ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29)

ຂໍ້ທີສິບຫ້າ: ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າວຽກງານສຳຄັນຕ່າງໆສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ

ຄັ້ງທີ່ແລ້ວກ່ອນພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກຮອດໃສແລ້ວ? (ຄັ້ງກ່ອນ, ຫຼັກໆແລ້ວພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກສາມຢ່າງສຸດທ້າຍໃນຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ ກ່ຽວກັບການແຍກແຍະຄົນປະເພດຕ່າງໆໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ. ການສະແດງອອກສາມຢ່າງເຫຼົ່ານີ້ຄື: ການເປັນຄົນຂີ້ຢ້ານ ແລະ ຂີ້ສົງໄສ, ການມີແນວໂນ້ມທີ່ຈະສ້າງບັນຫາ ແລະ ການມີພູມຫຼັງທີ່ຊັບຊ້ອນ.) ຄັ້ງກ່ອນພວກເຮົາໄດ້ໂອ້ລົມກັນກ່ຽວກັບສາມຫົວຂໍ້ສຸດທ້າຍໃນຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ, ສະນັ້ນ, ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບຫ້າ. ຄວາມຮັບຜິດຊອບຂໍ້ທີສິບຫ້າແມ່ນຫຍັງ? (“ຂໍ້ທີສິບຫ້າ: ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າວຽກງານສຳຄັນຕ່າງໆສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ”.) “ປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ”. ຄວາມຮັບຜິດຊອບນີ້ກ່ຽວຂ້ອງກັບອີກດ້ານໜຶ່ງຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນຍັງເປັນວຽກງານສະເພາະຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດໃຫ້ດີອີກດ້ວຍ. ວຽກງານນີ້ກ່ຽວຂ້ອງກັບຫຍັງ? (ມັນກ່ຽວຂ້ອງກັບການຮັກສາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ປອດໄພ.) ມັນກ່ຽວຂ້ອງກັບບັນຫາຄວາມປອດໄພສ່ວນບຸກຄົນ. ຫົວຂໍ້ນີ້ບໍ່ແມ່ນຫົວຂໍ້ທີ່ພົບພໍ້ເລື້ອຍໆໃນວຽກງານຂອງຄຣິສຕະຈັກບໍ? ພວກເຈົ້າບໍ່ຄຸ້ນເຄີຍກັບຫົວຂໍ້ນີ້ບໍ? (ບໍ່ຄຸ້ນເຄີຍ.) ຫົວຂໍ້ນີ້ບໍ່ແມ່ນຫົວຂໍ້ທີ່ບໍ່ຄຸ້ນເຄີຍສຳລັບອ້າຍເອື້ອຍນ້ອງຊາວຈີນ ເພາະວ່າໃນສະພາບແວດລ້ອມທາງສັງຄົມຂອງປະເທດຈີນ, ຜູ້ເຊື່ອຖືກຂົ່ມເຫັງ ແລະ ຈັບກຸມ ແລະ ພວກເຂົາຕ້ອງການການຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນທຸກດ້ານຂອງຊີວິດ. ສະນັ້ນ, ວຽກງານນີ້ຈຶ່ງຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນບໍ່ແມ່ນສິ່ງທີ່ເລືອກເຮັດ ຫຼື ບໍ່ເຮັດກໍໄດ້. ບໍ່ວ່າປະເທດໃດໜຶ່ງຈະມີເສລີພາບທາງສາສະໜາ ຫຼື ບໍ່ກໍຕາມ, ການຈັດສັນໃຫ້ບຸກຄະລາກອນທີ່ປະຕິບັດໜ້າທີ່ສຳຄັນຕ່າງໆກໍເປັນວຽກງານສະເພາະຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບ. ຈຸດສຸມ ຫຼື ຂໍ້ກຳນົດສະເພາະຂອງວຽກງານນີ້ອາດຈະແຕກຕ່າງກັນ ແຕ່ໂດຍພື້ນຖານແລ້ວ ມັນລ້ວນແຕ່ກ່ຽວຂ້ອງກັບວ່າອ້າຍເອື້ອຍນ້ອງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງປອດໄພ ແລະ ໝັ້ນຄົງ ຫຼື ບໍ່ ແລະ ຜົນຂອງໜ້າທີ່ຂອງພວກເຂົາສາມາດຮັບປະກັນໄດ້ ຫຼື ບໍ່. ສະນັ້ນ, ຢ່າປ່ອຍປະລະເລີຍວຽກງານນີ້ ຫຼື ຖືວ່າມັນບໍ່ກ່ຽວຂ້ອງກັບເຈົ້າ ເພາະວ່າເຈົ້າອາໄສຢູ່ໃນປະເທດປະຊາທິປະໄຕ. ບໍ່ວ່າລະບອບການປົກຄອງໃນປະເທດທີ່ເຈົ້າອາໄສຢູ່ຈະເປັນແນວໃດ ຫຼື ຜູ້ເຊື່ອຖືກຂົ່ມເຫັງຢູ່ບ່ອນນັ້ນ ຫຼື ບໍ່ກໍຕາມ, ວຽກງານນີ້ກໍຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດ, ບໍ່ມີໃຜໄດ້ຮັບການຍົກເວັ້ນ ແລະ ມັນບໍ່ຄວນຖືກຖືວ່າເປັນວຽກງານ “ເພີ່ມເຕີມ”. ສະນັ້ນ, ມື້ນີ້ໃຫ້ພວກເຮົາໂອ້ລົມກັນກ່ຽວກັບບັນຫາຕ່າງໆທັງໝົດທີ່ກ່ຽວຂ້ອງກັບຫົວຂໍ້ນີ້.

ຂອບເຂດຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ

ກ່ອນອື່ນໝົດ, ໃຫ້ພວກເຮົາເບິ່ງວ່າ: “ບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ” ທີ່ໄດ້ກ່າວເຖິງໃນຄວາມຮັບຜິດຊອບຂໍ້ທີສິບຫ້າໝາຍເຖິງຫຍັງ. ນີ້ບໍ່ແມ່ນຫົວຂໍ້ທີ່ພວກເຮົາຄວນໂອ້ລົມກັນບໍ? (ແມ່ນແລ້ວ.) ສະນັ້ນ, “ບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ” ໝາຍເຖິງຫຍັງ? ກ່ອນອື່ນໝົດ, ໃຫ້ພວກເຮົາກຳນົດຂອບເຂດຂອງເປົ້າໝາຍຂອງວຽກງານນີ້ກ່ອນ. ໃຜສາມາດເວົ້າກ່ຽວກັບເລື່ອງນີ້ໄດ້ແດ່? (ບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດລວມມີອ້າຍເອື້ອຍນ້ອງໃນທີມງານວິດີໂອ, ທີມງານຜະລິດຮູບເງົາ, ທີມງານພິສູດອັກສອນ ແລະ ທີມງານເພງສັນລະເສີນ ແລະ ຜູ້ທີ່ປະຕິບັດໜ້າທີ່ສຳຄັນອື່ນໆ. ນອກຈາກນີ້, ມັນຍັງລວມມີອ້າຍເອື້ອຍນ້ອງບາງຄົນທີ່ມີບົດບາດສຳຄັນໃນວຽກງານສຳຄັນຕ່າງໆ, ພ້ອມທັງຜູ້ຊີ້ນຳຂອງແຕ່ລະທີມ.) ມີໃຜຢາກເພີ່ມຫຍັງໃສ່ນີ້ອີກບໍ? (ມັນຍັງລວມມີຜູ້ນໍາ ແລະ ຜູ້ເຮັດວຽກອີກດ້ວຍ.) ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ຮັບການປົກປ້ອງເປັນຢ່າງດີ. ມີໃຜອີກບໍ? (ຍັງມີບຸກຄະລາກອນສຳຄັນທີ່ຮັບຜິດຊອບວຽກງານທົ່ວໄປອີກດ້ວຍເຊັ່ນ: ບຸກຄະລາກອນດ້ານການເງິນ.) (ແລະ ອ້າຍເອື້ອຍນ້ອງທີ່ຖືກຕ້ອງການຕົວ ຫຼື ມີປະຫວັດອາຊະຍາກຳ ເພາະວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ກໍຕ້ອງການການປົກປ້ອງເຊັ່ນກັນ.) ນີ້ແມ່ນອີກປະເພດໜຶ່ງ ແລະ ມັນເປັນກຸ່ມໜຶ່ງທີ່ພິເສດ. ໃຫ້ພວກເຮົາສະຫຼຸບວ່າມີຈັກປະເພດ. ປະເພດທີໜຶ່ງລວມມີຜູ້ນໍາ ແລະ ຜູ້ເຮັດວຽກ. ປະເພດທີສອງປະກອບດ້ວຍບຸກຄະລາກອນທີ່ຂາດບໍ່ໄດ້ສຳລັບວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ ໂດຍສະເພາະຫົວໜ້າທີມ ແລະ ຜູ້ຊີ້ນຳວຽກງານຕ່າງໆ ແລະ ບຸກຄະລາກອນທີ່ມີຄວາມສາມາດທີ່ດີ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມີຄວາມສາມາດໃນການເຂົ້າໃຈຫຼັກການຢ່າງເລິກເຊິ່ງ ແລະ ຮັບຜິດຊອບວຽກງານສຳຄັນໄດ້ຢ່າງເປັນເອກະລາດ. ມີບຸກຄະລາກອນຫຼາຍປະເພດທີ່ຮັບຜິດຊອບວຽກງານຕ່າງໆເຊັ່ນ: ຜູ້ທີ່ເຮັດວຽກງານຂໍ້ຄວາມ, ວຽກງານເພງສັນລະເສີນ, ວຽກງານຜະລິດຮູບເງົາ ແລະ ອື່ນໆ, ພ້ອມທັງຜູ້ທີ່ເທດສະໜາພຣະກິດຕິຄຸນ, ເປັນພະຍານ ຫຼື ເຮັດໜ້າທີ່ເປັນຜູ້ອໍານວຍການພຣະກິດຕິຄຸນ ແລະ ອື່ນໆ. ນອກຈາກນັ້ນ, ນີ້ຍັງລວມມີບຸກຄະລາກອນທີ່ຮັບຜິດຊອບວຽກງານດ້ານການເງິນ, ການເກັບຮັກສາໃຫ້ປອດໄພ ແລະ ວຽກງານພາຍນອກ. ບຸກຄົນເຫຼົ່ານີ້ມີບົດບາດສະໜັບສະໜູນໃນວຽກງານຂອງຄຣິສຕະຈັກ ແລະ ເປັນຜູ້ທີ່ຂາດບໍ່ໄດ້; ພວກເຂົາທັງໝົດລ້ວນແຕ່ຖືກລວມຢູ່ໃນສ່ວນໜຶ່ງຂອງບຸກຄະລາກອນທີ່ຮັບຜິດຊອບວຽກງານຕ່າງໆ. ນີ້ແມ່ນປະເພດໃຫຍ່ທີສອງ. ປະເພດໃຫຍ່ທີສາມລວມມີຜູ້ທີ່ເຮັດວຽກງານທີ່ເປັນອັນຕະລາຍຂອງຄຣິສຕະຈັກ. ໂດຍສະເພາະຢ່າງຍິ່ງ, ໃນປະເທດທີ່ມີລະບອບຜະເດັດການທີ່ບໍ່ມີເສລີພາບທາງສາສະໜາ, ມີວຽກງານບາງຢ່າງທີ່ເປັນອັນຕະລາຍທີ່ສຸດເຊັ່ນ: ການພິມໜັງສື, ການຂົນສົ່ງໜັງສື, ການເກັບຮັກສາຊັບສິນຂອງຄຣິສຕະຈັກໃຫ້ປອດໄພ, ພ້ອມທັງການຈັດຕ້ອນຮັບ ແລະ ການຈັດສັນໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ສຳຄັນ. ມີໃຜອີກບໍທີ່ລວມຢູ່ນຳ? (ຍັງມີບຸກຄະລາກອນທີ່ເຮັດວຽກງານທົ່ວໄປບາງຄົນທີ່ຖ່າຍທອດຂໍ້ມູນຢູ່ພາຍນອກອີກດ້ວຍ; ໜ້າທີ່ທີ່ພວກເຂົາເຮັດກໍເປັນອັນຕະລາຍພໍສົມຄວນເຊັ່ນກັນ.) ບຸກຄົນເຫຼົ່ານີ້ກໍຖືກຖືວ່າເຮັດວຽກງານທີ່ເປັນອັນຕະລາຍເຊັ່ນກັນ. ເຖິງຢ່າງໃດກໍຕາມ, ຄົນເຫຼົ່ານີ້ບໍ່ໄດ້ເຮັດວຽກງານນີ້ເປັນບາງຄັ້ງບາງຄາວຢ່າງແນ່ນອນ; ແຕ່ພວກເຂົາຊ່ຽວຊານໃນການປະຕິບັດວຽກງານທີ່ສຳຄັນ ແລະ ເປັນອັນຕະລາຍເຫຼົ່ານີ້ເຊັ່ນ: ການຖ່າຍທອດຂໍ້ມູນ, ການແຈກຢາຍການຈັດແຈງວຽກງານ, ການແຈກຢາຍວິດີໂອ, ຮູບເງົາ ຫຼື ບັນທຶກຄຳເທດສະໜາທັງໝົດຂອງເຮືອນຂອງພຣະເຈົ້າ ແລະ ອື່ນໆ. ໃນປະເທດຜະເດັດການທີ່ບໍ່ມີເສລີພາບທາງສາສະໜາ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ຢ່າງແຈ່ມແຈ້ງວ່າຜູ້ຄົນທີ່ພຣະເຈົ້າເລືອກຄົນໃດກຳລັງປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດຊອບວຽກງານທີ່ເປັນອັນຕະລາຍ. ສະຫຼຸບແລ້ວ, ບຸກຄົນເຫຼົ່ານີ້ຍັງເປັນປະເພດໜຶ່ງຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນອີກດ້ວຍ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງພິຈາລະນາເຖິງຄວາມປອດໄພຂອງພວກເຂົາເປັນພິເສດ; ມັນບໍ່ສາມາດເບິ່ງຂ້າມໄດ້. ນີ້ແມ່ນປະເພດທີສາມ. ປະເພດທີສີ່ແມ່ນອີກກຸ່ມໜຶ່ງທີ່ຂາດບໍ່ໄດ້ໃນວຽກງານຂອງຄຣິສຕະຈັກ. ບຸກຄົນເຫຼົ່ານີ້ມີທັກສະ ແລະ ຂອງປະທານພິເສດເຊັ່ນ: ການມີຄວາມຊຳນານໃນການເທດສະໜາພຣະກິດຕິຄຸນ, ການໃຫ້ຄຳເທດສະໜາ, ການຫົດນໍ້າຄຣິສຕະຈັກ ຫຼື ການຮັບຜິດຊອບໃນການຈັດຕັ້ງວຽກງານສະເພາະໃດໜຶ່ງ. ບຸກຄົນເຫຼົ່ານີ້ອາດຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ຊີ້ນຳຂອງວຽກງານຕ່າງໆ ຫຼື ຜູ້ທີ່ເຮັດວຽກງານທີ່ເປັນອັນຕະລາຍ. ຖ້າບໍ່ມີຄົນແບບນີ້, ກໍຈະມີຊ່ອງຫວ່າງໃນວຽກງານສຳຄັນທີ່ພວກເຂົາຮັບຜິດຊອບ ແລະ ບໍ່ມີໃຜສາມາດທົດແທນບົດບາດຂອງພວກເຂົາໄດ້. ສະນັ້ນ, ບຸກຄົນເຫຼົ່ານີ້ຄວນໄດ້ຮັບການປົກປ້ອງ ແລະ ຄວາມປອດໄພຂອງພວກເຂົາກໍຄວນໄດ້ຮັບການຮັບປະກັນ. ນີ້ແມ່ນຄົນປະເພດໜຶ່ງ. ອີກປະເພດໜຶ່ງແມ່ນຜູ້ທີ່ອາໄສຢູ່ໃນປະເທດທີ່ສາສະໜາຖືກຂົ່ມເຫັງ, ຖືກຕ້ອງການຕົວ ຫຼື ມີປະຫວັດອາຊະຍາກຳ ເນື່ອງຈາກຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ. ບໍ່ວ່າຂອບເຂດຂອງໝາຍຈັບ ຫຼື ວຽກງານສະເພາະທີ່ພວກເຂົາຮັບຜິດຊອບໃນຄຣິສຕະຈັກຈະເປັນແນວໃດກໍຕາມ, ຕາບໃດທີ່ພວກເຂົາຖືກຕ້ອງການຕົວຍ້ອນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຊອກຫາວິທີປົກປ້ອງພວກເຂົາ ໂດຍການຈັດສັນໃຫ້ພວກເຂົາຢູ່ໃນສະຖານທີ່ທີ່ປອດໄພພໍສົມຄວນ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ໃນບັນດາປະເທດທັງໝົດທີ່ຂົ່ມເຫັງຄວາມເຊື່ອທາງສາສະໜາ, ການຂົ່ມເຫັງຂອງປະເທດຈີນແມ່ນຮ້າຍແຮງທີ່ສຸດ. ໃນບັນດາແຂວງ ແລະ ເຂດຕ່າງໆທົ່ວປະເທດຈີນ, ຫຼາຍຄົນໄດ້ຖືກຈັບກຸມ ຫຼື ຖືກຕ້ອງການຕົວ, ບໍ່ສາມາດກັບບ້ານໄດ້. ມີບາງປະເທດທີ່ຄ້າຍຄືກັນທົ່ວໂລກ ແລະ ໃນທຸກທະວີບທີ່ຂົ່ມເຫັງຄວາມເຊື່ອທາງສາສະໜາຄືກັບປະເທດຈີນ ແລະ ໃນປະເທດເຫຼົ່ານີ້, ຍັງມີຜູ້ທີ່ປະເຊີນກັບການຂົ່ມເຫັງ ແລະ ບໍ່ສາມາດກັບບ້ານໄດ້ອີກດ້ວຍ ເນື່ອງຈາກການຍອມຮັບເອົາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສຳລັບຜູ້ທີ່ຖືກຂົ່ມເຫັງ ແລະ ບໍ່ສາມາດກັບບ້ານໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດສັນໃຫ້ພວກເຂົາຢູ່ໃນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາໂດຍໄວເທົ່າທີ່ຈະໄວໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດໃຫ້ພວກເຂົາຢູ່ໃນສະພາບແວດລ້ອມທີ່ປອດໄພພໍສົມຄວນຕາມເງື່ອນໄຂຂອງທ້ອງຖິ່ນ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້. ນີ້ເປັນວຽກງານບູລິມະສິດທີ່ຕ້ອງເຮັດໃຫ້ດີ. ບຸກຄົນເຫຼົ່ານີ້ທີ່ໄດ້ຖືກຈັບກຸມ ຫຼື ຖືກຕ້ອງການຕົວກໍປະກອບເປັນບຸກຄະລາກອນປະເພດທີຫ້າທີ່ຕ້ອງການການປົກປ້ອງ. ຍັງມີອີກປະເພດໜຶ່ງໃນບັນດາບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆທີ່ມີຄວາມພິເສດ. ບຸກຄົນເຫຼົ່ານີ້ອາດຈະບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກໃນປັດຈຸບັນ ແລະ ບໍ່ໄດ້ເຮັດວຽກງານທີ່ເປັນອັນຕະລາຍ ແຕ່ພວກເຂົາເຄີຍປະຕິບັດໜ້າທີ່ຫຼາຍຢ່າງມາກ່ອນ ແລະ ວຽກງານຂອງພວກເຂົາກໍໄດ້ກວມເອົາຂອບເຂດທີ່ກວ້າງຂວາງ. ພວກເຂົາຮູ້ຈັກຄອບຄົວເຈົ້າພາບຫຼາຍຄອບຄົວ ແລະ ຍັງຮູ້ຈັກບຸກຄະລາກອນບາງຄົນທີ່ກຳລັງປະຕິບັດໜ້າທີ່ສຳຄັນອີກດ້ວຍ. ສະນັ້ນ, ຖ້າບຸກຄົນດັ່ງກ່າວຖືກຈັບກຸມ, ມັນກໍຈະນຳເອົາໄພພິບັດມາສູ່ວຽກງານຂອງຄຣິສຕະຈັກເຊັ່ນກັນ. ບຸກຄົນເຫຼົ່ານີ້ຄວນຖືກເອີ້ນວ່າ: “ຜູ້ທີ່ຮູ້ເລື່ອງພາຍໃນ” ແລະ ພວກເຂົາກໍຄວນຖືກລວມຢູ່ໃນບັນດາບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດເຊັ່ນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບປະກັນຄວາມປອດໄພຂອງພວກເຂົາ ເພື່ອຈຸດປະສົງໃນການປົກປ້ອງຄວາມປອດໄພຂອງຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ ແລະ ຮັບປະກັນວ່າວຽກງານຂອງຄຣິສຕະຈັກສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນປົກກະຕິ. ໂດຍສະເພາະຢ່າງຍິ່ງ, ບຸກຄົນບາງຄົນໃນປະເພດນີ້ແມ່ນຂ້ອນຂ້າງປະໝາດ; ພວກເຂົາບໍ່ຮູ້ຈັກລະມັດລະວັງ ແລະ ພວກເຂົາບໍ່ມີສະຕິປັນຍາຫຼາຍ. ພວກເຂົາມັກຈະສະແດງອອກດ້ວຍຄວາມກະຕືລືລົ້ນສະເໝີ, ເຮັດສິ່ງຕ່າງໆຢ່າງບໍ່ລະມັດລະວັງຢູ່ພາຍນອກ. ໂດຍທີ່ບໍ່ເຄີຍຖືກຈັບກຸມ ຫຼື ຖືກທໍລະມານ, ພວກເຂົາຈຶ່ງບໍ່ຮູ້ເຖິງອັນຕະລາຍທີ່ກ່ຽວຂ້ອງ ແລະ ຜົນທີ່ຈະຕາມມາທີ່ອາດຈະເກີດຂຶ້ນຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຂົ້າໃຈວ່າຄວາມຮ້າຍແຮງຂອງຜົນທີ່ຈະຕາມມາເຫຼົ່ານັ້ນຈະເປັນແນວໃດ. ເພາະພວກເຂົາເຊື່ອວ່າພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ, ບໍ່ເຮັດສິ່ງທີ່ບໍ່ດີ, ພວກເຂົາຈຶ່ງບໍ່ຢ້ານຫຍັງ. ຜົນກໍຄືຫຼັງຈາກເຮັດວຽກຢູ່ໃນທ້ອງຖິ່ນໄດ້ໄລຍະໜຶ່ງ, ພວກເຂົາອາດຈະກາຍເປັນທີ່ຮູ້ຈັກກັນດີ ແລະ ຕົກຢູ່ພາຍໃຕ້ການເຝົ້າຕິດຕາມຂອງລັດຖະບານ. ນັ້ນບໍ່ກໍ່ໃຫ້ເກີດອັນຕະລາຍບໍ? ເມື່ອພວກເຂົາຖືກຈັບກຸມ, ຖ້າພວກເຂົາບໍ່ສາມາດທົນຕໍ່ການສອບສວນດ້ວຍການທໍລະມານໄດ້, ພວກເຂົາອາດຈະກາຍເປັນຢູດາ, ຫັກຫຼັງອ້າຍເອື້ອຍນ້ອງ. ສິ່ງນີ້ຈະນຳເອົາຄວາມສູນເສຍອັນໃຫຍ່ຫຼວງມາສູ່ຄຣິສຕະຈັກ ແລະ ພົວພັນອ້າຍເອື້ອຍນ້ອງຄົນອື່ນໆໄປນຳ, ເຮັດໃຫ້ພວກເຂົາສ່ຽງຕໍ່ການຖືກຈັບກຸມ ແລະ ຕິດຄຸກ ເຊິ່ງຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຕ່າງໆຂອງຄຣິສຕະຈັກ. ສະນັ້ນ, ຄຣິສຕະຈັກຄວນໃຫ້ຄວາມສຳຄັນກັບການປົກປ້ອງບຸກຄົນດັ່ງກ່າວເຊັ່ນກັນ. ຖ້າບໍ່ສາມາດຊອກຫາສະຖານທີ່ທີ່ປອດໄພໃນທ້ອງຖິ່ນເພື່ອເຊື່ອງພວກເຂົາໄດ້, ພວກເຂົາກໍຄວນຖືກຍົກຍ້າຍໄປຢູ່ສະຖານທີ່ທີ່ປອດໄພພໍສົມຄວນຢູ່ບ່ອນອື່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ນີ້ຍັງແມ່ນຄົນອີກປະເພດໜຶ່ງ. ເນື່ອງຈາກຄຸນນະພາບພິເສດຂອງສະຖານະການຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງຈັດສັນໃຫ້ພວກເຂົາ, ສະນັ້ນ, ພວກເຂົາຈຶ່ງຖືກລວມຢູ່ໃນບັນດາບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດເຊັ່ນກັນ. ມີຄົນທັງໝົດຈັກປະເພດ? (ຫົກປະເພດ: ປະເພດທີໜຶ່ງແມ່ນຜູ້ນໍາ ແລະ ຜູ້ເຮັດວຽກ. ປະເພດທີສອງປະກອບດ້ວຍບຸກຄະລາກອນທີ່ຂາດບໍ່ໄດ້ທີ່ຮັບຜິດຊອບວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ; ຜູ້ຊີ້ນຳ, ຫົວໜ້າທີມ ແລະ ຜູ້ອໍານວຍການພຣະກິດຕິຄຸນ ແລະ ຜູ້ທີ່ສາມາດຮັບຜິດຊອບວຽກງານໄດ້. ປະເພດທີສາມແມ່ນບຸກຄະລາກອນທີ່ເຮັດວຽກງານທີ່ເປັນອັນຕະລາຍຂອງຄຣິສຕະຈັກ. ປະເພດທີສີ່ແມ່ນຜູ້ທີ່ມີທັກສະ ແລະ ຂອງປະທານພິເສດ. ປະເພດທີຫ້າປະກອບດ້ວຍຄົນທີ່ມີປະຫວັດອາຊະຍາກຳ, ຜູ້ທີ່ຖືກໄລ່ລ່າ ແລະ ຜູ້ທີ່ຖືກຕ້ອງການຕົວ ແລະ ປະເພດທີຫົກແມ່ນຜູ້ທີ່ຮູ້ເລື່ອງພາຍໃນ.) ໂດຍພື້ນຖານແລ້ວ ພວກເຮົາໄດ້ກວມເອົາບຸກຄະລາກອນທີ່ສຳຄັນທັງໝົດທີ່ກ່ຽວຂ້ອງກັບວຽກງານຕ່າງໆແລ້ວ ແຕ່ມີອີກປະເພດໜຶ່ງທີ່ຕ້ອງເພີ່ມເຂົ້າໄປ: ຖ້າອ້າຍເອື້ອຍນ້ອງຄົນໃດໃນຄຣິສຕະຈັກຖືກຈັບກຸມ ຫຼື ປະເຊີນກັບສະຖານະການທີ່ບໍ່ຄາດຄິດອື່ນໆ, ບໍ່ສາມາດດູແລລູກທີ່ຍັງບໍ່ບັນລຸນິຕິພາວະຂອງພວກເຂົາໄດ້ ເນື່ອງຈາກການອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຈັດສັນໃຫ້ເດັກນ້ອຍເຫຼົ່ານີ້ຢູ່ໃນຄົວເຮືອນທີ່ເໝາະສົມ ເພື່ອໃຫ້ພວກເຂົາມີວິທີທາງໃນການດຳລົງຊີວິດ. ນີ້ກໍເປັນວຽກງານພິເສດຢ່າງໜຶ່ງເຊັ່ນກັນ. ເຖິງແມ່ນວ່າວຽກງານນີ້ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ແລະ ມັນເກີດຂຶ້ນຈາກສະຖານະການພິເສດເທົ່ານັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຮັບຜິດຊອບໃນການຈັດສັນທີ່ເໝາະສົມໃຫ້ກັບເດັກນ້ອຍທີ່ຍັງບໍ່ບັນລຸນິຕິພາວະເຫຼົ່ານີ້. ຖ້າພວກເຂົາບໍ່ມີຍາດພີ່ນ້ອງທີ່ເໝາະສົມ ຫຼື ຖ້າຍາດພີ່ນ້ອງຂອງພວກເຂົາເປັນຜູ້ບໍ່ມີຄວາມເຊື່ອ ແລະ ບໍ່ເຕັມໃຈທີ່ຈະຮັບເອົາພວກເຂົາ, ຄຣິສຕະຈັກກໍຄວນຮັບເອົາພວກເຂົາ. ຄຣິສຕະຈັກບໍ່ຄວນພຽງແຕ່ຈັດແຈງບ້ານເຈົ້າພາບທີ່ເໝາະສົມໃຫ້ພວກເຂົາເທົ່ານັ້ນ ແຕ່ຍັງຕ້ອງມອບໝາຍໃຫ້ອ້າຍເອື້ອຍນ້ອງຮັບຜິດຊອບໃນການດູແລພວກເຂົາອີກດ້ວຍ. ເມື່ອມີການຈັດສັນທີ່ເໝາະສົມໃຫ້ພວກເຂົາແລ້ວ, ຖ້າພວກເຂົາເຊື່ອໃນພຣະເຈົ້າ, ນັ້ນກໍເປັນສິ່ງທີ່ດີທີ່ສຸດຢ່າງແນ່ນອນ ແລະ ເມື່ອພວກເຂົາເຕີບໃຫຍ່ເປັນຜູ້ໃຫຍ່, ພວກເຂົາກໍສາມາດປະຕິບັດໜ້າທີ່ໃນຄຣິສຕະຈັກໄດ້. ຖ້າພວກເຂົາບໍ່ເຊື່ອໃນພຣະເຈົ້າ, ແລ້ວເມື່ອພວກເຂົາເຕີບໃຫຍ່ເປັນຜູ້ໃຫຍ່ ແລະ ເຂົ້າສູ່ສັງຄົມ, ພວກເຂົາກໍຈະບໍ່ມີຄວາມກ່ຽວຂ້ອງກັບຄຣິສຕະຈັກອີກຕໍ່ໄປ ແລະ ຄວາມຮັບຜິດຊອບຂອງພວກເຮົາກໍຈະສິ້ນສຸດລົງ. ພວກເຮົາຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບເລື່ອງຂອງພວກເຂົາອີກຕໍ່ໄປ. ແບບນີ້ເໝາະສົມບໍ? (ເໝາະສົມແລ້ວ.) ເຖິງແມ່ນວ່າວຽກງານນີ້ບໍ່ກ່ຽວຂ້ອງກັບວຽກງານຕ່າງໆຂອງຄຣິສຕະຈັກ, ມັນກໍຍັງຄວນຖືກລວມຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າມີລູກໆຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກທີ່ຕ້ອງການການຈັດສັນ, ເວັ້ນເສຍແຕ່ວ່າ ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຮູ້ສະຖານະການ, ພວກເຂົາບໍ່ສາມາດບໍ່ສົນໃຈມັນໄດ້. ຖ້າພວກເຂົາຮູ້ກ່ຽວກັບມັນ, ພວກເຂົາກໍຄວນສອບຖາມ, ຈັດການມັນ ແລະ ຮັບຜິດຊອບໜ້າທີ່ນີ້ ເພື່ອເຮັດການຈັດສັນທີ່ເໝາະສົມໃຫ້ພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບປະກັນວ່າອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ໂດຍສະເພາະຜູ້ທີ່ກຳລັງຮັບຜິດຊອບວຽກງານສຳຄັນ, ປາສະຈາກຄວາມກັງວົນເມື່ອເວົ້າເຖິງເລື່ອງນີ້. ການປະຕິບັດວຽກງານນີ້ໃຫ້ດີບໍ່ແມ່ນເລື່ອງຍາກ, ແມ່ນບໍ່? (ບໍ່, ມັນບໍ່ຍາກ.) ມີບຸກຄະລາກອນທີ່ເຮັດວຽກງານສຳຄັນຢ່າງໜ້ອຍຫົກປະເພດ. ປະເພດທີເຈັດແມ່ນສ່ວນເພີ່ມເຕີມ, ມັນສະແດງໃຫ້ເຫັນເຖິງປະເພດຂອງສະຖານະການທີ່ພິເສດຫຼາຍ. ບຸກຄະລາກອນຕ່າງໆທີ່ໄດ້ລະບຸໄວ້ໃນຫົກປະເພດທຳອິດອາດຈະບໍ່ມີຢູ່ທັງໝົດໃນທຸກເຂດສິດຍາພິບານ ຫຼື ທຸກປະເທດ. ເຖິງຢ່າງໃດກໍຕາມ, ບໍ່ວ່າຈະເປັນປະເທດໃດກໍຕາມ, ການປົກປ້ອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນກໍເປັນວຽກງານທີ່ສຳຄັນຫຼາຍ. ນີ້ເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກທຸກຄົນຕ້ອງເອົາໃຈໃສ່ ແລະ ມັນເປັນຄວາມຮັບຜິດຊອບທີ່ພວກເຂົາຕ້ອງປະຕິບັດໃຫ້ດີ.

ການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກ

I. ຂໍ້ກຳນົດດ້ານຄວາມປອດໄພສຳລັບຄອບຄົວເຈົ້າພາບ

ຕອນນີ້ພວກເຮົາໄດ້ຊີ້ແຈງແລ້ວວ່າບຸກຄະລາກອນທີ່ເຮັດວຽກງານສຳຄັນແມ່ນໃຜ, ໃຫ້ພວກເຮົາເບິ່ງວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ, ນັ້ນກໍຄືການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ, ການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ. ສະນັ້ນ, ວຽກງານສະເພາະໃດແດ່ທີ່ຈຳເປັນຕ້ອງເຮັດເພື່ອປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກຢ່າງມີປະສິດທິພາບ ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຖືກຖືວ່າໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາສຳເລັດ? ເມື່ອເວົ້າເຖິງການປະຕິບັດວຽກງານສະເພາະ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຮູ້ສຶກວ່າພວກເຂົາຕົກຢູ່ໃນສະຖານະການທີ່ລໍາບາກໃຈ, ກຳລັງຄິດຢ່າງໜັກ ແລະ ຮູ້ສຶກກະວົນກະວາຍ, ບໍ່ແນ່ໃຈວ່າຈະປະຕິບັດແນວໃດ. ມີຫຼັກການສຳຄັນຢ່າງໜຶ່ງໃນການຈັດສັນໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ຄື: ພວກເຂົາຕ້ອງໄດ້ຮັບການປົກປ້ອງຈາກການແຊກແຊງຂອງໂລກພາຍນອກ ເພື່ອຮັບປະກັນຄວາມປອດໄພຂອງພວກເຂົາ. ບໍ່ວ່າບຸກຄະລາກອນທີ່ເຮັດວຽກງານສຳຄັນຖືກຈັດໃຫ້ຢູ່ໃນບ້ານຂອງອ້າຍເອື້ອຍນ້ອງ ຫຼື ຢູ່ໃນເຮືອນເຊົ່າ, ຈຸດສຳຄັນແມ່ນຄວາມປອດໄພຂອງພວກເຂົາຕ້ອງໄດ້ຮັບການຮັບປະກັນ. ການຮັບປະກັນຄວາມປອດໄພຂອງພວກເຂົາໝາຍເຖິງການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດຫຍັງເພື່ອປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ? ມັນຮຽກຮ້ອງໃຫ້ມີການຈັດສັນໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນຢູ່ໃນສະຖານທີ່ທີ່ເໝາະສົມ. ໃຫ້ພວກເຮົາເບິ່ງເລື່ອງນີ້ຈາກສອງດ້ານຄື: ດ້ານໜຶ່ງແມ່ນສະພາບແວດລ້ອມພາຍໃນຂອງຄອບຄົວເຈົ້າພາບ ແລະ ອີກດ້ານໜຶ່ງແມ່ນສະພາບແວດລ້ອມພາຍນອກ. ໃນດ້ານຂອງສະພາບແວດລ້ອມພາຍໃນ, ກ່ອນອື່ນໝົດ, ເຈົ້າພາບຕ້ອງເປັນຜູ້ເຊື່ອທີ່ແທ້ຈິງ, ເຕັມໃຈທີ່ຈະຈັດຕ້ອນຮັບ, ສາມາດຮັກສາຄວາມລັບໄດ້, ເຮັດດ້ວຍຄວາມລະມັດລະວັງ ແລະ ຈັດການກັບໂລກພາຍນອກຢ່າງມີສະຕິປັນຍາ. ຖ້າມີສະຖານະການພິເສດໃດໆເກີດຂຶ້ນ, ພວກເຂົາຄວນຮູ້ວິທີຕອບສະໜອງຕໍ່ມັນ; ພວກເຂົາຄວນຈະສາມາດຈັດການ ແລະ ແກ້ໄຂມັນຢ່າງຫ້າວຫັນແທນທີ່ຈະເປັນຝ່າຍຮັບ. ນອກຈາກນີ້, ພວກເຂົາຄວນມີຊື່ສຽງທີ່ດີໃນທ້ອງຖິ່ນ ຫຼື ບາງເທື່ອອາດມີກຽດ ແລະ ເສັ້ນສາຍໃນທ້ອງຖິ່ນ. ເຖິງແມ່ນວ່າພວກເຂົາຂາດອິດທິພົນ, ຢ່າງໜ້ອຍທີ່ສຸດ, ພວກເຂົາຄວນເປັນຄົນທີ່ຮູ້ຈັກກາລະເທສະ ແລະ ດຳລົງຊີວິດຢ່າງເໝາະສົມ ແລະ ເປັນຜູ້ທີ່ບໍ່ເຄີຍສ້າງບັນຫາ ຫຼື ດຶງດູດບຸກຄົນບໍ່ດີເຂົ້າມາໃນບ້ານຂອງພວກເຂົາ. ພວກເຂົາບໍ່ຄວນມີໝູ່ເພື່ອນທີ່ມາເຕົ້າໂຮມກັນເພື່ອຫຼິ້ນໄພ້ນົກກະຈອກ ຫຼື ດື່ມເຫຼົ້າ. ນອກຈາກນີ້, ຄວາມສຳພັນຂອງພວກເຂົາກັບໂລກພາຍນອກ ແລະ ເພື່ອນບ້ານຄວນເປັນປົກກະຕິພໍສົມຄວນ. ພວກເຂົາບໍ່ຄວນເຂົ້າໄປມີສ່ວນກ່ຽວຂ້ອງກັບຂໍ້ຂັດແຍ່ງໃດໆກ່ຽວກັບໜີ້ສິນ ແລະ ພວກເຂົາບໍ່ຄວນຂັດແຍ່ງກັບເພື່ອນບ້ານຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ສະພາບແວດລ້ອມໃນບ້ານຂອງພວກເຂົາຄວນງຽບສະຫງົບພໍສົມຄວນ, ເຈົ້າພາບຄວນມີຄວາມສຳພັນທີ່ບໍ່ຊັບຊ້ອນ ແລະ ຄວນມີຄົນພາຍນອກເຂົ້າມາໃນບ້ານຂອງພວກເຂົາເພື່ອສ້າງຄວາມລົບກວນໜ້ອຍທີ່ສຸດ ແລະ ອື່ນໆ. ທຸກດ້ານຄວນເໝາະສົມ. ຍິ່ງໄປກວ່ານັ້ນ, ລູກໆ ຫຼື ຍາດພີ່ນ້ອງຂອງເຈົ້າພາບຄວນສະໜັບສະໜູນຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ຫຼື ຢ່າງໜ້ອຍກໍໍບໍ່ຄັດຄ້ານການຈັດຕ້ອນຮັບອ້າຍເອື້ອຍນ້ອງຂອງພວກເຂົາ ແລະ ແນ່ນອນວ່າບໍ່ໄປເວົ້າກ່ຽວກັບເລື່ອງເຫຼົ່ານີ້ຢ່າງບໍ່ລະມັດລະວັງ. ບາງຄົນອາດຈະເວົ້າວ່າ: “ມັນບໍ່ແມ່ນເລື່ອງງ່າຍທີ່ຈະຊອກຫາຄອບຄົວເຈົ້າພາບທີ່ຕອບສະໜອງເງື່ອນໄຂທັງໝົດເຫຼົ່ານີ້!” ນີ້ໝາຍເຖິງການຊອກຫາສະຖານທີ່ທີ່ເໝາະສົມພໍສົມຄວນ, ບໍ່ຈຳເປັນຕ້ອງສົມບູນແບບທຸກຢ່າງ. ຢ່າງໜ້ອຍທີ່ສຸດ, ສະພາບແວດລ້ອມໃນການດຳລົງຊີວິດຄວນເໝາະສົມ, ງຽບສະຫງົບ ແລະ ປາສະຈາກການແຊກແຊງຈາກພາຍນອກ ເຊິ່ງຕອບສະໜອງຕໍ່ຂໍ້ກຳນົດຂອງການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກ. ໃນຄອບຄົວເຈົ້າພາບບາງຄອບຄົວ, ເຖິງແມ່ນວ່າ ບໍ່ແມ່ນສະມາຊິກທຸກຄົນໃນຄອບຄົວເປັນຜູ້ເຊື່ອ ແຕ່ບຸກຄົນທີ່ຈັດຕ້ອນຮັບມີກຽດສັກສີພາຍໃນຄົວເຮືອນ ແລະ ເປັນຜູ້ຕັດສິນໃຈ. ລູກໆ ຫຼື ຍາດພີ່ນ້ອງທີ່ເປັນຜູ້ບໍ່ມີຄວາມເຊື່ອຂອງພວກເຂົາກໍບໍ່ກ້າແຊກແຊງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ ຫຼື ການຈັດຕ້ອນຮັບອ້າຍເອື້ອຍນ້ອງຂອງພວກເຂົາ; ເຖິງແມ່ນວ່າ ພວກເຂົາບໍ່ເຫັນດີພາຍໃນໃຈ, ພວກເຂົາກໍບໍ່ກ້າທີ່ຈະແບ່ງປັນຂໍ້ມູນນີ້ໃຫ້ຄົນນອກຄອບຄົວ. ຖ້າມີບາງສິ່ງບາງຢ່າງເກີດຂຶ້ນແທ້, ພວກເຂົາຍັງສາມາດຊ່ວຍໃຫ້ການປົກປ້ອງໄດ້. ດ້ວຍວິທີນີ້, ອ້າຍເອື້ອຍນ້ອງທີ່ພັກຢູ່ບ້ານເຈົ້າພາບນີ້ກໍສາມາດບໍ່ໄດ້ຮັບຜົນກະທົບຈາກການແຊກແຊງຂອງໂລກພາຍນອກໄດ້ອີກດ້ວຍ. ໃນບາງກໍລະນີ, ເຈົ້າພາບເປັນຄົນຂີ້ຢ້ານ, ຢ້ານວ່າລູກໆຂອງພວກເຂົາອາດຈະເປີດເຜີຍຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ຢ້ານວ່າເພື່ອນບ້ານອາດຈະຮູ້ກ່ຽວກັບຄວາມເຊື່ອຂອງພວກເຂົາ ແລະ ລາຍງານພວກເຂົາ ແລະ ໂດຍສະເພາະແມ່ນຢ້ານວ່າສິ່ງຕ່າງໆອາດຈະຮ້າຍແຮງຂຶ້ນ ແລະ ພວກເຂົາຈະຖືກຈັບກຸມ. ເມື່ອພວກເຂົາເລີ່ມຈັດຕ້ອນຮັບອ້າຍເອື້ອຍນ້ອງ, ພວກເຂົາກໍຕົກຢູ່ໃນຄວາມວິຕົກກັງວົນທຸກມື້, ບໍ່ສາມາດກິນເຂົ້າໃນຕອນກາງເວັນ ຫຼື ນອນຫຼັບໃນກາງຕອນຄືນໄດ້, ໃຊ້ເວລາໝົດມື້ໄປກັບຄວາມກັງວົນ ແລະ ຢ້ານກົວຄືກັບຄົນຂີ້ລັກ. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນວ່າມີບາງສິ່ງບາງຢ່າງເກີດຂຶ້ນເຊັ່ນ: ລັດຖະບານວາງແຜນທີ່ຈະກວດກາສຳມະໂນຄົວ ຫຼື ເຈົ້າໜ້າທີ່ລັດຖະບານມາເຮືອນຂອງພວກເຂົາເພື່ອເຮັດບາງສິ່ງບາງຢ່າງພາຍໃຕ້ຂໍ້ອ້າງຕ່າງໆ, ພວກເຂົາກໍຢ້ານກົວຢ່າງທີ່ສຸດ ແລະ ຕ້ອງການໃຫ້ອ້າຍເອື້ອຍນ້ອງອອກໄປທັນທີຢູ່ສະເໝີ ເພື່ອທີ່ຕົວພວກເຂົາເອງຈະບໍ່ຖືກພົວພັນໄປນຳ. ເມື່ອອ້າຍເອື້ອຍນ້ອງເຫັນແບບນີ້, ພວກເຂົາຄວນຍົກຍ້າຍອອກທັນທີ ເພາະວ່າສະຖານທີ່ດັ່ງກ່າວບໍ່ເໝາະສົມສຳລັບການຈັດຕ້ອນຮັບ; ມັນອາດຈະຖືກໃຊ້ເປັນບ່ອນພັກຊົ່ວຄາວເປັນເວລາພຽງແຕ່ສອງສາມມື້ເທົ່ານັ້ນ. ຖ້າລູກໆ, ຍາດພີ່ນ້ອງ ຫຼື ໝູ່ເພື່ອນຂອງຄອບຄົວເຈົ້າພາບເປັນຄົນຊົ່ວຊ້າ ທີ່ເມື່ອຮູ້ວ່າເຈົ້າພາບກຳລັງຈັດຕ້ອນຮັບຜູ້ເຊື່ອ, ພວກເຂົາອາດຈະມາລົບກວນ ຫຼື ແມ່ນແຕ່ສົ່ງຕົວອ້າຍເອື້ອຍນ້ອງໃຫ້ຕຳຫຼວດ, ແລ້ວນີ້ກໍເປັນອັນຕະລາຍເກີນໄປ. ຄອບຄົວເຈົ້າພາບດັ່ງກ່າວບໍ່ເໝາະສົມທີ່ຈະພັກຢູ່ນຳ. ພໍ່ແມ່ບາງຄົນປະຕິບັດຕົວຄືກັບທາດຕໍ່ໜ້າລູກໆຂອງພວກເຂົາ; ພວກເຂົາອາດຈະເວົ້າວ່າ: “ມັນບໍ່ເປັນຫຍັງ, ລູກຂອງຂ້ອຍຟັງຄວາມຂ້ອຍ” ແຕ່ໃນຄວາມເປັນຈິງແລ້ວ, ການເຊື່ອຟັງຂອງລູກໆຂອງພວກເຂົາຂຶ້ນຢູ່ກັບສະຖານະການ. ເມື່ອຜົນປະໂຫຍດຂອງພວກເຂົາເອງເຂົ້າມາກ່ຽວຂ້ອງ, ລູກໆກໍຈະບໍ່ຟັງຄວາມພວກເຂົາ. ຄົນແບບນີ້ບໍ່ກ້າຈະໃຫ້ລູກໆຂອງພວກເຂົາຮູ້ວ່າພວກເຂົາກຳລັງຈັດຕ້ອນຮັບອ້າຍເອື້ອຍນ້ອງ. ຖ້າລູກໆ ຫຼື ຍາດພີ່ນ້ອງຂອງພວກເຂົາຮູ້, ພວກເຂົາຈະຂັບໄລ່ອ້າຍເອື້ອຍນ້ອງອອກໄປຢ່າງແນ່ນອນ ແລະ ເຈົ້າພາບກໍຈະບໍ່ສາມາດຢຸດພວກເຂົາໄດ້. ພວກເຂົາບໍ່ແມ່ນຜູ້ຕັດສິນໃຈຂັ້ນສຸດທ້າຍໃນຄົວເຮືອນຂອງພວກເຂົາເອງ. ຄົນແບບນີ້ບໍ່ເໝາະສົມສຳລັບການຈັດຕ້ອນຮັບ; ພວກເຂົາອາດຈະມີຄວາມປາຖະໜາ ແຕ່ຂາດຄວາມກ້າຫານທີ່ຈະຈັດຕ້ອນຮັບ. ຄົນຂີ້ຢ້ານຈະກ້າຈັດຕ້ອນຮັບໄດ້ແທ້ບໍ? ຖ້າເຈົ້າບໍ່ສາມາດຮັບປະກັນຄວາມປອດໄພຂອງອ້າຍເອື້ອຍນ້ອງໄດ້, ເຈົ້າກໍບໍ່ເໝາະສົມກັບໜ້າທີ່ນີ້, ເຈົ້າບໍ່ຄວນອາສາສະໝັກເຮັດມັນ ແລະ ເຈົ້າບໍ່ຄວນໃຫ້ຄຳສັນຍາລົມໆແລ້ງໆກັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າບໍ່ຄວນຮັບເອົາໜ້າທີ່ນີ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຈັດສັນໃຫ້ອ້າຍເອື້ອຍນ້ອງຢູ່ໃນຄົວເຮືອນດັ່ງກ່າວເພື່ອຈັດຕ້ອນຮັບ, ພວກເຈົ້າຄິດວ່າມັນເໝາະສົມບໍ? (ບໍ່ເໝາະສົມ.) ມັນບໍ່ເໝາະສົມຢ່າງຍິ່ງ. ຢ່າສົ່ງອ້າຍເອື້ອຍນ້ອງເຂົ້າໄປໃນສະຖານະການອັນຕະລາຍ. ມັນອາດຈະເປັນໄປໄດ້ວ່າອ້າຍເອື້ອຍນ້ອງຂ້ອນຂ້າງປອດໄພທີ່ອາໄສຢູ່ບ່ອນອື່ນ; ຖ້າເຈົ້າຈັດສັນໃຫ້ພວກເຂົາຢູ່ໃນບ້ານຂອງບຸກຄົນນີ້, ບ່ອນທີ່ລູກໆ ຫຼື ຍາດພີ່ນ້ອງເປັນຜູ້ບໍ່ມີຄວາມເຊື່ອ ແລະ ພວກເຂົາສາມາດລາຍງານຜູ້ເຊື່ອ ແລະ ສົ່ງຕົວພວກເຂົາໃຫ້ຕຳຫຼວດທັນທີທີ່ພວກເຂົາພົບວ່າຜູ້ເຊື່ອກຳລັງພັກຢູ່ບ່ອນນັ້ນ, ສະນັ້ນ, ຈຶ່ງເປັນການເຮັດໃຫ້ຊີວິດຂອງພວກເຂົາຕົກຢູ່ໃນອັນຕະລາຍ, ເຈົ້າພາບຄົນນັ້ນຈະບໍ່ປະສົບກັບເຄາະກຳບໍ? ຖ້າເຈົ້າພາບເຕັມໃຈທີ່ຈະສ່ຽງຊີວິດຂອງພວກເຂົາ ເພື່ອປົກປ້ອງອ້າຍເອື້ອຍນ້ອງໃນສະຖານະການດັ່ງກ່າວ ແລະ ສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້ຢ່າງມີປະສິດທິພາບ ແລະ ຖ້າພວກເຂົາສະແດງໃຫ້ເຫັນເຖິງສະຕິປັນຍາຢ່າງຫຼວງຫຼາຍເປັນປົກກະຕິ, ຄອບຄົວເຈົ້າພາບຄອບຄົວນີ້ກໍອາດຈະຍັງເປັນທາງເລືອກທີ່ເໝາະສົມ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ສາມາດສ່ຽງຊີວິດຂອງພວກເຂົາ ເພື່ອປົກປ້ອງອ້າຍເອື້ອຍນ້ອງໄດ້ ແລະ ເມື່ອຜູ້ບໍ່ມີຄວາມເຊື່ອໃນຄອບຄົວຂອງພວກເຂົາຂົ່ມຂູ່ທີ່ຈະລາຍງານອ້າຍເອື້ອຍນ້ອງ ແລະ ສົ່ງພວກເຂົາໃຫ້ຕຳຫຼວດ, ພວກເຂົາບໍ່ມີທາງອອກ ແລະ ສາມາດເຮັດໄດ້ພຽງແຕ່ຫົດຫົວຄືກັບເຕົ່າທີ່ຫົດຫົວຂອງມັນເຂົ້າໃນກະດອງຂອງມັນເທົ່ານັ້ນ, ບໍ່ປົກປ້ອງອ້າຍເອື້ອຍນ້ອງ ແລະ ພຽງແຕ່ປ່ອຍໃຫ້ຜູ້ບໍ່ມີຄວາມເຊື່ອສົ່ງພວກເຂົາໄປ, ແລ້ວຄົວເຮືອນນີ້ກໍບໍ່ເໝາະສົມສຳລັບການຈັດຕ້ອນຮັບ. ຖ້າອ້າຍເອື້ອຍນ້ອງພັກຢູ່ບ່ອນນັ້ນຊົ່ວຄາວເປັນເວລາສອງສາມມື້ ແລະ ຈາກນັ້ນກໍຍົກຍ້າຍໄປຢູ່ສະຖານທີ່ທີ່ເໝາະສົມທັນທີທີ່ຊອກໄດ້, ນັ້ນກໍເກືອບຈະທົນບໍ່ໄດ້. ມັນຈະບໍ່ເໝາະສົມທີ່ຈະພັກຢູ່ໃນບ້ານດັ່ງກ່າວໃນໄລຍະຍາວເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ຢ່າງໜ້ອຍທີ່ສຸດ, ເຈົ້າພາບຕ້ອງສາມາດປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງໄດ້, ນີ້ແມ່ນຂໍ້ກຳນົດຂໍ້ໜຶ່ງສຳລັບເຈົ້າພາບ. ສຳລັບຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ເພື່ອຫຼີກລ່ຽງການແຊກແຊງຈາກໂລກພາຍນອກ, ດ້ານໜຶ່ງແມ່ນສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາຕ້ອງເໝາະສົມ; ນອກຈາກນີ້, ຄຸນສົມບັດຂອງເຈົ້າພາບເອງກໍຕ້ອງເໝາະສົມໃນທຸກດ້ານເຊັ່ນກັນ, ນັ້ນກໍຄືພວກເຂົາຕ້ອງສາມາດປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກໄດ້. ຖ້າພວກເຂົາສາມາດບັນລຸສິ່ງນີ້ໄດ້ເທົ່ານັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງຈະສາມາດຈັດສັນໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຢູ່ໃນບ້ານຂອງພວກເຂົາໄດ້. ຖ້າເຈົ້າພາບມີຄວາມເຊື່ອໜ້ອຍ ແລະ ບໍ່ມີຄວາມສາມາດ ແລະ ບໍ່ມີຄວາມກ້າຫານ, ບໍ່ສາມາດເປັນຜູ້ຕັດສິນໃຈຂັ້ນສຸດທ້າຍໃນຄົວເຮືອນຂອງພວກເຂົາໄດ້ ແລະ ລູກ ຫຼື ຍາດພີ່ນ້ອງທີ່ເປັນຜູ້ບໍ່ມີຄວາມເຊື່ອຄົນໃດຂອງພວກເຂົາສາມາດເຂົ້າມາ ແລະ ຄວບຄຸມພວກເຂົາໄດ້, ນີ້ກໍເປັນເລື່ອງທີ່ຂ້ອນຂ້າງຫຍຸ້ງຍາກ. ສະຖານທີ່ດັ່ງກ່າວບໍ່ເໝາະສຳລັບການຈັດຕ້ອນຮັບຢ່າງແນ່ນອນ. ເຖິງແມ່ນວ່າເຮືອນຈະມີຂະໜາດໃຫຍ່, ມີຫ້ອງຫຼາຍຫ້ອງ, ມີສະພາບແວດລ້ອມທີ່ສະດວກສະບາຍ ແລະ ມີເງື່ອນໄຂອື່ນໆທີ່ດີ, ມັນກໍຍັງບໍ່ເໝາະສົມສຳລັບການຈັດຕ້ອນຮັບ. ສະພາບແວດລ້ອມໃນການດຳລົງຊີວິດທີ່ເໝາະສົມພຽງຢ່າງດຽວບໍ່ພຽງພໍ; ເຈົ້າພາບກໍຕ້ອງເໝາະສົມເຊັ່ນກັນ. ຈຸດສຳຄັນຢູ່ບ່ອນນີ້ກໍຄືເຈົ້າພາບຕ້ອງສາມາດຮັບປະກັນໄດ້ກ່ອນວ່າບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາທີ່ພວກເຂົາກຳລັງຈັດຕ້ອນຮັບນັ້ນໄດ້ຮັບການປົກປ້ອງຈາກການແຊກແຊງຂອງໂລກພາຍນອກ. ຫຼັງຈາກນັ້ນເທົ່ານັ້ນຈຶ່ງຄວນພິຈາລະນາສະພາບແວດລ້ອມໃນການດຳລົງຊີວິດ. ສະພາບແວດລ້ອມທີ່ບໍ່ເໝາະສົມເລັກນ້ອຍກໍຍັງພໍຮັບໄດ້, ບໍ່ວ່າຈະເປັນພື້ນທີ່ທີ່ນ້ອຍກວ່າ, ອິນເຕີເນັດທີ່ຈຳກັດ, ອາຫານທີ່ຮຽບງ່າຍກວ່າ ຫຼື ການເຂົ້າເຖິງນໍ້າທີ່ບໍ່ສະດວກ. ຕາບໃດທີ່ເຈົ້າພາບເໝາະສົມ, ສາມາດຮັບມືກັບໄພອັນຕະລາຍເມື່ອມັນເກີດຂຶ້ນ, ຈັດການສະຖານະການທີ່ຊັບຊ້ອນຕ່າງໆ ແລະ ໂດຍສະເພາະແມ່ນຈັດການສະຖານະການພິເສດໃດໆທີ່ອາດຈະເກີດຂຶ້ນຢ່າງເໝາະສົມ ເພື່ອປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງ, ພວກເຂົາກໍໄດ້ມາດຕະຖານໃນຖານະເຈົ້າພາບແລ້ວ. ຂໍ້ກຳນົດຂອງພວກເຮົາສຳລັບສະພາບແວດລ້ອມໃນການດຳລົງຊີວິດຂອງຄອບຄົວເຈົ້າພາບບໍ່ສູງ; ສິ່ງທີ່ສຳຄັນທີ່ສຸດກໍຄືມັນສາມາດຮັບປະກັນຄວາມປອດໄພໄດ້. ບໍ່ຈຳເປັນຕ້ອງລົງລາຍລະອຽດໃນຈຸດນີ້.

II. ຂໍ້ກຳນົດດ້ານສະພາບແວດລ້ອມສຳລັບສະຖານທີ່ພັກອາໄສ

ສໍາລັບສະພາບແວດລ້ອມພາຍນອກທີ່ຢູ່ອ້ອມຮອບທີ່ພັກອາໄສຂອງຄອບຄົວເຈົ້າພາບ, ສິ່ງທໍາອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຄຳນຶງເຖິງວ່າມັນປອດໄພ ຫຼື ບໍ່. ບໍ່ວ່າສະພາບຂອງຄອບຄົວເຈົ້າພາບຈະເປັນແນວໃດ ຫຼື ທີ່ພັກອາໄສນັ້ນຈະເປັນເຮືອນຂອງອ້າຍເອື້ອຍນ້ອງ ຫຼື ເຮືອນເຊົ່າກໍຕາມ, ມັນຈຳເປັນຕ້ອງພິຈາລະນາວ່າສະພາບແວດລ້ອມພາຍນອກຂອງທີ່ພັກອາໄສນັ້ນປອດໄພ ຫຼື ບໍ່; ນີ້ແມ່ນຈຸດທີ່ສຳຄັນທີ່ສຸດ. ກ່ອນອື່ນໝົດ, ມັນຈະເໝາະສົມກໍຕໍ່ເມື່ອຄວາມເຊື່ອໃນພຣະເຈົ້າຂອງຄອບຄົວເຈົ້າພາບນີ້ບໍ່ເປັນທີ່ຮູ້ຈັກກັນດີ ແລະ ບໍ່ມີບັນທຶກກ່ຽວກັບຄວາມເຊື່ອຂອງພວກເຂົາຢູ່ທີ່ສຳນັກງານຄວາມໝັ້ນຄົງສາທາລະນະ. ຖ້າໃນອະດີດ, ເມື່ອອ້າຍເອື້ອຍນ້ອງມາເຕົ້າໂຮມກັນຢູ່ບ່ອນນັ້ນ, ເພື່ອນບ້ານຈະລາຍງານເລື່ອງນີ້ໃຫ້ລັດຖະບານ ແລະ ລັດຖະບານກໍຮູ້ຢູ່ແລ້ວວ່າຄອບຄົວນີ້ມັກຈະມີການເຕົ້າໂຮມກັບຄົນແປກໜ້າຢູ່ເລື້ອຍໆ, ແລ້ວສະຖານທີ່ນີ້ກໍບໍ່ເໝາະສົມສຳລັບການຈັດຕ້ອນຮັບ. ຖ້າເປັນການເຊົ່າ, ມັນກໍບໍ່ເໝາະສົມທີ່ຈະເຊົ່າເຮືອນຂອງຄອບຄົວແບບນັ້ນ. ນີ້ແມ່ນດ້ານໜຶ່ງ. ນອກຈາກນີ້, ໃນບາງສະຖານທີ່, ຄວາມປອດໄພສາທາລະນະກໍບໍ່ດີ, ມີເຫດການປຸ້ນຈີ້, ການຄາດຕະກຳ ແລະ ຄະດີອື່ນໆ ເກີດຂຶ້ນເລື້ອຍໆ. ຜູ້ທີ່ພັກອາໄສກໍເປັນບຸກຄົນທີ່ມີຄວາມຊັບຊ້ອນພໍສົມຄວນ ແລະ ຕຳຫຼວດກໍມັກຈະໄປບ່ອນນັ້ນເພື່ອ ກວດສອບສຳມະໂນຄົວ ແລະ ບັດປະຈຳຕົວ ແລະ ສືບສວນຜູ້ຕ້ອງສົງໄສໃນຄະດີອາຍາ ແລະ ອື່ນໆ. ບອກເຮົາເບິ່ງວ່າ, ຖ້າເຈົ້າພັກຢູ່ໃນສະຖານທີ່ແບບນັ້ນ, ພວກເຈົ້າຈະບໍ່ທົນທຸກຈາກການແຊກແຊງຢູ່ເລື້ອຍໆບໍ? (ແມ່ນແລ້ວ.) ສະຖານທີ່ແບບນັ້ນກໍບໍ່ເໝາະສົມສຳລັບການດຳລົງຊີວິດເຊັ່ນກັນ. ຕຳຫຼວດມາເຄາະປະຕູທຸກໆສອງສາມມື້, ໂດຍບອກວ່າມີການລັກຂະໂມຍ ຫຼື ການຄາດຕະກຳເກີດຂຶ້ນຢູ່ໃກ້ໆ ແລະ ຂໍຄວາມຮ່ວມມືໃນການສືບສວນ, ບອກໃຫ້ຜູ້ຄົນລາຍງານທັນທີຖ້າພວກເຂົາເຫັນຜູ້ກະທຳຜິດ. ຕຳຫຼວດມາເຄາະປະຕູພາຍໃຕ້ຂໍ້ອ້າງສາລະພັດຢູ່ສະເໝີ, ອ້າງວ່າກຳລັງສືບສວນຄະດີ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງກວດສອບຄົນພາຍນອກ ແລະ ຄົນແປກໜ້າ, ໃຫ້ເວົ້າຢ່າງລະອຽດກວ່ານັ້ນກໍຄື ພວກເຂົາກຳລັງຊອກຫາຄົນທີ່ເຊື່ອໃນພຣະເຈົ້າ. ເຈົ້າຈະຮູ້ສຶກປອດໄພບໍ່ ຖ້າໄດ້ພັກເຊົາຢູ່ໃນເຮືອນເຈົ້າພາບແບບນັ້ນ? (ບໍ່.) ໂດຍບໍ່ຕ້ອງສົງໄສເລີຍວ່າ ເຈົ້າຈະຕົກຢູ່ໃນຄວາມວິຕົກກັງວົນຕະຫຼອດທັງວັນ. ເຖິງແມ່ນວ່າເຫດການອາຊະຍາກຳພາຍນອກເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄອບຄົວເຈົ້າພາບ, ເຈົ້າກໍຍັງຈະບໍ່ຮູ້ສຶກສະບາຍໃຈ. ການດຳລົງຊີວິດໃນສະພາບແວດລ້ອມແບບນັ້ນມັກຈະເຮັດໃຫ້ເຈົ້າຮູ້ສຶກວ່າຄວາມປອດໄພສ່ວນຕົວຂອງເຈົ້າກຳລັງຖືກຄຸກຄາມ. ໃຜຈະຮູ້ໄດ້ວ່າ ມື້ໜຶ່ງຕຳຫຼວດອາດຈະເລີ່ມສອບຖາມຄົນແປກໜ້າເຫຼົ່ານີ້ ເມື່ອເຫັນອ້າຍເອື້ອຍນ້ອງ ແລະ ໃນທີ່ສຸດກໍຈັບກຸມພວກເຂົາ. ເຈົ້າຈະບໍ່ເວົ້າບໍວ່າ ນີ້ເປັນສະຖານະການທີ່ໜ້າຢ້ານກົວ? (ແມ່ນແລ້ວ.) ນອກຈາກນີ້, ຄົນຈີນສ່ວນໃຫຍ່ຂາດຄວາມຮັບຮູ້ກ່ຽວກັບຄວາມປອດໄພ; ທັນທີທີ່ພວກເຂົາໄດ້ຍິນສຽງຄົນເຄາະປະຕູ, ພວກເຂົາກໍເປີດປະຕູ ແລະ ໂດຍປົກກະຕິແລ້ວພວກເຂົາກໍບໍ່ລັອກປະຕູເຮືອນຂອງພວກເຂົາ, ເຊິ່ງນຳໄປສູ່ການເກີດເຫດການຕ່າງໆໄດ້ງ່າຍ. ໃນບັນດາປະເທດຕາເວັນຕົກທີ່ມີເສລີພາບ ແລະ ປະຊາທິປະໄຕ, ທີ່ພັກອາໄສສ່ວນຕົວຖືກຖືວ່າເປັນເຂດພື້ນທີ່ສ່ວນຕົວ. ຖ້າຄົນພາຍນອກເຂົ້າມາໃນເຂດພື້ນທີ່ສ່ວນຕົວໂດຍບໍ່ໄດ້ຮັບອະນຸຍາດ, ມັນກໍຖືວ່າຜິດກົດໝາຍ ແລະ ຜູ້ຄົນທີ່ອາໄສຢູ່ບ່ອນນັ້ນກໍຈະໂທແຈ້ງຕຳຫຼວດ. ຈາກນັ້ນ ຜູ້ບຸກລຸກກໍຈະຕ້ອງຮັບຜິດຊອບທາງກົດໝາຍ. ສະນັ້ນ, ຖ້າຄົນແປກໜ້າເຄາະປະຕູ, ເຈົ້າບໍ່ຈຳເປັນຕ້ອງເປີດປະຕູ, ເຈົ້າສາມາດປະຕິເສດໄດ້. ເຖິງແມ່ນວ່າຄົນໃດຄົນໜຶ່ງໄດ້ນັດໝາຍມາຢ້ຽມຢາມກັບເຈົ້າແລ້ວ, ຖ້າເຈົ້າບໍ່ພ້ອມ ຫຼື ປ່ຽນໃຈ, ເຈົ້າກໍຍັງບໍ່ຈຳເປັນຕ້ອງເປີດປະຕູ; ເຈົ້າສາມາດນັດໝາຍໃໝ່ກັບພວກເຂົາໄດ້. ຜູ້ຄົນໃນບັນດາປະເທດຕາເວັນຕົກມີສິດນີ້, ພວກເຂົາມີຄວາມຮັບຮູ້ທາງດ້ານກົດໝາຍນີ້. ເຖິງຢ່າງໃດກໍຕາມ, ຄົນຈີນຂາດຄວາມຮັບຮູ້ທາງດ້ານກົດໝາຍນີ້. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນສຽງເຄາະປະຕູ, ພວກເຂົາກໍຟ້າວໄປເປີດປະຕູ. ສິ່ງນີ້ສະແດງໃຫ້ເຫັນເຖິງການຂາດຄວາມລະມັດລະວັງ, ການຂາດຄວາມຮັບຮູ້ໃນການປົກປ້ອງຕົນເອງ ແລະ ຄວາມບໍ່ຄຸ້ນເຄີຍກັບກົດໝາຍທີ່ກ່ຽວຂ້ອງ. ມັນເປັນເພາະວ່າປະເທດຈີນເປັນປະເທດຜະເດັດການ, ໂດຍມີການປົກຄອງພັກດຽວທີ່ຢູ່ເໜືອກົດໝາຍ, ລະບົບກົດໝາຍຂອງມັນຈຶ່ງເປັນພຽງສາກບັງໜ້າ. ມັງກອນແດງທີ່ຍິ່ງໃຫຍ່ກະທຳການໂດຍບໍ່ຄໍານຶງເຖິງກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍໃນປະເທດຈີນ, ກະທໍາຜິດຢ່າງບໍ່ຢ້ານກົວ ແລະ ປະຊາຊົນກໍບໍ່ມີສິດທິມະນຸດໃດໆເລີຍ. ຄົນຈີນບໍ່ໃຫ້ຄວາມສົນໃຈກັບສິດທິມະນຸດ ແລະ ພວກເຂົາກໍບໍ່ໄດ້ພັດທະນາຈິດສຳນຶກໃນການປະຕິບັດຕາມລະບຽບ ແລະ ປະຕິບັດຕາມກົດໝາຍ; ໂດຍສະເພາະຢ່າງຍິ່ງ, ພວກເຂົາຂາດຄວາມຮັບຮູ້ໃນການປົກປ້ອງຕົນເອງ ແລະ ຄົນສ່ວນໃຫຍ່ກໍບໍ່ຮູ້ຈັກໃຊ້ກົດໝາຍເພື່ອປົກປ້ອງຕົນເອງ. ດ້ວຍເຫດນີ້, ຈຶ່ງບໍ່ມີການຮັບປະກັນຄວາມປອດໄພ. ສະຫຼຸບແລ້ວ, ໃນສະຖານທີ່ໃດກໍຕາມທີ່ມີຄວາມປອດໄພສາທາລະນະທີ່ບໍ່ດີ, ມີຜູ້ພັກອາໄສທີ່ມີພູມຫຼັງ ແລະ ຕົວຕົນທີ່ຊັບຊ້ອນ, ມີການກວດກາເລື້ອຍໆ ຫຼື ມີເຫດການຄະດີອາຍາຕ່າງໆເກີດຂຶ້ນເລື້ອຍໆ, ມັນງ່າຍທີ່ຜູ້ຄົນຈະໄດ້ຮັບຜົນກະທົບຈາກການແຊກແຊງຂອງໂລກພາຍນອກ. ສະຖານທີ່ແບບນັ້ນບໍ່ເໝາະສົມສຳລັບການພັກເຊົາ. ນີ້ແມ່ນປັດໄຈດ້ານຄວາມປອດໄພສາທາລະນະທີ່ຕ້ອງພິຈາລະນາ ເມື່ອຈັດຫາທີ່ພັກໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນ.

ສະພາບແວດລ້ອມໃນການດຳລົງຊີວິດສຳລັບຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຕ້ອງໄດ້ຮັບການເລືອກຢ່າງລະມັດລະວັງ; ມັນເປັນການດີທີ່ສຸດທີ່ຈະຫຼີກລ່ຽງເຂດຕົວເມືອງທີ່ແອອັດ ແລະ ສະຖານທີ່ທີ່ເປັນອັນຕະລາຍ. ສະຖານທີ່ໃດແດ່ທີ່ພວກເຮົາໝາຍເຖິງເຂດຕົວເມືອງທີ່ແອອັດ? ສະຖານທີ່ເຫຼົ່ານີ້ລວມມີສະຖານທີ່ຕ່າງໆເຊັ່ນ: ບ່ອນທີ່ຢູ່ໃກ້ທາງລົດໄຟ, ທາງຫຼວງ, ສີ່ແຍກ ແລະ ຕະຫຼາດ. ໂດຍສະເພາະຕາມສາຍທາງລົດໄຟສາຍຫຼັກ, ບ່ອນທີ່ມີລົດໄຟນັບບໍ່ຖ້ວນແລ່ນຜ່ານໃນແຕ່ລະມື້ ແລະ ພື້ນເຮືອນຂອງເຮືອນທີ່ຢູ່ໃກ້ຄຽງກໍສັ່ນສະເທືອນໄປພ້ອມກັບລົດໄຟແຕ່ລະຂະບວນທີ່ແລ່ນຜ່ານ. ໃນສະພາບແວດລ້ອມແບບນັ້ນ, ມັນເປັນໄປບໍ່ໄດ້ເລີຍທີ່ຈະຊອກຫາຄວາມສະຫງົບໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ. ນອກຈາກນີ້, ບາງຄົນທີ່ໄດ້ໃຊ້ເວລາຫຼາຍປີໃນການປະຕິບັດໜ້າທີ່ຢູ່ຫ່າງໄກຈາກບ້ານກໍດຳລົງຊີວິດດ້ວຍຄວາມວິຕົກກັງວົນຢູ່ຕະຫຼອດເວລາ ແລະ ຫົວໃຈຂອງພວກເຂົາກໍບໍ່ໄດ້ຢູ່ໃນສະພາບທີ່ດີທີ່ສຸດ, ເຮັດໃຫ້ມັນຍິ່ງບໍ່ເໝາະສົມສຳລັບພວກເຂົາທີ່ຈະອາໄສຢູ່ໃນສະຖານທີ່ແບບນັ້ນ. ຖ້າວຽກງານບາງຢ່າງຕ້ອງການສະພາບແວດລ້ອມທີ່ງຽບສະຫງົບເຊັ່ນ: ວຽກງານການບັນທຶກສຽງ ຫຼື ວຽກງານຂໍ້ຄວາມ, ຢ່າງໜ້ອຍທີ່ສຸດຕ້ອງບໍ່ມີສຽງແຊກແຊງ ແລະ ຄວາມປອດໄພກໍຕ້ອງໄດ້ຮັບການຮັບປະກັນເຊັ່ນກັນ, ນີ້ຈຶ່ງຈະຖືວ່າເໝາະສົມທີ່ສຸດ. ຖ້າບໍ່ມີສະຖານທີ່ທີ່ປອດໄພຢ່າງແທ້ຈິງ, ກໍຕ້ອງຊອກຫາສະຖານທີ່ທີ່ປອດໄພພໍສົມຄວນ. ໃນກໍລະນີນີ້, ສຽງລົບກວນເລັກໜ້ອຍກໍຖືວ່າຍອມຮັບໄດ້ ແລະ ພວກເຮົາບໍ່ຄວນຕັ້ງຂໍ້ກຳນົດສູງເກີນໄປ; ຕາບໃດທີ່ສະພາບແວດລ້ອມໃນການດຳລົງຊີວິດປອດໄພ, ມັນກໍພຽງພໍແລ້ວ. ນອກຈາກນີ້, ຖ້າເຮືອນຕັ້ງຢູ່ໃນເຂດທີ່ມີການສັນຈອນໜາແໜ້ນເຊັ່ນ: ໃກ້ກັບໄຟອຳນາດ ຫຼື ສີ່ແຍກ, ກໍຈະມີຄົນຍ່າງ ແລະ ພາຫະນະນັບບໍ່ຖ້ວນຜ່ານໄປມາໃນແຕ່ລະມື້. ເຮືອນແບບນັ້ນຈະຖືກເປີດເຜີຍຕໍ່ສາຍຕາຂອງຜູ້ຄົນທີ່ຜ່ານໄປມາຈຳນວນຫຼວງຫຼາຍ ແລະ ດ້ວຍການເຫຼືອບເບິ່ງພຽງເລັກນ້ອຍ, ຜູ້ຄົນທີ່ຜ່ານໄປມາກໍສາມາດເຫັນຄົນທີ່ຢູ່ຂ້າງໃນໄດ້ຢ່າງງ່າຍດາຍ. ໂດຍສະເພາະເມື່ອເປີດໄຟໃນຕອນກາງຄືນ, ສະຖານະການພາຍໃນເຮືອນກໍຈະເຫັນໄດ້ຢ່າງຊັດເຈນ. ເຈົ້າຈະເວົ້າບໍວ່າ ເຮືອນແບບນັ້ນຍັງພໍຮັບໄດ້ສຳລັບການພັກເຊົາຢູ່ບໍ? ສະພາບແວດລ້ອມນີ້ເໝາະສົມບໍ? (ບໍ່, ມັນບໍ່ເໝາະສົມ.) ມັນບໍ່ເໝາະສົມແທ້ໆ. ຜູ້ຄົນທີ່ພັກຢູ່ໃນສະຖານທີ່ແບບນັ້ນມັກຈະທົນທຸກຈາກການແຊກແຊງຢູ່ເລື້ອຍໆ, ເຊິ່ງມັກຈະເຫັນຄົນແປກໜ້າກຳລັງສັງເກດເບິ່ງພວກເຂົາ. ເມື່ອສາຍຕາຂອງພວກເຂົາປະສານກັບສາຍຕາຂອງຄົນແປກໜ້າ, ພວກເຂົາກໍສະດຸ້ງຕົກໃຈ, ຮູ້ສຶກບໍ່ສະບາຍໃຈທຸກມື້, ຮູ້ສຶກວ່າພວກເຂົາກຳລັງຖືກຈັບຕາເບິ່ງຢູ່ຕະຫຼອດເວລາ, ໃຜຈະຮູ້ວ່າອາດຈະມີຄົນຢູ່ເບື້ອງຫຼັງ, ຄອຍສັ່ງການ ແລະ ຄວບຄຸມສິ່ງຕ່າງໆ. ເຈົ້າຄິດວ່າຄົນເຮົາຈະຮູ້ສຶກສະບາຍໃຈໄດ້ບໍ ຖ້າອາໄສຢູ່ໃນສະພາບແວດລ້ອມແບບນັ້ນ? ອີກຢ່າງໜຶ່ງ, ເຮືອນບາງຫຼັງກໍມີຄຸນນະພາບບໍ່ດີ ແລະ ມີການເກັບສຽງທີ່ບໍ່ດີ, ສະນັ້ນ, ເມື່ອເວົ້າສຽງດັງ ຫຼື ເປີດເພງສັນລະເສີນຢູ່ຂ້າງໃນ, ຄົນຂ້າງນອກກໍສາມາດໄດ້ຍິນທຸກຢ່າງ. ນອກຈາກນີ້, ເຮືອນບາງຫຼັງກໍຕັ້ງຢູ່ຈຸດທີ່ສູງທີ່ສຸດໃນຊຸມຊົນ, ເຊິ່ງໃນກໍລະນີດັ່ງກ່າວ ພວກມັນບໍ່ພຽງແຕ່ສ່ຽງຕໍ່ການຖືກຟ້າຜ່າເທົ່ານັ້ນ ແຕ່ຍັງເຮັດໃຫ້ເພື່ອນບ້ານທີ່ຢູ່ອ້ອມຂ້າງເຫັນອ້າຍເອື້ອຍນ້ອງທຸກຄັ້ງທີ່ພວກເຂົາກ້າວອອກໄປຂ້າງນອກ. ມັນບໍ່ສະດວກສຳລັບພວກເຂົາແມ່ນແຕ່ຈະເປີດປ່ອງຢ້ຽມເປັນບາງຄັ້ງຄາວເພື່ອລະບາຍອາກາດ ຫຼື ເພື່ອເຮັດໃຫ້ເຢັນລົງ; ປ່ອງຢ້ຽມຕ້ອງຖືກປິດໄວ້ຢ່າງແໜ້ນໜາ ພ້ອມກັບດຶງຜ້າມ່ານລົງ, ສະນັ້ນ, ຈຶ່ງບໍ່ມີແສງເຂົ້າມາເລີຍ ແລະ ການອອກໄປເຄື່ອນໄຫວຢູ່ຂ້າງນອກກໍຍິ່ງບໍ່ສະດວກ. ມີຄວາມກັງວົນຢູ່ຕະຫຼອດເວລາກ່ຽວກັບການຖືກສັງເກດ ແລະ ຈັບຕາເບິ່ງຈາກຄົນພາຍນອກ. ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະບໍ່ເຂົ້າອອກພ້ອມກັນໝົດທຸກຄົນ, ແຕ່ລະຄັ້ງທີ່ຄົນໃດຄົນໜຶ່ງເຂົ້າ ຫຼື ອອກ, ຄົນພາຍນອກກໍສາມາດເຫັນໄດ້ຢ່າງຊັດເຈນ. ໃນທີ່ສຸດ, ພວກເຂົາກໍຈະມີແນວຄວາມຄິດທົ່ວໄປວ່າ ມີຄົນແປກໜ້າຈັກຄົນອາໄສຢູ່ໃນເຮືອນຫຼັງນີ້. ພວກເຈົ້າຈະເວົ້າໄດ້ບໍວ່າ ການພັກຢູ່ບ່ອນນີ້ຍັງສາມາດຮັບປະກັນຄວາມປອດໄພຂອງຜູ້ຄົນໄດ້? (ບໍ່, ບໍ່ໄດ້.) ບາງຄົນຄິດວ່າ: “ສ່ວນໃຫຍ່ແລ້ວ ພວກເຮົາປະຕິບັດໜ້າທີ່ຢູ່ໃນເຮືອນ ແລະ ເຖິງແມ່ນວ່າພວກເຮົາຈະອອກໄປຂ້າງນອກ, ພວກເຮົາກໍຜັດປ່ຽນກັນອອກໄປ ແລະ ບໍ່ອອກໄປພ້ອມກັນໝົດທຸກຄົນ. ໂດຍການປະຕິບັດແບບນີ້, ເພື່ອນບ້ານທີ່ຢູ່ອ້ອມຂ້າງກໍຈະບໍ່ຮູ້ຫຍັງ”. ແຕ່ເຖິງແມ່ນວ່າເຈົ້າຈະຜັດປ່ຽນກັນອອກໄປ, ມັນກໍຍັງຈະສ້າງບັນຫາ ຖ້າຄົນໃດຄົນໜຶ່ງສັງເກດເຫັນວ່າເຈົ້າເປັນຄົນແປກໜ້າ. ຜູ້ບໍ່ມີຄວາມເຊື່ອຫຼາຍຄົນບໍ່ໄດ້ດຳລົງຊີວິດທີ່ດີປານໃດ ແຕ່ມີຄວາມສຸກເປັນພິເສດໃນການສັງເກດ ແລະ ສອດຮູ້ສອດເຫັນເລື່ອງຂອງຄົນອື່ນ. ບາງຄົນອາດຈະໃຊ້ກ້ອງສ່ອງທາງໄກເພື່ອສອດແນມເຈົ້າ, ເບິ່ງວ່າເຈົ້າເຮັດຫຍັງຢູ່ຂ້າງໃນ. ຖ້າພວກເຂົາຄົ້ນພົບວ່າຜູ້ເຊື່ອກຳລັງເຕົ້າໂຮມກັນ, ພວກເຂົາກໍຈະຟ້າວໄປລາຍງານໃຫ້ລັດຖະບານເພື່ອຮັບລາງວັນ. ເມື່ອຄົນປະເພດນັ້ນຈັບຕາເບິ່ງເຈົ້າແລ້ວ, ນີ້ບໍ່ແມ່ນສະຖານະການທີ່ເປັນອັນຕະລາຍບໍ? (ແມ່ນແລ້ວ.) ເມື່ອຖືກພວກເຂົາຈັບຕາເບິ່ງແລ້ວ, ຈະມີຫຍັງດີເກີດຂຶ້ນຈາກມັນໄດ້? ເຈົ້າຈະຕ້ອງຖືກຈັບກຸມຢ່າງແນ່ນອນ! ບໍ່ວ່າຈະເປັນປະເທດ ຫຼື ເຂດແຄວ້ນໃດ, ກໍບໍ່ເຄີຍຂາດຄົນທີ່ມັກສອດຮູ້ສອດເຫັນ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເງິນຈັກກີບຈາກການຕິດຕາມເບິ່ງເຈົ້າ, ພວກເຂົາກໍເຕັມໃຈທີ່ຈະເຮັດມັນຫຼາຍກວ່າ, ພວກເຂົາເຖິງຂັ້ນຈະຈ່າຍເງິນສ່ວນຕົວ ແລະ ເຮັດໃຫ້ວຽກຂອງພວກເຂົາເອງຊັກຊ້າ ເພື່ອໃຊ້ເວລາໃນການເຝົ້າລະວັງ ແລະ ຖ້າມີລາງວັນສຳລັບການລາຍງານເຈົ້າ, ພວກເຂົາກໍຈະຍິ່ງກະຕືລືລົ້ນທີ່ຈະເຮັດ. ໂດຍສະເພາະໃນປະເທດຜະເດັດການຄືກັບປະເທດຈີນ, ມີຄົນຈຳນວນຫຼາຍເກີນໄປທີ່ຕິດຕາມເບິ່ງຜູ້ທີ່ເຊື່ອໃນພຣະເຈົ້າ. ເພາະວ່າພວກເຂົາເບື່ອໜ່າຍຄວາມຈິງ ແລະ ຮູ້ສຶກເບື່ອໜ່າຍຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ, ທັນທີທີ່ພວກເຂົາຄົ້ນພົບວ່າຜູ້ເຊື່ອມີປະຕິສຳພັນຮ່ວມກັນ ຫຼື ເຕົ້າໂຮມກັນ, ພວກເຂົາກໍຈະລາຍງານ. ຖ້າມີລາງວັນສຳລັບການລາຍງານ, ພວກເຂົາກໍຈະພົບກັບຄວາມພໍໃຈຢ່າງບໍ່ຮູ້ອິດບໍ່ເມື່ອຍໃນການເຮັດເຊັ່ນນັ້ນ. ສິ່ງນີ້ບໍ່ໄດ້ນຳບັນຫາມາສູ່ຄຣິສຕະຈັກຢ່າງງ່າຍດາຍບໍ? (ແມ່ນແລ້ວ.) ຖ້າເຈົ້າກຳລັງຖືກແຊກແຊງດ້ວຍວິທີນີ້, ມັນບໍ່ແມ່ນຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ດີບໍ? ຖ້າສະຖານທີ່ ແລະ ສະພາບແວດລ້ອມສຳລັບການຈັດວາງບຸກຄະລາກອນທີ່ເຮັດວຽກງານສຳຄັນບໍ່ເໝາະສົມ ເພາະວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ພິຈາລະນາສິ່ງຕ່າງໆຢ່າງຮອບຄອບ, ສິ່ງເຫຼົ່ານີ້ກໍຄືຜົນທີ່ຈະຕາມມາ. ຖ້າສະຖານທີ່ທີ່ຄົນເຮົາອາໄສຢູ່ດຶງດູດຄວາມສົນໃຈຫຼາຍເກີນໄປ, ມັນກໍສາມາດນຳໄປສູ່ສິ່ງຕ່າງໆທີ່ຜິດພາດໄດ້ງ່າຍ. ເມື່ອມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ ແລ້ວເຈົ້າຈຶ່ງຄ່ອຍມາຮູ້ສຶກໂຕວ່າສະຖານທີ່ນີ້ບໍ່ເໝາະສົມສຳລັບການພັກເຊົາ, ມັນກໍຊ້າເກີນໄປແລ້ວ. ສະນັ້ນ, ການເລືອກສະຖານທີ່ພັກອາໄສທີ່ເໝາະສົມສຳລັບຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາກໍເປັນວຽກງານທີ່ສຳຄັນເຊັ່ນກັນ ແລະ ການເລືອກທີ່ບໍ່ດີກໍສາມາດນຳໄປສູ່ອັນຕະລາຍໄດ້ງ່າຍ.

III. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນແນວໃດ

ສຳລັບສະພາບແວດລ້ອມໃນການດຳລົງຊີວິດຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ, ບໍ່ວ່າມັນຈະກ່ຽວຂ້ອງກັບສະພາບແວດລ້ອມພາຍໃນ ຫຼື ພາຍນອກ ຫຼື ບໍ່, ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາທຸກດ້ານຢ່າງຮອບຄອບ. ພວກເຂົາບໍ່ຄວນມີແນວຄິດແບບງ່າຍໆ, ໂດຍຄິດຢູ່ສະເໝີວ່າ ຖ້າພວກເຮົາບໍ່ມີປະຕິສຳພັນກັບໂລກພາຍນອກ, ກໍຈະບໍ່ມີຫຍັງເກີດຂຶ້ນ. ສັງຄົມໃນປັດຈຸບັນມີຄວາມສັບສົນຢ່າງບໍ່ໜ້າເຊື່ອ, ເຕັມໄປດ້ວຍຜີຮ້າຍທຸກປະເພດ ແລະ ບໍ່ວ່າຈະເປັນສະຖານທີ່ໃດ, ກໍມີຄົນທີ່ມັກສອດຮູ້ສອດເຫັນຄອຍຈັບຕາເບິ່ງເຈົ້າຢູ່ສະເໝີ, ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງການກວດສອບຂອງພວກເຂົາ. ເຈົ້າອາດຈະຄິດວ່າ: “ຂ້ອຍບໍ່ໄດ້ລະເມີດກົດໝາຍ ຫຼື ເຮັດຫຍັງຜິດໂດຍການເຊື່ອໃນພຣະເຈົ້າ. ຂ້ອຍພຽງແຕ່ກຳລັງປະຕິບັດໜ້າທີ່ຂອງຂ້ອຍ; ບໍ່ຄວນມີຫຍັງເກີດຂຶ້ນກັບຂ້ອຍ, ແມ່ນບໍ່?” ແຕ່ຄວາມຈິງບໍ່ໄດ້ງ່າຍດາຍຄືກັບທີ່ເຈົ້າຈິນຕະນາການ. ເປັນຫຍັງພັກກອມມູນິດຈີນຈຶ່ງໃຊ້ກຳລັງຄົນ ແລະ ຊັບພະຍາກອນຫຼາຍຂະໜາດນັ້ນເພື່ອຕໍ່ຕ້ານພຣະເຈົ້າ ແລະ ກົດຂີ່ຄຣິສຕະຈັກຂອງພຣະເຈົ້າ? ເຈົ້າສາມາດເຂົ້າໃຈເລື່ອງນີ້ໄດ້ບໍ? ເຈົ້າຈະບໍ່ສາມາດເຂົ້າໃຈໄດ້ເລີຍ. ເຈົ້າສາມາດເບິ່ງທະລຸເຖິງທຳມະຊາດຂອງມານຮ້າຍ ແລະ ຊາຕານໄດ້ຫຼາຍສໍ່າໃດ? ເຈົ້າເຂົ້າໃຈກ່ຽວກັບມານຮ້າຍ ແລະ ຊາຕານໜ້ອຍເກີນໄປ. ສັງຄົມນີ້ມີຄວາມສັບສົນຢ່າງບໍ່ໜ້າເຊື່ອ ແລະ ມານຮ້າຍ ແລະ ຊາຕານກໍແມ່ນພວກຕ່ຳຊ້າທີ່ເຮັດການກະທຳທີ່ຊົ່ວຊ້າ. ສິ່ງທີ່ພວກເຂົາຕ້ອງການທີ່ສຸດກໍຄືການຈັບກຸມຜູ້ຄົນທີ່ພຣະເຈົ້າເລືອກ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຖ້າເຈົ້າເບິ່ງຊາຕານວ່າເປັນພຽງຄົນທຳມະດາຢູ່ສະເໝີ, ແລ້ວເຈົ້າກໍເປັນຄົນທີ່ໂງ່ຈ້າຢ່າງແທ້ຈິງ; ມັນສະແດງໃຫ້ເຫັນວ່າເຈົ້າຍັງບໍ່ໄດ້ເບິ່ງທະລຸເຖິງຄວາມຊົ່ວຮ້າຍຂອງສັງຄົມນີ້ ແລະ ແນ່ນອນວ່າເຈົ້າກໍຍັງບໍ່ໄດ້ເບິ່ງທະລຸເຖິງຄວາມໜ້າກຽດຊັງຂອງມານຮ້າຍ ແລະ ຊາຕານ. ສະນັ້ນ, ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານຂອງຄຣິສຕະຈັກໄດ້ດີ, ພວກເຂົາຕ້ອງຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ໃນປະເທດທີ່ຢູ່ພາຍໃຕ້ການປົກຄອງແບບຜະເດັດການ, ບ່ອນທີ່ບໍ່ມີເສລີພາບໃນຄວາມເຊື່ອ, ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ແມ່ນຂ້ອນຂ້າງຍາກ. ເຖິງຢ່າງໃດກໍຕາມ, ບໍ່ວ່າມັນຈະຍາກສໍ່າໃດ, ກໍຕ້ອງເລືອກສະຖານທີ່ພັກອາໄສທີ່ເໝາະສົມຢ່າງລະມັດລະວັງ; ຈະມີການເບິ່ງຂ້າມໃນເລື່ອງນີ້ບໍ່ໄດ້. ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າໄດ້ລວມມີການໂອ້ລົມກ່ຽວກັບເລື່ອງເຫຼົ່ານີ້. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບປະກັນວ່າອ້າຍເອື້ອຍນ້ອງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ໂດຍປາສະຈາກການລົບກວນ ແລະ ປາສະຈາກການແຊກແຊງຂອງໂລກພາຍນອກ, ຕາບໃດທີ່ພວກເຂົາຕັ້ງໃຈເຮັດ, ພວກເຂົາກໍສາມາດເຮັດສຳເລັດໄດ້. ຄວາມກັງວົນພຽງຢ່າງດຽວກໍຄື ເມື່ອພວກເຂົາເຮັດແບບພໍແລ້ວມືແລ້ວຕີນ ແລະ ບໍ່ຮັບຜິດຊອບ, ເບິ່ງແຍງແຕ່ຄວາມປອດໄພຂອງພວກເຂົາເອງ ໃນຂະນະທີ່ບໍ່ສົນໃຈຄວາມປອດໄພຂອງອ້າຍເອື້ອຍນ້ອງ. ສິ່ງນີ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະເຮັດວຽກງານຂອງຄຣິສຕະຈັກໄດ້ດີ. ຖ້າຫາກວ່າ, ເນື່ອງຈາກການເບິ່ງຂ້າມ, ການຂາດຄວາມຈິງຈັງ, ການໄຮ້ຄວາມຮັບຜິດຊອບ ຫຼື ຄວາມຢ້ານກົວຕໍ່ສະພາບແວດລ້ອມ ແລະ ບັນຫາຂອງເຈົ້າ, ເຈົ້າຈຶ່ງລົ້ມເຫຼວໃນການເຮັດສິ່ງເຫຼົ່ານີ້, ເຊິ່ງສົ່ງຜົນໃຫ້ມີການຈັບກຸມບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ສຳຄັນ ແລະ ເປັນການຄຸກຄາມຊີວິດຂອງອ້າຍເອື້ອຍນ້ອງ, ເຊິ່ງເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ນໍາເອົາອັນຕະລາຍມາສູ່ອ້າຍເອື້ອຍນ້ອງ, ແລ້ວໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍຄວນຮັບຜິດຊອບ. ຄວາມຮັບຜິດຊອບນີ້ບໍ່ສາມາດແກ້ໄຂໄດ້ງ່າຍໆ ໂດຍການໃຊ້ເງິນຈຳນວນໜຶ່ງເພື່ອຊົດເຊີຍ ຫຼື ໂດຍການສາລະພາບຜ່ານການອະທິຖານ; ມັນບໍ່ໄດ້ງ່າຍດາຍຂະໜາດນັ້ນ. ແລ້ວທໍາມະຊາດຂອງເລື່ອງນີ້ແມ່ນຫຍັງ? ມັນຄືຮອຍເປື້ອນທີ່ລຶບບໍ່ອອກ, ເປັນການລ່ວງລະເມີດທີ່ຈະຄົງຢູ່ຕະຫຼອດໄປ, ເຈົ້າໄດ້ຖືກຕີຕາວ່າໄດ້ກະທຳການລະເມີດແລ້ວ. ຄຳວ່າ “ການລະເມີດ” ນີ້ບໍ່ໄດ້ບົ່ງບອກເຖິງຄວາມຜິດພາດທຳມະດາ; ໃນສາຍຕາຂອງພຣະເຈົ້າ, ມັນຄືການລະເມີດ. ຖ້າການລະເມີດຂອງເຈົ້າມີຫຼາຍເກີນໄປ, ເຄີຍໄດ້ກະທຳການລະເມີດໃນອະດີດ, ຍັງຄົງກະທຳໃນປັດຈຸບັນ ແລະ ຈາກນັ້ນກໍຈະກະທຳອີກໃນອະນາຄົດ, ດ້ວຍການລະເມີດທີ່ຮ້າຍແຮງຫຼາຍຢ່າງລວມເຂົ້າກັນ, ເຈົ້າກໍຈະທົນທຸກຕໍ່ຄວາມຫາຍະນະ ແລະ ຄວາມພິນາດ. ພຣະເຈົ້າຈະບໍ່ຊ່ວຍໃຫ້ເຈົ້າລອດພົ້ນອີກຕໍ່ໄປ ແລະ ຄວາມເຊື່ອໃນພຣະເຈົ້າຂອງເຈົ້າກໍຈະສູນເປົ່າ. ບໍ່ພຽງແຕ່ເຈົ້າຈະບໍ່ມີຄວາມຫວັງໃນຄວາມລອດພົ້ນເທົ່ານັ້ນ, ແຕ່ເຈົ້າຍັງຈະຕ້ອງປະເຊີນກັບການລົງໂທດອີກດ້ວຍ. ສະນັ້ນ, ມັນຈຶ່ງສຳຄັນຢ່າງຍິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານຂອງພວກເຂົາຕາມຫຼັກການ! ເຈົ້າທ່ອງຈຳສິ່ງນີ້ໄດ້ແລ້ວບໍ? (ທ່ອງຈຳໄດ້ແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ບໍ່ວ່າສະພາບແວດລ້ອມຈະບໍ່ເອື້ອອຳນວຍ ຫຼື ເປັນອັນຕະລາຍສໍ່າໃດກໍຕາມ, ພວກເຂົາກໍຕ້ອງເຮັດທຸກຢ່າງທີ່ເປັນໄປໄດ້ຕາມເງື່ອນໄຂຂອງທ້ອງຖິ່ນ ເພື່ອປົກປ້ອງຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ແລະ ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຂົາຢ່າງເໝາະສົມ. ເປົ້າໝາຍກໍຄືເພື່ອຮັບປະກັນວ່າວຽກງານຂອງຄຣິສຕະຈັກສາມາດດຳເນີນໄປຢ່າງເປັນປົກກະຕິ.

ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຮັບປະກັນວ່າສະຖານທີ່ທີ່ຈັດຫາໄວ້ໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນນັ້ນປາສະຈາກການແຊກແຊງຂອງໂລກພາຍນອກ, ນອກເໜືອຈາກການມີຂໍ້ກຳນົດ ແລະ ຫຼັກການສຳລັບທີ່ພັກອາໄສ ແລະ ສະພາບແວດລ້ອມຂອງມັນແລ້ວ, ກໍຍັງມີຂໍ້ກຳນົດ ແລະ ຫຼັກການສຳລັບດ້ານຕ່າງໆຂອງສະຖານະການຂອງຄອບຄົວເຈົ້າພາບອີກດ້ວຍ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຊອກຫາຄອບຄົວເຈົ້າພາບທີ່ມີຄວາມເປັນໄປໄດ້, ພວກເຂົາຄວນສອບຖາມກ່ອນວ່າສະພາບແວດລ້ອມ ແລະ ເງື່ອນໄຂຂອງຄອບຄົວເປັນແນວໃດ, ສະຖານະການຂອງສະມາຊິກໃນຄອບຄົວເປັນແນວໃດ, ພວກເຂົາມີຂໍ້ຂັດແຍ່ງກັບຄົນອື່ນ ຫຼື ບໍ່, ມີສັດຕູ ຫຼື ບໍ່, ມີຄວາມພົວພັນກັບລັດຖະບານ ຫຼື ບໍ່, ພວກເຂົາກ່ຽວຂ້ອງກັບການຟ້ອງຮ້ອງເລື້ອຍໆ ຫຼື ບໍ່, ພວກເຂົາມີຄວາມສໍາພັນທາງສັງຄົມທີ່ຊັບຊ້ອນ ຫຼື ບໍ່ ແລະ ອື່ນໆ. ສະຖານະການພື້ນຖານທັງໝົດເຫຼົ່ານີ້ຄວນໄດ້ຮັບການສອບຖາມ ແລະ ຮຽນຮູ້ຢ່າງລະອຽດ. ຖ້າເຈົ້າພາບ ຫຼື ລູກໆ ແລະ ສະມາຊິກຄອບຄົວຄົນອື່ນໆຂອງພວກເຂົາມີຄວາມສຳພັນທາງສັງຄົມທີ່ຊັບຊ້ອນ ແລະ ຄອບຄົວກໍບໍ່ມີຄວາມສະຫງົບຢູ່ຕະຫຼອດເວລາ, ເຊິ່ງມັກຈະມີບຸກຄົນບໍ່ດີມາຢ້ຽມຢາມເພື່ອຫາເລື່ອງ ຫຼື ທວງໜີ້ ຫຼື ໄດ້ຮັບຈົດໝາຍຂົ່ມຂູ່ຈາກໂຈນ ຫຼື ຄົນປຸ້ນຈີ້, ພ້ອມທັງໝາຍຮຽກຈາກລັດຖະບານ ຫຼື ສານ, ສິ່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນເລື່ອງທີ່ຫຍຸ້ງຍາກຫຼາຍ. ຖ້າເຈົ້າກຳລັງເຕົ້າໂຮມ ຫຼື ປະຕິບັດໜ້າທີ່ຂອງເຈົ້າຢູ່ໃນຄົວເຮືອນນີ້, ສິ່ງເຫຼົ່ານີ້ຈະບໍ່ເປັນການລົບກວນບໍ? ສະນັ້ນ, ເມື່ອເຈົ້າຊອກຫາຄອບຄົວເຈົ້າພາບນີ້, ເຈົ້າຄວນສອບຖາມ ແລະ ຮຽນຮູ້ກ່ຽວກັບສະຖານະການພື້ນຖານຂອງພວກເຂົາກ່ອນ. ມັນຈະດີທີ່ສຸດຖ້າບໍ່ມີບັນຫາເຫຼົ່ານີ້, ແຕ່ຖ້າມີ ແລະ ຕອນນີ້ເຈົ້າບໍ່ສາມາດຊອກຫາສະຖານທີ່ທີ່ເໝາະສົມກວ່ານີ້ໄດ້, ແລ້ວຈົ່ງພິຈາລະນາວ່າເຈົ້າພາບສາມາດຈັດການກັບບັນຫາເຫຼົ່ານີ້ໄດ້ຢ່າງມີປະສິດທິພາບ ຫຼື ບໍ່. ຖ້າເຈົ້າພາບບໍ່ສາມາດຈັດການກັບພວກມັນໄດ້ຢ່າງມີປະສິດທິພາບ ແລະ ບໍ່ສາມາດກຳຈັດບັນຫາທີ່ວຸ້ນວາຍເຫຼົ່ານີ້ໄດ້, ແລ້ວຄົວເຮືອນນີ້ກໍບໍ່ເໝາະສົມສຳລັບການຈັດຕ້ອນຮັບອ້າຍເອື້ອຍນ້ອງ, ເພາະການດຳລົງຊີວິດຢູ່ບ່ອນນີ້ໝາຍຄວາມວ່າພວກເຂົາອາດຈະຕ້ອງທົນທຸກຈາກການແຊກແຊງຂອງໂລກພາຍນອກ ແລະ ຜູ້ຄົນພາຍນອກ, ເຫດການ ແລະ ສິ່ງຕ່າງໆ ໄດ້ທຸກເວລາ. ສະພາບແວດລ້ອມເຫຼົ່ານີ້ບໍ່ໄດ້ແນເປົ້າໃສ່ຄົນທີ່ເຊື່ອໃນພຣະເຈົ້າໂດຍກົງ. ເຖິງຢ່າງໃດກໍຕາມ, ຜູ້ເຊື່ອເປັນກຸ່ມຄົນທີ່ອ່ອນໄຫວເປັນພິເສດໃນປະເທດທີ່ສາສະໜາຖືກຂົ່ມເຫັງ ແລະ ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ລັດຖະບານໄດ້ພະຍາຍາມຢ່າງສຸດຂີດເພື່ອເຜີຍແຜ່ໂຄສະນາຊວນເຊື່ອ, ລ້າງສະໝອງ, ສ້າງຂ່າວລື ແລະ ໃສ່ຮ້າຍປ້າຍສີ, ຜູ້ບໍ່ມີຄວາມເຊື່ອບໍ່ພຽງແຕ່ລົ້ມເຫຼວທີ່ຈະເຂົ້າໃຈຄົນທີ່ເຊື່ອໃນພຣະເຈົ້າເທົ່ານັ້ນ ແຕ່ຍັງຫັນມາເຊື່ອຄຳເວົ້າຂອງພັກກອມມູນິດຈີນ, ໂດຍພັດທະນາຄວາມກຽດຊັງ ແລະ ຄວາມເປັນປໍລະປັກຕໍ່ຜູ້ເຊື່ອເປັນພິເສດ. ສະນັ້ນ, ຖ້າພວກເຂົາຮູ້ວ່າຄົວເຮືອນໃດໜຶ່ງກຳລັງຈັດຕ້ອນຮັບຜູ້ເຊື່ອ, ມັນກໍຈະກາຍເປັນອັນຕະລາຍຫຼາຍທັງຕໍ່ຄອບຄົວເຈົ້າພາບ ແລະ ຕໍ່ອ້າຍເອື້ອຍນ້ອງ. ເມື່ອອ້າຍເອື້ອຍນ້ອງອາໄສຢູ່ໃນສະພາບແວດລ້ອມແບບນັ້ນ, ບໍ່ພຽງແຕ່ພວກເຂົາຈະທົນທຸກຈາກການແຊກແຊງຢູ່ເລື້ອຍໆເທົ່ານັ້ນ ແຕ່ຄວາມປອດໄພຂອງພວກເຂົາກໍບໍ່ສາມາດຮັບປະກັນໄດ້. ແລ້ວເປັນຫຍັງຈຶ່ງຍັງໃຫ້ພວກເຂົາອາໄສຢູ່ບ່ອນນັ້ນຕໍ່ໄປ? ມັນເປັນສະຖານທີ່ທີ່ເປັນອັນຕະລາຍຢ່າງຊັດເຈນ, ບໍ່ເໝາະສົມສຳລັບການດຳລົງຊີວິດ, ພວກເຂົາຄວນຖືກຍົກຍ້າຍອອກໄປໂດຍໄວ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນພຽງແຕ່ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ອ້າຍເອື້ອຍນ້ອງ ແລ້ວກໍລອຍຕົວບໍ່ຮັບຜິດຊອບ, ໂດຍຄິດວ່າ: “ຕາບໃດທີ່ມີບ່ອນໃຫ້ພວກເຂົາກິນ ແລະ ນອນ, ມີບ່ອນກັນແດດກັນຝົນ, ມັນກໍບໍ່ເປັນຫຍັງ. ຕາບໃດທີ່ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້, ກໍບໍ່ມີບັນຫາ. ພວກເຮົາຈະໄປຊອກຫາສະຖານທີ່ທີ່ເໝາະສົມຫຼາຍຂະໜາດນັ້ນໄດ້ຈາກໃສ?” ນີ້ຄືການຂາດຄວາມຮັບຜິດຊອບຢ່າງຮ້າຍແຮງ! ຖ້າບໍ່ມີສະຖານທີ່ທີ່ເໝາະສົມໃນເວລານັ້ນ, ພວກເຂົາສາມາດພັກຢູ່ບ່ອນນັ້ນຊົ່ວຄາວໄດ້, ແຕ່ເຈົ້າຄວນຊອກຫາສະຖານທີ່ທີ່ເໝາະສົມທັນທີ ເພື່ອຍົກຍ້າຍພວກເຂົາອອກໄປໂດຍໄວເທົ່າທີ່ຈະໄວໄດ້; ຢ່າຖືວ່າບ່ອນນີ້ເປັນທີ່ພັກອາໄສໄລຍະຍາວ.

ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນໃນສະຖານທີ່ແຫ່ງໜຶ່ງ, ຖາມວ່າສະພາບອາຫານ ແລະ ການພັກຜ່ອນເປັນແນວໃດ ແລະ ຖາມວ່າມີຜູ້ບໍ່ມີຄວາມເຊື່ອຄອຍຈັບຕາເບິ່ງພວກເຂົາ ຫຼື ບໍ່. ເມື່ອໄດ້ຍິນວ່າບໍ່ມີຫຍັງຜິດປົກກະຕິເກີດຂຶ້ນເປັນເວລາສອງສາມມື້, ພວກເຂົາກໍປ່ອຍປະເລື່ອງນັ້ນ, ບໍ່ກວດກາພວກເຂົາອີກເລີຍເປັນເວລາເຄິ່ງປີ ຫຼື ຫຼາຍກວ່ານັ້ນ. ພວກເຂົາເຊື່ອວ່າພວກເຂົາໄດ້ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດເປັນຢ່າງດີແລ້ວ ແລະ ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາສຳເລັດແລ້ວ, ໂດຍຖືວ່າທຸກຢ່າງສຳເລັດ ແລະ ຮຽບຮ້ອຍດີ. ສ່ວນເລື່ອງທີ່ວ່າສະພາບແວດລ້ອມຈະທົນທຸກຈາກການແຊກແຊງໃນພາຍຫຼັງ ຫຼື ບໍ່ ຫຼື ວ່າມີຄວາມສ່ຽງດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນ ຫຼື ບໍ່, ພວກເຂົາກໍບໍ່ໃສ່ໃຈອີກຕໍ່ໄປ. ສິ່ງນີ້ເໝາະສົມບໍ? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? (ຫຼັງຈາກທີ່ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງຕິດຕາມ. ຖ້າພວກເຂົາບໍ່ເຮັດ ແລະ ອ້າຍເອື້ອຍນ້ອງພົບວ່າພວກເຂົາຢູ່ໃນສະຖານະການທີ່ເປັນອັນຕະລາຍ ແລະ ບໍ່ສາມາດຍົກຍ້າຍອອກໄປໄດ້, ພວກເຂົາກໍອາດຈະຈົບລົງດ້ວຍການຖືກຈັບກຸມ.) ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຄິດວ່າ: “ພວກເຈົ້າທຸກຄົນກໍລ້ວນແຕ່ເປັນຜູ້ໃຫຍ່ແລ້ວ, ຂ້ອຍຈຳເປັນຕ້ອງຕິດຕາມແທ້ໆບໍ? ເຈົ້າເບິ່ງບໍ່ອອກບໍວ່າມີອັນຕະລາຍ? ຖ້າເຈົ້າເບິ່ງບໍ່ອອກ, ສະໝອງຂອງເຈົ້າກໍໃຊ້ການບໍ່ໄດ້ແລ້ວ! ຖ້າເຈົ້າສັງເກດເຫັນອັນຕະລາຍ ກໍພຽງແຕ່ຍົກຍ້າຍອອກໄປດ້ວຍຕົນເອງ, ຂ້ອຍຈໍາເປັນຕ້ອງບອກເຈົ້າແທ້ໆບໍ?” ພວກເຂົາໃຫ້ເຫດຜົນແບບນີ້. ພວກເຈົ້າຄິດວ່າເຫດຜົນນີ້ຟັງຂຶ້ນບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ເພາະວ່າການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນນັ້ນ ໂດຍທຳມະຊາດແລ້ວແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ມັນເປັນວຽກງານທີ່ລວມຢູ່ໃນບົດບາດຂອງພວກເຂົາທີ່ພວກເຂົາຄວນປະຕິບັດ.) ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນສ່ວນໜຶ່ງຂອງວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ; ພວກເຂົາຄິດວ່າມັນເປັນພຽງການຊ່ວຍເຫຼືອອ້າຍເອື້ອຍນ້ອງ, ຄືກັບການເຮັດຕາມແບບຢ່າງຂອງເລີຍເຟິງໃນການກະທຳຄວາມດີ. ພວກເຂົາຍັງບໍ່ເຫັນວ່າມັນເປັນການເຮັດເພື່ອປົກປ້ອງວຽກງານຂອງຄຣິສຕະຈັກອີກດ້ວຍ, ແຕ່ເຫັນວ່າມັນເປັນພຽງການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນ, ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ. ເຈົ້າຈະບໍ່ເວົ້າບໍວ່າ ນີ້ເປັນເລື່ອງທີ່ໂງ່ຈ້າ? ຄົນປະເພດໃດທີ່ຈະຄິດແບບນີ້? (ຄົນທີ່ບໍ່ມີຄວາມຮັບຜິດຊອບ.) ຜູ້ນໍາປອມທີ່ຂີ້ຄ້ານ, ບໍ່ຈົງຮັກພັກດີ, ໄຮ້ຄວາມຮັບຜິດຊອບເຫຼົ່ານັ້ນຄິດແບບນີ້. ພວກເຂົາບໍ່ໄດ້ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ; ຫຼັງຈາກທີ່ຈັດຫາສະຖານທີ່ໃຫ້ອ້າຍເອື້ອຍນ້ອງ, ພວກເຂົາກໍຄິດວ່າ: “ຂ້ອຍໄດ້ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຈົ້າໃນສະຖານທີ່ທີ່ດີແບບນີ້, ຂ້ອຍໄດ້ເຮັດບຸນຄຸນອັນໃຫຍ່ຫຼວງໃຫ້ພວກເຈົ້າແລ້ວ!” ພວກເຂົາບໍ່ເຫັນວ່າສິ່ງນີ້ເປັນການປົກປ້ອງວຽກງານຂອງຄຣິສຕະຈັກ. ໃນຖານະທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ຖ້າພວກເຈົ້າບໍ່ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຢ່າງເໝາະສົມ ແລະ ບໍ່ຮັບປະກັນຄວາມປອດໄພຂອງພວກເຂົາຢ່າງມີປະສິດທິພາບ, ແລ້ວຖ້າພວກເຂົາປະເຊີນກັບອັນຕະລາຍ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ວຽກງານຂອງຄຣິສຕະຈັກຈະບໍ່ຊັກຊ້າບໍ? ເຈົ້າຕ້ອງຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຂົາຢ່າງເໝາະສົມກ່ອນ ເພື່ອໃຫ້ຄວາມປອດໄພຂອງພວກເຂົາໄດ້ຮັບການຮັບປະກັນ ແລະ ຈາກນັ້ນພວກເຂົາຈຶ່ງສາມາດດຳເນີນການເຮັດວຽກໄດ້ຕາມປົກກະຕິ. ແຕ່ຜູ້ນໍາປອມເຫຼົ່ານັ້ນບໍ່ຄິດແບບນັ້ນ; ພວກເຂົາຖິ້ມຄົນເຫຼົ່ານີ້ໄວ້ໃນສະຖານທີ່ແຫ່ງໜຶ່ງ ແລ້ວກໍບໍ່ສົນໃຈພວກເຂົາ ແລະ ບໍ່ໄປກວດກາພວກເຂົາເປັນເວລາດົນ. ເມື່ອສະຖານະການທີ່ເປັນອັນຕະລາຍເກີດຂຶ້ນ ແລະ ພວກເຂົາບໍ່ສາມາດຕິດຕໍ່ຜູ້ນໍາຂອງພວກເຂົາໄດ້, ພວກເຂົາກໍບໍ່ມີທາງເລືອກອື່ນນອກຈາກຍົກຍ້າຍອອກໄປດ້ວຍຕົນເອງ. ກວ່າຜູ້ນໍາຂອງພວກເຂົາຈະຮູ້ ແລະ ໄປກວດກາໃນທີ່ສຸດ, ຜູ້ຄົນກໍໄດ້ໜີໄປດົນແລ້ວ ແລະ ຜູ້ນໍາກໍບໍ່ຮູ້ວ່າພວກເຂົາໄປໃສ. ຄົນແບບນີ້ແມ່ນຄົນປະເພດໃດ? ນີ້ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກປະເພດໃດ? ຜູ້ນໍາປອມ. ໂດຍສະເພາະສຳລັບອ້າຍເອື້ອຍນ້ອງທີ່ມາຈາກເຂດອື່ນ ແລະ ບໍ່ຄຸ້ນເຄີຍກັບສະພາບແວດລ້ອມໃນທ້ອງຖິ່ນ, ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຈຳເປັນຕ້ອງໄປຢ້ຽມຢາມ ແລະ ຕິດຕາມພວກເຂົາຢ່າງເປັນປະຈຳ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນຄິດວ່າພຽງແຕ່ການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຂົາຄັ້ງດຽວຈະແກ້ໄຂທຸກຢ່າງໄດ້ຢ່າງຖາວອນ; ໃນຄວາມເປັນຈິງແລ້ວ, ວຽກງານນີ້ຍັງຫ່າງໄກຈາກຄວາມສຳເລັດ. ພວກເຂົາຈຳເປັນຕ້ອງໄປຢ້ຽມຢາມ ແລະ ຕິດຕາມພວກເຂົາເລື້ອຍໆ. ຖ້າມັນບໍ່ສະດວກສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະໄປປາກົດຕົວຢູ່ສະຖານທີ່ນັ້ນ, ພວກເຂົາກໍຄວນມອບໝາຍໃຫ້ຄົນອື່ນໄປກວດກາ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈຳເປັນຕ້ອງຕິດຕາມວຽກງານນີ້, ປະເມີນສະພາບແວດລ້ອມການດຳລົງຊີວິດຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້, ກວດກາເບິ່ງວ່າມີອັນຕະລາຍ ຫຼື ສິ່ງຜິດປົກກະຕິໃດໆ ຫຼື ບໍ່ ຫຼື ມີສະຖານະການພິເສດໃດໆເກີດຂຶ້ນ ຫຼື ບໍ່ ແລະ ຈຳເປັນຕ້ອງຍົກຍ້າຍອອກໄປ ຫຼື ບໍ່. ທັງໝົດນີ້ຕ້ອງໄດ້ຮຽນຮູ້ ແລະ ຕິດຕາມ. ຖ້າໃນໄລຍະສັ້ນ, ສະຖານທີ່ນີ້ເບິ່ງຄືວ່າເໝາະສົມທີ່ສຸດ, ນັ້ນກໍບໍ່ເປັນຫຍັງ, ແຕ່ຫຼັງຈາກເວລາຜ່ານໄປໄລຍະໜຶ່ງ, ພວກເຂົາຄວນກັບໄປກວດກາສະພາບແວດລ້ອມ ແລະ ຄວາມປອດໄພຂອງພວກເຂົາ ແລະ ກວດເບິ່ງວ່າພວກເຂົາມີອາຫານ ແລະ ເຄື່ອງໃຊ້ພຽງພໍ ຫຼື ບໍ່, ລາຍລະອຽດທັງໝົດເຫຼົ່ານີ້ຄວນໄດ້ຮັບການສອບຖາມ. ມັນເປັນໄປໄດ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກອາດຈະບໍ່ເຂົ້າໃຈວຽກງານຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ, ໃນກໍລະນີດັ່ງກ່າວ ພວກເຂົາບໍ່ຄວນແຊກແຊງໃນດ້ານນັ້ນ, ແຕ່ການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຂົາຢ່າງເໝາະສົມແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ການລົ້ມເຫຼວໃນການເຮັດເຊັ່ນນັ້ນແມ່ນການລະເລີຍຄວາມຮັບຜິດຊອບຂອງພວກເຂົາ ແລະ ສະແດງໃຫ້ເຫັນວ່າພວກເຂົາເປັນຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ. ໂດຍສະເພາະສຳລັບອ້າຍເອື້ອຍນ້ອງທີ່ມາຈາກເຂດອື່ນ, ພວກເຂົາຍິ່ງຕ້ອງການຄວາມເອົາໃຈໃສ່ເປັນພິເສດ, ຢ່າງໃກ້ຊິດ ແລະ ບໍ່ຄວນຖືກປະຕິບັດຢ່າງບໍ່ໃສ່ໃຈ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນກວດກາພວກເຂົາເປັນບາງຄັ້ງຄາວ, ເບິ່ງວ່າພວກເຂົາມີຄວາມຫຍຸ້ງຍາກໃດໆທີ່ຕ້ອງການການແກ້ໄຂ ຫຼື ບໍ່ ແລະ ມີບັນຫາ ຫຼື ສະຖານະການພິເສດໃດໆໃນສະພາບແວດລ້ອມທີ່ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນຊ່ວງເວລານີ້ ຫຼື ບໍ່, ຕົວຢ່າງ: ມີການເຄື່ອນໄຫວທີ່ຜິດປົກກະຕິໃດໆທີ່ກ່ຽວຂ້ອງກັບລັດຖະບານທ້ອງຖິ່ນ, ຄະນະກຳມະການບ້ານ ຫຼື ສະຖານີຕຳຫຼວດ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກຄວນສອບຖາມ ແລະ ຖາມກ່ຽວກັບເລື່ອງເຫຼົ່ານີ້ ເພື່ອໃຫ້ເຂົ້າໃຈສະຖານະການຢ່າງແຈ່ມແຈ້ງ. ຈາກນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບເຈົ້າພາບກ່ຽວກັບຫຼັກການ ແລະ ແນວທາງການປະຕິບັດສຳລັບການຈັດຕ້ອນຮັບ ແລະ ປົກປ້ອງຜູ້ທີ່ກຳລັງປະຕິບັດໜ້າທີ່ຢ່າງເໝາະສົມ, ເພື່ອໃຫ້ເຈົ້າພາບເຂົ້າໃຈຫຼັກການ ແລະ ແນວທາງການປະຕິບັດເຫຼົ່ານີ້ຢ່າງຄົບຖ້ວນ. ເລື່ອງນີ້ຍັງບໍ່ທັນຈົບ. ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງໄປຢ້ຽມຢາມ ແລະ ສອບຖາມກ່ຽວກັບສະຖານະການຂອງຄອບຄົວເຈົ້າພາບເປັນບາງຄັ້ງຄາວ. ບັນຫາໃດໆທີ່ພວກເຂົາກວດພົບຄວນໄດ້ຮັບການແກ້ໄຂໂດຍທັນທີ ເພື່ອຮັບປະກັນວ່າຈະບໍ່ມີບັນຫາເກີດຂຶ້ນ. ເມື່ອເຮັດໄດ້ແບບນີ້ແລ້ວ ຈຶ່ງຈະຖືວ່າວຽກງານນັ້ນສຳເລັດ. ຖ້າເຈົ້າພາບປະສົບກັບຄວາມຫຍຸ້ງຍາກໃນການຈັດຕ້ອນຮັບເຊັ່ນ: ຂໍ້ຈຳກັດດ້ານການເງິນ ຫຼື ການຂາດສະຕິປັນຍາທີ່ເຮັດໃຫ້ພວກເຂົາບໍ່ສາມາດຕອບສະໜອງ ຫຼື ຈັດການກັບສະຖານະການທີ່ເກີດຂຶ້ນໄດ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຊ່ວຍແກ້ໄຂບັນຫາເຫຼົ່ານີ້. ຂໍ້ຈຳກັດດ້ານການເງິນແມ່ນແກ້ໄຂໄດ້ງ່າຍ, ເຮືອນຂອງພຣະເຈົ້າສາມາດສະໜອງທຶນສຳລັບການຈັດຕ້ອນຮັບ, ໃນຂະນະທີ່ຄອບຄົວເຈົ້າພາບພຽງແຕ່ຕ້ອງປະກອບສ່ວນດ້ານກຳລັງຄົນ. ຖ້າເຈົ້າພາບຂາດສະຕິປັນຍາ, ນີ້ກໍເປັນບັນຫາທີ່ສຳຄັນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງອະທິບາຍເຖິງສະຕິປັນຍາທີ່ຈຳເປັນຢ່າງຊັດເຈນ ແລະ ຫຼັກການການປະຕິບັດຈຳນວນໜຶ່ງກ່ຽວກັບຂົງເຂດນີ້. ຖ້າເຈົ້າພາບຍັງເຮັດໄດ້ບໍ່ດີພໍ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຊອກຫາອ້າຍເອື້ອຍນ້ອງທີ່ມີສະຕິປັນຍາຢູ່ໃກ້ຄຽງ ເພື່ອມາຊ່ວຍເຈົ້າພາບເຮັດວຽກງານນີ້ໃຫ້ດີ. ຖ້າບັນຫາຢູ່ທີ່ຕົວເຈົ້າພາບເອງເຊັ່ນ: ເປັນຄົນຂີ້ຢ້ານ ຫຼື ຢ້ານການຖືກຈັບກຸມ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນໂອ້ລົມກ່ຽວກັບຄວາມຈິງເພື່ອໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ, ໂອ້ລົມເຖິງເຈດຕະນາຂອງພຣະເຈົ້າ ພ້ອມທັງຄຸນຄ່າ ແລະ ຄວາມສຳຄັນຂອງການປະຕິບັດໜ້າທີ່ນີ້. ຖ້າມັນເປັນບັນຫາຂອງສະພາບແວດລ້ອມພາຍນອກ, ເລື່ອງນີ້ກໍຕ້ອງບໍ່ຊັກຊ້າ ຫຼື ພຽງແຕ່ປ່ອຍໃຫ້ມັນເປັນໄປ ແລະ ແນ່ນອນວ່າມັນຕ້ອງບໍ່ປະຕິບັດຢ່າງບໍ່ໃສ່ໃຈ; ມັນຄວນໄດ້ຮັບການແກ້ໄຂໂດຍທັນທີ. ຕົວຢ່າງ: ຖ້າຜູ້ຄົນໄດ້ສັງເກດເຫັນສະຖານທີ່ນີ້ແລ້ວ, ມີຄົນແປກໜ້າທີ່ໜ້າສົງໄສເຂົ້າອອກໃນບໍລິເວນນັ້ນເລື້ອຍໆ ແລະ ເປັນໄປໄດ້ວ່າມີຄົນກຳລັງຕິດຕາມສະຖານທີ່ນັ້ນຢູ່, ແລ້ວສິ່ງນີ້ກໍຈະເປັນອັນຕະລາຍທີ່ແອບແຝງຢູ່. ສະນັ້ນ, ຈົ່ງຍົກຍ້າຍອ້າຍເອື້ອຍນ້ອງອອກໄປໂດຍທັນທີ, ການລໍຖ້າຈົນກວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນຈະຊ້າເກີນໄປ. ຖ້າສະຖານະການເປັນພຽງຊົ່ວຄາວ ແລະ ເປັນພຽງຂັ້ນຕອນປົກກະຕິ, ແລ້ວມັນກໍຍັງພໍສາມາດຮັບມືໄດ້: ໃຫ້ອ້າຍເອື້ອຍນ້ອງອອກໄປຊົ່ວຄາວເພື່ອຫຼີກລ່ຽງມັນເປັນເວລາມື້ໜຶ່ງ ຫຼື ສອງມື້ ແລະ ພວກເຂົາສາມາດກັບມາໄດ້ໃນພາຍຫຼັງ. ຖ້າຜູ້ຄົນໄດ້ສັງເກດເຫັນແລ້ວ, ການພັກເຊົາຢູ່ທີ່ນັ້ນກໍບໍ່ແມ່ນທາງເລືອກອີກຕໍ່ໄປ ແລະ ການຍົກຍ້າຍອອກໄປຢ່າງຖາວອນກໍເປັນສິ່ງຈຳເປັນ. ສິ່ງເຫຼົ່ານີ້ແມ່ນບາງບັນຫາລະອຽດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດການ ແລະ ແກ້ໄຂໃນວຽກງານນີ້. ວຽກງານນີ້ບໍ່ແມ່ນພຽງແຕ່ການຈັດວາງຄົນຈຳນວນໜຶ່ງໃນສະຖານທີ່ທີ່ມີອາຫານ ແລະ ທີ່ພັກອາໄສ ແລ້ວກໍຖືວ່າສຳເລັດ; ມັນມີລາຍລະອຽດຫຼາຍຢ່າງທີ່ກ່ຽວຂ້ອງ. ໂດຍສະເພາະໃນປະເທດຄືປະເທດຈີນ, ບ່ອນທີ່ສະພາບແວດລ້ອມເປັນປໍລະປັກເປັນພິເສດ ແລະ ການຂົ່ມເຫັງທາງສາສະໜາຮຸນແຮງ, ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຕ້ອງເອົາໃຈໃສ່ເປັນພິເສດ ແລະ ຕິດຕາມຢ່າງໃກ້ຊິດກ່ຽວກັບສະພາບແວດລ້ອມການດຳລົງຊີວິດ ແລະ ບັນຫາຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ. ພວກເຂົາບໍ່ສາມາດບໍ່ໃສ່ໃຈໄດ້. ທຸກດ້ານຂອງວຽກງານສະເພາະຕ້ອງເຮັດໃຫ້ດີ ເພື່ອຮັບປະກັນວ່າຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ໄດ້ຮັບການຮັບປະກັນ ແລະ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມສະຫງົບໃຈ. ດ້ວຍວິທີນີ້, ວຽກງານກໍຈະເຮັດໄດ້ດີ. ນີ້ແມ່ນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກ່ຽວກັບຄອບຄົວເຈົ້າພາບ ແລະ ມີລາຍລະອຽດຂ້ອນຂ້າງຫຼາຍທີ່ກ່ຽວຂ້ອງຢູ່ບ່ອນນີ້.

ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ, ຫຼັງຈາກທີ່ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນບາງຄົນໄປຢູ່ເຮືອນເຈົ້າພາບທີ່ເໝາະສົມແລ້ວ, ກໍບໍ່ສົນໃຈພວກເຂົາຢ່າງສິ້ນເຊີງ ແລະ ບໍ່ຕິດຕາມສະຖານະການຂອງຄອບຄົວເຈົ້າພາບຢ່າງສະໝໍ່າສະເໝີ. ພວກເຂົາເວົ້າວ່າ: “ຂ້ອຍຫຍຸ້ງກັບວຽກງານຂອງຄຣິສຕະຈັກທຸກມື້, ຂ້ອຍຈະມີເວລາໄປຢ້ຽມຢາມຄົນເຫຼົ່ານີ້ໄດ້ແນວໃດ? ນອກຈາກນີ້, ຍັງມີວຽກງານອື່ນໆອີກຫຼາຍຢ່າງ ແລະ ມັນກໍຂ້ອນຂ້າງເປັນອັນຕະລາຍ. ການເຮັດວຽກງານຂອງພວກເຮົາກໍບໍ່ແມ່ນເລື່ອງງ່າຍ!” ພວກເຂົາເນັ້ນຢໍ້າເຫດຜົນພາຍນອກຢ່າງຕໍ່ເນື່ອງ, ແຕ່ພວກເຂົາກໍບໍ່ຢາກປະຕິບັດຄວາມຮັບຜິດຊອບຂອງພວກເຂົາເອງ. ພວກເຈົ້າຄິດວ່າຄຳເວົ້າຂອງພວກເຂົາຟັງຂຶ້ນບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? (ຄວາມຈິງແລ້ວ, ການເຮັດວຽກງານນີ້ບໍ່ໄດ້ຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກໃຊ້ເວລາ ແລະ ພະລັງງານຫຼາຍເກີນໄປ. ພວກເຂົາສາມາດຢ້ຽມຢາມພວກເຂົາໄດ້ໃນຂະນະທີ່ອອກໄປຂ້າງນອກ. ແລ້ວຖ້າພວກເຂົາບໍ່ມີເວລາ, ພວກເຂົາກໍສາມາດຈັດໃຫ້ອ້າຍເອື້ອຍນ້ອງທີ່ຢູ່ໃກ້ຄຽງໄປຢ້ຽມຢາມໄດ້.) ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງການເຮັດວຽກງານນີ້ໃຫ້ດີ, ເຖິງແມ່ນວ່າວຽກງານຫຼັກຂອງພວກເຂົາຈະເຮັດໃຫ້ພວກເຂົາຫຍຸ້ງຢູ່ເລັກໜ້ອຍ, ພວກເຂົາກໍຍັງຈະຫາເວລາເພື່ອເອົາໃຈໃສ່ວຽກງານນີ້. ຖ້າພວກເຂົາບໍ່ມີເວລາໄປດ້ວຍຕົນເອງ, ພວກເຂົາກໍສາມາດຈັດໃຫ້ຄົນອື່ນໄປ. ບໍ່ວ່າພວກເຂົາຈະຈັດໃຫ້ຄົນອື່ນໄປ ຫຼື ໄປດ້ວຍຕົນເອງ, ໃນທີ່ສຸດແລ້ວ, ວຽກງານນີ້ກໍຕົກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການເຮັດວຽກງານນີ້ໃຫ້ດີເປັນຄວາມຮັບຜິດຊອບທີ່ສຳຄັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນບໍ່ສາມາດຖືກລະເລີຍໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຫຍຸ້ງເກີນໄປ ແລະ ບໍ່ມີເວລາດ້ວຍຕົນເອງ ແລະ ພວກເຂົາກໍບໍ່ໄດ້ຈັດໃຫ້ຄົນອື່ນໄປ, ແລ້ວກໍຈະບໍ່ມີໃຜເບິ່ງແຍງເລື່ອງນີ້. ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ນີ້ກໍຈະເປັນການລະເລີຍຄວາມຮັບຜິດຊອບໃນສ່ວນຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເພື່ອປ້ອງກັນບໍ່ໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນທົນທຸກຈາກການແຊກແຊງຂອງໂລກພາຍນອກ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຄຳນຶງເຖິງບັນຫາທຸກດ້ານ, ຮັບປະກັນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ວ່າພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມສະຫງົບ ແລະ ເຮັດວຽກງານທີ່ຢູ່ໃນມືຢ່າງເປັນລະບຽບ. ຖ້າບຸກຄະລາກອນທີ່ເຮັດວຽກງານສຳຄັນໄດ້ຮັບການປົກປ້ອງເປັນຢ່າງດີ, ມັນກໍເທົ່າກັບການປົກປ້ອງວຽກງານທີ່ສຳຄັນນັ້ນເອງ. ເມື່ອບຸກຄະລາກອນທີ່ເຮັດວຽກງານສຳຄັນສາມາດເຮັດວຽກໄດ້ຕາມປົກກະຕິ, ວຽກງານທີ່ສຳຄັນກໍສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບເຊັ່ນກັນ. ສະນັ້ນ, ຈຸດປະສົງຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນແມ່ນ ເພື່ອປົກປ້ອງວຽກງານທີ່ສຳຄັນແຕ່ລະຢ່າງ. ຄວາມຈິງແລ້ວ, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ເຈົ້າກຳລັງປະຕິບັດໜ້າທີ່ສຳຄັນ ແລະ ຂ້ອຍຖືກຂໍໃຫ້ປົກປ້ອງເຈົ້າ, ແຕ່ຂ້ອຍຢູ່ໃນຕຳແໜ່ງຜູ້ນຳ ແລະ ຂ້ອຍກໍບໍ່ປອດໄພຄືກັນ. ຂ້ອຍຍັງບໍ່ສາມາດຮັບປະກັນຄວາມປອດໄພຂອງຕົວຂ້ອຍເອງໄດ້ເລີຍ, ແລ້ວຂ້ອຍຈະປົກປ້ອງພວກເຈົ້າໄດ້ແນວໃດ?” ຄຳເວົ້ານີ້ຖືກຕ້ອງບໍ? (ມັນບໍ່ຖືກຕ້ອງ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນມີຄວາມສາມາດໃນການຢັ່ງຮູ້ແບບໃດ? (ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາບໍ່ດີ; ຄົນແບບນັ້ນເຫັນແກ່ຕົວ ແລະ ມັກຈະບິດເບືອນ.) ພວກເຂົາເປັນຄົນທີ່ມັກຈະບິດເບືອນ. ຄົນທີ່ມີມັກຈະບິດເບືອນຂາດຄວາມມີເຫດຜົນບໍ? (ແມ່ນແລ້ວ.) ຖ້າອ້າຍເອື້ອຍນ້ອງເຫຼົ່ານີ້ບໍ່ໄດ້ກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ ແຕ່ກຳລັງເຮັດວຽກ ແລະ ດຳລົງຊີວິດຂອງພວກເຂົາຢູ່ໃນໂລກ, ພວກເຂົາຍັງຈຳເປັນຕ້ອງການໄດ້ຮັບການປົກປ້ອງຢູ່ບໍ? ເປັນເພາະວ່າພວກເຂົາກຳລັງເຮັດວຽກງານຂອງຄຣິສຕະຈັກ ແລະ ປະຕິບັດໜ້າທີ່ສຳຄັນໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ ແລະ ເພາະວ່າຖ້າພວກເຂົາຖືກຈັບກຸມ ພວກເຂົາອາດຈະຖືກຕັດສິນຈຳຄຸກ ຫຼື ຖືກທຸບຕີຈົນບາດເຈັບ ຫຼື ພິການ, ເຊິ່ງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ, ບຸກຄະລາກອນທີ່ເຮັດວຽກງານສຳຄັນຈຶ່ງຕ້ອງໄດ້ຮັບການປົກປ້ອງເປັນຢ່າງດີ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ວຽກງານຂອງຄຣິສຕະຈັກຈະສາມາດດຳເນີນການຕໍ່ໄປໄດ້ຢ່າງເປັນລະບຽບ. ຖ້າພວກເຂົາຢູ່ໃນປະເທດປະຊາທິປະໄຕບາງປະເທດທີ່ມີເສລີພາບໃນຄວາມເຊື່ອທາງສາສະໜາ ແລະ ຜູ້ເຊື່ອໃນພຣະເຈົ້າບໍ່ໄດ້ຖືກຂົ່ມເຫັງ, ແລ້ວວຽກງານນີ້ກໍຈະກາຍເປັນເລື່ອງທີ່ງ່າຍສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ໂດຍພື້ນຖານແລ້ວ ພວກເຂົາພຽງແຕ່ຕ້ອງຊອກຫາເຮືອນທີ່ເໝາະສົມ ແລະ ຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມຕາມກົດໝາຍ ແລະ ລະບຽບການຂອງທ້ອງຖິ່ນ. ຢ່າງຫຼາຍທີ່ສຸດ, ພວກເຂົາພຽງແຕ່ຕ້ອງຖາມວ່າຊີວິດປະຈຳວັນຂອງພວກເຂົາໃນຊ່ວງນີ້ເປັນແນວໃດ ແລະ ສະພາບແວດລ້ອມໃນການດຳລົງຊີວິດລະເມີດລະບຽບການໃດໆຂອງລັດຖະບານ ຫຼື ບໍ່. ຖ້າມີການລະເມີດ, ກໍຈຳເປັນຕ້ອງຊີ້ແຈງວ່າບັນຫາແມ່ນຫຍັງ, ພ້ອມທັງຄວນປັບປຸງ ແລະ ແກ້ໄຂມັນແນວໃດ. ຖ້າບໍ່ມີການລະເມີດໃດໆ, ແຕ່ລັດຖະບານກຳລັງສ້າງບັນຫາ ຫຼື ມີຄົນຊົ່ວຊ້າ ຫຼື ບຸກຄົນທີ່ບໍ່ຮູ້ຈັກກຳລັງກໍ່ກວນ, ແລ້ວມັນກໍຈຳເປັນຕ້ອງປຶກສາທະນາຍຄວາມເພື່ອຈັດການເລື່ອງເຫຼົ່ານີ້ຢ່າງເໝາະສົມ. ໃນປະເທດທີ່ມີເສລີພາບ, ປະຊາທິປະໄຕບາງປະເທດ, ຢ່າງຫຼາຍທີ່ສຸດກໍຕ້ອງການວຽກງານປະເພດນີ້ເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ໃນປະເທດຜະເດັດການທີ່ບໍ່ມີເສລີພາບໃນຄວາມເຊື່ອທາງສາສະໜາ, ຂໍ້ກຳນົດສຳລັບສະພາບແວດລ້ອມ ແລະ ເງື່ອນໄຂຂອງຄອບຄົວເຈົ້າພາບຕ້ອງເຂັ້ມງວດກວ່າ ແລະ ຕ້ອງມີການເຮັດວຽກຫຼາຍກວ່າ, ພ້ອມທັງວຽກງານທີ່ລະອຽດກວ່າ, ກ່ຽວກັບຄວາມປອດໄພ. ແນ່ນອນວ່າ ຄວາມຫຍຸ້ງຍາກທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວກໍຫຼາຍກວ່າເຊັ່ນກັນ. ສຳລັບວຽກງານການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນຈາກການແຊກແຊງຂອງໂລກພາຍນອກ, ຖ້າທຸກດ້ານຂອງສະພາບແວດລ້ອມຖືກພິຈາລະນາຢ່າງຮອບຄອບ, ການແຊກແຊງທີ່ເກີດຈາກສະພາບແວດລ້ອມກໍຈະຫຼຸດລົງພໍສົມຄວນ. ຖ້າທັງສະພາບແວດລ້ອມພາຍນອກ ແລະ ສະພາບແວດລ້ອມພາຍໃນຖືກຄຳນຶງເຖິງຢ່າງຄົບຖ້ວນ, ແລ້ວກໍຈະສາມາດຊອກຫາແນວທາງທີ່ເປັນຈິງ ແລະ ເປັນໄປໄດ້. ດ້ວຍວິທີນີ້, ສະພາບແວດລ້ອມກໍສາມາດປັບປຸງໄດ້ໃນລະດັບໃດໜຶ່ງ ແລະ ການແຊກແຊງກໍຈະຫຼຸດລົງ. ວິທີການນີ້ແມ່ນເໝາະສົມພໍສົມຄວນ.

ການຮັກສາບຸກຄະລາກອນທີ່ເຮັດວຽກງານສຳຄັນໃຫ້ປອດໄພ

I. ວິທີຮັບປະກັນຄວາມປອດໄພຂອງຜູ້ຄົນທີ່ພຣະເຈົ້າເລືອກໃນປະເທດທີ່ຄວາມເຊື່ອຖືກຂົ່ມເຫັງ

ຄວາມຮັບຜິດຊອບຂໍ້ທີສິບຫ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ກ່ອນອື່ນໝົດ, ແມ່ນການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ໂດຍການປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ; ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງຮັກສາຄົນເຫຼົ່ານີ້ໃຫ້ປອດໄພອີກດ້ວຍ. ຂໍ້ກຳນົດໃນການຮັກສາພວກເຂົາໃຫ້ປອດໄພແມ່ນເຂັ້ມງວດກວ່າເກົ່າ. ກ່ອນອື່ນ ໃຫ້ເຮົາເບິ່ງວ່າດ້ານໃດແດ່ທີ່ກ່ຽວຂ້ອງກັບຄວາມປອດໄພ, ບັນຫາທີ່ກ່ຽວຂ້ອງກັບຄວາມປອດໄພອັນໃດແດ່ທີ່ພວກເຈົ້າສາມາດຄິດອອກ? ເພື່ອຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນເຫຼົ່ານັ້ນ, ກ່ອນອື່ນ ຈຳເປັນຕ້ອງຮັບປະກັນວ່າພວກເຂົາບໍ່ໄດ້ຮັບຜົນກະທົບຈາກການແຊກແຊງຂອງໂລກພາຍນອກ, ນີ້ຄືສິ່ງຕ່ຳສຸດທີ່ຕ້ອງບັນລຸໃຫ້ໄດ້ ແລະ ບົນພື້ນຖານນີ້ເທົ່ານັ້ນຈຶ່ງສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້ໃນທີ່ສຸດ. ຄວາມປອດໄພທີ່ພວກເຮົາກຳລັງເວົ້າເຖິງຢູ່ນີ້ພຽງແຕ່ໝາຍເຖິງການສາມາດຮັບປະກັນໄດ້ວ່າຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາບໍ່ຖືກລົບກວນ ຫຼື ຖືກຈັບກຸມ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ມັນກໍງ່າຍໆພຽງເທົ່ານັ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດຮັບປະກັນໄດ້ວ່າຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຈະໄດ້ຮັບການປົກປ້ອງຈາກການແຊກແຊງ ແລະ ການຈັບກຸມ, ກໍບໍ່ມີທາງທີ່ຈະຮັບປະກັນຄວາມປອດໄພຂອງພວກເຂົາໄດ້. ລອງຄິດເບິ່ງວ່າ ຜູ້ນໍາ ແລະ ຜູ້ເຮັດວຽກຄວນເອົາໃຈໃສ່ເລື່ອງໃດແດ່ເພື່ອຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ? ກ່ອນອື່ນ, ພວກເຂົາຕ້ອງຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຢູ່ໃນສະຖານທີ່ທີ່ເໝາະສົມ. ສະຖານທີ່ທີ່ເໝາະສົມໝາຍຄວາມວ່າແນວໃດ? ມັນຕ້ອງມີເງື່ອນໄຂຢ່າງໜ້ອຍສອງຢ່າງ. ເງື່ອນໄຂທີໜຶ່ງ, ສະຖານທີ່ນີ້ຕ້ອງປາສະຈາກການແຊກແຊງໃດໆຈາກສະພາບແວດລ້ອມ. ເງື່ອນໄຂທີສອງ, ມັນຕ້ອງບໍ່ດຶງດູດຄວາມສົນໃຈ; ມີພຽງແຕ່ອ້າຍເອື້ອຍນ້ອງໃນທ້ອງຖິ່ນຈຳນວນໜຶ່ງເທົ່ານັ້ນທີ່ຮູ້ວ່າຄອບຄົວນີ້ເຊື່ອໃນພຣະເຈົ້າ ແລະ ຈັດຕ້ອນຮັບຄົນອື່ນ, ໃນຂະນະທີ່ບໍ່ມີໃຜອີກຮູ້. ມີພຽງແຕ່ສະຖານທີ່ແບບນີ້ເທົ່ານັ້ນທີ່ເໝາະສົມສຳລັບການຈັດຕ້ອນຮັບຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນ. ຫຼັງຈາກທີ່ບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ຍ້າຍເຂົ້າມາແລ້ວ, ຂໍ້ມູນສ່ວນຕົວເຊັ່ນ: ຊື່ ແລະ ພູມລຳເນົາຂອງແຕ່ລະຄົນ, ພ້ອມທັງສະຖານະການສະເພາະເຊັ່ນ: ປະເພດຂອງວຽກງານຄຣິສຕະຈັກທີ່ພວກເຂົາມີສ່ວນຮ່ວມ ແລະ ບໍ່ວ່າພວກເຂົາເຄີຍຖືກຈັບກຸມມາກ່ອນ ຫຼື ເປັນທີ່ຕ້ອງການຕົວຂອງລັດຖະບານ ຫຼື ບໍ່, ກໍບໍ່ຄວນຖືກເປີດເຜີຍໃຫ້ຄົນອື່ນຮູ້ຢ່າງຊະຊາຍ. ຍິ່ງມີຄົນຮູ້ໜ້ອຍເທົ່າໃດກໍຍິ່ງດີເທົ່ານັ້ນ. ເພາະວ່າສະຖານະຂອງຜູ້ຄົນຍັງນ້ອຍເກີນໄປ ແລະ ມັນບໍ່ແນ່ນອນວ່າພວກເຂົາຈະສາມາດຢືນຢັດຢ່າງໝັ້ນຄົງໄດ້ ຫຼື ບໍ່ ຖ້າພວກເຂົາຖືກຈັບກຸມ ແລະ ຕິດຄຸກ, ພວກເຂົາຄວນມີການຮັບຮູ້ຕົວເອງ ແລະ ລະເວັ້ນຈາກການສອບຖາມຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງຢ່າງຊະຊາຍ ເພື່ອຫຼີກເວັ້ນການນຳເອົາບັນຫາໃນອະນາຄົດມາສູ່ພວກເຂົາເອງ. ຫຼັກການ ແລະ ສະຕິປັນຍາໃນດ້ານນີ້ຄວນຖືກໂອ້ລົມກັນຢູ່ເລື້ອຍໆ ເພື່ອໃຫ້ທຸກຄົນເຂົ້າໃຈ. ສິ່ງນີ້ບໍ່ພຽງແຕ່ເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າເທົ່ານັ້ນ ແຕ່ຍັງເປັນປະໂຫຍດຕໍ່ແຕ່ລະຄົນອີກດ້ວຍ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແນະນຳອ້າຍເອື້ອຍນ້ອງຂອງຄອບຄົວຜູ້ຈັດໃຫ້ລະມັດລະວັງຄຳເວົ້າຂອງພວກເຂົາ ແລະ ບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນເຫຼົ່ານັ້ນໃຫ້ອ້າຍເອື້ອຍນ້ອງຄົນອື່ນ ຫຼື ສະມາຊິກໃນຄອບຄົວທີ່ບໍ່ເຊື່ອຂອງພວກເຂົາ. ວຽກງານນີ້ຈຳເປັນຕ້ອງເຮັດບໍ? (ຈຳເປັນ.) ອ້າຍເອື້ອຍນ້ອງຂອງຄອບຄົວຜູ້ຈັດບາງຄົນບໍ່ສາມາດລະມັດລະວັງຄຳເວົ້າຂອງພວກເຂົາໄດ້. ຕົວຢ່າງ: ມີຄົນໜຶ່ງໄດ້ຈັດຕ້ອນຮັບຜູ້ນໍາ ແລະ ຜູ້ເຮັດວຽກຈຳນວນໜຶ່ງ ແລະ ພວກເຂົາກໍຄຸ້ນເຄີຍກັບສະຖານະການສ່ວນຕົວ, ພູມຫຼັງຄອບຄົວ ແລະ ໜ້າທີ່ທີ່ຄົນເຫຼົ່ານີ້ກຳລັງປະຕິບັດຢູ່. ຈາກນັ້ນ, ພວກເຂົາກໍເວົ້າກັບລູກໆຂອງພວກເຂົາວ່າ: “ເບິ່ງແມ, ລາວອາຍຸລຸ້ນລາວຄາວດຽວກັບລູກເລີຍ. ລາວເຊື່ອໃນພຣະເຈົ້າມາເປັນເວລາສິບປີແລ້ວ ແລະ ເຖິງຂັ້ນລາອອກຈາກວຽກເພື່ອມາປະຕິບັດໜ້າທີ່ຂອງລາວ. ລາວເຄີຍເຮັດວຽກຢູ່ໃນພະແນກຂອງລັດຖະບານໃນເມືອງນັ້ນເມືອງນີ້ ໂດຍມີລາຍຮັບຫຼາຍສິບພັນຢວນຕໍ່ປີ!” ເຈົ້າເຫັນບໍ, ຄືກັບວ່າພວກເຂົາພຽງແຕ່ກຳລັງລົມກັນຫຼິ້ນໆ, ພວກເຂົາກໍໄດ້ເປີດເຜີຍສະຖານະການຂອງຄົນເຫຼົ່ານີ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນໃຫ້ສະມາຊິກໃນຄອບຄົວທີ່ບໍ່ເຊື່ອຂອງພວກເຂົາ. ຍັງມີບາງຄົນທີ່ເມື່ອຈັດຕ້ອນຮັບອ້າຍເອື້ອຍນ້ອງທີ່ເຄີຍຖືກຈັບກຸມ ແລະ ຕິດຄຸກມາກ່ອນ ກໍບອກສະມາຊິກໃນຄອບຄົວຂອງພວກເຂົາວ່າ: “ເບິ່ງແມ, ພວກເຂົາຕິດຄຸກມາຕັ້ງຫຼາຍປີ ແລະ ບໍ່ເຄີຍກາຍເປັນຢູດາເລີຍ. ຫຼັງຈາກທີ່ຖືກປ່ອຍຕົວ, ພວກເຂົາກໍສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ. ຕອນນີ້ລັດຖະບານຕ້ອງການຈັບກຸມພວກເຂົາອີກ, ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດກັບບ້ານໄປເຕົ້າໂຮມກັບຄອບຄົວຂອງພວກເຂົາໄດ້, ແຕ່ພວກເຂົາກໍບໍ່ໄດ້ຄິດລົບ. ເຫັນບໍວ່າຄວາມເຊື່ອຂອງພວກເຂົາຍິ່ງໃຫຍ່ສໍ່າໃດ? ເປັນຫຍັງເຈົ້າຈຶ່ງບໍ່ຕັ້ງໃຈເຊື່ອ?” ດ້ວຍວິທີນີ້, ພວກເຂົາກໍເປີດເຜີຍຂໍ້ມູນສຳຄັນກ່ຽວກັບອ້າຍເອື້ອຍນ້ອງຢ່າງຊະຊາຍ ຜ່ານວິທີການສັ່ງສອນລູກໆຂອງພວກເຂົາ. ສິ່ງນີ້ສາມາດນຳໄປສູ່ບັນຫາໃນອະນາຄົດໄດ້ບໍ? (ໄດ້.) ສິ່ງນີ້ເປັນບັນຫາບໍ? (ເປັນ.) ຖ້າບໍ່ມີຫຍັງເກີດຂຶ້ນຍ້ອນສິ່ງນີ້ກໍດີໄປ; ແຕ່ເມື່ອໃດທີ່ມັງກອນແດງທີ່ຍິ່ງໃຫຍ່ດຳເນີນການຈັບກຸມ, ສະມາຊິກໃນຄອບຄົວທີ່ບໍ່ເຊື່ອຂອງພວກເຂົາກໍເປັນຄົນທຳອິດທີ່ອອກມາລາຍງານອ້າຍເອື້ອຍນ້ອງວ່າ: “ເຈົ້າໜ້າທີ່! ຄົນຜູ້ນັ້ນຄົນຜູ້ນີ້ເປັນຜູ້ນໍາ, ພວກເຂົາແມ່ນຄົນທີ່ເຈົ້າຕ້ອງການຕົວ”. ຄົນທີ່ຖືກທໍລະຍົດກໍຖືກຈັບກຸມໂດຍມັງກອນແດງທີ່ຍິ່ງໃຫຍ່ ແລະ ຖືກທຸບຕີຈົນເກືອບຕາຍ, ເຮັດໃຫ້ເກີດຄຳຖາມວ່າພວກເຂົາຈະສາມາດສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ ຫຼື ດຳລົງຊີວິດເປັນປົກກະຕິໄດ້ ຫຼື ບໍ່. ນີ້ຄືຜົນສະທ້ອນຂອງການທໍລະຍົດ. ສິ່ງນີ້ບໍ່ໄດ້ເກີດຈາກການເວົ້າແບບຊະຊາຍຂອງຜູ້ຈັດການຕ້ອນຮັບບໍ? (ແມ່ນ.) ຖ້າບຸກຄະລາກອນທີ່ເຮັດວຽກງານສຳຄັນຕ້ອງປະເຊີນກັບຄວາມສ່ຽງດ້ານຄວາມປອດໄພແບບນີ້, ນັ້ນບໍ່ໄດ້ໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກຂອງພວກເຂົາຢ່າງຮອບຄອບບໍ? (ແມ່ນ.) ຜູ້ຈັດການຕ້ອນຮັບຄິດວ່າ: “ສະມາຊິກໃນຄອບຄົວຂອງພວກເຮົາລ້ວນແຕ່ເປັນຄົນດີ; ພວກເຂົາຈະບໍ່ທໍລະຍົດພວກເຈົ້າດອກ. ພວກເຂົາສະໜັບສະໜູນການເຊື່ອໃນພຣະເຈົ້າ, ພວກເຂົາເຖິງຂັ້ນຊື້ຜັກ ແລະ ຊີ້ນມາໃຫ້ເມື່ອພວກເຈົ້າມາ!” ພວກເຂົາປະຕິບັດຕໍ່ສະມາຊິກໃນຄອບຄົວທີ່ບໍ່ເຊື່ອຂອງພວກເຂົາຄືກັບວ່າພວກເຂົາເປັນອ້າຍເອື້ອຍນ້ອງ, ໂດຍບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນ ວ່າຄອບຄົວຂອງພວກເຂົາສາມາດເຮັດຫຍັງໄດ້ແດ່ ຫຼື ຜົນສະທ້ອນຈະຮ້າຍແຮງສໍ່າໃດ ຖ້າພວກເຂົາຂາຍອ້າຍເອື້ອຍນ້ອງ. ພວກເຂົາຍັງມັກສອບຖາມກ່ຽວກັບສະຖານະການຂອງອ້າຍເອື້ອຍນ້ອງອີກດ້ວຍ ໂດຍຖາມວ່າ: “ເຈົ້າປະຕິບັດໜ້າທີ່ນີ້ມາຈັກປີແລ້ວ? ເຈົ້າເຄີຍປະຕິບັດໜ້າທີ່ທີ່ເປັນອັນຕະລາຍບໍ? ເຈົ້າເປັນທີ່ຮູ້ຈັກດີໃນທ້ອງຖິ່ນໃນຖານະຜູ້ເຊື່ອໃນພຣະເຈົ້າບໍ? ເຈົ້າເຄີຍຖືກຈັບກຸມບໍ?” ໂດຍສະເພາະເມື່ອເວົ້າເຖິງຜູ້ທີ່ເປັນທີ່ຕ້ອງການຕົວ ຫຼື ມີປະຫວັດອາຊະຍາກຳຍ້ອນການເຊື່ອໃນພຣະເຈົ້າຂອງພວກເຂົາ ແລະ ກຳລັງເທດສະໜາພຣະກິດຕິຄຸນຢູ່ໃນຂົງເຂດ ຫຼື ປະເທດອື່ນ, ຜູ້ຈັດການຕ້ອນຮັບກໍມັກຈະສອບຖາມຂໍ້ມູນຂອງພວກເຂົາຢູ່ສະເໝີ ໂດຍຖາມວ່າ: “ເຈົ້າເປັນທີ່ຕ້ອງການຕົວບໍ? ເປັນໝາຍຈັບທ້ອງຖິ່ນ, ໝາຍຈັບຂັ້ນແຂວງ ຫຼື ໝາຍຈັບລະດັບປະເທດ?” “ເຈົ້າມີປະຫວັດອາຊະຍາກຳ, ເຈົ້າເຄີຍຖືກຈັບກຸມຈັກເທື່ອແລ້ວ? ເຈົ້າຖືກຕັດສິນຈຳຄຸກຈັກປີ?” ພວກເຂົາຖາມກ່ຽວກັບເລື່ອງເຫຼົ່ານີ້ຢ່າງລະອຽດທີ່ສຸດ. ອ້າຍເອື້ອຍນ້ອງທີ່ພັກຢູ່ໃນເຮືອນຂອງພວກເຂົາເຫັນວ່າ ພວກເຂົາຂ້ອນຂ້າງກະຕືລືລົ້ນໃນການຈັດຕ້ອນຮັບ ແລະ ພວກເຂົາກໍບໍ່ແມ່ນຄົນບໍ່ດີ. ຖ້າພວກເຂົາບໍ່ແບ່ງປັນຂໍ້ມູນນີ້, ພວກເຂົາກໍຮູ້ສຶກວ່າມັນອາດຈະເບິ່ງຄືບໍ່ສຸພາບ, ເຊິ່ງເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ລຳບາກໃຈ. ບາງຄົນຮູ້ສຶກວ່າຖືກບັງຄັບໃຫ້ເວົ້າບາງຢ່າງ ແລະ ຫຼັງຈາກທີ່ເວົ້າໄປແລ້ວ, ບາງຄັ້ງມັນກໍນຳໄປສູ່ຜົນສະທ້ອນທີ່ຮ້າຍແຮງຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແນະນຳຜູ້ຈັດການຕ້ອນຮັບໂດຍກົງວ່າ: “ມີກົດລະບຽບຈຳນວນໜຶ່ງທີ່ເຈົ້າຕ້ອງປະຕິບັດຕາມ ເມື່ອຈັດຕ້ອນຮັບອ້າຍເອື້ອຍນ້ອງ. ຢ່າສອບຖາມ ຫຼື ຖາມຄຳຖາມຢ່າງຊະຊາຍ, ການຮູ້ກ່ຽວກັບພວກເຂົາຫຼາຍເກີນໄປບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ. ຖ້າມີຫຍັງເກີດຂຶ້ນ ແລະ ເຈົ້າບໍ່ສາມາດທົນຕໍ່ການທໍລະມານຢ່າງໜັກໜ່ວງໄດ້, ເຈົ້າອາດຈະຈົບລົງດ້ວຍການກາຍເປັນຢູດາ. ໃນກໍລະນີນັ້ນ, ຂໍ້ມູນທີ່ເຈົ້າໄດ້ຮຽນຮູ້ ແລະ ເຂົ້າໃຈກໍເທົ່າກັບເປັນການສ້າງເສັ້ນທາງໃຫ້ເຈົ້າກາຍເປັນຢູດາ. ຖ້າສິ່ງນັ້ນເກີດຂຶ້ນ, ມັນຈະເຮັດໃຫ້ເຈົ້າເສຍໃຈໄປຕະຫຼອດຊີວິດ ແລະ ໃນທີ່ສຸດເຈົ້າກໍຈະປະເຊີນກັບການລົງໂທດ. ຖ້າເຈົ້າບໍ່ຮູ້ລາຍລະອຽດເຫຼົ່ານີ້, ເຈົ້າກໍຈະບໍ່ກາຍເປັນຢູດາ. ສະນັ້ນ, ເຈົ້າຕ້ອງບໍ່ສອບຖາມ ຫຼື ພະຍາຍາມຮຽນຮູ້ກ່ຽວກັບເລື່ອງເຫຼົ່ານີ້ຢ່າງເດັດຂາດ. ການບໍ່ຮູ້ເປັນການປົກປ້ອງເຈົ້າ ແລະ ບໍ່ສົ່ງຜົນກະທົບຕໍ່ການຈັດຕ້ອນຮັບຂອງເຈົ້າ ຫຼື ການບັນລຸຄວາມຈິງໃນການເຊື່ອໃນພຣະເຈົ້າຂອງເຈົ້າ. ມັນດີທີ່ສຸດຖ້າເຈົ້າບໍ່ຮູ້. ເຈົ້າຮູ້ແຈ້ງວ່າອ້າຍເອື້ອຍນ້ອງເຫຼົ່ານີ້ຢູ່ບ່ອນນີ້ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາກໍບໍ່ແມ່ນຄົນບໍ່ດີ ຫຼື ຄົນຊົ່ວຊ້າ, ສະນັ້ນ, ຈຶ່ງບໍ່ຈຳເປັນຕ້ອງສອບຖາມຫຍັງຕື່ມອີກ. ການປະຕິບັດໜ້າທີ່ຂອງເຈົ້າໃນການຈັດຕ້ອນຮັບພວກເຂົາຄືສິ່ງທີ່ສຳຄັນທີ່ສຸດ ແລະ ການຮັບປະກັນຄວາມປອດໄພຂອງພວກເຂົາກໍພຽງພໍແລ້ວ”. ນີ້ຄືວຽກງານຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ນອກຈາກນີ້, ຜູ້ເຊື່ອໃນທ້ອງຖິ່ນເຫຼົ່ານັ້ນທີ່ຂາດພື້ນຖານໃນຄວາມເຊື່ອຂອງພວກເຂົາ ແລະ ເປັນຜູ້ເຊື່ອພຽງແຕ່ໃນນາມເທົ່ານັ້ນ, ຜູ້ທີ່ປາກໂປ້ງ ແລະ ມັກສອບຖາມ, ຜູ້ທີ່ສືບຕໍ່ຕິດຕໍ່ຢ່າງໃກ້ຊິດກັບເຈົ້າໜ້າທີ່ລັດຖະບານ ແລະ ຜູ້ທີ່ເຊື່ອງຕົວທັນທີຄືກັບເຕົ່າທີ່ຫົດຫົວເຂົ້າກະດອງເມື່ອມີບັນຫາເກີດຂຶ້ນ ແລະ ຜູ້ທີ່ອາດຈະເຖິງຂັ້ນທໍລະຍົດຄຣິສຕະຈັກ ແລະ ກາຍເປັນຢູດາ, ຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ຮູ້ວ່າຄອບຄົວຜູ້ຈັດທີ່ຈັດຕ້ອນຮັບອ້າຍເອື້ອຍນ້ອງຢ່າງເດັດຂາດ. ຖ້າຕ້ອງການໃຫ້ອ້າຍເອື້ອຍນ້ອງບາງຄົນຊ່ວຍເຫຼືອວຽກງານການຈັດຕ້ອນຮັບບຸກຄະລາກອນທີ່ເຮັດວຽກງານສຳຄັນ, ກໍຕ້ອງເລືອກເອົາສະເພາະຜູ້ທີ່ມີພື້ນຖານໃນການເຊື່ອໃນພຣະເຈົ້າ ແລະ ມີສະຕິປັນຍາເທົ່ານັ້ນເພື່ອມາຮ່ວມມືກັນ. ຜູ້ທີ່ບໍ່ມີພື້ນຖານ ຫຼື ສະຕິປັນຍາແມ່ນບໍ່ເໝາະສົມຢ່າງເດັດຂາດ. ແລ້ວການຊ່ວຍເຫຼືອຄວນເຮັດແນວໃດແທ້? ອ້າຍເອື້ອຍນ້ອງຂອງຄອບຄົວຜູ້ຈັດເນັ້ນໃສ່ການຈັດຕ້ອນຮັບຢູ່ເຮືອນຂອງພວກເຂົາ, ໃນຂະນະທີ່ອ້າຍເອື້ອຍນ້ອງໃນທ້ອງຖິ່ນທີ່ມີສະຕິປັນຍາ ແລະ ຄວາມເຊື່ອຊ່ວຍເຫຼືອຈາກພາຍນອກໂດຍການໃຫ້ການຄຸ້ມກັນ ແລະ ປົກປັກຮັກສາສະພາບແວດລ້ອມ. ພວກເຂົາຄວນພົວພັນກັບຜູ້ມີອິດທິພົນ, ຕິດຕາມຂ່າວສານກ່ຽວກັບນະໂຍບາຍ, ແນວໂນ້ມ ແລະ ການດຳເນີນການທີ່ອາດຈະເກີດຂຶ້ນຂອງລັດຖະບານຢູ່ສະເໝີ ແລະ ແຈ້ງໃຫ້ອ້າຍເອື້ອຍນ້ອງຂອງຄອບຄົວຜູ້ຈັດຊາບໂດຍທັນທີ. ດ້ວຍວິທີນີ້, ຖ້າລັດຖະບານລິເລີ່ມການດຳເນີນການຈັບກຸມໃດໆ, ກໍຈະສາມາດດຳເນີນມາດຕະການປ້ອງກັນໄດ້ທັນທີ ແລະ ຍັງຈະມີເວລາພຽງພໍສຳລັບການອົບພະຍົບ ແລະ ການຍົກຍ້າຍ ຫຼື ການເຊື່ອງຕົວ, ສະນັ້ນ, ຈຶ່ງຫຼີກເວັ້ນອັນຕະລາຍໃດໆໄດ້. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນຈະສາມາດໄດ້ຮັບການຮັບປະກັນໂດຍພື້ນຖານ. ສະຫຼຸບແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຈະຈັດການກັບວຽກງານນີ້ດ້ວຍແນວຄິດທີ່ງ່າຍດາຍເກີນໄປບໍ່ໄດ້; ການຄິດຢ່າງຊັບຊ້ອນໃນດ້ານນີ້ແມ່ນດີກວ່າການຄິດແບບງ່າຍດາຍສະເໝີ, ເພາະວ່າບັນຫາຄວາມປອດໄພບໍ່ສາມາດເມີນເສີຍໄດ້, ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ມັນຈະບໍ່ແມ່ນບັນຫາເລັກນ້ອຍ!

ຍັງມີສະຖານະການສະເພາະທີ່ຕ້ອງເອົາໃຈໃສ່ໃນວຽກງານການຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ. ບາງຄົນຮັບໜ້າທີ່ທີ່ມີຄວາມສ່ຽງເຊັ່ນ: ການຂົນສົ່ງໜັງສືພຣະທຳຂອງພຣະເຈົ້າ ຫຼື ການສົ່ງຄຳແນະນຳວຽກງານ ຫຼື ການຈັດການກັບຜົນທີ່ຕາມມາໃນເຂດທີ່ມີບັນຫາ. ຜູ້ທີ່ກຳລັງເຮັດວຽກງານທີ່ເປັນອັນຕະລາຍດັ່ງກ່າວຕ້ອງບໍ່ອາໄສຢູ່ກັບຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນຢ່າງເດັດຂາດ ແລະ ພວກເຂົາກໍບໍ່ຄວນຮູ້ວ່າຄົນເຫຼົ່ານັ້ນອາໄສຢູ່ໃສ ຫຼື ຄອບຄົວໃດກຳລັງຈັດຕ້ອນຮັບພວກເຂົາ. ນີ້ກໍເພາະວ່າຜູ້ທີ່ກຳລັງເຮັດວຽກງານທີ່ເປັນອັນຕະລາຍມີຄວາມສ່ຽງທີ່ຈະຖືກຕິດຕາມ ແລະ ຖືກຈັບກຸມໄດ້ທຸກເວລາ. ຖ້າພວກເຂົາຖືກຈັບ ແລະ ຖືກທໍລະມານ, ພວກເຂົາອາດຈະທໍລະຍົດຄຣິສຕະຈັກ, ເຊິ່ງຈະສົ່ງຜົນກະທົບຕໍ່ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນ ແລະ ຄອບຄົວເຈົ້າພາບ. ສິ່ງນີ້ບໍ່ກ່ຽວຂ້ອງກັບບັນຫາຄວາມປອດໄພບໍ? ຖ້າບຸກຄະລາກອນບາງຄົນທີ່ກຳລັງປະຕິບັດໜ້າທີ່ສຳຄັນອອກໄປຈັດການເລື່ອງຕ່າງໆ ແລະ ໄດ້ຕົກລົງກັນວ່າຈະກັບມາພາຍໃນສາມມື້, ແຕ່ພວກເຂົາບໍ່ໄດ້ກັບມາຫຼັງຈາກສາມມື້ຜ່ານໄປແລ້ວ, ພວກເຈົ້າຈະເວົ້າວ່າສະຖານະການນີ້ເປັນອັນຕະລາຍບໍ? ບຸກຄະລາກອນຄົນອື່ນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຄວນອົບພະຍົບບໍ? (ຄວນ.) ໃນກໍລະນີດັ່ງກ່າວ, ຈຳເປັນຕ້ອງມີການອົບພະຍົບທັນທີ; ຕ້ອງບໍ່ມີການຊັກຊ້າ ແລະ ບໍ່ມີຄວາມສ່ຽງ, ພວກເຂົາບໍ່ສາມາດມີແນວຄິດທີ່ຫວັງເພິ່ງໂຊກຊະຕາໄດ້. ບາງຄົນຂີ້ຄ້ານ, ຮູ້ສຶກວ່າມັນເປັນເລື່ອງຫຍຸ້ງຍາກ ແລະ ບໍ່ເຕັມໃຈທີ່ຈະອົບພະຍົບ ໂດຍເວົ້າວ່າ: “ການລໍຖ້າອີກມື້ໜຶ່ງຈະເປັນຫຍັງໄປ? ບາງທີພວກເຂົາພຽງແຕ່ຊັກຊ້າຍ້ອນສະຖານະການພິເສດບາງຢ່າງ”. ການລໍຖ້າອີກມື້ໜຶ່ງມີແຕ່ຈະເພີ່ມອັນຕະລາຍເທົ່ານັ້ນ. ຖ້າເຈົ້າອົບພະຍົບ ແລະ ບໍ່ມີຫຍັງເກີດຂຶ້ນ, ເຈົ້າກໍສາມາດກັບມາໄດ້ສະເໝີ ແລະ ນັ້ນກໍບໍ່ແມ່ນຄວາມຜິດພາດ. ແຕ່ຖ້າເຈົ້າບໍ່ອົບພະຍົບ ແລະ ລໍຖ້າອີກມື້ໜຶ່ງ, ອາດຈະມີເຫດການເກີດຂຶ້ນ ແລະ ເມື່ອມັນເກີດຂຶ້ນ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ສະນັ້ນ, ຖ້າອ້າຍເອື້ອຍນ້ອງທີ່ອອກໄປຈັດການເລື່ອງຕ່າງໆບໍ່ກັບມາພາຍໃນເວລາທີ່ໄດ້ຕົກລົງກັນໄວ້, ມັນກໍເປັນໄປໄດ້ວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ. ເພື່ອປ້ອງກັນເຫດການທີ່ບໍ່ຄາດຄິດ, ອ້າຍເອື້ອຍນ້ອງທີ່ກ່ຽວຂ້ອງຄວນອົບພະຍົບທັນທີ ແລະ ຍົກຍ້າຍອອກໄປຢູ່ສະຖານທີ່ທີ່ປອດໄພພໍສົມຄວນ. ເມື່ອພົບສະຖານທີ່ທີ່ເໝາະສົມແລ້ວ, ພວກເຂົາກໍສາມາດກັບມາປະຕິບັດໜ້າທີ່ຂອງພວກເຂົາໄດ້ຕາມປົກກະຕິ, ໂດຍທີ່ມັນບໍ່ຊ້າເກີນໄປ. ອີກສະຖານະການໜຶ່ງແມ່ນເມື່ອຄົນໃນຄຣິສຕະຈັກທ້ອງຖິ່ນທີ່ຮັບຜິດຊອບວຽກງານການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຖືກມັງກອນແດງທີ່ຍິ່ງໃຫຍ່ຈັບກຸມ. ໃນກໍລະນີດັ່ງກ່າວຄວນເຮັດແນວໃດ? (ຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານສຳຄັນອອກທັນທີ.) ວຽກງານສຳຄັນອັນດັບທຳອິດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານສຳຄັນເຫຼົ່ານີ້ອອກໄປຢູ່ສະຖານທີ່ທີ່ປອດໄພພໍສົມຄວນທັນທີ. ເໜືອສິ່ງອື່ນໃດ, ຄວາມປອດໄພຂອງພວກເຂົາຕ້ອງໄດ້ຮັບການຮັບປະກັນ. ພວກເຂົາບໍ່ຄວນຕ້ອງປະເຊີນກັບຄວາມສ່ຽງໃດໆ. ຫຼັງຈາກທີ່ຍົກຍ້າຍພວກເຂົາອອກໄປແລ້ວ, ວຽກງານຕໍ່ໆໄປຈຶ່ງສາມາດດຳເນີນການຕໍ່ໄປໄດ້. ຄົນເບົາປັນຍາບາງຄົນມັກຈະມີແນວຄິດທີ່ຫວັງເພິ່ງໂຊກຊະຕາຢູ່ສະເໝີວ່າ: “ຄົນຜູ້ນັ້ນຄົນຜູ້ນີ້ຖືກຈັບກຸມ, ແຕ່ບໍ່ເປັນຫຍັງ; ຄວາມເຊື່ອຂອງພວກເຂົາຂ້ອນຂ້າງເຂັ້ມແຂງ ແລະ ພວກເຂົາກໍເຂັ້ມແຂງເປັນພິເສດສະເໝີໃນສະຖານະການທີ່ຫຍຸ້ງຍາກ. ພວກເຂົາຈະບໍ່ມີທາງທໍລະຍົດຢ່າງເດັດຂາດ. ສະນັ້ນ, ຂ້ອຍສາມາດຮັບປະກັນໄດ້ເລີຍວ່າບໍ່ມີອັນຕະລາຍຢ່າງແນ່ນອນ, ບໍ່ຈຳເປັນຕ້ອງໃຫ້ໃຜຍົກຍ້າຍອອກ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ຍັງມີຄົນທີ່ເວົ້າວ່າ: “ເຖິງແມ່ນວ່າພວກເຂົາຈະທໍລະຍົດ, ພວກເຂົາກໍຈະເລືອກທໍລະຍົດ, ພວກເຂົາຈະທໍລະຍົດພຽງແຕ່ຂໍ້ມູນກ່ຽວກັບເລື່ອງທີ່ບໍ່ສຳຄັນເທົ່ານັ້ນ, ເຊິ່ງຈະບໍ່ສົ່ງຜົນກະທົບຕໍ່ຄວາມປອດໄພຂອງພວກເຈົ້າຢ່າງແນ່ນອນ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ຄຳເວົ້າເຫຼົ່ານີ້ເຊື່ອຖືບໍ່ໄດ້! ຄົນເຮົາສາມາດເບິ່ງຄົນອື່ນໄດ້ຢ່າງຊັດເຈນບໍ? ເຖິງແມ່ນວ່າຄົນແບບນັ້ນຈະມີສະຖານະ, ພວກເຮົາກໍຄວນຫຼີກເວັ້ນການເວົ້າຢ່າງໝັ້ນໃຈເກີນໄປ, ເພາະບໍ່ມີໃຜສາມາດຮັບຜິດຊອບຜົນສະທ້ອນໄດ້ຖ້າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ. ມີວຽກງານອື່ນໃດອີກແດ່ທີ່ຈຳເປັນເພື່ອປົກປ້ອງຄວາມປອດໄພຂອງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ສຳຄັນ? ເມື່ອພວກເຂົາເລີ່ມປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນສົນທະນາຫຼັກການຄວາມຈິງທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຢ່າງຊັດເຈນ, ພ້ອມທັງຫຼັກການ ແລະ ສະຕິປັນຍາໃດທີ່ຄວນນຳໃຊ້ເມື່ອມີສະຖານະການເກີດຂຶ້ນ. ນອກຈາກນີ້, ເມື່ອພວກເຂົາອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນມອບໝາຍໃຫ້ຄົນໜຶ່ງ ຫຼື ສອງຄົນທີ່ມີປະສົບການທາງສັງຄົມ ແລະ ສະຕິປັນຍາເພື່ອຮ່ວມມືກັບພວກເຂົາ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ປອດໄພ ແລະ ເຊື່ອຖືໄດ້. ການປະຕິບັດດ້ວຍວິທີນີ້, ໃນດ້ານໜຶ່ງ, ສາມາດປົກປ້ອງຄວາມປອດໄພສ່ວນບຸກຄົນຂອງພວກເຂົາ. ໃນອີກດ້ານໜຶ່ງ, ມັນສາມາດຊ່ວຍພວກເຂົາແກ້ໄຂບັນຫາບາງຢ່າງທີ່ພວກເຂົາບໍ່ສາມາດແກ້ໄຂດ້ວຍຕົວພວກເຂົາເອງໄດ້. ສິ່ງນີ້ຈະປ້ອງກັນບັນຫາບາງຢ່າງ ແລະ ຮັບປະກັນວ່າຜູ້ທີ່ກຳລັງຈະອອກໄປປະຕິບັດໜ້າທີ່ຂອງພວກເຂົາສາມາດດຳເນີນວຽກງານຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ເປັນວຽກງານທີ່ສຳຄັນຫຼາຍ, ໂດຍສະເພາະໃນປະເທດທີ່ບໍ່ມີເສລີພາບໃນການເຊື່ອຖື. ເພື່ອເຮັດວຽກງານຂອງຄຣິສຕະຈັກໃຫ້ດີ, ວຽກງານສຳຄັນອັນດັບທຳອິດແມ່ນການຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາຢູ່ໃນທ້ອງຖິ່ນ ຫຼື ອອກໄປປະຕິບັດໜ້າທີ່ກໍຕາມ. ມີພຽງແຕ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດຈັດການວຽກງານຄວາມປອດໄພໄດ້ດີເທົ່ານັ້ນທີ່ເໝາະໃຫ້ພຣະເຈົ້າໃຊ້. ຜູ້ທີ່ບໍ່ສາມາດເຮັດວຽກງານນີ້ໄດ້ແມ່ນຄົນທີ່ຄວາມເປັນມະນຸດຍັງບໍ່ທັນເຕີບໃຫຍ່ ແລະ ຂາດຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ສະຕິປັນຍາ. ມັນຈະເປັນການຍາກສຳລັບພວກເຂົາທີ່ຈະກາຍເປັນຜູ້ທີ່ເໝາະໃຫ້ພຣະເຈົ້າໃຊ້.

II. ວິທີຮັບປະກັນຄວາມປອດໄພຂອງຜູ້ຄົນທີ່ພຣະເຈົ້າເລືອກໃນບັນດາປະເທດຕ່າງໆຢູ່ຕ່າງປະເທດ

1. ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງຜູ້ຄົນທີ່ພຣະເຈົ້າເລືອກ

ໃນການດຳເນີນວຽກງານຄຣິສຕະຈັກໃນບັນດາປະເທດຕ່າງໆຢູ່ຕ່າງປະເທດ, ວຽກງານສຳຄັນອັນດັບທຳອິດຄວນແມ່ນການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢ່າງເໝາະສົມ, ຮັບປະກັນຄວາມປອດໄພຂອງພວກເຂົາເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ. ອີກເລື່ອງໜຶ່ງທີ່ສຳຄັນແມ່ນການຈັດການບັນຫາສະຖານະພາບທາງກົດໝາຍ, ເຊິ່ງຕ້ອງໄດ້ຮັບການເອົາໃຈໃສ່ທັນທີທີ່ຜູ້ຄົນທີ່ພຣະເຈົ້າເລືອກມາຮອດປະເທດໃໝ່. ຖ້າບໍ່ມີສະຖານະພາບທາງກົດໝາຍ ຫຼື ຖ້າສະຖານະພາບຂອງພວກເຂົາບໍ່ຖືກຕ້ອງຕາມກົດໝາຍ, ກໍມີຄວາມສ່ຽງທີ່ຈະຖືກເນລະເທດຢູ່ສະເໝີ, ບໍ່ວ່າສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາຈະດີສໍ່າໃດກໍຕາມ. ບຸກຄົນທີ່ສະຖານະພາບບໍ່ຖືກຕ້ອງຕາມກົດໝາຍແມ່ນຖືວ່າເປັນຜູ້ອາໄສທີ່ຜິດກົດໝາຍ ແລະ ຄວາມປອດໄພຂອງຄົນເຫຼົ່ານີ້ກໍຕົກຢູ່ໃນຄວາມສ່ຽງ; ຖ້າຄວາມປອດໄພຂອງພວກເຂົາບໍ່ໄດ້ຮັບການຮັບປະກັນ, ພວກເຂົາກໍບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດົນ. ສະນັ້ນ, ໃນບັນດາປະເທດຕ່າງໆຢູ່ຕ່າງປະເທດ, ການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດທີ່ເໝາະສົມໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນວຽກງານທຳອິດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຂົາຢ່າງເໝາະສົມແລ້ວ, ຂັ້ນຕອນຕໍ່ໄປແມ່ນການຈັດແຈງໃຫ້ພວກເຂົາເລີ່ມດຳເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາ. ໃນປະເທດໃດກໍຕາມ, ຢ່າງໜ້ອຍທີ່ສຸດ, ເປົ້າໝາຍໃນການດຳເນີນການດ້ານສະຖານະພາບທາງກົດໝາຍຄວນແມ່ນເພື່ອເຮັດໃຫ້ອ້າຍເອື້ອຍນ້ອງສາມາດອາໄສຢູ່ບ່ອນນັ້ນໄດ້ຢ່າງຖືກຕ້ອງຕາມກົດໝາຍ. ນີ້ກໍເປັນວຽກງານທີ່ສຳຄັນຢ່າງໜຶ່ງໃນການຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນເຊັ່ນກັນ. ເພື່ອໃຫ້ໄດ້ສິດການຢູ່ອາໄສຢ່າງຖືກຕ້ອງຕາມກົດໝາຍ, ຂໍ້ກຳນົດທຳອິດແມ່ນສະຖານະພາບຂອງຄົນຜູ້ນັ້ນຕ້ອງຖືກກົດໝາຍ; ພວກເຂົາບໍ່ສາມາດອາໄສຢູ່ບ່ອນໃດບ່ອນໜຶ່ງຢ່າງຜິດກົດໝາຍໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ເພື່ອຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ອ້າຍເອື້ອຍນ້ອງຕາມລະບຽບການຂອງລັດຖະບານສຳລັບການຢູ່ອາໄສຢ່າງຖືກຕ້ອງຕາມກົດໝາຍ. ຜູ້ນໍາ ແລະ ຜູ້ເຮັດວຽກສາມາດເຂົ້າໄປມີສ່ວນຮ່ວມໃນວຽກງານການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດນີ້ ຫຼື ຕິດຕາມກວດກາວຽກງານນັ້ນໄດ້ໂດຍກົງ. ຖ້າມີເລື່ອງທີ່ພວກເຂົາບໍ່ສາມາດເບິ່ງທະລຸເຖິງໄດ້, ພວກເຂົາຄວນສະແຫວງຫາຈາກຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງໂດຍທັນທີ. ໃນກໍລະນີທີ່ບໍ່ມີສະຖານະການພິເສດ, ພວກເຂົາຄວນປະຕິບັດຕາມກົດລະບຽບກ່ອນໜ້ານີ້ຂອງຄຣິສຕະຈັກ. ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງສອບຖາມເປັນບາງຄັ້ງບາງຄາວ ແລະ ຖ້າພວກເຂົາຮູ້ວ່າມີໃຜມີບັນຫາກັບສະຖານະພາບທາງກົດໝາຍຂອງພວກເຂົາ ຫຼື ມີສະຖານະການພິເສດໃດໆ, ພວກເຂົາຄວນຈັດແຈງໃຫ້ບຸກຄະລາກອນທີ່ຮັບຜິດຊອບວຽກງານພາຍນອກມາແກ້ໄຂບັນຫາການດຳເນີນການດ້ານສະຖານະພາບທາງກົດໝາຍຂອງຜູ້ຄົນທີ່ພຣະເຈົ້າເລືອກ. ແນ່ນອນວ່າ, ຂັ້ນຕອນທຳອິດແມ່ນການຊອກຫາທະນາຍຄວາມທີ່ຊ່ຽວຊານຈຳນວນໜຶ່ງເພື່ອຈັດການເລື່ອງການດຳເນີນການດ້ານສະຖານະພາບ. ໃນການຈ້າງທະນາຍຄວາມ, ຕ້ອງມີມາດຕະການປ້ອງກັນເພື່ອຫຼີກເວັ້ນການຖືກຫຼອກລວງ, ບໍ່ຄວນຈ້າງທະນາຍຄວາມປອມ ຫຼື ຜູ້ທີ່ບໍ່ຊ່ຽວຊານໃນການດຳເນີນການດ້ານສະຖານະພາບທາງກົດໝາຍ. ກ່ອນອື່ນໝົດ ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາດ້ານເຫຼົ່ານີ້ທີ່ກ່ຽວຂ້ອງກັບການດຳເນີນການດ້ານສະຖານະພາບທາງກົດໝາຍ ແລະ ເລື່ອງເຫຼົ່ານີ້ຕ້ອງໄດ້ຮັບການຈັດແຈງໃຫ້ດີ. ວຽກງານນີ້ກໍເປັນສ່ວນໜຶ່ງຂອງການປົກປ້ອງບຸກຄະລາກອນທີ່ເຮັດວຽກງານສຳຄັນ ແລະ ຮັບປະກັນຄວາມປອດໄພຂອງພວກເຂົາເຊັ່ນກັນ, ສະນັ້ນ, ເມື່ອເວົ້າເຖິງການເຮັດວຽກງານນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ປ່ອຍປະລະເລີຍ. ບາງຄົນເວົ້າວ່າ: “ການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນວຽກງານຂອງເຮືອນຂອງພຣະເຈົ້າ; ພວກເຮົາພຽງແຕ່ຕ້ອງເຮັດມັນຫຼັງຈາກທີ່ໄດ້ຮັບການຈັດແຈງໂດຍກົງຈາກເບື້ອງເທິງເທົ່ານັ້ນ. ຖ້າເບື້ອງເທິງບໍ່ຈັດແຈງ, ພວກເຮົາກໍບໍ່ຈຳເປັນຕ້ອງສົນໃຈມັນ ແລະ ເຖິງແມ່ນວ່າມີບາງສິ່ງບາງຢ່າງຜິດພາດເກີດຂຶ້ນ, ມັນກໍບໍ່ກ່ຽວຂ້ອງກັບພວກເຮົາ. ນອກຈາກນີ້, ແຕ່ລະປະເທດກໍມີລະບຽບການກ່ຽວກັບການເຂົ້າເມືອງ ແລະ ສະຖານະພາບທາງກົດໝາຍທີ່ແຕກຕ່າງກັນ; ພວກເຮົາບໍ່ສາມາດຈັດການບັນຫາໃຫຍ່ແບບນັ້ນໄດ້! ທຸກຄົນຕ້ອງເພິ່ງພາຕົນເອງ ແລະ ຫວັງສິ່ງທີ່ດີທີ່ສຸດ, ຖ້າພວກເຂົາສາມາດຢູ່ໃນປະເທດໃດປະເທດໜຶ່ງໄດ້, ພວກເຂົາກໍຢູ່; ຖ້າບໍ່ໄດ້, ພວກເຂົາກໍກັບໄປ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ເຈົ້າຄິດແນວໃດກັບທັດສະນະຄະຕິນີ້? (ເປັນການຂາດຄວາມຮັບຜິດຊອບ.) ໃນດ້ານໜຶ່ງ, ມັນເປັນການຂາດຄວາມຮັບຜິດຊອບ; ໃນອີກດ້ານໜຶ່ງ, ມັນເປັນການສະແດງອອກຂອງຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງ ແລະ ປັດຄວາມຮັບຜິດຊອບ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຢູ່ຕ່າງປະເທດກໍເປັນວຽກງານທີ່ສຳຄັນຢ່າງໜຶ່ງເຊັ່ນກັນ. ເມື່ອການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ພວກເຂົາຢ່າງເໝາະສົມແລ້ວ ແລະ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ, ຂັ້ນຕອນຕໍ່ໄປທັນທີແມ່ນການຈັດແຈງໃຫ້ບຸກຄະລາກອນທີ່ຮັບຜິດຊອບວຽກງານພາຍນອກມາແນະນຳພວກເຂົາໃນການດຳເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາ. ໂດຍສະເພາະເມື່ອມີສະຖານະການພິເສດເກີດຂຶ້ນໃນລະຫວ່າງການດຳເນີນການທີ່ອ້າຍເອື້ອຍນ້ອງບໍ່ສາມາດຈັດການໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄິດຫາວິທີແກ້ໄຂບັນຫາ ແລະ ບໍ່ຄວນເມີນເສີຍຕໍ່ບັນຫາ. ຖ້າມີບັນຫາໃດໆກ່ຽວກັບການດຳເນີນການດ້ານສະຖານະພາບທາງກົດໝາຍ, ມັນກໍບໍ່ແມ່ນເລື່ອງເລັກນ້ອຍ ແລະ ຄວນຖືກຈັດການ ແລະ ແກ້ໄຂໂດຍໄວເທົ່າທີ່ຈະໄວໄດ້. ຢ່າຊັກຊ້າ, ສິ່ງທີ່ສາມາດເຮັດໄດ້ໃນມື້ນີ້ບໍ່ຄວນເລື່ອນໄປຈົນຮອດມື້ອື່ນ; ການເລື່ອນໄປຈົນຮອດມື້ອື່ນອາດຈະນຳໄປສູ່ຜົນສະທ້ອນທີ່ຮ້າຍແຮງເກີນກວ່າຈະຈິນຕະນາການໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເອົາໃຈໃສ່ ແລະ ລະເລີຍຄວາມຮັບຜິດຊອບຂອງພວກເຂົາ, ບໍ່ໃຫ້ຄວາມສຳຄັນກັບເລື່ອງນີ້ ແລະ ເຮັດໃຫ້ເວລາທີ່ດີທີ່ສຸດສຳລັບການດຳເນີນການດ້ານສະຖານະພາບທາງກົດໝາຍຊັກຊ້າ, ສະນັ້ນ, ຈຶ່ງເຮັດໃຫ້ບຸກຄະລາກອນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາບໍ່ສາມາດປະຕິບັດໜ້າທີ່ໄດ້ຢ່າງເປັນປົກກະຕິ, ໃຜເປັນຜູ້ຮັບຜິດຊອບ? ບຸກຄົນເຫຼົ່ານີ້ໄດ້ຍື່ນຄຳຮ້ອງຂໍຕໍ່ຜູ້ນໍາຄຣິສຕະຈັກ ແລະ ບຸກຄະລາກອນທີ່ດຳເນີນການ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍຮັບຊາບ, ແຕ່ຍ້ອນວ່າພວກເຂົາບໍ່ໄດ້ເອົາໃຈໃສ່ເລື່ອງນີ້ຢ່າງຈິງຈັງ ຫຼື ອ້າງເຫດຜົນທີ່ຈະບໍ່ຈັດການມັນ, ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນບາງຄົນຈຶ່ງຊັກຊ້າ, ເຊິ່ງສົ່ງຜົນກະທົບຕໍ່ວຽກງານທີ່ສຳຄັນບາງຢ່າງຂອງຄຣິສຕະຈັກໃນລະດັບໃດໜຶ່ງ. ສະນັ້ນ, ພວກເຈົ້າຄິດວ່າໃຜຄວນຮັບຜິດຊອບຢູ່ບ່ອນນີ້? (ຜູ້ນໍາ ແລະ ຜູ້ເຮັດວຽກ.) ເຮືອນຂອງພຣະເຈົ້າໄດ້ເນັ້ນຢໍ້າເລື່ອງນີ້ຊໍ້າແລ້ວຊໍ້າອີກ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນວ່າບໍ່ຮັບຊາບເລື່ອງນີ້ ແລະ ບໍ່ແມ່ນວ່າພວກເຂົາບໍ່ໄດ້ຮັບຂໍ້ມູນ ຫຼື ຂາດຄວາມເຂົ້າໃຈ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຮູ້ກ່ຽວກັບເລື່ອງນີ້ແຕ່ບໍ່ເອົາໃຈໃສ່ຢ່າງຈິງຈັງ. ຕາບໃດທີ່ມັນບໍ່ກ່ຽວຂ້ອງກັບເລື່ອງຂອງພວກເຂົາເອງ, ຕາບໃດທີ່ມັນເປັນບັນຫາຂອງຄົນອື່ນ, ພວກເຂົາກໍຈະເລື່ອນເວລາອອກໄປທຸກຄັ້ງທີ່ເປັນໄປໄດ້, ຈົນໃນທີ່ສຸດກໍເຮັດໃຫ້ເລື່ອງທີ່ສຳຄັນເຊັ່ນການດຳເນີນການດ້ານສະຖານະພາບທາງກົດໝາຍຂອງຜູ້ຄົນທີ່ພຣະເຈົ້າເລືອກ ຊັກຊ້າ. ເມື່ອມີຜົນສະທ້ອນເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງຮັບຜິດຊອບ. ຄວາມຮັບຜິດຊອບນີ້ບໍ່ແມ່ນພຽງແຕ່ຄຳເວົ້າ, ຖ້າມັນສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ໂດຍສະເພາະວຽກງານທີ່ສຳຄັນຂອງເຮືອນຂອງພຣະເຈົ້າ, ແລ້ວຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແບກຮັບກໍຈະໃຫຍ່ຫຼວງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະຖືກພຣະເຈົ້າຕຳໜິ, ມັນຈະເປັນການລ່ວງລະເມີດ, ນັ້ນຄືຜົນສະທ້ອນ. ຖ້າມັນເປັນສິ່ງທີ່ຕົກຢູ່ໃນໜ້າທີ່ຂອງເຈົ້າທີ່ຕ້ອງເຮັດ, ເປັນສິ່ງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າບໍ່ເຮັດ ຫຼື ເມີນເສີຍຕໍ່ມັນ ຫຼື ເຮັດໃຫ້ມັນຊັກຊ້າຍ້ອນເຫດຜົນສ່ວນຕົວບາງຢ່າງ, ແລ້ວເຈົ້າກໍຕ້ອງຮັບຜິດຊອບ. ບາງຄົນເວົ້າວ່າ: “ຂ້ອຍບໍ່ຮູ້ວ່າຈະແກ້ໄຂມັນແນວໃດ; ຂ້ອຍບໍ່ມີທາງອອກ”. ແຕ່ເຈົ້າໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ສະແຫວງຫາຈາກຜູ້ນໍາ ແລະ ຜູ້ເຮັດວຽກລະດັບສູງໃນໂອກາດທຳອິດບໍ? ບາງຄົນເວົ້າວ່າພວກເຂົາລືມກ່ຽວກັບເລື່ອງນີ້ເພາະວ່າພວກເຂົາຫຍຸ້ງກັບວຽກງານອື່ນ. ເຖິງແມ່ນວ່າພວກເຂົາຈະລືມກ່ຽວກັບເລື່ອງນີ້ແທ້ໆຍ້ອນວ່າຫຍຸ້ງກັບວຽກງານອື່ນ, ພວກເຂົາຈະລືມຕໍ່ໄປໄດ້ແນວໃດຫຼັງຈາກທີ່ມີຄົນຍົກບັນຫານີ້ຂຶ້ນມາ ແລະ ເຕືອນພວກເຂົາຊໍ້າແລ້ວຊໍ້າອີກ? ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? (ພວກເຂົາບໍ່ໄດ້ເກັບເອົາເລື່ອງການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງໄວ້ໃນໃຈຂອງພວກເຂົາ; ພວກເຂົາບໍ່ມີພາລະໜ້າທີ່ຫຍັງເລີຍ.) ຄວາມຈິງທີ່ວ່າພວກເຂົາສາມາດລືມເລື່ອງທີ່ສຳຄັນແບບນີ້ໄດ້ສະແດງໃຫ້ເຫັນວ່າພວກເຂົາຂາດຄວາມຮັບຜິດຊອບ ແລະ ບໍ່ໜ້າເຊື່ອຖື. ເຈົ້າສາມາດລືມສິ່ງທີ່ສຳຄັນເຊັ່ນການດຳເນີນການດ້ານສະຖານະພາບທາງກົດໝາຍຂອງຜູ້ຄົນທີ່ພຣະເຈົ້າຖືກເລືອກໄດ້, ເຈົ້າຈະລືມການດຳເນີນການດ້ານສະຖານະພາບທາງກົດໝາຍຂອງຕົນເອງບໍ? ຖ້າເຈົ້າຈະບໍ່ລືມເລື່ອງຂອງຕົນເອງແຕ່ສາມາດລືມເລື່ອງຂອງຄົນອື່ນໄດ້, ມັນກໍພິສູດວ່າເຈົ້າມີຄຸນສົມບັດທີ່ບໍ່ດີ, ຂາດຄວາມຮັກ, ເຫັນແກ່ຕົວ ແລະ ຕໍ່າຊ້າ. ເຈົ້າໄດ້ດຳເນີນການດ້ານສະຖານະພາບທາງກົດໝາຍຂອງຕົນເອງສຳເລັດແລ້ວ, ແຕ່ເຈົ້າປະຕິບັດຕໍ່ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງຄືກັບເລື່ອງທຳມະດາ, ເລື່ອງເລັກນ້ອຍ ຫຼື ເຖິງຂັ້ນເມີນເສີຍຕໍ່ມັນທັງໝົດ ແລະ ໃນທີ່ສຸດກໍເຮັດໃຫ້ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາຊັກຊ້າ, ເລື່ອງທີ່ສຳຄັນນີ້. ເຈົ້າສາມາດຮັບຜິດຊອບໄດ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ແມ່ນຂາດມະໂນທຳ ແລະ ເຫດຜົນຢ່າງສິ້ນເຊີງບໍ? ພວກເຂົາຊ່າງເຫັນແກ່ຕົວ ແລະ ຕໍ່າຊ້າແທ້ໆ! ພວກເຂົາສົນໃຈແຕ່ພວກເຂົາເອງ ແລະ ບໍ່ສົນໃຈຄົນອື່ນ, ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? ພວກເຂົາບໍ່ແມ່ນຜູ້ນໍາປອມບໍ? (ແມ່ນ.) ສະນັ້ນ ແກ່ນແທ້ຂອງບັນຫາຂອງພວກເຂົາຈຶ່ງຖືກເປີດໂປງຢ່າງສົມບູນ. ພວກເຂົາພຽງແຕ່ບໍ່ຕ້ອງການໃສ່ໃຈການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ; ພວກເຂົາເຫັນວ່າມັນເປັນເລື່ອງຫຍຸ້ງຍາກ. ໃນໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງກ່ຽວຫຍັງກັບຂ້ອຍ?” ນີ້ຄືທັດສະນະຄະຕິທີ່ພວກເຂົາໃຊ້ປະຕິບັດຕໍ່ເລື່ອງການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ, ຈົນໃນທີ່ສຸດກໍເຮັດໃຫ້ເລື່ອງທີ່ສຳຄັນນີ້ຊັກຊ້າ, ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ເຈົ້າຈະເວົ້າວ່າຜູ້ນໍາປອມແບບນີ້ສົມຄວນໄດ້ຮັບການລົງໂທດບໍ? (ສົມຄວນ.) ພວກເຂົາຄວນຕ້ອງຮັບຜິດຊອບເພາະວ່າມັນເປັນເຈດຕະນາ; ມັນບໍ່ແມ່ນການຊັກຊ້າໂດຍບັງເອີນທີ່ເກີດຈາກປັດໄຈພາວະວິໄສຢ່າງແນ່ນອນ. ຖ້າມີໄພພິບັດທຳມະຊາດເຊັ່ນ: ແຜ່ນດິນໄຫວ, ນໍ້າຖ້ວມ ຫຼື ເຫດການທາງການເມືອງໃຫຍ່ບາງຢ່າງທີ່ຂັດຂວາງການຄົມມະນາຄົມ ແລະ ການສື່ສານ, ເຮັດໃຫ້ບໍ່ສາມາດຈັດການເລື່ອງເຫຼົ່ານີ້ໄດ້, ນັ້ນກໍພໍເຂົ້າໃຈໄດ້. ແຕ່ຖ້າບໍ່ມີເຫດການເຫຼົ່ານີ້ເກີດຂຶ້ນ ແລະ ພວກເຂົາຍັງລືມ ຫຼື ລະເລີຍການດຳເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ, ເຮັດໃຫ້ເລື່ອງທີ່ສຳຄັນແບບນີ້ຊັກຊ້າ, ສະຖານະພາບທາງກົດໝາຍຂອງບຸກຄົນເຫຼົ່ານີ້, ແລ້ວຜູ້ນໍາ ຫຼື ຜູ້ເຮັດວຽກແບບນີ້ກໍລະເລີຍຄວາມຮັບຜິດຊອບຂອງພວກເຂົາ. ພວກເຂົາຈະຖືກຕຳໜິ ແລະ ຕ້ອງຮັບຜິດຊອບ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ເມື່ອເຫັນວ່າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າມີຄວາມຮັບຜິດຊອບທີ່ຕ້ອງເຮັດວຽກງານທີ່ເຈົ້າຄວນເຮັດ. ສຳລັບທຸກສິ່ງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ, ເຈົ້າຕ້ອງຈັດການ ແລະ ເຮັດໃຫ້ມັນສຳເລັດຢ່າງເໝາະສົມຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ແຕ່ຖ້າເຈົ້າເຈດຕະນາຫຼີກເວັ້ນການເຮັດ ຫຼື ເຮັດໃຫ້ມັນຊັກຊ້າ, ນີ້ກໍເປັນການລະເລີຍຄວາມຮັບຜິດຊອບຂອງເຈົ້າ ແລະ ການລະເລີຍຄວາມຮັບຜິດຊອບນີ້ກໍເປັນການລ່ວງລະເມີດ. ຖ້າເຈົ້າເຈດຕະນາເຮັດໃຫ້ເລື່ອງໃດເລື່ອງໜຶ່ງຊັກຊ້າ ແລະ ບໍ່ຈັດການມັນ, ຄວາມລົ້ມເຫຼວຂອງເຈົ້າກໍຈະກາຍເປັນການລ່ວງລະເມີດໃນທີ່ສຸດ ແລະ ເຈົ້າຈະຖືກພຣະເຈົ້າຕຳໜິ ເຈົ້າຈະຕ້ອງຮັບຜິດຊອບຕໍ່ເລື່ອງນີ້.

ໃນບັນດາປະເທດຢູ່ຕ່າງປະເທດ, ຖ້າມີບັນຫາບາງຢ່າງກ່ຽວກັບສະຖານະພາບທາງກົດໝາຍຂອງຜູ້ຄົນທີ່ພຣະເຈົ້າເລືອກ ຫຼື ຖ້າເພື່ອນບ້ານຂອງພວກເຂົາ ຫຼື ຄົນແປກໜ້າຍື່ນຄຳຮ້ອງທຸກກ່ຽວກັບພວກເຂົາ ຫຼື ລາຍງານພວກເຂົາ, ພວກເຂົາອາດຈະປະເຊີນກັບອັນຕະລາຍຂອງການຖືກສົ່ງກັບປະເທດ. ມັນກໍອາດຈະເກີດຂຶ້ນໄດ້ເຊັ່ນກັນທີ່ຜູ້ຄົນທີ່ພຣະເຈົ້າເລືອກບາງຄົນໃນບັນດາປະເທດຢູ່ຕ່າງປະເທດຖືກກັກຂັງ ແລະ ລົງໂທດ ຫຼື ຖືກຈັບກຸມ ແລະ ຕິດຄຸກໂດຍລັດຖະບານຂອງປະເທດໃດໜຶ່ງດ້ວຍຂໍ້ກ່າວຫາທີ່ປັ້ນແຕ່ງຂຶ້ນ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຮູ້ກ່ຽວກັບມັນ, ພວກເຂົາບໍ່ຄວນເຮັດຕົວຄືເຕົ່າທີ່ຫົດຫົວຢູ່ໃນກະດອງ; ພວກເຂົາຄວນຈັດການເລື່ອງນີ້ໃນທັນທີທັນໃດ ໂດຍມີເປົ້າໝາຍສູງສຸດຄືການຮັບປະກັນຄວາມປອດໄພຂອງອ້າຍເອື້ອຍນ້ອງ, ບໍ່ຍອມໃຫ້ພວກເຂົາຕົກຢູ່ໃນກຳມືຂອງຄົນຊົ່ວຊ້າ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໃສ່ໃຈພຽງແຕ່ການຈັດແຈງວຽກງານຂອງຄຣິສຕະຈັກ, ແຕ່ບໍ່ໃສ່ໃຈເລື່ອງການດໍາເນີນການດ້ານສະຖານະພາບທາງກົດໝາຍຂອງອ້າຍເອື້ອຍນ້ອງ, ຈົນສົ່ງຜົນໃຫ້ອ້າຍເອື້ອຍນ້ອງຖືກຈັບກຸມ ຫຼື ຖືກສົ່ງກັບປະເທດຍ້ອນຂາດສະຖານະພາບທາງກົດໝາຍ, ຜົນສະທ້ອນເຫຼົ່ານີ້ແມ່ນຫຍັງ? ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວບໍ່ໄດ້ທໍາລາຍໂອກາດຂອງອ້າຍເອື້ອຍນ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາບໍ? ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ວຽກງານຂອງຄຣິສຕະຈັກບໍ? ສະນັ້ນ, ທໍາມະຊາດຂອງບັນຫານີ້ຈຶ່ງຂ້ອນຂ້າງຮ້າຍແຮງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຄີຍຈັດການເລື່ອງນີ້ມາກ່ອນ, ພວກເຂົາສາມາດຊອກຫາຄົນທີ່ມີຄວາມຊໍານານໃນການຈັດການວຽກງານພາຍນອກໃນທ່າມກາງອ້າຍເອື້ອຍນ້ອງ ເພື່ອປຶກສາທະນາຍຄວາມໃນການຈັດການເລື່ອງນີ້, ໂດຍພະຍາຍາມບັນລຸເປົ້າໝາຍໃນການປົກປ້ອງອ້າຍເອື້ອຍນ້ອງ ແລະ ປົກປ້ອງຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນ. ນີ້ກໍເປັນວຽກງານທີ່ສໍາຄັນຢ່າງໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດຢູ່ຕ່າງປະເທດ; ຜູ້ນໍາ ແລະ ຜູ້ເຮັດວຽກໃນທ້ອງຖິ່ນຕ້ອງເປັນຝ່າຍລິເລີ່ມໃນການໃສ່ໃຈເລື່ອງນີ້. ນອກເໜືອຈາກການປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງໃນທ້ອງຖິ່ນແລ້ວ, ພວກເຂົາຍິ່ງຕ້ອງປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງຊາວຕ່າງຊາດຫຼາຍກວ່ານັ້ນ; ມີພຽງແຕ່ວິທີນີ້ເທົ່ານັ້ນຈຶ່ງຈະມີການຮັບປະກັນສໍາລັບວຽກງານຂອງຄຣິສຕະຈັກ. ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກໃນແຕ່ລະປະເທດຄວນປະຕິບັດໃຫ້ສໍາເລັດຕໍ່ອ້າຍເອື້ອຍນ້ອງໃນທ້ອງຖິ່ນ ແລະ ບຸກຄະລາກອນຊາວຕ່າງຊາດທີ່ເຮັດວຽກງານສໍາຄັນ; ພວກເຂົາບໍ່ຄວນຢືນເບິ່ງຢູ່ຊື່ໆ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ພວກເຂົາເປັນອ້າຍເອື້ອຍນ້ອງຊາວຕ່າງຊາດ ແລະ ພວກເຮົາບໍ່ຄຸ້ນເຄີຍກັບພວກເຂົາ; ບໍ່ມີຄວາມສຳພັນສ່ວນຕົວລະຫວ່າງພວກເຮົາ. ພວກເຂົາຖືກສົ່ງມາໂດຍເຮືອນຂອງພຣະເຈົ້າເພື່ອເທດສະໜາພຣະກິດຕິຄຸນຢູ່ບ່ອນນີ້, ມັນກ່ຽວຫຍັງກັບພວກເຮົາ? ເຫດຮ້າຍນີ້ເປັນສິ່ງທີ່ພວກເຂົານໍາມາໃສ່ຕົວຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສອບຖາມສະຖານະການໃຫ້ຈະແຈ້ງກ່ອນທີ່ຈະມາ ແລະ ບໍ່ໄດ້ຈັດການເລື່ອງເຫຼົ່ານີ້ໃຫ້ດີ. ພວກເຮົາບໍ່ມີທາງທີ່ຈະແຊກແຊງເຫດຮ້າຍນີ້ໄດ້; ໃຜຈະຮູ້ວ່າລັດຖະບານຈະເຮັດຫຍັງກັບພວກເຂົາ”. ພວກເຂົາພຽງແຕ່ໃຊ້ຂໍ້ແກ້ຕົວຕ່າງໆເພື່ອຫຼົບຫຼີກ ແລະ ຫຼີກລ່ຽງເລື່ອງເຫຼົ່ານີ້ ແລະ ບໍ່ພະຍາຍາມຊອກຫາວິທີທີ່ຈະກ້າວອອກມາແກ້ໄຂບັນຫາ. ການກະທໍາແບບນີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? (ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ກ້າວອອກມາແກ້ໄຂບັນຫາເຫຼົ່ານີ້ ແລະ ໃນຂະນະດຽວກັນ ອ້າຍເອື້ອຍນ້ອງກໍບໍ່ມີເສັ້ນທາງໃນການແກ້ໄຂບັນຫາ, ແລ້ວບັນຫາກໍຈະເກີດຂຶ້ນຢ່າງແນ່ນອນ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃນການປົກປ້ອງອ້າຍເອື້ອຍນ້ອງ, ນີ້ຄືການລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາ.) ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກຄືການປະຕິບັດຄວາມຮັບຜິດຊອບທຸກຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃນເຮືອນຂອງພຣະເຈົ້າ. ຂອບເຂດຂອງເຮືອນຂອງພຣະເຈົ້າບໍ່ໄດ້ຈໍາກັດຢູ່ພຽງແຕ່ໃນທ້ອງຖິ່ນ, ພາກພື້ນທ້ອງຖິ່ນ ຫຼື ປະເທດໃດໜຶ່ງ; ເຮືອນຂອງພຣະເຈົ້າບໍ່ມີເຂດແດນຂອງຊາດ, ບໍ່ມີຂໍ້ຈໍາກັດດ້ານພາກພື້ນ. ມີຂໍ້ຈໍາກັດດ້ານເຊື້ອຊາດໃນການທີ່ພຣະເຈົ້າເລືອກຜູ້ຄົນ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນບໍ? (ບໍ່ມີ.) ມີຂໍ້ຈໍາກັດດ້ານສັນຊາດ ຫຼື ພາກພື້ນບໍ? (ກໍບໍ່ມີເຊັ່ນກັນ.) ບໍ່ມີເລີຍ. ນີ້ຄືຫຼັກການທີ່ພຣະເຈົ້າເຮັດພາລະກິດຂອງພຣະອົງ; ສະນັ້ນ, ຫຼັກການນີ້ຈຶ່ງເປັນຄວາມຈິງ! ບໍ່ວ່າອ້າຍເອື້ອຍນ້ອງຈະມາຈາກປະເທດໃດ, ພວກເຂົາທຸກຄົນກໍເຊື່ອໃນພຣະເຈົ້າອົງດຽວ, ຕິດຕາມພຣະເຈົ້າອົງດຽວ ແລະ ຍັງກິນ ແລະ ດື່ມຄວາມຈິງທີ່ພຣະເຈົ້າອົງດຽວໂອ້ລົມ ແລະ ຈັດຕຽມໃຫ້ອີກດ້ວຍ. ພວກເຂົາປະສົບກັບພາລະກິດທີ່ພຣະເຈົ້າອົງດຽວເຮັດ ແລະ ນະມັດສະການພຣະເຈົ້າອົງດຽວ. ບໍ່ວ່າຈະມີສີຜິວ ຫຼື ເຊື້ອຊາດໃດກໍຕາມ, ໃນເຮືອນຂອງພຣະເຈົ້າ ແລະ ຕໍ່ໜ້າພຣະເຈົ້າ, ພວກເຂົາກໍເປັນໜຶ່ງດຽວ, ພວກເຂົາເປັນຄອບຄົວດຽວກັນ. ເນື່ອງຈາກພວກເຂົາເປັນຄອບຄົວດຽວກັນ, ຈຶ່ງບໍ່ຄວນມີການແບ່ງແຍກໃນທ່າມກາງພວກເຂົາ; ບໍ່ຄວນມີຂໍ້ຈໍາກັດດ້ານເຊື້ອຊາດ ຫຼື ພາກພື້ນ; ບໍ່ຄວນມີການຈຳແນກວ່າ: “ເຈົ້າເປັນຄົນອາຊີ, ຂ້ອຍເປັນຄົນເອີຣົບ” ຫຼື “ເຈົ້າເປັນຄົນຜິວຂາວ, ຂ້ອຍເປັນຄົນຜິວສີ”, ບໍ່ຄວນມີການແບ່ງແຍກເຫຼົ່ານີ້. ຖ້າເຈົ້າຍັງແບ່ງແຍກສິ່ງເຫຼົ່ານີ້ໃນເຮືອນຂອງພຣະເຈົ້າ, ແລ້ວມັນກໍຈະແຈ້ງວ່າເຈົ້າບໍ່ໄດ້ຖືວ່າເຮືອນຂອງພຣະເຈົ້າເປັນເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ຖືວ່າຕົນເອງເປັນສະມາຊິກຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ເມື່ອອ້າຍເອື້ອຍນ້ອງຊາວຕ່າງຊາດປະເຊີນກັບບັນຫາເຊັ່ນ: ການຖືກສົ່ງກັບປະເທດ ຫຼື ການຖືກຈັບກຸມທີ່ຜິດກົດໝາຍ, ບໍ່ວ່າພວກເຂົາຈະມາຈາກໃສ, ມີສັນຊາດໃດ ຫຼື ມີສີຜິວໃດ, ພວກເຂົາກໍເປັນອ້າຍເອື້ອຍນ້ອງ. ເນື່ອງຈາກພວກເຂົາເປັນອ້າຍເອື້ອຍນ້ອງ, ເມື່ອພວກເຂົາປະເຊີນກັບບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກໃນທ້ອງຖິ່ນກໍຄວນກ້າວອອກມາຈັດການເລື່ອງນີ້ໂດຍບໍ່ລັງເລ ແລະ ບໍ່ຄວນແບ່ງແຍກໃນທ່າມກາງຜູ້ຄົນ. ສິ່ງນີ້ສອດຄ່ອງກັບຫຼັກການ, ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ ແລະ ເປັນຄວາມຈິງທີ່ຜູ້ຄົນຄວນປະຕິບັດ.

ໃນປັດຈຸບັນ, ຜູ້ຄົນທີ່ພຣະເຈົ້າເລືອກຈໍານວນຫຼາຍຈາກປະເທດຈີນກໍາລັງເດີນທາງໄປບັນດາປະເທດຕ່າງໆຢູ່ຕ່າງປະເທດເພື່ອເທດສະໜາພຣະກິດຕິຄຸນ ແລະ ເປັນພະຍານຕໍ່ພຣະເຈົ້າ. ຫຼັງຈາກທີ່ພວກເຂົາເດີນທາງໄປຮອດປະເທດເຫຼົ່ານີ້, ສິ່ງທໍາອິດທີ່ພວກເຂົາຕ້ອງເຮັດກໍຄືດໍາເນີນການດ້ານສະຖານະພາບທາງກົດໝາຍຂອງພວກເຂົາ ກ່ອນທີ່ພວກເຂົາຈະສາມາດເຮັດວຽກດ້ວຍຄວາມສະຫງົບໃນໃຈ. ການດໍາເນີນການດ້ານສະຖານະພາບທາງກົດໝາຍບໍ່ແມ່ນເລື່ອງງ່າຍ; ມັນຮຽກຮ້ອງໃຫ້ມີການຮ່ວມມືຈາກຜູ້ຄົນຈາກຄຣິສຕະຈັກທ້ອງຖິ່ນ. ຜູ້ທີ່ຮັບຜິດຊອບຄຣິສຕະຈັກໃນບັນດາປະເທດຕ່າງໆຄວນຊອກຫາອ້າຍເອື້ອຍນ້ອງບາງຄົນທີ່ເຂົ້າໃຈນະໂຍບາຍຂອງປະເທດຂອງພວກເຂົາ ແລະ ຮູ້ຈັກກົດໝາຍຂອງປະເທດ ເພື່ອຊ່ວຍເຫຼືອຜູ້ຄົນທີ່ພຣະເຈົ້າເລືອກຈາກປະເທດຈີນແກ້ໄຂບັນຫາການດໍາເນີນການດ້ານສະຖານະພາບທາງກົດໝາຍ. ການແກ້ໄຂບັນຫານີ້ມີຄວາມສຳຄັນຢ່າງຍິ່ງ. ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກໃນບັນດາປະເທດຕ່າງໆຄວນພະຍາຍາມທຸກວິທີທາງເພື່ອເຮັດວຽກງານນີ້, ເພາະວ່າມີພຽງແຕ່ການແກ້ໄຂບັນຫາດ້ານສະຖານະພາບທາງກົດໝາຍຂອງຜູ້ຄົນຢ່າງຄົບຖ້ວນເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດໍາເນີນໄປໄດ້ຢ່າງເປັນປົກກະຕິ; ຖ້າບໍ່ດັ່ງນັ້ນ, ວຽກງານຂອງຄຣິສຕະຈັກກໍຈະໄດ້ຮັບຜົນກະທົບ. ຜູ້ທີ່ຮັບຜິດຊອບຄຣິສຕະຈັກໃນບັນດາປະເທດຕ່າງໆຄວນກຽມພ້ອມກັບຜູ້ຄົນທີ່ສາມາດຈັດການເລື່ອງດັ່ງກ່າວໄດ້. ການເຮັດແບບນີ້ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຍັງເປັນການສະແດງອອກເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນອາດຈະເວົ້າວ່າ: “ພວກເຮົາບໍ່ເຄີຍຈັດການເລື່ອງແບບນີ້ມາກ່ອນ ແລະ ພວກເຮົາກໍບໍ່ຮູ້ວ່າຈະເຮັດແນວໃດຄືກັນ”. ໃນສະຖານະການນີ້, ພວກເຂົາຄວນຊອກຫາຜູ້ຄົນທີ່ເຂົ້າໃຈເລື່ອງປະເພດນີ້. ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ ໃນແຕ່ລະປະເທດ, ມີຜູ້ທີ່ມີການສຶກສາ ແລະ ຄວາມຮູ້ ແລະ ຍັງມີຜູ້ທີ່ເຂົ້າໃຈກົດໝາຍ ແລະ ນະໂຍບາຍຂອງຊາດອີກດ້ວຍ. ສໍາລັບພວກເຂົາແລ້ວ, ການຈັດການເລື່ອງເຫຼົ່ານີ້ຕ້ອງການພຽງແຕ່ການປຶກສາຫາລືເລັກນ້ອຍເພື່ອຊອກຫາເສັ້ນທາງ, ບໍ່ແມ່ນແນວນັ້ນບໍ? ໃນການຈັດການເລື່ອງປະເພດນີ້, ເຈົ້າບໍ່ຄວນເປັນຝ່າຍຮັບ ແລະ ບໍ່ຫ້າວຫັນ; ຖ້າເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ເຈົ້າກໍຄວນຊອກຫາທະນາຍຄວາມເພື່ອປຶກສາ. ຕາບໃດທີ່ຊອກຫາທະນາຍຄວາມປະເພດທີ່ກ່ຽວຂ້ອງໄດ້, ກໍຈະມີເສັ້ນທາງໂດຍທໍາມະຊາດ. ພວກເຮົາອາດຈະບໍ່ເຂົ້າໃຈເລື່ອງນີ້, ແຕ່ທະນາຍຄວາມຈະເຂົ້າໃຈ. ການມີຫົວໃຈທີ່ສະແຫວງຫາເປັນທັດສະນະຄະຕິທີ່ຖືກຕ້ອງ; ການມີຫົວໃຈທີ່ສະແຫວງຫາເປັນການສະແດງອອກເຖິງການມີຄວາມຮູ້ສຶກຮັບຜິດຊອບ. ຖ້າມີຄວາມຫຍຸ້ງຍາກໃດໜຶ່ງເກີດຂຶ້ນ, ເຈົ້າຄວນອະທິຖານ, ສະແຫວງຫາ ແລະ ໂອ້ລົມຮ່ວມກັນດ້ວຍໃຈດຽວກັນ ແລະ ຫຼັງຈາກທີ່ຊອກຫາຫຼັກການ ແລະ ເສັ້ນທາງເພື່ອແກ້ໄຂບັນຫາໄດ້ແລ້ວ, ເຈົ້າຄວນແກ້ໄຂມັນຢ່າງສົມບູນ. ມີພຽງແຕ່ຕອນນັ້ນເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດໍາເນີນໄປໄດ້ຢ່າງລ່ຽນໄຫຼ. ຖ້າເມື່ອຄົ້ນພົບບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຮຽນຮູ້ກ່ຽວກັບມັນ, ຕິດຕາມມັນ ແລະ ແກ້ໄຂມັນໄດ້ທັນທີ, ພວກເຂົາບໍ່ແມ່ນຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ພຽງແຕ່ມີຄວາມຮູ້ສຶກຮັບຜິດຊອບເທົ່ານັ້ນ ແຕ່ຍັງສາມາດແກ້ໄຂບັນຫາໄດ້ທັນທີອີກດ້ວຍ, ເຊິ່ງໝາຍຄວາມວ່າພວກເຂົາມີຄວາມຫວັງທີ່ຈະກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ. ບໍ່ວ່າຄວາມເຂົ້າໃຈຄວາມຈິງຂອງພວກເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ຖ້າພວກເຂົາມຸ່ງເນັ້ນໃສ່ການແກ້ໄຂບັນຫາ, ແລ້ວພວກເຂົາກໍສາມາດເຮັດວຽກງານຕົວຈິງໄດ້. ຢ່າງໜ້ອຍທີ່ສຸດ, ພວກເຂົາສາມາດບັນລຸການເຮັດຜິດພາດໜ້ອຍລົງ ຫຼື ບໍ່ເຮັດຜິດພາດເລີຍ ແລະ ເຖິງແມ່ນວ່າພວກເຂົາຈະເຮັດບາງສິ່ງບາງຢ່າງຜິດພາດ, ພວກເຂົາກໍສາມາດແກ້ໄຂມັນໄດ້ທັນທີເພື່ອຟື້ນຟູຄວາມເສຍຫາຍບາງຢ່າງ, ຈົນໃນທີ່ສຸດກໍບັນລຸເປົ້າໝາຍໃນການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຈົ້າຄິດວ່າການປະຕິບັດຄວາມຮັບຜິດຊອບນີ້ເປັນເລື່ອງທີ່ຍາກບໍ? (ບໍ່.) ຄວາມຈິງແລ້ວ, ມັນບໍ່ແມ່ນເລື່ອງທີ່ຍາກ; ມັນຂຶ້ນຢູ່ກັບວ່າຜູ້ຄົນມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບໃນວຽກງານຂອງພວກເຂົາໄດ້ ຫຼື ບໍ່. ເຈົ້າພຽງແຕ່ຕ້ອງໃສ່ໃຈຄິດ, ໃຊ້ເວລາໜ້ອຍໜຶ່ງ ແລະ ລົງທຶນພະລັງງານບາງສ່ວນ; ມັນບໍ່ໄດ້ຮຽກຮ້ອງໃຫ້ເຈົ້າໃຊ້ເງິນ ຫຼື ແບກຮັບຄວາມສ່ຽງໃດໆ. ເຈົ້າພຽງແຕ່ຕ້ອງກ້າວອອກມາຊ່ວຍແກ້ໄຂບັນຫາ ແລະ ຈັດການເລື່ອງຕ່າງໆໃຫ້ດີ ແລະ ດ້ວຍວິທີນີ້, ເຈົ້າກໍສາມາດກາຍເປັນຄົນທີ່ໄດ້ມາດຕະຖານໄດ້. ສະນັ້ນ, ນີ້ບໍ່ແມ່ນເລື່ອງທີ່ຍາກ ແລະ ສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກ, ມັນຄວນຈະເປັນເລື່ອງງ່າຍທີ່ຈະບັນລຸ. ແຕ່ມີບາງຄົນທີ່ບໍ່ສາມາດແມ່ນແຕ່ຈະເຮັດໃຫ້ສິ່ງທີ່ງ່າຍດາຍແບບນີ້ສໍາເລັດໄດ້ ແລະ ມັນກໍຈະແຈ້ງຫຼາຍວ່ານີ້ບໍ່ແມ່ນຍ້ອນຄວາມສາມາດບໍ່ພຽງພໍ ຫຼື ຍ້ອນເງື່ອນໄຂ ຫຼື ສະພາບແວດລ້ອມບໍ່ເອື້ອອໍານວຍ, ແຕ່ເປັນຍ້ອນວ່າພວກເຂົາບໍ່ເຕັມໃຈທີ່ຈະເຮັດມັນ. ເມື່ອມີສະຖານະການພິເສດເກີດຂຶ້ນທີ່ກ່ຽວຂ້ອງກັບສະຖານະພາບທາງກົດໝາຍ ຫຼື ທີ່ຢູ່ອາໄສຂອງບຸກຄະລາກອນທີ່ເຮັດວຽກງານສໍາຄັນ ຫຼື ເລື່ອງທີ່ກ່ຽວຂ້ອງກັບການຈັດສັນທີ່ຢູ່ອາໄສຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຮັບຜິດຊອບທີ່ຈະຮັບເອົາວຽກງານນີ້. ມັນບໍ່ສໍາຄັນວ່າເຈົ້າກໍາລັງຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ໃຜ ຫຼື ສັນຊາດ ຫຼື ເຊື້ອຊາດຂອງພວກເຂົາ; ທັງໝົດທີ່ເຈົ້າຕ້ອງເຮັດກໍຄືຍອມຮັບສິ່ງນີ້ຈາກພຣະເຈົ້າ. ວຽກງານນີ້ຖືກມອບໝາຍໃຫ້ເຈົ້າໂດຍພຣະເຈົ້າ; ມັນເປັນຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ, ພ້ອມທັງເປັນພາລະກິດຂອງເຈົ້າ. ວຽກງານນີ້ທີ່ເຈົ້າຍອມຮັບແມ່ນມາຈາກພຣະເຈົ້າ, ບໍ່ແມ່ນມາຈາກບຸກຄົນໃດ, ສະນັ້ນ, ເຈົ້າບໍ່ຄວນກັງວົນວ່າຄົນເຫຼົ່ານີ້ທີ່ເຈົ້າກໍາລັງຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ແມ່ນໃຜ. ບາງຄົນອາດຈະເວົ້າວ່າ: “ການປົກປ້ອງອ້າຍເອື້ອຍນ້ອງໃນທ້ອງຖິ່ນເປັນສິ່ງທີ່ຍອມຮັບໄດ້, ແຕ່ມັນບໍ່ແມ່ນຄວາມກັງວົນຂອງພວກເຮົາ ຖ້າອ້າຍເອື້ອຍນ້ອງຊາວຕ່າງຊາດມາບ່ອນນີ້”. ຄົນທີ່ເວົ້າແບບນີ້ມີຄວາມຮູ້ສຶກຮັບຜິດຊອບ ຫຼື ຄວາມເປັນມະນຸດບໍ? (ພວກເຂົາບໍ່ມີ.) ພວກເຂົາຖືວ່າອ້າຍເອື້ອຍນ້ອງໃນທ້ອງຖິ່ນເປັນອ້າຍເອື້ອຍນ້ອງ, ແຕ່ບໍ່ໄດ້ຖືວ່າອ້າຍເອື້ອຍນ້ອງຊາວຕ່າງຊາດເປັນອ້າຍເອື້ອຍນ້ອງ, ສິ່ງນີ້ໃຊ້ໄດ້ບໍ? (ບໍ່ໄດ້.) ສິ່ງນີ້ສອດຄ່ອງກັບຄວາມຈິງບໍ? (ບໍ່ສອດຄ່ອງ.) ເປັນຫຍັງມັນຈຶ່ງບໍ່ສອດຄ່ອງກັບຄວາມຈິງ? (ຜູ້ນໍາປອມບໍ່ໄດ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ; ພວກເຂົາບໍ່ສົນໃຈອ້າຍເອື້ອຍນ້ອງຊາວຕ່າງຊາດ ແລະ ບໍ່ກ້າວອອກມາຈັດການບັນຫາເມື່ອມີບັນຫາເກີດຂຶ້ນ, ພວກເຂົາບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ.) ຜູ້ນໍາປອມຫຼີກລ່ຽງຄວາມຮັບຜິດຊອບດ້ວຍຂໍ້ແກ້ຕົວຕ່າງໆ ແລະ ບໍ່ເຮັດວຽກງານຕົວຈິງ. ພວກເຂົາອ້າງວ່າພວກເຂົາເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ, ແຕ່ເມື່ອເຖິງເວລາທີ່ຕ້ອງຈັດການເລື່ອງທີ່ສໍາຄັນຂອງວຽກງານຂອງຄຣິສຕະຈັກຢ່າງແທ້ຈິງ, ພວກເຂົາກັບເຊື່ອງຕົວ. ນີ້ຄືການບໍ່ມີຄວາມຮັບຜິດຊອບ. ສໍາລັບທຸກບັນຫາທີ່ກ່ຽວຂ້ອງກັບການປົກປ້ອງຄວາມປອດໄພຂອງອ້າຍເອື້ອຍນ້ອງຢູ່ຕ່າງປະເທດ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດການພວກມັນໂດຍທັນທີ, ໂດຍຖືວ່າມັນເປັນຄວາມຮັບຜິດຊອບ ແລະ ວຽກງານທີ່ຕ້ອງເຮັດໃຫ້ສໍາເລັດ. ພວກເຂົາບໍ່ຄວນຫາຂໍ້ແກ້ຕົວເພື່ອຫຼີກລ່ຽງມັນ ແລະ ບໍ່ຄວນປ່ອຍໃຫ້ການລະເລີຍວຽກງານນີ້ຂອງພວກເຂົາສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ.

2. ການໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍແກ່ອ້າຍເອື້ອຍນ້ອງທຸກຄົນ

ພວກເຈົ້າສາມາດຄິດເຖິງວຽກງານດ້ານອື່ນໃດອີກແດ່ທີ່ກ່ຽວຂ້ອງກັບຄວາມປອດໄພຂອງອ້າຍເອື້ອຍນ້ອງຢູ່ຕ່າງປະເທດ? (ໃນບັນດາປະເທດຢູ່ຕ່າງປະເທດ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍບາງຢ່າງແກ່ອ້າຍເອື້ອຍນ້ອງທຸກຄົນອີກດ້ວຍ ເພື່ອໃຫ້ພວກເຂົາພັດທະນາຄວາມຮູ້ສຶກຮັບຮູ້ດ້ານກົດໝາຍ ແລະ ຫຼີກລ່ຽງການມີສ່ວນຮ່ວມໃນກິດຈະກຳທີ່ລະເມີດກົດໝາຍ.) ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍ ແລະ ຄວາມເຂົ້າໃຈກ່ຽວກັບລະບຽບການຕ່າງໆຂອງລັດຖະບານແກ່ອ້າຍເອື້ອຍນ້ອງທຸກຄົນ. ພວກເຂົາຄວນຮຽນຮູ້ເພີ່ມເຕີມກ່ຽວກັບຂົງເຂດເຫຼົ່ານີ້ຈາກອ້າຍເອື້ອຍນ້ອງໃນທ້ອງຖິ່ນໃນປະເທດທີ່ພວກເຂົາອາໄສຢູ່ເຊັ່ນ: ນະໂຍບາຍການເຂົ້າ-ອອກເມືອງ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບຊີວິດປະຈໍາວັນ ແລະ ຈາກນັ້ນກໍຈັດຕັ້ງໃຫ້ອ້າຍເອື້ອຍນ້ອງສຶກສາສິ່ງເຫຼົ່ານີ້ ເພື່ອໃຫ້ພວກເຂົາປະຕິບັດຕາມລະບຽບການຂອງລັດຖະບານແຫ່ງຊາດຢ່າງເຂັ້ມງວດ ແລະ ລະເວັ້ນຈາກການເຮັດສິ່ງໃດທີ່ລະເມີດກົດໝາຍ. ໂດຍສະເພາະຢ່າງຍິ່ງ, ຜູ້ຄົນທີ່ພຣະເຈົ້າເລືອກຈາກປະເທດຈີນ, ຜູ້ທີ່ຢູ່ພາຍໃຕ້ການປົກຄອງແບບຜະເດັດການມາເປັນເວລາຫຼາຍປີ, ຂາດຄວາມຮູ້ດ້ານກົດໝາຍ ແລະ ບໍ່ເຂົ້າໃຈຄວາມສໍາຄັນຂອງກົດໝາຍ. ດ້ວຍເຫດນີ້, ພວກເຂົາຈຶ່ງກະທໍາການແບບຊະຊາຍ ແລະ ບໍ່ລະມັດລະວັງ, ຄືກັບຄົນປາເຖື່ອນ. ເມື່ອພວກເຂົາມາອາໄສຢູ່ຕ່າງປະເທດ, ພວກເຂົາເບິ່ງຄືວ່າບໍ່ຮູ້ຫຍັງຫຼາຍ ແລະ ມັກຈະເຮັດສິ່ງທີ່ສະແດງເຖິງການຂາດຄວາມເຂົ້າໃຈໃນກົດລະບຽບ. ຕົວຢ່າງ: ໃນບາງປະເທດປະຊາທິປະໄຕຕາເວັນຕົກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຖືກຈັດການເປັນຢ່າງດີ, ໂດຍມີລະບຽບການຫ້າມສົ່ງສຽງດັງຕັ້ງແຕ່ເວລາ 10 ໂມງກາງຄືນ ເຖິງ 8 ໂມງເຊົ້າ, ບໍ່ອະນຸຍາດໃຫ້ມີສຽງດັງເຊັ່ນ: ສຽງໝາເຫົ່າ ຫຼື ສຽງດັງກ້ອງຂອງເຄື່ອງຈັກກໍ່ສ້າງ. ຖ້າໃຜລະເມີດລະບຽບການເຫຼົ່ານີ້ ແລະ ຖືກລາຍງານ, ຕໍາຫຼວດກໍຈະຈັດການກັບມັນ. ໃນຈີນແຜ່ນດິນໃຫຍ່, ບໍ່ມີໃຜຈັດການເລື່ອງເຫຼົ່ານີ້; ບ່ອນໃດກໍຕາມທີ່ມີຄົນອາໄສຢູ່ມັນກໍຈະມີສຽງດັງອຶກກະທຶກ, ດ້ວຍສຽງດົນຕີທີ່ດັງ, ການຟ້ອນລໍາ, ການດື່ມເຫຼົ້າ ແລະ ການສັງສັນ ແລະ ບໍ່ມີໃຜແຊກແຊງ. ຖ້າໃຜພະຍາຍາມເຮັດບາງສິ່ງບາງຢ່າງ, ພວກເຂົາອາດຈະປະເຊີນກັບການແກ້ແຄ້ນ, ສະນັ້ນ, ຄົນຈີນຈຶ່ງບໍ່ມີທາງເລືອກນອກຈາກອົດທົນກັບມັນ. ສ່ວນປະເທດຕາເວັນຕົກແມ່ນແຕກຕ່າງ; ທຸກຄົນຖືກປົກປ້ອງດ້ວຍກົດໝາຍ. ຖ້າໝາຂອງເຈົ້າເຫົ່າເລື້ອຍໆໃນຕອນກາງຄືນ, ລົບກວນການພັກຜ່ອນຂອງເພື່ອນບ້ານຂອງເຈົ້າ, ພວກເຂົາກໍຈະຍື່ນຄໍາຮ້ອງທຸກຕໍ່ເຈົ້າ. ສິ່ງທີ່ເຈົ້າກໍາລັງເຮັດນັ້ນສົ່ງຜົນກະທົບຕໍ່ຊີວິດປົກກະຕິຂອງຄົນອື່ນ, ເຈົ້າໄດ້ລະເມີດລະບຽບການທາງກົດໝາຍ, ມັນເປັນສິດອັນຊອບທໍາສໍາລັບພວກເຂົາທີ່ຈະໃຊ້ກົດໝາຍເປັນອາວຸດເພື່ອຍື່ນຄໍາຮ້ອງທຸກຕໍ່ເຈົ້າ. ຍັງມີຄົນທີ່ສືບຕໍ່ເຮັດວຽກງານກໍ່ສ້າງຈົນຮອດ 11 ຫຼື 12 ໂມງກາງຄືນ, ເຊິ່ງສົ່ງຜົນກະທົບຕໍ່ການພັກຜ່ອນຂອງເພື່ອນບ້ານ ແລະ ສົ່ງຜົນໃຫ້ມີການຮ້ອງທຸກ. ຈາກນັ້ນຕໍາຫຼວດກໍຈະມາອອກໃບສັ່ງປັບໃໝ ແລະ ເຕືອນພວກເຂົາບໍ່ໃຫ້ສົ່ງສຽງດັງໃນຊ່ວງເວລາທີ່ກໍານົດ. ບາງຄົນເຖິງກັບຂາດຄວາມຮັບຮູ້ໃນຄວາມສະອາດຂອງສິ່ງແວດລ້ອມ, ຖິ້ມຂີ້ເຫຍື້ອຊະຊາຍ ແລະ ປ່ອຍໃຫ້ຂີ້ເຫຍື້ອເກື່ອນທົ່ວຖະໜົນ. ບັນດາປະເທດປະຊາທິປະໄຕຕາເວັນຕົກມີຄວາມເປັນລະບຽບຮຽບຮ້ອຍເປັນພິເສດ. ຜູ້ຢູ່ອາໄສມີເວລາກໍານົດໃນການຖິ້ມຂີ້ເຫຍື້ອ ແລະ ລົດເກັບຂີ້ເຫຍື້ອກໍຈະມາເກັບຕາມມື້ທີ່ກໍານົດ. ຫຼັງຈາກການເກັບຂີ້ເຫຍື້ອ, ຖະໜົນກໍຍັງຄົງສະອາດ. ຜູ້ທີ່ບໍ່ເຂົ້າໃຈເລື່ອງນີ້ອາດຈະຖິ້ມຂີ້ເຫຍື້ອຊະຊາຍ, ເຊິ່ງຍັງຖືວ່າເປັນການລະເມີດລະບຽບການອີກດ້ວຍ. ສິ່ງນີ້ສົ່ງຜົນກະທົບຕໍ່ສຸຂະອະນາໄມສາທາລະນະ ແລະ ພາບລັກຂອງເມືອງ, ສະນັ້ນ, ອາດຈະມີການຍື່ນຄໍາຮ້ອງທຸກຕໍ່ພວກເຂົາ. ຄົນຈີນທີ່ບໍ່ປະຕິບັດຕາມກົດລະບຽບມັກຈະຖືກຮ້ອງທຸກເມື່ອອາໄສຢູ່ຕ່າງປະເທດ. ຫຼັງຈາກທີ່ຖືກລາຍງານຫຼາຍຄັ້ງ, ພວກເຂົາກໍເກີດມີຄວາມຄິດເຫັນກ່ຽວກັບຄົນຕາເວັນຕົກ, ໂດຍເວົ້າວ່າ: “ຄົນຕາເວັນຕົກມັກຍື່ນຄໍາຮ້ອງທຸກແທ້ໆ; ພວກເຂົາຍື່ນຄໍາຮ້ອງທຸກກັບທຸກເລື່ອງເລັກໆນ້ອຍໆ”, ເຊິ່ງເຮົາກໍເວົ້າວ່າ: “ພວກເຂົາຍື່ນຄໍາຮ້ອງທຸກຕໍ່ເຈົ້າໃນຫຼາຍເລື່ອງ ແລະ ເຈົ້າບໍ່ໄດ້ສຳຫຼວດຕົນເອງ ແຕ່ກັບຕໍານິພວກເຂົາທີ່ຍື່ນຄໍາຮ້ອງທຸກ. ແລ້ວພວກເຂົາເຮັດຖືກຕ້ອງບໍທີ່ຍື່ນຄໍາຮ້ອງທຸກ? ສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງ ຫຼື ບໍ່?” ພວກເຂົາເຮັດຖືກຕ້ອງທຸກຢ່າງທີ່ຍື່ນຄໍາຮ້ອງທຸກເຫຼົ່ານັ້ນ; ເຈົ້າໄດ້ເຮັດໃຫ້ຜົນປະໂຫຍດຂອງພວກເຂົາເສຍຫາຍ ແລະ ສົ່ງຜົນກະທົບຕໍ່ຊີວິດຂອງພວກເຂົາ, ສະນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຄວນຍື່ນຄໍາຮ້ອງທຸກຕໍ່ເຈົ້າ? ສິ່ງນີ້ເຮັດເພື່ອປົກປ້ອງຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສະແດງໃຫ້ເຫັນວ່າປະເທດນີ້ຖືກປົກຄອງດ້ວຍກົດໝາຍ; ທຸກຄົນຖືກປົກປ້ອງດ້ວຍກົດໝາຍ ແລະ ກົດໝາຍໃນປະເທດນີ້ບໍ່ແມ່ນມີໄວ້ເພື່ອປະດັບ, ທຸກຄົນສາມາດໃຊ້ກົດໝາຍເປັນອາວຸດເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພວກເຂົາເອງ. ພວກເຂົາກໍາລັງຍື່ນຄໍາຮ້ອງທຸກຕໍ່ເຈົ້າ ເພາະວ່າເຈົ້າບໍ່ເຂົ້າໃຈກົດໝາຍ ແລະ ໄດ້ລະເມີດລະບຽບການທ້ອງຖິ່ນ. ກ່ອນອື່ນ ເຈົ້າຄວນຮຽນຮູ້ລະບຽບການທ້ອງຖິ່ນ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຕ່າງໆ, ແລ້ວເຈົ້າຄິດວ່າພວກເຂົາຈະຍັງຍື່ນຄໍາຮ້ອງທຸກຕໍ່ເຈົ້າອີກບໍ? (ພວກເຂົາຈະບໍ່ຍື່ນຄໍາຮ້ອງທຸກອີກຕໍ່ໄປ.) ແລ້ວເປັນຫຍັງຄົນຈີນຈຶ່ງບໍ່ເຄີຍຍື່ນຄໍາຮ້ອງທຸກ, ບໍ່ວ່າເລື່ອງຈະຮ້າຍແຮງສໍ່າໃດ? (ພວກເຂົາຖືກກົດຂີ່ຂົ່ມເຫັງໂດຍລັດຖະບານມາເປັນເວລາດົນເກີນໄປ. ພວກເຂົາບໍ່ກ້າຍື່ນຄໍາຮ້ອງທຸກ. ຄົນຈີນຍັງບໍ່ມີແນວຄິດໃນການປົກປ້ອງສິດທິຂອງພວກເຂົາອີກດ້ວຍ.) ປະເທດຈີນບໍ່ແມ່ນປະເທດທີ່ປົກຄອງດ້ວຍກົດໝາຍ. ມັນບໍ່ໄດ້ຖືກປົກຄອງຕາມກົດໝາຍ. ກົດໝາຍຂອງປະເທດຈີນເປັນພຽງສິ່ງທີ່ມີໄວ້ເພື່ອປະດັບ ແລະ ການຍື່ນຄໍາຮ້ອງທຸກຢູ່ປະເທດນັ້ນກໍໄຮ້ປະໂຫຍດ. ຖ້າເຈົ້າຍື່ນຄໍາຮ້ອງທຸກ ແລະ ອີກຝ່າຍມີອໍານາດ ແລະ ອິດທິພົນ, ພວກເຂົາອາດຈະຫາເລື່ອງໃສ່ເຈົ້າ. ຖ້າເຈົ້າບໍ່ມີອິດທິພົນ, ເຈົ້າກໍຈະບໍ່ກ້າແມ່ນແຕ່ຍື່ນຄໍາຮ້ອງທຸກເລີຍ; ການຍື່ນຄໍາຮ້ອງທຸກອາດຈະນໍາເອົາບັນຫາມາໃຫ້ເຈົ້າໄດ້ຢ່າງງ່າຍດາຍ. ສະນັ້ນ, ເມື່ອຄົນຈີນປະເຊີນກັບການຂົ່ມເຫັງ, ໂດຍສະເພາະໃນກໍລະນີທີ່ມີຄົນຖືກຂ້າຕາຍ, ບໍ່ວ່າການຕາຍນັ້ນຈະບໍ່ຍຸຕິທໍາສໍ່າໃດກໍຕາມ, ເລື່ອງນີ້ກໍຈະຖືກແກ້ໄຂເປັນການສ່ວນຕົວ ຖ້າຜູ້ກະທໍາຜິດຈ່າຍເງິນໃຫ້ຈໍານວນໜຶ່ງ. ເປັນຫຍັງສະມາຊິກໃນຄອບຄົວຂອງຜູ້ເຄາະຮ້າຍຈຶ່ງບໍ່ຍື່ນຟ້ອງ? ພວກເຂົາຮູ້ວ່າພວກເຂົາຈະບໍ່ມີທາງຊະນະ; ມັນຈະເສຍເງິນຫຼາຍ, ແຕ່ພວກເຂົາກໍຍັງຈະບໍ່ໄດ້ຮັບຄວາມຍຸຕິທໍາ ແລະ ຜູ້ກະທໍາຜິດກໍຈະບໍ່ຖືກນໍາມາລົງໂທດຕາມກົດໝາຍ, ສະນັ້ນ, ພວກເຂົາຈຶ່ງເລືອກທີ່ຈະບໍ່ດໍາເນີນຄະດີຕາມກົດໝາຍ ແຕ່ເລືອກທີ່ຈະແກ້ໄຂເປັນການສ່ວນຕົວແທນ. ກົດໝາຍຂອງປະເທດຈີນເປັນພຽງສິ່ງທີ່ມີໄວ້ເພື່ອປະດັບ; ປະເທດຈີນບໍ່ແມ່ນປະເທດທີ່ປົກຄອງດ້ວຍກົດໝາຍ, ໂດຍບໍ່ມີບ່ອນໃຫ້ສະແຫວງຫາຄວາມຍຸຕິທໍາ. ການຍື່ນຟ້ອງແມ່ນໄຮ້ປະໂຫຍດ. ສະນັ້ນ, ບໍ່ວ່າຄົນຈີນຈະປະເຊີນກັບສະຖານະການທີ່ຜິດກົດໝາຍໃດກໍຕາມ, ພວກເຂົາກໍບໍ່ກ້າຍື່ນຄໍາຮ້ອງທຸກ. ນີ້ກໍເພາະວ່າພັກກອມມູນິດບໍ່ເຮັດຫຍັງເລີຍນອກຈາກກະທໍາຜິດ, ເຮັດເກີນກວ່າເຫດ ແລະ ບໍ່ປົກຄອງຕາມກົດໝາຍ. ໃນປະເທດຈີນ, ຕາບໃດທີ່ຄົນໜຶ່ງເປັນຄົນທໍາມະດາ, ບໍ່ວ່າບັນຫາທີ່ພວກເຂົາປະເຊີນຈະຮ້າຍແຮງສໍ່າໃດກໍຕາມ, ມັນກໍບໍ່ໄດ້ຖືກນັບວ່າເປັນເລື່ອງທີ່ໜ້າເປັນຫ່ວງໃນສາຍຕາຂອງພັກກອມມູນິດ, ບໍ່ມີໃຜຈະແກ້ໄຂມັນ. ສິ່ງຕ່າງໆເຊັ່ນ: ການລົບກວນການພັກຜ່ອນຂອງຄົນອື່ນ ຫຼື ແມ່ນແຕ່ກໍລະນີການລັກຂະໂມຍ, ການປຸ້ນຈີ້ ແລະ ການລັກເຂົ້າເຮືອນ ກໍບໍ່ໄດ້ຖືກພິຈາລະນາວ່າເປັນບັນຫາໂດຍພັກກອມມູນິດເລີຍ. ເຖິງຢ່າງໃດກໍຕາມ, ໃນບັນດາປະເທດຕາເວັນຕົກ, ມັນແຕກຕ່າງ. ພາກຕາເວັນຕົກມີລະບົບປະຊາທິປະໄຕ ແລະ ເປັນສັງຄົມທີ່ປົກຄອງດ້ວຍກົດໝາຍ; ຕາບໃດທີ່ການພັກຜ່ອນຂອງຄົນໃດຄົນໜຶ່ງຖືກລົບກວນ, ກໍຈະມີການຍື່ນຄໍາຮ້ອງທຸກ ແລະ ຕໍາຫຼວດກໍຈະມາກວດສອບເບິ່ງ ແລະ ຈັດການເລື່ອງນັ້ນ. ຄົນຕາເວັນຕົກມີຄວາມຮັບຮູ້ດ້ານກົດໝາຍນີ້ ແລະ ບໍ່ເຮັດສິ່ງທີ່ໂງ່ຈ້າແບບນັ້ນ; ມີພຽງແຕ່ຜູ້ທີ່ມາຈາກຕ່າງປະເທດ ແລະ ບໍ່ເຂົ້າໃຈກົດລະບຽບເທົ່ານັ້ນທີ່ເຮັດສິ່ງທີ່ໂງ່ຈ້າເຫຼົ່ານີ້. ເມື່ອຄົນຈີນເລີ່ມອາໄສຢູ່ຕ່າງປະເທດຄັ້ງທໍາອິດ, ພວກເຂົາມັກຈະໄດ້ຮັບຄໍາຮ້ອງທຸກ. ເມື່ອເວລາຜ່ານໄປ, ພວກເຂົາກໍຮຽນຮູ້ກ່ຽວກັບກົດໝາຍ ແລະ ລະບຽບການທ້ອງຖິ່ນ ແລະ ບໍ່ກ້າເຮັດສິ່ງທີ່ລະເມີດກົດໝາຍ ຫຼື ລົບກວນຄົນອື່ນອີກຕໍ່ໄປ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດຕັ້ງໃຫ້ອ້າຍເອື້ອຍນ້ອງຮຽນຮູ້ກ່ຽວກັບກົດໝາຍ ແລະ ລະບຽບການຕ່າງໆຂອງປະເທດທີ່ພວກເຂົາອາໄສຢູ່. ບໍ່ວ່າພວກເຂົາຕັ້ງໃຈຈະເຮັດຫຍັງກໍຕາມ, ພວກເຂົາຕ້ອງປຶກສາກົດໝາຍກ່ອນ, ເຖິງແມ່ນວ່າຈະເປັນການລ້ຽງໄກ່ ຫຼື ໝູໃນເດີ່ນບ້ານຂອງພວກເຂົາເອງ, ພວກເຂົາກໍຄວນກວດສອບລະບຽບການຂອງລັດຖະບານກ່ອນ. ພວກເຂົາສາມາດຊອກຫາຂໍ້ມູນທາງອອນລາຍ ຫຼື ປຶກສາກັບອ້າຍເອື້ອຍນ້ອງໃນທ້ອງຖິ່ນ ແລະ ດ້ວຍວິທີນີ້ກໍຈະຊອກຫາຄໍາຕອບທີ່ຖືກຕ້ອງໄດ້. ໃນທຸກເລື່ອງໃນບັນດາປະເທດຕາເວັນຕົກຕ່າງໆ, ລັດຖະບານມີລະບຽບການສະເພາະ. ຕົວຢ່າງ: ໃນການກໍ່ສ້າງ, ມີລະບຽບການກ່ຽວກັບວ່າປັກສຽບໄຟຟ້າຕ້ອງສູງຈາກພື້ນເທົ່າໃດ ແລະ ແຕ່ລະປັກສຽບຕ້ອງຫ່າງກັນເທົ່າໃດ. ຍັງມີມາດຕະຖານສະເພາະສໍາລັບຄວາມໜາຂອງຮາວຂັ້ນໄດ ແລະ ຄວາມກວ້າງຂອງລູກຕິ່ງຂັ້ນໄດ. ແຕ່ລະຂັ້ນຕອນຂອງການກໍ່ສ້າງຈະຖືກກວດກາໂດຍເຈົ້າໜ້າທີ່ລັດຖະບານ, ສະນັ້ນ, ໃນກໍລະນີຂອງອາຄານທີ່ລະເມີດປະມວນກົດໝາຍການກໍ່ສ້າງ ຫຼື ການກໍ່ສ້າງທີ່ບໍ່ມີລະບຽບຈຶ່ງມີໜ້ອຍ. ຖ້າຜູ້ຢູ່ອາໄສຕ້ອງການສ້າງເຮືອນ, ໂຮງເກັບເຄື່ອງມື ຫຼື ໂຮງເກັບເຄື່ອງນ້ອຍໆໃນເດີ່ນບ້ານຂອງພວກເຂົາ, ພວກເຂົາຕ້ອງໄດ້ຮັບການອະນຸມັດຈາກລັດຖະບານ. ຖ້າພວກເຂົາຕ້ອງການລ້ຽງໄກ່ ຫຼື ເປັດ, ກໍມີລະບຽບການກ່ຽວກັບວ່າຄອກສັດຕ້ອງຢູ່ຫ່າງຈາກຊັບສິນຂອງເພື່ອນບ້ານເທົ່າໃດ. ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະບໍ່ເຂົ້າໃຈກົດໝາຍ ແລະ ລະບຽບການເຫຼົ່ານີ້, ຖ້າວຽກງານຂອງຄຣິສຕະຈັກກ່ຽວຂ້ອງກັບເລື່ອງເຫຼົ່ານີ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງໃສ່ໃຈກັບພວກມັນ. ກ່ອນອື່ນ ພວກເຂົາຄວນປຶກສາກົດໝາຍທ້ອງຖິ່ນ ແລະ ລະບຽບການຂອງລັດຖະບານ; ການເຮັດໃຫ້ເລື່ອງເຫຼົ່ານີ້ແຈ່ມແຈ້ງເປັນປະໂຫຍດຕໍ່ການປະຕິບັດໜ້າທີ່ຂອງພວກເຮົາ. ເຖິງແມ່ນວ່າເລື່ອງກົດໝາຍຈະບໍ່ກ່ຽວຂ້ອງໂດຍກົງກັບວຽກງານພາຍໃນຂອງຄຣິສຕະຈັກ, ການໃຫ້ຄວາມຮູ້ພື້ນຖານດ້ານກົດໝາຍແກ່ທຸກຄົນກໍຍັງເປັນປະໂຫຍດ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍສາມາດໄດ້ຮັບຄວາມຮູ້ບາງຢ່າງ, ເຂົ້າໃຈກົດລະບຽບບາງຢ່າງ, ຮຽນຮູ້ວິທີດໍາລົງຊີວິດຢ່າງເໝາະສົມ ແລະ ບັນລູຄວາມເປັນມະນຸດຂຶ້ນ. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບຜູ້ທີ່ຮັບຜິດຊອບວຽກງານພາຍນອກ, ຊ່ວຍໃຫ້ພວກເຂົາພັດທະນາຄວາມຮັບຮູ້ດ້ານກົດໝາຍ. ສໍາລັບເລື່ອງເລັກນ້ອຍ, ມັນບໍ່ຈໍາເປັນຕ້ອງປຶກສາທະນາຍຄວາມ, ພວກເຂົາພຽງແຕ່ຕ້ອງເຂົ້າໃຈລະບຽບການທ້ອງຖິ່ນ ແລະ ປະຕິບັດຕາມຢ່າງເຂັ້ມງວດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ສໍາລັບເລື່ອງໃຫຍ່, ພວກເຂົາຄວນປຶກສາທະນາຍຄວາມເພື່ອໃຫ້ເຂົ້າໃຈກົດໝາຍທ້ອງຖິ່ນ. ສະຫຼຸບແລ້ວ, ບໍ່ວ່າຈະເຮັດຫຍັງກໍຕາມ, ການກະທໍາທັງໝົດຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ. ການປະຕິບັດດ້ວຍວິທີນີ້ເປັນໄລຍະເວລາໜຶ່ງຈະຊ່ວຍໃຫ້ຜູ້ຄົນສໍາຜັດໄດ້ເຖິງຄວາມສໍາຄັນຂອງການປະຕິບັດຕາມກົດໝາຍ ແລະ ລະບຽບການ ແລະ ພວກເຂົາຈະປະຕິບັດຕາມກົດລະບຽບເມື່ອເຮັດສິ່ງຕ່າງໆ. ສິ່ງນີ້ກໍເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກເຊັ່ນກັນ.

3. ຫຼັກການທີ່ຕ້ອງປະຕິບັດຕາມເມື່ອສົ່ງຄົນໄປເທດສະໜາພຣະກິດຕິຄຸນ

ໃນດ້ານການປົກປ້ອງຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສໍາຄັນ, ມີວຽກງານອີກດ້ານໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເອົາໃຈໃສ່, ນັ້ນກໍຄືການປົກປ້ອງຄວາມປອດໄພຂອງຜູ້ທີ່ກຳລັງອອກໄປປະຕິບັດໜ້າທີ່ຂອງພວກເຂົາ. ຄວນປະຕິບັດຕາມຫຼັກການໃດແດ່ເມື່ອສົ່ງຄົນອອກໄປປະຕິບັດໜ້າທີ່ຂອງພວກເຂົາ? ກ່ອນອື່ນ, ຄວນພິຈາລະນາເຖິງອາຍຸ ແລະ ເພດຂອງຜູ້ຄົນ, ພ້ອມທັງຄວາມເຂົ້າໃຈ ແລະ ປະສົບການຊີວິດຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເບົາປັນຍາ ຫຼື ບໍ່ຮອບຄອບໃນເລື່ອງນີ້ໄດ້. ຕົວຢ່າງ: ຖ້າເຈົ້າກໍາລັງສົ່ງຜູ້ເຮັດວຽກພຣະກິດຕິຄຸນໄປເທດສະໜາພຣະກິດຕິຄຸນໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ, ຄົນປະເພດໃດຈຶ່ງຈະເໝາະສົມທີ່ຈະສົ່ງໄປ? (ຄົນທີ່ມີຄວາມເຂົ້າໃຈ ແລະ ສະຕິປັນຍາ.) ຖ້າຄຣິສຕະຈັກໃດໜຶ່ງບໍ່ມີຄົນທີ່ເໝາະສົມຫຼາຍ, ໂດຍສ່ວນຫຼາຍເປັນຄົນໜຸ່ມທີ່ຂາດປະສົບການຊີວິດ ແລະ ຄວາມເຂົ້າໃຈ, ຜູ້ທີ່ບໍ່ຮູ້ວິທີຈັດການສະຖານະການ, ໂດຍສະເພາະບັນຫາທີ່ທ້າທາຍ, ເມື່ອພວກເຂົາປະເຊີນກັບພວກມັນ, ຜູ້ທີ່ເວົ້າໂດຍບໍ່ມີຫຼັກການ ແລະ ຜູ້ທີ່ຂາດສະຕິປັນຍາກໍເຊັ່ນກັນ, ແລ້ວພວກເຂົາກໍຈະບໍ່ສາມາດເຮັດວຽກໄດ້. ຖ້າສົ່ງຄົນດັ່ງກ່າວໄປ, ບໍ່ພຽງແຕ່ພວກເຂົາຈະບໍ່ສາມາດແກ້ໄຂບັນຫາໄດ້ເທົ່ານັ້ນ, ແຕ່ພວກເຂົາຍັງມີແນວໂນ້ມທີ່ຈະສົ່ງຜົນກະທົບ ແລະ ເຮັດໃຫ້ວຽກງານຊັກຊ້າອີກດ້ວຍ. ສະນັ້ນ, ເມື່ອສົ່ງຄົນອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ມັນຈໍາເປັນຕ້ອງເລືອກຜູ້ທີ່ມີຄວາມເປັນມະນຸດທີ່ເປັນຜູ້ໃຫຍ່ ແລະ ມີສະຕິປັນຍາ, ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ເໝາະສົມ. ຖ້າບໍ່ມີຄົນທີ່ເໝາະສົມພຽງພໍ, ກໍໃຫ້ຄົນໜຸ່ມຮ່ວມມືກັບຜູ້ສູງອາຍຸເພື່ອອອກໄປປະຕິບັດໜ້າທີ່ຂອງພວກເຂົາ. ຕົວຢ່າງ: ສົມມຸດວ່າມີເອື້ອຍນ້ອງສາວຄົນໜຶ່ງອາຍຸປະມານ 25 ຫຼື 26 ປີ, ເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາເປັນເວລາຂ້ອນຂ້າງດົນ, ມີຄວາມເຊື່ອ ແລະ ຄວາມເຕີບໂຕ ແລະ ໄດ້ປະຕິບັດໜ້າທີ່ຂອງລາວມາເປັນເວລາດົນແລ້ວ, ກໍຈະບໍ່ຮູ້ວິທີຮັກສາຕົວລາວເອງໃຫ້ປອດໄພ ຖ້າຖືກສົ່ງໄປປະຕິບັດໜ້າທີ່ໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ, ໃນກໍລະນີດັ່ງກ່າວ, ມັນຈະຈໍາເປັນຕ້ອງຊອກຫາອ້າຍ ຫຼື ເອື້ອຍນ້ອງໃນທ້ອງຖິ່ນທີ່ມີປະສົບການໃນສັງຄົມເພື່ອຮ່ວມມືກັບລາວໃນການປະຕິບັດໜ້າທີ່. ແນ່ນອນວ່າ, ຖ້າສະຖານທີ່ປະຕິບັດໜ້າທີ່ເປັນເຂດທີ່ຄຸ້ນເຄີຍ ຫຼື ເປັນສະຖານທີ່ທີ່ມີຄຣິສຕະຈັກຢູ່ແລ້ວ, ແລ້ວອ້າຍເອື້ອຍນ້ອງທີ່ເປັນຄົນໜຸ່ມກໍສາມາດໄປໄດ້. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນກໍາລັງຈະໄປສະຖານທີ່ທີ່ບໍ່ຄຸ້ນເຄີຍ, ໂດຍສະເພາະສະຖານທີ່ທີ່ມີຄວາມປອດໄພສາທາລະນະທີ່ບໍ່ດີ, ເພື່ອເທດສະໜາພຣະກິດຕິຄຸນ ຫຼື ເຮັດວຽກງານອື່ນ, ແລ້ວຄວາມປອດໄພສ່ວນຕົວຂອງພວກເຂົາກໍຕ້ອງຖືກພິຈາລະນາ. ສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກ, ບໍ່ວ່າພວກເຂົາຈະສົ່ງໃຜອອກໄປເຮັດວຽກ, ຄວາມປອດໄພກໍເປັນສິ່ງທີ່ຕ້ອງພິຈາລະນາເປັນອັນດັບທໍາອິດ. ຖ້າບໍ່ແນ່ໃຈວ່າຜູ້ທີ່ອາດຈະໄດ້ຮັບພຣະກິດຕິຄຸນເປັນຄົນປະເພດໃດ ຫຼື ວ່າຄົນເຫຼົ່ານີ້ອາດຈະເຮັດສິ່ງທີ່ບໍ່ເໝາະສົມ ຫຼື ບໍ່, ແລ້ວກໍຄວນມີຄວາມລະມັດລະວັງເມື່ອສົ່ງຄົນໄປເທດສະໜາພຣະກິດຕິຄຸນ. ໃນອະດີດ, ເຮົາເຄີຍໄດ້ຍິນວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຈະສົ່ງເອື້ອຍນ້ອງສາວ, ອາຍຸປະມານ 18 ຫຼື 19 ປີ ຫຼື ໃນຊ່ວງອາຍຸ 20 ປີຕົ້ນໆ, ໄປສະຖານທີ່ທີ່ບໍ່ຄຸ້ນເຄີຍເພື່ອເທດສະໜາພຣະກິດຕິຄຸນ ແລະ ມີລາຍງານວ່າ ມີເຫດການທີ່ໂຊກບໍ່ດີບາງຢ່າງເກີດຂຶ້ນ. ບໍ່ວ່າຈະເກີດຫຍັງຂຶ້ນແທ້ກໍຕາມ, ໃນທີ່ສຸດມັນກໍກ່ຽວຂ້ອງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ພິຈາລະນາຢ່າງຮອບຄອບເມື່ອເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄໍານຶງເຖິງປັດໄຈເຫຼົ່ານີ້ໃນວຽກງານຂອງພວກເຂົາ ແລະ ບໍ່ຄວນມອບໝາຍໃຫ້ເອື້ອຍນ້ອງ ຫຼື ອ້າຍນ້ອງທີ່ຍັງໜຸ່ມຫຼາຍໄປສະຖານທີ່ທີ່ບໍ່ຄຸ້ນເຄີຍ ແລະ ເປັນອັນຕະລາຍເພື່ອປະຕິບັດໜ້າທີ່ຂອງພວກເຂົາແບບຊະຊາຍ. ເຄີຍມີຜູ້ນໍາຄົນໜຶ່ງທີ່ຈັດແຈງໃຫ້ເອື້ອຍນ້ອງສອງຄົນ, ອາຍຸ 18 ຫຼື 19 ປີ, ໄປເທດສະໜາພຣະກິດຕິຄຸນ. ເມື່ອມີຄົນເວົ້າວ່າພວກເຂົາຍັງໜຸ່ມເກີນໄປ ແລະ ບໍ່ເໝາະສົມກັບວຽກງານນີ້, ແລ້ວຜູ້ນໍາຄົນນັ້ນກໍຊອກຫາເອື້ອຍນ້ອງທີ່ມີອາຍຸ 21 ປີໃຫ້ໄປແທນ, ໂດຍຄິດວ່າ: “ເຈົ້າເວົ້າວ່າອາຍຸ 19 ປີຍັງໜຸ່ມເກີນໄປ, ສະນັ້ນ, ຂ້ອຍຈຶ່ງຊອກຫາຄົນທີ່ມີອາຍຸ 21 ປີມາ. ນັ້ນກໍອາຍຸແກ່ກວ່າແລ້ວ, ບໍ່ແມ່ນບໍ?” ຄວາມສາມາດຂອງຜູ້ນໍາຄົນນີ້ເປັນແນວໃດ? ພວກເຂົາມັກຈະບິດເບືອນ, ບໍ່ແມ່ນບໍ? (ແມ່ນແລ້ວ.) ການທີ່ມີອາຍຸແກ່ກວ່າ 19 ປີ ພຽງແຕ່ສອງປີ, ລາວຈະມີປະສົບການຊີວິດບໍ? ລາວຈະມີປະສົບການໃນສັງຄົມບໍ? ເມື່ອປະເຊີນກັບຄວາມຫຍຸ້ງຍາກ ຫຼື ສະຖານະການທີ່ເປັນອັນຕະລາຍ, ລາວອາດຈະຮ້ອງໄຫ້ອອກມາຢູ່ບໍ? ເຖິງແມ່ນວ່າລາວຈະອາຍຸແກ່ກວ່າສອງປີ, ແຕ່ໃນດ້ານອາຍຸ, ລາວກໍຍັງໜຸ່ມເກີນໄປ ແລະ ບໍ່ສາມາດຮັບຜິດຊອບວຽກງານນີ້ໄດ້. ຢ່າງໜ້ອຍທີ່ສຸດ, ມັນຈໍາເປັນຕ້ອງຊອກຫາອ້າຍ ຫຼື ເອື້ອຍນ້ອງທີ່ຢູ່ໃນຊ່ວງອາຍຸ 30 ຫຼື 40 ປີ ຫຼື 50 ຫຼື 60 ປີ, ພວກເຂົາມີອາຍຸແກ່ກວ່າ ແລະ ມີປະສົບການໃນສັງຄົມ; ເມື່ອປະເຊີນກັບສະຖານະການ, ພວກເຂົາມີສະຕິປັນຍາທີ່ຈະຈັດການມັນ, ປ້ອງກັນບໍ່ໃຫ້ສະຖານະການທີ່ເປັນອັນຕະລາຍໃດໆເກີດຂຶ້ນ. ຄົນໜຸ່ມຍັງບໍ່ໄດ້ເຫັນ ຫຼື ມີປະສົບການກັບຫຼາຍສິ່ງ ແລະ ບໍ່ຮູ້ວິທີຈັດການກັບມັນ; ເມື່ອປະເຊີນກັບອັນຕະລາຍ, ພວກເຂົາອາດຈະບໍ່ຮູ້ສຶກເຖິງມັນເລີຍ, ເຊິ່ງເຮັດໃຫ້ເຫດການເກີດຂຶ້ນໄດ້ງ່າຍ. ຜູ້ສູງອາຍຸ, ທີ່ໄດ້ເຫັນຄວາມຊົ່ວຮ້າຍໃນສັງຄົມນີ້ ແລະ ມະນຸດຊາດນີ້ຫຼາຍກວ່າ, ຈຶ່ງມີແນວໂນ້ມທີ່ຈະລະມັດລະວັງຕໍ່ຜູ້ຄົນຫຼາຍກວ່າ. ໂດຍອີງໃສ່ປະສົບການໃນສັງຄົມ ແລະ ຄວາມຮູ້ຈາກຊີວິດຈິງຂອງພວກເຂົາ, ພວກເຂົາສາມາດຕັດສິນບາງສິ່ງບາງຢ່າງໄດ້ຢ່າງສົມເຫດສົມຜົນກ່ຽວກັບວ່າອັນຕະລາຍປະເພດໃດອາດຈະເກີດຂຶ້ນໃນສະຖານະການໃດໜຶ່ງ, ລະດັບຄວາມອັນຕະລາຍສູງສໍ່າໃດ, ບຸກຄົນໃດເປັນຄົນຊົ່ວຊ້າ ແລະ ສິ່ງໃດແດ່ທີ່ບຸກຄົນໃດໜຶ່ງອາດຈະເຮັດ. ເມື່ອປະເຊີນກັບສະຖານະການທີ່ເປັນອັນຕະລາຍ, ພວກເຂົາຍັງມີສະຕິປັນຍາທີ່ຈະຫຼົບໜີຈາກອັນຕະລາຍອີກດ້ວຍ. ໃນທາງກົງກັນຂ້າມ, ຄົນໜຸ່ມຂາດປະສົບການ. ເມື່ອປະເຊີນກັບສະຖານະການ, ພວກເຂົາບໍ່ສາມາດຮັບຮູ້ເຖິງຜົນສະທ້ອນທີ່ເປັນອັນຕະລາຍທີ່ອາດຈະເກີດຂຶ້ນໄດ້. ສະນັ້ນ, ເມື່ອເວົ້າເຖິງບັນຫາຄວາມປອດໄພ, ຜູ້ສູງອາຍຸຈະພິຈາລະນາຢ່າງຮອບຄອບຫຼາຍກວ່າຄົນໜຸ່ມ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຈັດແຈງໃຫ້ຄົນອອກໄປປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຄວນພິຈາລະນາເງື່ອນໄຂທ້ອງຖິ່ນ ແລະ ຈັດແຈງໃຫ້ຜູ້ສູງອາຍຸທີ່ມີສະຕິປັນຍາພໍສົມຄວນ ແລະ ປະສົບການຈໍານວນໜຶ່ງຮ່ວມມືກັບຄົນໜຸ່ມເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງພິຈາລະນາເລື່ອງເຫຼົ່ານີ້ຢ່າງຮອບຄອບ.

ບໍ່ວ່າວຽກງານຂອງຄຣິສຕະຈັກຈະດຳເນີນຢູ່ໃນປະເທດໃດກໍຕາມ, ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາກໍເປັນວຽກງານໜຶ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເອົາໃຈໃສ່ຢ່າງໃກ້ຊິດ. ບໍ່ວ່າຈະສົ່ງໃຜໄປເຮັດວຽກງານໃດກໍຕາມ, ພວກເຂົາຕ້ອງມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມສາມາດຈຳນວນໜຶ່ງ ເພື່ອໃຫ້ສາມາດເຮັດວຽກງານນັ້ນໄດ້ ແລະ ເພື່ອໃຫ້ສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້; ໂດຍສະເພາະຢ່າງຍິ່ງ, ກໍລະນີນີ້ຍິ່ງຕ້ອງເອົາໃຈໃສ່ຫຼາຍຂຶ້ນໃນເຂດ ຫຼື ປະເທດທີ່ມີຄວາມປອດໄພສາທາລະນະທີ່ບໍ່ດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຖືເອົາຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາເປັນສິ່ງທີ່ຕ້ອງຄຳນຶງເຖິງເປັນອັນດັບທຳອິດ, ບໍ່ແມ່ນບໍ່ເອົາໃຈໃສ່ມັນຢ່າງຊະຊາຍ. ບາງຄົນເວົ້າວ່າ: “ມັນບໍ່ເປັນຫຍັງ. ສິ່ງທີ່ພວກເຮົາກຳລັງເຮັດຢູ່ຄືການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ພວກເຮົາມີການປົກປ້ອງຂອງພຣະເຈົ້າ, ສະນັ້ນ, ຈະບໍ່ມີໃຜຕາຍ. ຈະມີຫຍັງຜິດພາດໄດ້?” ການທີ່ພວກເຂົາເວົ້າແບບນີ້ມັນຖືກຕ້ອງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? (ການເວົ້າແບບນີ້ເປັນການບໍ່ຮັບຜິດຊອບ ແລະ ມຸມມອງນີ້ກໍຍັງແຍກອອກຈາກຄວາມເປັນຈິງຫຼາຍອີກດ້ວຍ.) ຜູ້ຄົນຄວນເຮັດສຸດຄວາມສາມາດເພື່ອປະຕິບັດຄວາມຮັບຜິດຊອບທີ່ພວກເຂົາສາມາດປະຕິບັດໄດ້ ແລະ ເອົາໃຈໃສ່ສິ່ງທີ່ພວກເຂົາສາມາດພິຈາລະນາໄດ້; ພວກເຂົາບໍ່ຄວນທົດສອບພຣະເຈົ້າ ຫຼື ເອົາຄວາມປອດໄພຂອງອ້າຍເອື້ອຍນ້ອງມາເປັນເດີມພັນ. ພຣະເຈົ້າສາມາດປົກປ້ອງຜູ້ຄົນໄດ້, ແຕ່ຖ້າເຈົ້າບໍ່ພິຈາລະນາບັນຫາທີ່ເຈົ້າສາມາດພິຈາລະນາໄດ້ ແລະ ເຈົ້າໃຊ້ຄວາມປອດໄພຂອງອ້າຍເອື້ອຍນ້ອງເປັນເດີມພັນເພື່ອທົດສອບພຣະເຈົ້າ, ພຣະເຈົ້າກໍຈະເປີດເຜີຍເຈົ້າ, ໃຜເຮັດໃຫ້ເຈົ້າໂງ່ຈ້າທີ່ສຸດ, ເຮັດສິ່ງທີ່ໂງ່ຈ້າເຊັ່ນນີ້! ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນໃຊ້ຄຳເວົ້າປະເພດນີ້ເປັນຂໍ້ແກ້ຕົວເພື່ອເຮັດສິ່ງທີ່ບໍ່ຮັບຜິດຊອບ; ການຮັບປະກັນຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາແມ່ນຄວາມຮັບຜິດຊອບຂອງເຈົ້າ ແລະ ເຈົ້າຄວນປະຕິບັດຄວາມຮັບຜິດຊອບຂອງຕົວເຈົ້າເອງ. ເມື່ອໄດ້ເອົາໃຈໃສ່ທຸກສິ່ງທີ່ເຈົ້າສາມາດພິຈາລະນາ ແລະ ສາມາດເຮັດໄດ້ແລ້ວ, ສ່ວນສິ່ງທີ່ເຈົ້າຍັງບໍ່ໄດ້ພິຈາລະນານັ້ນ, ພຣະເຈົ້າຈະເຮັດແນວໃດໃນເລື່ອງນັ້ນກໍເປັນເລື່ອງຂອງພຣະເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ. ບາງຄົນໂຍນຄວາມຮັບຜິດຊອບທັງໝົດໄປໃຫ້ພຣະເຈົ້າໂດຍບໍ່ຈໍາແນກ, ໂດຍເວົ້າວ່າ: “ພຣະເຈົ້າຮັບຜິດຊອບຕໍ່ຄວາມປອດໄພຂອງຜູ້ຄົນ, ພວກເຮົາບໍ່ຈຳເປັນຕ້ອງຢ້ານ; ພວກເຮົາສາມາດເທດສະໜາແນວໃດກໍໄດ້ຕາມທີ່ພວກເຮົາຕ້ອງການ. ເມື່ອຢູ່ກັບພຣະເຈົ້າ, ທຸກສິ່ງກໍເປັນອິດສະຫຼະ ແລະ ຖືກປົດປ່ອຍ; ພວກເຮົາບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງເຫຼົ່ານັ້ນ!” ຄຳເວົ້າປະເພດນີ້ຖືກຕ້ອງບໍ? (ບໍ່.) ອີງຕາມຄຳເວົ້າປະເພດນີ້, ຜູ້ຄົນບໍ່ຈຳເປັນຕ້ອງສະແຫວງຫາຫຼັກການເມື່ອມີເຫດການເກີດຂຶ້ນ; ຖ້າເປັນເຊັ່ນນັ້ນ, ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກຈະມີປະໂຫຍດຫຍັງ? ມັນກໍຈະໄຮ້ປະໂຫຍດ. ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງຢ່າງອົດທົນ ແລະ ບໍ່ອິດເມື່ອຍເພື່ອສັ່ງສອນຜູ້ຄົນ ໂດຍມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນທີ່ພຣະອົງເລືອກຮູ້ວິທີທີ່ຈະຢູ່ລອດ, ວິທີທີ່ຈະສະແຫວງຫາຄວາມຈິງ ແລະ ວິທີທີ່ຈະປະພຶດຕົນໃນໂລກທີ່ຊົ່ວຮ້າຍນີ້ ແລະ ໃນທ່າມກາງມະນຸດຊາດທີ່ຊົ່ວຮ້າຍນີ້ ເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ມັນບໍ່ແມ່ນເພື່ອໃຫ້ເຈົ້າທົດສອບພຣະເຈົ້າ ແລະ ມັນບໍ່ແມ່ນເພື່ອໃຫ້ເຈົ້າເຮັດຕາມທີ່ເຈົ້າປາຖະໜາຕາມຄຳເວົ້າ ແລະ ຫຼັກຄຳສອນ ແລະ ໂດຍບໍ່ມີຫຼັກການ. ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານເທດສະໜາພຣະກິດຕິຄຸນໄດ້ດີ, ກ່ອນອື່ນ ພວກເຂົາຕ້ອງຮັບປະກັນຄວາມປອດໄພຂອງຜູ້ຄົນ. ເພື່ອທີ່ຈະເຮັດເຊັ່ນນັ້ນ, ກ່ອນອື່ນ ພວກເຂົາຕ້ອງຊອກຮູ້ ແລະ ເຂົ້າໃຈສະຖານະການສະເພາະຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ສົ່ງຄົນທີ່ເໝາະສົມໄປ ແລະ ຍັງຕ້ອງເຂົ້າໃຈວ່າຄວນເຮັດຫຍັງໃນສະຖານະການຕ່າງໆອີກດ້ວຍ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຄົນ. ຖ້າສະຖານທີ່ໃດໜຶ່ງວຸ້ນວາຍເປັນພິເສດ, ບໍ່ມີໃຜມີຄົນຮູ້ຈັກຢູ່ບ່ອນນັ້ນ ແລະ ບໍ່ສາມາດຮັບປະກັນຄວາມປອດໄພຂອງໃຜກໍຕາມທີ່ໄປບ່ອນນັ້ນເພື່ອເທດສະໜາພຣະກິດຕິຄຸນໄດ້, ແລ້ວກໍຢ່າສົ່ງຄົນໄປບ່ອນນັ້ນໃນເວລານີ້; ຢ່າສ່ຽງແບບນີ້, ຢ່າເສຍສະຫຼະໂດຍບໍ່ຈຳເປັນ. ບໍ່ວ່າຈະກຳລັງປະຕິບັດໜ້າທີ່ໃດ ຫຼື ເຮັດວຽກງານໃດກໍຕາມ, ມັນບໍ່ຈຳເປັນຕ້ອງໃຫ້ເຈົ້າອອກໄປສູ້ຊີວິດໃນໂລກກວ້າງ ຫຼື ສ່ຽງຊີວິດຂອງເຈົ້າ ແລະ ມັນບໍ່ຈຳເປັນຕ້ອງໃຫ້ເຈົ້າເອົາຄວາມປອດໄພ ຫຼື ຊີວິດຂອງເຈົ້າມາເປັນເດີມພັນ. ແນ່ນອນວ່າ ໃນສະພາບແວດລ້ອມຂອງປະເທດຈີນ, ການສ່ຽງໄພເພື່ອປະຕິບັດໜ້າທີ່ຂອງຕົນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ລັດຖະບານຂົ່ມເຫັງຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ເຖິງແມ່ນວ່າຈະຮູ້ດີວ່າມີອັນຕະລາຍ, ເຈົ້າກໍຍັງຕ້ອງເຊື່ອໃນພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າ; ເຈົ້າບໍ່ສາມາດປະຖິ້ມໜ້າທີ່ຂອງເຈົ້າໄດ້ ແລະ ບໍ່ມີວຽກງານໃດທີ່ສາມາດຢຸດໄດ້. ສະຖານະການໃນບັນດາປະເທດຢູ່ຕ່າງປະເທດລ້ວນແຕ່ແຕກຕ່າງກັນ, ບາງປະເທດເປັນປະເທດຜະເດັດການທີ່ຄ້າຍຄືກັບປະເທດຈີນ, ໃນຂະນະທີ່ປະເທດອື່ນໆມີລະບອບປະຊາທິປະໄຕ. ໃນປະເທດທີ່ມີລະບອບປະຊາທິປະໄຕ, ວຽກງານເທດສະໜາພຣະກິດຕິຄຸນສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ວຽກງານຕ່າງໆກໍສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼຫຼາຍຂຶ້ນເຊັ່ນກັນ. ແຕ່ໃນບາງປະເທດທີ່ມີລັກສະນະຜະເດັດການ, ຜູ້ຄົນທັງປ່າເຖື່ອນ ແລະ ຫຼ້າຫຼັງ ແລະ ມັນບໍ່ແມ່ນເລື່ອງງ່າຍສຳລັບພວກເຂົາທີ່ຈະຍອມຮັບວິຖີທາງທີ່ແທ້ຈິງ. ເມື່ອມີການເທດສະໜາພຣະກິດຕິຄຸນໃຫ້ພວກເຂົາ, ບໍ່ພຽງແຕ່ພວກເຂົາບໍ່ສືບສວນມັນເທົ່ານັ້ນ, ແຕ່ພວກເຂົາຍັງສາມາດກ່າວໂທດມັນຢ່າງຫຼັບຫູຫຼັບຕາ ແລະ ອາດຈະເຖິງຂັ້ນລາຍງານສະຖານະການໃຫ້ຕຳຫຼວດ. ໃນກໍລະນີດັ່ງກ່າວ, ຢ່າສົ່ງຄົນໄປເທດສະໜາພຣະກິດຕິຄຸນຢູ່ບ່ອນນັ້ນ; ແຕ່ໃຫ້ເລືອກສະຖານທີ່ທີ່ສາມາດຮັບປະກັນຄວາມປອດໄພໄດ້ເພື່ອດຳເນີນວຽກງານແທນ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນພິຈາລະນາຢ່າງຮອບຄອບ. ຕົວຢ່າງ: ໃນປະເທດຕ່າງໆເຊັ່ນ: ມາເລເຊຍ, ອິນໂດເນເຊຍ ຫຼື ອິນເດຍ, ເຊິ່ງມີພູມຫຼັງທາງສາສະໜາທີ່ຊັບຊ້ອນຫຼາຍ, ນິກາຍສາສະໜາບາງນິກາຍມີອິດທິພົນຢ່າງໃຫຍ່ຫຼວງ ແລະ ຄວບຄຸມສັງຄົມທັງໝົດ, ຈົນເຖິງຂັ້ນທີ່ລັດຖະບານກໍຍັງຕ້ອງຍອມຈຳນົນຕໍ່ອິດທິພົນຂອງສາສະໜາເຫຼົ່ານີ້. ໃນປະເທດດັ່ງກ່າວ, ກໍຢ່າສົ່ງຄົນໄປເທດສະໜາພຣະກິດຕິຄຸນຢູ່ບ່ອນນັ້ນເພີ່ມອີກ; ມັນພຽງພໍແລ້ວທີ່ຄຣິສຕະຈັກທ້ອງຖິ່ນເທົ່ານັ້ນທີ່ຈະເທດສະໜາພຣະກິດຕິຄຸນ. ໃນບາງປະເທດ, ສະຖານະການຈະແຕກຕ່າງກັນໄປໃນແຕ່ລະລັດ ຫຼື ແຂວງຕ່າງໆ ແລະ ກົດໝາຍ ແລະ ລະບຽບການທ້ອງຖິ່ນກໍແຕກຕ່າງຈາກກົດໝາຍ ແລະ ລະບຽບການຂອງຊາດ. ຕົວຢ່າງ: ພາກພື້ນໃດໜຶ່ງມີພູມຫຼັງທາງສາສະໜາທີ່ພິເສດ ແລະ ໃນພາກພື້ນເຫຼົ່ານັ້ນ, ຄຣິສຕະຈັກ ແລະ ລັດເປັນໜຶ່ງດຽວກັນ. ໃນບາງກໍລະນີ, ຜູ້ນໍາສາສະໜາຍັງມີສິດອຳນາດຫຼາຍກວ່າເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ແລະ ສາມາດລະເມີດນະໂຍບາຍຂອງຊາດບາງຢ່າງໄດ້ຢ່າງເປີດເຜີຍ. ຖ້າເຈົ້າເທດສະໜາພຣະກິດຕິຄຸນໃນພາກພື້ນດັ່ງກ່າວ, ກໍຈະມີຄວາມສ່ຽງດ້ານຄວາມປອດໄພທີ່ອາດຈະເກີດຂຶ້ນ. ຄວາມສ່ຽງທີ່ອາດຈະເກີດຂຶ້ນເຫຼົ່ານີ້ບໍ່ໄດ້ຈຳກັດຢູ່ພຽງແຕ່ການສ້າງຂ່າວລືກ່ຽວກັບເຈົ້າ ຫຼື ການຂັບໄລ່ເຈົ້າອອກໄປ, ພວກເຂົາຍັງສາມາດຈັບກຸມເຈົ້າໄດ້ອີກດ້ວຍ, ຂັງເຈົ້າໄວ້ໃນຄຸກໂດຍບໍ່ມີຂໍ້ກ່າວຫາ ແລະ ເຖິງຂັ້ນທໍລະມານເຈົ້າ, ເຮັດໃຫ້ເຈົ້າພິການ ຫຼື ຂ້າເຈົ້າ ແລະ ລັດຖະບານກໍຈະບໍ່ແຊກແຊງ. ຄວາມຈິງແລ້ວ, ຜູ້ນໍາຂອງນິກາຍສາສະໜາສ່ວນໃຫຍ່ກຽດຊັງສາສະໜາພາຍນອກ. ເພາະວ່າອິດທິພົນຂອງພວກເຂົາໃຫຍ່ຫຼວງເກີນໄປ ແລະ ພວກເຂົາບໍ່ໄດ້ຖືກກົດໝາຍໃດໆຄວບຄຸມ, ບໍ່ມີໃຜກ້າທີ່ຈະເອົາຜິດພວກເຂົາ ບໍ່ວ່າພວກເຂົາຈະຂົ່ມເຫັງຜູ້ເຮັດວຽກພຣະກິດຕິຄຸນຢ່າງປ່າເຖື່ອນສໍ່າໃດກໍຕາມ ແລະ ແມ່ນແຕ່ເຈົ້າໜ້າທີ່ລັດຖະບານທ້ອງຖິ່ນກໍບໍ່ເຕັມໃຈທີ່ຈະລ່ວງເກີນພວກເຂົາ. ເມື່ອເຈົ້າເລີ່ມເທດສະໜາພຣະກິດຕິຄຸນໃນເຂດແດນຂອງພວກເຂົາ, ພວກເຂົາກໍສາມາດທໍລະມານເຈົ້າໄດ້ຕາມທີ່ພວກເຂົາປາຖະໜາ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງລະມັດລະວັງເປັນພິເສດເມື່ອສົ່ງຄົນໄປເທດສະໜາພຣະກິດຕິຄຸນຢູ່ບ່ອນໃດບ່ອນໜຶ່ງ. ກ່ອນອື່ນ, ພວກເຂົາຕ້ອງສືບສວນ ແລະ ຮຽນຮູ້ກ່ຽວກັບສະຖານະການໃນສະຖານທີ່ນັ້ນ, ບໍ່ວ່າຈະມີເສລີພາບໃນການເຊື່ອ ຫຼື ບໍ່, ອຳນາດທາງສາສະໜາເຂັ້ມແຂງສໍ່າໃດ ແລະ ຈະມີຜົນສະທ້ອນຫຍັງເກີດຂຶ້ນ ຖ້າຜູ້ຄົນທີ່ເທດສະໜາພຣະກິດຕິຄຸນຢູ່ບ່ອນນັ້ນຖືກລາຍງານ. ເລື່ອງເຫຼົ່ານີ້ຕ້ອງຖືກທຳຄວາມເຂົ້າໃຈຢ່າງຈະແຈ້ງ ກ່ອນທີ່ຈະຕັດສິນໃຈວ່າຈະສົ່ງຄົນໄປບ່ອນນັ້ນ ຫຼື ບໍ່. ຖ້າຫຼັງຈາກທີ່ໄດ້ຮຽນຮູ້ກ່ຽວກັບສະຖານທີ່ບາງແຫ່ງແລ້ວ ໄດ້ມີການຕັດສິນໃຈວ່າມັນບໍ່ເໝາະສົມສຳລັບການເທດສະໜາພຣະກິດຕິຄຸນ, ຈາກນັ້ນກໍຈະບໍ່ມີໃຜໄດ້ຮັບອະນຸຍາດໃຫ້ສົ່ງຄົນໄປບ່ອນນັ້ນເພື່ອເທດສະໜາ. ນີ້ກໍເປັນສ່ວນໜຶ່ງຂອງວຽກງານທີ່ຄວນເຮັດ ເພື່ອຮັບປະກັນຄວາມປອດໄພຂອງຜູ້ເຮັດວຽກພຣະກິດຕິຄຸນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຄວາມເຂົ້າໃຈທີ່ບິດເບືອນ ແລະ ເວົ້າວ່າ: “ມັນບໍ່ເປັນຫຍັງ; ພຣະເຈົ້າຈະປົກປ້ອງພວກເຮົາ. ກະດູກຍິ່ງແຂງເທົ່າໃດ, ພວກເຮົາຍິ່ງຕ້ອງແຫ້ນມັນຫຼາຍຂຶ້ນເທົ່ານັ້ນ. ມີຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍຄົນຢູ່ໃນສະຖານທີ່ນັ້ນ, ແລ້ວເປັນຫຍັງພວກເຮົາຈຶ່ງບໍ່ຄວນໄປເທດສະໜາພຣະກິດຕິຄຸນຢູ່ບ່ອນນັ້ນ?” ມີຄົນບອກພວກເຂົາວ່າ: “ມີຄຸກສ່ວນຕົວຢູ່ບ່ອນນັ້ນ. ຖ້າພວກເຮົາໄປບ່ອນນັ້ນເພື່ອເທດສະໜາພຣະກິດຕິຄຸນ, ບໍ່ພຽງແຕ່ພວກເຮົາຈະຖືກກັກຂັງເທົ່ານັ້ນ, ແຕ່ພວກເຮົາອາດຈະຕາຍຢູ່ບ່ອນນັ້ນ. ພວກເຮົາໄປບໍ່ໄດ້!” ຜູ້ນໍາປອມທີ່ໂງ່ຈ້າເຫຼົ່ານັ້ນໄຕ່ຕອງເລື່ອງນີ້ວ່າ: “ມັງກອນແດງທີ່ຍິ່ງໃຫຍ່ມີຄຸກຫຼາຍແຫ່ງ, ແຕ່ພວກເຮົາບໍ່ຢ້ານມັນ, ແລ້ວເປັນຫຍັງພວກເຮົາຈຶ່ງຕ້ອງຢ້ານຄຸກສ່ວນຕົວຈຳນວນໜຶ່ງຢູ່ບ່ອນນັ້ນ? ຄຸກສາມາດຂັງຮ່າງກາຍຂອງພວກເຮົາໄດ້ ແຕ່ບໍ່ສາມາດຂັງຫົວໃຈຂອງພວກເຮົາໄດ້! ຢ່າຢ້ານ, ໄປໂລດ!” ຈາກນັ້ນ ພວກເຂົາກໍສົ່ງຄົນໄປຊຸດແລ້ວຊຸດເລົ່າ ແລະ ໃນທີ່ສຸດ, ກໍບໍ່ມີໃຜກັບມາເລີຍ; ພວກເຂົາທັງໝົດຖືກກັກຂັງ. ຜູ້ນໍາປອມກໍຕົກຕະລຶງ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? (ຜູ້ນໍາປອມແບບນີ້ເປັນຄົນໂງ່ຈ້າ.) ຜູ້ນໍາປອມແບບນີ້ເປັນຄົນຊົ່ວຊ້າ; ພວກເຂົາບໍ່ມີຄວາມຮັບຜິດຊອບ, ສົ່ງຄົນເຂົ້າໄປໃນສະຖານທີ່ທີ່ອັນຕະລາຍ. ເປັນຫຍັງພວກເຂົາຈຶ່ງບໍ່ໄປເອງ? ໃນເມື່ອພວກເຂົາບໍ່ຢ້ານອັນຕະລາຍ, ພວກເຂົາກໍຄວນໄປກ່ອນ. ຖ້າພວກເຂົາໄປ, ກັບມາຢ່າງປອດໄພ ແລະ ໄດ້ຮັບຜູ້ຄົນ, ແລ້ວຄົນອື່ນກໍສາມາດໄປຕາມຫຼັງພວກເຂົາໄດ້. ບໍ່ວ່າຈະເປັນແນວໃດກໍຕາມ, ຄວາມປອດໄພຂອງຜູ້ຄົນຕ້ອງໄດ້ຮັບການຮັບປະກັນໃນການເທດສະໜາພຣະກິດຕິຄຸນ. ຢ່າສ່ຽງໃນເຂດທີ່ເປັນອັນຕະລາຍ ແລະ ບໍ່ເໝາະສົມສຳລັບການເທດສະໜາພຣະກິດຕິຄຸນຢ່າງເດັດຂາດ. ຢ່າຄິດວ່າສະຖານທີ່ໃດກໍຕາມທີ່ຢູ່ນອກແຜ່ນດິນໃຫຍ່ຂອງປະເທດຈີນຈະປອດໄພ; ນີ້ເປັນພາບລວງຕາ, ເປັນຄວາມເຂົ້າໃຈທີ່ບິດເບືອນ. ມີພຽງແຕ່ຄົນໂງ່ຈ້າເທົ່ານັ້ນທີ່ຄິດແບບນີ້, ຄົນແບບນີ້ເຂົ້າໃຈໂລກນີ້ໜ້ອຍເກີນໄປ! ຢ່າຄິດວ່າເພາະປະເທດຕາເວັນຕົກສ່ວນໃຫຍ່ມີເສລີພາບໃນການເຊື່ອ ແລະ ມີຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຫຼາຍພໍສົມຄວນ, ເຈົ້າຈຶ່ງສາມາດເທດສະໜາພຣະກິດຕິຄຸນໄດ້ຢ່າງເປີດເຜີຍ ແລະ ສະແດງຄຳເວົ້າຕ່າງໆໄດ້ຢ່າງເປີດເຜີຍ ເພື່ອເປີດໂປງວ່າໂລກທາງສາສະໜາມືດມົນ ແລະ ຊົ່ວຮ້າຍສໍ່າໃດ; ຖ້າເຈົ້າເຮັດແບບນີ້, ຜົນສະທ້ອນກໍຈະເປັນສິ່ງທີ່ບໍ່ສາມາດຈິນຕະນາການໄດ້. ເຈົ້າຕ້ອງເຂົ້າໃຈວ່າເມື່ອເທດສະໜາພຣະກິດຕິຄຸນ, ບໍ່ວ່າຈະເປັນຄົນນັບຖືສາສະໜາ ຫຼື ຜູ້ບໍ່ມີຄວາມເຊື່ອ, ເຈົ້າກໍກຳລັງປະເຊີນໜ້າກັບມະນຸດຊາດທີ່ເສື່ອມຊາມ, ມະນຸດຊາດທີ່ຕໍ່ຕ້ານພຣະເຈົ້າ. ຢ່າຄິດວ່າເລື່ອງນີ້ງ່າຍດາຍເກີນໄປ.

ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງການຮັບປະກັນຄວາມປອດໄພຂອງຜູ້ເຮັດວຽກພຣະກິດຕິຄຸນ, ພວກເຂົາຕ້ອງພິຈາລະນາທຸກດ້ານຂອງບັນຫາຢ່າງຖີ່ຖ້ວນ ແລະ ໃນກໍລະນີທີ່ມີບັນຫາໃດໆເກີດຂຶ້ນ, ມັນຄວນຈະຖືກຈັດການໂດຍທັນທີ ແລະ ຫຼັງຈາກນັ້ນ, ຄວນສະຫຼຸບປະສົບການ ແລະ ບົດຮຽນ ເພື່ອຊອກຫາຫຼັກການ ແລະ ແນວທາງໃນການປະຕິບັດ, ໂດຍກຳນົດວ່າຈະປະຕິບັດແນວໃດຕໍ່ໄປ, ນີ້ກໍເປັນວຽກງານທີ່ສຳຄັນອີກຢ່າງໜຶ່ງທີ່ຕ້ອງເຮັດ. ມີບາງເລື່ອງທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຄີຍພິຈາລະນາ ຫຼື ປະເຊີນມາກ່ອນ; ຫຼັງຈາກທີ່ບັນຫາເກີດຂຶ້ນ, ພວກເຂົາຄວນສະຫຼຸບວ່າ: “ພວກເຮົາຍັງຄວນຈະໄປສະຖານທີ່ປະເພດນັ້ນຢູ່ບໍ? ວິທີການສົ່ງຄົນແບບນີ້ຖືກຕ້ອງບໍ? ພວກເຮົາຄວນປັບປ່ຽນແຜນການ, ກົນລະຍຸດ ຫຼື ທິດທາງສຳລັບຂັ້ນຕອນຕໍ່ໄປໃນການເທດສະໜາພຣະກິດຕິຄຸນ ຫຼື ການເຮັດວຽກງານສຳຄັນອື່ນໆບໍ?” ໃນຂະບວນການສະຫຼຸບຢ່າງຕໍ່ເນື່ອງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກຳນົດວິທີການ ແລະ ຫຼັກການຂອງວຽກງານເທື່ອລະໜ້ອຍ, ເພື່ອວ່າ ຍິ່ງພວກເຂົາເຮັດວຽກງານຫຼາຍເທົ່າໃດ, ມັນກໍຍິ່ງຈະລະອຽດຫຼາຍຂຶ້ນເທົ່ານັ້ນ ແລະ ມັນກໍຍິ່ງຈະບັນລຸມາດຕະຖານທີ່ຄາດຫວັງ, ໂດຍມີເຫດການທີ່ບໍ່ຄາດຄິດເກີດຂຶ້ນໜ້ອຍລົງ ຫຼື ບໍ່ມີເຫດການທີ່ບໍ່ຄາດຄິດເກີດຂຶ້ນເລີຍ ຫຼື ແມ່ນແຕ່ບໍ່ເຮັດໃຫ້ບຸກຄະລາກອນທີ່ເຮັດວຽກງານສຳຄັນຕ້ອງຮັບຄວາມສ່ຽງໃດໆ. ເພື່ອບັນລຸຜົນລັບນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະຫຼຸບປະສົບການເລື້ອຍໆ ແລະ ທຳຄວາມເຂົ້າໃຈກ່ຽວກັບສະພາບແວດລ້ອມ ແລະ ສະຖານະການຕ່າງໆທີ່ຕ້ອງປະເຊີນໜ້າໃນພາກພື້ນຕ່າງໆ ເມື່ອເທດສະໜາພຣະກິດຕິຄຸນ. ຍິ່ງພວກເຂົາໄດ້ຮັບຂໍ້ມູນຫຼາຍເທົ່າໃດ ແລະ ຍິ່ງມັນຖືກຕ້ອງຫຼາຍເທົ່າໃດ, ຫຼັກການ ແລະ ແຜນການໃນການຈັດການເລື່ອງຕ່າງໆກໍຈະຍິ່ງຖືກຕ້ອງຫຼາຍຂຶ້ນເທົ່ານັ້ນ, ຈົນໃນທີ່ສຸດກໍຈະບັນລຸຜົນລັບໃນການຮັບປະກັນຄວາມປອດໄພຂອງຜູ້ຄົນ. ດ້ວຍວິທີນີ້, ມັນກໍຈະສາມາດຮັບປະກັນໄດ້ວ່າວຽກງານເທດສະໜາພຣະກິດຕິຄຸນດຳເນີນໄປຢ່າງເປັນລະບຽບ.

III. ວິທີຈັດການກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ເອົາໃຈໃສ່ວຽກງານຄວາມປອດໄພ

ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມຮູ້ສຶກຮັບຜິດຊອບ; ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຍັງຂີ້ຄ້ານເກີນໄປທີ່ຈະເຮັດວຽກງານຕົວຈິງອີກດ້ວຍ. ໃນເຂດທີ່ພວກເຂົາຮັບຜິດຊອບ, ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນມັກຈະປະເຊີນກັບຄວາມສ່ຽງດ້ານຄວາມປອດໄພຢູ່ເລື້ອຍໆ, ເຊິ່ງຮຽກຮ້ອງໃຫ້ພວກເຂົາຕ້ອງຍ້າຍ ຫຼື ຍົກຍ້າຍທີ່ຢູ່ອາໄສ, ເຮັດໃຫ້ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດ້ວຍຄວາມສະຫງົບໃຈ. ແມ່ນແຕ່ເລື່ອງທີ່ບໍ່ຄວນເກີດຂຶ້ນກໍເກີດຂຶ້ນເລື້ອຍໆ. ຕົວຢ່າງ: ຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນຊອກຫາເຮືອນເຈົ້າພາບທີ່ຕັ້ງຢູ່ໃນເຂດຕ່ຳ. ເມື່ອຄາດວ່າຈະມີຝົນຕົກໜັກ ແລະ ນໍ້າຖ້ວມ, ຍ້ອນຢ້ານວ່າເຮືອນຈະຖືກນໍ້າຖ້ວມ, ອ້າຍເອື້ອຍນ້ອງທີ່ພັກເຊົາຢູ່ບ່ອນນັ້ນຈຶ່ງຈຳເປັນຕ້ອງຍ້າຍອອກລ່ວງໜ້າ, ໂດຍເອົາອຸປະກອນເຮັດວຽກ, ໝໍ້, ກະທະ ແລະ ທຸກສິ່ງທຸກຢ່າງໄປນຳ, ໃຊ້ເວລາຍ້າຍເຖິງສອງມື້ຕິດຕໍ່ກັນ. ສິ່ງນີ້ເຮັດໃຫ້ທຸກຄົນອິດເມື່ອຍຢ່າງໜັກ, ພວກເຂົາກົ້ມໜ້າລົງດ້ວຍຄວາມສິ້ນຫວັງ. ພວກເຂົາເວົ້າວ່າ: “ພວກເຮົາຕ້ອງຍ້າຍເຮືອນທຸກໆສອງສາມມື້, ຕ້ອງຍ້າຍໄປຍ້າຍມາຢູ່ຕະຫຼອດ. ເມື່ອໃດເລື່ອງນີ້ຈຶ່ງຈະສິ້ນສຸດ? ພວກເຮົາບໍ່ສາມາດຊອກຫາເຮືອນທີ່ປອດໄພ ແລະ ເຊື່ອຖືໄດ້ ບ່ອນທີ່ພວກເຮົາສາມາດປະຕິບັດໜ້າທີ່ຂອງພວກເຮົາໄດ້ຢ່າງປົກກະຕິບໍ?” ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ສາມາດແມ່ນແຕ່ແບກຮັບວຽກງານເລັກນ້ອຍນີ້ໄດ້; ອ້າຍເອື້ອຍນ້ອງທີ່ຢູ່ພາຍໃຕ້ພວກເຂົາບໍ່ສາມາດກິນ ຫຼື ນອນຫຼັບໄດ້ດີ ແລະ ພວກເຂົາກໍບໍ່ມີບ່ອນພັກເຊົາທີ່ພຽງພໍ. ສະພາບການດໍາລົງຊີວິດຂອງພວກເຂົາເປັນແບບຊົ່ວຄາວສະເໝີ, ໂດຍທີ່ທຸກຄົນກຽມພ້ອມທີ່ຈະຫຼົບໜີໄພພິບັດໄດ້ທຸກເວລາ. ເມື່ອພວກເຂົາໃຊ້ເຄື່ອງໃຊ້ປະຈຳວັນຂອງພວກເຂົາແລ້ວ, ພວກເຂົາກໍຟ້າວເກັບມ້ຽນພວກມັນໄວ້, ເພາະວ່າສະຖານະການທີ່ມີການປະກາດກວດກາສຳມະໂນຄົວອາດຈະເກີດຂຶ້ນໄດ້ທຸກເວລາ. ຄວາມຈິງແລ້ວ, ທຸກຄົນຮູ້ວ່ານີ້ໝາຍເຖິງການກວດກາຜູ້ທີ່ເຊື່ອໃນພຣະເຈົ້າ, ສະນັ້ນ, ພວກເຂົາຕ້ອງກຽມພ້ອມທີ່ຈະຍົກຍ້າຍໄດ້ທຸກເວລາ. ຜົນທີ່ຕາມມາຄື ຜູ້ທີ່ກຳລັງປະຕິບັດໜ້າທີ່ຈຶ່ງມີຄວາມຢ້ານກົວ ແລະ ບໍ່ມີຄວາມຮູ້ສຶກປອດໄພຢູ່ສະເໝີ. ສິ່ງນີ້ບໍ່ສົ່ງຜົນກະທົບຕໍ່ຜົນໄດ້ຮັບຂອງການປະຕິບັດໜ້າທີ່ຂອງພວກເຂົາບໍ? ສິ່ງນີ້ບໍ່ກ່ຽວຂ້ອງກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດຢູ່ບໍ? (ກ່ຽວຂ້ອງ.) ພວກເຂົາເຮັດວຽກງານນີ້ໄດ້ດີສໍ່າໃດ? (ພວກເຂົາເຮັດໄດ້ບໍ່ດີ, ບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງພວກເຂົາ.) ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ມີຄວາມຮັບຜິດຊອບ ແລະ ຂາດຄວາມອຸທິດຕົນ. ພວກເຂົາເອງກໍບໍ່ມີມາດຕະຖານສູງສຳລັບສະພາບການດໍາລົງຊີວິດ; ຕາບໃດທີ່ມີສະຖານທີ່ໃຫ້ພວກເຂົາກຳບັງລົມຝົນໄດ້, ນັ້ນກໍພຽງພໍແລ້ວ. ສະນັ້ນ, ພວກເຂົາຈຶ່ງບໍ່ພະຍາຍາມຢ່າງເຕັມທີ່ເພື່ອຊອກຫາສະຖານທີ່ທີ່ປອດໄພ ແລະ ໝັ້ນຄົງໃຫ້ອ້າຍເອື້ອຍນ້ອງໄດ້ອາໄສຢູ່. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີຄວາມສາມາດທີ່ບໍ່ດີ; ພວກເຂົາບໍ່ຮູ້ວ່າສະພາບແວດລ້ອມແບບໃດທີ່ງຽບສະຫງົບ ແລະ ເໝາະສົມສຳລັບການດຳລົງຊີວິດ ຫຼື ເໝາະສົມສຳລັບໃຫ້ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາເຊົ່າເຮືອນທີ່ຕັ້ງຢູ່ເຂດຕ່ຳທີ່ບໍ່ມີໃຜຢາກເຊົ່າ ແລະ ຫຼັງຈາກທີ່ອ້າຍເອື້ອຍນ້ອງຍ້າຍເຂົ້າໄປ, ພາຍໃນສອງສາມມື້ ພວກເຂົາກໍເປັນຜື່ນແພ້, ຄັນໄປທົ່ວຕົວ. ມັນເກີດຫຍັງຂຶ້ນ? ເຮືອນມັນຊຸ່ມເກີນໄປ, ມີນໍ້າຊຶມຂຶ້ນມາຈາກພື້ນ. ຈະມີໃຜສາມາດອາໄສຢູ່ໃນສະຖານທີ່ແບບນີ້ໄດ້ບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ສາມາດແມ່ນແຕ່ແກ້ໄຂບັນຫານີ້ໄດ້, ພວກເຂົາບໍ່ສາມາດຊອກຫາເຮືອນທີ່ເໝາະສົມສຳລັບການປະຕິບັດໜ້າທີ່ໄດ້, ນີ້ແມ່ນຄວາມສາມາດແບບໃດ? ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆບາງຄົນເຊົ່າເຮືອນທີ່ມີຝົນຮົ່ວຕະຫຼອດ, ມີລົມພັດເຂົ້າ, ບໍ່ເກັບສຽງ ຫຼື ບໍ່ມີອິນເຕີເນັດ, ນໍ້າ ຫຼື ໄຟຟ້າ, ຈະມີໃຜສາມາດອາໄສຢູ່ບ່ອນນັ້ນໄດ້ແນວໃດ? ພວກເຂົາບໍ່ສົນໃຈເຮືອນທີ່ດີ ແລະ ຢືນຢັນທີ່ຈະເຊົ່າເຮືອນທີ່ຂາດຕົກບົກຜ່ອງເຫຼົ່ານີ້, ສິ່ງນີ້ບໍ່ໄດ້ຂັດຂວາງວຽກງານບໍ? ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະບໍ່ໄດ້ໃຊ້ຊີວິດຢ່າງລໍາບາກຢູ່ກາງແຈ້ງ, ແຕ່ສິ່ງອຳນວຍຄວາມສະດວກພື້ນຖານຫຼາຍຢ່າງຂອງເຮືອນກໍຂາດຫາຍໄປ; ພວກເຂົາອາໄສຢູ່ໃນເຕັ້ນຍັງຈະດີກວ່າ. ເຖິງແມ່ນວ່າອ້າຍເອື້ອຍນ້ອງສ່ວນໃຫຍ່ຈະຄຸ້ນເຄີຍກັບຄວາມລຳບາກ, ຮູ້ສຶກວ່າການອົດທົນກັບຄວາມລຳບາກລະດັບນີ້ບໍ່ແມ່ນສິ່ງທີ່ຮຸນແຮງ ແລະ ພວກເຂົາສາມາດທົນມັນໄດ້, ແຕ່ການຖືກທໍລະມານແບບນີ້ຢ່າງຕໍ່ເນື່ອງທຸກສອງສາມມື້ບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາບໍ? ສະນັ້ນ, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມຮູ້ສຶກຮັບຜິດຊອບ, ພວກເຂົາກໍບໍ່ສາມາດແບກຮັບວຽກງານນີ້ໄດ້; ພວກເຂົາຄວນລາອອກທັນທີ ແລະ ແນະນຳຄົນທີ່ສາມາດເຮັດວຽກງານນີ້ໄດ້ດີໃຫ້ມາຮັບຜິດຊອບແທນ ເພື່ອທີ່ພວກເຂົາຈະບໍ່ສົ່ງຜົນກະທົບຕໍ່ຊີວິດ ແລະ ການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນສ່ວນໃຫຍ່. ການຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນບໍ່ໄດ້ຮຽກຮ້ອງໃຫ້ຕ້ອງພິຈາລະນາທຸກໆດ້ານ, ແຕ່ຢ່າງໜ້ອຍທີ່ສຸດ ສະພາບແວດລ້ອມການດໍາລົງຊີວິດຂັ້ນພື້ນຖານຕ້ອງໄດ້ຮັບການຮັບປະກັນ. ມີພຽງແຕ່ເມື່ອມີການຮັບປະກັນໃນດ້ານນີ້ເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະບໍ່ໄດ້ຮັບຜົນກະທົບ. ວຽກງານນີ້ເຮັດງ່າຍບໍ? (ງ່າຍ.) ມັນງ່າຍທີ່ຈະເວົ້າວ່າມັນເຮັດງ່າຍ, ແຕ່ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເປັນຄົນເບົາປັນຍາທີ່ມີຄວາມສາມາດທີ່ບໍ່ດີ ແລະ ຂາດຄວາມຮູ້ສຶກຮັບຜິດຊອບໃດໆ, ພວກເຂົາກໍບໍ່ສາມາດເຮັດມັນໄດ້. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເຮັດວຽກງານນີ້ໄດ້ ຫຼື ບໍ່ສາມາດເຮັດໄດ້ດີ, ຜູ້ຄົນຈຳນວນຫຼາຍຈຶ່ງຕ້ອງທົນທຸກກັບຜົນທີ່ຕາມມາ, ດຳລົງຊີວິດໃນແຕ່ລະມື້ຄືກັບວ່າພວກເຂົາກໍາລັງຫຼົບໜີຈາກຄວາມອຶດຢາກ, ພວກເຂົາຈະປະຕິບັດໜ້າທີ່ຂອງພວກເຂົາແບບນີ້ໄດ້ແນວໃດ? ຜູ້ນໍາປອມບາງຄົນບໍ່ເຂົ້າໃຈຫຼັກການຄວາມຈິງ ແຕ່ກໍຍັງມັກເປັນຈຸດສົນໃຈ. ພວກເຂົາບໍ່ສາມາດເຮັດວຽກງານໄດ້ດີ ແຕ່ກໍປະຕິເສດທີ່ຈະລົງຈາກຕຳແໜ່ງ, ຍຶດຕິດກັບຕຳແໜ່ງຂອງພວກເຂົາ ແລະ ບໍ່ຍອມໄປ. ຄວນຈັດການກັບຜູ້ນໍາແບບນີ້ແນວໃດ? (ພວກເຂົາຄວນຖືກປົດອອກ.) ການປົດພວກເຂົາອອກເປັນເລື່ອງງ່າຍ; ບັນຫາກໍຄືວ່າມີຄົນທີ່ດີກວ່າມາຮັບຜິດຊອບວຽກງານຂອງພວກເຂົາແທນ ຫຼື ບໍ່. ຖ້າບໍ່ມີ, ພວກເຈົ້າສາມາດແບກຮັບວຽກງານນີ້ໄດ້ບໍ? ພວກເຈົ້າສາມາດຮັບປະກັນໄດ້ບໍວ່າບຸກຄະລາກອນທີ່ເຮັດວຽກງານສຳຄັນຈະມີສະພາບແວດລ້ອມການດໍາລົງຊີວິດທີ່ໝັ້ນຄົງ? ຖ້າຄົນດຽວບໍ່ສາມາດຈັດການມັນໄດ້, ພວກເຈົ້າສາມ ຫຼື ຫ້າຄົນສາມາດຮ່ວມມືກັນເພື່ອແບກຮັບວຽກງານນີ້ໄດ້ບໍ? ຖ້າພວກເຈົ້າກໍບໍ່ສາມາດຈັດການວຽກງານນີ້ໄດ້ເຊັ່ນກັນ, ຖ້າພວກເຈົ້າບໍ່ສາມາດເຮັດແມ່ນແຕ່ວຽກງານທີ່ງ່າຍດາຍແບບນີ້ໄດ້, ບໍ່ສາມາດຮັບປະກັນແມ່ນແຕ່ສະພາບແວດລ້ອມການດໍາລົງຊີວິດຂັ້ນພື້ນຖານໄດ້, ແລ້ວພວກເຈົ້າກໍຕ້ອງອົດທົນກັບຄວາມລຳບາກ ແລະ ຄວາມທົນທຸກຕື່ມອີກໜ້ອຍໜຶ່ງເປັນການຊົ່ວຄາວ. ຖ້າພວກເຈົ້າຍັງສາມາດຢຶດໝັ້ນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ພຣະເຈົ້າໄດ້, ເມື່ອເຫັນວ່າຄວາມຕັ້ງໃຈຂອງພວກເຈົ້າທີ່ຈະອົດທົນກັບຄວາມລຳບາກນັ້ນໜັກແໜ້ນພຽງພໍ, ກໍຈຶ່ງສົ່ງຄົນທີ່ຈັດການສິ່ງຕ່າງໆໄດ້ຢ່າງໜ້າເຊື່ອຖື ແລະ ຜູ້ທີ່ສາມາດແກ້ໄຂບັນຫາໄດ້ມາເຮັດວຽກງານ, ແລ້ວວັນເວລາແຫ່ງຄວາມທົນທຸກຂອງພວກເຈົ້າກໍຈະສິ້ນສຸດລົງ ແລະ ຖືກທົດແທນດ້ວຍຊ່ວງເວລາທີ່ດີ. ຖ້າບໍ່ມີໃຜແບບນີ້ມາແກ້ໄຂບັນຫາເຫຼົ່ານີ້, ແລ້ວພວກເຈົ້າກໍຕ້ອງຍອມຮັບຊະຕາກຳຂອງພວກເຈົ້າ, ພວກເຈົ້າຖືກກໍານົດໃຫ້ອົດທົນກັບຄວາມລໍາບາກ, ພວກເຈົ້າສົມຄວນອົດທົນກັບມັນ; ພວກເຈົ້າຕ້ອງທຳໃຈ ແລະ ອົດທົນກັບມັນ. ຄວາມຈິງແລ້ວ, ການອົດທົນກັບຄວາມລຳບາກເລັກນ້ອຍນີ້ກໍຄຸ້ມຄ່າ; ມັນດີກວ່າການຢູ່ໃນຄຸກ ແລະ ທົນທຸກກັບການທໍລະມານຫຼາຍ. ຢ່າງໜ້ອຍພວກເຈົ້າກໍບໍ່ໄດ້ຖືກທໍລະມານ ຫຼື ສອບສວນ; ພວກເຈົ້າຍັງສາມາດອ່ານພຣະທຳຂອງພຣະເຈົ້າ, ປະຕິບັດໜ້າທີ່ຂອງພວກເຈົ້າ ແລະ ດຳລົງຊີວິດຄຣິສຕະຈັກຮ່ວມກັບອ້າຍເອື້ອຍນ້ອງ. ເຖິງແມ່ນວ່າຈະມີຄວາມຢ້ານກົວ, ຄວາມລົ້ມເຫຼວ ແລະ ອຸປະສັກບາງຢ່າງໃນເສັ້ນທາງ ແລະ ພວກເຈົ້າຕ້ອງຍົກຍ້າຍຢູ່ເລື້ອຍໆ, ນີ້ກໍຍັງເປັນປະສົບການທີ່ບໍ່ທຳມະດາໃນຊີວິດຂອງພວກເຈົ້າ, ເຊິ່ງພວກເຈົ້າສາມາດຮຽນຮູ້ບົດຮຽນ ແລະ ໄດ້ຮັບບາງສິ່ງບາງຢ່າງ. ແບບນີ້ບໍ່ແມ່ນດີຫຼາຍບໍ? (ດີຫຼາຍ.) ຜູ້ຄົນຄວນມີຄວາມຕັ້ງໃຈທີ່ຈະອົດທົນກັບຄວາມລຳບາກ ແລະ ໃຫ້ພຣະເຈົ້າປັ້ນແຕ່ງຕາມທີ່ພຣະອົງປະສົງ. ຖ້າພວກເຈົ້າບໍ່ສາມາດອົດທົນກັບຄວາມລຳບາກນີ້ໄດ້ຢ່າງແທ້ຈິງ, ພວກເຈົ້າອາດຈະອະທິຖານຕໍ່ພຣະເຈົ້າຢ່າງຈິງຈັງໃນໃຈຂອງພວກເຈົ້າວ່າ: “ຂ້າແດ່ພຣະເຈົ້າ, ພວກຂ້ານ້ອຍຂໍໃຫ້ພຣະອົງເບິ່ງພວກຂ້ານ້ອຍຜູ້ທີ່ກຳລັງທົນທຸກ, ພວກຂ້ານ້ອຍໜ້າສົງສານສ່ຳໃດ! ພວກຂ້ານ້ອຍຕິດຕາມພຣະອົງໂດຍບໍ່ມີການຈົ່ມວ່າ ຫຼື ເສຍໃຈ! ພວກຂ້ານ້ອຍຂໍໃຫ້ພຣະອົງ, ໂດຍຄຳນຶງເຖິງຄວາມຈົງຮັກພັກດີທີ່ບໍ່ຫວັ່ນໄຫວຂອງພວກຂ້ານ້ອຍທີ່ມີຕໍ່ພຣະອົງ, ຂໍໃຫ້ຊີວິດແຫ່ງຄວາມລຳບາກນີ້ສິ້ນສຸດລົງ! ພວກຂ້ານ້ອຍຂໍໃຫ້ພຣະອົງສົ່ງຜູ້ນໍາ ຫຼື ຜູ້ເຮັດວຽກທີ່ເໝາະສົມມາຊອກຫາສະຖານທີ່ທີ່ເໝາະສົມໃຫ້ພວກຂ້ານ້ອຍ! ພວກຂ້ານ້ອຍຕ້ອງໃຊ້ຊີວິດຢ່າງລໍາບາກຢູ່ກາງແຈ້ງຢູ່ສະເໝີ, ຍ້າຍຈາກບ່ອນໜຶ່ງໄປອີກບ່ອນໜຶ່ງທຸກມື້ ແລະ ພວກຂ້ານ້ອຍບໍ່ຮູ້ວ່າສິ່ງນີ້ຈະດຳເນີນໄປອີກດົນສໍ່າໃດ. ພວກຂ້ານ້ອຍບໍ່ຢາກຖືກຍົກຍ້າຍອີກຕໍ່ໄປ, ຂໍໃຫ້ຊອກຫາທີ່ຢູ່ອາໄສທີ່ໝັ້ນຄົງໃຫ້ພວກຂ້ານ້ອຍດ້ວຍເຖີດ!” ການອະທິຖານແບບນີ້ເໝາະສົມບໍ? ພວກເຈົ້າອາດຈະອະທິຖານແບບນີ້; ໂດຍອີງໃສ່ຄວາມຕ້ອງການຂອງສະພາບແວດລ້ອມ, ພວກເຈົ້າຄວນອະທິຖານແບບນີ້.

ການອົດທົນກັບຄວາມລຳບາກ, ເມື່ອເບິ່ງຈາກອີກມຸມໜຶ່ງ, ກໍບໍ່ແມ່ນສິ່ງທີ່ບໍ່ດີ; ການອົດທົນກັບຄວາມລຳບາກບາງຢ່າງສາມາດຝຶກຝົນຄວາມປະສົງຂອງເຈົ້າໄດ້. ການຝຶກຝົນຄວາມປະສົງຂອງເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ໂດຍຜ່ານການອົດທົນກັບຄວາມລຳບາກນີ້ຢ່າງຕໍ່ເນື່ອງ, ເຈົ້າກໍຈະກາຍເປັນຄົນຊິນຊາກັບມັນ ແລະ ບໍ່ຮັບຮູ້ວ່າມັນເປັນຄວາມລໍາບາກອີກຕໍ່ໄປ; ບໍ່ວ່າເຈົ້າຈະອົດທົນກັບຄວາມລໍາບາກຫຼາຍສໍ່າໃດກໍຕາມ, ເຈົ້າກໍຈະບໍ່ຮູ້ສຶກເຈັບປວດອີກຕໍ່ໄປ. ເຖິງຢ່າງໃດກໍຕາມ, ເມື່ອປະເຊີນໜ້າກັບສະຖານະການຕ່າງໆ, ເຈົ້າຕ້ອງຮຽນຮູ້ບົດຮຽນບາງຢ່າງ, ໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ຮຽນຮູ້ວິທີແຍກແຍະຜູ້ຄົນ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກມີຄວາມສາມາດທີ່ບໍ່ດີຢ່າງຍິ່ງ ແລະ ບໍ່ສາມາດແມ່ນແຕ່ຈະເຮັດວຽກງານຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໃຫ້ເໝາະສົມໄດ້, ພວກເຂົາຈະສາມາດຈັດກຽມ ແລະ ນໍາພາຜູ້ຄົນທີ່ພຣະເຈົ້າເລືອກໄດ້ແນວໃດ? ຄົນແບບນີ້ບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ເຮືອນຂອງພຣະເຈົ້າບໍ່ແມ່ນວ່າບໍ່ມີເງິນທີ່ຈະເຊົ່າເຮືອນ ແລະ ບໍ່ເຕັມໃຈທີ່ຈະເຫັນອ້າຍເອື້ອຍນ້ອງບໍ່ມີທີ່ຢູ່ອາໄສທີ່ແນ່ນອນຢູ່ສະເໝີ. ເຮືອນຂອງພຣະເຈົ້າບໍ່ໄດ້ສະໜັບສະໜູນໃຫ້ຜູ້ຄົນອົດທົນກັບຄວາມລຳບາກຢູ່ສະເໝີ ຫຼື ດຳລົງຊີວິດທີ່ຍາກລຳບາກທຸກມື້, ເຖິງແມ່ນວ່າແນ່ນອນແລ້ວ ມັນກໍບໍ່ໄດ້ຫຼີກລ່ຽງການທີ່ຜູ້ຄົນຈະອົດທົນກັບຄວາມລຳບາກໃດໆເຊັ່ນກັນ. ແຕ່ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແມ່ນແຕ່ຈະຈັດການວຽກງານຈັດສັນທີ່ຢູ່ອາໄສ ແລະ ການດຳລົງຊີວິດໄດ້ ແລະ ການເຮັດສິ່ງໃດທີ່ເໝາະສົມກໍເປັນເລື່ອງທີ່ຍາກລໍາບາກຢ່າງແທ້ຈິງສຳລັບພວກເຂົາ, ແລ້ວມັນຈະມີຫຍັງເຫຼືອໃຫ້ພວກເຂົາອວດອ້າງໄດ້ອີກ? ພວກເຂົາແຕ່ລະຄົນເບິ່ງເປັນຜູ້ເປັນຄົນ, ມີໃບປະກາດ ແລະ ເປັນຄົນມີຖານະ, ແຕ່ການຈັດການເລື່ອງເລັກນ້ອຍນີ້ກັບເປັນເລື່ອງທີ່ຍາກລຳບາກສຳລັບພວກເຂົາ. ໃນກໍລະນີນັ້ນ, ກໍເຮັດຫຍັງບໍ່ໄດ້, ເຈົ້າສາມາດຍອມຮັບມັນໄດ້ຈາກພຣະເຈົ້າເທົ່ານັ້ນ. ນີ້ຄືຄວາມລຳບາກທີ່ຜູ້ຄົນຄວນອົດທົນ; ເຈົ້າຄວນໃຫ້ພຣະເຈົ້າປັ້ນແຕ່ງຕາມທີ່ພຣະອົງປະສົງ. ນີ້ແມ່ນສິ່ງທີ່ຖືກຕ້ອງ. ບາງທີມື້ໜຶ່ງ, ຄວາມລຳບາກນີ້ຈະຖືກຕິດຕາມດ້ວຍວັນເວລາທີ່ດີກວ່າ ແລະ ຊີວິດແບບນີ້ກໍຈະບໍ່ດຳເນີນຕໍ່ໄປອີກ. ບໍ່ວ່າເຈົ້າຈະຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ເຈົ້າຄວນຮັກສາທັດສະນະຄະຕິແຫ່ງການອ່ອນນ້ອມ ແລະ ຫຼີກລ່ຽງການຈົ່ມວ່າ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດໜຶ່ງບໍ່ໜ້າເຊື່ອຖື ແລະ ເຮັດວຽກງານໄດ້ບໍ່ດີ, ຢ່າປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ຢ່າປ່ອຍໃຫ້ມັນສົ່ງຜົນກະທົບຕໍ່ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ ແລະ ທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ດ້ວຍວິທີນີ້, ເຈົ້າກໍຈະໄດ້ຢືນຢັດຢ່າງໝັ້ນຄົງໃນເລື່ອງນີ້. ຜູ້ນໍາ ແລະ ຜູ້ເຮັດວຽກເປັນພຽງຄົນທຳມະດາ. ຖ້າພວກເຂົາມີຄວາມສາມາດທີ່ບໍ່ດີ ແລະ ບໍ່ສາມາດເຮັດວຽກງານໄດ້ ຫຼື ຖ້າພວກເຂົາເປັນຜູ້ນໍາປອມທີ່ບໍ່ປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ນັ້ນກໍເປັນບັນຫາສ່ວນຕົວຂອງພວກເຂົາ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ. ມັນບໍ່ແມ່ນເຮືອນຂອງພຣະເຈົ້າທີ່ສັ່ງໃຫ້ພວກເຂົາເຮັດແບບນີ້; ມັນເປັນພຽງແຕ່ວ່າພວກເຂົາໄດ້ຖືກເປີດເຜີຍຍ້ອນຄວາມບໍ່ຮັບຜິດຊອບຂອງພວກເຂົາ. ພວກເຂົາບໍ່ສາມາດເຮັດວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້ພວກເຂົາສຳເລັດໄດ້ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດຖືກປົດອອກ ແລະ ກຳຈັດເທົ່ານັ້ນ. ໃນສະຖານະການດັ່ງກ່າວ, ເມື່ອຜູ້ຄົນທີ່ພຣະເຈົ້າເລືອກອົດທົນກັບຄວາມລຳບາກນີ້, ພວກເຂົາຕ້ອງຍອມຮັບມັນຈາກພຣະເຈົ້າ ແລະ ໃຫ້ພຣະເຈົ້າປັ້ນແຕ່ງຕາມທີ່ພຣະອົງປະສົງ. ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກງານໄດ້ດີ ຫຼື ພວກເຂົາມີບັນຫາໃດໆກໍຕາມ, ຄວາມຈິງທີ່ວ່າພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດນັ້ນກໍບໍ່ປ່ຽນແປງຕະຫຼອດໄປ. ການຕິດຕາມພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຍອມຮັບພຣະທຳຂອງພຣະເຈົ້າຂອງເຈົ້າບໍ່ຄວນປ່ຽນແປງ. ສິ່ງເຫຼົ່ານີ້ຄືຄວາມຈິງນິລັນດອນ. ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ບໍ່ວ່າຈະມີເລື່ອງທີ່ບໍ່ພໍໃຈຫຍັງເກີດຂຶ້ນກໍຕາມ, ເຈົ້າຄວນຍອມຮັບພວກມັນຈາກພຣະເຈົ້າ ແລະ ຮຽນຮູ້ບົດຮຽນທີ່ຢູ່ໃນນັ້ນ. ເຈົ້າຄວນສະຫງົບຈິດໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ ແລະ ຢ່າປ່ອຍໃຫ້ຕົວເຈົ້າເອງໄດ້ຮັບຜົນກະທົບຈາກໂລກພາຍນອກ. ເຈົ້າຕ້ອງຮຽນຮູ້ທີ່ຈະປັບຕົວເຂົ້າກັບສະພາບແວດລ້ອມຕ່າງໆ ແລະ ຮຽນຮູ້ທີ່ຈະປະສົບກັບພາລະກິດຂອງພຣະເຈົ້າໃນສະພາບແວດລ້ອມທຸກປະເພດ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດບັນລຸທາງເຂົ້າຂອງຊີວິດໄດ້. ບາງຄົນມີສະຖານະນ້ອຍ; ເມື່ອຄວາມລຳບາກເກີດຂຶ້ນ, ພວກເຂົາກໍຈົ່ມວ່າ ແລະ ກັງວົນ, ຮູ້ສຶກທຸກໃຈ ແລະ ສູນເສຍຄວາມເຊື່ອໃນພຣະເຈົ້າ, ນີ້ເປັນການໂງ່ຈ້າ ແລະ ບໍ່ຮູ້ຄວາມຢ່າງຍິ່ງ! ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ໄດ້ເຮັດວຽກງານຕົວຈິງໄດ້ຖືກເປີດເຜີຍ ແລະ ກຳຈັດ, ແຕ່ສິ່ງນັ້ນກ່ຽວຂ້ອງຫຍັງກັບເຈົ້າ? ເປັນຫຍັງເຈົ້າຈຶ່ງກາຍເປັນຄົນຄິດລົບ ແລະ ຫ່າງເຫີນຈາກພຣະເຈົ້າພຽງເພາະວ່າພວກເຂົາຈັດແຈງສິ່ງຕ່າງໆຢ່າງບໍ່ເໝາະສົມ? ນີ້ບໍ່ແມ່ນການກະບົດຢ່າງຮ້າຍແຮງບໍ? (ແມ່ນແລ້ວ.) ເມື່ອຜູ້ຄົນເຮັດສິ່ງທີ່ຜິດ, ເຈົ້າອາດຈະແຍກແຍະ ແລະ ປະຕິເສດພວກເຂົາ, ແຕ່ຢ່າປະຕິເສດພຣະເຈົ້າ ຫຼື ປະຕິເສດຄວາມຈິງ. ຄວາມຈິງບໍ່ຜິດ, ພຣະເຈົ້າບໍ່ຜິດ. ເຈດຕະນາດັ້ງເດີມຂອງພຣະເຈົ້າບໍ່ແມ່ນເພື່ອໃຫ້ຜູ້ຄົນອົດທົນກັບຄວາມລຳບາກແບບນີ້; ແຕ່ສຳລັບມະນຸດຊາດທີ່ເສື່ອມຊາມ, ການອົດທົນກັບຄວາມລຳບາກບາງຢ່າງກໍເປັນສິ່ງທີ່ຈຳເປັນຢ່າງແທ້ຈິງ. ການອົດທົນກັບຄວາມລຳບາກເລັກນ້ອຍເປັນປະໂຫຍດຕໍ່ເຈົ້າ; ປະໂຫຍດກໍຄື ເຈົ້າໄດ້ຮຽນຮູ້ບົດຮຽນ ແລະ ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຖ້າເຈົ້າສາມາດອົດທົນກັບຄວາມລຳບາກຕ່າງໆໄດ້, ເຈົ້າກໍຈະໄດ້ຮັບຄວາມອົດທົນບາງຢ່າງ ແລະ ສາມາດຢືນຢັດຢ່າງໝັ້ນຄົງໃນຄຳພະຍານຂອງເຈົ້າໃນສະພາບແວດລ້ອມທຸກປະເພດ. ການສາມາດອົດທົນກັບຄວາມລຳບາກໄດ້ເປັນການຝຶກຝົນຄວາມຕັ້ງໃຈຂອງເຈົ້າທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືເຈດຕະນາດັ້ງເດີມຂອງພຣະເຈົ້າ ແລະ ຜົນລັບທີ່ພຣະເຈົ້າຕ້ອງການເຫັນໃນຕົວເຈົ້າ. ຖ້າເຈົ້າສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຮັດ ແລະ ປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້; ຖ້າເຈົ້າສາມາດລະເວັ້ນຈາກການປະຖິ້ມພຣະເຈົ້າໄດ້ ບໍ່ວ່າເຈົ້າຈະປະເຊີນກັບຄົນ ຫຼື ສະພາບແວດລ້ອມປະເພດໃດກໍຕາມ; ແລະ ຖ້າເຈົ້າສາມາດຮຽນຮູ້ທີ່ຈະປະຕິບັດຄວາມຈິງ, ມີການອ່ອນນ້ອມຕໍ່ພຣະເຈົ້າ, ມີຄວາມເຂົ້າໃຈ ແລະ ທັດສະນະຄະຕິທີ່ຖືກຕ້ອງ, ຮັກສາຄວາມເຊື່ອທີ່ບໍ່ປ່ຽນແປງໃນພຣະເຈົ້າ ແລະ ລະເວັ້ນຈາກການຈົ່ມວ່າກ່ຽວກັບພຣະເຈົ້າ ຫຼື ຕີຕົວອອກຫ່າງຈາກພຣະອົງໃນໃຈຂອງເຈົ້າໄດ້, ບໍ່ວ່າເນື້ອໜັງຂອງເຈົ້າຈະທົນທຸກກັບຄວາມທໍລະມານຫຼາຍສໍ່າໃດກໍຕາມ; ແລ້ວເຈົ້າກໍຈະມີສະຖານະ.

ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປົກປ້ອງຄວາມປອດໄພຂອງຜູ້ທີ່ກຳລັງປະຕິບັດໜ້າທີ່ສຳຄັນ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ. ວຽກງານນີ້ກ່ຽວຂ້ອງກັບລາຍລະອຽດຫຼາຍຢ່າງ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈວິທີຈັດຕັ້ງປະຕິບັດວຽກງານທີ່ລະອຽດເຫຼົ່ານີ້ໂດຍສະເພາະ. ນອກຈາກນີ້, ເມື່ອຕ້ອງປະເຊີນກັບສະຖານະການພິເສດໃດໜຶ່ງ, ພວກເຂົາຕ້ອງຕັດສິນໃຈຢ່າງຖືກຕ້ອງ, ຈາກນັ້ນກໍຊອກຫາຫຼັກການທີ່ເໝາະສົມ ແລະ ພັດທະນາແຜນການສະເພາະສຳລັບການຈັດການສະຖານະການ. ເປົ້າໝາຍສູງສຸດແມ່ນເພື່ອຮັບປະກັນຄວາມປອດໄພຂອງບຸກຄະລາກອນທີ່ເຮັດວຽກງານສຳຄັນທຸກປະເພດ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ສາມາດຮັບປະກັນໄດ້ວ່າວຽກງານເທດສະໜາພຣະກິດຕິຄຸນຈະດຳເນີນໄປຢ່າງເປັນລະບຽບ. ການຍຶດໝັ້ນໃນຫຼັກການນີ້ແມ່ນຖືກຕ້ອງ; ນີ້ຄືເປົ້າໝາຍ ແລະ ຫຼັກການຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກງານນີ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຍຶດໝັ້ນໃນເປົ້າໝາຍ ແລະ ຫຼັກການນີ້ຢ່າງຖືກຕ້ອງ, ໂດຍພື້ນຖານແລ້ວ ພວກເຂົາກໍໄດ້ມາດຕະຖານໃນການເຮັດວຽກງານນີ້. ມີບັນຫາອື່ນໃດອີກແດ່ທີ່ກ່ຽວຂ້ອງກັບວຽກງານນີ້? ບາງຄົນເວົ້າວ່າ: “ຂ້ອຍບໍ່ເຄີຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກມາກ່ອນ ແລະ ຂ້ອຍກໍບໍ່ເຄີຍປະເຊີນກັບເລື່ອງປະເພດນີ້. ຂ້ອຍບໍ່ຮູ້ວ່າຂ້ອຍຄວນເຮັດຫຍັງໃນວຽກງານນີ້ ແລະ ຂ້ອຍກໍບໍ່ຮູ້ວິທີເຮັດມັນ. ສະນັ້ນ, ຂ້ອຍບໍ່ຈຳເປັນຕ້ອງເຮັດມັນ, ໃຜສົນໃຈວ່າພວກເຈົ້າຈະປອດໄພ ຫຼື ບໍ່? ພວກເຈົ້າຈັດການມັນເອງ”. ການທີ່ພວກເຂົາປັດຄວາມຮັບຜິດຊອບເລື່ອງນີ້ເປັນສິ່ງທີ່ຍອມຮັບໄດ້ບໍ? (ບໍ່, ບໍ່ໄດ້.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ຄວນຖືກປົດອອກ. ຖ້າເຈົ້າບໍ່ເຮັດວຽກງານຕົວຈິງ, ເຈົ້າຈະມີປະໂຫຍດຫຍັງ? ພວກເຮົາເກັບເຈົ້າໄວ້ເປັນເຄື່ອງປະດັບເພາະວ່າເຈົ້າເບິ່ງດີຊື່ໆບໍ? ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ຕ້ອງຖືກປົດອອກ ແລະ ກຳຈັດ; ບໍ່ຄວນອະນຸຍາດໃຫ້ພວກເຂົາຍຶດຄອງຕຳແໜ່ງໂດຍບໍ່ເຮັດວຽກງານໃດໆ. ຜູ້ນໍາປອມບໍ່ເຮັດວຽກງານຕົວຈິງ, ພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນ, ແມ່ນບໍ? ຖ້າພວກເຂົາມີຈິດສຳນຶກ ແລະ ເຫດຜົນຢ່າງແທ້ຈິງ, ເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເມື່ອພວກມັນເກີດຂຶ້ນ? ບໍ່ມີໃຜທີ່ເກີດມາແລ້ວຮູ້ທຸກສິ່ງ; ທຸກຄົນລ້ວນແຕ່ເຮັດວຽກງານໄປນຳຮຽນຮູ້ໄປນຳ. ຖ້າເຈົ້າສາມາດສະແຫວງຫາຄວາມຈິງ, ເຈົ້າກໍຈະພົບວິທີທີ່ຈະເຮັດວຽກງານໄດ້ດີ. ຖ້າເຈົ້າມີຄວາມຮູ້ສຶກຮັບຜິດຊອບ, ເຈົ້າກໍຈະຄິດຫາວິທີທີ່ຈະເຮັດວຽກງານໄດ້ດີ. ທີ່ຈິງແລ້ວ ການເຮັດວຽກງານຜູ້ນໍາບໍ່ແມ່ນເລື່ອງຍາກ; ຕາບໃດທີ່ຄົນເຮົາສາມາດສະແຫວງຫາຄວາມຈິງ, ມັນກໍງ່າຍທີ່ຈະເຮັດວຽກງານໃຫ້ໄດ້ດີ. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍມີຄູ່ຮ່ວມງານ; ຕາບໃດທີ່ສອງ ຫຼື ສາມຄົນມີຄວາມສາມັກຄີເປັນນ້ຳໜຶ່ງໃຈດຽວກັນ, ວຽກງານໃດກໍງ່າຍທີ່ຈະເຮັດໃຫ້ສຳເລັດ. ປັດຈຸບັນ ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນກຳລັງຝຶກຝົນ; ພວກເຂົາກຳລັງຝຶກຝົນໃນການສະແຫວງຫາຄວາມຈິງໃນທຸກສິ່ງເພື່ອແກ້ໄຂບັນຫາ. ໃນຈຸດນີ້, ຢ່າງໜ້ອຍຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍມີຄວາມສາມາດໃນວຽກງານຜູ້ນໍາ ແລະ ມີຄວາມສາມາດຢ່າງເຕັມທີ່ໃນການເຮັດວຽກງານເຜີຍແຜ່ພຣະກິດຕິຄຸນໄດ້ດີ, ແມ່ນບໍ? (ແມ່ນແລ້ວ.) ສະນັ້ນ, ພວກເຮົາຈະໂອ້ລົມກັນເຖິງຈຸດນີ້ສຳລັບມື້ນີ້. ລາກ່ອນ!

ວັນທີ 20 ກໍລະກົດ 2024

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (28)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້