ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (10)

ຂໍ້ທີເກົ້າ: ໃຫ້ສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ (ພາກທີສອງ)

ການໃຫ້ການນຳພາ, ການຊີ້ນໍາ ແລະ ການຊຸກຍູ້ການຈັດຕັ້ງປະຕິິບັດການຈັດແຈງວຽກງານ ແລະ ການກວດກາ ແລະ ການຕິດຕາມສະຖານະການຈັດຕັ້ງປະຕິບັດການຈັດແຈງວຽກງານ

ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດ, ໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ”. ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບເນື້ອໃນຕ່າງໆ ແລະ ລາຍການສະເພາະໃນການຈັດແຈງວຽກງານທີ່ຜູ້ຄົນຕ້ອງເຂົ້າໃຈ, ພ້ອມທັງຄວາມຮັບຜິດຊອບພື້ນຖານທີ່ສຸດຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄືການສື່ສານ, ການອອກຄຳສັ່ງ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານ. ມື້ນີ້, ພວກເຮົາຈະໂອ້ລົມກັນຢ່າງສະເພາະເຈາະຈົງກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ພວກເຂົາຄວນກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດການຈັດແຈງວຽກງານແນວໃດ ຫຼັງຈາກທີ່ພວກມັນໄດ້ຖືກອອກຄຳສັ່ງອອກໄປແລ້ວ. ວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ການຈັດແຈງວຽກງານ ແລະ ວິທີຈັດຕັ້ງປະຕິບັດ ແລະ ດຳເນີນການຈັດແຈງວຽກງານຢ່າງຖືກຕ້ອງຕາມຂໍ້ກຳນົດຂອງເບື້ອງເທິງ ແລະ ຂັ້ນຕອນຕ່າງໆ, ເມື່ອພວກເຂົາເຂົ້າໃຈຄວາມໝາຍສຳຄັນຂອງການຈັດແຈງວຽກງານແລ້ວ, ສິ່ງເຫຼົ່ານີ້ແມ່ນຫຼັກການຄວາມຈິງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໂອ້ລົມກັນໃຫ້ເຂົ້າໃຈ ແລະ ພວກເຂົາຕ້ອງກຳແໜ້ນຫຼັກການເຫຼົ່ານີ້ ເພື່ອປະຕິບັດລາຍການວຽກງານຕ່າງໆຂອງຄຣິສຕະຈັກໃຫ້ດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮູ້ວ່າ ຂໍ້ກຳນົດພື້ນຖານຂອງເຮືອນຂອງພຣະເຈົ້າສຳລັບຜູ້ທີ່ຮັບໃຊ້ໃນບົດບາດນີ້ ສ່ວນໃຫຍ່ແມ່ນເພື່ອໃຫ້ພວກເຂົາປະຕິບັດວຽກງານ ໂດຍມີການຈັດແຈງວຽກງານຕ່າງໆເປັນຈຸດສູນກາງ. ມັນບໍ່ແມ່ນເພື່ອໃຫ້ພວກເຂົາເຂົ້າໄປພົວພັນກັບກິດຈະການສ່ວນຕົວຂອງຕົວເອງ ຫຼື ເຮັດສິ່ງຕ່າງໆຕາມຄວາມປາຖະໜາຂອງຕົນເອງ ແລະ ແນ່ນອນວ່າ ມັນບໍ່ແມ່ນເພື່ອໃຫ້ພວກເຂົາເຮັດວຽກງານໃດໜຶ່ງແບບຄຳທາງໄປເອງ. ແນ່ນອນວ່າ ມັນກໍບໍ່ແມ່ນເພື່ອໃຫ້ພວກເຂົາປະດິດຄິດສ້າງສິ່ງໃດສິ່ງໜຶ່ງຂຶ້ນມາເອງ. ແຕ່ກົງກັນຂ້າມ, ມັນແມ່ນເພື່ອໃຫ້ພວກເຂົາເຮັດວຽກຢ່າງສະເພາະເຈາະຈົງ ແລະ ລະອຽດ ໂດຍອີງໃສ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ວຽກງານຄວນເຮັດຢ່າງສະເພາະເຈາະຈົງແນວໃດ? ມີລາຍລະອຽດຫຍັງແດ່ທີ່ກ່ຽວຂ້ອງ? ຄຳຕອບຂອງຄຳຖາມເຫຼົ່ານີ້ແມ່ນຢູ່ໃນຂໍ້ກຳນົດຂອງຄວາມຮັບຜິດຊອບຂໍ້ທີເກົ້າ: ນອກຈາກການສື່ສານ, ການອອກຄຳສັ່ງ ແລະ ການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງໃຫ້ການນໍາພາ, ການຊີ້ນໍາ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາອີກດ້ວຍ. ສິ່ງເຫຼົ່ານີ້ແມ່ນເສັ້ນທາງແຫ່ງການປະຕິບັດທີ່ສະເພາະເຈາະຈົງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ. ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບສິ່ງເຫຼົ່ານັ້ນເທື່ອລະຢ່າງ.

ຫຼັງຈາກທີ່ການຈັດແຈງວຽກງານໄດ້ຖືກອອກຄຳສັ່ງອອກໄປແລ້ວ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄຕ່ຕອງ ແລະ ໂອ້ລົມກ່ຽວກັບຂໍ້ກຳນົດ ແລະ ຫຼັກການຕ່າງໆທີ່ໄດ້ລະບຸໄວ້ໃນນັ້ນ. ຈາກນັ້ນ, ພວກເຂົາຕ້ອງຊອກຫາເສັ້ນທາງ ແລະ ແຜນການປະຕິບັດ ເພື່ອຈັດຕັ້ງປະຕິບັດວຽກງານຢ່າງສະເພາະເຈາະຈົງ. ກ່ອນອື່ນ ພວກເຂົາຕ້ອງຮູ້ວ່າການຈັດແຈງວຽກງານຮຽກຮ້ອງຫຍັງ, ວຽກງານສະເພາະໃດທີ່ຕ້ອງເຮັດ ແລະ ຫຼັກການທີ່ກ່ຽວຂ້ອງແມ່ນຫຍັງ, ພ້ອມທັງການຈັດແຈງວຽກງານນັ້ນກ່ຽວຂ້ອງກັບຄົນໃດ ແລະ ວຽກງານດ້ານໃດ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກ່ອນໝູ່ ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານ. ພວກເຂົາບໍ່ຄວນພຽງແຕ່ອ່ານການຈັດແຈງວຽກງານແບບຜິວເຜີນ, ແລ້ວອ່ານໃຫ້ທຸກຄົນຟັງ ຫຼື ສົ່ງຕໍ່ລົງໄປ ແລະ ແຈ້ງໃຫ້ທຸກຄົນຮູ້ກ່ຽວກັບວຽກງານແລ້ວກໍແລ້ວໄປ. ນີ້ເປັນພຽງການສື່ສານ ແລະ ການອອກຄຳສັ່ງການຈັດແຈງວຽກງານ; ມັນບໍ່ແມ່ນການຈັດຕັ້ງປະຕິບັດ. ວຽກງານສະເພາະທຳອິດໃນການຈັດຕັ້ງປະຕິບັດກໍຄື ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮຽນຮູ້ກ່ຽວກັບເນື້ອໃນສະເພາະຂອງການຈັດແຈງວຽກງານ, ຂໍ້ກຳນົດ ແລະ ເປົ້າໝາຍຂອງພຣະເຈົ້າສຳລັບວຽກງານຄຣິສຕະຈັກເຫຼົ່ານີ້ ແລະ ຄວາມໝາຍສຳຄັນຂອງການດຳເນີນວຽກງານນີ້ ແລະ ຈາກນັ້ນກໍພັດທະນາແຜນການດຳເນີນງານ ແລະ ການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງ. ນີ້ຄືຂັ້ນຕອນທຳອິດ. ຂັ້ນຕອນທຳອິດບັນລຸໄດ້ງ່າຍບໍ? (ງ່າຍ.) ຕາບໃດທີ່ພວກເຈົ້າສາມາດເຂົ້າໃຈຕົວໜັງສື ແລະ ພາສາມະນຸດ, ຂັ້ນຕອນທຳອິດກໍຄວນຈະບັນລຸໄດ້ງ່າຍ. ແນ່ນອນວ່າ ການເຮັດໃຫ້ຂັ້ນຕອນທຳອິດສຳເລັດນັ້ນຍັງຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກມີທັດສະນະຄະຕິທີ່ຈິງຈັງ, ເອົາໃຈໃສ່, ມີຄວາມຮັບຜິດຊອບ ແລະ ລະອຽດຖີ່ຖ້ວນຕໍ່ວຽກງານ, ແທນທີ່ຈະເຮັດແບບເບົາປັນຍາ, ເຮັດແບບພໍແລ້ວມືແລ້ວຕີນ ຫຼື ເຮັດແບບພໍເປັນພິທີ. ບໍ່ວ່າການຈັດແຈງວຽກງານຈະເຄີຍຖືກກ່າວເຖິງມາກ່ອນ ຫຼື ບໍ່, ບໍ່ວ່າມັນຈະງ່າຍ ຫຼື ຂ້ອນຂ້າງຍາກສຳລັບຜູ້ຄົນທີ່ຈະບັນລຸ, ບໍ່ວ່າຜູ້ຄົນຈະເຕັມໃຈ ຫຼື ບໍ່ເຕັມໃຈທີ່ຈະເຮັດມັນ, ບໍ່ວ່າຈະເປັນກໍລະນີໃດກໍຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນມີທັດສະນະຄະຕິແບບຜິວເຜີນຕໍ່ວຽກງານຄຣິສຕະຈັກ, ໂດຍພຽງແຕ່ເວົ້າຫຼັກຄຳສອນບາງຢ່າງ, ຮ້ອງຄຳຂວັນ ຫຼື ພະຍາຍາມພຽງຜິວເຜີນເພື່ອຈັດການກັບມັນແບບພໍແລ້ວມືແລ້ວຕີນ. ທັດສະນະຄະຕິທີ່ຜູ້ຄົນຄວນມີແມ່ນຫຍັງ? ກ່ອນອື່ນ ພວກເຂົາຄວນມີທັດສະນະຄະຕິທີ່ຈິງຈັງ, ເອົາໃຈໃສ່, ມີຄວາມຮັບຜິດຊອບ ແລະ ລະອຽດຖີ່ຖ້ວນ. ການມີທັດສະນະຄະຕິນີ້ໝາຍຄວາມວ່າ ຄົນໃດຄົນໜຶ່ງຈະສາມາດຈັດຕັ້ງປະຕິບັດລາຍການສະເພາະໃນການຈັດແຈງວຽກງານໄດ້ດີບໍ? ບໍ່, ນີ້ເປັນພຽງທັດສະນະຄະຕິທີ່ຄົນເຮົາຄວນມີເມື່ອເຮັດວຽກງານໃດໜຶ່ງ; ມັນບໍ່ສາມາດທົດແທນການຈັດຕັ້ງປະຕິບັດວຽກງານສະເພາະຕົວຈິງໄດ້. ເມື່ອພວກເຂົາມີທັດສະນະຄະຕິນີ້ ແລະ ເຂົ້າໃຈເນື້ອໃນສະເພາະ, ຂໍ້ກຳນົດ ແລະ ຫຼັກການຂອງການຈັດແຈງວຽກງານແລ້ວ, ຂັ້ນຕອນຕໍ່ໄປສຳລັບຜູ້ນໍາ ແລະ ຜູ້ເຮັດວຽກກໍຄື ວິທີທີ່ພວກເຂົາຈະຈັດຕັ້ງປະຕິບັດວຽກງານສະເພາະໃນການຈັດແຈງວຽກງານ. ຄວນຈະເຮັດຫຍັງກ່ອນ? ພວກເຂົາຕ້ອງເຮັດວຽກງານກະກຽມໃຫ້ເໝາະສົມ; ສິ່ງນີ້ສຳຄັນຫຼາຍ. ກ່ອນອື່ນ ພວກເຂົາຕ້ອງເຕົ້າໂຮມຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຊີ້ນຳ ເພື່ອໂອ້ລົມກ່ຽວກັບຫຼັກການປະຕິບັດທີ່ສະເພາະເຈາະຈົງສຳລັບວຽກງານເຫຼົ່ານີ້. ຈາກນັ້ນ, ພວກເຂົາຕ້ອງພັດທະນາການຈັດແຈງ ແລະ ແຜນການທີ່ສະເພາະເຈາະຈົງ. ໃນເວລາດຽວກັນ, ພວກເຂົາຄວນສະແຫວງຫາຄຳແນະນຳ ຫຼື ແນວຄວາມຄິດຂອງຜູ້ຄົນທີ່ພຣະເຈົ້າເລືອກກ່ຽວກັບແຜນການເຫຼົ່ານີ້. ຈາກນັ້ນ ທຸກຄົນຄວນສະແຫວງຫາ ແລະ ໂອ້ລົມກັນຈົນກວ່າຂໍ້ກຳນົດ ແລະ ຫຼັກການທັງໝົດທີ່ໄດ້ລະບຸໄວ້ໃນການຈັດແຈງວຽກງານຈະເປັນທີ່ເຂົ້າໃຈ ແລະ ຊັດເຈນ ແລະ ທຸກຄົນຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານເຫຼົ່ານີ້ ແລະ ວິທີປະຕິບັດ, ເມື່ອນັ້ນ ຂັ້ນຕອນເບື້ອງຕົ້ນຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານຈຶ່ງຈະຖືວ່າສຳເລັດ. ສະນັ້ນ, ເມື່ອທຸກຄົນຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວ, ນັ້ນໝາຍຄວາມວ່າວຽກງານໃນການຈັດຕັ້ງປະຕິບັດການຈັດແຈງວຽກງານສຳເລັດແລ້ວບໍ? ບໍ່, ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ. ບັນຫາລະອຽດ ແລະ ສະຖານະການພິເສດບາງຢ່າງບໍ່ໄດ້ຖືກກ່າວເຖິງໃນການຈັດແຈງວຽກງານ, ແຕ່ພວກມັນເປັນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂຕົວຈິງ. ໃນຂະນະທີ່ໂອ້ລົມກ່ຽວກັບການຈັດແຈງວຽກງານ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຂຸດຄົ້ນສະຖານະການພິເສດເຫຼົ່ານີ້, ບັນຫາເຫຼົ່ານີ້ທີ່ຄວນໄດ້ຮັບການແກ້ໄຂ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນຢ່າງຖີ່ຖ້ວນ ແລະ ໃນເວລາດຽວກັນ ພວກເຂົາກໍຄວນພັດທະນາແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບພວກມັນເຊັ່ນກັນ. ດ້ວຍວິທີນີ້, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບກຳລັງຈັດຕັ້ງປະຕິບັດການຈັດແຈງວຽກງານ, ພວກເຂົາກໍຈະຮູ້ວ່າຄວນປະຕິບັດຕາມຫຼັກການໃດ ແລະ ແກ້ໄຂບັນຫາໃດ. ນີ້ຄືຄວາມເຂົ້າໃຈ ແລະ ທັດສະນະຄະຕິຂັ້ນຕໍ່າສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຕໍ່ການຈັດແຈງວຽກງານ. ວຽກງານນີ້ສາມາດຖືໄດ້ວ່າເປັນຈຸດເລີ່ມຕົ້ນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຮຽນຮູ້ວິທີເຮັດວຽກງານຄຣິສຕະຈັກ. ຜ່ານການສະແຫວງຫາ, ການໂອ້ລົມ, ການໃຫ້ການນຳພາ ແລະ ການຈັດແຈງ, ພວກເຂົາຮຽນຮູ້ທີ່ຈະປະຕິບັດ ແລະ ຈັດການກັບຄວາມຫຍຸ້ງຍາກຕົວຈິງ ແລະ ສະຖານະການພິເສດບາງຢ່າງຕາມຫຼັກການຄວາມຈິງ. ເມື່ອນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງແທ້ຈິງໄດ້.

I. ການໃຫ້ການນຳພາ

ເມື່ອໃຫ້ການນຳພາເບື້ອງຕົ້ນສຳລັບວຽກງານໃດໜຶ່ງ, ນອກຈາກການສະເໜີແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບສະຖານະການພິເສດແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄວາມສາມາດທົ່ວໄປ ແລະ ຄວາມສາມາດໃນການເຮັດວຽກທີ່ຂ້ອນຂ້າງຕໍ່າຄວນໄດ້ຮັບການນໍາພາທີ່ສະເພາະເຈາະຈົງ ແລະ ລະອຽດກວ່າ. ເຖິງແມ່ນວ່າຄົນເຫຼົ່ານີ້ອາດຈະເຂົ້າໃຈຫຼັກການ ແລະ ແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບວຽກງານໃດໜຶ່ງໃນທາງຫຼັກຄຳສອນ, ແຕ່ພວກເຂົາກໍຍັງບໍ່ຮູ້ວິທີນຳໄປປະຕິບັດ ເມື່ອເວົ້າເຖິງການຈັດຕັ້ງປະຕິບັດຕົວຈິງ. ພວກເຈົ້າຄວນປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກຈຳນວນໜ້ອຍທີ່ມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການເຮັດວຽກແນວໃດ? ບາງຄົນເວົ້າວ່າ “ຖ້າຄົນທີ່ມີຄວາມສາມາດຕໍ່າບໍ່ສາມາດເຮັດວຽກໄດ້, ເປັນຫຍັງຈຶ່ງບໍ່ຊອກຫາຄົນທີ່ມີຄວາມສາມາດດີກວ່າມາແທນທີ່ພວກເຂົາ?” ຄວາມຫຍຸ້ງຍາກແມ່ນຢູ່ບ່ອນນີ້: ຄຣິສຕະຈັກບາງແຫ່ງບໍ່ສາມາດຊອກຫາຄົນທີ່ດີກວ່ານີ້ໄດ້. ໃນຄຣິສຕະຈັກເຫຼົ່ານັ້ນ, ທຸກຄົນລ້ວນແຕ່ໄດ້ເຊື່ອໃນພຣະເຈົ້າມາເປັນເວລາປະມານເທົ່າກັນ ແລະ ພວກເຂົາກໍມີຄວາມເຕີບໂຕເທົ່າໆກັນ; ໂດຍສະເພາະຢ່າງຍິ່ງ, ຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງທຸກຄົນແມ່ນຢູ່ໃນລະດັບທຳມະດາ. ເພື່ອຊອກຫາຄົນທີ່ດີກວ່າ, ເຈົ້າຈຳເປັນຕ້ອງຍົກຍ້າຍຄົນຈາກຄຣິສຕະຈັກອື່ນ, ແຕ່ມັນບໍ່ສະດວກປານໃດທີ່ຈະເຮັດແນວນັ້ນ ແລະ ມັນກໍບໍ່ມີຜູ້ສະໝັກທີ່ເໝາະສົມຢ່າງແທ້ຈິງ. ພວກເຈົ້າສາມາດຄັດເລືອກໄດ້ພຽງແຕ່ຜູ້ສະໝັກທີ່ຂ້ອນຂ້າງເໝາະສົມຈາກຄຣິສຕະຈັກທ້ອງຖິ່ນເທົ່ານັ້ນ. ຖ້າວຽກງານຂອງພວກເຂົາບໍ່ໄດ້ມາດຕະຖານຕາມທີ່ໄດ້ກຳນົດໄວ້, ຄວນຈະເຮັດແນວໃດໃນສະຖານະການດັ່ງກ່າວ? ເຈົ້າຕ້ອງໄດ້ບອກພວກເຂົາຢ່າງສະເພາະເຈາະຈົງວ່າຈະເຮັດວຽກແນວໃດ ແລະ ຈະຈັດຕັ້ງປະຕິບັດມັນແນວໃດ. ພວກເຈົ້າຄວນບອກພວກເຂົາວ່າໃຜຄວນຖືກແຕ່ງຕັ້ງ ແລະ ຮັບຜິດຊອບວຽກງານນີ້ ແລະ ຄວນຄັດເລືອກເອົາຄົນໃດເພື່ອມາເຮັດວຽກງານນີ້ຮ່ວມກັນ. ຈົ່ງອະທິບາຍລາຍລະອຽດທັງໝົດເຫຼົ່ານີ້ໃຫ້ພວກເຂົາຟັງ ແລະ ໃຫ້ພວກເຂົາດຳເນີນການຕາມນັ້ນ. ເປັນຫຍັງຈຶ່ງຄວນເຮັດແບບນີ້? ເພາະວ່າໂດຍທົ່ວໄປແລ້ວ ສະມາຊິກຂອງຄຣິສຕະຈັກທ້ອງຖິ່ນມີປະສົບການທີ່ຕື້ນເຂີນຫຼາຍ ແລະ ຂາດຄວາມສາມາດໃນການເຮັດວຽກ, ເຮັດໃຫ້ບໍ່ສາມາດຄັດເລືອກຜູ້ນໍາ ແລະ ຜູ້ເຮັດວຽກທີ່ເໝາະສົມໄດ້. ມີພຽງແຕ່ວິທີການເຮັດວຽກແບບນີ້ເທົ່ານັ້ນ ການຈັດແຈງວຽກງານຈຶ່ງຈະສາມາດຈັດຕັ້ງປະຕິບັດໄດ້. ຖ້າເຈົ້າບໍ່ເຮັດວຽກແບບນີ້ ແລະ ປະຕິບັດຕໍ່ຄົນເຫຼົ່ານີ້ຄືກັນກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນ, ໂດຍບອກພວກເຂົາພຽງແຕ່ຫຼັກການ ແລະ ແຜນການທີ່ສະເພາະເຈາະຈົງ ແລະ ບໍ່ມີການແຍກແຍະ, ການຈັດແຈງວຽກງານກໍຈະບໍ່ຖືກຈັດຕັ້ງປະຕິບັດ. ຖ້າເຈົ້າບໍ່ໃສ່ໃຈເລື່ອງນີ້, ນັ້ນບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ “ຄົນອື່ນຮູ້ວິທີຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ວິທີປະຕິບັດ; ເປັນຫຍັງຄົນນີ້ຈຶ່ງບໍ່ຮູ້? ຖ້າພວກເຂົາບໍ່ຮູ້, ຂ້ອຍກໍຈະບໍ່ໃສ່ໃຈພວກເຂົາ. ມັນບໍ່ແມ່ນຄວາມຮັບຜິດຊອບຂອງຂ້ອຍ. ຢ່າງໃດກໍຕາມ, ຂ້ອຍກໍໄດ້ເຮັດສ່ວນຂອງຂ້ອຍແລ້ວ”. ເຫດຜົນນີ້ຟັງຂຶ້ນບໍ? (ບໍ່.) ຕົວຢ່າງ: ສົມມຸດວ່າມີແມ່ຄົນໜຶ່ງມີລູກສາມຄົນ ແລະ ລູກຄົນໜຶ່ງໃນນັ້ນຮ່າງກາຍອ່ອນແອ, ເຈັບປ່ວຍຢູ່ສະເໝີ ແລະ ບໍ່ຢາກກິນເຂົ້າ. ຖ້າແມ່ຍອມປ່ອຍໃຫ້ລູກຄົນນີ້ບໍ່ກິນເຂົ້າ, ລູກຄົນນັ້ນກໍອາດຈະມີຊີວິດຢູ່ໄດ້ບໍ່ດົນ. ລາວຄວນເຮັດແນວໃດ? ໃນຖານະທີ່ເປັນແມ່, ລາວຕ້ອງໃຫ້ການດູແລເປັນພິເສດແກ່ລູກທີ່ຮ່າງກາຍອ່ອນແອຄົນນັ້ນ. ສົມມຸດວ່າແມ່ເວົ້າວ່າ “ມັນກໍດີພໍແລ້ວທີ່ຂ້ອຍປະຕິບັດຕໍ່ລູກທຸກຄົນຂອງຂ້ອຍຢ່າງເທົ່າທຽມກັນ. ຂ້ອຍໄດ້ໃຫ້ກຳເນີດລູກຄົນນີ້ ແລະ ກະກຽມອາຫານໄວ້ໃຫ້ລາວແລ້ວ. ຂ້ອຍໄດ້ບັນລຸຄວາມຮັບຜິດຊອບຂອງຂ້ອຍແລ້ວ. ຂ້ອຍບໍ່ສົນໃຈວ່າລາວຈະກິນ ຫຼື ບໍ່. ຖ້າລາວບໍ່ກິນ, ກໍປ່ອຍໃຫ້ລາວຫິວ ແລະ ເມື່ອລາວຫິວຫຼາຍພໍ, ລາວກໍຈະກິນເອງ”. ພວກເຈົ້າຄິດແນວໃດກັບແມ່ປະເພດນີ້? (ລາວເປັນຄົນທີ່ບໍ່ມີຄວາມຮັບຜິດຊອບ.) ມີແມ່ແບບນີ້ຢູ່ບໍ? ມີພຽງແຕ່ແມ່ຍິງທີ່ສະໝອງຊ້າ ຫຼື ແມ່ລ້ຽງເທົ່ານັ້ນທີ່ຈະເປັນແບບນັ້ນ. ຖ້າລາວເປັນແມ່ທີ່ໃຫ້ກຳເນີດ ແລະ ບໍ່ໄດ້ເປັນຄົນສະໝອງຊ້າ, ລາວຈະບໍ່ມີວັນປະຕິບັດຕໍ່ລູກຂອງຕົນເອງແບບນີ້, ແມ່ນບໍ? (ແມ່ນແລ້ວ.) ຖ້າລູກຄົນໜຶ່ງຮ່າງກາຍອ່ອນແອ, ເຈັບປ່ວຍຢູ່ສະເໝີ ແລະ ບໍ່ມັກກິນເຂົ້າ, ແມ່ຂອງພວກເຂົາກໍຕ້ອງທຸ້ມເທຄວາມໃສ່ໃຈ ແລະ ຄວາມພະຍາຍາມໃຫ້ຫຼາຍຂຶ້ນ. ລາວຕ້ອງຊອກຫາວິທີທີ່ຈະເຮັດໃຫ້ລູກຍອມກິນເຂົ້າ, ລາວຕ້ອງແຕ່ງກິນທຸກຢ່າງທີ່ລູກຢາກກິນ, ກະກຽມອາຫານພິເສດໃຫ້ພວກເຂົາ ແລະ ເມື່ອລູກບໍ່ຢາກກິນ, ລາວກໍຕ້ອງໄດ້ເວົ້າອອຍເອົາພວກເຂົາ. ເມື່ອພວກເຂົາອາຍຸໄດ້ສິບແປດ ຫຼື ສິບເກົ້າປີ ແລະ ຮ່າງກາຍຂອງພວກເຂົາແຂງແຮງຄືກັບຜູ້ໃຫຍ່ປົກກະຕິ, ແມ່ກໍສາມາດຜ່ອນຄາຍ ແລະ ປ່ອຍມືໄດ້ ແລະ ບໍ່ຈຳເປັນຕ້ອງໃຫ້ການດູແລເປັນພິເສດແກ່ລູກຄົນນີ້ອີກຕໍ່ໄປ. ຖ້າແມ່ຄົນໜຶ່ງສາມາດປະຕິບັດຕໍ່ລູກທີ່ມີສະຖານະການພິເສດແບບນີ້ ແລະ ບັນລຸຄວາມຮັບຜິດຊອບຂອງລາວໄດ້, ແລ້ວຜູ້ນໍາ ຫຼື ຜູ້ເຮັດວຽກເດ? ຖ້າເຈົ້າບໍ່ມີແມ່ນແຕ່ຄວາມຮັກຂອງແມ່ຄົນໜຶ່ງຕໍ່ອ້າຍເອື້ອຍນ້ອງ, ແລ້ວເຈົ້າກໍເປັນພຽງຄົນທີ່ບໍ່ມີຄວາມຮັບຜິດຊອບ. ເຈົ້າຕ້ອງບັນລຸຄວາມຮັບຜິດຊອບທີ່ເຈົ້າຄວນບັນລຸ; ພວກເຈົ້າຕ້ອງຄຳນຶງເຖິງຄຣິສຕະຈັກທີ່ຜູ້ທີ່ຂ້ອນຂ້າງອ່ອນແອ ແລະ ມີຄວາມສາມາດໃນການເຮັດວຽກທີ່ຂ້ອນຂ້າງຕໍ່າເປັນຜູ້ຮັບຜິດຊອບຢູ່. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໃສ່ໃຈເປັນພິເສດ ແລະ ໃຫ້ການນໍາພາແບບພິເສດໃນເລື່ອງເຫຼົ່ານີ້. ການນໍາພາແບບພິເສດໝາຍເຖິງຫຍັງ? ນອກຈາກການໂອ້ລົມກ່ຽວກັບຄວາມຈິງແລ້ວ, ພວກເຈົ້າກໍຍັງຕ້ອງໃຫ້ການຊີ້ນຳ ແລະ ການຊ່ວຍເຫຼືອທີ່ສະເພາະເຈາະຈົງ ແລະ ລະອຽດກວ່າ, ເຊິ່ງກໍຕ້ອງໄດ້ໃຊ້ຄວາມພະຍາຍາມໃນການສື່ສານຫຼາຍຂຶ້ນ. ຖ້າເຈົ້າອະທິບາຍວຽກງານໃຫ້ພວກເຂົາຟັງແລ້ວ ແຕ່ພວກເຂົາຍັງບໍ່ເຂົ້າໃຈ ແລະ ບໍ່ຮູ້ວິທີຈັດຕັ້ງປະຕິບັດ ຫຼື ເຖິງແມ່ນວ່າພວກເຂົາເຂົ້າໃຈໃນທາງຫຼັກຄຳສອນ ແລະ ເບິ່ງຄືວ່າຮູ້ວິທີຈັດຕັ້ງປະຕິບັດ, ແຕ່ເຈົ້າຍັງບໍ່ແນ່ໃຈ ແລະ ກັງວົນເລັກນ້ອຍວ່າການຈັດຕັ້ງປະຕິບັດຕົວຈິງຈະເປັນແນວໃດ, ແລ້ວພວກເຈົ້າຄວນຈະເຮັດແນວໃດ? ເຈົ້າຕ້ອງລົງເລິກເຂົ້າໄປໃນຄຣິສຕະຈັກທ້ອງຖິ່ນດ້ວຍຕົນເອງ ເພື່ອນໍາພາພວກເຂົາ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມກັບພວກເຂົາ. ຈົ່ງບອກຫຼັກການໃຫ້ພວກເຂົາ ໃນຂະນະທີ່ຈັດແຈງວຽກງານສະເພາະກ່ຽວກັບວຽກງານທີ່ຕ້ອງເຮັດຕາມຂໍ້ກຳນົດຂອງການຈັດແຈງວຽກງານເຊັ່ນ: ຈະຕ້ອງເຮັດຫຍັງກ່ອນ ແລະ ຈະຕ້ອງເຮັດຫຍັງຕໍ່ໄປ ແລະ ວິທີຈັດສັນຜູ້ຄົນຢ່າງເໝາະສົມ, ຈົ່ງຈັດລະບຽບສິ່ງທັງໝົດເຫຼົ່ານີ້ໃຫ້ເໝາະສົມ. ນີ້ຄືການນໍາພາພວກເຂົາໃນວຽກງານຂອງພວກເຂົາໃນທາງປະຕິບັດ, ເຊິ່ງກົງກັນຂ້າມກັບການພຽງແຕ່ຮ້ອງຄຳຂວັນ ຫຼື ການອອກຄຳສັ່ງແບບຊະຊາຍ ແລະ ການສັ່ງສອນພວກເຂົາດ້ວຍຫຼັກຄຳສອນບາງຢ່າງ ແລ້ວກໍຖືວ່າວຽກງານຂອງຕົນເອງສຳເລັດແລ້ວ, ນັ້ນບໍ່ແມ່ນການສະແດງອອກຂອງການເຮັດວຽກງານສະເພາະ ແລະ ການຮ້ອງຄຳຂວັນ ແລະ ການສັ່ງການຄົນອື່ນ ກໍບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອຜູ້ນໍາ ຫຼື ຜູ້ຊີ້ນຳຄຣິສຕະຈັກທ້ອງຖິ່ນສາມາດແບກຮັບວຽກງານໄດ້ ແລະ ວຽກງານໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແລ້ວ ແລະ ໂດຍພື້ນຖານແລ້ວ ມັນບໍ່ມີບັນຫາໃຫຍ່ໃດໆ, ເມື່ອນັ້ນເທົ່ານັ້ນ ຜູ້ນໍາ ຫຼື ຜູ້ເຮັດວຽກຈຶ່ງຈະສາມາດອອກໄປໄດ້. ນີ້ຄືວຽກງານສະເພາະທຳອິດທີ່ກ່າວເຖິງໃນຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ ສຳລັບການຈັດຕັ້ງປະຕິບັດການຈັດແຈງວຽກງານ, ນັ້ນກໍຄື ການໃຫ້ການນຳພາ. ແລ້ວຄວນໃຫ້ການນຳພາແນວໃດແທ້? ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນຝຶກຝົນການໄຕ່ຕອງ ແລະ ການໂອ້ລົມກ່ຽວກັບການຈັດແຈງວຽກງານ, ຮຽນຮູ້ ແລະ ທຳຄວາມເຂົ້າໃຈຂໍ້ກຳນົດສະເພາະຕ່າງໆຂອງການຈັດແຈງວຽກງານ ແລະ ເຂົ້າໃຈ ແລະ ກຳແໜ້ນຫຼັກການຕ່າງໆພາຍໃນການຈັດແຈງວຽກງານ. ຈາກນັ້ນ, ພວກເຂົາຄວນໂອ້ລົມຮ່ວມກັນກັບຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບກ່ຽວກັບແຜນການສະເພາະສຳລັບການຈັດຕັ້ງປະຕິບັດການຈັດແຈງວຽກງານ. ນອກຈາກນີ້, ພວກເຂົາຄວນສະໜອງແຜນການຈັດຕັ້ງປະຕິບັດທີ່ສະເພາະເຈາະຈົງສຳລັບສະຖານະການພິເສດ ແລະ ສຸດທ້າຍ, ພວກເຂົາຄວນໃຫ້ການຊ່ວຍເຫຼືອ ແລະ ການຊີ້ນຳທີ່ລະອຽດ ແລະ ສະເພາະເຈາະຈົງກວ່າແກ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຂ້ອນຂ້າງອ່ອນແອ ແລະ ມີຄວາມສາມາດທີ່ຂ້ອນຂ້າງຕໍ່າ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ເລີຍ, ຄວນຈະເຮັດແນວໃດໃນສະຖານະການດັ່ງກ່າວ? ຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງຄວນລົງເລິກເຂົ້າໄປໃນຄຣິສຕະຈັກ ແລະ ເຂົ້າຮ່ວມໃນວຽກງານດ້ວຍຕົນເອງ, ແກ້ໄຂບັນຫາຕົວຈິງຜ່ານການໂອ້ລົມຄວາມຈິງ ແລະ ເຮັດໃຫ້ພວກເຂົາຮຽນຮູ້ວິທີເຮັດວຽກ ແລະ ວິທີຈັດຕັ້ງປະຕິບັດວຽກງານຕາມຫຼັກການ. ຂັ້ນຕອນເຫຼົ່ານີ້ໄດ້ຖືກກ່າວໄວ້ຢ່າງຊັດເຈນເປັນຄຳເວົ້າແລ້ວ, ແຕ່ມັນງ່າຍທີ່ຈະຈັດຕັ້ງປະຕິບັດບໍ? ມັນມີຄວາມຫຍຸ້ງຍາກຫຍັງກ່ຽວຂ້ອງບໍ? ບາງຄົນອາດຈະເວົ້າວ່າ “ເຈົ້າເຮັດໃຫ້ມັນຟັງເບິ່ງຄືວ່າງ່າຍ, ແຕ່ການຈັດຕັ້ງປະຕິບັດມັນບໍ່ໄດ້ງ່າຍປານນັ້ນ. ບາງຄັ້ງການຈັດແຈງວຽກງານກໍສັບສົນຫຼາຍ ແລະ ບໍ່ມີໃຜຮູ້ວິທີຈັດຕັ້ງປະຕິບັດພວກມັນເລີຍ!” ພຽງແຕ່ວຽກງານທຳອິດ, ການໂອ້ລົມກ່ຽວກັບຂໍ້ກຳນົດສະເພາະຂອງການຈັດແຈງວຽກງານ ແລະ ການໃຫ້ການນຳພາໃນລັກສະນະທີ່ເປັນພາກປະຕິບັດ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍເຫັນວ່າສິ່ງນີ້ເປັນເລື່ອງທີ່ລຳບາກຫຼາຍ. ພວກເຂົາເວົ້າວ່າ “ຂ້ອຍບໍ່ເຄີຍເຮັດວຽກງານສະເພາະເຫຼົ່ານີ້ມາກ່ອນ, ສະນັ້ນ, ຂ້ອຍຈຶ່ງບໍ່ຮູ້ວ່າຈະໂອ້ລົມ ແລະ ໃຫ້ການນຳພາກ່ຽວກັບພວກມັນແນວໃດ. ພວກເຂົາຄວນພຽງແຕ່ປະຕິບັດຕາມຄຳເວົ້າທີ່ແນ່ນອນຂອງການຈັດແຈງວຽກງານ, ມັນມີຫຍັງທີ່ຈະຕ້ອງໂອ້ລົມກັນອີກ? ນັ້ນບໍ່ແມ່ນພຽງແຕ່ການເຮັດແບບພໍເປັນພິທີບໍ?” ພວກເຂົາບໍ່ຮູ້ວິທີໂອ້ລົມ, ພວກເຂົາຮູ້ພຽງແຕ່ວິທີຮ້ອງຄຳຂວັນເທົ່ານັ້ນ: “ພວກເຮົາຕ້ອງຈັດຕັ້ງປະຕິບັດວຽກງານນີ້ໃຫ້ດີ! ນີ້ຄືຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ພວກເຮົາ. ພວກເຮົາຕ້ອງຍຶດໝັ້ນໃນຈຸດຢືນຂອງພວກເຮົາຢ່າງເດັດຂາດ, ຕອບສະໜອງຂໍ້ກຳນົດຂອງພຣະເຈົ້າ ແລະ ບໍ່ເຮັດໃຫ້ຄວາມຄາດຫວັງຂອງພຣະເຈົ້າທີ່ມີຕໍ່ພວກເຮົາຜິດຫວັງ. ສ່ວນວ່າຈະເຮັດແນວໃດນັ້ນ, ພວກເຈົ້າຄວນໄປຫາທາງອອກກັນເອງ”. ມັນຈະມີບັນຫາຫຍັງກັບຄົນທີ່ເວົ້າແບບນີ້? ພວກເຂົາສາມາດເຮັດວຽກໄດ້ບໍ? ພວກເຂົາມີຄວາມສາມາດໃນການເຮັດວຽກບໍ? ຄວາມສາມາດຂອງພວກເຂົາຕໍ່າບໍ? (ຕໍ່າ.)

ບໍ່ວ່າຈະມີຫຍັງເກີດຂຶ້ນກໍຕາມ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍ, ພວກເຈົ້າກໍຄວນອະທິຖານ ແລະ ສະແຫວງຫາຈາກພຣະເຈົ້າ, ພ້ອມທັງຄິດ ແລະ ພິຈາລະນາຢ່າງຮອບຄອບ ແລະ ຖີ່ຖ້ວນ ກ່ອນທີ່ຈະພິພາກສາ. ຖ້າຄົນໃດຄົນໜຶ່ງບໍ່ມີຄວາມຄິດທີ່ເປັນປົກກະຕິ, ມັນຍິ່ງສຳຄັນກວ່ານັ້ນທີ່ພວກເຂົາຈະຕ້ອງອະທິຖານຕໍ່ພຣະເຈົ້າ, ຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ ແລະ ສະແຫວງຫາໃຫ້ຫຼາຍຂຶ້ນຈາກຜູ້ທີ່ເຂົ້າໃຈຄວາມຈິງ. ນອກຈາກນີ້, ສຳລັບເລື່ອງໃຫຍ່ໃນວຽກງານຄຣິສຕະຈັກ ແລະ ເລື່ອງໃຫຍ່ທີ່ຕ້ອງປະເຊີນໃນຂະນະທີ່ປະຕິບັດໜ້າທີ່, ພວກເຈົ້າກໍຕ້ອງໂອ້ລົມ ແລະ ປຶກສາຫາລືກັບບຸກຄະລາກອນທີ່ກ່ຽວຂ້ອງ ເພື່ອບັນລຸຂໍ້ສະຫຼຸບທີ່ເປັນເອກະສັນກັນ ແລະ ສຸດທ້າຍກໍພັດທະນາແຜນການປະຕິບັດທີ່ສະເພາະເຈາະຈົງ ແລະ ເປັນໄປໄດ້. ແຜນການນີ້ຄວນເປັນຂໍ້ສະຫຼຸບທີ່ເປັນເອກະສັນກັນທີ່ບັນລຸໄດ້ຜ່ານການພິຈາລະນາ ແລະ ການປຶກສາຫາລືຢ່າງຮອບຄອບ ແລະ ມັນຄວນຈະເປັນທີ່ຍອມຮັບໄດ້ຕໍ່ໜ້າຜູ້ນໍາ ແລະ ຜູ້ເຮັດວຽກທຸກລະດັບ. ຜູ້ທີ່ສາມາດພັດທະນາແຜນການປະຕິບັດທີ່ສະເພາະເຈາະຈົງທີ່ໜັກແໜ້ນໄດ້ນັ້ນ ຖືວ່າເປັນຄົນທີ່ມີຄວາມຄິດທີ່ເປັນປົກກະຕິ. ຖ້າເມື່ອປະເຊີນກັບບັນຫາ, ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ມັນຈະບໍ່ມີຫຍັງທີ່ເປັນຮູບປະທຳໃນຄວາມຄິດຂອງຄົນໃດຄົນໜຶ່ງ ແລະ ພວກເຂົາກໍບໍ່ສາມາດຄິດເຖິງຫຼັກການປະຕິບັດທີ່ສະເພາະເຈາະຈົງໄດ້ ແລະ ພຽງແຕ່ໃຊ້ຄຳຂວັນທາງທິດສະດີທີ່ງ່າຍດາຍມາທົດແທນຫຼັກການໃນການຈັດການບັນຫາ, ພວກເຂົາຈະສາມາດເຮັດວຽກຂອງພວກເຂົາໄດ້ດີບໍ? ຄົນດັ່ງກ່າວມີຄວາມສາມາດໃນການຄິດ ແລະ ຄວາມສາມາດໃນການຄິດໄຕ່ຕອງສິ່ງຕ່າງໆບໍ? (ບໍ່.) ຄົນປະເພດໃດທີ່ຂາດຄວາມສາມາດໃນການຄິດ? (ຄົນທີ່ມີຄວາມສາມາດຕໍ່າ.) ນີ້ຄືຄວາມໝາຍຂອງການເປັນຄົນທີ່ມີຄວາມສາມາດຕໍ່າ. ໃຫ້ເຮົາຍົກຕົວຢ່າງ. ສົມມຸດວ່າເຈົ້າກຳລັງອາໄສຢູ່ຕ່າງປະເທດ ແລະ ມື້ໜຶ່ງເຈົ້າໄດ້ຮັບໝາຍສານຢ່າງກະທັນຫັນ. ນີ້ເປັນສິ່ງທີ່ບໍ່ຄາດຄິດ ແລະ ກະທັນຫັນຫຼາຍ, ແມ່ນບໍ? ກ່ອນອື່ນໝົດ, ເຈົ້າບໍ່ໄດ້ເຮັດຫຍັງຜິດກົດໝາຍ. ສອງ, ເຈົ້າບໍ່ໄດ້ຍື່ນຟ້ອງໃດໆ ແລະ ເຈົ້າກໍບໍ່ເຄີຍໄດ້ຍິນວ່າມີໃຜກ່າວຫາເຈົ້າວ່າເຮັດຫຍັງເລີຍ. ເຈົ້າໄດ້ຮັບໝາຍສານໂດຍບໍ່ຮູ້ສະຖານະການໃດໆທີ່ກ່ຽວຂ້ອງກັບມັນເລີຍ. ຄວາມຮູ້ສຶກທຳອິດທີ່ຄົນທົ່ວໄປຈະມີເມື່ອປະເຊີນກັບສະຖານະການດັ່ງກ່າວແມ່ນຫຍັງ? ການເຂົ້າໄປພົວພັນກັບບັນຫາທາງກົດໝາຍຈະເຮັດໃຫ້ພວກເຂົາເກີດຄວາມຕື່ນຕົກໃຈ, ຄວາມກັງວົນ ແລະ ຄວາມຢ້ານກົວ; ມັນຈະເຮັດໃຫ້ພວກເຂົາຮູ້ສຶກບໍ່ທັນຕັ້ງໂຕ ແລະ ກືນບໍ່ເຂົ້າຄາຍບໍ່ອອກ. ບໍ່ວ່າຄົນໃດຄົນໜຶ່ງຈະສຳຄັນ ຫຼື ບໍ່, ກ້າຫານ ຫຼື ຂີ້ຢ້ານ, ເປັນຜູ້ໃຫຍ່ ຫຼື ເປັນເດັກນ້ອຍ, ກໍບໍ່ມີໃຜຢາກປະເຊີນກັບສະຖານະການດັ່ງກ່າວ ເພາະມັນບໍ່ແມ່ນເລື່ອງທີ່ດີ. ເມື່ອປະເຊີນກັບສະຖານະການນີ້, ຜູ້ຄົນມີປະຕິກິລິຍາສອງແບບທີ່ແຕກຕ່າງກັນ. ຄົນປະເພດທຳອິດຄິດວ່າ “ຂ້ອຍບໍ່ໄດ້ເຮັດຫຍັງຜິດກົດໝາຍ ແລະ ຂ້ອຍກໍບໍ່ໄດ້ລະເມີດລະບຽບການໃດໆຂອງລັດຖະບານ. ຂ້ອຍຈະຢ້ານຫຍັງ? ນີ້ຄືສັງຄົມທີ່ປົກຄອງດ້ວຍກົດໝາຍ, ເຊິ່ງທຸກຢ່າງອີງໃສ່ຫຼັກຖານ. ໃນເມື່ອຂ້ອຍບໍ່ໄດ້ເຮັດຫຍັງບໍ່ດີ, ພວກເຂົາກໍຈະບໍ່ມີຫຼັກຖານໃດໆ ມາຕໍ່ຕ້ານຂ້ອຍ ເຖິງແມ່ນວ່າພວກເຂົາຈະດຳເນີນຄະດີກັບຂ້ອຍກໍຕາມ. ຂ້ອຍບໍ່ມີຫຍັງຕ້ອງຢ້ານ. ໝາຍສານຈະເຮັດຫຍັງໄດ້? ຄົນທີ່ຊື່ສັດບໍລິສຸດບໍ່ຈຳເປັນຕ້ອງຢ້ານຄຳກ່າວຫາໃດໆ. ຂ້ອຍຈະຈ້າງທະນາຍຄວາມມາສູ້ຄະດີໃຫ້ຂ້ອຍ; ມັນຈະບໍ່ມີບັນຫາຫຍັງ”. ຫຼັງຈາກທີ່ຄິດແບບນີ້ແລ້ວ, ພວກເຂົາກໍບໍ່ຮູ້ສຶກກົດດັນໃນໃຈ ແລະ ຊີວິດປະຈຳວັນຂອງພວກເຂົາກໍຍັງຄົງບໍ່ໄດ້ຮັບຜົນກະທົບໃດໆ. ນີ້ຄືປະຕິກິລິຍາຂອງຄົນປະເພດໜຶ່ງ. ບັດນີ້ ໃຫ້ເຮົາມາເບິ່ງປະຕິກິລິຍາຂອງຄົນປະເພດທີສອງ. ຫຼັງຈາກທີ່ໄດ້ຮັບໝາຍສານ, ພວກເຂົາຄິດວ່າ “ຂ້ອຍບໍ່ໄດ້ລະເມີດກົດໝາຍໃດໆ ແລະ ຂ້ອຍກໍບໍ່ໄດ້ກໍ່ອາດຊະຍາກຳໃດໆ, ແລ້ວມັນຈະເປັນເລື່ອງຫຍັງ? ມັນອາດຈະເປັນຍ້ອນຂ້ອຍເຊື່ອໃນພຣະເຈົ້າບໍ? ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງຜິດກົດໝາຍ. ເປັນໄປໄດ້ບໍທີ່ມີຄົນໃດຄົນໜຶ່ງຕັ້ງໃຈໃສ່ຮ້າຍປ້າຍສີ ແລະ ລາຍງານຂ້ອຍ? ນັ້ນເບິ່ງຄືວ່າມີຄວາມເປັນໄປໄດ້ຫຼາຍກວ່າ. ແຕ່ມັນອາດຈະເປັນເລື່ອງອື່ນບໍ? ຂ້ອຍຕ້ອງປຶກສາທະນາຍຄວາມ ແລະ ຂໍໃຫ້ພວກເຂົາໄປສານເພື່ອຊອກຫາເຫດຜົນວ່າເປັນຫຍັງຂ້ອຍຈຶ່ງໄດ້ຮັບໝາຍສານ ແລະ ໃຜເປັນໂຈດ. ຂ້ອຍຕ້ອງສືບສວນໃຫ້ເຖິງທີ່ສຸດ ກ່ອນທີ່ຈະຕັດສິນໃຈກ່ຽວກັບແຜນການຮັບມື. ຖ້າທະນາຍຄວາມບອກວ່າມັນກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າຂອງຂ້ອຍ, ແລ້ວຂ້ອຍກໍຕ້ອງຟ້າວຊອກຫາຄົນເພື່ອວາງແຜນຮັບມື ແລະ ຍັງຕ້ອງຟ້າວເຊື່ອງໜັງສື ຫຼື ສິ່ງອື່ນໆ ທີ່ກ່ຽວຂ້ອງກັບຄວາມເຊື່ອຂອງຂ້ອຍອີກດ້ວຍ ເພື່ອປ້ອງກັນບໍ່ໃຫ້ສັດຕູຂອງຂ້ອຍຄົ້ນພົບສິ່ງທີ່ຈະນຳມາໃຊ້ຕໍ່ຕ້ານຂ້ອຍ”. ຫຼັງຈາກຄວາມຄິດເບື້ອງຕົ້ນເຫຼົ່ານີ້, ເຖິງແມ່ນວ່າພວກເຂົາຈະຍັງບໍ່ໄດ້ຂໍ້ສະຫຼຸບທີ່ແນ່ນອນ ຫຼື ການພິພາກສາທີ່ຖືກຕ້ອງກ່ຽວກັບການໄດ້ຮັບໝາຍສານ, ແຕ່ພວກເຂົາກໍມີແນວຄວາມຄິດທີ່ຊັດເຈນແລ້ວກ່ຽວກັບແຜນການປະຕິບັດທີ່ສະເພາະເຈາະຈົງ: ຈະຕ້ອງເຮັດຫຍັງສຳລັບແຜນ ກ, ຈະຕ້ອງເຮັດຫຍັງສຳລັບແຜນ ຂ ແລະ ຖ້າທັງສອງແຜນນັ້ນເປັນໄປບໍ່ໄດ້, ພວກເຂົາຄວນເຮັດຫຍັງຕໍ່ໄປ. ພວກເຂົາພິຈາລະນາທຸກຂັ້ນຕອນຢ່າງຖີ່ຖ້ວນ ແລະ ຮອບຄອບ; ກ່ອນອື່ນ ພວກເຂົາຕັ້ງສະຕິໃຫ້ໝັ້ນຄົງ ແລະ ອະທິຖານໃນໃຈຢ່າງໄວວາ ແລະ ຈາກນັ້ນ, ຫຼັງຈາກທີ່ຕັ້ງສະຕິໄດ້ແລ້ວ, ພວກເຂົາກໍເລີ່ມຈັດການເລື່ອງນີ້ທັນທີ. ພາຍໃນມື້ດຽວ, ພວກເຂົາກໍໄດ້ຄິດຫາທາງອອກສຳລັບທຸກສິ່ງເຫຼົ່ານີ້ ແລະ ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ. ບໍ່ວ່າຜົນສຸດທ້າຍຂອງເລື່ອງນີ້ຈະເປັນແນວໃດກໍຕາມ, ກ່ອນອື່ນ ໃຫ້ເຮົາມາເບິ່ງຄົນສອງປະເພດນີ້. ຄົນໃດທີ່ມີຄວາມສາມາດໃນການຄິດໄຕ່ຕອງບັນຫາ? ຄົນໃດທີ່ມີຄວາມສາມາດ? (ຄົນທີສອງ.) ເຫັນໄດ້ຢ່າງຊັດເຈນວ່າ ຄົນທີສອງມີຄວາມສາມາດ. ການມີຄວາມກ້າຫານ ແລະ ຄວາມຕັ້ງໃຈພຽງຢ່າງດຽວ ເມື່ອຄົນເຮົາຕ້ອງປະເຊີນກັບກັບສະຖານະການໃດໜຶ່ງ ບໍ່ໄດ້ເທົ່າກັບການມີຄວາມສາມາດ. ຄົນເຮົາຕ້ອງສາມາດຄິດ, ມີຄວາມສາມາດໃນການແຍກແຍະ ແລະ ມີຄວາມສາມາດໃນການຈັດການບັນຫາ. ໃນຂະບວນການຄິດ, ພວກເຂົາຕ້ອງສາມາດພິພາກສາຢ່າງສະເພາະເຈາະຈົງ ແລະ ພັດທະນາແຜນການດຳເນີນງານທີ່ສະເພາະເຈາະຈົງ. ມີພຽງແຕ່ຄົນປະເພດນີ້ເທົ່ານັ້ນທີ່ມີຄວາມສາມາດ. ເມື່ອເບິ່ງຈາກພາຍນອກ, ພວກເຂົາອາດຈະເບິ່ງຄືວ່າເປັນຄົນຂີ້ຢ້ານຫຼາຍ, ປະຕິບັດຕົນຢ່າງຮອບຄອບ ແລະ ລະມັດລະວັງແມ່ນແຕ່ກັບເລື່ອງເລັກນ້ອຍ ແລະ ປະຕິບັດຕໍ່ເລື່ອງເລັກນ້ອຍຄືກັບວ່າເປັນເລື່ອງສຳຄັນ. ເຖິງຢ່າງໃດກໍຕາມ, ວິທີການ ແລະ ແນວທາງທີ່ພວກເຂົາຈັດການບັນຫາໄດ້ພິສູດໃຫ້ເຫັນວ່າ ຄົນຜູ້ນີ້ມີຄວາມສາມາດໃນການຄິດ ແລະ ຄວາມສາມາດໃນການຄິດໄຕ່ຕອງ ແລະ ຈັດການບັນຫາ. ໃນທາງກົງກັນຂ້າມ, ຄົນປະເພດທຳອິດແມ່ນກ້າຫານຫຼາຍ ແລະ ບໍ່ຢ້ານຫຍັງ. ເມື່ອພວກເຂົາຕ້ອງປະເຊີນກັບສະຖານະການໃດໜຶ່ງ, ພວກເຂົາຄິດງ່າຍໆວ່າ “ຂ້ອຍບໍ່ໄດ້ເຮັດຫຍັງບໍ່ດີ. ບໍ່ວ່າຈະມີຫຍັງຜິດພາດເກີດຂຶ້ນກໍຕາມ, ມັນກໍຍັງຈະມີຄົນທີ່ມີຄວາມສາມາດສູງກວ່າຄອຍແກ້ໄຂມັນຢູ່ສະເໝີ. ຂ້ອຍຈະຢ້ານຫຍັງ?” ພວກເຂົາໃຊ້ຊີວິດແບບບໍ່ມີຄວາມກັງວົນ ແລະ ສະດວກສະບາຍ, ແຕ່ພວກເຂົາບໍ່ແມ່ນຄົນທີ່ກ້າຫານແບບໂງ່ຈ້າ ແລະ ສະໝອງຊ້າໜ້ອຍໜຶ່ງບໍ? ຄົນປະເພດນີ້ຮ້ອງຄຳຂວັນດັງໆ ແລະ ສິ່ງທີ່ພວກເຂົາເວົ້າກໍບໍ່ໄດ້ຜິດ, ແຕ່ພວກເຂົາຂາດຫຍັງ? (ພວກເຂົາບໍ່ມີຄວາມຄິດທີ່ເປັນປົກກະຕິ ແລະ ຂາດຄວາມສາມາດໃນການຄິດໄຕ່ຕອງບັນຫາ.) ການຂາດຄວາມຄິດທີ່ເປັນປົກກະຕິຂອງພວກເຂົາສະແດງອອກຢູ່ໃສ? ເມື່ອຕ້ອງປະເຊີນກັບສະຖານະການໃດໜຶ່ງ, ບໍ່ວ່າມັນຈະເປັນສິ່ງທີ່ເກີດຂຶ້ນຢ່າງກະທັນຫັນ ຫຼື ສິ່ງທີ່ພວກເຂົາຮູ້ຢູ່ແລ້ວ, ພວກເຂົາກໍບໍ່ສາມາດຄິດໄຕ່ຕອງ ຫຼື ພິພາກສາໄດ້, ສະນັ້ນ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະບໍ່ມີແຜນການທີ່ຈະຈັດການບັນຫາ ຫຼື ຄວາມສາມາດທີ່ຈະແກ້ໄຂມັນ. ສິ່ງນີ້ເຫັນໄດ້ຊັດເຈນຫຼາຍ. ເມື່ອເບິ່ງຈາກພາຍນອກ, ຄົນປະເພດນີ້ເບິ່ງຄືວ່າເປັນຄົນເວົ້າເກັ່ງ ແລະ ພວກເຂົາສາມາດເວົ້າຫຼັກຄຳສອນໄດ້ ແລະ ພວກເຂົາຍັງສາມາດປຸກລະດົມກຳລັງໃຈໄດ້ອີກດ້ວຍ; ພວກເຂົາເບິ່ງຄືວ່າມີຄວາມສາມາດທີ່ຈະເປັນຜູ້ນໍາ. ເຖິງຢ່າງໃດກໍຕາມ, ເມື່ອຕ້ອງປະເຊີນກັບບັນຫາ, ພວກເຂົາບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາ ແລະ ບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້. ພວກເຂົາສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຮ້ອງຄຳຂວັນເທົ່ານັ້ນ. ເມື່ອເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າເປັນຄົນສະຫຼາດ, ແຕ່ເມື່ອຕ້ອງປະເຊີນກັບບັນຫາ, ພວກເຂົາບໍ່ສາມາດວິເຄາະ ຫຼື ພິພາກສາສາເຫດຂອງບັນຫາໄດ້ ແລະ ພວກເຂົາກໍບໍ່ສາມາດປະເມີນຜົນສະທ້ອນທີ່ຮ້າຍແຮງທີ່ຈະເກີດຂຶ້ນໄດ້ ຖ້າບັນຫາເຫຼົ່ານັ້ນຍັງຄົງດຳເນີນຕໍ່ໄປ. ພວກເຂົາບໍ່ສາມາດຈັບຕົ້ນຊົນປາຍເລື່ອງລາວເຫຼົ່ານີ້ໃນຄວາມຄິດຂອງພວກເຂົາໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການແກ້ໄຂບັນຫາ. ຄົນດັ່ງກ່າວເບິ່ງຄືວ່າເປັນຄົນເວົ້າເກັ່ງ ແຕ່ທີ່ຈິງແລ້ວມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ໃນທຳນອງດຽວກັນ, ເມື່ອໄດ້ຮັບການຈັດແຈງວຽກງານ, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດພຽງແຕ່ອ່ານ ແລະ ອະທິບາຍຕາມຕົວອັກສອນເທົ່ານັ້ນ ແລະ ເຖິງແມ່ນວ່າພວກເຂົາອາດຈະອອກຄຳສັ່ງການຈັດແຈງວຽກງານ ແລະ ໂອ້ລົມກ່ຽວກັບຈຸດສຳຄັນຂອງມັນໃນການເຕົ້າໂຮມ, ແຕ່ພວກເຂົາບໍ່ຮູ້ວິທີຈັດແຈງວຽກງານສະເພາະ ແລະ ໃຫ້ການນໍາພາທີ່ສະເພາະເຈາະຈົງສຳລັບຂໍ້ກຳນົດ, ຫຼັກການ, ເລື່ອງທີ່ຕ້ອງໃສ່ໃຈ, ສະຖານະການພິເສດ ແລະ ອື່ນໆຂອງການຈັດແຈງວຽກງານ ແລະ ພວກເຂົາບໍ່ມີແຜນການ, ບໍ່ມີແນວຄວາມຄິດ ແລະ ບໍ່ມີຄວາມສາມາດໃນການແກ້ໄຂບັນຫາ, ແລ້ວພວກເຂົາກໍມີຄວາມສາມາດຕໍ່າ. ເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ, ວຽກງານທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ, ນັ້ນກໍຄື ການໃຫ້ການນຳພາ, ມັນບໍ່ແມ່ນເລື່ອງງ່າຍ ຫຼື ທຳມະດາ. ວຽກງານທຳອິດນີ້ຈະທົດສອບວ່າ ຜູ້ນໍາ ຫຼື ຜູ້ເຮັດວຽກມີຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຕາມທີ່ພວກເຂົາຄວນຈະມີ ຫຼື ບໍ່. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກນີ້, ພວກເຂົາກໍຈະບໍ່ສາມາດໃຫ້ການນໍາພາທີ່ສະເພາະເຈາະຈົງສຳລັບການຈັດແຈງວຽກງານ ຫຼື ການຈັດຕັ້ງປະຕິບັດພວກມັນໄດ້.

II. ການໃຫ້ການຊີ້ນໍາ ແລະ ການຊຸກຍູ້

ຕໍ່ໄປ, ໃຫ້ເຮົາໂອ້ລົມກ່ຽວກັບໜ້າວຽກ “ການຊີ້ນຳ”. ໂດຍຕັດສິນຈາກຄວາມໝາຍຕາມຕົວອັກສອນ, ການຊີ້ນຳໝາຍເຖິງການກວດກາ: ການກວດສອບວ່າຄຣິສຕະຈັກໃດໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວ ແລະ ຄຣິສຕະຈັກໃດຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ, ຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດກຳລັງເຮັດວຽກງານຕົວຈິງ ແລະ ຄົນໃດບໍ່ໄດ້ເຮັດ ແລະ ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດຄົນໜຶ່ງພຽງແຕ່ແຈກຈ່າຍການຈັດແຈງວຽກງານ ໂດຍບໍ່ໄດ້ມີສ່ວນຮ່ວມໃນໜ້າວຽກສະເພາະ ຫຼື ບໍ່. ການຊີ້ນຳແມ່ນໜ້າວຽກສະເພາະ. ນອກເໜືອຈາກການຊີ້ນຳການຈັດຕັ້ງປະຕິບັດການຈັດແຈງວຽກງານ ນັ້ນກໍຄື ບໍ່ວ່າພວກມັນຈະຖືກຈັດຕັ້ງປະຕິບັດແລ້ວ ຫຼື ບໍ່, ຄວາມໄວຂອງການຈັດຕັ້ງປະຕິບັດ, ຄຸນນະພາບຂອງການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບທີ່ບັນລຸໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ລະດັບສູງກວ່າຕ້ອງກວດກາວ່າຜູ້ນໍາ ແລະ ຜູ້ເຮັດວຽກກຳລັງປະຕິບັດຕາມການຈັດແຈງວຽກງານຢ່າງເຂັ້ມງວດ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າພຽງພາຍນອກວ່າ ພວກເຂົາເຕັມໃຈທີ່ຈະປະຕິບັດຕາມການຈັດແຈງວຽກງານ, ແຕ່ຫຼັງຈາກທີ່ໄດ້ປະເຊີນກັບສະພາບແວດລ້ອມໃດໜຶ່ງ, ພວກເຂົາກໍຢ້ານຖືກຈັບກຸມ ແລະ ຈົດຈໍ່ພຽງແຕ່ການຫຼົບລີ້, ໂດຍໄດ້ລະເລີຍການຈັດແຈງວຽກງານໄວ້ເບື້ອງຫຼັງຂອງພວກເຂົາເປັນເວລາດົນນານ; ບັນຫາຂອງອ້າຍເອື້ອຍນ້ອງບໍ່ໄດ້ຮັບການແກ້ໄຂ ແລະ ພວກເຂົາກໍບໍ່ຮູ້ວ່າການຈັດແຈງວຽກງານໄດ້ລະບຸຫຍັງໄວ້ແດ່ ຫຼື ຫຼັກການຂອງການປະຕິບັດແມ່ນຫຍັງ. ນີ້ສະແດງໃຫ້ເຫັນວ່າ ການຈັດແຈງວຽກງານບໍ່ໄດ້ຖືກຈັດຕັ້ງປະຕິບັດເລີຍ. ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆ ມີຄວາມຄິດເຫັນ, ແນວຄິດ ແລະ ການຕໍ່ຕ້ານຕໍ່ຂໍ້ກຳນົດບາງຢ່າງໃນການຈັດແຈງວຽກງານ. ເມື່ອເຖິງເວລາທີ່ຈະຈັດຕັ້ງປະຕິບັດພວກມັນ, ພວກເຂົາກໍບ່ຽງເບນຈາກຄວາມໝາຍທີ່ແທ້ຈິງຂອງການຈັດແຈງວຽກງານ, ເຮັດສິ່ງຕ່າງໆ ຕາມແນວຄິດຂອງພວກເຂົາເອງ, ເຮັດແບບລວກໆ ແລະ ແບບຜິວເຜີນພໍໃຫ້ແລ້ວໆ ໄປ ຫຼື ດຳເນີນຕາມເສັ້ນທາງຂອງພວກເຂົາເອງ, ເຮັດສິ່ງຕ່າງໆ ຕາມທີ່ພວກເຂົາຮູ້ສຶກຢາກເຮັດ. ສະຖານະການທັງໝົດດັ່ງກ່າວຮຽກຮ້ອງໃຫ້ມີການຊີ້ນຳໂດຍຜູ້ນໍາ ແລະ ຜູ້ເຮັດວຽກທີ່ລະດັບສູງກວ່າ. ຈຸດປະສົງຂອງການຊີ້ນຳແມ່ນເພື່ອຈັດຕັ້ງປະຕິບັດວຽກງານສະເພາະທີ່ການຈັດແຈງວຽກງານຮຽກຮ້ອງໃຫ້ດີຂຶ້ນ ໂດຍບໍ່ມີການບ່ຽງເບນ ແລະ ໃຫ້ເປັນໄປຕາມຫຼັກການ. ໃນຂະນະທີ່ດຳເນີນການຊີ້ນຳ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ລະດັບສູງກວ່າຕ້ອງໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການລະບຸວ່າ ມີຜູ້ໃດທີ່ບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ບໍ່ຮັບຜິດຊອບ ແລະ ຊັກຊ້າໃນການຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ບໍ່; ຖ້າຄົນໃດຄົນໜຶ່ງສະແດງອາລົມທີ່ຕໍ່ຕ້ານກ່ຽວກັບການຈັດແຈງວຽກງານ ແລະ ບໍ່ເຕັມໃຈທີ່ຈະຈັດຕັ້ງປະຕິບັດພວກມັນ ຫຼື ຈັດຕັ້ງປະຕິບັດພວກມັນແບບເລືອກເຮັດ ຫຼື ພຽງແຕ່ບໍ່ປະຕິບັດຕາມການຈັດແຈງວຽກງານເລີຍ ແລະ ດຳເນີນກິດຈະການຂອງພວກເຂົາເອງເອງແທນ; ຖ້າຄົນໃດຄົນໜຶ່ງກຳລັງຖ່ວງດຶງການຈັດແຈງວຽກງານໄວ້ ແລະ ພຽງແຕ່ສື່ສານພວກມັນຕາມແນວຄິດຂອງພວກເຂົາເອງເທົ່ານັ້ນ, ບໍ່ໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ຮູ້ຄວາມໝາຍທີ່ແທ້ຈິງ ແລະ ຂໍ້ກຳນົດສະເພາະຂອງການຈັດແຈງວຽກງານ, ມີພຽງແຕ່ການຊີ້ນຳ ແລະ ການກວດກາບັນຫາເຫຼົ່ານີ້ເທົ່ານັ້ນ ຜູ້ນໍາທີ່ລະດັບສູງກວ່າຈຶ່ງຈະສາມາດຮູ້ໄດ້ວ່າເກີດຫຍັງຂຶ້ນແທ້. ຖ້າຜູ້ນໍາທີ່ລະດັບສູງກວ່າບໍ່ດຳເນີນການຊີ້ນຳ ແລະ ການກວດກາ, ບັນຫາເຫຼົ່ານີ້ຈະສາມາດຖືກລະບຸໄດ້ບໍ? (ບໍ່ໄດ້.) ພວກມັນບໍ່ສາມາດຖືກລະບຸໄດ້. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຕ້ອງສື່ສານການຈັດແຈງວຽກງານ ແລະ ໃຫ້ການນໍາພາເປັນລຳດັບຂັ້ນເທົ່ານັ້ນ ແຕ່ຍັງຕ້ອງຊີ້ນຳວຽກງານເປັນລຳດັບຂັ້ນ ເມື່ອຈັດຕັ້ງປະຕິບັດການຈັດແຈງວຽກງານອີກດ້ວຍ. ຜູ້ນໍາພາກຕ້ອງຊີ້ນຳວຽກງານຂອງຜູ້ນໍາເມືອງ, ຜູ້ນໍາເມືອງຕ້ອງຊີ້ນຳວຽກງານຂອງຜູ້ນໍາຄຣິສຕະຈັກ ແລະ ຜູ້ນໍາຄຣິສຕະຈັກຕ້ອງຊີ້ນຳວຽກງານຂອງແຕ່ລະກຸ່ມ. ການຊີ້ນຳຕ້ອງຖືກດຳເນີນການເປັນລຳດັບຂັ້ນ. ຈຸດປະສົງຂອງການຊີ້ນຳແມ່ນຫຍັງ? ມັນແມ່ນເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດເນື້ອໃນຂອງການຈັດແຈງວຽກງານຢ່າງຖືກຕ້ອງ ຕາມຂໍ້ກຳນົດສະເພາະ. ສະນັ້ນ, ໜ້າວຽກຂອງການຊີ້ນຳຈຶ່ງມີຄວາມສຳຄັນຫຼາຍ. ເມື່ອດຳເນີນການຊີ້ນຳ, ຖ້າສະພາບແວດລ້ອມອະນຸຍາດ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນລົງເລິກເຂົ້າໄປໃນຄຣິສຕະຈັກຕ່າງໆ ເພື່ອພົວພັນກັບຜູ້ທີ່ກຳລັງເຮັດວຽກງານຕົວຈິງ. ພວກເຂົາຄວນຕັ້ງຄຳຖາມ, ສັງເກດ, ສອບຖາມ, ຊອກຮູ້ ແລະ ກຳແໜ້ນສະຖານະການຂອງການຈັດຕັ້ງປະຕິບັດວຽກງານ. ໃນເວລາດຽວກັນ, ພວກເຂົາຄວນຊອກຮູ້ຄວາມຫຍຸ້ງຍາກ ແລະ ແນວຄິດທີ່ອ້າຍເອື້ອຍນ້ອງມີກ່ຽວກັບວຽກງານນີ້ ແລະ ບໍ່ວ່າພວກເຂົາໄດ້ກຳແໜ້ນຫຼັກການຂອງວຽກງານນີ້ແລ້ວ ຫຼື ບໍ່. ສິ່ງເຫຼົ່ານີ້ລ້ວນແຕ່ເປັນໜ້າວຽກສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ. ໂດຍສະເພາະສຳລັບຜູ້ທີ່ມີຄວາມສາມາດ ແລະ ຄວາມເປັນມະນຸດທີ່ຂ້ອນຂ້າງຕໍ່າ, ຜູ້ທີ່ຂ້ອນຂ້າງບໍ່ຮັບຜິດຊອບ, ບໍ່ຈົງຮັກພັກດີ ແລະ ຂ້ອນຂ້າງເຊື່ອຍຊາໃນວຽກງານຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຕ້ອງຊີ້ນຳ ແລະ ຊີ້ທາງວຽກງານຂອງພວກເຂົາໃຫ້ຫຼາຍຂຶ້ນ. ການຊີ້ນຳ ແລະ ການຊີ້ທາງຄວນເຮັດແນວໃດ? ສົມມຸດເຈົ້າເວົ້າວ່າ “ໄວແດ່! ເບື້ອງເທິງກຳລັງລໍຖ້າລາຍງານວຽກງານຂອງພວກເຮົາ. ວຽກງານນີ້ມີກຳນົດເວລາ; ຢ່າຊັກຊ້າ!” ການຊຸກຍູ້ພວກເຂົາດ້ວຍວິທີນີ້ຈະໄດ້ຜົນບໍ? ການຊຸກຍູ້ໝາຍເຖິງການຜັກດັນພວກເຂົາພຽງເລັກນ້ອຍເທົ່ານັ້ນບໍ? ວິທີໃດດີກວ່າທີ່ຈະຊຸກຍູ້? ເມື່ອພວກເຈົ້າເຮັດວຽກ, ພວກເຈົ້າລວມເອົາການຊຸກຍູ້ເປັນສ່ວນໜຶ່ງຂອງໜ້າວຽກຂອງພວກເຈົ້າບໍ? (ແມ່ນແລ້ວ. ຖ້າຂ້ານ້ອຍເຫັນວ່າໜ້າວຽກບາງຢ່າງບໍ່ໄດ້ເຮັດທັນທີ, ຂ້ານ້ອຍຈະພະຍາຍາມເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງບໍ່ເຮັດ ແລະ ຕິດຕາມວຽກງານຂອງພວກເຂົາ.) ຖ້າເຈົ້າເຫັນຄົນທີ່ບໍ່ຮູ້ວິທີເຮັດວຽກ, ເຈົ້າຕ້ອງໃຫ້ການນໍາພາ ແລະ ການຊ່ວຍເຫຼືອສະເພາະ ແລະ ໃຫ້ການຊີ້ທາງແກ່ພວກເຂົາ. ຖ້າເຈົ້າເຫັນຄົນທີ່ເຊື່ອຍຊາ, ເຈົ້າຕ້ອງລິຮານພວກເຂົາ. ຖ້າພວກເຂົາຮູ້ວິທີເຮັດວຽກ ແຕ່ຂີ້ຄ້ານເກີນໄປທີ່ຈະເຮັດ, ເຮັດວຽກຊັກຊ້າ ແລະ ຜັດມື້ຜັດວັນ ແລະ ໝົກມຸ້ນຢູ່ກັບຄວາມສະບາຍທາງເນື້ອໜັງ, ແລ້ວພວກເຂົາກໍຄວນຖືກລິຮານຕາມຄວາມຈຳເປັນ. ຖ້າການລິຮານບໍ່ໄດ້ແກ້ໄຂບັນຫາ ແລະ ທັດສະນະຄະຕິຂອງພວກເຂົາບໍ່ປ່ຽນແປງ, ຄວນເຮັດແນວໃດ? (ບໍ່ໃຫ້ພວກເຂົາເຮັດວຽກງານນີ້.) ກ່ອນອື່ນ ໃຫ້ຄຳເຕືອນແກ່ພວກເຂົາວ່າ: “ວຽກງານນີ້ສຳຄັນຫຼາຍ. ຖ້າເຈົ້າສືບຕໍ່ປະຕິບັດຕໍ່ມັນດ້ວຍທັດສະນະຄະຕິດັ່ງກ່າວ, ໜ້າທີ່ຂອງເຈົ້າຈະຖືກຍົກເລີກ ແລະ ມອບໃຫ້ຄົນອື່ນ. ຖ້າເຈົ້າບໍ່ເຕັມໃຈທີ່ຈະເຮັດມັນ, ຄົນອື່ນກໍຈະເຮັດ. ເຈົ້າບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າ; ເຈົ້າບໍ່ເໝາະສົມກັບວຽກງານນີ້. ຖ້າເຈົ້າບໍ່ສາມາດຮັບມືກັບວຽກງານນີ້ ແລະ ບໍ່ສາມາດອົດທົນກັບຄວາມລຳບາກທາງຮ່າງກາຍໄດ້, ເຮືອນຂອງພຣະເຈົ້າສາມາດປ່ຽນເຈົ້າກັບຄົນອື່ນໄດ້ ແລະ ເຈົ້າກໍສາມາດຍື່ນໃບລາອອກໄດ້ເຊັ່ນກັນ. ຖ້າເຈົ້າບໍ່ລາອອກ ແລະ ຍັງເຕັມໃຈທີ່ຈະເຮັດມັນ, ແລ້ວກໍຈົ່ງເຮັດໃຫ້ດີ ແລະ ເຮັດຕາມຂໍ້ກຳນົດ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້ ແລະ ເຮັດໃຫ້ຄວາມຄືບໜ້າຊັກຊ້າຊໍ້າແລ້ວຊໍ້າອີກ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານ, ແລ້ວເຮືອນຂອງພຣະເຈົ້າກໍຈະຈັດການກັບເຈົ້າ. ຖ້າເຈົ້າບໍ່ສາມາດບັນລຸໜ້າທີ່ນີ້ໄດ້, ຂໍໂທດ, ແຕ່ເຈົ້າຈະຕ້ອງອອກໄປ!” ຖ້າຫຼັງຈາກການເຕືອນແລ້ວ ພວກເຂົາເຕັມໃຈທີ່ຈະກັບໃຈ, ພວກເຂົາກໍສາມາດຖືກຮັກສາໄວ້ໄດ້. ແຕ່ຖ້າຫຼັງຈາກການເຕືອນຊໍ້າແລ້ວຊໍ້າອີກ ທັດສະນະຄະຕິຂອງພວກເຂົາບໍ່ປ່ຽນແປງ ແລະ ພວກເຂົາບໍ່ສະແດງຄວາມສຳນຶກຜິດແມ່ນແຕ່ໜ້ອຍດຽວ, ຄວນເຮັດແນວໃດ? ພວກເຂົາຄວນຖືກປົດອອກທັນທີ, ນັ້ນຈະບໍ່ແກ້ໄຂບັນຫາບໍ? ມັນບໍ່ແມ່ນວ່າພວກເຮົາຈັບຜິດຄວາມຜິດພາດເລັກນ້ອຍ ຫຼື ບັນຫາເລັກນ້ອຍກັບຜູ້ຄົນ ເມື່ອພວກເຮົາເຫັນວ່າຜູ້ໃດກໍຕາມມີ; ແທນທີ່ຈະເປັນແນວນັ້ນ, ມັນແມ່ນວ່າພວກເຮົາກຳລັງໃຫ້ໂອກາດແກ່ຜູ້ຄົນ. ຖ້າພວກເຂົາເຕັມໃຈທີ່ຈະກັບໃຈ ແລະ ພວກເຂົາປ່ຽນແປງ, ກາຍເປັນຄົນທີ່ດີຂຶ້ນຫຼາຍກວ່າແຕ່ກ່ອນ, ແລ້ວກໍຈົ່ງຮັກສາພວກເຂົາໄວ້ຖ້າເປັນໄປໄດ້. ຖ້າການໃຫ້ໂອກາດຊໍ້າແລ້ວຊໍ້າອີກ, ການໂອ້ລົມກ່ຽວກັບຄວາມຈິງ, ການລິຮານ ແລະ ການເຕືອນບໍ່ໄດ້ຜົນ ແລະ ການຊ່ວຍເຫຼືອຂອງຜູ້ໃດກໍບໍ່ມີປະສິດທິພາບ, ແລ້ວນີ້ກໍບໍ່ແມ່ນບັນຫາທຳມະດາ: ຄວາມເປັນມະນຸດຂອງຄົນນີ້ຕໍ່າເກີນໄປ ແລະ ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ໃນກໍລະນີນັ້ນ, ພວກເຂົາບໍ່ເໝາະສົມກັບໜ້າທີ່ນີ້ ແລະ ຄວນຖືກສົ່ງອອກໄປ. ພວກເຂົາບໍ່ເໝາະສົມທີ່ຈະເຮັດໜ້າທີ່. ເລື່ອງນີ້ຄວນຖືກຈັດການແບບນີ້.

ເມື່ອຊີ້ນຳວຽກງານຂອງຄຣິສຕະຈັກ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຄວນຊຳນານໃນການລະບຸບັນຫາຕ່າງໆ ເທົ່ານັ້ນ ແຕ່ຍັງຕ້ອງເອົາໃຈໃສ່ເປັນພິເສດຕໍ່ຜູ້ນໍາຄຣິສຕະຈັກບາງຄົນທີ່ພວກເຂົາຮູ້ສຶກບໍ່ໄວ້ວາງໃຈ ຫຼື ເຫັນວ່າບໍ່ໜ້າເຊື່ອຖືອີກດ້ວຍ. ຄົນເຫຼົ່ານີ້ຈຳເປັນຕ້ອງໄດ້ຮັບການຊີ້ນຳ ແລະ ຕິດຕາມເປັນໄລຍະເວລາຍາວ; ເຈົ້າບໍ່ສາມາດພຽງແຕ່ສອບຖາມສະຖານະການຂອງພວກເຂົາເປັນບາງຄັ້ງຄາວ ຫຼື ປັດບັນຫາໄປດ້ວຍຄຳເວົ້າສອງສາມຄຳ ແລະ ຖືວ່າມັນຈົບແລ້ວ. ບາງຄັ້ງ ກໍຈຳເປັນຕ້ອງປະຈຳຢູ່ສະຖານທີ່ເພື່ອຊີ້ນຳວຽກງານຂອງພວກເຂົາ. ຈຸດປະສົງຂອງການປະຈຳຢູ່ສະຖານທີ່ແມ່ນຫຍັງ? ມັນແມ່ນເພື່ອຄົ້ນພົບ ແລະ ແກ້ໄຂບັນຫາໄດ້ໄວຂຶ້ນ ແລະ ເພື່ອເຮັດໃຫ້ວຽກງານສຳເລັດຜົນດ້ວຍດີ. ບາງຄັ້ງ ເຈົ້າບໍ່ສາມາດຄົ້ນພົບບັນຫາໄດ້ທັນທີທີ່ເຈົ້າມາຮອດສະຖານທີ່ເຮັດວຽກ. ແທນທີ່ຈະເປັນແນວນັ້ນ, ມັນແມ່ນຜ່ານການທຳຄວາມເຂົ້າໃຈຢ່າງລະອຽດ, ການກວດກາວຽກງານ ແລະ ການສັງເກດຢ່າງຮອບຄອບ ບັນຫາບາງຢ່າງຈຶ່ງຈະຄ່ອຍໆປາກົດຂຶ້ນມາ ແລະ ສາມາດຖືກຄົ້ນພົບໄດ້. ການປະຈຳຢູ່ສະຖານທີ່ເພື່ອດຳເນີນການຊີ້ນຳບໍ່ແມ່ນການຄຸມງານ ຫຼື ການເຝົ້າລະວັງຜູ້ຄົນ. ການຊີ້ນຳໝາຍຄວາມວ່າແນວໃດ? ການຊີ້ນຳລວມມີການກວດກາ ແລະ ການໃຫ້ການຊີ້ນຳ. ມັນໝາຍເຖິງການສອບຖາມກ່ຽວກັບວຽກງານຢ່າງລະອຽດໂດຍສະເພາະ, ການຊອກຮູ້ ແລະ ການກຳແໜ້ນຄວາມຄືບໜ້າຂອງວຽກງານ ແລະ ຈຸດອ່ອນໃນວຽກງານ, ການທຳຄວາມເຂົ້າໃຈວ່າໃຜຮັບຜິດຊອບໃນວຽກງານຂອງພວກເຂົາ ແລະ ໃຜບໍ່ຮັບຜິດຊອບ ແລະ ໃຜສາມາດ ແລະ ບໍ່ສາມາດປະຕິບັດວຽກງານໄດ້, ໃນບັນດາສິ່ງອື່ນໆ. ບາງຄັ້ງ ການຊີ້ນຳກໍຮຽກຮ້ອງໃຫ້ມີການປຶກສາຫາລື, ການທຳຄວາມເຂົ້າໃຈ ແລະ ການສອບຖາມກ່ຽວກັບສະຖານະການ. ບາງຄັ້ງ ມັນກໍຮຽກຮ້ອງໃຫ້ມີການສອບຖາມເຊິ່ງໜ້າ ຫຼື ການກວດກາໂດຍກົງ. ແນ່ນອນວ່າ ສ່ວນຫຼາຍແລ້ວມັນກ່ຽວຂ້ອງກັບການມີການໂອ້ລົມໂດຍກົງກັບຜູ້ຮັບຜິດຊອບ, ການສອບຖາມກ່ຽວກັບການຈັດຕັ້ງປະຕິບັດວຽກງານ, ຄວາມຫຍຸ້ງຍາກ ແລະ ບັນຫາທີ່ຕ້ອງປະເຊີນ ແລະ ອື່ນໆ. ໃນຂະນະທີ່ດຳເນີນການຊີ້ນຳ, ເຈົ້າສາມາດຄົ້ນພົບໄດ້ວ່າຄົນໃດທີ່ເຮັດວຽກເອົາໜ້າ, ເຮັດພຽງຜິວເຜີນ, ຄົນໃດບໍ່ຮູ້ວິທີຈັດຕັ້ງປະຕິບັດວຽກງານສະເພາະ, ຄົນໃດຮູ້ວິທີຈັດຕັ້ງປະຕິບັດພວກມັນ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບັນຫາອື່ນໆ. ຖ້າບັນຫາທີ່ຄົ້ນພົບເຫຼົ່ານີ້ສາມາດຖືກແກ້ໄຂໄດ້ຢ່າງທັນການ, ນັ້ນກໍຈະເປັນການດີທີ່ສຸດ. ຈຸດປະສົງຂອງການຊີ້ນຳແມ່ນຫຍັງ? ມັນແມ່ນເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານໃຫ້ດີຂຶ້ນ, ເພື່ອເບິ່ງວ່າວຽກງານທີ່ເຈົ້າໄດ້ຈັດແຈງນັ້ນເໝາະສົມ ຫຼື ບໍ່, ມີຄວາມບົກພ່ອງ ຫຼື ສິ່ງທີ່ເຈົ້າບໍ່ໄດ້ພິຈາລະນາ ຫຼື ບໍ່, ມີຂົງເຂດໃດທີ່ບໍ່ສອດຄ່ອງກັບຫຼັກການ ຫຼື ບໍ່, ມີດ້ານທີ່ບິດເບືອນ ຫຼື ຂົງເຂດທີ່ໄດ້ເຮັດຜິດພາດ ຫຼື ບໍ່ ແລະ ອື່ນໆ, ບັນຫາທັງໝົດເຫຼົ່ານີ້ສາມາດຖືກຄົ້ນພົບໄດ້ໃນລະຫວ່າງຂະບວນການດຳເນີນການຊີ້ນຳ. ແຕ່ຖ້າເຈົ້າຢູ່ບ້ານ ແລະ ບໍ່ໄດ້ປະຕິບັດວຽກງານສະເພາະນີ້, ເຈົ້າຈະສາມາດຄົ້ນພົບບັນຫາເຫຼົ່ານີ້ໄດ້ບໍ? (ບໍ່ໄດ້.) ຫຼາຍບັນຫາຈຳເປັນຕ້ອງໄດ້ຮັບການສອບຖາມ, ສັງເກດ ແລະ ທຳຄວາມເຂົ້າໃຈຢູ່ສະຖານທີ່ ເພື່ອທີ່ຈະຮັບຮູ້ ແລະ ກຳແໜ້ນໄດ້. ເມື່ອດຳເນີນການຊີ້ນຳ, ເຈົ້າຕ້ອງຊຸກຍູ້ຜູ້ທີ່ບໍ່ຮັບຜິດຊອບ ແລະ ບໍ່ໃສ່ໃຈ, ຕົວະເທິງຫຼອກລຸ່ມ ແລະ ເຮັດແບບພໍແລ້ວມືແລ້ວຕີນ ແລະ ຊັກຊ້າໃນວຽກງານຂອງພວກເຂົາ. ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບຫຼາຍຂັ້ນຕອນກ່ຽວກັບວິທີຊຸກຍູ້ພວກເຂົາ: ເຈົ້າສາມາດໃຫ້ການຊີ້ນໍາ, ໂອ້ລົມ, ລິຮານ, ເຕືອນ ແລະ ປົດພວກເຂົາອອກ. ຂັ້ນຕອນເຫຼົ່ານີ້ປະຕິບັດງ່າຍບໍ? (ງ່າຍ.)

III. ການກວດກາ ແລະ ຕິດຕາມ

ຫຼັງຈາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຊຸກຍູ້ວຽກງານແລ້ວ, ຂັ້ນຕອນຕໍ່ໄປກໍຄືການກວດກາວຽກງານ. ຈຸດປະສົງປົກກະຕິຂອງການກວດກາວຽກງານແມ່ນຫຍັງ? ການກວດກາວຽກງານແມ່ນເພື່ອກຳນົດຄວາມຄືບໜ້າຂອງວຽກງານທີ່ໄດ້ຖືກຈັດແຈງ, ລະບຸບັນຫາໃດໆທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ແລະ ໃນທີ່ສຸດກໍຮັບປະກັນວ່າວຽກງານນັ້ນໄດ້ເຮັດສຳເລັດຢ່າງຄົບຖ້ວນດີ. ຫຼັງຈາກທີ່ໄດ້ຈັດແຈງວຽກງານແລ້ວ, ມັນຈຳເປັນຕ້ອງກວດກາຫຼາຍດ້ານ: ວຽກງານຕໍ່ໆ ໄປໄດ້ດຳເນີນໄປຮອດຂັ້ນຕອນໃດ, ມັນສຳເລັດແລ້ວ ຫຼື ບໍ່, ມັນມີປະສິດທິພາບສໍ່າໃດ, ຜົນໄດ້ຮັບເປັນແນວໃດ, ໄດ້ມີການລະບຸບັນຫາສະເພາະໃດໆ ຫຼື ບໍ່, ມີຄວາມຫຍຸ້ງຍາກໃດໆ ຫຼື ບໍ່, ມີດ້ານໃດທີ່ບໍ່ສອດຄ່ອງກັບຫຼັກການ ຫຼື ບໍ່ ແລະ ອື່ນໆ. ການກວດກາວຽກງານທີ່ເຈົ້າໄດ້ຈັດແຈງກໍເປັນວຽກງານສະເພາະ ແລະ ຈຳເປັນເຊັ່ນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກເຮັດຜິດພາດ: ພວກເຂົາຄິດວ່າເມື່ອພວກເຂົາໄດ້ຈັດແຈງວຽກງານແລ້ວ, ວຽກຂອງພວກເຂົາກໍຈົບແລ້ວ. ພວກເຂົາເຊື່ອວ່າ “ວຽກງານຂອງຂ້ອຍສຳເລັດແລ້ວ, ຄວາມຮັບຜິດຊອບຂອງຂ້ອຍກໍໄດ້ບັນລຸແລ້ວ. ຢ່າງໃດກໍຕາມ, ຂ້ອຍກໍໄດ້ບອກພວກເຈົ້າແລ້ວວ່າຈະເຮັດແນວໃດ, ພວກເຈົ້າຮູ້ວ່າຕ້ອງເຮັດຫຍັງ ແລະ ພວກເຈົ້າກໍໄດ້ຕົກລົງທີ່ຈະເຮັດມັນ. ສ່ວນວຽກຕໍ່ຈາກນັ້ນຈະເປັນແນວໃດ ຂ້ອຍກໍບໍ່ສົນແລ້ວ; ພຽງແຕ່ລາຍງານໃຫ້ຂ້ອຍຮູ້ເມື່ອພວກເຈົ້າເຮັດສຳເລັດກໍພໍ”. ຫຼັງຈາກທີ່ວາງແຜນ ແລະ ຈັດແຈງວຽກງານແລ້ວ, ພວກເຂົາກໍເຊື່ອວ່າວຽກງານຂອງພວກເຂົາສຳເລັດແລ້ວ ແລະ ຖືວ່າໝົດເລື່ອງໝົດລາວແລ້ວ. ພວກເຂົາບໍ່ໄດ້ກວດກາ ຫຼື ຕິດຕາມວຽກງານ. ສ່ວນເລື່ອງທີ່ວ່າຄົນທີ່ພວກເຂົາຈັດແຈງໃຫ້ຮັບຜິດຊອບວຽກງານນັ້ນເໝາະສົມ ຫຼື ບໍ່, ສະພາບການຂອງຄົນສ່ວນໃຫຍ່ເປັນແນວໃດ, ມີບັນຫາ ຫຼື ຄວາມຫຍຸ້ງຍາກ ຫຼື ບໍ່, ພວກເຂົາມີຄວາມເຊື່ອໝັ້ນໃນການເຮັດວຽກງານຄຣິສຕະຈັກໃຫ້ດີ ຫຼື ບໍ່, ມີດ້ານທີ່ບິດເບືອນ ຫຼື ຜິດພາດ ຫຼື ບໍ່ ຫຼື ມີການລະເມີດຕໍ່ການຈັດແຈງວຽກງານຈາກເບື້ອງເທິງ ຫຼື ບໍ່, ພວກເຂົາກໍບໍ່ໄດ້ຊອກຮູ້, ກວດກາ ຫຼື ຕິດຕາມ. ພວກເຂົາພຽງແຕ່ຖືວ່າວຽກຂອງພວກເຂົາຈົບແລ້ວ ຫຼັງຈາກທີ່ໄດ້ຈັດແຈງວຽກງານ; ນີ້ບໍ່ແມ່ນການເຮັດວຽກງານສະເພາະ. ຄວນກວດກາຫຍັງໃນວຽກງານ? ສິ່ງຫຼັກໆ ທີ່ຕ້ອງກວດກາກໍຄື ແຜນການຈັດຕັ້ງປະຕິບັດສອດຄ່ອງກັບການຈັດແຈງວຽກງານ ຫຼື ບໍ່, ມັນລະເມີດຫຼັກການ ແລະ ຂໍ້ກຳນົດຂອງການຈັດແຈງວຽກງານ ຫຼື ບໍ່ ແລະ ມີຜູ້ໃດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ມີຜູ້ໃດທີ່ກໍ່ບັນຫາໂດຍບໍ່ຄິດໜ້າຄິດຫຼັງ, ມີຜູ້ໃດທີ່ເວົ້າແຕ່ຄຳໃຫຍ່ຄຳໂຕໃນລະຫວ່າງການເຮັດວຽກ ຫຼື ບໍ່. ແນ່ນອນວ່າ ໃນຂະນະທີ່ກວດກາວຽກງານ, ເຈົ້າກໍກຳລັງກວດກາວ່າໄດ້ມີຂໍ້ຜິດພາດໃດໆ ໃນການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຈົ້າເອງ ຫຼື ບໍ່. ການກວດກາວຽກງານຂອງຄົນອື່ນ ທີ່ຈິງແລ້ວກໍແມ່ນການກວດກາວຽກງານຂອງເຈົ້າເອງເຊັ່ນກັນ.

ການໂອ້ລົມກ່ຽວກັບວິທີຈັດຕັ້ງປະຕິບັດການຈັດແຈງວຽກງານພ້ອມດ້ວຍຕົວຢ່າງ

ກ່ຽວກັບວິທີຈັດຕັ້ງປະຕິບັດການຈັດແຈງວຽກງານຈາກເບື້ອງເທິງ, ໃຫ້ເຮົາຍົກຕົວຢ່າງສະເພາະ. ຕົວຢ່າງ: ສົມມຸດວ່າການຈັດແຈງວຽກງານຮຽກຮ້ອງໃຫ້ຜູ້ຄົນຂຽນບົດຄວາມຄຳພະຍານຈາກປະສົບການ. ນີ້ແມ່ນວຽກງານສະເພາະທີ່ກວມເອົາຫຼາຍດ້ານ ແລະ ເປັນວຽກງານໄລຍະຍາວ ແລະ ຕໍ່ເນື່ອງ, ບໍ່ແມ່ນການຈັດແຈງວຽກງານຊົ່ວຄາວ. ສະນັ້ນ, ຫຼັງຈາກທີ່ການຈັດແຈງວຽກງານນີ້ຖືກອອກຄຳສັ່ງອອກໄປແລ້ວ, ສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເປັນອັນດັບທຳອິດແມ່ນຫຍັງ? ອີງຕາມຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງຮຽກຮ້ອງໃຫ້ພວກເຂົາ “ໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດການຈັດແຈງວຽກງານ”, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກໍຄືການໂອ້ລົມກັບບັນດາຫົວໜ້າທີມ ແລະ ຜູ້ຊີ້ນຳກ່ຽວກັບວິທີປະຕິບັດວຽກງານນີ້ໂດຍສະເພາະຢ່າງເໝາະສົມ ແລະ ໃນທາງທີ່ຈະເຮັດໃຫ້ເກີດຜົນ, ຮັບປະກັນວ່າທຸກຄົນມີເສັ້ນທາງ ແລະ ຫຼັກການທີ່ຈະປະຕິບັດຕາມສຳລັບວຽກງານນີ້. ມີພຽງແຕ່ການໂອ້ລົມເຖິງລະດັບນີ້ເທົ່ານັ້ນ ວຽກງານຈຶ່ງຈະສາມາດເຮັດໄດ້ດີ. ກ່ອນອື່ນ ຕ້ອງຮັບປະກັນວ່າທຸກຄົນເຂົ້າໃຈມາດຕະຖານທີ່ເບື້ອງເທິງຮຽກຮ້ອງສຳລັບການຂຽນບົດຄວາມຄຳພະຍານ ແລະ ປະເພດຂອງບົດຄວາມຄຳພະຍານທີ່ຕ້ອງການ. ກ່ອນອື່ນ ໃຫ້ກຳນົດເນື້ອໃນສະເພາະ, ຫຼັກການ ແລະ ຂອບເຂດຂອງບົດຄວາມເຫຼົ່ານີ້ ແລະ ຮັບປະກັນວ່າຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຮັບຮູ້ເລື່ອງນີ້. ນອກຈາກນັ້ນ, ໃຫ້ມີການໂອ້ລົມ ແລະ ການນໍາພາສະເພາະກ່ຽວກັບຄວາມຍາວ, ຮູບແບບ, ຫົວຂໍ້ ແລະ ຮູບແບບພາສາຂອງບົດຄວາມ, ຕົວຢ່າງ: ໃຫ້ພວກເຂົາຮູ້ວ່າບົດຄວາມອາດຈະຖືກຂຽນໃນຮູບແບບຂອງບົດບັນຍາຍ, ບັນທຶກປະຈຳວັນ, ຊີວະປະຫວັດຕົນເອງ, ບົດກະວີຮ້ອຍແກ້ວ ແລະ ອື່ນໆ. ນີ້ບໍ່ແມ່ນການໃຫ້ການນໍາພາບໍ? (ແມ່ນແລ້ວ.) ຫຼັງຈາກທີ່ໃຫ້ການນໍາພາແລ້ວ, ທຸກຄົນກໍຈະຮູ້ແນວຄິດ ແລະ ຄຳນິຍາມສະເພາະຂອງບົດຄວາມຄຳພະຍານທີ່ພວກເຂົາຕ້ອງຂຽນ. ຫຼັງຈາກນັ້ນ, ໃຫ້ກຳນົດວ່າໃຜມີຄວາມສາມາດ ແລະ ປະສົບການທີ່ຈະຂຽນບົດຄວາມຄຳພະຍານຈາກປະສົບການ ແລະ ໃຜຂາດປະສົບການທີ່ເລິກເຊິ່ງ ແລະ ສາມາດຝຶກຝົນໄດ້ພຽງແຕ່ການຂຽນບົດຄວາມຄຳພະຍານທົ່ວໄປ. ຜູ້ນໍາຄຣິສຕະຈັກຕ້ອງມີສະຕິຮັບຮູ້ເຖິງສະຖານະການເຫຼົ່ານີ້ຢ່າງແຫຼມຄົມ. ຫຼັງຈາກທີ່ບົດຄວາມຖືກຂຽນແລ້ວ, ໃຫ້ກວດກາພວກມັນຄືນເພື່ອເບິ່ງວ່າມັນເປັນຂອງແທ້ ແລະ ເປັນການສ້າງສາ ຫຼື ບໍ່. ຖ້າພວກມັນໄດ້ມາດຕະຖານ, ພວກມັນກໍສາມາດຖືກໃຊ້ເປັນບົດຄວາມຕົວຢ່າງໃຫ້ອ້າຍເອື້ອຍນ້ອງທີ່ຍັງບໍ່ທັນໄດ້ຂຽນບົດຄວາມ ຫຼື ບໍ່ຮູ້ວິທີຂຽນໄດ້ອ່ານ ແລະ ອ້າງອີງ. ຖ້າຜູ້ໃດມີປະສົບການ ແລະ ເຕັມໃຈທີ່ຈະຂຽນບົດຄວາມຄຳພະຍານ, ພວກເຂົາຄວນປະຕິບັດຕາມຫຼັກການ ແລະ ຂໍ້ກຳນົດ, ແບ່ງປັນສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເວົ້າຄຳເວົ້າທີ່ເປັນພາກປະຕິບັດ ເພື່ອໃຫ້ພວກມັນເປັນການສ້າງສາແກ່ຜູ້ອ່ານ. ຖ້າບາງຄົນບໍ່ເກັ່ງໃນການຂຽນບົດຄວາມ ແລະ ສາມາດຂຽນໄດ້ພຽງແຕ່ແບບລຽງລຳດັບເຫດການແບບງ່າຍດາຍ, ຄວນເຮັດແນວໃດກັບຄົນປະເພດນີ້? ເຖິງແມ່ນວ່າບົດຄວາມຂອງພວກເຂົາຈະບໍ່ໄດ້ມາດຕະຖານ, ພວກເຂົາກໍຍັງຄວນຝຶກຝົນ. ພວກເຂົາຄວນຂຽນບົດຄວາມກ່ຽວກັບຄວາມເຂົ້າໃຈ ແລະ ຄວາມຊາບຊຶ້ງທີ່ແທ້ຈິງຂອງພວກເຂົາທີ່ໄດ້ຮັບຈາກການມີປະສົບການກັບພຣະທຳຂອງພຣະເຈົ້າ. ຫຼັງຈາກການກວດແກ້ ແລະ ການກວດກາບົດຄວາມເຫຼົ່ານີ້, ຖ້າເນື້ອໃນໄດ້ມາດຕະຖານສຳລັບບົດຄວາມຄຳພະຍານ, ແລ້ວບົດຄວາມດັ່ງກ່າວກໍຖືວ່າໃຊ້ໄດ້. ບໍ່ວ່າຮູບແບບການຂຽນຂອງບົດຄວາມຈະເປັນແນວໃດ ແລະ ບໍ່ວ່າຮູບແບບຂອງມັນຈະເປັນແນວໃດ, ບໍ່ວ່າຈະຂຽນເປັນບົດບັນຍາຍ ຫຼື ບັນທຶກປະຈຳວັນ, ຕາບໃດທີ່ມັນເປັນປະໂຫຍດ ແລະ ເປັນການສ້າງສາແກ່ຜູ້ອ່ານ, ມັນກໍສາມາດຂຽນໄດ້. ຍັງມີບາງຄົນທີ່ມີລະດັບການສຶກສາຕໍ່າ ທີ່ມີຄຳພະຍານຈາກປະສົບການບາງຢ່າງ ແຕ່ບໍ່ຮູ້ວິທີຂຽນບົດຄວາມຄຳພະຍານ. ຄວນເຮັດແນວໃດໃນກໍລະນີດັ່ງກ່າວ? ພວກເຂົາສາມາດເລົ່າປະສົບການຂອງພວກເຂົາດ້ວຍປາກເປົ່າ ແລະ ໃຫ້ຄົນທີ່ມີການສຶກສາຫຼາຍກວ່າຊ່ວຍພວກເຂົາບັນທຶກປະສົບການຂອງພວກເຂົາ ແລະ ຈາກນັ້ນກໍສະແດງອອກຢ່າງຖືກຕ້ອງຕາມຄວາມໝາຍທີ່ແທ້ຈິງຂອງຄົນນັ້ນ, ກວດແກ້ມັນໃຫ້ເປັນບົດຄວາມຄຳພະຍານທີ່ໄດ້ມາດຕະຖານ. ບົດຄວາມດັ່ງກ່າວກໍຖືວ່າໃຊ້ໄດ້ເຊັ່ນກັນ. ເພື່ອເລີ່ມຕົ້ນວຽກງານນີ້, ກ່ອນອື່ນ ໃຫ້ໂອ້ລົມກ່ຽວກັບວ່າບົດຄວາມຄຳພະຍານແມ່ນຫຍັງ ແລະ ຮູບແບບຂອງມັນ. ຈາກນັ້ນ ໃຫ້ກຳນົດຂໍ້ກຳນົດ ແລະ ການຈັດແຈງສະເພາະສຳລັບຄົນທີ່ມີລະດັບການສຶກສາທີ່ແຕກຕ່າງກັນ, ກຸ່ມອາຍຸທີ່ແຕກຕ່າງກັນ ແລະ ຜູ້ທີ່ມີປະສົບການ ແລະ ຄວາມເຕີບໂຕທີ່ແຕກຕ່າງກັນ. ໃຫ້ຜູ້ທີ່ມີປະສົບການຂຽນບົດຄວາມບາງບົດກ່ອນ. ໃນຂະນະດຽວກັນ, ໃຫ້ລະບຸບຸກຄົນໃນຄຣິສຕະຈັກທີ່ເໝາະສົມສຳລັບການນໍາພາອ້າຍເອື້ອຍນ້ອງໃນການຂຽນບົດຄວາມ ແລະ ຜູ້ທີ່ເໝາະສົມສຳລັບການກວດແກ້ ແລະ ການພິສູດອັກສອນບົດຄວາມ ເພື່ອປະຕິບັດວຽກງານສະເພາະເຫຼົ່ານີ້. ສິ່ງນີ້ສະໜອງການຈັດແຈງເບື້ອງຕົ້ນສຳລັບວຽກງານນີ້. ການຈັດແຈງດ້ວຍວິທີນີ້ໝາຍຄວາມວ່າວຽກງານໄດ້ຖືກຈັດຕັ້ງປະຕິບັດຢ່າງຄົບຖ້ວນແລ້ວ ແລະ ເຈົ້າສາມາດປ່ອຍມັນໄວ້ໄດ້ບໍ? ບໍ່, ນີ້ເປັນພຽງການໃຫ້ການຊີ້ນໍາ, ການຊ່ວຍເຫຼືອ ແລະ ແຜນການຈັດຕັ້ງປະຕິບັດສະເພາະ ໂດຍອີງໃສ່ຂໍ້ກຳນົດຂອງການຈັດແຈງວຽກງານ. ຕໍ່ໄປ ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຍັງ? ພວກເຂົາຄວນຊີ້ນຳວຽກງານ. ການຊີ້ນຳນີ້ຄວນມີເປົ້າໝາຍບໍ? ການຊີ້ນຳບໍ່ແມ່ນການສຸ່ມກວດ; ມັນຕ້ອງມີເປົ້າໝາຍສຳຄັນ. ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຈະແຈ້ງວ່າໃຜຕ້ອງໄດ້ຮັບການຊີ້ນຳ ແລະ ຂັ້ນຕອນວຽກງານໃດທີ່ຕ້ອງການການຊີ້ນຳ. ຕົວຢ່າງ: ຖ້າເອື້ອຍນ້ອງຄົນໜຶ່ງເປັນຜູ້ນໍາຄຣິສຕະຈັກທີ່ປົກກະຕິແລ້ວບໍ່ຈິງຈັງໃນການເຮັດວຽກ, ມັກເວົ້າໂອ້ອວດ, ຕັ້ງເປົ້າໝາຍສູງແຕ່ຂາດຄວາມສາມາດ, ມີແນວໂນ້ມທີ່ຈະຕົວະເທິງຫຼອກລຸ່ມ, ເວົ້າຈາໄດ້ມ່ວນຫູເປັນພິເສດ ແລະ ມັກເຮັດວຽກແບບພໍແລ້ວມືແລ້ວຕີນ, ມັນຈຳເປັນຢ່າງຍິ່ງທີ່ລາວຕ້ອງໄດ້ຮັບການຊີ້ນຳໃນວຽກງານຂອງລາວ. ເຈົ້າບໍ່ສາມາດໄວ້ວາງໃຈລາວໄດ້ຢ່າງເຕັມທີ່. ສະນັ້ນ, ຂັ້ນຕອນທຳອິດກໍຄືການກວດກາວຽກງານຂອງລາວ ແລະ ເບິ່ງວ່າການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງລາວດຳເນີນໄປແນວໃດ. ນີ້ເປັນພຽງການຊີ້ນຳຄົນຕາມອຳເພີໃຈບໍ? (ບໍ່ແມ່ນ.) ສິ່ງນີ້ຈຳເປັນສຳລັບວຽກງານ ເພາະວຽກງານນີ້ສຳຄັນເກີນໄປ ແລະ ຜູ້ທີ່ປະຕິບັດວຽກງານປະເພດນີ້ຕ້ອງໜ້າເຊື່ອຖື. ຖ້າພວກເຂົາບໍ່ໄດ້ປະຕິບັດວຽກງານສະເພາະ ແລະ ບໍ່ໜ້າໄວ້ວາງໃຈ, ການໄວ້ວາງໃຈພວກເຂົາຢ່າງບໍ່ລືມຫູລືມຕາຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ເຈົ້າກໍຈະລະເລີຍໃນຄວາມຮັບຜິດຊອບຂອງເຈົ້າເຊັ່ນກັນ. ສຳລັບຄົນປະເພດນັ້ນ, ເຈົ້າບໍ່ສາມາດຖືກຊັກຈູງໂດຍຄຳເວົ້າທີ່ມ່ວນຫູຂອງພວກເຂົາ ຫຼື ຄວາມແຮງກ້າທີ່ພວກເຂົາສະແດງອອກໃນຄຳໝັ້ນສັນຍາຂອງພວກເຂົາ; ທີ່ຈິງແລ້ວ ພວກເຂົາພຽງແຕ່ເວົ້າເກັ່ງ ແຕ່ຢູ່ເບື້ອງຫຼັງບໍ່ໄດ້ເຮັດຫຍັງທີ່ເປັນແກ່ນສານ. ຄົນປະເພດນັ້ນແມ່ນເປົ້າໝາຍຂອງການຊີ້ນຳຢ່າງແທ້ຈິງ. ຜ່ານການຊີ້ນຳ, ໃຫ້ສັງເກດເບິ່ງວ່າພວກເຂົາໄດ້ກັບໃຈແລ້ວ ຫຼື ບໍ່. ຖ້າພວກເຂົາຍັງບໍ່ກັບໃຈ, ໃຫ້ປົດພວກເຂົາອອກທັນທີ ແລະ ຢຸດເສຍເວລາໃສ່ໃຈພວກເຂົາ. ຄວາມຈິງແລ້ວ, ເຈົ້າຄວນປະຕິບັດການຕິດຕາມ, ການຊີ້ນຳ ແລະ ການໃຫ້ການຊີ້ນຳກັບຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່. ສຳລັບຜູ້ທີ່ສາມາດເຮັດວຽກງານຕົວຈິງ ແລະ ມີຄວາມຮູ້ສຶກຮັບຜິດຊອບ, ຖ້າມັນເປັນວຽກທີ່ພວກເຂົາຮູ້ວິທີເຮັດ, ກໍບໍ່ຈຳເປັນຕ້ອງມີການຊີ້ນຳ. ເຖິງຢ່າງໃດກໍຕາມ, ສຳລັບວຽກງານໃໝ່ ຫຼື ວຽກງານທີ່ສຳຄັນ, ການຕິດຕາມ, ການຊີ້ນຳ ແລະ ການໃຫ້ການຊີ້ນຳກໍຍັງຄົງຈຳເປັນ. ສາມາດເວົ້າໄດ້ວ່າ ການຊີ້ນຳ ແລະ ການຕິດຕາມວຽກງານແບບນີ້ແມ່ນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການຕິດຕາມ, ການຊີ້ນຳ ແລະ ການໃຫ້ການຊີ້ນຳບໍ່ແມ່ນກ່ຽວກັບການບໍ່ໄວ້ວາງໃຈ ແຕ່ແມ່ນການຮັບປະກັນຄວາມຄືບໜ້າຂອງວຽກງານຢ່າງລ່ຽນໄຫຼ. ເພາະວ່າຜູ້ຄົນມີຂໍ້ບົກຜ່ອງຕ່າງໆ ແລະ ຍິ່ງໄປກວ່ານັ້ນ, ກໍມີອຸປະນິໄສທີ່ເສື່ອມຊາມຕ່າງໆ, ໂດຍບໍ່ມີການປະຕິບັດດ້ວຍວິທີນີ້, ມັນກໍເປັນໄປບໍ່ໄດ້ທີ່ຈະຮັບປະກັນວ່າວຽກງານຈະເຮັດໄດ້ດີ. ຜູ້ທີ່ຫາກໍຖືກສົ່ງເສີມໃຫ້ເຮັດວຽກຍິ່ງຕ້ອງການການຕິດຕາມ, ການຊີ້ນຳ ແລະ ການຊີ້ນຳຫຼາຍຂຶ້ນ. ນີ້ແມ່ນວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ. ຖ້າເຈົ້າບໍ່ປະຕິບັດການຕິດຕາມ, ການຊີ້ນຳ ແລະ ການໃຫ້ການຊີ້ນຳ, ຫຼາຍວຽກງານກໍບໍ່ສາມາດເຮັດໄດ້ດີ ແລະ ບາງວຽກງານອາດຈະຖືກເຮັດໃຫ້ຫຼົ້ມເເຫຼວ ຫຼື ຢຸດສະງັກ. ນີ້ເປັນເຫດການທີ່ເກີດຂຶ້ນເປັນປະຈຳ. ໂດຍສະເພາະຢ່າງຍິ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ສະແຫວງຫາຄວາມຈິງຍິ່ງຕ້ອງການການຊີ້ນຳຫຼາຍຂຶ້ນ. ກັບຄົນອື່ນ, ວຽກງານສ່ວນຫຼາຍແມ່ນຈັດຕັ້ງປະຕິບັດໄດ້ຢ່າງຮັດກຸມພໍສົມຄວນ, ແຕ່ກັບຄົນປະເພດນັ້ນ, ມັນບໍ່ແນ່ນອນວ່າວຽກງານຈະສາມາດຖືກຈັດຕັ້ງປະຕິບັດໄດ້ ຫຼື ຈະຖືກຈັດຕັ້ງປະຕິບັດໄດ້ດີສໍ່າໃດ ແລະ ບໍ່ວ່າຈະຖືກຈັດຕັ້ງປະຕິບັດຕາມການຈັດແຈງວຽກງານ ຫຼື ບໍ່ນັ້ນ ຍິ່ງເວົ້າໄດ້ຍາກກວ່າ. ຄົນປະເພດນັ້ນບໍ່ໜ້າເຊື່ອຖືຫຼາຍໃນວຽກງານຂອງພວກເຂົາ. ຖ້າເຈົ້າໄວ້ວາງໃຈພວກເຂົາໂດຍບໍ່ມີການຊີ້ນຳວຽກງານຂອງພວກເຂົາ, ໂດຍເນື້ອແທ້ແລ້ວ ນີ້ແມ່ນການເຮັດແບບພໍແລ້ວມືແລ້ວຕີນ ແລະ ບໍ່ຮັບຜິດຊອບຕໍ່ວຽກງານ. ສຳລັບຄົນປະເພດນັ້ນ, ເຈົ້າຕ້ອງຕິດຕາມ ແລະ ຊີ້ນຳ ແລະ ມີສ່ວນຮ່ວມໃນວຽກງານຂອງຄຣິສຕະຈັກຂອງພວກເຂົາ. ຖ້າພວກເຂົາບໍ່ເຕັມໃຈທີ່ຈະໃຫ້ເຈົ້າມາ ຫຼື ບໍ່ຕ້ອນຮັບເຈົ້າ, ເຈົ້າຄວນເຮັດແນວໃດ? ເຈົ້າອາດຈະເວົ້າວ່າ “ຂ້ອຍຈະຍອມຖິ້ມສັກສີ ແລ້ວກໍຈະໄປຢູ່ດີ”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ນັ້ນບໍ່ແມ່ນເຂດແດນສ່ວນຕົວຂອງພວກເຂົາ; ມັນແມ່ນຄຣິສຕະຈັກ ແລະ ມັນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ. ເຈົ້າບໍ່ໄດ້ໄປຢູ່ເຮືອນຂອງພວກເຂົາເພື່ອຢູ່ກິນຊື່ໆ; ເຈົ້າກຳລັງໄປຄຣິສຕະຈັກເພື່ອເຮັດວຽກ. ນີ້ບໍ່ແມ່ນການຍອມຖິ້ມສັກສີ. ເຖິງແມ່ນວ່າພວກເຂົາຈະເປັນຜູ້ນໍາ, ຜູ້ຄົນທີ່ພຣະເຈົ້າເລືອກກໍບໍ່ແມ່ນຂອງພວກເຂົາ. ມັນເປັນເພາະວ່າພວກເຂົາບໍ່ຮັບຜິດຊອບ ແລະ ບໍ່ຈົງຮັກພັກດີໃນວຽກງານຂອງພວກເຂົາ ເຈົ້າຈຶ່ງຈຳເປັນຕ້ອງຕິດຕາມ ແລະ ຊີ້ນຳວຽກງານຂອງພວກເຂົາ. ສະນັ້ນ, ເຈົ້າຄວນເຮັດຫຍັງເມື່ອເຈົ້າໄປບ່ອນນັ້ນ? ກ່ອນອື່ນ ໃຫ້ຖາມພວກເຂົາວ່າໃຜໃນຄຣິສຕະຈັກມີປະສົບການຊີວິດ ແລະ ສາມາດຂຽນບົດຄວາມຄຳພະຍານຈາກປະສົບການ, ໃຜສຸມໃສ່ການສະແຫວງຫາຄວາມຈິງຂ້ອນຂ້າງຫຼາຍ, ໃຜສຸມໃສ່ການຂຽນບັນທຶກປະຈຳວັນ ແລະ ບັນທຶກການເຂົ້າເຝົ້າຝ່າຍວິນຍານຂ້ອນຂ້າງຫຼາຍ, ໃຜສຸມໃສ່ການແບ່ງປັນປະສົບການຂອງພວກເຂົາໃນການເຕົ້າໂຮມ ແລະ ໃຜມີຄຳພະຍານຈາກປະສົບການຫຼາຍທີ່ສຸດ. ໃຫ້ພວກເຂົາຊີ້ບອກຄົນເຫຼົ່ານີ້ກ່ອນ. ຖ້າພວກເຂົາສະເໜີອ້າຍເອື້ອຍນ້ອງຫຼາຍຄົນ, ໂດຍເວົ້າວ່າຄົນເຫຼົ່ານີ້ແມ່ນຜູ້ທີ່ສຸມໃສ່ການອ່ານພຣະທຳຂອງພຣະເຈົ້າຂ້ອນຂ້າງຫຼາຍ, ມີຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງຂອງພຣະວິນຍານບໍລິສຸດ, ມັກຂຽນບັນທຶກການເຂົ້າເຝົ້າຝ່າຍວິນຍານ, ສຸມໃສ່ການປະຕິບັດຄວາມຈິງເມື່ອຕ້ອງປະເຊີນກັບສະຖານະການ ແລະ ແບ່ງປັນຄຳພະຍານຈາກປະສົບການທີ່ຄົນອື່ນເຕັມໃຈທີ່ຈະຮັບຟັງຢູ່ເລື້ອຍໆ, ແລ້ວເຈົ້າກໍຄວນພົບປະກັບອ້າຍເອື້ອຍນ້ອງເຫຼົ່ານີ້ ແລະ ໂອ້ລົມກັບພວກເຂົາ. ນອກຈາກນັ້ນ, ແນ່ນອນວ່າຍັງມີບາງຄົນໃນຄຣິສຕະຈັກທີ່ມີລະດັບການສຶກສາຕໍ່າ ແລະ ບໍ່ສາມາດຂຽນບົດຄວາມໄດ້ ແຕ່ມີປະສົບການທີ່ແທ້ຈິງ. ຄົນເຫຼົ່ານີ້ຕ້ອງການການນໍາພາ ແລະ ການຝຶກຝົນ ແລະ ເຈົ້າສາມາດໃຫ້ຜູ້ທີ່ຮູ້ວິທີຂຽນບົດຄວາມຊ່ວຍພວກເຂົາເປັນໄລຍະເວລາໜຶ່ງໄດ້. ໃນເວລາດຽວກັນ, ໃຫ້ເລືອກຄົນໜຶ່ງມາຮັບຜິດຊອບການຈັດຕັ້ງປະຕິບັດວຽກງານສະເພາະຂອງຜູ້ຄົນທີ່ພຣະເຈົ້າເລືອກ ໃນການຂຽນບົດຄວາມຄຳພະຍານຈາກປະສົບການ. ຄົນຜູ້ນີ້ຈະຮັບຜິດຊອບໃນການຮວບຮວມ, ກວດແກ້, ກວດກາຄືນ ແລະ ຈາກນັ້ນກໍສົ່ງບົດຄວາມທີ່ສຳເລັດແລ້ວ. ແລ້ວຜູ້ນໍາຄຣິສຕະຈັກຄວນເຮັດຫຍັງ? ໃຫ້ພວກເຂົາຊີ້ນຳ ແລະ ຕິດຕາມວຽກງານເຫຼົ່ານີ້. ບາງຄົນອາດຈະເວົ້າວ່າ “ໃນເມື່ອມີຜູ້ນໍາຄຣິສຕະຈັກແລ້ວ, ເປັນຫຍັງພວກເຮົາຈຶ່ງຕ້ອງເລືອກຄົນມາຮັບຜິດຊອບອີກ? ນັ້ນບໍ່ແມ່ນການເລືອກທີ່ເກີນຄວາມຈຳເປັນບໍ?” ມັນເປັນການເລືອກທີ່ເກີນຄວາມຈຳເປັນບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ເປັນ? ມັນເປັນເພາະວ່າຜູ້ນໍາຄຣິສຕະຈັກຄົນນີ້ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໜ້າເຊື່ອຖືເກີນໄປ ເຈົ້າຈຶ່ງຕ້ອງເລືອກຄົນອື່ນມາຮັບຜິດຊອບວຽກງານນີ້ໂດຍສະເພາະ. ຖ້າຜູ້ນໍາຄຣິສຕະຈັກໜ້າເຊື່ອຖື, ພວກເຂົາກໍຈະສາມາດປະຕິບັດວຽກງານຢ່າງສະໝໍ່າສະເໝີໄດ້ ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານ ແລະ ເຈົ້າກໍຈະບໍ່ຕ້ອງຊີ້ນຳພວກເຂົາແບບນີ້. ການເລືອກຄົນມາຮັບຜິດຊອບບໍ່ແມ່ນເພື່ອເຮັດໃຫ້ຜູ້ນໍາຄຣິສຕະຈັກບໍ່ມີອຳນາດຕົວຈິງ ແຕ່ແມ່ນເພື່ອບັນລຸຜົນໄດ້ຮັບຂອງວຽກງານທີ່ດີຂຶ້ນ. ຖ້າເຈົ້າບໍ່ເລືອກຄົນຜູ້ນີ້, ວຽກງານອາດຈະສູນເປົ່າໄປ ແລະ ເວລາທີ່ມັນຈະສຳເລັດ ຫຼື ເກີດຜົນນັ້ນກໍຈະກາຍເປັນສິ່ງທີ່ບໍ່ແນ່ນອນ.

ຈຸດປະສົງຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຂົ້າຮ່ວມໃນວຽກງານຄຣິສຕະຈັກກໍຄື ການນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ມີປະສົບການກັບວຽກງານຂອງພຣະເຈົ້າຢ່າງແທ້ຈິງ. ພວກເຂົາບໍ່ພຽງແຕ່ຄວນປະຕິບັດໜ້າທີ່ຂອງຕົນເອງໃຫ້ດີເທົ່ານັ້ນ, ແຕ່ພວກເຂົາຍັງຄວນຊ່ວຍເຫຼືອ ແລະ ນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ປະຕິບັດວຽກງານທັງໝົດຂອງຄຣິສຕະຈັກຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນການຈັດແຈງວຽກງານອີກດ້ວຍ. ມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດແບບນີ້ເທົ່ານັ້ນຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ແຕ່ຖ້າເຈົ້າບໍ່ໄດ້ເຂົ້າຮ່ວມໃນວຽກງານຢ່າງສະເພາະເຈາະຈົງ ແລະ ບໍ່ໄດ້ປະຕິບັດການຊີ້ນຳຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ໄດ້ເຮັດວຽກງານຕົວຈິງ, ແລ້ວຜົນໄດ້ຮັບຂອງວຽກງານຄຣິສຕະຈັກເຫຼົ່ານີ້ກໍອາດຈະສູນເປົ່າໄປ, ໂດຍຖືກທຳລາຍໂດຍຜູ້ນໍາປອມ. ຖ້າເຈົ້າເຂົ້າໃຈສະຖານະການຂອງຄຣິສຕະຈັກແຫ່ງໜຶ່ງຢ່າງຊັດເຈນ ແລະ ເຈົ້າຮູ້ຢູ່ໃນໃຈວ່າຜູ້ນໍາຂອງຄຣິສຕະຈັກແຫ່ງນີ້ບໍ່ມີຄວາມຮັບຜິດຊອບ, ແຕ່ເຈົ້າບໍ່ໄດ້ຕິດຕາມ ແລະ ໃຫ້ການຊີ້ນໍາຢ່າງທັນການ, ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? ສຳລັບວຽກງານປະເພດນີ້, ຖ້າເຈົ້າໄດ້ຕິດຕາມ ແລະ ເຂົ້າຮ່ວມຢ່າງສະເພາະເຈາະຈົງ ແລະ ໄດ້ຈັດແຈງທັງຜູ້ຊີ້ນຳ ແລະ ຜູ້ຄົນໃຫ້ເຮັດວຽກງານ, ແລ້ວເຈົ້າຈະສາມາດອອກໄປທັນທີໄດ້ບໍ? (ບໍ່ໄດ້.) ມັນຈະເປັນການດີທີ່ສຸດທີ່ຈະຕິດຕາມເປັນໄລຍະເວລາໜຶ່ງ. ໃນລະຫວ່າງການຕິດຕາມ, ໃນດ້ານໜຶ່ງ ເຈົ້າສາມາດຊຸກຍູ້ ແລະ ນໍາພາຜູ້ນໍາຄຣິສຕະຈັກໃຫ້ເຮັດວຽກງານນີ້ຢ່າງຕັ້ງໜ້າໄດ້. ນອກຈາກນີ້, ເຈົ້າຍັງສາມາດມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສະຖານະການການເຮັດວຽກຂອງຜູ້ຄົນທີ່ເຈົ້າໄດ້ຈັດແຈງ ແລະ ໃນເວລາດຽວກັນ ເຈົ້າກໍສາມາດໃຫ້ການແກ້ໄຂ ແລະ ຊ່ວຍເຫຼືອຢ່າງທັນການສຳລັບບັນຫາໃດໆ ທີ່ພວກເຂົາຕ້ອງປະເຊີນໄດ້ທຸກເວລາ. ຖ້າເຈົ້າອອກໄປໄວເກີນໄປ, ແລ້ວກັບມາຈັດການ ແລະ ແກ້ໄຂບັນຫາເມື່ອມັນເກີດຂຶ້ນ, ມັນກໍຈະເຮັດໃຫ້ວຽກງານຊັກຊ້າ. ສະຫຼຸບແລ້ວ, ສຳລັບວຽກງານສະເພາະນີ້, ນອກຈາກການເຂົ້າຮ່ວມໃນການຈັດແຈງບຸກຄະລາກອນ ແລະ ຜູ້ຊີ້ນຳແລ້ວ, ມັນຈະເປັນການດີທີ່ສຸດທີ່ຈະຕິດຕາມເປັນໄລຍະເວລາໜຶ່ງ ເພື່ອເບິ່ງວ່າບັນຫາຫຍັງຈະເກີດຂຶ້ນໃນລະຫວ່າງການເຮັດວຽກຂອງພວກເຂົາ. ໃນດ້ານໜຶ່ງ, ກໍເພື່ອຊີ້ນຳວ່າຜູ້ນໍາຄຣິສຕະຈັກກຳລັງປະຕິບັດຄວາມຮັບຜິດຊອບຂອງພວກເຂົາ ຫຼື ບໍ່; ໃນອີກດ້ານໜຶ່ງ, ກໍເພື່ອເບິ່ງວ່າບຸກຄະລາກອນກຳລັງປະຕິບັດວຽກງານແນວໃດ. ຍ້ອນວ່າຄົນສ່ວນໃຫຍ່ບໍ່ເຄີຍເຮັດວຽກງານນີ້ມາກ່ອນ ແລະ ບັນຫາທີ່ອາດຈະເກີດຂຶ້ນກໍຍັງບໍ່ເປັນທີ່ຮູ້ຈັກ, ເຈົ້າຈະຄົ້ນພົບບັນຫາທີ່ບໍ່ຮູ້ຈັກບາງຢ່າງຢ່າງຕໍ່ເນື່ອງ ໃນຂະນະທີ່ເຂົ້າຮ່ວມໃນວຽກງານນີ້. ແນ່ນອນວ່າ ມັນກໍຈະເປັນການດີທີ່ສຸດທີ່ຈະໃຫ້ວິທີແກ້ໄຂຢ່າງທັນການເຊັ່ນກັນ. ການປະຈຳຢູ່ສະຖານທີ່, ການຊີ້ນຳ ແລະ ການຕິດຕາມແມ່ນການປະຕິບັດທີ່ດີທີ່ສຸດ. ຢ່າພຽງແຕ່ເຮັດແບບພໍເປັນພິທີຢ່າງຊະຊາຍ ແລ້ວຖືວ່າແລ້ວວຽກ. ນີ້ຄືວຽກງານທີ່ເຮັດຂຶ້ນສຳລັບສະຖານະການພິເສດ, ເປັນການໃຫ້ການຊ່ວຍເຫຼືອ ແລະ ການນໍາພາບາງຢ່າງ. ຫຼັງຈາກທີ່ແກ້ໄຂບັນຫາແລ້ວ, ໃຫ້ຕິດຕາມວຽກງານຂອງພວກເຂົາເປັນໄລຍະເວລາໜຶ່ງ. ເຈົ້າຈະເຫັນວ່າບົດຄວາມບາງບົດໄດ້ຖືກຂຽນຂຶ້ນແລ້ວ ແລະ ມີບົດຄວາມຫຼາຍປະເພດ, ເຊິ່ງກ່າວເຖິງບັນຫາຕ່າງໆ ແລະ ກວມເອົາຫົວຂໍ້ທີ່ແຕກຕ່າງກັນ, ບາງບົດກ່ຽວກັບປະສົບການຂອງການຂົ່ມເຫັງຂອງພັກກອມມູນິດຈີນ, ບາງບົດກ່ຽວກັບປະສົບການຂອງການຂົ່ມເຫັງຂອງຄອບຄົວ, ບາງບົດກ່ຽວກັບວິທີທີ່ຜູ້ຄົນມາເຂົ້າໃຈອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍ ຫຼື ວິທີທີ່ສະພາວະທີ່ເສື່ອມຊາມຕ່າງໆ ທີ່ຜູ້ຄົນສະແດງອອກໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ຮັບການແກ້ໄຂ ແລະ ອື່ນໆ. ບົດຄວາມຄຳພະຍານທັງໝົດເຫຼົ່ານີ້ຕ້ອງໄດ້ຮັບການກວດກາ ເພື່ອຮັບປະກັນວ່າມັນສອດຄ່ອງກັບຄວາມຈິງຢ່າງສົມບູນ ແລະ ສ້າງສາຜູ້ຄົນຢ່າງແທ້ຈິງ ກ່ອນທີ່ພວກມັນຈະໄດ້ຮັບການອະນຸມັດ ແລະ ນຳໄປເຮັດເປັນວິດີໂອ. ເມື່ອວຽກງານມາຮອດລະດັບນີ້, ເຈົ້າກໍຈະໄດ້ເຫັນຜົນໄດ້ຮັບແລ້ວ. ໃນເບື້ອງຕົ້ນ, ສິ່ງນີ້ພິສູດວ່າ ບຸກຄະລາກອນ ແລະ ຜູ້ຊີ້ນຳທີ່ເຈົ້າໄດ້ຈັດແຈງສຳລັບວຽກງານນີ້ແມ່ນຂ້ອນຂ້າງເໝາະສົມ. ຕໍ່ໄປ, ຖ້າພວກເຂົາສາມາດເຮັດວຽກງານນີ້ໃຫ້ສຳເລັດໄດ້ດ້ວຍຕົນເອງ, ແລ້ວມັນກໍເໝາະສົມທີ່ເຈົ້າຈະຖອນຕົວອອກມາ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກໃນລັກສະນະນີ້ກໍໄດ້ຮັບການສ້າງສາເຊັ່ນກັນບໍ? ສິ່ງນີ້ໃຫ້ຜົນຕອບແທນຫຼາຍກວ່າການເວົ້າແຕ່ທິດສະດີໝົດມື້ ແລະ ເສຍເວລາໂດຍເປົ່າປະໂຫຍດບໍ? (ແມ່ນແລ້ວ.) ວຽກງານປະເພດນີ້ໃຫ້ຜົນຕອບແທນທີ່ຍິ່ງໃຫຍ່. ໃນດ້ານໜຶ່ງ, ຄົນເຮົາຈະໄດ້ຮຽນຮູ້ທີ່ຈະແກ້ໄຂບັນຫາຕົວຈິງ. ໃນອີກດ້ານໜຶ່ງ, ຄົນເຮົາກໍຈະໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ນອກຈາກນີ້, ຄວາມເຂົ້າໃຈຂອງຄົນເຮົາກ່ຽວກັບຄວາມຈິງກໍບໍ່ໄດ້ຢຸດຢູ່ທີ່ລະດັບຂອງຄຳເວົ້າ ແລະ ຫຼັກຄຳສອນ; ແຕ່ກົງກັນຂ້າມ, ຄົນເຮົາໄດ້ນໍາໃຊ້ຄວາມຈິງເຂົ້າໃນຊີວິດຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ຄົນເຮົາກໍຈະໄດ້ຮັບປະສົບການທີ່ແທ້ຈິງ ແລະ ຄວາມເຂົ້າໃຈຂອງຄົນເຮົາກ່ຽວກັບຄວາມຈິງກໍຈະກາຍເປັນຮູບປະທຳ ແລະ ເປັນຈິງຫຼາຍຂຶ້ນ.

ຫຼັງຈາກທີ່ໂຄງການວຽກງານທົດລອງຂອງຄຣິສຕະຈັກແຫ່ງໜຶ່ງໄດ້ຮັບການນໍາພາມາຈົນເຖິງລະດັບນີ້ ແລະ ໄດ້ບັນລຸຜົນໄດ້ຮັບໃນເບື້ອງຕົ້ນແລ້ວ, ວຽກງານໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຕໍ່ໄປ? ວຽກຂອງເຈົ້າຈົບແລ້ວບໍ ເມື່ອໂຄງການທົດລອງໄດ້ສຳເລັດລົງ? ຍັງມີວຽກໃຫ້ເຈົ້າເຮັດອີກບໍ? ຍັງມີວຽກງານອີກຫຼາຍຢ່າງ! ຫຼັງຈາກທີ່ວຽກງານຂອງຄຣິສຕະຈັກແຫ່ງນີ້ໄດ້ຮັບການນໍາພາແລ້ວ, ໃຫ້ເບິ່ງວ່າວຽກງານຂອງຄຣິສຕະຈັກແຫ່ງອື່ນໃດທີ່ຕ້ອງການການນໍາພາແບບເຈາະຈົງ, ແລ້ວກໍໄປທີ່ຄຣິສຕະຈັກແຫ່ງນັ້ນ ແລະ ສືບຕໍ່ໃຫ້ການນໍາພາ. ເນື່ອງຈາກເຈົ້າມີປະສົບການໃນການເຮັດວຽກບາງຢ່າງຢູ່ແລ້ວ ແລະ ໄດ້ກຳແໜ້ນຫຼັກການຄວາມຈິງບາງຢ່າງແລ້ວ, ມັນກໍຈະງ່າຍຂຶ້ນຫຼາຍທີ່ຈະໃຫ້ວຽກງານການນໍາພາອີກຄັ້ງ. ແນ່ນອນວ່າ ອີງຕາມຂັ້ນຕອນການເຮັດວຽກທີ່ໄດ້ໂອ້ລົມກັນກ່ອນໜ້ານີ້, ກ່ອນອື່ນ ເຈົ້າຄວນກວດກາວ່າບຸກຄະລາກອນທີ່ຖືກຄັດເລືອກນັ້ນໄດ້ມາດຕະຖານ ຫຼື ບໍ່, ພວກເຂົາເໝາະສົມກັບວຽກງານນີ້ ຫຼື ບໍ່ ແລະ ຄວາມສາມາດ, ຄວາມເປັນມະນຸດ, ລະດັບການສຶກສາ, ລະດັບການສະແຫວງຫາຄວາມຈິງ, ທັດສະນະຄະຕິຕໍ່ໜ້າທີ່ ແລະ ຄວາມເຂົ້າໃຈຄວາມຈິງ ແລະ ດ້ານອື່ນໆຂອງພວກເຂົາເປັນທີ່ພໍໃຈ ຫຼື ບໍ່ ແລະ ພວກເຂົາເປັນບຸກຄົນທີ່ໂດດເດັ່ນ ຫຼື ບໍ່. ໂດຍຜ່ານໄລຍະເວລາຂອງການຊີ້ນຳ ແລະ ການກວດກາວຽກງານ, ເຈົ້າກໍຈະມີໂອກາດຄົ້ນພົບວ່າຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ຊີ້ນຳບາງຄົນບໍ່ໄດ້ມາດຕະຖານ. ຕົວຢ່າງ: ບາງຄົນມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານໄດ້. ສ່ວນຄົນອື່ນມີການຢັ່ງຮູ້ທີ່ບິດເບືອນ, ມີມຸມມອງທີ່ບໍ່ຖືກຕ້ອງ, ຂາດຄວາມຄິດທີ່ປົກກະຕິ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາສາມາດພິສູດອັກສອນບົດຄວາມໄດ້ພຽງແຕ່ອີງໃສ່ຄວາມຮູ້ທາງວິຊາການຂອງພວກເຂົາເທົ່ານັ້ນ, ແຕ່ພັດບໍ່ຮູ້ຫຍັງເລີຍເມື່ອເວົ້າເຖິງຄວາມເໝາະສົມຂອງຄຳສັບຝ່າຍວິນຍານທີ່ສະເພາະເຈາະຈົງ ແລະ ຄວາມເໝາະສົມຂອງການອ້າງອີງພຣະທຳຂອງພຣະເຈົ້າ; ພວກເຂົາບໍ່ສາມາດເບິ່ງທະລຸເຖິງສິ່ງເຫຼົ່ານີ້ໄດ້ເລີຍ, ເຊິ່ງສະແດງໃຫ້ເຫັນວ່າມັນບໍ່ເໝາະສົມທີ່ໄດ້ຄັດເລືອກພວກເຂົາ ແລະ ພວກເຂົາຄວນຖືກປ່ຽນແທນໂດຍທັນທີ. ໃນຂະນະດຽວກັນ, ກໍຍັງມີຄົນອື່ນທີ່ຖືກຄັດເລືອກໃຫ້ເປັນຜູ້ຊີ້ນຳ ແລະ ເຖິງແມ່ນວ່າພວກເຂົາຈະສາມາດເຮັດວຽກບາງຢ່າງໄດ້, ແຕ່ກໍຈະບັນລຸຜົນໄດ້ຮັບທີ່ດີກວ່າໄດ້ເມື່ອພວກເຂົາຂຽນບົດຄວາມດ້ວຍຕົນເອງ. ເມື່ອຖືກຂໍໃຫ້ຮັບໃຊ້ເປັນຜູ້ຊີ້ນຳ, ພວກເຂົາກໍບໍ່ມີເວລາຂຽນເມື່ອຫຍຸ້ງຢູ່ກັບວຽກງານ ແລະ ພວກເຂົາກໍເຮັດວຽກງານຂອງຜູ້ຊີ້ນຳໄດ້ບໍ່ດີປານໃດ. ພວກເຂົາບໍ່ຊຳນານໃນການໃຫ້ການນໍາພາ, ການກວດກາວຽກງານ ຫຼື ການແກ້ໄຂບັນຫາ ແຕ່ຈະເກັ່ງໃນການປະຕິບັດວຽກງານສະເພາະຢ່າງດຽວຫຼາຍກວ່າ. ສະນັ້ນ, ການຄັດເລືອກບຸກຄົນດັ່ງກ່າວໃຫ້ເປັນຜູ້ຊີ້ນຳຈຶ່ງບໍ່ເໝາະສົມ ແລະ ຄວນເລືອກຜູ້ສະໝັກຄົນອື່ນ. ສະນັ້ນ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳລັງກວດກາ ແລະ ຕິດຕາມວຽກງານສະເພາະໃດໜຶ່ງ, ມັນບໍ່ພຽງພໍທີ່ຈະພຽງແຕ່ຖາມຄຳຖາມ ແລະ ສອບຖາມເພື່ອຊອກຮູ້ວ່າຜູ້ຊີ້ນຳເຂົ້າໃຈຫຼັກການ ຫຼື ບໍ່. ເຈົ້າຍັງຕ້ອງສັງເກດເບິ່ງນຳອີກວ່າຄວາມເປັນມະນຸດຂອງບຸກຄົນນັ້ນເປັນແນວໃດ ແລະ ຄວາມສາມາດ, ຄວາມສາມາດໃນການຢັ່ງຮູ້ ແລະ ສະຖານະຂອງພວກເຂົາເໝາະສົມກັບການປະຕິບັດໜ້າທີ່ນີ້ ຫຼື ບໍ່. ຖ້າການກວດກາເປີດເຜີຍບຸກຄະລາກອນທີ່ບໍ່ໄດ້ມາດຕະຖານ, ກໍຕ້ອງມີການປັບປ່ຽນຢ່າງທັນການ. ນີ້ຄືການກວດກາວຽກງານ.

ເພື່ອຈັດຕັ້ງປະຕິບັດວຽກງານການຂຽນບົດຄວາມຄຳພະຍານ, ນອກຈາກຈະກວດກາວ່າຜູ້ຊີ້ນຳວຽກງານນີ້ເໝາະສົມ ຫຼື ບໍ່ແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງຮຽນຮູ້ທີ່ຈະກວດກາບົດຄວາມ ແລະ ໃຫ້ການຊີ້ນໍາ ແລະ ການກວດກາຄັດເລືອກບາງຢ່າງສຳລັບວຽກງານການຂຽນບົດຄວາມອີກດ້ວຍ. ບົດຄວາມທີ່ຖືກຂຽນຂຶ້ນຢ່າງສະເພາະເຈາະຈົງ ແລະ ຢ່າງແທ້ຈິງສາມາດນໍາໃຊ້ເປັນຕົວຢ່າງໄດ້. ບົດຄວາມທີ່ຖືກຂຽນຂຶ້ນແບບເນື້ອໃນກວ້າງໂພນ, ບໍ່ມີຄວາມເປັນຈິງ, ບໍ່ມີຄຸນຄ່າ ແລະ ບໍ່ສ້າງສາຜູ້ຄົນຄວນຖືກກຳຈັດໂດຍກົງ. ດ້ວຍວິທີນີ້, ອ້າຍເອື້ອຍນ້ອງກໍຈະຮູ້ວ່າບົດຄວາມປະເພດໃດມີຄຸນຄ່າ ແລະ ປະເພດໃດບໍ່ມີ ແລະ ໃນອະນາຄົດ, ພວກເຂົາກໍຈະບໍ່ຂຽນບົດຄວາມທີ່ບໍ່ມີຄຸນຄ່າ, ດັ່ງນັ້ນຈຶ່ງຫຼີກລ່ຽງການສິ້ນເປືອງພະລັງງານ ແລະ ເວລາ. ດ້ວຍວິທີນີ້, ວຽກງານຂອງເຈົ້າກໍຈະມີຄຸນຄ່າ. ເມື່ອເຈົ້າໄປກວດກາວຽກງານ, ເຈົ້າຕ້ອງກວດກາບົດຄວາມຄຳພະຍານຈາກປະສົບການທຸກປະເພດທີ່ພວກເຂົາໄດ້ຂຽນຂຶ້ນ ເພື່ອເບິ່ງວ່າມີການເວົ້າເກີນຈິງ ຫຼື ຄວາມບໍ່ຈິງປະປົນຢູ່ ຫຼື ບໍ່ ແລະ ບົດຄວາມເຫຼົ່ານັ້ນສ້າງສາ ຫຼື ບໍ່. ເຈົ້າຕ້ອງກວດກາຄັດເລືອກສິ່ງເຫຼົ່ານີ້ກ່ອນ. ເມື່ອເຈົ້າກຳລັງກວດກາຄັດເລືອກ, ເຈົ້າກໍກຳລັງຮຽນຮູ້ຢູ່ຄືກັນບໍ່ແມ່ນບໍ? (ແມ່ນແລ້ວ.) ເມື່ອເຈົ້າຮຽນຮູ້, ເຈົ້າກໍຈະເຮັດວຽກງານນີ້ໄດ້ດີຂຶ້ນເລື້ອຍໆ. ສົມມຸດວ່າເຈົ້າບໍ່ກວດກາ, ບໍ່ເອົາໃຈໃສ່ຢ່າງຈິງຈັງ ແລະ ບໍ່ຮັບຜິດຊອບ ແລະ ພຽງແຕ່ເຮັດແບບພໍເປັນພິທີ, ໂດຍມີເປົ້າໝາຍພຽງເພື່ອເຮັດວຽກໃຫ້ແລ້ວ ແລະ ຈາກນັ້ນກໍລາຍງານໃຫ້ເບື້ອງເທິງວ່າເຮັດສຳເລັດແລ້ວ, ໂດຍຄິດວ່າ “ຢ່າງໃດກໍຕາມ, ຄຣິສຕະຈັກຂອງພວກເຮົາກໍມີຫຼາຍຄົນທີ່ສາມາດຂຽນບົດຄວາມຄຳພະຍານໄດ້. ຫຼັງຈາກທີ່ພວກເຂົາຂຽນແລ້ວ, ຂ້ອຍກໍຈະສົ່ງທັງໝົດ. ໃຜຈະສົນໃຈວ່າມັນໄດ້ມາດຕະຖານ ຫຼື ບໍ່? ຕາບໃດທີ່ຜູ້ນໍາລະດັບສູງກວ່າຮູ້ວ່າຂ້ອຍໄດ້ເຮັດວຽກຫຼາຍ, ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຫຍຸ້ງຢູ່ຕະຫຼອດ, ນັ້ນກໍພຽງພໍແລ້ວ!” ນີ້ແມ່ນທັດສະນະຄະຕິທີ່ຮັບຜິດຊອບບໍ? (ບໍ່.) ນີ້ຄືການບໍ່ຮັບຜິດຊອບ. ຖ້າເຈົ້າຮັບຜິດຊອບ, ກ່ອນອື່ນ ເຈົ້າຕ້ອງກວດກາຄັດເລືອກສິ່ງຕ່າງໆ ໃນສ່ວນຂອງເຈົ້າ. ບົດຄວາມໃດໆທີ່ຖືກສົ່ງຜ່ານເຈົ້າຕ້ອງໄດ້ມາດຕະຖານ; ໃຜກໍຕາມທີ່ອ່ານມັນຄວນເວົ້າວ່າມັນສ້າງສາ ແລະ ເຕັມໃຈທີ່ຈະອ່ານມັນ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການກວດກາວຽກງານບໍ່ແມ່ນການເຮັດແບບພໍເປັນພິທີ, ການຮ້ອງຄຳຂວັນ, ການເທດສະໜາຫຼັກຄຳສອນ ຫຼື ການສັ່ງສອນຄົນອື່ນຕາມອຳເພີໃຈ. ມັນແມ່ນການກວດກາປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານ, ການກວດກາວ່າວຽກງານທີ່ເຈົ້າໄດ້ເຮັດນັ້ນໄດ້ມາດຕະຖານ ຫຼື ບໍ່, ມັນບັນລຸຜົນໄດ້ຮັບຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ບໍ່, ມັນສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ ຫຼື ບໍ່, ຂົງເຂດໃດໄດ້ມາດຕະຖານ ແລະ ຂົງເຂດໃດບໍ່ໄດ້, ສິ່ງເຫຼົ່ານີ້ຄືສິ່ງທີ່ຕ້ອງກວດກາ. ສິ່ງນີ້ກ່ຽວຂ້ອງກັບການເຮັດວຽກງານສະເພາະ ແລະ ກ່ຽວຂ້ອງກັບຄວາມສາມາດຂອງຜູ້ຄົນ, ບໍ່ວ່າພວກເຂົາຈະມີຄວາມເຂົ້າໃຈຝ່າຍວິນຍານ ຫຼື ບໍ່, ພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາມີຄວາມຈິງແຫ່ງຄວາມເປັນຈິງຫຼາຍສໍ່າໃດ ແລະ ຄວາມສາມາດຂອງພວກເຂົາໃນການເບິ່ງສິ່ງຕ່າງໆ. ຖ້າເຈົ້າຮູ້ວິທີກວດກາວຽກງານ ແລະ ໃນຂະນະທີ່ກວດກາວຽກງານ ເຈົ້າສາມາດຄົ້ນພົບບັນຫາ, ກຳຈຸດສຳຄັນຂອງບັນຫາ, ກຳແໜ້ນແກ່ນແທ້ຂອງບັນຫາ ແລະ ແກ້ໄຂບັນຫາໄດ້ ແລະ ກ່ອນທີ່ຈະສົ່ງບົດຄວາມຄຳພະຍານ ເຈົ້າໄດ້ກວດກາຄັດເລືອກພວກມັນຕາມຫຼັກການ, ໂດຍຮັບປະກັນວ່າບົດຄວາມທີ່ເຈົ້າສົ່ງທັງໝົດນັ້ນລ້ວນແຕ່ໄດ້ມາດຕະຖານ ແລະ ສ້າງສາຜູ້ທີ່ອ່ານພວກມັນ, ແລ້ວເຈົ້າກໍເປັນຜູ້ນໍາ ຫຼື ຜູ້ເຮັດວຽກທີ່ໄດ້ມາດຕະຖານ ແລະ ເຈົ້າກໍໄດ້ເຮັດວຽກງານຂອງເຈົ້າຈົນສຳເລັດຢ່າງຖືກຕ້ອງແລ້ວ.

ຄົນສ່ວນໃຫຍ່ສາມາດເຮັດວຽກງານການໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້ໄດ້. ເຖິງຢ່າງໃດກໍຕາມ, ເມື່ອຈຳເປັນຕ້ອງມີການກວດກາ ແລະ ການກວດກາຄັດເລືອກ, ມັນກໍເປັນການທົດສອບຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ທົດສອບວ່າພວກເຂົາຈະມີຄວາມຈິງແຫ່ງຄວາມເປັນຈິງ ຫຼື ບໍ່. ບາງຄົນສາມາດໃຫ້ການນໍາພາ, ຊີ້ນຳວຽກງານ ແລະ ລິຮານ ຫຼື ປົດຕຳແໜ່ງ ແລະ ຈັດການກັບບຸກຄະລາກອນທີ່ບໍ່ເໝາະສົມ, ແຕ່ພວກເຂົາພັດບໍ່ຮູ້ວິທີປະເມີນປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານທີ່ພວກເຂົາໄດ້ຈັດແຈງ, ບໍ່ວ່າມັນຈະສອດຄ່ອງກັບການຈັດແຈງວຽກງານ ຫຼື ບໍ່ ແລະ ຈະແກ້ໄຂແນວໃດຖ້າມັນບໍ່ສອດຄ່ອງ. ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ສາມາດເຮັດໄດ້ຫຼາຍສຸດພຽງແຕ່ການໃຫ້ການນໍາພາ, ການຊີ້ນຳ ແລະ ການຊຸກຍູ້, ແຕ່ເມື່ອເວົ້າເຖິງການກວດກາວຽກງານ, ພວກເຂົາພັດບໍ່ຮູ້ວ່າຈະຕ້ອງເຮັດຫຍັງ, ບໍ່ມີຫຼັກການ ແລະ ໝົດປັນຍາເລີຍ. ພວກເຂົາຄິດວ່າ “ການຈັດແຈງວຽກງານກໍໄດ້ຈັດຕັ້ງປະຕິບັດແລ້ວ, ແລ້ວມີຫຍັງໃຫ້ກວດກາອີກ? ທຸກຄົນກຳລັງເຮັດວຽກຢູ່, ບໍ່ມີໃຜວ່າງງານ, ຄົນທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນກໍຖືກຈັດການແລ້ວ ແລະ ຜູ້ທີ່ຕ້ອງຖືກປົດຕຳແໜ່ງ ຫຼື ຖືກຊຳລະລ້າງອອກໄປກໍຖືກຈັດການຕາມນັ້ນແລ້ວ. ຍັງມີຫຍັງໃຫ້ກວດກາອີກ?” ພວກເຂົາພຽງແຕ່ບໍ່ຮູ້ເລື່ອງຫຍັງເລີຍ. ການກວດກາວຽກງານຮຽກຮ້ອງໃຫ້ມີການກວດກາຄັດເລືອກ. ການກວດກາຄັດເລືອກໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າຕ້ອງໄດ້ຂໍ້ສະຫຼຸບ. ຕົວຢ່າງ: ຜູ້ຊີ້ນຳວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການເອົາບົດຄວາມມາໃຫ້ເຈົ້າເບິ່ງ, ໂດຍເວົ້າວ່າຮູບແບບການຂຽນຂ້ອນຂ້າງດີ, ພາສາລ່ຽນໄຫຼ ແລະ ທັງຮູບແບບພາສາ ແລະ ຫົວຂໍ້ຂອງບົດຄວາມກໍດີ. ເຖິງຢ່າງໃດກໍຕາມ, ພວກເຂົາຮູ້ສຶກວ່າມັນເບິ່ງຄືວ່າຂາດເນື້ອໃນທີ່ເປັນຕົວຈິງ ແລະ ບໍ່ສາມາດສ້າງສາຜູ້ຄົນໄດ້, ມັນຕ້ອງໄດ້ຮັບການເສີມ ແລະ ປັບປຸງໃຫ້ດີຂຶ້ນ, ແຕ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງເລື່ອງນີ້ໄດ້ດ້ວຍຕົນເອງ, ສະນັ້ນ ພວກເຂົາຈຶ່ງຂໍໃຫ້ເຈົ້າເບິ່ງ. ການທີ່ພວກເຂົາຂໍໃຫ້ເຈົ້າເບິ່ງນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຕ້ອງການໃຫ້ເຈົ້າກວດກາຄັດເລືອກມັນ. ເຈົ້າຈະກວດກາຄັດເລືອກມັນແນວໃດ ແລະ ບໍ່ວ່າເຈົ້າຈະກວດກາຄັດເລືອກມັນໄດ້ດີ ຫຼື ບໍ່ ກໍເປັນການທົດສອບສະຖານະທີ່ແທ້ຈິງຂອງເຈົ້າ. ສະຖານະທີ່ແທ້ຈິງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າເຂົ້າໃຈຫຼັກການຄວາມຈິງ ຫຼື ບໍ່. ຖ້າຜູ້ຊີ້ນຳບໍ່ເຂົ້າໃຈຫຼັກການຂອງການຂຽນບົດຄວາມຄຳພະຍານ, ບໍ່ສາມາດປະເມີນໄດ້ວ່າບົດຄວາມໃດໜຶ່ງເປັນຕົວຈິງ ແລະ ແທ້ຈິງ ຫຼື ບໍ່ ແລະ ບໍ່ຮູ້ວິທີພິພາກສາ ແລະ ເຈົ້າກໍຄືກັນ, ບໍ່ສາມາດພິພາກສາ ຫຼື ຕັດສິນໃຈໄດ້, ສິ່ງນີ້ກໍພິສູດໃຫ້ເຫັນສິ່ງໜຶ່ງຄື: ຄວາມສາມາດຂອງເຈົ້າແມ່ນປະມານດຽວກັນກັບຂອງພວກເຂົາ ແລະ ເຈົ້າບໍ່ສາມາດກວດກາຄັດເລືອກບົດຄວາມໄດ້. ມັນບໍ່ແມ່ນແບບນັ້ນບໍ? ຄວາມຈິງທີ່ເຈົ້າເຂົ້າໃຈກໍປະມານດຽວກັນກັບຂອງພວກເຂົາ ແລະ ເຈົ້າບໍ່ສາມາດເບິ່ງທະລຸເຖິງບັນຫາທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້, ສິ່ງນີ້ສະແດງໃຫ້ເຫັນເຖິງບັນຫາ. ຖ້າເຈົ້າສາມາດເບິ່ງທະລຸເຖິງບັນຫາທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ແລະ ເຈົ້າສາມາດຄົ້ນພົບບັນຫາຜ່ານການກວດກາທີ່ພວກເຂົາບໍ່ສາມາດຄົ້ນພົບໄດ້, ສິ່ງນີ້ກໍພິສູດວ່າເຈົ້າສາມາດກວດກາຄັດເລືອກບົດຄວາມໄດ້. ຕົວຢ່າງ: ພວກເຂົາຖືວ່າບົດຄວາມສ່ວນໃຫຍ່ໄດ້ມາດຕະຖານ ແລະ ບໍ່ມີບັນຫາທີ່ສຳຄັນ, ແຕ່ຜ່ານການກວດກາ ແລະ ການກວດກາຄັດເລືອກຂອງເຈົ້າ, ເຈົ້າພັດພົບວ່າສ່ວນໜ້ອຍໜຶ່ງບໍ່ໄດ້ມາດຕະຖານ. ເຈົ້າອະທິບາຍບັນຫາໃນບົດຄວາມເຫຼົ່ານີ້ຜ່ານການໄຈ້ແຍກ ແລະ ການໂອ້ລົມ; ທຸກຄົນເຫັນດີວ່າຈຸດຕ່າງໆຂອງເຈົ້ານັ້ນສົມເຫດສົມຜົນ, ສອດຄ່ອງກັບຫຼັກການ ແລະ ບໍ່ແມ່ນການຫາເລື່ອງ ແຕ່ເປັນບັນຫາທີ່ແທ້ຈິງ ແລະ ຄວນໄດ້ຮັບການແກ້ໄຂ. ບົດຄວາມບາງບົດແມ່ນເນື້ອໃນກວ້າງໂພນ ແລະ ຂາດຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງ; ບົດຄວາມບາງບົດມີຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງ ແຕ່ພັດບໍ່ໄດ້ສະແດງອອກຢ່າງເປັນຮູບປະທຳພຽງພໍ; ບົດຄວາມບາງບົດອ້າງອີງພຣະທຳຂອງພຣະເຈົ້າຢ່າງບໍ່ເໝາະສົມ, ໂດຍບໍ່ໄດ້ເລືອກຂໍ້ຄວາມທີ່ເໝາະສົມກວ່າຂອງພຣະທຳຂອງພຣະເຈົ້າ, ສົ່ງຜົນໃຫ້ເກີດຜົນໄດ້ຮັບທີ່ບໍ່ດີ; ບົດຄວາມບາງບົດມີມຸມມອງທີ່ບໍ່ຖືກຕ້ອງ, ມີການຢັ່ງຮູ້ທີ່ບິດເບືອນ ແລະ ຂາດການໂອ້ລົມກ່ຽວກັບຄວາມເຂົ້າໃຈຄວາມຈິງ, ເຮັດໃຫ້ຜູ້ອ່ານບໍ່ໄດ້ຮັບການສ້າງສາ ແລະ ພັດທະນາຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດໄດ້ງ່າຍ ແລະ ອື່ນໆ. ເຈົ້າສາມາດກວດພົບ ແລະ ເບິ່ງທະລຸເຖິງບັນຫາທັງໝົດເຫຼົ່ານີ້. ຜ່ານການໂອ້ລົມຂອງເຈົ້າ, ເຈົ້າຊ່ວຍໃຫ້ພວກເຂົາກຳແໜ້ນຫຼັກການ, ເຮັດໃຫ້ຜູ້ທີ່ມີປະສົບການສາມາດຂຽນຄຳພະຍານຈາກປະສົບການທີ່ແທ້ຈິງໄດ້. ເຈົ້າຄັດເລືອກບົດຄວາມເຫຼົ່ານັ້ນທີ່ສ້າງສາ ແລະ ມີຄຸນຄ່າໃຫ້ກັບຜູ້ຄົນໃນຖານະທີ່ເປັນຄຳພະຍານຈາກປະສົບການທີ່ໄດ້ມາດຕະຖານ, ເພື່ອວ່າເມື່ອຜູ້ຄົນທີ່ພຣະເຈົ້າເລືອກອ່ານພວກມັນ, ພວກເຂົາຈະໄດ້ຮັບການສ້າງສາ. ໃນຂະນະດຽວກັນ, ບົດຄວາມເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງ ຫຼື ມີການຢັ່ງຮູ້ທີ່ບິດເບືອນກໍຈະຖືກກຳຈັດ. ຖ້າເຈົ້າເຮັດແບບນີ້, ເຈົ້າກໍກຳລັງກວດກາຄັດເລືອກຢູ່ບໍ່ແມ່ນບໍ? ຖ້າເຈົ້າມີຄວາມສາມາດໃນການຮັບຮູ້ເລື່ອງຕ່າງໆ ແລະ ເຮັດວຽກງານ, ຄວາມສາມາດຂອງເຈົ້າກໍພຽງພໍແລ້ວບໍ່ແມ່ນບໍ? ເຈົ້າກຳລັງບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຢູ່ບໍ່ແມ່ນບໍ? (ແມ່ນແລ້ວ.) ຖ້າພວກເຂົາຄິດວ່າບົດຄວາມສ່ວນໃຫຍ່ເປັນທີ່ຍອມຮັບໄດ້ ແລະ ເອົາມາໃຫ້ເຈົ້າກວດກາຄັດເລືອກ ແລະ ເຈົ້າກໍຄິດວ່າສ່ວນໃຫຍ່ນັ້ນດີແລ້ວ, ແຕ່ໃນຄວາມເປັນຈິງແລ້ວບາງບົດຍັງມີບັນຫາ ແລະ ຕ້ອງໄດ້ຮັບການຄັດເລືອກ, ການກວດແກ້ ແລະ ການແກ້ໄຂບັນຫາເພີ່ມເຕີມ, ແຕ່ເຈົ້າບໍ່ສາມາດເບິ່ງທະລຸເຖິງພວກມັນໄດ້, ເມື່ອເຈົ້າສົ່ງພວກມັນໃຫ້ເບື້ອງເທິງ ແລະ ເບື້ອງເທິງພົບວ່າບົດຄວາມບາງບົດບໍ່ໄດ້ມາດຕະຖານ ແລະ ກຳຈັດພວກມັນ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ໄດ້ກວດກາຄັດເລືອກຢ່າງເໝາະສົມບໍ? ໃນດ້ານໜຶ່ງ, ການກວດກາວຽກງານເປັນການທົດສອບຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໃນອີກດ້ານໜຶ່ງ, ມັນເປັນການທົດສອບລະດັບຄວາມເຂົ້າໃຈຄວາມຈິງຂອງພວກເຂົາ. ບາງຄົນບໍ່ສາມາດກວດກາຄັດເລືອກໄດ້ຍ້ອນຄວາມສາມາດຂອງພວກເຂົາຕໍ່າ ແລະ ດັ່ງນັ້ນຈຶ່ງຂັດຂວາງບໍ່ໃຫ້ພວກເຂົາເຮັດໄດ້, ພວກເຂົາບໍ່ເຂົ້າໃຈຄວາມຈິງໃນຂົງເຂດນີ້ ແລະ ພວກເຂົາກໍບໍ່ສາມາດເບິ່ງທະລຸເຖິງບັນຫາໄດ້. ການກວດກາຂອງພວກເຂົາເປັນພຽງການເຮັດແບບພໍເປັນພິທີ, ໂດຍບໍ່ຮູ້ວ່າຈະຕ້ອງກວດກາຫຍັງ. ບາງຄົນມີຄວາມສາມາດພຽງພໍ, ແຕ່ຍ້ອນຄວາມເຂົ້າໃຈຄວາມຈິງຂອງພວກເຂົາຕື້ນເຂີນ, ພວກເຂົາຈຶ່ງສາມາດສັງເກດເຫັນບັນຫາໄດ້ ແຕ່ບໍ່ຮູ້ວິທີແກ້ໄຂ. ຄົນເຫຼົ່ານີ້ຍັງມີຊ່ອງທາງໃຫ້ພັດທະນາ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນບໍ່ສາມາດສັງເກດເຫັນບັນຫາໄດ້ເລີຍ, ມັນກໍບໍ່ມີທາງທີ່ພວກເຂົາຈະກ້າວໜ້າໄດ້.

ໃນການຈັດຕັ້ງປະຕິບັດວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການ, ຂັ້ນຕອນການກວດກາແມ່ນສິ່ງທີ່ສຳຄັນຫຼາຍ, ເຊິ່ງຂຶ້ນກັບວ່າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຈິງແຫ່ງຄວາມເປັນຈິງ ຫຼື ບໍ່. ນອກຈາກການກວດກາຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄວາມສາມາດຂ້ອນຂ້າງຕໍ່າ ແລະ ຂ້ອນຂ້າງອ່ອນແອແລ້ວ, ເຈົ້າກໍຄວນຖາມ ແລະ ທຳຄວາມເຂົ້າໃຈຜູ້ທີ່ມີຄວາມສາມາດທຳມະດາເຊັ່ນກັນ. ຖ້າສະພາບແວດລ້ອມບໍ່ເໝາະສົມ, ເຈົ້າສາມາດສົ່ງຄົນໄປສອບຖາມ ແລະ ທຳຄວາມເຂົ້າໃຈສະຖານະການ ແລະ ຈົດບັນທຶກລະອຽດ. ຖ້າສະພາບແວດລ້ອມເອື້ອອຳນວຍ, ມັນຈະເປັນການດີທີ່ສຸດທີ່ຈະໄປພົວພັນກັບຜູ້ຊີ້ນຳວຽກງານນີ້ດ້ວຍຕົນເອງ; ຖາມຄຳຖາມ, ສອບຖາມ ແລະ ທຳຄວາມເຂົ້າໃຈສະຖານະການສະເພາະຂອງວຽກງານນີ້ ແລະ ເບິ່ງວ່າວຽກງານໄດ້ຖືກຈັດຕັ້ງປະຕິບັດໄດ້ດີສໍ່າໃດ. ສະຫຼຸບແລ້ວ, ເມື່ອການຈັດແຈງວຽກງານສຳລັບການຂຽນບົດຄວາມຄຳພະຍານຈາກປະສົບການຖືກອອກຄຳສັ່ງແລ້ວ, ມັນບໍ່ແມ່ນສິ່ງທີ່ຈະສາມາດສະຫຼຸບຈົບໄດ້ໃນໜຶ່ງ ຫຼື ສອງເດືອນ. ນີ້ບໍ່ແມ່ນວຽກງານຊົ່ວຄາວ ແຕ່ເປັນວຽກງານໄລຍະຍາວ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນພຽງແຕ່ໃຫ້ການນໍາພາ, ການຊີ້ນຳ, ການຊຸກຍູ້ ແລະ ການກວດກາພາຍໃນໜຶ່ງ ຫຼື ສອງເດືອນທຳອິດ ຫຼັງຈາກທີ່ການຈັດແຈງວຽກງານໄດ້ຖືກອອກຄຳສັ່ງ ແລ້ວຖືວ່າມັນຈົບແລ້ວ. ແທນທີ່ຈະເຮັດແບບນັ້ນ, ພວກເຂົາຕ້ອງຕິດຕາມວຽກງານນີ້ຢ່າງຕໍ່ເນື່ອງໃນໄລຍະຍາວ. ສຳລັບຜູ້ນໍາຄຣິສຕະຈັກທີ່ອ່ອນແອກວ່າ, ພວກເຂົາຕ້ອງໄປ ແລະ ໃຫ້ການນໍາພາດ້ວຍຕົນເອງ. ສຳລັບຜູ້ນໍາຄຣິສຕະຈັກທີ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ຢ່າງອິດສະຫຼະ, ພວກເຂົາກໍຄວນປະຕິບັດການກວດກາເປັນປະຈຳ ເພື່ອທຳຄວາມເຂົ້າໃຈຄວາມຄືບໜ້າຂອງວຽກງານ ແລະ ແກ້ໄຂບັນຫາໃດໆທີ່ເກີດຂຶ້ນ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສະນັ້ນ, ສິ່ງໜຶ່ງທີ່ແນ່ນອນກ່ຽວກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກງານກໍຄື: ພວກເຂົາບໍ່ເຄີຍມີເວລາວ່າງງານ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຄິດສະເໝີວ່າ “ການຈັດແຈງວຽກງານກໍໄດ້ຖືກອອກຄຳສັ່ງແລ້ວ ແລະ ຂ້ອຍກໍໄດ້ໂອ້ລົມກ່ຽວກັບວິທີຈັດຕັ້ງປະຕິບັດແລ້ວ. ຂ້ອຍເຮັດວຽກຂອງຂ້ອຍແລ້ວ, ບໍ່ມີຫຍັງໃຫ້ເຮັດອີກ. ສະນັ້ນ, ຂ້ອຍຈະເຮັດວຽກເຮືອນທີ່ເໝາະສົມບາງຢ່າງເຊັ່ນ: ຊ່ວຍແຕ່ງກິນ ແລະ ຈັດຕ້ອນຮັບ ຫຼື ຊື້ເຄື່ອງໃຊ້ປະຈຳວັນທີ່ອ້າຍເອື້ອຍນ້ອງຂາດເຂີນ”. ພວກເຂົາກາຍເປັນຄົນວ່າງງານ ຫຼັງຈາກທີ່ອອກຄຳສັ່ງການຈັດແຈງວຽກງານ ແລະ ຮູ້ສຶກວ່າພວກເຂົາເຮັດວຽກຂອງພວກເຂົາແລ້ວ ແລະ ບໍ່ມີຫຍັງໃຫ້ເຮັດອີກ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ຮູ້ວິທີເຮັດວຽກງານ ຫຼື ຮັບຜິດຊອບວຽກງານສະເພາະ. ຄວາມຈິງແລ້ວ, ເມື່ອການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຖືກອອກຄຳສັ່ງແລ້ວ, ຕາບໃດທີ່ເບື້ອງເທິງຍັງບໍ່ໄດ້ສັ່ງໃຫ້ຢຸດ, ວຽກງານກໍຕ້ອງສືບຕໍ່ ແລະ ບໍ່ສາມາດຢຸດກາງຄັນໄດ້. ຕົວຢ່າງ: ວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການ, ເບື້ອງເທິງໄດ້ສັ່ງໃຫ້ຢຸດແລ້ວບໍ? ມີແຈ້ງການໃດໆບອກໃຫ້ຢຸດວຽກງານນີ້ບໍ? (ບໍ່.) ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານນີ້ແນວໃດ? ຢ່າເຮັດແບບໄຟໄໝ້ເຟືອງ. ເມື່ອການຈັດແຈງວຽກງານຖືກອອກຄຳສັ່ງຄັ້ງທຳອິດ, ເຈົ້າມີໃຈຮ້ອນຮົນ, ກະຕືລືລົ້ນ ແລະ ເປັນຝ່າຍເລີ່ມກ່ອນທີ່ຈະປະຕິບັດວຽກງານນີ້. ເຖິງຢ່າງໃດກໍຕາມ, ຫຼັງຈາກຜ່ານໄປໄລຍະໜຶ່ງ, ຖ້າເບື້ອງເທິງບໍ່ຊຸກຍູ້, ບໍ່ອອກຄຳແນະນຳໃໝ່ ຫຼື ບໍ່ໃຫ້ການຊີ້ນຳເພີ່ມເຕີມສຳລັບການຈັດແຈງວຽກງານນີ້, ເຈົ້າອາດຈະຄິດວ່າເນື່ອງຈາກເບື້ອງເທິງບໍ່ໄດ້ຈັດແຈງຫຍັງໃໝ່, ເຈົ້າກໍສາມາດບໍ່ສົນໃຈວຽກງານນີ້ໄດ້. ສິ່ງນີ້ບໍ່ເປັນທີ່ຍອມຮັບ; ນີ້ຄືການລະເລີຍຄວາມຮັບຜິດຊອບ. ບໍ່ວ່າວຽກງານນີ້ຈະຖືກຈັດຕັ້ງປະຕິບັດມາດົນສໍ່າໃດ ແລະ ບໍ່ວ່າເບື້ອງເທິງຈະໄດ້ສອບຖາມ, ຊຸກຍູ້ ຫຼື ເນັ້ນໜັກວຽກງານນີ້ໃນຊ່ວງເວລານັ້ນ ຫຼື ບໍ່ກໍຕາມ, ຕາບໃດທີ່ວຽກງານນີ້ໄດ້ຖືກມອບໝາຍໃຫ້ເຈົ້າ, ເຈົ້າກໍຄວນຮັບເອົາເປັນຄວາມຮັບຜິດຊອບ ແລະ ເຮັດມັນຢ່າງຕໍ່ເນື່ອງ, ປະຕິບັດມັນໃຫ້ດີ. ຄຳວ່າ “ຢ່າງຕໍ່ເນື່ອງ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຕາບໃດທີ່ເບື້ອງເທິງບໍ່ສັ່ງໃຫ້ຢຸດ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໃຫ້ການນໍາພາ, ການຊີ້ນຳ, ການຊຸກຍູ້, ການກວດກາ ແລະ ການຕິດຕາມວຽກງານນີ້ຢ່າງບໍ່ຂາດສາຍ ແລະ ຕໍ່ເນື່ອງ. ນອກຈາກວ່າເຈົ້າຈະລາອອກ ຫຼື ຖືກປົດຕຳແໜ່ງ, ຕາບໃດທີ່ເຈົ້າຍັງຢູ່ໃນຕຳແໜ່ງ, ວຽກງານນີ້ກໍເປັນສິ່ງທີ່ເຈົ້າຕ້ອງເຮັດໃຫ້ດີໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ. ມັນຍັງເປັນວຽກງານທີ່ເຈົ້າຕ້ອງຈັດຕັ້ງປະຕິບັດ ແລະ ຕິດຕາມຢ່າງຕໍ່ເນື່ອງອີກດ້ວຍ. ຄວນປະຕິບັດສິ່ງນີ້ແນວໃດ? ທຸກຄັ້ງທີ່ເຈົ້າໄປຢ້ຽມຢາມຄຣິສຕະຈັກ, ເຈົ້າຕ້ອງຖາມຜູ້ນໍາທ້ອງຖິ່ນ ແລະ ຜູ້ຊີ້ນຳວຽກງານນີ້ວ່າ: “ໃນຊ່ວງເວລານີ້ ບົດຄວາມຄຳພະຍານເປັນແນວໃດແລ້ວ? ມີບົດຄວາມຄຳພະຍານທີ່ດີ, ຂ້ອນຂ້າງໜ້າປະທັບໃຈບໍ? ມີບົດຄວາມທີ່ມີປະສົບການພິເສດບໍ?” ຖ້າພວກເຂົາເວົ້າວ່າມີ, ເຈົ້າຄວນເບິ່ງບົດຄວາມເຫຼົ່ານີ້. ຖ້າພວກມັນມີປະສົບການທີ່ແທ້ຈິງ ແລະ ສ້າງສາຜູ້ຄົນຢ່າງແທ້ຈິງ, ກໍຄວນສົ່ງໂດຍໄວ. ທຸກຄັ້ງທີ່ເຈົ້າໄປຢ້ຽມຢາມຄຣິສຕະຈັກ, ເຈົ້າຕ້ອງຖາມກ່ຽວກັບເລື່ອງນີ້ກ່ອນ. ນີ້ຄືວຽກງານສະເພາະທີ່ເຈົ້າຕ້ອງຈັດຕັ້ງປະຕິບັດ, ເປັນພັນທະທີ່ບໍ່ສາມາດຫຼີກລ່ຽງໄດ້, ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ບໍ່ວ່າເບື້ອງເທິງຈະຊຸກຍູ້ ຫຼື ສອບຖາມກ່ຽວກັບເລື່ອງນີ້ ຫຼື ບໍ່ກໍຕາມ, ວຽກງານນີ້ກໍເປັນສ່ວນໜຶ່ງໃນວຽກທີ່ເຈົ້າຕ້ອງເຮັດ. ຖ້າອ້າຍເອື້ອຍນ້ອງຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ມີເວລາຂຽນບົດຄວາມຄຳພະຍານ, ເຈົ້າຕ້ອງຊຸກຍູ້ພວກເຂົາ, ໂດຍເວົ້າວ່າ “ການຂຽນບົດຄວາມຄຳພະຍານທີ່ດີແມ່ນມີປະໂຫຍດຫຼາຍສຳລັບທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ມັນຍັງເປັນໜ້າທີ່ທີ່ສຳຄັນອີກດ້ວຍ”. ເຖິງຢ່າງໃດກໍຕາມ, ຜູ້ນໍາບາງຄົນເວົ້າວ່າ “ອ້າຍເອື້ອຍນ້ອງຮູ້ສຶກວ່າພວກເຂົາໄດ້ຂຽນປະສົບການທັງໝົດຂອງພວກເຂົາແລ້ວ ແລະ ບໍ່ມີຫຍັງຈະຂຽນອີກ”. ຄຳເວົ້ານີ້ຖືກຕ້ອງບໍ? ຄວາມຈິງແລ້ວ, ປະສົບການລະອຽດຫຼາຍຢ່າງບໍ່ໄດ້ຖືກຜູ້ຄົນສັງເກດເຫັນ ແລະ ຖືກເບິ່ງຂ້າມ. ມັນເປັນພຽງແຕ່ເມື່ອພວກເຂົາອ່ານຄຳພະຍານຈາກປະສົບການທີ່ຂຽນໂດຍຄົນອື່ນເທົ່ານັ້ນ ພວກເຂົາຈຶ່ງຈະຈື່ໄດ້ວ່າພວກເຂົາກໍເຄີຍມີປະສົບການທີ່ຄ້າຍຄືກັນ. ສະນັ້ນ, ການຂຽນບົດຄວາມຄຳພະຍານຈາກປະສົບການຮຽກຮ້ອງໃຫ້ມີການຄິດ ແລະ ການໄຕ່ຕອງຢ່າງຮອບຄອບ. ມີຄວາມເຂົ້າໃຈຈາກປະສົບການຫຼາຍຢ່າງທີ່ຄຸ້ມຄ່າທີ່ຈະຂຽນ. ການບໍ່ມີເວລາຂຽນເປັນເຫດຜົນທີ່ສົມເຫດສົມຜົນບໍ? ນີ້ຄືໜ້າທີ່ທີ່ຜູ້ຄົນຄວນເຮັດ. ບໍ່ວ່າພວກເຂົາຈະຫຍຸ້ງສໍ່າໃດກໍຕາມ, ພວກເຂົາກໍຄວນໃຊ້ເວລາຂຽນ. ຖ້າພວກເຂົາບໍ່ຮູ້ວິທີຂຽນບົດຄວາມຄຳພະຍານ, ພວກເຂົາຄວນບອກເລົ່າມັນອອກມາເພື່ອໃຫ້ຄົນອື່ນຊ່ວຍກວດແກ້, ດັ່ງນັ້ນຈຶ່ງຜະລິດບົດຄວາມທີ່ດີ. ດ້ວຍວິທີນີ້, ຜ່ານການຊຸກຍູ້ ແລະ ການຊີ້ນໍາຂອງເຈົ້າ, ບົດຄວາມຄຳພະຍານຈາກປະສົບການທີ່ດີອີກບົດໜຶ່ງກໍຈະຖືກຂຽນຂຶ້ນ. ເຈົ້າຮູ້ບໍວ່າບົດຄວາມນີ້ສາມາດສ້າງສາຄົນໄດ້ຈັກຄົນ? ມີຄົນຈັກຄົນທີ່ຈະໄດ້ຮັບຄວາມຊ່ວຍເຫຼືອ ແລະ ປະໂຫຍດຈາກມັນ? ຖ້າເຈົ້າບໍ່ຊີ້ນຳ ແລະ ໃຫ້ການຊີ້ນໍາ ແລະ ຜູ້ນໍາຄຣິສຕະຈັກທ້ອງຖິ່ນກໍບໍ່ມີຄວາມຮູ້ສຶກເຖິງພາລະເຊັ່ນກັນ, ໂດຍຄິດວ່າອ້າຍເອື້ອຍນ້ອງໄດ້ຂຽນຄຳພະຍານຈາກປະສົບການທັງໝົດແລ້ວ ແລະ ບໍ່ມີບົດຄວາມທີ່ຈະຂຽນອີກແລ້ວ, ແລ້ວບົດຄວາມຄຳພະຍານຈາກປະສົບການທີ່ດີນີ້ກໍຈະບໍ່ເກີດຂຶ້ນ. ບາງຄັ້ງ ເມື່ອເຈົ້າໄປຢ້ຽມຢາມຄຣິສຕະຈັກ, ອ້າຍເອື້ອຍນ້ອງບາງຄົນກໍສົນທະນາກັບເຈົ້າ ແລະ ເວົ້າວ່າ “ຂ້ອຍໄດ້ທົນທຸກກັບຄວາມລຳບາກທຸກປະເພດໃນຊີວິດຂອງຂ້ອຍ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຖືກຂົ່ມເຫັງຫຼາຍເຊັ່ນກັນ. ທຸກບາດກ້າວ, ມັນແມ່ນພຣະເຈົ້າທີ່ນໍາພາຂ້ອຍ. ຂ້ອຍໄດ້ເຫັນການກະທຳທີ່ອັດສະຈັນຂອງພຣະເຈົ້າ ແລະ ຮັບຮູ້ວ່າທຸກສິ່ງຖືກກຳນົດໂດຍພຣະເຈົ້າ ແລະ ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງຢ່າງແທ້ຈິງ, ນີ້ຄືຄວາມຈິງທັງໝົດ!” ຫຼັງຈາກທີ່ພວກເຂົາບອກປະສົບການຂອງພວກເຂົາໃຫ້ເຈົ້າຟັງ, ເຈົ້າກໍຖາມວ່າພວກເຂົາໄດ້ຂຽນມັນລົງເປັນບົດຄວາມ ຫຼື ບໍ່ ແລະ ພວກເຂົາກໍເວົ້າວ່າ “ບໍ່, ຂ້ອຍມີລະດັບການສຶກສາຕໍ່າ ແລະ ຂຽນບໍ່ເປັນ. ນອກຈາກນີ້, ຄົນອື່ນກໍເວົ້າວ່າປະສົບການນີ້ບໍ່ມີຄຸນຄ່າ”. ເຈົ້າບອກພວກເຂົາວ່າ “ປະສົບການທີ່ອັດສະຈັນເຊັ່ນນີ້ຈະບໍ່ມີຄຸນຄ່າໄດ້ແນວໃດ? ຫຼັງຈາກແຕ່ລະບາດກ້າວຂອງປະສົບການຂອງເຈົ້າ, ເຈົ້າຮູ້ສຶກຢ່າງເລິກເຊິ່ງເຖິງອຳນາດສູງສຸດຂອງພຣະເຈົ້າ, ການນໍາພາຂອງພຣະເຈົ້າ ແລະ ການກຳນົດຂອງພຣະເຈົ້າ. ປະສົບການໃດຈະມີຄຸນຄ່າຫຼາຍກວ່ານີ້? ປະສົບການດັ່ງກ່າວຄວນຖືກຂຽນລົງ ແລະ ບໍ່ຄວນພາດ”. ຈາກນັ້ນ ເຈົ້າກໍຈັດແຈງຢ່າງໄວວາໃຫ້ອ້າຍເອື້ອຍນ້ອງທີ່ມີການສຶກສາຫຼາຍກວ່າຊ່ວຍພວກເຂົາກວດແກ້ມັນ. ພາຍໃນສາມມື້, ບົດຄວາມຄຳພະຍານທີ່ດີ ແລະ ດີເລີດກໍຖືກຂຽນຂຶ້ນ ແລະ ຈາກນັ້ນກໍຖືກນຳໄປເຮັດເປັນວິດີໂອຄຳພະຍານຈາກປະສົບການ. ທຸກຄົນທີ່ເບິ່ງມັນກໍເວົ້າວ່າ “ປະສົບການຂອງຕົວລະຄອນຫຼັກແມ່ນສຸດຍອດ! ມັນສ້າງສາຫຼາຍທີ່ໄດ້ເບິ່ງ! ມັນສະແດງໃຫ້ເຫັນຢ່າງແທ້ຈິງວ່າພຣະເຈົ້າຊົງເປັນຜູ້ມີອຳນາດສູງສຸດເໜືອທຸກສິ່ງ, ມັນແມ່ນແບບນັ້ນແທ້! ຕອນນີ້ສິ່ງນີ້ໄດ້ຮັບການຢືນຢັນໃນລະດັບທີ່ຍິ່ງໃຫຍ່ກວ່າເກົ່າແລ້ວ ແລະ ຄວາມເຊື່ອຂອງພວກເຮົາໃນພຣະເຈົ້າກໍເພີ່ມຂຶ້ນ”. ຄົນອື່ນກໍເວົ້າວ່າ “ບົດຄວາມຄຳພະຍານຈາກປະສົບການນີ້ຂຽນໄດ້ເປັນຕົວຈິງຫຼາຍ ແລະ ໜ້າປະທັບໃຈຫຼາຍ. ມັນຈະດີຍິ່ງຂຶ້ນອີກຖ້າມັນຖືກສ້າງເປັນຮູບເງົາ!” ອ້າຍເອື້ອຍນ້ອງຫຼາຍຄົນຕັ້ງໜ້າຕັ້ງຕາລໍຄອຍໃຫ້ມັນຖືກສ້າງເປັນຮູບເງົາໂດຍໄວ. ສະນັ້ນ, ຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດຕໍ່ວຽກງານຂອງຄຣິສຕະຈັກດ້ວຍຄວາມຮັບຜິດຊອບ ແລະ ຄວາມຈົງຮັກພັກດີ, ການສົນທະນາແບບທຳມະດາຈຶ່ງສາມາດນໍາໄປສູ່ບົດຄວາມທີ່ດີ ແລະ ເນື້ອໃນທີ່ດີສຳລັບຮູບເງົາ. ນີ້ຄືຄຳພະຍານທີ່ດີທີ່ສຸດ ແລະ ຫົວຂໍ້ເລື່ອງທີ່ດີທີ່ສຸດສຳລັບການເປັນພະຍານເຖິງອຳນາດສູງສຸດ ແລະ ການກຳນົດຂອງພຣະເຈົ້າ. ເລື່ອງລາວດັ່ງກ່າວສາມາດເພີ່ມຄວາມເຊື່ອຂອງຄົນຈຳນວນຫຼາຍ ແລະ ສ້າງສາຄົນຈຳນວນຫຼາຍໄດ້ເຊັ່ນກັນ! ເຈົ້າຄິດແນວໃດກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກໃນລັກສະນະນີ້? ພວກເຂົາບໍ່ຍຶດຕິດກັບຮູບແບບໃດໆໃນວຽກງານຂອງພວກເຂົາ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຖາມຄຳຖາມ, ສອບຖາມ ແລະ ພົວພັນກັບອ້າຍເອື້ອຍນ້ອງ, ເຂົ້າໄປໃນທ່າມກາງພວກເຂົາໂດຍບໍ່ຖືຕົວ. ພວກເຂົາບໍ່ພຽງແຕ່ມີຄວາມຮູ້ສຶກເຖິງພາລະໃນໃຈຂອງພວກເຂົາເທົ່ານັ້ນ ແຕ່ຍັງມີຄວາມຮູ້ສຶກຮັບຜິດຊອບທີ່ເຂັ້ມແຂງອີກດ້ວຍ. ໂດຍການເຮັດສິ່ງນີ້ຢ່າງສະໝໍ່າສະເໝີ, ພວກເຂົາກໍຈະບັນລຸຜົນໄດ້ຮັບໂດຍທຳມະຊາດ. ສິ່ງນີ້ຈະບໍ່ຖືກຈື່ຈຳໂດຍພຣະເຈົ້າບໍ? ສິ່ງເຫຼົ່ານີ້ຄືການກະທຳທີ່ດີ, ບໍ່ແມ່ນບໍ? ບອກເຮົາມາເບິ່ງ, ມັນເມື່ອຍຍາກບໍທີ່ຈະເຮັດວຽກງານເລັກນ້ອຍນີ້? ມັນຮຽກຮ້ອງໃຫ້ມີການທົນທຸກບໍ? ມັນຮຽກຮ້ອງໃຫ້ຜ່ານຜ່າອຸປະສັກນາໆປະການບໍ? ບໍ່. ມັນບໍ່ຍາກ. ມັນພຽງແຕ່ຮຽກຮ້ອງໃຫ້ເຮັດດ້ວຍສຸດໃຈ. ດ້ວຍການມີວຽກງານນີ້ຢູ່ໃນໃຈຂອງເຈົ້າ, ບໍ່ວ່າເຈົ້າຈະໄປໃສ, ເຈົ້າກໍຖາມຄຳຖາມ ແລະ ສອບຖາມວ່າ: “ວຽກງານກຳລັງຄືບໜ້າແນວໃດ? ໃນຊ່ວງເວລານີ້ມີບົດຄວາມຄຳພະຍານທີ່ດີບໍ່? ສຳລັບອ້າຍເອື້ອຍນ້ອງທີ່ມີປະສົບການ ແຕ່ຍັງບໍ່ໄດ້ຂຽນບົດຄວາມເທື່ອ, ພວກເຈົ້າຮູ້ວິທີນໍາພາພວກເຂົາໃຫ້ບອກເລົ່າປະສົບການຂອງພວກເຂົາບໍ? ພວກເຈົ້າຮູ້ວິທີຊ່ວຍພວກເຂົາຖ່າຍທອດ ແລະ ນໍາພາພວກເຂົາໃຫ້ຂຽນມັນອອກມາບໍ?” ບໍ່ວ່າເຈົ້າຈະໄປໃສ, ເຈົ້າຕ້ອງໂອ້ລົມກ່ຽວກັບເລື່ອງນີ້ສະເໝີ, ເຮັດສິ່ງຕ່າງໆທີ່ກ່ຽວຂ້ອງກັບວຽກງານນີ້ ແລະ ເວົ້າຄຳເວົ້າທີ່ກ່ຽວຂ້ອງກັບວຽກງານນີ້. ການປະຕິບັດດ້ວຍວິທີນີ້ບໍ່ໄດ້ເຮັດໃຫ້ວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກມີຫຼາຍຂຶ້ນບໍ? ອາດຈະມີສະຖານະການທີ່ເຈົ້າວ່າງງານໂດຍບໍ່ມີວຽກເຮັດບໍ? (ບໍ່.) ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກດ້ວຍວິທີນີ້ຈະເມື່ອຍ ຫຼື ເມື່ອຍປານຕາຍບໍ? (ບໍ່.) ພວກເຂົາຈະບໍ່ເມື່ອຍ ຫຼື ເມື່ອຍປານຕາຍ, ວຽກງານຈະມີຜົນໄດ້ຮັບ ແລະ ມັນຈະຖືກຈື່ຈຳໂດຍພຣະເຈົ້າ. ຖ້າເຈົ້າເຮັດວຽກດ້ວຍວິທີນີ້, ຫຼາຍຄົນກໍຈະໄດ້ຮັບການສ້າງສາ ແລະ ອ້າຍເອື້ອຍນ້ອງກໍຈະຮູ້ສຶກວ່າການຂຽນບົດຄວາມຄຳພະຍານຈາກປະສົບການມີຄຸນຄ່າ ແລະ ມີຄວາມໝາຍ. ກ່ອນໜ້ານີ້, ພວກເຂົາຄິດວ່າປະສົບການຂອງພວກເຂົາບໍ່ມີຄຸນຄ່າ, ແຕ່ຜ່ານການນໍາພາຂອງເຈົ້າ, ພວກເຂົາກໍເຂົ້າໃຈວິທີຂຽນບົດຄວາມຄຳພະຍານຈາກປະສົບການ. ສິ່ງນີ້ຍັງເປັນປະໂຫຍດຕໍ່ທາງເຂົ້າຂອງຊີວິດຂອງພວກເຂົາອີກດ້ວຍ. ມີພຽງແຕ່ເມື່ອເຈົ້າເຮັດວຽກດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະຖືກຖືວ່າກຳລັງບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ໂດຍຜ່ານການໂອ້ລົມກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນກວດກາວຽກງານ, ພວກເຈົ້າໄດ້ຮຽນຮູ້ວິທີກວດກາວຽກງານແລ້ວບໍ? ການກວດກາວຽກງານບໍ່ແມ່ນການຊອກຫາຂໍ້ຜິດພາດ ຫຼື ການຈັບຜິດ, ແຕ່ແມ່ນການເບິ່ງວ່າວຽກງານໄດ້ຖືກເຮັດແນວໃດ, ໄດ້ຮັບການຈັດແຈງແລ້ວ ຫຼື ບໍ່, ມີຜູ້ໃດຮັບຜິດຊອບວຽກງານ ຫຼື ບໍ່, ວຽກງານກຳລັງຄືບໜ້າແນວໃດ, ຄວາມຄືບໜ້າເປັນແນວໃດ, ມັນດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ວຽກງານໄດ້ຖືກເຮັດຕາມຫຼັກການ ຫຼື ບໍ່, ມັນເກີດຜົນ ຫຼື ບໍ່ ແລະ ອື່ນໆ. ໃນເວລາດຽວກັນ, ພວກເຈົ້າຕ້ອງສັງເກດ, ທົບທວນ ແລະ ປະເມີນປະສິດທິຜົນຂອງວຽກງານ ແລະ ຈາກນັ້ນກໍຊອກຫາວິທີການທີ່ດີກວ່າ ແລະ ເໝາະສົມກວ່າເພື່ອຈັດຕັ້ງປະຕິບັດວຽກງານ. ສຳລັບການຈັດແຈງວຽກງານໃດໜຶ່ງເຊັ່ນ: ການຈັດແຈງການຂຽນບົດຄວາມຄຳພະຍານຈາກປະສົບການ, ຕາບໃດທີ່ເບື້ອງເທິງຍັງບໍ່ໄດ້ສັ່ງໃຫ້ຢຸດ, ວຽກງານນີ້ກໍຕ້ອງໄດ້ຮັບການຕິດຕາມ ແລະ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສິ່ງນີ້ກໍເປັນປະໂຫຍດຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າບາງຄົນຮູ້ສຶກວ່າມີບົດຄວາມຄຳພະຍານຈາກປະສົບການພຽງພໍແລ້ວ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍອ່ານບໍ່ໝົດ, ແລ້ວວຽກງານນີ້ຈະສາມາດຢຸດໄດ້ບໍ? ມັນບໍ່ສາມາດຢຸດໄດ້. ຍິ່ງມີບົດຄວາມຄຳພະຍານຈາກປະສົບການຫຼາຍເທົ່າໃດກໍຍິ່ງດີ ແລະ ຍິ່ງອຸດົມສົມບູນຂຶ້ນເທົ່ານັ້ນ, ນີ້ຄືສິ່ງທີ່ຊ່ວຍໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ດີທີ່ສຸດ. ຜູ້ເຊື່ອໃໝ່ບາງຄົນ, ຫຼັງຈາກທີ່ໄດ້ອ່ານບົດຄວາມຄຳພະຍານຈາກປະສົບການເຫຼົ່ານີ້, ກໍຈະຮູ້ວິທີທີ່ຈະມີປະສົບການກັບພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ຜ່ານໄລຍະເວລາຂອງການມີປະສົບການ ແລະ ໄດ້ຮັບໝາກຜົນ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະສາມາດຂຽນບົດຄວາມຄຳພະຍານຈາກປະສົບການໄດ້. ບາງຄົນທີ່ມີປະສົບການຕື້ນເຂີນກໍຍັງສາມາດໄດ້ຮັບການເສີມສ້າງໂດຍການອ່ານບົດຄວາມຄຳພະຍານຈາກປະສົບການທີ່ຂ້ອນຂ້າງເລິກເຊິ່ງເຫຼົ່ານັ້ນອີກດ້ວຍ ແລະ ພວກເຂົາກໍສາມາດບັນລຸປະສົບການທີ່ເລິກເຊິ່ງກວ່າ ແລະ ຂຽນບົດຄວາມຄຳພະຍານທີ່ດີກວ່າໄດ້. ຄຳພະຍານເຫຼົ່ານີ້ເປັນປະໂຫຍດຕໍ່ທັງຜູ້ຄົນໃນສາສະໜາ ແລະ ຜູ້ຄົນທີ່ພຣະເຈົ້າເລືອກໃນເຮືອນຂອງພຣະເຈົ້າ. ສະນັ້ນ, ວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການຈຶ່ງບໍ່ສາມາດຢຸດໄດ້ຢ່າງເດັດຂາດ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຕິດຕາມວຽກງານນີ້ຢ່າງຕໍ່ເນື່ອງ ແລະ ບໍ່ຄວນຢຸດມັນດ້ວຍເຫດຜົນ ຫຼື ຂໍ້ອ້າງໃດໆ. ນີ້ຄືລາຍການວຽກງານທີ່ສຳຄັນໃນຄຣິສຕະຈັກ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເປັນຜູ້ນໍາໜ້າໃນການຂຽນບົດຄວາມຄຳພະຍານຈາກປະສົບການ. ການປະຕິບັດນີ້ຈະເປີດເຜີຍໄດ້ດີທີ່ສຸດວ່າພວກເຂົາມີຄວາມຈິງຄວາມເປັນຈິງ ຫຼື ບໍ່. ຖ້າພວກເຂົາບໍ່ສາມາດຂຽນບົດຄວາມຄຳພະຍານຈາກປະສົບການໄດ້, ພວກເຂົາກໍບໍ່ໄດ້ມາດຕະຖານໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້; ພວກເຂົາຄວນຖືກໄລ່ອອກ ແລະ ກຳຈັດອອກ. ຫຼັງຈາກທີ່ເຮັດວຽກງານນີ້ໄດ້ດີແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງໄປຢ້ຽມຢາມຄຣິສຕະຈັກຕ່າງໆຢ່າງຕໍ່ເນື່ອງ ເພື່ອສອບຖາມກ່ຽວກັບຄວາມຄືບໜ້າຂອງວຽກງານ. ພວກເຂົາສາມາດຖາມຄຳຖາມ ແລະ ຊອກຮູ້ກ່ຽວກັບວຽກງານໄດ້ວ່າ: “ອ້າຍເອື້ອຍນ້ອງຫຼາຍຄົນໃນຄຣິສຕະຈັກຂອງພວກເຈົ້າທີ່ຂ້ອນຂ້າງຈິງຈັງໃນການສະແຫວງຫາຂອງພວກເຂົາລ້ວນແລ້ວແຕ່ມີປະສົບການບາງຢ່າງ, ພວກເຂົາສາມາດຂຽນບົດຄວາມຄຳພະຍານໄດ້ບໍ?” ພວກເຂົາຄວນຖາມຜູ້ທີ່ຫາກໍຍອມຮັບເສັ້ນທາງທີ່ແທ້ຈິງນຳອີກວ່າ ພວກເຂົາໄດ້ສືບສວນ ແລະ ມາຍອມຮັບມັນໄດ້ແນວໃດ ແລະ ພວກເຂົາສາມາດຂຽນຄວາມປະທັບໃຈຂອງພວກເຂົາກ່ຽວກັບເລື່ອງນີ້ໄດ້ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຕ້ອງສອບຖາມ, ຊອກຮູ້, ຕິດຕາມ ແລະ ຈັດຕັ້ງປະຕິບັດວຽກງານນີ້ຢ່າງຕໍ່ເນື່ອງເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງກວດກາເບິ່ງວ່າການຈັດຕັ້ງປະຕິບັດດຳເນີນໄປໄດ້ດີສໍ່າໃດອີກດ້ວຍວ່າ: “ໃນຊ່ວງເວລານີ້, ພວກເຈົ້າໄດ້ຈັດແຈງໃຫ້ຜູ້ຄົນເຮັດວຽກງານນີ້ແລ້ວ ຫຼື ບໍ່? ມີບົດຄວາມຄຳພະຍານຈາກປະສົບການຖືກຂຽນຂຶ້ນຈັກບົດແລ້ວ? ມີຈັກບົດທີ່ໄດ້ມາດຕະຖານ? ອັດຕາສ່ວນຂອງບົດຄວາມທີ່ໄດ້ມາດຕະຖານແມ່ນເທົ່າໃດ?” ຜູ້ຮັບຜິດຊອບຕອບວ່າ: “ຫຼັງຈາກການໂອ້ລົມຄັ້ງທີ່ຜ່ານມາ, ບົດຄວາມຄຳພະຍານຈາກປະສົບການບາງບົດກໍໄດ້ຖືກຂຽນຂຶ້ນໃນຄຣິສຕະຈັກຂອງພວກເຮົາແລ້ວ ແລະ ບົດຄວາມທີ່ໄດ້ມາດຕະຖານຈຳນວນໜຶ່ງກໍໄດ້ຖືກສົ່ງແລ້ວ. ພວກເຮົາໄດ້ເຮັດວຽກງານນີ້ຢ່າງຕໍ່ເນື່ອງ”. ແບບນີ້ກໍຖືວ່າເຮັດໄດ້ດີແລ້ວ; ນີ້ໝາຍຄວາມວ່າເຈົ້າໄດ້ເຮັດວຽກງານນີ້ຢ່າງຖືກຕ້ອງແລ້ວ. ເມື່ອເບິ່ງແບບນີ້ແລ້ວ, ມັນມີຄວາມສຳພັນໂດຍກົງລະຫວ່າງການທີ່ຄຣິສຕະຈັກສາມາດຜະລິດບົດຄວາມຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ບົດບາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່? ໃນດ້ານໜຶ່ງ, ພວກເຈົ້າຕ້ອງໂອ້ລົມກ່ຽວກັບວຽກງານດ້ານນີ້ຢ່າງຕໍ່ເນື່ອງ; ໃນອີກດ້ານໜຶ່ງ, ພວກເຈົ້າຕ້ອງນໍາພາໂດຍການເປັນແບບຢ່າງ, ສອບຖາມກ່ຽວກັບວຽກງານຢ່າງຕໍ່ເນື່ອງ ແລະ ຍັງຕ້ອງມີສ່ວນຮ່ວມ ແລະ ຕິດຕາມວຽກງານອີກດ້ວຍ. ຫຼັງຈາກທີ່ຕິດຕາມມາໄລຍະໜຶ່ງ ແລ້ວອອກຈາກຄຣິສຕະຈັກນີ້, ຕໍ່ມາພວກເຈົ້າກໍຄວນກັບມາເພື່ອກວດກາການຈັດຕັ້ງປະຕິບັດ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ສຳລັບທຸກການຈັດແຈງວຽກງານທີ່ເຮືອນຂອງພຣະເຈົ້າອອກຄຳສັ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດຕໍ່ມັນຢ່າງຈິງຈັງ ແລະ ຈັດຕັ້ງປະຕິບັດມັນຢ່າງຈິງຈັງ. ພວກເຈົ້າຄວນໃຊ້ການຈັດແຈງວຽກງານເພື່ອປຽບທຽບ ແລະ ກວດກາວຽກງານທັງໝົດທີ່ພວກເຈົ້າໄດ້ເຮັດຢູ່ເລື້ອຍໆ. ພວກເຈົ້າຄວນກວດສອບ ແລະ ໄຕ່ຕອງເບິ່ງອີກວ່າວຽກງານໃດທີ່ພວກເຈົ້າຍັງເຮັດບໍ່ໄດ້ດີ ຫຼື ຍັງຈັດຕັ້ງປະຕິບັດບໍ່ຖືກຕ້ອງໃນຊ່ວງເວລານີ້. ສຳລັບວຽກງານໃດໆທີ່ໄດ້ຮັບມອບໝາຍ ແລະ ຮຽກຮ້ອງໂດຍການຈັດແຈງວຽກງານທີ່ຖືກລະເລີຍ, ພວກເຈົ້າຄວນຊົດເຊີຍ ແລະ ສອບຖາມກ່ຽວກັບມັນໂດຍໄວ. ຖ້າເຈົ້າກຳລັງຫຍຸ້ງຢູ່ກັບວຽກງານສະເພາະໃດໜຶ່ງ ແລະ ບໍ່ສາມາດວາງມືໄດ້, ເຈົ້າສາມາດມອບໝາຍໃຫ້ຄົນອື່ນກວດກາ ແລະ ຕິດຕາມວຽກງານທີ່ຍັງເຮັດບໍ່ໄດ້ດີ. ຢ່າພຽງແຕ່ອອກຄຳສັ່ງ ແລະ ຄິດວ່າວຽກງານສຳເລັດແລ້ວ ຫຼັງຈາກທີ່ໄດ້ມອບໝາຍ ແລະ ຈັດແຈງວຽກງານ, ແລ້ວກໍຢືນຢູ່ເສີຍໆ. ໃນຖານະຜູ້ນໍາ, ພວກເຈົ້າຕ້ອງຮັບຜິດຊອບວຽກງານທັງໝົດ, ບໍ່ແມ່ນພຽງແຕ່ວຽກງານດຽວ. ຖ້າເຈົ້າເຫັນວ່າວຽກງານໃດໜຶ່ງສຳຄັນເປັນພິເສດ, ເຈົ້າສາມາດກວດກາວຽກງານນັ້ນໄດ້, ແຕ່ພວກເຈົ້າກໍຕ້ອງຫາເວລາເພື່ອກວດກາ, ຊີ້ນໍາ ແລະ ຕິດຕາມວຽກງານອື່ນໆເຊັ່ນກັນ. ຖ້າພວກເຈົ້າພໍໃຈພຽງແຕ່ກັບການເຮັດວຽກງານດຽວໃຫ້ໄດ້ດີ ແລ້ວກໍຖືວ່າສຳເລັດແລ້ວ ແລະ ມອບໝາຍວຽກງານອື່ນໃຫ້ຄົນອື່ນໂດຍບໍ່ສົນໃຈ ຫຼື ຖາມເຖິງ, ນີ້ຄືພຶດຕິກຳທີ່ບໍ່ຮັບຜິດຊອບ ແລະ ເປັນການລະເລີຍຄວາມຮັບຜິດຊອບ. ຖ້າເຈົ້າເປັນຜູ້ນໍາ, ບໍ່ວ່າເຈົ້າຈະຮັບຜິດຊອບຈັກວຽກງານກໍຕາມ, ມັນກໍເປັນຄວາມຮັບຜິດຊອບຂອງເຈົ້າທີ່ຈະຕ້ອງຖາມຄຳຖາມກ່ຽວກັບພວກມັນ ແລະ ສອບຖາມຢູ່ສະເໝີ, ໃນຂະນະດຽວກັນກໍຕ້ອງກວດກາພວກມັນ ແລະ ແກ້ໄຂບັນຫາໂດຍທັນທີເມື່ອມັນເກີດຂຶ້ນ. ນີ້ຄືວຽກຂອງເຈົ້າ. ດັ່ງນັ້ນ, ບໍ່ວ່າເຈົ້າຈະເປັນຜູ້ນໍາພາກພື້ນ, ຜູ້ນໍາເມືອງ, ຜູ້ນໍາຄຣິສຕະຈັກ ຫຼື ຫົວໜ້າທີມ ຫຼື ຜູ້ຮັບຜິດຊອບໃດໆກໍຕາມ, ເມື່ອເຈົ້າໄດ້ຮູ້ຂອບເຂດຄວາມຮັບຜິດຊອບຂອງເຈົ້າແລ້ວ, ເຈົ້າຕ້ອງກວດສອບຢູ່ເລື້ອຍໆວ່າເຈົ້າກຳລັງເຮັດວຽກງານຕົວຈິງ ຫຼື ບໍ່, ເຈົ້າໄດ້ບັນລຸຄວາມຮັບຜິດຊອບທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຄວນບັນລຸ ຫຼື ບໍ່, ພ້ອມທັງວຽກງານໃດແດ່ໃນວຽກງານຈຳນວນຫຼາຍທີ່ໄດ້ມອບໝາຍໃຫ້ເຈົ້າທີ່ເຈົ້າຍັງບໍ່ໄດ້ເຮັດ, ວຽກງານໃດທີ່ເຈົ້າບໍ່ຢາກເຮັດ, ວຽກງານໃດທີ່ເກີດຜົນບໍ່ດີ ແລະ ວຽກງານໃດທີ່ເຈົ້າບໍ່ສາມາດກຳແໜ້ນຫຼັກການໄດ້. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເຈົ້າຄວນກວດສອບຢູ່ເລື້ອຍໆ. ໃນເວລາດຽວກັນ, ເຈົ້າຕ້ອງຮຽນຮູ້ທີ່ຈະໂອ້ລົມ ແລະ ຖາມຄຳຖາມກັບຄົນອື່ນ ແລະ ຕ້ອງຮຽນຮູ້ວິທີລະບຸແຜນການ, ຫຼັກການ ແລະ ເສັ້ນທາງສຳລັບການປະຕິບັດໃນພຣະທຳຂອງພຣະເຈົ້າ ແລະ ການຈັດແຈງວຽກງານ. ຕໍ່ກັບການຈັດແຈງວຽກງານໃດໆ, ບໍ່ວ່າມັນຈະກ່ຽວຂ້ອງກັບການບໍລິຫານ, ບຸກຄະລາກອນ ຫຼື ຊີວິດຄຣິສຕະຈັກ ຫຼື ວຽກງານວິຊາຊີບປະເພດໃດກໍຕາມ, ຖ້າມັນກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນກໍເປັນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ ແລະ ຢູ່ໃນຂອບເຂດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບ, ເຊິ່ງສິ່ງເຫຼົ່ານີ້ກໍຄືວຽກງານທີ່ເຈົ້າຄວນໃສ່ໃຈ. ຕາມທຳມະຊາດແລ້ວ, ຄວນຈັດລຳດັບຄວາມສຳຄັນຕາມສະຖານະການ; ບໍ່ມີວຽກງານໃດທີ່ສາມາດຊັກຊ້າໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ຮ່າງກາຍຂ້ອຍມີພຽງຮ່າງດຽວ. ມີວຽກງານຫຼາຍຢ່າງໃນການຈັດແຈງວຽກງານ; ຂ້ອຍບໍ່ສາມາດຈັດການໄດ້ຢ່າງແນ່ນອນ ຖ້າຂ້ອຍຖືກມອບໝາຍໃຫ້ຮັບຜິດຊອບທັງໝົດ”. ຖ້າມີບາງວຽກງານທີ່ເຈົ້າບໍ່ສາມາດມີສ່ວນຮ່ວມດ້ວຍຕົນເອງໄດ້, ແລ້ວເຈົ້າໄດ້ຈັດແຈງໃຫ້ຄົນອື່ນເຮັດມັນແລ້ວ ຫຼື ບໍ່? ຫຼັງຈາກທີ່ໄດ້ຈັດແຈງແລ້ວ, ເຈົ້າໄດ້ຕິດຕາມ ແລະ ສອບຖາມບໍ? ເຈົ້າໄດ້ກວດສອບວຽກງານຂອງພວກເຂົາບໍ? ມັນເປັນໄປບໍ່ໄດ້ທີ່ພວກເຈົ້າຈະບໍ່ມີເວລາແມ່ນແຕ່ຈະສອບຖາມ ແລະ ກວດສອບ! ເວລາພຽງເທົ່ານີ້ຕ້ອງມີຢ່າງແນ່ນອນ! ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ຂ້ອຍສາມາດເຮັດວຽກໄດ້ເທື່ອລະຢ່າງເທົ່ານັ້ນ. ຖ້າເຈົ້າຂໍໃຫ້ຂ້ອຍກວດສອບ, ຂ້ອຍກໍສາມາດກວດສອບໄດ້ເທື່ອລະວຽກງານເທົ່ານັ້ນ; ຫຼາຍກວ່ານັ້ນແມ່ນເປັນໄປບໍ່ໄດ້”. ຖ້າເປັນແນວນັ້ນ, ພວກເຈົ້າກໍເປັນຄົນບໍ່ໄດ້ເລື່ອງ, ຄວາມສາມາດຂອງພວກເຈົ້າຕໍ່າທີ່ສຸດ, ພວກເຈົ້າບໍ່ມີຄວາມສາມາດໃນການເຮັດວຽກ, ພວກເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ພວກເຈົ້າຄວນລາອອກ. ຈົ່ງເຮັດວຽກງານບາງຢ່າງທີ່ເໝາະສົມກັບພວກເຈົ້າ, ຢ່າເຮັດໃຫ້ວຽກງານຂອງຄຣິສຕະຈັກ ແລະ ການເຕີບໂຕຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຊັກຊ້າ ຍ້ອນຄວາມສາມາດຂອງພວກເຈົ້າຕໍ່າເກີນໄປທີ່ຈະເຮັດວຽກໄດ້; ຖ້າພວກເຈົ້າຂາດຄວາມສາມາດໃນການໄຈ້ແຍກນີ້, ພວກເຈົ້າກໍເປັນຄົນເຫັນແກ່ຕົວ ແລະ ຊົ່ວຊ້າ. ຖ້າພວກເຈົ້າມີຄວາມສາມາດທຳມະດາ ແຕ່ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າໄດ້, ພວກເຈົ້າເຕັມໃຈທີ່ຈະຝຶກຝົນ ແລະ ພວກເຈົ້າຮູ້ສຶກບໍ່ແນ່ໃຈວ່າຈະສາມາດເຮັດວຽກໄດ້ດີ, ແລ້ວພວກເຈົ້າກໍຄວນຊອກຫາຄົນທີ່ມີຄວາມສາມາດດີສອງສາມຄົນມາຮ່ວມມືກັບພວກເຈົ້າໃນວຽກງານ. ນີ້ເປັນວິທີການທີ່ດີ ແລະ ຖືວ່າມີເຫດຜົນ. ຖ້າຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ແລະ ພວກເຈົ້າບໍ່ສາມາດແບກຮັບວຽກງານນີ້ໄດ້ຢ່າງແທ້ຈິງ, ແຕ່ຍັງຄົງຢາກຢູ່ໃນຕຳແໜ່ງນີ້ຕໍ່ໄປ ແລະ ເພີດເພີນກັບຜົນປະໂຫຍດຂອງມັນ, ແລ້ວພວກເຈົ້າກໍເປັນຄົນເຫັນແກ່ຕົວ ແລະ ຊົ່ວຊ້າ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຈິດສຳນຶກ ແລະ ເຫດຜົນ, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ຖ້າບໍ່ມີແມ່ນແຕ່ຄວາມເປັນມະນຸດນີ້, ພວກເຂົາກໍບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຢ່າງແນ່ນອນ ແລະ ເຖິງແມ່ນວ່າພວກເຂົາຈະເຮັດວຽກເລັກນ້ອຍ, ພວກເຂົາກໍຈະເປັນຜູ້ນໍາປອມທີ່ຈະນຳເອົາຄວາມເສຍຫາຍມາສູ່ຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກເທົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄຳນຶງເຖິງເຈດຕະນາຂອງພຣະເຈົ້າ; ພວກເຂົາຕ້ອງບໍ່ເປັນຜະເດັດການ ແລະ ຮັບຜິດຊອບທຸກຢ່າງດ້ວຍຕົນເອງຢ່າງເດັດຂາດ, ຈົນໃນທີ່ສຸດກໍບໍ່ໄດ້ເຮັດວຽກໃດດີ ແລະ ເຮັດໃຫ້ວຽກງານທັງໝົດຂອງຄຣິສຕະຈັກຊັກຊ້າ, ພ້ອມທັງທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ນັ້ນຈະບໍ່ເປັນການຝ່າຝືນທີ່ຍິ່ງໃຫຍ່ບໍ? ສະນັ້ນ, ຄົນທີ່ມີຄວາມສາມາດຕໍ່າເກີນໄປບໍ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຢ່າງແນ່ນອນ. ຜູ້ທີ່ຂາດຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າໄດ້ນັ້ນ ກໍຍິ່ງບໍ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້; ພວກເຂົາບໍ່ສາມາດຖືກມອບໝາຍໃຫ້ຮັບຜິດຊອບວຽກງານໃດໆໄດ້. ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ການມີການຮັບຮູ້ຕົວເອງເປັນສິ່ງທີ່ສຳຄັນ. ຖ້າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ຍັງຢາກຮັບຜິດຊອບທຸກຢ່າງດ້ວຍຕົນເອງ ແລະ ມັກເພີດເພີນກັບຜົນປະໂຫຍດຈາກສະຖານະ, ນີ້ຄືຄຳນິຍາມທີ່ແທ້ຈິງຂອງຜູ້ນໍາປອມ ແລະ ເຈົ້າຄວນຖືກໄລ່ອອກ ແລະ ກຳຈັດອອກ.

ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸກ່ຽວກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າແລ້ວ, ຕອນນີ້ພວກເຈົ້າມີເສັ້ນທາງກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ? (ມີແລ້ວ.) ມີຄວາມຫຍຸ້ງຍາກຫຍັງບໍ? ໃນບັນດາວຽກງານຕ່າງໆ ທີ່ໄດ້ກ່າວໄວ້ໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ພວກເຮົາໄດ້ໂອ້ລົມກັນ, ບາງຄົນອາດຈະສຸມໃສ່ພຽງແຕ່ດ້ານໜຶ່ງ ຫຼື ສອງດ້ານເທົ່ານັ້ນ, ໃນຂະນະທີ່ຄົນອື່ນອາດຈະບໍ່ສາມາດເຮັດສຳເລັດໄດ້ແມ່ນແຕ່ດ້ານໜຶ່ງ ຫຼື ສອງດ້ານ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດສຸມໃສ່ດ້ານໜຶ່ງ ຫຼື ສອງດ້ານຂອງວຽກງານ, ຖ້າພວກເຂົາມີຄວາມສາມາດພຽງພໍ ແລະ ຍັງສາມາດຮຽນຮູ້ທີ່ຈະຕິດຕາມດ້ານອື່ນໆຂອງວຽກງານອີກດ້ວຍ, ແລ້ວໂດຍພື້ນຖານແລ້ວ ພວກເຂົາກໍໄດ້ມາດຕະຖານ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາຢູ່ໃນລະດັບຂອງການເທດສະໜາຫຼັກຄຳສອນ ແລະ ການຈັດການເຕົ້າໂຮມເທົ່ານັ້ນ ແຕ່ບໍ່ສາມາດເຮັດວຽກງານສະເພາະໄດ້ ແລະ ເມື່ອຖືກຂໍໃຫ້ມີສ່ວນຮ່ວມໃນການກວດກາ ແລະ ຕິດຕາມວຽກງານສະເພາະ, ພວກເຂົາກໍກັງວົນ, ໂດຍບໍ່ມີແຜນການ, ຂັ້ນຕອນ ຫຼື ເສັ້ນທາງທີ່ຈະປະຕິບັດຕາມ, ບໍ່ຮູ້ວ່າຈະເຮັດຫຍັງ, ນີ້ກໍສະແດງໃຫ້ເຫັນເຖິງຄວາມສາມາດທີ່ຕໍ່າ. ຄົນທີ່ມີຄວາມສາມາດຕໍ່າສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ບໍ? (ບໍ່ໄດ້.) ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວແມ່ນບໍ່ໄດ້ມາດຕະຖານ. ພວກເຈົ້າຄວນຈັດການກັບຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວແນວໃດ? ຈົ່ງບອກພວກເຂົາວ່າ: “ການຈັດແຈງວຽກງານໄດ້ຖືກອອກຄຳສັ່ງແລ້ວ ແລະ ພວກເຮົາກໍມີຄວາມເຂົ້າໃຈຢ່າງຊັດເຈນແລ້ວວ່າຕ້ອງປະຕິບັດວຽກງານໃດ ແລະ ຍຶດໝັ້ນໃນຫຼັກການໃດ, ແຕ່ເຈົ້າບໍ່ຮູ້ວ່າຈະເຮັດຫຍັງ ແລະ ບໍ່ມີເສັ້ນທາງທີ່ຈະປະຕິບັດຕາມ. ແຕ່ເຈົ້າຍັງມີໜ້າມີຕາມາໂອ້ລົມ ແລະ ເທດສະໜາສັ່ງສອນພວກເຮົາອີກ. ເຈົ້າຄວນລາອອກທັນທີ! ເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ສາມາດບັນລຸຄວາມຮັບຜິດຊອບນີ້ໄດ້. ຈົ່ງມອບມັນໃຫ້ຄົນທີ່ມີຄວາມສາມາດໂດຍໄວ! ເຊົາຮ້ອງຄຳຂວັນຢູ່ບ່ອນນີ້ໄດ້ແລ້ວ, ບໍ່ມີໃຜຢາກຟັງ!” ນີ້ເປັນວິທີການຈັດການທີ່ເໝາະສົມບໍ? (ເໝາະສົມ.) ຖ້າເຈົ້າເຮັດວຽກບໍ່ເປັນ, ຈະຮ້ອງຄຳຂວັນຢ່າງຫຼັບຫູຫຼັບຕາໄປເພື່ອຫຍັງ! ທຸກຄົນສາມາດອ່ານຄຳເວົ້າໃນການຈັດແຈງວຽກງານໄດ້; ທຸກຄົນສາມາດເວົ້າຫຼັກຄຳສອນໄດ້, ສິ່ງສຳຄັນຄືເຈົ້າລົງມືເຮັດແນວໃດ. ຖ້າເຈົ້າເຮັດບໍ່ເປັນ, ແລ້ວເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ບໍ່ມີວຽກງານໃດທີ່ງ່າຍດາຍຄືກັບໜຶ່ງບວກໜຶ່ງເທົ່າກັບສອງ. ທຸກວຽກງານຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກພັດທະນາແຜນການຈັດຕັ້ງປະຕິບັດສະເພາະພາຍໃນຂອບເຂດຂອງຫຼັກການໂດຍອີງໃສ່ສະຖານະການສະເພາະ. ໃນເວລາດຽວກັນ, ພວກເຂົາຕ້ອງຮູ້ວິທີຊີ້ນຳ, ກວດກາ ແລະ ຕິດຕາມຈົນກວ່າວຽກງານຈະຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຕອບສະໜອງຂໍ້ກຳນົດຂອງການຈັດແຈງວຽກງານຢ່າງຄົບຖ້ວນ, ເກີດໝາກອອກຜົນ ແລະ ໄດ້ຮັບຜົນສຳເລັດ. ເມື່ອນັ້ນເທົ່ານັ້ນທີ່ພວກເຂົາໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ເມື່ອນັ້ນເທົ່ານັ້ນທີ່ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ.

ທັດສະນະຄະຕິ ແລະ ການສະແດງອອກຂອງຜູ້ນໍາປອມກ່ຽວກັບການຈັດແຈງວຽກງານ

ພວກເຮົາຫາກໍໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ ເມື່ອເວົ້າເຖິງການຈັດແຈງວຽກງານ. ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບວ່າຜູ້ນໍາປອມມີການສະແດງອອກຫຍັງແດ່. ໃນບັນດາຜູ້ນໍາປອມທີ່ພວກເຈົ້າໄດ້ພົບພໍ້, ທັດສະນະຄະຕິຂອງພວກເຂົາຕໍ່ກັບການຈັດແຈງວຽກງານແມ່ນຫຍັງ? ພວກເຂົາສະແດງອອກເຖິງການກະທຳ ແລະ ການສະແດງອອກຫຍັງແດ່? ໂດຍທົ່ວໄປແລ້ວ ຜູ້ນໍາປອມຈະເຂົ້າໃຈຈາກຄຳເວົ້າຂອງການຈັດແຈງວຽກງານວ່າຄວນເຮັດຫຍັງ, ຂໍ້ກຳນົດສະເພາະຂອງເບື້ອງເທິງແມ່ນຫຍັງ ແລະ ໂຄງການວຽກງານສະເພາະແມ່ນຫຍັງ, ແຕ່ພວກເຂົາເຂົ້າໃຈມັນໃນດ້ານຫຼັກຄຳສອນເທົ່ານັ້ນ. ພວກເຂົາຍັງບໍ່ເຂົ້າໃຈ ຫຼື ຮັບຮູ້ຢ່າງຖີ່ຖ້ວນເຖິງຫຼັກການ, ມາດຕະຖານ ແລະ ເສັ້ນທາງການປະຕິບັດສະເພາະສຳລັບການຈັດຕັ້ງປະຕິບັດການຈັດແຈງວຽກງານ. ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານ, ພວກເຂົາກໍເຮັດແບບຂໍໄປທີ, ໂອ້ລົມກ່ຽວກັບວິທີເຮັດວຽກ ແລະ ວິທີອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານ. ເຖິງຢ່າງໃດກໍຕາມ, ບໍ່ວ່າພວກເຂົາຈະໂອ້ລົມຫຼາຍສໍ່າໃດກໍຕາມ, ມັນກໍເປັນພຽງຄວາມເຂົ້າໃຈຕາມຕົວອັກສອນ, ຕາມຫຼັກຄຳສອນຂອງການຈັດແຈງວຽກງານເທົ່ານັ້ນ. ສ່ວນວິທີການຈັດຕັ້ງປະຕິບັດການຈັດແຈງວຽກງານຢ່າງສະເພາະເຈາະຈົງ ແລະ ຜົນໄດ້ຮັບທີ່ຈະສາມາດບັນລຸໄດ້, ພ້ອມທັງການຈັດຕັ້ງປະຕິບັດຈະມີປະສິດທິຜົນສໍ່າໃດ ຖ້າພວກເຂົາເລືອກຄົນບາງຄົນມາເຮັດວຽກ ຫຼື ເລືອກແຜນການໃດໜຶ່ງມາຈັດຕັ້ງປະຕິບັດ ຫຼື ເປົ້າໝາຍ ແລະ ຜົນໄດ້ຮັບທີ່ການຈັດແຈງວຽກງານຮຽກຮ້ອງຈະສາມາດບັນລຸໄດ້ ຫຼື ບໍ່, ພວກເຂົາກໍບໍ່ຮູ້ ແລະ ບໍ່ຊັດເຈນກ່ຽວກັບດ້ານເຫຼົ່ານີ້. ເມື່ອຜູ້ນໍາປອມຈັດຕັ້ງປະຕິບັດການຈັດແຈງວຽກງານ, ໂດຍທົ່ວໄປແລ້ວ ພວກເຂົາຈະຈັດການເຕົ້າໂຮມເພື່ອເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ມອບໝາຍວຽກງານ, ກ່າວເຖິງຂໍ້ກຳນົດຂອງພຣະເຈົ້າສອງສາມຂໍ້ ແລະ ຈາກນັ້ນກໍໃຫ້ທຸກຄົນສະແດງຄວາມຕັ້ງໃຈຂອງພວກເຂົາ. ພວກເຂົາຖືວ່ານີ້ຄືການເຮັດວຽກຂອງພວກເຂົາ. ພວກເຂົາເຊື່ອວ່າຕາບໃດທີ່ພວກເຂົາໄດ້ມອບໝາຍວຽກງານ, ແຕ່ງຕັ້ງຄົນໃຫ້ຮັບຜິດຊອບ ແລະ ກ່າວເຖິງຜົນໄດ້ຮັບທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ, ພວກເຂົາກໍໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາແລ້ວ. ຈາກນັ້ນພວກເຂົາກໍນອນຕີນກ່າຍໜ້າຜາກໄດ້, ຄືກັບວ່າວຽກງານສຳເລັດແລ້ວ. ພວກເຂົາບໍ່ຮູ້ເລີຍວ່າຄວນກວດກາວຽກງານເມື່ອໃດ, ບັນຫາ ແລະ ຄວາມຫຍຸ້ງຍາກຫຍັງທີ່ອາດຈະເກີດຂຶ້ນໃນວຽກງານ ແລະ ບັນຫາໃດທີ່ຄົນຂັ້ນລຸ່ມສາມາດແກ້ໄຂໄດ້ ແລະ ບໍ່ສາມາດແກ້ໄຂໄດ້. ພວກເຂົາຍັງບໍ່ຮູ້ວ່າຍັງມີວຽກງານສຳຄັນໃດທີ່ຕ້ອງໄດ້ຮັບການຕິດຕາມ ແລະ ໃຫ້ການນໍາພາ. ຕົວຢ່າງ: ຂັ້ນຕອນສຳຄັນຕ່າງໆເຊັ່ນ: ການຊີ້ນໍາ, ການຊຸກຍູ້ ແລະ ການກວດກາບໍ່ເຄີຍຢູ່ໃນຄວາມຄິດຂອງຜູ້ນໍາປອມເລີຍ. ຜູ້ນໍາປອມທີ່ດີກວ່າເລັກນ້ອຍ, ຜູ້ທີ່ຂ້ອນຂ້າງມີຈິດສຳນຶກ ແລະ ບໍ່ຢາກກິນລ້າ, ພວກເຂົາເຊື່ອວ່າພວກເຂົາຄວນເຮັດວຽກງານບາງຢ່າງ. ພວກເຂົາຈະໄປຢ້ຽມຢາມຄຣິສຕະຈັກ ແລະ ຖາມອ້າຍເອື້ອຍນ້ອງວ່າພວກເຂົາມີບັນຫາຫຍັງບໍ່. ມີຄົນບອກພວກເຂົາວ່າ: “ພວກເຮົາອ້າຍເອື້ອຍນ້ອງມັກຈະມີຂໍ້ຂັດແຍ່ງກັນເມື່ອພວກເຮົາຢູ່ຮ່ວມກັນ. ເມື່ອຄວາມຄິດເຫັນຂອງພວກເຮົາແຕກຕ່າງກັນ, ພວກເຮົາກໍຖຽງກັນບໍ່ສິ້ນສຸດ ແລະ ເປີດເຜີຍຄວາມຫົວຮ້ອນ”. ຜູ້ນໍາປອມກໍເວົ້າວ່າ: “ເລື່ອງນີ້ແກ້ໄຂງ່າຍ” ແລະ ຈາກນັ້ນກໍຈັດການເຕົ້າໂຮມ, ບ່ອນທີ່ພວກເຂົາໂອ້ລົມວ່າ: “ຄົນເຮົາຄວນຮຽນຮູ້ຄວາມອົດທົນ ແລະ ຄວາມໃຈເຢັນ; ຄົນເຮົາຄວນຮຽນຮູ້ທີ່ຈະຖ່ອມຕົວ, ບໍ່ອວດດີ ແລະ ຮຽນຮູ້ການອ່ອນນ້ອມ. ນີ້ຄືເຈດຕະນາຂອງພຣະເຈົ້າ. ຜູ້ໃດທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຄວນໄຕ່ຕອງຕົນເອງ ແລະ ຍອມຮັບການລິຮານ, ບໍ່ແມ່ນດຳເນີນຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ”. ຫຼັງຈາກທີ່ພວກເຂົາໄດ້ໂອ້ລົມຫຼັກຄຳສອນທັງໝົດນີ້ແລ້ວ, ພວກເຂົາກໍເວົ້າວ່າ: “ພວກເຈົ້າສາມາດຈັດການບັນຫາທີ່ເຫຼືອດ້ວຍຕົນເອງໄດ້. ຂ້ອຍບໍ່ຊຳນານໃນເລື່ອງເຕັກນິກຫຼາຍ. ເຖິງຢ່າງໃດກໍຕາມ, ຂ້ອຍໄດ້ຈັດການເຕົ້າໂຮມນີ້ໃຫ້ພວກເຈົ້າແລ້ວ; ພວກເຈົ້າພຽງແຕ່ເຮັດວຽກຕາມທີ່ພວກເຈົ້າເຫັນວ່າເໝາະສົມ. ສິ່ງທີ່ສຳຄັນ ແລະ ຈຳເປັນກໍຄືການຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ບໍ່ຍຶດໝັ້ນກັບແນວຄິດຂອງຕົນເອງ”. ຫຼັງຈາກທີ່ໄດ້ຟັງ, ຜູ້ຄົນກໍໄຕ່ຕອງ ແລະ ເວົ້າວ່າ: “ບັນຫາຂອງພວກເຮົາບໍ່ແມ່ນພຽງແຕ່ການເປີດເຜີຍຄວາມເສື່ອມຊາມ, ຄວາມຫົວຮ້ອນ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວເທົ່ານັ້ນ, ແຕ່ຍັງເປັນການທີ່ພວກເຮົາບໍ່ແນ່ໃຈ ແລະ ບໍ່ຊັດເຈນກ່ຽວກັບບັນຫາທາງເຕັກນິກບາງຢ່າງ ແລະ ບໍ່ຮູ້ວ່າຈະປະຕິບັດຕາມຫຼັກການແນວໃດ. ບັນຫານີ້ຍັງບໍ່ໄດ້ຮັບການແກ້ໄຂ!” ຜູ້ນໍາປອມກໍຕອບວ່າ: “ຈົ່ງອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ເມື່ອອຸປະນິໄສທີ່ເສື່ອມຊາມທີ່ພວກເຈົ້າເປີດເຜີຍຖືກແກ້ໄຂແລ້ວ, ບັນຫາເຫຼົ່ານີ້ກໍຈະຖືກແກ້ໄຂເຊັ່ນກັນ”. ວຽກງານທີ່ຜູ້ນໍາປອມຊຳນານທີ່ສຸດແມ່ນການເວົ້າຫຼັກຄຳສອນ ແລະ ການຮ້ອງຄຳຂວັນ. ພວກເຂົາບໍ່ໄດ້ຄາດຄິດເຖິງບັນຫາທີ່ອາດຈະເກີດຂຶ້ນໃນວຽກງານ. ເມື່ອມີຄົນຍົກບັນຫາຂຶ້ນມາ, ພວກເຂົາກໍມີວິທີແກ້ໄຂພຽງຢ່າງດຽວ, ນັ້ນກໍຄືການອະທິບາຍດ້ວຍຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ຈາກນັ້ນກໍໃຫ້ຄຳຕັກເຕືອນ ຫຼື ຄຳແນະນຳ ແລະ ຖືວ່າມັນຈົບແລ້ວ. ພວກເຂົາບໍ່ສາມາດຄິດແຜນການສະເພາະໃດໆອອກມາໄດ້ ແລະ ບໍ່ສາມາດໃຫ້ການນໍາພາ ແລະ ການຊ່ວຍເຫຼືອທີ່ຖືກຕ້ອງໄດ້. ວຽກງານຂອງຜູ້ນໍາປອມບໍ່ແມ່ນງ່າຍດາຍ ແລະ ສະບາຍບໍ? ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍພຽງແຕ່ເທດສະໜາ, ໂດຍສຸມໃສ່ການເວົ້າຫຼັກຄຳສອນ ແລະ ຮ້ອງຄຳຂວັນເປັນຫຼັກ. ສະຖານະການນີ້ຂ້ອນຂ້າງພົບເຫັນໄດ້ທົ່ວໄປໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ, ແມ່ນບໍ? ພວກເຂົາບໍ່ສາມາດຈັດຕັ້ງປະຕິບັດວຽກງານສະເພາະໄດ້ ແລະ ບໍ່ຮູ້ວິທີດຳເນີນການ, ຈັດຕັ້ງປະຕິບັດ ຫຼື ຕິດຕາມການຈັດແຈງວຽກງານທີ່ອອກຄຳສັ່ງໃຫ້. ພວກເຂົາບໍ່ຮູ້ວ່າຄວາມຮັບຜິດຊອບໃນວຽກງານຂອງພວກເຂົາແມ່ນຫຍັງ ຫຼື ວຽກງານໃດທີ່ພວກເຂົາຄວນປະຕິບັດ. ເມື່ອຖືກຂໍໃຫ້ເຮັດວຽກງານສະເພາະ, ພວກເຂົາກໍພຽງແຕ່ຮ້ອງຄຳຂວັນ. ເມື່ອມີຄົນຍົກບັນຫາຂຶ້ນມາ, ພວກເຂົາກໍຖືວ່າມັນເປັນໂອກາດທີ່ຈະເລີ່ມເທດສະໜາ. ຖ້າມີບັນຫາສຳຄັນທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ຖືກຍົກຂຶ້ນມາ, ພວກເຂົາກໍຈະໃຊ້ການລິຮານ ແລະ ການຕຳໜິຜູ້ຄົນ. ພວກເຂົາບໍ່ມີວິທີແກ້ໄຂອື່ນ ແລະ ບໍ່ສາມາດແກ້ໄຂບັນຫາ ແລະ ການບ່ຽງເບນທີ່ເກີດຂຶ້ນໃນວຽກງານໄດ້ເລີຍ. ນີ້ຄືລັກສະນະຕົ້ນຕໍຂອງຜູ້ນໍາປອມ. ຍັງມີຜູ້ນໍາປອມທີ່ຖືກຂໍໃຫ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ກວດກາເບິ່ງວ່າມີຄວາມຫຍຸ້ງຍາກໃດທີ່ເກີດຂຶ້ນໃນຂະນະທີ່ກຳລັງດຳເນີນວຽກງານ, ຖ້າພວກເຂົາສາມາດແກ້ໄຂຄວາມຫຍຸ້ງຍາກໄດ້, ພວກເຂົາກໍຄວນເຮັດທັນທີ; ຖ້າພວກເຂົາເຮັດບໍ່ໄດ້, ພວກເຂົາກໍສາມາດລວບລວມຄຳຖາມບາງຢ່າງ ແລະ ສະແຫວງຫາຈາກເບື້ອງເທິງ, ແລ້ວເບື້ອງເທິງກໍຈະແກ້ໄຂໃຫ້. ແຕ່ສິ່ງທີ່ເກີດຂຶ້ນກໍຄື ເມື່ອພວກເຂົາລົງພື້ນທີ່ເພື່ອມີສ່ວນຮ່ວມໃນວຽກງານນີ້, ພວກເຂົາກໍເອີ້ນທຸກຄົນມາເຕົ້າໂຮມກັນໝົດມື້ ແລະ ນອກຈາກການຄົ້ນພົບວ່າໃຜມີຂໍ້ຂັດແຍ່ງກັບໃຜ, ໃຜຖຽງກັບໃຜຢູ່ສະເໝີ, ຄວາມເປັນມະນຸດຂອງໃຜທີ່ບໍ່ຄ່ອຍດີປານໃດ, ໃຜມີຄວາມຢັ່ງຮູ້ທີ່ບິດເບືອນ, ໃຜອວດດີ ແລະ ຍຶດໝັ້ນກັບແນວຄິດຂອງຕົນເອງຢູ່ສະເໝີ, ໃຜກິນຫຼາຍ ແລະ ຂີ້ຄ້ານ, ໃຜຄ້າຍຄືກັບຜູ້ບໍ່ເຊື່ອ ແລະ ໃຜເປັນຄົນຊົ່ວຊ້າ, ພວກເຂົາກໍບໍ່ສາມາດລະບຸບັນຫາ ຫຼື ຄວາມຫຍຸ້ງຍາກໃດໆທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດວຽກງານໄດ້ ແລະ ພວກເຂົາກໍບໍ່ສາມາດເຫັນບັນຫາເຫຼົ່ານີ້ໄດ້ເລີຍ. ພວກເຈົ້າຄິດວ່າຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວສາມາດດຳເນີນວຽກງານຂອງພວກເຂົາໄດ້ບໍ? (ບໍ່ໄດ້.) ບັນຫາມັນຢູ່ໃສ? (ຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ສາມາດລະບຸບັນຫາໄດ້.) ມີຜູ້ນໍາດັ່ງກ່າວຈັກຄົນຢູ່ອ້ອມຂ້າງພວກເຈົ້າ? ຜູ້ນໍາຂອງພວກເຈົ້າສາມາດລະບຸບັນຫາໄດ້ບໍ? ຖ້າການຈັດແຈງວຽກງານຖືກອອກຄຳສັ່ງໃຫ້ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກພຽງແຕ່ຮ້ອງຄຳຂວັນ ແລະ ເທດສະໜາໂດຍບໍ່ມີແຜນການ ຫຼື ຂັ້ນຕອນສະເພາະໃດໆ ເພື່ອຈັດຕັ້ງປະຕິບັດການຈັດແຈງວຽກງານ, ບໍ່ຮູ້ວິທີເຮັດວຽກ, ແລ້ວວຽກງານກໍບໍ່ສາມາດຈັດຕັ້ງປະຕິບັດໄດ້. ມັນກໍເທົ່າກັບວ່າວຽກງານນັ້ນບໍ່ມີຕົວຕົນ. ປັດໄຈສຳຄັນຂອງການຈັດຕັ້ງປະຕິບັດການຈັດແຈງວຽກງານໃນຄຣິສຕະຈັກໄດ້ດີສໍ່າໃດ ແລະ ປະສິດທິຜົນຂອງມັນນັ້ນຂຶ້ນຢູ່ກັບວ່າຜູ້ນໍາ ແລະ ຜູ້ເຮັດວຽກສາມາດເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມສາມາດດີ, ມີຄວາມສາມາດໃນການເຮັດວຽກ ແລະ ມີຄວາມຈົງຮັກພັກດີ, ແລ້ວການຈັດແຈງວຽກງານກໍຈະຖືກຈັດຕັ້ງປະຕິບັດໄດ້ດີ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມສາມາດຕໍ່າ, ເບົາປັນຍາ ແລະ ຂາດຄວາມສາມາດໃນການເຮັດວຽກ, ແລ້ວບໍ່ວ່າຄຣິສຕະຈັກຈະມີຜູ້ທີ່ມີຄວາມສາມາດພິເສດໃນຂົງເຂດວຽກງານນັ້ນ ຫຼື ບໍ່ ຫຼື ອ້າຍເອື້ອຍນ້ອງຈະເຕັມໃຈທີ່ຈະເຮັດສ່ວນຂອງພວກເຂົາສໍ່າໃດກໍຕາມ, ການຈັດແຈງວຽກງານກໍບໍ່ສາມາດຈັດຕັ້ງປະຕິບັດໄດ້, ບໍ່ຕ້ອງເວົ້າເຖິງການບັນລຸຜົນໄດ້ຮັບໃດໆເລີຍ.

ວຽກງານຂອງຜູ້ນໍາປອມແມ່ນຖືກຈຳກັດຢູ່ພຽງແຕ່ສິ່ງທີ່ຜູ້ຄົນສາມາດເຫັນໄດ້ເທິງຜິວເຜີນ. ເຖິງແມ່ນວ່າເມື່ອພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ, ມັນກໍເປັນພຽງແຕ່ການເຮັດແບບພໍເປັນພິທີ, ໂດຍບໍ່ມີການຕິດຕາມ ຫຼື ການກວດກາໃດໆຕາມມາເລີຍ. ວຽກງານຂອງພວກເຂົາຢູ່ໃນລະດັບຂອງການເຮັດແບບຂໍໄປທີ; ມັນບໍ່ມີກຳລັງທີ່ແທ້ຈິງຢູ່ເບື້ອງຫຼັງ ແລະ ລົ້ມເຫຼວທີ່ຈະບັນລຸຜົນໄດ້ຮັບໃດໆ. ຕົວຢ່າງ: ກັບວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການ, ຫຼັງຈາກທີ່ໄດ້ຮັບການຈັດແຈງວຽກງານນີ້, ຜູ້ນໍາປອມກໍເອີ້ນຄົນມາເຕົ້າໂຮມເພື່ອໂອ້ລົມ ແລະ ແກ້ໄຂຄຳຖາມຕ່າງໆທີ່ພວກເຂົາມີກ່ຽວກັບການຈັດແຈງວຽກງານທີ່ພວກເຂົາບໍ່ເຂົ້າໃຈ. ຫຼັງຈາກທີ່ພວກເຂົາເທດສະໜາຫຼັກຄຳສອນຈົບ ແລະ ຜູ້ຄົນເບິ່ງຄືວ່າເຂົ້າໃຈ, ຜູ້ນໍາປອມກໍຄິດວ່າ: “ວຽກງານໄດ້ຖືກມອບໝາຍແລ້ວ, ແລ້ວຂ້ອຍຄວນເຮັດຫຍັງ? ເນື່ອງຈາກເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການ, ຂ້ອຍກໍຕ້ອງຂຽນຄືກັນ. ຖ້າຂ້ອຍບໍ່ຂຽນ, ຄົນອື່ນກໍຈະບໍ່ເບິ່ງຂ້າມຂ້ອຍໃນຖານະຜູ້ນໍາບໍ?” ພວກເຂົາຄິດຄົ້ນຢູ່ເຮືອນກ່ຽວກັບສິ່ງທີ່ຈະຂຽນ ແລະ ຫຼັງຈາກຜ່ານໄປໜຶ່ງມື້, ພວກເຂົາກໍຍັງບໍ່ໄດ້ຂຽນຫຍັງເລີຍ. ພວກເຂົາຄິດວ່າ: “ການຂຽນບົດຄວາມແມ່ນຂ້ອນຂ້າງທ້າທາຍ. ໂດຍປົກກະຕິແລ້ວ, ຂ້ອຍຮູ້ສຶກວ່າຂ້ອຍມີປະສົບການ, ແຕ່ເປັນຫຍັງພວກມັນຈຶ່ງຫາຍໄປເມື່ອຂ້ອຍເລີ່ມຂຽນ? ປະສົບການເຫຼົ່ານັ້ນຫາຍໄປໃສ? ບໍ່ແມ່ນ, ຂ້ອຍມີປະສົບການ, ມັນເປັນພຽງແຕ່ວິທີການຂຽນເຮັດໃຫ້ຂ້ອຍໄປຕໍ່ບໍ່ເປັນ. ຂ້ອຍໄດ້ອອກໄປຂ້າງນອກ ແລະ ພົວພັນກັບຜູ້ຄົນຫຼາຍເກີນໄປ, ເຊິ່ງເຮັດໃຫ້ຂ້ອຍວອກແວກ, ເຮັດໃຫ້ຍາກທີ່ຈະຕັ້ງສະມາທິ. ຂ້ອຍບໍ່ສາມາດໂອ້ລົມ ແລະ ປຶກສາຫາລືວຽກງານກັບຜູ້ຄົນຢູ່ສະເໝີໄດ້; ຖ້າບໍ່ດັ່ງນັ້ນ, ຈິດໃຈຂອງຂ້ອຍກໍຈະວຸ້ນວາຍຢູ່ເລື້ອຍໆ ແລະ ຂ້ອຍກໍຈະບໍ່ສາມາດຂຽນບົດຄວາມໄດ້. ຂ້ອຍຕ້ອງໃຊ້ເວລາທີ່ງຽບສະຫງົບເພື່ອຄິດຢ່າງຮອບຄອບກ່ຽວກັບວິທີຂຽນມັນໃຫ້ຖືກຕ້ອງກ່ອນທີ່ຂ້ອຍຈະຂຽນໄດ້”. ພວກເຂົາໄດ້ເຮັດໃຫ້ການຂຽນບົດຄວາມເປັນວຽກງານຫຼັກຂອງພວກເຂົາ ແລະ ປະຕິບັດຕໍ່ວຽກງານທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຄວນເຮັດເປັນວຽກງານຮອງ. ພວກເຂົາໃຊ້ເວລາໝົດມື້ໃນການຂຽນບົດຄວາມຢູ່ເຮືອນ, ໂດຍບໍ່ໃສ່ໃຈກັບການຈັດຕັ້ງປະຕິບັດວຽກງານ ແລະ ບໍ່ໄດ້ຊອກຮູ້ ຫຼື ກຳແໜ້ນວ່າໃນຄຣິສຕະຈັກຕ່າງໆມີຄົນຈັກຄົນທີ່ສາມາດຂຽນບົດຄວາມໄດ້ ຫຼື ມີຄົນທີ່ເໝາະສົມທີ່ຈະຊີ້ນໍາ ແລະ ກວດກາຄັດເລືອກວຽກງານ ຫຼື ບໍ່, ພວກເຂົາບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານີ້ເລີຍ. ໜຶ່ງເດືອນຜ່ານໄປ ແລະ ບໍ່ພຽງແຕ່ພວກເຂົາບໍ່ໄດ້ຂຽນບົດຄວາມດ້ວຍຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ຮູ້ວ່າວຽກງານນີ້ກຳລັງຄືບໜ້າແນວໃດໃນຄຣິສຕະຈັກ. ນີ້ແມ່ນບັນຫາຫຍັງ? ຫຼັງຈາກທີ່ການຈັດແຈງວຽກງານຖືກອອກຄຳສັ່ງໃຫ້, ຜູ້ນໍາຄຣິສຕະຈັກບາງຄົນທີ່ມີຄວາມສາມາດຕໍ່າກໍບໍ່ຮູ້ວິທີເຮັດວຽກງານຕົວຈິງ. ເຊັ່ນດຽວກັນກັບບຸກຄົນນີ້, ພວກເຂົາພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ແລະ ຮ້ອງຄຳຂວັນ, ແລ້ວກໍແລ້ວໄປ. ບໍ່ວ່າອ້າຍເອື້ອຍນ້ອງຈະເຕັມໃຈທີ່ຈະຂຽນ ຫຼື ບໍ່ກໍບໍ່ສຳຄັນສຳລັບພວກເຂົາ; ຜູ້ນໍາບໍ່ໄດ້ຊຸກຍູ້ ຫຼື ນໍາພາພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການແກ້ໄຂພວກເຂົາ ແລະ ຜູ້ນໍາປອມກໍບໍ່ສົນໃຈຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວ. ອ້າຍເອື້ອຍນ້ອງບາງຄົນຂຽນບົດຄວາມປະເພດໜຶ່ງ ແລະ ບາງຄົນກໍຂຽນອີກປະເພດໜຶ່ງ, ແຕ່ບໍ່ມີໃຜກວດກາຄັດເລືອກວ່າສິ່ງທີ່ພວກເຂົາຂຽນນັ້ນເປັນພາກປະຕິບັດ ແລະ ສອດຄ່ອງກັບຫຼັກການ ຫຼື ບໍ່. ອ້າຍເອື້ອຍນ້ອງບໍ່ເຂົ້າໃຈຫຼັກການ ແລະ ບໍ່ຮູ້ວ່າຈະຖາມໃຜ; ພວກເຂົາພຽງແຕ່ຂຽນເພາະພວກເຂົາຖືກບອກໃຫ້ຂຽນ, ພວກເຂົາເຊື່ອຟັງການຈັດແຈງຂອງເຮືອນຂອງພຣະເຈົ້າ. ຍັງມີບາງຄົນທີ່ມີປະສົບການແຕ່ຂາດການສຶກສາ; ຄົນເຫຼົ່ານີ້ບໍ່ມີໃຜຊ່ວຍກວດແກ້ບົດຄວາມຂອງພວກເຂົາ ແລະ ບໍ່ມີໃຜຈັດແຈງເລື່ອງນີ້. ບັນຫາທຸກປະເພດເກີດຂຶ້ນ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຢູ່ໃສ? ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາກຳລັງ “ເກັບຕົວ” ຂຽນບົດຄວາມຢູ່! ຜູ້ນໍາປອມບໍ່ຮູ້ວ່າພວກເຂົາຄວນຈະຫຍຸ້ງກັບຫຍັງ ຫຼື ຄວນຈະປະຕິບັດວຽກງານໃດ. ການຈັດຕັ້ງປະຕິບັດການຈັດແຈງວຽກງານໃນຄຣິສຕະຈັກແມ່ນສະເປສະປະ, ມີຫຼາຍຮູບຫຼາຍແບບ ແລະ ພວກເຂົາກໍບໍ່ໄດ້ສອບຖາມກ່ຽວກັບມັນເລີຍ. ເມື່ອອ້າຍເອື້ອຍນ້ອງພົບບັນຫາຕ່າງໆ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ລາຍງານບັນຫາເຫຼົ່ານີ້ໃຫ້ພວກເຂົາ, ພວກເຂົາກໍບໍ່ໄດ້ແກ້ໄຂ. ດ້ວຍເຫດນີ້, ບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງຈຶ່ງສະສົມຂຶ້ນ ແລະ ບົດຄວາມຄຳພະຍານຈາກປະສົບການທຸກປະເພດກໍສະສົມຂຶ້ນເຊັ່ນກັນ ໂດຍບໍ່ມີໃຜກວດແກ້, ທົບທວນ ຫຼື ກວດກາຄັດເລືອກ. ແຕ່ຜູ້ນໍາປອມກໍບໍ່ໄດ້ຕິດຕາມ ຫຼື ກວດກາບັນຫາເຫຼົ່ານີ້ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດຊອກຫາພວກເຂົາໄດ້ເມື່ອພວກເຂົາມີບັນຫາ. ຜູ້ນໍາປອມບໍ່ຮັບຮູ້ວ່າວຽກງານນີ້ເປັນຄວາມຮັບຜິດຊອບຂອງພວກເຂົາ ແລະ ພວກເຂົາຄວນຕິດຕາມວຽກງານນີ້. ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? (ແມ່ນແລ້ວ.)

ວິທີທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຈັດຕັ້ງປະຕິບັດວຽກງານ, ພ້ອມທັງປະສິດທິພາບ ແລະ ຜົນໄດ້ຮັບຂອງວຽກງານຂອງພວກເຂົາເປັນການທົດສອບວ່າພວກເຂົາໄດ້ມາດຕະຖານ ຫຼື ບໍ່. ສິ່ງນີ້ຍັງທົດສອບຄວາມເປັນມະນຸດ, ຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງພວກເຂົາ ແລະ ທົດສອບວ່າພວກເຂົາມີພາລະ ຫຼື ບໍ່. ເມື່ອຜູ້ນໍາປອມໄດ້ຮັບການຈັດແຈງວຽກງານ, ພວກເຂົາຖືວ່າມັນສຳເລັດແລ້ວ ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບມັນ. ພວກເຂົາບໍ່ໄດ້ມີສ່ວນຮ່ວມ, ຊີ້ນໍາ, ຊຸກຍູ້ ຫຼື ກວດກາການຈັດຕັ້ງປະຕິບັດ ແລະ ພວກເຂົາກໍບໍ່ໄດ້ຕິດຕາມມັນ. ພວກເຂົາບໍ່ເຂົ້າໃຈວ່າວຽກງານເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາຄວນເຮັດ; ພວກເຂົາບໍ່ເຂົ້າໃຈວ່າວຽກງານເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງພວກເຂົາໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາເຊື່ອວ່າການເປັນຜູ້ນໍາ ຫຼື ຜູ້ເຮັດວຽກຮຽກຮ້ອງພຽງແຕ່ຄວາມສາມາດໃນການເທດສະໜາເທົ່ານັ້ນ. ພວກເຂົາບໍ່ແມ່ນຄົນຫົວທຶບບໍ? ຄົນຫົວທຶບສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້, ແຕ່ພວກເຂົາຄິດວ່າພວກເຂົາຂ້ອນຂ້າງດີ ແລະ ເຊື່ອວ່າພວກເຂົາສາມາດເຮັດວຽກໄດ້. ພວກເຂົາບໍ່ແມ່ນຄົນບໍ່ເຕັມບາດບໍ? ພວກເຂົາບໍ່ສາມາດແມ່ນແຕ່ຈະຈັດຕັ້ງປະຕິບັດວຽກງານທີ່ງ່າຍດາຍເຊັ່ນການຂຽນບົດຄວາມຄຳພະຍານຈາກປະສົບການໄດ້. ນີ້ແມ່ນໜຶ່ງໃນວຽກງານທີ່ງ່າຍທີ່ສຸດ, ພຽງແຕ່ລະດົມຜູ້ທີ່ມີຄວາມສາມາດດີ ແລະ ມີປະສົບການຊີວິດໃຫ້ຂຽນບົດຄວາມຄຳພະຍານ, ແລ້ວກໍຕິດຕາມ ແລະ ໃຫ້ການຊີ້ນໍາ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຄວາມສາມາດທຳມະດາ ແລະ ມີລະດັບການສຶກສາຕໍ່າ ແລະ ບໍ່ເກັ່ງໃນວຽກງານຂໍ້ຄວາມ, ແຕ່ພວກເຂົາສາມາດມອບໝາຍໃຫ້ຄົນທີ່ເໝາະສົມຮັບຜິດຊອບໄດ້. ດ້ວຍວິທີນີ້, ພວກເຂົາກໍຍັງສາມາດເຮັດວຽກງານຕົວຈິງບາງຢ່າງໄດ້. ຖ້າພວກເຂົາບໍ່ຮູ້ແມ່ນແຕ່ປະເພດຄົນທີ່ຈະມອບໝາຍໃຫ້ຮັບຜິດຊອບ ແລະ ດຳເນີນການກວດກາຄັດເລືອກ, ພວກເຂົາກໍບໍ່ສາມາດເຮັດວຽກໄດ້ ແລະ ເປັນຜູ້ນໍາປອມ. ບາງຄົນເວົ້າວ່າ: “ຜູ້ນໍາປອມອາດຈະບໍ່ສາມາດເຮັດວຽກງານຂໍ້ຄວາມໄດ້ ຍ້ອນຄວາມສາມາດຕໍ່າ ແລະ ການສຶກສາຕໍ່າ, ແຕ່ພວກເຂົາຄວນຈະສາມາດເຮັດວຽກອື່ນໄດ້”. ຄຳເວົ້ານີ້ໃຊ້ໄດ້ບໍ? (ບໍ່ໄດ້.) ເປັນຫຍັງຈຶ່ງໃຊ້ບໍ່ໄດ້? (ວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການແມ່ນງ່າຍດາຍ. ຖ້າພວກເຂົາບໍ່ສາມາດອະທິບາຍມັນຢ່າງຊັດເຈນ ຫຼື ຈັດຕັ້ງປະຕິບັດວຽກງານໄດ້, ແລ້ວພວກເຂົາກໍບໍ່ສາມາດຈັດການວຽກງານອື່ນໄດ້ຢ່າງແນ່ນອນ. ພວກເຂົາບໍ່ຮູ້ວິທີເຮັດ ຫຼື ຕິດຕາມວຽກງານ.) ສິ່ງນີ້ສະແດງໃຫ້ເຫັນວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ. ພວກເຂົາເປັນຄົນຫົວທຶບ. ພວກເຂົາຄິດວ່າການເປັນຜູ້ນໍາ ຫຼື ຜູ້ເຮັດວຽກກໍຄືກັບການເປັນເຈົ້າໜ້າທີ່ຂອງມັງກອນແດງທີ່ຍິ່ງໃຫຍ່: ຕາບໃດທີ່ພວກເຂົາຮຽນຮູ້ທີ່ຈະປະຈົບປະແຈງ, ເວົ້າໂອ້ອວດ, ຮ້ອງຄຳຂວັນ ແລະ ຕົ້ມຕຸ໋ນຫຼອກລວງ, ຕົວະເທິງຫຼອກລຸ່ມ, ພວກເຂົາກໍຈະສາມາດຕັ້ງຕົວ ແລະ ກິນເງິນເດືອນລັດໄດ້. ພວກເຂົາບໍ່ເຂົ້າໃຈວ່າດ້ານທີ່ສຳຄັນທີ່ສຸດຂອງການເປັນຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນການຮຽນຮູ້ທີ່ຈະເຮັດວຽກງານຕົວຈິງ. ພວກເຂົາຈິນຕະນາການວ່າວຽກຂອງຜູ້ນໍາ ແລະ ຜູ້ເຮັດວຽກນັ້ນງ່າຍດາຍຫຼາຍ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ເຮັດວຽກງານຕົວຈິງ ແລະ ກາຍເປັນຜູ້ນໍາປອມ.

ຜູ້ນໍາປອມຍັງມີການສະແດງອອກທີ່ສະເພາະເຈາະຈົງອັນໃດອີກແດ່? ຜູ້ນໍາປອມສາມາດເບິ່ງທະລຸ ແລະ ກຳແໜ້ນຫຼັກການ ແລະ ມາດຕະຖານທີ່ກຳນົດໄວ້ໃນການຈັດແຈງວຽກງານໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງເຮັດບໍ່ໄດ້? ພວກເຂົາບໍ່ສາມາດເບິ່ງທະລຸເຖິງຫຼັກການຂອງວຽກງານນີ້ ແລະ ພວກເຂົາກໍບໍ່ສາມາດກວດກາມັນໄດ້. ເມື່ອມີສະຖານະການພິເສດເກີດຂຶ້ນໃນລະຫວ່າງການຈັດຕັ້ງປະຕິບັດວຽກງານໂດຍສະເພາະ, ພວກເຂົາກໍບໍ່ຮູ້ວ່າຈະແກ້ໄຂແນວໃດ. ເມື່ອອ້າຍເອື້ອຍນ້ອງຖາມພວກເຂົາວ່າຈະເຮັດແນວໃດໃນສະຖານະການເຫຼົ່ານີ້, ພວກເຂົາກໍສັບສົນວ່າ: “ເລື່ອງນີ້ບໍ່ໄດ້ກ່າວໄວ້ໃນການຈັດແຈງວຽກງານ, ຂ້ອຍຈະຮູ້ວິທີຈັດການໄດ້ແນວໃດ?” ຖ້າເຈົ້າບໍ່ຮູ້, ເຈົ້າຈະຈັດຕັ້ງປະຕິບັດວຽກງານນີ້ໄດ້ແນວໃດ? ເຈົ້າບໍ່ຮູ້ດ້ວຍຊໍ້າ ແຕ່ຍັງຂໍໃຫ້ຄົນອື່ນຈັດຕັ້ງປະຕິບັດມັນ, ມັນເປັນຈິງໄດ້ບໍ? ມັນສົມເຫດສົມຜົນບໍ? ເມື່ອຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຈັດຕັ້ງປະຕິບັດການຈັດແຈງວຽກງານ, ໃນດ້ານໜຶ່ງ ພວກເຂົາບໍ່ຮູ້ກ່ຽວກັບຂັ້ນຕອນ ແລະ ແຜນການໃນການຈັດຕັ້ງປະຕິບັດການຈັດແຈງວຽກງານ. ໃນອີກດ້ານໜຶ່ງ, ເມື່ອພົບບັນຫາ, ພວກເຂົາກໍບໍ່ສາມາດດຳເນີນການກວດກາຕາມຫຼັກການທີ່ກຳນົດໄວ້ໃນການຈັດແຈງວຽກງານໄດ້. ສະນັ້ນ, ເມື່ອມີບັນຫານາໆປະການທຸກຮູບແບບເກີດຂຶ້ນໃນລະຫວ່າງການຈັດຕັ້ງປະຕິບັດການຈັດແຈງວຽກງານ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້ເລີຍ. ຍ້ອນວ່າໃນໄລຍະເລີ່ມຕົ້ນ ຜູ້ນໍາປອມບໍ່ສາມາດລະບຸ ຫຼື ຄາດການບັນຫາໄດ້ ແລະ ບໍ່ສາມາດໂອ້ລົມລ່ວງໜ້າໄດ້ ແລະ ໃນໄລຍະຕໍ່ມາ, ເມື່ອມີບັນຫາເກີດຂຶ້ນ, ພວກເຂົາກໍບໍ່ສາມາດແກ້ໄຂໄດ້ ແຕ່ພຽງແຕ່ເທດສະໜາຫຼັກຄຳສອນທີ່ໄຮ້ປະໂຫຍດ ແລະ ນໍາໃຊ້ລະບຽບການຢ່າງເຄັ່ງຄັດ, ບັນຫາກໍເກີດຂຶ້ນຊໍ້າແລ້ວຊໍ້າອີກ ແລະ ຍັງຄົງມີຢູ່, ເຮັດໃຫ້ວຽກງານບາງຢ່າງຊັກຊ້າໃນການຈັດຕັ້ງປະຕິບັດ ແລະ ວຽກງານອື່ນໆກໍບໍ່ໄດ້ຮັບການຈັດຕັ້ງປະຕິບັດໃນລະດັບທີ່ພຽງພໍ. ຕົວຢ່າງ: ກ່ຽວກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໃນການກຳຈັດ ແລະ ຂັບໄລ່ຜູ້ຄົນອອກ, ເມື່ອຜູ້ນໍາປອມປະຕິບັດວຽກງານນີ້, ພວກເຂົາກໍພຽງແຕ່ກຳຈັດຄົນຊົ່ວຮ້າຍທີ່ເຫັນໄດ້ຢ່າງຊັດເຈນ, ຜູ້ຕໍ່ຕ້ານພຣະຄຣິສ ແລະ ວິນຍານຊົ່ວຮ້າຍທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນອອກເທົ່ານັ້ນ, ພ້ອມທັງຜູ້ບໍ່ເຊື່ອທີ່ອ້າຍເອື້ອຍນ້ອງທຸກຄົນເຫັນວ່າໜ້າລັງກຽດ ແລະ ໜ້າກຽດຊັງ. ເຖິງຢ່າງໃດກໍຕາມ, ຍັງມີບາງຄົນທີ່ຄວນຖືກກຳຈັດອອກ, ນັ້ນກໍຄື ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທີ່ເຊື່ອງຕົວ, ມີເລ່ຫຼ່ຽມ ແລະ ເຈົ້າເລ່. ອ້າຍເອື້ອຍນ້ອງບໍ່ສາມາດເບິ່ງທະລຸພວກເຂົາໄດ້ ແລະ ຜູ້ນໍາປອມກໍເຊັ່ນກັນ. ຄວາມຈິງແລ້ວ, ອີງຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ໄດ້ມາເຖິງລະດັບທີ່ຈະຕ້ອງຖືກກຳຈັດອອກແລ້ວ. ເຖິງຢ່າງໃດກໍຕາມ, ຍ້ອນວ່າຜູ້ນໍາປອມບໍ່ສາມາດເບິ່ງທະລຸພວກເຂົາໄດ້, ພວກເຂົາຈຶ່ງຍັງຖືວ່າຄົນເຫຼົ່ານີ້ເປັນຄົນດີ ແລະ ເຖິງຂັ້ນສົ່ງເສີມ, ບົ່ມເພາະ ແລະ ໃຊ້ພວກເຂົາສຳລັບວຽກງານສຳຄັນ, ໂດຍອະນຸຍາດໃຫ້ພວກເຂົາມີອຳນາດ ແລະ ຄອບຄອງຕຳແໜ່ງວຽກງານທີ່ສຳຄັນໃນຄຣິສຕະຈັກ. ແລ້ວການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໃນການກຳຈັດ ແລະ ຂັບໄລ່ຜູ້ຄົນອອກຈະສາມາດຈັດຕັ້ງປະຕິບັດໄດ້ບໍ? ບັນຫາຕ່າງໆຈະສາມາດຖືກແກ້ໄຂຢ່າງຄົບຖ້ວນໄດ້ບໍ? ວຽກງານການເຜີຍແຜ່ພຣະກິດຕິຄຸນຈະສາມາດດຳເນີນໄປຢ່າງປົກກະຕິໄດ້ບໍ? ເຫັນໄດ້ຢ່າງຊັດເຈນວ່າ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງຄົບຖ້ວນ ແລະ ວຽກງານສຳຄັນຫຼາຍຢ່າງກໍບໍ່ສາມາດເຮັດໄດ້ດີ. ຍ້ອນວ່າຄົນທີ່ຜູ້ນໍາປອມໃຊ້ນັ້ນບໍ່ມີຄວາມຈິງຄວາມເປັນຈິງເລີຍ ແລະ ເຖິງຂັ້ນສາມາດກໍ່ການກະທຳທີ່ຊົ່ວຮ້າຍໄດ້, ສິ່ງນີ້ກໍກີດຂວາງບໍ່ໃຫ້ລາຍການວຽກງານຕ່າງໆຂອງຄຣິສຕະຈັກດຳເນີນໄປໄດ້ດີ. ຜູ້ນໍາປອມໃຊ້ຄົນຊົ່ວຮ້າຍເຫຼົ່ານີ້, ປ່ອຍໃຫ້ພວກເຂົາປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດຊອບວຽກງານສຳຄັນໃນຄຣິສຕະຈັກ, ເຖິງຂັ້ນອະນຸຍາດໃຫ້ຄົນຊົ່ວຮ້າຍເຫຼົ່ານີ້ຈັດການເຄື່ອງຖວາຍ. ສິ່ງນີ້ຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກບໍ? ມັນຈະກໍ່ໃຫ້ເກີດການສູນເສຍຕໍ່ເຄື່ອງຖວາຍຂອງພຣະເຈົ້າບໍ? (ແມ່ນແລ້ວ.) ນີ້ຄືຜົນສະທ້ອນທີ່ຮ້າຍແຮງຫຼາຍ. ຍ້ອນວ່າຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນເຫຼົ່ານີ້, ບໍ່ສາມາດກວດກາຄັດເລືອກພວກເຂົາໄດ້ ແລະ ປ່ອຍໃຫ້ຄົນຊົ່ວຮ້າຍເຫຼົ່ານີ້ຮັບຜິດຊອບວຽກງານສຳຄັນ, ວຽກງານຈຶ່ງຖືກເຮັດໃຫ້ເສຍຫາຍຢ່າງສິ້ນເຊີງ. ໃນການປະຕິບັດໜ້າທີ່ຂອງພວກເຂົາ, ຄົນຊົ່ວຮ້າຍເຫຼົ່ານີ້ມັກຈະເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ, ຫຼອກລວງຜູ້ທີ່ຢູ່ເໜືອພວກເຂົາ ແລະ ປິດບັງສິ່ງຕ່າງໆ ຈາກຜູ້ທີ່ຢູ່ໃຕ້ພວກເຂົາ ແລະ ບໍ່ເຮັດວຽກງານຕົວຈິງ; ພວກເຂົາກະທຳການຕາມອຳເພີໃຈ, ນໍາພາຜູ້ຄົນຢ່າງຜິດໆ ແລະ ກໍ່ການກະທຳທີ່ຊົ່ວຮ້າຍນາໆປະການ. ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍບໍ່ສາມາດເບິ່ງທະລຸພວກເຂົາໄດ້ ແລະ ເມື່ອພວກເຂົາສັງເກດເຫັນບັນຫາ, ໄພພິບັດໃຫຍ່ກໍໄດ້ເກີດຂຶ້ນແລ້ວ. ຕົວຢ່າງ: ໃນເຂດສິດຍາພິບານເຫີໜານ, ຄົນຊົ່ວຮ້າຍບາງຄົນທີ່ໄດ້ກາຍເປັນຜູ້ນໍາໄດ້ນຳໃຊ້ວິທີການອັນຕ່ຳຊ້າຕ່າງໆເພື່ອລັກເຄື່ອງຖວາຍຂອງພຣະເຈົ້າ; ພວກເຂົາລັກໄປເປັນຈຳນວນຫຼວງຫຼາຍ ແລະ ຈຳນວນເຫຼົ່ານີ້ກໍບໍ່ເຄີຍຖືກກູ້ຄືນມາໄດ້. ສິ່ງນີ້ກ່ຽວຂ້ອງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກເລືອກ ແລະ ໃຊ້ຄົນຜິດບໍ? (ແມ່ນແລ້ວ.) ອີງຕາມການຈັດແຈງວຽກງານ, ຖ້າຄົນໃດຄົນໜຶ່ງບໍ່ສາມາດເບິ່ງທະລຸຄົນທີ່ຖືກເລືອກໄດ້, ກ່ອນອື່ນ ພວກເຂົາສາມາດຖືກມອບໝາຍໃຫ້ເຮັດວຽກງ່າຍໆ ບາງຢ່າງ ແລະ ຈາກນັ້ນ ຄົນນັ້ນກໍສາມາດຕິດຕາມວຽກງານຂອງພວກເຂົາ ແລະ ສັງເກດພວກເຂົາເປັນໄລຍະເວລາໜຶ່ງ. ຄົນທີ່ບໍ່ສາມາດເບິ່ງທະລຸໄດ້ນັ້ນຈະຕ້ອງບໍ່ຖືກມອບໝາຍວຽກງານສຳຄັນໃດໆຢ່າງເດັດຂາດ, ໂດຍສະເພາະຖ້າມັນມີຄວາມສ່ຽງ. ຫຼັງຈາກການສັງເກດໄລຍະຍາວ ແລະ ເບິ່ງທະລຸເຖິງແກ່ນແທ້ຂອງພວກເຂົາແລ້ວເທົ່ານັ້ນ ຈຶ່ງຄວນຕັດສິນໃຈວ່າຈະປະຕິບັດຕໍ່ ແລະ ຈັດການກັບພວກເຂົາແນວໃດ. ຜູ້ນໍາປອມບໍ່ໄດ້ເຮັດວຽກຕາມການຈັດແຈງວຽກງານ ແລະ ບໍ່ສາມາດກຳແໜ້ນຫຼັກການໄດ້; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດເບິ່ງທະລຸຜູ້ຄົນ ແລະ ພວກເຂົາໃຊ້ຄົນຜິດ. ສິ່ງນີ້ໄດ້ນຳໄປສູ່ການສູນເສຍທັງໃນວຽກງານຄຣິສຕະຈັກ ແລະ ເຄື່ອງຖວາຍຂອງພຣະເຈົ້າ. ນີ້ຄືຄວາມຫາຍະນະທີ່ເກີດຈາກຜູ້ນໍາປອມ. ຜູ້ຕໍ່ຕ້ານພຣະຄຣິສເຈດຕະນານໍາໃຊ້ຄົນຊົ່ວຮ້າຍ, ໃນຂະນະທີ່ຜູ້ນໍາປອມນັ້ນເບົາປັນຍາ, ບໍ່ສາມາດເບິ່ງທະລຸຜູ້ໃດໄດ້ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໃດໆທີ່ພວກເຂົາລະບຸໄດ້. ພວກເຂົາໃຊ້ ແລະ ມອບໝາຍຄົນໂດຍອີງໃສ່ຄວາມຮູ້ສຶກຂອງພວກເຂົາເທົ່ານັ້ນ. ຄົນສ່ວນໃຫຍ່ທີ່ຜູ້ນໍາປອມຈັດແຈງນັ້ນບໍ່ເໝາະສົມ; ພວກເຂົາກໍ່ໃຫ້ເກີດຄວາມສູນເສຍຕໍ່ວຽກງານຂອງຄຣິສຕະຈັກ, ໂດຍມີຜົນສະທ້ອນຄືກັນກັບການທີ່ຜູ້ຕໍ່ຕ້ານພຣະຄຣິສເຈດຕະນາໃຊ້ຄົນຊົ່ວຮ້າຍ. ຜູ້ນໍາປອມທີ່ມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກໄດ້ກໍນໍາຜົນສະທ້ອນທີ່ຮ້າຍແຮງມາເຊັ່ນກັນ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ຢ່າຄິດວ່າມີພຽງແຕ່ຜູ້ຕໍ່ຕ້ານພຣະຄຣິສເທົ່ານັ້ນທີ່ລະເມີດການຈັດແຈງວຽກງານ; ຜູ້ນໍາປອມກໍສາມາດລະເມີດການຈັດແຈງວຽກງານໄດ້ເຊັ່ນກັນ. ເຖິງແມ່ນວ່າຈະບໍ່ໄດ້ເຈດຕະນາ, ແຕ່ໃນທີ່ສຸດແລ້ວ ທໍາມະຊາດຂອງມັນກໍຍັງເປັນການລະເມີດການຈັດແຈງວຽກງານ. ຍ້ອນບໍ່ເຂົ້າໃຈຫຼັກການຄວາມຈິງ ແລະ ບໍ່ສາມາດເບິ່ງທະລຸຜູ້ຄົນ ຫຼື ເລື່ອງຕ່າງໆໄດ້, ຜູ້ນໍາປອມຈຶ່ງລະເມີດການຈັດແຈງວຽກງານ ແລະ ບໍ່ສາມາດປະຕິບັດວຽກງານຕົວຈິງໄດ້. ສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ທໍາມະຊາດ ແລະ ຜົນສະທ້ອນຂອງການກະທຳຂອງພວກເຂົາແມ່ນຄືກັນກັບການທີ່ຜູ້ຕໍ່ຕ້ານພຣະຄຣິສເຮັດວຽກ, ເຊິ່ງກໍ່ໃຫ້ເກີດຄວາມສູນເສຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງເຊັ່ນກັນ.

ເມື່ອເຮັດວຽກ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານ, ຜູ້ນໍາປອມພຽງແຕ່ເຮັດແບບພໍເປັນພິທີ ແລະ ເຮັດວຽກແບບຊະຊາຍ. ພວກເຂົາຂ້ອນຂ້າງຖືຕົນວ່າຊອບທຳ ແລະ ບໍ່ເຄີຍສະແຫວງຫາ ຫຼື ໂອ້ລົມເລີຍ, ໂດຍຄິດຢ່າງໂງ່ຈ້າວ່າຕົນເອງມີຄວາມສາມາດດີ; ພວກເຂົາກ້າທີ່ຈະລົງມືເຮັດ ແລະ ສາມາດເວົ້າໄດ້ຢ່າງຄ່ອງແຄ້ວ. ຍ້ອນວ່າອ້າຍເອື້ອຍນ້ອງເລືອກຕັ້ງພວກເຂົາ ຫຼື ເຮືອນຂອງພຣະເຈົ້າສົ່ງເສີມ ແລະ ບົ່ມເພາະພວກເຂົາຊົ່ວຄາວ, ພວກເຂົາຈຶ່ງຄິດວ່າຕົນເອງໄດ້ມາດຕະຖານໃນຖານະຜູ້ນໍາ ແລະ ສາມາດບັນລຸຄວາມຮັບຜິດຊອບຂອງຕົນໄດ້. ພວກເຂົາບໍ່ຮູ້ເລີຍວ່າຕົນເອງນັ້ນບໍ່ມີຄ່າຫຍັງເລີຍ ແລະ ບໍ່ສາມາດບັນລຸຄວາມຮັບຜິດຊອບໃດໆຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້. ພວກເຂົາບໍ່ຮູ້ຈັກປະເມີນຕົນເອງ; ພວກເຂົາພຽງແຕ່ກ້າເຮັດສິ່ງຕ່າງໆຢ່າງໜ້າດ້ານ. ຜົນກໍຄື ຫຼັງຈາກທີ່ການຈັດແຈງວຽກງານຕ່າງໆຖືກປະກາດອອກໄປ, ພວກເຂົາກໍບໍ່ສາມາດຈັດຕັ້ງປະຕິບັດອັນໃດໄດ້ເລີຍຕາມຂໍ້ກຳນົດຈາກເບື້ອງເທິງ. ທຸກການຈັດແຈງວຽກງານທີ່ພວກເຂົາຮັບຜິດຊອບກໍຈົບລົງດ້ວຍຄວາມກະຈັດກະຈາຍ ແລະ ວຸ້ນວາຍທີ່ສຸດ. ການຈັດຕັ້ງປະຕິບັດວຽກງານບໍລິຫານຂອງພວກເຂົາກໍບໍ່ດີ; ພວກເຂົາບໍ່ຮູ້ແຈ້ງວ່າໄດ້ຜູ້ເຊື່ອໃໝ່ຈັກຄົນຈາກການເທດສະໜາພຣະກິດຕິຄຸນ, ຈະສ້າງຕັ້ງຄຣິສຕະຈັກ, ເລືອກຜູ້ນໍາ ແລະ ຜູ້ຊ່ວຍວຽກແນວໃດ ແລະ ຈະດຳເນີນຊີວິດຄຣິສຕະຈັກແນວໃດ. ສ່ວນວ່າໃຜມີຜົນສຳເລັດຫຼາຍທີ່ສຸດໃນການຮັບຜິດຊອບວຽກງານພຣະກິດຕິຄຸນ, ໃຜເປັນພະຍານໄດ້ຢ່າງມີປະສິດທິພາບທີ່ສຸດ, ໃຜເໝາະສົມທີ່ສຸດໃນການຫົດນໍ້າຄຣິສຕະຈັກ, ຫົວໜ້າທີມຄົນໃດຄວນຖືກປັບປ່ຽນການມອບໝາຍໜ້າທີ່ ຫຼື ຖືກໄລ່ອອກຍ້ອນບໍ່ຮັບຜິດຊອບ ແລະ ຈະແກ້ໄຂບັນຫາທີ່ເກີດຂຶ້ນໃນບາງດ້ານຂອງວຽກງານແນວໃດ, ຜູ້ນໍາປອມກໍບໍ່ຮູ້ແຈ້ງກ່ຽວກັບວຽກງານສະເພາະເຫຼົ່ານີ້ທັງໝົດ ແລະ ພວກເຂົາກໍເຮັດວຽກແບບຊະຊາຍ. ສຳລັບວຽກງານດ້ານວິຊາຊີບຕ່າງໆໃນຄຣິສຕະຈັກທີ່ຕ້ອງການຄວາມຊ່ຽວຊານທາງດ້ານເຕັກນິກໃນລະດັບທີ່ສູງກວ່າ, ຜູ້ນໍາປອມກໍເຮັດວຽກເຫຼົ່ານັ້ນແບບຊະຊາຍເຊັ່ນກັນ. ພວກເຂົາບໍ່ມີແນວຄິດເລີຍວ່າຈະປະຕິບັດວຽກງານເຫຼົ່ານີ້ໂດຍສະເພາະແນວໃດ. ເຖິງແມ່ນວ່າພວກເຂົາຢາກສອບຖາມກ່ຽວກັບມັນ, ພວກເຂົາກໍບໍ່ຮູ້ວ່າຈະເຮັດແນວໃດ. ພວກເຂົາຢາກຖາມເບື້ອງເທິງວ່າຈະເລີ່ມຕົ້ນວຽກງານເຫຼົ່ານີ້ແນວໃດ, ແຕ່ພວກເຂົາບໍ່ຮູ້ແມ່ນແຕ່ຈະຕັ້ງຄຳຖາມແນວໃດ. ຜົນກໍຄື ວຽກງານກໍບໍ່ສາມາດເຮັດໄດ້. ແມ່ນແຕ່ວຽກງານງ່າຍໆ ໃນການຈັດການຊັບສິນທີ່ກຳນົດໄວ້ໃນການຈັດແຈງວຽກງານເຊັ່ນ: ການມອບໝາຍຄົນທີ່ເໝາະສົມໃຫ້ປົກປັກຮັກສາ ແລະ ຈັດສັນຊັບສິນ ແລະ ການສ້າງຕັ້ງລະບົບຕ່າງໆ, ກໍເປັນສິ່ງທີ່ຜູ້ນໍາປອມບໍ່ສາມາດຈັດການໄດ້. ພວກເຂົາເຮັດມັນແບບຊະຊາຍ. ຜູ້ນໍາປອມມີຄວາມສັບສົນຢ່າງຍິ່ງກ່ຽວກັບທຸກວຽກງານທີ່ພວກເຂົາຮັບຜິດຊອບ. ເມື່ອຖືກຖາມວ່າພວກເຂົາໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ, ພວກເຂົາກໍຮູ້ສຶກພູມໃຈ ແລະ ເວົ້າຢ່າງໝັ້ນໃຈວ່າ: “ຈັດຕັ້ງປະຕິບັດແລ້ວ. ທຸກຄົນມີສຳເນົາຂອງການຈັດແຈງວຽກງານ ແລະ ທຸກຄົນກໍຮູ້ວ່າເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ເຮັດວຽກງານຫຍັງ”. ຖ້າເຈົ້າຖາມພວກເຂົາວ່າພວກເຂົາເຮັດແນວໃດ, ໃຫ້ອະທິບາຍຂັ້ນຕອນການເຮັດວຽກສະເພາະ, ວຽກງານໃດທີ່ເຮັດໄດ້ບໍ່ຄ່ອຍດີ, ວຽກງານໃດທີ່ເຮັດໄດ້ລາບລື່ນກວ່າ, ແຕ່ລະວຽກງານເຮັດໄດ້ຢ່າງເໝາະສົມແລ້ວບໍ, ວຽກງານໃດທີ່ຕ້ອງການການຕິດຕາມ ແລະ ກວດກາຢ່າງຕໍ່ເນື່ອງ ແລະ ໄດ້ພົບບັນຫາໃດໆ ຫຼັງຈາກການກວດກາແລ້ວບໍ, ພວກເຂົາກໍບໍ່ຮັບຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້ທັງໝົດ. ນັບຕັ້ງແຕ່ໄດ້ກາຍເປັນຜູ້ນໍາ, ຜູ້ນໍາປອມບາງຄົນກໍບໍ່ຮູ້ແມ່ນແຕ່ວຽກງານທີ່ພວກເຂົາຕ້ອງເຮັດ ຫຼື ຂອບເຂດຄວາມຮັບຜິດຊອບຂອງຕົນແມ່ນຫຍັງ. ສິ່ງນີ້ຍິ່ງເປັນບັນຫາຫຼາຍຂຶ້ນ, ບໍ່ແມ່ນບໍ? ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໃນປັດຈຸບັນມີບັນຫານີ້ຫຼາຍໜ້ອຍຕ່າງກັນໄປບໍ? (ແມ່ນແລ້ວ.)

ບັນທັດຖານໃນການທົດສອບວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່

ຜ່ານການໂອ້ລົມໃນມື້ນີ້, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ຮັບຜິດຊອບຄວນບັນລຸແລ້ວບໍ? ພວກເຈົ້າພໍເຫັນທິດທາງໃນໃຈແລ້ວບໍ? ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບບົດບາດຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຍໍາຂຶ້ນບໍ? (ແມ່ນແລ້ວ.) ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບວຽກງານທີ່ພວກເຂົາຄວນປະຕິບັດ; ໃນອີກດ້ານໜຶ່ງ, ທຸກຄົນຕອນນີ້ກໍມີເສັ້ນທາງບາງຢ່າງໃນການແຍກແຍະວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່. ອີງຕາມຂໍ້ກຳນົດຂອງຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ໄດ້ມາດຕະຖານບໍ? (ບໍ່.) ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດທີ່ສາມາດກາຍເປັນຄົນທີ່ໄດ້ມາດຕະຖານ ແລະ ຄົນໃດທີ່ບໍ່ສາມາດ? ຜູ້ທີ່ມີຄວາມສາມາດທີ່ໄດ້ມາດຕະຖານ, ມີປະສົບການທີ່ແທ້ຈິງບາງຢ່າງ, ມີຫຼັກການບາງຢ່າງໃນການຈັດການສິ່ງຕ່າງໆ ແລະ ມີຄວາມຮູ້ສຶກແບກຮັບພາລະສຳລັບວຽກງານຄຣິສຕະຈັກ ກໍສາມາດກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ ຫຼັງຈາກການຝຶກຝົນໄລຍະໜຶ່ງ. ເຖິງຢ່າງໃດກໍຕາມ, ຜູ້ທີ່ມີຄວາມສາມາດຕໍ່າ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້, ຜູ້ທີ່ບໍ່ສາມາດກຳແໜ້ນຫຼັກການໄດ້ ບໍ່ວ່າຈະໂອ້ລົມຄວາມຈິງຫຼາຍສໍ່າໃດກໍຕາມ, ກໍບໍ່ສາມາດກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ ແລະ ສາມາດຖືກກຳຈັດອອກເທົ່ານັ້ນ. ສະນັ້ນ, ຖ້າເຈົ້າຢາກກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກທີ່ໄດ້ມາດຕະຖານ ແລະ ຢາກໃຫ້ຄົນອື່ນເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ກ່ອນອື່ນ ເຈົ້າຄວນປະເມີນເບິ່ງວ່າຄວາມສາມາດຂອງເຈົ້າພຽງພໍ ຫຼື ບໍ່. ເຈົ້າຈະປະເມີນສິ່ງນີ້ໄດ້ແນວໃດ? ໂດຍການເບິ່ງວ່າເຈົ້າສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ ຫຼື ບໍ່. ຈົ່ງເອົາການຈັດແຈງວຽກງານຫຼ້າສຸດມາ, ອ່ານມັນ ແລະ ທົດສອບຕົນເອງ ເພື່ອເບິ່ງວ່າເຈົ້າມີຂັ້ນຕອນ ແລະ ແຜນການໃນການຈັດຕັ້ງປະຕິບັດມັນ ຫຼື ບໍ່. ຖ້າເຈົ້າມີແນວຄິດ ແລະ ແຜນການ ແລະ ຮູ້ວິທີຈັດຕັ້ງປະຕິບັດມັນ, ແລ້ວເຈົ້າກໍຄວນຮັບຜິດຊອບວຽກງານນັ້ນເປັນໜ້າທີ່ທີ່ເຈົ້າຕ້ອງຮັບຜິດຊອບ ເມື່ອອ້າຍເອື້ອຍນ້ອງເລືອກເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າຫຼັງຈາກທີ່ອ່ານການຈັດແຈງວຽກງານແລ້ວ ໃນຫົວຂອງເຈົ້າວ່າງເປົ່າ, ເຈົ້າບໍ່ສາມາດເບິ່ງທະລຸໄດ້ເລີຍວ່າໃຜເໝາະສົມທີ່ສຸດທີ່ຈະຖືກຈັດແຈງໃຫ້ຮັບຜິດຊອບວຽກງານ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດເບິ່ງທະລຸໄດ້ວ່າຈະຈັດຕັ້ງປະຕິບັດລາຍການວຽກງານຕ່າງໆຂອງຄຣິສຕະຈັກໂດຍສະເພາະແນວໃດ, ທັງບໍ່ຮູ້ວ່າຈະໂອ້ລົມ, ຊີ້ນໍາ, ກວດກາ ແລະ ຕິດຕາມແນວໃດ ແລະ ເຈົ້າບໍ່ມີຂັ້ນຕອນ ຫຼື ແຜນການໃນການຈັດຕັ້ງປະຕິບັດໃນໃຈຂອງເຈົ້າ, ແຕ່ອ້າຍເອື້ອຍນ້ອງບາງຄົນພັດເຂົ້າໃຈຜິດວ່າເຈົ້າມີຄວາມສາມາດພິເສດຫຼາຍ ແລະ ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ທັດສະນະຄະຕິຂອງເຈົ້າຄວນຈະເປັນແນວໃດ? ເຈົ້າຄວນເວົ້າວ່າ: “ຂອບໃຈສຳລັບຄຳຍ້ອງຍໍຂອງເຈົ້າ, ແຕ່ຄວາມຈິງແລ້ວ ຂ້ອຍບໍ່ໄດ້ມີຄວາມສາມາດພິເສດຫຼາຍ. ຂ້ອຍບໍ່ແມ່ນຄົນປະເພດນັ້ນ, ເຈົ້າເບິ່ງຄົນຜິດແລ້ວ. ຖ້າພວກເຈົ້າເລືອກຂ້ອຍເປັນຜູ້ນໍາ, ມັນກໍຈະເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ. ຂ້ອຍຮູ້ສະຖານະຂອງຕົນເອງ; ຂ້ອຍບໍ່ຮູ້ແມ່ນແຕ່ຈະຈັດຕັ້ງປະຕິບັດການຈັດແຈງວຽກງານທີ່ງ່າຍດາຍ, ບໍ່ເຫັນຮ່ອງຮອຍ ແລະ ຈັບຕົ້ນຊົນປາຍບໍ່ຖືກເລີຍ. ຖ້າບໍ່ເຂົ້າໃຈຄວາມຈິງ, ວຽກງານຂອງຄຣິສຕະຈັກກໍບໍ່ສາມາດເຮັດໄດ້ດີ. ເຖິງແມ່ນວ່າເບື້ອງເທິງຈະແຕ່ງຕັ້ງຂ້ອຍ, ຂ້ອຍກໍບໍ່ສາມາດເຮັດໄດ້. ຂ້ອຍບໍ່ແມ່ນຄົນປະເພດນັ້ນແທ້ໆ”. ເຈົ້າຄິດແນວໃດກັບການຍອມຮັບແບບນີ້? ວິທີການນີ້ສະແດງໃຫ້ເຫັນເຫດຜົນ; ຄົນທີ່ເວົ້າແບບນີ້ມີເຫດຜົນຫຼາຍກວ່າຜູ້ນໍາປອມ. ຜູ້ນໍາປອມບໍ່ມີວັນທີ່ຈະເວົ້າສິ່ງທີ່ມີເຫດຜົນຫຼາຍຂະໜາດນີ້ໄດ້. ຜູ້ນໍາປອມຄິດວ່າ: “ຂ້ອຍຖືກເລືອກແລ້ວ, ສະນັ້ນ ຂ້ອຍກໍຄວນຈະເປັນຜູ້ນໍາ. ເປັນຫຍັງຂ້ອຍຈຶ່ງບໍ່ຄວນເປັນ? ຂ້ອຍມີຄວາມສາມາດພິເສດ, ສະນັ້ນ ຂ້ອຍສົມຄວນໄດ້ຮັບມັນ. ການທີ່ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານເປັນບັນຫາບໍ? ໃຜເກີດມາແລ້ວຮູ້ວິທີເຮັດມັນເລີຍ? ມັນບໍ່ແມ່ນສິ່ງທີ່ຂ້ອຍສາມາດຮຽນຮູ້ໄດ້ບໍ? ຕາບໃດທີ່ຂ້ອຍສາມາດເທດສະໜາໄດ້, ນັ້ນກໍພຽງພໍແລ້ວ. ຂ້ອຍມີຄວາມເຂົ້າໃຈຝ່າຍວິນຍານ, ຂ້ອຍຮູ້ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າ, ຂ້ອຍສາມາດໂອ້ລົມໄດ້ ແລະ ຂ້ອຍສາມາດຊອກຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າໄດ້. ຂ້ອຍຊຳນານໃນການແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ສະພາວະຕ່າງໆຂອງຜູ້ຄົນ. ການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າບໍ່ແມ່ນເລື່ອງໃຫຍ່ເລີຍ. ມັນບໍ່ແມ່ນພຽງແຕ່ວຽກງານຄຸ້ມຄອງການບໍລິຫານບໍ? ຂ້ອຍເຄີຍຮຽນການຄຸ້ມຄອງການບໍລິຫານມາກ່ອນ, ສະນັ້ນ ວຽກງານເລັກນ້ອຍຂອງເຮືອນຂອງພຣະເຈົ້ານີ້ເປັນເລື່ອງຈິບໆສຳລັບຂ້ອຍ!” ຄົນແບບນີ້ຕົກຢູ່ໃນອັນຕະລາຍ, ບໍ່ແມ່ນບໍ? (ແມ່ນແລ້ວ.) ອັນຕະລາຍນັ້ນຢູ່ໃສ? ພວກເຈົ້າສາມາດເບິ່ງທະລຸເລື່ອງນີ້ໄດ້ບໍ? (ພວກເຂົາບໍ່ສາມາດເຮັດວຽກໄດ້ ແລະ ຈະຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ພຽງແຕ່ທຳຮ້າຍຕົນເອງ ແລະ ອ້າຍເອື້ອຍນ້ອງເທົ່ານັ້ນ ແຕ່ຍັງເຮັດໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຊັກຊ້າອີກດ້ວຍ.) ມັນເປັນພຽງແຕ່ຄວາມເສຍຫາຍບໍ? ນັ້ນແມ່ນສິ່ງທີ່ມັນນໍາໄປສູ່ໃນທີ່ສຸດບໍ? ຖ້າມັນເປັນພຽງແຕ່ເທົ່ານີ້, ມັນກໍຍັງສາມາດແກ້ໄຂໄດ້. ບັນຫາສຳຄັນແມ່ນ ຖ້າຜູ້ນໍາປອມຍັງຄົງຢູ່ໃນບົດບາດຂອງພວກເຂົາເປັນເວລາດົນ, ພວກເຂົາກໍຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃນທີ່ສຸດກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຄິດວ່າການເປັນຜູ້ນໍາ ຫຼື ຜູ້ເຮັດວຽກນັ້ນງ່າຍດາຍຂະໜາດນັ້ນບໍ? ເມື່ອມີສະຖານະກໍຈະມີການລໍ້ລວງ ແລະ ເມື່ອມີການລໍ້ລວງກໍຈະມີອັນຕະລາຍ. ອັນຕະລາຍນີ້ແມ່ນຫຍັງ? ມັນຄືຄວາມເປັນໄປໄດ້ຂອງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ຜົນສະທ້ອນທີ່ຮ້າຍແຮງທີ່ສຸດຂອງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສກໍຄືການກາຍເປັນຜູ້ຕໍ່ຕ້ານພຣະຄຣິສ.

ບາງຄົນເວົ້າວ່າ: “ຜູ້ນໍາປອມບາງຄົນພຽງແຕ່ມີຄວາມສາມາດຕໍ່າພໍສົມຄວນ ແຕ່ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ບໍ່ດີ. ພວກເຂົາສາມາດຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສໄດ້ບໍ?” ໃຜເວົ້າວ່າການມີຄວາມເປັນມະນຸດທີ່ບໍ່ດີໝາຍຄວາມວ່າພວກເຂົາຈະບໍ່ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ? ພວກເຂົາຕ້ອງຊົ່ວຮ້າຍສໍ່າໃດຈຶ່ງຈະຖືກຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິສ? ເຈົ້າສາມາດເບິ່ງທະລຸເລື່ອງນີ້ໄດ້ບໍ? ຖ້າຜູ້ນໍາປອມຍັງຄົງຢູ່ໃນບົດບາດຂອງພວກເຂົາເປັນເວລາດົນ, ພວກເຂົາກໍໄດ້ເລີ່ມເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ. ມັນມີຊ່ອງຫວ່າງລະຫວ່າງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ການກາຍເປັນຜູ້ຕໍ່ຕ້ານພຣະຄຣິສບໍ? (ບໍ່.) ຈົ່ງຄິດຄືນເບິ່ງ: ຜູ້ນໍາປອມເຫຼົ່ານັ້ນກຳລັງຕິດຕາມເສັ້ນທາງໃດ? ຜູ້ນໍາປອມບໍ່ໄດ້ເຮັດວຽກງານສະເພາະ, ທັງບໍ່ມີຄວາມສາມາດທີ່ຈະເຮັດວຽກງານສະເພາະ, ແຕ່ພວກເຂົາຍັງຢາກຢືນຢູ່ໃນຕຳແໜ່ງທີ່ສູງເພື່ອສັ່ງສອນຄົນອື່ນ ແລະ ເຮັດໃຫ້ຜູ້ຄົນຟັງ ແລະ ເຊື່ອຟັງພວກເຂົາ. ນີ້ແມ່ນການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ຜົນສະທ້ອນຂອງການຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນຫຍັງ? (ພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິສໂດຍທຳມະຊາດ.) ເຖິງແມ່ນວ່າຜູ້ນໍາປອມຈະບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຮ້າຍມາແຕ່ກຳເນີດ, ຖ້າພວກເຂົາຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສເປັນເວລາດົນໂດຍບໍ່ມີການຊີ້ນຳ ຫຼື ບໍ່ມີໃຜລາຍງານ ແລະ ໄລ່ພວກເຂົາອອກ, ພວກເຂົາຈະສາມາດຕັ້ງຕົວເປັນໃຫຍ່ ແລະ ສ້າງອານາຈັກຂອງຕົນເອງໄດ້ບໍ? (ໄດ້.) ເມື່ອຮອດຈຸດນັ້ນ, ພວກເຂົາບໍ່ໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວບໍ? ແລ້ວພວກເຈົ້າຈຶ່ງເຫັນວ່າ ບົດບາດຂອງຜູ້ນໍາປອມນັ້ນອັນຕະລາຍ, ບໍ່ແມ່ນບໍ? (ແມ່ນແລ້ວ.) ການເປັນຜູ້ນໍາປອມນັ້ນກໍອັນຕະລາຍຫຼາຍຢູ່ແລ້ວ. ເຖິງແມ່ນວ່າໃນປັດຈຸບັນພວກເຮົາກຳລັງໄຈ້ແຍກຜູ້ນໍາປອມ ແລະ ຍັງບໍ່ທັນໄດ້ກ່າວເຖິງຜູ້ຕໍ່ຕ້ານພຣະຄຣິສ, ແຕ່ມັນກໍມີຄວາມເຊື່ອມໂຍງລະຫວ່າງແກ່ນແທ້ຂອງທັງສອງຢ່າງນີ້. ຄວາມຈິງແລ້ວ, ຜູ້ນໍາປອມກຳລັງຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ການຕິດຕາມເສັ້ນທາງນີ້ຈະນໍາພາພວກເຂົາໄປສູ່ການກາຍເປັນຜູ້ຕໍ່ຕ້ານພຣະຄຣິສໂດຍທຳມະຊາດ, ເຊິ່ງຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ. ເມື່ອຮອດຈຸດນັ້ນ, ມັນກໍບໍ່ຈຳເປັນທີ່ຈະຕ້ອງເບິ່ງແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ; ເສັ້ນທາງຂອງພວກເຂົາພຽງຢ່າງດຽວກໍກຳນົດໄດ້ແລ້ວວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ບໍ່. ຈົ່ງພິຈາລະນາຜູ້ນໍາປອມເຫຼົ່ານັ້ນທີ່ຖືກໄລ່ອອກ. ຖ້າພວກເຂົາບໍ່ໄດ້ຖືກໄລ່ອອກທັນເວລາ, ແລ້ວເມື່ອພິພາກສາແກ່ນແທ້ຂອງພວກເຂົາຈາກວິທີທີ່ພວກເຂົາປະພຶດ ແລະ ສິ່ງທີ່ພວກເຂົາເປີດເຜີຍໃນລະຫວ່າງການດຳລົງຕຳແໜ່ງ, ໃນທີ່ສຸດແລ້ວ ພວກເຂົາຈະຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ຄວາມຈິງແລ້ວ, ບາງຄົນໄດ້ສະແດງສັນຍານຂອງສິ່ງນີ້ແລ້ວ ແລະ ເຮືອນຂອງພຣະເຈົ້າກໍໄດ້ໄລ່ພວກເຂົາອອກທັນທີ. ຖ້າພວກເຂົາບໍ່ໄດ້ຖືກໄລ່ອອກ, ພວກເຂົາກໍຈະເລີ່ມເກາະຄຣິສຕະຈັກກິນ ແລະ ນໍາພາຜູ້ຄົນຢ່າງຜິດໆ. ພວກເຂົາຈະເລີ່ມຕັ້ງຕົວເປັນເຈົ້າເປັນນາຍ, ຊີ້ມືສັ່ງຄົນອື່ນ ແລະ ອອກຄຳສັ່ງໄປທົ່ວ, ເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາຄືກັບວ່າພວກເຂົາເປັນພຣະເຈົ້າ. ພວກເຂົາເຖິງຂັ້ນຈະອ້າງວ່າຕົນເອງຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າໃຊ້. ນັ້ນບໍ່ແມ່ນເລື່ອງຫຍຸ້ງຍາກບໍ? ສະນັ້ນ ພວກເຮົາຄວນເບິ່ງ ແລະ ກຳນົດລັກສະນະສະພາວະ ແລະ ການສະແດງອອກຂອງຜູ້ນໍາປອມດັ່ງກ່າວແນວໃດ? ໃນເບື້ອງຕົ້ນ ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນພວກໜ້າຊື່ໃຈຄົດ, ເປັນຄົນທີ່ອາໄສຄຣິສຕະຈັກເພື່ອລ້ຽງຊີບ, ພວກຟາຣີຊາຍ. ແລ້ວຈະເກີດຫຍັງຂຶ້ນຖ້າສິ່ງນີ້ຍັງຄົງພັດທະນາຕໍ່ໄປ? ເຖິງແມ່ນວ່າຜູ້ນໍາປອມອາດຈະບໍ່ໂຫດຮ້າຍ ຫຼື ຊົ່ວຊ້າຄືກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງແມ່ນວ່າພາຍນອກພວກເຂົາອາດຈະເບິ່ງຄືວ່າມີຄວາມສາມາດໃນການອົດທົນກັບຄວາມລຳບາກ ແລະ ເຮັດວຽກໜັກ, ຊ່ວຍເຫຼືອຄົນອື່ນໃນທຸກໂອກາດ ແລະ ມີຄວາມສາມາດໃນການອົດທົນ ແລະ ໃຈເຢັນຕໍ່ຜູ້ຄົນຄືກັນກັບພວກຟາຣີຊາຍທີ່ເດີນທາງຂ້າມນ້ຳຂ້າມທະເລເພື່ອເທດສະໜາ ແລະ ເຮັດວຽກ, ແຕ່ໃນທີ່ສຸດແລ້ວມັນຈະສຳຄັນຫຍັງ? ຖ້າພວກເຂົາບໍ່ສາມາດຈັດຕັ້ງປະຕິບັດວຽກງານໃດວຽກງານໜຶ່ງໄດ້, ການກະທຳ ແລະ ພຶດຕິກຳຂອງພວກເຂົາຈະແຕກຕ່າງຈາກພວກຟາຣີຊາຍແນວໃດ? ການກະທຳຂອງພວກເຂົາແມ່ນການຮ່ວມມືກັບພາລະກິດຂອງພຣະເຈົ້າ ຫຼື ພວກເຂົາກຳລັງຕໍ່ຕ້ານ ແລະ ລົບກວນພາລະກິດຂອງພຣະເຈົ້າ? ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາກຳລັງຕໍ່ຕ້ານພາລະກິດຂອງພຣະເຈົ້າ ແລະ ຂັດຂວາງຄວາມຄືບໜ້າປົກກະຕິຂອງລາຍການວຽກງານຕ່າງໆຂອງຄຣິສຕະຈັກ. ນີ້ບໍ່ໄດ້ແຕກຕ່າງຈາກພຶດຕິກຳຂອງພວກຟາຣີຊາຍ ແລະ ສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນໃນໂລກສາສະໜາແມ່ນບໍ? ຜູ້ນໍາປອມກໍຄືກັນກັບພວກເຂົາ. ສະນັ້ນ, ພວກເຮົາຄວນກຳນົດລັກສະນະພວກເຂົາແນວໃດ? ຈະເກີດຫຍັງຂຶ້ນຖ້າຜູ້ນໍາປອມຍັງຄົງດຳເນີນການຕໍ່ໄປ? ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວໃນການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງຈະເລີ່ມປະນາມ, ວິຈານ, ພິພາກສາ, ລົງໂທດ ແລະ ເຮັດສິ່ງອື່ນໆຕໍ່ການຈັດແຈງເຫຼົ່ານີ້, ພຶດຕິກຳຂອງຜູ້ຕໍ່ຕ້ານພຣະຄຣິສທັງໝົດກໍຈະປາກົດຂຶ້ນ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການຈັດຕັ້ງປະຕິບັດການຈັດແຈງວຽກງານເທົ່ານັ້ນ, ແຕ່ພວກເຂົາຍັງຊອກຫາຂໍ້ອ້າງຕ່າງໆເພື່ອຕໍ່ຕ້ານ ແລະ ຂັດຂວາງການຈັດຕັ້ງປະຕິບັດ. ນີ້ບໍ່ແມ່ນການຮ່ວມມືກັບພາລະກິດຂອງພຣະເຈົ້າ ແຕ່ເປັນການຂັດຂວາງ ແລະ ລົບກວນວຽກງານຂອງເຮືອນຂອງພຣະເຈົ້າ. ນີ້ຄືການທີ່ພວກເຂົາໃຊ້ແນວຄິດ ແລະ ຈິນຕະນາການຂອງຕົນເອງ ແລະ ອຳນາດ ແລະ ສະຖານະທີ່ເຮືອນຂອງພຣະເຈົ້າມອບໃຫ້ ເພື່ອຂັດຂວາງການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ນີ້ບໍ່ແມ່ນແກ່ນແທ້ຂອງບັນຫາບໍ? (ແມ່ນແລ້ວ.) ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ສາມາດຈັດຕັ້ງປະຕິບັດວຽກງານຕ່າງໆທີ່ເບື້ອງເທິງຈັດແຈງໃຫ້, ແຕ່ພວກເຂົາຍັງຢືນຢັນສະຖານະຂອງຕົນເພື່ອເທດສະໜາໃຫ້ຜູ້ຄົນຟັງ, ໂດຍຮູ້ສຶກວ່າຕົນເອງເປັນຫົວໜ້າ, ເປັນຜູ້ນໍາຂອງຜູ້ຄົນທີ່ພຣະເຈົ້າເລືອກ. ສິ່ງນີ້ເຮັດໃຫ້ພວກເຂົາກາຍເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວ, ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ແທ້ຈິງ. ການກຳນົດລັກສະນະຂອງຄົນດັ່ງກ່າວແມ່ນຍໍາບໍ? ມັນແມ່ນຍໍາທີ່ສຸດ, ໂດຍບໍ່ມີຂໍ້ຜິດພາດໃດໆ! ນີ້ບໍ່ແມ່ນການໃຫ້ເຫດຜົນທາງຕັກກະ ແຕ່ເປັນການກຳນົດລັກສະນະໂດຍອີງໃສ່ແກ່ນແທ້ຂອງພວກເຂົາ. ຜູ້ທີ່ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ແມ່ນຜູ້ນໍາປອມ ແລະ ຜູ້ທີ່ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າກໍແມ່ນຜູ້ນໍາປອມເຊັ່ນກັນ. ກ່ອນທີ່ພວກເຂົາຈະຖືກເປີດເຜີຍວ່າເປັນພວກຟາຣີຊາຍ, ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ເຖິງຢ່າງໃດກໍຕາມ, ນັບຕັ້ງແຕ່ຕອນທີ່ພວກເຂົາກາຍເປັນພວກຟາຣີຊາຍ ແລະ ເກາະຄຣິສຕະຈັກກິນ, ອາໄສບຸນເກົ່າກິນ ແລະ ຄອບຄອງຕຳແໜ່ງໂດຍບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ເຮັດວຽກງານສະເພາະ, ຈົນກາຍເປັນໂຕຖ່ວງຄວາມຈະເລີນໃຫ້ແກ່ວຽກງານຂອງເຮືອນຂອງພຣະເຈົ້າ, ຄົນດັ່ງກ່າວຄວນຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າຈະກຳນົດໄດ້ແນວໃດວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ? ຜູ້ນໍາປອມຖືກກຳນົດລັກສະນະໂດຍອີງໃສ່ວ່າພວກເຂົາສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ເຮັດວຽກງານຕົວຈິງໄດ້ ຫຼື ບໍ່. ຜູ້ທີ່ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ບໍ່ເຮັດວຽກງານຕົວຈິງແມ່ນຜູ້ນໍາປອມ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາຮູ້ວ່າຕົນເອງບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຈາກເບື້ອງເທິງໄດ້, ແຕ່ຍັງຢາກຢືນຢັນສະຖານະຂອງຕົນເພື່ອເທດສະໜາ ແລະ ຮ້ອງຄຳຂວັນເພື່ອຊື້ໃຈຜູ້ຄົນ ແລະ ບໍ່ສົນໃຈການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຄາດຫວັງໃຫ້ເຮືອນຂອງພຣະເຈົ້າ, ໂດຍຄຳນຶງເຖິງຄວາມຈິງທີ່ວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແລະ ໄດ້ທົນທຸກເພື່ອວຽກງານຂອງຄຣິສຕະຈັກມາເປັນເວລາຫຼາຍປີ, ຮັກສາພວກເຂົາໄວ້ເພື່ອໃຫ້ພວກເຂົາສາມາດອາໄສຄຣິສຕະຈັກເພື່ອລ້ຽງຊີບ ແລະ ໃຊ້ປະໂຫຍດຈາກເຮືອນຂອງພຣະເຈົ້າເປັນບ່ອນພັກຜ່ອນຢ່ອນໃຈ, ສືບຕໍ່ນໍາພາອ້າຍເອື້ອຍນ້ອງຢ່າງຜິດໆ, ເຖິງຂັ້ນສະແຫວງຫາອຳນາດໃນການເວົ້າ ແລະ ສິດອຳນາດໃນການຕັດສິນໃຈ, ແລ້ວຄົນດັ່ງກ່າວກໍຄືຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືວິທີທີ່ເຈົ້າກຳນົດວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສ. ຫຼັກການ ແລະ ມາດຕະຖານສຳລັບການກຳນົດລັກສະນະນີ້ຊັດເຈນບໍ? (ແມ່ນແລ້ວ.)

ຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ແລ້ວແມ່ນກ່ຽວຂ້ອງກັບການຈັດແຈງວຽກງານ. ບໍ່ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຈະຈັດຕັ້ງປະຕິບັດການຈັດແຈງວຽກງານ ຫຼື ບໍ່ນັ້ນ ແມ່ນບັນທັດຖານໃນການທົດສອບວ່າພວກເຂົາໄດ້ມາດຕະຖານ ຫຼື ບໍ່. ການປະເມີນວ່າຜູ້ນໍາ ແລະ ຜູ້ເຮັດວຽກເປັນຄົນທີ່ແທ້ຈິງ ຫຼື ປອມ ໂດຍອີງໃສ່ວ່າພວກເຂົາດຳເນີນວຽກງານຄຣິສຕະຈັກຕາມການຈັດແຈງວຽກງານ ຫຼື ບໍ່ ແມ່ນວິທີການທີ່ແມ່ນຍໍາທີ່ສຸດ. ການໃຊ້ທັດສະນະຄະຕິຂອງພວກເຂົາຕໍ່ການຈັດແຈງວຽກງານ ເພື່ອແຍກແຍະ ແລະ ໄຈ້ແຍກຜູ້ນໍາປອມ ແລະ ເພື່ອກຳນົດວ່າພວກເຂົາເປັນຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສແມ່ນມີຄວາມຍຸຕິທຳຢ່າງສົມບູນ. ການປະເມີນຜູ້ນໍາ ແລະ ຜູ້ເຮັດວຽກໂດຍອີງໃສ່ວິທີທີ່ພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ, ບໍ່ວ່າພວກເຂົາສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ ຫຼື ບໍ່ ແລະ ປະສິດທິຜົນ ແລະ ຄວາມຄົບຖ້ວນຂອງການຈັດຕັ້ງປະຕິບັດຂອງພວກເຂົາ ແມ່ນມີຄວາມຍຸຕິທຳ ແລະ ສົມເຫດສົມຜົນສຳລັບຜູ້ນໍາ ຫຼື ຜູ້ເຮັດວຽກທຸກຄົນ. ມັນບໍ່ໄດ້ມີຈຸດປະສົງເພື່ອເຈດຕະນາກັ່ນແກ້ງຜູ້ໃດ. ພວກເຈົ້າສາມາດແຍກແຍະໄດ້ບໍວ່າ ຜູ້ນໍາປອມບາງຄົນບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ໃນທີ່ສຸດກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ? ຄຳຢືນຢັນນີ້ໃຊ້ໄດ້ບໍ? (ແມ່ນແລ້ວ.) ເປັນຫຍັງມັນຈຶ່ງໃຊ້ໄດ້? (ຍ້ອນວ່າຜູ້ນໍາປອມບໍ່ໄດ້ຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຄອບຄອງຕຳແໜ່ງຂອງພວກເຂົາເພື່ອສ້າງຕັ້ງອານາຈັກທີ່ເປັນເອກະລາດຂອງຕົນເອງຂຶ້ນ. ນີ້ໝາຍຄວາມວ່າພວກເຂົາໄດ້ເລີ່ມເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແລ້ວ.) ນີ້ຄືປາກົດການ, ແລ້ວແກ່ນແທ້ຂອງບັນຫາແມ່ນຫຍັງ? ການບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຄືການຕໍ່ຕ້ານພຣະເຈົ້າ ແລະ ການເປັນປໍລະປັກກັບພຣະອົງ. ການເປັນປໍລະປັກກັບພຣະເຈົ້າໝາຍຄວາມວ່າແນວໃດ? ຜູ້ທີ່ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສແມ່ນກຳລັງເປັນປໍລະປັກກັບພຣະເຈົ້າ, ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງໂດຍກົງ. ຖ້າຄົນໃດຄົນໜຶ່ງເປັນພຽງຜູ້ນໍາປອມ, ພວກເຂົາກໍພຽງແຕ່ບໍ່ຮູ້ວິທີເຮັດວຽກ ຫຼື ຈັດຕັ້ງປະຕິບັດການຈັດແຈງວຽກງານ; ພວກເຂົາບໍ່ໄດ້ເຈດຕະນາຕໍ່ຕ້ານພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຄຸນລັກສະນະຂອງຜູ້ຕໍ່ຕ້ານພຣະຄຣິສນັ້ນມີທຳມະຊາດທີ່ຮ້າຍແຮງກວ່າຂອງຜູ້ນໍາປອມຫຼາຍ. ຜູ້ນໍາປອມບາງຄົນໄດ້ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສມາເປັນເວລາດົນແລ້ວ. ບຸກຄົນເຫຼົ່ານີ້ເລີ່ມຕົ້ນໂດຍການບໍ່ເຮັດວຽກງານຕົວຈິງ ແລະ ບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານ. ຫຼັງຈາກທີ່ເປັນຜູ້ນໍາເປັນເວລາດົນ ແລະ ສາມາດເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງໄດ້, ພວກເຂົາກໍຮູ້ສຶກວ່າຕຳແໜ່ງຂອງພວກເຂົາມີຄວາມໝັ້ນຄົງ, ພວກເຂົາມີຕົ້ນທຶນ ແລະ ພວກເຂົາໄດ້ຮັບຊື່ສຽງກຽດຕິຍົດໃນທ່າມກາງຜູ້ຄົນ. ຈາກນັ້ນ ພວກເຂົາກໍກ້າທີ່ຈະເລີ່ມເຮັດທຸກຢ່າງຕາມທີ່ພວກເຂົາຕ້ອງການ ແລະ ເປັນປໍລະປັກກັບພຣະເຈົ້າ. ພວກເຂົາມັກຈະປະເມີນຕົນເອງສູງເກີນໄປຢູ່ສະເໝີ, ໂດຍເຊື່ອວ່າພວກເຂົາໄດ້ຮັບຊື່ສຽງກຽດຕິຍົດໃນທ່າມກາງອ້າຍເອື້ອຍນ້ອງ, ຄຳເວົ້າຂອງພວກເຂົາມີນໍ້າໜັກ ແລະ ດັ່ງນັ້ນ ພວກເຂົາຄວນມີອຳນາດເດັດຂາດໃນການເວົ້າ ແລະ ສິດອຳນາດໃນການຕັດສິນໃຈໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາຄິດວ່າຜູ້ຄົນຄວນຟັງພວກເຂົາ; ຜູ້ຄົນຄວນຮັກສາໜ້າໃຫ້ພວກເຂົາ ຖ້າພວກເຂົາເຮັດໃຫ້ຕົນເອງອັບອາຍໃນຂະນະທີ່ເຮັດບາງຢ່າງ ຫຼື ເວົ້າຜິດ, ເຮືອນຂອງພຣະເຈົ້າກໍຄວນເຮັດເຊັ່ນກັນ. ເຮືອນຂອງພຣະເຈົ້າຄວນປຶກສາພວກເຂົາໃນທຸກບັນຫາທີ່ເກີດຂຶ້ນ ແລະ ໃຫ້ສ່ວນແບ່ງຂອງສິ່ງດີໆແກ່ພວກເຂົາ ແລະ ພວກເຂົາຄວນໄດ້ຮັບສິດທິພິເສດທີ່ດີກວ່າ ແລະ ຄຳຍ້ອງຍໍທີ່ສູງກວ່າຄົນອື່ນ. ພວກເຂົາຄິດວ່າພຣະເຈົ້າກໍຄວນເບິ່ງພວກເຂົາໃນມຸມມອງທີ່ແຕກຕ່າງເຊັ່ນກັນ. ເມື່ອຄຳນຶງເຖິງຂໍ້ໄດ້ປຽບ ແລະ ຄວາມເໜືອກວ່າທີ່ພວກເຂົາຮັບຮູ້ນີ້, ພວກເຂົາຈຶ່ງເຊື່ອວ່າເຮືອນຂອງພຣະເຈົ້າບໍ່ຄວນລິຮານພວກເຂົາງ່າຍໆ ຫຼື ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຕໍ່ໜ້າຄົນອື່ນ, ຍິ່ງບໍ່ຄວນໄລ່ພວກເຂົາອອກໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກຂອງພວກເຂົາເລີຍ. ຄົນດັ່ງກ່າວກຳລັງຕົກຢູ່ໃນອັນຕະລາຍ. ພວກເຂົາກຳລັງອາໄສບຸນເກົ່າກິນ. ພວກເຂົາເປັນພວກຟາຣີຊາຍ ແລະ ໄດ້ກາຍເປັນຜູ້ຕໍ່ຕ້ານພຣະຄຣິສແລ້ວ. ສິ່ງນີ້ບໍ່ໄດ້ຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາບໍ? ຖ້າຄົນໃດຄົນໜຶ່ງສະແຫວງຫາຄວາມຈິງ ແລະ ມີຄວາມຈິງຄວາມເປັນຈິງ, ພວກເຂົາຈະມີຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນເຫຼົ່ານີ້ຕໍ່ເຮືອນຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າບໍ? (ບໍ່.) ມີຄົນປະເພດໜຶ່ງທີ່ຫຼັງຈາກເຮັດວຽກເປັນເວລາດົນ, ກໍຮູ້ສຶກວ່າຕົນເອງໄດ້ຮັບສະຖານະ ແລະ ມີຕົ້ນທຶນ ແລະ ດັ່ງນັ້ນ ຈຶ່ງພັດທະນາຄວາມຄິດ ແລະ ຄວາມຮູ້ສຶກເໜືອກວ່າແບບນີ້ຂຶ້ນມາ. ນີ້ແມ່ນຄົນປະເພດໃດ? ມັນແມ່ນຄົນທີ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຍ້ອນວ່າພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ຕິດຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາຈຶ່ງອວດດີ ແລະ ຖືຕົນວ່າຊອບທຳ, ໂດຍມີຂໍ້ຮຽກຮ້ອງທີ່ບໍ່ສົມເຫດສົມຜົນທຸກປະເພດຕໍ່ພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ. ພວກເຂົາອາໄສບຸນເກົ່າກິນ, ອາໄສຄຣິສຕະຈັກເພື່ອລ້ຽງຊີບ, ຍຶດໝັ້ນກັບສະຖານະຂອງພວກເຂົາ ແລະ ໃນທີ່ສຸດກໍກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ນີ້ຄືຜູ້ຕໍ່ຕ້ານພຣະຄຣິສແບບທີ່ປາກົດໃນຕຳລາ. ມີຄົນແບບນີ້ໃນຄຣິສຕະຈັກບໍ? ໃຜກໍຕາມທີ່ອວດອ້າງວ່າຕົນເປັນຄົນຝ່າຍວິນຍານກໍແມ່ນຄົນປະເພດນີ້. ພວກເຂົາໄຮ້ຄ່າຢ່າງຊັດເຈນ ແລະ ບໍ່ສາມາດເຮັດວຽກງານສະເພາະໃດໆໄດ້, ແຕ່ຍັງຖືວ່າຕົນເອງເປັນຄົນຝ່າຍວິນຍານ; ພວກເຂົາຖືວ່າຕົນເອງເປັນຄົນທີ່ເປັນທີ່ພໍໃຈຂອງພຣະເຈົ້າ ແລະ ເປັນເປົ້າໝາຍຂອງການເຮັດໃຫ້ສົມບູນຂອງພຣະອົງ. ພວກເຂົາເຊື່ອວ່າຕົນເອງເປັນບຸດທີ່ຮັກຂອງພຣະເຈົ້າ, ເປັນຜູ້ມີໄຊຊະນະ. ຄົນດັ່ງກ່າວກຳລັງຕິດຕາມເສັ້ນທາງໃດ? ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ອ່ອນນ້ອມຕໍ່ຄວາມຈິງບໍ? ພວກເຂົາເປັນຄົນທີ່ອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ, ຮ້ອຍເປີເຊັນບໍ່ແມ່ນ. ພວກເຂົາເປັນຄົນທີ່ສະແຫວງຫາສະຖານະ, ຊື່ສຽງ ແລະ ພອນ ແລະ ເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ. ເມື່ອຄົນດັ່ງກ່າວຢູ່ໃນຕຳແໜ່ງເປັນເວລາດົນ, ຮັບໃຊ້ໃນຖານະຜູ້ນໍາປອມເປັນເວລາດົນ, ພວກເຂົາກໍຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິສຢ່າງຫຼີກລ່ຽງບໍ່ໄດ້. ຜູ້ຕໍ່ຕ້ານພຣະຄຣິສເປັນອຸປະສັກຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຮັດວຽກຕາມການຈັດແຈງວຽກງານໄດ້ຢ່າງແນ່ນອນ ແລະ ພວກເຂົາກໍບໍ່ສາມາດຕິດຕາມຄວາມປະສົງຂອງພຣະເຈົ້າ ຫຼື ເຮັດສິ່ງຕ່າງໆຕາມຂໍ້ກຳນົດຂອງພຣະເຈົ້າໄດ້ຢ່າງແນ່ນອນ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດປະຖິ້ມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາເພື່ອເຮັດວຽກງານຂອງຄຣິສຕະຈັກໄດ້ຢ່າງແນ່ນອນ, ຍ້ອນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ.

ການໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີເກົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ແລ້ວແມ່ນກ່ຽວຂ້ອງກັບການຈັດຕັ້ງປະຕິບັດການຈັດແຈງວຽກງານ. ບໍ່ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຈະໄດ້ມາດຕະຖານ ແລະ ບັນລຸຄວາມຮັບຜິດຊອບຂອງຕົນ ຫຼື ບໍ່ນັ້ນ ແມ່ນຖືກກຳນົດໂດຍວິທີທີ່ພວກເຂົາຈັດຕັ້ງປະຕິບັດການຈັດແຈງວຽກງານ ແລະ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດເຫຼົ່ານີ້ເປັນຫຼັກ. ແນ່ນອນວ່າ ມາດຕະຖານນີ້ຍັງຖືກໃຊ້ເພື່ອເປີດໂປງຜູ້ນໍາປອມ ແລະ ເສັ້ນທາງທີ່ພວກເຂົາຕິດຕາມອີກດ້ວຍ, ພ້ອມທັງຜົນສະທ້ອນທີ່ພວກເຂົານໍາມາສູ່ວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ການກຳນົດຂອບເຂດ, ການພິພາກສາ ແລະ ການກຳນົດລັກສະນະຂັ້ນສຸດທ້າຍທັງໝົດນີ້ແມ່ນອີງໃສ່ການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງຜູ້ນຳປອມ. ການຈັດຕັ້ງປະຕິບັດການຈັດແຈງວຽກງານແມ່ນວຽກງານຫຼັກ, ສະນັ້ນ ການກຳນົດວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່ ໂດຍອີງໃສ່ການຈັດຕັ້ງປະຕິບັດການຈັດແຈງວຽກງານຂອງພວກເຂົານັ້ນ ແມ່ນສອດຄ່ອງກັບຄວາມເປັນຈິງ ແລະ ເປັນສິ່ງທີ່ສຳຄັນທີ່ສຸດ. ຍິ່ງໄປກວ່ານັ້ນ, ການນຳໃຊ້ມາດຕະຖານນີ້ກັບຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນແມ່ນສົມເຫດສົມຜົນ ແລະ ຍຸຕິທຳ, ໂດຍບໍ່ມີອະຄະຕິໃດໆ.

ວັນທີ 24 ເມສາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (9)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້