ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (28)

ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ (ພາກທີເຈັດ)

ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດ”. ຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນທັດຖານທີສອງ ສໍາລັບການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ ເຊິ່ງອີງໃສ່ຄວາມເປັນມະນຸດຂອງພວກເຂົາ, ກວມເອົາການສະແດງອອກສາມຢ່າງ. ໃຫ້ອ່ານການສະແດງອອກສາມຢ່າງເຫຼົ່ານີ້. (ຂໍ້ທີແປດ, ສາມາດມີສ່ວນຮ່ວມໃນການທໍລະຍົດໄດ້ຕະຫຼອດເວລາ; ຂໍ້ທີເກົ້າ, ສາມາດຈາກໄປໄດ້ຕະຫຼອດເວລາ; ຂໍ້ທີສິບ, ລັງເລໃຈ.) ຫຼັງຈາກທີ່ໂອ້ລົມກັນກ່ຽວກັບການສະແດງອອກສາມຢ່າງເຫຼົ່ານີ້ແລ້ວ, ພວກເຈົ້າເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ໂດຍທົ່ວໄປແລ້ວ ຄົນສ່ວນໃຫຍ່ທີ່ມີບັນຫາເຫຼົ່ານີ້ ແມ່ນຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ; ພວກເຂົາບໍ່ເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ ແລະ ພວກເຂົາທັງບໍ່ເຂົ້າໃຈວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ. ນອກຈາກນີ້, ພວກເຂົາບາງຄົນບໍ່ສາມາດເບິ່ງທະລຸໄດ້ວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບຫຍັງກັນແທ້. ພວກເຂົາຄິດວ່າ ການເຊື່ອໃນພຣະເຈົ້າເປັນພຽງຄວາມເຊື່ອທາງສາສະໜາ ແລະ ການປະຕິບັດຕາມພິທີກຳທາງສາສະໜາເທົ່ານັ້ນກໍພຽງພໍແລ້ວ. ພວກເຂົາບໍ່ເຂົ້າໃຈຄວາມໝາຍສຳຄັນຂອງການເຊື່ອໃນພຣະເຈົ້າ ແລະ ພວກເຂົາທັງບໍ່ເຂົ້າໃຈຄວາມໝາຍສຳຄັນຂອງການເຮັດໜ້າທີ່; ພວກເຂົາເຖິງກັບບໍ່ຊັດເຈນໃນຫົວໃຈຂອງພວກເຂົາກ່ຽວກັບວ່າ ພຣະເຈົ້າມີຢູ່ຈິງ ຫຼື ບໍ່ ແລະ ພວກເຂົາບໍ່ແນ່ໃຈວ່າ ເສັ້ນທາງແຫ່ງການຕິດຕາມພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ບໍ່ວ່າພວກເຂົາໄດ້ເຊື່ອມາເທົ່າໃດປີແລ້ວ ຫຼື ພວກເຂົາໄດ້ຟັງຄຳເທດສະໜາຫຼາຍເທົ່າໃດກໍຕາມ, ພວກເຂົາກໍບໍ່ເຄີຍສາມາດຕັ້ງຮາກຖານ ໃນຫົນທາງທີ່ແທ້ຈິງໄດ້. ຜົນຕາມມາກໍຄື ພວກເຂົາລັງເລໃຈ ແລະ ຖ້າມີບາງສິ່ງເກີດຂຶ້ນທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ, ພວກເຂົາກໍເຖິງກັບສາມາດອອກຈາກຄຣິສຕະຈັກໄປ ຫຼື ທໍລະຍົດຄຣິສຕະຈັກໄດ້ຕະຫຼອດເວລາ. ເຮືອນຂອງພຣະເຈົ້າມີຫຼັກການສະເພາະ ສໍາລັບການຈັດການກັບຄົນຫຼາຍປະເພດເຫຼົ່ານີ້. ອີງຕາມສະຖານະການທີ່ແຕກຕ່າງກັນຂອງພວກເຂົາ, ມີແຜນການທີ່ສະເພາະ ສຳລັບການຈັດການ ແລະ ການແກ້ໄຂບັນຫາ; ຄົນທີ່ຄວນຖືກກຳຈັດອອກກໍຈະຖືກກຳຈັດອອກ ແລະ ຜູ້ທີ່ຄວນຖືກຂັບໄລ່ກໍຈະຖືກຂັບໄລ່. ເຖິງແມ່ນວ່າບາງຄົນເຫຼົ່ານີ້ບໍ່ແມ່ນຄົນຊົ່ວຊ້າ ແລະ ແຮງໄກທີ່ພວກເຂົາຈະເປັນພວກຕໍ່ຕ້ານພຣະຄຣິສ, ອີງໃສ່ທຳມະຊາດຂອງການສະແດງອອກເຫຼົ່ານີ້ຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ການເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ແມ່ນຄົນໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາທັງບໍ່ແມ່ນອ້າຍເອື້ອຍນ້ອງທີ່ແທ້ຈິງ. ເຖິງແມ່ນວ່າພວກເຂົາຈະຍັງຄົງຢູ່ໃນຄຣິສຕະຈັກ, ມັນກໍຈະເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະເລີ່ມເຂົ້າໃຈຄວາມຈິງ. ການທີ່ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະເຂົ້າໃຈຄວາມຈິງນັ້ນ ມີສໍ່ຄວາມໝາຍວ່າແນວໃດ? ມັນສໍ່ຄວາມໝາຍວ່າ ເພາະພວກເຂົາບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້ຈັກເທື່ອ ແລະ ບໍ່ສາມາດເຂົ້າໃຈຄວາມຈິງໄດ້ຈັກເທື່ອ, ໃນທີ່ສຸດແລ້ວ ພວກເຂົາກໍຈະບໍ່ສາມາດບັນລຸຄວາມລອດພົ້ນ ແລະ ລົ້ມເຫຼວທີ່ຈະຖືກຮັບເອົາໂດຍພຣະເຈົ້າໄດ້. ນັ້ນກໍຄື ໃນທີ່ສຸດແລ້ວ ພວກເຂົາບໍ່ສາມາດກາຍເປັນຄົນໃນເຮືອນຂອງພຣະເຈົ້າ, ບໍ່ສາມາດກາຍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງ ແລະ ບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ ແລະ ກັບຄືນມາຕໍ່ໜ້າພຣະເຈົ້າໄດ້. ນອກຈາກນີ້, ພວກເຂົາມັກຈະເຮັດບົດບາດດ້ານລົບໃນຄຣິສຕະຈັກ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການມີຜົນທີ່ເປັນບວກ, ແຕ່ໃນບາງຄັ້ງບາງຄາວ ພວກເຂົາຍັງກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍ, ສົ່ງຜົນກະທົບຕໍ່ສະພາວະຂອງບາງຄົນ ແລະ ລົບກວນບາງຄົນທີ່ກຳລັງເຮັດໜ້າທີ່ຂອງພວກເຂົາ. ສະນັ້ນ, ຄຣິສຕະຈັກຄວນມີມາດຕະການທີ່ເໝາະສົມ ເພື່ອຈັດການກັບພວກເຂົາ, ບໍ່ວ່າຈະໂດຍການຊັກຊວນໃຫ້ພວກເຂົາອອກໄປ ຫຼື ໂດຍການກຳຈັດພວກເຂົາອອກ ຫຼື ການຂັບໄລ່ພວກເຂົາ. ບໍ່ວ່າກໍລະນີໃດກໍຕາມ, ບໍ່ສາມາດປ່ອຍໃຫ້ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກໄດ້.

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ

II. ໂດຍອີງໃສ່ຄວາມເປັນມະນຸດ

10. ການລັງເລໃຈ

ຄົນທີ່ລັງເລໃຈ ບໍ່ສາມາດຢືນຢັນໄດ້ຈັກເທື່ອວ່າ ພຣະເຈົ້າມີຢູ່ຈິງ ຫຼື ບໍ່ ແລະ ພວກເຂົາຍິ່ງບໍ່ສາມາດຢືນຢັນໄດ້ວ່າ ພຣະເຈົ້າທີ່ພວກເຂົາເຊື່ອນັ້ນ ເປັນພຣະເຈົ້າທີ່ແທ້ຈິງ ຫຼື ບໍ່. ມື້ນີ້ ພວກເຂົາຕ້ອງການສະແຫວງຫາຢູ່ບ່ອນນີ້ ແລະ ມື້ອື່ນ ພວກເຂົາກໍຕ້ອງການໄປກວດສອບເບິ່ງຢູ່ບ່ອນນັ້ນ, ໂດຍບໍ່ຮູ້ວ່າອັນໃດຄືຫົນທາງທີ່ແທ້ຈິງ, ມີທ່າທີລໍຖ້າເບິ່ງຢູ່ສະເໝີ. ໃນກໍລະນີຂອງຄົນແບບນີ້, ຟ້າວຊັກຊວນໃຫ້ພວກເຂົາອອກໄປ ໂດຍກ່າວວ່າ: “ເຈົ້າບໍ່ສາມາດຢືນຢັນໄດ້ຈັກເທື່ວ່າ ພາລະກິດຂອງພຣະເຈົ້າຄືຫົນທາງທີ່ແທ້ຈິງ ແລະ ເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງເຈົ້າ. ແມ່ນຫຍັງຄືຜົນຮັບທີ່ສາມາດເກີດຂຶ້ນໄດ້ຈາກການສືບຕໍ່ເຊື່ອແບບນີ້? ຍ້ອນເຈົ້າບໍ່ຮັກຄວາມຈິງ ແລະ ບໍ່ມີຄວາມສຸກກັບການໃຊ້ຊີວິດໃນຄຣິສຕະຈັກ, ເຈົ້າກໍຄວນໄປບ່ອນໃດກໍຕາມທີ່ເຈົ້າສົນໃຈ ໂດຍອີງໃສ່ການເລືອກຂອງເຈົ້າເອງ. ເຈົ້າບໍ່ຕ້ອງການສະແຫວງຫາການກ້າວຂຶ້ນຢູ່ເໜືອຄົນອື່ນ ແລະ ການປະສົບຄວາມສຳເລັດທີ່ຍິ່ງໃຫຍ່ບໍ? ແລ້ວເຈົ້າກໍຄວນອອກໄປໃນໂລກ ແລະ ດີ້ນຮົນເພື່ອໃຫ້ໄດ້ມັນມາ. ບາງທີ ເຈົ້າສາມາດເປັນຄົນຮັ່ງມີ ຫຼື ເປັນເຈົ້າໜ້າທີ່ ແລະ ບັນລຸຄວາມຝັນຂອງເຈົ້າໃນໂລກໄດ້. ເຈົ້າບໍ່ຄວນຄອງຄອຍຢູ່ໃນເຮືອນຂອງພຣະເຈົ້າອີກຕໍ່ໄປ”. ໃນກໍລະນີຂອງຄົນດັ່ງກ່າວ, ເຈົ້າບໍ່ຄວນບັງຄັບພວກເຂົາ ຫຼື ພະຍາຍາມຊັກຊວນໃຫ້ພວກເຂົາຢູ່ຕໍ່ຢ່າງເດັດຂາດ. ຖ້າພວກເຂົາຕ້ອງການອອກຈາກຄຣິສຕະຈັກ, ປ່ອຍໃຫ້ພວກເຂົາໄປ. ການຕັກເຕືອນຜູ້ບໍ່ເຊື່ອເຫຼົ່ານີ້ຢູ່ສະເໝີ ແລະ ການຊັກຊວນໃຫ້ພວກເຂົາຢູ່ຕໍ່ນັ້ນ ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍບັງຄັບຜູ້ຄົນ ແລະ ເມື່ອເຈົ້າສືບຕໍ່ລາກ ແລະ ດຶງຄົນທີ່ຕັດສິນໃຈບໍ່ໄດ້ຈັກເທື່ອ, ມີອົງປະກອບໜຶ່ງຢ່າງຂອງການບັງຄັບຢູ່ໃນນັ້ນ. ຄົນເຫຼົ່ານີ້ຕ້ອງການອອກໄປເຮັດວຽກ, ຫາເງິນ ແລະ ໃຊ້ຊີວິດທີ່ດີ ຫຼື ສະແຫວງຫາສິ່ງທີ່ພວກເຂົາມັກເປັນສ່ວນຕົວ. ພວກເຂົາມີເຈດຕະນາເຫຼົ່ານີ້ຢູ່ສະເໝີ ແລະ ພວກເຂົາກໍມີຄວາມປາຖະໜາ ແລະ ແຜນການຂອງພວກເຂົາເອງຢູ່ສະເໝີ. ເຖິງແມ່ນວ່າ ບໍ່ມີໃຜຮູ້ເລື່ອງນີ້, ພຶດຕິກຳຂອງພວກເຂົາກໍໄດ້ເປີດເຜີຍມັນອອກມາແລ້ວ. ຕົວຢ່າງ: ເມື່ອເຮັດໜ້າທີ່ຂອງພວກເຂົາ, ພວກເຂົາມັກຈະບໍ່ເຕັມໃຈ ຫຼື ພວກເຂົາມັກຫຼົງລືມ, ເຮັດພໍເປັນພິທີ ແລະ ພຽງແຕ່ເຮັດພໍແລ້ວມືແລ້ວຕີນ. ພວກເຂົາມັກຈະສະແດງຄວາມລັງເລໃຈເປັນພິເສດ ໃນການເຮັດໜ້າທີ່ຂອງພວກເຂົາ, ຮູ້ສຶກຢູ່ສະເໝີວ່າ ພວກເຂົາກຳລັງເສຍປຽບ, ຄິດວ່າການເຮັດໜ້າທີ່ຂອງພວກເຂົາກຳລັງຖ່ວງດຶງພວກເຂົາຈາກການຫາເງິນ. ສຳລັບຄົນແບບນີ້, ພວກເຂົາຄວນຖືກຊັກຊວນໃຫ້ອອກໄປ ໂດຍກ່າວວ່າ: “ເຈົ້າບໍ່ເຕັມໃຈ ແລະ ເຮັດພໍເປັນພິທີຢູ່ສະເໝີ ໃນການເຮັດໜ້າທີ່ຂອງເຈົ້າ ແລະ ໃນທີ່ສຸດ ເຈົ້າກໍຈະລົ້ມເຫຼວໃນການຮັບຄວາມຈິງ ແລະ ພຣະເຈົ້າກໍຈະບໍ່ຮັບຮອງເຈົ້າ, ນັ້ນຄືຄວາມສູນເສຍແທ້ໆ! ຍ້ອນເຈົ້າບໍ່ສົນໃຈໃນຄວາມຈິງ, ບໍ່ສາມາດຢືນຢັນການມີຢູ່ຂອງພຣະເຈົ້າ ຫຼື ອຳນາດສູງສຸດຂອງພຣະອົງໄດ້ ແລະ ຄິດວ່າໂລກນີ້ວິເສດ, ເຊື່ອວ່າຖ້າເຈົ້າສະແຫວງຫາໂລກ ເຈົ້າຈະສາມາດປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ແລະ ກ້າວຂຶ້ນຢູ່ເໜືອຄົນອື່ນໄດ້, ແລ້ວມັນກໍຈະດີກວ່າສຳລັບເຈົ້າທີ່ຈະກັບຄືນໄປໃນໂລກ ແລະ ດີ້ນຮົນຢູ່ບ່ອນນັ້ນ. ມີປະໂຫຍດຫຍັງທີ່ຈະທົນທຸກກັບຄວາມລຳບາກຢູ່ບ່ອນນີ້?” ໂດຍສະເພາະແລ້ວ ຄົນເຫຼົ່ານີ້ມັກຮູ້ສຶກວ່າ ພວກເຂົາມີຄວາມຊຳນານໃນຂະແໜງການໃດໜຶ່ງ, ພວກເຂົາມີທັກສະ ແລະ ຄວາມສາມາດບາງຢ່າງ ແລະ ເຊື່ອວ່າ ຖ້າພວກເຂົາຕັ້ງໃຈຢູ່ໃນສັງຄົມ ຫຼື ໂລກ, ພວກເຂົາອາດຈະໄດ້ຮັບທັງຊື່ສຽງ ແລະ ໂຊກລາບ, ເພີດເພີນກັບຕຳແໜ່ງສູງ ແລະ ຄ່າຕອບແທນ. ແນວໃດກໍຕາມ, ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ ແລະ ໃຊ້ຊີວິດແບບບໍ່ມີຈຸດໝາຍມາສອງສາມປີ, ພວກເຂົາກໍບໍ່ໄດ້ຮັບການເລື່ອນຕຳແໜ່ງ ຫຼື ຖືກເລືອກໃຫ້ຮັບຕຳແໜ່ງທີ່ສຳຄັນໃດໆ. ເມື່ອບໍ່ສາມາດໂດດເດັ່ນເໜືອຄົນອື່ນໄດ້, ພວກເຂົາກໍຮູ້ສຶກຄັບແຄ້ນໃຈຫຼາຍ ແລະ ບໍ່ເຕັມໃຈຫຼາຍໃນຫົວໃຈຂອງພວກເຂົາ. ພວກເຂົາບໍ່ເຕັມໃຈທີ່ຈະເດີນໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ ແລະ ຍິ່ງບໍ່ເຕັມໃຈທີ່ຈະເຮັດໜ້າທີ່ຂອງພວກເຂົາ. ພວກເຂົາມີຈິດໃຈທີ່ກະວົນກະວາຍ ແລະ ຈິດໃຈທີ່ລ່ອງລອຍຢູ່ສະເໝີ ແລະ ປ່ຽນໃຈງ່າຍ ແລະ ບໍ່ໝັ້ນຄົງ. ບາງຄັ້ງບາງຄາວ, ພວກເຂົາກໍຄິດກ່ຽວກັບວ່າ ເພື່ອນຮ່ວມຫ້ອງ ແລະ ໝູ່ເພື່ອນຂອງພວກເຂົາໄດ້ວຽກທີ່ດີ, ບັນລຸຕຳແໜ່ງທີ່ສູງ ແລະ ໃຊ້ຊີວິດທີ່ເໜືອກວ່າຄົນອື່ນໄດ້ແນວໃດ, ເຊິ່ງຍິ່ງເຮັດໃຫ້ພວກເຂົາຮູ້ສຶກວ່າ ພວກເຂົາກຳລັງເຮັດຜິດຕໍ່ຕົນເອງຢ່າງໃຫຍ່ຫຼວງ ໂດຍການເຊື່ອໃນພຣະເຈົ້າ ແລະ ຄິດວ່າພວກເຂົາບໍ່ມີຫຍັງດີ, ບໍ່ມີຄວາມສາມາດ ແລະ ເປັນຄວາມລົ້ມເຫຼວທີ່ເຊື່ອໃນພຣະເຈົ້າ, ຮູ້ສຶກລະອາຍໃຈເກີນກວ່າທີ່ຈະຜະເຊີນໜ້າກັບພໍ່ແມ່ ແລະ ບັນພະບຸລຸດຂອງພວກເຂົາ. ສິ່ງນີ້ເຮັດໃຫ້ພວກເຂົາຍິ່ງວຸ້ນວາຍໃຈ ແລະ ບໍ່ເຕັມໃຈຫຼາຍຂຶ້ນ ແລະ ພວກເຂົາກໍເສຍໃຈຢ່າງຂົມຂື່ນທີ່ໄດ້ເລືອກເຊື່ອໃນພຣະເຈົ້າຕັ້ງແຕ່ທຳອິດ! ແລ້ວຈິດໃຈຂອງພວກເຂົາກໍຍິ່ງລັງເລຫຼາຍຂຶ້ນ. ຕະຫຼອດຫຼາຍປີທີ່ເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງພວກເຂົາ, ຄວາມເຊື່ອຂອງພວກເຂົາບໍ່ພຽງແຕ່ຖືກເສີມສ້າງໃຫ້ເຂັ້ມແຂງຂຶ້ນ, ແຕ່ພວກເຂົາຍັງສູນເສຍຄວາມກະຕືລືລົ້ນໃນເບື້ອງຕົ້ນທີ່ພວກເຂົາເຄີຍມີໄປອີກດ້ວຍ. ພວກເຈົ້າຄິດວ່າຄົນດັ່ງກ່າວຄວນຖືກຈັດການແນວໃດ? (ຊັກຊວນໃຫ້ພວກເຂົາອອກໄປ.) ຖ້າເຈົ້າຊັກຊວນໃຫ້ພວກເຂົາອອກໄປ, ພວກເຂົາອາດເວົ້າວ່າ “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ຍອມຖິ້ມການສຶກສາ, ການແຕ່ງງານ ແລະ ໂອກາດໃນອະນາຄົດຂອງຂ້ອຍ. ຕອນນີ້ ເຈົ້າພັດບອກໃຫ້ຂ້ອຍອອກຈາກຄຣິສຕະຈັກ, ນັ້ນບໍ່ໄດ້ໝາຍຄວາມວ່າຄວາມທຸກລຳບາກທັງໝົດທີ່ຂ້ອຍໄດ້ອົດທົນມາຫຼາຍປີນີ້ ໄຮ້ປະໂຫຍດບໍ? ຂ້ອຍຈະບໍ່ມີຈຸດໝາຍປາຍທາງໃນອະນາຄົດເລີຍບໍ? ນັ້ນກໍຄືການສູນເສຍທັງສອງແນວໜ້າ. ນັ້ນບໍ່ຄືກັບການເອົາຊີວິດຂອງຂ້ອຍບໍ?” ການຊັກຊວນໃຫ້ພວກເຂົາອອກໄປນັ້ນ ເປັນການໄຮ້ຫົວໃຈເກີນໄປບໍ? ການເຮັດແບບນີ້ເໝາະສົມບໍ? (ຄົນດັ່ງກ່າວບໍ່ເຄີຍຢາກເຊື່ອໃນພຣະເຈົ້າຕັ້ງແຕ່ທຳອິດ. ພວກເຂົາພຽງແຕ່ຫຼອກລວງໃຫ້ເຂົ້າມາໃນຄຣິສຕະຈັກ ເພື່ອຮັບພອນ. ເມື່ອພວກເຂົາເຫັນວ່າ ຄຣິສຕະຈັກເອົາໃຈໃສ່ກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງຢູ່ສະເໝີ, ພວກເຂົາກໍຮູ້ສຶກເບື່ອໜ່າຍຕໍ່ສິ່ງເຫຼົ່ານີ້ ແລະ ຢາກອອກໄປ. ຄົນດັ່ງກ່າວຄວນຖືກຊັກຊວນໃຫ້ອອກໄປ. ເຖິງແມ່ນວ່າເຈົ້າອາດຢັບຢັ້ງພວກເຂົາໄວ້ໄດ້, ເຈົ້າກໍບໍ່ສາມາດຢັບຢັ້ງຫົວໃຈຂອງພວກເຂົາໄດ້.) ຖ້າພວກເຂົາເຮັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈຈຳນວນໜຶ່ງ ພຽງແຕ່ຂາດຄວາມຊັດເຈນກ່ຽວກັບຄວາມຈິງ ຫຼື ກາຍເປັນຄົນຄິດລົບພໍສົມຄວນ ແລະ ອ່ອນແອລົງຊົ່ວຄາວ ເພາະພວກເຂົາຜະເຊີນກັບຄວາມລົ້ມເຫຼວ ແລະ ຄວາມຜິດຫວັງ ຫຼື ໄດ້ປະສົບກັບການລິຮານ, ໃນກໍລະນີເຫຼົ່ານີ້ ເຈົ້າອາດໂອ້ລົມຄວາມຈິງ ເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາ. ແນວໃດກໍຕາມ, ສົມມຸດວ່າຄວາມອ່ອນແອຂອງພວກເຂົາບໍ່ແມ່ນຊົ່ວຄາວ, ແຕ່ພວກເຂົາພັດເຮັດພໍເປັນພິທີ ແລະ ເຮັດພໍແລ້ວມືແລ້ວຕີນຢ່າງສະໝໍ່າສະເໝີ ໃນການເຮັດໜ້າທີ່ຂອງພວກເຂົາ ແລະ ເຮັດແບບບໍ່ເຕັມໃຈ ແລະ ພໍໃຈພຽງແຕ່ກັບການບໍ່ຖືກສົ່ງອອກໄປ; ແລະ ສົມມຸດວ່າພວກເຂົາເຮັດໜ້າທີ່ຂອງພວກເຂົາ ໂດຍບໍ່ມີຄວາມຈິງໃຈ ຫຼື ແຮງຂັບເຄື່ອນ ຫຼື ເວົ້າໃຫ້ຊັດເຈນຍິ່ງຂຶ້ນກໍຄື ພວກເຂົາບໍ່ມີເປົ້າໝາຍໃນການສະແຫວງຫາ ແລະ ພຽງແຕ່ໃຊ້ຊີວິດໄປວັນໆ, ຖ້າມັນເຫັນໄດ້ຊັດເຈນວ່າ ພວກເຂົາເປັນຄົນປະເພດນີ້, ແລ້ວພວກເຂົາກໍສາມາດຖືກຊັກຊວນໃຫ້ອອກໄປໄດ້.

ບາງຄົນເປັນຜູ້ບໍ່ເຊື່ອ. ຖ້າເຈົ້າສາມາດເຫັນໄດ້ຢ່າງຊັດເຈນວ່າ ໂດຍແກ່ນແທ້ແລ້ວ ພວກເຂົາເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເຖິງກັບອອກເຫື່ອແຮງໂດຍບໍ່ເຕັມໃຈ, ແລ້ວພວກເຂົາກໍຄວນຖືກຊັກຊວນໃຫ້ອອກໄປ. ການສະແດງອອກຫຼັກຂອງພວກເຂົາກໍຄື ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ, ບໍ່ເຄີຍຮຽນເພງສັນລະເສີນ, ບໍ່ເຄີຍຟັງຄຳເທດສະໜາ ແລະ ບໍ່ເຄີຍໂອ້ລົມຄວາມຈິງ ຫຼື ເວົ້າກ່ຽວກັບການຮູ້ຈັກຕົນເອງ. ພວກເຂົາຍັງບໍ່ມັກຟັງຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງ. ພວກເຂົາບໍ່ເຄີຍເບິ່ງຮູບເງົາ ຫຼື ວິດີໂອເພງສັນລະເສີນ ຫຼື ວິດີໂອຄຳພະຍານຈາກປະສົບການ ທີ່ຜະລິດໂດຍເຮືອນຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະເບິ່ງ, ມັນກໍເປັນພຽງເພື່ອຄວາມບັນເທີງ ຫຼື ຍ້ອນຄວາມຢາກຮູ້ຢາກເຫັນ ເຊິ່ງໃນກໍລະນີດັ່ງກ່າວ ພວກເຂົາກໍເບິ່ງພຽງເລັກນ້ອຍດ້ວຍຄວາມບໍ່ເຕັມໃຈ; ແລະ ມັນບໍ່ແມ່ນຍ້ອນຄວາມສຳນຶກເຖິງພາລະຕໍ່ທາງເຂົ້າຂອງຊີວິດຂອງພວກເຂົາເອງເລີຍ, ແຕ່ເປັນພຽງການເບິ່ງເພື່ອຄວາມມ່ວນຊື່ນ ແລະ ຄວາມຕື່ນເຕັ້ນເທົ່ານັ້ນ. ພວກເຂົາໃຊ້ເວລາສ່ວນໃຫຍ່ຂອງພວກເຂົາເພື່ອເຮັດຫຍັງ? ສົນທະນາ, ນິນທາ ຫຼື ເຂົ້າອິນເຕີເນັດ ເພື່ອເບິ່ງສິ່ງທີ່ພວກເຂົາມັກ. ຕົວຢ່າງ: ພວກເຂົາບາງຄົນມັກຕະຫຼາດຫຸ້ນ ແລະ ກວດເບິ່ງແນວໂນ້ມຂອງຫຸ້ນໃນອິນເຕີເນັດຢູ່ສະເໝີ; ບາງຄົນມັກລົດ ຫຼື ຜະລິດຕະພັນອີເລັກໂທຣນິກ ແລະ ກວດສອບໃນອິນເຕີເນັດຢູ່ສະເໝີ ເພື່ອເບິ່ງວ່າຍີ່ຫໍ້ໃດໄດ້ອອກລຸ້ນໃໝ່ ຫຼື ພັດທະນາເທັກໂນໂລຢີໃໝ່ບາງຢ່າງ; ຄົນອື່ນມັກເບິ່ງລາຍງານຂ່າວອອນລາຍທີ່ຜະລິດໂດຍສື່ສ່ວນບຸກຄົນ; ແລະ ບາງຄົນມັກຄວາມງາມ, ເຄື່ອງສຳອາງ ຫຼື ການດູແລສຸຂະພາບ ແລະ ເຂົ້າອິນເຕີເນັດເລື້ອຍໆ ເພື່ອອ່ານກ່ຽວກັບຄວາມງາມ, ການດູແລສຸຂະພາບ ຫຼື ວິທີຮັກສາສຸຂະພາບທີ່ດີ ແລະ ມີອາຍຸຍືນ. ຄົນເຫຼົ່ານີ້ບໍ່ມີຄວາມສົນໃຈຫຍັງເລີຍໃນຄວາມຈິງຕ່າງໆທີ່ຜູ້ເຊື່ອຈຳເປັນຕ້ອງເຂົ້າສູ່ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ ຫຼື ໃນຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງ. ນອກເໜືອຈາກການເຮັດໜ້າທີ່ເລັກນ້ອຍຢ່າງບໍ່ເຕັມໃຈແລ້ວ, ພວກເຂົາກໍເອົາໃຈໃສ່ກັບສະຖານະການທີ່ປ່ຽນແປງຂອງໂລກທີ່ບໍ່ເຊື່ອຢູ່ສະເໝີ ແລະ ໂລກມີແນວໂນ້ມໃໝ່ໆ ແລະ ຂ່າວສານທີ່ສຳຄັນໃນໂລກ ແລະ ການພັດທະນາໃນປະເທດຂອງພວກເຂົາເອງ ແລະ ອື່ນໆ ອີກ. ພວກເຂົາເບິ່ງພຽງແຕ່ຂໍ້ມູນປະເພດນີ້. ຍ້ອນພວກເຂົາເບິ່ງສິ່ງເຫຼົ່ານີ້ຕະຫຼອດເວລາ, ຫົວໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍເລື່ອງດັ່ງກ່າວເທົ່ານັ້ນ ແລະ ພວກເຂົາກໍບໍ່ສົນໃຈຄວາມຈິງທີ່ພວກເຂົາຄວນເຂົ້າໃຈ ໃນຖານະຜູ້ເຊື່ອໃນພຣະເຈົ້າ ຢ່າງສິ້ນເຊີງ. ບໍ່ວ່າໃຜຈະໂອ້ລົມກັບພວກເຂົາ, ພວກເຂົາກໍບໍ່ຮັບເອົາ. ພວກເຂົາບໍ່ສົນໃຈ ແລະ ທັງບໍ່ກັງວົນກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ, ເຊັ່ນ: ພວກເຂົາຄວນປະຕິບັດຕາມຫຼັກການໃດ ເມື່ອເຮັດໜ້າທີ່ຂອງພວກເຂົາ, ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງ ແລະ ມີບັນຫາຫຍັງໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຂໍ້ກຳນົດຕ່າງໆ ຂອງພຣະເຈົ້າສຳລັບຜູ້ຄົນຂໍ້ໃດແດ່ທີ່ພວກເຂົາໄດ້ບັນລຸ ແລະ ຍັງບໍ່ໄດ້ບັນລຸ. ເຖິງແມ່ນວ່າພວກເຂົາຈະເຮັດໜ້າທີ່ຂອງພວກເຂົາ, ພວກເຂົາກໍພຽງແຕ່ເຮັດພໍເປັນພິທີ, ບໍ່ສະແຫວງຫາຫຼັກການຄວາມຈິງແມ່ນແຕ່ໜ້ອຍດຽວ. ເຖິງແມ່ນວ່າຄົນດັ່ງກ່າວຈະອ້າງວ່າ ພວກເຂົາເປັນຜູ້ເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຂົາມັກ ແລະ ເອົາໃຈໃສ່ພາຍໃນໃຈກໍຄືເງິນ, ສະຖານະ ແລະ ກະແສຂອງໂລກທີ່ບໍ່ເຊື່ອ ແລະ ພວກເຂົາມັກຄົບຫາກັບຜູ້ທີ່ຕິດຕາມກະແສຂອງໂລກທີ່ບໍ່ເຊື່ອ. ເມື່ອເວົ້າເຖິງເລື່ອງຕ່າງໆ ຂອງໂລກທີ່ບໍ່ເຊື່ອ, ພວກເຂົາກໍເວົ້າຢ່າງກະຕືລືລົ້ນ ດ້ວຍຄວາມມ່ວນປາກຫຼາຍ ແລະ ບໍ່ຮູ້ອິດເມື່ອຍ, ເວົ້າຄ່ອງແຄ້ວ ແລະ ບໍ່ມີວັນສິ້ນສຸດ, ແຕ່ເມື່ອພວກເຂົາພົບກັບຜູ້ທີ່ມັກໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍບໍ່ມີຫຍັງຈະເວົ້າ. ເມື່ອອ້າຍ ຫຼື ເອື້ອຍຄົນໜຶ່ງເວົ້າວ່າ “ມີເພງສັນລະເສີນເພງໜຶ່ງທີ່ມ່ວນຫຼາຍ, ຂ້ອຍຈື່ເນື້ອເພງໄດ້ໝົດແລ້ວ”, ພວກເຂົາກໍເວົ້າແບບຜິວເຜີນວ່າ “ເຈົ້າຈື່ໄດ້ແລ້ວ. ກໍດີ”. ເມື່ອອ້າຍ ຫຼື ເອື້ອຍຄົນໜຶ່ງເວົ້າວ່າ “ຄຳພະຍານຈາກປະສົບການຂອງເອື້ອຍນັ້ນເອື້ອຍນີ້ແມ່ນດີແທ້ໆ!”, ພວກເຂົາກໍເວົ້າວ່າ “ດຽວນີ້ມີວິດີໂອຄຳພະຍານຈາກປະສົບການຫຼາຍແທ້, ອັນໃດບໍ່ດີ? ພວກມັນຂ້ອນຂ້າງດີໝົດຫັ້ນແຫຼະ”. ພວກເຂົາພຽງແຕ່ຕອບໃນລັກສະນະທີ່ຜິວເຜີນນີ້; ໃນຄວາມເປັນຈິງ, ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງ ແລະ ບໍ່ມີພາສາຮ່ວມກັບອ້າຍເອື້ອຍນ້ອງ. ເມື່ອມີຄົນຖາມພວກເຂົາວ່າ “ເຈົ້າອະທິຖານບໍ ເມື່ອຜະເຊີນກັບສະຖານະການ?” ພວກເຂົາກໍຕອບວ່າ “ອະທິຖານແນວໃດ? ອະທິຖານກ່ຽວກັບຫຍັງ?” ພວກເຂົາບໍ່ໄດ້ອະທິຖານ ແລະ ພວກເຂົາທັງບໍ່ມີຫຍັງຈະເວົ້າກັບພຣະເຈົ້າ. ຄົນເຫຼົ່ານີ້ບໍ່ມີຄວາມສົນໃຈໃນສິ່ງໃດທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍສິ່ງຕ່າງໆ ທຸກປະເພດຈາກໂລກທີ່ບໍ່ເຊື່ອ. ພວກເຈົ້າຄິດແນວໃດ, ຄົນດັ່ງກ່າວມີບັນຫາບໍ? (ມີ.) ຖ້າເຈົ້າເຫັນວ່າພວກເຂົາບໍ່ເຕັມໃຈຢູ່ສະເໝີ ໃນການເຮັດໜ້າທີ່ຂອງພວກເຂົາ ແລະ ເມື່ອໄດ້ຮັບມອບໝາຍວຽກງານໃດໜຶ່ງ, ພວກເຂົາກໍກາຍເປັນຄົນທີ່ບໍ່ອົດທົນຢ່າງຍິ່ງ, ຈົ່ມທັນທີທີ່ພວກເຂົາປະສົບກັບຄວາມທຸກລຳບາກເລັກນ້ອຍ ແລະ ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາສອງສາມປີ, ພວກເຂົາກໍມັກຈະເປີດເຜີຍຄວາມຄິດເຊັ່ນວ່າ “ຂ້ອຍເສຍປຽບຍ້ອນການເຊື່ອໃນພຣະເຈົ້າ. ຖ້າຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ, ເງິນເດືອນຂອງຂ້ອຍກໍຄົງຈະເພີ່ມຂຶ້ນເທົ່ານັ້ນເທົ່ານີ້ແລ້ວ ແລະ ຂ້ອຍກໍຄົງຈະສາມາດມີຄວາມສຸກກັບສະຖານະນັ້ນນີ້ ແລະ ໃຊ້ຊີວິດທີ່ຫຼູຫຼາແບບນັ້ນແບບນີ້ໄດ້”, ຄົນດັ່ງກ່າວຄວນຖືກຈັດການແນວໃດ? (ພວກເຂົາຄວນຖືກຊັກຊວນໃຫ້ອອກໄປ.) ພຽງແຕ່ຊັກຊວນຄົນດັ່ງກ່າວໃຫ້ອອກໄປ ແລະ ບໍ່ໃຫ້ພວກເຂົາເຮັດໜ້າທີ່ໃດໆ ອີກຕໍ່ໄປ, ເພາະພວກເຂົາບໍ່ເຕັມໃຈແມ່ນແຕ່ຈະອອກເຫື່ອແຮງ. ພວກເຂົາຄິດວ່າພຽງແຕ່ການເຂົ້າຮ່ວມການເຕົ້າໂຮມໃນຖານະຜູ້ເຊື່ອ ແມ່ນພໍທົນໄດ້, ແຕ່ການເຮັດໜ້າທີ່ຂອງພວກເຂົາ ແລະ ການຕິດຕາມພຣະເຈົ້າເປັນອຸປະສັກໃນພາລະໜ້າທີ່ທີ່ຍິ່ງໃຫຍ່ຂອງພວກເຂົາ. ພວກເຂົາຮູ້ສຶກວ່າການເຮັດໜ້າທີ່ຂອງພວກເຂົາ ແລະ ການຕິດຕາມພຣະເຈົ້າເປັນອຸປະສັກສຳຄັນ ຕໍ່ການສະແຫວງຫາຄວາມສຸກຂອງພວກເຂົາ. ພວກເຂົາເຊື່ອວ່າ ຖ້າພວກເຂົາບໍ່ໄດ້ເຮັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຄົງຈະກ້າວຂຶ້ນຢູ່ເໜືອຄົນອື່ນແລ້ວ, ໂດຍກາຍເປັນເຈົ້າໜ້າທີ່ລະດັບສູງ ແລະ ຫາເງິນໄດ້ຫຼາຍໃນໂລກ. ສະນັ້ນ ເປັນຫຍັງພວກເຮົາຄວນຂັດຂວາງພວກເຂົາ? ສະນັ້ນ, ການຊັກຊວນໃຫ້ພວກເຂົາອອກໄປຈຶ່ງເປັນສິ່ງທີ່ດີສຳລັບທຸກຄົນ. ການບັງຄັບພວກເຂົາ ຫຼື ພະຍາຍາມຊັກຊວນໃຫ້ພວກເຂົາຢູ່ຕໍ່ຈະເປັນຄວາມຜິດພາດອັນໃຫຍ່ຫຼວງ. ເຈົ້າຄວນຊັກຊວນຄົນດັ່ງກ່າວແບບນີ້: “ເປັນຫຍັງເຈົ້າຈຶ່ງເລືອກເຊື່ອໃນພຣະເຈົ້າ? ເຈົ້າຈະສາມາດໄດ້ຮັບຄວາມຈິງໄດ້ບໍ ຖ້າເຈົ້າບໍ່ສົນໃຈໃນຄວາມຈິງ ແລະ ເຕັມໄປດ້ວຍຄວາມສົງໄສກ່ຽວກັບພຣະເຈົ້າຢູ່ສະເໝີ? ເຈົ້າເປັນຄົນມີຫົວຄິດ, ມີໃບປະກາດ ແລະ ມີຄວາມສາມາດ, ຖ້າເຈົ້າພະຍາຍາມຢ່າງໜັກໃນໂລກພາຍນອກ, ເຈົ້າສາມາດກາຍເປັນປະທານ ຫຼື ປະທານກຳມະການບໍລິຫານ (CEO) ຂອງບໍລິສັດໄດ້ຢ່າງແນ່ນອນ ຫຼື ກາຍມາເປັນເສດຖີເງິນລ້ານ ຫຼື ເສດຖີເງິນຕື້. ໂດຍການໃຊ້ຊີວິດແບບບໍ່ມີຈຸດໝາຍແບບນີ້ ຢູ່ໃນເຮືອນຂອງພຣະເຈົ້າ, ກ່ອນອື່ນໝົດ, ເຈົ້າບໍ່ສາມາດກ້າວຂຶ້ນຢູ່ເໜືອຄົນອື່ນໄດ້; ຢ່າງທີສອງ, ເຈົ້າບໍ່ສາມາດປະສົບຄວາມສຳເລັດອັນຍິ່ງໃຫຍ່ໄດ້; ແລະ ຢ່າງສຸດທ້າຍ, ເຈົ້າບໍ່ສາມາດນຳກຽດຕິຍົດມາສູ່ບັນພະບຸລຸດຂອງເຈົ້າໄດ້. ຍິ່ງໄປກວ່ານັ້ນ, ເມື່ອເຮັດໜ້າທີ່ຂອງເຈົ້າ, ເຈົ້າມັກຈະເຮັດແບບພໍເປັນພິທີຢູ່ສະເໝີ, ເຊິ່ງນຳໄປສູ່ການທີ່ເຈົ້າຖືກລິຮານ, ເຮັດໃຫ້ເຈົ້າຕົກຢູ່ໃນສະພາບທີ່ເສົ້າໝອງຕະຫຼອດເວລາ. ເປັນຫຍັງຕ້ອງທົນທຸກທໍລະມານແບບນີ້? ເຈົ້າຄວນອອກໄປສູ່ໂລກພາຍນອກ, ບໍ່ວ່າຈະເປັນທາງການເມືອງ ຫຼື ທຸລະກິດ ແລະ ແນ່ນອນວ່າ ເຈົ້າຈະປະສົບຜົນສຳເລັດໃນລະດັບໃດໜຶ່ງ. ເຈົ້າແຕກຕ່າງຈາກພວກເຮົາ: ເຈົ້າມີທັງໃບປະກາດ ແລະ ຄວາມສາມາດ ແລະ ເຈົ້າເປັນບຸກຄົນທີ່ສູງສົ່ງ, ມັນບໍ່ແມ່ນການຫຼຸດກຽດຂອງເຈົ້າບໍທີ່ຈະເຊື່ອໃນພຣະເຈົ້າຄຽງຂ້າງຄົນທຳມະດາສາມັນຢ່າງພວກເຮົາ? ດັ່ງທີ່ຄົນບໍ່ເຊື່ອມັກເວົ້າວ່າ ‘ໂລກມີໂອກາດອີກຫຼາຍຢ່າງ ແລະ ເຈົ້າສາມາດປະສົບຄວາມສຳເລັດໄດ້ ຖ້າເລີ່ມລົງມືເຮັດ’, ເຈົ້າຄວນສວຍໂອກາດທີ່ຍັງມີເວລາເຫຼືອຢູ່ໃນໂລກ ເພື່ອສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ໃນຂະນະທີ່ເຈົ້າຍັງມີໂອກາດ. ຢ່າເຮັດຜິດຕໍ່ຕົນເອງໂດຍການຢູ່ທີ່ນີ້ເລີຍ”. ນີ້ເປັນວິທີທີ່ເໝາະສົມໃນການຊັກຊວນພວກເຂົາບໍ? ຄຳເວົ້າກໍຂ້ອນຂ້າງເໝາະສົມ, ບໍ່ແມ່ນບໍ? (ແມ່ນ.) ມັນບໍ່ໄດ້ທຳຮ້າຍພວກເຂົາ ແລະ ມັນຍັງເປັນການເວົ້າໃນສິ່ງທີ່ພວກເຂົາຢາກໄດ້ຍິນ. ເຮົາຄິດວ່າວິທີການນີ້ເໝາະສົມ, ມັນເຮັດໃຫ້ພວກເຂົາຍອມຮັບຄຳແນະນຳໄດ້ງ່າຍ ແລະ ພວກເຂົາກໍສາມາດອອກໄປຢ່າງກ້າຫານ ໂດຍບໍ່ມີຄວາມກັງວົນໃດໆ. ເມື່ອຈັດການກັບຄົນປະເພດນີ້, ຖ້າເຈົ້າແນ່ໃຈວ່າ ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ເຈົ້າເຫັນວ່າພວກເຂົາບໍ່ມີຄວາມກະຕືລືລົ້ນໃດໆ ເລີຍໃນການເຊື່ອໃນພຣະເຈົ້າ, ພວກເຂົາບໍ່ເຄີຍຈິງໃຈໃນການເຮັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ເຄີຍໄດ້ຮັບທາງເຂົ້າຂອງຊີວິດໃດໆ, ພວກເຂົາທັງບໍ່ມີແນວໂນ້ມທີ່ຈະຮັບໃນໄລຍະຍາວ, ແລ້ວພວກເຂົາກໍຄວນຖືກຊັກຊວນໃຫ້ອອກໄປ. ຖ້າເຈົ້າບໍ່ຊັກຊວນໃຫ້ພວກເຂົາອອກໄປ, ພວກເຂົາກໍຈະມີທ່າທີທີ່ເຮັດແບບພໍເປັນພິທີ ແລະ ບໍ່ຮ້ອນບໍ່ເຢັນໃນການເຮັດໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ອາດຈະມີເວລາທີ່ພວກເຂົາກໍ່ໃຫ້ເກີດໄພພິບັດຄັ້ງໃຫຍ່.

11. ການເປັນຄົນຂີ້ຢ້ານ ແລະ ຂີ້ສົງໄສ

ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກຂໍ້ທີສິບ, ຄື ການລັງເລໃຈ, ຈົບແລ້ວ. ບັດນີ້, ຕໍ່ໄປໃຫ້ພວກເຮົາມາເບິ່ງການສະແດງອອກຂໍ້ທີສິບເອັດ, ຄື ການເປັນຄົນຂີ້ຢ້ານ ແລະ ສົງໄສ. ການສະແດງອອກຂອງຄົນຂີ້ຢ້ານແມ່ນຫຍັງ? (ຄົນຂີ້ຢ້ານຮູ້ສຶກຢ້ານ ເມື່ອຜະເຊີນກັບການຈັບກຸມ ແລະ ການຂົ່ມເຫັງ. ພວກເຂົາຢາກເຮັດໜ້າທີ່ຂອງພວກເຂົາ ແຕ່ບໍ່ກ້າເຮັດ.) ນັ້ນເປັນພຽງດ້ານນ້ອຍໆ ດ້ານໜຶ່ງເທົ່ານັ້ນ. ບັນຫາຫຼັກກໍຄື ພວກເຂົາມີມຸມມອງກ່ຽວກັບການເຊື່ອໃນພຣະເຈົ້າ: ພວກເຂົາຮູ້ສຶກສະເໝີວ່າ ຜູ້ເຊື່ອໃນພຣະເຈົ້າເບິ່ງຄືວ່າບໍ່ເຂົ້າກັບໂລກນີ້; ພວກເຂົາຮູ້ສຶກວ່າ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນເລື່ອງທີ່ໜ້າອັບອາຍ. ໂດຍສະເພາະໃນບາງປະເທດທີ່ເປັນຜະເດັດການ ຫຼື ປະເທດທີ່ບໍ່ມີເສລີພາບທາງສາສະໜາ, ບ່ອນທີ່ຜູ້ເຊື່ອໃນພຣະເຈົ້າບໍ່ພຽງແຕ່ບໍ່ໄດ້ຮັບການປົກປ້ອງທາງກົດໝາຍ ແຕ່ຍັງຖືກຂົ່ມເຫັງອີກດ້ວຍ, ບາງຄົນບໍ່ກ້າທີ່ຈະຍອມຮັບວ່າ ພວກເຂົາເຊື່ອໃນພຣະເຈົ້າ ແລະ ຢ້ານວ່າຄົນອື່ນຈະຮູ້. ພວກເຂົາຮູ້ສຶກວ່າການເຊື່ອໃນພຣະເຈົ້າບໍ່ແມ່ນສິ່ງທີ່ເປີດເຜີຍ ແລະ ມີກຽດ. ເຖິງແມ່ນພວກເຂົາຈະຮູ້ວ່າ ພວກເຂົາເຊື່ອໃນພຣະເຈົ້າອົງທ່ຽງແທ້, ພວກເຂົາກໍບໍ່ຮູ້ສຶກມີກຽດໃນເລື່ອງນີ້ ແລະ ພວກເຂົາທັງບໍ່ມີຄວາມໝັ້ນໃຈ. ເມື່ອມີສັນຍານຂອງບັນຫາໃດໆ ຫຼື ເມື່ອພວກເຂົາເຫັນລັດຖະບານຈັບກຸມ, ຂົ່ມເຫັງ, ກົດຂີ່ ແລະ ຂັບໄລ່ຜູ້ເຊື່ອ, ພວກເຂົາກໍກັງວົນເປັນພິເສດວ່າ ພວກເຂົາອາດຈະຖືກພາດພິງໄປນຳ. ໃນສະຖານະການດັ່ງກ່າວ, ບາງຄົນກໍຮີບຕັດຂາດຈາກຄຣິສຕະຈັກຢ່າງໄວວາ, ເຖິງກັບຮີບຮ້ອນສົ່ງຄືນໜັງສືໃຫ້ກັບເຮືອນຂອງພຣະເຈົ້າ. ຍ້ອນຄວາມຢ້ານກົວທີ່ຈະຖືກຈັບ, ຄົນອື່ນກໍບໍ່ກ້າເຂົ້າຮ່ວມການເຕົ້າໂຮມອີກຕໍ່ໄປ ແລະ ບໍ່ກ້າທັກທາຍອ້າຍເອື້ອຍນ້ອງ ເມື່ອພວກເຂົາພົບກັນ. ໂດຍສະເພາະກັບຜູ້ທີ່ມີຊື່ສຽງພໍສົມຄວນ ໃນຄວາມເຊື່ອຂອງພວກເຂົາ ຫຼື ຜູ້ທີ່ເຄີຍຖືກຈັບມາກ່ອນ, ຄົນເຫຼົ່ານີ້ຍິ່ງບໍ່ກ້າທີ່ຈະພົວພັນກັບພວກເຂົາ, ພວກເຂົາຂີ້ຢ້ານເຖິງຂະໜາດນີ້. ທີ່ຮ້າຍແຮງໄປກວ່ານັ້ນ, ເມື່ອໄດ້ຍິນວ່າລັດຖະບານໄດ້ເລີ່ມການຈັບກຸມຄັ້ງໃຫຍ່, ພວກເຂົາກໍຮີບໄປຫາເຈົ້າໜ້າທີ່ ເພື່ອຍອມຮັບດ້ວຍຕົນເອງວ່າ ພວກເຂົາເຄີຍເຊື່ອໃນພຣະເຈົ້າກ່ອນໜ້ານີ້ ແລະ ຮູ້ຈັກວ່າໃຜແດ່ທີ່ເຊື່ອ, ຂາຍພວກເຂົາດ້ວຍຕົນເອງ ແລະ ມອບໜັງສືພຣະທຳຂອງພຣະເຈົ້າ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າ ເພື່ອແລກກັບການຜ່ອນຜັນ, ໂດຍມີຈຸດປະສົງພຽງຢ່າງດຽວຄືການປົກປ້ອງຕົນເອງ. ບອກເຮົາເບິ່ງວ່າ ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກຂອງການເປັນຄົນຂີ້ຢ້ານບໍ? (ແມ່ນແລ້ວ.) ໂດຍສະເພາະສຳລັບບາງຄົນ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າ ພວກເຂົາກໍຢ້ານຢູ່ສະເໝີວ່າ ຄົນອື່ນຈະຮູ້ກ່ຽວກັບຄວາມເຊື່ອຂອງພວກເຂົາ ແລະ ພວກເຂົາເຖິງກັບຢ້ານວ່າ ຖ້າໃຜຖືກຈັບກຸມ, ພວກເຂົາຈະຖືກຂາຍ. ທັນທີທີ່ມີຄົນຮູ້ວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຮີບອະທິບາຍວ່າ ພວກເຂົາບໍ່ໄດ້ເຊື່ອອີກຕໍ່ໄປ, ເຖິງກັບຮີບຮ້ອນເຮັດສິ່ງຕ່າງໆ ເພື່ອເຮັດໃຫ້ຄົນບໍ່ເຊື່ອຢຸດສົງໄສວ່າພວກເຂົາເປັນຜູ້ເຊື່ອ. ຕົວຢ່າງ: ພວກເຂົາສ້າງສາຍສຳພັນກັບຄົນບໍ່ເຊື່ອ, ກິນເຂົ້າ, ເຂົ້າຮ່ວມງານລ້ຽງ, ຫຼິ້ນການພະນັນ, ດື່ມເຫຼົ້ານຳກັນ ແລະ ອື່ນໆ ອີກ. ເມື່ອມີສັນຍານຂອງບັນຫາພຽງເລັກນ້ອຍ, ພວກເຂົາກໍບໍ່ກ້າເຂົ້າຮ່ວມການເຕົ້າໂຮມ ແລະ ບໍ່ເຮັດໜ້າທີ່ຂອງພວກເຂົາອີກຕໍ່ໄປ, ບໍ່ສົນໃຈໃຜກໍຕາມທີ່ພະຍາຍາມຕິດຕໍ່ຫາພວກເຂົາ. ເມື່ອທຸກຢ່າງສະຫງົບ, ພວກເຂົາກໍຄິດວ່າການເຊື່ອໃນພຣະເຈົ້ານຳມາເຊິ່ງພອນ, ຊ່ວຍໃຫ້ຄົນເຮົາຫຼີກລ່ຽງຄວາມຕາຍ ແລະ ຊ່ວຍໃຫ້ຄົນໃດຄົນໜຶ່ງໄດ້ໄປສະຫວັນ ແລະ ມີຈຸດໝາຍປາຍທາງທີ່ດີ, ຕອນນັ້ນ ພວກເຂົາເຕັມໄປດ້ວຍພະລັງໃນການເຊື່ອໃນພຣະເຈົ້າ. ແຕ່ທັນທີທີ່ພວກເຂົາຜະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍເລັກນ້ອຍ, ພວກເຂົາກໍຫາຍໄປໂດຍບໍ່ເຫັນຮ່ອງຮອຍ. ຈາກນັ້ນ, ເມື່ອສະຖານະການຜ່ານໄປ ແລະ ສິ່ງຕ່າງໆ ສະຫງົບລົງອີກຄັ້ງ, ພວກເຂົາກໍກັບມາ. ຄົນປະເພດນີ້ມັກຫາຍໜ້າຫາຍຕາຢູ່ເລື້ອຍໆ. ບໍ່ວ່າໜ້າທີ່ທີ່ມອບໝາຍໃຫ້ພວກເຂົາຈະສຳຄັນສໍ່າໃດ, ທັນທີທີ່ມີອັນຕະລາຍເກີດຂຶ້ນເລັກນ້ອຍ, ພວກເຂົາກໍສາມາດປະຖິ້ມວຽກຂອງພວກເຂົາໄດ້ທັນທີ ໂດຍບໍ່ມີການຈັດການໃດໆ ເພື່ອສືບຕໍ່ ແລະ ບໍ່ມີໃຜສາມາດຕິດຕໍ່ຫາພວກເຂົາໄດ້ຫຼັງຈາກນັ້ນ. ເມື່ອປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍຄ້າຍຄືກັນ, ຄົນອື່ນກໍສາມາດຄິດຫາວິທີຕ່າງໆ ເພື່ອຈັດການກັບຜົນທີ່ຕາມມາຢ່າງເໝາະສົມ. ຖ້າສະພາບແວດລ້ອມໃນປັດຈຸບັນເປັນປໍລະປັກເກີນໄປ ແລະ ມີຄວາມສ່ຽງສູງທີ່ຈະຖືກຈັບກຸມ, ພວກເຂົາກໍຈະລໍຖ້າຈົນກວ່າອັນຕະລາຍຈະຜ່ານໄປ ກ່ອນທີ່ຈະສືບຕໍ່ວຽກ. ຫຼື ຖ້າພວກເຂົາເປັນທີ່ຮູ້ຈັກກັນດີຫຼາຍໃນຖານະຜູ້ເຊື່ອ ແລະ ສາມາດຖືກຈັບໄດ້ງ່າຍ ຖ້າພວກເຂົາເຮັດວຽກອອກໜ້າອອກຕາ, ພວກເຂົາກໍຈະຈັດແຈງໃຫ້ຄົນອື່ນເຮັດແທນ. ແຕ່ເມື່ອຄົນຂີ້ຢ້ານເຫຼົ່ານີ້ຮູ້ສຶກເຖິງບັນຫາພຽງເລັກນ້ອຍ, ພວກເຂົາກໍຮີບໄປລີ້ ແລະ ຟ້າວປົກຄຸມຫົວຂອງພວກເຂົາ ແລະ ຊ່ວຍໃຫ້ຕົນເອງລອດ, ໂດຍບໍ່ສົນໃຈ ແລະ ບໍ່ໃສ່ໃຈວຽກງານ ແລະ ຊັບສິນຂອງຄຣິສຕະຈັກຢ່າງສິ້ນເຊີງ, ໂດຍບໍ່ພະຍາຍາມປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ປົກປ້ອງອ້າຍເອື້ອຍນ້ອງ. ສິ່ງທີ່ພວກເຂົາຢ້ານທີ່ສຸດໃນການເຊື່ອໃນພຣະເຈົ້າແມ່ນຫຍັງ? ຢ່າງທຳອິດ, ພວກເຂົາຢ້ານວ່າ ລັດຖະບານຈະຮູ້ກ່ຽວກັບຄວາມເຊື່ອຂອງພວກເຂົາ. ຢ່າງທີສອງ, ພວກເຂົາຢ້ານວ່າ ເພື່ອນບ້ານຂອງພວກເຂົາຈະຮູ້. ຢ່າງສາມ, ສິ່ງທີ່ພວກເຂົາຢ້ານທີ່ສຸດຄືການຖືກຈັບ ແລະ ຖືກຄຸມຂັງ ຫຼື ຖືກທຸບຕີຈົນຕາຍ. ສະນັ້ນ, ເມື່ອໃດກໍຕາມທີ່ເກີດບາງຢ່າງຂຶ້ນ, ສິ່ງທຳອິດທີ່ພວກເຂົາຄິດຫາກໍຄືວ່າ ພວກເຂົາອາດຈະຖືກຈັບກຸມ ຫຼື ພວກເຂົາອາດຖືກຂ້າ. ຖ້າມີໂອກາດພຽງ 1% ທີ່ຈະເກີດຂຶ້ນ, ພວກເຂົາກໍຈະຫາທາງໜີ. ຕົວຢ່າງ: ໃນລະຫວ່າງການເຕົ້າໂຮມ, ອ້າຍ ຫຼື ເອື້ອຍບາງຄົນອາດຈະເວົ້າວ່າ “ຕອນຂ້ອຍມານີ້, ຂ້ອຍເຫັນຄົນໜຶ່ງຢູ່ໃກ້ໆ ທີ່ເບິ່ງຄືວ່າບໍ່ຄຸ້ນໜ້າ. ອາດຈະເປັນຄົນບໍ່ເຊື່ອທີ່ກຳລັງສອດແນມພວກເຮົາບໍ?” ພຽງແຕ່ໄດ້ຍິນຄຳຄິດເຫັນຢ່າງດຽວນີ້, ຄົນຂີ້ຢ້ານກໍຈະບໍ່ເຂົ້າຮ່ວມການເຕົ້າໂຮມຄັ້ງຕໍ່ໄປ ແລະ ຈະຕັດການຕິດຕໍ່ກັບທຸກຄົນ. ພວກເຈົ້າຈະເອີ້ນສິ່ງນີ້ວ່າເປັນການລະມັດລະວັງບໍ? (ນີ້ບໍ່ແມ່ນຄວາມລະມັດລະວັງແບບປົກກະຕິ, ມັນແມ່ນຄວາມຂີ້ຢ້ານ, ບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ.) ນີ້ຄືຄວາມລະມັດລະວັງສຸດຂີດ. ໃນປະເທດ ຫຼື ພາກພື້ນທີ່ສະພາບແວດລ້ອມເປັນປໍລະປັກເປັນພິເສດ, ມັນເປັນຄວາມຈິງທີ່ຜູ້ເຊື່ອຄວນລະມັດລະວັງ, ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ພວກເຂົາຄວນຢຸດເຮັດໜ້າທີ່ຂອງພວກເຂົາ ຫຼື ເຂົ້າຮ່ວມການເຕົ້າໂຮມຍ້ອນຄວາມຢ້ານກົວທີ່ຈະຖືກຈັບ, ລະມັດລະວັງຈົນບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ. ຫຼັກການຂອງຄົນຂີ້ຢ້ານໃນການລະມັດລະວັງແມ່ນຫຍັງ? ບໍ່ວ່າຈະເກີດຫຍັງຂຶ້ນ, ໃຫຍ່ ຫຼື ນ້ອຍ, ພວກເຂົາບໍ່ເຊື່ອເລີຍວ່າທຸກສິ່ງຢູ່ໃນພຣະຫັດຂອງພຣະເຈົ້າ. ພວກເຂົາຄິດວ່າ ບໍ່ມີໃຜທີ່ໜ້າເຊື່ອຖື ແລະ ພວກເຂົາອາໄສຕົນເອງເພື່ອປົກປ້ອງຕົນເອງ. ນີ້ຄືຫຼັກການຂອງພວກເຂົາ. ພວກເຂົາບໍ່ເຊື່ອວ່າ ທຸກສິ່ງຢູ່ໃນພຣະຫັດຂອງພຣະເຈົ້າ; ທຸກສິ່ງຖືກຈັດສັນ ແລະ ຈັດແຈງໂດຍພຣະເຈົ້າ; ຖ້າມີຫຍັງເກີດຂຶ້ນແທ້, ມັນກໍໄດ້ຮັບການອະນຸຍາດຈາກພຣະເຈົ້າ ແລະ ຖ້າມັນບໍ່ໄດ້ຮັບການອະນຸຍາດຈາກພຣະເຈົ້າ, ກໍຈະບໍ່ມີໃຜຖືກຈັບກຸມ. ພວກເຂົາບໍ່ມີຄວາມເຊື່ອໃນດ້ານນີ້ຢ່າງແທ້ຈິງ. ໃນທາງກົງກັນຂ້າມ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຂີ້ຢ້ານເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ຍັງມີຂໍ້ບົກພ່ອງທີ່ຮ້າຍແຮງໃນຄວາມຂີ້ຢ້ານຂອງພວກເຂົາ ແລະ ມັນຍັງເປັນສິ່ງທີ່ໜ້າລັງກຽດທີ່ສຸດກ່ຽວກັບພວກເຂົາ: ເພື່ອປົກປ້ອງຕົນເອງ ແລະ ຮັບມືກັບສະພາບແວດລ້ອມໃດກໍຕາມທີ່ເຮັດໃຫ້ພວກເຂົາຮູ້ສຶກຢ້ານ, ພວກເຂົາປະຕິບັດຕາມສິ່ງທີ່ພວກເຂົາເຫັນວ່າເປັນ “ປັນຍາສູງສຸດ” ຂອງພວກເຂົາ, ນັ້ນກໍຄື ບໍ່ວ່າຈະເກີດຫຍັງຂຶ້ນ, ບໍ່ວ່າຈະຖືກເຝົ້າເບິ່ງ ຫຼື ຖືກຈັບ ແລະ ຖືກຄຸມຂັງ, ເມື່ອມີຫຍັງຜິດພາດ ແລະ ຄວາມປອດໄພຂອງພວກເຂົາຖືກຄຸກຄາມ, ຢ່າງໜຶ່ງ, ພວກເຂົາປະຕິເສດວ່າ ພວກເຂົາເຊື່ອໃນພຣະເຈົ້າ ແລະ ອີກຢ່າງໜຶ່ງ, ພວກເຂົາທໍລະຍົດທຸກສິ່ງທີ່ພວກເຂົາຮູ້ ໂດຍບໍ່ມີການປົກປິດຫຍັງໄວ້ເລີຍ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ພຽງເພື່ອປົກປ້ອງຕົນເອງຈາກຄວາມທຸກທໍລະມານທາງຮ່າງກາຍ; ດັ່ງນັ້ນ, ພວກເຂົາຈຶ່ງເປີດເຜີຍທຸກຢ່າງທີ່ພວກເຂົາຮູ້. ຢ່າງທຳອິດ, ພວກເຂົາຂາຍຜູ້ນໍາຄຣິສຕະຈັກ ແລະ ຍັງເປີດເຜີຍວ່າໃຜເປັນຜູ້ນໍາຂັ້ນເມືອງ ແລະ ຜູ້ນໍາຂັ້ນພາກພື້ນ ແລະ ບ່ອນທີ່ພວກເຂົາອາໄສຢູ່, ເປີດເຜີຍທຸກສິ່ງທີ່ພວກເຂົາຮູ້. ພວກເຂົາທໍລະຍົດທຸກຢ່າງ, ແມ່ນແຕ່ກ່ອນທີ່ຈະຖືກທໍລະມານ. ຍິ່ງໄປກວ່ານັ້ນ, ຖ້າຖືກຂໍໃຫ້ເຊັນ “ເອກະສານສາມສະບັບ”, ພວກເຂົາກໍຈະເຊັນທັນທີ ໂດຍບໍ່ຕ້ອງຄິດເລີຍ, ພວກເຂົາໄດ້ກຽມພ້ອມສຳລັບເລື່ອງນີ້ມາໂດຍຕະຫຼອດ. ນີ້ກໍເພື່ອໃຫ້ພວກເຂົາສາມາດຫຼີກລ່ຽງການຖືກຄຸມຂັງ, ຫຼີກລ່ຽງການທໍລະມານ ແລະ ຫຼົບໜີຈາກອັນຕະລາຍເຖິງຕາຍ. ພວກເຂົາຂີ້ຢ້ານຫຼາຍ. ພວກເຂົາບໍ່ເຊື່ອໃນອຳນາດສູງສຸດຂອງພຣະເຈົ້າ ແລະ ທັງບໍ່ສາມາດສ່ຽງຊີວິດຂອງພວກເຂົາໄດ້. ໃນທາງກົງກັນຂ້າມ, ພວກເຂົາຄິດຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອປົກປ້ອງຕົນເອງ. ສຳລັບພວກເຂົາ, ວິທີທີ່ດີທີ່ສຸດຄືການຂາຍຄົນອື່ນ ແລະ ຄຣິສຕະຈັກ, ນີ້ຄືວິທີທີ່ມີປະສິດທິພາບທີ່ສຸດ. ພວກເຂົາໃຊ້ການທໍລະຍົດຄົນອື່ນເປັນລາຄາ ເພື່ອຮັບປະກັນຄວາມປອດໄພຂອງພວກເຂົາເອງ ແລະ ຫຼີກລ່ຽງຄວາມທຸກທໍລະມານໃດໆ. ນີ້ຄືສິ່ງທີ່ພວກເຂົາໄດ້ວາງແຜນໄວ້ລ່ວງໜ້າເປັນເວລາດົນນານ, ມັນຄື “ປັນຍາສູງສຸດ” ຂອງພວກເຂົາ. ບອກເຮົາເບິ່ງວ່າ ຄວາມຂີ້ຢ້ານຂອງຄົນປະເພດນີ້ແມ່ນຄວາມຂີ້ຢ້ານແບບປົກກະຕິບໍ? (ບໍ່ແມ່ນ.) ແລ້ວບັນຫາຢູ່ບ່ອນນີ້ແມ່ນຫຍັງ? (ພວກເຂົາຂີ້ຢ້ານຫຼາຍຈົນກາຍເປັນຢູດາ, ພ້ອມທີ່ຈະຂາຍອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກໄດ້ຕະຫຼອດເວລາ ແລະ ທຸກສະຖານທີ່. ຄົນດັ່ງກ່າວບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ.) ໃຫ້ພວກເຮົາປະເລື່ອງທີ່ວ່າ ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງ ຫຼື ຜູ້ເຊື່ອປອມໄວ້ກ່ອນ. ພຽງແຕ່ເບິ່ງທີ່ຄວາມເປັນມະນຸດຂອງພວກເຂົາ, ພວກເຂົາຄິດວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ຕ້ອງລີ້ເຮັດ ແລະ ໜ້າອັບອາຍ, ແທນທີ່ຈະເປັນສິ່ງທີ່ເປີດເຜີຍ ແລະ ມີກຽດ ແລະ ພວກເຂົາຖືວ່າ ເລື່ອງການເຊື່ອໃນພຣະເຈົ້າ ເຊິ່ງເປັນສິ່ງທີ່ເປີດເຜີຍ, ມີກຽດ ແລະ ເປັນບວກ, ເປັນສິ່ງທີ່ເປັນດ້ານລົບ, ເຈົ້າຄິດວ່າພວກເຂົາເປັນຄົນປະເພດໃດ? (ຄົນເບົາປັນຍາ, ຜູ້ທີ່ຂ້ອນຂ້າງຊົ່ວຮ້າຍ.) ທັດສະນະ ແລະ ວິທີການຢັ່ງຮູ້ສິ່ງຕ່າງໆ ຂອງພວກເຂົາແຕກຕ່າງຈາກຄົນປົກກະຕິ. ບາງຄັ້ງ ພວກເຂົາເຖິງກັບສາມາດເອີ້ນສີຂາວວ່າເປັນສີດຳ, ບໍ່ສາມາດແຍກແຍະຖືກຜິດໄດ້. ມັນເປັນໄປໄດ້ແນວໃດທີ່ຜູ້ເຊື່ອໃນພຣະເຈົ້າຈະຕັ້ງໃຈລີ້ເຮັດ? ມັນເປັນຍ້ອນວ່າໂລກນີ້ຊົ່ວຮ້າຍເກີນໄປ ນັ້ນກໍຄື ກົດໝາຍບໍ່ໄດ້ປົກປ້ອງເສລີພາບທາງສາສະໜາ ແລະ ລະບອບຂອງຊາຕານຍິ່ງກຽດຊັງພຣະເຈົ້າ ແລະ ປະຕິບັດຕໍ່ພາລະກິດຂອງພຣະເຈົ້າດ້ວຍຄວາມເປັນປໍລະປັກ. ມັນບໍ່ອະນຸຍາດໃຫ້ມີສິ່ງທີ່ເປັນບວກ ແລະ ພະຍາຍາມຢ່າງສຸດຂີດ ເພື່ອຂົ່ມເຫັງຜູ້ທີ່ເຊື່ອໃນພຣະເຈົ້າ. ສະນັ້ນ, ພາຍໃຕ້ສະຖານະການທາງສັງຄົມດັ່ງກ່າວ, ຜູ້ເຊື່ອບໍ່ມີທາງເລືອກອື່ນ ນອກຈາກຕ້ອງປະຕິບັດຢ່າງລະມັດລະວັງ ເມື່ອເຕົ້າໂຮມ ແລະ ເຮັດໜ້າທີ່ຂອງພວກເຂົາ; ພວກເຂົາບໍ່ກ້າທີ່ຈະເຮັດມັນຢ່າງເປີດເຜີຍ. ຈາກພາຍນອກ, ມັນອາດຈະເບິ່ງຄືວ່າ ພວກເຂົາກຳລັງລີ້ເຮັດຄືກັບໂຈນ, ແຕ່ທີ່ຈິງແລ້ວ ນີ້ແມ່ນຍ້ອນສະພາບການທີ່ຖືກຂົ່ມເຫັງທັງໝົດ, ແມ່ນບໍ່? (ແມ່ນແລ້ວ.) ສະນັ້ນ ມັງກອນແດງທີ່ຍິ່ງໃຫຍ່ອະທິບາຍການກະທຳຂອງການເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງຄົນໃດຄົນໜຶ່ງວ່າແນວໃດ? ເປັນ “ພຶດຕິກຳທີ່ໜ້າສົງໄສ”. ນີ້ແມ່ນພຶດຕິກຳທີ່ໜ້າສົງໄສບໍ? (ບໍ່ແມ່ນ.) ມັນບໍ່ແມ່ນພຶດຕິກຳທີ່ໜ້າສົງໄສ, ມັນເປັນສິ່ງທີ່ຄົນເຮົາເຮັດ ເພາະພວກເຂົາບໍ່ມີທາງເລືອກອື່ນ. ຄົນເຫຼົ່ານີ້ໄດ້ເຮັດຫຍັງທີ່ຜິດກົດໝາຍບໍ? (ບໍ່.) ພວກເຂົາບໍ່ໄດ້ເຮັດຫຍັງທີ່ຜິດກົດໝາຍ ຫຼື ເຮັດສິ່ງທີ່ຕໍ່ຕ້ານລັດຖະບານ, ແຮງໄກທີ່ພວກເຂົາຈະລະເມີດກົດໝາຍ ຫຼື ລົບກວນຄວາມສະຫງົບຂອງສັງຄົມ. ຄົນເຫຼົ່ານີ້ໄດ້ເຮັດຫຍັງ? ພວກເຂົາພຽງແຕ່ໄດ້ເຮັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ວຽກງານນີ້ເປັນພາລະໜ້າທີ່ທີ່ມີຄຸນຄ່າ, ມີຄວາມໝາຍ ແລະ ຍຸຕິທຳທີ່ສຸດໃນໂລກ. ແຕ່ຍ້ອນວ່າໂລກນີ້ຊົ່ວຮ້າຍ ແລະ ມືດມົນ ແລະ ປະກາດວ່າສີຂາວເປັນສີດຳ, ມັນຈຶ່ງເອີ້ນພາລະໜ້າທີ່ທີ່ຍຸຕິທຳ, ມີຄຸນຄ່າ ແລະ ມີຄວາມໝາຍທີ່ສຸດວ່າ “ໜ້າສົງໄສ”. ນີ້ຄືການຕີຄວາມໝາຍຂອງຊາຕານ. ການຕີຄວາມໝາຍຂອງຊາຕານແມ່ນຄວາມຈິງບໍ? ມັນເປັນດ້ານບວກບໍ? (ບໍ່ແມ່ນ.) ມັນບໍ່ແມ່ນຢ່າງແນ່ນອນ. ແນວໃດກໍຕາມ, ເມື່ອຄົນຂີ້ຢ້ານໄດ້ຍິນການຕີຄວາມໝາຍນີ້, ພວກເຂົາບໍ່ພຽງແຕ່ເຫັນດີກັບມັນຢ່າງສິ້ນເຊີງໃນຫົວໃຈຂອງພວກເຂົາ, ແຕ່ພວກເຂົາຍັງຍອມຮັບການຕີຄວາມໝາຍນີ້ຈາກຊາຕານອີກດ້ວຍ. ຜົນຕາມມາກໍຄື ພວກເຂົາຄິດວ່າ ການເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງພວກເຂົາຢ່າງລັບໆ ນັ້ນບໍ່ເໝາະສົມ ແລະ ຕ້ອງເປັນສິ່ງທີ່ຜິດ. ພວກເຂົາຢ້ານຢູ່ສະເໝີວ່າ ມື້ໃດມື້ໜຶ່ງ ພວກເຂົາກໍຈະຖືກທໍລະມານໂດຍສັງຄົມ ແລະ ລັດຖະບານເຊັ່ນກັນ, ໂດຍບໍ່ມີບ່ອນທີ່ຈະໂຕ້ແຍ້ງເພື່ອປ້ອງກັນຕົນເອງ ແລະ ບໍ່ມີໃຜທີ່ຈະຊ່ວຍເຫຼືອ ຫຼື ກອບກູ້ພວກເຂົາ. ດັ່ງນັ້ນ, ພວກເຂົາຈຶ່ງຢ້ານເປັນພິເສດວ່າ ຄົນຈະຮູ້ກ່ຽວກັບການເຊື່ອໃນພຣະເຈົ້າຂອງພວກເຂົາ. ພວກເຂົາບໍ່ຍອມຮັບໃນຫົວໃຈຂອງພວກເຂົາວ່າ ພຣະທຳທີ່ພຣະເຈົ້າໄດ້ສະແດງອອກນັ້ນເປັນຄວາມຈິງ ຫຼື ເສັ້ນທາງທີ່ພຣະເຈົ້ານຳພາຜູ້ຄົນໃຫ້ເດີນນັ້ນເປັນເສັ້ນທາງທີ່ຖືກຕ້ອງ, ແຕ່ພວກເຂົາກໍຍັງຢາກໄດ້ຮັບພອນຈາກພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ຂັດແຍ້ງກັນບໍ? ໃນທີ່ສຸດ, ພວກເຂົາກໍຮູ້ສຶກຄັບແຄ້ນໃຈຢ່າງບໍ່ໜ້າເຊື່ອ ສຳລັບການເຊື່ອໃນພຣະເຈົ້າ ແລະ ການທົນທຸກກັບຄວາມລຳບາກເຫຼົ່ານີ້ໃນສະພາບແວດລ້ອມດັ່ງກ່າວ. ເປັນຫຍັງພວກເຂົາຈຶ່ງຮູ້ສຶກຄັບແຄ້ນໃຈ? ເພາະພວກເຂົາຢ້ານລະບອບທີ່ຊົ່ວຮ້າຍໃນໂລກນີ້ ແລະ ກອງກຳລັງທີ່ຊົ່ວຮ້າຍຂອງມານຮ້າຍ ແລະ ຊາຕານຢ່າງເລິກເຊິ່ງ ແລະ ພວກເຂົາກໍຢ້ານຢູ່ສະເໝີວ່າ ມານຮ້າຍ ແລະ ຊາຕານຈະທໍລະມານພວກເຂົາ ແລະ ເອົາຊີວິດຂອງພວກເຂົາໄປ. ເນື່ອງຈາກພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພວກເຂົາຈຶ່ງປະຕິບັດຕົວຂີ້ຢ້ານເປັນພິເສດ, ເຖິງຂັ້ນບໍ່ເຮັດໜ້າທີ່ຂອງພວກເຂົາພ້ອມກັນເລີຍ. ຖ້າບໍ່ມີອັນຕະລາຍໃດໆ ເລີຍ, ພວກເຂົາກໍຈະເຂົ້າຮ່ວມການເຕົ້າໂຮມ ຫຼື ພົວພັນກັບອ້າຍເອື້ອຍນ້ອງ ຫຼື ເຮັດບາງສິ່ງເພື່ອຄຣິສຕະຈັກ, ແຕ່ພວກເຂົາພຽງແຕ່ບໍ່ກ້າຍອມຮັບວ່າ ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາເປັນສ່ວນໜຶ່ງຂອງຄຣິສຕະຈັກ ຫຼື ຢືນຂຶ້ນເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ຫຼື ເຮັດໜ້າທີ່ຂອງພວກເຂົາ, ພວກເຂົາຢ້ານແທບຕາຍ. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ແຕ່ພວກເຂົາກໍຍັງຢາກໄດ້ຮັບພອນ ແລະ ຈຸດໝາຍປາຍທາງທີ່ດີຈາກພຣະເຈົ້າ. ພວກເຈົ້າວ່າອັນນີ້ມັນຂັດແຍ້ງກັນບໍ່? (ແມ່ນແລ້ວ.) ຄວາມຈົດຈໍ່ຂອງພວກເຂົາກ່ຽວກັບຜົນປະໂຫຍດສ່ວນຕົວຂອງພວກເຂົາເອງບໍ່ໄດ້ປົກບັງຈິດໃຈຂອງພວກເຂົາບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ຖືກຄອບງຳໂດຍຄວາມໂລບ ເພື່ອຜົນປະໂຫຍດສ່ວນຕົວ. ພວກເຂົາບໍ່ເຊື່ອວ່າ ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ແຕ່ພວກເຂົາກໍຍັງຢາກໄດ້ຮັບພອນຈາກພຣະເຈົ້າ. ພວກເຂົາບໍ່ເຊື່ອວ່າ ວຽກງານຂອງຄຣິສຕະຈັກ ແລະ ໜ້າທີ່ທີ່ອ້າຍເອື້ອຍນ້ອງກຳລັງເຮັດນັ້ນເປັນສິ່ງທີ່ຍຸຕິທຳ, ມີຄຸນຄ່າ ແລະ ມີຄວາມໝາຍ. ພວກເຂົາຢ້ານເປັນພິເສດທີ່ຈະເຮັດໜ້າທີ່ທີ່ສຳຄັນ ຫຼື ໜ້າທີ່ທີ່ຜູ້ນໍາ ແລະ ຜູ້ເຮັດວຽກມັກຈະຂໍໃຫ້ພວກເຂົາອອກໄປ ແລະ ຈັດການເລື່ອງຕ່າງໆ, ໂດຍຢ້ານວ່າຖ້າມີຫຍັງຜິດພາດ, ພວກເຂົາຈະຖືກພາດພິງໄປນຳ. ເມື່ອປະເຊີນກັບອັນຕະລາຍ, ຄົນຂີ້ຢ້ານເຫຼົ່ານີ້ກໍສາມາດກາຍເປັນຢູດາ ແລະ ຂາຍຄຣິສຕະຈັກ, ນີ້ເປັນບຸກຄົນທີ່ເປັນອັນຕະລາຍປະເພດໜຶ່ງເຊັ່ນກັນ.

ຄົນຂີ້ຢ້ານມີການສະແດງອອກຫຍັງອີກແດ່? ຄົນເຫຼົ່ານີ້ສາມາດປະຕິເສດ ແລະ ລະຖິ້ມພຣະນາມຂອງພຣະເຈົ້າໄດ້ຕະຫຼອດເວລາ, ທໍລະຍົດພຣະເຈົ້າໄດ້ຕະຫຼອດເວລາ ແລະ ກາຍເປັນຢູດາໄດ້ຕະຫຼອດເວລາ. ຄົນຂີ້ຢ້ານບໍ່ສົມຄວນທີ່ຈະເຂົ້າສູ່ອານາຈັກສະຫວັນ, ນີ້ບໍ່ແມ່ນຄວາມຈິງບໍ? (ແມ່ນແລ້ວ.) ຈຸດຕາຍຂອງຄົນຂີ້ຢ້ານແມ່ນຫຍັງ? (ພວກເຂົາຢ້ານຄວາມຕາຍ ແລະ ສາມາດທໍລະຍົດໄດ້.) ຄົນເຫຼົ່ານີ້ໃຊ້ຊີວິດຢ່າງເລື່ອນລອຍ ແລະ ຕໍ່າຊ້າ, ພວກເຂົາໂລບມາກໃນຊີວິດ ແລະ ຢ້ານກົວຄວາມຕາຍ. ຄວາມຢ້ານກົວຕໍ່ຄວາມຕາຍຄືຈຸດຕາຍຂອງພວກເຂົາ. ຕາບໃດທີ່ພວກເຂົາບໍ່ຕ້ອງຕາຍ, ພວກເຂົາກໍຍິນດີເຮັດທຸກຢ່າງ, ບໍ່ວ່າຈະເປັນການກາຍເປັນຢູດາ, ກາຍເປັນບຸດແຫ່ງຄວາມພິນາດ ຫຼື ຖືກສາບແຊ່ງ, ພວກເຂົາກໍຍິນດີເຮັດທຸກຢ່າງ ຕາບໃດທີ່ພວກເຂົາສາມາດມີຊີວິດຢູ່. ການມີຊີວິດຢູ່ຄືເປົ້າໝາຍສູງສຸດຂອງພວກເຂົາ. ບໍ່ວ່າເຈົ້າຈະໂອ້ລົມແນວໃດວ່າ ຊີວິດ ແລະ ຄວາມຕາຍຂອງຜູ້ຄົນຢູ່ໃນພຣະຫັດຂອງພຣະເຈົ້າ; ພຣະເຈົ້າຄວບຄຸມ, ມີອຳນາດສູງສຸດ ແລະ ປັ້ນແຕ່ງຊະຕາກຳຂອງຜູ້ຄົນ; ແລະ ຜູ້ຄົນຄວນຍອມຈຳນົນຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ, ພວກເຂົາກໍບໍ່ເຊື່ອ ແລະ ບໍ່ຍອມຮັບພຣະທຳເຫຼົ່ານີ້. ລາວພຽງແຕ່ຄິດວ່າ ມັນເປັນໂອກາດຫາຍາກທີ່ຈະໄດ້ເກີດໃໝ່ເປັນມະນຸດ, ສະນັ້ນ ພວກເຂົາບໍ່ສາມາດຕາຍໄດ້ຢ່າງເດັດຂາດ; ລາວຍັງຄິດວ່າ ຫຼັງຈາກທີ່ລາວຕາຍ ແລະ ເນື້ອໜັງຂອງລາວສູນສິ້ນໄປ, ວິນຍານຂອງລາວຈະເກີດໃໝ່ເປັນສັດ ຫຼື ກາຍເປັນຜີທີ່ພະເນຈອນໄປມາ, ໂດຍບໍ່ມີໂອກາດທີ່ຈະໄດ້ເກີດໃໝ່ເປັນມະນຸດອີກເລີຍ. ສະນັ້ນ, ພວກເຂົາຈຶ່ງຢ້ານຄວາມຕາຍເປັນພິເສດ. ສຳລັບພວກເຂົາແລ້ວ, ຄວາມຕາຍຄືໄພພິບັດອັນໃຫຍ່ຫຼວງ, ບໍ່ແມ່ນໂອກາດທີ່ດີສຳລັບການກັບຊາດມາເກີດຄັ້ງຕໍ່ໄປ ແລະ ທັງບໍ່ແມ່ນການເລີ່ມຕົ້ນໃໝ່ສຳລັບການເກີດໃໝ່ອີກຄັ້ງ. ສະນັ້ນ, ພວກເຂົາຈຶ່ງບໍ່ເສຍດາຍສິ່ງໃດ ເພື່ອຮັກສາຊີວິດຂອງພວກເຂົາໄວ້. ເຖິງແມ່ນວ່າມັນໝາຍເຖິງການຂາຍຄົນອື່ນ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍປະເພດໃດໜຶ່ງ ຕໍ່ວຽກງານຂອງຄຣິສຕະຈັກ, ພວກເຂົາກໍຈະບໍ່ລັງເລທີ່ຈະເຮັດມັນ; ແລະ ເຖິງແມ່ນວ່າມັນໝາຍເຖິງການປະຖິ້ມພຣະນາມຂອງພຣະເຈົ້າ, ພວກເຂົາກໍບໍ່ສົນໃຈຜົນທີ່ຈະຕາມມາ, ພວກເຂົາສົນໃຈພຽງແຕ່ການມີຊີວິດຢູ່ຢ່າງປອດໄພ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? (ຄົນທີ່ດຳລົງຊີວິດຢູ່ຢ່າງຕໍ່າຊ້າ.) ພວກເຂົາເປັນຄົນຊັ້ນຕໍ່າ ທີ່ໃຊ້ຊີວິດຢູ່ຢ່າງຕໍ່າຊ້າ! ພວກເຂົາມີຊີວິດຢູ່ໂດຍບໍ່ມີກຽດສັກສີ ຫຼື ຄວາມຊື່ສັດ, ເຕັມໃຈເຮັດທຸກຢ່າງພຽງ ເພື່ອໃຫ້ມີຊີວິດລອດ, ຍອມເຮັດທຸກຢ່າງທີ່ໜ້າອັບອາຍ. ບາງຄົນໄດ້ຄິດໄລ່ໄວ້ໃນຫົວໃຈຂອງພວກເຂົາແລ້ວວ່າ ຕ້ອງເຮັດແນວໃດ ກ່ອນທີ່ພວກເຂົາຈະຜະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ: “ຖ້າຂ້ອຍຖືກຈັບ, ຂ້ອຍກໍຈະເວົ້າ. ເມື່ອມັງກອນແດງທີ່ຍິ່ງໃຫຍ່ທໍລະມານ, ຂົ່ມເຫັງ ແລະ ຂົ່ມຂູ່ພວກເຈົ້າ, ບັງຄັບໃຫ້ພວກເຈົ້າທໍລະຍົດຄຣິສຕະຈັກ, ພວກເຈົ້າທຸກຄົນກໍປະຕິເສດທີ່ຈະເວົ້າຫຍັງອອກມາ. ສ່ວນຂ້ອຍບໍ່ໄດ້ໂງ່ຄືພວກເຈົ້າ ທີ່ຍອມທົນອົດກັ້ນກັບຄວາມເຈັບປວດທາງຮ່າງກາຍ ແທນທີ່ຈະເວົ້າອອກມາ. ຂ້ອຍຈະເວົ້າອອກມາກ ກ່ອນທີ່ຈະຖືກທຸບຕີ ຫຼື ຂົ່ມຂູ່ດ້ວຍຊໍ້າ, ເຫັນບໍ່ວ່າຂ້ອຍສະຫຼາດສໍ່າໃດ! ດັ່ງຄຳເວົ້າທີ່ວ່າ ‘ຄົນສະຫຼາດຍ່ອມປັບຕົວເຂົ້າກັບສະຖານະການ’. ມັນບໍ່ດີບ່ອນໃດທີ່ຂ້ອຍຂາຍອ້າຍເອື້ອຍນ້ອງຂອງຄຣິສຕະຈັກ? ທຸກຄົນກໍຕ້ອງເຫັນແກ່ຕົວ, ແມ່ນບໍ່? ມັນບໍ່ແມ່ນຄວາມໂງ່ຈ້າບໍທີ່ຈະບໍ່ຄິດຫາຕົນເອງ?” ກ່ອນທີ່ຈະມີຫຍັງເກີດຂຶ້ນ, ພວກເຂົາກໍໄດ້ຄິດຫາວິທີປົກປ້ອງຕົນເອງໄວ້ແລ້ວ. ພວກເຂົາຄິດເລື່ອງນີ້ຢ່າງຮອບຄອບມາດົນແລ້ວ. ແມ່ນຫຍັງຄືຫຼັກຄວາມເຊື່ອ ສຳລັບວິທີການປະພຶດຕົນຂອງພວກເຂົາເອງ? “ເປັນຫຍັງຄົນໃດຄົນໜຶ່ງຕ້ອງເຮັດໃຫ້ຊີວິດຂອງພວກເຂົາເອງລຳບາກ? ເປັນຫຍັງຕ້ອງຫົວແຂງແບບນັ້ນ? ມີແຕ່ການເຮັດດີຕໍ່ຕົນເອງເທົ່ານັ້ນ ຊີວິດນີ້ຈຶ່ງຈະບໍ່ໄຮ້ຄ່າ!” ນີ້ຄືຫຼັກການໃນການປະພຶດຕົນຂອງພວກເຂົາ. ພວກເຂົາບໍ່ມີຂອບເຂດທາງສິນທຳ. ພວກເຈົ້າຄິດວ່າຄວນເຮັດແນວໃດກັບຄົນແບບນີ້? (ຖ້າພົບເຫັນຄົນດັ່ງກ່າວ, ຕ້ອງກຳຈັດພວກເຂົາອອກດ້ວຍປັນຍາ ນັ້ນກໍຄື ພວກເຂົາແມ່ນລະເບີດເວລາທີ່ນັບຖອຍຫຼັງ.) ແມ່ນແລ້ວ, ພວກເຂົາຄືລະເບີດເວລາທີ່ນັບຖອຍຫຼັງ. ພວກເຂົາຂີ້ຢ້ານໂດຍສິ້ນເຊີງ ແລະ ເມື່ອອັນຕະລາຍມາເຖິງ, ພວກເຂົາກໍຈະຂາຍຄຣິສຕະຈັກ. ຖ້າຄົນໃດຄົນໜຶ່ງມີຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາຈະໃຊ້ວິທີການທີ່ສະຫຼາດ ເພື່ອຮັບມືກັບສະພາບແວດລ້ອມທີ່ເປັນອັນຕະລາຍ ແລະ ພວກເຂົາຈະມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ພວກເຂົາຈະບໍ່ປ່ອຍໃຫ້ມີການຂັດຂວາງການເຂົ້າຮ່ວມການເຕົ້າໂຮມ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາຈະເຮັດສຸດຄວາມສາມາດຂອງພວກເຂົາ ເພື່ອເສຍສະລະຕົນເອງໃຫ້ພຣະເຈົ້າ ອີງຕາມຄວາມສາມາດ ແລະ ສະຖານະການຂອງພວກເຂົາ ນີ້ຄືການເປີດເຜີຍຂອງຄວາມເປັນມະນຸດທີ່ປົກກະຕິ. ແຕ່ຄົນຂີ້ຢ້ານນັ້ນທະນຸຖະໜອມຊີວິດຂອງພວກເຂົາເປັນພິເສດ; ພວກເຂົາໂລບມາກໃນຊີວິດ ແລະ ຢ້ານກົວຄວາມຕາຍ, ຖືວ່າຊີວິດຂອງພວກເຂົາມີຄ່າເໜືອສິ່ງອື່ນໃດ. ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ບໍ່ສາມາດເຫັນໄດ້ວ່າພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ. ສະນັ້ນ, ເມື່ອຜະເຊີນກັບການຂົ່ມເຫັງ ພວກເຂົາຈຶ່ງຖືກເປີດເຜີຍໂດຍເປັນທຳມະຊາດວ່າເປັນຄົນຂີ້ຢ້ານ. ເພື່ອປົກປ້ອງພວກເຂົາເອງ, ຄົນຂີ້ຢ້ານສາມາດກາຍເປັນຢູດາໄດ້. ຄົນດັ່ງກ່າວເປັນອົງປະກອບອັນຕະລາຍ, ພວກເຂົາເປັນບຸກຄົນທີ່ໜ້າຢ້ານກົວ. ຄຣິສຕະຈັກບໍ່ສາມາດມອບໝາຍວຽກງານໃດໆ ໃຫ້ພວກເຂົາໄດ້ຢ່າງເດັດຂາດ ແລະ ທັງບໍ່ສາມາດອະນຸຍາດໃຫ້ພວກເຂົາເຮັດໜ້າທີ່ໃດໆ ໄດ້. ຖ້າບໍ່ດັ່ງນັ້ນ, ຖ້າພວກເຂົາທໍລະຍົດ ຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກກໍຈະໃຫຍ່ຫຼວງເກີນໄປ; ມັນຈະໄດ້ບໍ່ຄຸ້ມເສຍ.

ຄວາມໜ້າສົງໄສຂອງຄົນທີ່ຂີ້ຢ້ານ ແລະ ມັກສົງໄສນັ້ນ ສະແດງອອກມາແນວໃດ? ບາງຄົນບໍ່ສາມາດເຫັນວຽກງານດ້ານຕ່າງໆ ຂອງເຮືອນຂອງພຣະເຈົ້າຢ່າງແຈ່ມແຈ້ງໄດ້ເລີຍ. ພວກເຂົາບໍ່ຮູ້ວ່າພຣະເຈົ້າກຳລັງເຮັດພາລະກິດຫຍັງແທ້ ຫຼື ພຣະທຳທີ່ພຣະເຈົ້າກ່າວນັ້ນເປັນຄວາມຈິງ ຫຼື ບໍ່. ພວກເຂົາບໍ່ມີຄວາມເຂົ້າໃຈ ຫຼື ມຸມມອງທີ່ຖືກຕ້ອງກ່ຽວກັບເລື່ອງເຫຼົ່ານີ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຢືນຢັນໄດ້ວ່າ ສິ່ງທີ່ກຳລັງເຮັດຢູ່ໃນວຽກງານຂອງເຮືອນຂອງພຣະເຈົ້ານັ້ນແມ່ນຫຍັງແທ້, ວຽກງານນີ້ມີຈຸດປະສົງເພື່ອໃຫ້ໄດ້ຮັບຜົນສຳເລັດຫຍັງ ຫຼື ມັນຖືກເຮັດເພື່ອຈຸດປະສົງໃນການຊ່ວຍໃຫ້ຜູ້ຄົນລອດພົ້ນ ຫຼື ບໍ່. ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງໄດ້ເລີຍ. ພວກເຂົາຍັງບໍ່ເຂົ້າໃຈຢ່າງແຈ່ມແຈ້ງວ່າ ຄຣິສຕະຈັກແມ່ນຫຍັງ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍເທົ່າໃດ, ພວກເຂົາກໍບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາມີຄວາມສົງໄສກ່ຽວກັບອ້າຍເອື້ອຍນ້ອງທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ, ໂດຍຄິດໃນໃຈວ່າ “ຄົນເຫຼົ່ານີ້ຫຍຸ້ງຢູ່ຕະຫຼອດເວລາ, ໄປໆ ມາໆ ທຸກມື້, ພວກເຂົາກຳລັງເຮັດຫຍັງກັນແທ້?” ໂດຍສະເພາະພາຍໃນບໍລິບົດການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ຜູ້ນຳ ແລະ ຜູ້ເຮັດວຽກໂອ້ລົມ ແລະ ປຶກສາຫາລືກ່ຽວກັບວຽກງານບາງຢ່າງຂອງຄຣິສຕະຈັກ ເຊັ່ນ: ວຽກງານບໍລິຫານ, ວຽກງານບຸກຄະລາກອນ, ວຽກງານທົ່ວໄປ ແລະ ໂດຍສະເພາະວຽກງານບາງຢ່າງທີ່ກ່ຽວຂ້ອງກັບການສ່ຽງໄພ, ໂດຍບໍ່ບອກໃຫ້ອ້າຍເອື້ອຍນ້ອງທຳມະດາຮູ້ກ່ຽວກັບເລື່ອງເຫຼົ່ານີ້. ນີ້ເປັນການປົກປ້ອງພວກເຂົາ, ບໍ່ແມ່ນການທຳຮ້າຍພວກເຂົາ. ແນວໃດກໍຕາມ, ບາງຄົນບໍ່ເຂົ້າໃຈເລື່ອງນີ້ ແລະ ຕ້ອງການ ສອບຖາມກ່ຽວກັບເລື່ອງເຫຼົ່ານີ້ຢູ່ສະເໝີ. ຕົວຢ່າງ: ພວກເຂົາສອບຖາມວ່າໜັງສືຖືກພິມຢູ່ໃສ ຫຼື ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນພັກເຊົາຢູ່ໃສ. ການຮູ້ສິ່ງເຫຼົ່ານີ້ຈະເປັນປະໂຫຍດຕໍ່ເຈົ້າບໍ? (ບໍ່.) ເຈົ້າເສຍຫາຍຫຍັງບໍ ຖ້າບໍ່ຮູ້ເລື່ອງເຫຼົ່ານີ້? (ບໍ່.) ການບໍ່ຮູ້ເລື່ອງເຫຼົ່ານີ້ບໍ່ໄດ້ສົ່ງຜົນກະທົບຕໍ່ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງເຈົ້າ, ມັນບໍ່ໄດ້ສົ່ງຜົນກະທົບຕໍ່ການໄດ້ຮັບຄວາມຈິງຂອງເຈົ້າ ແລະ ແນ່ນອນວ່າ ມັນບໍ່ໄດ້ຂັດຂວາງທາງເຂົ້າຊີວິດຂອງເຈົ້າ ຫຼື ການປ່ຽນແປງອຸປະນິໄສຂອງເຈົ້າ. ສະນັ້ນ, ມັນບໍ່ຈຳເປັນແມ່ນບໍ ທີ່ເຈົ້າຕ້ອງສອບຖາມ ແລະ ຊອກຮູ້ກ່ຽວກັບເລື່ອງເຫຼົ່ານີ້? ບາງຄົນທີ່ຕ້ອນຮັບກໍສົງໄສຢູ່ສະເໝີ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກບໍ່ບອກໃຫ້ພວກເຂົາຮູ້ກ່ຽວກັບການໂອ້ລົມ ແລະ ການປຶກສາຫາລືກ່ຽວກັບວຽກງານຄຣິສຕະຈັກ, ພວກເຂົາກໍຄິດວ່າ “ເປັນຫຍັງຜູ້ນຳ ແລະ ຜູ້ເຮັດວຽກຈຶ່ງມັກເຕົ້າໂຮມ ແລະ ໂອ້ລົມກັນລັບຫຼັງຂ້ອຍຢູ່ສະເໝີ? ພວກເຂົາກຳລັງເຮັດກິດຈະກຳຫຍັງກັນຢູ່?” ພວກເຂົາບໍ່ໄດ້ຮັບຮູ້ຂໍ້ມູນສ່ວນຕົວຂອງຜູ້ນຳ ແລະ ຜູ້ເຮັດວຽກບາງຄົນ ແລະ ພວກເຂົາກໍເລີ່ມສົງໄສວ່າ “ເປັນຫຍັງພວກເຂົາຈຶ່ງບໍ່ບອກໃຫ້ຂ້ອຍຮູ້ເລື່ອງນີ້? ຂ້ອຍບໍ່ຮູ້ຊື່ຂອງພວກເຂົາ, ພວກເຂົາອາໄສຢູ່ໃສ ຫຼື ສະຖານະການທີ່ແທ້ຈິງຂອງພວກເຂົາເປັນແນວໃດ. ຄົນເຫຼົ່ານີ້ຈະຫຼອກລວງຂ້ອຍ ຫຼື ທຳຮ້າຍຂ້ອຍໄດ້ບໍ່ ໃນຂະນະທີ່ນຳພາຂ້ອຍໃນການເຊື່ອໃນພຣະເຈົ້າ?” ຍັງມີວຽກງານທີ່ລະອຽດອ່ອນບາງຢ່າງອີກ, ເຊັ່ນ: ວຽກງານທີ່ກ່ຽວຂ້ອງກັບເຄື່ອງຖວາຍ ຫຼື ວຽກງານບາງຢ່າງທີ່ເປັນອັນຕະລາຍ, ສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ຄວນຖາມຕັ້ງແຕ່ທຳອິດ, ແຕ່ຄົນເຫຼົ່ານີ້ກໍຍັງຢາກສອບຖາມກ່ຽວກັບພວກມັນຢູ່ສະເໝີ. ເມື່ອຄົນອື່ນບໍ່ໃຫ້ຄຳຕອບ, ພວກເຂົາກໍຍິ່ງສົງໄສຫຼາຍຂຶ້ນ. ໂດຍສະເພາະ, ມີບາງຄົນທີ່ບໍ່ເຄີຍມີຄວາມເຊື່ອໃນພຣະເຈົ້າຫຼາຍປານໃດຕັ້ງແຕ່ທຳອິດ, ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ພວກເຂົາກໍເຫັນວ່າທຸລະກິດຄອບຄົວຂອງພວກເຂົາດີຂຶ້ນ ແລະ ສະມາຊິກໃນຄອບຄົວຂອງພວກເຂົາກໍມີສຸຂະພາບແຂງແຮງ ແລະ ພວກເຂົາຄິດວ່າ ນີ້ຄືພຣະຄຸນ ແລະ ພຣະພອນຂອງພຣະເຈົ້າ. ດ້ວຍຄວາມສຸກຊົ່ວຄາວນີ້, ພວກເຂົາກໍຖວາຍເງິນຈຳນວນໜຶ່ງ, ແຕ່ຫຼັງຈາກນັ້ນພວກເຂົາກໍເລີ່ມສົງໄສວ່າ “ເງິນທີ່ຂ້ອຍຖວາຍໄປນັ້ນຖືກໃຊ້ຢູ່ໃສ? ມັນຖືກໃຊ້ເພື່ອວຽກງານຄຣິສຕະຈັກບໍ? ມັນຖືກນຳໄປລົງທຶນໃນທຸລະກິດ ຫຼື ໃຊ້ໃນກິດຈະກຳທີ່ຜິດກົດໝາຍບໍ?” ພວກເຂົາຕ້ອງການສອບຖາມ ແລະ ຊອກຮູ້ກ່ຽວກັບເລື່ອງເຫຼົ່ານີ້ຢູ່ສະເໝີ ແລະ ຕ້ອງການຊອກຫາຄວາມຈິງໃຫ້ເຖິງທີ່ສຸດຢູ່ສະເໝີ. ຄວາມສົງໄສຂອງບາງຄົນຍິ່ງໜັກໜ່ວງກວ່ານັ້ນ. ຕົວຢ່າງ: ເມື່ອຄຣິສຕະຈັກຊື້ອຸປະກອນ ຫຼື ເຄື່ອງມືບາງຢ່າງເນື່ອງຈາກຄວາມຕ້ອງການຂອງວຽກງານ ຫຼື ເມື່ອຄຣິສຕະຈັກໃຫ້ການດູແລ ແລະ ການຊ່ວຍເຫຼືອຊີວິດປະຈຳວັນຂອງຜູ້ທີ່ກຳລັງເຮັດໜ້າທີ່ຂອງພວກເຂົາ, ຄົນທີ່ມັກສົງໄສປະເພດນີ້ກໍມັກຈະສົງໄສຢູ່ສະເໝີວ່າ “ເງິນຖືກໃຊ້ຈ່າຍໃນຫຼາຍຂົງເຂດຂະໜາດນັ້ນ, ມັນມາຈາກໃສ? ຄຣິສຕະຈັກກຳລັງເຮັດທຸລະກິດປະເພດໃດໜຶ່ງຢູ່ບໍ? ມີຜູ້ອຸປະຖຳທີ່ຮັ່ງມີ ຫຼື ຜູ້ສະໜັບສະໜູນທີ່ມີອຳນາດຢູ່ເບື້ອງຫຼັງບໍ? ມີກຸ່ມໃດກຸ່ມໜຶ່ງທີ່ສະໜັບສະໜູນຄຣິສຕະຈັກບໍ?” ໂດຍສະເພາະເມື່ອພວກເຂົາໄດ້ຮັບຂ່າວລືທີ່ໄຮ້ມູນຄວາມຈິງ ແລະ ຄຳເວົ້າຊົ່ວຊ້າຈາກເຈົ້າໜ້າທີ່ທີ່ໃສ່ຮ້າຍປ້າຍສີຄຣິສຕະຈັກ, ເຊັ່ນ: ຄຳກ່າວອ້າງວ່າ ຄົນນັ້ນຄົນນີ້ຈາກຄຣິສຕະຈັກໄດ້ຄາດຕະກຳ ແລະ ລະເມີດກົດໝາຍ, ຄົນນັ້ນຄົນນີ້ເປັນອາດຊະຍາກອນທີ່ລັດຕ້ອງການຕົວ, ຄົນນັ້ນຄົນນີ້ໄດ້ຫຼົບໜີໄປຕ່າງປະເທດພ້ອມກັບເງິນຈຳນວນມະຫາສານ ແລະ ອື່ນໆ ອີກ, ຄວາມສົງໄສຂອງພວກເຂົາກ່ຽວກັບຄຣິສຕະຈັກ ແລະ ກ່ຽວກັບວຽກງານຂອງພຣະເຈົ້າກໍຍິ່ງເພີ່ມທະວີຂຶ້ນ. ຄົນດັ່ງກ່າວມີແນວຄິດທີ່ປົກກະຕິບໍ? ພວກເຂົາສາມາດເຫັນຫຼັກການທີ່ຜູ້ເຊື່ອຄວນປະຕິບັດຕາມຢ່າງແຈ່ມແຈ້ງໄດ້ບໍ? ສຳລັບຄົນສ່ວນໃຫຍ່, ຫຼັງຈາກທີ່ພວກເຂົາແນ່ໃຈແລ້ວວ່າ ນີ້ຄືວຽກງານຂອງພຣະເຈົ້າ, ພວກເຂົາກໍຈະບໍ່ມີຄວາມສົງໄສກ່ຽວກັບພຣະເຈົ້າອີກຕໍ່ໄປ. ບໍ່ວ່າຈະມີບັນຫາຫຍັງ ຫຼື ຄົນປະເພດໃດປາກົດຕົວໃນຄຣິສຕະຈັກ, ພວກເຂົາກໍສາມາດເຂົ້າຫາພວກເຂົາຕາມພຣະທຳຂອງພຣະເຈົ້າ. ແມ່ນແຕ່ຖ້າຄົນຊົ່ວຊ້າ ຫຼື ພວກຕໍ່ຕ້ານພຣະຄຣິດກໍ່ກວນ, ພວກເຂົາກໍສາມາດເຂົ້າໃຈມັນໄດ້ຢ່າງຖືກຕ້ອງ. ພວກເຂົາບໍ່ເຄີຍມີຄວາມສົງໄສກ່ຽວກັບພຣະເຈົ້າ ຫຼື ພາລະກິດຂອງພຣະເຈົ້າ ຫຼື ກ່ຽວກັບຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າ. ຢ່າງຫຼາຍທີ່ສຸດ, ພວກເຂົາອາດຈະມີຄວາມຄິດເຫັນກ່ຽວກັບບຸກຄົນໃດໜຶ່ງ ຫຼື ມີແນວຄິດບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ, ແຕ່ພວກເຂົາກໍສາມາດແກ້ໄຂສິ່ງເຫຼົ່ານີ້ໄດ້ເທື່ອລະໜ້ອຍ ຜ່ານການດຳເນີນຊີວິດໃນຄຣິສຕະຈັກ. ແຕ່ຄົນທີ່ມັກສົງໄສນັ້ນແຕກຕ່າງ. ຕັ້ງແຕ່ເລີ່ມຕົ້ນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາກໍມີຄວາມສົງໄສ ແລະ ແນວຄິດທຸກປະເພດ. ພວກເຂົາບໍ່ແນ່ໃຈວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່, ບໍ່ແນ່ໃຈວ່າການທີ່ພຣະເຈົ້າສະແດງພຣະທຳເຫຼົ່ານີ້ເປັນວຽກງານຂອງພຣະເຈົ້າ ຫຼື ບໍ່ ແລະ ຍິ່ງບໍ່ແນ່ໃຈວ່າການທີ່ອ້າຍເອື້ອຍນ້ອງເຕົ້າໂຮມກັນນັ້ນເປັນຄຣິສຕະຈັກຂອງພຣະເຈົ້າ ຫຼື ບໍ່. ພວກເຂົາມີຄວາມສົງໄສຢູ່ຕະຫຼອດເວລາ ແລະ ມັກຈະຊອກຫາຫຼັກຖານທີ່ເປັນຈິງ ເພື່ອພິສູດວ່າຄວາມສົງໄສຂອງພວກເຂົາຖືກຕ້ອງ. ນີ້ແມ່ນທັດສະນະຄະຕິປະເພດໃດ? ເຈົ້າຄິດວ່າຄົນທີ່ມີທັດສະນະຄະຕິແບບນີ້ຈະສາມາດເຂົ້າໃຈຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້ບໍ? (ບໍ່.) ພວກເຂົາຈະບໍ່ເຂົ້າໃຈຄວາມຈິງໄດ້ເລີຍຈັກເທື່ອ. ພວກເຂົາໃສ່ໃຈເລື່ອງໃດຫຼາຍທີ່ສຸດໃນຫົວໃຈຂອງພວກເຂົາ? ພວກເຂົາມັກຈະຄິດໄຕ່ຕອງຢູ່ສະເໝີວ່າ “ຄົນເຫຼົ່ານີ້ແມ່ນໃຜ? ນີ້ແມ່ນອົງການຈັດຕັ້ງທາງສັງຄົມປະເພດໃດໜຶ່ງບໍ? ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະຈັດຫາຄ່າຄອງຊີບໃຫ້ຄົນເຫຼົ່ານີ້ ໃນຂະນະທີ່ຂ້ອຍຕ້ອນຮັບພວກເຂົາ, ຂ້ອຍກໍຍັງສ່ຽງໄພໂດຍການເປັນເຈົ້າພາບໃຫ້ພວກເຂົາ. ສະນັ້ນ, ພຣະເຈົ້າຈະຈື່ຈຳການກະທຳທີ່ດີຂອງຂ້ອຍບໍ? ຖ້າພຣະເຈົ້າບໍ່ຈື່ຈຳ, ການຕ້ອນຮັບຂອງຂ້ອຍຈະບໍ່ສູນເປົ່າບໍ?” ພວກເຂົາມີຄວາມສົງໄສດັ່ງກ່າວຢູ່ໃນໃຈຂອງພວກເຂົາຢູ່ຕະຫຼອດເວລາ. ເຈົ້າຄິດວ່າພວກເຂົາຕ້ອນຮັບອ້າຍເອື້ອຍນ້ອງດ້ວຍຄວາມເຕັມໃຈບໍ? (ບໍ່.) ພວກເຂົາເຮັດມັນທັງໝົດດ້ວຍຄວາມປາຖະໜາທີ່ຈະໄດ້ຮັບພຣະພອນ, ໃນຂະນະທີ່ເຕັມໄປດ້ວຍຄວາມສົງໄສ. ໂດຍສະເພາະເມື່ອພວກເຂົາໄດ້ຍິນບາງສິ່ງທີ່ພວກເຂົາບໍ່ສາມາດເຫັນໄດ້ຢ່າງແຈ່ມແຈ້ງ ແລະ ຖືວ່າເປັນດ້ານລົບຕາມແນວຄິດຂອງພວກເຂົາ, ຄວາມສົງໄສໃນໃຈຂອງພວກເຂົາກໍຍິ່ງເພີ່ມຂຶ້ນ. ຕົວຢ່າງ: ໃນລະຫວ່າງການເຕົ້າໂຮມ, ບາງຄົນອາດຈະຍົກຫົວຂໍ້ທີ່ກ່ຽວຂ້ອງກັບການກະທຳຂອງລະບອບມັງກອນແດງທີ່ຍິ່ງໃຫຍ່ ແລະ ໃບໜ້າທີ່ຂີ້ຮ້າຍຂອງບັນດາກະສັດຜີມານ ຫຼື ບາງຄັ້ງການໂອ້ລົມຄວາມຈິງກໍກ່ຽວຂ້ອງກັບການກົດຂີ່ຂົ່ມເຫັງ ແລະ ການຈັບກຸມທີ່ດຳເນີນໂດຍມັງກອນແດງທີ່ຍິ່ງໃຫຍ່ ແລະ ທຳມະຊາດ-ແກ່ນແທ້ຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ອື່ນໆ. ຫົວຂໍ້ເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບການເມືອງແທ້ໆ, ພວກມັນພຽງແຕ່ຊ່ວຍໃຫ້ຜູ້ຄົນຮຽນຮູ້ທີ່ຈະແຍກແຍະມັງກອນແດງທີ່ຍິ່ງໃຫຍ່ ແລະ ເຫັນໃບໜ້າຂອງມັນຢ່າງແຈ່ມແຈ້ງ ເພື່ອໃຫ້ພວກເຂົາສາມາດກຽດຊັງ ແລະ ປະຕິເສດມັງກອນແດງທີ່ຍິ່ງໃຫຍ່ ແລະ ບໍ່ຖືກຈຳກັດ ແລະ ຜູກມັດໂດຍອິດທິພົນຂອງຊາຕານອີກຕໍ່ໄປ. ແຕ່ເມື່ອຄົນທີ່ຊ່າງສົງໄສໄດ້ຍິນຫົວຂໍ້ດັ່ງກ່າວ, ພວກເຂົາກໍຂີ້ຢ້ານ ແລະ ຢ້ານກົວ: “ຄົນເຫຼົ່ານີ້ແມ່ນແຕ່ປຶກສາຫາລືເລື່ອງການເມືອງ! ພວກເຂົາບໍ່ແມ່ນອາດຊະຍາກອນທາງການເມືອງບໍ? ພວກເຂົາບໍ່ແມ່ນພວກປະຕິວັດຕ້ານລັດຖະບານບໍ? ຫົວຂໍ້ເຫຼົ່ານີ້ລະອຽດອ່ອນເກີນໄປ! ຟ້າວ, ປິດປະຕູປ່ອງຢ້ຽມ, ລັອກປະຕູ, ຖອດສາຍອິນເຕີເນັດ ແລະ ສາຍໂທລະສັບອອກ! ຖ້າລັດຖະບານລັກຟັງເລື່ອງນີ້, ພວກເຮົາອາດຈະເດືອດຮ້ອນໜັກ! ພວກເຮົາຈະຖືກຕັດສິນຈຳຄຸກຕະຫຼອດຊີວິດແນ່ນອນ!” ພວກເຂົາບໍ່ເຕັມໃຈທີ່ຈະຟັງຫົວຂໍ້ດັ່ງກ່າວ ແລະ ຈະພະຍາຍາມທຸກວິທີທາງເພື່ອຂັດຂວາງການໂອ້ລົມ ເພື່ອຢຸດບໍ່ໃຫ້ມີການປຶກສາຫາລືກັນ. ພວກເຂົາຄິດໃນໃຈວ່າ “ຄົນເຫຼົ່ານີ້ເຮັດວຽກງານປະເພດໃດກັນແທ້? ມີຄົນເວົ້າວ່າພຣະເຈົ້າບໍ່ໄດ້ຫຍຸ້ງກ່ຽວກັບການເມືອງຂອງມະນຸດ, ສະນັ້ນ ເປັນຫຍັງຄົນເຫຼົ່ານີ້ຈຶ່ງເວົ້າເລື່ອງການເມືອງ? ຜູ້ເຊື່ອບໍ່ຄວນເວົ້າແຕ່ເລື່ອງການເຊື່ອໃນພຣະເຈົ້າບໍ? ເປັນຫຍັງພວກເຂົາຈຶ່ງປຶກສາຫາລືເລື່ອງເຫຼົ່ານີ້? ນີ້ບໍ່ແມ່ນການຫາເລື່ອງໃສ່ຕົວບໍ? ຖ້າພວກເຂົາຢາກເວົ້າເລື່ອງເຫຼົ່ານີ້, ພວກເຂົາສາມາດໄປເວົ້າຢູ່ໃສກໍໄດ້, ແຕ່ພວກເຂົາຕ້ອງບໍ່ເວົ້າຢູ່ໃນເຮືອນຂອງຂ້ອຍ. ຂ້ອຍບໍ່ຢາກພົວພັນກັບເລື່ອງແບບນີ້ດອກ!” ພວກເຂົາບໍ່ສາມາດເຫັນສິ່ງໃດຢ່າງແຈ່ມແຈ້ງ. ເມື່ອພວກເຂົາໄດ້ຍິນຂ່າວລືບາງຢ່າງທີ່ລັດຖະບານສ້າງຂຶ້ນ, ບໍ່ພຽງແຕ່ພວກເຂົາບໍ່ສາມາດແຍກແຍະໄດ້, ແຕ່ຄວາມສົງໄສຂອງພວກເຂົາກໍຍິ່ງເພີ່ມຂຶ້ນ. ຖ້າພວກເຂົາມັກຊ່າງສົງໄສ ແລະ ບໍ່ເຊື່ອໝັ້ນຕໍ່ກຸ່ມຜີມານຊົ່ວຮ້າຍທີ່ກຳອຳນາດ ຫຼື ກຸ່ມອຳນາດຂອງພວກຕໍ່ຕ້ານພຣະຄຣິດ ແລະ ນິກາຍຂອງວິນຍານຊົ່ວໃນສາສະໜາ, ສິ່ງນັ້ນກໍຈະຊ່ວຍປົກປ້ອງພວກເຂົາໄດ້ແທ້ໆ. ແຕ່ໃນຄຣິສຕະຈັກທີ່ພຣະເຈົ້າເຮັດວຽກ, ພຣະເຈົ້າໄດ້ສະແດງອອກຄວາມຈິງຫຼາຍປານນັ້ນ, ແຕ່ພວກເຂົາກໍຍັງບໍ່ສາມາດເຂົ້າໃຈມັນໄດ້ ແລະ ບໍ່ສາມາດກຳນົດໄດ້ວ່າມັນຄືຫົນທາງທີ່ແທ້ຈິງ. ຫຼັງຈາກທີ່ຟັງຄຳເທດສະໜາມາດົນ ແລະ ເຫັນພຣະເຈົ້າກ່າວຫຼາຍປານນັ້ນ, ຄວາມຊ່າງສົງໄສຂອງພວກເຂົາກໍຍັງບໍ່ໄດ້ຮັບການແກ້ໄຂ ແລະ ແນວຄິດ ແລະ ຈິນຕະນາການຂອງພວກເຂົາກໍຍັງບໍ່ໄດ້ຖືກກຳຈັດອອກໄປ. ເຫັນໄດ້ຊັດວ່າຄວາມສາມາດຂອງພວກເຂົາຕໍ່າຕ້ອຍເກີນໄປ, ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ເລີຍ ແລະ ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຕັ້ງແຕ່ເລີ່ມຕົ້ນຄວາມເຊື່ອໃນພຣະເຈົ້າ, ພວກເຂົາບໍ່ເຄີຍເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ພວກເຂົາບໍ່ເຄີຍເຊື່ອວ່າພຣະທຳທັງໝົດຂອງພຣະເຈົ້າເປັນຄວາມຈິງ; ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຄີຍເຊື່ອວ່າວຽກງານຂອງເຮືອນຂອງພຣະເຈົ້າຖືກນຳພາໂດຍພຣະວິນຍານບໍລິສຸດຢ່າງເຕັມສ່ວນ. ດ້ວຍເຫດນີ້, ທຸກສິ່ງຈຶ່ງເຮັດໃຫ້ພວກເຂົາສົງໄສ. ຕົວຢ່າງ: ເມື່ອໂອ້ລົມກ່ຽວກັບການແຍກແຍະຄົນປະເພດຕ່າງໆ ໃນລະຫວ່າງການເຕົ້າໂຮມ, ພວກເຮົາອາດຈະເວົ້າເຖິງວິທີທີ່ພວກຕໍ່ຕ້ານພຣະຄຣິດນຳພາຢ່າງຜິດໆ; ຫຼື ວິທີທີ່ບາງຄົນບໍ່ໄດ້ເຮັດວຽກງານທີ່ແທ້ຈິງໃດໆ ເຖິງແມ່ນວ່າທຸກສິ່ງທີ່ພວກເຂົາບໍລິໂພກ ແລະ ເພີດເພີນນັ້ນກໍໄດ້ຮັບການຈັດຫາໃຫ້ໂດຍໃຊ້ເຄື່ອງຖວາຍຂອງພຣະເຈົ້າ, ເຊິ່ງກໍຄືການອາໄສຄຣິສຕະຈັກກິນ; ຫຼື ວິທີທີ່ບາງຄົນລັກ ຫຼື ຟຸມເຟືອຍເຄື່ອງຖວາຍ; ຫຼື ວິທີທີ່ບຸກຄົນບາງຄົນໃນຄຣິສຕະຈັກມີສ່ວນຮ່ວມໃນການລ່ວງປະເວນີ; ຫຼື ວິທີທີ່ບາງຄົນເຮັດສິ່ງທີ່ເຮັດໃຫ້ພຣະເຈົ້າເສື່ອມເສຍກຽດ ໃນຂະນະທີ່ປະກາດຂ່າວປະເສີດ. ພວກເຮົາປຶກສາຫາລືເລື່ອງເຫຼົ່ານີ້ເພື່ອໃຫ້ຜູ້ຄົນສາມາດຮຽນຮູ້ວິທີແຍກແຍະຄົນອື່ນ ແລະ ເພື່ອໃຫ້ພວກເຂົາສາມາດເບິ່ງຜູ້ຄົນ ແລະ ເລື່ອງຕ່າງໆ ຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ຖອດຖອນບົດຮຽນ ແລະ ຮຽນຮູ້ຈາກສິ່ງເຫຼົ່ານີ້ ແລະ ຫຼີກລ່ຽງການຖືກນຳພາຢ່າງຜິດໆ ຫຼື ຖືກຈຳກັດໂດຍຄົນອື່ນ. ແນວໃດກໍຕາມ, ເມື່ອຄົນທີ່ຊ່າງສົງໄສໄດ້ຍິນສິ່ງເຫຼົ່ານີ້, ພວກເຂົາກໍເວົ້າວ່າ “ໂອຍ, ບໍ່! ນີ້ຄືເຮືອນຂອງພຣະເຈົ້າ, ສະຖານທີ່ທີ່ວຽກງານຂອງພຣະເຈົ້າຖືກເຮັດ, ເລື່ອງແບບນີ້ຈະເກີດຂຶ້ນຢູ່ທີ່ນີ້ໄດ້ແນວໃດ? ເບິ່ງຄືວ່າຂ້ອຍສົງໄສຖືກຕ້ອງແລ້ວແຕ່ກ່ອນ. ຂ້ອຍຕ້ອງລະມັດລະວັງໃຫ້ຫຼາຍກວ່ານີ້ຕັ້ງແຕ່ນີ້ໄປ. ຜູ້ຄົນທັງໝົດເຊື່ອຖືບໍ່ໄດ້ເກີນໄປ ແລະ ເຮືອນຂອງພຣະເຈົ້າກໍເຊື່ອຖືບໍ່ໄດ້ຄືກັນ. ແລ້ວພຣະເຈົ້າເຊື່ອຖືໄດ້ບໍ? ໃຜຈະຮູ້, ບາງທີພຣະເຈົ້າກໍອາດຈະເຊື່ອຖືບໍ່ໄດ້ຄືກັນ”. ເຫັນບໍ່, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ທັງບໍ່ສາມາດຢັ່ງຮູ້ມັນໄດ້. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມຄວາມຈິງດ້ານໃດກໍຕາມ, ໃນທີ່ສຸດແລ້ວພວກເຂົາໄດ້ຂໍ້ສະຫຼຸບຫຍັງສະເໝີ? ນັ້ນກໍຄື ພວກເຂົາສົງໄສຖືກຕ້ອງແລ້ວຕະຫຼອດຫຼາຍປີທີ່ຜ່ານມາ ແລະ ສິ່ງນີ້ກໍບໍ່ແມ່ນເລື່ອງໄຮ້ສາລະ. ຖ້າຜູ້ທີ່ສະແຫວງຫາຄວາມຈິງ ແລະ ມີແນວຄິດຂອງຄວາມເປັນມະນຸດທີ່ປົກກະຕິໄດ້ຍິນສິ່ງເຫຼົ່ານີ້, ພວກເຂົາກໍສາມາດປະຕິບັດຕໍ່ມັນຢ່າງຖືກຕ້ອງ. ໃນດ້ານໜຶ່ງ, ພວກເຂົາໄດ້ເປີດຫູເປີດຕາ ແລະ ໄດ້ຮັບການແຍກແຍະຈາກສິ່ງເຫຼົ່ານີ້. ໃນອີກດ້ານໜຶ່ງ, ພວກເຂົາສາມາດຖອດຖອນບົດຮຽນ ແລະ ຮຽນຮູ້ຈາກສິ່ງເຫຼົ່ານີ້ ແລະ ເຂົ້າໃຈວ່າຜູ້ຄົນບໍ່ສາມາດຕິດຕາມຄົນອື່ນໄດ້, ພວກເຂົາຕ້ອງແຍກແຍະຄົນອື່ນ ແລະ ເຂົ້າໃຈຄວາມຈິງໃຫ້ຫຼາຍຂຶ້ນ ແລະ ຄົນເຮົາສາມາດຖືກນຳພາຢ່າງຜິດໆ ໄດ້ທຸກເວລາ ແລະ ທຸກສະຖານທີ່ ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ເມື່ອພວກເຂົາເຂົ້າໃຈຄວາມຈິງ ແລະ ມີສະຖານະແລ້ວ, ພວກເຂົາກໍຈະບໍ່ຖືກຈຳກັດ, ນຳພາຢ່າງຜິດໆ ຫຼື ຄວບຄຸມໂດຍຄົນອື່ນ. ແນວໃດກໍຕາມ, ຄົນທີ່ຊ່າງສົງໄສຈະບໍ່ມີວັນຄິດແບບນີ້. ຍິ່ງເຮືອນຂອງພຣະເຈົ້າໂອ້ລົມກ່ຽວກັບການແຍກແຍະຄົນ ແລະ ເລື່ອງຕ່າງໆ ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າຄວາມສົງໄສຂອງພວກເຂົາຖືກຕ້ອງ ແລະ ໄດ້ຮັບການຢືນຢັນຫຼາຍຂຶ້ນ: “ເບິ່ງແມະ, ຂ້ອຍເປັນຄົນສະຫຼາດ! ເປັນສິ່ງດີທີ່ຂ້ອຍເຝົ້າລະວັງ. ຄົນມັກເວົ້າວ່າ ຂ້ອຍຊ່າງສົງໄສ ແລະ ບໍ່ເຊື່ອໃຜ, ແຕ່ຂໍ້ແທ້ຈິງກໍພິສູດແລ້ວວ່າ ຂ້ອຍເຮັດຖືກທີ່ເປັນຄົນຊ່າງສົງໄສ. ເບິ່ງພວກເຈົ້າແມ, ໂງ່ອີ່ຫຼີ! ໃນການເຊື່ອພຣະເຈົ້າ, ພວກເຈົ້າຮູ້ພຽງແຕ່ປະຕິບັດໜ້າທີ່ ແລະ ເວົ້າກ່ຽວກັບປະສົບການຄວາມເຂົ້າໃຈເທົ່ານັ້ນ. ສິ່ງນັ້ນມີປະໂຫຍດຫຍັງ? ມັນສາມາດປົກປ້ອງເຈົ້າໄດ້ບໍ? ບໍ່! ບໍ່ວ່າເຈົ້າຈະປະເຊີນກັບສະຖານະການໃດກໍຕາມ, ເຈົ້າຈະສາມາດປົກປ້ອງຕົນເອງໄດ້ກໍຕໍ່ເມື່ອເຈົ້າລະມັດລະວັງຫຼາຍຂຶ້ນ ແລະ ຕັ້ງຄຳຖາມຫຼາຍຂຶ້ນ. ເຈົ້າຕ້ອງລະວັງທຸກຄົນ. ເຈົ້າບໍ່ສາມາດເພິ່ງພາໃຜໄດ້ເທົ່າກັບຕົນເອງ, ແມ່ນແຕ່ພໍ່ແມ່ຂອງຕົນເອງກໍບໍ່ໄດ້!” ພວກເຈົ້າວ່າຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາເປັນຜູ້ເຊື່ອໃນພຣະເຈົ້າບໍ? (ບໍ່.) ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບວຽກງານປະເພດໃດ ຫຼື ແຍກແຍະຄົນປະເພດໃດ ແລະ ບໍ່ວ່າພຣະເຈົ້າຈະຈັດຕັ້ງສະພາບແວດລ້ອມໃດໃຫ້ຜູ້ຄົນ, ຈຸດປະສົງກໍຄືເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າໄດ້ຮຽນຮູ້ບົດຮຽນຈາກສິ່ງເຫຼົ່ານີ້, ເພື່ອໃຫ້ພວກເຂົາໄດ້ຮັບການຝຶກຝົນໃນອານາຈັກໃນແບບທີ່ເປັນຈິງຫຼາຍຂຶ້ນ ແລະ ເພື່ອໃຫ້ພວກເຂົາ, ຜ່ານບົດຮຽນທີ່ເປັນຈິງເຫຼົ່ານີ້, ເຂົ້າໃຈຄວາມຈິງ ແລະ ໄດ້ຮັບການແຍກແຍະຕໍ່ຜູ້ຄົນ, ເຫັນຜູ້ຄົນ ແລະ ເລື່ອງຕ່າງໆ ຢ່າງແຈ່ມແຈ້ງ ແລະ ດັ່ງນັ້ນຈຶ່ງເຂົ້າໃຈໄດ້ດີຂຶ້ນວ່າ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເປັນຈິງອັນໃດແທ້ ທີ່ພຣະທຳ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກນັ້ນກ່າວເຖິງ. ແຕ່ຄົນທີ່ຊ່າງສົງໄສບໍ່ພຽງແຕ່ບໍ່ສາມາດຮຽນຮູ້ບົດຮຽນໃດໆ ຈາກສິ່ງເຫຼົ່ານີ້, ແຕ່ກົງກັນຂ້າມ ພວກເຂົາກໍຍິ່ງຊ່າງສົງໄສ ແລະ ເຈົ້າເລ່ຫຼາຍຂຶ້ນ.

ບາງຄົນທີ່ຊ່າງສົງໄສ, ເມື່ອໃດກໍຕາມທີ່ພວກເຂົາເວົ້າ ຫຼື ເຮັດບາງຢ່າງໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະລະມັດລະວັງຢ່າງທີ່ສຸດຢູ່ສະເໝີ, ໂດຍຢ້ານຢູ່ຕະຫຼອດເວລາວ່າອ້າຍເອື້ອຍນ້ອງ ຫຼື ຜູ້ນຳ ແລະ ຜູ້ເຮັດວຽກຈະລິຮານພວກເຂົາ ຫຼື ແມ່ນແຕ່ທໍລະມານພວກເຂົາ. ພວກເຂົາເວົ້າວ່າ, “ຖ້າຂ້ອຍເຊົາເຊື່ອໃນພຣະເຈົ້າ ແລະ ອອກຈາກຄຣິສຕະຈັກ, ຄຣິສຕະຈັກຈະແກ້ແຄ້ນຂ້ອຍບໍ?” ພວກເຂົາຄວນສະບາຍໃຈໄດ້ເລີຍກ່ຽວກັບເລື່ອງນີ້. ຖ້າຜູ້ບໍ່ເຊື່ອຄົນໜຶ່ງອອກຈາກຄຣິສຕະຈັກ, ມັນກໍເປັນທີ່ປິຕິຍິນດີຂອງທຸກຝ່າຍ, ມັນເປັນປະໂຫຍດຕໍ່ທຸກຄົນ. ສະນັ້ນ, ຖ້າເຈົ້າຢາກອອກຈາກຄຣິສຕະຈັກ ຫຼື ຍອມແພ້ຕໍ່ໜ້າທີ່ຂອງເຈົ້າເພື່ອທີ່ຈະກັບບ້ານ ແລະ ໃຊ້ຊີວິດຂອງເຈົ້າ, ເຈົ້າກໍຄວນຍົກເລື່ອງນີ້ຂຶ້ນມາຢ່າງກ້າຫານໂດຍບໍ່ຕ້ອງກັງວົນ. ເຈົ້າຍັງສາມາດຂຽນຄຳຖະແຫຼງການໄດ້, ໂດຍກ່າວວ່າ: “ນັບແຕ່ວັນທີນັ້ນເດືອນນັ້ນ, ຂ້ອຍຂໍອອກຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງເປັນທາງການ ແລະ ຖອນຕົວອອກຈາກຖັນແຖວຂອງຜູ້ທີ່ກຳລັງປະຕິບັດໜ້າທີ່”. ເຮັດແບບນີ້ໄດ້ຢ່າງສົມບູນ. ປະຕູຂອງເຮືອນຂອງພຣະເຈົ້າເປີດຢູ່ສະເໝີ ແລະ ເຈົ້າສາມາດອອກໄປຢ່າງກ້າຫານ ໂດຍບໍ່ຕ້ອງກັງວົນວ່າຈະມີໃຜແກ້ແຄ້ນເຈົ້າ. ບໍ່ຈຳເປັນຕ້ອງຢ້ານ ຫຼື ສົງໄສ. ເຈົ້າເຫັນຄົນຊົ່ວຊ້າຄົນໃດໃນທ່າມກາງຄົນເຫຼົ່ານີ້ໃນຄຣິສຕະຈັກບໍ? ບໍ່ມີຢ່າງເດັດຂາດ. ແມ່ນແຕ່ຖ້າມີຄົນຊົ່ວຊ້າ, ພວກເຂົາກໍຕ້ອງຖືກສະສາງອອກໄປ. ຄົນສ່ວນໃຫຍ່ມີພຶດຕິກຳທີ່ດີ ແລະ ມັກເດີນໃນຫົນທາງທີ່ຖືກຕ້ອງໃນຊີວິດ. ການແກ້ແຄ້ນ ຫຼື ການທຳຮ້າຍຄົນອື່ນເປັນການລະເມີດຫຼັກການຄວາມຈິງ ແລະ ພວກເຂົາບໍ່ສາມາດເຮັດສິ່ງດັ່ງກ່າວໄດ້ເດັດຂາດ. ພວກເຈົ້າຄິດວ່າມີຫຍັງຜິດພາດກັບວິທີທີ່ຄົນທີ່ຊ່າງສົງໄສປະພຶດຕົນ? ພວກເຂົາມີພຽງແຕ່ຈິດໃຈທີ່ຄັບແຄບ, ບໍ່ມີສະຕິປັນຍາ. ພວກເຂົາເຊື່ອວ່າຈິດໃຈທີ່ເຈົ້າເລ່, ຫຼອກລວງ ແລະ ບໍ່ໄວ້ວາງໃຈຂອງພວກເຂົາຄືຮູບແບບປັນຍາທີ່ສູງສຸດ ເມື່ອເວົ້າເຖິງວິທີທີ່ພວກເຂົາປະພຶດຕົນ. ພວກເຂົາບໍ່ສົນໃຈຫຼັກການຄວາມຈິງ ຫຼື ວຽກງານ ແລະ ພຣະທຳຂອງພຣະເຈົ້າ, ພວກເຂົາທັງບໍ່ເຂົ້າໃຈ ແລະ ທັງບໍ່ສະແຫວງຫາ. ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາດຳລົງຊີວິດຢູ່ຕາມປັດຊະຍາຂອງຊາຕານເທົ່ານັ້ນ ໂດຍຄິດວ່າ “ບໍ່ວ່າຈະມີຫຍັງເກີດຂຶ້ນກັບຂ້ອຍ, ຂ້ອຍກໍຄວນຕັ້ງຄຳຖາມໃຫ້ຫຼາຍຂຶ້ນ. ນອກຈາກນີ້, ຂ້ອຍຄິດວ່າບໍ່ວ່າຂ້ອຍຈະມີຄວາມສົງໄສຕໍ່ໃຜກໍຕາມ, ມັນກໍສົມເຫດສົມຜົນທີ່ຂ້ອຍຈະເຮັດເຊັ່ນນັ້ນ ແລະ ບໍ່ວ່າຄວາມສົງໄສຂອງຂ້ອຍຈະສອດຄ່ອງກັບຄວາມຈິງ ຫຼື ບໍ່, ມັນກໍເປັນສິ່ງທີ່ຖືກຕ້ອງ. ສະຫຼຸບແລ້ວ, ການສົງໄສຫຼາຍຂຶ້ນເມື່ອປະເຊີນກັບສະຖານະການຕ່າງໆ ກໍເປັນປະໂຫຍດຕໍ່ຂ້ອຍ”. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາດົນຈັກປີ, ພວກເຂົາກໍບໍ່ເຄີຍສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ທັງບໍ່ເຄີຍສະແຫວງຫາຄຳຕອບໃນພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາ ແລະ ຄວາມສົງໄສຕ່າງໆ ທີ່ພວກເຂົາມີ. ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາເພິ່ງພາຈິດໃຈຂອງຕົນເອງ, ແນວຄິດທີ່ບໍ່ໄວ້ວາງໃຈ, ປັດຊະຍາສຳລັບການປະພຶດຕົນໃນທາງໂລກ ຫຼື ປະສົບການຊີວິດຂອງຕົນເອງເພື່ອວິເຄາະ ແລະ ຈັດການກັບເລື່ອງເຫຼົ່ານີ້. ໃນທີ່ສຸດ, ຍິ່ງພວກເຂົາປະເຊີນກັບສະຖານະການຕ່າງໆ ຫຼາຍຂຶ້ນ ແລະ ຍິ່ງພວກເຂົາໄດ້ຍິນຂໍ້ມູນປະເພດຕ່າງໆ ຫຼາຍຂຶ້ນ, ບໍ່ພຽງແຕ່ທຳມະຊາດທີ່ຊ່າງສົງໄສຂອງພວກເຂົາຈະບໍ່ປ່ຽນແປງ, ແຕ່ຄວາມສົງໄສຂອງພວກເຂົາກໍຍິ່ງເພີ່ມຂຶ້ນ. ຕົວຢ່າງ: ເມື່ອຄົນທີ່ຊ່າງສົງໄສປະເພດນີ້ໄດ້ເຊື່ອໃນພຣະເຈົ້າມາໜຶ່ງ ຫຼື ສອງປີ ແລະ ໄດ້ຍິນກ່ຽວກັບເຫດການຈ້າວຢວນ ທີ່ພັກກອມມູນິດຈີນປັ້ນແຕ່ງຂຶ້ນ ເພື່ອໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ, ພວກເຂົາກໍຄິດວ່າ “ບາງທີ ມັນອາດຈະຖືກເຮັດໂດຍເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າມັນບໍ່ໄດ້ຖືກສັ່ງໂດຍເຮືອນຂອງພຣະເຈົ້າ, ມັນກໍຕ້ອງຖືກເຮັດໂດຍອ້າຍເອື້ອຍນ້ອງບາງຄົນທີ່ຢູ່ຂັ້ນລຸ່ມ ແລະ ພວກເຈົ້າພຽງແຕ່ບໍ່ຍອມຮັບມັນ”. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາສາມຫາຫ້າປີ, ພວກເຂົາກໍຍັງເຊື່ອການບອກເລົ່າເຖິງເຫດການຈາກມັງກອນແດງທີ່ຍິ່ງໃຫຍ່. ແມ່ນແຕ່ຫຼັງຈາກແປດຫາສິບປີ, ຄວາມສົງໄສຂອງພວກເຂົາກ່ຽວກັບເຮືອນຂອງພຣະເຈົ້າ ກໍຍັງບໍ່ໄດ້ຮັບການແກ້ໄຂ. ພວກເຂົາບໍ່ເຊື່ອວ່າມັນເປັນການທີ່ມັງກອນແດງທີ່ຍິ່ງໃຫຍ່ໃສ່ຮ້າຍ ແລະ ການທຳລາຍຊື່ສຽງຄຣິສຕະຈັກ; ພວກເຂົາພຽງແຕ່ສົມມຸດວ່າ ຄົນໃນເຮືອນຂອງພຣະເຈົ້າໄດ້ເຮັດມັນ. ເຈົ້າເຫັນບໍ່, ເມື່ອພວກເຂົາເບິ່ງເລື່ອງໃດເລື່ອງໜຶ່ງ, ພວກເຂົາບໍ່ເຄີຍເຮັດເຊັ່ນນັ້ນ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງ, ພວກເຂົາເຊື່ອການບອກເລົ່າຈາກມັງກອນແດງທີ່ຍິ່ງໃຫຍ່ ແລະ ເບິ່ງເລື່ອງນັ້ນຈາກຈຸດຢືນຂອງມານຮ້າຍ ແລະ ຊາຕານ. ບໍ່ວ່າຊາຕານຈະກົດຂີ່ຂົ່ມເຫັງ ແລະ ທາລຸນຜູ້ຄົນທີ່ພຣະເຈົ້າເລືອກແນວໃດກໍຕາມ, ພວກເຂົາກໍຮູ້ສຶກວ່າມັນເປັນສິ່ງທີ່ເຂົ້າໃຈໄດ້, ແຕ່ພວກເຂົາບໍ່ເຄີຍເຊື່ອວ່າ ເຮືອນຂອງພຣະເຈົ້າເປັນຜູ້ບໍລິສຸດ ຫຼື ອ້າຍເອື້ອຍນ້ອງທີ່ທົນທຸກທໍລະມານຈາກການຂົ່ມເຫັງຍ້ອນການເຊື່ອໃນພຣະເຈົ້ານັ້ນ ບໍ່ມີຄວາມຜິດ. ເຖິງແມ່ນວ່າພວກເຂົາຈະເຫັນດ້ວຍຕາຂອງພວກເຂົາເອງວ່າ ອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ມີພຶດຕິກຳທີ່ດີ ແລະ ຮູ້ຈັກຕຳແໜ່ງຂອງພວກເຂົາ, ໃນໃຈຂອງພວກເຂົາ ພວກເຂົາກໍຍັງເຊື່ອສະເໝີ ໃນສິ່ງທີ່ມັງກອນແດງທີ່ຍິ່ງໃຫຍ່ໄດ້ເຮັດເພື່ອໃສ່ຮ້າຍປ້າຍສີຄຣິສຕະຈັກ ໂດຍບໍ່ມີຄວາມສົງໄສໃດໆ. ເຖິງແມ່ນວ່າໃນການເຊື່ອໃນພຣະເຈົ້າ, ຄົນດັ່ງກ່າວສາມາດທົນທຸກທໍລະມານ, ຈ່າຍລາຄາ ແລະ ແມ່ນແຕ່ຖວາຍເຄື່ອງຖວາຍ, ໃນທີ່ສຸດແລ້ວພວກເຂົາກໍຍັງເປັນຜູ້ບໍ່ເຊື່ອ. ທີ່ຈິງແລ້ວ, ຄົນທີ່ຊ່າງສົງໄສສ້າງຄວາມລຳບາກຫຼາຍກວ່າຄົນທີ່ບໍ່ຮັກ ຫຼື ບໍ່ຍອມຮັບຄວາມຈິງ. ພວກເຂົາສ້າງຄວາມລຳບາກຫຼາຍກວ່າໃນດ້ານໃດ? ຄົນທີ່ບໍ່ສົນໃຈຄວາມຈິງນັ້ນເມີນເສີຍ ແລະ ບໍ່ສົນໃຈວຽກງານຂອງຄຣິສຕະຈັກ ແລະ ການປະຕິບັດໜ້າທີ່ຢ່າງສິ້ນເຊີງ; ບໍ່ວ່າຜູ້ເຊື່ອຈະຕິດຕາມພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງພວກເຂົາແນວໃດກໍຕາມ, ມັນກໍບໍ່ສຳຄັນຕໍ່ພວກເຂົາ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ມີຄວາມສົງໄສກ່ຽວກັບເລື່ອງການເຊື່ອໃນພຣະເຈົ້າ ຫຼື ການປະຕິບັດໜ້າທີ່ ແລະ ໂດຍພື້ນຖານແລ້ວພວກເຂົາບໍ່ເຄີຍສອບຖາມກ່ຽວກັບວຽກງານຂອງຄຣິສຕະຈັກ. ແຕ່ຄົນທີ່ຊ່າງສົງໄສນັ້ນກົງກັນຂ້າມຢ່າງສິ້ນເຊີງ ນັ້ນກໍຄື ພວກເຂົາມັກສອບຖາມກ່ຽວກັບຂ່າວລື. ເປັນຫຍັງພວກເຂົາຈຶ່ງຢາກສອບຖາມກ່ຽວກັບເລື່ອງເຫຼົ່ານີ້? ໜຶ່ງໃນເປົ້າໝາຍຂອງພວກເຂົາແນ່ນອນກໍຄື: “ຖ້າຂ້ອຍສອບຖາມຫຼາຍຂຶ້ນ ແລະ ຮູ້ຫຼາຍຂຶ້ນ, ມັນກໍຈະຊ່ວຍໃຫ້ຂ້ອຍກຽມແຜນສຳຮອງຂອງຂ້ອຍໄວ້ລ່ວງໜ້າ ແລະ ຕັດສິນໃຈໄດ້ທຸກເວລາວ່າຈະຢູ່ ຫຼື ຈະໄປ”. ພວກເຂົາຍັງໃສ່ໃຈໃນການສອບຖາມກ່ຽວກັບເລື່ອງບາງຢ່າງ, ເຊັ່ນ: ຊື່ແທ້ຂອງຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດຄົນໜຶ່ງແມ່ນຫຍັງ, ພວກເຂົາອາໄສຢູ່ໃສ, ພວກເຂົາມີອາຊີບປະເພດໃດໃນໂລກພາຍນອກ ຫຼື ເປັນຫຍັງພວກເຂົາຈຶ່ງອອກຈາກບ້ານເພື່ອປະຕິບັດໜ້າທີ່. ພວກເຂົາອາດຈະສອບຖາມກ່ຽວກັບຜູ້ທີ່ປະກາດຂ່າວປະເສີດ, ເຊັ່ນ: ພວກເຂົາໄດ້ປະກາດໃຫ້ໃຜແດ່, ສະມາຊິກຄົນໃດໃນຄອບຄົວຂອງພວກເຂົາທີ່ເຊື່ອໃນພຣະເຈົ້າ, ພວກເຂົາໄດ້ປະກາດຂ່າວປະເສີດມາຈັກປີແລ້ວ, ພວກເຂົາໄດ້ຮັບຄົນມາຈັກຄົນແລ້ວ ແລະ ອື່ນໆ. ພວກເຂົາສອບຖາມກ່ຽວກັບເລື່ອງທັງໝົດນີ້ຢ່າງລະອຽດຫຼາຍ. ຄົນທີ່ຊ່າງສົງໄສມັກເກັບກຳຂໍ້ມູນປະເພດນີ້ ແລະ ເມື່ອພວກເຂົາເກັບກຳມັນແລ້ວ, ພວກເຂົາກໍຮູ້ສຶກສະບາຍໃຈ ໂດຍຄິດວ່າມັນຈຳເປັນຫຼາຍທີ່ຈະຕ້ອງຮູ້ເລື່ອງເຫຼົ່ານີ້ ແລະ ພວກເຂົາສາມາດນຳໃຊ້ຂໍ້ມູນນີ້ໃນເວລາທີ່ສຳຄັນ. ຄົນທີ່ຊ່າງສົງໄສຮູ້ຫຼາຍເກີນໄປ. ພວກເຂົາຄື “ຖານຂໍ້ມູນ” ແລະ ພວກເຂົາເຖິງກັບຮູ້ບາງສິ່ງທີ່ຜູ້ນຳ ແລະ ຜູ້ເຮັດວຽກບໍ່ຮູ້, ເຊັ່ນ: ໃຜໄດ້ອອກໄປຕ່າງປະເທດເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາໄປປະເທດໃດ, ພວກເຂົາເຖິງກັບຮູ້ເລື່ອງເຫຼົ່ານີ້ກ່ຽວກັບຄົນທີ່ໄປປະເທດອື່ນ. ແຕ່ຖ້າເຈົ້າຖາມພວກເຂົາວ່າຄຳເທດສະໜາຕອນໃດທີ່ຖືກເຜີຍແຜ່ອອກມາຫຼ້າສຸດ, ພວກເຂົາກໍຈະບໍ່ສາມາດບອກເຈົ້າໄດ້. ພວກເຂົາບໍ່ເຄີຍໃສ່ໃຈເລື່ອງທາງເຂົ້າຊີວິດ, ແຕ່ເມື່ອເວົ້າເຖິງຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງ ແລະ ສະພາບການບາງຢ່າງໃນຄຣິສຕະຈັກ, ພວກເຂົາກໍຮູ້ເລື່ອງເຫຼົ່ານັ້ນຢ່າງແຈ່ມແຈ້ງຫຼາຍ. ໜຶ່ງໃນຈຸດປະສົງຂອງພວກເຂົາໃນການສອບຖາມເລື່ອງຕ່າງໆ ຢູ່ເລື້ອຍໆ ກໍຄືການຢາກຮູ້ເພີ່ມເຕີມກ່ຽວກັບສະຖານະການທຸກປະເພດ, ຫຼັງຈາກນັ້ນພວກເຂົາກໍສາມາດກຽມທາງອອກໃຫ້ຕົນເອງໄດ້ທຸກເວລາ. ພວກເຂົາເຊື່ອວ່າມັນຈະເປັນການໂງ່ຈ້າທີ່ສຸດ ທີ່ຈະບໍ່ຄິດຫາທາງອອກໃຫ້ພວກເຂົາ, ຖ້າໃຊ້ຄໍ້າເວົ້າຂອງຜູ້ບໍ່ເຊື່ອ, ພວກເຂົາກໍຈະເປັນຄືກັບ “ຖືກເຂົາຂາຍແລ້ວຍັງຊ່ວຍເຂົານັບເງິນຢູ່”. ໃນຄວາມເປັນຈິງ, ພວກເຂົາກໍຄືກັບອາຫານເກົ່າໆ ທີ່ເໜົ່າເໝັນ, ບໍ່ມີຄ່າຈັກກີບ, ແຕ່ພວກເຂົາກໍຍັງເຫັນວ່າຕົນເອງມີຄ່າຫຼາຍ. ພວກເຈົ້າຄິດວ່າ ຄົນເຫຼົ່ານີ້ຊ່າງສົງໄສບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ເປັນຄົນທີ່ຊ່າງສົງໄສແທ້ໆ. ຄົນທີ່ຊ່າງສົງໄສມີຄວາມເປັນມະນຸດທີ່ເຈົ້າເລ່ ແລະ ຫຼອກລວງເປັນພິເສດ. ບາງຄົນເຫັນວ່າຄວາມເຈົ້າເລ່ ແລະ ຄວາມຫຼອກລວງເປັນເຄື່ອງໝາຍຂອງຄວາມສະຫຼາດສູງ, ແຕ່ນີ້ຄືສິ່ງທີ່ຜິດ. ໃນຄວາມເປັນຈິງ, ຄົນທີ່ເຈົ້າເລ່ ແລະ ຫຼອກລວງເຫຼົ່ານີ້ໂງ່ຈ້າທີ່ສຸດ ແລະ ຂາດຄວາມສາມາດໃດໆ. ຄວາມສາມາດຂອງພວກເຂົາຕໍ່າຕ້ອຍຫຼາຍ ແລະ ສິ່ງນີ້ກໍປ່ຽນແປງໄດ້ຍາກຢູ່ແລ້ວ; ການທີ່ພວກເຂົາຍັງເຈົ້າເລ່ອີກກໍໝາຍຄວາມວ່າພວກເຂົາຍິ່ງປິ່ນປົວຍາກກວ່າ. ຖ້າຄົນໃດຄົນໜຶ່ງມີພຽງແຕ່ຄວາມສາມາດທີ່ຕໍ່າຕ້ອຍ ແຕ່ພວກເຂົາຂ້ອນຂ້າງຊື່ສັດ ແລະ ບໍ່ເຈົ້າເລ່ ແລະ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ, ບາງທີພວກເຂົາອາດຈະຍັງມີຄວາມຫວັງເລັກນ້ອຍທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ. ຖ້າພວກເຂົາມີຄວາມສາມາດທີ່ຕໍ່າຕ້ອຍ ແລະ ຂ້ອນຂ້າງຫຼອກລວງ ແຕ່ພວກເຂົາສາມາດຍອມຮັບຄວາມຈິງ ແລະ ຮູ້ຈັກຕົນເອງ, ບາງທີພວກເຂົາອາດຈະມີຄວາມຫວັງເລັກນ້ອຍທີ່ຈະປະຖິ້ມອຸປະນິໄສທີ່ຫຼອກລວງຂອງພວກເຂົາ. ຖ້າພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ຄ່ອຍໆ ຮູ້ ແລະ ເຂົ້າສູ່ມັນ, ຄວາມຊ່າງສົງໄສຂອງພວກເຂົາອາດຈະຖືກກຳຈັດອອກໄປເທື່ອລະໜ້ອຍ. ແຕ່ໜ້າເສຍດາຍ, ຄົນເຫຼົ່ານີ້ທັງຂາດຄວາມສາມາດ ແລະ ທັງຫຼອກລວງ ແລະ ເຈົ້າເລ້ ແລະ ພວກເຂົາຍັງໂງ່ຈ້າໃນລະດັບສູງອີກດ້ວຍ. ນີ້ກໍຄືກັບຄົນຕາບອດທີ່ທົນທຸກກຈາກບັນຫາທາງຕາ, ບໍ່ມີທາງປິ່ນປົວ, ແມ່ນບໍ່? (ແມ່ນແລ້ວ.) ຄົນດັ່ງກ່າວແມ່ນບໍ່ສາມາດແກ້ໄຂໄດ້. ເນື່ອງຈາກຄົນເຫຼົ່ານີ້ຊ່າງສົງໄສໃນລະດັບທີ່ບໍ່ສາມາດແກ້ໄຂໄດ້, ພວກເຈົ້າຄິດວ່າຄວນປະຕິບັດຕໍ່ພວກເຂົາແນວໃດ? (ຖ້າພົບເຫັນຄົນດັ່ງກ່າວ, ຕ້ອງລະວັງພວກເຂົາ. ພວກເຂົາສາມາດທໍລະຍົດຄຣິສຕະຈັກເພື່ອປົກປ້ອງຕົນເອງ; ພວກເຂົາເປັນບຸກຄົນອັນຕະລາຍ. ພວກເຮົາສາມາດຊອກຫາໂອກາດເພື່ອເປີດໂປງພວກເຂົາ ແລະ ກຳຈັດພວກເຂົາອອກ ຫຼື ຖ້າພວກເຮົາບໍ່ສາມາດຊອກຫາໂອກາດທີ່ຈະເຮັດເຊັ່ນນັ້ນ, ພວກເຮົາກໍສາມາດຊັກຊວນໃຫ້ພວກເຂົາອອກໄປດ້ວຍວິທີທີ່ສະຫຼາດ.) ຫຼັງຈາກທີ່ເຈົ້າແນ່ໃຈແລ້ວວ່າຄົນໃດຄົນໜຶ່ງເປັນຄົນທີ່ຊ່າງສົງໄສ, ຢ່າໄປພົວພັນກັບພວກເຂົາ. ການພົວພັນກັບພວກເຂົາຈະນຳຄວາມລຳບາກມາໃຫ້ເທົ່ານັ້ນ. ຖ້າເຈົ້າພົວພັນກັບພວກເຂົາ, ພວກເຂົາກໍຈະພະຍາຍາມຢາກຮູ້ເລື່ອງຂອງເຈົ້າຢູ່ສະເໝີ. ຖ້າເຈົ້າຈະອອກໄປຂ້າງນອກ, ພວກເຂົາກໍຈະຈັບຕາເບິ່ງເຈົ້າຢ່າງໃກ້ຊິດ ໂດຍຖາມຢູ່ຕະຫຼອດເວລາວ່າ “ເຈົ້າຈະໄປໃສ? ເຈົ້າຈະໄປຈັກມື້? ເຈົ້າຈະໄປເຮັດຫຍັງ?” ເມື່ອເຈົ້າກັບມາ, ພວກເຂົາກໍຈະຖາມວ່າ “ເຈົ້າໄປພົບໃຜມາ? ເຈົ້າເຮັດວຽກຂອງເຈົ້າສຳເລັດບໍ? ພວກເຈົ້າທຸກຄົນລົມຫຍັງກັນແດ່?” ຖ້າເຈົ້າບໍ່ຕອບພວກເຂົາ, ພວກເຂົາກໍຈະຈົ່ມວ່າ: “ພວກເຂົາບໍ່ຍອມບອກໃຫ້ຂ້ອຍຮູ້ຫຍັງເລີຍ. ພວກເຂົາບໍ່ໄວ້ວາງໃຈຂ້ອຍ, ແມ່ນບໍ່? ພວກເຂົາບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບສະມາຊິກຂອງເຮືອນຂອງພຣະເຈົ້າ! ພວກເຂົາເວົ້າວ່າພວກເຂົາຈະໄປເຮັດວຽກງານຄຣິສຕະຈັກ, ແຕ່ເປັນຫຍັງພວກເຂົາຈຶ່ງປິດບັງຂ້ອຍ? ພວກເຂົາຕ້ອງອອກໄປເຮັດບາງຢ່າງທີ່ຜິດກົດໝາຍແນ່ນອນ”. ພວກເຂົາຈະລັກສອດແນມເຈົ້າຢູ່ລັບຫຼັງສະເໝີ. ຄົນດັ່ງກ່າວສ້າງບັນຫາແທ້ໆ. ພວກເຂົາສອບຖາມຫຼາຍເລື່ອງ, ຢາກຮູ້ທຸກຢ່າງ. ແຕ່ຫຼັງຈາກທີ່ພວກເຂົາຮູ້ເລື່ອງເຫຼົ່ານັ້ນແລ້ວ, ພວກເຂົາກໍບໍ່ສາມາດຢັ່ງຮູ້ມັນຢ່າງສິ້ນເຊີງ ຫຼື ປະຕິບັດຕໍ່ພວກມັນຢ່າງຖືກຕ້ອງ ແລະ ພວກເຂົາຍັງພະຍາຍາມຊອກຫາສ່ວນທີ່ໜ້າສົງໄສໃນເລື່ອງເຫຼົ່ານັ້ນ, ເຊິ່ງເຮັດໃຫ້ຄວາມສົງໄສຂອງພວກເຂົານັບມື້ນັບໃຫຍ່ຂຶ້ນ. ສົມມຸດວ່າເຈົ້າແນະນຳພວກເຂົາ ໂດຍກ່າວວ່າ “ເນື່ອງຈາກເຈົ້າມີຄວາມສົງໄສອັນໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ເນື່ອງຈາກເຈົ້າບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ພຣະທຳເຫຼົ່ານັ້ນສາມາດຊຳລະລ້າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ເຈົ້າກໍຄວນເຊົາເຊື່ອໃນພຣະເຈົ້າສາ!” ພວກເຂົາກໍຈະບໍ່ເຕັມໃຈທີ່ຈະເຮັດເຊັ່ນນັ້ນ, ພວກເຂົາກໍຍັງຢາກເຊື່ອ ແລະ ພວກເຂົາກໍຍັງຢາກໄດ້ຮັບພຣະພອນ. ຄົນເຫຼົ່ານີ້ບໍ່ສ້າງບັນຫາບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ຈັດການງ່າຍ. ຖ້າພວກເຂົາສາມາດນຳຄວາມລຳບາກອັນໃຫຍ່ຫຼວງມາສູ່ຄຣິສຕະຈັກ, ກໍໃຫ້ຮີບຊັກຊວນໃຫ້ພວກເຂົາອອກໄປ. ຄົນເຫຼົ່ານີ້ບໍ່ໜ້າໄວ້ວາງໃຈ, ພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ເຖິງແມ່ນວ່າພວກເຂົາສາມາດປະຕິບັດໜ້າທີ່ໄດ້ເລັກນ້ອຍ, ພວກເຂົາກໍຈະນຳບັນຫາທີ່ໃຫຍ່ຫຼວງມາສູ່ເຮືອນຂອງພຣະເຈົ້າ ນັ້ນກໍຄື ພວກເຂົາມີຜົນເສຍຫຼາຍກວ່າຜົນດີ. ສະນັ້ນ, ການຊັກຊວນໃຫ້ພວກເຂົາອອກໄປຈຶ່ງເປັນສິ່ງຈຳເປັນ.

ຄົນຂີ້ຢ້ານສ້າງບັນຫາ ແລະ ຄົນທີ່ຊ່າງສົງໄສກໍສ້າງບັນຫາເຊັ່ນກັນ. ແຕ່ຄົນທີ່ທັງຂີ້ຢ້ານ ແລະ ຊ່າງສົງໄສຍິ່ງສ້າງບັນຫາຫຼາຍກວ່າ. ຄົນເຫຼົ່ານີ້ຂີ້ຢ້ານທີ່ສຸດ ແລະ ຢ້ານຄວາມຕາຍ ແລະ ພວກເຂົາສົງໄສກ່ຽວກັບທຸກສິ່ງ ໂດຍສົງໄສຢູ່ຕະຫຼອດເວລາວ່າ ການເຊື່ອໃນພຣະເຈົ້າສາມາດເຮັດໃຫ້ພວກເຂົາຖືກຫຼອກລວງ. ພວກເຂົາຢ້ານວ່າອະນາຄົດຂອງພວກເຂົາອາດຈະຖືກຂັດຂວາງ ແລະ ຄິດວ່າການຖືກຈັບກຸມ ແລະ ຂົ່ມເຫັງ, ຈົນນຳໄປສູ່ຄວາມຕາຍຂອງພວກເຂົາ, ກໍເກືອບຈະບໍ່ຄຸ້ມຄ່າເລີຍ. ຖ້າພວກເຂົາສົງໄສຈົນຮອດຂັ້ນນີ້, ການເຊື່ອໃນພຣະເຈົ້າຈະມີຄວາມໝາຍຫຍັງສຳລັບພວກເຂົາ? ນີ້ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆ ລຳບາກກັບພວກເຂົາເອງບໍ? ພວກເຂົາເຝົ້າລະວັງອ້າຍເອື້ອຍນ້ອງ ແລະ ທຸກການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຄືກັບວ່າພວກເຂົາກຳລັງລະວັງຄົນຫຼອກລວງ, ຄືກັນກັບທີ່ພວກເຂົາລະວັງມັງກອນແດງທີ່ຍິ່ງໃຫຍ່ ຫຼື ມານຮ້າຍ ແລະ ຊາຕານ. ບາງຄົນຍັງພະຍາຍາມແນະນຳພວກເຂົາ ໂດຍກ່າວວ່າ “ພຽງແຕ່ໃຫ້ແນ່ໃຈວ່າຈະເຊື່ອໃນພຣະເຈົ້າຢ່າງພາກພຽນ, ສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ພຣະເຈົ້າກໍຈະຮັບຮອງເຈົ້າ”. ແຕ່ພວກເຂົາຄິດຫຍັງຢູ່ໃນໃຈ? “ເຈົ້າຢາກໃຫ້ຂ້ອຍປະຕິບັດໜ້າທີ່ຂອງຂ້ອຍຢ່າງຖືກຕ້ອງ, ແຕ່ຫຼັງຈາກທີ່ຂ້ອຍມີຊື່ສຽງຂຶ້ນມາ ແລະ ມັງກອນແດງທີ່ຍິ່ງໃຫຍ່ຈັບຂ້ອຍ, ນັ້ນຈະບໍ່ແມ່ນຈຸດຈົບຂອງຂ້ອຍບໍ?” ຖ້ານີ້ຄືຊຸດຄວາມຄິດຂອງພວກເຂົາແທ້ໆ, ມັນກໍບໍ່ມີປະໂຫຍດທີ່ຈະພະຍາຍາມແນະນຳພວກເຂົາ. ພວກເຂົາຂີ້ຢ້ານທີ່ສຸດ ແລະ ຢ້ານຄວາມຕາຍຢູ່ສະເໝີ. ເມື່ອພວກເຂົາໄດ້ຍິນວ່າຜູ້ເຊື່ອໃນພຣະເຈົ້າຖືກຈັບ, ພວກເຂົາກໍຢ້ານຈົນພວກເຂົາຍ່ຽວໃສ່ໂສ້ງຂອງພວກເຂົາ. ແຕ່ເມື່ອເວົ້າເຖິງນັກຫຼອກລວງ ແລະ ການຫຼອກລວງຜູ້ຄົນໃນທຸລະກິດ, ບໍ່ວ່າພວກເຂົາຈະເດືອດຮ້ອນຫຼາຍເທົ່າໃດ, ພວກເຂົາກໍບໍ່ຢ້ານເລີຍ, ພວກເຂົາຂ້ອນຂ້າງກ້າຫານໃນດ້ານນີ້. ແຕ່ເມື່ອມັນກ່ຽວຂ້ອງກັບເລື່ອງການເຊື່ອໃນພຣະເຈົ້າ, ພວກເຂົາກໍຂີ້ຢ້ານຢ່າງສິ້ນເຊີງ. ພວກເຂົາເຕັມໄປດ້ວຍຄວາມສົງໄສທຸກປະເພດກ່ຽວກັບອ້າຍເອື້ອຍນ້ອງ, ກ່ຽວກັບເຮືອນຂອງພຣະເຈົ້າ ແລະ ໂດຍສະເພາະກ່ຽວກັບພຣະເຈົ້າ ແລະ ພຣະທຳ ແລະ ວຽກງານຂອງພຣະເຈົ້າ ແລະ ບໍ່ວ່າຈະໂອ້ລົມຫຼາຍເທົ່າໃດກໍບໍ່ສາມາດແກ້ໄຂຄວາມສົງໄສເຫຼົ່ານີ້ໄດ້. ບໍ່ວ່າພວກເຂົາຈະເຊື່ອມາຈັກປີ, ພວກເຂົາກໍຍັງບໍ່ຮູ້ວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ ຫຼື ເປັນຫຍັງພວກເຂົາຕ້ອງເຕົ້າໂຮມ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ມັນເຫັນໄດ້ຊັດວ່າ ຄົນເຫຼົ່ານີ້ມີສະຕິປັນຍາທີ່ບົກຜ່ອງ ແລະ ຂ້ອນຂ້າງເຈົ້າເລ່ ແລະ ຫຼອກລວງ. ຄົນດັ່ງກ່າວຄວນຖືກຊັກຊວນໃຫ້ອອກໄປໂດຍໄວ. ຖ້າພວກເຂົາເຊົາເຂົ້າມາເຕົ້າໂຮມ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ ເພາະວ່າພວກເຂົາຂີ້ຢ້ານ ຫຼື ດ້ວຍເຫດຜົນໃດກໍຕາມ, ນັ້ນກໍສົມບູນແບບ, ມັນຊ່ວຍປ້ອງກັນບັນຫາ ໃນການກຳຈັດພວກເຂົາອອກ ແລະ ຫຼີກລ່ຽງຄວາມຫຍຸ້ງຍາກ. ຖ້າມື້ໜຶ່ງພວກເຂົາເລີ່ມສົນໃຈໃນການເຊື່ອໃນພຣະເຈົ້າອີກຄັ້ງ ແລະ ຕ້ອງການກັບມາເຊື່ອໃນພຣະເຈົ້າ, ເຈົ້າກໍສາມາດບອກພວກເຂົາໄດ້ວ່າ “ໃນຖານະຜູ້ເຊື່ອໃນພຣະເຈົ້າ, ເຈົ້າອາດຈະຖືກຈັບ ແລະ ຕິດຄຸກໄດ້ທຸກເວລາ ແລະ ເຖິງກັບມີຄວາມສ່ຽງທີ່ຈະເສຍຊີວິດ. ແຕ່ຖ້າເຈົ້າບໍ່ເຊື່ອໃນພຣະເຈົ້າ ແລະ ໄປເຮັດທຸລະກິດໃນໂລກ ແລະ ຫາເງິນໄດ້ຫຼາຍແທນ, ບາງທີເຈົ້າອາດຈະສາມາດມີຄວາມສຸກກັບວັນເວລາທີ່ສະດວກສະບາຍໄດ້”. ຫຼັງຈາກທີ່ໄດ້ຍິນສິ່ງນີ້, ໃຈຂອງພວກເຂົາກໍຈະສະຫງົບລົງຢ່າງສົມບູນ ແລະ ພວກເຂົາກໍຈະບໍ່ຄິດເຖິງການເຊື່ອໃນພຣະເຈົ້າອີກຕໍ່ໄປ. ພວກເຂົາຈະຄິດວ່າ “ໃນທີ່ສຸດ, ຄວາມກັງວົນ ແລະ ຄວາມຢ້ານກົວຫຼາຍປີຂອງຂ້ອຍກໍຈົບລົງແລ້ວ. ຂ້ອຍບໍ່ຈຳເປັນຕ້ອງສົງໄສຄຣິສຕະຈັກ, ອ້າຍເອື້ອຍນ້ອງ ຫຼື ເຮືອນຂອງພຣະເຈົ້າອີກຕໍ່ໄປ. ໃນທີ່ສຸດຂ້ອຍກໍຫຼຸດພົ້ນແລ້ວ”. ແລ້ວຍ້ອນເປັນເຊັ່ນນັ້ນ, ຄົນທີ່ຂີ້ຢ້ານ ແລະ ຊ່າງສົງໄສເຫຼົ່ານີ້ຈຶ່ງຖືກຊັກຊວນໃຫ້ອອກໄປ. ນີ້ກໍເປັນການແກ້ໄຂບັນຫາໃຫຍ່, ແມ່ນບໍ່? (ແມ່ນແລ້ວ.) ນີ້ເປັນວິທີທີ່ດີຫຼາຍໃນການແກ້ໄຂບັນຫາ.

12. ການມີແນວໂນ້ມທີ່ຈະກໍ່ບັນຫາ

ໃຫ້ເຮົາມາເບິ່ງການສະແດງອອກຂໍ້ຕໍ່ໄປ: ການມີແນວໂນ້ມຈະກໍ່ບັນຫາ. ພວກເຈົ້າຮູ້ບໍ່ວ່າຄົນປະເພດໃດທີ່ມີແນວໂນ້ມຈະກໍ່ບັນຫາ? ໃນຄຣິສຕະຈັກ ພວກເຈົ້າເຄີຍພົບພໍ້ຄົນປະເພດນີ້ທີ່ມີແນວໂນ້ມຈະກໍ່ບັນຫາບໍ່? ບໍ່ວ່າພວກເຂົາຈະອາຍຸເທົ່າໃດ, ເພດໃດ ຫຼື ປະກອບອາຊີບຫຍັງໃນໂລກ, ຖ້າພວກເຂົາມັກກໍ່ບັນຫາ ແລະ ເຮັດສິ່ງທີ່ລະເມີດກົດໝາຍ ແລະ ລະບຽບການຢູ່ສະເໝີ, ນຳເອົາຜົນກະທົບໃນທາງລົບມາສູ່ຄຣິສຕະຈັກ ແລະ ສ້າງອຸປະສັກອັນໃຫຍ່ຫຼວງຕໍ່ວຽກງານພຣະກິດຕິຄຸນ, ແລ້ວຄຣິສຕະຈັກກໍຄວນຈັດການກັບຄົນເຫຼົ່ານີ້ໂດຍທັນທີ. ກ່ອນອື່ນ, ໃຫ້ຕັກເຕືອນພວກເຂົາ ແລະ ຖ້າສະຖານະການຮ້າຍແຮງເກີນໄປ ກໍໃຫ້ຂັບໄລ່ ຫຼື ກຳຈັດພວກເຂົາອອກ. ພວກເຈົ້າຈະສະແດງຄວາມສຸພາບຕໍ່ພວກເຂົາບໍ່ໄດ້. ຄົນທີ່ມີແນວໂນ້ມຈະກໍ່ບັນຫາແມ່ນຄົນປະເພດໃດ? ຕົວຢ່າງ: ບາງຄົນເມື່ອເຮັດທຸລະກິດ ຫຼື ເປີດໂຮງງານໃນໂລກ, ພວກເຂົາຄົບຄ້າສະມາຄົມກັບບຸກຄົນທີ່ບໍ່ໜ້າໄວ້ໃຈ ແລະ ມັກເຮັດສິ່ງທີ່ລະເມີດກົດໝາຍ ແລະ ລະບຽບການຢູ່ເລື້ອຍໆ. ມື້ນີ້, ພວກເຂົາຫຼີກລ່ຽງ ຫຼື ເສຍພາສີບໍ່ຄົບ; ມື້ອື່ນ, ພວກເຂົາກໍສໍ້ໂກງ ແລະ ຫຼອກລວງ ຫຼື ແມ່ນແຕ່ພົວພັນກັບຄະດີຄວາມທີ່ພາໃຫ້ຄົນເຖິງແກ່ຄວາມຕາຍ. ຍ້ອນສິ່ງເຫຼົ່ານີ້, ພວກເຂົາຈຶ່ງໄດ້ຮັບໝາຍສານຢູ່ເລື້ອຍໆ, ໃຊ້ເວລາໝົດມື້ໄປກັບການຂຶ້ນສານ ແລະ ຕົກຢູ່ໃນຄວາມຂັດແຍ່ງຢູ່ຕະຫຼອດເວລາ. ຄົນເຊັ່ນນີ້ຈະສາມາດເຊື່ອໃນພຣະເຈົ້າດ້ວຍຄວາມຈິງໃຈໄດ້ບໍ? ນັ້ນເປັນໄປບໍ່ໄດ້. ຍັງມີບາງຄົນທີ່ອ້າງວ່າເຊື່ອໃນພຣະເຈົ້າ ແຕ່ປະພຶດຕົນໃນທາງທີ່ແປກປະຫຼາດ ແລະ ຜິດປົກກະຕິຫຼາຍ. ມື້ນີ້, ພວກເຂົາຄຸກຄາມເພດກົງກັນຂ້າມ; ມື້ອື່ນ, ພວກເຂົາອາດຈະລ່ວງລະເມີດທາງເພດໃຜຄົນໃດຄົນໜຶ່ງຈົນຖືກແຈ້ງຄວາມ. ເຈົ້າຈະເວົ້າບໍວ່າຄົນເຫຼົ່ານີ້ມີແນວໂນ້ມຈະກໍ່ບັນຫາ? (ແມ່ນແລ້ວ.) ແລ້ວ, ຄົນເຊັ່ນນີ້ຈະສາມາດເຊື່ອໃນພຣະເຈົ້າດ້ວຍຄວາມຈິງໃຈໄດ້ບໍ? (ບໍ່ໄດ້.) ຄົນເຫຼົ່ານີ້ທີ່ມີແນວໂນ້ມຈະກໍ່ບັນຫາ, ຫຼັງຈາກທີ່ເຊື່ອໃນພຣະເຈົ້າແລ້ວ, ກໍຍັງຄົງຄົບຄ້າສະມາຄົມກັບບຸກຄົນທີ່ບໍ່ໜ້າໄວ້ໃຈຈາກສັງຄົມຢູ່ສະເໝີ ແລະ ກໍ່ໃຫ້ເກີດຂໍ້ຂັດແຍ່ງຢູ່ຕະຫຼອດເວລາ, ເຊັ່ນ: ຂໍ້ຂັດແຍ່ງທາງດ້ານອາລົມ, ການເງິນ, ຊັບສິນ ຫຼື ຜົນປະໂຫຍດສ່ວນຕົວ. ຫຼື ຍ້ອນເຫດການບາງຢ່າງທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງໃນສາຍສຳພັນຂອງພວກເຂົາ ຫຼື ຍ້ອນການແບ່ງປັນຜົນປະໂຫຍດທີ່ໄດ້ມາໂດຍບໍ່ຊອບທຳຢ່າງບໍ່ເທົ່າທຽມກັນ, ຈຶ່ງມີຄົນຄອຍຫາເລື່ອງສ້າງບັນຫາໃຫ້ພວກເຂົາຢູ່ສະເໝີ. ເມື່ອອ້າຍເອື້ອຍນ້ອງໄປຢາມບ້ານຂອງພວກເຂົາເປັນບາງຄັ້ງຄາວ, ພວກເຂົາກໍອາດຈະພົບພໍ້ກັບຄົນທີ່ບໍ່ໜ້າໄວ້ໃຈເຫຼົ່ານີ້. ແມ່ນແຕ່ໃນເວລາທີ່ພວກເຂົາຢູ່ໃນການເຕົ້າໂຮມ ຫຼື ປະຕິບັດໜ້າທີ່, ບາງຄັ້ງຄົນທີ່ບໍ່ໜ້າໄວ້ໃຈເຫຼົ່ານີ້ກໍມາປະກົດຕົວຢູ່ໜ້າປະຕູ ຫຼື ສົ່ງຂໍ້ຄວາມມາຄຸກຄາມ, ສະນັ້ນ ໃຜກໍຕາມທີ່ຢູ່ກັບຄົນທີ່ມີແນວໂນ້ມຈະກໍ່ບັນຫາເຫຼົ່ານີ້ ກໍ ມັກທີ່ຈະຖືກລາກເຂົ້າໄປໃນບັນຫາຂອງພວກເຂົາ; ໂດຍສະເພາະຢ່າງຍິ່ງ, ວຽກງານ ແລະ ຊື່ສຽງຂອງຄຣິສຕະຈັກຍິ່ງມີແນວໂນ້ມທີ່ຈະຖືກດຶງເຂົ້າໄປກ່ຽວຂ້ອງ ແລະ ເສຍຫາຍໂດຍຄົນເຫຼົ່ານີ້. ບອກເຮົາມາເບິ່ງວ່າ, ມັນດີບໍທີ່ຄົນເຊັ່ນນີ້ຈະຍັງຄົງຢູ່ໃນຄຣິສຕະຈັກ? (ບໍ່ດີ.) ຄົນປະເພດນີ້ກໍຕ້ອງຖືກກຳຈັດອອກ ແລະ ຈັດການເຊັ່ນກັນ.

ຍັງມີຄົນບາງປະເພດທີ່ບໍ່ວ່າຈະປະກອບອາຊີບຫຍັງໃນສັງຄົມ, ກໍມັກຈະເປັນປໍລະປັກກັບລັດຖະບານ, ກັບເຈົ້າໜ້າທີ່ລັດ ຫຼື ກັບກຸ່ມສັງຄົມ ແລະ ບຸກຄົນທີ່ມີຊື່ສຽງບາງກຸ່ມຢູ່ສະເໝີ. ມື້ນີ້, ພວກເຂົາເປີດໂປງການກະທຳທີ່ບໍ່ຍຸດຕິທຳຂອງລັດຖະບານ; ມື້ອື່ນ, ພວກເຂົາກໍຟ້ອງຮ້ອງກຸ່ມ ຫຼື ອົງກອນໃດໜຶ່ງ, ເພື່ອຮຽກຮ້ອງຄ່າເສຍຫາຍ; ມື້ຕໍ່ມາ, ພວກເຂົາກໍເປີດໂປງຊີວິດສ່ວນຕົວຂອງບຸກຄົນທີ່ມີຊື່ສຽງ, ເຮັດໃຫ້ມີຄົນມາຕາມຫາພວກເຂົາ. ນີ້ແມ່ນການກໍ່ບັນຫາບໍ່? (ແມ່ນແລ້ວ.) ແມ່ນແຕ່ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າແລ້ວ, ພວກເຂົາກໍຍັງຢາກທີ່ຈະເຂົ້າໄປຫຍຸ້ງກ່ຽວກັບເລື່ອງທາງສັງຄົມຢູ່. ເມື່ອພວກເຂົາເຫັນບາງສິ່ງທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ ແລະ ຄຽດແຄ້ນ, ພວກເຂົາກໍຢາກຈະຢືນຢັດເພື່ອຄວາມຍຸດຕິທຳເພື່ອອວດອ້າງຕົນເອງຢູ່ສະເໝີ ຫຼື ຂຽນຄຳເຫັນ ຫຼື ບົດຄວາມເພື່ອຕັດສິນຄວາມຖືກ ຫຼື ຜິດຂອງເລື່ອງນັ້ນ. ໃນທີ່ສຸດແລ້ວ ມັນເກີດຫຍັງຂຶ້ນ? ພວກເຂົາບໍ່ໄດ້ເຮັດຫຍັງສຳເລັດເລີຍ, ແຕ່ກັບສ້າງບັນຫາໃຫ້ຕົນເອງຢ່າງຫຼວງຫຼາຍ, ຕ້ອງພົວພັນກັບຄະດີຄວາມ ແລະ ເຮັດໃຫ້ຊື່ສຽງຂອງຕົນເອງເສື່ອມເສຍ. ແລະ ກໍມີບຸກຄົນທີ່ບໍ່ໜ້າໄວ້ໃຈຈາກສັງຄົມມາຕາມຫາພວກເຂົາຢູ່ສະເໝີ, ໂດຍຕ້ອງການແກ້ແຄ້ນ ຫຼື ຈັດການກັບພວກເຂົາ, ສະນັ້ນ ພວກເຂົາຈຶ່ງໃຊ້ຊີວິດຢູ່ດ້ວຍຄວາມຢ້ານຢ່າງສຸດຂີດ. ເພື່ອຫຼີກໜີຈາກຊີວິດແບບນີ້ ແລະ ຫຼີກເວັ້ນບັນຫາ, ພວກເຂົາຈຶ່ງຊື້ເຮືອນຫຼາຍຫຼັງ, ໂດຍອະທິບາຍວ່າ “ດັ່ງຄຳທີ່ເພິ່ນວ່າ, ‘ກະຕ່າຍສະຫຼາດຍ່ອມມີສາມໂພງ’. ໃນສາມຫຼັງນີ້ ມີພຽງຫຼັງດຽວທີ່ຄົນທົ່ວໄປຮູ້; ສ່ວນອີກສອງຫຼັງບໍ່ມີໃຜຮູ້. ຂ້ອຍເກັບໄວ້ໃຫ້ຄຣິສຕະຈັກໃຊ້ງານ ແລະ ໃຫ້ອ້າຍເອື້ອຍນ້ອງພັກເຊົາ”. ເຈົ້າຄິດວ່າອ້າຍເອື້ອຍນ້ອງຈະປອດໄພບໍ ຖ້າໄປພັກຢູ່ທີ່ນັ້ນ? (ບໍ່, ພວກເຂົາບໍ່ປອດໄພ.) ຄຳເວົ້າຂອງພວກເຂົາຟັງເບິ່ງຄືວ່າດີຫຼາຍ ແລະ ເຈດຕະນາຂອງພວກເຂົາໃນການເຮັດແບບນີ້ກໍດີເຊັ່ນກັນ, ແຕ່ດ້ວຍນິໄສ ແລະ ຂໍ້ບົກພ່ອງທີ່ມີແນວໂນ້ມຈະກໍ່ບັນຫາຂອງພວກເຂົາ, ໃຜຈະກ້າໄປພັກຢູ່ເຮືອນຂອງພວກເຂົາ? ຖ້າເຈົ້າໄປພັກຢູ່ທີ່ນັ້ນ, ຄົນອາດຈະຄິດວ່າເຈົ້າເປັນຄົນໃນຄອບຄົວຂອງພວກເຂົາ. ຖ້າຜູ້ໃດຜູ້ໜຶ່ງກຳລັງຊອກຫາເພື່ອຈະທຸບຕີພວກເຂົາ ແຕ່ຫາໂຕພວກເຂົາບໍ່ເຫັນ, ພວກເຂົາຈະບໍ່ຫັນມາທຸບຕີເຈົ້າແທນບໍ? ບາງຄົນທີ່ມີແນວໂນ້ມຈະກໍ່ບັນຫາ. ເວລາທີ່ພວກເຂົາຂັບລົດໄປຕາມປົກກະຕິ ແລະ ຜ່ານເຂດທີ່ຫ່າງໄກຜູ້ຄົນ, ພວກເຂົາອາດຈະຖືກຜູ້ໃດຜູ້ໜຶ່ງຢຸດລົດ, ແລ້ວດຶງພວກເຂົາອອກຈາກລົດ, ທຸບຕີຢ່າງໂຫດຮ້າຍ ແລະ ຕັກເຕືອນພວກເຂົາ. ພວກເຂົາຮູ້ວ່າມັນເປັນຍ້ອນພວກເຂົາໄປເຮັດໃຫ້ຄົນອື່ນຂຸ່ນເຄືອງກ່ອນ ແລະ ນຳບັນຫາມາສູ່ຕົນເອງ ແລະ ໃຜກໍຕາມທີ່ພວກເຂົາເຮັດໃຫ້ຂຸ່ນເຄືອງນັ້ນກໍຕ້ອງການທໍລະມານພວກເຂົາ. ນັ້ນບໍ່ແມ່ນສິ່ງທີ່ພວກເຂົາສົມຄວນໄດ້ຮັບແລ້ວບໍ? ຄົນປະເພດນີ້ຄືຄົນປະເພດທີ່ມີແນວໂນ້ມຈະກໍ່ບັນຫາ. ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ, ບໍ່ວ່າຄຣິສຕະຈັກຈະປຶກສາຫາລືເລື່ອງໃດກໍຕາມ, ພວກເຂົາກໍຢາກຈະເຂົ້າມາສອດແຊກຢູ່ສະເໝີ; ພວກເຂົາຢາກຈະແຊກແຊງ ແລະ ວິພາກວິຈານ, ທັງຍັງພະຍາຍາມເຮັດໃຫ້ຄົນອື່ນຟັງພວກເຂົາ. ຖ້າຄຣິສຕະຈັກບໍ່ຮັບເອົາຄຳແນະນຳຂອງພວກເຂົາ, ພວກເຂົາກໍຈະບໍ່ພໍໃຈ ແລະ ຂຸ້ນເຄືອງໃຈຢ່າງຮຸນແຮງ, ໂດຍບໍ່ຮູ້ຈັກຄວາມສາມາດຂອງຕົນເອງ. ບໍ່ວ່າພວກເຂົາຈະປະສົບກັບຄວາມສູນເສຍຫຼາຍເທົ່າໃດ, ພວກເຂົາກໍບໍ່ເຄີຍຈື່ຈຳ ຫຼື ຮຽນຮູ້ບົດຮຽນຈາກຄວາມລົ້ມເຫຼວຂອງຕົນ. ຄົນເຊັ່ນນີ້ກໍ່ໃຫ້ເກີດບັນຫາແມ້ແຕ່ໃນເວລາທີ່ພວກເຂົາເຊື່ອໃນພຣະເຈົ້າ. ໃນດ້ານໜຶ່ງ, ພວກເຂົາບໍ່ເຂົ້າໃຈຄວາມຈິງ ແຕ່ກໍຍັງຢາກ ເຂົ້າໄປຫຍຸ້ງກ່ຽວກັບວຽກງານຂອງຄຣິສຕະຈັກຢູ່ສະເໝີ, ພະຍາຍາມແຊກແຊງໃນທຸກເລື່ອງ, ເຊິ່ງຜົນທີ່ຕາມມາກໍຄືພວກເຂົາໄດ້ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ໃນອີກດ້ານໜຶ່ງ, ເມື່ອໃດກໍຕາມທີ່ພວກເຂົາໃຊ້ເວລາຢູ່ກັບອ້າຍເອື້ອຍນ້ອງຄົນໃດຫຼາຍ, ພວກເຂົາກໍນຳບັນຫາມາໃຫ້ຄົນນັ້ນເຊັ່ນກັນ. ຄົນປະເພດນີ້ທີ່ມີແນວໂນ້ມຈະກໍ່ບັນຫາຖືວ່າເປັນໂຕບັນຫາໃຫຍ່. ເຈົ້າຄິດວ່າຄົນທີ່ມັກກໍ່ບັນຫາແມ່ນຄົນທີ່ບໍ່ສ້າງຄວາມວຸ້ນວາຍບໍ? ພວກເຂົາແມ່ນຄົນທີ່ວາງຕົວໃຫ້ເໝາະສົມບໍ? (ບໍ່ແມ່ນ.) ພວກເຂົາບໍ່ແມ່ນຄົນທີ່ວາງຕົວໃຫ້ເໝາະສົມຢ່າງແນ່ນອນ. ໂດຍທົ່ວໄປແລ້ວ, ຄົນທີ່ດຳລົງຊີວິດຢ່າງຖືກຕ້ອງຕາມທຳນອງຄອງທຳມັກຈະວາງຕົວໃຫ້ເໝາະສົມ. ຕາບໃດທີ່ເລື່ອງທາງສັງຄົມບໍ່ໄດ້ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ພວກເຂົາກໍຈະບໍ່ເຂົ້າໄປຫຍຸ້ງກ່ຽວ ຫຼື ສອບຖາມກ່ຽວກັບເລື່ອງເຫຼົ່ານັ້ນຢ່າງເດັດຂາດ. ສິ່ງນີ້ເອີ້ນວ່າການມີເຫດຜົນ, ການຮູ້ຈັກຍຸກສະໄໝ ແລະ ການເຂົ້າໃຈຄວາມເປັນໄປຂອງສິ່ງຕ່າງໆ. ສັງຄົມ ແລະ ມະນຸດຊາດນີ້ຊົ່ວຮ້າຍ ແລະ ສັບສົນແທ້ໆ. ດັ່ງທີ່ຜູ້ບໍ່ມີຄວາມເຊື່ອເວົ້າວ່າ “ໃນຍຸກທີ່ວຸ້ນວາຍ ແລະ ໂລກທີ່ສັບສົນນີ້, ຜູ້ຄົນຕ້ອງຮຽນຮູ້ທີ່ຈະປົກປ້ອງຕົນເອງ”. ຍິ່ງໄປກວ່ານັ້ນ, ເຈົ້າມັກຈະວິພາກວິຈານເລື່ອງທາງສັງຄົມ ແລະ ຢາກທີ່ຈະເຂົ້າໄປຫຍຸ້ງກ່ຽວກັບເລື່ອງເຫຼົ່ານັ້ນຢູ່ສະເໝີ, ແຕ່ນັ້ນບໍ່ແມ່ນເສັ້ນທາງທີ່ເຈົ້າຄວນກ້າວຍ່າງໃນຊີວິດ. ການເຮັດສິ່ງເຫຼົ່ານັ້ນບໍ່ມີຄຸນຄ່າ ແລະ ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ເຖິງແມ່ນວ່າເຈົ້າຈະສາມາດເວົ້າຄຳທີ່ເປັນທຳໄດ້, ນັ້ນກໍຍັງບໍ່ນັບວ່າເປັນເຫດຜົນທີ່ຊອບທຳ. ເປັນຫຍັງຈຶ່ງບໍ່ແມ່ນ? ເພາະວ່າບໍ່ມີຄວາມຍຸດຕິທຳໃນໂລກນີ້; ກະແສແຫ່ງຄວາມຊົ່ວຮ້າຍບໍ່ອະນຸຍາດໃຫ້ມີຄວາມຍຸດຕິທຳ. ຖ້າເຈົ້າສາມາດກ່າວຄຳເວົ້າທີ່ເປັນທຳ ແລະ ຄຳເວົ້າທີ່ຊື່ສັດໃນເຮືອນຂອງພຣະເຈົ້າໄດ້ຢ່າງແທ້ຈິງ, ນັ້ນກໍມີຄຸນຄ່າ ແລະ ຄວາມສຳຄັນ. ແຕ່ຖ້າເຈົ້າກ່າວຄຳເວົ້າທີ່ເປັນທຳ ແລະ ຄຳເວົ້າທີ່ຊື່ສັດໃນໂລກມະນຸດທີ່ຊົ່ວຮ້າຍ, ເສື່ອມຊາມ ແລະ ວຸ້ນວາຍນີ້, ຄຳເວົ້າເຊັ່ນນັ້ນກໍຈະນຳບັນຫາ ແລະ ອັນຕະລາຍມາໃຫ້ໄດ້ງ່າຍ. ການກ່າວຄຳເວົ້າເຊັ່ນນັ້ນໃນເວລານັ້ນຈະບໍ່ແມ່ນການກະທຳທີ່ໂງ່ຈ້າຫຼາຍບໍ? ການເຮັດແບບນີ້ບໍ່ພຽງແຕ່ຈະບໍ່ເຮັດໃຫ້ເຈົ້າສາມາດໃຊ້ຊີວິດຢ່າງມີຄຸນຄ່າໄດ້, ແຕ່ມັນຍັງຈະນຳເອົາບັນຫາທີ່ບໍສິ້ນສຸດມາໃຫ້ເຈົ້າອີກດ້ວຍ. ສະນັ້ນ, ຄົນສະຫຼາດຈຶ່ງເຫັນວ່າເລື່ອງທາງສັງຄົມເຫຼົ່ານີ້ເປັນໄພພິບັດ ແລະ ພວກເຂົາກໍຕີຕົວອອກຫ່າງ ແລະ ຫຼີກລ່ຽງມັນ, ໃນຂະນະທີ່ຄົນໂງ່ຈ້າມຸ່ງໜ້າເຂົ້າຫາມັນ, ນຳເອົາບັນຫາອັນໃຫຍ່ຫຼວງມາສູ່ຕົນເອງ. ໂດຍສະເພາະຄົນບາງຄົນ, ຫຼັງຈາກທີ່ຝຶກຝົນສິລະປະການຕໍ່ສູ້ໄດ້ສອງສາມມື້, ໄດ້ຮຽນຮູ້ ເຕັກນິກທີ່ໜ້າສົນໃຈໜ້ອຍໜຶ່ງ ແລະ ມີຊື່ສຽງຂຶ້ນມາແດ່, ກໍຢາກຈະຕໍ່ສູ້ເພື່ອຄວາມຍຸດຕິທຳ ແລະ ປຸ້ນຄົນລວຍເພື່ອຊ່ວຍຄົນທຸກຍາກ. ພວກເຂົາຢາກຈະຮັບບົດບາດເປັນອັດສະວິນ ຫຼື ນັກດາບ, ອອກໄປແກ້ໄຂຄວາມບໍ່ເປັນທຳ ແລະ ພວກເຂົາເຖິງຂັ້ນກ້າວອອກໄປຊ່ວຍເຫຼືອທຸກຄັ້ງທີ່ເຫັນຄວາມບໍ່ຍຸດຕິທຳ. ຜົນກໍຄື, ສິ່ງນີ້ໄດ້ນຳມາສູ່ບັນຫາ, ພວກເຂົາບໍ່ຮູ້ເລີຍວ່າສັງຄົມນັ້ນຊັບຊ້ອນສໍ່າໃດ. ບອກເຮົາມາເບິ່ງ, ເມື່ອເຈົ້າກ້າວອອກໄປໃຫ້ຄວາມຊ່ວຍເຫຼືອ, ເຈົ້າຈະບໍ່ໄປເຮັດໃຫ້ຄົນອື່ນຂຸ່ນເຄືອງບໍ? ເຈົ້າຈະບໍ່ໄປຂັດຂວາງແຜນການຂອງບາງຄົນບໍ? (ແມ່ນແລ້ວ.) ເມື່ອເຈົ້າຂັດຂວາງແຜນການທີ່ວາງໄວ້ຢາງຮອບຄອບຂອງຄົນເຫຼົ່ານັ້ນ, ພວກເຂົາຈະປ່ອຍເຈົ້າໄປງ່າຍໆບໍ? (ບໍ່.) ເຈົ້າອາດຈະເວົ້າວ່າ “ສິ່ງທີ່ຂ້ອຍກຳລັງເຮັດຢູ່ຖືເປັນການກະທຳທີ່ຊອບທຳ”, ແຕ່ເຖິງແມ່ນວ່າມັນຈະເປັນການກະທຳທີ່ຊອບທຳ, ກໍບໍ່ໄດ້ຜົນ, ໂລກນີ້ບໍ່ອະນຸຍາດໃຫ້ເຈົ້າເຮັດການກະທຳທີ່ຊອບທຳໄດ້. ຖ້າເຈົ້າເຮັດ, ເຈົ້າກໍກຳລັງສ້າງບັນຫາ. ຄົນໂງ່ຈ້າບໍ່ເຂົ້າໃຈເລື່ອງນີ້, ພວກເຂົາບໍ່ເຂົ້າໃຈທາດແທ້ຂອງໂລກນີ້. ພວກເຂົາຄິດຢູ່ສະເໝີວ່າ, ໃນເມື່ອພວກເຂົາເປັນອັດສະວິນ, ພວກເຂົາກໍຄວນກ້າວອອກໄປຊ່ວຍເຫຼືອຄົນອື່ນ. ແຕ່ໃນທີ່ສຸດ, ພວກເຂົາກໍໄປຂັດຂວາງແຜນການທີ່ວາງໄວ້ຢ່າງຮອບຄອບຂອງໃຜຜູ້ໜຶ່ງ ແລະ ຄົນຜູ້ນັ້ນກໍຊອກຫາທາງແກ້ແຄ້ນ ແລະ ຕາມຈອງລ້າງຈອງຜານພວກເຂົາບໍ່ເຊົາ. ນີ້ຄືການທີ່ພວກເຂົາຫາເລື່ອງໃສ່ຕົວ. ຄົນຜູ້ນັ້ນກໍເລີ່ມສືບຫາຊື່ຂອງພວກເຂົາຢ່າງລັບໆ, ບ່ອນທີ່ພວກເຂົາອາໄສຢູ່, ສະພາບຄອບຄົວເປັນແນວໃດ, ມີສະມາຊິກໃນຄອບຄົວຂອງພວກເຂົາແມ່ນໃຜ, ພວກເຂົາມີອິດທິພົນໃນເຂດນັ້ນບໍ່ ແລະ ວິທີໃດດີທີ່ສຸດທີ່ຈະຈັດການກັບພວກເຂົາ. ເມື່ອພວກເຂົາເຂົ້າໃຈຢ່າງຈະແຈ້ງກ່ຽວກັບເລື່ອງທັງໝົດນີ້ແລ້ວ, ພວກເຂົາກໍເລີ່ມລົງມືຈັດການກັບ “ອັດສະວິນ” ຄົນນັ້ນ, ເຊິ່ງຊີວິດຂອງລາວກໍຈະລຳບາກນັບແຕ່ນັ້ນເປັນຕົ້ນໄປ. ຄົນປະເພດນີ້ມັກກໍ່ບັນຫາຢູ່ເລື້ອຍໆ ແລະ ບໍ່ວ່າພວກເຂົາຈະປະສົບກັບຄວາມສູນເສຍທີ່ຍິ່ງໃຫຍ່ສໍ່າໃດ, ພວກເຂົາກໍບໍ່ເຄີຍຮຽນຮູ້ບົດຮຽນ. ເມື່ອພວກເຂົາພົບພໍ້ກັບບາງສິ່ງທີ່ພວກເຂົາເຫັນວ່າບໍ່ຍຸດຕິທຳ, ພວກເຂົາກໍຍັງຢາກຈະຕໍ່ສູ້ເພື່ອຄວາມຍຸດຕິທຳ ແລະ ກ້າວອອກໄປໃຫ້ຄວາມຊ່ວຍເຫຼືອ. ພວກເຂົາບໍ່ພຽງແຕ່ນຳບັນຫາມາສູ່ຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງເຮັດໃຫ້ຄອບຄົວຂອງພວກເຂົາຕົກຢູ່ໃນອັນຕະລາຍ ແລະ ບາງຄັ້ງກໍເຖິງຂັ້ນດຶງເອົາໝູ່ເພື່ອນ ຫຼື ເພື່ອນຮ່ວມງານທີ່ຢູ່ອ້ອມຂ້າງພວກເຂົາເຂົ້າມາພົວພັນນຳ. ຖ້າພວກເຂົາເຊື່ອໃນພຣະເຈົ້າ ແລະ ເຂົ້າຮ່ວມຄຣິສຕະຈັກ, ອ້າຍເອື້ອຍນ້ອງກໍອາດຈະຕ້ອງຕົກຢູ່ໃນອັນຕະລາຍຍ້ອນພວກເຂົາເຊັ່ນກັນ. ຕົວຢ່າງ: ຖ້າພວກເຂົາໄປກໍ່ບັນຫາໃນສັງຄົມ ແລະ ມີຄົນຕ້ອງການແກ້ແຄ້ນພວກເຂົາ ແລະ ຄົນຜູ້ນັ້ນຮູ້ວ່າເຈົ້າເຂົ້າຮ່ວມການເຕົ້າໂຮມກັບພວກເຂົາ, ພວກເຂົາອາດຈະມາຫາເຈົ້າ ເພື່ອສອບຖາມຂໍ້ມູນກ່ຽວກັບສະຖານະການສ່ວນຕົວ ແລະ ຄອບຄົວຂອງພວກເຂົາ. ແລ້ວ, ເຈົ້າຈະບອກຄົນຜູ້ນັ້ນ ຫຼື ບໍ່? ຖ້າເຈົ້າບອກ, ມັນກໍເທົ່າກັບວ່າເປັນການທໍລະຍົດຕໍ່ພວກເຂົາ, ເຊິ່ງຈະນຳບັນຫາມາໃຫ້ພວກເຂົາ; ຖ້າເຈົ້າບໍ່ບອກ, ຄົນຜູ້ນັ້ນອາດຈະມາທໍລະມານເຈົ້າ. ມີຄົນຊົ່ວຊ້າຫຼາຍເກີນໄປໃນໂລກນີ້ ແລະ ຄົນຊົ່ວຊ້າທຸກຄົນກໍເປັນຄົນທີ່ບໍ່ມີເຫດຜົນ. ຖ້າຜູ້ໃດຜູ້ໜຶ່ງໄປເຮັດໃຫ້ພວກເຂົາຂຸ່ນເຄືອງໃຈ, ພວກເຂົາກໍຈະໃຊ້ທຸກວິທີທາງເພື່ອແກ້ແຄ້ນ. ມັນເປັນແບບນັ້ນບໍ່? (ແມ່ນແລ້ວ.) ບໍ່ວ່າຄົນທີ່ມີແນວໂນ້ມຈະກໍ່ບັນຫາຈະໄປກໍ່ບັນຫາປະເພດໃດກໍຕາມ, ມັນກໍຈະສ້າງບັນຫາ ແລະ ການລົບກວນໃຫ້ກັບການປະຕິບັດໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ຍັງສາມາດສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກໃນລະດັບທີ່ແຕກຕ່າງກັນໄປ. ຖ້າໃຜຈັກຄົນກໍ່ບັນຫາຢູ່ຕະຫຼອດເວລາ, ພວກເຈົ້າຄິດວ່າການໂອ້ລົມຄວາມຈິງກັບພວກເຂົາຈະສາມາດແກ້ໄຂບັນຫານີ້ໄດ້ບໍ? (ບໍ່ໄດ້.) ຄົນປະເພດນີ້ມັກຈະຂາດເຫດຜົນທີ່ດີ. ເຖິງແມ່ນວ່າໃນເວລາທີ່ພວກເຂົາກໍ່ບັນຫາ, ພວກເຂົາກໍບໍ່ເຫັນວ່າມັນເປັນບັນຫາ; ພວກເຂົາອາດຈະຄິດວ່າພວກເຂົາມີຈິດສຳນຶກດ້ານຄວາມຍຸດຕິທຳດ້ວຍຊໍ້າ. ໃນກໍລະນີເຊັ່ນນີ້, ການໂອ້ລົມຄວາມຈິງກັບພວກເຂົາກໍບໍ່ມີປະໂຫຍດ ເພາະພວກເຂົາເປັນຄົນທີ່ມີຄວາມເຂົ້າໃຈທີ່ບິດເບືອນ, ພວກເຂົາເປັນຄົນປະເພດທີ່ໄຮ້ເຫດຜົນ. ຄົນທີ່ໄຮ້ເຫດຜົນປະເພດນີ້ບໍ່ຍອມຮັບຄວາມຈິງໄດ້ງ່າຍໆ. ບາງຄົນອາດຈະເວົ້າວ່າ “ພວກເຂົາກຳລັງປະເຊີນກັບຄວາມລຳບາກ; ພວກເຮົາຈະບໍ່ສົນໃຈພວກເຂົາໄດ້ແນວໃດ? ພວກເຮົາຈະບໍ່ສະແດງຄວາມສົງສານຕໍ່ພວກເຂົາໄດ້ແນວໃດ? ພວກເຮົາຄວນປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກ”. ການປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກເປັນສິ່ງທີ່ດີ, ແຕ່ພວກເຂົາຈະຮັບເອົາມັນໄດ້ບໍ? ຖ້າພວກເຂົາບໍ່ຍອມຮັບຄວາມຈິງໃດໆເລີຍ ແລະ ຍັງຄົງຍຶດໝັ້ນໃນທັດສະນະຂອງຕົນເອງ, ມັນເໝາະສົມບໍທີ່ເຈົ້າຈະໂອ້ລົມຄວາມຈິງແບບບໍ່ຮູ້ຈົບກັບພວກເຂົາ? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? (ຄົນປະເພດນີ້ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ແກ່ນແທ້ຂອງພວກເຂົາແມ່ນຜູ້ບໍ່ເຊື່ອ. ເຖິງແມ່ນວ່າພວກເຮົາຈະໂອ້ລົມຄວາມຈິງກັບພວກເຂົາ, ມັນກໍຈະບໍ່ສາມາດແກ້ໄຂບັນຫາໄດ້ ແລະ ພວກເຂົາກໍຍັງສາມາດນຳເອົາບັນຫາຫຼາຍຢ່າງມາສູ່ຄຣິສຕະຈັກໄດ້.) ແລ້ວ, ຄົນປະເພດນີ້ຄວນຖືກກຳຈັດອອກບໍ? (ແມ່ນແລ້ວ, ຄວນກຳຈັດອອກ.)

ຍັງມີຄົນອີກປະເພດໜຶ່ງທີ່ມີແນວໂນ້ມຈະກໍ່ບັນຫາ. ໃນຄຣິສຕະຈັກ, ພວກເຂົາມັກຈະຍຸຍົງສົ່ງເສີມອ້າຍເອື້ອຍນ້ອງໃຫ້ເຮັດສິ່ງຕ່າງໆ ຢູ່ສະເໝີ. ຕົວຢ່າງ: ພວກເຂົາເວົ້າວ່າ “ການກະທຳນັ້ນຂອງລັດຖະບານ ແລະ ນະໂຍບາຍທີ່ພວກເຂົາວາງອອກນັ້ນບໍ່ສົມເຫດສົມຜົນ. ໃນຖານະທີ່ເປັນຄຣິສຕຽນ, ພວກເຮົາຕ້ອງປະຕິບັດຕາມຄວາມຊອບທຳ, ພວກເຮົາຕ້ອງກ້າເວົ້າ ແລະ ຈະຫົດຫົວຢູ່ໃນກະດອງບໍ່ໄດ້. ພວກເຮົາຕ້ອງເດີນຂະບວນຕາມທ້ອງຖະໜົນພ້ອມກັບປ້າຍຄຳຂວັນ ແລະ ປ້າຍປະທ້ວງ, ຕໍ່ສູ້ເພື່ອຄວາມເປັນຢູ່ທີ່ດີຂອງອ້າຍເອື້ອຍນ້ອງ, ຂອງຄຣິສຕະຈັກຂອງພວກເຮົາ ແລະ ຂອງມວນມະນຸດຊາດທັງໝົດ!” ແລະ ຜົນຂອງການກະທຳນີ້ເປັນແນວໃດ? ກ່ອນທີ່ພວກເຂົາຈະໄດ້ເດີນຂະບວນດ້ວຍຊໍ້າ, ລັດຖະບານກໍຮູ້ເລື່ອງແລ້ວ ແລະ ສານກໍສົ່ງໝາຍຮຽກມາ. ບອກເຮົາມາເບິ່ງ, ມັນເປັນເລື່ອງທີ່ໂຊກດີ ຫຼື ໂຊກຮ້າຍສຳລັບຄຣິສຕະຈັກທີ່ມີຄົນເຊັ່ນນີ້? (ໂຊກບໍ່ດີ.) ບາງຄົນເວົ້າວ່າ: “ປະກົດວ່າຄຣິສຕະຈັກຂອງພວກເຮົາມີຄົນທີ່ມີຄວາມສາມາດແບບນີ້, ຄົນຜູ້ນີ້ມີແວວເປັນຜູ້ນຳ! ເບິ່ງຄົນໃນຄຣິສຕະຈັກຂອງພວກເຮົາແມ້, ພວກເຂົາລ້ວນແຕ່ເປັນຄົນຊື່ໆ ແລະ ເຊື່ອຟັງ, ບໍ່ມີອິດທິພົນໃນສັງຄົມ. ພວກເຂົາຂີ້ຢ້ານ ແລະ ບໍ່ກ້າທີ່ຈະຮັບຜິດຊອບເລື່ອງໃຫຍ່ໆ ແລະ ພວກເຂົາກໍຢ້ານທີ່ຈະກໍ່ບັນຫາຫຼາຍ. ສ່ວນຄົນຜູ້ນີ້ແຕກຕ່າງອອກໄປ, ພວກເຂົາກ້າຫານ, ສະຫຼາດສ່ອງໃສ ແລະ ເດັດຂາດ; ພວກເຂົາຍັງມີອິດທິພົນໃນສັງຄົມແລະ ມີຄວາມສາມາດ ແລະ ເມື່ອພວກເຂົາເຫັນຄວາມບໍ່ຍຸດຕິທຳ, ພວກເຂົາກໍກ້າທີ່ຈະຢືນຢັດ ແລະ ກ້າວອອກໄປທາງໜ້າ. ເຖິງແມ່ນວ່າຈະຕ້ອງປະເຊີນກັບຄະດີຄວາມ, ພວກເຂົາກໍບໍ່ລົນລານ ຫຼື ກະວົນກະວາຍ. ອຸປະນິໄສຂອງພວກເຂົາເໝາະກັບການເປັນເຈົ້າຄົນນາຍຄົນມາແຕ່ເກີດ. ຖ້າຄົນຜູ້ນີ້ຫຍຸ້ງກ່ຽວກັບການເມືອງ, ພວກເຂົາກໍຄົງຈະໄດ້ເປັນຜູ້ແທນ ຫຼື ຢ່າງໜ້ອຍກໍເປັນເຈົ້າແຂວງ. ພວກເຮົາບໍ່ດີພໍ. ດັ່ງນັ້ນ, ຄຣິສຕະຈັກຄວນເລືອກພວກເຂົາໃຫ້ເປັນຜູ້ນຳ. ຖ້າພວກເຂົານຳພາພວກເຮົາ, ພວກເຮົາກໍຈະໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ!” ຄົນໂງ່ຈ້າບາງຄົນຍົກຍ້ອງ ແລະ ນັບຖືຄົນທີ່ມີແນວໂນ້ມຈະກໍ່ບັນຫາໃນສັງຄົມເປັນຢ່າງສູງ, ເຖິງຂັ້ນຢາກເລືອກຕັ້ງພວກເຂົາໃຫ້ເປັນຜູ້ນຳຄຣິສຕະຈັກ. ພວກເຈົ້າຄິດວ່ານີ້ເໝາະສົມບໍ? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? ຄຣິສຕະຈັກບໍ່ຕ້ອງການ “ຄົນທີ່ມີຄວາມສາມາດ” ເຊັ່ນນີ້ບໍ? (ຄຣິສຕະຈັກບໍ່ຕ້ອງການຄົນເຊັ່ນນີ້. ຜູ້ນຳຄຣິສຕະຈັກຕ້ອງນຳພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຮ່ວມກັນໃນການເຕົ້າໂຮມ, ໄລ່ຕາມຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນເພື່ອເຜີຍແຜ່ພຣະກິດຕິຄຸນ. ເຖິງແມ່ນວ່າຄົນເຊັ່ນນີ້ອາດຈະເບິ່ງຄືມີສິ່ງທີ່ເອີ້ນວ່າຄວາມກ້າຫານ, ຄວາມສະຫຼາດສ່ອງໃສ ແລະ ຄວາມເດັດຂາດຢູ່ພາຍນອກ, ພວກເຂົາກໍບໍ່ສາມາດເຮັດວຽກງານປະເພດນີ້ໄດ້ ແລະ ຈະນຳເອົາບັນຫາທີ່ບໍ່ມີທີ່ສິ້ນສຸດມາສູ່ຄຣິສຕະຈັກ. ສະນັ້ນ, ພວກເຂົາຈຶ່ງບໍ່ເໝາະສົມທີ່ຈະເປັນຜູ້ນຳຄຣິສຕະຈັກ.) ໃຫ້ເຮົາບອກໃຫ້ເຈົ້າຮູ້, ມັນເປັນຄວາມຜິດພາດທີ່ຄົນປະເພດນີ້ຈະຍັງຄົງຢູ່ໃນຄຣິສຕະຈັກ ແລະ ມັນຈະເປັນໄພພິບັດຍິ່ງກວ່ານັ້ນອີກ ຖ້າເລືອກຕັ້ງຄົນເຊັ່ນນີ້ໃຫ້ເປັນຜູ້ນຳ. ພວກເຂົາຈະນຳພາຄຣິສຕະຈັກໄປໃສ? ພວກເຂົາຈະປ່ຽນຄຣິສຕະຈັກໃຫ້ກາຍເປັນກຸ່ມສາສະໜາເທົ່ານັ້ນ! ນີ້ກໍເພາະວ່າເມື່ອພວກເຂົາເຫັນຄວາມບໍ່ຍຸດຕິທຳໃນສັງຄົມ, ພວກເຂົາກໍຈະຍື່ນຟ້ອງຮ້ອງ; ເມື່ອພວກເຂົາເຫັນຄົນຊົ່ວຊ້າຂົ່ມເຫັງຄົນທຸກຍາກ, ພວກເຂົາກໍຈະຕໍ່ສູ້ເພື່ອຄົນເຫຼົ່ານັ້ນ; ເມື່ອພວກເຂົາເຫັນເຈົ້າໜ້າທີ່ສໍ້ລາດບັງຫຼວງທຳຮ້າຍປະຊາຊົນຢ່າງໂຫດຮ້າຍ, ພວກເຂົາກໍຢາກຈະຕໍ່ສູ້ເພື່ອຄວາມຍຸດຕິທຳໃນນາມຂອງສະຫວັນ. ດ້ວຍເຫດນີ້, ພວກເຈົ້າທຸກຄົນກໍຈະຄ່ອຍໆ ກາຍເປັນອັດສະວິນທີ່ຕໍ່ສູ້ເພື່ອຄວາມຍຸດຕິທຳ. ດ້ວຍວິທີນີ້, ພວກເຈົ້າຈະຍັງສາມາດໄດ້ຮັບຄວາມລອດພົ້ນໄດ້ຢູ່ບໍ? ໃນທາງຜິວເຜີນ, ຄົນທີ່ມີແນວໂນ້ມຈະກໍ່ບັນຫາອາດຈະເບິ່ງຄືວ່າມີຄວາມສາມາດຫຼາຍ, ແຕ່ໃນທີ່ສຸດແລ້ວ ເກີດຫຍັງຂຶ້ນ? ພວກເຂົາລ້ວນແຕ່ຖືກກຳຈັດຍ້ອນການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເພາະເສັ້ນທາງທີ່ພວກເຂົາຍ່າງໄປນັ້ນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ບໍ່ວ່າພວກເຂົາຈະກໍ່ບັນຫາປະເພດໃດກໍຕາມ, ພວກເຂົາກໍບໍ່ໄດ້ຍ່າງໄປໃນເສັ້ນທາງທີ່ຖືກຕ້ອງ, ທັງບໍ່ໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ພວກເຂົາເຮັດມີຄວາມກ່ຽວຂ້ອງໃດໆ ກັບຄຣິສຕະຈັກ, ກັບພາລະກິດຂອງພຣະເຈົ້າ ຫຼື ກັບເຈດຕະນາຂອງພຣະເຈົ້າ; ທຸກສິ່ງທີ່ພວກເຂົາເຮັດລ້ວນແຕ່ຢູ່ຫ່າງໄກຈາກເຈດຕະນາຂອງພຣະເຈົ້າ ແລະ ບ່ຽງເບນອອກຈາກເສັ້ນທາງທີ່ຖືກຕ້ອງ. ທຳມະຊາດຂອງການກໍ່ບັນຫາຂອງພວກເຂົາກໍຄືການພົວພັນ ແລະ ຫຍຸ້ງກ່ຽວກັບມານຮ້າຍ; ພວກເຂົາກຳລັງຖືກມານຮ້າຍລົບກວນ. ສະນັ້ນ, ເຮືອນຂອງພຣະເຈົ້າຕ້ອງຂີດເສັ້ນແບ່ງຢ່າງຊັດເຈນລະຫວ່າງຕົນເອງກັບຄົນເຊັ່ນນີ້. ຖ້າພວກເຂົາກໍ່ບັນຫາຊໍ້າແລ້ວຊໍ້າອີກ, ບໍ່ຍອມຟັງໃຜກໍຕາມທີ່ພະຍາຍາມຈະໃຫ້ຄຳແນະນຳພວກເຂົາ ແລະ ພວກເຂົາກໍ່ບັນຫາໂດຍບໍ່ຮຽນຮູ້ຈາກຄວາມຜິດພາດຂອງຕົນ, ເຖິງຂັ້ນກະທຳຜິດແບບບໍ່ຄິດໃຫ້ດີ, ແລ້ວກໍຄວນຊັກຊວນໃຫ້ພວກເຂົາອອກໄປ. ເຈົ້າສາມາດເວົ້າໄດ້ວ່າ: “ເບິ່ງບັນຫາທັງໝົດທີ່ເຈົ້າໄດ້ກໍ່ຂຶ້ນແມ້, ມັນເປັນອຸປະສັກຕໍ່ວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນຈຳນວນເທົ່າໃດ. ເປັນຫຍັງເຈົ້າຈຶ່ງບໍ່ຮູ້ສຶກຕົວ? ຄວາມໃຈກວ້າງຂອງເຈົ້າກວ້າງເກີນໄປ, ກວ້າງພໍທີ່ຈະບັນຈຸໂລກທັງໂລກໄດ້. ຄົນແບບເຈົ້າຄວນອອກໄປສູ້ຊີວິດໃນໂລກ; ເຈົ້າຄວນເພາະປູກຕົນເອງ ແລະ ປົກຄອງປະເທດ, ນຳເອົາສັນຕິສຸກມາສູ່ໂລກ. ເຈົ້າເໝາະສົມທີ່ຈະຄົບຄ້າສະມາຄົມກັບເຈົ້າໜ້າທີ່ລະດັບສູງ; ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ເຈົ້າຈະສາມາດເຫີນຟ້າ ແລະ ກາງປີກໂຜບິນໄດ້. ການຢູ່ກັບຄົນທີ່ເຊື່ອໃນພຣະເຈົ້າໝົດມື້, ມັນຈະບໍ່ເປັນອຸປະສັກຕໍ່ຄວາມທະເຍີທະຍານອັນຍິ່ງໃຫຍ່ ແລະ ການກາງປີກໂຜບິນຂອງເຈົ້າບໍ? ເບິ່ງພວກເຮົາແມ້, ບໍ່ມີໃຜໃນພວກເຮົາທີ່ມີຄວາມປາຖະໜາອັນຍິ່ງໃຫຍ່. ພວກເຮົາສຸມໃສ່ພຽງແຕ່ການເຊື່ອໃນພຣະເຈົ້າ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນເພື່ອເຂົ້າໃຈຄວາມຈິງບາງຢ່າງ ແລະ ເຮັດຄວາມຊົ່ວໃຫ້ໜ້ອຍລົງ ແລະ ຈາກນັ້ນບາງທີພວກເຮົາອາດຈະໄດ້ຮັບການຍອມຮັບຈາກພຣະເຈົ້າ, ກໍມີພຽງເທົ່ານັ້ນ. ພວກເຮົາລ້ວນແຕ່ເປັນຄົນທີ່ຖືກຄົນທາງໂລກໃສ່ຮ້າຍປ້າຍສີ ແລະ ດູຖູກ, ຖືກໂລກປະຕິເສດ, ສະນັ້ນ ເຈົ້າຈຶ່ງບໍ່ຄວນຄົບຄ້າສະມາຄົມກັບຄົນແບບພວກເຮົາ. ມັນຈະດີກວ່າສຳລັບເຈົ້າ ຖ້າເຈົ້າກັບຄືນສູ່ໂລກ ແລະ ຕໍ່ສູ້ຢູ່ທີ່ນັ້ນ; ບາງທີເຈົ້າອາດຈະປະສົບຜົນສຳເລັດອັນຍິ່ງໃຫຍ່ ແລະ ບັນລຸຄວາມທະເຍີທະຍານຂອງເຈົ້າ”. ການຊັກຊວນໃຫ້ພວກເຂົາອອກໄປດ້ວຍວິທີນີ້ເໝາະສົມບໍ? ນີ້ເປັນວິທີທີ່ດີໃນການແກ້ໄຂບັນຫາບໍ່? (ແມ່ນແລ້ວ.) ນີ້ຄືວິທີທີ່ຄຣິສຕະຈັກຄວນຈັດການກັບຜູ້ບໍ່ເຊື່ອເຊັ່ນນີ້; ການແກ້ໄຂບັນຫາດ້ວຍວິທີນີ້ສອດຄ່ອງກັບຫຼັກການຄວາມຈິງຢ່າງສົມບູນ.

ຍັງມີຄົນປະເພດອື່ນໃດອີກທີ່ມີແນວໂນ້ມຈະກໍ່ບັນຫາ? ມີຄົນປະເພດໜຶ່ງທີ່ເປັນທີ່ນິຍົມເປັນພິເສດໃນໝູ່ເພດກົງກັນຂ້າມ ແລະ ມັກຈະກ້ຽວພາລາສີກັບບຸກຄົນທີ່ບໍ່ໜ້າໄວ້ໃຈຢູ່ສະເໝີ. ພວກເຂົາບໍ່ໄດ້ໄລ່ຕາມສາຍສຳພັນຄວາມຮັກທີ່ເໝາະສົມ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຮັກສາສາຍສຳພັນທີ່ໃກ້ຊິດ ແລະ ບໍ່ເໝາະສົມກັບຄົນເພດກົງກັນຂ້າມຫຼາຍຄົນ. ເນື່ອງຈາກພວກເຂົາບໍ່ສາມາດຈັດການກັບສາຍສຳພັນເຫຼົ່ານີ້ໄດ້ຢ່າງເໝາະສົມ, ມັນຈຶ່ງເປັນໄປໄດ້ທີ່ຄົນທີ່ພວກເຂົາກ້ຽວພາລາສີນຳນັ້ນຈະເກີດການຫຶງຫວງກັນ ຫຼື ແມ່ນແຕ່ຊອກຫາທາງແກ້ແຄ້ນກັນ ແລະ ກັນ. ນີ້ເປັນບັນຫາສຳລັບພວກເຂົາບໍ? (ແມ່ນແລ້ວ.) ນີ້ກໍເປັນບັນຫາໃຫຍ່ເຊັ່ນກັນ. ບາງຄົນອາດຈະບໍ່ໃສ່ໃຈກັບເລື່ອງເຫຼົ່ານີ້, ແຕ່ສິ່ງດັ່ງກ່າວມັກຈະນຳເອົາບັນຫາມາສູ່ຊີວິດສ່ວນຕົວ ແລະ ຄວາມເຊື່ອຂອງພວກເຂົາ ແລະ ມັນກໍເຖິງຂັ້ນສາມາດສົ່ງຜົນກະທົບຕໍ່ຄວາມປອດໄພສ່ວນຕົວຂອງພວກເຂົາໄດ້. ບັນຫາເຫຼົ່ານີ້ຕິດຕາມພວກເຂົາຢູ່ຕະຫຼອດເວລາ ແລະ ຜູ້ທີ່ພົວພັນກັບພວກເຂົາຢູ່ເລື້ອຍໆ ກໍຫຼີກເວັ້ນບໍ່ໄດ້ທີ່ຈະຖືກລາກເຂົ້າໄປພົວພັນນຳ. ບໍ່ວ່າພວກເຂົາຈະຢູ່ໃນສາຍສຳພັນຄວາມຮັກກັບບຸກຄົນເພດກົງກັນຂ້າມເຫຼົ່ານີ້ຢ່າງແທ້ຈິງ ຫຼື ເປັນພຽງການກ້ຽວພາລາສີ ແລະ ໃຊ້ປະໂຫຍດຈາກກັນ ແລະ ກັນ, ພວກເຮົາກໍບໍ່ໄດ້ເປັນຫ່ວງເລື່ອງດັ່ງກ່າວ. ສິ່ງທີ່ພວກເຮົາເປັນຫ່ວງແມ່ນຫຍັງ? ພວກເຮົາເປັນຫ່ວງວ່າບັນຫາທີ່ພວກເຂົານຳມານັ້ນຈະມີຜົນກະທົບທີ່ເປັນອັນຕະລາຍໃດໆ ຕໍ່ອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກ ຫຼື ບໍ່. ຖ້າມີຜົນກະທົບ, ຄຣິສຕະຈັກກໍຄວນເຂົ້າມາຈັດການ ແລະ ແກ້ໄຂບັນຫາ, ໂດຍແນະນຳໃຫ້ພວກເຂົາແກ້ໄຂບັນຫາເຫຼົ່ານີ້ຢ່າງເໝາະສົມ. ສ່ວນວ່າພວກເຂົາຈະແກ້ໄຂມັນແນວໃດ, ພວກເຮົາຈະບໍ່ແຊກແຊງ. ຖ້າບໍ່ວ່າຈະແນະນຳພວກເຂົາແນວໃດ, ພວກເຂົາກໍຍັງບໍ່ຍອມຟັງ ແລະ ບໍ່ດູແລ ຫຼື ແກ້ໄຂບັນຫາເຫຼົ່ານີ້, ແລ້ວພວກເຂົາກໍຄວນຖືກແຍກຕົວອອກໄປຢູ່ຄົນດຽວ ແລະ ໄດ້ຮັບຄຳເຕືອນວ່າ: “ເຈົ້າຕ້ອງແກ້ໄຂບັນຫາສ່ວນຕົວຂອງເຈົ້າກ່ອນ. ເມື່ອແກ້ໄຂແລ້ວ, ເຈົ້າຈຶ່ງສາມາດກັບມາປະຕິບັດໜ້າທີ່ຂອງເຈົ້າໄດ້. ຖ້າເຈົ້າບໍ່ແກ້ໄຂມັນຢ່າງເໝາະສົມ, ເຈົ້າກໍຈະຍັງຄົງຖືກແຍກຕົວອອກໄປຢູ່ຄົນດຽວຕໍ່ໄປ”. ເຖິງແມ່ນວ່າພວກເຂົາຈະເປັນຜູ້ເຊື່ອ ແລະ ອາດຈະປະຕິບັດໜ້າທີ່ຂອງຕົນ, ບາງທີອາດຈະເປັນໜ້າທີ່ທີ່ສຳຄັນກໍຕາມ, ແຕ່ເນື່ອງຈາກບັນຫາທີ່ຮ້າຍແຮງໃນຊີວິດສ່ວນຕົວຂອງພວກເຂົາ ແລະ ເນື່ອງຈາກບັນຫາທີ່ພວກເຂົາກໍ່ຂຶ້ນນັ້ນອາດຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ຜູ້ນຳຄຣິສຕະຈັກຈຶ່ງບໍ່ສາມາດລະເລີຍມັນໄດ້, ເພາະບັນຫາເຫຼົ່ານັ້ນມີຄວາມສ່ຽງທີ່ອາດຈະເກີດຂຶ້ນຢູ່. ຕົວຢ່າງ: ຄົນທີ່ພວກເຂົາສ້າງສາຍສຳພັນນຳອາດຈະໄດ້ຮຽນຮູ້ກ່ຽວກັບສະຖານະການບາງຢ່າງຂອງຄຣິສຕະຈັກ ຫຼື ຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງຈາກພວກເຂົາ. ຖ້າພວກເຂົາເອົາຂໍ້ມູນນີ້ໄປເປີດເຜີຍໃຫ້ກັບບຸກຄົນທີ່ບໍ່ຫວັງດີ ຫຼື ໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່, ມັນກໍຈະເປັນອັນຕະລາຍທັງຕໍ່ຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງ. ສະນັ້ນ, ສຳລັບຄຣິສຕະຈັກແລ້ວ, ບັນຫາ ຫຼື ຄວາມສ່ຽງທີ່ອາດຈະເກີດຂຶ້ນເຫຼົ່ານີ້ລ້ວນແຕ່ແມ່ນພວກເຂົາເປັນຜູ້ນຳເອົາເຂົ້າມາ, ສະນັ້ນ ຄຣິສຕະຈັກຄວນໃຫ້ພວກເຂົາແກ້ໄຂບັນຫາສ່ວນຕົວຂອງພວກເຂົາກ່ອນ. ຖ້າພວກເຂົາແກ້ໄຂບັນຫາໄດ້ຢ່າງສົມບູນ, ເຮືອນຂອງພຣະເຈົ້າກໍສາມາດຕັດສິນໃຈຮັບເອົາພວກເຂົາເຂົ້າມາຄືນ ໂດຍອີງຕາມສະຖານະການຂອງພວກເຂົາ. ແຕ່ຖ້າພວກເຂົາຍັງຄົງບໍ່ແກ້ໄຂບັນຫາ ແລະ ຍັງຢາກປະຕິບັດໜ້າທີ່ຢູ່, ຄວນເຮັດແນວໃດ? (ບໍ່ຄວນອະນຸຍາດໃຫ້ພວກເຂົາປະຕິບັດໜ້າທີ່.) ໃນກໍລະນີນັ້ນ, ພວກເຂົາຕ້ອງຖືກຊັກຊວນໃຫ້ອອກໄປ ຫຼື ຖືກກຳຈັດອອກ. ສະຫຼຸບກໍຄື, ບໍ່ວ່າຈະເປັນຜູ້ນຳຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ເມື່ອໃດທີ່ພວກເຂົາພົບເຫັນວ່າມີຄົນໃນຄຣິສຕະຈັກທີ່ມີແນວໂນ້ມຈະກໍ່ບັນຫາ, ພວກເຂົາກໍຄວນແກ້ໄຂເລື່ອງດັ່ງກ່າວຕາມຫຼັກການ ແລະ ຈັດການມັນໂດຍທັນທີ. ພວກເຂົາບໍ່ຄວນລໍຖ້າຈົນກວ່າບຸກຄົນເຫຼົ່ານີ້ຈະນຳອັນຕະລາຍມາສູ່ອ້າຍເອື້ອຍນ້ອງ ຫຼື ນຳບັນຫາມາສູ່ວຽກງານຂອງຄຣິສຕະຈັກກ່ອນຈຶ່ງຈັດການ ແລະ ແກ້ໄຂມັນ.

ບາງຄົນມັກຫາເລື່ອງ, ມັກຜິດຖຽງ ແລະ ຕີກັນ. ພວກເຂົາຮູ້ສຶກຢູ່ສະເໝີວ່າພວກເຂົາໝັດໜັກ, ຢາກຈະເອົາຊະນະທຸກຄົນໃນໂລກຢູ່ຕະຫຼອດເວລາ ຫຼື ຖ້າພວກເຂົາຮູ້ວິຊາຕໍ່ສູ້ຂັ້ນສູງໜ້ອຍໜຶ່ງ, ພວກເຂົາກໍຢາກຈະໃຊ້ຄວາມຮຸນແຮງ ແລະ ກຳລັງຕໍ່ຕ້ານຄົນອື່ນຢູ່ສະເໝີ. ຄົນປະເພດນີ້ກໍມີແນວໂນ້ມທີ່ຈະກໍ່ບັນຫາຄືກັນບໍ່ແມ່ນບໍ? (ແມ່ນແລ້ວ.) ຍັງມີຄົນບາງຄົນທີ່ບໍ່ຢູ່ໃນທີ່ໃນທາງຂອງຕົນບໍ່ວ່າພວກເຂົາຈະໄປໃສກໍຕາມ. ພວກເຂົາບໍ່ປະຕິບັດຕາມກົດລະບຽບ ຫຼື ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ບໍ່ຢາກຈະ ເຮັດຕາມແບບແຜນຢູ່ສະເໝີ. ເວລາຂັບລົດ, ພວກເຂົາກໍມັກທີ່ຈະຜ່າໄຟແດງ ຫຼື ມັກທີ່ຈະລ້ຽວຊ້າຍໃນບ່ອນທີ່ບໍ່ອະນຸຍາດ ແລະ ເມື່ອຖືກຕຳຫຼວດຈັບ ແລະ ປັບໃໝ, ພວກເຂົາກໍບໍ່ຍອມຮັບ ແລະ ຢາກຈະລາຍງານເຈົ້າໜ້າທີ່. ເຈົ້າເຫັນບໍ່, ພວກເຂົາກ້າລາຍງານທຸກຄົນ. ເຖິງແມ່ນວ່າຕຳຫຼວດຈະປະຕິບັດຕາມກົດໝາຍ, ພວກເຂົາກໍຍັງຢາກລາຍງານຕຳຫຼວດຢູ່ດີ, ພວກເຂົາບໍ່ເຄົາລົບກົດໝາຍ. ຄົນໂງ່ຈ້າເຫຼົ່ານີ້ກໍມີແນວໂນ້ມທີ່ຈະກໍ່ບັນຫາຄືກັນບໍ່ແມ່ນບໍ? (ແມ່ນແລ້ວ.) ຄົນປະເພດນີ້ທີ່ມີແນວໂນ້ມຈະກໍ່ບັນຫາຄິດວ່າພວກເຂົາມີພຣະເຈົ້າໃຫ້ເພິ່ງພາອາໄສ ເພາະພວກເຂົາເຊື່ອໃນພຣະອົງ ແລະ ຄຣິສຕະຈັກກໍມີຄົນຈຳນວນຫຼາຍ ແລະ ມີອິດທິພົນຢ່າງໃຫຍ່ຫຼວງ ແລະ ດັ່ງນັ້ນພວກເຂົາຈຶ່ງບໍ່ຢ້ານຫຍັງ. ພວກເຂົາປະພຶດຊະຊາຍແບບບໍ່ຄິດໃຫ້ດີຢູ່ທົ່ວທຸກແຫ່ງເພື່ອອວດອ້າງຄວາມສາມາດຂອງຕົນ ແລະ ເພື່ອສະແດງໃຫ້ເຫັນວ່າພວກເຂົາເກັ່ງກ້າສໍ່າໃດ. ເຖິງແມ່ນວ່າຫຼັງຈາກທີ່ຕົກຢູ່ໃນບັນຫາທາງກົດໝາຍ, ພວກເຂົາກໍບໍ່ຮູ້ຈັກກັບໃຈ. ໃນທີ່ສຸດ, ພວກເຂົາເວົ້າຫຍັງ? “ໂລກນີ້ຊົ່ວຮ້າຍແທ້ໆ. ຂ້ອຍຖືກຈັບພຽງເພາະຢືນຢັດເພື່ອຄວາມຍຸດຕິທຳ. ໂລກນີ້ບໍ່ຍຸດຕິທຳແທ້ໆ!” ພວກເຂົາຍັງບໍ່ຍອມຮັບຄວາມຜິດຂອງຕົນ. ພວກເຂົາກໍ່ເລື່ອງ ແລະ ນຳບັນຫາມາສູ່ຕົນເອງ, ແຕ່ກໍຍັງຈົ່ມວ່າວ່າສິ່ງທີ່ເກີດຂຶ້ນກັບພວກເຂົານັ້ນບໍ່ຍຸດຕິທຳ. ນີ້ບໍ່ແມ່ນເລື່ອງທີ່ໄຮ້ສາລະຢ່າງເຖິງທີ່ສຸດບໍ? (ແມ່ນແລ້ວ.) ບໍ່ວ່າໂລກຈະຊົ່ວຮ້າຍ ແລະ ມືດມົນສໍ່າໃດ, ມັນກໍບໍ່ແມ່ນການກະທຳທີ່ສະຫຼາດທີ່ພວກເຂົາຈະໄປກໍ່ບັນຫາ. ພຣະເຈົ້າບໍ່ເຄີຍຂໍໃຫ້ໃຜກໍ່ບັນຫາ ແລະ ທັງບໍ່ເຄີຍຂໍໃຫ້ໃຜໃຊ້ຂໍ້ອ້າງໃນການເຊື່ອໃນພຣະເຈົ້າເປັນທຸງເພື່ອຕໍ່ສູ້ເພື່ອຄວາມຍຸດຕິທຳ ແລະ ລົງໂທດຄົນຊົ່ວແທນສະຫວັນ. ບາງຄົນເວົ້າວ່າ “ກົດໝາຍຂອງໂລກນີ້ບໍ່ແມ່ນຄວາມຈິງ, ສະນັ້ນ ບໍ່ຈຳເປັນຕ້ອງປະຕິບັດຕາມ”. ເຖິງແມ່ນວ່າກົດໝາຍຈະບໍ່ແມ່ນຄວາມຈິງ, ພຣະເຈົ້າກໍບໍ່ເຄີຍບອກເຈົ້າວ່າເຈົ້າສາມາດລະເມີດກົດໝາຍຕາມອຳເພີໃຈໄດ້ ແລະ ທັງບໍ່ເຄີຍບອກເຈົ້າວ່າເຈົ້າສາມາດຂ້າຄົນ ຫຼື ກໍ່ເຫດວາງເພີງໄດ້. ພຣະເຈົ້າຂໍໃຫ້ເຈົ້າເຊື່ອຟັງກົດໝາຍ ແລະ ປະຕິບັດຕາມຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໃຫ້ຮູ້ຈັກຮັກສາມາດຕະຖານທາງສິນທຳ ແລະ ປະຕິບັດຕາມກົດລະບຽບບໍ່ວ່າເຈົ້າຈະໄປໃສ, ຢ່າຫາເລື່ອງ ແລະ ຢ່າກໍ່ບັນຫາ. ຖ້າເຈົ້າລະເມີດກົດໝາຍ, ເຈົ້າກໍຈະຕ້ອງຮັບຜິດຊອບຕໍ່ຜົນທີ່ຕາມມາດ້ວຍຕົນເອງ, ຢ່າຄາດຫວັງໃຫ້ເຮືອນຂອງພຣະເຈົ້າຮັບຜິດຊອບແທນເຈົ້າ, ເພາະນີ້ເປັນການປະພຶດສ່ວນບຸກຄົນ ແລະ ເປັນຕົວແທນຂອງເຈົ້າໃນຖານະບຸກຄົນເທົ່ານັ້ນ; ເຮືອນຂອງພຣະເຈົ້າບໍ່ເຄີຍແນະນຳໃຫ້ເຈົ້າເຮັດສິ່ງທີ່ຜິດກົດໝາຍ. ບໍ່ວ່າເຈົ້າຈະຈັດການເລື່ອງຕ່າງໆ ຢູ່ໃນປະເທດໃດກໍຕາມ, ເຮືອນຂອງພຣະເຈົ້າກໍຈະໃຫ້ເຈົ້າກວດສອບກົດໝາຍ ແລະ ປຶກສາທະນາຍຄວາມ. ສິ່ງໃດກໍຕາມທີ່ທະນາຍຄວາມບອກວ່າເໝາະສົມ, ນັ້ນຄືສິ່ງທີ່ເຈົ້າຄວນເຮັດ. ຖ້າທະນາຍຄວາມບໍ່ໄດ້ແນະນຳໃຫ້ເຈົ້າເຮັດໃນທາງໃດທາງໜຶ່ງ ແລະ ເຈົ້າກໍເຮັດໄປຢ່າງບໍ່ຄິດ, ເຮັດໃຫ້ເລື່ອງເສຍຫາຍ ແລະ ລະເມີດກົດໝາຍ, ເຈົ້າກໍຈະຕ້ອງຮັບຜິດຊອບຕໍ່ຜົນທີ່ຕາມມາດ້ວຍຕົນເອງ, ຢ່ານຳບັນຫາມາສູ່ເຮືອນຂອງພຣະເຈົ້າ. ເຖິງແມ່ນວ່າແນວທາງທີ່ທະນາຍຄວາມແນະນຳຈະບໍ່ແມ່ນທາງເລືອກທີ່ດີທີ່ສຸດ, ເຈົ້າກໍຍັງຕ້ອງປະຕິບັດຕາມຄຳແນະນຳຂອງທະນາຍຄວາມ. ຕາບໃດທີ່ມັນຖືກກົດໝາຍ ແລະ ບໍ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ເຮືອນຂອງພຣະເຈົ້າ, ກໍສາມາດເຮັດໄດ້. ເຮືອນຂອງພຣະເຈົ້າໄດ້ບອກຄົນຢູ່ສະເໝີວ່າໃຫ້ປຶກສາທະນາຍຄວາມ ແລະ ຈັດການເລື່ອງຕ່າງໆ ຕາມກົດໝາຍ. ແນວໃດກໍຕາມ, ບາງຄົນຄິດວ່າ “ເຮືອນຂອງພຣະເຈົ້າບໍ່ໄດ້ເປັນຂອງໂລກ, ສະນັ້ນ ພວກເຮົາບໍ່ຄວນປະຕິບັດຕາມກະແສຂອງໂລກ! ກົດໝາຍບໍ່ໄດ້ເປັນຕົວແທນຂອງຄວາມຈິງ, ມີພຽງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ ແລະ ພຣະເຈົ້າກໍເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດ. ພວກເຮົາພຽງແຕ່ຍອມຈຳນົນຕໍ່ຄວາມຈິງ ແລະ ພຣະເຈົ້າ!” ໃນຂະນະທີ່ຄຳເວົ້ານີ້ຖືກຕ້ອງ, ເຈົ້າກໍຍັງດຳລົງຊີວິດຢູ່ໃນໂລກນີ້ ແລະ ຕ້ອງຈັດການກັບບັນຫາໃນຄວາມເປັນຈິງຫຼາຍຢ່າງ. ສະນັ້ນ, ເຈົ້າບໍ່ສາມາດລະເມີດກົດໝາຍ ແລະ ທັງບໍ່ສາມາດລະເມີດຫຼັກການແຫ່ງຄວາມຈິງໄດ້. ຄວາມຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໝາຍເຖິງຕົວຕົນ ແລະ ສະຖານະຂອງພຣະເຈົ້າ; ມັນບໍ່ແມ່ນເຫດຜົນໃຫ້ເຈົ້າເຂົ້າຮ່ວມໃນກິດຈະກຳທີ່ຜິດກົດໝາຍ ຫຼື ປະພຶດຕົນຢ່າງຜະເດັດການໃນສັງຄົມ, ເຮັດທຸກຢ່າງທີ່ເຈົ້າຕ້ອງການ ແລະ ກໍ່ບັນຫາຢູ່ທົ່ວທຸກແຫ່ງ. ພຣະເຈົ້າບໍ່ເຄີຍຊຸກຍູ້ ຫຼື ຮຽກຮ້ອງໃຫ້ໃຜລະເມີດກົດໝາຍໃນການເຮັດສິ່ງໃດເລີຍ, ແຕ່ພຣະອົງບອກເຈົ້າໃຫ້ປະຕິບັດຕາມກົດໝາຍ ແລະ ຮັກສາກົດລະບຽບຂອງສັງຄົມ, ວ່າຖ້າເຈົ້າລະເມີດກົດໝາຍ ແລະ ຖືກລົງໂທດ, ເຈົ້າກໍຕ້ອງຍອມຮັບການລົງໂທດນັ້ນ ແລະ ເຈົ້າບໍ່ຄວນກໍ່ເລື່ອງ ຫຼື ສ້າງບັນຫາ. ຖ້າເຈົ້າມັກກໍ່ບັນຫາຢູ່ສະເໝີ, ຄິດຢູ່ສະເໝີວ່າເພາະເຈົ້າເຊື່ອໃນພຣະເຈົ້າ, ເຈົ້າມີພຣະເຈົ້າສະໜັບສະໜູນເຈົ້າ ແລະ ດັ່ງນັ້ນເຈົ້າຈຶ່ງບໍ່ຢ້ານຟ້າບໍ່ຢ້ານດິນ, ເຮົາຂໍບອກເຈົ້າເລີຍວ່າ, ເຈົ້າຄິດຜິດແລ້ວ! ພຣະເຈົ້າບໍ່ໄດ້ສະໜັບສະໜູນໃຫ້ກັບຄວາມບໍ່ຢ້ານຟ້າບໍ່ຢ້ານດິນຂອງເຈົ້າ ແລະ ເຮືອນຂອງພຣະເຈົ້າກໍຈະບໍ່ຮັບຜິດຊອບຕໍ່ເຫດຜົນແບບຄົນອັນທະພານຂອງເຈົ້າ. ຢ່າຄິດເດັດຂາດວ່າພຽງເພາະມີຄົນຈຳນວນຫຼາຍໃນເຮືອນຂອງພຣະເຈົ້າ ແລະ ມີອິດທິພົນຢ່າງໃຫຍ່ຫຼວງ, ແລ້ວເຈົ້າຈະສາມາດເຮັດທຸກຢ່າງທີ່ເຈົ້າຕ້ອງການໄດ້. ຖ້າເຈົ້າຄິດແບບນີ້, ເຈົ້າກໍຄິດຜິດ. ນີ້ຄືແນວຄິດແບບຊາຕານ. ເຮືອນຂອງພຣະເຈົ້າບໍ່ເຄີຍເວົ້າສິ່ງດັ່ງກ່າວ ແລະ ພຣະເຈົ້າກໍບໍ່ເຄີຍເວົ້າເຊັ່ນກັນ. ເຮືອນຂອງພຣະເຈົ້າບໍ່ໄດ້ຊຸກຍູ້ໃຫ້ໃຜເຮັດແບບນີ້. ມັນເປັນຄວາມຈິງທີ່ເຮືອນຂອງພຣະເຈົ້າມີຄົນຈຳນວນຫຼາຍ, ແຕ່ຈຳນວນຄົນ, ບໍ່ວ່າຈະຫຼາຍ ຫຼື ໜ້ອຍ, ກໍບໍ່ແມ່ນເພື່ອໜຸນຫຼັງໃຜ, ເສີມສ້າງກຳລັງໃຈໃຫ້ໃຜ ຫຼື ປົກປ້ອງໃຜຈາກບັນຫາ ແລະເຮັດໃຫ້ທຸກຢ່າງລື່ນໄຫຼ. ພຣະເຈົ້າເລືອກຄົນເພື່ອໃຫ້ພວກເຂົາສາມາດຕິດຕາມພຣະອົງ ແລະ ເຮັດຕາມຄວາມປະສົງຂອງພຣະອົງ, ເພື່ອໃຫ້ພວກເຂົາສາມາດບັນລຸມາດຕະຖານໃນຖານະສິ່ງທີ່ຖືກສ້າງ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງໃຫ້ສົມບູນ. ມັນບໍ່ແມ່ນເພື່ອໃຫ້ເຈົ້າຕໍ່ຕ້ານໂລກ, ບໍ່ແມ່ນເພື່ອໃຫ້ເຈົ້າເວົ້າຈາສູງສົ່ງໃນໂລກ ແລະ ມັນກໍບໍ່ແມ່ນເພື່ອໃຫ້ເຈົ້າສັ່ງສອນບົດຮຽນໃຫ້ແກ່ໂລກຢ່າງແນ່ນອນ. ການເຊື່ອໃນພຣະເຈົ້າບໍ່ແມ່ນການຕໍ່ຕ້ານກະແສ; ມັນບໍ່ມີຫຍັງກ່ຽວຂ້ອງກັບການຕໍ່ຕ້ານກະແສ ຫຼື ການດູຖູກໂລກ. ສະນັ້ນ, ຢ່າເຂົ້າໃຈຜິດໃນເຈດຕະນາຂອງພຣະເຈົ້າທີ່ມີຕໍ່ຄົນ ແລະ ຢ່າຕີຄວາມໝາຍຜິດ ຫຼື ເຂົ້າໃຈຜິດໃນຄວາມສຳຄັນຂອງການເຊື່ອໃນພຣະເຈົ້າ. ຈຸດປະສົງຂອງການທີ່ພຣະເຈົ້າເລືອກຄົນແມ່ນຫຍັງ? (ມັນແມ່ນເພື່ອໃຫ້ຄົນສາມາດຕິດຕາມພຣະເຈົ້າ, ເຮັດຕາມຄວາມປະສົງຂອງພຣະອົງ ແລະ ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ.) ພຣະເຈົ້າເລືອກຄົນເພື່ອທີ່ຈະໄດ້ພວກເຂົາມາ, ເພື່ອທີ່ຈະໄດ້ຮັບສິ່ງທີ່ຖືກສ້າງທີ່ແທ້ຈິງ, ເພື່ອທີ່ຈະໄດ້ຮັບມະນຸດທີ່ນະມັດສະການພຣະເຈົ້າຢ່າງແທ້ຈິງ; ມັນແມ່ນເພື່ອໃຫ້ມະນຸດຊາດໃໝ່ໄດ້ເກີດຂຶ້ນ, ເປັນມະນຸດຊາດທີ່ສາມາດນະມັດສະການພຣະເຈົ້າໄດ້. ຈຸດປະສົງຂອງການທີ່ພຣະເຈົ້າເລືອກຄົນບໍ່ແມ່ນເພື່ອໃຫ້ພວກເຂົາໄປຕໍ່ຕ້ານໂລກນີ້ ຫຼື ຕໍ່ຕ້ານມະນຸດຊາດ. ສະນັ້ນ, ຄົນເຫຼົ່ານັ້ນທີ່ມີແນວໂນ້ມຈະກໍ່ບັນຫາຄວນຖືກກັນໃຫ້ຢູ່ຫ່າງຈາກຄຣິສຕະຈັກ ແລະ ຫ່າງຈາກສະຖານທີ່ທີ່ຄົນປະຕິບັດໜ້າທີ່ຂອງຕົນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້, ເພື່ອຫຼີກລ່ຽງ ການສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ.

ສຳລັບຄົນທີ່ມີແນວໂນ້ມຈະກໍ່ບັນຫາ, ບໍ່ວ່າພວກເຂົາຈະກໍ່ບັນຫາປະເພດໃດກໍຕາມ, ຖ້າມັນນຳບັນຫາມາສູ່ຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ, ຜູ້ນຳ ແລະ ຜູ້ເຮັດວຽກກໍຄວນເຂົ້າມາຈັດການ ແລະ ແກ້ໄຂບັນຫາ. ມັນຈະຕ້ອງບໍ່ຖືກປ່ອຍໃຫ້ເກີດຂຶ້ນໂດຍບໍ່ຖືກກວດສອບ ຢ່າງເດັດຂາດ. ພວກເຂົາຄວນທຳຄວາມເຂົ້າໃຈ ແລະ ຮັບຮູ້ສະຖານະການໂດຍທັນທີ, ຊີ້ແຈງໃຫ້ເຫັນເຖິງຕົ້ນຕໍຂອງບັນຫາ ແລະ ຈາກນັ້ນກໍຄິດຫາວິທີແກ້ໄຂທີ່ສົມເຫດສົມຜົນ ແລະ ຈັດການມັນ. ເປັນຫຍັງຈຶ່ງຄວນຈັດການ? ໃນດ້ານໜຶ່ງ, ບັນຫາເຫຼົ່ານີ້ສາມາດສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ຊີວິດໃນຄຣິສຕະຈັກ ຫຼື ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ. ໃນອີກດ້ານໜຶ່ງ, ບໍ່ວ່າບຸກຄົນເຫຼົ່ານີ້ທີ່ມີແນວໂນ້ມຈະກໍ່ບັນຫາຈະຖືກຄົນອື່ນເບິ່ງວ່າເປັນຄົນທີ່ມີຄວາມສາມາດ ຫຼື ເປັນນັກເລງອັນທະພານ, ຕາບໃດທີ່ພວກເຂົານຳບັນຫາມາໃຫ້, ພວກເຂົາກໍຄວນຖືກຈັດການຢ່າງທັນການ. ແລ້ວຄວນຈັດການພວກເຂົາແນວໃດ? ມັນບໍ່ໄດ້ກ່ຽວກັບການຈັດການກັບບັນຫາ, ແຕ່ແມ່ນການຈັດການກັບຄົນທີ່ຮັບຜິດຊອບໃນການນຳບັນຫາມາ. ໂດຍການສະລ້າງພວກເຂົາອອກຈາກຄຣິສຕະຈັກ, ຕົ້ນຕໍຂອງບັນຫາກໍຈະຖືກແກ້ໄຂ ແລະ ບັນຫາກໍຈະຖືກຈັດການດ້ວຍເຫດນີ້. ຢ່າໄດ້ຜ່ອນຜັນໃຫ້ພວກເຂົາເດັດຂາດ ພຽງເພາະວ່າຄົນບາງຄົນທີ່ມີແນວໂນ້ມຈະກໍ່ບັນຫາເບິ່ງຄືວ່າເປັນຄົນເກັ່ງ ຫຼື ມີພອນສະຫວັນໃນສາຍຕາຂອງເຈົ້າ. ຖ້າເຈົ້າຜ່ອນຜັນໃຫ້ພວກເຂົາ, ເຈົ້າກໍເປັນຄົນທີ່ໂງ່ຈ້າຫຼາຍຢ່າງແທ້ຈິງ ແລະ ບໍ່ເໝາະສົມທີ່ຈະເປັນຜູ້ນຳຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງກໍຄວນປົດເຈົ້າອອກຈາກຕຳແໜ່ງ. ຖ້າເຈົ້າບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ບໍ່ປົກປ້ອງອ້າຍເອື້ອຍນ້ອງ, ແຕ່ໄປປົກປ້ອງຄົນຊົ່ວຊ້າ ແລະ ຜູ້ກໍ່ບັນຫາແທນ, ເຖິງຂັ້ນນັບຖືພວກເຂົາຈົນເກີນຂອບເຂດ, ປະຕິບັດຕໍ່ພວກເຂົາຄືກັບແຂກຜູ້ມີກຽດ ແລະ ບຸກຄົນທີ່ມີພອນສະຫວັນ, ຄິດວ່າພວກເຂົາເປັນຄົນທີ່ມີຄວາມສາມາດທີ່ຫາໄດ້ຍາກໃນຄຣິສຕະຈັກ, ໃຊ້ພວກເຂົາໃນໜ້າທີ່ວຽກງານໃຫຍ່ໆ ແລະ ເຖິງຂັ້ນແກ້ໄຂບັນຫາໃຫ້ພວກເຂົາ, ຖ້າເປັນດັ່ງນັ້ນເຈົ້າກໍບໍ່ເໝາະສົມກັບບົດບາດຂອງການເປັນຜູ້ນຳຄຣິສຕະຈັກຢ່າງສິ້ນເຊີງ. ເຈົ້າເປັນຄົນທີ່ໂງ່ຈ້າ ແລະ ເປັນຜູ້ນຳປອມ ແລະ ເຈົ້າກໍຄວນຖືກປົດອອກ ແລະ ກຳຈັດຖິ້ມ. ຖ້າຜູ້ນຳຄຣິສຕະຈັກບໍ່ຍອມຟັງຄຳແນະນຳ ແລະ ຢືນຢັນທີ່ຈະປົກປ້ອງຄົນຊົ່ວຊ້າບາງຄົນທີ່ມີແນວໂນ້ມຈະກໍ່ບັນຫາ ຫຼື ໃຊ້ພວກເຂົາໃນໜ້າທີ່ວຽກງານໃຫຍ່ໆ, ອ້າຍເອື້ອຍນ້ອງບໍ່ພຽງແຕ່ຄວນປົດຜູ້ນຳຄົນນັ້ນອອກ, ແຕ່ຍັງຄວນມັດພວກເຂົາລວມເຂົ້າກັນກັບຄົນທີ່ກໍ່ບັນຫານີ້ ແລະ ກຳຈັດພວກເຂົາທັງສອງອອກໄປ. ເຈົ້າບໍ່ໄດ້ນັບຖືຄົນທີ່ກໍ່ບັນຫາແມ່ນບໍ? ພວກເຂົາກໍຮູ້ສຶກວ່າໄດ້ຮັບການປົກປ້ອງຈາກເຈົ້າຄືກັນ ແລະ ພວກເຈົ້າກໍເຂົ້າກັນໄດ້ດີ, ຖ້າເປັນດັ່ງນັ້ນກໍຕ້ອງຂໍໂທດນຳ, ແຕ່ພວກເຈົ້າທັງສອງຕ້ອງອອກໄປ. ເຮືອນຂອງພຣະເຈົ້າບໍ່ຕ້ອງການໃຜໃນພວກເຈົ້າທັງສອງ! ຖ້າມີຄົນທີ່ມີແນວໂນ້ມຈະກໍ່ບັນຫາຢູ່ໃນຄຣິສຕະຈັກ ແລະ ຜູ້ນຳລະດັບເທິງບໍ່ຮູ້ເລື່ອງ, ໃນຂະນະທີ່ຜູ້ນຳຄຣິສຕະຈັກເປັນຄົນທີ່ໂງ່ຈ້າ ແລະ ຂາດການໄຈ້ແຍກ, ແລ້ວອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງກໍຕ້ອງເຂົ້າມາແກ້ໄຂບັນຫາ. ໃນດ້ານໜຶ່ງ, ພວກເຂົາຄວນລາຍງານເລື່ອງດັ່ງກ່າວໃຫ້ຜູ້ນຳລະດັບເທິງໂດຍທັນທີ. ນອກຈາກນີ້, ພວກເຂົາຕ້ອງຮ່ວມມືກັບອ້າຍເອື້ອຍນ້ອງຄົນອື່ນໆ ເພື່ອໂອ້ລົມ ແລະ ໄຈ້ແຍກຜູ້ນຳປອມອອກໄປ. ເມື່ອໃດທີ່ຢືນຢັນໄດ້ວ່າພວກເຂົາເປັນຜູ້ນຳປອມ, ພວກເຂົາກໍຕ້ອງຖືກໄລ່ອອກ ຫຼື ປົດອອກ ແລະ ຄວນມີການເລືອກຕັ້ງຜູ້ນຳຄົນໃໝ່, ຄົນທີ່ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ວຽກງານຂອງຄຣິສຕະຈັກ ແລະ ຊີວິດໃນຄຣິສຕະຈັກ. ການປະຕິບັດແບບນີ້ເໝາະສົມບໍ? (ແມ່ນແລ້ວ.) ຈົ່ງສະລ້າງຜູ້ນຳຄຣິສຕະຈັກຄົນນີ້ ແລະ ຄົນທີ່ມີແນວໂນ້ມຈະກໍ່ບັນຫາອອກໄປພ້ອມກັນ. ພວກເຂົາທັງສອງເຂົ້າກັນໄດ້ດີບໍ່ແມ່ນບໍ ແລະ ຕ່າງກໍຊື່ນຊົມເຊິ່ງກັນ ແລະ ກັນແມ່ນບໍ? ດັ່ງນັ້ນກໍຈົ່ງເຮັດຕາມຄວາມປາຖະໜາຂອງພວກເຂົາ ແລະ ປ່ອຍໃຫ້ພວກເຂົາກັບຄືນສູ່ໂລກພ້ອມກັນ, ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນແບບພວກເຂົາ. ຖ້າພວກເຂົາຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະມີແຕ່ກໍ່ເລື່ອງ ແລະ ສ້າງບັນຫາ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກ. ພວກເຂົາຄວນຖືກສະລ້າງອອກໄປ. ບໍ່ວ່າພວກເຂົາຢາກຈະໄປໃສ ແລະ ຢາກຈະກໍ່ບັນຫາໃຫຍ່ສໍ່າໃດ ກໍເປັນເລື່ອງຂອງພວກເຂົາເອງ. ໃນກໍລະນີໃດກໍຕາມ, ມັນບໍ່ມີຫຍັງກ່ຽວຂ້ອງກັບຄຣິສຕະຈັກ ແລະ ຈະບໍ່ເຮັດໃຫ້ຄຣິສຕະຈັກຕ້ອງພົວພັນໄປນຳ. ແບບນັ້ນບໍ່ແມ່ນການແກ້ໄຂບັນຫາແລ້ວບໍ? (ແມ່ນແລ້ວ.) ການແກ້ໄຂບັນຫາແບບນີ້ແມ່ນດີຫຼາຍ. ນັ້ນເປັນການສິ້ນສຸດການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂໍ້ທີສິບສອງ, ກ່ຽວກັບຄົນທີ່ມີແນວໂນ້ມຈະກໍ່ບັນຫາ.

13. ການມີພູມຫຼັງທີ່ຊັບຊ້ອນ

ໃຫ້ພວກເຮົາມາເບິ່ງການສະແດງອອກຂໍ້ຕໍ່ໄປ: ການມີພູມຫຼັງທີ່ຊັບຊ້ອນ. ພວກເຈົ້າຄິດວ່າຄົນປະເພດໃດທີ່ມີພູມຫຼັງທີ່ຊັບຊ້ອນ? (ບາງຄົນກ່ຽວຂ້ອງທັງໃນໂລກອາດຊະຍາກຳໃຕ້ດິນ ແລະ ວົງການທີ່ຖືກຕ້ອງຕາມກົດໝາຍ ແລະ ພູມຫຼັງທາງສັງຄົມຂອງພວກເຂົາກໍຂ້ອນຂ້າງຊັບຊ້ອນ, ພວກເຂົາຈັດຢູ່ໃນປະເພດນີ້ບໍ?) ເມື່ອພວກເຮົາເວົ້າເຖິງພູມຫຼັງທີ່ຊັບຊ້ອນ, ພວກເຮົາໝາຍເຖິງຄົນທີ່ສະຫຼາດຮອບຮູ້ໃນທາງໂລກຢ່າງແນ່ນອນ. ລັກສະນະນິໄສທົ່ວໄປຂອງຄົນທີ່ສະຫຼາດຮອບຮູ້ໃນທາງໂລກແມ່ນຫຍັງ? ກໍຄື ພວກເຂົາຈະນັ່ງລົງ, ໄຂວ່ຂາ ແລະ ເລີ່ມເວົ້າບໍ່ຢຸດ; ພວກເຂົາສາມາດເວົ້າໄດ້ສາລະພັດເລື່ອງ, ຕັ້ງແຕ່ເລື່ອງພາຍໃນປະເທດໄປຈົນເຖິງເລື່ອງລະຫວ່າງປະເທດກໍສາມາດເວົ້າໄດ້ບໍ່ຢຸດປາກ, ແຕ່ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ພວກເຂົາເວົ້າເປັນຄວາມຈິງ, ທັງໝົດແມ່ນຄຳເວົ້າໂອ້ອວດທີ່ບໍ່ວ່າຈະເປັນການແຕ່ງຂຶ້ນ ຫຼື ພຽງແຕ່ຈິນຕະນາການເອົາ. ຄົນຂີ້ໂມ້ບໍ່ຈຳເປັນຕ້ອງເປັນຜູ້ທີ່ມີພູມຫຼັງທາງສັງຄົມທີ່ຊັບຊ້ອນສະເໝີໄປ. ຄົນຂີ້ໂມ້ອາດເປັນພຽງຄົນຂີ້ຄ້ານ ແລະ ເປັນພຽງຄົນທຳມະດາທົ່ວໄປ, ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຈະເວົ້າໂອ້ອວດ, ເວົ້າກ່ຽວກັບສິ່ງທີ່ສູງສົ່ງ, ບໍ່ເປັນຄວາມຈິງ ເພື່ອນຳພາຜູ້ຄົນໃຫ້ຫຼົງຜິດ ແລະ ເຮັດໃຫ້ຄົນອື່ນນັບຖືພວກເຂົາ ແລະ ມັນກໍໃຊ້ເວລາບໍ່ດົນກ່ອນທີ່ຊື່ສຽງຂອງພວກເຂົາຈະເໝັນ. ຄົນປະເພດໃດແດ່ທີ່ມີພູມຫຼັງທີ່ຊັບຊ້ອນ? ຕົວຢ່າງ: ບາງຄົນເຂົ້າຮ່ວມກັບພັກການເມືອງໃນສັງຄົມ, ແຕ່ຫຼັງຈາກພະຍາຍາມມາຫຼາຍປີ, ພວກເຂົາກໍບໍ່ໄດ້ຮັບຕຳແໜ່ງໃດໆ. ຈາກນັ້ນ, ພວກເຂົາກໍເຂົ້າຮ່ວມກັບພັກອື່ນ ແລະ ໃນທີ່ສຸດພວກເຂົາກໍສາມາດໄດ້ຕຳແໜ່ງເປັນຜູ້ນຳລະດັບນ້ອຍໆ ຫຼື ເຈົ້າໜ້າທີ່ລະດັບນ້ອຍໆ. ພວກເຂົາມີສາຍສຳພັນທາງສັງຄົມທີ່ຊັບຊ້ອນເປັນພິເສດ. ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນວ່າຄົນທີ່ພວກເຂົາຄົບຫານຳນັ້ນເປັນໝູ່ ຫຼື ສັດຕູຂອງພວກເຂົາ, ແມ່ນແຕ່ຄອບຄົວຂອງພວກເຂົາເອງກໍບໍ່ຮູ້, ມີພຽງແຕ່ພວກເຂົາເອງເທົ່ານັ້ນທີ່ຮູ້. ຄົນເຊັ່ນນີ້ມີພູມຫຼັງທີ່ຊັບຊ້ອນບໍ່ແມ່ນບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ມີພູມຫຼັງທີ່ຊັບຊ້ອນທາງການເມືອງ. ມື້ນີ້ພວກເຂົາສະໜັບສະໜູນພັກນີ້, ມື້ອື່ນພວກເຂົາກໍສະໜັບສະໜູນພັກນັ້ນ; ມື້ນີ້ພວກເຂົາໜຸນຫຼັງຄົນໜຶ່ງໃນການເລືອກຕັ້ງ ແລະ ມື້ອື່ນພວກເຂົາກໍໜຸນຫຼັງອີກຄົນໜຶ່ງ. ສະຫຼຸບກໍຄື, ບໍ່ມີໃຜຮູ້ວ່າພວກເຂົາຄິດຫຍັງແທ້. ພວກເຂົາບໍ່ໄດ້ບອກຄົນທົ່ວໄປຢ່າງຊັດເຈນວ່າພວກເຂົາສະໜັບສະໜູນໃຜ ຫຼື ຈຸດຢືນທາງການເມືອງ ຫຼື ເປົ້າໝາຍທາງການເມືອງຂອງພວກເຂົາແມ່ນຫຍັງແທ້; ພວກເຂົາປິດບັງເລື່ອງເຫຼົ່ານີ້ເປັນພິເສດ ແລະ ກັບຄົນທົ່ວໄປ, ແມ່ນແຕ່ກັບຄອບຄົວຂອງພວກເຂົາເອງ, ກໍບໍ່ຮູ້ເລື່ອງເຫຼົ່ານີ້ກ່ຽວກັບພວກເຂົາ. ແນວໃດກໍຕາມ, ພວກເຂົາມີຄວາມກະຕືລືລົ້ນໃນເລື່ອງການເມືອງເປັນພິເສດ ແລະ ພວກເຂົາມີຄົນທີ່ຮູ້ຈັກ ແລະ ຮູ້ຈັກຄົນບາງຄົນໃນແວດວົງການເມືອງ; ພຽງແຕ່ວ່າໃນເວລານີ້, ພວກເຂົາຍັງບໍ່ທັນບັນລຸຄວາມທະເຍີທະຍານຂອງພວກເຂົາ. ຫຼັງຈາກທີ່ຄົນປະເພດນີ້ເຂົ້າມາໃນຄຣິສຕະຈັກ, ພວກເຂົາເຫັນວ່າອ້າຍເອື້ອຍນ້ອງເປັນພຽງຄົນທຳມະດາທີ່ບໍ່ເຂົ້າໃຈ ຫຼື ບໍ່ພົວພັນກັບການເມືອງ ແລະ ໃນໃຈຂອງພວກເຂົາກໍຈະດູຖູກຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ, ພວກເຂົາຕ້ອງການສວຍໃຊ້ຊື່ສຽງຂອງຄຣິສຕະຈັກໃນໂລກສາສະໜາ ແລະ ໃນສັງຄົມ ຫຼື ສວຍໃຊ້ຜົນປະໂຫຍດຈາກອິດທິພົນຂອງຄຣິສຕະຈັກເພື່ອເຮັດສິ່ງທີ່ພວກເຂົາຕ້ອງການ, ເພື່ອຕອບສະໜອງຄວາມປາຖະໜາທີ່ເກີນຕົວຂອງພວກເຂົາ ຫຼື ສະແດງຄວາມທະເຍີທະຍານທາງການເມືອງຂອງພວກເຂົາອອກມາຢ່າງເຕັມທີ່, ນັ້ນກໍຄື, ພວກເຂົາຕ້ອງການລີ້ຊ່ອນຢູ່ໃນຄຣິສຕະຈັກ ແລະ ລໍຖ້າໂອກາດທີ່ເໝາະສົມ ເພື່ອທີ່ພວກເຂົາຈະສາມາດໃຊ້ຊຸມຊົນຄຣິສຕະຈັກ ຫຼື ບຸກຄົນ, ເຫດການ ແລະ ເລື່ອງບາງຢ່າງພາຍໃນຄຣິສຕະຈັກ ເພື່ອບັນລຸເປົ້າໝາຍທາງການເມືອງຂອງພວກເຂົາ. ຄົນປະເພດນີ້ສາມາດຖືວ່າເປັນຜູ້ມີພູມຫຼັງທີ່ຊັບຊ້ອນໄດ້ບໍ? (ໄດ້.) ຄວາມຄິດ, ຫຼັກການໃນການຈັດການເລື່ອງຕ່າງໆ, ຍຸດທະວິທີຕ່າງໆ ແລະ ຍຸດທະສາດ ແລະ ວິທີການໃນການເວົ້າທີ່ໃຊ້ໂດຍຜູ້ທີ່ພົວພັນກັບການເມືອງແມ່ນສິ່ງທີ່ຄົນທຳມະດາບໍ່ສາມາດເບິ່ງທະລຸໄດ້. ໂດຍສະເພາະ, ຄົນໜຸ່ມສາວ ຫຼື ຜູ້ທີ່ບໍ່ມີປະສົບການທາງສັງຄົມແມ່ນຈະບໍ່ສາມາດເບິ່ງທະລຸພວກເຂົາໄດ້ເລີຍ. ສຳລັບຄົນເຫຼົ່ານີ້ທີ່ມີພູມຫຼັງທີ່ຊັບຊ້ອນທາງການເມືອງ, ຜູ້ທີ່ບໍ່ມີຄວາມສະຫຼາດທາງການເມືອງກໍເປັນເຄື່ອງຫຼີ້ນໃນກຳມືຂອງພວກເຂົາ ແລະ ພວກເຂົາກໍດູຖູກຄົນເຊັ່ນນັ້ນຢ່າງສິ້ນເຊີງ. ເພື່ອຍົກຕົວຢ່າງທີ່ບໍແໝ້ນຢຳຫຼາຍ, ໃນອານາຈັກສັດ, ສັດທີ່ເຈົ້າເລ່ທີ່ສຸດແມ່ນງູ, ໝາຈອກ ແລະ ເສືອ. ຈາກທັດສະນະຂອງພວກມັນ, ສັດ ເຊັ່ນ: ແກະ, ກະຕ່າຍ, ກວາງ ແລະ ໝານັ້ນເປັນພວກໂງ່. ຄົນທີ່ມີພູມຫຼັງທາງການເມືອງເບິ່ງອ້າຍເອື້ອຍນ້ອງສ່ວນໃຫຍ່ໃນແບບດຽວກັນກັບທີ່ສັດເຈົ້າເລ່ ເຊັ່ນ: ໝາຈອກ ແລະ ງູ ເບິ່ງສັດທີ່ບໍ່ມີເລ່ຫຼ່ຽມ ເຊັ່ນ: ແກະ, ກວາງ ແລະ ໝາ. ພວກເຂົາສາມາດເບິ່ງອ້າຍເອື້ອຍນ້ອງອອກໄດ້ຢ່າງຊັດເຈນ, ແຕ່ອ້າຍເອື້ອຍນ້ອງບໍ່ສາມາດເບິ່ງທະລຸພວກເຂົາໄດ້. ແລ້ວພວກເຮົາຈະສາມາດໄຈ້ແຍກຄົນທີ່ມີພູມຫຼັງທີ່ຊັບຊ້ອນທາງການເມືອງໄດ້ແນວໃດ? ຜູ້ທີ່ມີສ່ວນກ່ຽວຂ້ອງກັບການເມືອງມີໃຈຈົດຈໍ່ຢູ່ກັບການເມືອງ ແລະ ອຳນາດ. ຕາບໃດທີ່ພວກເຂົາມັກອຳນາດ ແລະ ມີສ່ວນກ່ຽວຂ້ອງກັບການເມືອງ, ບໍ່ຊ້າກໍໄວ ພວກເຂົາກໍຈະເຂົ້າຮ່ວມໃນການເມືອງ; ພວກເຂົາບໍ່ສາມາດລີ້ຊ່ອນຢູ່ໃນຄຣິສຕະຈັກໄດ້ຕະຫຼອດໄປ. ເມື່ອພວກເຂົາເປີດໂປງຕົນເອງ, ເຈົ້າກໍຈະເຂົ້າໃຈວ່າ: “ໂອ, ທີ່ແທ້ພວກເຂົາເຊື່ອໃນພຣະເຈົ້າເພື່ອຈຸດປະສົງທາງການເມືອງ! ພວກເຂົາມີພູມຫຼັງທາງການເມືອງ ແລະ ບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ພວກເຂົາມີວາລະອື່ນແອບແຝງໃນການເຊື່ອໃນພຣະເຈົ້າ!” ເມື່ອຄົນເຫຼົ່ານັ້ນເຂົ້າມາໃນຄຣິສຕະຈັກຄັ້ງທຳອິດ, ພວກເຂົາຈະປິດບັງຕົນເອງໄດ້ດີເປັນພິເສດ, ເຂົ້າຮ່ວມການເຕົ້າໂຮມ ແລະ ເຮັດໜ້າທີ່ຂອງພວກເຂົາຕາມປົກກະຕິ. ແຕ່ເມື່ອເຖິງເວລາທີ່ເໝາະສົມ, ພວກເຂົາກໍຈະພະຍາຍາມໃຊ້ຄຣິສຕະຈັກເພື່ອເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ຄວາມປາຖະໜາທີ່ເກີນຕົວ ແລະ ທາດແທ້ຂອງພວກເຂົາກໍຈະຖືກເປີດໂປງອອກມາຕາມທຳມະຊາດ. ເມື່ອນັ້ນເທົ່ານັ້ນທີ່ອ້າຍເອື້ອຍນ້ອງຈະສາມາດເບິ່ງເຫັນວ່າພວກເຂົາເປັນຜູ້ບໍ່ເຊື່ອ. ເມື່ອພວກເຂົາຖືກເປີດໂປງ, ມັນກໍຈະເປັນເລື່ອງທີ່ງ່າຍຫຼາຍທີ່ຈະໄຈ້ແຍກພວກເຂົາໄດ້. ຕົວຢ່າງ: ເມື່ອໝາປ່າປອມຕົວເປັນແກະ ແລະ ປົນຢູ່ກັບຝູງແກະ, ເຈົ້າອາດຈະບໍ່ສາມາດໄຈ້ແຍກໄດ້ວ່າມັນເປັນໝາປ່າ ຫຼື ແກະ, ແຕ່ເມື່ອມັນເລີ່ມກິນແກະ, ເຈົ້າກໍຈະໄຈ້ແຍກມັນອອກໄດ້ວ່າມັນເປັນໝາປ່າ. ຜູ້ທີ່ກ່ຽວຂ້ອງກັບການເມືອງແມ່ນຜູ້ບໍ່ເຊື່ອທັງໝົດທີ່ໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ. ເມື່ອຄົນເຫຼົ່ານີ້ພະຍາຍາມນຳພາຢ່າງຜິດໆ ແລະ ຊັກຊວນອ້າຍເອື້ອຍນ້ອງໃຫ້ເຂົ້າຮ່ວມພັກການເມືອງບາງພັກ ແລະ ເຂົ້າຮ່ວມໃນການເມືອງກັບພວກເຂົາ, ເຈົ້າກໍຈະເຫັນວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຂົາເປັນຂອງປອມ ແລະ ເປົ້າໝາຍທີ່ແທ້ຈິງຂອງພວກເຂົາແມ່ນການເຂົ້າໄປພົວພັນກັບການເມືອງ, ບໍ່ວ່າພູມຫຼັງຂອງພວກເຂົາຈະຊັບຊ້ອນສໍ່າໃດ, ມັນກໍຈະລອຍຂຶ້ນມາເທິງໜ້ານ້ຳ ແລະ ຖືກເປີດໂປງ. ໃນຈຸດນີ້, ຜູ້ຄົນກໍຈະສາມາດໄຈ້ແຍກພວກເຂົາອອກໄດ້. ນີ້ແມ່ນຄົນປະເພດໜຶ່ງທີ່ມີພູມຫຼັງທີ່ຊັບຊ້ອນ, ນັ້ນກໍຄືຜູ້ທີ່ມີພູມຫຼັງທີ່ຊັບຊ້ອນທາງການເມືອງ.

ຍັງມີຄົນອີກປະເພດໜຶ່ງທີ່ຈັດຢູ່ໃນໝວດໝູ່ຂອງຜູ້ທີ່ມີພູມຫຼັງທີ່ຊັບຊ້ອນ. ຄົນບາງຄົນໃນສັງຄົມບໍ່ໄດ້ວາງຕົວໃຫ້ເໝາະສົມ ແລະ ບໍ່ດຳລົງຊີວິດທີ່ດີງາມ, ແຕ່ກັບມັກຄົບຫາກັບຄົນທີ່ບໍ່ໜ້າໄວ້ໃຈ. ບຸກຄົນເຫຼົ່ານີ້ລວມມີ, ຕົວຢ່າງ: ຜູ້ທີ່ປອມແປງເອກະສານ ແລະ ສໍ້ໂກງ ຫຼື ສະມາຊິກກຸ່ມອາດຊະຍາກຳຂອງໂລກໃຕ້ດິນ; ຜູ້ທີ່ມີຕຳແໜ່ງ, ຊື່ສຽງ ແລະ ກຽດຕິຍົດໃນສັງຄົມ, ທີ່ເບິ່ງພາຍນອກເປັນເຈົ້າໜ້າທີ່ລັດຖະບານ ຫຼື ນັກທຸລະກິດ, ແຕ່ເບື້ອງຫຼັງມັກພົວພັນກັບກິດຈະກຳທີ່ຜິດກົດໝາຍ ແລະ ເປັນອາດຊະຍາກຳຢູ່ສະເໝີ, ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ບາງຄົນ ຫຼື ສະມາຊິກກຸ່ມອາດຊະຍາກຳຂອງໂລກໃຕ້ດິນເພື່ອລັກລອບຂົນສົ່ງອາວຸດປືນ, ຢາເສບຕິດ ຫຼື ສິນຄ້າຜິດກົດໝາຍອື່ນໆຂອງລັດ; ພ້ອມທັງຜູ້ທີ່ເຄີຍຖືກຕັດສິນລົງໂທດ ແລະ ຕິດຄຸກຫຼາຍຄັ້ງ ແລະ ຜູ້ທີ່ເຄີຍເຮັດຄວາມຊົ່ວບາງຢ່າງມາ ເຊັ່ນ: ການລັກຂຸດສຸສານ, ການຂົ່ມຂືນ, ການລ່ວງລະເມີດທາງເພດ ຫຼື ແມ່ນແຕ່ເປັນຜູ້ຄ້າມະນຸດ ຫຼື ລັກລອບຂົນສົ່ງມະນຸດ. ຄົນປະເພດທີ່ມີພູມຫຼັງທີ່ຊັບຊ້ອນຈະມັກຄົບຫາກັບບຸກຄົນປະເພດນີ້ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງມີຄວາມສຳພັນທີ່ໃກ້ຊິດເປັນພິເສດກັບຄົນເຫຼົ່ານັ້ນ, ພວກເຂົາເອີ້ນກັນເອງວ່າ “ອ້າຍນ້ອງ” ແລະ ພວກເຂົາກໍສວຍໃຊ້ກັນເອງ ແລະ ເຮັດສິ່ງຕ່າງໆ ໃຫ້ກັນ ແລະ ກັນ. ເບິ່ງພາຍນອກ, ຄົນເຫຼົ່ານີ້ບໍ່ໄດ້ເຮັດຄວາມຊົ່ວທີ່ເຫັນໄດ້ຢ່າງຊັດເຈນ ແລະ ພວກເຂົາບໍ່ໄດ້ລັກຂະໂມຍ, ປຸ້ນຈີ້, ຄາດຕະກຳ ຫຼື ວາງເພີງ, ແຕ່ກຸ່ມຄົນທີ່ພວກເຂົາຄົບຫາ ແລະ ວົງການທີ່ພວກເຂົາເຂົ້າຮ່ວມແມ່ນປະກອບດ້ວຍບຸກຄົນທີ່ບໍ່ດີງາມເຫຼົ່ານີ້ທັງໝົດ. ຄົນປະເພດນີ້ເປັນຕາຢ້ານຫຼາຍບໍ່ແມ່ນບໍ? (ແມ່ນແລ້ວ.) ພວກເຂົາຮ່ວມມືກັບບຸກຄົນເຫຼົ່ານີ້ເພື່ອລົງທຶນໃນທຸລະກິດ ແລະ ເມື່ອຄູ່ຮ່ວມງານຂອງພວກເຂົາເຮັດສິ່ງທີ່ຜິດກົດໝາຍ ແລະ ຕ້ອງການຄວາມຊ່ວຍເຫຼືອ, ພວກເຂົາກໍຈະໃຫ້ການຊ່ວຍເຫຼືອ. ໃນຂະນະທີ່ພວກເຂົາອາດບໍ່ແມ່ນຜູ້ກະທຳຜິດຫຼັກ, ພວກເຂົາກໍອາດເປັນຜູ້ສົມຮູ້ຮ່ວມຄິດ. ເຈົ້າສາມາດເວົ້າໄດ້ວ່າຄົນປະເພດນີ້ມັກຈະຢູ່ຕາມຂອບຂອງກົດໝາຍຢູ່ເລື້ອຍໆ. ຄຳວ່າ “ຢູ່ຕາມຂອບຂອງກົດໝາຍ” ໝາຍຄວາມວ່າແນວໃດ? (ມັນໝາຍຄວາມວ່າພວກເຂົາມັກຈະພົວພັນກັບກິດຈະກຳທີ່ອາດຈະເປັນການລະເມີດກົດໝາຍ.) ນັ້ນແມ່ນດ້ານໜຶ່ງ. ນອກຈາກນີ້, ພວກເຂົາມັກສວຍໃຊ້ຊ່ອງຫວ່າງທາງກົດໝາຍ ແລະ ສິ່ງທີ່ພວກເຂົາມີສ່ວນກ່ຽວຂ້ອງນັ້ນລ້ວນແຕ່ເປັນເລື່ອງໃຫຍ່. ຖ້າພວກເຂົາຖືກຈັບໄດ້, ເຖິງແມ່ນວ່າຈະເປັນພຽງຜູ້ສົມຮູ້ຮ່ວມຄິດ, ພວກເຂົາກໍອາດຈະຖືກຕັດສິນລົງໂທດຈຳຄຸກ 10 ຫຼື 20 ປີ ຫຼື ຖືກປັບໃໝຢ່າງມະຫາສານ. ເຈົ້າບໍ່ຄິດວ່າຄົນປະເພດນີ້ເປັນຕົວບັນຫາບໍ? (ແມ່ນແລ້ວ.) ເຈົ້າບໍ່ເຄີຍເຫັນພວກເຂົາເຮັດຄວາມຊົ່ວທີ່ເຫັນໄດ້ຢ່າງຊັດເຈນ ແລະ ເຈົ້າບໍ່ໄດ້ເຫັນພວກເຂົາຂ້າຄົນ, ວາງເພີງ ຫຼື ສໍ້ໂກງ ຫຼື ໃສ່ຮ້າຍປ້າຍສີຄົນອື່ນ, ແຕ່ເມື່ອຜູ້ທີ່ຫວັງຜົນກຳໄລຢ່າງຜິດກົດໝາຍ ແລະ ລະເມີດກົດໝາຍທັງໃນໂລກອາດຊະຍາກຳໃຕ້ດິນ ແລະ ວົງການທີ່ຖືກຕ້ອງຕາມກົດໝາຍພົວພັນກັບກິດຈະກຳທີ່ຜິດກົດໝາຍເພື່ອສະກັດເອົາຜົນກຳໄລມະຫາສານ, ຄົນປະເພດນີ້ກໍໄດ້ຮັບສ່ວນແບ່ງຈາກຂອງກາງ ແລະ ໄດ້ຮັບສ່ວນແບ່ງຈາກຜົນປະໂຫຍດເຊັ່ນກັນ. ພວກເຈົ້າຄິດວ່າຄົນປະເພດນີ້ຖືວ່າເປັນຄົນມີພູມຫຼັງທີ່ຊັບຊ້ອນບໍ? (ແມ່ນແລ້ວ.) ຖ້າຄົນເຊັ່ນນີ້ຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ ມັນຈະເປັນສິ່ງທີ່ດີ ຫຼື ບໍ່? (ບໍ່.) ພວກເຂົາຄົບຫາກັບທັງໂລກອາດຊະຍາກຳໃຕ້ດິນ ແລະ ວົງການທີ່ຖືກຕ້ອງຕາມກົດໝາຍ ແລະ ບໍ່ພຽງແຕ່ນັ້ນ, ພວກເຂົາຍັງພົວພັນກັບກິດຈະກຳທີ່ຜິດກົດໝາຍ, ນີ້ກໍຄືພູມຫຼັງທີ່ຊັບຊ້ອນ. ຖ້າພວກເຂົາຄົບຫາກັບເຈົ້າໜ້າທີ່ລັດຖະບານບາງຄົນ ແລະ ພວກເຂົາຄົບຫາ ແລະ ພົວພັນກັບຄົນເຫຼົ່ານັ້ນໃນລັກສະນະປົກກະຕິ, ນັ້ນກໍເປັນທີ່ຍອມຮັບໄດ້. ແນວໃດກໍຕາມ, ຖ້າຄົນທີ່ພວກເຂົາຄົບຫານຳເປັນບຸກຄົນບໍ່ດີທີ່ມີສ່ວນກ່ຽວຂ້ອງກັບກິດຈະກຳທີ່ຜິດກົດໝາຍ ແລະ ເປັນອາດຊະຍາກຳຕ່າງໆ, ນັ້ນເປັນເລື່ອງທີ່ຫຍຸ້ງຍາກຫຼາຍ ແລະ ໃນບໍ່ຊ້າກໍໄວຈະມີສິ່ງທີ່ຜິດພາດເກີດຂຶ້ນ. ຄົນປະເພດນີ້ມັກຄົບຫາກັບຄົນເຫຼົ່ານັ້ນ; ພວກເຂົາຍັງໄປເກາະແຂ້ງເກາະຂາຄົນເຫຼົ່ານັ້ນ, ໂດຍອາໄສອິດທິພົນຂອງພວກເຂົາເພື່ອຫາເງິນ, ລ້ຳລວຍ ແລະ ມີຊີວິດທີ່ດີ. ແລ້ວພວກເຂົາສາມາດຖືວ່າເປັນຄົນດີໄດ້ບໍ? (ບໍ່.) ຜູ້ຄົນມັກເວົ້າວ່າ, “ນົກຊະນິດດຽວກັນ ຍ່ອມຢູ່ຮ່ວມກັນເປັນຝູງ”, ພວກເຂົາສາມາດຄົບຫາກັບທັງສະມາຊິກຂອງໂລກອາດຊະຍາກຳໃຕ້ດິນ ແລະ ວົງການທີ່ຖືກຕ້ອງຕາມກົດໝາຍ, ເຈົ້າຄິດວ່າພວກເຂົາເປັນຄົນດີທີ່ວາງຕົວໄດ້ເໝາະສົມບໍ? (ບໍ່.) ບໍ່ແມ່ນຢ່າງແນ່ນອນ. ພວກເຂົາຄົບຫາກັບບຸກຄົນເຫຼົ່ານັ້ນ, ໃນດ້ານໜຶ່ງ, ເພາະວ່າພວກເຂົາອາດຈະມີປະໂຫຍດຕໍ່ຄົນເຫຼົ່ານັ້ນ, ພວກເຂົາສາມາດຈັດການໜ້າວຽກບາງຢ່າງໃຫ້ກັບຄົນທີ່ພວກເຂົາຄົບຫາ. ໃນອີກດ້ານໜຶ່ງ, ມັນເປັນເພາະວ່າພວກເຂົາມັກຄົບຫາຈາກທັງຄົນທີ່ຢູ່ໂລກອາດຊະຍາກຳໃຕ້ດິນ ແລະ ວົງການທີ່ຖືກຕ້ອງຕາມກົດໝາຍ, ທັກສະ, ຄວາມສາມາດ ແລະ ອິດທິພົນຂອງຄົນເຫຼົ່ານັ້ນ ແລະ ຜົນປະໂຫຍດທີ່ຄົນເຫຼົ່ານັ້ນນຳມາໃຫ້ພວກເຂົາ, ລ້ວນແຕ່ເປັນສິ່ງທີ່ພວກເຂົາຕ້ອງການ ແລະ ເປັນສິ່ງທີ່ພວກເຂົາມັກ. ແລ້ວພວກເຂົາເປັນຄົນປະເພດໃດກັນແທ້? (ພວກເຂົາບໍ່ແມ່ນຄົນດີ.) ພວກເຮົາສາມາດເວົ້າໄດ້ພຽງເທົ່ານີ້. ພວກເຂົາເປັນຄົນປະເພດດຽວກັນກັບຄົນທີ່ພວກເຂົາຄົບຫາ, ພວກເຂົາທຸກຄົນຕ່າງກໍສວຍໃຊ້ກັນເອງ. ໃນໂລກນີ້, ບໍ່ໄດ້ມີຫຼາຍຄົນທີ່ສາມາດເຮັດສິ່ງຕ່າງໆ ໃຫ້ເຈົ້າ ຫຼື ໄວ້ໃຈເຈົ້າໄດ້ຢ່າງເຕັມທີ່ ແລະ ເປັນໝູ່ຂອງເຈົ້າ, ແຕ່ຄົນແບບນີ້ກໍມີຢູ່, ບໍ່ຈຳເປັນຕ້ອງຄົບຫາກັບຄົນປະເພດນັ້ນ. ຄົນປະເພດນີ້ຄົບຫາກັບພວກເຂົາ, ໃນດ້ານໜຶ່ງ, ເພາະວ່າພວກເຂົາເຂົ້າກັນໄດ້ດີເນື່ອງຈາກມີນິໄສທີ່ຊົ່ວຮ້າຍ ແລະ ເປັນຄົນປະເພດດຽວກັນ. ໃນອີກດ້ານໜຶ່ງ, ມັນເປັນເພາະວ່າບຸກຄົນນີ້ຈະເຮັດທຸກວິທີທາງເພື່ອຜົນປະໂຫຍດຂອງຕົນເອງ ແລະ ເພື່ອຄວາມຢູ່ລອດໃນເລື່ອງທາງໂລກ ແລະ ພວກເຂົາບໍ່ມີຫຼັກການໃດໆ ເລີຍໃນການຄົບຫາກັບຜູ້ຄົນ ແລະ ພວກເຂົາກໍບໍ່ມີຫຼັກການໃດໆໃນທຸກສິ່ງທີ່ພວກເຂົາເຮັດ. ຜູ້ບໍ່ມີຄວາມເຊື່ອເຖິງຂັ້ນເວົ້າວ່າ, “ຄົນທີ່ເປັນສຸພາບບຸລຸດຮັກຄວາມຮັ່ງມີ ແຕ່ໄດ້ມາດ້ວຍວິທີທີ່ຖືກຕ້ອງ” ແລະ ສິ່ງນີ້ຖືເປັນມາດຕະຖານຂັ້ນຕ່ຳ. ບໍ່ວ່າພວກເຂົາຈະສາມາດປະຕິບັດຕາມມາດຕະຖານຂັ້ນຕ່ຳນີ້ໄດ້ ຫຼື ບໍ່ກໍຕາມ, ໃນກໍລະນີໃດກໍຕາມ, ສິ່ງນີ້ກໍຖືວ່າເປັນປັດຊະຍາການຢູ່ລອດທີ່ຂ້ອນຂ້າງສູງສົ່ງໃນບັນດາມະນຸດຊາດ. ແນວໃດກໍຕາມ, ຄົນປະເພດນີ້ທີ່ມີພູມຫຼັງທີ່ຊັບຊ້ອນ, ເພື່ອຜົນປະໂຫຍດຂອງຕົນເອງ ແລະ ການໄດ້ຮັບຜົນກຳໄລແລ້ວ, ຈະບໍ່ເລືອກວິທີການ ແລະ ບໍ່ເລືອກຄົນໃນການຄົບຫາ, ຕາບໃດທີ່ພວກເຂົາສາມາດໄດ້ຮັບຜົນປະໂຫຍດຈາກມັນ, ພວກເຂົາກໍຈະຄົບຫາກັບໃຜກໍໄດ້. ຍິ່ງໄປກວ່ານັ້ນ, ພວກເຂົາພາກພູມໃຈຫຼາຍທີ່ສາມາດຄົບຫາກັບຄົນເຫຼົ່ານັ້ນ ແລະ ຄິດວ່າວິທີການທີ່ພວກເຂົາເອງໃຊ້ໃນການຄົບຫາກັບຜູ້ຄົນນັ້ນດີເລີດ. ດັ່ງນັ້ນແລ້ວ, ພວກເຮົາຄວນເບິ່ງຄົນປະເພດນີ້ແນວໃດ? ພວກເຂົາມີສ່ວນກ່ຽວຂ້ອງທັງໃນໂລກອາດຊະຍາກຳໃຕ້ດິນ ແລະ ວົງການທີ່ຖືກຕ້ອງຕາມກົດໝາຍ, ນີ້ກໍຄືພູມຫຼັງທີ່ຊັບຊ້ອນ. ຄົນປະເພດນີ້ຊ່າງໜ້າຢ້ານກົວແທ້ໆ! ໃບໜ້າທີ່ພວກເຂົາສະແດງອອກນັ້ນເປັນຂອງແທ້ບໍ? ບໍ່, ພວກເຂົາໃສ່ໜ້າກາກຢູ່ສະເໝີ. ເຈົ້າບໍ່ສາມາດເບິ່ງທະລຸພວກເຂົາ ຫຼື ຮູ້ວ່າພວກເຂົາຄິດຫຍັງຢູ່ພາຍໃນໃຈໄດ້ເລີຍ. ພວກເຂົາໃສ່ໜ້າກາກເມື່ອພວກເຂົາຄົບຫາກັບເຈົ້າ ແລະ ແມ່ນແຕ່ແຝງຕົວຢູ່ໃນທ່າມກາງຜູ້ເຊື່ອໃນພຣະເຈົ້າ. ມັນກໍຄືກັນກັບມານຮ້າຍທີ່ປົນເປເຂົ້າໄປໃນຝູງຊົນ ຫຼື ໝາຈອກ ຫຼື ໝາປ່າທີ່ລັກລອບເຂົ້າໄປໃນຝູງແກະ. ແບບນັ້ນເຮັດໃຫ້ເຈົ້າຮູ້ສຶກປອດໄພບໍ? (ບໍ່.) ເປັນຫຍັງເຈົ້າຈຶ່ງເວົ້າແນວນັ້ນ? ມັນຂຶ້ນກັບທຳມະຊາດທີ່ເຈົ້າເລ່, ໂຫດຮ້າຍ ແລະ ຊົ່ວຊ້າຂອງພວກເຂົາ; ພວກເຂົາວາງແຜນຕໍ່ຕ້ານເຈົ້າຢູ່ຕະຫຼອດເວລາ, ມັນຄືກັບວ່າມີສາຍຕາທີ່ເຈົ້າເລ່, ຊົ່ວຊ້າຄູ່ໜຶ່ງຢູ່ເບື້ອງຫຼັງເຈົ້າສະເໝີ, ຄອຍຈັບຕາເບິ່ງທຸກການເຄື່ອນໄຫວຂອງເຈົ້າ ແລະ ພວກເຂົາກໍພຽງແຕ່ລໍຖ້າໂອກາດທີ່ຈະທຳລາຍ ແລະ ກືນກິນເຈົ້າ. ມັນບໍ່ໜ້າຢ້ານກົວບໍ? (ແມ່ນແລ້ວ.) ຄວາມຮູ້ສຶກທີ່ຄົນປະເພດນີ້ໃຫ້ແກ່ເຈົ້ານັ້ນບໍ່ເຄີຍເປັນຄວາມຮູ້ສຶກປອດໄພເລີຍ, ເພາະວ່າທຳມະຊາດ ແລະ ພູມຫຼັງຂອງພວກເຂົາເຮັດໃຫ້ເຈົ້າຮູ້ສຶກສະເໝີວ່າພວກເຂົາເປັນໄພຄຸກຄາມຕໍ່ເຈົ້າ. ໄພຄຸກຄາມປະເພດໃດ? ມັນກໍຄືການທີ່ມີພວກເຂົາຢູ່ໃກ້ໆ, ເຈົ້າຈະຮູ້ສຶກຢູ່ຕະຫຼອດເວລາວ່າພວກເຂົາອາດວາງແຜນທຳຮ້າຍເຈົ້າ, ປັ່ນຫົວເຈົ້າ ແລະ ວາງກັບດັກເຈົ້າໄດ້ຕະຫຼອດເວລາ ແລະ ທຸກສະຖານທີ່ ແລະ ເຈົ້າກໍບໍ່ເຄີຍຮູ້ວ່າເມື່ອໃດທີ່ເຈົ້າອາດຈະຖືກຫຼອກໃຊ້ ຫຼື ທຳຮ້າຍໂດຍພວກເຂົາ ແລະ ໃນທີ່ສຸດກໍຕ້ອງຕາຍດ້ວຍນ້ຳມືຂອງພວກເຂົາ ຫຼື ຖືກທຳລາຍໂດຍພວກເຂົາ. ນັ້ນຄືເຫດຜົນທີ່ວ່າຄົນເຊັ່ນນີ້ບໍ່ຄວນເກັບໄວ້ໃກ້ຕົວຢ່າງເດັດຂາດ. ບອກຂ້ອຍມາເບິ່ງ, ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ.) ຕົວຢ່າງ: ການເອົາໝາປ່າເຂົ້າໄປໃນຝູງແກະຈະປົກປ້ອງແກະ ຫຼື ນຳຄວາມພິນາດມາໃຫ້ພວກມັນ? (ມັນຈະນຳຄວາມພິນາດມາໃຫ້ພວກມັນ.) ຕາມທຳມະຊາດຂອງໝາປ່າ, ມັນຈະບໍ່ມີວັນຢູ່ຄຽງຂ້າງແກະ ແລະ ປົກປ້ອງຄວາມປອດໄພຂອງພວກມັນ, ເພາະໃນຄວາມຄິດຂອງມັນ, ແກະຄືອາຫານຂອງມັນ ແລະ ເມື່ອໃດກໍຕາມ ຫຼື ບ່ອນໃດກໍຕາມທີ່ມັນຫິວ, ມັນກໍຈະກິນແກະ; ມັນບໍ່ໄດ້ມີຄວາມສົງສານຕໍ່ແກະ ແລະ ມັນຈະບໍ່ໄວ້ຊີວິດພວກມັນ. ໝາປ່າບໍ່ມີຄວາມສາມາດຄືໝາ. ຖ້າໝາເຕີບໃຫຍ່ຂຶ້ນມາພ້ອມກັບແກະ, ມັນຈະຖືວ່າແກະເປັນສິ່ງທີ່ຕ້ອງໄດ້ປົກປ້ອງ ແລະ ເມື່ອໝາປ່າມາໂຈມຕີ ຫຼື ກິນແກະ, ໝາຈະກ້າວອອກໄປຕໍ່ສູ້, ເຮັດໜ້າທີ່ໃນການຮັບຜິດຊອບປົກປ້ອງແກະເປັນໜ້າທີ່ທີ່ຕ້ອງເຮັດໂດຍບໍ່ມີຂໍ້ແມ້, ໝາມີຄຸນລັກສະນະແບບນີ້ຕິດຕົວມາແຕ່ກຳເນີດ. ແຕ່ໝາປ່ານັ້ນແຕກຕ່າງອອກໄປ; ມັນເປັນຄຸນລັກສະນະໂດຍທຳມະຊາດຂອງໝາປ່າທີ່ຕ້ອງການກິນແກະ. ເມື່ອຄົນປະເພດນີ້ທີ່ມີພູມຫຼັງທີ່ຊັບຊ້ອນແຊກຊຶມເຂົ້າມາໃນຄຣິສຕະຈັກ, ມັນກໍຄືກັນກັບໝາປ່າທີ່ແຊກຊຶມເຂົ້າໄປໃນຝູງແກະ, ເມື່ອໝາປ່າບໍ່ຫິວ, ມັນອາດຈະບໍ່ເປັນອັນຕະລາຍຕໍ່ແກະ, ແຕ່ເມື່ອໃດທີ່ມັນຫິວ, ແກະກໍຈຳເປັນຕ້ອງເປັນອາຫານໃຫ້ມັນກິນ ແລະ ບໍ່ມີໃຜສາມາດປ່ຽນແປງຄວາມຈິງນີ້ໄດ້. ສິ່ງນີ້ຖືກກຳນົດໂດຍທຳມະຊາດຂອງມັນ. ເພື່ອແກ້ໄຂບັນຫາໝາປ່າກິນແກະ, ເຈົ້າຕ້ອງຮີບຮ້ອນລະບຸຕົວໝາປ່າໃຫ້ໄດ້. ເມື່ອເຈົ້າລະບຸໄດ້ແລ້ວວ່າໃຜຄືໝາປ່າໃນຄາບແກະ, ເຈົ້າຕ້ອງກຳຈັດມັນອອກໃນທັນທີ, ຢ່າລັງເລ ແລະ ຢ່າສະແດງຄວາມເມດຕາຕໍ່ມັນ. ຄົນປະເພດນີ້ທີ່ມີພູມຫຼັງທີ່ຊັບຊ້ອນຕ້ອງໄດ້ຮັບການປະຕິບັດຢ່າງລະມັດລະວັງ. ຖ້າເຈົ້າຄົ້ນພົບວ່າພວກເຂົາກຳລັງເຮັດຄວາມຊົ່ວ ແລະ ລົບກວນຄຣິສຕະຈັກ, ເຈົ້າບໍ່ຕ້ອງສະແດງຄວາມກະລຸນາຕໍ່ພວກເຂົາຢ່າງເດັດຂາດ. ເຈົ້າຕ້ອງບອກພວກເຂົາວ່າ: “ເຈົ້າເປັນຄົນສະຫຼາດຮອບຮູ້ໃນທາງໂລກ ແລະ ເຈົ້າບໍ່ເໝາະສົມກັບການເຊື່ອໃນພຣະເຈົ້າ. ເຈົ້າເລືອກສະຖານທີ່ຜິດໂດຍການມາຍັງເຮືອນຂອງພຣະເຈົ້າ; ສະຖານທີ່ນີ້ບໍ່ເໝາະສົມກັບເຈົ້າ. ເຈົ້າຄວນໄລ່ຕາມໂອກາດຂອງຕົນເອງໃນສັງຄົມ. ຜູ້ເຊື່ອໃນພຣະເຈົ້າພຽງແຕ່ອ່ານພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ; ພວກເຂົາບໍ່ພົວພັນກັບແຜນການ ແລະ ກົນອຸບາຍ ຫຼື ເຂົ້າຮ່ວມໃນການເມືອງ. ຢູ່ທີ່ນີ້, ເຈົ້າບໍ່ສາມາດເລື່ອນຊັ້ນ ຫຼື ລ້ຳລວຍ ຫຼື ໃຊ້ຊີວິດທີ່ເໜືອກວ່າຄົນອື່ນໄດ້. ບໍ່ວ່າເຈົ້າຈະຢູ່ທີ່ນີ້ດົນສໍ່າໃດ, ມັນກໍຈະເປັນພຽງການເສຍເວລາ”. ດ້ວຍວິທີນີ້, ພວກເຂົາກໍຈະຖືກຊັກຊວນໃຫ້ອອກໄປ, ແມ່ນບໍ່? (ແມ່ນແລ້ວ.) ບາງຄົນທີ່ມີສາຍສຳພັນທາງສັງຄົມທີ່ຊັບຊ້ອນບໍ່ໄດ້ໝາຍຄວາມວ່າເປັນຄົນຊົ່ວ, ທັງບໍ່ໄດ້ກະທຳຄວາມຊົ່ວອັນໃຫຍ່ຫຼວງ, ແຕ່ພວກເຂົາບໍ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາກໍຈັດຢູ່ໃນໝວດໝູ່ຂອງຜູ້ບໍ່ມີຄວາມເຊື່ອຢ່າງແທ້ຈິງ. ການພະຍາຍາມເຮັດໃຫ້ຄົນເຊັ່ນນີ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ໄລ່ຕາມຄວາມຈິງກໍຄືກັບການພະຍາຍາມປ່ຽນໝາປ່າໃຫ້ເປັນແກະ, ມັນເປັນໄປບໍ່ໄດ້. ບໍ່ວ່າໝາປ່າຈະຢູ່ໃນຄາບແກະດົນສໍ່າໃດ, ມັນກໍຍັງຄົງເປັນໝາປ່າ; ມັນຈະບໍ່ມີວັນກາຍເປັນແກະ. ມັນກໍເປັນແບບນັ້ນ. ສະນັ້ນ, ການທີ່ຄົນແບບນີ້ເຊື່ອໃນພຣະເຈົ້າກໍເປັນພຽງເລື່ອງຕະຫຼົກ; ການທີ່ພວກເຂົາເຊື່ອໃນພຣະເຈົ້າກໍຄືການໄປເຄາະປະຕູຜິດບ້ານ!

ຍັງມີຄົນອີກປະເພດໜຶ່ງທີ່ມີພູມຫຼັງທີ່ຊັບຊ້ອນ. ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍມີຄວາມສຳພັນທີ່ໃກ້ຊິດກັບຜູ້ນຳສາສະໜາ, ເຈົ້າໜ້າທີ່ ຫຼື ຜູ້ທີ່ມີສະຖານະບາງຄົນຈາກນິກາຍຕ່າງໆ. ພວກເຂົາມັກຄົບຫາກັບຄົນເຫຼົ່ານີ້ ແລະ ມັກຈະເຂົ້າຮ່ວມກິດຈະກຳທາງສາສະໜາຂອງນິກາຍຕ່າງໆ; ພວກເຂົາສ້າງສາຍສຳພັນ ແລະ ມິດຕະພາບກັບຄົນເຫຼົ່ານີ້ ແລະ ພວກເຂົາກໍສວຍໃຊ້ກັນເອງ ແລະ ເຮັດສິ່ງຕ່າງໆ ໃຫ້ກັນ ແລະ ກັນ. ບາງຄັ້ງບາງຄາວ, ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ພວກເຂົາກໍເຖິງກັບເປີດເຜີຍວຽກງານທົ່ວໄປ ຫຼື ວຽກງານບຸກຄະລາກອນທີ່ເປັນເລື່ອງພາຍໃນຂອງຄຣິສຕະຈັກໃຫ້ກັບບຸກຄົນເຫຼົ່ານີ້. ນີ້ເປັນບັນຫາທີ່ຫຍຸ້ງຍາກຫຼາຍ. ຖ້າເຈົ້າພຽງແຕ່ພົວພັນກັບຄົນໃນສາສະໜາ ຫຼື ເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະແຍກຕົວອອກຈາກສະຖານທີ່ທາງສາສະໜາເຫຼົ່ານັ້ນ ແລະ ເຈົ້າຍັງມັກເຂົ້າຮ່ວມກິດຈະກຳທີ່ເປັນເທດສະການທາງສາສະໜາຕ່າງໆ ແລະ ພິທີກຳທາງສາສະໜາຕ່າງໆ, ນັ້ນກໍເປັນທີ່ຍອມຮັບໄດ້. ແນວໃດກໍຕາມ, ເຈົ້າບໍ່ຄວນເປີດເຜີຍວຽກງານຂອງຄຣິສຕະຈັກ ຫຼື ຂໍ້ມູນກ່ຽວກັບອ້າຍເອື້ອຍນ້ອງໃນສະຖານທີ່ເຫຼົ່ານີ້. ຕົວຢ່າງ: ເຈົ້າບໍ່ຄວນເປີດເຜີຍເລື່ອງຕ່າງໆ ເຊັ່ນ: ບຸກຄົນໃດໜຶ່ງໄດ້ຍອມຮັບ “ສາຍຟ້າຜ່າຈາກທິດຕາເວັນອອກ”, ພວກເຂົາເຮັດໜ້າທີ່ຫຍັງໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາອາໄສຢູ່ໃສ ແລະ ພວກເຂົາມັກຄົບຫາກັບໃຜ, ຖ້າເຈົ້າເປີດເຜີຍສິ່ງເຫຼົ່ານີ້, ມັນກໍສະແດງໃຫ້ເຫັນວ່າເຈົ້າເປັນຄົນໄຮ້ສິນທຳຫຼາຍ. ຖ້າມີໃຜຜູ້ໜຶ່ງລາຍງານຂໍ້ມູນນີ້ໃຫ້ກັບລັດຖະບານ, ຜົນທີ່ຈະຕາມມາກໍຈະເກີນກວ່າທີ່ຈະຈິນຕະນາການໄດ້. ຖ້າເຈົ້າໃກ້ຊິດກັບຄົນໃນສາສະໜາຫຼາຍ ຫຼື ມີຜົນປະໂຫຍດຮ່ວມກັນກັບພວກເຂົາ ຫຼື ໄດ້ແລກປ່ຽນຜົນປະໂຫຍດກັບພວກເຂົາ, ຢ່າງຫຼາຍທີ່ສຸດແລ້ວ, ສິ່ງນີ້ກໍສາມາດຖືວ່າເຈົ້າມີພູມຫຼັງທີ່ຊັບຊ້ອນ. ແນວໃດກໍຕາມ, ຖ້າເຈົ້າລັກລອບເຮັດສິ່ງອື່ນໆ ເຊັ່ນ: ການເປີດເຜີຍການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ການເປີດເຜີຍເລື່ອງພາຍໃນຂອງເຮືອນຂອງພຣະເຈົ້າ ຫຼື ຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງ, ດັ່ງນັ້ນທຳມະຊາດຂອງສິ່ງນີ້ກໍຈະກາຍເປັນການທໍລະຍົດ ແລະ ມັນກໍຈະຖືກປະນາມ. ໂດຍສະເພາະຢ່າງຍິ່ງ, ອ້າຍເອື້ອຍນ້ອງບາງຄົນບໍ່ຕ້ອງການໃຫ້ຄົນອື່ນຮູ້ສະຖານະການຂອງພວກເຂົາ ຫຼື ຢາກໃຫ້ມັນຖືກເປີດເຜີຍ, ເພາະວ່າພວກເຂົາເຄີຍຖືກຈັບມາກ່ອນ ຫຼື ກຳລັງຢູ່ໃນບັນຊີລາຍຊື່ຜູ້ທີ່ທາງການຕ້ອງການຕົວ, ແຕ່ຄົນປະເພດນີ້ທີ່ມີພູມຫຼັງທີ່ຊັບຊ້ອນກັບເບິ່ງຂໍ້ມູນນີ້ວ່າເປັນສິ່ງທີ່ຈະສາມາດແລກປ່ຽນກັບຜົນປະໂຫຍດບາງຢ່າງ ຫຼື ພຽງແຕ່ເບິ່ງວ່າມັນບໍ່ສຳຄັນ ແລະ ພວກເຂົາກໍເປີດເຜີຍມັນ, ເຊິ່ງກໍ່ໃຫ້ເກີດບັນຫາແກ່ອ້າຍເອື້ອຍນ້ອງເຫຼົ່ານັ້ນ. ຖ້າເຮືອນຂອງພຣະເຈົ້າຄົ້ນພົບເລື່ອງເຊັ່ນນີ້, ຈະບໍ່ມີການປ່ອຍບຸກຄົນນັ້ນໄປຢ່າງເດັດຂາດ; ຄົນເຊັ່ນນີ້ຕ້ອງຖືກກຳຈັດອອກໄປທັນທີ. ໃນສະພາບສັງຄົມທີ່ຜູ້ຄົນຖືກຂົ່ມເຫັງຍ້ອນມີການເຊື່ອໃນພຣະເຈົ້າ, ມັນເປັນເລື່ອງຍາກສຳລັບຜູ້ເຊື່ອທີ່ຈະໄດ້ຮັບໂອກາດໃນການເຮັດໜ້າທີ່ ແລະ ແຕ່ລະຄົນກໍທະນຸຖະໜອມມັນຫຼາຍ. ບໍ່ມີໃຜຕ້ອງການໃຫ້ຄວາມສ່ຽງທີ່ອາດຈະເກີດຂຶ້ນມາສູ່ການປະຕິບັດໜ້າທີ່ຂອງພວກເຂົາ ຍ້ອນຄົນອື່ນ ຫຼື ຍ້ອນຄວາມໂງ່ຂອງຕົນເອງ. ສະນັ້ນ, ຖ້າໃຜກໍຕາມນຳຄວາມສ່ຽງທີ່ອາດຈະເກີດຂຶ້ນມາສູ່ການປະຕິບັດໜ້າທີ່ ຫຼື ຄວາມປອດໄພສ່ວນຕົວຂອງອ້າຍເອື້ອຍນ້ອງ ຫຼື ຖ້າໃຜກໍຕາມສ້າງອຸປະສັກໃນເສັ້ນທາງການເຊື່ອໃນພຣະເຈົ້າຂອງຄົນອື່ນ, ເຮືອນຂອງພຣະເຈົ້າຈະບໍ່ມີການປ່ອຍຄົນເຫຼົ່ານັ້ນໄປຢ່າງເດັດຂາດ. ເມື່ອໃດທີ່ເຮືອນຂອງພຣະເຈົ້າຄົ້ນພົບພວກເຂົາ, ກໍຈະກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາອອກທັນທີ, ຈະບໍ່ມີການອອມມືຢ່າງເດັດຂາດ! ຖ້າພວກເຂົາປົກປ້ອງຕົນເອງ, ສ້າງຄຳແກ້ຕົວ ແລະ ມີຂໍ້ອ້າງໂດຍເວົ້າວ່າ, “ຂ້ອຍພຽງແຕ່ຫຼຸດປາກເວົ້າອອກໄປຊົ່ວຄາວ ເພາະຂ້ອຍບໍ່ໄດ້ໃສ່ໃຈ”, ເຈົ້າຕ້ອງບໍ່ເຊື່ອເລື່ອງແບບນີ້ຢ່າງເດັດຂາດ, ຂໍ້ອ້າງເຊັ່ນນີ້ໃຊ້ບໍ່ໄດ້ຜົນ. ເປັນຫຍັງພວກເຂົາຈຶ່ງບໍ່ບອກເລື່ອງຄອບຄົວຂອງຕົນເອງໃຫ້ຄົນອື່ນຟັງ? ເປັນຫຍັງພວກເຂົາຈຶ່ງເວົ້າແຕ່ເລື່ອງຂອງອ້າຍເອື້ອຍນ້ອງແທນ? ພວກເຂົາມີເຈດຕະນາບໍ່ດີຢ່າງຊັດເຈນ. ພວກເຂົາເປີດເຜີຍວຽກງານຂອງຄຣິສຕະຈັກ ແລະ ຂໍ້ມູນກ່ຽວກັບອ້າຍເອື້ອຍນ້ອງ; ຖ້າສິ່ງນີ້ສ້າງບັນຫາໃຫ້ກັບອ້າຍເອື້ອຍນ້ອງ, ແລ້ວພວກເຂົາກໍຄວນຖືກສາບແຊ່ງ! ຄົນແບບນີ້ບໍ່ຄວນຖືກສາບແຊ່ງບໍ? (ແມ່ນແລ້ວ.) ໃນໄລຍະທີ່ຄຣິສຕະຈັກເຜີຍແຜ່ວຽກງານພຣະກິດຕິຄຸນ, ມັນຫຼີກເວັ້ນບໍ່ໄດ້ທີ່ຈະທີ່ຄົນແບບນີ້ບາງຄົນມາເຂົ້າຮ່ວມຄຣິສຕະຈັກ. ພວກເຂົາບໍ່ລັງເລໃຈທີ່ຈະຂາຍຄຣິສຕະຈັກ, ຂາຍອ້າຍເອື້ອຍນ້ອງ ແລະ ເຖິງຂັ້ນທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາຄົບຫາກັບຄົນທຸກປະເພດເປັນການສ່ວນຕົວ ແລະ ຈຸດປະສົງໃນການຄົບຫາກັບພວກເຂົາກໍບໍ່ບໍລິສຸດ. ເມື່ອພົວພັນກັບຄົນເຫຼົ່ານັ້ນ, ພວກເຂົາກໍເຖິງກັບປາກບໍ່ມີຫູລູດ, ເວົ້າທຸກຢ່າງທີ່ຮູ້ຈົນໝົດ, ບອກຂໍ້ມູນພາຍໃນຄຣິສຕະຈັກທັງໝົດທີ່ພວກເຂົາຮູ້ ແລະ ສິ່ງນີ້ກໍສ້າງບັນຫາໃຫ້ກັບອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກໃນທີ່ສຸດ. ຄວາມຜິດໃນເລື່ອງນີ້ຄວນຕົກຢູ່ກັບຄົນທີ່ປາກບໍ່ມີຫູລູດເຫຼົ່ານັ້ນ. ບາງຄົນໃນພວກເຂົາອາດຈະເວົ້າວ່າພວກເຂົາບໍ່ໄດ້ເຮັດໂດຍເຈດຕະນາ, ແຕ່ເຖິງຈະບໍ່ໄດ້ເຈດຕະນາ, ນັ້ນກໍບໍ່ໄດ້ເຮັດໃຫ້ມັນເປັນທີ່ຍອມຮັບໄດ້. ຖ້າມັນບໍ່ແມ່ນການເຈດຕະນາ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ທຳຮ້າຍຕົນເອງແທນ? ເປັນຫຍັງເຈົ້າຈຶ່ງທຳຮ້າຍແຕ່ຄົນອື່ນ? ເຈົ້າໄດ້ນຳເອົາບັນຫາມາໃຫ້ກັບຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ, ນີ້ຄືຄວາມຈິງທີ່ເກີດຂຶ້ນແລ້ວ. ສະນັ້ນ, ຄວາມຜິດກໍຄວນຕົກຢູ່ກັບເຈົ້າ. ຖ້າເຈົ້າຂ້າຄົນໃດໜຶ່ງແລ້ວເວົ້າວ່າ, “ຂ້ອຍບໍ່ໄດ້ເຮັດໂດຍເຈດຕະນາ; ຂ້ອຍບໍ່ເຄີຍຕັ້ງໃຈທີ່ຈະຂ້າພວກເຂົາ, ຂ້ອຍບໍ່ມີຄວາມຄິດເຊັ່ນນັ້ນໃນໃຈຂອງຂ້ອຍ”, ກົດໝາຍຈະຕັດສິນວ່າເຈົ້າບໍ່ມີຄວາມຜິດຍ້ອນຄຳເວົ້າເຫຼົ່ານັ້ນບໍ? (ບໍ່.) ເຖິງແມ່ນວ່າເຈົ້າຈະເວົ້າຄວາມຈິງ, ມັນກໍບໍ່ມີປະໂຫຍດ. ຄວາມຈິງກໍຄືເຈົ້າໄດ້ຂ້າໃຜບາງຄົນ ແລະ ໃນທາງກົດໝາຍກໍມີຫຼັກຖານທີ່ຊັດເຈນໃນເລື່ອງນີ້, ສະນັ້ນ ເຈົ້າຕ້ອງຖືກຕັດສິນວ່າມີຄວາມຜິດໂດຍອີງໃສ່ຂໍ້ເທັດຈິງ. ເຈົ້າໄດ້ກໍ່ອາດຊະຍາກຳຄາດຕະກຳ, ສະນັ້ນ ເຈົ້າຄືຄາດຕະກອນ ແລະ ບໍ່ວ່າຈະແກ້ຕົວແນວໃດກໍບໍ່ສາມາດຊ່ວຍເຈົ້າໄດ້. ບາງຄົນມັກສ້າງບັນຫາໃຫ້ກັບຄຣິສຕະຈັກຜ່ານການກະທຳຂອງພວກເຂົາ ແລະ ບາງຄັ້ງບັນຫານັ້ນກໍຮ້າຍແຮງ, ບໍ່ພຽງແຕ່ສົ່ງຜົນໃຫ້ອ້າຍເອື້ອຍນ້ອງຖືກຈັບ ແລະ ຕິດຄຸກ, ແຕ່ຍັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ. ເຮືອນຂອງພຣະເຈົ້າຈະບໍ່ມີການປ່ອຍຄົນປະເພດນີ້ໄປຢ່າງເດັດຂາດ; ຈະຂັບໄລ່ທຸກຄົນທີ່ຈັບໄດ້ ແລະ ຈະສາບແຊ່ງພວກເຂົາ, ເຮືອນຂອງພຣະເຈົ້າຈະບໍ່ມີການອອມມືຢ່າງເດັດຂາດ! ຖ້າສິ່ງເຫຼົ່ານີ້ເກີດຂຶ້ນໃນຍຸກແຫ່ງພຣະບັນຍັດ, ຜູ້ເຮັດຄວາມຊົ່ວກໍຈະຖືກລາກອອກໄປ ແລະ ຖືກທຸບຕີຈົນຕາຍດ້ວຍໄມ້ຄ້ອນ ຫຼື ຖືກແກວ່ງກ້ອນຫີນໃສ່ຈົນຕາຍ; ນັ້ນຄືວິທີທີ່ມີຄະດີເຊັ່ນນີ້ຕ້ອງຖືກຈັດການ. ຕອນນີ້, ເນື່ອງຈາກສິ່ງນີ້ບໍ່ແມ່ນສ່ວນໜຶ່ງຂອງພຣະດຳລັດຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະຖືກຂັບໄລ່ ແລະ ອ້າຍເອື້ອຍນ້ອງກໍຈະຮ່ວມກັນສາບແຊ່ງພວກເຂົາ. ພວກເຂົາຈະບໍ່ມີໂອກາດໄດ້ຮັບພຣະພອນ ຫຼື ຄວາມລອດພົ້ນໄດ້ເລີຍ, ພວກເຂົາຕ້ອງຖືກສົ່ງໄປນະຮົກ ແລະ ຖືກລົງໂທດ!

ຍັງມີຄົນອີກປະເພດໜຶ່ງທີ່ມີພູມຫຼັງທີ່ຊັບຊ້ອນ; ພວກເຂົາມາທີ່ຄຣິສຕະຈັກພ້ອມກັບພາລະກິດພິເສດທີ່ຈະຕ້ອງດຳເນີນການ. ບຸກຄົນບາງຄົນໃນປະເພດນີ້ຖືກສົ່ງມາໂດຍລັດຖະບານ, ໃນຂະນະທີ່ຄົນອື່ນໆ ໄດ້ຮັບການມອບໝາຍພາລະກິດໂດຍກຸ່ມສາສະໜາ ຫຼື ກຸ່ມໃນສັງຄົມບາງກຸ່ມ. ຕົວຢ່າງ: ພາລະກິດເຫຼົ່ານີ້ອາດຈະລວມເຖິງການຕິດຕາມກວດກາອ້າຍເອື້ອຍນ້ອງ, ການຕິດຕາມກວດກາຄຣິສຕະຈັກ ຫຼື ການສອດແນມວຽກງານຕ່າງໆຂອງຄຣິສຕະຈັກ ແລະ ການຈັດແຈງວຽກງານຂອງຄຣິສຕະຈັກໃນແຕ່ໄລຍະທີ່ແຕກຕ່າງກັນ. ບໍ່ວ່າພາລະກິດຂອງພວກເຂົາຈະແມ່ນຫຍັງກໍຕາມ, ໃນກໍລະນີໃດກໍຕາມ, ຈາກທັດສະນະຂອງພວກເຮົາ ຄົນປະເພດນີ້ກໍມີພູມຫຼັງທີ່ຊັບຊ້ອນ. ຄົນສ່ວນໃຫຍ່ທີ່ມີພູມຫຼັງທີ່ຊັບຊ້ອນເຫຼົ່ານີ້ແມ່ນຜູ້ບໍ່ມີຄວາມເຊື່ອ; ພວກເຂົາແມ່ນຜູ້ທີ່ບໍ່ຍອມຮັບຄວາມຈິງເລີຍ. ພວກເຂົາແຕກຕ່າງຈາກຜູ້ທີ່ມີຄວາມເຊື່ອນ້ອຍ, ຜູ້ທີ່ມີຄວາມສາມາດຕ່ຳ ຫຼື ມີແນວຄິດອັນຫຼາກຫຼາຍ, ຄົນເຫຼົ່ານັ້ນເຊື່ອຢ່າງແທ້ຈິງ, ໃນຂະນະທີ່ຄົນທີ່ມີພູມຫຼັງທີ່ຊັບຊ້ອນເຫຼົ່ານີ້ມີບັນຫາທີ່ຮ້າຍແຮງ. ກ່ອນອື່ນ, ໃຫ້ພວກເຮົາພິຈາລະນາເບິ່ງ: ຄົນເຊັ່ນນີ້ມີຄວາມເປັນມະນຸດແບບໃດ? (ພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ, ພວກເຂົາຊົ່ວຮ້າຍ ແລະ ພວກເຂົາເປັນສະມາຊິກຂອງກຸ່ມແກ້ງຊາຕານ.) ດັ່ງນັ້ນແລ້ວ, ພວກເຂົາເປັນຄົນປະເພດໃດ? (ພວກເຂົາເປັນມານຮ້າຍ.) ແມ່ນແລ້ວ, ເຈົ້າເວົ້າໄດ້ຕົງປະເດັນເລີຍ, ພວກເຂົາເປັນມານຮ້າຍທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກ. ພວກເຂົາເປັນຄົນທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກ ແລະ ໃຊ້ຊີວິດຢູ່ໃນເງົາມືດ ໃນຂະນະທີ່ປິດບັງແຜນການ ແລະ ຈຸດປະສົງຕ່າງໆ. ຄົນເຊັ່ນນີ້ເປັນມານຮ້າຍ. ຕັ້ງແຕ່ເລີ່ມຕົ້ນໃນເວລາຄົນເຫຼົ່ານີ້ເຂົ້າມາໃນຄຣິສຕະຈັກ ພວກເຂົາກໍບໍ່ໄດ້ມີເຈດຕະນາທີ່ດີ. ບໍ່ວ່າໃຜຈະເປັນຜູ້ມອບໝາຍພວກເຂົາກໍຕາມ, ບາງຄົນອາດຈະຖືກມອບໝາຍໂດຍລັດຖະບານ ຫຼື ກຸ່ມບາງກຸ່ມ, ໃນຂະນະທີ່ຄົນອື່ນໆ ອາດຈະບໍ່ໄດ້ຖືກມອບໝາຍໂດຍໃຜເລີຍ ແລະ ພຽງແຕ່ຕ້ອງການແຊກຊຶມເຂົ້າມາໃນຄຣິສຕະຈັກດ້ວຍຕົນເອງ, ຄົນເຊັ່ນນີ້ເປັນບຸກຄົນທີ່ສະຫຼາດຮອບຮູ້ໃນທາງໂລກຢ່າງແທ້ຈິງ. ພວກເຂົາຄົບຫາກັບຄົນຫຼາກຫຼາຍປະເພດ ແລະ ພວກເຂົາມີຄວາມສຳພັນລະຫວ່າງບຸກຄົນ ແລະ ສາຍສຳພັນທາງສັງຄົມທີ່ຊັບຊ້ອນ, ພວກເຂົາມີພູມຫຼັງທີ່ຊັບຊ້ອນ. “ພູມຫຼັງທີ່ຊັບຊ້ອນ” ໝາຍຄວາມເຖິງສາຍສຳພັນທາງສັງຄົມ, ຄວາມສຳພັນລະຫວ່າງບຸກຄົນ ແລະ ສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາແມ່ນບໍ່ບໍລິສຸດເປັນຢ່າງຍິ່ງ ແລະ ຫ່າງໄກຈາກຄວາມຮຽບງ່າຍ; ພວກເຂົາບໍ່ຄືກັບຄົນທຳມະດາທີ່ພຽງແຕ່ພະຍາຍາມຫາເງິນ ແລະ ດຳລົງຊີວິດທີ່ດີ. ບົດບາດທີ່ຄົນເຫຼົ່ານີ້ສະແດງໃນສັງຄົມແມ່ນບົດບາດຂອງຜູ້ທີ່ມີຄວາມໂດດເດັ່ນ, ຜູ້ນຳ ຫຼື ບຸກຄົນທີ່ມີຄວາມພິເສດພໍສົມຄວນພາຍໃນວົງການ ແລະ ກຸ່ມຕ່າງໆ, ພວກເຂົາເປັນຄົນປະເພດທີ່ຜູ້ບໍ່ມີຄວາມເຊື່ອເອີ້ນວ່າ “ບຸກຄົນທີ່ມີຄວາມສາມາດ” ຫຼື “ຜູ້ຊ່ຽວຊານ”. ບໍ່ວ່າພວກເຂົາຈະຢູ່ໃສ, ພວກເຂົາກໍບໍ່ແມ່ນຄົນທີ່ວາງຕົວໃຫ້ເໝາະສົມ ແລະ ພວກເຂົາກໍບໍ່ແມ່ນຄົນດີ. ບໍ່ວ່າພວກເຂົາຈະສະແຫວງຫາໂອກາດເພື່ອຮັບປະກັນຜົນປະໂຫຍດສ່ວນຕົວ ຫຼື ອຳນາດ ຫຼື ການຄວບຄຸມຄົນອື່ນພາຍໃນກຸ່ມ ແລະ ວົງການຕ່າງໆ, ມັນກໍເປັນຈຸດປະສົງຂອງພວກເຂົາ ແລະ ເປັນເປົ້າໝາຍຂອງການມີຢູ່ຂອງພວກເຂົາ. ບໍ່ວ່າພວກເຂົາຈະຢູ່ໃນຄຣິສຕະຈັກໃດກໍຕາມ, ແນວຄິດຂອງພວກເຂົາກໍຄືກັບມານຮ້າຍເຫຼົ່ານັ້ນ, ພ້ອມທີ່ຈະເຄື່ອນໄຫວຢູ່ສະເໝີ, ຕ້ອງການຄວບຄຸມສະຖານະການ, ຄວບຄຸມຜູ້ຄົນ, ຄວບຄຸມເງິນ, ໃຊ້ອິດທິພົນ ແລະ ໃຊ້ອຳນາດ. ສິ່ງເຫຼົ່ານີ້ຄືການສະແດງອອກຂອງຄົນປະເພດນີ້. ສະນັ້ນ, ບໍ່ວ່າຄົນເຊັ່ນນີ້ຈະມີພາລະກິດ ຫຼື ບໍ່ກໍຕາມ, ບໍ່ວ່າພວກເຂົາຈະຖືກມອບໝາຍໂດຍລັດຖະບານ ຫຼື ກຸ່ມໃນສັງຄົມໃດກໍຕາມ, ພວກເຂົາກໍບໍ່ສາມາດ ວາງຕົວໃຫ້ເໝາະສົມໄດ້ຫຼັງຈາກທີ່ມາຍັງຄຣິສຕະຈັກ. ເຖິງແມ່ນວ່າພວກເຂົາຈະບໍ່ມີພາລະກິດ ແລະ ເຖິງແມ່ນວ່າຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງຈະບໍ່ແມ່ນເປົ້າໝາຍຂອງການສະແຫວງຫາປະໂຫຍດຂອງພວກເຂົາ, ພວກເຂົາກໍບໍ່ແມ່ນຄົນທີ່ຕ້ອງການເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ພວກເຂົາກໍບໍ່ແມ່ນຄົນທີ່ເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງແນ່ນອນ. ຈຸດປະສົງຂອງພວກເຂົາໃນການເຂົ້າຮ່ວມຄຣິສຕະຈັກບໍ່ບໍລິສຸດເລີຍ, ຢ່າງໜ້ອຍທີ່ສຸດ, ສິ່ງໜຶ່ງທີ່ເປັນຄວາມຈິງຫຼາຍທີ່ສຸດສຳລັບພວກເຂົາກໍຄື “ອາໄສບາລະມີຂອງຄຣິສຕະຈັກ” ແລະ ລໍຖ້າໂອກາດທີ່ຈະດຳເນີນການຕາມວາລະຂອງຕົນເອງ. ຖ້າພວກເຂົາບໍ່ສາມາດບັນລຸເປົ້າໝາຍຂອງພວກເຂົາ ແລະ ຄວາມປາຖະໜາຂອງພວກເຂົາຖືກທຳລາຍ, ພວກເຂົາກໍມີແນວໂນ້ມທີ່ຈະອອກຈາກຄຣິສຕະຈັກໄດ້ຕະຫຼອດເວລາ. ພວກເຂົາຊອກຫາໂອກາດໂດຍການລໍຖ້າຈັງຫວະທີ່ເໝາະສົມເພື່ອລົງມື, ຖ້າມີໃຜບາງຄົນທີ່ພວກເຂົາສາມາດໃຊ້ປະໂຫຍດເພື່ອບັນລຸເປົ້າໝາຍ, ຄວາມທະເຍີທະຍານ ຫຼື ຄວາມປາຖະໜາຂອງພວກເຂົາໄດ້ ຫຼື ມີຈັງຫວະທີ່ເໝາະສົມທີ່ສາມາດເຮັດໃຫ້ພວກເຂົາເຮັດສຳເລັດໄດ້, ພວກເຂົາກໍຈະບໍ່ປ່ອຍຄົນຜູ້ນັ້ນ ຫຼື ຈັງຫວະນັ້ນໄປຢ່າງເດັດຂາດ. ຖ້າພວກເຂົາບໍ່ສາມາດຊອກຫາໂອກາດໄດ້ຢ່າງຕໍ່ເນື່ອງ, ພວກເຂົາກໍຈະທໍ້ຖອຍ ແລະ ຜິດຫວັງ ແລະ ພວກເຂົາກໍຕ້ອງການອອກຈາກຄຣິສຕະຈັກ. ສະນັ້ນ, ຄົນປະເພດນີ້ກໍເປັນບຸກຄົນທີ່ເປັນອັນຕະລາຍປະເພດໜຶ່ງພາຍໃນຄຣິສຕະຈັກ ແລະ ພວກເຂົາຕ້ອງຖືກໄຈ້ແຍກ ແລະ ຢູ່ໃຫ້ຫ່າງພວກເຂົາ. ຫຼັກການທີ່ສຳຄັນກວ່ານັ້ນອີກຢ່າງໜຶ່ງກໍຄື ຖ້າເຈົ້າບໍ່ແນ່ໃຈວ່າພູມຫຼັງຂອງຄົນຜູ້ໜຶ່ງເປັນແນວໃດ ຫຼື ເຈົ້າຮູ້ສຶກໄດ້ບໍ່ຊັດເຈນວ່າພູມຫຼັງຂອງພວກເຂົາຊັບຊ້ອນຫຼາຍ, ດັ່ງນັ້ນໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກ, ຢ່າງໜ້ອຍເຈົ້າຄວນຮູ້ວ່າຄົນຜູ້ນີ້ບໍ່ສາມາດໄດ້ຮັບມອບໝາຍໃຫ້ດຳລົງຕຳແໜ່ງທີ່ສຳຄັນ ຫຼື ໄດ້ຮັບອະນຸຍາດໃຫ້ມີຕຳແໜ່ງ ຫຼື ອຳນາດ ຫຼື ໄດ້ຮັບອະນຸຍາດໃຫ້ປະຕິບັດວຽກງານທີ່ສຳຄັນໃດໆ ພາຍໃນຄຣິສຕະຈັກ. ຖ້າເຈົ້າບໍ່ສາມາດເບິ່ງທະລຸພວກເຂົາໄດ້, ເຈົ້າກໍສາມາດສັງເກດເບິ່ງພວກເຂົາໄດ້, ແຕ່ເຈົ້າບໍ່ຕ້ອງກະທຳການຢ່າງຟ້າວຟັ່ງ ຫຼື ໃຈຮ້ອນຢ່າງເດັດຂາດ. ຖ້າເຈົ້າໃຫ້ຕຳແໜ່ງແກ່ພວກເຂົາ ຫຼື ແມ່ນແຕ່ເຮັດໃຫ້ພວກເຂົາຮັບຜິດຊອບວຽກງານທີ່ສຳຄັນກ່ອນທີ່ເຈົ້າຈະເບິ່ງທະລຸພວກເຂົາ, ເຈົ້າກໍກຳລັງເຮັດສິ່ງທີ່ໂງ່ຈ້າຢ່າງທີ່ສຸດ! ຍິ່ງເຈົ້າເບິ່ງທະລຸພວກເຂົາໄດ້ໜ້ອຍເທົ່າໃດ, ເຈົ້າກໍຍິ່ງບໍ່ຄວນໄວ້ວາງໃຈມອບໝາຍວຽກງານທີ່ສຳຄັນໃຫ້ພວກເຂົາ, ເຈົ້າຍິ່ງຄວນລະມັດລະວັງຫຼາຍຂຶ້ນ ແລະ ເຈົ້າກໍຍິ່ງຄວນເຝົ້າຕິດຕາມພວກເຂົາຢ່າງໃກ້ຊິດ ແລະ ຕິດຕາມກວດກາຢ່າງເຂັ້ມງວດ. ໃນຄວາມເປັນຈິງແລ້ວ, ບໍ່ວ່າພວກເຂົາຈະມີພາລະກິດ ຫຼື ບໍ່ກໍຕາມ, ຄົນປະເພດນີ້ທີ່ມີພູມຫຼັງທີ່ຊັບຊ້ອນໃນທີ່ສຸດກໍຈະບໍ່ຢູ່ໃນຄຣິສຕະຈັກດົນ. ນີ້ເປັນເພາະວ່າ, ໃນໃຈຂອງພວກເຂົາ, ຜູ້ບໍ່ມີຄວາມເຊື່ອເຫຼົ່ານີ້ລັງກຽດເລື່ອງກ່ຽວກັບຄວາມເຊື່ອ. ພວກບໍ່ເຊື່ອໃນພຣະເຈົ້າບໍ່ເຊື່ອວ່າພຣະເຈົ້າມີຢູ່ຈິງ ແລະ ພວກເຂົາບໍ່ສົນໃຈສິ່ງໃດກໍຕາມທີ່ກ່ຽວຂ້ອງກັບພຣະເຈົ້າ, ພາລະກິດຂອງພຣະເຈົ້າ ຫຼື ການສະແດງອອກເຖິງຄວາມຈິງຂອງພຣະເຈົ້າ. ພວກເຂົາສືບສວນຢູ່ຕະຫຼອດເວລາວ່າ: “ການເຊື່ອໃນພຣະເຈົ້າຈະໄດ້ຮັບກຳໄລຫຍັງບໍ? ຂ້ອຍສາມາດຫາເງິນກ້ອນໃຫຍ່ ແລະ ລ້ຳລວຍຈາກມັນໄດ້ບໍ? ຂ້ອຍສາມາດໃຊ້ແຜນການ ແລະ ກົນອຸບາຍຂອງຂ້ອຍຢູ່ທີ່ນີ້ຄືກັບທີ່ຂ້ອຍເຮັດໃນໂລກໄດ້ບໍ?” ເມື່ອເຫັນວ່າເຮືອນຂອງພຣະເຈົ້າບໍ່ໄດ້ສົ່ງເສີມສິ່ງເຫຼົ່ານີ້, ແຕ່ກັບເວົ້າເຖິງການເປັນຄົນຊື່ສັດຢູ່ສະເໝີ ແລະ ວ່າໃຜກໍຕາມທີ່ເຮັດໜ້າທີ່ຂອງຕົນພໍແລ້ວຕີນແລ້ວມື ຫຼື ເຮັດແບບເຄິ່ງໆກາງໆ ມັກຈະຖືກລິຮານ, ພວກເຂົາກໍຮູ້ສຶກລັງກຽດ ແລະ ພວກເຂົາກໍຮູ້ສຶກບໍ່ມີຄວາມສຸກ ແລະ ບໍ່ມີອິດສະຫຼະໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍຕ້ອງການຊອກຫາໂອກາດທີ່ຈະອອກໄປຢູ່ສະເໝີ. ຖ້າໃຜຜູ້ໜຶ່ງເປັນແກະຂອງພຣະເຈົ້າຢ່າງແທ້ຈິງ, ເປັນໜຶ່ງໃນຜູ້ຖືກເລືອກໂດຍພຣະເຈົ້າ, ພວກເຂົາກໍຈະບໍ່ເບື່ອໜ່າຍກັບການຟັງຄວາມຈິງທີ່ມັກຈະຖືກໂອ້ລົມກັນໃນລະຫວ່າງການເຊື່ອໃນພຣະເຈົ້າ ເຖິງແມ່ນວ່າຈະມີການໂອ້ລົມກັນເປັນເວລາ 20 ຫຼື 30 ປີກໍຕາມ; ພວກເຂົາສາມາດຟັງມັນໄດ້ຕະຫຼອດຊີວິດ ແລະ ຍັງຄົງຮູ້ສຶກວ່າມັນມີຄວາມສົດໃໝ່. ຍິ່ງພວກເຂົາໄດ້ຟັງ, ຄວາມຈິງເຫຼົ່ານີ້ກໍຍິ່ງຊັດເຈນຂຶ້ນສຳລັບພວກເຂົາ; ຍິ່ງພວກເຂົາໄດ້ຟັງ, ໃຈຂອງພວກເຂົາກໍຍິ່ງຊຸ່ມຊື່ນ; ຍິ່ງພວກເຂົາໄດ້ຟັງ, ພວກເຂົາກໍຍິ່ງປາຖະໜາໃນຄວາມຈິງ. ເຖິງແມ່ນວ່າພວກເຂົາຈະຕ້ອງຟັງພຣະທຳເຫຼົ່ານີ້ທຸກມື້, ພວກເຂົາກໍຍິນດີທີ່ຈະເຮັດເຊັ່ນນັ້ນ. ໂດຍສະເພາະຢ່າງຍິ່ງ, ເມື່ອພວກເຂົາໄດ້ຍິນຄຳບອກເລົ່າຈາກປະສົບການທີ່ເປັນປະໂຫຍດຕໍ່ພວກເຂົາ, ພວກເຂົາກໍຮູ້ສຶກມີຄວາມສຸກ ແລະ ເຕັມອີ່ມຄືກັບວ່າພວກເຂົາໄດ້ກິນລ້ຽງຄັ້ງໃຫຍ່, ມີຄວາມສຸກກວ່າການເກັບຄຳໄດ້ກ້ອນໜຶ່ງ. ສ່ວນຜູ້ບໍ່ມີຄວາມເຊື່ອເຫຼົ່ານີ້, ມານຮ້າຍເຫຼົ່ານີ້, ໂດຍສະເພາະຄົນທີ່ມີພູມຫຼັງທີ່ຊັບຊ້ອນເຫຼົ່ານີ້, ຍິ່ງພວກເຂົາໄດ້ຍິນການໂອ້ລົມກ່ຽວກັບຄວາມຈິງ, ພວກເຂົາກໍຍິ່ງຮູ້ສຶກລຳຄານ; ຍິ່ງພວກເຂົາໄດ້ຟັງ, ໃຈຂອງພວກເຂົາກໍຍິ່ງວຸ້ນວາຍ ແລະ ລັງກຽດ. ເມື່ອພວກເຂົາໄດ້ຍິນພຣະທຳເຫຼົ່ານີ້, ພວກເຂົາກໍເຫັນວ່າມັນໜ້າເບື່ອ, ຈືດຊືດ ແລະ ຊໍ້າຊາກ. ຖ້າເຈົ້າໃຫ້ພວກເຂົານັ່ງຟັງການເທດສະໜາ, ມັນກໍຮູ້ສຶກຄືກັບວ່າພວກເຂົາກຳລັງຖືກທໍລະມານ. ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າທຸກຄົນຈຶ່ງມ່ວນຊື່ນກັບການຟັງພຣະທຳເຫຼົ່ານີ້ຫຼາຍແທ້, ຄືກັບວ່າພວກເຈົ້າໄດ້ກິນລ້ຽງຄັ້ງໃຫຍ່? ເປັນຫຍັງຂ້ອຍຈຶ່ງຮູ້ສຶກລັງກຽດຫຼາຍເມື່ອຂ້ອຍໄດ້ຍິນພຣະທຳ?” ຫຼັງຈາກທີ່ໄດ້ຟັງເປັນເວລາດົນ, ພວກເຂົາກໍບໍ່ສາມາດນັ່ງຢູ່ຢ່າງສະຫງົບໄດ້. ຖ້າພວກເຂົາບໍ່ສາມາດເປັນຜູ້ນຳໄດ້, ພວກເຂົາກໍບໍ່ເຕັມໃຈທີ່ຈະເຮັດໜ້າທີ່ຂອງຕົນ ຫຼື ອົດທົນຕໍ່ຄວາມຍາກລຳບາກ ແລະ ເມື່ອເວລາຜ່ານໄປ, ພວກເຂົາກໍເຫັນວ່າມັນໄຮ້ປະໂຫຍດທັງໝົດ; ຄວາມຄິດທີ່ຈະປະຖິ້ມຄວາມເຊື່ອຂອງພວກເຂົາກໍເລີ່ມປາກົດຂຶ້ນ. ນີ້ຄືວິທີທີ່ຜູ້ບໍ່ເຊື່ອຖືກເປີດເຜີຍ. ສຳລັບຄົນທີ່ມີພູມຫຼັງທີ່ຊັບຊ້ອນເຫຼົ່ານີ້, ຖ້າໃນລະຫວ່າງການສັງເກດເບິ່ງພວກເຂົາ ເຈົ້າຄົ້ນພົບວ່າພວກເຂົາມີທີ່ມາທີ່ໜ້າສົງໄສ ແລະ ມີພູມຫຼັງທີ່ຊັບຊ້ອນ, ແລ້ວໄດ້ພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອຊອກຫາໂອກາດທີ່ຈະຊັກຊວນໃຫ້ພວກເຂົາອອກໄປ. ສຳລັບຄົນເຊັ່ນນີ້ທີ່ບໍ່ຍອມຮັບຄວາມຈິງເລີຍ, ມັນຈຳເປັນຕ້ອງໃຊ້ສະຕິປັນຍາບາງຢ່າງ. ເຈົ້າສາມາດບອກພວກເຂົາວ່າ, “ເຈົ້າຢາກລ້ຳລວຍ ແລະ ເຈົ້າກໍຝັນຢາກເປັນເຈົ້າໜ້າທີ່, ຖ້າເຈົ້າບໍ່ໄດ້ເປັນເຈົ້າໜ້າທີ່ໃນຊົ່ວຊີວິດນີ້ ມັນຊ່າງເປັນຕາໜ້າສຽດດາຍແທ້ໆ! ເຈົ້າຄວນເປັນເຈົ້າໜ້າທີ່, ລ້ຳລວຍ ແລະ ໄລ່ຕາມໂລກໃຫ້ທັນ, ເຊິ່ງກໍຄືບ່ອນທີ່ມີຜົນປະໂຫຍດທີ່ຈັບຕ້ອງໄດ້. ເຈົ້າມີຫົວຄິດທາງທຸລະກິດ ແລະ ເຈົ້າກໍເໝາະສົມທີ່ຈະເປັນເຈົ້າໜ້າທີ່, ຖ້າເຈົ້າໄລ່ຕາມໂລກໃຫ້ທັນ ເຈົ້າກໍສາມາດລ້ຳລວຍ ແລະ ເປັນເຈົ້າໜ້າທີ່ໄດ້ຢ່າງແນ່ນອນ”. ເມື່ອພວກເຂົາໄດ້ຍິນສິ່ງນີ້, ພວກເຂົາຈະຄິດວ່າພວກເຂົາໄດ້ພົບຄົນທີ່ເຂົ້າໃຈ ແລະ ເວົ້າວ່າ: “ເຈົ້າເວົ້າຖືກຕ້ອງທີ່ສຸດ! ຂ້ອຍກຳລັງຮູ້ສຶກວ່າມັນບໍ່ມີປະໂຫຍດໃນການເຊື່ອໃນພຣະເຈົ້າ, ສິ່ງທີ່ເຈົ້າເວົ້າມັນຈີ້ໃຈດຳຂ້ອຍແທ້ໆ. ຄວາມເຊື່ອທີ່ແທ້ຈິງແລ້ວມີຜົນທາງຈິດຕະວິທະຍາເທົ່ານັ້ນ; ມັນບໍ່ສຳຄັນ ວ່າເຈົ້າຈະມີຄວາມເຊື່ອ ຫຼື ບໍ່. ຊີວິດແສນສັ້ນ, ສອງສາມທົດສະວັດໄດ້ຜ່ານໄປພາຍໃນພິບຕາດຽວ. ການເສຍເວລາຢູ່ກັບຄົນທີ່ເຊື່ອໃນພຣະເຈົ້າໃນທີ່ນີ້ກໍບໍ່ໄດ້ເຮັດໃຫ້ຂ້ອຍໄດ້ຫຍັງ ແລະ ຂ້ອຍກໍຮູ້ສຶກບໍ່ພໍໃຈຢູ່ສະເໝີ. ຂ້ອຍບໍ່ໄດ້ກຳລັງເຮັດຜິດຕໍ່ຕົນເອງບໍ ໂດຍການເຮັດແບບນີ້? ການອອກໄປຫາເງິນກ້ອນໃຫຍ່ຄືສິ່ງທີ່ສຳຄັນຢ່າງແທ້ຈິງ!” ພວກເຂົາຈະເຫັນດີກັບສິ່ງທີ່ເຈົ້າເວົ້າ. ເມື່ອພວກເຂົາເຫັນດີ, ບາງທີມື້ໜຶ່ງພວກເຂົາກໍຈະອອກໄປເອງ ເພາະວ່າພວກເຂົາຮູ້ສຶກວ່າການຢູ່ໃນຄຣິສຕະຈັກນັ້ນໄຮ້ປະໂຫຍດ ແລະ ເພາະວ່ານອກເໜືອຈາກນັ້ນແລ້ວ, ອາດມີບາງສິ່ງຜິດພາດເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາປະສົບກັບຄວາມລົ້ມເຫຼວ ແລະ ອຸປະສັກ ແລະ ຈຳເປັນຕ້ອງໄດ້ຮັບການລິຮານບາງຢ່າງ. ມັນບໍ່ດີບໍ? (ແມ່ນແລ້ວ. ນີ້ເປັນວິທີການທີ່ສະຫຼາດ.) ມັນເປັນເລື່ອງງ່າຍທີ່ຈະເຮັດໃຫ້ມານຮ້າຍອອກຈາກຄຣິສຕະຈັກ: ເມື່ອເຈົ້າເຂົ້າໃຈແນວຄິດຂອງພວກເຂົາແລ້ວ, ຖ້າມີບາງສິ່ງທີ່ພວກເຂົາຕ້ອງການ, ໃຫ້ສົ່ງເສີມພວກເຂົາເພື່ອໃຫ້ໄລ່ຕາມມັນ. ດ້ວຍວິທີນີ້, ເຈົ້າກໍສາມາດຊັກຊວນໃຫ້ພວກເຂົາອອກໄປໄດ້. ເຈົ້າກໍຖືໂອກາດນີ້ສົ່ງພວກເຂົາອອກໄປເລີຍ. ນີ້ຄືວິທີຈັດການກັບຜູ້ບໍ່ເຊື່ອປະເພດນີ້.

ຖ້າພົບເຫັນຄົນເຊັ່ນນີ້ທີ່ມີພູມຫຼັງທີ່ຊັບຊ້ອນຢູ່ໃນຄຣິສຕະຈັກ, ພວກເຂົາຄວນຖືກຊັກຊວນໃຫ້ອອກໄປ ຫຼື ກຳຈັດອອກໂດຍທັນທີ; ຢ່າພະຍາຍາມຮ້ອງຂໍໃຫ້ພວກເຂົາຢູ່ຕໍ່. ເປັນຫຍັງຈຶ່ງບໍ່ຄວນເຮັດ? ໃນດ້ານໜຶ່ງ, ພວກເຂົາບໍ່ໄດ້ມີບົດບາດທີ່ດີໃນຄຣິສຕະຈັກ; ໃນອີກດ້ານໜຶ່ງ, ພວກເຂົາບໍ່ໄດ້ຢູ່ໃນກຸ່ມຜູ້ທີ່ຖືກເລືອກໂດຍພຣະເຈົ້າຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າພວກເຂົາຈະຍັງຄົງຢູ່ໃນຄຣິສຕະຈັກ, ໃນທີ່ສຸດແລ້ວ, ມັນກໍຍັງຄົງເປັນໄປບໍ່ໄດ້ທີ່ພວກເຂົາຈະຍອມຮັບພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ຫຼື ການລົງໂທດ ແລະ ການພິພາກສາຂອງພຣະເຈົ້າເພື່ອບັນລຸຄວາມລອດພົ້ນ. ຖ້າພວກເຂົາຍັງຄົງຢູ່ໃນຄຣິສຕະຈັກ, ມັນຈະເປັນຜົນເສຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ພວກເຂົາອາດຈະນຳພາຢ່າງຜິດໆ ແລະ ສ້າງອິດທິພົນຕໍ່ອ້າຍເອື້ອຍນ້ອງບາງຄົນທີ່ຍັງອ່ອນຕໍ່ໂລກ. ຄົນໃນເຮືອນຂອງພຣະເຈົ້າເຫັນວ່າພວກເຂົາບໍ່ເປັນທີ່ໜ້າພໍໃຈ ແລະ ໃນທາງກັບກັນ, ພວກເຂົາກໍເບິ່ງອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າດ້ວຍຄວາມບໍ່ພໍໃຈເທົ່າທຽມກັນ. ໃນໃຈຂອງພວກເຂົາ, ພວກເຂົາເບິ່ງເຮືອນຂອງພຣະເຈົ້າ, ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງດ້ວຍຄວາມເປັນປໍລະປັກຢູ່ສະເໝີ. ສະນັ້ນ ໃຫ້ບອກຂ້ອຍມາເບິ່ງ, ຖ້າມີສັດຕູ, ມີຜູ້ຕໍ່ຕ້ານເຊັ່ນນີ້ຢູ່ໃນຄຣິສຕະຈັກ, ພວກເຈົ້າຈະຮູ້ສຶກຖືກລົບກວນບໍ? (ແມ່ນແລ້ວ.) ສະນັ້ນ, ມັນດີທີ່ສຸດທີ່ຈະບໍ່ຮ້ອງຂໍໃຫ້ຄົນເຊັ່ນນີ້ຢູ່ຕໍ່. ເມື່ອໃດທີ່ພວກເຂົາຖືກພົບເຫັນແລ້ວ, ຈົ່ງຊັກຊວນໃຫ້ພວກເຂົາອອກໄປ, ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາອອກທັນທີ. ຄວນຈັດການກັບຄົນເຊັ່ນນີ້ແນວໃດ ຖ້າພົບພໍ້ໃນລະຫວ່າງຂະບວນການເທດສະໜາພຣະກິດຕິຄຸນ? (ພຽງແຕ່ໃຫ້ຮັກສາໄລຍະຫ່າງ ແລະ ບໍ່ສົນໃຈພວກເຂົາ.) ເມື່ອເຈົ້າພົບພໍ້ກັບຄົນປະເພດນີ້, ເຈົ້າບໍ່ຄວນ ເທດສະໜາພຣະກິດຕິຄຸນໃຫ້ພວກເຂົາ. ພວກເຂົາເວົ້າໂອ້ອວດ ຈັບຕ້ອງບໍ່ໄດ້, ເປັນຄົນທີ່ເວົ້າເກັ່ງ, ແຕ່ແທ້ຈິງແລ້ວ ພວກເຂົາບໍ່ມີຄວາມສາມາດພິເສດເລີຍ. ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນປະເພດນີ້ທີ່ມີພູມຫຼັງທີ່ຊັບຊ້ອນ; ພວກເຂົາບໍ່ໄດ້ຢູ່ໃນບັນດາຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະປ່ຽນໃຈໃນຕອນນີ້, ບໍ່ຊ້າກໍໄວ, ພວກເຂົາກໍຍັງຄົງຕ້ອງຖືກສະລ້າງອອກໄປ. ສະນັ້ນ, ເມື່ອຜູ້ທີ່ເທດສະໜາພຣະກິດຕິຄຸນພົບພໍ້ກັບຄົນເຊັ່ນນີ້, ພວກເຂົາກໍຄວນປະຖິ້ມພວກເຂົາໄປ. ເຮືອນຂອງພຣະເຈົ້າບໍ່ຕ້ອງການ ແລະ ບໍ່ຕ້ອນຮັບຄົນເຊັ່ນນີ້. ນີ້ຄືວິທີການຈັດການກັບຄົນທີ່ມີພູມຫຼັງທີ່ຊັບຊ້ອນ ແລະ ນີ້ກໍຄືຫຼັກການ. ແນ່ນອນ, ໃນການຈັດການກັບບັນຫານີ້, ບໍ່ຈຳເປັນຕ້ອງຂະຫຍາຍເລື່ອງເລັກນ້ອຍໃຫ້ກາຍເປັນເລື່ອງໃຫຍ່; ເຈົ້າຕ້ອງເຂົ້າໃຈຢ່າງຊັດເຈນວ່າບຸກຄົນນັ້ນຈັດຢູ່ໃນໝວດໝູ່ຂອງຄົນທີ່ມີພູມຫຼັງທີ່ຊັບຊ້ອນ ຫຼື ບໍ່. ຖ້າການສະແດງອອກຂອງພວກເຂົາກົງກັບລັກສະນະຂອງຄົນປະເພດນີ້, ພວກເຂົາກໍຄວນຖືກຈັດຢູ່ໃນກຸ່ມນີ້. ແນວໃດກໍຕາມ, ຖ້າໃຜຜູ້ໜຶ່ງພຽງແຕ່ໂອ້ອວດ ຫຼື ເວົ້າຈາໄຮ້ສາລະເປັນບາງຄັ້ງຄາວ ແລະ ເນື່ອງຈາກການໂອ້ອວດທີ່ເກີນຂອບເຂດຂອງພວກເຂົາ ພວກເຂົາຈຶ່ງຖືກເບິ່ງຢ່າງຜິດໆ ວ່າເປັນຜູ້ມີພູມຫຼັງທີ່ຊັບຊ້ອນ, ແຕ່ໃນຄວາມເປັນຈິງ, ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາເປັນຂອງແທ້ ແລະ ພວກເຂົາບໍ່ໄດ້ຢູ່ໃນໝວດໝູ່ນີ້, ສະຖານະການແບບນີ້ກໍຕ້ອງການການປະຕິບັດທີ່ແຕກຕ່າງອອກໄປ ເພື່ອຫຼີກລ້ຽງການກ່າວຫາຄົນດີຢ່າງຜິດໆ.

III. ໂດຍອີງໃສ່ທັດສະນະຄະຕິຂອງບຸກຄົນທີ່ມີໃນຂະນະທີ່ປະຕິບັດໜ້າທີ່ຂອງຕົນ

ພວກເຮົາໄດ້ໂອ້ລົມກັນກ່ຽວກັບເກນການໄຈ້ແຍກຄົນໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາຈົບແລ້ວເປັນທີ່ຮຽບຮ້ອຍ. ຍັງມີອີກເກນໜຶ່ງ, ນັ້ນກໍຄືການໄຈ້ແຍກຄົນໂດຍອີງໃສ່ທັດສະນະຄະຕິຂອງບຸກຄົນທີ່ມີໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຮົາໄດ້ເວົ້າກັນຫຼາຍພໍສົມຄວນກ່ຽວກັບເກນນີ້ໃນການເທດສະໜາຄັ້ງກ່ອນໆ, ສະນັ້ນ ມັນບໍ່ຈຳເປັນຕ້ອງເວົ້າຫຍັງເພີ່ມເຕີມກ່ຽວກັບມັນ.

ດີຫຼາຍ. ນັ້ນເປັນການຈົບການໂອ້ລົມຂອງພວກເຮົາສຳລັບມື້ນີ້. ລາກ່ອນ!

ວັນທີ 6 ກໍລະກົດ 2024

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (29)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້