງຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າກໍບໍ່ເໝາະສົມທີ່ຈະເປັນ, ສະນັ້ນ, ເຖິງແມ່ນວ່າເຈົ້າຈະເປັນຜູ້ນໍາ, ເຈົ້າກໍເປັນຜູ້ນໍາປອມ. ຖ້າເຈົ້າບໍ່ສາມາດແມ່ນແຕ່ເຮັດວຽກງານພຽງຢ່າງດຽວໃຫ້ດີໄດ້, ເຈົ້າຈະສາມາດເອົາໃຈໃສ່ວຽກງານອື່ນໃນເວລາດຽວກັນໄດ້ແນວໃດ? ຄົນທີ່ຄວາມສາມາດຂອງພວກເຂົາຕໍ່າເກີນໄປສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກບໍ? ຖ້າພວກເຂົາແມ່ນແຕ່ບໍ່ດີເທົ່າໝາເຝົ້າບ້ານໂຕໜຶ່ງ, ແລ້ວພວກເຂົາກໍບໍ່ສົມຄວນທີ່ຈະຖືກເອີ້ນວ່າເປັນມະນຸດ. ເມື່ອໝາເຝົ້າບ້ານ, ມັນບໍ່ພຽງແຕ່ເຝົ້າເດີ່ນໜ້າບ້ານ, ເດີ່ນຫຼັງບ້ານ ແລະ ສວນຜັກເທົ່ານັ້ນ, ແຕ່ມັນຍັງສາມາດເຝົ້າໄກ່, ຫ່ານ ແລະ ແກະຂອງບ້ານໄດ້ອີກດ້ວຍ. ທັນທີທີ່ມັນພົບຄົນແປກໜ້າເຂົ້າມາໃກ້, ມັນກໍຈະເຫົ່າ, ມັນຈະບໍ່ຍອມໃຫ້ໃຜເຂົ້າໄປໃນເດີ່ນບ້ານ ແລະ ມັນກໍຮູ້ຈັກເຕືອນເຈົ້າຂອງຂອງມັນໃຫ້ຮູ້ເຖິງການມາຂອງຄົນແປກໜ້າ. ແມ່ນແຕ່ສະໝອງຂອງໝາກໍບໍ່ທຳມະດາ. ຖ້າຄວາມສາມາດຂອງຄົນໃດຄົນໜຶ່ງຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດແມ່ນແຕ່ຖືກປຽບທຽບກັບໝາໂຕໜຶ່ງໄດ້, ຄົນປະເພດນັ້ນບໍ່ແມ່ນຄົນໄຮ້ປະໂຫຍດບໍ? ບາງຄົນຮັກຄວາມສະໜຸກສະບາຍ ແລະ ກຽດຊັງການເຮັດວຽກ, ເປັນຄົນກິນຫຼາຍ ແລະ ຂີ້ຄ້ານ ແລະ ພວກເຂົາຕ້ອງການອາໄສຜົນປະໂຫຍດຈາກເຮືອນຂອງພຣະເຈົ້າໂດຍບໍ່ເຮັດຫຍັງເລີຍ, ພວກເຂົາບໍ່ແມ່ນແມ່ກາຝາກບໍ? ໂດຍການຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການເລື່ອງຕ່າງໆດ້ວຍຫຼັກການ, ເຮືອນຂອງພຣະເຈົ້າກຳລັງບົ່ມເພາະ ແລະ ຝຶກຝົນພວກເຂົາໃຫ້ສາມາດປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນສາມາດສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ລ້ວນແຕ່ໄດ້ຮັບພອນຈາກພຣະເຈົ້າ. ຜູ້ທີ່ຮັກຄວາມສະໜຸກສະບາຍ ແລະ ກຽດຊັງການເຮັດວຽກ ແລະ ຜູ້ທີ່ບໍ່ເຮັດຫຍັງທີ່ເປັນຈິງເປັນຈັງເລີຍຕ້ອງຖືກກຳຈັດ. ຄົນໄຮ້ປະໂຫຍດທັງໝົດທີ່ຢາກໄດ້ຄວາມສະດວກສະບາຍ, ຜູ້ທີ່ຢ້ານຄວາມລຳບາກ ແລະ ຄວາມເມື່ອຍລ້າ, ຜູ້ທີ່ຈົ່ມວ່າກ່ຽວກັບຄວາມລຳບາກ ແລະ ຄວາມຫຍຸ້ງຍາກຢູ່ສະເໝີ ແລະ ບໍ່ສາມາດອົດທົນກັບຄວາມລຳບາກໄດ້ເລີຍຕ້ອງຖືກກຳຈັດ, ຈະບໍ່ໃຫ້ເຫຼືອແມ່ນແຕ່ຄົນດຽວ! ຖ້າເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເລີ່ມຕົ້ນວຽກງານຂອງພວກເຂົາ, ພວກເຂົາປະເຊີນກັບຄວາມຫຍຸ້ງຍາກຕ່າງໆ, ພວກເຂົາຄວນຊອກຫາທີ່ມາຂອງບັນຫາ ແລະ ຈາກນັ້ນກໍຊຳລະລ້າງຄົນທີ່ຂັດຂວາງ ແລະ ຄົນທີ່ບໍ່ມີເຫດຜົນເຫຼົ່ານັ້ນອອກໄປ, ເຊິ່ງກໍຄືສິ່ງທີ່ເຮັດໃຫ້ສະດຸດ ແລະ ສິ່ງກີດຂວາງເຫຼົ່ານັ້ນ. ເມື່ອຜູ້ທີ່ຍັງເຫຼືອຢູ່ລ້ວນແຕ່ເປັນຜູ້ທີ່ສາມາດຮັບເອົາຄວາມຈິງ, ເຊື່ອຟັງ ແລະ ອ່ອນນ້ອມ, ມັນກໍຈະງ່າຍຂຶ້ນຫຼາຍທີ່ຈະນໍາພາພວກເຂົາ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກ, ກ່ອນອື່ນພວກເຂົາຄວນໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນ ເພື່ອໃຫ້ຜູ້ຄົນມີເສັ້ນທາງທີ່ຈະກ້າວໄປຂ້າງໜ້າຫຼັງຈາກທີ່ໄດ້ຟັງພວກເຂົາ. ພວກເຂົາບໍ່ຄວນເວົ້າຫຼັກຄຳສອນ, ຮ້ອງຄຳຂວັນ ແລະ ຍິ່ງໄປກວ່ານັ້ນ ບໍ່ຄວນບັງຄັບໃຫ້ຜູ້ຄົນໃສ່ໃຈ ແລະ ເຊື່ອຟັງພວກເຂົາ ແລະ ປະຕິບັດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນ, ແລ້ວຄົນສ່ວນໃຫຍ່ກໍຈະເຕັມໃຈທີ່ຈະນຳໄປປະຕິບັດ. ມັນເປັນເລື່ອງທີ່ໜ້າເປັນຫ່ວງ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກອະທິບາຍບໍ່ແຈ່ມແຈ້ງ ແຕ່ຍັງຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງປະຕິບັດ ແລະ ອ້າຍເອື້ອຍນ້ອງກໍບໍ່ຮູ້ວິທີປະຕິບັດ ແລະ ບໍ່ສາມາດຊອກຫາເສັ້ນທາງແຫ່ງການປະຕິບັດໄດ້, ສິ່ງນີ້ຈະສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງວຽກງານ. ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດອະທິບາຍຢ່າງແຈ່ມແຈ້ງ ແລະ ໂອ້ລົມຢ່າງຊັດເຈນກ່ຽວກັບຫຼັກການຄວາມຈິງທີ່ກ່ຽວຂ້ອງໃນວຽກງານສະເພາະທຸກປະເພດ, ແລ້ວຄົນສ່ວນໃຫຍ່ກໍຈະເຂົ້າໃຈ ແລະ ມີເຫດຜົນ ແລະ ພວກເຂົາກໍຈະເຕັມໃຈທີ່ຈະເຮັດສ່ວນຂອງພວກເຂົາ. ທຸກຄົນເຕັມໃຈທີ່ຈະຟັງຄົນໃດຄົນໜຶ່ງ ຖ້າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ, ສອດຄ່ອງກັບຄວາມຈິງ ແລະ ເປັນປະໂຫຍດຕໍ່ວຽກງານຄຣິສຕະຈັກ ແລະ ຕໍ່ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງ. ເຖິງຢ່າງໃດກໍຕາມ, ມີສະຖານະການໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ ແລະ ເມື່ອມີຄົນຖາມພວກເຂົາກ່ຽວກັບເສັ້ນທາງແຫ່ງການປະຕິບັດທີ່ສະເພາະ, ພວກເຂົາກໍບໍ່ສາມາດອະທິບາຍໄດ້ ແລະ ແທນທີ່ຈະເຮັດແນວນັ້ນ ພວກເຂົາກໍເວົ້າຫຼັກຄຳສອນທີ່ຟັງແລ້ວສູງສົ່ງບາງຢ່າງ ແລະ ຮ້ອງຄຳຂວັນບາງຢ່າງ, ແລ້ວກໍສົ່ງຄົນນັ້ນໄປ. ຄົນນັ້ນບໍ່ຍອມຮັບໃນໃຈ ແລະ ພວກເຂົາຄິດວ່າ “ເຈົ້າກຳລັງຂໍໃຫ້ຂ້ອຍໄປປະຕິບັດສິ່ງນີ້ ແຕ່ເຈົ້າບໍ່ໄດ້ອະທິບາຍມັນຢ່າງຊັດເຈນ, ແລ້ວຂ້ອຍຈະປະຕິບັດມັນໄດ້ແນວໃດ? ຂ້ອຍບໍ່ມີເສັ້ນທາງທີ່ຈະເຮັດຕາມ! ຂ້ອຍຖາມເຈົ້າຍ້ອນວ່າຂ້ອຍບໍ່ເຂົ້າໃຈ, ແຕ່ປະກົດວ່າເຈົ້າກໍບໍ່ເຂົ້າໃຈຄືກັນ ແລະ ຮູ້ພຽງແຕ່ວິທີເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ. ເຈົ້າກໍບໍ່ໄດ້ດີໄປກວ່າຂ້ອຍເລີຍ. ເປັນຫຍັງຂ້ອຍຄວນເຊື່ອຟັງເຈົ້າ? ຂ້ອຍເຊື່ອຟັງຄວາມຈິງ, ບໍ່ແມ່ນເຈົ້າທີ່ເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ!” ສະຖານະການປະເພດນີ້ກໍເກີດຂຶ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດຫຼີກລ່ຽງການເວົ້າຫຼັກຄຳສອນທີ່ໄຮ້ສາລະ, ເວົ້າຄວາມຈິງ ແລະ ໂອ້ລົມກ່ຽວກັບຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ, ແລ້ວຄົນສ່ວນໃຫຍ່ກໍຈະສາມາດເຊື່ອຟັງໄດ້. ສະນັ້ນ, ວຽກງານຂອງຄຣິສຕະຈັກທີ່ຈິງແລ້ວກໍເຮັດງ່າຍ; ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຈິງຈັງ, ຍຶດໝັ້ນໃນຕຳແໜ່ງວຽກຂອງຕົນ ແລະ ເຂົ້າຮ່ວມກັບວຽກງານສະເພາະ, ແລ້ວພວກເຂົາກໍຈະສາມາດເຮັດວຽກໄດ້ດີຢ່າງແນ່ນອນ. ສິ່ງທີ່ໜ້າເປັນຫ່ວງກໍຄື ຖ້າຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຊີ້ນຳບໍ່ມີຄວາມຮັບຜິດຊອບ ແລະ ວາງທ່າເໜືອຄົນອື່ນ, ຮູ້ພຽງແຕ່ວິທີເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ ແລະ ບໍ່ເຂົ້າຮ່ວມໃນວຽກງານສະເພາະຢູ່ສະຖານທີ່ຈິງ, ແລ້ວກໍຈະມີບັນຫາໃນວຽກງານຢ່າງແນ່ນອນ. ນີ້ກໍເພາະວ່າຄົນທີ່ຢູ່ຂັ້ນລຸ່ມບໍ່ສາມາດເບິ່ງທະລຸເລື່ອງປະເພດນີ້ໄດ້, ພວກເຂົາຕ້ອງການຄົນທີ່ຈະມາຊີ້ທາງໃຫ້ພວກເຂົາ, ພວກເຂົາຕ້ອງການເສົາຄ້ຳທີ່ໝັ້ນຄົງ, ພວກເຂົາຕ້ອງການຄົນທີ່ຈະນໍາພາພວກເຂົາດ້ວຍຕົນເອງ ແລະ ບອກພວກເຂົາວ່າຈະຕ້ອງເຮັດຫຍັງ, ພວກເຂົາຕ້ອງການຄົນທີ່ຈະມາໃຫ້ການຊີ້ນຳ ແລະ ດຳເນີນການກວດກາ, ຖ້າບໍ່ດັ່ງນັ້ນ ວຽກງານກໍຈະບໍ່ຖືກຈັດຕັ້ງປະຕິບັດ. ຖ້າເຈົ້າຄາດຫວັງວ່າເຈົ້າພຽງແຕ່ສາມາດຮ້ອງຫຼັກຄຳສອນ ແລະ ຄຳຂວັນສອງສາມຂໍ້ຈາກຕຳແໜ່ງທີ່ມີສະຖານະ, ແລ້ວຄົນທີ່ຢູ່ຂັ້ນລຸ່ມກໍຈະລົງມືເຮັດ ແລະ ເຮັດຕາມທີ່ເຈົ້າເວົ້າ, ກໍຝັນໄປສາ. ຄົນທີ່ຢູ່ຂັ້ນລຸ່ມກໍຄືກັບເຄື່ອງຈັກ: ຖ້າບໍ່ມີໃຜເປີດໃຊ້ງານພວກເຂົາ, ພວກເຂົາກໍຈະບໍ່ລົງມືເຮັດ. ຖ້າຜູ້ທີ່ຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແມ່ນແຕ່ເບິ່ງທະລຸເລື່ອງນີ້ໄດ້, ແລ້ວພວກເຂົາກໍຂາດຄວາມເຂົ້າໃຈຢ່າງເລິກເຊິ່ງຫຼາຍເກີນໄປ! ເມື່ອຜູ້ນໍາປອມເຮັດວຽກ, ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ. ພວກເຂົາບໍ່ຮູ້ວ່າວຽກງານໃດສຳຄັນ ແລະ ວຽກງານໃດເປັນວຽກງານທົ່ວໄປ ແລະ ພວກເຂົາກໍບໍ່ສາມາດຈັດລຳດັບຄວາມສຳຄັນຂອງວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນໄດ້. ບໍ່ວ່າພວກເຂົາຈະເຮັດຫຍັງ, ພວກເຂົາກໍບໍ່ມີຫຼັກການ, ພວກເຂົາບໍ່ສາມາດອະທິບາຍເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນໄດ້ ແລະ ພວກເຂົາພຽງແຕ່ເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນ, ໂດຍເວົ້າພຽງແຕ່ບາງສິ່ງທີ່ບໍ່ສາມາດປະຕິບັດໄດ້ຈິງ. ຜົນທີ່ຕາມມາກໍຄື ພວກເຂົາບໍ່ສາມາດເຮັດວຽກງານໃດໆໄດ້ເລີຍ ແລະ ສາມາດຖືກກຳຈັດເທົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ວິທີຈັດແຈງ ແລະ ຈັດຕັ້ງປະຕິບັດວຽກງານ ແລະ ພວກເຂົາຕ້ອງຮູ້ວິທີກວດກາ ແລະ ຊີ້ນໍາວຽກງານ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນດ້ວຍຕົນເອງ. ມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ເທົ່ານັ້ນທີ່ສາມາດເຮັດວຽກງານທີ່ແທ້ຈິງ ແລະ ເຮັດໃຫ້ຜູ້ຄົນເຊື່ອໝັ້ນຢ່າງສົມບູນໄດ້. ຖ້າຜູ້ນໍາຄົນໜຶ່ງບໍ່ສາມາດຊີ້ນໍາວຽກງານ ຫຼື ຄົ້ນພົບ ແລະ ແກ້ໄຂບັນຫາໄດ້, ຖ້າພວກເຂົາຮູ້ພຽງແຕ່ສັ່ງສອນ ແລະ ລິຮານຄົນອື່ນຢ່າງຕໍ່ເນື່ອງ ແລະ ພວກເຂົາກໍຕຳໜິຄົນອື່ນເມື່ອພວກເຂົາເອງເຮັດສິ່ງຕ່າງໆຜິດພາດ, ແລ້ວນີ້ກໍຄືການເປັນຜູ້ນໍາທີ່ບໍ່ມີຄວາມສາມາດ. ຜູ້ນໍາດັ່ງກ່າວເປັນຄົນໄຮ້ປະໂຫຍດ, ພວກເຂົາເປັນຜູ້ນໍາປອມ ແລະ ພວກເຂົາຕ້ອງຖືກກຳຈັດ. ຖ້າເຈົ້າບໍ່ຮູ້ວິທີເຮັດວຽກງານສະເພາະບາງຢ່າງ, ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງຊອກຫາຄົນທີ່ເໝາະສົມສອງຄົນມາເປັນຜູ້ຊ່ວຍຂອງເຈົ້າ ເພື່ອຊ່ວຍເຈົ້າເຮັດວຽກງານສະເພາະນີ້ໃຫ້ດີ ແລະ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງຈັດການ ແລະ ກຳຈັດຄົນທີ່ຂັດຂວາງທີ່ສ້າງຄວາມລົບກວນອອກໄປກ່ອນ. ນີ້ບໍ່ແມ່ນການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຮັດວຽກງານນີ້ໃຫ້ດີບໍ? ຖ້າເມື່ອເຈົ້າພົບຄົນທີ່ສາມາດເຮັດບາງສິ່ງບາງຢ່າງທີ່ເປັນຈິງເປັນຈັງໄດ້, ເຈົ້າກໍສົ່ງເສີມພວກເຂົາທັນທີ ແລະ ຖ້າເຈົ້າຈັດການ ແລະ ກຳຈັດຜູ້ທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງອອກໄປທັນທີ, ແລ້ວກໍຈະມີຄວາມຫຍຸ້ງຍາກໜ້ອຍລົງຫຼາຍ ເມື່ອເຈົ້າສືບຕໍ່ເຮັດວຽກງານນີ້. ຜູ້ນໍາທີ່ຂາດຄວາມສາມາດຫຼາຍເກີນໄປບໍ່ສາມາດເຮັດວຽກແບບນີ້ໄດ້. ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນອື່ນຜິດໃຈ ແລະ ເມື່ອພວກເຂົາເຫັນຄົນຊົ່ວຊ້າທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຢ່າງຕໍ່ເນື່ອງ, ພວກເຂົາກໍບໍ່ຈັດການພວກເຂົາ. ພວກເຂົາຍັງບໍ່ສາມາດບອກໄດ້ວ່າໃຜມີຄວາມສາມາດໃນການເຮັດບາງສິ່ງບາງຢ່າງທີ່ເປັນຈິງເປັນຈັງໄດ້ອີກດ້ວຍ ແລະ ພວກເຂົາກໍບໍ່ຮູ້ວ່າໃຜເໝາະສົມທີ່ຈະສົ່ງເສີມໃຫ້ຮັບຜິດຊອບວຽກງານ. ຜູ້ນໍາແບບນີ້ເປັນຄົນຕາບອດ ແລະ ພວກເຂົາບໍ່ມີຄວາມສາມາດໃນການປະຕິບັດວຽກງານຂອງພວກເຂົາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຂົ້າໃຈຄວາມຈິງ ຫຼື ທັກສະວິຊາຊີບ, ພວກເຂົາກໍຈະເຮັດວຽກງານຂອງພວກເຂົາໄດ້ບໍ່ດີ, ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຝຶກຝົນເພື່ອເຮັດວຽກງານທີ່ແທ້ຈິງເລື້ອຍໆ. ຕາບໃດທີ່ພວກເຂົາກຳແໜ້ນຫຼັກການ, ຮູ້ວິທີຈັດລຳດັບຄວາມສຳຄັນຂອງວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນ ແລະ ຮູ້ວິທີຊັ່ງຊາຂໍ້ດີຂໍ້ເສຍ, ແລ້ວພວກເຂົາກໍສາມາດເຮັດວຽກງານຂອງພວກເຂົາໃຫ້ດີໄດ້ ແລະ ກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ.
ໃນເມື່ອເຮົາໄດ້ໂອ້ລົມກ່ຽວກັບເນື້ອໃນຂອງການສື່ສານ, ການອອກຄຳສັ່ງ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງຖືກຕ້ອງຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າແລ້ວ, ຕອນນີ້ພວກເຈົ້າທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມເຂົ້າໃຈພື້ນຖານບາງຢ່າງກ່ຽວກັບວິທີເຂົ້າຫາ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ? ແລ້ວຕອນນີ້ພວກເຈົ້າມີຄວາມເຂົ້າໃຈສະເພາະບາງຢ່າງກ່ຽວກັບຄວາມຮັບຜິດຊອບ ແລະ ພັນທະທີ່ພວກເຈົ້າຄວນບັນລຸເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ? (ມີແລ້ວ.) ໃນເມື່ອພວກເຈົ້າມີຄວາມເຂົ້າໃຈສະເພາະນີ້ແລ້ວ, ເຈົ້າຄວນພິຈາລະນາວ່າເຈົ້າຄວນເຮັດຫຍັງ ແລະ ເຈົ້າສາມາດເຮັດມັນໄດ້ໃນລະດັບໃດ ແລະ ຈາກນັ້ນເຈົ້າກໍຄວນຈະສາມາດພິພາກສາໄດ້ວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ບໍ່ ແລະ ເຈົ້າເໝາະສົມກັບວຽກງານຜູ້ນໍາ ຫຼື ບໍ່. ສ່ວນຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ມີຄວາມສາມາດຕໍ່າ ແລະ ບໍ່ເຮັດວຽກງານທີ່ແທ້ຈິງ, ນັ້ນກໍຄື ຜູ້ທີ່ພວກເຮົາເອີ້ນວ່າຜູ້ນໍາປອມ, ເມື່ອພວກເຂົາເຂົ້າໃຈເນື້ອໃນສະເພາະຂອງຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ພວກເຂົາຄວນເຮັດແນວໃດ? ບາງຄົນເວົ້າວ່າ “ກ່ອນໜ້ານີ້ຂ້ອຍບໍ່ໄດ້ເຂົ້າໃຈຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງແທ້ຈິງ ແລະ ຫຼັງຈາກທີ່ຂ້ອຍໄດ້ເປັນຜູ້ນໍາ, ຂ້ອຍພຽງແຕ່ເພິ່ງພາແນວຄິດ ແລະ ຈິນຕະນາການຂອງຂ້ອຍເພື່ອເຮັດວຽກງານບາງຢ່າງເພື່ອເປັນໜ້າເປັນຕາ ແລະ ຂ້ອຍຄິດວ່າເພາະວ່າຂ້ອຍມີຄວາມກະຕືລືລົ້ນ ແລະ ເຕັມໃຈທີ່ຈະອົດທົນກັບຄວາມທົນທຸກ, ຂ້ອຍກໍຄົງຈະເປັນຜູ້ນໍາທີ່ໄດ້ມາດຕະຖານແລ້ວ. ພໍໄດ້ຟັງພຣະເຈົ້າໂອ້ລົມແບບນີ້ ຂ້ອຍເຖິງກັບເວົ້າບໍ່ອອກ. ປະກົດວ່າຂ້ອຍເປັນຜູ້ນໍາປອມ, ຄວາມສາມາດຂອງຂ້ອຍຕໍ່າເກີນໄປ ແລະ ຂ້ອຍບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້. ຂ້ອຍບໍ່ສາມາດແມ່ນແຕ່ຈະຈັດຕັ້ງປະຕິບັດການຈັດແຈງວຽກງານສະເພາະພຽງຢ່າງດຽວຂອງເຮືອນຂອງພຣະເຈົ້າໄດ້. ຂ້ອຍເຄີຍຄິດວ່າການອ່ານການຈັດແຈງວຽກງານຫຼາຍໆຄັ້ງ, ສົ່ງຕໍ່ໃຫ້ທຸກຄົນ ແລະ ຈາກນັ້ນກໍຊຸກຍູ້ ແລະ ກວດກາຄົນທີ່ຢູ່ຂັ້ນລຸ່ມໃນຂະນະທີ່ພວກເຂົາເຮັດວຽກນັ້ນ, ໝາຍຄວາມວ່າຂ້ອຍກຳລັງຈັດຕັ້ງປະຕິບັດການຈັດແຈງວຽກງານນັ້ນ. ຫຼັງຈາກຜ່ານໄປໄລຍະໜຶ່ງ, ຂ້ອຍກໍຄົ້ນພົບວ່າວຽກງານນັ້ນບໍ່ໄດ້ຖືກເຮັດເປັນຢ່າງດີ ແລະ ວຽກງານສະເພາະຫຼາຍຢ່າງກໍຖືກເມີນເສີຍ ແລະ ເມື່ອນັ້ນເອງຂ້ອຍຈຶ່ງຮັບຮູ້ວ່າຄວາມສາມາດຂອງຂ້ອຍຂາດເຂີນຫຼາຍແທ້ໆ ແລະ ຂ້ອຍບໍ່ແມ່ນຄົນທີ່ຈະເປັນຜູ້ນໍາໄດ້”. ແລ້ວຄົນແບບນີ້ຄວນເຮັດແນວໃດ? ມັນຈະເປັນຫຍັງບໍ ຖ້າພວກເຂົາປະຖິ້ມວຽກງານຂອງພວກເຂົາ? (ບໍ່.) ແລ້ວມີວິທີແກ້ໄຂບັນຫານີ້ບໍ? ຫຼື ບັນຫານີ້ແກ້ໄຂບໍ່ໄດ້? (ບໍ່, ບໍ່ແມ່ນວ່າແກ້ໄຂບໍ່ໄດ້. ຄົນເຫຼົ່ານັ້ນຕ້ອງພະຍາຍາມເຮັດໃຫ້ດີຂຶ້ນຕາມຂໍ້ກຳນົດຂອງພຣະເຈົ້າ.) ນີ້ຄືມຸມມອງທີ່ເປັນບວກ ແລະ ກະຕືລືລົ້ນ; ມັນເປັນມຸມມອງທີ່ດີຫຼາຍ. ພວກເຂົາຄວນພະຍາຍາມເຮັດໃຫ້ດີຂຶ້ນຕາມຂໍ້ກຳນົດຂອງພຣະເຈົ້າ, ມີຄວາມເຊື່ອ ແລະ ເພິ່ງພາພຣະເຈົ້າ ແລະ ບໍ່ຄິດລົບ ຫຼື ປະຖິ້ມວຽກງານຂອງພວກເຂົາ, ນີ້ຄືວິທີແກ້ໄຂທີໜຶ່ງ. ມັນເປັນວິທີແກ້ໄຂທີ່ດີບໍ? (ດີ.) ແຕ່ມັນເປັນວິທີແກ້ໄຂພຽງຢ່າງດຽວບໍ? (ບໍ່, ບໍ່ແມ່ນ. ຖ້າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້ແທ້ໆ, ແລ້ວພວກເຂົາກໍສາມາດຮັບຜິດຊອບຕໍ່ສິ່ງນີ້ ແລະ ລາອອກຈາກຕຳແໜ່ງຂອງພວກເຂົາ.) ນີ້ຄືວິທີແກ້ໄຂທີສອງ. ຖ້າພວກເຂົາໄດ້ພະຍາຍາມມາກ່ອນ ແລະ ຮູ້ສຶກວ່າບໍ່ສາມາດເຮັດວຽກງານຜູ້ນໍາໄດ້, ກ່າວຄື ຖ້າມັນເປັນວຽກງານທີ່ໜັກໜ່ວງ ແລະ ລຳບາກສຳລັບພວກເຂົາ, ຈົນເຮັດໃຫ້ພວກເຂົາຮູ້ສຶກກະວົນກະວາຍໃຈ, ນອນບໍ່ຫຼັບ, ທຸກມື້ຮູ້ສຶກຄືກັບຖືກພູເຂົາໃຫຍ່ກົດທັບຈົນຍົກຫົວບໍ່ຂຶ້ນ ຫຼື ຫາຍໃຈບໍ່ອອກ, ແມ່ນແຕ່ຮູ້ສຶກວ່າຂາໜັກຈົນຍ່າງລຳບາກ ແລະ ຫຼັງຈາກທີ່ໄດ້ຟັງຂໍ້ກຳນົດສະເພາະເຫຼົ່ານີ້ແລ້ວກໍຍິ່ງຮູ້ສຶກວ່າຄວາມສາມາດຂອງຕົນຕໍ່າເກີນໄປ ແລະ ບໍ່ສາມາດເຮັດວຽກໄດ້ຢ່າງແທ້ຈິງ, ພວກເຂົາຄວນເຮັດແນວໃດ? ມີສິ່ງໜຶ່ງທີ່ພວກເຂົາສາມາດເຮັດໄດ້, ນັ້ນກໍຄືການລາອອກທັນທີ. ຖ້າພວກເຂົາບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ພວກເຂົາກໍບໍ່ຄວນສົ່ງຜົນກະທົບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ນີ້ຄືເຫດຜົນທີ່ພວກເຂົາຄວນມີ. ພວກເຂົາບໍ່ຄວນບັງຄັບຕົນເອງເກີນຂີດຈຳກັດຢ່າງຫຼັບຫູຫຼັບຕາ, ຢືນຢັນທີ່ຈະພະຍາຍາມເຮັດບາງສິ່ງທີ່ເກີນຄວາມສາມາດຂອງຕົນ ຫຼື ເຮັດສິ່ງທີ່ໂງ່ຈ້າ. ມີພຽງແຕ່ຜູ້ທີ່ລະເວັ້ນຈາກການເຮັດສິ່ງເຫຼົ່ານີ້ເທົ່ານັ້ນທີ່ມີເຫດຜົນ. ຄົນທີ່ມີເຫດຜົນຈະມີຄວາມຮັບຮູ້ຕົນເອງ; ພວກເຂົາຮູ້ແຈ້ງກ່ຽວກັບຄວາມສາມາດຂອງຕົນເອງ ແລະ ພວກເຂົາກໍຮູ້ຈັກຂໍ້ບົກຜ່ອງຂອງຕົນເອງ. ມີພຽງແຕ່ເມື່ອຜູ້ຄົນຮູ້ຈັກວັດແທກຕົນເອງຢ່າງຊັດເຈນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເຂົ້າໃຈໄດ້ຢ່າງຖືກຕ້ອງວ່າພວກເຂົາມີຄວາມສາມາດເຮັດຫຍັງ, ບໍ່ມີຄວາມສາມາດເຮັດຫຍັງ ແລະ ເໝາະສົມທີ່ຈະເຮັດຫຍັງທີ່ສຸດ. ເປັນຫຍັງຜູ້ຄົນຕ້ອງຮູ້ຈັກຄວາມສາມາດຂອງຕົນເອງ? ສິ່ງນີ້ຊ່ວຍໃຫ້ພວກເຂົາກຳນົດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ມັນກໍຊ່ວຍໃຫ້ພວກເຂົາປະຕິບັດໜ້າທີ່ນັ້ນໄດ້ດີເຊັ່ນກັນ. ຖ້າເຈົ້າໄດ້ກວດສອບຕົນເອງແລ້ວ ແລະ ເຫັນວ່າເຈົ້າມີຄວາມສາມາດພຽງເທົ່ານີ້ ແລະ ຮູ້ວ່າເຈົ້າບໍ່ສາມາດເຮັດວຽກງານຜູ້ນໍາໄດ້, ແລ້ວກໍບໍ່ຈຳເປັນທີ່ເຈົ້າຈະຕ້ອງກວດສອບຕົນເອງອີກ ແລະ ພິສູດມັນອີກ. ເຈົ້າຄວນລາອອກທັນທີ, ຢ່າຍຶດຕິດກັບຕຳແໜ່ງຂອງເຈົ້າ ແລະ ປະຕິເສດທີ່ຈະລົງຈາກຕຳແໜ່ງ; ຢ່າສົ່ງຜົນກະທົບ ແລະ ເຮັດໃຫ້ຄົນອື່ນຊັກຊ້າ ໃນຂະນະທີ່ເຈົ້າບໍ່ສາມາດປະຕິບັດວຽກງານສະເພາະໄດ້. ການລາອອກບໍ່ແມ່ນເສັ້ນທາງທີ່ຈະກ້າວໄປຂ້າງໜ້າບໍ? ສອງເສັ້ນທາງນີ້ວາງຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າສາມາດເລືອກເສັ້ນທາງໃດເສັ້ນທາງໜຶ່ງ; ເຈົ້າບໍ່ໄດ້ຂາດເສັ້ນທາງທີ່ຈະກ້າວໄປຂ້າງໜ້າ ແລະ ມັນກໍບໍ່ໄດ້ມີພຽງເສັ້ນທາງດຽວ. ເຈົ້າສາມາດຕັດສິນໃຈຢ່າງເປັນຈິງ ແລະ ຖືກຕ້ອງກ່ຽວກັບສະຖານະການຕົວຈິງຂອງເຈົ້າ ໂດຍອີງໃສ່ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຕົນເອງ, ພ້ອມທັງອີງໃສ່ການປະເມີນທີ່ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າທີ່ຮູ້ຈັກເຈົ້າໄດ້ເຮັດຕໍ່ເຈົ້າ ແລະ ຈາກນັ້ນກໍເລືອກສິ່ງທີ່ຖືກຕ້ອງ. ເຮືອນຂອງພຣະເຈົ້າຈະບໍ່ເຮັດໃຫ້ເຈົ້າລຳບາກ. ເຈົ້າຄິດແນວໃດກ່ຽວກັບເລື່ອງນີ້? (ມັນດີແລ້ວ.) ບາງຄົນເວົ້າວ່າ “ຂ້ອຍຢາກລອງອີກຄັ້ງ ແລະ ພະຍາຍາມເຮັດໃຫ້ດີຂຶ້ນ. ຂ້ອຍຄິດວ່າຂ້ອຍເຮັດໄດ້. ຂ້ອຍພຽງແຕ່ບໍ່ໄດ້ໃສ່ໃຈໃນການສະແຫວງຫາຄວາມຈິງຫຼາຍໃນຊ່ວງຫຼາຍປີທີ່ຜ່ານມານັ້ນ ແລະ ຫຼັງຈາກທີ່ຂ້ອຍໄດ້ເປັນຜູ້ນໍາ, ຂ້ອຍກໍຍັງບໍ່ຮູ້ວິທີສະແຫວງຫາຄວາມຈິງ ແລະ ເຮັດວຽກແບບເບົາປັນຍາ. ຂ້ອຍເຄີຍຄິດວ່າການເປັນຜູ້ນໍາຄຣິສຕະຈັກແມ່ນງ່າຍຫຼາຍ, ທີ່ມັນກ່ຽວຂ້ອງກັບພຽງແຕ່ການຈັດຕັ້ງຜູ້ຄົນໃຫ້ເຂົ້າຮ່ວມການເຕົ້າໂຮມ, ການນໍາພາໃນການໂອ້ລົມກ່ຽວກັບຄວາມຈິງ, ການແກ້ໄຂບັນຫາຢ່າງທັນການເມື່ອມັນເກີດຂຶ້ນ ແລະ ການຈັດຕັ້ງປະຕິບັດການຈັດແຈງໃດໆຈາກເບື້ອງເທິງທັນທີ ແລະ ກໍແລ້ວໄປ. ຂ້ອຍບໍ່ເຄີຍຄິດເລີຍວ່າ ຫຼັງຈາກທີ່ເປັນຜູ້ນໍາໄດ້ໄລຍະໜຶ່ງ, ຂ້ອຍຈະຄົ້ນພົບວ່າມີບັນຫາຫຼາຍຢ່າງທີ່ຂ້ອຍບໍ່ສາມາດແກ້ໄຂໄດ້, ເມື່ອເບື້ອງເທິງຖາມກ່ຽວກັບວຽກງານ, ຂ້ອຍກໍບໍ່ຮູ້ວ່າຈະຕອບແນວໃດ ແລະ ເມື່ອຜູ້ຄົນທີ່ພຣະເຈົ້າເລືອກບາງຄົນຍົກປະເດັນທີ່ເປັນຈິງຂຶ້ນມາ, ຂ້ອຍກໍບໍ່ສາມາດໃຫ້ຄຳຕອບໄດ້. ຕະຫຼອດຫຼາຍປີທີ່ອ້າຍເອື້ອຍນ້ອງໄດ້ເຊື່ອໃນພຣະເຈົ້າ, ພວກເຂົາທຸກຄົນລ້ວນແຕ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາຢູ່ເລື້ອຍໆ. ພວກເຂົາທຸກຄົນລ້ວນແຕ່ເຂົ້າໃຈຄວາມຈິງບາງຢ່າງ ແລະ ມີການແຍກແຍະບາງຢ່າງຢ່າງແນ່ນອນ. ຖ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ຂ້ອຍກໍບໍ່ສາມາດຫົດນໍ້າ ຫຼື ລ້ຽງດູພວກເຂົາໄດ້ແທ້ໆ”. ຕອນນີ້ມັນຈະແຈ້ງແລ້ວວ່າມັນບໍ່ແມ່ນເລື່ອງງ່າຍທີ່ຈະປະຕິບັດວຽກງານສະເພາະປະເພດໃດໜຶ່ງໃນເຮືອນຂອງພຣະເຈົ້າໃຫ້ໄດ້ດີ. ໃນດ້ານໜຶ່ງ, ຜູ້ຄົນຕ້ອງມີຄວາມສາມາດ, ໃນຂະນະທີ່ອີກດ້ານໜຶ່ງ, ພວກເຂົາຕ້ອງແບກຮັບພາລະ, ພ້ອມທັງເຂົ້າໃຈຄວາມຈິງ, ສິ່ງທັງໝົດເຫຼົ່ານີ້ແມ່ນຈຳເປັນຢ່າງຍິ່ງ. ມັນຈະບໍ່ໄດ້ຜົນ ຖ້າຄົນໃດຄົນໜຶ່ງບໍ່ສະແຫວງຫາຄວາມຈິງ ຫຼື ຂາດຄວາມສາມາດ ແລະ ມັນກໍຈະບໍ່ໄດ້ຜົນເຊັ່ນກັນ ຖ້າຄົນໃດຄົນໜຶ່ງຂາດຄວາມເປັນມະນຸດ ແລະ ບໍ່ແບກຮັບພາລະ. ວຽກງານສະເພາະຕ້ອງການວິທີການທີ່ສະເພາະ ແລະ ນີ້ກໍບໍ່ແມ່ນເລື່ອງທີ່ງ່າຍດາຍ. ເຖິງຢ່າງໃດກໍຕາມ, ບາງຄົນຍັງບໍ່ເຊື່ອ. ພວກເຂົາຍັງຢາກລອງອີກຄັ້ງ ແລະ ພວກເຂົາກໍຂໍໃຫ້ໄດ້ຮັບໂອກາດອີກຄັ້ງ, ຄົນແບບນີ້ຄວນໄດ້ຮັບໂອກາດອີກຄັ້ງບໍ? ຖ້າຄວາມສາມາດໃນການເຮັດວຽກ ແລະ ຄວາມສາມາດຂອງພວກເຂົາທັງສອງຢູ່ໃນລະດັບປານກາງ, ແຕ່ພວກເຂົາສາມາດປະຕິບັດວຽກງານສະເພາະບາງຢ່າງໄດ້ ແລະ ພວກເຂົາບໍ່ໄດ້ເຮັດແບບພໍແລ້ວມືແລ້ວຕີນ ແລະ ສຸມໃສ່ການແກ້ໄຂບັນຫາເພື່ອບັນລຸຜົນໃນວຽກງານຂອງພວກເຂົາ ແລະ ສາມາດເຊື່ອຟັງ ແລະ ອ່ອນນ້ອມຕໍ່ການຈັດແຈງໃດໆທີ່ເຮັດໂດຍເບື້ອງເທິງ ແລະ ໂດຍພື້ນຖານແລ້ວຈັດຕັ້ງປະຕິບັດວຽກງານຕາມການຈັດແຈງວຽກງານ ແລະ ຫຼັກການທີ່ກຳນົດໄວ້ຂອງເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ປະຕິບັດວຽກງານຂອງພວກເຂົາໄດ້ດີມາກ່ອນ ເພາະວ່າພວກເຂົາຍັງໜຸ່ມ, ບໍ່ເຂົ້າໃຈຄວາມຈິງ ແລະ ມີພື້ນຖານທີ່ຕື້ນເຂີນ, ພວກເຂົາກໍເປັນຄົນທີ່ຖືກຕ້ອງ, ແລ້ວພວກເຂົາກໍຄວນໄດ້ຮັບໂອກາດອີກຄັ້ງ ແລະ ສືບຕໍ່ຝຶກຝົນຕົນເອງ, ຢ່າປົດພວກເຂົາອອກຢ່າງຫຼັບຫູຫຼັບຕາ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະເລືອກຕັ້ງຜູ້ນໍາ ຫຼື ຜູ້ເຮັດວຽກ. ຕອນນີ້, ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຮັບຜິດຊອບຂອງພວກເຂົາແລ້ວ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາກໍຈະເຮັດວຽກຂອງພວກເຂົາໄດ້ດີຂຶ້ນກວ່າແຕ່ກ່ອນ, ນີ້ຄືຄວາມຈິງ.
ໃນເມື່ອເຮົາໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງຂອງຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ, ເຊິ່ງກໍຄືການໃຫ້ສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ, ຕອນນີ້ຫົວໃຈຂອງພວກເຈົ້າທຸກຄົນກໍແຈ້ງສະຫວ່າງ ແລະ ມີເສັ້ນທາງແຫ່ງການປະຕິບັດ. ພວກເຈົ້າບໍ່ພຽງແຕ່ສາມາດບັນລຸໜ້າທີ່ຂອງພວກເຈົ້າໄດ້ໃນຕອນນີ້ ແລະ ມີທາງເຂົ້າຂອງຊີວິດເທົ່ານັ້ນ, ແຕ່ພວກເຈົ້າກໍຄວນມີຄວາມຮູ້ ຫຼື ຄວາມສາມາດໃນການແຍກແຍະບາງຢ່າງກ່ຽວກັບຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ ແລະ ຢ່າງໜ້ອຍທີ່ສຸດກໍບັນລຸຄວາມແຈ່ມແຈ້ງ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ ແລະ ວຽກງານທີ່ພວກເຂົາຄວນເຮັດ. ສະຫຼຸບແລ້ວ, ການຮູ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດວຽກງານທີ່ແທ້ຈິງ ຫຼື ບໍ່ ແມ່ນເປັນປະໂຫຍດຕໍ່ຜູ້ຄົນທີ່ພຣະເຈົ້າເລືອກທຸກໆຄົນ ແລະ ດ້ວຍວິທີນີ້ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຈະບໍ່ວ່າງເປົ່າອີກຕໍ່ໄປ, ແຕ່ມັນຈະຊັດເຈນ ແລະ ເປັນຈິງຫຼາຍຂຶ້ນ.
ວັນທີ 10 ເມສາ 2021