ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)

ມື້ນີ້ພວກເຮົາຈະສົນທະນາກັນຕໍ່ໃນຫົວຂໍ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ກ່ອນໜ້ານີ້, ພວກເຮົາໄດ້ສົນທະນາກັນເຖິງຄວາມຮັບຜິດຊອບຂໍ້ທີສິບສີ່ແລ້ວ ແລະ ຍັງມີຫົວຂໍ້ຍ່ອຍສອງສາມຫົວຂໍ້ພາຍໃຕ້ຄວາມຮັບຜິດຊອບນີ້ທີ່ຍັງບໍ່ທັນໄດ້ສົນທະນາກັນ. ກ່ອນທີ່ພວກເຮົາຈະສົນທະນາກັນ, ກ່ອນອື່ນ, ໃຫ້ທົບທວນເບິ່ງວ່າມີຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທັງໝົດຈັກຂໍ້? (ມີສິບຫ້າຂໍ້.) ໃຫ້ອ່ານເບິ່ງເລີຍ.

ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ:

1. ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈພວກມັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ.

2. ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ.

3. ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ຢ່າງເໝາະສົມ.

4. ກຳສະຖານະການຂອງຜູ້ຄຸມງານວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ໄລ່ພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຂອງວຽກງານໃຫ້ລ່ຽນໄຫຼ.

5. ຮັກສາ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານມີຄວາມຄືບໜ້າໄປຢ່າງລ່ຽນໄຫຼ.

6. ສົ່ງເສີມ ແລະ ເພາະປູກຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ໄລ່ຕາມຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງໂດຍໄວເທົ່າທີ່ຈະໄວໄດ້.

7. ຈັດສັນ ແລະ ນໍາໃຊ້ປະໂຫຍດຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ.

8. ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນທີ.

9. ໃຫ້ສື່ສານ, ອອກຄຳສັ່ງ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດຂອງມັນ, ໃຫ້ການຊີ້ນໍາ, ການຊີ້ນຳ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ.

10. ເກັບຮັກສາຢ່າງເໝາະສົມ ແລະ ຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ຢ່າງສົມເຫດສົມຜົນ ແລະ ດຳເນີນການກວດກາ, ການບໍາລຸງຮັກສາ ແລະ ການສ້ອມແປງເປັນປະຈຳ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ພ້ອມທັງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າຍຶດຄອງເອົາໄປເປັນຂອງພວກເຂົາ.

11. ເລືອກຄົນທີ່ໜ້າເຊື່ອຖືໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າວຽກໃນການລົງທະບຽນ, ກວດນັບ ແລະ ເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີທີ່ມີການໃຊ້ຈ່າຍຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປເປັນຕອງຕົນເອງ.

12. ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ແມ່ນຍໍ່າ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກໄດ້ມີການພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.

13. ປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກຈາກການຖືກລົບກວນ, ນໍາພາຢ່າງຜິດໆ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດໂດຍພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ເຮັດໃຫ້ພວກເຂົາສາມາດແຍກແຍະພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ປະຖິ້ມພວກເຂົາຈາກຫົວໃຈ.

14. ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ.

15. ປົກປ້ອງບຸກຄະລາກອນທຸກປະເພດທີ່ເຮັດວຽກງານສຳຄັນ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາຄວາມປອດໄພໃຫ້ພວກເຂົາ ເພື່ອຮັບປະກັນວ່າລາຍການວຽກງານສຳຄັນຕ່າງໆສາມາດດຳເນີນໄປຢ່າງເປັນລະບຽບ.

ພວກເຈົ້າທຸກຄົນໄດ້ຍິນຄວາມຮັບຜິດຊອບທັງສິບຫ້າຂໍ້ນີ້ຢ່າງແຈ່ມແຈ້ງແລ້ວບໍ? (ໄດ້ຍິນແຈ້ງແລ້ວ.) ໜ້າທີ່ຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ໃຫ້ແຍກແຍະ ແລ້ວ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ”. ແລ້ວພວກເຈົ້າຈະສາມາດແຍກແຍະຄົນຊົ່ວຊ້າປະເພດຕ່າງໆໄດ້ແນວໃດ? ບັນທັດຖານທີໜຶ່ງແມ່ນອີງໃສ່ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ພວກເຮົາໄດ້ແບ່ງຈຸດປະສົງຂອງຜູ້ຄົນໃນການເຊື່ອໃນພຣະເຈົ້າອອກເປັນຈັກຂໍ້? ພວກເຮົາໄດ້ແບ່ງອອກເປັນເກົ້າຂໍ້ຄື: ຂໍ້ທີໜຶ່ງແມ່ນເພື່ອຕອບສະໜອງຄວາມປາຖະໜາຂອງຕົນໃນການເປັນຂ້າລາຊະການ; ຂໍ້ທີສອງແມ່ນເພື່ອສະແຫວງຫາເພດກົງກັນຂ້າມ; ຂໍ້ທີສາມແມ່ນເພື່ອຫຼີກລ່ຽງໄພພິບັດ; ຂໍ້ທີສີ່ແມ່ນເພື່ອສວຍໂອກາດ; ຂໍ້ທີຫ້າແມ່ນເພື່ອອາໄສຄຣິສຕະຈັກກິນ; ຂໍ້ທີຫົກແມ່ນເພື່ອສະແຫວງຫາບ່ອນລີ້ໄພ; ຂໍ້ທີເຈັດແມ່ນເພື່ອຊອກຫາຜູ້ໜຸນຫຼັງ; ຂໍ້ທີແປດແມ່ນເພື່ອໄລ່ຕາມຈຸດປະສົງທາງການເມືອງ; ແລະ ຂໍ້ທີເກົ້າແມ່ນເພື່ອຕິດຕາມກວດກາຄຣິສຕະຈັກ. ນີ້ຄືການແຍກແຍະແກ່ນແທ້ຂອງຄົນປະເພດຕ່າງໆໂດຍອີງໃສ່ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າ. ບັນທັດຖານທີສອງສຳລັບການແຍກແຍະຄົນປະເພດຕ່າງໆທີ່ຕ້ອງຖືກກຳຈັດອອກ ຫຼື ຖືກຂັບໄລ່ແມ່ນອີງໃສ່ການສະແດງອອກທາງດ້ານແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາໃນດ້ານຕ່າງໆ. ມີການສະແດງອອກຈັກຢ່າງທີ່ກ່ຽວຂ້ອງກັບບັນທັດຖານນີ້? ຂໍ້ທີໜຶ່ງ, ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ; ຂໍ້ທີສອງ, ມັກສວຍໂອກາດເອົາປຽບ; ຂໍ້ທີສາມ, ມັກໃຊ້ຊີວິດແບບຊະຊາຍ ແລະ ບໍ່ມີຂອບເຂດ; ຂໍ້ທີສີ່, ມີແນວໂນ້ມທີ່ຈະແກ້ແຄ້ນ; ຂໍ້ທີຫ້າ, ບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້; ຂໍ້ທີຫົກ, ເປັນຄົນບໍ່ມີເຫດຜົນ ແລະ ສ້າງບັນຫາໂດຍເຈດຕະນາ, ໂດຍບໍ່ມີໃຜກ້າຫາເລື່ອງກັບພວກເຂົາ; ຂໍ້ທີເຈັດ, ການມີສ່ວນຮ່ວມໃນກິດຈະກຳທີ່ ຜິດສິນທຳທາງເພດຢ່າງສະໝໍ່າສະເໝີ; ຂໍ້ທີແປດ, ການສາມາດທໍລະຍົດໄດ້ຕະຫຼອດເວລາ; ຂໍ້ທີເກົ້າ, ການສາມາດຈາກໄປໄດ້ຕະຫຼອດເວລາ; ຂໍ້ທີສິບ, ການຫວັ່ນໄຫວ; ຂໍ້ທີສິບເອັດ, ການເປັນຄົນຂີ້ຢ້ານ ແລະ ຂີ້ສົງໄສ; ຂໍ້ທີສິບສອງ, ການມີແນວໂນ້ມທີ່ຈະກໍ່ບັນຫາ; ຂໍ້ທີສິບສາມ, ການມີພູມຫຼັງທີ່ຊັບຊ້ອນ. ລວມທັງໝົດມີສິບສາມການສະແດງອອກ. ຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ”. ຫົວຂໍ້ທີ່ກ່ຽວຂ້ອງກັບບັນທັດຖານທີໜຶ່ງ, ນັ້ນກໍຄືຈຸດປະສົງຂອງຄົນເຮົາໃນການເຊື່ອໃນພຣະເຈົ້າ, ໄດ້ສົນທະນາກັນຈົບແລ້ວ. ພວກເຮົາຍັງໄດ້ສົນທະນາກັນກ່ຽວກັບເຈັດຫົວຂໍ້ທຳອິດຂອງຄວາມເປັນມະນຸດຂອງພວກເຂົາແລ້ວ, ເຊິ່ງເປັນບັນທັດຖານຂໍ້ທີສອງ. ມື້ນີ້, ພວກເຮົາຈະເລີ່ມສົນທະນາກັນຈາກການສະແດງອອກຂໍ້ທີແປດຂອງຄວາມເປັນມະນຸດຂອງພວກເຂົາຄື: “ສາມາດທໍລະຍົດໄດ້ຕະຫຼອດເວລາ”.

ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທຸກປະເພດໂດຍທັນທີ (ພາກທີຫົກ)

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຊ້າປະເພດຕ່າງໆ

II. ໂດຍອີງໃສ່ຄວາມເປັນມະນຸດ

8. ການສາມາດທໍລະຍົດໄດ້ຕະຫຼອດເວລາ

ຜູ້ທີ່ສະແດງອອກຢ່າງຊັດເຈນວ່າສາມາດຂາຍຂໍ້ມູນຄຣິສຕະຈັກໄດ້ຕະຫຼອກເວລາ, ພວກເຈົ້າສາມາດເບິ່ງຄົນປະເພດນີ້ອອກໄດ້, ແມ່ນບໍ່? ບັນຫາຂອງຄົນເຫຼົ່ານີ້ຮ້າຍແຮງຫຼາຍບໍ? (ແມ່ນແລ້ວ.) ບາງຄົນຂາຍຂໍ້ມູນຄຣິສຕະຈັກຍ້ອນວ່າພວກເຂົາຂີ້ຢ້ານ, ໃນຂະນະທີ່ຄົນອື່ນເຮັດເຊັ່ນນັ້ນຍ້ອນຄວາມເປັນມະນຸດທີ່ຊົ່ວຊ້າຂອງພວກເຂົາ ຫຼື ບັນຫາອື່ນໆ. ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ, ຄວາມຈິງທີ່ວ່າຄົນປະເພດນີ້ສາມາດຂາຍຂໍ້ມູນອ້າຍເອື້ອຍນ້ອງ ແລະ ທໍລະຍົດຕໍ່ພຣະເຈົ້າໄດ້ຕະຫຼອດເວລາກໍສະແດງໃຫ້ເຫັນວ່າພວກເຂົາເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຖ້າພວກເຂົາກຳແໜ້ນຂໍ້ມູນສຳຄັນບາງຢ່າງກ່ຽວກັບຄຣິສຕະຈັກ ຫຼື ຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງ ເຊັ່ນ: ບ່ອນຢູ່ຂອງອ້າຍເອື້ອຍນ້ອງ, ໃຜເປັນຜູ້ນໍາຄຣິສຕະຈັກ, ຄຣິສຕະຈັກກຳລັງເຮັດວຽກງານຫຍັງ ຫຼື ໃຜເຮັດວຽກງານ ແລະ ໜ້າທີ່ສຳຄັນອັນໃດ, ພວກເຂົາກໍສາມາດເປີດເຜີຍຂໍ້ມູນນີ້ໄດ້ເມື່ອອັນຕະລາຍເກີດຂຶ້ນ ຫຼື ໃນສະຖານະການພິເສດບາງຢ່າງ, ເປັນການຂາຍຂໍ້ມູນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ເຫດຜົນໜຶ່ງທີ່ພວກເຂົາອາດຈະເຮັດເຊັ່ນນີ້ກໍເພື່ອປົກປ້ອງຕົນເອງ ແລະ ຮັບປະກັນຄວາມປອດໄພຂອງຕົນເອງ. ໃນທາງກົງກັນຂ້າມ, ພວກເຂົາອາດຈະເຈດຕະນາກະທຳແບບນີ້, ໂດຍບໍ່ເຫັນຄວາມສຳຄັນຂອງຂໍ້ມູນນີ້ ແລະ ສາມາດເປີດເຜີຍ ແລະ ມີສ່ວນຮ່ວມໃນການທໍລະຍົດໄດ້ຕະຫຼອດເວລາເພື່ອແລກກັບຜົນປະໂຫຍດສ່ວນຕົວ. ຕົວຢ່າງ: ບາງຄົນຖືກຈັບໂດຍມັງກອນແດງທີ່ຍິ່ງໃຫຍ່ ແລະ ໃນລະຫວ່າງການສອບສວນ, ມັງກອນແດງທີ່ຍິ່ງໃຫຍ່ກໍຂົ່ມຂູ່, ລໍ້ລວງ ຫຼື ແມ່ນແຕ່ໃຊ້ກຳລັງເພື່ອບັງຄັບໃຫ້ສາລະພາບ, ໂດຍບອກຄົນເຫຼົ່ານີ້ວ່າຖ້າພວກເຂົາເວົ້າ, ພວກເຂົາຈະຖືກປ່ອຍຕົວ, ດັ່ງນັ້ນ ພວກເຂົາຈຶ່ງທໍລະຍົດບອກຂໍ້ມູນທັງໝົດທີ່ພວກເຂົາຮູ້ກ່ຽວກັບອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກເພື່ອແລກກັບອິດສະລະພາບຂອງຕົນເອງ. ຄົນປະເພດນີ້ຄືຢູດາໂຕແທ້. ບອກເຮົາເບິ່ງວ່າ, ຄວນປະຕິບັດ ແລະ ຈັດການກັບຄົນປະເພດທີ່ເປັນຢູດາໂຕແທ້ແນວໃດ? (ຄົນປະເພດນີ້ຄວນຖືກຂັບໄລ່ອອກໂດຍທັນທີ ແລະ ຖືກສາບແຊ່ງນຳ.) ໂດຍປົກກະຕິແລ້ວ, ຢູດາໂຕແທ້ເຫຼົ່ານີ້, ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ຈະສອບຖາມ ຫຼື ຮັບຮູ້ກ່ຽວກັບສະຖານະການບາງຢ່າງຂອງຄຣິສຕະຈັກ ແລະ ຈົດຈຳໄວ້ໃນໃຈ. ຕໍ່ມາ, ເມື່ອສະຖານະການບາງຢ່າງເກີດຂຶ້ນກັບພວກເຂົາ ແລະ ພວກເຂົາຖືກຈັບ, ພວກເຂົາກໍຈະສາລະພາບຂໍ້ມູນນີ້. ເບິ່ງຜິວເຜີນແລ້ວ, ການສອບຖາມ ແລະ ການຮຽນຮູ້ກ່ຽວກັບລາຍລະອຽດເຫຼົ່ານີ້ຂອງພວກເຂົາອາດຈະເບິ່ງຄືວ່າບໍ່ໄດ້ມີຈຸດປະສົງເພື່ອສາລະພາບຂໍ້ມູນໃຫ້ມັງກອນແດງທີ່ຍິ່ງໃຫຍ່ໂດຍເຈດຕະນາ, ແຕ່ເມື່ອພວກເຂົາຖືກຈັບ, ພວກເຂົາກໍຄວບຄຸມຕົນເອງບໍ່ໄດ້. ຜົນກໍຄື ການສາລະພາບຂອງພວກເຂົານຳເອົາຜົນທີ່ຕາມມາທີ່ບໍ່ດີບາງຢ່າງມາສູ່ຄຣິສຕະຈັກ. ດັ່ງນັ້ນ, ການສອບຖາມ ແລະ ການຮຽນຮູ້ກ່ຽວກັບລາຍລະອຽດເຫຼົ່ານີ້ແບບຊະຊາຍຂອງພວກເຂົາຈຶ່ງບໍ່ແມ່ນການສົນທະນາທົ່ວໄປ ຫຼື ການເວົ້າເລື່ອງໄຮ້ສາລະ; ແຕ່ພວກເຂົາເຮັດເຊັ່ນນັ້ນໂດຍເຈດຕະນາ ແລະ ມີຈຸດປະສົງ. ສິ່ງນີ້ເປັນການກະກຽມເງື່ອນໄຂໃຫ້ພວກເຂົາກາຍເປັນຢູດາໃນພາຍຫຼັງ. ບັນຫາຂອງຄົນທີ່ທໍລະຍົດຕໍ່ຂໍ້ມູນຂອງຄົນອື່ນແບບຊະຊາຍສາມາດແກ້ໄຂໄດ້ດ້ວຍວິທີການຕ່າງໆ ເຊັ່ນ: ການສົນທະນາຄວາມຈິງ ຫຼື ການໃຫ້ຄຳເຕືອນແກ່ພວກເຂົາໄດ້ ຫຼື ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ໄດ້? (ເພາະວ່າຄົນປະເພດນີ້ຂາດຈິດສຳນຶກ ແລະ ເຫດຜົນ ແລະ ພວກເຂົາຈະບໍ່ຍອມຮັບຄວາມຈິງ ແລະ ການສົນທະນາຄວາມຈິງກັບພວກເຂົາກໍບໍ່ເປັນປະໂຫຍດ.) ຄວນຈັດການກັບຄົນຊົ່ວຊ້າປະເພດນີ້ທີ່ສາມາດທຳຮ້າຍຄົນອື່ນແບບຊະຊາຍໄດ້ແນວໃດ? ມີພຽງວິທີແກ້ໄຂດຽວເທົ່ານັ້ນ, ນັ້ນກໍຄືການກຳຈັດພວກເຂົາອອກ, ເພາະວ່າສິ່ງທີ່ພວກເຂົາໄດ້ເຮັດບໍ່ພຽງແຕ່ທຳຮ້າຍອ້າຍເອື້ອຍນ້ອງ, ແຕ່ຍັງລົບກວນວຽກງານຂອງຄຣິສຕະຈັກອີກດ້ວຍ. ພຶດຕິກຳປະເພດນີ້ສາມາດຖືກຕີຕາວ່າເປັນການຂາຍຂໍ້ມູນອ້າຍເອື້ອຍນ້ອງ ແລະ ຂາຍຂໍ້ມູນຄຣິສຕະຈັກ, ດັ່ງນັ້ນ ຄົນປະເພດນີ້ຕ້ອງຖືກກຳຈັດອອກ ຫຼື ຂັບໄລ່. ເຖິງແມ່ນວ່າຄົນປະເພດນີ້ບໍ່ສາມາດຖືກກຳນົດລັກສະນະວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສ, ແຕ່ກໍມີເຫດຜົນພຽງພໍທີ່ຈະກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊົ່ວຊ້າທີ່ລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ. ສະນັ້ນ, ການກຳຈັດຄົນປະເພດນີ້ອອກແມ່ນສອດຄ່ອງກັບຫຼັກການຢ່າງສົມບູນ. ຄົນເຫຼົ່ານີ້ບໍ່ສົນໃຈໃນຄວາມຈິງ; ພວກເຂົາມັກແຕ່ສອບຖາມໄປທົ່ວເຖິງລາຍລະອຽດຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງລາຍລະອຽດຂອງອ້າຍເອື້ອຍນ້ອງບາງຄົນ. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ບໍ່ໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ, ແຕ່ພວກເຂົາກໍໄດ້ຮວບຮວມຂໍ້ມູນກ່ຽວກັບຄອບຄົວຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງໄດ້ຫຼາຍພໍສົມຄວນ. ບໍ່ວ່າຈະກ່າວເຖິງອ້າຍເອື້ອຍນ້ອງຄົນໃດ, ພວກເຂົາກໍສາມາດແບ່ງປັນລາຍລະອຽດບາງຢ່າງຂອງພວກເຂົາໄດ້, ເຊິ່ງເຮັດໃຫ້ຄົນອື່ນຕົກໃຈພໍສົມຄວນ. ເຖິງແມ່ນວ່າພວກເຂົາບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍກະຕືລືລົ້ນທີ່ຈະສອບຖາມກ່ຽວກັບເລື່ອງພາຍໃນບາງຢ່າງຂອງຄຣິສຕະຈັກຢູ່ສະເໝີ ເຊັ່ນ: ວຽກງານບໍລິຫານ, ຫົວໜ້າຂອງໜ່ວຍງານຕ່າງໆ ແລະ ວຽກງານບາງຢ່າງທີ່ກ່ຽວຂ້ອງກັບເລື່ອງພາຍນອກ. ພວກເຂົາມັກຖາມເລື້ອຍໆວ່າໃຜໄປເຮັດໜ້າທີ່ຢູ່ບ່ອນໃດ ແລະ ອອກເດີນທາງເມື່ອໃດ, ໃຜໄດ້ຮັບການເລື່ອນຕຳແໜ່ງ, ໃຜຖືໄລ່ອອກ ແລະ ວຽກງານຂອງຄຣິສຕະຈັກໃນດ້ານຕ່າງໆເປັນແນວໃດ. ຫຼັງຈາກທີ່ສອບຖາມກ່ຽວກັບສິ່ງເຫຼົ່ານີ້, ພວກເຂົາກໍເຜີຍແຜ່ຂໍ້ມູນໄປທົ່ວ. ສິ່ງທີ່ເປັນຕາໜ້າລັງກຽດຍິ່ງກວ່ານັ້ນກໍຄື ບາງຄົນເຖິງກັບຂຽນຂໍ້ມູນທີ່ພວກເຂົາໄດ້ຮວບຮວມໄວ້ຫຼັງຈາກທີ່ຖາມກ່ຽວກັບມັນ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາມີເຈດຕະນາອື່ນແອບແຝງບໍ? (ແມ່ນແລ້ວ.) ເມື່ອບັນທຶກເລື່ອງຂອງຕົນເອງໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາຮູ້ຈັກໃຊ້ລະຫັດ ຫຼື ພາສາລັບ, ແຕ່ເມື່ອບັນທຶກຂໍ້ມູນຂອງຄົນອື່ນ, ພວກເຂົາບໍ່ໄດ້ນຳໃຊ້ວິທີທີ່ສະແດງໃຫ້ເຫັນເຖິງສະຕິປັນຍາແມ່ນແຕ່ໜ້ອຍດຽວ, ແຕ່ພຽງແຕ່ຂຽນຊື່ແທ້, ຮູບຮ່າງໜ້າຕາ, ອາຍຸ, ເບີໂທລະສັບ ແລະ ລາຍລະອຽດອື່ນໆຂອງອ້າຍເອື້ອຍນ້ອງລົງໄປ. ມັນບໍ່ແມ່ນວ່າພວກເຂົາຕັ້ງໃຈທີ່ຈະມີສ່ວນຮ່ວມໃນການທໍລະຍົດບໍ? ພວກເຂົາມີເຈດຕະນາທີ່ບໍ່ດີ ແລະ ທີ່ຈິງແລ້ວກໍຕັ້ງໃຈທີ່ຈະມີສ່ວນຮ່ວມໃນການທໍລະຍົດ. ເມື່ອມີເຫດອັນຕະລາຍເກີດຂຶ້ນ ແລະ ຕຳຫຼວດຍຶດຂໍ້ມູນທີ່ພວກເຂົາບັນທຶກໄວ້ໄດ້, ຕຳຫຼວດພຽງແຕ່ຕ້ອງການຂົ່ມຂູ່ ແລະ ເຮັດໃຫ້ຢ້ານພວກເຂົາໂດຍບໍ່ຕ້ອງໃຊ້ການທໍລະມານ ແລະ ພວກເຂົາກໍສາລະພາບທຸກຢ່າງໃນທັນທີຢ່າງລະອຽດ, ໂດຍບໍ່ມີການປິດບັງຫຍັງໄວ້. ສຳລັບສິ່ງທີ່ພວກໄດ້ເຂົາລືມໄປແລ້ວ, ພວກເຂົາເຖິງກັບເຄັ້ນສະໝອງເພື່ອໃຫ້ຈື່ ແລະ ທັນທີທີ່ພວກເຂົາຈື່ບາງຢ່າງໄດ້, ພວກເຂົາກໍຈະບອກຕຳຫຼວດໃນທັນທີ. ພວກເຂົາເຖິງກັບນຳພາຕຳຫຼວດໄປເຮືອນຂອງອ້າຍເອື້ອຍນ້ອງ, ໄປເຮືອນຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ໄປທີ່ພັກຂອງຜູ້ທີ່ເຮັດໜ້າທີ່ສຳຄັນ ເພື່ອໃຫ້ພວກເຂົາຖືກຈັບ. ພວກເຈົ້າບໍ່ຄິດວ່າຄົນປະເພດນີ້ໜ້າລັງກຽດທີ່ສຸດບໍ? (ແມ່ນແລ້ວ.) ກ່ອນທີ່ພວກເຂົາຈະຂາຍຂໍ້ມູນຄົນອື່ນ, ພຶດຕິກຳຂອງພວກເຂົາກໍບໍ່ເບິ່ງຄືກັບຄົນຊົ່ວຊ້າ, ຍິ່ງບໍ່ຄືກັບພວກຜູ້ຕໍ່ຕ້ານພຣະຄຣິສ, ມັນອາດຈະເປັນພຽງການສະແດງອອກຂອງມະນຸດທີ່ເສື່ອມຊາມທຳມະດາ, ແຕ່ເມື່ອພວກເຂົາຖືກຈັບ, ພວກເຂົາກໍສາມາດຂາຍຂໍ້ມູນອ້າຍເອື້ອຍນ້ອງຄົນໃດກໍໄດ້ຢ່າງງ່າຍດາຍ. ພຽງແຕ່ການສະແດງອອກຂໍ້ດຽວນີ້ກໍເຮັດໃຫ້ພວກເຂົາໜ້າລັງກຽດຍິ່ງກວ່າຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ມັນບໍ່ແມ່ນວ່າພວກເຂົາຈຳໃຈຕ້ອງເປີດເຜີຍຂໍ້ມູນທີ່ບໍ່ສຳຄັນໜ້ອຍດຽວ ພາຍໃຕ້ການບີບບັງຄັບ, ການທໍລະມານ ແລະ ການຂົ່ມເຫັງທີ່ຮຸນແຮງ ຍ້ອນວ່າເນື້ອໜັງຂອງພວກເຂົາອ່ອນແອເກີນໄປ ແລະ ບໍ່ສາມາດທົນໄດ້ອີກຕໍ່ໄປ. ແຕ່ພວກເຂົາເປີດເຜີຍຂໍ້ມູນທັງໝົດທີ່ພວກເຂົາຮູ້ອອກມາຢ່າງຕັ້ງໜ້າ ແລະ ບໍ່ຄຳນຶງເຖິງຫຍັງ, ໂດຍບໍ່ມີການຄຳນຶງເຖິງຄວາມປອດໄພຂອງອ້າຍເອື້ອຍນ້ອງເລີຍ, ຍິ່ງບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ. ສິ່ງນີ້ເປັນສິ່ງໜ້າລັງກຽດທີ່ສຸດ! ນີ້ຄືການສະແດງອອກຢ່າງໜຶ່ງຂອງຄົນປະເພດທີ່ເປັນຢູດາ.

ຍັງມີຄົນອີກປະເພດໜຶ່ງ, ຜູ້ທີ່ສະແຫວງຫາທີ່ຈະໄດ້ລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເມື່ອຖືກກະຕຸ້ນແມ່ນແຕ່ໜ້ອຍດຽວ. ຕົວຢ່າງ: ເມື່ອພວກເຂົາພົບກັບໄພພິບັດທຳມະຊາດ, ຄວາມເຈັບປ່ວຍ ຫຼື ການລັກຂະໂມຍ, ພວກເຂົາກໍຈົ່ມວ່າກ່ຽວກັບພຣະເຈົ້າ ແລະ ພວກເຂົາຍັງຈົ່ມວ່າອ້າຍເອື້ອຍນ້ອງຂາດຄວາມຮັກ ແລະ ບໍ່ຊ່ວຍພວກເຂົາແກ້ໄຂບັນຫາ. ສິ່ງນີ້ເຮັດໃຫ້ພວກເຂົາຢາກຂາຍຂໍ້ມູນຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ບາງຄົນກະທຳຜິດໂດຍບໍ່ຄິດໃຫ້ດີ ແລະ ຖືກລິຮານ ແລະ ອ້າຍເອື້ອຍນ້ອງກໍຕີຕົວອອກຫ່າງຈາກພວກເຂົາ; ສິ່ງນີ້ເຮັດໃຫ້ພວກເຂົາຮູ້ສຶກວ່າເຮືອນຂອງພຣະເຈົ້າຂາດຄວາມຮັກ, ດັ່ງນັ້ນ ພວກເຂົາຈຶ່ງເວົ້າໂພ່ງອອກມາວ່າ: “ພວກເຈົ້າທຸກຄົນບໍ່ມັກຂ້ອຍ, ແມ່ນບໍ່? ພວກເຈົ້າທຸກຄົນດູຖູກຂ້ອຍ, ແມ່ນບໍ່? ຂ້ອຍຍັງຈະສາມາດໄດ້ຮັບພອນຈາກການເຊື່ອໃນພຣະເຈົ້າໄດ້ແທ້ບໍ? ຖ້າຂ້ອຍບໍ່ໄດ້ຮັບພອນ, ຂ້ອຍກໍຈະລາຍງານພວກເຈົ້າທຸກຄົນ!”. ນີ້ຄືຄຳເວົ້າ “ຄລາສສິກ” ທີ່ສຸດຂອງຄົນເຊັ່ນນີ້. ເປັນຫຍັງເຮົາຈຶ່ງເວົ້າວ່າຄຳເວົ້າທີ່ວ່າ, “ຖ້າຂ້ອຍບໍ່ໄດ້ຮັບພອນ, ຂ້ອຍຈະລາຍງານພວກເຈົ້າທຸກຄົນ” ເປັນຄຳເວົ້າທີ່ “ຄລາສສິກ” ສຳລັບພວກເຂົາ? ກໍເພາະວ່າຄຳເວົ້ານີ້ເປັນຕົວແທນຂອງຄວາມເປັນມະນຸດຂອງພວກເຂົາ. ວະລີນີ້ບໍ່ແມ່ນສິ່ງທີ່ພວກເຂົາເວົ້າພຽງເພື່ອລະບາຍຄວາມກຽດຊັງຂອງຕົນ ຫຼັງຈາກທີ່ພົບກັບສະຖານະການທີ່ບໍ່ພໍໃຈຫຼາຍຢ່າງ ຫຼື ຍ້ອນຄວາມຄຽດແຄ້ນທີ່ຝັງເລິກ, ທັງບໍ່ແມ່ນການລະເບີດອາລົມອອກມາແບບກະທັນຫັນ. ແຕ່ມັນເປັນສິ່ງທີ່ເຕັມຢູ່ໃນຫົວໃຈຂອງພວກເຂົາ ແລະ ສາມາດເປີດເຜີຍອອກມາໄດ້ຕະຫຼອດເວລາ. ມັນເປັນສິ່ງທີ່ຢູ່ໃນຫົວໃຈຂອງພວກເຂົາມາເປັນເວລາດົນແລ້ວ ແລະ ສາມາດລະເບີດອອກມາໄດ້ຕະຫຼອດເວລາ. ສິ່ງນີ້ເປັນຕົວແທນຂອງຄວາມເປັນມະນຸດຂອງພວກເຂົາ. ຄວາມເປັນມະນຸດຂອງພວກເຂົາຊຸດໂຊມເຖິງຂະໜາດນີ້, ຖ້າໃຜກໍຕາມທີ່ກະຕຸ້ນ ຫຼື ເຮັດໃຫ້ພວກເຂົາເຈັບປວດ, ພວກເຂົາກໍສາມາດຂາຍຂໍ້ມູນຄົນນັ້ນໄດ້ຕະຫຼອດເວລາ. ຖ້າໃນຂະນະທີ່ເຮັດໜ້າທີ່ຂອງຕົນ, ພວກເຂົາລະເມີດການຈັດແຈງວຽກງານ ຫຼື ຫຼັກການ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງລິຮານພວກເຂົາໜ້ອຍດຽວ, ພວກເຂົາກໍຈະຄຽດແຄ້ນ, ໃຈຮ້າຍ ແລະ ບໍ່ພໍໃຈ ແລະ ຈາກນັ້ນພວກເຂົາກໍຈະເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ອຍຈະລາຍງານພວກເຈົ້າ! ຂ້ອຍຮູ້ວ່າບ້ານຂອງເຈົ້າຢູ່ໃສ, ຂ້ອຍຮູ້ຊື່ ແລະ ນາມສະກຸນຂອງເຈົ້າ!”. ຖ້າເຈົ້າບໍ່ເອົາໃຈຄົນປະເພດນີ້, ພວກເຂົາກໍອາດຈະຂາຍຂໍ້ມູນເຈົ້າແທ້ໆ. ພວກເຂົາບໍ່ໄດ້ພະຍາຍາມເຮັດໃຫ້ໃຜຢ້ານ, ທັງບໍ່ໄດ້ເວົ້າໃນເວລາອາລົມຮ້ອນ; ຖ້າໃຜເຮັດໃຫ້ພວກເຂົາຂຸ່ນເຄືອງ ຫຼື ໃຈຮ້າຍແທ້ໆ, ພວກເຂົາກໍສາມາດຂາຍຂໍ້ມູນຄົນນັ້ນໄດ້ຢ່າງເຕັມທີ່. ບາງຄົນເວົ້າວ່າ, “ເປັນຫຍັງຕ້ອງຢ້ານພວກເຂົາ?” ມັນບໍ່ແມ່ນວ່າພວກເຮົາຢ້ານພວກເຂົາ. ພວກເຮົາຈະບໍ່ຢ້ານການທໍລະຍົດຂອງພວກເຂົາ ຖ້າສິ່ງນີ້ເກີດຂຶ້ນໃນປະເທດທີ່ເປັນປະຊາທິປະໄຕ ແລະ ມີເສລີພາບ. ແຕ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ຖ້າພວກເຂົາມີສ່ວນຮ່ວມໃນການທໍລະຍົດແທ້ໆ, ມັນກໍອາດຈະສ້າງບັນຫາໃຫ້ກັບອ້າຍເອື້ອຍນ້ອງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ຖ້າອ້າຍເອື້ອຍນ້ອງຖືກຈັບແທ້ໆ, ມັງກອນແດງທີ່ຍິ່ງໃຫຍ່ກໍຈະເຮັດໃຫ້ເປັນເລື່ອງໃຫຍ່. ເມື່ອພວກເຂົາພົບຊ່ອງຫວ່າງ, ພວກເຂົາກໍຈະຈັບຄົນແບບບໍ່ຢຸດ. ໃນກໍລະນີນັ້ນ, ຊີວິດໃນຄຣິສຕະຈັກຂອງຄົນຈຳນວນເທົ່າໃດກໍຕາມກໍຈະໄດ້ຮັບຜົນກະທົບ ແລະ ການປະຕິບັດໜ້າທີ່ຕາມປົກກະຕິຂອງຄົນຈຳນວນເທົ່າໃດກໍຕາມກໍຈະໄດ້ຮັບຜົນກະທົບ. ສິ່ງເຫຼົ່ານີ້ບໍ່ແມ່ນຜົນສະທ້ອນທີ່ຮ້າຍແຮງຫຼາຍບໍ? ເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້! ຄົນປະເພດນີ້ມັກຈະສະແດງອາການໂມໂຫຢູ່ສະເໝີເມື່ອພົວພັນກັບຄົນອື່ນ. ຖ້າໃຜເວົ້າບາງຢ່າງທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ ຫຼື ເປີດໂປງບັນຫາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາໃຈຮ້າຍ, ພວກເຂົາກໍຈະອາລົມເສຍໃສ່ຄົນນັ້ນ ແລະ ອາດຈະບໍ່ເວົ້ານຳຄົນນັ້ນເປັນເວລາຫຼາຍມື້ ແລະ ເມື່ອເຈົ້າໄປຫາພວກເຂົາ ແລະ ຂໍໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍຈະບໍ່ສົນໃຈຄຳຮ້ອງຂໍນັ້ນ. ມັນເປັນໄປບໍ່ໄດ້ເລີຍທີ່ຈະເຂົ້າກັບຄົນປະເພດນີ້ໄດ້. ພວກເຂົາບໍ່ແມ່ນຄົນຊົ່ວຊ້າບໍ? ໃນກຸ່ມຄົນ, ເຈົ້າມັກຈະໄດ້ຍິນຄົນຊົ່ວຊ້າເວົ້າສິ່ງຕ່າງໆ ເຊັ່ນ: “ຖ້າໃຜຂວາງທາງຂ້ອຍ, ຂ້ອຍຈະບໍ່ປ່ອຍມັນໄປ! ຂ້ອຍຮູ້ແນ່ນອນວ່າພວກເຈົ້າຢູ່ໃສ, ຂ້ອຍຮູ້ແມ່ນແຕ່ສີຜ້າມ່ານປ່ອງຢ້ຽມຂອງພວກເຈົ້າ. ຂ້ອຍຮູ້ດີວ່າພວກເຈົ້າເຕົ້າໂຮມກັນຢູ່ໃສ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຢູ່ໃສ!”. ພວກເຈົ້າຈະເວົ້າວ່າຄົນປະເພດນີ້ເປັນບຸກຄົນອັນຕະລາຍບໍ? (ແມ່ນແລ້ວ.) ພວກເຂົາຄືຢູດາໂຕແທ້. ເຖິງແມ່ນວ່າທຸກຢ່າງຈະເປັນປົກກະຕິ, ພວກເຂົາກໍຍັງຈະອອກນອກລູ່ນອກທາງເພື່ອມີສ່ວນໃນການທໍລະຍົດ. ແລະ ຖ້າມີເຫດຮ້າຍເກີດຂຶ້ນ, ພວກເຂົາກໍຈະເປັນຄົນທຳອິດທີ່ໂດດອອກມາ ແລະ ກາຍເປັນຢູດາ. ສະນັ້ນ, ຖ້າພົບເຫັນຄົນປະເພດນີ້ໃນຄຣິສຕະຈັກ, ພວກເຂົາກໍຄວນຖືກກຳຈັດອອກ ຫຼື ຂັບໄລ່ໂດຍໄວເທົ່າທີ່ຈະໄວໄດ້. ຄົນປະເພດນີ້ມີການສະແດງອອກອື່ນໃດອີກແດ່? ຕົວຢ່າງ: ໃນລະຫວ່າງການເຕົ້າໂຮມ, ເພາະວ່າອ້າຍເອື້ອຍນ້ອງພົບກັນເປັນປະຈຳ, ຈຶ່ງບໍ່ຈຳເປັນຕ້ອງມີການທັກທາຍຕາມມາລະຍາດ. ເມື່ອເຖິງເວລາ, ພວກເຂົາກໍເລີ່ມການເຕົ້າໂຮມ, ອ່ານພຣະທຳຂອງພຣະເຈົ້າ ແລະ ສົນທະນາຄວາມຈິງ. ແຕ່ຜູ້ທີ່ມັກສະແດງອາການໂມໂຫກໍຈະໃຈຮ້າຍເມື່ອພວກເຂົາເຫັນວ່າບໍ່ມີໃຜສົນໃຈພວກເຂົາ ຫຼື ທັກທາຍພວກເຂົາເລີຍ. ພວກເຂົາກໍຈະເວົ້າໂພ່ງອອກມາວ່າ, “ພວກເຈົ້າທຸກຄົນດູຖູກຂ້ອຍບໍ? ຮຶ! ບໍ່ມີໃຜໃນພວກເຈົ້າຕ້ອນຮັບຂ້ອຍ, ບໍ່ເປັນຫຍັງດອກ; ຂ້ອຍມີວິທີຈັດການກັບພວກເຈົ້າ. ຂ້ອຍຮູ້ວ່າຜູ້ນໍາຄຣິສຕະຈັກຢູ່ໃສ, ຂ້ອຍຮູ້ວ່າໃຜໃນພວກເຈົ້າກຳລັງເຮັດໜ້າທີ່ຢູ່ໃສ ແລະ ເຮັດວຽກງານຫຍັງ, ຂ້ອຍຮູ້ວ່າໃຜເປັນເຈົ້າພາບໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກ, ໃຜຮັກສາເຄື່ອງຖວາຍ, ໃຜຮັບຜິດຊອບການຈັດພິມໜັງສື ແລະ ໃຜຮັບຜິດຊອບການຂົນສົ່ງ. ຂ້ອຍຈະລາຍງານພວກເຈົ້າທຸກຄົນ! ຂ້ອຍຈະລາຍງານທຸກຢ່າງກ່ຽວກັບຄຣິສຕະຈັກໃຫ້ກັບຕຳຫຼວດ!”. ຖ້າຜູ້ຄົນປະຕິບັດຕໍ່ພວກເຂົາດ້ວຍຄວາມເຄົາລົບຢ່າງເຖິງທີ່ສຸດ, ທຸກຢ່າງກໍຈະດີ. ແຕ່ທັນທີທີ່ໃຜກະຕຸ້ນ ຫຼື ຫາເລື່ອງພວກເຂົາ, ມັນກໍຈະກາຍເປັນບັນຫາ, ພວກເຂົາຈະສະແຫວງຫາການແກ້ແຄ້ນ ແລະ ການທໍລະຍົດ. ເມື່ອໃດກໍຕາມທີ່ພວກເຂົາພົບກັບບາງສິ່ງທີ່ເຮັດໃຫ້ພວກເຂົາບໍ່ພໍໃຈ, ພວກເຂົາກໍຈະຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ຜູ້ນໍາຄຣິສຕະຈັກຢ່າງຮຸນແຮງ. ພວກເຈົ້າຈະເວົ້າວ່າຄົນປະເພດນີ້ເປັນຕາຢ້ານ ແລະ ເປັນອັນຕະລາຍບໍ? (ພວກເຂົາເປັນອັນຕະລາຍ.) ຄົນປະເພດນີ້ຄືຢູດາທີ່ສາມາດທໍລະຍົດໄດ້ຕະຫຼອດເວລາ; ພວກເຂົາເປັນບຸກຄົນອັນຕະລາຍ.

ຍັງມີການສະແດງອອກອີກຢ່າງໜຶ່ງຂອງຄົນທີ່ສາມາດມີສ່ວນຮ່ວມໃນການທໍລະຍົດໄດ້ທຸກເວລາ. ຕົວຢ່າງ: ໃນປະເທດມັງກອນແດງທີ່ຍິ່ງໃຫຍ່, ຈຳນວນຄຣິສຕະຈັກທີ່ສ້າງຕັ້ງຂຶ້ນໃນແຂວງ ແລະ ເມືອງຕ່າງໆ, ຈຳນວນຄົນໃນແຕ່ລະຄຣິສຕະຈັກ, ໃຜເປັນຜູ້ນໍາ ແລະ ຄຣິສຕະຈັກກຳລັງເຮັດວຽກງານຫຍັງ, ສິ່ງເຫຼົ່ານີ້ຕ້ອງຖືກເກັບເປັນຄວາມລັບຢ່າງເຂັ້ມງວດ. ແມ່ນແຕ່ກັບສະມາຊິກຄອບຄົວ ແລະ ຍາດພີ່ນ້ອງທີ່ບໍ່ເຊື່ອກໍຕ້ອງລະມັດລະວັງ ແລະ ຂໍ້ມູນນີ້ຕ້ອງບໍ່ຮົ່ວໄຫຼອອກໄປຢ່າງເດັດຂາດ ເພື່ອປ້ອງກັນບັນຫາໃນອະນາຄົດຂອງຄຣິສຕະຈັກ. ແນວໃດກໍຕາມ, ບຸກຄົນອັນຕະລາຍເຫຼົ່ານີ້ທີ່ມີເຈດຕະນາອື່ນແອບແຝງກໍຈະພະຍາຍາມສອບຖາມກ່ຽວກັບສິ່ງດັ່ງກ່າວຢູ່ສະເໝີ. ຖ້າອ້າຍເອື້ອຍນ້ອງປະຕິເສດທີ່ຈະບອກພວກເຂົາ, ພວກເຂົາກໍຮູ້ສຶກວ່າ: “ເປັນຫຍັງພວກເຈົ້າທຸກຄົນຈຶ່ງຮູ້ເລື່ອງເຫຼົ່ານີ້, ໃນຂະນະທີ່ຂ້ອຍເປັນພຽງຄົນດຽວທີ່ບໍ່ຮູ້ສິ່ງຫຍັງເລີຍ? ເປັນຫຍັງບໍ່ບອກຂ້ອຍ? ພວກເຈົ້າກຳລັງປະຕິບັດຕໍ່ຂ້ອຍຄືກັບຄົນນອກ, ບໍ່ຄືກັບອ້າຍເອື້ອຍນ້ອງຄົນໜຶ່ງບໍ? ກະໄດ້, ຂ້ອຍຈະລາຍງານພວກເຈົ້າ!”. ເຈົ້າເຫັນບໍ່, ໃນທຸກສະຖານະການ, ພວກເຂົາກໍສາມາດລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄດ້. ບໍ່ມີໃຜເຮັດໃຫ້ພວກເຂົາຜິດໃຈ, ແຕ່ແມ່ນແຕ່ຄວາມບໍ່ພໍໃຈພຽງໜ້ອຍດຽວກໍເຮັດໃຫ້ພວກເຂົາມີຄວາມຢາກທີ່ຈະລາຍງານຄຣິສຕະຈັກ. ຕົວຢ່າງ: ເມື່ອໜັງສືພຣະທຳຂອງພຣະເຈົ້າຖືກແຈກຢາຍໃຫ້ອ້າຍເອື້ອຍນ້ອງ, ທຸກຄົນກໍເລີ່ມເບິ່ງຢ່າງກະຕືລືລົ້ນວ່າມີພຣະທຳຂອງພຣະເຈົ້າຈັກບົດໃນໜັງສື, ມີຈັກໜ້າ ແລະ ຄຸນນະພາບຂອງການຈັດພິມເປັນແນວໃດ. ພວກເຂົາທຸກຄົນຕ່າງກໍດີໃຈ ແລະ ຕື່ນເຕັ້ນທີ່ໄດ້ຖືໜັງສືໄວ້ໃນມືຂອງຕົນ. ແຕ່ຄົນປະເພດທີ່ເປັນຢູດາ, ໃນທາງກົງກັນຂ້າມ, ກັບກຳລັງຄິດວ່າ: “ໜັງສືເຫຼັ້ມນີ້ຈັດພິມຢູ່ໃສ? ຄ່າພິມເຫຼັ້ມໜຶ່ງເທົ່າໃດ? ໃຜຮັບຜິດຊອບການຈັດພິມ? ຫຼັງຈາກຈັດພິມແລ້ວ, ໃຜຮັບຜິດຊອບການຂົນສົ່ງ? ໜັງສືເຫຼົ່ານີ້ຖືກສົ່ງມາຄຣິສຕະຈັກຂອງພວກເຮົາໄດ້ແນວໃດ? ໜັງສືຖືກເກັບຮັກສາໄວ້ຢູ່ໃສ? ໃຜຮັບຜິດຊອບໃນການເກັບຮັກສາ?”. ຫົວຂໍ້ເຫຼົ່ານີ້ເປັນຫົວຂໍ້ທີ່ລະອຽດອ່ອນໂດຍທຳມະຊາດ. ໂດຍທົ່ວໄປແລ້ວ, ຜູ້ທີ່ມີເຫດຜົນ ແລະ ຜູ້ທີ່ມີຄວາມເປັນມະນຸດຈະບໍ່ສອບຖາມກ່ຽວກັບເລື່ອງດັ່ງກ່າວ, ແຕ່ບຸກຄົນອັນຕະລາຍເຫຼົ່ານີ້ທີ່ສາມາດມີສ່ວນຮ່ວມໃນການທໍລະຍົດກໍໄດ້ກະຕືລືລົ້ນທີ່ຈະສອບຖາມກ່ຽວກັບເລື່ອງເຫຼົ່ານີ້. ແລ້ວເຈົ້າຄິດວ່າແນວໃດ, ເຈົ້າຄວນບອກພວກເຂົາເມື່ອພວກເຂົາຖາມກ່ຽວກັບສິ່ງເຫຼົ່ານີ້ຕະຫຼອດ ຫຼື ບໍ່? (ພວກເຮົາບໍ່ຄວນບອກພວກເຂົາ.) ຖ້າເຈົ້າບອກພວກເຂົາ, ພວກເຂົາກໍຈະສາມາດເປີດເຜີຍຂໍ້ມູນນີ້ ແລະ ມີສ່ວນຮ່ວມໃນການທໍລະຍົດໄດ້. ແລ້ວຖ້າເຈົ້າບໍ່ບອກພວກເຂົາ, ພວກເຂົາກໍຈະເວົ້າບາງຢ່າງວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮູ້ເລື່ອງນີ້? ເຮືອນຂອງພຣະເຈົ້າບໍ່ຍຸຕິທຳ! ຂ້ອຍເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ, ຂ້ອຍມີສິດທີ່ຈະໄດ້ຮັບການແຈ້ງໃຫ້ຮູ້ກ່ຽວກັບທຸກເລື່ອງ! ພວກເຈົ້າກຳລັງປະຕິບັດຕໍ່ຂ້ອຍຄືກັບຄົນນອກ. ກະໄດ້, ຂ້ອຍຈະລາຍງານພວກເຈົ້າ!”. ພວກເຂົາກໍຢາກລາຍງານຄຣິສຕະຈັກອີກແລ້ວ. ພວກເຂົາບໍ່ແມ່ນຄົນຊົ່ວຊ້າບໍ? ຖ້າພວກເຂົາລາຍງານຄຣິສຕະຈັກໃຫ້ຕຳຫຼວດແທ້ໆ, ມັນຈະນຳມາເຊິ່ງຜົນທີ່ຕາມມາຫຍັງແດ່? ອ້າຍເອື້ອຍນ້ອງຈະບໍ່ປະເຊີນກັບອັນຕະລາຍເຖິງຊີວິດບໍ ຖ້າພວກເຂົາຖືກຈັບ? ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ຕຳຫຼວດຈັບກຸມ, ສິ່ງນີ້ຈະສ້າງຄວາມຫຍຸ້ງຍາກຫຼາຍສໍ່າໃດໃຫ້ກັບອ້າຍເອື້ອຍນ້ອງ ແລະ ວຽກງານຂອງຄຣິສຕະຈັກ. ມັນຍັງຈະສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກໃນລະດັບຕ່າງໆ, ຜູ້ທີ່ບໍ່ຮູ້ຈັກວິທີສະແຫວງຫາຄວາມຈິງກໍອາດຈະກາຍເປັນຄົນຄິດລົບ ແລະ ອາດຈະເຖິງຂັ້ນເຊົາເຂົ້າຮ່ວມການເຕົ້າໂຮມທັງໝົດ. ພວກເຂົາບໍ່ໄດ້ພິຈາລະນາເລື່ອງນີ້ເລີຍ. ແລ້ວພວກເຂົາມີຈິດສຳນຶກ ແລະ ເຫດຜົນບໍ? ບໍ່ວ່າຄຣິສຕະຈັກຈະເຮັດວຽກງານຫຍັງ, ພວກເຂົາກໍຢາກຮູ້ກ່ຽວກັບມັນກ່ອນຢູ່ສະເໝີ. ພວກເຂົາຈະມີຄວາມສຸກກໍຕໍ່ເມື່ອພວກເຂົາຮູ້ທຸກຢ່າງທີ່ເກີດຂຶ້ນໃນຄຣິສຕະຈັກ. ຖ້າມີແມ່ນແຕ່ເລື່ອງດຽວທີ່ພວກເຂົາບໍ່ໄດ້ຖືກບອກ, ພວກເຂົາກໍຈະບໍ່ປ່ອຍມັນໄປ ແລະ ຢາກໄປລາຍງານຄຣິສຕະຈັກ, ເຊິ່ງສາມາດສ້າງບັນຫາອັນໃຫຍ່ຫຼວງໄດ້. ຄົນແບບນີ້ແມ່ນຄົນຊົ່ວປະເພດໃດ? ພວກເຂົາຄືມານຮ້າຍ! ຖ້າມານຮ້າຍສົນໃຈກ່ຽວກັບບາງຢ່າງໃນຄຣິສຕະຈັກຢູ່ສະເໝີ, ມັນກໍຈະຕ້ອງສ້າງບັນຫາຢ່າງແນ່ນອນ. ຕົວຢ່າງ: ຖ້າມີອ້າຍເອື້ອຍນ້ອງບາງຄົນທີ່ຮັ່ງມີ ແລະ ຖວາຍເຄື່ອງຖວາຍຈຳນວນຫຼາຍ, ພວກເຂົາກໍຈະບໍ່ເຊົາຄິດກ່ຽວກັບເລື່ອງນີ້ ແລະ ຖາມພວກເຂົາວ່າ, “ເຈົ້າຖວາຍເທົ່າໃດ?” ອີກຝ່າຍໜຶ່ງຕອບວ່າ “ຂ້ອຍຈະບອກເລື່ອງນັ້ນກັບເຈົ້າໄດ້ແນວໃດ? ສິ່ງທີ່ມືຊ້າຍເຮັດ, ມືຂວາບໍ່ຄວນຮູ້. ຂ້ອຍບອກເຈົ້າບໍ່ໄດ້, ມັນເປັນຄວາມລັບ!”. ພວກເຂົາຕອບວ່າ “ແມ່ນແຕ່ເລື່ອງນັ້ນກໍເປັນຄວາມລັບບໍ? ເຈົ້າບໍ່ໄວ້ໃຈຂ້ອຍ. ເຈົ້າບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບອ້າຍເອື້ອຍນ້ອງຄົນໜຶ່ງເລີຍ!”. ໃນຫົວໃຈຂອງພວກເຂົາ, ພວກເຂົາໄດ້ຄຽດແຄ້ນອີກຝ່າຍໜຶ່ງ ແລະ ຄິດວ່າ “ຮຶ, ເຈົ້າຄິດວ່າເຈົ້າຍິ່ງໃຫຍ່ໃນການຖວາຍເຄື່ອງຖວາຍຈຳນວນຫຼາຍຂອງເຈົ້າ! ເຈົ້າບໍ່ບອກຂ້ອຍວ່າເຈົ້າຖວາຍເທົ່າໃດ. ຂ້ອຍຮູ້ວ່າຄອບຄົວຂອງເຈົ້າເຮັດທຸລະກິດ. ຖ້າເຈົ້າເຮັດໃຫ້ຂ້ອຍໃຈຮ້າຍ, ຂ້ອຍຈະລາຍງານເຈົ້າວ່າເຊື່ອໃນພຣະເຈົ້າ ແລະ ທຸລະກິດຂອງເຈົ້າກໍຈະລົ້ມເຫຼວ! ແລ້ວເຈົ້າກໍຈະບໍ່ສາມາດຖວາຍໄດ້ແມ່ນແຕ່ກີບດຽວ!”. ເຈົ້າເຫັນບໍ່, ພວກເຂົາຢາກໄປລາຍງານຄົນອີກແລ້ວ. ເມື່ອໃດກໍຕາມທີ່ມີເລື່ອງນ້ອຍໆທີ່ພວກເຂົາບໍ່ໄດ້ຖືກບອກໃຫ້ຮູ້, ພວກເຂົາກໍຢາກລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ທີ່ພັກຂອງບຸກຄົນບາງຄົນທີ່ເຮັດໜ້າທີ່ສຳຄັນແມ່ນມີພຽງສອງສາມຄົນເທົ່ານັ້ນທີ່ຮູ້. ນີ້ບໍ່ແມ່ນການເຈດຕະນາປິດບັງຫຍັງຈາກໃຜ ຫຼື ເຮັດສິ່ງທີ່ບໍ່ໂປ່ງໃສຢູ່ລັບຫຼັງຄົນອື່ນ; ມັນເປັນເພາະວ່າສະພາບແວດລ້ອມອັນຕະລາຍເກີນໄປ ແລະ ເພື່ອເຫດຜົນດ້ານຄວາມປອດໄພ, ຈຶ່ງຈຳເປັນຕ້ອງມີການຈັດແຈງເຊັ່ນນີ້. ເມື່ອຄົນທໍລະຍົດ, ຢູດາຄົນນີ້, ໄດ້ຍິນວ່າຄອບຄົວໃດໜຶ່ງກຳລັງຮັບຕ້ອນອ້າຍເອື້ອຍນ້ອງທີ່ເດີນທາງມາ, ພວກເຂົາກໍຄິດວ່ານີ້ເປັນສິ່ງທີ່ຄູ່ຄວນແກ່ການລາຍງານ, ບາງທີຕຳຫຼວດອາດຈະເຖິງກັບໃຫ້ລາງວັນພວກເຂົາ! ພວກເຂົາລີ້ຢູ່ຫຼັງປະຕູລັກຟັງ ແລະ ຫຼັງຈາກທີ່ໄດ້ຍິນບາງຢ່າງ, ພວກເຂົາກໍໃຈຮ້າຍ: “ພວກເຈົ້າກຳລັງປຶກສາຫາລືເລື່ອງຄຣິສຕະຈັກລັບຫຼັງຂ້ອຍໂດຍບໍ່ບອກຂ້ອຍ. ພວກເຈົ້າຢ້ານວ່າຂ້ອຍຈະຫັກຫຼັງພວກເຈົ້າ, ດັ່ງນັ້ນ ພວກເຈົ້າຈຶ່ງລະວັງຂ້ອຍ ແລະ ປິດບັງສິ່ງຕ່າງໆຈາກຂ້ອຍ, ບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ. ກະໄດ້, ຂ້ອຍຈະລາຍງານພວກເຈົ້າ!”. ເຈົ້າເຫັນບໍ່, ພວກເຂົາຢາກລາຍງານຄົນອື່ນອີກແລ້ວ. ເຈົ້າຈະເວົ້າວ່າຄົນນີ້ເປັນບັນຫາໃຫຍ່ບໍ? (ແມ່ນແລ້ວ.) ພວກເຂົາເຊື່ອວ່າທຸກສະຖານະການທີ່ກ່ຽວຂ້ອງກັບອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກຄວນຖືກແຈ້ງໃຫ້ທຸກຄົນຮູ້ ແລະ ທຸກຄົນມີສິດທີ່ຈະໄດ້ຮັບການແຈ້ງໃຫ້ຮູ້, ໂດຍສະເພາະແມ່ນພວກເຂົາເອງ. ຖ້າມີແມ່ນແຕ່ເລື່ອງດຽວທີ່ພວກເຂົາບໍ່ໄດ້ຖືກບອກໃຫ້ຮູ້, ພວກເຂົາກໍຈະຂົ່ມຂູ່ທີ່ຈະລາຍງານຄົນ. ພວກເຂົາໃຊ້ການລາຍງານເພື່ອຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ຜູ້ນໍາຄຣິສຕະຈັກຢູ່ສະເໝີ, ໃຊ້ສິ່ງນີ້ເພື່ອບັນລຸເປົ້າໝາຍຂອງຕົນເອງຢູ່ສະເໝີ. ຄົນແບບນີ້ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ເຊື່ອງຊ້ອນ ໃນຄຣິສຕະຈັກ, ເປັນລະເບີດເວລາ. ພວກເຂົາສາມາດນຳເອົາຄວາມເສຍຫາຍ ແລະ ໄພພິບັດມາສູ່ອ້າຍເອື້ອຍນ້ອງ ແລະ ວຽກງານຂອງຄຣິສຕະຈັກໄດ້ທຸກເວລາ. ເມື່ອພົບເຫັນບຸກຄົນເຊັ່ນນີ້, ພວກເຂົາກໍຄວນຖືກກຳຈັດອອກ, ບໍ່ຄວນປ່ອຍພວກເຂົາໄວ້ໃຫ້ເປັນໄພ.

ໃນຄຣິສຕະຈັກ, ຍັງມີຄົນຈຳນວນໜຶ່ງທີ່ເປັນຄົນປະເພດຢູດາ ແລະ ພວກເຂົາພະຍາຍາມສອບຖາມຢູ່ສະເໝີວ່າ ເຮືອນຂອງພຣະເຈົ້າມີເງິນຢູ່ເທົ່າໃດ ແລະ ໃຜໃນຄຣິສຕະຈັກທີ່ຖວາຍເຄື່ອງຖວາຍຫຼາຍທີ່ສຸດ. ຄົນອື່ນເວົ້າກັບພວກເຂົາວ່າ: “ເລື່ອງນີ້ບອກເຈົ້າບໍ່ໄດ້. ການຮູ້ເລື່ອງນີ້ບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ ແລະ ອີກຢ່າງ, ເລື່ອງນີ້ກໍບໍ່ແມ່ນສິ່ງທີ່ເຈົ້າຄວນສອບຖາມ”. ຫຼັງຈາກໄດ້ຍິນເຊັ່ນນີ້, ພວກເຂົາກໍກາຍເປັນປໍລະປັກ ແລະ ເວົ້າວ່າ: “ພວກເຈົ້າທຸກຄົນກຳລັງລະວັງຂ້ອຍ, ດູຖູກຂ້ອຍ, ບໍ່ໄດ້ປະຕິບັດຕໍ່ຂ້ອຍຄືກັບອ້າຍເອື້ອຍນ້ອງ; ພວກເຈົ້າປະຕິບັດຕໍ່ຂ້ອຍຄືກັບຄົນນອກ. ຂ້ອຍຮູ້ວ່າເງິນຂອງຄຣິສຕະຈັກຖືກເກັບຮັກສາໄວ້ຢູ່ເຮືອນຂອງໃຜ. ຂ້ອຍຈະໄປລາຍງານພວກເຈົ້າ ແລະ ໃຫ້ຕຳຫຼວດຍຶດເອົາທັງໝົດ, ແລ້ວຂ້ອຍກໍຈະຮູ້ວ່າເງິນມີເທົ່າໃດ!”. ເມື່ອໃດກໍຕາມທີ່ມີເລື່ອງຫຍັງເກີດຂຶ້ນ, ພວກເຂົາກໍຢາກຂາຍຂໍ້ມູນ ຫຼື ລາຍງານຕໍ່ຄົນອື່ນ; ມີພຽງແຕ່ເວລາທີ່ເກີດການລົບກວນຈາກຜູ້ນຳປອມ, ພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າໃນຄຣິສຕະຈັກເທົ່ານັ້ນທີ່ພວກເຂົາບໍ່ເຄີຍລາຍງານຫຍັງເລີຍ. ຫຼື ແມ່ນແຕ່ເມື່ອພວກເຂົາເຫັນຜູ້ນຳປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສລັກລອບ ຫຼື ຍຶດເອົາເຄື່ອງຖວາຍ, ພວກເຂົາກໍບໍ່ເຄີຍເປີດໂປງ ຫຼື ລາຍງານການກະທຳເຫຼົ່ານີ້ ແລະ ພວກເຂົາກໍບໍ່ໄດ້ແຈ້ງໃຫ້ເຮືອນຂອງພຣະເຈົ້າຮູ້. ພວກເຂົາບໍ່ໄດ້ສົນໃຈເລື່ອງດັ່ງກ່າວ. ແຕ່ຖ້າອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງຍຸແຍ່, ເຮັດໃຫ້ບໍ່ພໍໃຈ ຫຼື ດູຖູກພວກເຂົາ, ພວກເຂົາກໍຈະໄປລາຍງານຄົນເຫຼົ່ານັ້ນ. ຫຼື ຖ້າການຈັດແຈງວຽກງານບາງຢ່າງຂອງເຮືອນຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ ຫຼື ຕົກຢູ່ໃນສະຖານະການທີ່ລຳບາກ, ພວກເຂົາກໍເລີ່ມຄິດວ່າ: “ຂ້ອຍຈະລາຍງານເຈົ້າ! ຂ້ອຍຈະເຮັດໃຫ້ເຈົ້າເສຍຕຳແໜ່ງຜູ້ນຳຄຣິສຕະຈັກ, ຂ້ອຍຈະເຮັດໃຫ້ວຽກງານຂອງຄຣິສຕະຈັກລົ້ມເຫຼວ, ຂ້ອຍຈະເຮັດໃຫ້ຄຣິສຕະຈັກພັງທະລາຍ!”. ເຫັນແລ້ວບໍ? ພວກເຂົາຢາກລາຍງານຜູ້ນຳຄຣິສຕະຈັກເຖິງວ່າຈະເປັນເລື່ອງນີ້. ໃນບາງຄຣິສຕະຈັກ, ມີການຄັດເລືອກຄົນຈຳນວນຫຼາຍທີ່ເໝາະສົມສຳລັບການປະຕິບັດໜ້າທີ່ຢູ່ຕ່າງປະເທດ, ເຊິ່ງເງື່ອນໄຂທາງຄອບຄົວ ແລະ ສ່ວນຕົວກໍເອື້ອອຳນວຍ, ພວກເຂົາສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທຸກຄົນກໍເຫັນດີ. ເມື່ອຄົນທີ່ເປັນແບບຢູດາເຫຼົ່ານັ້ນເຫັນສິ່ງນີ້, ພວກເຂົາກໍຄິດວ່າ: “ເລື່ອງດີໆແບບນີ້ບໍ່ເຄີຍເກີດຂຶ້ນກັບຂ້ອຍເລີຍ. ຂ້ອຍຄວນຈະລາຍງານພວກເຈົ້າ! ຂ້ອຍຈະບອກຕຳຫຼວດວ່າຄົນບາງຄົນໃນຄຣິສຕະຈັກຂອງພວກເຮົາກຳລັງຈະໄປຕ່າງປະເທດເພື່ອປະຕິບັດໜ້າທີ່. ຂ້ອຍຈະເຮັດໃຫ້ພວກເຈົ້າອອກຈາກປະເທດບໍ່ໄດ້. ຂ້ອຍຈະໃຫ້ມັງກອນແດງທີ່ຍິ່ງໃຫຍ່ຈັບກຸມພວກເຈົ້າ ຫຼື ໃຫ້ລັດຖະບານສອດແນມພວກເຈົ້າ ເພື່ອໃຫ້ພວກເຈົ້າບໍ່ສາມາດກັບບ້ານໄດ້!”. ຕາບໃດທີ່ອ້າຍເອື້ອຍນ້ອງບໍ່ສາມາດໄປຕ່າງປະເທດໄດ້, ພວກເຂົາກໍຮູ້ສຶກພໍໃຈ. ພວກເຈົ້າຄິດວ່າແນວໃດ, ບໍ່ແມ່ນທຳມະຊາດຂອງການກະທຳຂອງຄົນປະເພດນີ້ຮ້າຍແຮງກວ່າຄົນທີ່ລົບກວນ ແລະ ຂັດຂວາງເປັນບາງຄັ້ງຄາວບໍ? (ແມ່ນແລ້ວ.) ຄົນປະເພດນີ້ເປັນບັນຫາທີ່ໃຫຍ່. ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າ ແລະ ພວກເຂົາບໍ່ຢ້ານພຣະເຈົ້າເລີຍ. ບໍ່ວ່າຈະເປັນສະຖານະການ ຫຼື ເຫດຜົນໃດກໍຕາມ, ຕາບໃດທີ່ສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ, ພວກເຂົາກໍຢາກລາຍງານຄຣິສຕະຈັກ ແລະ ຂາຍຂໍ້ມູນອ້າຍເອື້ອຍນ້ອງ, ພວກເຂົາຄືມານຮ້າຍ! ເມື່ອຄຣິສຕະຈັກຄົ້ນພົບຄົນປະເພດນີ້, ພວກເຂົາຄວນຖືກກຳຈັດອອກ ຫຼື ຂັບໄລ່ໂດຍໄວເທົ່າທີ່ຈະໄວໄດ້ ເພື່ອປ້ອງກັນບັນຫາໃນອະນາຄົດ. ຖ້າສະພາບແວດລ້ອມໃນປັດຈຸບັນບໍ່ເອື້ອອຳນວຍໃຫ້ເຮັດແບບນີ້ ຫຼື ເງື່ອນໄຂຍັງບໍ່ພ້ອມ, ກໍຕ້ອງມີການຕິດຕາມ, ກວດກາ ແລະ ລະວັງພວກເຂົາຢ່າງເຂັ້ມງວດ. ເມື່ອເງື່ອນໄຂເອື້ອອຳນວຍ, ບຸກຄົນທີ່ເປັນອັນຕະລາຍເຊັ່ນນີ້ແມ່ນຈະບໍ່ໄດ້ຮັບອະນຸຍາດໃຫ້ຢູ່ຢ່າງເດັດຂາດ, ຈົ່ງກຳຈັດອອກ ຫຼື ຂັບໄລ່ພວກເຂົາໂດຍໄວເທົ່າທີ່ຈະໄວໄດ້. ຢ່າລໍຖ້າຈົນກວ່າພວກເຂົາຈະຂາຍຂໍ້ມູນຄຣິສຕະຈັກ ແລະ ກໍ່ໃຫ້ເກີດຜົນທີ່ຕາມມາແລ້ວຈຶ່ງລົງມື. ເມື່ອພວກເຂົາເຮັດແລ້ວ ແລະ ສິ່ງນີ້ກໍ່ໃຫ້ເກີດຜົນທີ່ຕາມມາທີ່ແທ້ຈິງ, ຄວາມເສຍຫາຍກໍຈະໃຫຍ່ຫຼວງ. ໃຜຈະຮູ້ວ່າອ້າຍເອື້ອຍນ້ອງຈັກຄົນທີ່ຈະບໍ່ມີບ່ອນໃຫ້ກັບ ຫຼື ແມ່ນແຕ່ຖືກຈັບ ແລະ ຕິດຄຸກ. ອ້າຍເອື້ອຍນ້ອງຫຼາຍຄົນອາດຈະບໍ່ສາມາດປະຕິບັດໜ້າທີ່ຂອງຕົນ ຫຼື ດຳລົງຊີວິດໃນຄຣິສຕະຈັກໄດ້ອີກຕໍ່ໄປ. ຜົນທີ່ຕາມມາຈະເປັນສິ່ງທີ່ຄາດບໍ່ເຖິງ. ສະນັ້ນ, ໃນຖານະຜູ້ນຳ ແລະ ຜູ້ເຮັດວຽກ, ຖ້າພວກເຈົ້າຄົ້ນພົບຄົນທີ່ເປັນແບບຢູດາໃນຄຣິສຕະຈັກ, ພວກເຈົ້າຕ້ອງກຳຈັດອອກ ຫຼື ຂັບໄລ່ພວກເຂົາຢ່າງທັນທີທັນໃດ. ໃນຖານະອ້າຍເອື້ອຍນ້ອງ, ຖ້າພວກເຈົ້າຄົ້ນພົບຄົນປະເພດນີ້, ພວກເຈົ້າຕ້ອງລາຍງານໃຫ້ຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກຮູ້ໂດຍໄວເທົ່າທີ່ຈະໄວໄດ້. ເລື່ອງນີ້ກ່ຽວຂ້ອງກັບຄວາມປອດໄພຂອງອ້າຍເອື້ອຍນ້ອງຂອງຄຣິສຕະຈັກ ແລະ ຂອງເຈົ້າເອງ. ຢ່າຄິດວ່າ: “ພວກເຂົາຍັງບໍ່ທັນໄດ້ທໍລະຍົດແທ້ໆເທື່ອ, ສະນັ້ນ ມັນບໍ່ແມ່ນເລື່ອງໃຫຍ່; ພວກເຂົາພຽງແຕ່ເວົ້າອອກມາດ້ວຍອາລົມໂມໂຫໃນຕອນນັ້ນ”. ທຸກຄົນລ້ວນແຕ່ເຄີຍໃຈຮ້າຍ, ບາງຄົນເມື່ອໃຈຮ້າຍ, ຢ່າງຫຼາຍທີ່ສຸດກໍອາດຈະເວົ້າຄຳເວົ້າທີ່ຮຸນແຮງສອງສາມຄຳ, ສະແດງອາການໂມໂຫໜ້ອຍໜຶ່ງ ຫຼື ຄິດລົບສອງສາມມື້, ແຕ່ຕາບໃດທີ່ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ຢ້ານພຣະເຈົ້າໃນຫົວໃຈ ແລະ ມີຈິດສຳນຶກ ແລະ ເຫດຜົນຢູ່ແດ່, ພ້ອມທັງມີຂອບເຂດພື້ນຖານໃນການປະພຶດຕົນ, ພວກເຂົາກໍຈະບໍ່ມີທາງເຮັດສິ່ງທີ່ທຳຮ້າຍຄົນອື່ນ, ບໍ່ວ່າຈະເປັນແນວໃດກໍຕາມ. ແນວໃດກໍຕາມ, ມັນແຕກຕ່າງສຳລັບຄົນທີ່ເປັນແບບຢູດາໂດຍກຳເນີດ. ພວກເຂົາສາມາດລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄດ້ທຸກເມື່ອ, ໂດຍຕ້ອງການໃຊ້ກຳລັງຂອງຊາຕານເພື່ອຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກເພື່ອບັນລຸເປົ້າໝາຍຂອງພວກເຂົາຢູ່ສະເໝີ. ຄົນເຫຼົ່ານີ້ຢູ່ຝ່າຍດຽວກັບມານຮ້າຍທີ່ຊົ່ວຮ້າຍ, ການປະພຶດຕົນຂອງພວກເຂົາບໍ່ມີຂອບເຂດ. ສະນັ້ນ, ທັງຜູ້ນຳຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຕ້ອງມີສະຕິລະວັງຕົວເປັນພິເສດຕໍ່ຜູ້ທີ່ສາມາດລາຍງານຄຣິສຕະຈັກໄດ້ທຸກເມື່ອ. ຖ້າໃຜຄົ້ນພົບຄົນປະເພດນີ້ທີ່ບໍ່ມີເຫດຜົນ, ສ້າງຄວາມລຳບາກໂດຍເຈດຕະນາ ແລະ ບໍ່ຟັງເຫດຜົນ, ພວກເຂົາຄວນລາຍງານໃຫ້ຜູ້ນຳ ແລະ ຜູ້ເຮັດວຽກຮູ້ໃນທັນທີ, ແລ້ວກໍສັງເກດ ແລະ ຊີ້ນຳພວກເຂົາ. ຖ້າຜູ້ນຳຄຣິສຕະຈັກຄົ້ນພົບຄົນປະເພດນີ້, ພວກເຂົາຄວນວາງແຜນເພື່ອຈັດການ ແລະ ແກ້ໄຂສະຖານະການໂດຍໄວເທົ່າທີ່ຈະໄວໄດ້. ພວກເຂົາຕ້ອງປົກປ້ອງອ້າຍເອື້ອຍນ້ອງ ແລະ ປົກປ້ອງຊີວິດໃນຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກຈາກການຖືກທຳລາຍ ແລະ ລົບກວນໂດຍບຸກຄົນດັ່ງກ່າວ. ຢ່າຄິດວ່າເມື່ອຄົນປະເພດນີ້ເວົ້າວ່າພວກເຂົາຈະລາຍງານຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ມັນເປັນພຽງຄຳເວົ້າທີ່ເກີດຈາກອາລົມໂມໂຫໃນຕອນນັ້ນ ແລ້ວຈຶ່ງບໍ່ລະວັງຕົວ. ທີ່ຈິງແລ້ວ, ການທີ່ພວກເຂົາເວົ້າສິ່ງດັ່ງກ່າວຢູ່ເລື້ອຍໆກໍພິສູດແລ້ວວ່າແນວຄິດນີ້ມີຢູ່ໃນຄວາມຄິດຂອງພວກເຂົາແລ້ວ. ຖ້າພວກເຂົາຄິດແບບນີ້, ພວກເຂົາກໍສາມາດລົງມືເຮັດໄດ້. ບາງຄັ້ງ, ຫຼັງຈາກເວົ້າວ່າ “ຂ້ອຍຈະລາຍງານເຈົ້າ”, ພວກເຂົາອາດຈະບໍ່ໄດ້ເຮັດກໍຕາມ, ແຕ່ໃຜຈະຮູ້ວ່າເມື່ອໃດທີ່ພວກເຂົາອາດຈະລົງມືເຮັດແທ້. ເມື່ອພວກເຂົາເຮັດແລ້ວ, ຜົນທີ່ຕາມມາກໍຈະເປັນສິ່ງທີ່ຄາດບໍ່ເຖິງ. ສະນັ້ນ, ຖ້າເຈົ້າປະຕິບັດຕໍ່ຄຳເວົ້າຂອງພວກເຂົາທີ່ວ່າ “ຂ້ອຍຈະລາຍງານເຈົ້າ” ວ່າເປັນພຽງຄຳເວົ້າທີ່ເກີດຈາກຄວາມໂມໂຫຢູ່ສະເໝີ, ເຈົ້າກໍກຳລັງເປັນຄົນໂງ່ຈ້າ ແລະ ເບົາປັນຍາ. ເຈົ້າບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາຜ່ານຄຳເວົ້າເຫຼົ່ານີ້ໄດ້ ແລະ ນີ້ກໍເປັນຄວາມຜິດພາດ. ພວກເຂົາສາມາດເວົ້າວ່າ “ຂ້ອຍຈະລາຍງານເຈົ້າ” ເພື່ອຂົ່ມຂູ່ຄົນອື່ນໄດ້ທຸກເມື່ອ, ນີ້ບໍ່ແມ່ນຄຳເວົ້າທີ່ເກີດຈາກຄວາມໂມໂຫທຳມະດາຢ່າງເດັດຂາດ; ມັນສະແດງໃຫ້ເຫັນວ່າພວກເຂົາມີທຳມະຊາດຂອງຢູດາ ແລະ ການປະພຶດຕົນຂອງພວກເຂົາບໍ່ມີຂອບເຂດ. ຄົນທີ່ການປະພຶດຕົນບໍ່ມີຂອບເຂດນັ້ນແມ່ນຄົນຊົ່ວແບບໃດກັນແທ້? ເປັນປະເພດທີ່ບໍ່ມີຈິດສຳນຶກ ແລະ ບໍ່ມີເຫດຜົນ. ຖ້າບໍ່ມີຈິດສຳນຶກ, ພວກເຂົາກໍສາມາດກະທຳຄວາມຊົ່ວໄດ້ທຸກຢ່າງ ແລະ ຖ້າບໍ່ມີເຫດຜົນ, ພວກເຂົາກໍສາມາດກະທຳນອກເໜືອຂອບເຂດຂອງເຫດຜົນ, ເຮັດສິ່ງທີ່ໂງ່ຈ້າໄດ້ທຸກປະເພດ. ເປັນໄປໄດ້ວ່າຫຼັງຈາກທີ່ລາຍງານຄຣິສຕະຈັກ ແລະ ເຫັນອ້າຍເອື້ອຍນ້ອງຖືກຈັບ ແລະ ວຽກງານຂອງຄຣິສຕະຈັກໄດ້ຮັບຄວາມເສຍຫາຍ, ພວກເຂົາອາດຈະຫຼັ່ງນ້ຳຕາ ແລະ ສະແດງຄວາມເສຍໃຈ. ແຕ່ຄົນທີ່ບໍ່ມີເຫດຜົນ ແລະ ສ້າງຄວາມລຳບາກໂດຍເຈດຕະນາເຫຼົ່ານີ້ກະທຳໂດຍບໍ່ມີເຫດຜົນ; ເມື່ອພົບພໍ້ກັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ, ພວກເຂົາກໍຍັງຈະລາຍງານຄຣິສຕະຈັກອີກ. ສິ່ງນີ້ບໍ່ໄດ້ບົ່ງບອກເຖິງບັນຫາໃນທຳມະຊາດຂອງພວກເຂົາບໍ? ນີ້ຄືທຳມະຊາດ-ແກ່ນແທ້ຂອງພວກເຂົາຢ່າງແທ້ຈິງ. ຜູ້ນຳຄຣິສຕະຈັກບາງຄົນຍັງເຊື່ອວ່າສິ່ງທີ່ພວກເຂົາເວົ້າເປັນພຽງຄຳເວົ້າທີ່ເກີດຈາກອາລົມໂມໂຫໃນຕອນນັ້ນ ແລະ ທຳມະຊາດຂອງພວກເຂົາບໍ່ໄດ້ຊົ່ວຮ້າຍ. ພວກເຂົາຄິດວ່ານີ້ບໍ່ແມ່ນການເປີດເຜີຍຕາມທຳມະຊາດຂອງຄວາມເປັນມະນຸດຂອງພວກເຂົາ ແລະ ບໍ່ໄດ້ເປັນຕົວແທນຂອງຄວາມເປັນມະນຸດຂອງພວກເຂົາ. ທັດສະນະນີ້ຜິດບໍ? (ແມ່ນແລ້ວ.) ເຖິງແມ່ນວ່າໂດຍປົກກະຕິແລ້ວພວກເຂົາຈະບໍ່ສະແດງພຶດຕິກຳທີ່ສະແດງເຖິງລັກສະນະທີ່ຊົ່ວຊ້າ, ແຕ່ການທີ່ພວກເຂົາມັກຈະເວົ້າວ່າພວກເຂົາຈະລາຍງານອ້າຍເອື້ອຍນ້ອງ ແລະ ການທີ່ເລື່ອງນ້ອຍທີ່ສຸດທີ່ເຮັດໃຫ້ພວກເຂົາບໍ່ພໍໃຈກໍສາມາດເຮັດໃຫ້ພວກເຂົາຄິດທີ່ຈະລາຍງານໄດ້ນັ້ນ ກໍພຽງພໍແລ້ວທີ່ຈະພິສູດວ່າລັກສະນະຂອງພວກເຂົາຕ່ຳຕ້ອຍ ແລະ ຊົ່ວຊ້າ ແລະ ພວກເຂົາບໍ່ໜ້າໄວ້ວາງໃຈ. ຄົນປະເພດນີ້ບໍ່ມີຈິດສຳນຶກ ຫຼື ເຫດຜົນ. ພວກເຂົາປະພຶດຕົນຕາມອຳເພີໃຈ, ເຮັດທຸກຢ່າງທີ່ພວກເຂົາຕ້ອງການໂດຍອີງໃສ່ຜົນປະໂຫຍດ ແລະ ຄວາມມັກຂອງຕົນເອງ, ໂດຍບໍ່ມີຂອບເຂດຂອງຈິດສຳນຶກໃດໆ ເລີຍ. ຄົນປະເພດນີ້ຄວນຖືກຈັດການໂດຍການກຳຈັດອອກ ແລະ ບໍ່ຈຳເປັນຕ້ອງສະແດງຄວາມປານີຕໍ່ພວກເຂົາ, ເພາະວ່າພວກເຂົາບໍ່ແມ່ນເດັກນ້ອຍ; ພວກເຂົາເປັນຜູ້ໃຫຍ່ ແລະ ຄວນຮູ້ເຖິງຜົນທີ່ຕາມມາຂອງການລາຍງານອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກ. ພວກເຂົາຮູ້ດີວ່າການກະທຳແບບນີ້ເປັນວິທີທີ່ໂຫດຮ້າຍທີ່ສຸດ, ເປັນວິທີທີ່ມີປະສິດທິພາບທີ່ສຸດ. ພວກເຂົາເຫັນວ່າມັນເປັນທ່າໄມ້ຕາຍຂອງພວກເຂົາ, ເປັນວິທີການສູງສຸດໃນການແກ້ແຄ້ນອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກ. ບອກເຮົາເບິ່ງວ່າ, ຄົນປະເພດນີ້ບໍ່ແມ່ນມານຮ້າຍທີ່ຊົ່ວຮ້າຍບໍ? (ແມ່ນແລ້ວ.) ແລ້ວເປັນຫຍັງຈຶ່ງຕ້ອງປານີມານຮ້າຍທີ່ຊົ່ວຮ້າຍ? ເຈົ້າຕ້ອງລໍຖ້າຈົນກວ່າຈະເຫັນພວກເຂົາຊີ້ຕົວອ້າຍເອື້ອຍນ້ອງ ແລະ ຄອບຄົວທີ່ໃຫ້ທີ່ພັກອາໄສຕໍ່ໜ້າມັງກອນແດງທີ່ຍິ່ງໃຫຍ່ຢ່າງເປີດເຜີຍກ່ອນບໍ ຈຶ່ງຈະຍອມຮັບວ່າພວກເຂົາເປັນແບບຢູດາ? ເມື່ອເຈົ້າເຫັນຂໍ້ເທັດຈິງເຫຼົ່ານີ້ ແລະ ກຳນົດລັກສະນະຂອງພວກເຂົາ, ມັນກໍຈະສາຍເກີນໄປແລ້ວ. ທີ່ຈິງແລ້ວ, ທຳມະຊາດ-ແກ່ນແທ້ຂອງພວກເຂົາໄດ້ຖືກເປີດໂປງແລ້ວຕັ້ງແຕ່ຕອນທີ່ພວກເຂົາເລີ່ມຮ້ອງໂວຍວາຍກ່ຽວກັບການລາຍງານຄຣິສຕະຈັກເມື່ອພວກເຂົາພົບບັນຫາ. ຢ່າລໍຖ້າຈົນກວ່າພວກເຂົາຈະລົງມືກະທຳແລ້ວຈຶ່ງແຍກແຍະ ແລະ ກຳຈັດພວກເຂົາອອກ, ນັ້ນຈະສາຍເກີນໄປ. ຖ້າບໍ່ມີໃຜ, ບໍ່ວ່າຈະເປັນຜູ້ນຳຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ, ທີ່ເຄີຍໄດ້ຍິນພວກເຂົາເວົ້າກ່ຽວກັບການລາຍງານອ້າຍເອື້ອຍນ້ອງ ແລະ ບໍ່ມີໃຜຮູ້ຈັກພວກເຂົາດີ ແລະ ເມື່ອພວກເຂົາຖືກຍຸແຍ່ ຫຼື ເຮັດໃຫ້ບໍ່ພໍໃຈໂດຍໃຜຜູ້ໜຶ່ງແລ້ວພວກເຂົາກໍລາຍງານເລີຍ, ຈົນເຮັດໃຫ້ອ້າຍເອື້ອຍນ້ອງບໍ່ມີທາງເລືອກນອກຈາກຕ້ອງລີ້ຊ່ອນ ແລະ ຫຼີກລ່ຽງອັນຕະລາຍ ແລະ ບາງຄົນທີ່ກຳລັງປະຕິບັດໜ້າທີ່ກໍຕ້ອງຍົກຍ້າຍຢ່າງວ່ອງໄວ, ແລ້ວໃນສະຖານະການເຊັ່ນນັ້ນ, ເຈົ້າກໍບໍ່ສາມາດຕຳໜິອ້າຍເອື້ອຍນ້ອງວ່າໂງ່ຈ້າ ແລະ ບໍ່ສາມາດເບິ່ງທະລຸພວກເຂົາໄດ້. ແຕ່ຖ້າພວກເຂົາມັກຈະເວົ້າວ່າພວກເຂົາຈະລາຍງານອ້າຍເອື້ອຍນ້ອງຢູ່ເລື້ອຍໆ ແລະ ຜູ້ຄົນຍັງບໍ່ໃສ່ໃຈ, ນັ້ນກໍຈະເປັນການໂງ່ຈ້າຢ່າງແທ້ຈິງ. ຫຼັງຈາກທີ່ໄດ້ຍິນຄວາມຈິງຫຼາຍຂະໜາດນີ້, ພວກເຂົາຍັງບໍ່ສາມາດແຍກແຍະຜູ້ຄົນໄດ້, ພວກເຂົາບໍ່ແມ່ນຄົນບໍ່ຮູ້ຄວາມບໍ? (ແມ່ນແລ້ວ.) ສຳລັບຜູ້ທີ່ສາມາດກາຍເປັນແບບຢູດາໄດ້ຕະຫຼອດເວລາ, ຢ່າຄິດວ່າການທໍລະຍົດຂອງພວກເຂົາເປັນຍ້ອນການເຂົ້າໃຈຄວາມຈິງໜ້ອຍ ຫຼື ເພາະວ່າພວກເຂົາເຊື່ອໃນພຣະເຈົ້າມາເປັນເວລາສັ້ນໆ ຫຼື ຍ້ອນເຫດຜົນອື່ນ. ບໍ່ມີເຫດຜົນໃດໃນເຫດຜົນເຫຼົ່ານີ້ທີ່ເປັນສາເຫດ. ໂດຍພື້ນຖານແລ້ວ, ມັນເປັນຍ້ອນວ່າລັກສະນະຂອງພວກເຂົາຊົ່ວຊ້າ; ໂດຍທາດແທ້ແລ້ວ, ແກ່ນແທ້ຂອງພວກເຂົາກໍຄືຄົນຊົ່ວຊ້າ. ການແຍກແຍະ ແລະ ການກຳນົດລັກສະນະຂອງພວກເຂົາດ້ວຍວິທີນີ້, ແລ້ວກໍກຳຈັດອອກ ຫຼື ຂັບໄລ່ພວກເຂົາໃນຖານະຄົນຊົ່ວຊ້າ, ແມ່ນວິທີຖືກຕ້ອງຢ່າງສົມບູນ. ການເຮັດເຊັ່ນນີ້ເປັນການປົກປ້ອງອ້າຍເອື້ອຍນ້ອງ ແລະ ໃນເວລາດຽວກັນກໍຍັງເປັນການປົກປ້ອງວຽກງານຂອງຄຣິສຕະຈັກຈາກການຖືກທຳຮ້າຍ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ. ສະນັ້ນ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງລະວັງ ແລະ ຊີ້ນຳຄົນປະເພດນີ້ຢ່າງທັນທີທັນໃດ, ແລ້ວພວກເຂົາກໍຄວນໂອ້ລົມກັບອ້າຍເອື້ອຍນ້ອງເພື່ອໃຫ້ທຸກຄົນສາມາດແຍກແຍະຄົນເຫຼົ່ານັ້ນໄດ້. ພວກເຂົາຕ້ອງພະຍາຍາມກຳຈັດຄົນປະເພດນີ້ອອກໄປກ່ອນທີ່ແຜນການຂອງພວກເຂົາຈະສຳເລັດ, ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາໃດໆ ຕໍ່ອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກ. ນີ້ຄືການແຍກແຍະ ແລະ ຫຼັກການໃນການຈັດການເລື່ອງຕ່າງໆທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນມີເມື່ອພົບພໍ້ກັບຄົນປະເພດນີ້ ແລະ ມັນກໍເປັນວິທີທີ່ພວກເຂົາຄວນປະຕິບັດໃນສະຖານະການດັ່ງກ່າວ. ເລື່ອງນີ້ຊັດເຈນແລ້ວບໍ? (ແມ່ນແລ້ວ.) ແນ່ນອນວ່າ, ມັນດີທີ່ສຸດທີ່ຈະຈັດການກັບຄົນປະເພດນີ້ດ້ວຍວິທີທີ່ສະຫຼາດ, ໂດຍຮັບປະກັນວ່າການກຳຈັດພວກເຂົາອອກຈະບໍ່ນຳບັນຫາໃນອະນາຄົດມາສູ່ຄຣິສຕະຈັກ. ຖ້າການຈັດການໄພຂົ່ມຂູ່ທີ່ເຊື່ອງຊ້ອນອັນໜຶ່ງນຳໄປສູ່ໄພຂົ່ມຂູ່ທີ່ຫຼາຍກວ່ານັ້ນໃນພາຍຫຼັງ, ແລ້ວຜູ້ນຳຄຣິສຕະຈັກທີ່ເຮັດເຊັ່ນນີ້ກໍຖືວ່າເປັນຄົນທີ່ບໍ່ມີຄວາມສາມາດຢ່າງຍິ່ງ ແລະ ບໍ່ໄດ້ມາດຕະຖານ; ພວກເຂົາບໍ່ຮູ້ວິທີເຮັດວຽກ ແລະ ຂາດສະຕິປັນຍາ. ໃນທາງກົງກັນຂ້າມ, ຖ້າຜູ້ນຳຄຣິສຕະຈັກສາມາດຈັດການໄພຂົ່ມຂູ່ທີ່ເຊື່ອງຊ້ອນດ້ວຍວິທີທີ່ຫຼີກລ່ຽງຜົນທີ່ຕາມມາທີ່ບໍ່ດີ, ເປັນປະໂຫຍດຕໍ່ວຽກງານຂອງຄຣິສຕະຈັກ ແລະ ຍັງຊ່ວຍໃຫ້ອ້າຍເອື້ອຍນ້ອງເຕີບໂຕໃນການແຍກແຍະ, ນັ້ນຈຶ່ງແມ່ນການຮູ້ວິທີເຮັດວຽກຢ່າງແທ້ຈິງ. ມີພຽງຜູ້ນຳ ຫຼື ຜູ້ເຮັດວຽກປະເພດນີ້ເທົ່ານັ້ນທີ່ໄດ້ມາດຕະຖານ.

ຖ້າຜູ້ນຳ ຫຼື ຜູ້ເຮັດວຽກພົບພໍ້ຄົນທີ່ສາມາດຂາຍຂໍ້ມູນຄຣິສຕະຈັກໄດ້ ແຕ່ບໍ່ສາມາດແຍກແຍະພວກເຂົາ ຫຼື ບໍ່ຮູ້ສຶກວ່າພວກເຂົາມີຄວາມເປັນມະນຸດແບບໃດ ຫຼື ພວກເຂົາອາດຈະນຳບັນຫາແບບໃດມາສູ່ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ, ໂດຍບໍ່ມີຄວາມຊັດເຈນກ່ຽວກັບເລື່ອງທັງໝົດນີ້ໃນຫົວໃຈ ແລະ ພວກເຂົາບໍ່ຮູ້ວ່າຄວນປະຕິບັດ ຫຼື ຈັດການກັບຄົນປະເພດນີ້ແນວໃດ, ບໍ່ຮູ້ວິທີເຮັດວຽກງານນີ້ ຫຼື ແມ່ນແຕ່ບໍ່ຮູ້ວ່ານີ້ຄືວຽກງານທີ່ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງເຮັດ; ຫຼື ເຖິງແມ່ນວ່າພວກເຂົາຈະຮູ້ ແຕ່ບໍ່ເຕັມໃຈທີ່ຈະເຮັດໃຫ້ຄົນປະເພດນີ້ບໍ່ພໍໃຈ ແລະ ພຽງແຕ່ເອົາຫູໄປນາ ເອົາຕາໄປໄຮ່, ໂດຍບໍ່ກຳຈັດອອກ ຫຼື ຂັບໄລ່ພວກເຂົາ, ນັ້ນແມ່ນຜູ້ນຳ ຫຼື ຜູ້ເຮັດວຽກປະເພດໃດ? (ຜູ້ນຳປອມ.) ພວກເຂົາບໍ່ໄດ້ມາດຕະຖານໃນຖານະຜູ້ນຳ ຫຼື ຜູ້ເຮັດວຽກ. ໃນດ້ານໜຶ່ງ, ພວກເຂົາພະຍາຍາມຊ່ວຍເຫຼືອທຸກຄົນຢ່າງໂງ່ຈ້າ, ສະແດງຄວາມຮັກ ແລະ ຄວາມອົດທົນຕໍ່ທຸກຄົນ ແລະ ປະຕິບັດຕໍ່ທຸກຄົນຄືກັບອ້າຍເອື້ອຍນ້ອງ. ນີ້ຄືຄົນບໍ່ຮູ້ຄວາມ, ເປັນຜູ້ນຳປອມ ຫຼື ຜູ້ເຮັດວຽກປອມ. ນອກຈາກນີ້, ເມື່ອພວກເຂົາຄົ້ນພົບຄົນທີ່ເປັນແບບຢູດາໃນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ພະຍາຍາມເຮັດຫຍັງເພື່ອຈັດການ ຫຼື ແກ້ໄຂບັນຫາໂດຍທັນທີ. ແທນທີ່ຈະເຮັດແນວນັ້ນ, ພວກເຂົາກໍເອົາຫູໄປນາ ເອົາຕາໄປໄຮ່, ທຳທ່າວ່າບໍ່ສັງເກດເຫັນຫຍັງ. ໃນຫົວໃຈຂອງພວກເຂົາ, ພວກເຂົາຄິດວ່າ: “ຕາບໃດທີ່ສະຖານະຂອງຕົນບໍ່ຖືກຄຸກຄາມ, ກໍບໍ່ເປັນຫຍັງ. ຂ້ອຍບໍ່ສົນໃຈວຽກງານຂອງຄຣິສຕະຈັກ, ຄວາມປອດໄພຂອງອ້າຍເອື້ອຍນ້ອງ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຕາບໃດທີ່ຂ້ອຍຄອບຄອງຕຳແໜ່ງນີ້ ແລະ ໄດ້ຮັບຄວາມສຸກໃນທຸກໆມື້, ນັ້ນກໍພຽງພໍແລ້ວ”. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ ແລະ ເມື່ອພວກເຂົາເຫັນບັນຫາ, ພວກເຂົາກໍບໍ່ໄດ້ແກ້ໄຂມັນ; ພວກເຂົາພຽງແຕ່ຊອກຫາຄວາມສຸກຈາກຜົນປະໂຫຍດຈາກສະຖານະຂອງຕົນ. ນີ້ແມ່ນຜູ້ນຳປອມບໍ? (ແມ່ນແລ້ວ.) ຕົວຢ່າງ: ສົມມຸດວ່າມີຄົນປະເພດທີ່ສາມາດທໍລະຍົດໄດ້ຕະຫຼອດເວລາໄດ້ປະພຶດຕົນແບບຜະເດັດການໃນຄຣິສຕະຈັກມາເປັນເວລາດົນນານ, ໂດຍຂົ່ມຂູ່ທີ່ຈະລາຍງານຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຢູ່ສະເໝີ. ຜູ້ນຳປອມບາງຄົນເຫັນສິ່ງນີ້ ແຕ່ກໍບໍ່ໄດ້ເຮັດຫຍັງ. ແມ່ນແຕ່ເມື່ອມີບາງຄົນລາຍງານບຸກຄົນນີ້ ແລະ ຜູ້ນຳລະດັບເທິງຈັດການກັບພວກເຂົາໂດຍການກຳຈັດອອກ, ຜູ້ນຳປອມກໍຍັງບໍ່ໃສ່ໃຈ ຫຼື ຄິດຫຍັງກັບເລື່ອງນີ້. ພວກເຂົາຄິດວ່າ: “ໃຫ້ພວກເຂົາລາຍງານໃຜກໍໄດ້ຕາມທີ່ພວກເຂົາຕ້ອງການ. ຕາບໃດທີ່ພວກເຂົາບໍ່ລາຍງານຂ້ອຍ ຫຼື ສົ່ງຜົນກະທົບຕໍ່ບົດບາດຂອງຂ້ອຍໃນຖານະຜູ້ນຳຄຣິສຕະຈັກ, ກໍບໍ່ເປັນຫຍັງ”. ຜູ້ນຳ ຫຼື ຜູ້ເຮັດວຽກປະເພດນີ້ແມ່ນຜູ້ນຳປອມ ຫຼື ຜູ້ເຮັດວຽກປອມບໍ? (ແມ່ນແລ້ວ.) ພວກເຂົາຄອບຄອງຕຳແໜ່ງພຽງເພື່ອຊອກຫາຄວາມສຸກຈາກຜົນປະໂຫຍດຂອງມັນໂດຍບໍ່ໄດ້ເຮັດວຽກງານຕົວຈິງ, ການສັງເກດເຫັນຄົນທີ່ສາມາດຂາຍຂໍ້ມູນອ້າຍເອື້ອຍນ້ອງໄດ້ຕະຫຼອດເວລາ ແຕ່ກໍບໍ່ໄດ້ກຳຈັດອອກ ຫຼື ຂັບໄລ່ພວກເຂົາ, ພວກເຂົາກໍຄືຜູ້ນຳປອມ ແລະ ຄວນຖືກໄລ່ອອກຈາກຕຳແໜ່ງໂດຍທັນທີ. ຜູ້ນຳປອມບາງຄົນ, ຫຼັງຈາກທີ່ຖືກໄລ່ອອກແລ້ວ, ກໍຍັງດື້ດ້ານ. ພວກເຂົາເວົ້າວ່າ: “ພວກເຈົ້າມີສິດຫຍັງມາໄລ່ຂ້ອຍອອກ? ມັນເປັນພຽງເພາະວ່າຂ້ອຍບໍ່ໄດ້ກຳຈັດຄົນນັ້ນອອກບໍ? ບັນຫາມັນຈະບໍ່ຈົບລົງບໍ ຖ້າພວກເຈົ້າກຳຈັດພວກເຂົາອອກເອງ? ອີກຢ່າງ, ພວກເຂົາພຽງແຕ່ເວົ້າວ່າພວກເຂົາຈະລາຍງານອ້າຍເອື້ອຍນ້ອງ, ພວກເຂົາບໍ່ໄດ້ເຮັດແທ້. ແລະ ພວກເຂົາກໍບໍ່ໄດ້ສ້າງບັນຫາໃດໆໃຫ້ຄຣິສຕະຈັກ. ເປັນຫຍັງຕ້ອງຈັດການກັບພວກເຂົາ?” ພວກເຂົາເຖິງກັບຮູ້ສຶກວ່າຕົນເອງບໍ່ໄດ້ຮັບຄວາມເປັນທຳ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ; ພວກເຂົາພຽງແຕ່ຊອກຫາຄວາມສຸກຈາກຜົນປະໂຫຍດຈາກສະຖານະຂອງຕົນ ແລະ ເມື່ອມີຢູດາທີ່ເຫັນໄດ້ຢ່າງຊັດເຈນປາກົດຕົວໃນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ຈັດການ ຫຼື ກຳຈັດພວກເຂົາອອກ. ອ້າຍເອື້ອຍນ້ອງບາງຄົນກໍຢູ່ໃນຄວາມຢ້ານກົວຢ່າງຕໍ່ເນື່ອງ, ໂດຍເວົ້າວ່າ: “ມີຢູດາຢູ່ໃນທ່າມກາງພວກເຮົາ, ຂົ່ມຂູ່ທີ່ຈະລາຍງານອ້າຍເອື້ອຍນ້ອງຢູ່ສະເໝີ, ນີ້ເປັນສິ່ງທີ່ອັນຕະລາຍຫຼາຍ! ເມື່ອໃດຄົນນີ້ຈະຖືກກຳຈັດອອກ?” ພວກເຂົາບອກຜູ້ນຳຄຣິສຕະຈັກກ່ຽວກັບບັນຫານີ້ຫຼາຍຄັ້ງ, ແຕ່ຜູ້ນຳກໍບໍ່ໄດ້ແກ້ໄຂ, ແຕ່ກັບເວົ້າວ່າ: “ມັນບໍ່ມີຫຍັງ. ມັນເປັນພຽງຂໍ້ຂັດແຍ່ງສ່ວນຕົວ, ມັນບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ຫຼື ຄວາມປອດໄພຂອງອ້າຍເອື້ອຍນ້ອງ”. ພວກເຂົາບໍ່ໄດ້ຈັດການກັບເລື່ອງນີ້. ວຽກງານດຽວທີ່ພວກເຂົາເຮັດແມ່ນຫຍັງ? ປະເພດໜຶ່ງຄືວຽກງານທີ່ໄດ້ຮັບມອບໝາຍຈາກຜູ້ນຳລະດັບເທິງ, ເຊິ່ງພວກເຂົາບໍ່ມີທາງເລືອກນອກຈາກຕ້ອງເຮັດ. ອີກປະເພດໜຶ່ງຄືການບໍ່ເຮັດວຽກງານຈະສົ່ງຜົນກະທົບ ຫຼື ເປັນອັນຕະລາຍຕໍ່ສະຖານະຂອງພວກເຂົາ, ໃນກໍລະນີນີ້ ພວກເຂົາກໍຈະເຮັດໜ້າວຽກບາງຢ່າງແບບບໍ່ເຕັມໃຈເພື່ອເຮັດໃຫ້ຕົນເອງເບິ່ງດີ. ແຕ່ຖ້າສະຖານະຂອງພວກເຂົາບໍ່ໄດ້ຮັບຜົນກະທົບ, ພວກເຂົາກໍຈະຫຼີກລ່ຽງວຽກງານທຸກຄັ້ງທີ່ສາມາດເຮັດໄດ້. ນີ້ແມ່ນຜູ້ນຳປອມບໍ? (ແມ່ນແລ້ວ.) ເມື່ອຕ້ອງປະເຊີນກັບສະພາບແວດລ້ອມທີ່ເປັນອັນຕະລາຍ ຫຼື ການຖືກຈັບກຸມແທ້ໆ, ພວກເຂົາກໍຈະເປັນຄົນທຳອິດທີ່ແລ່ນຫົວຊຸກຫົວຊົນເພື່ອເອົາຕົວລອດ, ສົນໃຈແຕ່ຄວາມປອດໄພຂອງຕົນເອງ, ໂດຍບໍ່ມີຄວາມກັງວົນໃດໆວ່າອ້າຍເອື້ອຍນ້ອງຈະປອດໄພ ຫຼື ບໍ່ ແລະ ພວກເຂົາກໍບໍ່ໄດ້ປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ມັນກໍແມ່ນເພື່ອຮັກສາສະຖານະຂອງຕົນເອງທັງໝົດ. ຕາບໃດທີ່ເບື້ອງເທິງບໍ່ໄລ່ພວກເຂົາອອກ ແລະ ຕາບໃດທີ່ໃນການເລືອກຕັ້ງຄັ້ງຕໍ່ໄປອ້າຍເອື້ອຍນ້ອງຍັງຄົງລົງຄະແນນສຽງໃຫ້ພວກເຂົາ ແລະ ພວກເຂົາຍັງໄດ້ເປັນຜູ້ນຳຕໍ່ໄປ, ພວກເຂົາກໍຈະເຮັດວຽກບາງຢ່າງແບບບໍ່ເຕັມໃຈ. ຖ້າສິ່ງທີ່ພວກເຂົາເຮັດສາມາດສົ່ງຜົນກະທົບຕໍ່ທັດສະນະຂອງເບື້ອງເທິງທີ່ມີຕໍ່ພວກເຂົາ, ເຊິ່ງອາດຈະເຮັດໃຫ້ເບື້ອງເທິງໄລ່ພວກເຂົາອອກ ຫຼື ຖ້າການກະທຳ ແລະ ການສະແດງອອກຂອງພວກເຂົາສາມາດເຮັດໃຫ້ອ້າຍເອື້ອຍນ້ອງມີຄວາມປະທັບໃຈທີ່ບໍ່ດີຕໍ່ພວກເຂົາ ແລະ ບໍ່ເລືອກພວກເຂົາອີກ, ພວກເຂົາກໍຈະພະຍາຍາມຮັກສາພາບລັກຂອງຕົນເອງໂດຍການເຮັດວຽກບາງອັນເປັນຢ່າງໜ້ອຍຢູ່ຕໍ່ໜ້າພວກເຂົາ. ດ້ວຍວິທີນີ້, ພວກເຂົາຈຶ່ງມີຄຳຕອບໃຫ້ຜູ້ທີ່ຢູ່ເໜືອ ແລະ ຜູ້ທີ່ຢູ່ໃຕ້ພວກເຂົາ, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ພວກເຂົາບໍ່ມີຄຳຕອບໃຫ້. ທຸກສິ່ງທີ່ພວກເຂົາເຮັດແມ່ນພຽງເພື່ອເຮັດໃຫ້ຄົນອື່ນເຫັນ. ຕາບໃດທີ່ຜູ້ນຳລະດັບເທິງບໍ່ໄລ່ພວກເຂົາອອກ ແລະ ອ້າຍເອື້ອຍນ້ອງຍັງຄົງສະໜັບສະໜູນພວກເຂົາ, ພວກເຂົາກໍຮູ້ສຶກພໍໃຈ. ໃນລະຫວ່າງການດຳລົງຕຳແໜ່ງເປັນຜູ້ນຳຄຣິສຕະຈັກ, ພວກເຂົາບໍ່ໄດ້ກະທຳຄວາມຊົ່ວທີ່ໃຫຍ່ຫຼວງ ແລະ ພາຍນອກພວກເຂົາກໍເບິ່ງຄືວ່າມີວຽກເຮັດຢູ່ສະເໝີ, ແຕ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ. ໂດຍສະເພາະເມື່ອພວກເຂົາເຫັນຄົນຊົ່ວຊ້າລົບກວນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ເຮັດຫຍັງເລີຍ. ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນຊົ່ວຊ້າເຫຼົ່ານີ້ບໍ່ພໍໃຈ, ສະນັ້ນ ພວກເຂົາຈຶ່ງພະຍາຍາມເອົາອົກເອົາໃຈ ແລະ ປະນີປະນອມກັບພວກເຂົາທຸກຄັ້ງທີ່ເປັນໄປໄດ້, ສະແຫວງຫາພຽງແຕ່ການຮັກສາຄວາມສາມັກຄີ. ພວກເຂົາບໍ່ເຕັມໃຈທີ່ຈະເຮັດໃຫ້ໃຜບໍ່ພໍໃຈ; ເຖິງແມ່ນວ່າຄົນເຫຼົ່ານີ້ຈະລົບກວນວຽກງານຂອງຄຣິສຕະຈັກ ຫຼື ຄຸກຄາມຄວາມປອດໄພຂອງອ້າຍເອື້ອຍນ້ອງ, ພວກເຂົາກໍບໍ່ໄດ້ເຮັດຫຍັງ. ນີ້ຄືຜູ້ນຳປອມຕາມຄວາມໝາຍທີ່ແທ້ຈິງຂອງຄຳສັບ.

ສຳລັບຜູ້ນຳປອມທີ່ບໍ່ເຮັດວຽກງານຕົວຈິງ, ຖ້າອ້າຍເອື້ອຍນ້ອງເຕືອນພວກເຂົາຊ້ຳແລ້ວຊ້ຳອີກ, ຂໍໃຫ້ພວກເຂົາແກ້ໄຂບັນຫາ ແລະ ພວກເຂົາກໍຍັງບໍ່ເຮັດວຽກງານຕົວຈິງ, ບໍ່ແກ້ໄຂບັນຫາຕົວຈິງ ແລະ ບໍ່ແກ້ໄຂຄວາມຜິດພາດ, ດັ່ງນັ້ນແລ້ວພວກເຈົ້າກໍຄວນລາຍງານເລື່ອງນີ້ຂຶ້ນເບື້ອງເທິງ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກລະດັບສູງກວ່າບໍ່ແກ້ໄຂບັນຫາ, ພວກເຈົ້າກໍຄວນຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປົດຜູ້ນຳປອມເຫຼົ່ານີ້ອອກ. ທີ່ຈິງແລ້ວ ເຮົາໄດ້ເວົ້າຄຳເວົ້າເຫຼົ່ານີ້ມາຫຼາຍປີແລ້ວ, ແຕ່ຄົນສ່ວນໃຫຍ່ທີ່ຢູ່ເບື້ອງລຸ່ມກໍເປັນຂ້າທາດທີ່ຍອມທໍລະມານກັບຄວາມສູນເສຍສ່ວນຕົວ ແລະ ທົນກັບຄວາມເສຍຫາຍບາງຢ່າງ ດີກວ່າທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ. ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ, ພວກເຂົາກໍເດີນສາຍກາງ ແລະ ເຮັດຕົວເປັນຄົນທີ່ບໍ່ກ້າຂັດໃຈໃຜຢູ່ສະເໝີ, ບໍ່ເຄີຍເຮັດໃຫ້ໃຜບໍ່ພໍໃຈ. ການບໍ່ເຮັດໃຫ້ຄົນອື່ນບໍ່ພໍໃຈນັ້ນຕ້ອງແລກກັບຫຍັງແດ່? ມັນຄືການເສຍສະຫຼະວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ເຮັດໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ ແລະ ອ້າຍເອື້ອຍນ້ອງຖືກລົບກວນ. ຖ້າຄົນຊົ່ວຊ້າບໍ່ຖືກຈັດການ, ຫຼາຍຄົນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ກໍຈະໄດ້ຮັບຜົນກະທົບ. ສິ່ງນີ້ບໍ່ເທົ່າກັບວ່າວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຜົນກະທົບນຳບໍ? (ແມ່ນແລ້ວ.) ເມື່ອວຽກງານຂອງເຮືອນຂອງພຣະເຈົ້າໄດ້ຮັບຜົນກະທົບ, ກໍບໍ່ມີໃຜຮູ້ສຶກກັງວົນ ຫຼື ເປັນຫ່ວງ, ເຊິ່ງນັ້ນຄືເຫດຜົນທີ່ເຮົາເວົ້າວ່າຄົນສ່ວນໃຫຍ່ກຳລັງເສຍສະຫຼະວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເພື່ອຮັກສາຄວາມສາມັກຄີ ແລະ ຄວາມເປັນມິດກັບຜູ້ອື່ນ. ພວກເຂົາຫຼີກລ່ຽງການເຮັດໃຫ້ຜູ້ນຳ ແລະ ອ້າຍເອື້ອຍນ້ອງບໍ່ພໍໃຈ; ພວກເຂົາບໍ່ເຮັດໃຫ້ໃຜບໍ່ພໍໃຈ. ທຸກຄົນເຮັດຕົວເປັນຄົນທີ່ບໍ່ກ້າຂັດໃຈໃຜ. ແນວຄິດຂອງພວກເຂົາກໍຄື: “ເຈົ້າກໍດີ, ຂ້ອຍກໍດີ, ທຸກຄົນດີໝົດ, ເພາະສຸດທ້າຍແລ້ວ ພວກເຮົາກໍເຫັນໜ້າກັນຢູ່ຕະຫຼອດເວລາ”. ແລະ ຜົນທີ່ໄດ້ຮັບນັ້ນແມ່ນຫຍັງ? ສິ່ງນີ້ເຮັດໃຫ້ຄົນຊົ່ວຊ້າສວຍໃຊ້ສະຖານະການ; ພວກເຂົາປະພຶດຕົນແບບຜະເດັດການຊ້ຳແລ້ວຊ້ຳອີກ, ເຮັດທຸກຢ່າງຕາມອຳເພີໃຈ. ສະນັ້ນ, ຖ້າຜູ້ນຳຄຣິສຕະຈັກໄວ້ວາງໃຈບໍ່ໄດ້ ແລະ ບໍ່ສະລ້າງຄົນຊົ່ວຊ້າອອກໄປ, ແລ້ວອ້າຍເອື້ອຍນ້ອງກໍຕ້ອງຄິດຫາທຸກວິທີທາງທີ່ເປັນໄປໄດ້ເພື່ອປົກປ້ອງຕົນເອງ; ພວກເຂົາຕ້ອງຫຼີກລ່ຽງ, ຢູ່ໃຫ້ຫ່າງ ແລະ ແຍກຕົວອອກຈາກຄົນຊົ່ວຊ້າເມື່ອພວກເຂົາເຫັນຄົນເຫຼົ່ານັ້ນ. ບາງຄົນເວົ້າວ່າ: “ຖ້າພວກເຮົາແຍກຕົວອອກຈາກພວກເຂົາ ແລ້ວ ພວກເຂົາໃຈຮ້າຍ, ພວກເຂົາຈະບໍ່ລາຍງານພວກເຮົາອີກບໍ?” ຖ້າພວກເຂົາລາຍງານເຈົ້າແທ້ໆ, ເຈົ້າຈະຢ້ານບໍ? (ບໍ່. ນີ້ຈະເປັນການເປີດເຜີຍວ່າພວກເຂົາເປັນຄົນຊົ່ວຊ້າ.) ຖ້າພວກເຂົາລາຍງານເຈົ້າອີກ, ມັນກໍພຽງແຕ່ພິສູດຕື່ມອີກວ່າພວກເຂົາເປັນຢູດາແຕ່ກຳເນີດ, ເປັນມານຮ້າຍທີ່ຊົ່ວຮ້າຍ. ເຈົ້າຕ້ອງບໍ່ຢ້ານພວກເຂົາ. ຖ້າຜູ້ນຳ ແລະ ຜູ້ເຮັດວຽກຕາບອດ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆໄດ້, ເປັນຄົນບໍ່ຮູ້ຄວາມ ແລະ ບໍ່ມີປະໂຫຍດ ຫຼື ຖ້າພວກເຂົາເປັນຄົນລັງເລ, ບໍ່ເຄີຍເຮັດໃຫ້ໃຜບໍ່ພໍໃຈ, ພຽງແຕ່ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງຕົນໂດຍບໍ່ໄດ້ເຮັດວຽກງານຕົວຈິງ, ແລ້ວອ້າຍເອື້ອຍນ້ອງກໍບໍ່ຄວນຝາກຄວາມຫວັງໄວ້ກັບພວກເຂົາອີກຕໍ່ໄປ. ພວກເຂົາຕ້ອງຮ່ວມຕົວກັນເພື່ອຈັດການກັບຄົນຊົ່ວຊ້າ ແລະ ກຳຈັດພວກຢູດາອອກຕາມຫຼັກການ. ພວກເຂົາອາດຈະຕ້ອງປ່ຽນສະຖານທີ່ເຕົ້າໂຮມ ຫຼື ໃຊ້ວິທີທີ່ສະຫຼາດເພື່ອສະລ້າງພວກເຂົາອອກໄປ ເພື່ອຫຼີກລ່ຽງການຖືກລົບກວນໂດຍຄົນເຫຼົ່ານີ້. ການຮັບປະກັນໃນການດຳເນີນງານທີ່ເປັນປົກກະຕິຂອງຊີວິດໃນຄຣິສຕະຈັກ ແລະ ຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າຜູ້ນຳຄຣິສຕະຈັກເຮັດວຽກງານຕົວຈິງ, ມີຄວາມສາມາດພຽງພໍ ແລະ ຄວາມເປັນມະນຸດຂອງພວກເຂົາກໍດີຢູ່ພໍສົມຄວນ, ແລ້ວຕາບໃດທີ່ພວກເຂົາດຳເນີນວຽກງານຂອງຕົນຕາມການຈັດແຈງວຽກງານ, ທຸກຄົນກໍຄວນເຊື່ອຟັງພວກເຂົາ. ຖ້າພວກເຂົາບໍ່ເຮັດວຽກງານຕົວຈິງ, ກໍບໍ່ຄວນພົວພັນ ຫຼື ເພິ່ງພາພວກເຂົາ. ໃນເວລານັ້ນ, ບັນຫາຄວນຖືກແກ້ໄຂຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ຖ້າຜູ້ນຳຈຳເປັນຕ້ອງຖືກໄລ່ອອກ, ເຊັ່ນນັ້ນກໍຄວນໄລ່ພວກເຂົາອອກ; ຖ້າຈຳເປັນຕ້ອງມີການເລືອກຕັ້ງໃໝ່, ກໍຄວນໃຫ້ຈັດຂຶ້ນ. ຖ້າຜູ້ນຳປອມຄົນນີ້ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ບໍ່ຮັບປະກັນສະພາບແວດລ້ອມທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ສົນໃຈຄວາມປອດໄພຂອງອ້າຍເອື້ອຍນ້ອງ, ດັ່ງນັ້ນແລ້ວພວກເຂົາກໍບໍ່ໄດ້ມາດຕະຖານ; ພວກເຂົາບໍ່ມີຄວາມສາມາດ, ເປັນພຽງຄົນໄຮ້ປະໂຫຍດ ແລະ ເປັນພຽງສິ່ງປະດັບໄວ້ຊື່ໆ, ອ້າຍເອື້ອຍນ້ອງບໍ່ຄວນຟັງພວກເຂົາ ຫຼື ຖືກຄວບຄຸມໂດຍພວກເຂົາ. ຜູ້ນຳ ແລະ ຜູ້ເຮັດວຽກຄົນໃດກໍຕາມທີ່ບໍ່ສາມາດສະລ້າງຢູດາອອກໄປໄດ້ທຸກເມື່ອທີ່ຈຳເປັນກໍຄືຜູ້ນຳປອມ ແລະ ຜູ້ເຮັດວຽກປອມ; ຜູ້ນຳປອມ ແລະ ຜູ້ເຮັດວຽກປອມດັ່ງກ່າວຄວນຖືກຈັດການດ້ວຍວິທີທີ່ໄດ້ກ່າວມາຂ້າງເທິງ. ຖ້າພວກເຂົາບໍ່ຖືກຈັດການໂດຍທັນທີ, ອ້າຍເອື້ອຍນ້ອງທຸກຄົນກໍຈະຖືກຂາຍຂໍ້ມູນໂດຍພວກຢູດາ ແລະ ຄຣິສຕະຈັກກໍຈະບໍ່ມີອີກຕໍ່ໄປ. ການໂອ້ລົມກ່ຽວກັບການສະແດງອອກຂໍ້ທີແປດ, “ການສາມາດທໍລະຍົດໄດ້ຕະຫຼອດເວລາ”, ກໍຈົບລົງພຽງເທົ່ານີ້.

9. ການສາມາດຈາກໄປໄດ້ຕະຫຼອດເວລາ

ການສະແດງອອກຂໍ້ທີເກົ້າກໍຄື: “ການສາມາດຈາກໄປໄດ້ຕະຫຼອດເວລາ”. ຄົນປະເພດນີ້ທີ່ສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ຕະຫຼອດເວລານັ້ນ ບໍ່ແມ່ນຄົນທີ່ຈະຈາກໄປກໍຕໍ່ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດ ຫຼື ເມື່ອພວກເຂົາພົບພໍ້ກັບໄພພິບັດອັນໃຫຍ່ຫຼວງທີ່ເກີນກວ່າຄົນທົ່ວໄປຈະທົນຮັບໄດ້, ເຊິ່ງເກີນຂີດຈຳກັດຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາສາມາດຈາກໄປໄດ້ຕະຫຼອດເວລາ, ແມ່ນແຕ່ກັບເລື່ອງເລັກນ້ອຍກໍສາມາດເຮັດໃຫ້ພວກເຂົາຈາກໄປໄດ້ແລ້ວ; ແມ່ນແຕ່ກັບເລື່ອງເລັກນ້ອຍກໍສາມາດເຮັດໃຫ້ພວກເຂົາບໍ່ຢາກປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ, ບໍ່ຢາກເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ຢາກຈາກເຮືອນຂອງພຣະເຈົ້າໄປ. ຄົນປະເພດນີ້ກໍເປັນບັນຫາທີ່ໃຫຍ່ຫຼວງເຊັ່ນກັນ. ເບິ່ງຜິວເຜີນແລ້ວ, ພວກເຂົາອາດຈະເບິ່ງຄືວ່າດີກວ່າຄົນທີ່ເປັນຢູດາໜ້ອຍໜຶ່ງ, ແຕ່ພວກເຂົາກໍສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ຕະຫຼອດເວລາ ແລະ ທຸກສະຖານທີ່. ພວກເຂົາຈະສາມາດຂາຍອ້າຍເອື້ອຍນ້ອງໄດ້ ຫຼື ບໍ່ນັ້ນກໍຍັງບໍ່ແນ່ນອນ. ພວກເຈົ້າຄິດວ່າຄົນປະເພດນີ້ໄວ້ໃຈໄດ້ບໍ? (ບໍ່.) ແລ້ວພວກເຂົາມີຫຼັກການໃນການປະພຶດຕົນບໍ? ພວກເຂົາມີຮາກຖານໃນການເຊື່ອໃນພຣະເຈົ້າບໍ? (ບໍ່.) ພວກເຂົາສະແດງສັນຍານໃດໆຂອງການເຊື່ອຢ່າງແທ້ຈິງບໍ? (ບໍ່.) ແລ້ວພວກເຂົາເປັນຄົນປະເພດໃດ? (ຜູ້ບໍ່ເຊື່ອ.) ພວກເຂົາເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຄືກັບວ່າມັນເປັນເລື່ອງຕະຫຼົກ. ພວກເຂົາເປັນຄືກັບຄົນທີ່ບໍ່ເອົາການເອົາງານທີ່ຖືກໃຊ້ໄປເຮັດວຽກເລັກໆນ້ອຍໆ, ແຕ່ພໍເຫັນການສະແດງທີ່ໜ້າຕື່ນເຕັ້ນຢູ່ຕາມທາງ ກໍເອົາແຕ່ຫຼົງລະເລີງເບິ່ງຈົນລືມວຽກທີ່ຕ້ອງເຮັດ ແລະ ໃນທີ່ສຸດກໍເຮັດໃຫ້ວຽກງານທີ່ສຳຄັນຊັກຊ້າ. ຄົນປະເພດນີ້ບໍ່ຍຶດໝັ້ນກັບສິ່ງໃດໄດ້ດົນ; ພວກເຂົາເປັນຄົນສອງຈິດສອງໃຈ ແລະ ປ່ຽນແປງໄດ້ງ່າຍ. ການເຊື່ອໃນພຣະເຈົ້າຂອງພວກເຂົາກໍອີງໃສ່ຄວາມສົນໃຈຂອງພວກເຂົາເຊັ່ນກັນ, ພວກເຂົາຮູ້ສຶກວ່າມັນມ່ວນຢູ່ພໍສົມຄວນທີ່ຈະເຊື່ອໃນພຣະເຈົ້າ, ແຕ່ໃນບາງຈຸດເມື່ອພວກເຂົາໝົດຄວາມສົນໃຈ, ພວກເຂົາກໍຈະຈາກໄປທັນທີໂດຍບໍ່ມີການລັງເລໃຈໃດໆເລີຍ. ບາງຄົນທີ່ຈາກໄປກໍໄປເຮັດທຸລະກິດໃນທັນທີ, ບາງຄົນກໍໄລ່ຕາມເສັ້ນທາງອາຊີບລັດຖະການ, ບາງຄົນກໍໄປກ່ຽວຂ້ອງກັບຄວາມສຳພັນແບບໂຣແມນຕິກ ແລະ ກຽມແຕ່ງງານ ແລະ ບາງຄົນທີ່ຢາກລວຍໄວໆກໍມຸ່ງໜ້າໄປຄາສິໂນໃນທັນທີ. ຜູ້ຄົນເວົ້າວ່າ ຫຼັງຈາກທີ່ບໍ່ເຫັນໜ້າໃຜສາມມື້, ກໍຄວນເບິ່ງຄົນເຫຼົ່ານັ້ນດ້ວຍສາຍຕາແບບໃໝ່. ສຳລັບບາງຄົນທີ່ສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ຕະຫຼອດເວລານັ້ນ, ພຽງແຕ່ບໍ່ເຫັນພວກເຂົາໜຶ່ງມື້, ເມື່ອເຈົ້າພົບພວກເຂົາອີກຄັ້ງ, ພວກເຂົາກໍຄືກັບເປັນຄົນລະຄົນໄປເລີຍ. ມື້ວານນີ້, ພວກເຂົາຍັງແຕ່ງກາຍສຸພາບ ແລະ ເໝາະສົມ, ເບິ່ງຄືວ່າມີມາລະຍາດດີ ແລະ ເປັນຕາໜ້າເຊື່ອຖື. ພວກເຂົາເຖິງກັບອະທິຖານຕໍ່ພຣະເຈົ້າຈົນນໍ້າຕາໄຫຼອາບແກ້ມ, ໂດຍກ່າວວ່າພວກເຂົາຢາກອຸທິດຕົນໃນໄວໜຸ່ມ ແລະ ສະຫຼະເລືອດເນື້ອເພື່ອພຣະເຈົ້າ, ຕາຍເພື່ອພຣະເຈົ້າ, ເພື່ອຈົງຮັກພັກດີຈົນເຖິງຄວາມຕາຍ ແລະ ເພື່ອເຂົ້າສູ່ລາຊະອານາຈັກ. ພວກເຂົາໂຮ່ຮ້ອງຄຳຂວັນທີ່ສູງສົ່ງເຊັ່ນນັ້ນ, ແຕ່ບໍ່ດົນຫຼັງຈາກນັ້ນ, ພວກເຂົາກໍໄປຄາສິໂນ. ມື້ວານນີ້, ພວກເຂົາມີຄວາມສຸກທີ່ໄດ້ປະຕິບັດໜ້າທີ່ ແລະ ໃນລະຫວ່າງການເຕົ້າໂຮມ, ພວກເຂົາກໍອ່ານພຣະທຳຂອງພຣະເຈົ້າດ້ວຍໃບໜ້າທີ່ເປັ່ງປະກາຍ ແລະ ກະຕືລືລົ້ນຢ່າງເຕັມທີ່, ຈົນຮູ້ສຶກສະເທືອນໃຈຮ້ອງໄຫ້ຢ່າງໜັກ. ແລ້ວເປັນຫຍັງມື້ນີ້ພວກເຂົາຈຶ່ງແລ່ນໄປຄາສິໂນ? ພວກເຂົາຫຼິ້ນການພະນັນຈົນເດິກໂດຍບໍ່ຢາກກັບບ້ານ, ທັງມ່ວນຊື່ນ ແລະ ກະຕືລືລົ້ນຢ່າງເຕັມທີ່. ມື້ວານນີ້ພວກເຂົາຍັງເຂົ້າຮ່ວມການເຕົ້າໂຮມຢູ່, ແຕ່ມື້ນີ້ພວກເຂົາແລ່ນໄປຄາສິໂນແລ້ວ, ແລ້ວການສະແດງອອກອັນໃດກັນແທ້ທີ່ເປັນຕົວຕົນທີ່ແທ້ຈິງຂອງພວກເຂົາ? (ອັນຫຼັງແມ່ນຕົວຕົນທີ່ແທ້ຈິງຂອງພວກເຂົາ.) ຖ້າຄົນເຮົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍບໍ່ສາມາດເບິ່ງທະລຸໄດ້ແທ້ໆວ່າຄົນຜູ້ນີ້ເປັນຄົນແບບໃດກັນແທ້. ການສະແດງອອກທັງສອງຢ່າງນີ້, ທັງກ່ອນ ແລະ ຫຼັງ, ລ້ວນແລ້ວແຕ່ສະແດງອອກໂດຍຄົນດຽວກັນ, ແລ້ວເປັນຫຍັງມັນຈຶ່ງເບິ່ງຄືວ່າເປັນສະແດງອອກໂດຍຄົນສອງຄົນທີ່ແຕກຕ່າງກັນ? ຄົນສ່ວນໃຫຍ່ບໍ່ສາມາດເບິ່ງທະລຸຄົນເຊັ່ນນີ້ໄດ້. ເຈົ້າເຫັນວ່າໃນຖານະຜູ້ເຊື່ອໃນພຣະເຈົ້າ, ພວກເຂົາມັກຈະເຂົ້າຮ່ວມການເຕົ້າໂຮມຢູ່ສະເໝີ, ບໍ່ໄດ້ກະທຳຄວາມຊົ່ວ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍຄ່າຕອບແທນໃນການປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ. ເມື່ອນັ່ງຢູ່ໜ້າຄອມພິວເຕີ, ພວກເຂົາກໍຕັ້ງໃຈ ແລະ ດຸໝັ່ນ, ເຮັດວຽກໜັກ ແລະ ເອົາໃຈໃສ່ຢ່າງເຕັມທີ່. ເຈົ້າຄົງຈະຄິດວ່າໃນຖານະຄົນທີ່ເຊື່ອໃນພຣະເຈົ້າ, ພວກເຂົາບໍ່ຄວນຫຼິ້ນໄພ້ນົກກະຈອກ, ແມ່ນບໍ່? ແຕ່ຫຼັງຈາກທີ່ບໍ່ເຫັນພວກເຂົາພຽງມື້ດຽວ, ພວກເຂົາກໍແລ່ນໄປຮ້ານໄພ້ນົກກະຈອກ ຫຼື ຄາສິໂນເພື່ອຫຼິ້ນການພະນັນ. ແລະ ພວກເຂົາກໍເປັນນັກຫຼິ້ນໄພ້ນົກກະຈອກຊັ້ນຍອດ, ເບິ່ງບໍ່ຄືຄົນທີ່ເຊື່ອໃນພຣະເຈົ້າເລີຍ! ພວກເຂົາເຮັດໃຫ້ເຈົ້າສັບສົນໄປໝົດ, ວ່າພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ຫຼື ເປັນຜູ້ບໍ່ມີຄວາມເຊື່ອທີ່ຫຼິ້ນໄພ້ນົກກະຈອກກັນແທ້? ພວກເຂົາສາມາດປ່ຽນບົດບາດໄດ້ໄວຂະໜາດນີ້ໄດ້ແນວໃດ? ແລ້ວເມື່ອພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາມີພຣະເຈົ້າຢູ່ໃນໃຈຂອງພວກເຂົາບໍ? (ບໍ່.) ພວກເຂົາເຊື່ອໃນພຣະເຈົ້າພຽງເພື່ອຄວາມມ່ວນຊື່ນ ແລະ ໃຊ້ຂ້າມເວລາຫວ່າງ, ເພື່ອເບິ່ງວ່າການເຊື່ອໃນພຣະເຈົ້າເປັນແນວໃດ ແລະ ມັນສາມາດນຳຄວາມສຸກມາສູ່ຊີວິດຂອງພວກເຂົາໄດ້ ຫຼື ບໍ່. ຖ້າພວກເຂົາບໍ່ມີຄວາມສຸກ, ພວກເຂົາກໍສາມາດຈາກໄປໄດ້ຕະຫຼອດເວລາ. ພວກເຂົາບໍ່ເຄີຍວາງແຜນທີ່ຈະເຊື່ອໄປຕະຫຼອດຊີວິດ ແລະ ແນ່ນອນວ່າພວກເຂົາບໍ່ເຄີຍວາງແຜນທີ່ຈະປະຕິບັດໜ້າທີ່ ແລະ ຕິດຕາມພຣະເຈົ້າໄປຕະຫຼອດຊີວິດ. ແລ້ວພວກເຂົາວາງແຜນຫຍັງໄວ້? ໃນຄວາມຄິດຂອງພວກເຂົາ, ຖ້າພວກເຂົາຈະເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຢ່າງໜ້ອຍທີ່ສຸດມັນກໍຕ້ອງບໍ່ຂັດຂວາງຄວາມສາມາດໃນການມ່ວນຊື່ນຂອງພວກເຂົາໄດ້, ຕ້ອງບໍ່ກ່ຽວຂ້ອງກັບການເຮັດວຽກໃດໆ ແລະ ຍັງຕ້ອງຮັບປະກັນວ່າພວກເຂົາສາມາດມີຊີວິດທີ່ມີຄວາມສຸກໄດ້. ຖ້າພວກເຂົາຕ້ອງອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງທຸກມື້, ພວກເຂົາກໍຈະບໍ່ສົນໃຈ ຫຼື ບໍ່ມີຄວາມສຸກ. ເມື່ອໃດທີ່ພວກເຂົາເບື່ອ, ພວກເຂົາກໍຈະອອກຈາກຄຣິສຕະຈັກ ແລະ ແລ່ນກັບຄືນໄປສູ່ໂລກ. ພວກເຂົາຄິດວ່າ: “ຊີວິດບໍ່ແມ່ນເລື່ອງງ່າຍ, ສະນັ້ນ ຄົນເຮົາບໍ່ຄວນທຳຮ້າຍຕົນເອງ. ພວກເຮົາຕ້ອງກຳນົດໂຊກຊະຕາຂອງຕົນເອງ ແລະ ບໍ່ທຳຮ້າຍເນື້ອໜັງຂອງພວກເຮົາ. ພວກເຮົາຕ້ອງຮັບປະກັນວ່າພວກເຮົາມີຄວາມສຸກທຸກມື້, ນັ້ນຄືວິທີດຽວທີ່ຈະດຳລົງຊີວິດຢ່າງເສລີ. ການເຊື່ອໃນພຣະເຈົ້າບໍ່ຄວນເຮັດດ້ວຍຄວາມດື້ດ້ານ. ເບິ່ງແມ້, ຂ້ອຍເປັນຄົນງ່າຍໆສໍ່າໃດ, ບ່ອນໃດມີຄວາມສຸກ, ຂ້ອຍກໍໄປບ່ອນນັ້ນ. ຖ້າຂ້ອຍບໍ່ມີຄວາມສຸກ, ຂ້ອຍກໍຈະຈາກໄປ. ເປັນຫຍັງຂ້ອຍຕ້ອງເຮັດໃຫ້ຕົນເອງບໍ່ສະບາຍໃຈ? ການສາມາດຈາກໄປໄດ້ຕະຫຼອດເວລາຄືຄະຕິສູງສຸດຂອງຂ້ອຍໃນການປະພຶດຕົນ, ການເປັນ ‘ຜູ້ເຊື່ອທີ່ມີຈິດໃຈເສລີ’, ການດຳລົງຊີວິດແບບນີ້ຊ່າງສະບາຍ ແລະ ບໍ່ມີຫ່ວງ!” ຄົນປະເພດນີ້ມັກຈະຮ້ອງເພງປະເພດໃດ? “ຢ່າຖາມຂ້ອຍວ່າຂ້ອຍມາຈາກໃສ, ບ້ານເກີດຂອງຂ້ອຍຢູ່ໄກແສນໄກ”. ຖ້າບໍ່ແມ່ນ, ແລ້ວພວກເຂົາຮ້ອງເພງຫຍັງອີກ? “ເປັນຫຍັງບໍ່ລອງໃຊ້ຊີວິດຢ່າງເສລີຈັກຄັ້ງ?” ເມື່ອພວກເຂົາຮູ້ສຶກວ່າມັນໜ້າເບື່ອ ຫຼື ບໍ່ມ່ວນອີກຕໍ່ໄປ, ພວກເຂົາກໍຈາກໄປຢ່າງວ່ອງໄວ ໂດຍຄິດວ່າ “ເປັນຫຍັງຕ້ອງຍຶດຕິດຢູ່ບ່ອນດຽວ ໃນເມື່ອໂລກນີ້ຍັງມີອີກຫຼາຍສິ່ງໃຫ້ເຫັນຢູ່?” ມີຄຳເວົ້າທີ່ມີຊື່ສຽງອີກອັນໃດທີ່ພວກເຂົາໃຊ້? “ເປັນຫຍັງຕ້ອງຍອມປະຖິ້ມປ່າທັງໝົດເພື່ອຕົ້ນໄມ້ພຽງຕົ້ນດຽວ?” ພວກເຈົ້າຄິດວ່າຄົນປະເພດນີ້ມີຄວາມເຊື່ອທີ່ແທ້ຈິງບໍ? (ບໍ່, ພວກເຂົາເປັນຜູ້ບໍ່ເຊື່ອ.) ເມື່ອເວົ້າເຖິງຜູ້ບໍ່ເຊື່ອ, ເນື່ອງຈາກພວກເຮົາກຳລັງເວົ້າເຖິງວ່າບັນຫາຂອງພວກເຂົາລ້ວນແຕ່ເປັນບັນຫາຂອງຄວາມເປັນມະນຸດ, ແລ້ວແມ່ນຫຍັງກັນແທ້ທີ່ຜິດໄປຈາກຄວາມເປັນມະນຸດຂອງຄົນເຊັ່ນນີ້? ພວກເຈົ້າຄິດວ່າຄົນປະເພດນີ້ເຄີຍພິຈາລະນາຄຳຖາມຕ່າງໆ ເຊັ່ນ: ຄົນເຮົາຄວນປະພຶດຕົນແນວໃດ, ຄົນເຮົາຄວນເດີນໃນເສັ້ນທາງໃດ ຫຼື ຄົນເຮົາຄວນມີທັດສະນະຄະຕິຕໍ່ຊີວິດ ແລະ ຄຸນຄ່າແບບໃດໃນຂະນະທີ່ດຳລົງຊີວິດຢູ່ບໍ? (ບໍ່.) ສະນັ້ນ, ແມ່ນຫຍັງຄືບັນຫາຂອງຄວາມເປັນມະນຸດຂອງຄົນປະເພດນີ້? (ຄົນປະເພດນີ້ຂາດຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດຊາດ; ພວກເຂົາບໍ່ໄດ້ພິຈາລະນາຄຳຖາມເຊັ່ນນັ້ນ.) ນັ້ນເປັນສິ່ງທີ່ແນ່ນອນຢູ່ແລ້ວ. ນອກຈາກນີ້, ເພື່ອເວົ້າໃຫ້ຊັດເຈນກໍຄື, ຄົນປະເພດນີ້ບໍ່ມີວິນຍານ; ພວກເຂົາເປັນພຽງຊາກສົບຍ່າງໄດ້. ພວກເຂົາບໍ່ມີຂໍ້ກຳນົດຂອງຕົນເອງກ່ຽວກັບການປະພຶດຕົນ ຫຼື ເສັ້ນທາງທີ່ຄົນເຮົາຄວນຍ່າງໄປ ແລະ ພວກເຂົາກໍບໍ່ໄດ້ພິຈາລະນາສິ່ງເຫຼົ່ານີ້. ເຫດຜົນທີ່ພວກເຂົາບໍ່ພິຈາລະນາສິ່ງເຫຼົ່ານີ້ກໍເພາະວ່າ ເຖິງແມ່ນວ່າພວກເຂົາຈະມີຮູບຮ່າງພາຍນອກເປັນມະນຸດ, ແຕ່ແກ່ນແທ້ຂອງພວກເຂົາກໍຄືຊາກສົບຍ່າງໄດ້, ເປັນເປືອກທີ່ວ່າງເປົ່າ. ຄົນປະເພດນີ້ມີທັດສະນະຄະຕິແບບໃຊ້ຊີວິດໄປເລື້ອຍໆເມື່ອເວົ້າເຖິງເລື່ອງຂອງຊີວິດ ແລະ ການເອົາຕົວລອດຂອງມະນຸດ. ເພື່ອໃຫ້ເວົ້າໄດ້ຢ່າງເຈາະຈົງ, “ການໃຊ້ຊີວິດໄປເລື້ອຍໆ” ໝາຍເຖິງການໃຊ້ຊີວິດໄປວັນໆ ແລະ ລໍຖ້າຄວາມຕາຍ, ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ, ໃຊ້ເວລາໃນແຕ່ລະມື້ໄປກັບການກິນ, ການດື່ມ ແລະ ຄວາມມ່ວນຊື່ນ. ພວກເຂົາໄປທຸກບ່ອນທີ່ມີຄວາມສຸກ ແລະ ສິ່ງໃດກໍຕາມທີ່ເຮັດໃຫ້ພວກເຂົາຮູ້ສຶກມີຄວາມສຸກ, ມ່ວນຊື່ນ ແລະ ສະບາຍທາງເນື້ອໜັງ, ນັ້ນຄືສິ່ງທີ່ພວກເຂົາຈະເຮັດ. ແຕ່ພວກເຂົາຈະຫຼີກລ່ຽງ ແລະ ຢູ່ໃຫ້ຫ່າງໄກຈາກສິ່ງໃດກໍຕາມທີ່ເຮັດໃຫ້ເນື້ອໜັງຂອງພວກເຂົາຕ້ອງທົນທຸກ ຫຼື ນຳມາເຊິ່ງຄວາມເຈັບປວດພາຍໃນ. ພວກເຂົາພຽງແຕ່ບໍ່ຢາກໃຫ້ເນື້ອໜັງຂອງພວກເຂົາຕ້ອງທົນກັບຄວາມຍາກລຳບາກ. ແນວໃດກໍຕາມ, ມີບາງຄົນທີ່ໄດ້ສຳຜັດກັບປະສົບການຊີວິດທີ່ຜ່ານການອົດທົນຕໍ່ຄວາມຍາກລຳບາກ. ຫຼື ໂດຍຜ່ານການປະເຊີນ ແລະ ການສຳຜັດກັບສິ່ງຕ່າງໆ, ພວກເຂົາເຮັດໃຫ້ຊີວິດຂອງພວກເຂົາບໍ່ວ່າງເປົ່າ ແລະ ພວກເຂົາສາມາດໄດ້ຮັບບາງສິ່ງຈາກມັນ. ໃນທີ່ສຸດ, ພວກເຂົາກໍໄດ້ຂໍ້ສະຫຼຸບວ່າຄົນເຮົາຄວນຍ່າງໄປໃນເສັ້ນທາງໃດ ແລະ ຄວນເປັນຄົນປະເພດໃດ. ຜ່ານປະສົບການຊີວິດ, ພວກເຂົາໄດ້ຮັບຫຼາຍສິ່ງ. ໃນດ້ານໜຶ່ງ, ພວກເຂົາສາມາດເບິ່ງທະລຸຄົນບາງຄົນໄດ້; ນອກຈາກນີ້, ພວກເຂົາຍັງສາມາດສະຫຼຸບໄດ້ວ່າຄົນເຮົາຄວນໃຊ້ຫຼັກການ ແລະ ວິທີການໃດເພື່ອປະຕິບັດຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ຄົນເຮົາຄວນດຳລົງຊີວິດແນວໃດຕະຫຼອດຊີວິດ. ບໍ່ວ່າສິ່ງທີ່ພວກເຂົາສະຫຼຸບໃນທີ່ສຸດນັ້ນຈະສອດຄ່ອງກັບຄວາມຈິງ ຫຼື ຂັດກັບຄວາມຈິງກໍຕາມ, ຢ່າງໜ້ອຍທີ່ສຸດ, ພວກເຂົາກໍໄດ້ຄິດໄຕ່ຕອງກ່ຽວກັບມັນ. ໃນທາງກົງກັນຂ້າມ, ຜູ້ທີ່ສາມາດຈາກເຮືອນຂອງພຣະເຈົ້າໄປໄດ້ຕະຫຼອດເວລານັ້ນບໍ່ມີຄວາມສົນໃຈໃນການໄລ່ຕາມຄວາມຈິງ ຫຼື ການປະຕິບັດໜ້າທີ່ຂອງຕົນໃນການເຊື່ອໃນພຣະເຈົ້າ. ພວກເຂົາຊອກຫາໂອກາດທີ່ຈະຕອບສະໜອງຄວາມປາຖະໜາອັນໂລບມາກ ແລະ ຄວາມມັກຂອງຕົນເອງຢູ່ສະເໝີ ແລະ ບໍ່ເຄີຍຢາກຮຽນຮູ້ທັກສະວິຊາຊີບຢ່າງດຸໝັ່ນໃນການປະຕິບັດໜ້າທີ່, ປະຕິບັດໜ້າທີ່ຂອງຕົນໃຫ້ດີ ຫຼື ດຳລົງຊີວິດທີ່ມີຄວາມໝາຍ. ພວກເຂົາພຽງແຕ່ຢາກເປັນຄືກັບຜູ້ບໍ່ມີຄວາມເຊື່ອ, ມີຄວາມສຸກ ແລະ ມ່ວນຊື່ນທຸກມື້. ດັ່ງນັ້ນ, ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຊອກຫາຄວາມມ່ວນຊື່ນ ແລະ ຄວາມບັນເທີງ, ພຽງເພື່ອຕອບສະໜອງຕໍ່ຄວາມສົນໃຈ ແລະ ຄວາມຢາກຮູ້ຢາກເຫັນຂອງຕົນເອງ. ຖ້າພວກເຂົາຕ້ອງປະຕິບັດໜ້າທີ່ພຽງໜ້າທີ່ດຽວຕໍ່ໄປ, ພວກເຂົາກໍຈະໝົດຄວາມສົນໃຈ ແລະ ບໍ່ມີແຮງຈູງໃຈທີ່ຈະເຮັດມັນຕໍ່ໄປອີກ. ສຳລັບຄົນປະເພດນີ້, ທັດສະນະຄະຕິຂອງພວກເຂົາຕໍ່ກັບຊີວິດກໍຄືການໃຊ້ຊີວິດໄປວັນໆ. ເບິ່ງຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາດຳລົງຊີວິດຢ່າງເສລີ ແລະ ສະບາຍໆ, ບໍ່ໄປວຸ້ນວາຍກັບຄົນອື່ນ. ພວກເຂົາເບິ່ງຄືວ່າມີຄວາມເບີກບານມ່ວນຊື່ນ ແລະ ບໍ່ມີຫ່ວງທຸກມື້, ສາມາດປັບຕົວເຂົ້າກັບສະຖານະການໄດ້ທຸກບ່ອນທີ່ພວກເຂົາໄປ. ບາງຄົນເຖິງກັບເບິ່ງຄືວ່າບໍ່ໄດ້ຮັບຜົນກະທົບ ແລະ ບໍ່ຖືກຜູກມັດໂດຍຮີດຄອງປະເພນີທາງໂລກ ຫຼື ທຳນຽມຄວາມສຳພັນລະຫວ່າງຂອງມະນຸດ, ເຮັດໃຫ້ເບິ່ງພາຍນອກຄືວ່າພວກເຂົາເປັນຄົນພິເສດ ແລະ ເໜືອຄົນທົ່ວໄປ. ແຕ່ທີ່ຈິງແລ້ວ, ແກ່ນແທ້ຂອງພວກເຂົາກໍຄືຊາກສົບເດີນໄດ້, ເປັນສິ່ງທີ່ບໍ່ມີວິນຍານ. ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນບໍ່ເຄີຍຍຶດໝັ້ນກັບສິ່ງໃດທີ່ພວກເຂົາເຮັດໄດ້ດົນ, ພວກເຂົາສາມາດຮັກສາຄວາມກະຕືລືລົ້ນໄດ້ພຽງຊົ່ວຄາວເທົ່ານັ້ນ. ແຕ່ຄົນທີ່ມີຈິດສຳນຶກ ແລະ ເຫດຜົນນັ້ນແຕກຕ່າງອອກໄປ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ໃດກໍຕາມ, ພວກເຂົາກໍຮຽນຮູ້ມັນຢ່າງຈິງຈັງ ແລະ ພະຍາຍາມເຮັດມັນໃຫ້ດີ. ພວກເຂົາສາມາດເຮັດບາງສິ່ງໃຫ້ສຳເລັດ ແລະ ສ້າງຄຸນຄ່າບາງຢ່າງ. ໃນດ້ານໜຶ່ງ, ພວກເຂົາສາມາດໄດ້ຮັບການຍອມຮັບຈາກຄົນອ້ອມຂ້າງ ແລະ ໃນເວລາດຽວກັນ, ພວກເຂົາກໍສາມາດຮູ້ສຶກໝັ້ນໃຈຢູ່ພາຍໃນ, ເຫັນວ່າພວກເຂົາສາມາດເຮັດບາງສິ່ງໄດ້ ແລະ ເປັນຄົນທີ່ມີປະໂຫຍດ, ບໍ່ແມ່ນຄົນທີ່ໄຮ້ຄ່າ. ຢ່າງໜ້ອຍທີ່ສຸດ, ຄົນທີ່ມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດຊາດກໍສາມາດບັນລຸໄດ້ເຖິງຂັ້ນນີ້. ແຕ່ສຳລັບຜູ້ທີ່ໃຊ້ຊີວິດໄປເລື້ອຍໆ, ພວກເຂົາບໍ່ເຄີຍຄິດເຖິງສິ່ງເຫຼົ່ານີ້. ບໍ່ວ່າພວກເຂົາຈະໄປໃສ, ມັນກໍເປັນພຽງການກິນ, ການດື່ມ ແລະ ຄວາມມ່ວນຊື່ນເທົ່ານັ້ນ. ພາຍນອກ, ອາດຈະເບິ່ງຄືວ່າພວກເຂົາດຳລົງຊີວິດຢ່າງເສລີ ແລະ ສຸກສະບາຍ, ແຕ່ທີ່ຈິງແລ້ວຄົນເຊັ່ນນີ້ບໍ່ມີຄວາມຄິດຢູ່ໃນຫົວຂອງພວກເຂົາເລີຍ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາບໍ່ເຄີຍຈິງຈັງ; ພວກເຂົາເຮັດແບບຜິວເຜີນສະເໝີ ແລະ ຖືກກະຕຸ້ນໂດຍຄວາມກະຕືລືລົ້ນທີ່ຢູ່ໄດ້ບໍ່ດົນ, ບໍ່ເຄີຍເຮັດຫຍັງສຳເລັດ. ພວກເຂົາຢາກໃຊ້ຊີວິດໄປວັນໆຕະຫຼອດຊີວິດ ແລະ ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍມີທັດສະນະຄະຕິແບບດຽວກັນນີ້, ແມ່ນແຕ່ການເຊື່ອໃນພຣະເຈົ້າຂອງພວກເຂົາກໍບໍ່ແມ່ນຂໍ້ຍົກເວັ້ນ. ເຈົ້າອາດຈະເຫັນວ່າໃນລະຫວ່າງຊ່ວງເວລາໃດໜຶ່ງ, ມັນເບິ່ງຄືວ່າລາວຈິງຈັງກັບການປະຕິບັດໜ້າທີ່ຫຼາຍພໍສົມຄວນ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍຄ່າຕອບແທນໄດ້, ແຕ່ບໍ່ວ່າໃຜຈະຊີ້ໃຫ້ເຫັນບັນຫາຂອງລາວ ຫຼື ບອກລາວວ່າຄວນເຮັດແນວໃດ, ລາວກໍບໍ່ເຄີຍຟັງຢ່າງຈິງຈັງ ແລະ ບໍ່ຍອມຮັບຄວາມຈິງເລີຍ. ລາວພຽງແຕ່ເຮັດສິ່ງຕ່າງໆຕາມທີ່ລາວຕ້ອງການ, ຕາບໃດທີ່ລາວມີຄວາມສຸກ, ມັນກໍດີສຳລັບລາວ. ແລະ ຖ້າລາວບໍ່ມີຄວາມສຸກ, ລາວກໍຈະອອກໄປມ່ວນຊື່ນ, ບໍ່ຟັງຄຳແນະນຳຂອງໃຜ. ໃນຫົວໃຈຂອງລາວ, ລາວຄິດວ່າ: “ຢ່າງໃດກໍຕາມ, ຂ້ອຍບໍ່ເຄີຍວາງແຜນທີ່ຈະເຊື່ອໃນພຣະເຈົ້າໃນໄລຍະຍາວ”. ຖ້າໃຜລິຮານລາວ, ລາວກໍສາມາດຈາກໄປໄດ້ທັນທີ. ນີ້ຄືໜຶ່ງໃນການສະແດງອອກຂອງຄົນທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລາ.

ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນມີການສະແດງອອກອີກປະເພດໜຶ່ງ. ບາງຄົນ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີ, ບໍ່ວ່າພວກເຂົາຈະເບິ່ງຄືວ່າມີຮາກຖານ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະເຄີຍປະຕິບັດໜ້າທີ່ຫຍັງມາກ່ອນ, ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດທີ່ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວຂອງພວກເຂົາ, ກໍສາມາດຫາຍຕົວໄປເສີຍໆໄດ້. ໃນທຸກເວລາ, ເປັນໄປໄດ້ທີ່ຄົນອື່ນຈະຂາດການຕິດຕໍ່ກັບພວກເຂົາ ແລະ ບໍ່ເຫັນພວກເຂົາໃນຄຣິສຕະຈັກອີກຕໍ່ໄປ, ໂດຍທີ່ບໍ່ຮູ້ເລີຍວ່າເກີດຫຍັງຂຶ້ນກັບພວກເຂົາ. ບາງຄົນ, ເມື່ອພົບພໍ້ກັບເພດກົງກັນຂ້າມທີ່ພະຍາຍາມລໍ້ລວງພວກເຂົາ, ກໍຈະເຊົາປະຕິບັດໜ້າທີ່ ແລະ ອອກໄປນັດພົບ, ຈົນຕິດຕໍ່ບໍ່ໄດ້ເລີຍ. ຍັງມີຄົນອື່ນທີ່ລູກໆຂອງພວກເຂົາເຖິງໄວແຕ່ງງານ ແລະ ພວກເຂົາກໍຫຍຸ້ງຢູ່ກັບການຈັດງານແຕ່ງງານຂອງລູກໆ, ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ ແລະ ບໍ່ເຂົ້າຮ່ວມການເຕົ້າໂຮມອີກຕໍ່ໄປ. ບໍ່ວ່າໃຜຈະຕາມຫາພວກເຂົາ, ພວກເຂົາກໍຈະຖືກໄລ່ກັບໄປຢູ່ໜ້າປະຕູ. ບາງຄົນ, ເມື່ອພໍ່ແມ່ ຫຼື ຄູ່ສົມລົດຂອງພວກເຂົາເຈັບປ່ວຍ ແລະ ເຂົ້າຮັບການປິ່ນປົວໃນໂຮງໝໍ ຫຼື ເມື່ອມີເລື່ອງໃຫຍ່ເກີດຂຶ້ນ ຫຼື ເກີດໄພພິບັດທີ່ບໍ່ຄາດຄິດຢູ່ເຮືອນ, ຖ້າເປັນຜູ້ເຊື່ອໃນພຣະເຈົ້າແທ້ໆ ກໍໄດ້ໃຫ້ຄຳອະທິບາຍໂດຍກ່າວວ່າ: “ຊ່ວງນີ້ມີເລື່ອງບາງຢ່າງຢູ່ເຮືອນທີ່ຂ້ານ້ອຍຕ້ອງເບິ່ງແຍງ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ສາມາດເຂົ້າຮ່ວມການເຕົ້າໂຮມໄດ້. ຂ້ານ້ອຍຕ້ອງຂໍລາພັກ ແລະ ຖ້າພວກເຈົ້າສາມາດຫາຄົນທີ່ເໝາະສົມໄດ້, ກະລຸນາໃຫ້ພວກເຂົາມາເຮັດໜ້າທີ່ແທນຂ້ານ້ອຍຊົ່ວຄາວໂດຍບໍ່ຕ້ອງຊັກຊ້າ”. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະແຈ້ງໃຫ້ຮູ້ ແລະ ໃຫ້ຄຳອະທິບາຍ. ແຕ່ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນຕັດການຕິດຕໍ່ກັບຄຣິສຕະຈັກໂດຍບໍ່ເວົ້າຫຍັງຈັກຄຳ ແລະ ບໍ່ວ່າອ້າຍເອື້ອຍນ້ອງຈະພະຍາຍາມແນວໃດ, ພວກເຂົາກໍບໍ່ສາມາດຕິດຕໍ່ໄດ້. ບໍ່ແມ່ນວ່າພວກເຂົາບໍ່ມີຊ່ອງທາງທີ່ຈະຕິດຕໍ່ໄດ້, ມີຫຼາຍວິທີທີ່ສາມາດຕິດຕໍ່ພວກເຂົາໄດ້, ແຕ່ພວກເຂົາພຽງແຕ່ບໍ່ຕ້ອງການຕິດຕໍ່ ຫຼື ຕອບກັບອ້າຍເອື້ອຍນ້ອງ. ພວກເຂົາກ່າວວ່າ: “ເປັນຫຍັງຂ້ອຍຕ້ອງຕິດຕໍ່ກັບເຈົ້າ? ຂ້ອຍປະຕິບັດໜ້າທີ່ດ້ວຍຄວາມສະໝັກໃຈ; ຂ້ອຍບໍ່ໄດ້ຮັບເງິນເດືອນ. ຖ້າຂ້ອຍຢາກຈະຈາກໄປ, ຂ້ອຍກໍຈະຈາກໄປ! ຖ້າມີເລື່ອງຫຍັງເກີດຂຶ້ນຢູ່ເຮືອນ, ນັ້ນເປັນເລື່ອງສ່ວນຕົວຂອງຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕ້ອງແຈ້ງໃຫ້ເຈົ້າຮູ້ ແລະ ເຈົ້າກໍບໍ່ມີສິດທີ່ຈະຮູ້!” ບາງຄົນຈາກໄປໜຶ່ງເດືອນ ຫຼື ສອງເດືອນແລ້ວກໍກັບມາລາຍງານຕົວໂດຍບໍ່ຮູ້ສຶກອັບອາຍເລີຍ, ເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ບາງຄົນຈາກໄປສອງປີ ຫຼື ສາມປີ ແລະ ຕິດຕໍ່ບໍ່ໄດ້ເລີຍ. ຄົນໃນຄຣິສຕະຈັກ, ທີ່ບໍ່ຮູ້ສະຖານະການ, ກໍຄິດວ່າເນື່ອງຈາກຄົນຜູ້ນີ້ເຊື່ອໃນພຣະເຈົ້າມາຫຼາຍປີ, ເປັນໄປບໍ່ໄດ້ທີ່ພວກເຂົາຈະອອກຈາກຄຣິສຕະຈັກ. ພວກເຂົາສັນນິຖານວ່າຕ້ອງມີເລື່ອງບໍ່ຄາດຝັນເກີດຂຶ້ນ ແລະ ກັງວົນວ່າພວກເຂົາອາດຈະຖືກພັກກອມມູນິດຈີນຈັບຕົວໄປ. ໃນຄວາມເປັນຈິງ, ມັນເປັນພຽງແຕ່ວ່າຄົນຜູ້ນັ້ນບໍ່ຕ້ອງການເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ຈາກໄປໂດຍບໍ່ແຈ້ງໃຫ້ອ້າຍເອື້ອຍນ້ອງຮູ້. ບາງຄົນຈາກໄປປະມານສິບວັນແລ້ວກໍກັບມາ. ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ເຊື່ອອີກຕໍ່ໄປແລ້ວ. ບາງຄົນຈາກໄປແລ້ວກໍຫາຍໄປສອງປີ ຫຼື ສາມປີ, ພວກເຈົ້າຈະບອກວ່າພວກເຂົາບໍ່ເຊື່ອອີກຕໍ່ໄປແລ້ວ ຫຼື ບໍ່? (ແມ່ນແລ້ວ.) ພວກເຂົາບໍ່ໄດ້ເຊື່ອອີກຕໍ່ໄປແລ້ວແທ້ໆ ແລະ ພວກເຂົາຄວນຖືກຂີດຊື່ອອກ. ນີ້ບໍ່ແມ່ນການຈາກໄປແບບທຳມະດາ; ພວກເຂົາບໍ່ໄດ້ເຊື່ອອີກຕໍ່ໄປແລ້ວ. ຈາກມຸມມອງຂອງມະນຸດ, ສິ່ງນີ້ເອີ້ນວ່າການບໍ່ເຊື່ອອີກຕໍ່ໄປ. ພຣະເຈົ້າຊົງເບິ່ງເລື່ອງນີ້ແນວໃດ? ໃນສາຍພຣະເນດຂອງພຣະເຈົ້າ, ສິ່ງນີ້ເອີ້ນວ່າການປະຕິເສດພຣະເຈົ້າ, ການບໍ່ຕິດຕາມພຣະເຈົ້າ ແລະ ເປັນການປະຖິ້ມພຣະເຈົ້າ. ແຕ່ຈາກມຸມມອງຂອງພວກເຂົາ, ພວກເຂົາຄິດວ່າ: “ຂ້ອຍຍັງບໍ່ໄດ້ປະຖິ້ມພຣະເຈົ້າ; ຂ້ອຍຍັງຄົງເຊື່ອໃນພຣະເຈົ້າໃນໃຈຂອງຂ້ອຍ!” ເຫັນບໍ່? ພວກເຂົາພຽງແຕ່ບອກປັດເລື່ອງນີ້ໄປຢ່າງງ່າຍໆ. ຍັງມີຄົນອື່ນທີ່ເຊົາເຂົ້າຮ່ວມການເຕົ້າໂຮມ ແລະ ເຊົາປະຕິບັດໜ້າທີ່ພຽງເພາະວ່າພວກເຂົາອາລົມບໍ່ດີ ຫຼື ຮູ້ສຶກບໍ່ພໍໃຈ, ເພາະວ່າພວກເຂົາຄິດວ່າການປະຕິບັດໜ້າທີ່ນັ້ນຍາກ ແລະ ເມື່ອຍເກີນໄປ ຫຼື ເພາະວ່າພວກເຂົາຖືກລິຮານໜ້ອຍໜຶ່ງ. ພວກເຂົາຈາກໄປໂດຍບໍ່ໄດ້ອະທິບາຍຫຍັງກ່ຽວກັບວຽກທີ່ພວກເຂົາມີຢູ່, ໂດຍກ່າວວ່າ: “ບໍ່ມີໃຜຕິດຕໍ່ຂ້ອຍ. ຂ້ອຍບໍ່ມີຄວາມສຸກ ແລະ ຂ້ອຍບໍ່ຕ້ອງການເຊື່ອອີກຕໍ່ໄປ!” ເມື່ອພວກເຂົາອາລົມບໍ່ດີ, ມັນສາມາດຢູ່ໄດ້ເປັນປີ ຫຼື ປະມານນັ້ນ. ຄົນຜູ້ນີ້ຊ່າງມີອັດຕະຫຼາຍແທ້ໆ, ໃຊ້ເວລາເປັນປີ ຫຼື ເຄິ່ງປີກໍຍັງບໍ່ເຊົາຄຽດ! ບາງຄົນຮັບໜ້າທີ່ເປັນຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ແຕ່ບໍ່ພຽງພວກເຂົາຈະບໍ່ເຮັດວຽກໃຫ້ດີ, ພວກເຂົາຍັງກະທຳຜິດແບບບໍ່ຄິດໃຫ້ດີ, ນຳມາເຊິ່ງການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ຕໍ່ມາ, ອ້າຍເອື້ອຍນ້ອງກໍບໍ່ເລືອກພວກເຂົາ ແລະ ຍັງແຍກແຍະ ແລະ ເປີດໂປງພວກເຂົາໃນການໂອ້ລົມ. ດັ່ງນັ້ນ ພວກເຂົາຈຶ່ງເລີ່ມຄິດວ່າ: “ນີ້ແມ່ນການປະນາມຂ້ອຍຫວາ? ຂ້ອຍພຽງແຕ່ເຮັດວຽກໄດ້ບໍ່ດີ, ມັນເປັນເລື່ອງໃຫຍ່ຂະໜາດນັ້ນເລີຍບໍ? ເປັນຫຍັງພວກເຂົາຈຶ່ງໂອ້ລົມ ແລະ ເປີດໂປງຂ້ອຍແບບນີ້? ຕະຫຼອດຫຼາຍປີທີ່ຜ່ານມາ, ຂ້ອຍບໍ່ເຄີຍໄດ້ຮັບຄວາມທຸກໃຈແບບນີ້ມາກ່ອນ! ກ່ອນທີ່ຂ້ອຍຈະເຊື່ອໃນພຣະເຈົ້າ, ຂ້ອຍເປັນຝ່າຍຕຳໜິຜູ້ອື່ນສະເໝີ; ບໍ່ເຄີຍມີໃຜຕຳໜິຂ້ອຍ. ຂ້ອຍເຄີຍທົນທຸກທໍລະມານແບບນີ້ມາກ່ອນເມື່ອໃດ? ພວກເຈົ້າທຸກຄົນກຳລັງຂົ່ມເຫັງຂ້ອຍ, ເຮັດໃຫ້ຂ້ອຍຮູ້ສຶກອັບອາຍ. ຂ້ອຍຈະບໍ່ເຊື່ອອີກຕໍ່ໄປ!” ທໍ່ນັ້ນແຫຼະ, ພວກເຂົາກໍເຊົາເຊື່ອເລີຍ. ຜູ້ທີ່ເວົ້າເຊັ່ນນີ້ບໍ່ແມ່ນແຕ່ຄົນໜຸ່ມສາວ, ບາງຄົນເປັນຜູ້ທີ່ເຊື່ອໃນພຣະເຈົ້າມາແປດປີ ຫຼື ສິບປີ ແລະ ຢູ່ໃນໄວສີ່ສິບ ຫຼື ຫ້າສິບ, ແຕ່ພວກເຂົາກໍສາມາດເວົ້າເຊັ່ນນີ້ໄດ້ເມື່ອພວກເຂົາບໍ່ມີຄວາມສຸກ. ຄົນເຊັ່ນນີ້ມີທີ່ສຳລັບພຣະເຈົ້າໃນໃຈຂອງພວກເຂົາບໍ? ພວກເຂົາຖືວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດບໍ? ເປັນເລື່ອງປົກກະຕິທີ່ຈະຮູ້ສຶກໃນດ້ານລົບ ແລະ ອ່ອນແອໜ້ອຍໜຶ່ງເມື່ອຖືກລິຮານ ຫຼື ເມື່ອປະເຊີນກັບໄພພິບັດ ຫຼື ຄວາມລົ້ມເຫຼວ, ແຕ່ສິ່ງເຫຼົ່ານີ້ບໍ່ຄວນນຳໄປສູ່ການບໍ່ເຊື່ອໃນພຣະເຈົ້າ. ຄົນເຊັ່ນນີ້ບໍ່ແມ່ນຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າ. ຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າສາມາດຢືນຢັດໃນຄວາມເຊື່ອຂອງພວກເຂົາໄດ້ເຖິງວ່າພວກເຂົາຈະຖືກຈັບກຸມ ແລະ ຖືກຂົ່ມເຫັງ, ນີ້ຕ່າງຫາກຄືຜູ້ທີ່ມີຄຳພະຍານ. ບາງຄົນ, ເມື່ອປະເຊີນກັບໄພທຳມະຊາດເລັກນ້ອຍ, ຖ້າອ້າຍເອື້ອຍນ້ອງບໍ່ຮູ້ເລື່ອງນີ້ ຫຼື ຮູ້ຊ້າໄປໜ້ອຍໜຶ່ງ ແລະ ໄດ້ຊ່ວຍພວກເຂົາບໍ່ທັນເວລາ, ກໍເລີ່ມຄິດວ່າ: “ຂ້ອຍກຳລັງປະເຊີນກັບຄວາມຍາກລຳບາກ ແລະ ບໍ່ມີໃຜສົນໃຈຂ້ອຍເລີຍ. ດັ່ງນັ້ນ, ພວກເຂົາໄດ້ດູຖູກຂ້ອຍ! ການເຊື່ອໃນພຣະເຈົ້າບໍ່ມີປະໂຫຍດຫຍັງ. ຂ້ອຍຈະບໍ່ເຊື່ອອີກຕໍ່ໄປ!” ພຽງເພາະເລື່ອງນ້ອຍໆເຊັ່ນນີ້, ພວກເຂົາກໍສາມາດເຊົາເຊື່ອໃນພຣະເຈົ້າໄດ້. ນີ້ຄືໜຶ່ງໃນການສະແດງອອກຂອງຄົນທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລາ.

ຍັງມີອີກສະຖານະການໜຶ່ງສຳລັບຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລາ. ພັກກອມມູນິດຈີນ, ເພື່ອທີ່ຈະດຶງດູດພວກເຂົາມາເປັນຝ່າຍຂອງຕົນ, ກໍສະເໜີວຽກທີ່ດີໃຫ້ພວກເຂົາ, ໂດຍກ່າວກັບພວກເຂົາວ່າ: “ເຈົ້າບໍ່ໄດ້ຫຍັງເລີຍຈາກການເຊື່ອໃນພຣະເຈົ້າ. ເຈົ້າຈະມີອະນາຄົດຫຍັງໄດ້? ພວກເຮົາໄດ້ຫາຕຳແໜ່ງໃນບໍລິສັດຕ່າງປະເທດໃຫ້ເຈົ້າແລ້ວ, ທັງມີເງິນເດືອນສູງ, ສະຫວັດດີການດີ ແລະ ມີປະກັນສັງຄົມ. ເຈົ້າບໍ່ມີອະນາຄົດໃນການເຊື່ອໃນພຣະເຈົ້າດອກ; ມັນດີກວ່າທີ່ຈະເຮັດວຽກ, ຫາເງິນ ແລະ ໃຊ້ຊີວິດທີ່ດີ”. ໃນທີ່ສຸດ, ລາວກໍອອກຈາກຄຣິສຕະຈັກ ແລະ ໄປເຮັດວຽກ. ບາງຄົນເວົ້າວ່າ: “ມື້ວານນີ້ຄົນຜູ້ນີ້ຍັງປະຕິບັດໜ້າທີ່ຂອງຕົນຢູ່ໃນຄຣິສຕະຈັກຢູ່ເລີຍ. ເປັນຫຍັງມື້ນີ້ລາວຈຶ່ງເກັບເຄື່ອງ ແລະ ຈາກໄປແລ້ວ?” ລາວກຳລັງຈະໄປເຮັດວຽກ ແລະ ຫາເງິນ; ລາວບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ. ລາວຈາກໄປໂດຍບໍ່ເວົ້າຫຍັງຈັກຄຳ ແລະ ຕັ້ງແຕ່ນັ້ນມາ, ລາວກໍຕ່າງຄົນຕ່າງຢູ່ຈາກອ້າຍເອື້ອຍນ້ອງ, ບໍ່ມີຫຍັງກ່ຽວຂ້ອງກັນອີກ. ລາວຕ້ອງການໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ, ເພື່ອໃຫ້ມີໜ້າມີຕາໃນສັງຄົມ ແລະ ລາວກໍບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ. ຍັງມີຄົນທີ່ໃນຂະນະທີ່ກຳລັງເທດສະໜາພຣະກິດຕິຄຸນ, ໄດ້ພົບຄົນທີ່ພວກເຂົາມັກ, ແລ້ວກໍໄປກ່ຽວຂ້ອງກັບຄົນຜູ້ນັ້ນ ແລະ ອອກໄປໃຊ້ຊີວິດຮ່ວມກັນ. ບໍ່ພຽງແຕ່ພວກເຂົາຈະເຊົາປະຕິບັດໜ້າທີ່, ແຕ່ພວກເຂົາເຖິງກັບເຊົາເຊື່ອໃນພຣະເຈົ້າ. ພໍ່ແມ່ຂອງພວກເຂົາຢູ່ເຮືອນກໍຍັງບໍ່ຮູ້, ຄິດວ່າພວກເຂົາກຳລັງປະຕິບັດໜ້າທີ່ຢູ່ໃນເຮືອນຂອງພຣະເຈົ້າ. ໃນຄວາມເປັນຈິງ, ພວກເຂົາໄດ້ຫາຍໜ້າຫາຍຕາໄປດົນແລ້ວ, ໃຜຈະຮູ້, ພວກເຂົາອາດຈະມີລູກແລ້ວກໍເປັນໄດ້. ການປະຕິບັດໜ້າທີ່ເປັນສິ່ງສຳຄັນຫຼາຍ, ແຕ່ພວກເຂົາກໍຍັງສາມາດປະຖິ້ມວຽກງານທີ່ສຳຄັນເຊັ່ນການເທດສະໜາພຣະກິດຕິຄຸນໄດ້. ເມື່ອພວກເຂົາພົບຄົນທີ່ພວກເຂົາມັກ ຫຼື ຄົນທີ່ມັກພວກເຂົາ, ຄຳເວົ້າທີ່ລໍ້ລວງ ແລະ ເປັນຕາໜ້າຫຼົງໄຫຼພຽງບໍ່ເທົ່າໃດຄຳຈາກຄົນຜູ້ນັ້ນກໍພຽງພໍທີ່ຈະຊັກນຳພວກເຂົາໄປ. ພວກເຂົາຊ່າງເປັນຄົນບໍ່ໜັກແໜ້ນ ແລະ ມັກງ່າຍ, ສາມາດຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະເຈົ້າໄດ້ຕະຫຼອດເວລາ ແລະ ທຸກສະຖານທີ່. ບໍ່ວ່າຄົນເຊັ່ນນີ້ຈະເຊື່ອໃນພຣະເຈົ້າມາຈັກປີ ຫຼື ໄດ້ຟັງຄຳເທດສະໜາມາຫຼາຍເທົ່າໃດ, ພວກເຂົາກໍຍັງບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ສຳລັບພວກເຂົາແລ້ວ, ການເຊື່ອໃນພຣະເຈົ້າບໍ່ແມ່ນສິ່ງສຳຄັນເລີຍ ແລະ ການປະຕິບັດໜ້າທີ່ກໍບໍ່ໄດ້ມີຄວາມສຳຄັນເຊັ່ນກັນ, ເພື່ອເຫັນແກ່ການໄດ້ຮັບພອນ, ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີທາງເລືອກນອກຈາກຈະເຮັດສິ່ງເຫຼົ່ານີ້. ທັນທີທີ່ມີເລື່ອງສ່ວນຕົວ ຫຼື ບັນຫາຄອບຄົວ, ພວກເຂົາກໍສາມາດຈາກໄປໄດ້ໃນທັນທີ. ເມື່ອພວກເຂົາພົບພໍ້ກັບໄພທຳມະຊາດໜ້ອຍດຽວ, ພວກເຂົາກໍສາມາດເຊົາເຊື່ອໄດ້ໃນທັນທີ. ທຸກສິ່ງສາມາດຂັດຂວາງການເຊື່ອໃນພຣະເຈົ້າຂອງພວກເຂົາໄດ້; ທຸກເລື່ອງສາມາດເຮັດໃຫ້ພວກເຂົາກາຍເປັນຄົນຄິດລົບ ແລະ ປະຖິ້ມໜ້າທີ່ຂອງຕົນ. ພວກເຂົາເປັນຄົນປະເພດໃດກັນ? ຄຳຖາມນີ້ຊ່າງສົມຄວນແກ່ການໄຕ່ຕອງຢ່າງເລິກເຊິ່ງແທ້ໆ!

ຄົນທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນແມ່ນຄົນປະເພດໃດ? ປະເພດໜຶ່ງແມ່ນຄົນທີ່ບໍ່ມີສະໝອງ, ບໍ່ມີຄວາມຄິດ, ເປັນຄົນໂງ່ຈ້າທີ່ບໍ່ຮູ້ວ່າເປັນຫຍັງພວກເຂົາຈຶ່ງເຊື່ອໃນພຣະເຈົ້າ, ບໍ່ວ່າພວກເຂົາຈະເຊື່ອມາຈັກປີແລ້ວກໍຕາມ. ພວກເຂົາບໍ່ຮູ້ເລີຍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງກັນແທ້. ອີກປະເພດໜຶ່ງແມ່ນຜູ້ບໍ່ເຊື່ອທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າເລີຍ ແລະ ບໍ່ເຂົ້າໃຈຄວາມໝາຍ ຫຼື ຄຸນຄ່າຂອງການເຊື່ອໃນພຣະເຈົ້າ. ການຟັງຄຳເທດສະໜາ ແລະ ການອ່ານພຣະທຳຂອງພຣະເຈົ້າ, ສຳລັບພວກເຂົາແລ້ວ, ກໍຄືກັບການສຶກສາເທວະວິທະຍາ ຫຼື ການຮຽນຮູ້ຄວາມຮູ້ດ້ານວິຊາຊີບບາງຢ່າງ, ເມື່ອພວກເຂົາເຂົ້າໃຈ ແລະ ສາມາດເວົ້າກ່ຽວກັບມັນໄດ້, ພວກເຂົາກໍຖືວ່າມັນຈົບພຽງເທົ່ານັ້ນ. ພວກເຂົາບໍ່ເຄີຍນຳມັນໄປປະຕິບັດເລີຍ. ສຳລັບພວກເຂົາ, ພຣະທຳຂອງພຣະເຈົ້າເປັນພຽງທິດສະດີ, ເປັນຄຳຂວັນ ແລະ ບໍ່ສາມາດກາຍເປັນຊີວິດຂອງພວກເຂົາໄດ້ເລີຍ. ສະນັ້ນ, ສຳລັບຄົນເຫຼົ່ານີ້, ທຸກສິ່ງທີ່ກ່ຽວຂ້ອງກັບການເຊື່ອໃນພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຂົາມີຄວາມສົນໃຈ. ສິ່ງຕ່າງໆ ເຊັ່ນ: ການປະຕິບັດໜ້າທີ່, ການໄລ່ຕາມຄວາມຈິງ, ການປະຕິບັດພຣະທຳຂອງພຣະເຈົ້າ, ການເຕົ້າໂຮມກັບອ້າຍເອື້ອຍນ້ອງ ແລະ ການດຳລົງຊີວິດໃນຄຣິສຕະຈັກຮ່ວມກັນ ແລະ ອື່ນໆ ບໍ່ມີສິ່ງດຶງດູດໃຈສຳລັບພວກເຂົາເລີຍ ແລະ ບໍ່ມີສິ່ງໃດທີ່ນຳຄວາມສຸກ ແລະ ຄວາມຕື່ນເຕັ້ນມາໃຫ້ພວກເຂົາຄືກັບການກິນ, ການດື່ມ ແລະ ຄວາມມ່ວນຊື່ນ. ໃນທາງກົງກັນຂ້າມ, ຜູ້ເຊື່ອທີ່ຈິງໃຈໃນພຣະເຈົ້າຮູ້ສຶກວ່າການຢູ່ຮ່ວມກັບອ້າຍເອື້ອຍນ້ອງເພື່ອໂອ້ລົມຄວາມຈິງ ຫຼື ດຳລົງຊີວິດໃນຄຣິສຕະຈັກສາມາດນຳຜົນປະໂຫຍດ ແລະ ສິ່ງທີ່ໄດ້ຮັບມາໃຫ້ແກ່ພວກເຂົາສະເໝີ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະປະເຊີນກັບອັນຕະລາຍ ແລະ ການຂົ່ມເຫັງ ຫຼື ສ່ຽງໄພໃນການເທດສະໜາພຣະກິດຕິຄຸນ ແລະ ອົດທົນຕໍ່ຄວາມຍາກລຳບາກໃນການປະຕິບັດໜ້າທີ່ຂອງຕົນ, ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາກໍໄດ້ຮັບຄວາມເຂົ້າໃຈໃນຄວາມຈິງ ແລະ ບັນລຸຜົນຂອງການຮູ້ຈັກພຣະເຈົ້າຜ່ານການອົດທົນຕໍ່ຄວາມຍາກລຳບາກ ແລະ ການຈ່າຍຄ່າຕອບແທນ ແລະ ຄວາມຍາກລຳບາກ ແລະ ຄ່າຕອບແທນນີ້ກໍຈະນຳມາເຊິ່ງການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ. ຫຼັງຈາກທີ່ຊັ່ງຊາ ແລະ ປະເມີນທັງໝົດນີ້ແລ້ວ, ລາວກໍຮູ້ສຶກວ່າການເຊື່ອໃນພຣະເຈົ້າເປັນສິ່ງທີ່ດີ ແລະ ການທີ່ສາມາດເຂົ້າໃຈຄວາມຈິງໄດ້ນັ້ນມີຄຸນຄ່າຢ່າງບໍ່ໜ້າເຊື່ອ. ຫົວໃຈຂອງລາວກໍມີຄວາມຜູກພັນກັບຄຣິສຕະຈັກເປັນພິເສດ ແລະ ລາວບໍ່ເຄີຍຄິດທີ່ຈະອອກຈາກຊີວິດໃນຄຣິສຕະຈັກ. ຖ້າລາວເຫັນບຸກຄົນຈຳນວນໜຶ່ງຖືກສົ່ງໄປກຸ່ມ B ຫຼື ຖືກແຍກອອກ ຫຼື ຖືກກຳຈັດອອກໂດຍຄຣິສຕະຈັກຍ້ອນການລົບກວນວຽກງານຂອງຄຣິສຕະຈັກ, ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈກໍຈະຮູ້ສຶກທຸກທໍລະມານໃນຫົວໃຈຂອງພວກເຂົາ. ພວກເຂົາຄິດວ່າ: “ຂ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ອຍຢ່າງດຸໝັ່ນ. ຂ້ອຍຈະຕ້ອງບໍ່ຖືກກຳຈັດອອກຢ່າງເດັດຂາດ. ການຖືກກຳຈັດອອກເທົ່າກັບການຖືກລົງໂທດ, ຊຶ່ງໝາຍເຖິງຜົນທີ່ໄດ້ມານັ້ນກໍຄືການຕົກນະຮົກ! ແລ້ວການມີຊີວິດຢູ່ຈະມີຄວາມໝາຍຫຍັງ?” ຄົນສ່ວນໃຫຍ່ຢ້ານການອອກຈາກຄຣິສຕະຈັກ; ພວກເຂົາຮູ້ສຶກວ່າເມື່ອໃດທີ່ພວກເຂົາອອກຈາກຄຣິສຕະຈັກ ແລະ ໄປຈາກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດດຳລົງຊີວິດຕໍ່ໄປໄດ້ ແລະ ທຸກຢ່າງກໍຈະສິ້ນສຸດລົງ. ແຕ່ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນເຫັນວ່າການອອກຈາກຄຣິສຕະຈັກໄປເປັນເລື່ອງປົກກະຕິ, ຄືກັບການລາອອກຈາກວຽກເພື່ອໄປຫາວຽກໃໝ່. ພວກເຂົາບໍ່ເຄີຍຮູ້ສຶກທຸກໃຈ ຫຼື ເຈັບປວດພາຍໃນ. ພວກເຈົ້າຄິດວ່າຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນມີຈິດສຳນຶກ ຫຼື ເຫດຜົນບໍ? ຄົນເຊັ່ນນີ້ຊ່າງບໍ່ໜ້າເຊື່ອແທ້ໆ! ບາງຄົນປະຕິບັດໜ້າທີ່ບໍ່ໄດ້ມາດຕະຖານ ແລະ ພວກເຂົາກໍກະທຳຜິດໂດຍບໍ່ຄິດໃຫ້ດີສະເໝີ, ນຳມາເຊິ່ງການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ຄຣິສຕະຈັກຈຶ່ງໃຫ້ພວກເຂົາເຊົາປະຕິບັດໜ້າທີ່ ແລະ ສົ່ງພວກເຂົາໄປຄຣິສຕະຈັກທຳມະດາ. ແລ້ວຜົນເປັນແນວໃດ? ໃນມື້ຕໍ່ມາ, ພວກເຂົາກໍປະພຶດຕົນຄືກັບເປັນຄົນລະຄົນ, ເລີ່ມຕົ້ນຊີວິດໃໝ່ທັງໝົດ. ບາງຄົນກໍເລີ່ມນັດພົບ ແລະ ແຕ່ງງານ, ບາງຄົນກໍເລີ່ມຊອກວຽກ, ບາງຄົນກໍໄປຮຽນມະຫາວິທະຍາໄລ ແລະ ຍັງມີບາງຄົນທີ່ກັບໄປຕິດຕໍ່ກັບໝູ່ເກົ່າ, ສ້າງສາຍສຳພັນ ແລະ ຊອກຫາໂອກາດທີ່ຈະລໍ້າລວຍ. ຄົນເຫຼົ່ານີ້ເຂົ້າໄປປະປົນກັບໂລກອັນກວ້າງໃຫຍ່ຢ່າງວ່ອງໄວ, ຫາຍເຂົ້າໄປໃນກີບເມກ, ມັນເກີດຂຶ້ນໄວແບບນັ້ນແຫຼະ. ອ້າຍເອື້ອຍນ້ອງບາງຄົນ, ຫຼັງຈາກທີ່ຖືກສົ່ງໄປຄຣິສຕະຈັກທຳມະດາຍ້ອນຜົນງານໃນການປະຕິບັດໜ້າທີ່ບໍ່ດີ, ກໍຜ່ານຊ່ວງເວລາແຫ່ງຄວາມທຸກທໍລະມານ ແຕ່ກໍສາມາດໄຕ່ຕອງຕົນເອງ ແລະ ຮັບຮູ້ບັນຫາຂອງຕົນເອງ, ເຊິ່ງຈະສະແດງທ່າທີຂອງການກັບໃຈ. ແນວໃດກໍຕາມ, ຜູ້ທີ່ສາມາດຈາກຄຣິສຕະຈັກໄປໄດ້ຕະຫຼອດເວລານັ້ນ, ທັນທີທີ່ພວກເຂົາພົບພໍ້ກັບຄວາມຍາກລຳບາກ, ກໍບໍ່ຢາກປະຕິບັດໜ້າທີ່ຂອງຕົນອີກຕໍ່ໄປ ແລະ ອອກໄປຈາກຄຣິສຕະຈັກໃນມື້ຕໍ່ມາ, ກັບຄືນສູ່ຊີວິດຂອງຜູ້ບໍ່ມີຄວາມເຊື່ອ. ພວກເຂົາບໍ່ໄດ້ຮູ້ສຶກເຈັບປວດເລີຍ ແລະ ເຖິງກັບຄິດວ່າ: “ການເຊື່ອໃນພຣະເຈົ້າມີຫຍັງດີ? ເຈົ້າຖືກເຢາະເຢີ້ຍ ແລະ ໃສ່ຮ້າຍປ້າຍສີຈາກຄົນອື່ນຢູ່ຕະຫຼອດ ແລະ ເຈົ້າອາດຈະຖືກຈັບ ແລະ ຕິດຄຸກ. ຖ້າມັງກອນແດງທີ່ຍິ່ງໃຫຍ່ທຸບຕີຂ້ອຍຈົນຕາຍ, ຊີວິດຂອງຂ້ອຍຈະບໍ່ເສຍຖິ້ມໄປລ້າໆບໍ? ຂ້ອຍໄດ້ອົດທົນຕໍ່ຄວາມຍາກລຳບາກຫຼາຍຢ່າງໃນການເຊື່ອໃນພຣະເຈົ້າຕະຫຼອດຫຼາຍປີມານີ້, ແຕ່ຂ້ອຍໄດ້ຫຍັງແດ່? ຖ້າຂ້ອຍບໍ່ໄດ້ເຊື່ອໃນພຣະເຈົ້າ, ຕອນນີ້ຂ້ອຍຄົງຈະໄດ້ເປັນເຈົ້າໜ້າທີ່, ຫາເງິນໄດ້ ແລະ ດຳລົງຊີວິດທີ່ສູງສົ່ງໄປແລ້ວ! ການທີ່ໄດ້ເຊື່ອໃນພຣະເຈົ້າມາຈົນເຖິງຕອນນີ້, ຂ້ອຍເຖິງກັບຮູ້ສຶກເສຍໃຈ, ຖ້າຂ້ອຍຮູ້ວ່າມັນຈະເປັນແບບນີ້, ຂ້ອຍຄົງຈະຈາກໄປດົນແລ້ວ! ການເຂົ້າໃຈຄວາມຈິງຈະມີປະໂຫຍດຫຍັງ? ຄວາມເຂົ້າໃຈນັ້ນສາມາດເຮັດໃຫ້ເຈົ້າອີ່ມທ້ອງ ຫຼື ຈ່າຍຄ່າໃຊ້ຈ່າຍຕ່າງໆໄດ້ບໍ?” ເຫັນບໍ່? ບໍ່ພຽງແຕ່ພວກເຂົາຈະບໍ່ມີຄວາມເສຍໃຈ, ແຕ່ພວກເຂົາເຖິງກັບຮູ້ສຶກໂຊກດີທີ່ສາມາດອອກໄປຈາກຄຣິສຕະຈັກໄດ້. ນີ້ບໍ່ແມ່ນການເປີດໂປງໜ້າຕາທີ່ແທ້ຈິງຂອງພວກເຂົາໃນຖານະຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ.)

ບາງຄົນເຮັດພໍແລ້ວມືແລ້ວຕີນຈົນເປັນນິໄສ ແລະ ກະທຳຜິດໂດຍບໍ່ຄິດໃຫ້ດີໃນການປະຕິບັດໜ້າທີ່ຂອງຕົນ. ຫຼັງຈາກທີ່ຖືກກຳຈັດອອກໂດຍຄຣິສຕະຈັກ, ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງ, ພວກເຂົາກໍເບິ່ງຄົນເຫຼົ່ານັ້ນຄືກັບວ່າເປັນສັດຕູ. ແມ່ນແຕ່ຕອນທີ່ອ້າຍເອື້ອຍນ້ອງພະຍາຍາມໂອ້ລົມກັບພວກເຂົາຢ່າງມີເມດຕາ, ພວກເຂົາກໍບໍ່ສົນໃຈ ແລະ ເບິ່ງຄົນເຫຼົ່ານັ້ນດ້ວຍຄວາມກຽດຊັງ ໂດຍກ່າວວ່າ, “ພວກເຈົ້າເປັນຄົນທີ່ກຳຈັດຂ້ອຍອອກຈາກຄຣິສຕະຈັກ. ເບິ່ງຂ້ອຍຕອນນີ້ແມ້! ຂ້ອຍດີກວ່າພວກເຈົ້າອີກ! ຕອນນີ້ຂ້ອຍແຕ່ງຕົວເຕັມຍົດດ້ວຍຄຳ ແລະ ເງິນ, ຂ້ອຍເປັນນາຍໃຫຍ່ຄົນໜຶ່ງ! ຂ້ອຍໃຊ້ຊີວິດໃນໂລກນີ້ຢ່າງສະດວກສະບາຍ, ແລ້ວເບິ່ງພວກເຈົ້າ ທີ່ເຊື່ອໃນພຣະເຈົ້າແມ້ ທັງຊຸດໂຊມ ແລະ ອິດເມື່ອຍສໍ່າໃດ! ພວກເຈົ້າທຸກຄົນຕ່າງກໍໄລ່ຕາມເພື່ອໃຫ້ໄດ້ຮັບຄວາມຈິງຢູ່ຕະຫຼອດ, ແຕ່ຂ້ອຍບໍ່ຄິດວ່າພວກເຈົ້າສະຫຼາດກວ່າຂ້ອຍເລີຍ! ການໄດ້ຮັບຄວາມຈິງມັນດີບ່ອນໃດ? ມັນກິນແທນເຂົ້າ ຫຼື ໃຊ້ແທນເງິນໄດ້ບໍ? ເຖິງແມ່ນວ່າບໍ່ໄດ້ໄລ່ຕາມຄວາມຈິງ, ຂ້ອຍກໍຍັງມີຊີວິດທີ່ດີຢູ່ບໍ່ແມ່ນບໍ? ມັນເປັນໂຊກດີຂອງຂ້ອຍທີ່ພວກເຈົ້າກຳຈັດຂ້ອຍອອກໄປ, ຂ້ອຍຄວນຈະຂອບໃຈພວກເຈົ້າດ້ວຍຊໍ້າ!” ຈາກຄຳເວົ້າຂອງພວກເຂົາ, ເຫັນໄດ້ຊັດເຈນວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ການປະຕິບັດໜ້າທີ່ຂອງພວກເຂົາກໍໄດ້ເປີດເຜີຍຕົວຕົນຂອງພວກເຂົາອອກມາ. ຜູ້ບໍ່ມີຄວາມເຊື່ອທີ່ເຊື່ອໃນພຣະເຈົ້າພຽງແຕ່ປາກ ຈະເຕັມໃຈປະຕິບັດໜ້າທີ່ຂອງຕົນໄດ້ບໍ? ການປະຕິບັດໜ້າທີ່ຂອງຕົນໝາຍເຖິງການປະຕິບັດຄວາມຮັບຜິດຊອບ ແລະ ພັນທະໃຫ້ສຳເລັດໂດຍບໍ່ໄດ້ຮັບຄ່າຈ້າງ ຫຼື ສ້າງລາຍໄດ້. ພວກເຂົາເຫັນວ່າສິ່ງນີ້ເປັນການສູນເສຍ, ສະນັ້ນ ພວກເຂົາຈຶ່ງບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ. ທາດແທ້ຂອງພວກເຂົາໃນຖານະຜູ້ບໍ່ເຊື່ອຈຶ່ງຖືກເປີດໂປງດ້ວຍເຫດນີ້; ນີ້ຄືວິທີທີ່ພາລະກິດຂອງພຣະເຈົ້າໄດ້ເປີດເຜີຍ ແລະ ກຳຈັດຜູ້ບໍ່ເຊື່ອ. ບາງຄົນມີທັດສະນະຄະຕິທີ່ເຮັດພໍແລ້ວມືແລ້ວຕີນສະເໝີເມື່ອປະຕິບັດໜ້າທີ່, ພຽງແຕ່ປ່ອຍໃຫ້ຊີວິດຜ່ານໄປວັນໆ. ທັນທີທີ່ພວກເຂົາໄດ້ຮັບໂອກາດທີ່ຈະສ້າງລາຍໄດ້ ຫຼື ໄດ້ຮັບການເລື່ອນຕຳແໜ່ງໃນໂລກ, ພວກເຂົາກໍຈະອອກຈາກຄຣິສຕະຈັກໄດ້ຕະຫຼອດເວລາ, ພວກເຂົາມີເຈດຕະນານີ້ຢູ່ໃນໃຈສະເໝີ. ຖ້າພວກເຂົາຖືກຍ້າຍໄປຢູ່ຄຣິສຕະຈັກທຳມະດາ ເພາະວ່າພວກເຂົາເຮັດພໍແລ້ວມືແລ້ວຕີນຈົນເປັນນິໄສ ແລະ ກະທຳຜິດແບບບໍ່ຄິດໃຫ້ດີໃນຂະນະທີ່ປະຕິບັດໜ້າທີ່, ບໍ່ພຽງແຕ່ພວກເຂົາຈະບໍ່ທົບທວນຕົນເອງ, ແຕ່ພວກເຂົາຍັງຈະຄິດວ່າ, “ການສະລ້າງຂ້ອຍອອກຈາກຄຣິສຕະຈັກທີ່ເຮັດວຽກເຕັມເວລານັ້ນເປັນການສູນເສຍສຳລັບເຈົ້າ ແລະ ເປັນຜົນດີສຳລັບຂ້ອຍ”. ພວກເຂົາເຖິງກັບຮູ້ສຶກພໍໃຈໃນຕົນເອງ. ຄົນເຊັ່ນນີ້ບໍ່ແມ່ນຜູ້ບໍ່ເຊື່ອບໍ? ບອກເຮົາມາເບິ່ງ, ສຳລັບຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ຖືກສະລ້າງອອກ ເພາະວ່າພວກເຂົາໄດ້ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງຜ່ານການກະທຳຜິດແບບບໍ່ຄິດໃຫ້ດີຂອງພວກເຂົາ, ການທີ່ເຮືອນຂອງພຣະເຈົ້າສະລ້າງພວກເຂົາອອກແບບນີ້ ສອດຄ່ອງກັບຫຼັກການບໍ? (ສອດຄ່ອງກັບຫຼັກການແລ້ວ.) ມັນສອດຄ່ອງກັບຫຼັກການຢ່າງສົມບູນ; ນີ້ບໍ່ແມ່ນການເຮັດຜິດຕໍ່ພວກເຂົາແມ່ນແຕ່ໜ້ອຍດຽວ. ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຕໍ່ການປະຕິບັດໜ້າທີ່ແມ່ນເປັນແບບທີ່ພວກເຂົາສາມາດປະຖິ້ມ ແລະ ທໍລະຍົດໄດ້ຕະຫຼອດເວລາ. ສິ່ງນີ້ພຽງພໍທີ່ຈະພິສູດວ່າພວກເຂົາບໍ່ມີຄວາມສົນໃຈໃນສິ່ງທີ່ເປັນດ້ານບວກໃນໃຈຂອງພວກເຂົາເລີຍ. ພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໄດ້ຟັງຄຳເທດສະໜາມາຫຼາຍຄັ້ງ, ແຕ່ບໍ່ມີຄວາມຈິງໃດໆຂອງການເຊື່ອໃນພຣະເຈົ້າ ຫຼື ຄຳພະຍານຈາກປະສົບການຂອງຜູ້ຄົນທີ່ພຣະເຈົ້າເລືອກທີ່ສາມາດຮັກສາຫົວໃຈຂອງພວກເຂົາໄວ້ໄດ້. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເຮັດໃຫ້ພວກເຂົາສົນໃຈ, ສະເທືອນໃຈ ຫຼື ຮູ້ສຶກຜູກພັນ. ນີ້ຄືແກ່ນແທ້ຂອງຄວາມເປັນມະນຸດຂອງພວກເຂົາ, ນັ້ນກໍຄື ພວກເຂົາບໍ່ມີຄວາມສົນໃຈໃນສິ່ງທີ່ເປັນດ້ານບວກເລີຍ. ແລ້ວພວກເຂົາສົນໃຈຫຍັງ? ພວກເຂົາສົນໃຈການກິນ, ການດື່ມ ແລະ ຄວາມມ່ວນຊື່ນ, ໃນຄວາມສຸກຂອງເນື້ອໜັງ, ໃນແນວໂນ້ມທີ່ຊົ່ວຮ້າຍ ແລະ ໃນປັດຊະຍາຂອງຊາຕານ. ພວກເຂົາສົນໃຈເປັນພິເສດໃນທຸກສິ່ງທີ່ເປັນດ້ານລົບໃນສັງຄົມ; ມີພຽງແຕ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ພວກເຂົາບໍ່ສົນໃຈ. ນັ້ນຄືເຫດຜົນທີ່ພວກເຂົາສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ຕະຫຼອດເວລາ. ພວກເຂົາບໍ່ມີຄວາມສົນໃຈໃນການອ່ານພຣະທຳຂອງພຣະເຈົ້າເລື້ອຍໆ ຫຼື ການໂອ້ລົມຄວາມຈິງເລື້ອຍໆໃນລະຫວ່າງການເຕົ້າໂຮມຂອງເຮືອນຂອງພຣະເຈົ້າ. ພວກເຂົາລັງກຽດເປັນພິເສດຕໍ່ການປະຕິບັດໜ້າທີ່ ແລະ ເຖິງກັບຄິດວ່າຜູ້ທີ່ປະຕິບັດໜ້າທີ່ຂອງຕົນລ້ວນແຕ່ເປັນຄົນໂງ່. ນີ້ແມ່ນແນວຄິດ ແລະ ຄວາມເປັນມະນຸດແບບໃດ? ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງ ຫຼື ໃນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ມະນຸດ ແລະ ພວກເຂົາບໍ່ຮູ້ສຶກຜູກພັນກັບຊີວິດໃນຄຣິສຕະຈັກເລີຍ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ພິພາກສາ ຫຼື ກ່າວໂທດພຣະທຳຂອງພຣະເຈົ້າຢ່າງເປີດເຜີຍ, ພວກເຂົາກໍໄດ້ຟັງຄຳເທດສະໜາເປັນເວລາຫຼາຍປີໂດຍບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ, ສິ່ງນີ້ຊີ້ໃຫ້ເຫັນບັນຫາຢ່າງຊັດເຈນ. ບໍ່ມີໃຜທີ່ບໍ່ມັກທັງສິ່ງທີ່ເປັນດ້ານບວກ ແລະ ສິ່ງທີ່ເປັນດ້ານລົບໃນເວລາດຽວກັນ. ຕາບໃດທີ່ເຈົ້າບໍ່ມັກສິ່ງທີ່ເປັນບວກ, ເຈົ້າກໍຈະສົນໃຈເປັນພິເສດໃນສິ່ງທີ່ເປັນດ້ານລົບ. ຖ້າເຈົ້າສົນໃຈເປັນພິເສດໃນສິ່ງທີ່ເປັນດ້ານລົບ, ແລ້ວເຈົ້າກໍຈະບໍ່ສົນໃຈໃນສິ່ງທີ່ເປັນດ້ານບວກຢ່າງແນ່ນອນ. ຄົນປະເພດນີ້ບໍ່ມີຄວາມສົນໃຈໃນສິ່ງທີ່ເປັນດ້ານບວກເລີຍ, ສະນັ້ນ ຈຶ່ງບໍ່ມີສິ່ງໃດໃນເຮືອນຂອງພຣະເຈົ້າທີ່ພວກເຂົາຮູ້ສຶກຜູກພັນ, ບໍ່ມີສິ່ງໃດທີ່ພວກເຂົາມັກ ຫຼື ປາຖະໜາ. ແນວໂນ້ມທີ່ຊົ່ວຮ້າຍຂອງໂລກ, ເງິນຄຳ, ຊື່ສຽງ ແລະ ຜົນປະໂຫຍດ, ການເປັນເຈົ້າຄົນນາຍຄົນ, ການຮັ່ງມີ ແລະ ຄວາມເຊື່ອທີ່ຜິດໆ ແລະ ການຫຼອກລວງຕ່າງໆທີ່ເປັນທີ່ນິຍົມຄືສິ່ງທີ່ພວກເຂົາສົນໃຈຫຼາຍທີ່ສຸດ. ຫົວໃຈຂອງພວກເຂົາຕັ້ງໝັ້ນຢູ່ກັບໂລກ, ບໍ່ແມ່ນຢູ່ກັບເຮືອນຂອງພຣະເຈົ້າ, ເຊິ່ງເປັນເຫດຜົນທີ່ພວກເຂົາສາມາດອອກໄປໄດ້ຕະຫຼອດເວລາ. ການອອກຈາກເຮືອນຂອງພຣະເຈົ້າ ແລະ ການອອກຈາກຊີວິດໃນຄຣິສຕະຈັກບໍ່ໄດ້ນຳຄວາມເສຍໃຈ, ຄວາມທຸກທໍລະມານ ຫຼື ຄວາມເຈັບປວດມາໃຫ້ພວກເຂົາ, ແຕ່ເປັນການປົດປ່ອຍຢ່າງສົມບູນ. ພວກເຂົາຄິດກັບຕົນເອງວ່າ: “ໃນທີ່ສຸດຂ້ອຍກໍບໍ່ຈຳເປັນຕ້ອງຟັງຄຳເທດສະໜາ ຫຼື ການໂອ້ລົມກ່ຽວກັບຄວາມຈິງທຸກມື້ອີກຕໍ່ໄປ, ຂ້ອຍບໍ່ຈຳເປັນຕ້ອງຖືກຈຳກັດໂດຍສິ່ງເຫຼົ່ານີ້ອີກແລ້ວ. ຕອນນີ້ຂ້ອຍສາມາດໄລ່ຕາມຊື່ສຽງ ແລະ ຜົນປະໂຫຍດ, ໄລ່ຕາມເງິນຄຳ, ໄລ່ຕາມຜູ້ຍິງງາມ ແລະ ໄລ່ຕາມອະນາຄົດສ່ວນຕົວຂອງຂ້ອຍໄດ້ຢ່າງກ້າຫານ. ໃນທີ່ສຸດ, ຂ້ອຍກໍສາມາດຕົວະ ແລະ ຫຼອກລວງຄົນອື່ນ, ວາງແຜນການ ແລະ ກົນອຸບາຍ ແລະ ປະຕິບັດກົນລະຍຸດທີ່ຊົ່ວຮ້າຍທຸກປະເພດໄດ້ຢ່າງກ້າຫານໂດຍບໍ່ຕ້ອງກັງວົນ. ຂ້ອຍສາມາດໃຊ້ວິທີການໃດກໍໄດ້ເພື່ອພົວພັນກັບຜູ້ຄົນ!” ການຟັງຄຳເທດສະໜາ ແລະ ການໂອ້ລົມຄວາມຈິງໃນເຮືອນຂອງພຣະເຈົ້າເປັນສິ່ງທີ່ເຈັບປວດສຳລັບພວກເຂົາ ແລະ ການອອກຈາກເຮືອນຂອງພຣະເຈົ້າກໍຮູ້ສຶກຄືກັບຖືກປົດປ່ອຍ. ສິ່ງນີ້ໝາຍຄວາມວ່າສິ່ງທີ່ເປັນດ້ານບວກເຫຼົ່ານີ້ບໍ່ແມ່ນສິ່ງທີ່ໃຈຂອງພວກເຂົາຕ້ອງການ. ສິ່ງທີ່ພວກເຂົາຕ້ອງການແມ່ນທຸກສິ່ງຂອງໂລກ ແລະ ສັງຄົມ. ຈາກສິ່ງນີ້, ເຫັນໄດ້ຊັດເຈນວ່າເຫດຜົນທີ່ພວກເຂົາອອກຈາກຄຣິສຕະຈັກແມ່ນກ່ຽວຂ້ອງໂດຍກົງກັບການໄລ່ຕາມ ແລະ ຄວາມມັກຂອງພວກເຂົາ.

ທຳມະຊາດ-ແກ່ນແທ້ຂອງຄົນເຫຼົ່ານີ້ທີ່ສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາແມ່ນຫຍັງ? ຕອນນີ້ພວກເຈົ້າເຫັນແລ້ວບໍວ່າມັນແມ່ນຫຍັງ? (ເຫັນແລ້ວ. ພວກເຂົາແມ່ນຄົນປະເພດຜູ້ບໍ່ເຊື່ອ. ຄົນເຫຼົ່ານີ້ສ່ວນໃຫຍ່ແມ່ນສັດເດຍລະສານທີ່ກັບຊາດມາເກີດ, ພວກເຂົາລ້ວນແຕ່ເປັນຄົນເບົາປັນຍາທີ່ບໍ່ມີສະໝອງ ຫຼື ຄວາມຄິດ.) ຖືກຕ້ອງ. ພວກເຂົາບໍ່ເຂົ້າໃຈເລື່ອງຂອງຄວາມເຊື່ອ. ພວກເຂົາບໍ່ເຂົ້າໃຈວ່າຊີວິດມະນຸດແມ່ນຫຍັງກັນແທ້, ມະນຸດຄວນເດີນໄປໃນເສັ້ນທາງໃດ, ສິ່ງໃດທີ່ມີຄວາມໝາຍທີ່ສຸດທີ່ຈະເຮັດ, ຫຼັກການປະຕິບັດໃດທີ່ຄວນຍຶດໝັ້ນເມື່ອເວົ້າເຖິງການປະພຶດຕົນ ແລະ ອື່ນໆ ແລະ ພວກເຂົາກໍບໍ່ຕ້ອງການສະແຫວງຫາຄວາມຈິງເພື່ອຄົ້ນຫາຄຳຕອບເຊັ່ນກັນ. ພວກເຂົາມັກໄລ່ຕາມຫຍັງ? ຕະຫຼອດທັງວັນ ຈິດໃຈຂອງພວກເຂົາກໍວົນວຽນຢູ່ກັບສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ເພີດເພີນໄປກັບຊີວິດທີ່ເໜືອກວ່າຄົນອື່ນ. ບາງຄົນເລີ່ມເຊື່ອໃນພຣະເຈົ້າໃນຂະນະທີ່ພວກເຂົາເຮັດວຽກຢູ່ຂ້າງນອກ. ແຕ່ທັນທີທີ່ພວກເຂົາໄດ້ຮັບການເລື່ອນຕຳແໜ່ງເປັນຜູ້ຄຸມງານ ຫຼື ຜູ້ຈັດການ ຫຼື ກາຍເປັນນາຍຈ້າງ, ພວກເຂົາກໍເຊົາເຊື່ອ. ເມື່ອອ້າຍເອື້ອຍນ້ອງຕິດຕໍ່ຫາພວກເຂົາ, ພວກເຂົາກໍເວົ້າວ່າ, “ຕອນນີ້ຂ້ອຍເປັນຄົນທີ່ມີສະຖານະ ແລະ ຊື່ສຽງ, ມີທີ່ຢືນໃນສັງຄົມ. ການເຊື່ອໃນພຣະເຈົ້າກັບພວກເຈົ້າເປັນເລື່ອງທີ່ໜ້າອັບອາຍເກີນໄປ. ພວກເຈົ້າທຸກຄົນຄວນຢູ່ໃຫ້ຫ່າງຈາກຂ້ອຍ ແລະ ຢ່າມາຊອກຫາຂ້ອຍອີກ! ພວກເຈົ້າຈະລຶບຊື່ຂ້ອຍອອກ ຫຼື ຂັບໄລ່ຂ້ອຍອອກກໍໄດ້ຕາມໃຈ. ຢ່າງໃດກໍຕາມ, ບົດບາດການເຊື່ອໃນພຣະເຈົ້າຂອງຂ້ອຍຈົບລົງແລ້ວ ແລະ ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບພວກເຈົ້າອີກຕໍ່ໄປ!” ເຫັນສິ່ງທີ່ພວກເຂົາເວົ້າບໍ່? ບຸກຄົນແບບນີ້ເປັນຄົນປະເພດໃດ? ພວກເຈົ້າຍັງຈະຕິດຕໍ່ຫາພວກເຂົາຢູ່ບໍ? (ບໍ່.) ພວກເຂົາເວົ້າຢ່າງກົງໄປກົງມາຂະໜາດນີ້, ແຕ່ຜູ້ນຳຄຣິສຕະຈັກບາງຄົນກໍຍັງຮູ້ສຶກເສຍດາຍເມື່ອເຫັນພວກເຂົາຈາກໄປ ແລະ ຕິດຕໍ່ຫາພວກເຂົາຫຼາຍຄັ້ງເພື່ອຊັກຊວນວ່າ: “ເຈົ້າມີຄວາມສາມາດທີ່ດີ ແລະ ເຈົ້າກໍເຄີຍເປັນຜູ້ນຳ ແລະ ຜູ້ເຮັດວຽກ. ມັນເປັນພຽງເພາະວ່າເຈົ້າບໍ່ໄດ້ໄລ່ຕາມຄວາມຈິງ ເຈົ້າຈຶ່ງຖືກໄລ່ອອກ. ຖ້າເຈົ້າໄລ່ຕາມຄວາມຈິງຢ່າງພາກພຽນ, ເຈົ້າຈະໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ ແລະ ໃນອະນາຄົດ, ເຈົ້າຈະເປັນເສົາຄໍ້າ, ເປັນເສົາຫຼັກໃນເຮືອນຂອງພຣະເຈົ້າຢ່າງແນ່ນອນ!” ຍິ່ງຜູ້ນຳເວົ້າສິ່ງເຫຼົ່ານີ້ຫຼາຍເທົ່າໃດ, ອີກຝ່າຍກໍຍິ່ງລັງກຽດຫຼາຍຂຶ້ນເທົ່ານັ້ນ. ຜູ້ນຳຄຣິສຕະຈັກບາງຄົນກໍເບົາປັນຍາ ແລະ ຂາດການແຍກແຍະ; ຄົນຜູ້ນີ້ໄດ້ຮັບການເລື່ອນຕຳແໜ່ງໃນໂລກ, ແຕ່ຜູ້ນຳເຫຼົ່ານີ້ກໍຍັງອິດສາ ແລະ ຕ້ອງການສ້າງສາຍສຳພັນກັບພວກເຂົາ, ນີ້ບໍ່ໄດ້ສະແດງເຖິງການບໍ່ນັບຖືຕົນເອງບໍ? ຄົນທີ່ເຂົ້າໃຈຄວາມຈິງຈຶ່ງສາມາດເຫັນເລື່ອງນີ້ໄດ້ຢ່າງຊັດເຈນ: ການໄດ້ຮັບການເລື່ອນຕຳແໜ່ງໃນສັງຄົມບໍ່ແມ່ນສັນຍານທີ່ດີ; ມັນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງທີ່ຄົນເຮົາຄວນເດີນ! ບາງຄົນເຊົາເຊື່ອໃນພຣະເຈົ້າທັນທີທີ່ພວກເຂົາໄດ້ຮັບສະຖານະພາບເລັກນ້ອຍໃນສັງຄົມ, ສິ່ງນີ້ກໍພຽງແຕ່ເປີດເຜີຍພວກເຂົາ ແລະ ພິສູດວ່າພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ຮັກຄວາມຈິງ. ຖ້າພວກເຂົາເປັນຜູ້ເຊື່ອທີ່ຈິງໃຈ, ເຖິງແມ່ນວ່າພວກເຂົາຈະໄດ້ຮັບການເລື່ອນຕຳແໜ່ງ ແລະ ມີອະນາຄົດທີ່ດີໃນສັງຄົມ, ພວກເຂົາກໍຈະບໍ່ປະຖິ້ມພຣະເຈົ້າ. ຕອນນີ້ພວກເຂົາໄດ້ທໍລະຍົດຕໍ່ພຣະເຈົ້າແລ້ວ, ຍັງມີຄວາມຈຳເປັນທີ່ຄຣິສຕະຈັກຈະຕ້ອງຕິດຕໍ່ ແລະ ເຮັດວຽກກັບພວກເຂົາອີກບໍ? ບໍ່ມີຄວາມຈຳເປັນ, ເພາະວ່າພວກເຂົາໄດ້ຖືກເປີດເຜີຍແລ້ວວ່າເປັນຜູ້ບໍ່ເຊື່ອ. ໂດຍການບໍ່ເຊື່ອໃນພຣະເຈົ້າ, ພວກເຂົາຄືຜູ້ທີ່ສູນເສຍ, ພວກເຂົາພຽງແຕ່ບໍ່ໄດ້ຮັບພອນ. ພວກເຂົາເປັນພຽງສິ່ງມີຊີວິດທີ່ຊົ່ວຊ້າ; ຖ້າເຈົ້າຍັງຢືນຢັນທີ່ຈະດຶງພວກເຂົາເຂົ້າມາເຊື່ອໃນພຣະເຈົ້າ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ຍິ່ງເຈົ້າພະຍາຍາມດຶງພວກເຂົາເຂົ້າມາແບບນີ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງດູຖູກເຈົ້າຫຼາຍຂຶ້ນເທົ່ານັ້ນ. ພວກເຂົາຄິດວ່າຄົນທັງໝົດທີ່ເຊື່ອໃນພຣະເຈົ້າແມ່ນຄົນທີ່ມີສະຖານະພາບທາງສັງຄົມທີ່ຕໍ່າ ແລະ ຂາດຄວາມສາມາດ. ນັ້ນຄືເຫດຜົນທີ່ພວກເຂົາອວດດີ ແລະ ຖືຕົນວ່າຊອບທຳເປັນພິເສດ, ດູຖູກທຸກຄົນ. ຖ້າໃຜສະແດງຄວາມເປັນຫ່ວງ ຫຼື ເອົາໃຈໃສ່ພວກເຂົາ, ພວກເຂົາກໍຈະເຫັນວ່າເປັນການພະຍາຍາມປະຈົບປະແຈງພວກເຂົາ. ນີ້ແມ່ນແນວຄິດແບບໃດ? ມັນຄືການບໍ່ສາມາດເບິ່ງອ້າຍເອື້ອຍນ້ອງໄດ້ຢ່າງຖືກຕ້ອງ. ພວກເຂົາແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈບໍ? ເມື່ອພົບພໍ້ຄົນປະເພດນີ້, ເຈົ້າຄວນປະຕິເສດພວກເຂົາ. ທັນທີທີ່ພວກເຂົາເວົ້າວ່າ, “ຕອນນີ້ຂ້ອຍເປັນຜູ້ຄຸມງານລະດັບສູງແລ້ວ. ຢ່າມາຊອກຫາຂ້ອຍອີກ. ຖ້າພວກເຈົ້າຕິດຕໍ່ຫາຂ້ອຍອີກ, ຂ້ອຍຈະຫັນມາເປັນສັດຕູກັບພວກເຈົ້າ! ໂດຍສະເພາະແມ່ນຢ່າມາທີ່ບໍລິສັດຂອງຂ້ອຍ ແລະ ເຮັດໃຫ້ຂ້ອຍອັບອາຍ, ຂ້ອຍບໍ່ມີຫຍັງກ່ຽວຂ້ອງກັບຄົນທີ່ເຊື່ອໃນພຣະເຈົ້າ!”, ເມື່ອພວກເຂົາເວົ້າຄຳເຫຼົ່ານີ້ອອກມາ, ພວກເຈົ້າຄວນອອກໄປທັນທີ, ລຶບຊື່ພວກເຂົາອອກ ແລະ ບໍ່ພົວພັນກັບຄົນເຊັ່ນນີ້ອີກຕໍ່ໄປ. ພວກເຂົາຢ້ານວ່າພວກເຮົາຈະສວຍໂອກາດຈາກຄວາມສຳເລັດຂອງພວກເຂົາ; ດັ່ງນັ້ນ ພວກເຮົາຈຶ່ງຕ້ອງມີການຮັບຮູ້ຕົວເອງ. ພວກເຂົາກຳລັງຈະເລີນຮຸ່ງເຮືອງ ແລະ ກ້າວຂຶ້ນໄປສູ່ທີ່ລະດັບສູງ; ພວກເຂົາຢູ່ເໜືອລະດັບຂອງພວກເຮົາ. ພວກເຮົາເປັນພຽງຄົນທຳມະດາ, ຄົນຊັ້ນລຸ່ມຂອງສັງຄົມ. ພວກເຮົາບໍ່ຄວນພະຍາຍາມສ້າງສາຍສຳພັນກັບພວກເຂົາ, ຢ່າຫຼຸດກຽດຕົນເອງແບບນັ້ນ! ຍັງມີບາງຄົນທີ່ອາຍຸຫຼາຍແລ້ວ ແລະ ລູກໆຂອງພວກເຂົາຊື້ເຮືອນຫຼູຫຼາໃນເມືອງ. ຫຼັງຈາກຍ້າຍເຂົ້າໄປຢູ່, ພວກເຂົາກໍຫາຍໜ້າໄປຈາກອ້າຍເອື້ອຍນ້ອງ ໂດຍກ່າວວ່າ: “ຢ່າມາຊອກຫາຂ້ອຍອີກ. ພວກເຈົ້າລ້ວນແຕ່ມາຈາກຊົນນະບົດ. ຖ້າພວກເຈົ້າມາຊອກຫາຂ້ອຍ, ຄົນອື່ນຈະຄິດວ່າຂ້ອຍກໍມາຈາກຊົນນະບົດຄືກັນ, ວ່າຂ້ອຍມີຍາດພີ່ນ້ອງຢູ່ຕ່າງແຂວງ. ມັນຈະໜ້າອັບອາຍສໍ່າໃດ! ເຈົ້າຮູ້ບໍ່ວ່າລູກຊາຍຂອງຂ້ອຍເປັນຄົນແບບໃດ? ລາວເປັນເສດຖີ, ເປັນຄົນຮັ່ງມີ, ເປັນຄົນທີ່ມີຊື່ສຽງໃນສັງຄົມ! ຖ້າພວກເຈົ້າຍັງຕິດຕໍ່ກັບຂ້ອຍ, ມັນຈະບໍ່ເປັນການເຮັດໃຫ້ລູກຊາຍຂອງຂ້ອຍອັບອາຍບໍ? ສະນັ້ນ ຢ່າມາຊອກຫາຂ້ອຍອີກໃນອະນາຄົດ!” ທັນທີທີ່ພວກເຂົາເວົ້າຄຳເຫຼົ່ານີ້ອອກມາ, ພຽງແຕ່ຕອບວ່າ: “ໃນເມື່ອທັດສະນະຄະຕິຂອງເຈົ້າເປັນແບບນີ້, ພວກເຮົາກໍເຂົ້າໃຈ. ພວກເຮົາຂໍອວຍພອນໃຫ້ເຈົ້າມີຄວາມສຸກ!” ໃນເວລານັ້ນ, ຖ້າເຈົ້າເວົ້າອີກແມ່ນແຕ່ຄຳດຽວ, ເຈົ້າກໍຈະເບິ່ງຄືຄົນໂງ່ ແລະ ຕໍ່າຕ້ອຍ. ພຽງແຕ່ອອກໄປທັນທີນັ້ນຄືສິ່ງທີ່ຖືກຕ້ອງ. ຢ່າພະຍາຍາມບັງຄັບຊັກຊວນຜູ້ບໍ່ເຊື່ອຢ່າງເດັດຂາດ, ນັ້ນເປັນພຽງພຶດຕິກຳທີ່ໂງ່ຈ້າ. ເຈົ້າເຂົ້າໃຈບໍ່? (ເຂົ້າໃຈແລ້ວ.) ບາງຄົນໂງ່ຈ້າເຖິງຂະໜາດໃດ? ພວກເຂົາເວົ້າວ່າ, “ລູກຊາຍຂອງຄົນນັ້ນເປັນຄົນຮັ່ງມີ, ເປັນເສດຖີທີ່ມີສະຖານະໃນສັງຄົມ. ລາວຍັງມີເສັ້ນສາຍກັບເຈົ້າໜ້າທີ່ລັດຖະບານ. ຖ້າພວກເຮົາຊັກຊວນໃຫ້ພວກເຂົາເຊື່ອໃນພຣະເຈົ້າຕໍ່ໄປ, ຄອບຄົວຂອງພວກເຂົາກໍອາດຈະຕ້ອນຮັບອ້າຍເອື້ອຍນ້ອງໄດ້!” ແນວຄິດນີ້ເປັນແນວໃດ? ຖ້າເຈົ້າຄິດຈາກມຸມມອງຂອງການຄຳນຶງເຖິງວຽກງານຂອງຄຣິສຕະຈັກ, ການຄຳນຶງເຖິງອ້າຍເອື້ອຍນ້ອງ ແລະ ການພິຈາລະນາຄວາມປອດໄພ, ມັນກໍເໝາະສົມພໍດີ. ແຕ່ເຈົ້າຕ້ອງເບິ່ງວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງຈິງໃຈ ຫຼື ບໍ່. ຖ້າພວກເຂົາບໍ່ເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ ແລະ ບໍ່ມັກທີ່ຈະຕິດຕໍ່ກັບອ້າຍເອື້ອຍນ້ອງ, ແຕ່ເຈົ້າຍັງຕ້ອງການຊັກຊວນໃຫ້ພວກເຂົາເຊື່ອໃນພຣະເຈົ້າ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ຢ່າເຮັດໃນສິ່ງທີ່ສະແດງເຖິງການບໍ່ນັບຖືຕົນເອງ. ພວກເຮົາມີການປົກປ້ອງຂອງພຣະເຈົ້າ ແລະ ການນຳພາຂອງພຣະເຈົ້າໃນການເຊື່ອໃນພຣະເຈົ້າ. ບໍ່ວ່າພວກເຮົາຈະຢູ່ໃນສະພາບແວດລ້ອມແບບໃດ, ທຸກຢ່າງກໍຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ. ບໍ່ວ່າພວກເຮົາຈະທົນທຸກທໍລະມານສໍ່າໃດ, ພວກເຮົາກໍຄວນດຳລົງຊີວິດຢ່າງມີສັກສີ. ບາງຄົນເຖິງກັບອິດສາຄົນຜູ້ນີ້ທີ່ອອກຈາກເຮືອນຂອງພຣະເຈົ້າ ໂດຍກ່າວວ່າພວກເຂົາມີຄວາມສາມາດ, ທັດສະນະຄະຕິນີ້ຖືກຕ້ອງບໍ? ພວກເຮົາຄວນເບິ່ງເລື່ອງນີ້ແນວໃດ? ເມື່ອພວກເຂົາຍ້າຍເຂົ້າໄປຢູ່ໃນເຮືອນຫຼັງໃຫຍ່, ພວກເຂົາກໍເຊົາເຊື່ອໃນພຣະເຈົ້າ. ໃນສັງຄົມ, ພວກເຂົາມີສະຖານະພາບ ແລະ ທີ່ຢືນ ແລະ ໃນຫົວໃຈຂອງພວກເຂົາ, ພວກເຂົາດູຖູກອ້າຍເອື້ອຍນ້ອງ, ໂດຍເບິ່ງວ່າພວກເຂົາເປັນຄົນຊັ້ນລຸ່ມຂອງສັງຄົມທີ່ບໍ່ສົມຄວນທີ່ຈະພົວພັນນຳ. ສະນັ້ນ, ພວກເຮົາຄວນມີການຮັບຮູ້ຕົວເອງ ແລະ ບໍ່ພະຍາຍາມສ້າງສາຍສຳພັນກັບຄົນເຊັ່ນນັ້ນ ຫຼື ປະຈົບປະແຈງພວກເຂົາ, ແມ່ນບໍ່? (ແມ່ນແລ້ວ.)

ສຳລັບຜູ້ທີ່ສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ທຸກເວລາ, ບໍ່ວ່າພວກເຂົາຈະເປັນຜູ້ບໍ່ເຊື່ອ ຫຼື ເປັນພຽງຄົນບໍ່ເອົາການເອົາງານ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເພື່ອໃຫ້ໄດ້ຮັບພອນ ຫຼື ເພື່ອຫຼີກລ່ຽງໄພພິບັດ, ບໍ່ວ່າຈະເປັນສະຖານະການໃດກໍຕາມ, ຕາບໃດທີ່ພວກເຂົາສາມາດອອກຈາກເຮືອນຂອງພຣະເຈົ້າໄດ້ຕະຫຼອດເວລາ ແລະ ຫຼັງຈາກອອກໄປແລ້ວ, ພວກເຂົາກໍລັງກຽດທີ່ອ້າຍເອື້ອຍນ້ອງຕິດຕໍ່ຫາ, ແລະ ຍິ່ງລັງກຽດການຊ່ວຍເຫຼືອ ແລະ ການສະໜັບສະໜູນຂອງອ້າຍເອື້ອຍນ້ອງ, ສະແດງຄວາມເປັນປໍລະປັກຕໍ່ຜູ້ໃດກໍຕາມທີ່ໂອ້ລົມຄວາມຈິງກັບພວກເຂົາ, ບໍ່ຈຳເປັນຕ້ອງໃສ່ໃຈຄົນເຊັ່ນນັ້ນ. ຖ້າພົບເຫັນຜູ້ບໍ່ເຊື່ອປະເພດນີ້, ພວກເຂົາກໍຄວນຖືກເປີດໂປງ ແລະ ກຳຈັດອອກຢ່າງທັນທີທັນໃດ. ບາງຄົນອາດຈະບໍ່ມັກຄວາມຈິງ, ແຕ່ພວກເຂົາມັກເປັນຄົນດີ ແລະ ມັກໃຊ້ຊີວິດຮ່ວມກັບອ້າຍເອື້ອຍນ້ອງ; ມັນເຮັດໃຫ້ພວກເຂົາມີຄວາມສຸກ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຫຼີກລ່ຽງການຖືກປະຕິບັດທີ່ບໍ່ດີ. ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ວ່າພວກເຂົາເຊື່ອໃນພຣະເຈົ້າທີ່ແທ້ຈິງ ແລະ ເຕັມໃຈທີ່ຈະອອກເຫື່ອແຮງຢ່າງພາກພຽນ. ຖ້າພວກເຂົາມີທັດສະນະຄະຕິແບບນີ້ແທ້ໆ, ພວກເຈົ້າຄິດວ່າພວກເຂົາຄວນໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ຂອງຕົນຕໍ່ໄປບໍ? (ແມ່ນແລ້ວ.) ຖ້າພວກເຂົາເຕັມໃຈທີ່ຈະອອກເຫື່ອແຮງ ແລະ ບໍ່ລົບກວນ ຫຼື ຂັດຂວາງ, ພວກເຂົາກໍສາມາດອອກເຫື່ອແຮງຕໍ່ໄປໄດ້. ແຕ່ຖ້າມື້ໜຶ່ງພວກເຂົາບໍ່ເຕັມໃຈທີ່ຈະອອກເຫື່ອແຮງອີກຕໍ່ໄປ ແລະ ຕ້ອງການອອກໄປຈາກເຮືອນຂອງພຣະເຈົ້າ ໂດຍກ່າວວ່າ: “ຂ້ອຍຈະອອກໄປສູ້ຊີວິດໃນໂລກ. ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າກັບພວກເຈົ້າອີກຕໍ່ໄປແລ້ວ. ຢູ່ບ່ອນນີ້ບໍ່ມ່ວນເລີຍ ແລະ ບາງຄັ້ງເມື່ອຂ້ອຍເຮັດພໍແລ້ວມືແລ້ວຕີນໃນການປະຕິບັດໜ້າທີ່, ຂ້ອຍກໍຖືກລິຮານ. ຢູ່ບ່ອນນີ້ມັນລຳບາກແທ້ໆ; ຂ້ອຍຢາກອອກໄປແລ້ວ”, ຄວນຊັກຊວນຄົນເຊັ່ນນີ້ໃຫ້ຢູ່ຕໍ່ບໍ? (ບໍ່.) ພວກເຮົາພຽງແຕ່ຖາມພວກເຂົາຄຳຖາມໜຶ່ງວ່າ: “ເຈົ້າຄິດໄຕ່ຕອງດີແລ້ວບໍ?” ຖ້າພວກເຂົາເວົ້າວ່າ, “ຂ້ອຍຄິດມາດົນແລ້ວ”, ເຈົ້າກໍສາມາດເວົ້າວ່າ, “ຖ້າຢ່າງນັ້ນ ພວກເຮົາກໍຂໍອວຍພອນໃຫ້ເຈົ້າ. ຈົ່ງເດີນທາງໂດຍສະຫວັດດີພາບ!” ແນວທາງນີ້ໃຊ້ໄດ້ບໍ? (ໄດ້.) ພວກເຈົ້າຄິດວ່າຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາເປັນຄົນປະເພດທີ່ຄິດວ່າຕົນເອງເໜືອຄົນທຳມະດາ ແລະ ຊັງໂລກຊັງ ແລະ ຊັງຄວາມເປັນໄປຂອງໂລກ, ມັກທ່ອງກາບກອນຈາກຄົນທີ່ມີຊື່ສຽງ ເຊັ່ນ: “ຂ້ອຍສັ່ນແຂນເສື້ອ, ໂດຍບໍ່ເອົາແມ່ນແຕ່ກ້ອນເມກໄປນຳ”. ພວກເຂົາຄິດວ່າພວກເຂົາຮັກສາຕົນເອງໃຫ້ບໍລິສຸດ ແລະ ບໍ່ເຂົ້າກັບໂລກໃບນີ້ ແລະ ພວກເຂົາຕ້ອງການຊອກຫາຄວາມປອບໃຈຜ່ານການເຊື່ອໃນພຣະເຈົ້າ. ພວກເຂົາເຫັນຕົນເອງເປັນຄົນວິເສດສະເໝີ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາເປັນຄົນທີ່ທຳມະດາສາມັນທີ່ສຸດ, ມີຊີວິດຢູ່ພຽງເພື່ອການກິນ, ການດື່ມ ແລະ ການມ່ວນຊື່ນ. ພວກເຂົາບໍ່ມີຄວາມຄິດທີ່ແທ້ຈິງ ແລະ ບໍ່ມີການໄລ່ຕາມທີ່ແທ້ຈິງ. ພວກເຂົາເຫັນຕົນເອງເປັນຄົນສູງສົ່ງ, ຄືກັບວ່າບໍ່ມີໃຜສາມາດເຂົ້າໃຈຄວາມຄິດຂອງພວກເຂົາ ຫຼື ທຽບເທົ່າແນວຄິດຂອງພວກເຂົາໄດ້. ພວກເຂົາຖືວ່າລະດັບແນວຄິດຂອງຕົນເອງສູງກວ່າຄົນທົ່ວໄປ ໂດຍກ່າວປະມານວ່າ: “ພວກເຈົ້າລ້ວນແຕ່ເປັນຄົນສາມັນຊົນ, ແຕ່ເບິ່ງຂ້ອຍແມ້, ຂ້ອຍແຕກຕ່າງ. ຖ້າເຈົ້າຖາມຂ້ອຍວ່າຂ້ອຍມາຈາກໃສ, ຂ້ອຍຈະບອກເຈົ້າວ່າບ້ານເກີດຂອງຂ້ອຍຢູ່ໄກແສນໄກ”. ພວກເຂົາໄດ້ບອກເຈົ້າບໍວ່າພວກເຂົາມາຈາກໃສ? ເຈົ້າຮູ້ບໍ່ວ່າສະຖານທີ່ທີ່ເອີ້ນວ່າ “ໄກແສນໄກ” ນັ້ນຢູ່ໃສ? ຄົນທີ່ສາມາດອອກຈາກຄຣິສຕະຈັກໄດ້ຕະຫຼອດເວລາແມ່ນຄົນປະເພດນີ້ແທ້ໆ. ພວກເຂົາຮູ້ສຶກວ່າບໍ່ມີບ່ອນໃດສາມາດເຮັດໃຫ້ພວກເຂົາພໍໃຈໄດ້ ແລະ ມັກຄິດເຖິງສິ່ງທີ່ບໍ່ເປັນຈິງ, ຄຸມເຄືອ, ເປັນພາບລວງຕາຢູ່ສະເໝີ. ພວກເຂົາບໍ່ສຸມໃສ່ຄວາມເປັນຈິງ ແລະ ບໍ່ເຂົ້າໃຈວ່າຊີວິດມະນຸດແມ່ນຫຍັງ ຫຼື ມະນຸດຄວນເລືອກເສັ້ນທາງໃດ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້, ພວກເຂົາເປັນພຽງຄົນແປກປະຫຼາດ. ຖ້າຄົນປະເພດນີ້ຕັດສິນໃຈແລ້ວທີ່ຈະອອກຈາກຄຣິສຕະຈັກ ແລະ ບອກວ່າພວກເຂົາໄດ້ຄິດໄຕ່ຕອງມາເປັນເວລາດົນແລ້ວ, ບໍ່ຈຳເປັນຕ້ອງຊັກຊວນໃຫ້ພວກເຂົາຢູ່ຕໍ່. ຢ່າເວົ້າອີກແມ່ນແຕ່ຄຳດຽວ, ພຽງແຕ່ລຶບຊື່ພວກເຂົາອອກ, ກໍພຽງເທົ່ານັ້ນ. ນີ້ຄືວິທີທີ່ຄວນຈັດການກັບຄົນເຊັ່ນນີ້; ມັນສອດຄ່ອງກັບຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ນັ້ນກໍເປັນການຈົບການໂອ້ລົມກ່ຽວກັບຜູ້ທີ່ສາມາດອອກຈາກຄຣິສຕະຈັກໄດ້ທຸກເວລາ.

10. ການລັງເລໃຈ

ການສະແດງອອກຂໍ້ທີສິບແມ່ນ: “ການລັງເລໃຈ”. ຄົນທີ່ລັງເລໃຈມີການສະແດງອອກທີ່ສະເພາະເຈາະຈົງຫຍັງແດ່? ກ່ອນອື່ນໝົດ, ຄວາມສົງໄສທີ່ໃຫຍ່ທີ່ສຸດທີ່ຄົນເຫຼົ່ານີ້ມີກ່ຽວກັບການເຊື່ອໃນພຣະເຈົ້າກໍຄື: “ພຣະເຈົ້າມີຢູ່ແທ້ບໍ? ໂລກຝ່າຍວິນຍານມີຢູ່ບໍ? ນະຮົກມີຢູ່ບໍ? ພຣະທຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວໄວ້ແມ່ນຄວາມຈິງບໍ? ຜູ້ຄົນເວົ້າວ່າບຸກຄົນຜູ້ນີ້ແມ່ນພຣະເຈົ້າບັງເກີດເປັນເນື້ອໜັງ, ແຕ່ຂ້ານ້ອຍບໍ່ເຫັນລັກສະນະໃດເລີຍທີ່ເຮັດໃຫ້ພຣະອົງເບິ່ງຄືພຣະເຈົ້າບັງເກີດເປັນເນື້ອໜັງ! ດັ່ງນັ້ນ, ພຣະວິນຍານຂອງພຣະເຈົ້າຢູ່ໃສກັນແທ້? ພຣະເຈົ້າມີຢູ່ແທ້ ຫຼື ບໍ່?” ພວກເຂົາບໍ່ສາມາດເຂົ້າໃຈຄຳຖາມເຫຼົ່ານີ້ຢ່າງແຈ່ມແຈ້ງໄດ້ເລີຍ. ພວກເຂົາເຫັນວ່າມີຫຼາຍຄົນທີ່ເຊື່ອໃນພຣະເຈົ້າ ແລະ ຄິດວ່າ, “ພຣະເຈົ້າຄົງຈະມີຢູ່ແທ້. ພຣະອົງອາດຈະມີຢູ່ແທ້. ຂ້ານ້ອຍຫວັງວ່າພຣະອົງມີຢູ່ແທ້. ການເຊື່ອໃນພຣະເຈົ້າກໍບໍ່ໄດ້ເຮັດໃຫ້ຂ້ານ້ອຍເສຍຫາຍຫຍັງຢູ່ແລ້ວ; ບໍ່ມີໃຜເຮັດໃຫ້ຂຸ່ນເຄືອງໃຈ. ຂ້ານ້ອຍໄດ້ຍິນວ່າການປະຕິບັດໜ້າທີ່ຈະນຳມາເຊິ່ງພອນ ແລະ ຈຸດໝາຍປາຍທາງທີ່ດີ ແລະ ຈະເຮັດໃຫ້ຂ້ານ້ອຍບໍ່ຕາຍໃນອະນາຄົດ. ສະນັ້ນ ຂ້ານ້ອຍຄິດວ່າຂ້ານ້ອຍຈະປະຕິບັດຕາມ ແລະ ເຊື່ອຕໍ່ໄປ”. ຫຼັງຈາກທີ່ເຊື່ອໄດ້ໄລຍະເວລາໜຶ່ງ, ພວກເຂົາເຫັນວ່າບາງຄົນພົບພໍ້ກັບການລອງໃຈ ແລະ ຄວາມທຸກຍາກລຳບາກ ແລະ ພວກເຂົາກໍເລີ່ມຄິດໄຕ່ຕອງວ່າ: “ການເຊື່ອໃນພຣະເຈົ້າບໍ່ແມ່ນວ່າຈະນຳມາເຊິ່ງພອນບໍ? ບາງຄົນເຈັບປ່ວຍໜັກ ແລະ ຕາຍ, ບາງຄົນຖືກຈັບກຸມ ແລະ ຂົ່ມເຫັງຈົນຕາຍໂດຍມັງກອນແດງທີ່ຍິ່ງໃຫຍ່ ແລະ ຄົນອື່ນໆກໍເຈັບປ່ວຍ ຫຼື ມີໄພພິບັດເກີດຂຶ້ນກັບຄອບຄົວຂອງພວກເຂົາໃນຂະນະທີ່ປະຕິບັດໜ້າທີ່. ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງພວກເຂົາ? ດັ່ງນັ້ນແລ້ວ, ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຖ້າພຣະອົງມີຢູ່ແທ້, ສິ່ງເຫຼົ່ານີ້ກໍບໍ່ຄວນຈະເກີດຂຶ້ນ!” ບາງຄົນທີ່ມີເຈດຕະນາດີກໍໂອ້ລົມຄວາມຈິງກັບພວກເຂົາ ໂດຍກ່າວວ່າ: “ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ ແລະ ຊະຕາກຳຂອງຜູ້ຄົນກໍຖືກປັ້ນແຕ່ງໂດຍພຣະຫັດຂອງພຣະເຈົ້າ. ຜູ້ຄົນຄວນຍອມຮັບເລື່ອງເຫຼົ່ານີ້ຈາກພຣະເຈົ້າ ແລະ ມອບຕົນເອງໃຫ້ກັບການປັ້ນແຕ່ງຂອງພຣະເຈົ້າ. ທຸກສິ່ງທີ່ພຣະເຈົ້າກະທຳລ້ວນແຕ່ເປັນສິ່ງທີ່ດີ”. ເຊິ່ງບຸກຄົນທີ່ລັງເລໃຈເຫຼົ່ານີ້ກໍຕອບວ່າ: “ຂ້ານ້ອຍບໍ່ເຫັນວ່າມັນເປັນສິ່ງທີ່ດີບ່ອນໃດ! ການທົນທຸກທໍລະມານຈາກໄພພິບັດ, ມັນເປັນສິ່ງທີ່ດີບໍ? ການເຈັບປ່ວຍໜັກ ຫຼື ເປັນພະຍາດທີ່ປິ່ນປົວບໍ່ຫາຍ, ມັນເປັນສິ່ງທີ່ດີບໍ? ການຕາຍກໍຍິ່ງຮ້າຍແຮງກວ່ານັ້ນອີກ. ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຂ້ານ້ອຍບໍ່ຮູ້”. ພວກເຂົາເຕັມໄປດ້ວຍຄວາມສົງໄສກ່ຽວກັບພຣະເຈົ້າຢູ່ສະເໝີ. ເມື່ອພວກເຂົາເຫັນຫຼາຍຄົນປະຕິບັດໜ້າທີ່, ວຽກງານໃນເຮືອນຂອງພຣະເຈົ້າຂະຫຍາຍຕົວອອກໄປເລື້ອຍໆ ແລະ ຄຣິສຕະຈັກກໍຈະເລີນຮຸ່ງເຮືອງຂຶ້ນໃນແຕ່ລະມື້, ພວກເຂົາກໍຮູ້ສຶກວ່າພຣະເຈົ້າຕ້ອງມີຢູ່ແທ້. ໂດຍສະເພາະເມື່ອພວກເຂົາໄດ້ຍິນອ້າຍເອື້ອຍນ້ອງເປັນພະຍານເຖິງໝາຍສຳຄັນ ແລະ ການອັດສະຈັນທີ່ພຣະເຈົ້າໄດ້ສະແດງອອກ ແລະ ພຣະຄຸນທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ, ບຸກຄົນທີ່ລັງເລໃຈເຫຼົ່ານີ້ຍິ່ງຮູ້ສຶກຢ່າງແຮງກ້າວ່າ: “ພຣະເຈົ້າຊົງມີຢູ່ແທ້ຢ່າງແນ່ນອນ! ເຖິງແມ່ນວ່າຜູ້ຄົນຈະບໍ່ສາມາດເຫັນພຣະວິນຍານຂອງພຣະເຈົ້າ, ແຕ່ພຣະທຳທີ່ພຣະເຈົ້າເຊິ່ງບັງເກີດເປັນເນື້ອໜັງໄດ້ກ່າວນັ້ນ ຜູ້ຄົນກໍໄດ້ຍິນແລ້ວ ແລະ ຂ້ານ້ອຍກໍໄດ້ຍິນຫຼາຍຄົນໂອ້ລົມພຣະທຳຂອງພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ. ສະນັ້ນ, ພຣະເຈົ້າຕ້ອງມີຢູ່ແທ້ຢ່າງແນ່ນອນ!” ເມື່ອຄຣິສຕະຈັກຈະເລີນຮຸ່ງເຮືອງ, ທຸກຢ່າງດຳເນີນໄປຢ່າງລ່ຽນໄຫຼ, ກໍາລັງຂະຫຍາຍຕົວ ແລະ ວຽກງານຂອງຄຣິສຕະຈັກກໍຂະຫຍາຍອອກໄປເລື້ອຍໆ ແລະ ໂດຍສະເພາະເມື່ອອ້າຍເອື້ອຍນ້ອງມີປະສົບການກັບສະຖານະການພິເສດ ແລະ ເລື່ອງລາວພິເສດບາງຢ່າງ ແລະ ໄດ້ເຫັນການປົກປ້ອງ, ອຳນາດສູງສຸດ ແລະ ການນຳພາຂອງພຣະເຈົ້າຜ່ານສິ່ງເຫຼົ່ານີ້, ພວກເຂົາກໍຮູ້ສຶກວ່າພຣະເຈົ້າມີຢູ່ແທ້ ແລະ ພຣະເຈົ້າຊົງດີຢ່າງແທ້ຈິງ. ແນວໃດກໍຕາມ, ຫຼັງຈາກຜ່ານໄປໄລຍະເວລາໜຶ່ງ, ພວກເຂົາອາດຈະປະສົບກັບຄວາມຜິດຫວັງ ແລະ ອຸປະສັກທີ່ຍາກລຳບາກ, ບາງຄົນອາດຈະປະສົບກັບຄວາມລົ້ມເຫຼວ ແລະ ຄວາມເສຍໃຈ ຫຼື ເຮືອນຂອງພຣະເຈົ້າອາດຈະກຳຈັດຄົນສ່ວນໜຶ່ງອອກ; ສິ່ງເຫຼົ່ານີ້, ໂດຍສະເພາະຢ່າງສຸດທ້າຍ, ມັນຂັດແຍ້ງກັບແນວຄິດຂອງພວກເຂົາຢ່າງຮຸນແຮງ ແລະ ເກີນຄວາມຄາດໝາຍຂອງພວກເຂົາ. ພວກເຂົາຮູ້ສຶກວ່າ “ຖ້າພຣະເຈົ້າມີຢູ່ແທ້, ສິ່ງເຫຼົ່ານີ້ຈະເກີດຂຶ້ນໄດ້ແນວໃດ? ມັນບໍ່ຄວນຈະເກີດຂຶ້ນ! ມັນເປັນເລື່ອງປົກກະຕິທີ່ສິ່ງເຫຼົ່ານີ້ຈະເກີດຂຶ້ນໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ແຕ່ມັນຈະເກີດຂຶ້ນໃນເຮືອນຂອງພຣະເຈົ້າຄືກັນໄດ້ແນວໃດ? ຖ້າພຣະເຈົ້າມີຢູ່ແທ້, ພຣະອົງຄວນຈະແກ້ໄຂບັນຫາເຫຼົ່ານີ້ ແລະ ປ້ອງກັນບໍ່ໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ, ເພາະວ່າພຣະອົງຊົງລິດທານຸພາບສູງສຸດ, ມີສິດອຳນາດ ແລະ ມີລິດເດດ! ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຜູ້ຄົນບໍ່ສາມາດເຫັນພຣະວິນຍານຂອງພຣະເຈົ້າໄດ້. ສໍາລັບພຣະທຳທີ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງໄດ້ກ່າວໄວ້, ຜູ້ຄົນລ້ວນແຕ່ເວົ້າວ່າມັນແມ່ນຄວາມຈິງ, ແມ່ນຫົນທາງ ແລະ ສາມາດເປັນຊີວິດຂອງຜູ້ຄົນໄດ້. ແຕ່ເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກວ່າມັນແມ່ນຄວາມຈິງ? ຂ້ານ້ອຍໄດ້ຟັງຄຳເທດສະໜາມາເປັນເວລາດົນນານແລ້ວ, ແຕ່ຊີວິດຂອງຂ້ານ້ອຍກໍບໍ່ໄດ້ປ່ຽນແປງເລີຍ! ຂ້ານ້ອຍໄດ້ທົນທຸກທໍລະມານມາຫຼາຍ, ຂ້ານ້ອຍໄດ້ຮັບຜົນປະໂຫຍດຫຍັງແດ່?” ພວກເຂົາເລີ່ມມີຄວາມສົງໄສກ່ຽວກັບພຣະເຈົ້າ ແລະ ຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງພວກເຂົາກໍຫຼຸດລົງ ແລະ ເຢັນຊາລົງ. ຈາກນັ້ນ ພວກເຂົາກໍຄິດທີ່ຈະໜີຈາກເຮືອນຂອງພຣະເຈົ້າເພື່ອໄປເຮັດວຽກ ແລະ ຫາເງິນເພື່ອດຳລົງຊີວິດທີ່ດີ, ແນວຄິດທີ່ມຸ່ງໝັ້ນ ເຫຼົ່ານີ້ກໍເລີ່ມເກີດຂຶ້ນ. ພວກເຂົາຄິດກັບຕົນເອງວ່າ: “ຖ້າພຣະເຈົ້າທີ່ຂ້ອຍເຊື່ອບໍ່ແມ່ນພຣະເຈົ້າອົງທີ່ແທ້ຈິງ, ການທີ່ຂ້ອຍບໍ່ໄດ້ເຮັດວຽກ ຫຼື ຫາເງິນຕະຫຼອດຫຼາຍປີທີ່ຜ່ານມາໃນຂະນະທີ່ເຊື່ອໃນພຣະເຈົ້າກໍຈະເປັນການສູນເສຍທີ່ໃຫຍ່ຫຼວງ! ບໍ່, ການຄິດແບບນີ້ບໍ່ຖືກຕ້ອງ. ຂ້ອຍຍັງຕ້ອງເຊື່ອທີ່ຖືກຕ້ອງຢູ່ດີ. ຂ້ອຍໄດ້ຍິນຄົນເວົ້າວ່າ ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນຈະເຮັດໃຫ້ສາມາດເຂົ້າໃຈຄວາມຈິງ, ແກ້ໄຂທຸກບັນຫາ ແລະ ບໍ່ອ່ອນແອອີກຕໍ່ໄປ. ແຕ່ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າແລ້ວ ແລະ ກໍຍັງບໍ່ເຂົ້າໃຈຄວາມຈິງ. ເປັນຫຍັງຂ້ອຍຈຶ່ງຍັງຮູ້ສຶກໃນແງ່ລົບຢູ່? ເປັນຫຍັງຂ້ອຍຈຶ່ງຮູ້ສຶກຢູ່ສະເໝີວ່າຂ້ອຍບໍ່ມີກຳລັງທີ່ຈະປະຕິບັດໜ້າທີ່ຂອງຂ້ອຍ? ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃນຕົວຂ້ອຍ! ຂ້ອຍມີຄວາມຫຍຸ້ງຍາກຫຼາຍ, ແຕ່ພຣະເຈົ້າກໍບໍ່ໄດ້ເປີດທາງອອກໃຫ້ຂ້ອຍ. ດັ່ງນັ້ນແລ້ວ, ພຣະເຈົ້າມີຢູ່ແທ້ ຫຼື ບໍ່? ຖ້ານີ້ແມ່ນຫົນທາງທີ່ແທ້ຈິງ, ພຣະເຈົ້າຄວນຈະອວຍພອນຜູ້ຄົນທີ່ປະຕິບັດໜ້າທີ່ໃຫ້ມີຄວາມສະຫງົບສຸກ, ລ່ຽນໄຫຼ ແລະ ຄວາມເປັນປົກກະຕິ. ແລ້ວເປັນຫຍັງການເທດສະໜາພຣະກິດຕິຄຸນ ແລະ ການປະຕິບັດໜ້າທີ່ຈຶ່ງຍັງມີອຸປະສັກຫຼວງຫຼາຍແທ້? ເຖິງແມ່ນວ່າຂ້ອຍຈະຮູ້ວ່າໂລກສາສະໜາໄດ້ຫຼ້າຫຼັງໄປແລ້ວ ແລະ ການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການເຂົ້າສູ່ຍຸກແຫ່ງລາຊະອານາຈັກ, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ເຫັນວ່າພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ?” ຄົນປະເພດນີ້ແມ່ນຄົນແບບໃດ? ພວກເຂົາແມ່ນຄົນທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແຕ່ບໍ່ເຂົ້າໃຈຄວາມຈິງ. ບໍ່ວ່າຈະມີການໂອ້ລົມຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມໝາຍຂອງມັນໄດ້. ພວກເຂົາເບິ່ງສິ່ງຕ່າງໆໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາຢູ່ສະເໝີ ແລະ ເຕັມໄປດ້ວຍຄວາມສົງໄສກ່ຽວກັບພຣະເຈົ້າຢູ່ຕະຫຼອດເວລາ. ຄົນເຊັ່ນນີ້ຈະສາມາດເຂົ້າໃຈຄວາມຈິງໄດ້ແນວໃດ? ບາງຄົນເຫັນວ່າການເທດສະໜາພຣະກິດຕິຄຸນຂ້ອນຂ້າງຫຍຸ້ງຍາກ, ດັ່ງນັ້ນ ພວກເຂົາຈຶ່ງຄິດວ່າ: “ຖ້ານີ້ແມ່ນຫົນທາງທີ່ແທ້ຈິງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດຢ່າງຍິ່ງໃຫຍ່. ບໍ່ວ່າອ້າຍເອື້ອຍນ້ອງຈະໄປເທດສະໜາພຣະກິດຕິຄຸນຢູ່ໃສ, ມັນກໍຈະລ່ຽນໄຫຼ ແລະ ບໍ່ມີອຸປະສັກ. ຍິ່ງໄປກວ່ານັ້ນ, ເຈົ້າໜ້າທີ່ລັດຖະບານກໍຈະເລີ່ມເຊື່ອ ແລະ ໃຫ້ໄຟຂຽວກັບທຸກຢ່າງ. ນີ້ຈຶ່ງຈະເປັນການກະທຳຂອງພຣະເຈົ້າອົງແທ້. ແຕ່ຕອນນີ້, ເມື່ອເບິ່ງຄວາມເປັນຈິງແລ້ວ, ມັນບໍ່ແມ່ນແບບນັ້ນເລີຍ. ບໍ່ພຽງແຕ່ປະທານາທິບໍດີ ແລະ ເຈົ້າໜ້າທີ່ໃນປະເທດຕ່າງໆທົ່ວໂລກບໍ່ເຊື່ອໃນພຣະເຈົ້າ, ແຕ່ພວກເຂົາກໍຍັງບໍ່ສະໜັບສະໜູນການເຊື່ອໃນພຣະເຈົ້າອີກດ້ວຍ. ໃນບາງປະເທດ, ລັດຖະບານເຖິງກັບຂົ່ມເຫັງຜູ້ເຊື່ອ ແລະ ຂັດຂວາງຜູ້ຄົນຈາກການເຊື່ອໃນພຣະເຈົ້າ. ສະນັ້ນ, ພຣະເຈົ້າທີ່ພວກເຮົາເຊື່ອແມ່ນພຣະເຈົ້າອົງແທ້ອີ່ຫຼີບໍ? ຂ້ອຍບໍ່ຮູ້; ມັນເວົ້າຍາກ”. ມີເຄື່ອງໝາຍຄຳຖາມອັນໃຫຍ່ຫຼວງຢູ່ໃນໃຈຂອງພວກເຂົາຢູ່ສະເໝີ. ທຸກຄັ້ງທີ່ພວກເຂົາໄດ້ຍິນຂ່າວບາງຢ່າງ, ມັນກໍຮູ້ສຶກຄືກັບ “ແຜ່ນດິນໄຫວ” ທີ່ມີຜົນກະທົບບໍ່ໃຫຍ່ ແລະ ກໍບໍ່ນ້ອຍສຳລັບພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາລັງເລໃຈ. ບາງຄົນເວົ້າວ່າ: “ມັນເປັນຍ້ອນວ່າພວກເຂົາເຊື່ອໃນພຣະເຈົ້າໄດ້ພຽງໄລຍະເວລາສັ້ນໆບໍ ທີ່ເຮັດໃຫ້ພວກເຂົາລັງເລໃຈຢູ່ຢູ່ສະເໝີ?” ມັນບໍ່ແມ່ນແນວນັ້ນ, ບາງຄົນໄດ້ເຊື່ອມາເປັນເວລາສາມປີ, ຫ້າປີ ຫຼື ແມ່ນແຕ່ຫຼາຍກວ່າສິບປີ. ນັ້ນຖືວ່າເປັນເວລາສັ້ນໆບໍ? ຖ້າຄົນໃດໜຶ່ງເຊື່ອເປັນເວລາສາມ ຫຼື ຫ້າປີໃນລະຫວ່າງພາລະກິດຂອງຍຸກແຫ່ງພຣະຄຸນ, ມັນກໍຈະບໍ່ຖືວ່າດົນ, ເພາະວ່າພວກເຂົາບໍ່ໄດ້ຍິນພຣະດຳລັດ ແລະ ພຣະທຳຂອງພຣະເຈົ້າໃນຍຸກສຸດທ້າຍ; ພວກເຂົາພຽງແຕ່ເຂົ້າໃຈຄວາມຮູ້ທາງພຣະຄຳພີ ແລະ ທິດສະດີທາງຝ່າຍວິນຍານໜ້ອຍໜຶ່ງຈາກພຣະຄຳພີ ແລະ ຈາກຄຳເທດສະໜາຂອງຜູ້ຄົນ. ນັ້ນແມ່ນໜ້ອຍເກີນໄປທີ່ຈະໄດ້ຮັບ. ມັນແຕກຕ່າງກັນເມື່ອຄົນໃດໜຶ່ງຍອມຮັບພາລະກິດຂອງຂັ້ນຕອນປັດຈຸບັນນີ້, ຕາບໃດທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ ແລະ ປະຕິບັດຕາມພຣະເຈົ້າເປັນເວລາສາມປີ, ສິ່ງທີ່ພວກເຂົາມີປະສົບການ, ເຂົ້າໃຈ ແລະ ໄດ້ຮັບກໍລື່ນກາຍສິ່ງທີ່ຄົນໜຶ່ງຈະໄດ້ຮັບຈາກການເຊື່ອໃນອົງພຣະຜູ້ເປັນເຈົ້າເປັນເວລາຊາວ ຫຼື ສາມສິບປີ ຫຼື ແມ່ນແຕ່ຕະຫຼອດຊີວິດ ໃນຍຸກແຫ່ງພຣະຄຸນ. ແຕ່ຄົນທີ່ລັງເລໃຈເຫຼົ່ານີ້, ເຖິງແມ່ນວ່າຈະເຊື່ອມາເປັນເວລາສາມ, ຫ້າ ຫຼື ຫຼາຍກວ່າສິບປີ, ກໍຍັງບໍ່ສາມາດຕັດສິນໄດ້ວ່າພາລະກິດຂັ້ນຕອນນີ້ແມ່ນພຣະເຈົ້າເປັນຜູ້ກະທຳ ຫຼື ບໍ່ ແລະ ພວກເຂົາເຖິງກັບມີຄວາມສົງໄສກ່ຽວກັບການມີຢູ່ຂອງພຣະເຈົ້າ. ເຈົ້າວ່າຄົນແບບນີ້ຈະສ້າງບັນຫາຫຼາຍບໍ່? ພວກເຂົາມີຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງບໍ່? (ບໍ່ມີ.) ພວກເຂົາມີວິທີຄິດຂອງຄວາມເປັນມະນຸດຊາດບໍ່? (ບໍ່ມີ.) ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງໄດ້. ບໍ່ວ່າຈະມີສະຖານະການໃດເກີດຂຶ້ນໃນຄຣິສຕະຈັກ, ມັນກໍສາມາດເຮັດໃຫ້ພວກເຂົາລັງເລໃຈໄດ້ສະເໝີ, ເຄື່ອງໝາຍຄຳຖາມໃນຫົວໃຈຂອງພວກເຂົາກໍ່ໃຫ້ເກີດ “ແຜ່ນດິນໄຫວ” ສຳລັບພວກເຂົາຢູ່ຕະຫຼອດ. ຖ້າພວກຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ ແລະ ບາງຄົນຖືກນຳພາຢ່າງຜິດໆ ຫຼື ຖ້າຄົນທີ່ພວກເຂົາເຄົາລົບບູຊາເຮັດບາງສິ່ງທີ່ພວກເຂົາບໍ່ຄາດຄິດ ເຊັ່ນ: ລັກເຄື່ອງຖວາຍ ຫຼື ມີສ່ວນຮ່ວມໃນການກະທຳທີ່ຜິດສິນທຳ ແລະ ຖືກກຳຈັດອອກ, ມັນກໍເຮັດໃຫ້ຫົວໃຈຂອງພວກເຂົາລັງເລໃຈ ແລະ ພວກເຂົາກໍເລີ່ມສົງໄສພຣະເຈົ້າວ່າ: “ນີ້ບໍ່ແມ່ນກະແສແຫ່ງພາລະກິດຂອງພຣະເຈົ້າບໍ? ແລ້ວສິ່ງທີ່ຜິດກົດໝາຍເຊັ່ນນີ້ຈະເກີດຂຶ້ນໃນຄຣິສຕະຈັກໄດ້ແນວໃດ? ພຣະເຈົ້າຈະປ່ອຍໃຫ້ມີການປະກົດຕົວຂອງພວກຜູ້ຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວຊ້າໄດ້ແນວໃດ? ນີ້ແມ່ນຫົນທາງທີ່ແທ້ຈິງແທ້ໆບໍ?” ທຸກສິ່ງທີ່ເກີດຂຶ້ນໃນຄຣິສຕະຈັກທີ່ຂັດກັບແນວຄິດຂອງພວກເຂົາກໍເຮັດໃຫ້ພວກເຂົາເກີດຄວາມສົງໄສ ແລະ ເລີ່ມຕັ້ງຄຳຖາມວ່າ ນີ້ແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່, ແມ່ນພາລະກິດຂອງພຣະເຈົ້າ ຫຼື ບໍ່ ແລະ ພຣະເຈົ້າມີຢູ່ແທ້ ຫຼື ບໍ່. ພວກເຂົາພຽງແຕ່ບໍ່ສະແຫວງຫາຄວາມຈິງເພື່ອເບິ່ງບັນຫານັ້ນຢ່າງຖືກຕ້ອງ. ພຽງເທົ່ານີ້ກໍພຽງພໍແລ້ວທີ່ຈະພິສູດວ່າ ຕັ້ງແຕ່ຕົ້ນຈົນຈົບ, ໂດຍພື້ນຖານແລ້ວ ພວກເຂົາບໍ່ເຄີຍເຊື່ອວ່າພາລະກິດຂັ້ນຕອນນີ້ແມ່ນພຣະເຈົ້າເປັນຜູ້ກະທຳ. ຕັ້ງແຕ່ຕົ້ນຈົນຈົບ, ພວກເຂົາບໍ່ເຄີຍຮູ້ວ່າຄວາມຈິງແມ່ນຫຍັງ ແລະ ບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງສະແດງຄວາມຈິງ. ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ ແລະ ໄດ້ກະທຳພາລະກິດຫຼາຍພາລະກິດ, ທັງໝົດນີ້ແມ່ນການກະທຳຂອງພຣະເຈົ້າ. ຫຼາຍຄົນໄດ້ຢັ້ງຢືນ ແລະ ແນ່ໃຈກ່ຽວກັບເລື່ອງນີ້, ແຕ່ພວກເຂົາປະຕິເສດທີ່ຈະເບິ່ງບັນຫາໂດຍອີງໃສ່ສິ່ງເຫຼົ່ານີ້. ພວກເຂົາໃຊ້ທັດສະນະຂອງມະນຸດ ແລະ ແນວຄິດຂອງມະນຸດໃນການຕັດສິນຢູ່ສະເໝີ, ພວກເຂົາເຊື່ອໝັ້ນໃນຕົນເອງຫຼາຍເກີນໄປ. ເມື່ອມີຂໍ້ບົກຜ່ອງ ຫຼື ການບ່ຽງເບນບາງຢ່າງໃນວຽກງານຂອງຄຣິສຕະຈັກ ຫຼື ໃນຊີວິດຄຣິສຕະຈັກ ຫຼື ເມື່ອຄຣິສຕະຈັກຖືກປາບປາມ ແລະ ຂົ່ມເຫັງໂດຍລັດຖະບານ, ພວກເຂົາກໍເລີ່ມຕັ້ງຄຳຖາມອີກວ່າ: “ນີ້ແມ່ນຫົນທາງທີ່ແທ້ຈິງແທ້ໆບໍ?” ເມື່ອຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນຳປອມປາກົດຕົວໃນຄຣິສຕະຈັກ, ພວກເຂົາກໍເລີ່ມຕັ້ງຄຳຖາມເຊັ່ນກັນ. ພວກເຂົາເວົ້າວ່າ: “ເບິ່ງສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນໃນຄຣິສຕະຈັກສາສະໜາ, ພວກເຂົາຮັກອົງພຣະຜູ້ເປັນເຈົ້າຢ່າງແທ້ຈິງ ແລະ ບໍ່ມີເຫດການກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກຂອງພວກເຂົາ. ນັ້ນຕ່າງຫາກຄືຫົນທາງທີ່ແທ້ຈິງ. ຖ້າສິ່ງທີ່ພວກເຈົ້າມີຢູ່ນີ້ແມ່ນຫົນທາງທີ່ແທ້ຈິງ, ເປັນຫຍັງສິ່ງເຫຼົ່ານີ້ຈຶ່ງຍັງເກີດຂຶ້ນ?” ນີ້ຄືວິທີທີ່ພວກເຂົາປຽບທຽບ. ແລະ ຄົນໂງ່ຈ້າຄົນອື່ນໆປຽບທຽບແນວໃດ? ພວກເຂົາເວົ້າວ່າ: “ເບິ່ງຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າໃນຄຣິສຕະຈັກສາມຕົນເອງ, ພວກເຂົາໄດ້ຮັບການຮັບຮອງຈາກລັດ ແລະ ລັດເຖິງກັບອອກໃບຢັ້ງຢືນໃຫ້ພວກເຂົາ ແລະ ມອບດິນໃຫ້ພວກເຂົາເພື່ອສ້າງຄຣິສຕະຈັກ. ທຸກຢ່າງຖືກຕ້ອງຕາມກົດໝາຍ. ພວກເຈົ້າມີຄຣິສຕະຈັກສາທາລະນະບໍ່? ຄຣິສຕະຈັກຂອງພວກເຈົ້າໄດ້ລົງທະບຽນບໍ່? ລັດເຖິງກັບແຕ່ງຕັ້ງສິດຍາພິບານໃຫ້ຄຣິສຕະຈັກສາມຕົນເອງ ແລະ ສິດຍາພິບານເຫຼົ່ານັ້ນກໍມີໃບອະນຸຍາດ. ຜູ້ນຳ ແລະ ຜູ້ເຮັດວຽກຂອງພວກເຈົ້າມີໃບອະນຸຍາດບໍ່? ລັດບໍ່ອະນຸຍາດໃຫ້ພວກເຈົ້າເຊື່ອໃນພຣະເຈົ້າ; ລັດຈັບກຸມ ແລະ ຂົ່ມເຫັງພວກເຈົ້າ. ພວກເຈົ້າບໍ່ມີແມ່ນແຕ່ສະຖານທີ່ຄົງທີ່ສຳລັບການເຕົ້າໂຮມ; ພວກເຈົ້າເຕົ້າໂຮມແບບລັບໆລີ້ໆຢູ່ສະເໝີ. ນີ້ແມ່ນຫົນທາງທີ່ແທ້ຈິງແທ້ບໍ່? ຖ້ານີ້ແມ່ນຫົນທາງທີ່ແທ້ຈິງ, ເປັນຫຍັງຈຶ່ງຕ້ອງເຕົ້າໂຮມ ແລະ ປະຕິບັດໜ້າທີ່ແບບລັບໆລີ້ໆຢູ່ສະເໝີ?” ພວກເຂົາບໍ່ສາມາດເບິ່ງທະລຸແມ່ນແຕ່ເລື່ອງນີ້. ສະຖານະການໃດກໍຕາມກໍສາມາດເຮັດໃຫ້ພວກເຂົາລັງເລໃຈ ແລະ ເກີດຄວາມສົງໄສກ່ຽວກັບພຣະເຈົ້າໄດ້. ບອກເຮົາມາເບິ່ງພວກເຈົ້າວ່າຄົນແບບນີ້ຈະສາມາດຢືນຢັດຢູ່ໄດ້ບໍ່? (ບໍ່ໄດ້.) ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ໜີຈາກຄຣິສຕະຈັກຢ່າງເປີດເຜີຍ, ແຕ່ໃນຫົວໃຈຂອງພວກເຂົາກໍຕົກຢູ່ໃນສະພາວະທີ່ສ່ຽງອັນຕະລາຍແລ້ວ. ພວກເຂົາບໍ່ສາມາດແນ່ໃຈກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະແດງໄດ້ເລີຍ ແລະ ພວກເຂົາກໍເຊື່ອເຄິ່ງໜຶ່ງສົງໄສເຄິ່ງໜຶ່ງຢູ່ສະເໝີ; ສິ່ງນີ້ເຮັດໃຫ້ພວກເຂົາບໍ່ສາມາດມີສັດທາທີ່ແທ້ຈິງໄດ້. ພວກເຂົາບໍ່ສາມາດເຫັນໄດ້ວ່າ ການຂົ່ມເຫັງ, ການປາບປາມ ແລະ ການຈັບກຸມທັງໝົດທີ່ເກີດຂຶ້ນຕະຫຼອດຫຼາຍປີທີ່ຜ່ານມາຂອງພາລະກິດຂອງພຣະເຈົ້ານັ້ນ ລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ທັງໝົດກໍຕົກຢູ່ພາຍໃຕ້ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງມີແນວຄິດ ແລະ ສາມາດຕັ້ງຄຳຖາມໄດ້ວ່າ ພຣະເຈົ້າສາມາດມີອຳນາດສູງສຸດເໜືອທຸກສິ່ງໄດ້ ຫຼື ບໍ່. ພວກເຂົາເຊື່ອສະເໝີວ່າວຽກງານທັງໝົດໃນເຮືອນຂອງພຣະເຈົ້າແມ່ນມະນຸດເປັນຜູ້ກະທຳ, ໂດຍບໍ່ສາມາດເບິ່ງເຫັນແມ່ນແຕ່ສັນຍານນ້ອຍໆຂອງການກະທຳຂອງພຣະເຈົ້າໄດ້ເລີຍ. ພວກເຂົາບໍ່ແມ່ນຜູ້ບໍ່ເຊື່ອບໍ? ຖ້າຄົນເຊັ່ນນີ້ຫາກໍເຊື່ອໃໝ່ໄດ້ຫົກເດືອນ ຫຼື ໜຶ່ງປີ ແລະ ຍັງບໍ່ເຂົ້າໃຈຄວາມຈິງຕ່າງໆຢ່າງແຈ່ມແຈ້ງ, ມັນກໍເປັນທີ່ເຂົ້າໃຈໄດ້ທີ່ພວກເຂົາຈະມີຄວາມສົງໄສ ແລະ ລັງເລໃຈເມື່ອເຫັນສິ່ງທີ່ຂັດກັບແນວຄິດຂອງພວກເຂົາ. ແຕ່ບາງຄົນໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ, ໄດ້ຟັງຄຳເທດສະໜາມາຫຼາຍ ແລະ ໄດ້ຮັບການໂອ້ລົມຄວາມຈິງເມື່ອພົບພໍ້ຄວາມຫຍຸ້ງຍາກ. ໃນເວລານັ້ນ, ພວກເຂົາກໍເຂົ້າໃຈສິ່ງທີ່ໄດ້ຍິນທາງຫຼັກຄຳສອນ. ແນວໃດກໍຕາມ, ຫຼັງຈາກນັ້ນ, ເມື່ອປະເຊີນກັບເລື່ອງຕ່າງໆອີກຄັ້ງ, ພວກເຂົາກໍຍັງຕັ້ງຄຳຖາມຕໍ່ພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າຄົນເຊັ່ນນີ້ບໍ່ມີຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງ, ຂາດແນວຄິດຂອງຄວາມເປັນມະນຸດຊາດ ແລະ ບໍ່ໄດ້ມາດຕະຖານຂອງການເປັນມະນຸດ.

ຄວນຈັດການກັບຄົນທີ່ລັງເລໃຈແນວໃດ? ໃນດ້ານຄວາມເປັນມະນຸດ, ຄົນເຫຼົ່ານີ້ບໍ່ນັບວ່າເປັນຄົນຊົ່ວຊ້າ, ແຕ່ພວກເຂົາເປັນຄົນປະເພດທີ່ສ້າງບັນຫາ, ເພາະວ່າພວກເຂົາຂາດຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງ ແລະ ບໍ່ມີແນວຄິດຂອງຄວາມເປັນມະນຸດຊາດ. ສິ່ງທີ່ສຳຄັນທີ່ສຸດ, ພວກເຂົາບໍ່ສາມາດແມ່ນແຕ່ຈະຢັ້ງຢືນຄວາມຈິງຫຼາຍຢ່າງທີ່ພຣະເຈົ້າໄດ້ກ່າວ, ທັງບໍ່ຮູ້ວ່າພຣະທຳເຫຼົ່ານີ້ແມ່ນຄວາມຈິງ ຫຼື ບໍ່ ຫຼື ວ່າມັນແມ່ນການສະແດງອອກຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ ຫຼື ບໍ່. ໂດຍຕັດສິນຈາກຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ, ພວກເຂົາແມ່ນຄົນປະເພດໃດ? ມັນກໍຖືກຕ້ອງທີ່ຈະເວົ້າວ່າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ມັນກໍຖືກຕ້ອງເຊັ່ນກັນທີ່ຈະເວົ້າວ່າພວກເຂົາເປັນຄົນເບົາປັນຍາ. ເຖິງແມ່ນວ່າຄົນປະເພດນີ້ຈະບໍ່ໄດ້ກະທຳຄວາມຊົ່ວທີ່ເຫັນໄດ້ຊັດເຈນ ແລະ ບໍ່ມີຄຸນສົມບັດໃນການເປັນຄົນຊົ່ວຊ້າ, ແຕ່ເນື່ອງຈາກວ່າພວກເຂົາເປັນຄົນເບົາປັນຍາເຖິງຂະໜາດນີ້ ແລະ ສາມາດເຮັດຫຼາຍສິ່ງທີ່ຂັດຂວາງ ແລະ ລົບກວນໄດ້, ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? (ແມ່ນແລ້ວ.) ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາດົນສໍ່າໃດ ຫຼື ໄດ້ຟັງຄຳເທດສະໜາມາຫຼາຍສໍ່າໃດ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້ເລີຍ. ພວກເຂົາບໍ່ສາມາດແມ່ນແຕ່ຈະຢັ້ງຢືນການມີຢູ່ຂອງພຣະເຈົ້າ ຫຼື ອຳນາດສູງສຸດຂອງພຣະເຈົ້າໄດ້. ນີ້ແມ່ນລະດັບຄວາມສາມາດແບບໃດ? ຄົນເຫຼົ່ານີ້ບໍ່ມີຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງຢ່າງແນ່ນອນ. ພວກເຂົາເປັນຄົນທີ່ມີຄວາມສາມາດຕ່ຳຫຼາຍ ຫຼື ອາດເວົ້າໄດ້ວ່າພວກເຂົາບໍ່ມີຄວາມສາມາດເລີຍ, ພວກເຂົາເປັນຄົນໄຮ້ປະໂຫຍດທີ່ບໍ່ມີສະໝອງ. ບອກເຮົາມາເບິ່ງ, ຄົນໄຮ້ປະໂຫຍດສາມາດປະຕິບັດໜ້າທີ່ຫຍັງໄດ້ແດ່? (ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້.) ພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ ແລະ ເຕັມໄປດ້ວຍຄວາມສົງໄສ ແລະ ລັງເລໃຈຢູ່ສະເໝີ. ສະນັ້ນ, ຄວນປະຕິບັດ ແລະ ຈັດການກັບຄົນແບບນີ້ແນວໃດ? ວິທີທີ່ເໝາະສົມທີ່ສຸດໃນການຈັດການກັບຄົນເຊັ່ນນີ້ກໍຄື ບໍ່ປ່ອຍໃຫ້ພວກເຂົາປະຕິບັດໜ້າທີ່ໃດໆ. ເຖິງແມ່ນວ່າພວກເຂົາຈະຮ້ອງຂໍທີ່ຈະປະຕິບັດໜ້າທີ່, ກໍບໍ່ຄວນອະນຸຍາດໃຫ້ພວກເຂົາເຮັດ. ເປັນຫຍັງຈຶ່ງບໍ່? ເພາະວ່າເມື່ອຄົນແບບນີ້ເລີ່ມປະຕິບັດໜ້າທີ່, ໂດຍສະເພາະເມື່ອພວກເຂົາໄດ້ອົດທົນຕໍ່ຄວາມຍາກລຳບາກ ແລະ ໄດ້ເສຍສະລະບາງຢ່າງ, ບໍ່ຊ້າກໍໄວ ພວກເຂົາກໍຈະຕ້ອງການຊຳລະບັນຊີກັບເຮືອນຂອງພຣະເຈົ້າ. ຖ້າພວກເຂົາຖືກຈັບກຸມ ຫຼື ປະເຊີນກັບໄພພິບັດທາງທຳມະຊາດ ຫຼື ໄພພິບັດທີ່ມະນຸດສ້າງຂຶ້ນ, ພວກເຂົາຈະເສຍໃຈທີ່ໄດ້ເສຍສະລະຕົນເອງເພື່ອພຣະເຈົ້າ; ພວກເຂົາກໍຈະຈົ່ມວ່າຢ່າງຂົມຂື່ນ ແລະ ທຽວເຜີຍແຜ່ຄຳເວົ້າ ເຊັ່ນວ່າ: “ຂ້ານ້ອຍໄດ້ທົນທຸກທໍລະມານຫຼາຍເພື່ອວຽກງານຂອງຄຣິສຕະຈັກ ແລະ ເພື່ອການປະຕິບັດໜ້າທີ່. ຂ້ານ້ອຍໄດ້ກິນອາຫານໜ້ອຍລົງຫຼາຍ, ໄດ້ນອນໜ້ອຍລົງຫຼາຍ ແລະ ຫາເງິນໄດ້ໜ້ອຍລົງຫຼາຍ. ຖ້າຂ້ານ້ອຍບໍ່ໄດ້ປະຕິບັດໜ້າທີ່, ຂ້ານ້ອຍຄົງຈະເອົາເງິນທີ່ຫາໄດ້ໄປຝາກທະນາຄານ ແລະ ມັນກໍຈະໄດ້ດອກເບ້ຍ! ຂ້ານ້ອຍໄດ້ສ່ຽງຫຼາຍຢ່າງ, ຄວາມສ່ຽງແຕ່ລະຊົ່ວໂມງມີຄ່າເທົ່າໃດ? ມີຄ່າແຮງງານເທົ່າໃດ?” ພວກເຂົາຈະພະຍາຍາມຊຳລະບັນຊີທາງການເງິນກັບເຮືອນຂອງພຣະເຈົ້າ ແລະ ຈະເຖິງກັບຂົ່ມຂູ່ວ່າ ຖ້າເຮືອນຂອງພຣະເຈົ້າບໍ່ຊົດເຊີຍໃຫ້ພວກເຂົາ, ພວກເຂົາກໍຈະລາຍງານເຮືອນຂອງພຣະເຈົ້າ. ການປ່ອຍໃຫ້ຄົນແບບນີ້ປະຕິບັດໜ້າທີ່ຈະບໍ່ເປັນການນຳບັນຫາທີ່ບໍ່ມີທີ່ສິ້ນສຸດມາໃຫ້ບໍ? ການພົວພັນກັບຄົນຕ່ຳຊ້າເຊັ່ນນີ້ຈະນຳໄປສູ່ການຜູກມັດທີ່ບໍ່ສາມາດແກ້ໄຂໄດ້. ບໍ່ວ່າພວກເຂົາຈະຈັດການເລື່ອງຕ່າງໆໃຫ້ຄຣິສຕະຈັກຫຼາຍສໍ່າໃດ, ພວກເຂົາກໍມີປຶ້ມບັນຊີ້ນ້ອຍໆຢູ່ໃນໃຈ, ບັນທຶກທຸກລາຍການຢ່າງຊັດເຈນ. ສິ່ງໃດກໍຕາມທີ່ພວກເຂົາເຮັດເພື່ອຄຣິສຕະຈັກ, ພວກເຂົາບໍ່ເຄີຍເຮັດດ້ວຍຄວາມເຕັມໃຈ. ເພາະວ່າພວກເຂົາບໍ່ເຕັມໃຈ, ພວກເຂົາຈຶ່ງຕ້ອງການຊຳລະບັນຊີ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ກໍເພາະວ່າໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ຍອມຮັບການມີຢູ່ຂອງພຣະເຈົ້າ ຫຼື ເຊື່ອໃນການມີຢູ່ຂອງພຣະເຈົ້າ. ພວກເຂົາບໍ່ຍອມຮັບວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ ຫຼື ວ່າພາລະກິດຂອງພຣະເຈົ້າສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ສະນັ້ນ, ຕ້ອງໃຊ້ລາງວັນປະເພດໃດຈຶ່ງຈະເຮັດໃຫ້ພວກເຂົາຮູ້ສຶກພໍໃຈກັບການທີ່ໄດ້ເສຍສະລະເລັກນ້ອຍ, ທົນທຸກໜ້ອຍໜຶ່ງ, ປະຕິບັດໜ້າທີ່ບາງຢ່າງ ແລະ ເສຍສະລະຊັບພະຍາກອນທາງດ້ານບຸກຄົນ ແລະ ວັດຖຸບາງຢ່າງ ໃຫ້ກັບສິ່ງທີ່ເອີ້ນວ່າພຣະເຈົ້າທີ່ພວກເຂົາຈິນຕະນາການຂຶ້ນໃນໃຈ? ຖ້າພວກເຂົາບໍ່ໄດ້ຮັບສິ່ງໃດຕອບແທນ, ພວກເຂົາຈະພໍໃຈບໍ່? ຖ້າມື້ໜຶ່ງພວກເຂົາຮັບຮູ້ວ່າພວກເຂົາຖືກກຳຈັດອອກຍ້ອນບໍ່ໄລ່ຕາມຄວາມຈິງ, ຜົນທີ່ຈະຕາມມາຈະເປັນແນວໃດ? ພວກເຂົາຈະຄິດວ່າເຮືອນຂອງພຣະເຈົ້າຫຼອກລວງພວກເຂົາ, ວ່າຜູ້ນຳ ແລະ ຜູ້ເຮັດວຽກຫຼອກລວງພວກເຂົາ ແລະ ວ່າພວກເຂົາຖືກປິດບັງຄວາມຈິງ ແລະ ຕົກເປັນເຫຍື່ອຂອງການຫຼອກລວງ. ຈາກນັ້ນ, ພວກເຂົາກໍຈະຟ້ອງຮ້ອງເຮືອນຂອງພຣະເຈົ້າ ແລະ ຮຽກຮ້ອງຄ່າຊົດເຊີຍ, ເຮັດໃຫ້ເລື່ອງຍືດເຍື້ອບໍ່ມີທີ່ສິ້ນສຸດ. ເຈົ້າຄິດວ່າເຮືອນຂອງພຣະເຈົ້າຈະຢາກພົວພັນກັບຄົນເຊັ່ນນີ້ບໍ່? ເຮືອນຂອງພຣະເຈົ້າຈະບໍ່ເຮັດສິ່ງທີ່ໂງ່ຈ້າເຊັ່ນນີ້ຢ່າງເດັດຂາດ! ຜູ້ຄົນທີ່ພຣະເຈົ້າເລືອກປະຕິບັດໜ້າທີ່ຂອງພວກເຂົາເພື່ອບັນລຸຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງ, ມັນເປັນການເລືອກຂອງພວກເຂົາເອງທັງໝົດ, ເປັນສິ່ງທີ່ພວກເຂົາເຕັມໃຈທີ່ຈະເຮັດ. ເຮືອນຂອງພຣະເຈົ້າບໍ່ເຄີຍບັງຄັບ ຫຼື ຂືນໃຈໃຜ. ແຕ່ເມື່ອຜູ້ບໍ່ເຊື່ອເລີ່ມປະຕິບັດໜ້າທີ່, ມັນກໍເປັນພຽງເລື່ອງຂອງເວລາເທົ່ານັ້ນກ່ອນທີ່ບັນຫາຈະເກີດຂຶ້ນ. ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາຈະເລີ່ມຈົ່ມວ່າ ແລະ ຮ້ອງທຸກຢ່າງແນ່ນອນ ໂດຍເວົ້າກັບຄົນອື່ນວ່າ: “ພວກເຈົ້າທຸກຄົນເວົ້າຈາດີຫຼາຍ ແລະ ຫຼອກລວງຂ້ອຍ, ໂດຍເວົ້າວ່າການເຊື່ອໃນພຣະເຈົ້າຈະເຮັດໃຫ້ຂ້ອຍໄດ້ຮັບຄວາມຈິງ ແລະ ຊີວິດນິລັນ. ແຕ່ບໍ່ມີໃຜໃນພວກເຈົ້າທີ່ກ່າວເຖິງວ່າຈະມີພວກຜູ້ຕໍ່ຕ້ານພຣະຄຣິສໃນຄຣິສຕະຈັກທີ່ນຳພາຜູ້ຄົນຢ່າງຜິດໆ, ມີຄົນຊົ່ວຊ້າທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ວ່າຄຣິສຕະຈັກຈະກຳຈັດ ຫຼື ຂັບໄລ່ຜູ້ຄົນອອກ. ພວກເຈົ້າບໍ່ເຄີຍບອກຂ້ານ້ອຍເລີຍວ່າສິ່ງເຫຼົ່ານີ້ຈະເກີດຂຶ້ນໃນຄຣິສຕະຈັກ!” ພວກເຂົາເຖິງກັບສາມາດຫັນກັບມາ ແລະ ກ່າວຫາເຈົ້າ ໂດຍເວົ້າວ່າ: “ເຈົ້າບໍ່ເຄີຍອະທິບາຍສິ່ງເຫຼົ່ານີ້ໃຫ້ຂ້ອຍເຂົ້າໃຈຢ່າງແຈ່ມແຈ້ງ. ຂ້ອຍພຽງແຕ່ປະຕິບັດຕາມພວກເຈົ້າໃນການເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຂ້ອຍ. ຜົນກໍຄື ຕອນນີ້ຂ້ອຍບໍ່ມີອະນາຄົດໃນທາງໂລກ; ພວກເຈົ້າໄດ້ກີດກັນຂ້ອຍຈາກການຫາເງິນກ້ອນໃຫຍ່. ພວກເຈົ້າຕ້ອງຊົດເຊີຍຄ່າເສຍຫາຍໃຫ້ຂ້ອຍ!” ເຈົ້າບໍ່ຮູ້ສຶກວ່າມັນໜ້າລັງກຽດບໍ ເມື່ອພວກເຂົາເລີ່ມຊຳລະບັນຊີກັບເຈົ້າ? ເຈົ້າຈະເຕັມໃຈພົວພັນກັບພວກເຂົາບໍ? (ບໍ່.) ໃຜຈະສາມາດເຮັດໃຫ້ຄົນແບບນີ້ເຂົ້າໃຈເລື່ອງຕ່າງໆໄດ້ຢ່າງແຈ່ມແຈ້ງ? ພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາບໍ່ສາມາດເຫັນການມີຢູ່ຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດຮູ້ສຶກເຖິງການມີຢູ່ຂອງພຣະເຈົ້າຜ່ານປະສົບການຂອງພວກເຂົາ. ບອກເຮົາເບິ່ງວ່າ, ໃຜຈະສາມາດຍັດເອົາຄວາມຈິງນີ້ເຂົ້າໄປໃນຫົວຂອງພວກເຂົາໄດ້? ບໍ່ມີໃຜສາມາດເຮັດໄດ້. ພວກເຂົາບໍ່ມີຄວາມສາມາດໃນການຮັບເອົາຄວາມຈິງ, ສະນັ້ນ ການຂໍໃຫ້ພວກເຂົາໄລ່ຕາມຄວາມຈິງກໍຈະເປັນການເຮັດໃຫ້ສິ່ງຕ່າງໆຍາກລຳບາກຫຼາຍສຳລັບພວກເຂົາ, ມັນຈະເປັນການເຮັດໃຫ້ພວກເຂົາຕົກຢູ່ໃນສະຖານະການທີ່ລຳບາກ, ການເຮັດເຊັ່ນນັ້ນແມ່ນບໍ່ເປັນຈິງເລີຍ. ພວກເຂົາເຊື່ອໃນພຣະເຈົ້າພຽງເພື່ອຈະໄດ້ຮັບພອນ. ຕາບໃດທີ່ພວກເຂົາປະຕິບັດໜ້າທີ່ໜ້ອຍໜຶ່ງ, ພວກເຂົາກໍຮຽກຮ້ອງລາງວັນ. ຖ້າພວກເຂົາບໍ່ໄດ້ສິ່ງທີ່ພວກເຂົາຕ້ອງການ, ພວກເຂົາກໍເລີ່ມກ່າວຄຳຫຍາບຄາຍວ່າ: “ຂ້ອຍຖືກຫຼອກລວງ! ພວກເຈົ້າທຸກຄົນເປັນພວກສໍ້ໂກງ!” ບອກເຮົາເບິ່ງວ່າ, ພວກເຈົ້າຈະຢາກທົນກັບການຖືກດ່າແບບນັ້ນບໍ? (ບໍ່.) ໃຜຫຼອກລວງພວກເຂົາ? ມັນບໍ່ແມ່ນຍ້ອນວ່າພວກເຂົາເອງທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາ ແລະ ຕ້ອງການທີ່ຈະໄດ້ຮັບພອນບໍ? ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອທີ່ຈະໄດ້ຮັບພອນຢ່າງແນ່ນອນບໍ? ຕອນນີ້ພວກເຂົາບໍ່ໄດ້ຮັບພອນ, ແຕ່ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ໄລ່ຕາມຄວາມຈິງບໍ? ນັ້ນບໍ່ແມ່ນບັນຫາຂອງພວກເຂົາເອງບໍ? ພວກເຂົາບໍ່ເຊື່ອໃນພຣະເຈົ້າດ້ວຍຊໍ້າ, ແຕ່ພວກເຂົາກໍຍັງຕ້ອງການທີ່ຈະໄດ້ຮັບພອນຈາກພຣະເຈົ້າ, ການໄດ້ຮັບພອນຈະງ່າຍດາຍປານນັ້ນໄດ້ແນວໃດ? ເລື່ອງເຫຼົ່ານີ້ບໍ່ໄດ້ຖືກອະທິບາຍໃຫ້ພວກເຂົາເຂົ້າໃຈຢ່າງແຈ່ມແຈ້ງມາດົນແລ້ວກ່ອນທີ່ພວກເຂົາຈະເລີ່ມປະຕິບັດໜ້າທີ່ບໍ? (ແມ່ນແລ້ວ.) ແຕ່ເຈົ້າສາມາດໃຊ້ເຫດຜົນກັບພວກເຂົາໄດ້ບໍ? ເຈົ້າບໍ່ສາມາດເຮັດໄດ້, ພວກເຂົາຈະເວົ້າພຽງແຕ່ວ່າເຈົ້າຫຼອກລວງພວກເຂົາ. ບອກເຮົາເບິ່ງວ່າ, ໃນເຮືອນຂອງພຣະເຈົ້າ, ບໍ່ວ່າອ້າຍເອື້ອຍນ້ອງຈະເຊື່ອໃນພຣະເຈົ້າມາດົນສໍ່າໃດ, ມີໃຜແດ່ໃນທ່າມກາງພວກເຂົາທີ່ບໍ່ໄດ້ປະຕິບັດໜ້າທີ່ໂດຍສະໝັກໃຈ? ເຖິງແມ່ນວ່າຈະມີກໍລະນີທີ່ຫາຍາກທີ່ລູກບໍ່ເຊື່ອໃນພຣະເຈົ້າ ແລະ ຖືກພໍ່ແມ່ ຫຼື ຍາດພີ່ນ້ອງດຶງດູດໃຫ້ເຊື່ອ ແລະ ປະຕິບັດໜ້າທີ່, ກໍລະນີເຫຼົ່ານີ້ກໍຍັງມີໜ້ອຍຫຼາຍ. ເຖິງແມ່ນວ່າພໍ່ແມ່ຂອງເຈົ້າຈະດຶງດູດເຈົ້າໃຫ້ເຂົ້າມາ, ມັນກໍເພື່ອຜົນດີຂອງເຈົ້າເອງ, ເຈົ້າຄວນເຂົ້າໃຈເລື່ອງນັ້ນ. ແຕ່ນັ້ນແມ່ນຄອບຄົວຂອງເຈົ້າທີ່ດຶງດູດເຈົ້າ, ອ້າຍເອື້ອຍນ້ອງໃນເຮືອນຂອງພຣະເຈົ້າບໍ່ໄດ້ດຶງດູດເຈົ້າ ຫຼື ບັງຄັບເຈົ້າ. ການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ແມ່ນເປັນໄປໂດຍສະໝັກໃຈທັງໝົດ. ໃນຕອນນີ້, ໃຜກໍຕາມທີ່ຕ້ອງການຈະໜີໄປກໍສາມາດເຮັດໄດ້; ປະຕູຂອງເຮືອນຂອງພຣະເຈົ້າເປີດຢູ່ສະເໝີ. ແນວໃດກໍຕາມ, ເມື່ອເຈົ້າໜີໄປແລ້ວ, ການກັບເຂົ້າມາຈະບໍ່ງ່າຍປານນັ້ນ. ຜູ້ທີ່ປະຕິບັດໜ້າທີ່ເຕັມເວລາໃນເຮືອນຂອງພຣະເຈົ້າແມ່ນຖືກຄັດເລືອກຢ່າງຮອບຄອບ, ບໍ່ແມ່ນໃຜກໍໄດ້ທີ່ຈະຖືກຮັບເອົາ. ມີມາດຕະຖານທີ່ກຳນົດ ແລະ ຫຼັກການຕ່າງໆ ແລະ ມີພຽງຜູ້ທີ່ບັນລຸຄຸນສົມບັດເທົ່ານັ້ນທີ່ສາມາດຢູ່ໃນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາໄດ້. ຄົນທີ່ລັງເລໃຈຄິດວ່າ, “ພວກເຈົ້າບໍ່ໄດ້ອະທິບາຍເລື່ອງທີ່ສຳຄັນເຊັ່ນນີ້ໃຫ້ຂ້ອຍເຂົ້າໃຈຢ່າງແຈ່ມແຈ້ງ. ໃນເວລານັ້ນ, ຂ້ອຍປະຕິບັດໜ້າທີ່ພຽງເພາະວ່າຂ້ອຍສັບສົນ”. ມີຫຍັງທີ່ບໍ່ໄດ້ອະທິບາຍຢ່າງແຈ່ມແຈ້ງ? ອ້າຍເອື້ອຍນ້ອງໂອ້ລົມຄວາມຈິງນຳກັນທຸກມື້ໃນຂະນະທີ່ປະຕິບັດໜ້າທີ່, ຖ້າຄົນເຫຼົ່ານີ້ບໍ່ເຂົ້າໃຈ, ມັນກໍເປັນຍ້ອນວ່າພວກເຂົາເບົາປັນຍາ ແລະ ຕາບອດ. ພວກເຂົາບໍ່ສາມາດໂທດໃຜໄດ້. ແຕ່ພວກເຂົາຈະບໍ່ໃຊ້ເຫດຜົນກັບເຈົ້າກ່ຽວກັບເລື່ອງນີ້; ພວກເຂົາພຽງແຕ່ຮູ້ສຶກວ່າພວກເຂົາໄດ້ຮັບຄວາມທຸກທໍລະມານຈາກຄວາມເສຍຫາຍອັນໃຫຍ່ຫຼວງ ແລະ ຕ້ອງການທີ່ຈະຊຳລະບັນຊີ ແລະ ໂຕ້ຖຽງກັບເຮືອນຂອງພຣະເຈົ້າ. ຄົນເຊັ່ນນີ້ບໍ່ແມ່ນຄົນທີ່ບໍ່ມີເຫດຜົນ ແລະ ໜ້າລັງກຽດທີ່ສຸດບໍ? ສະນັ້ນ, ເມື່ອພວກເຈົ້າຮູ້ທາດແທ້ຂອງຄົນເຊັ່ນນີ້ ແລະ ເຫັນຢ່າງຊັດເຈນວ່າພວກເຂົາເປັນຄົນເບົາປັນຍາ, ໄຮ້ປະໂຫຍດຢ່າງສິ້ນເຊີງ, ບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ ແລະ ສົນໃຈແຕ່ເລື່ອງການໄດ້ຮັບພອນຢູ່ຕະຫຼອດ, ໂດຍທີ່ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດທີ່ຈະໄດ້ຮັບພອນ ແລະ ທັງໝົດທີ່ພວກເຂົາຮູ້ກໍຄື ການປະຕິບັດໜ້າທີ່ຈະສາມາດນຳມາເຊິ່ງພອນ, ຄວາມລອດພົ້ນ, ການເຂົ້າສູ່ລາຊະອານາຈັກ ແລະ ຄວາມເປັນອະມະຕະ ແລະ ພວກເຂົາຮູ້ພຽງແຕ່ວະລີສອງສາມຄຳນີ້ໂດຍບໍ່ເຂົ້າໃຈສິ່ງອື່ນອີກເລີຍ, ບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ຈະປະຕິບັດຄວາມຈິງແນວໃດ ຫຼື ຈະອ່ອນນ້ອມຕໍ່ພຣະເຈົ້າແນວໃດ, ດັ່ງນັ້ນ, ເຖິງແມ່ນວ່າພວກເຂົາຈະຢາກປະຕິບັດໜ້າທີ່ ຫຼື ຮ້ອງຂໍທີ່ຈະປະຕິບັດໜ້າທີ່, ພວກເຂົາຈະສາມາດຮັບການຈັດແຈງໃຫ້ເຮັດໄດ້ບໍ? (ບໍ່ໄດ້.)

ທີ່ຈິງແລ້ວ, ຄົນທີ່ລັງເລໃຈ, ແມ່ນແຕ່ໃນເວລາທີ່ພວກເຂົາປອດໄພ ແລະ ສະບາຍດີ ກໍຍັງມີຄວາມສົງໄສ ແລະ ຄອຍສັງເກດການຢູ່ສະເໝີ. ເມື່ອໃດທີ່ພວກເຂົາໄດ້ພົບພໍ້ກັບການຂົ່ມເຫັງ ແລະ ການຈັບກຸມ, ພວກເຂົາກໍເລີ່ມລັງເລໃຈ. ສິ່ງນີ້ສະແດງໃຫ້ເຫັນວ່າ ໃນການເຊື່ອໃນພຣະເຈົ້າຕາມປົກກະຕິຂອງພວກເຂົານັ້ນ, ພວກເຂົາບໍ່ໄດ້ມີຄວາມເຊື່ອທີ່ແທ້ຈິງ. ເມື່ອສະຖານະການເກີດຂຶ້ນ, ພວກເຂົາກໍຈະຖືກເປີດເຜີຍ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາບໍ່ເຄີຍໝັ້ນໃຈໃນພາລະກິດຂອງພຣະເຈົ້າ ແລະ ຄອຍຕັ້ງຄຳຖາມ ແລະ ສັງເກດການຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງບໍ່ໜີອອກຈາກຄຣິສຕະຈັກ? ພວກເຂົາຄິດວ່າ: “ຂ້ານ້ອຍເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ທົນທຸກທໍລະມານຫຼາຍ. ຖ້າຂ້ານ້ອຍໜີໄປຕອນນີ້ໂດຍບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ, ມັນຈະບໍ່ເປັນການສູນເສຍບໍ? ຄວາມທຸກທໍລະມານທັງໝົດນັ້ນຈະບໍ່ແມ່ນສິ່ງທີ່ເສຍແຮງໄປລ້າໆບໍ?” ນີ້ຄືສິ່ງທີ່ພວກເຂົາຄິດ. ເຈົ້າອາດຈະຄິດວ່າພວກເຂົາໝັ້ນໃຈ, ວ່າພວກເຂົາມີຄວາມເຊື່ອ, ວ່າພວກເຂົາເຂົ້າໃຈຄວາມຈິງ, ແຕ່ທີ່ຈິງແລ້ວ, ພວກເຂົາບໍ່ໄດ້ເປັນແບບນັ້ນ. ພວກເຂົາຍັງຄົງສົງໄສ, ຍັງຄົງຄອຍສັງເກດການ. ໃນຫົວໃຈຂອງພວກເຂົາ, ພວກເຂົາພຽງແຕ່ຢາກເຫັນວ່າ ວຽກງານຂອງເຮືອນຂອງພຣະເຈົ້າຈະຈະເລີນຮຸ່ງເຮືອງຢ່າງແທ້ຈິງ ຫຼື ບໍ່, ວຽກງານແຕ່ລະຢ່າງຈະເກີດໝາກອອກຜົນ ຫຼື ບໍ່ ແລະ ມັນຈະມີຜົນກະທົບອັນໃຫຍ່ຫຼວງຕໍ່ໂລກ ຫຼື ບໍ່. ສິ່ງທີ່ພວກເຂົາຢາກຮູ້ເປັນພິເສດແມ່ນສິ່ງຕໍ່ໄປນີ້: ການເຜີຍແຜ່ພຣະກິດຕິຄຸນຂອງບັນດາຄຣິສຕະຈັກໃນປະເທດຕ່າງໆນັ້ນເປັນແນວໃດ? ມັນມີຂະໜາດ ແລະ ອິດທິພົນບໍ? ກະແສນີ້ມີການຍອມຮັບໃນລະດັບສາກົນບໍ? ມີຄົນທີ່ມີຊື່ສຽງ ຫຼື ບຸກຄົນທີ່ມີອິດທິພົນຄົນໃດຍອມຮັບພາລະກິດຂັ້ນຕອນນີ້ແລ້ວບໍ? ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການຍອມຮັບ ຫຼື ການຮັບຮອງຈາກອົງການສະຫະປະຊາຊາດແລ້ວບໍ? ມັນໄດ້ຮັບການສະໜັບສະໜູນຈາກລັດຖະບານຂອງປະເທດຕ່າງໆບໍ? ອ້າຍເອື້ອຍນ້ອງໃນປະເທດຕ່າງໆໄດ້ຮັບການອະນຸມັດຄຳຮ້ອງຂໍລີ້ໄພທາງການເມືອງຂອງພວກເຂົາແລ້ວບໍ? ສິ່ງເຫຼົ່ານີ້ແມ່ນເລື່ອງປະເພດທີ່ຄົນດັ່ງກ່າວກັງວົນຢູ່ສະເໝີ ແລະ ນີ້ກໍຄືການສະແດງອອກທີ່ຊັດເຈນຂອງການລັງເລໃຈຂອງພວກເຂົາ. ເມື່ອໃດທີ່ພວກເຂົາເຫັນວ່າເຮືອນຂອງພຣະເຈົ້າໄດ້ຮັບອຳນາດ ແລະ ວຽກງານພຣະກິດຕິຄຸນໄດ້ເຜີຍແຜ່ອອກໄປ, ພວກເຂົາກໍຮູ້ສຶກໂຊກດີທີ່ພວກເຂົາບໍ່ໄດ້ໜີອອກຈາກເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ສົງໄສໃນພຣະເຈົ້າອີກຕໍ່ໄປ. ແຕ່ທັນທີທີ່ພວກເຂົາເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າຖືກລົບກວນ, ຂັດຂວາງ ຫຼື ເຮັດໃຫ້ເສຍຫາຍ, ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງກໍໄດ້ຮັບຜົນກະທົບເຊັ່ນກັນ ແລະ ຄຣິສຕະຈັກຖືກໂລກກີດກັນ ແລະ ປະຕິເສດ, ພວກເຂົາກໍເລີ່ມຄິດທີ່ຈະໜີອອກຈາກເຮືອນຂອງພຣະເຈົ້າ. ພວກເຂົາຖາມຄຳຖາມຢູ່ສະເໝີວ່າ: “ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງນີ້ແທ້ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າ? ພຣະທຳຂອງພຣະເຈົ້າແມ່ນຄວາມຈິງແທ້ບໍ? ພຣະທຳເຫຼົ່ານັ້ນສາມາດຊຳລະລ້າງ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້ແທ້ບໍ?” ພວກເຂົາບໍ່ເຄີຍສາມາດເບິ່ງທະລຸເລື່ອງເຫຼົ່ານີ້ໄດ້ ແລະ ຄອຍຖາມຄຳຖາມກ່ຽວກັບມັນຢູ່ສະເໝີ ເພາະວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຫາຂໍ້ສະຫຼຸບຫຍັງກ່ຽວກັບເລື່ອງນີ້ໄດ້ເລີຍ. ຜົນກໍຄື ພວກເຂົາຖາມໄຖ່ໄປທົ່ວຢູ່ສະເໝີ, ປາຖະໜາວ່າພວກເຂົາຈະສາມາດມີຫູທີ່ໄດ້ຍິນສິ່ງທີ່ຢູ່ໄກສຸດໄກ ແລະ ມີຕາທີ່ເຫັນໄດ້ໄກພັນໄມ ເພື່ອໃຫ້ພວກເຂົາສາມາດຮູ້ ແລະ ໄດ້ຮັບຂ່າວກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນຢູ່ໄກໆ. ແລ້ວພວກເຂົາກໍຈະສາມາດຕັດສິນໃຈແຕ່ຫົວທີວ່າພວກເຂົາຄວນຢູ່ ຫຼື ໜີ. ຄົນເຊັ່ນນີ້ບໍ່ໂງ່ບໍ? (ແມ່ນແລ້ວ.) ບໍ່ແມ່ນຄົນປະເພດນີ້ໄດ້ໃຊ້ຊີວິດທີ່ເມື່ອຍລ້າບໍ? (ແມ່ນແລ້ວ.) ພວກເຂົາບໍ່ມີແນວຄິດປົກກະຕິຂອງມະນຸດ ແລະ ພວກເຂົາກໍບໍ່ເຂົ້າໃຈຄວາມຈິງ. ຍິ່ງມີເລື່ອງເກີດຂຶ້ນຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນ ແລະ ມຶນງົງຫຼາຍຂຶ້ນເທົ່ານັ້ນ. ພວກເຂົາບໍ່ຮູ້ວ່າຈະແຍກແຍະເລື່ອງເຫຼົ່ານີ້ ຫຼື ກຳນົດລັກສະນະຂອງມັນແນວໃດ; ແລະ ແນ່ນອນວ່າພວກເຂົາບໍ່ຮູ້ວ່າຈະແຍກແຍະສິ່ງທີ່ຖືກ ແລະ ຜິດໃນເລື່ອງເຫຼົ່ານີ້ ຫຼື ຮຽນຮູ້ບົດຮຽນຈາກມັນແນວໃດ ແລ້ວຈຶ່ງຊອກຫາຫຼັກການຂອງການປະຕິບັດພາຍໃນພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າຈະເຮັດສິ່ງເຫຼົ່ານີ້ແນວໃດ. ແລ້ວພວກເຂົາເຮັດຫຍັງແດ່? ຕົວຢ່າງ: ເມື່ອພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າປາກົດຕົວໃນຄຣິສຕະຈັກ ແລະ ນຳພາຜູ້ຄົນຢ່າງຜິດໆ, ພວກເຂົາກໍເລີ່ມສົງໄສວ່າ: “ໃຜກັນແທ້ທີ່ຖືກ ແລະ ໃຜທີ່ຜິດ? ທາງນີ້ແມ່ນທາງທີ່ແທ້ຈິງແທ້ໆບໍ? ຂ້ອຍຈະໄດ້ຮັບພອນບໍ ຖ້າຂ້ອຍສືບຕໍ່ເຊື່ອຈົນເຖິງທີ່ສຸດ? ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍມາຫຼາຍປີແລ້ວ, ຄວາມທຸກທໍລະມານນີ້ມັນຄຸ້ມຄ່າບໍ? ຂ້ອຍຄວນສືບຕໍ່ປະຕິບັດໜ້າທີ່ຂອງຂ້ອຍບໍ?” ພວກເຂົາພິຈາລະນາທຸກສິ່ງຈາກມຸມມອງຂອງຜົນປະໂຫຍດຂອງຕົນເອງ ແລະ ບໍ່ສາມາດເຂົ້າໃຈຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ຕໍ່ໜ້າພວກເຂົາໄດ້ເລີຍ, ເບິ່ງຄືວ່າເຊີ້ຊ້າເປັນຢ່າງຍິ່ງ. ພວກເຂົາຂາດຄວາມຄິດ ແລະ ທັດສະນະທີ່ຖືກຕ້ອງ ແລະ ຢາກຢືນຢູ່ຂ້າງນອກເພື່ອຄອຍສັງເກດການ, ເບິ່ງວ່າສິ່ງຕ່າງໆຈະເປັນແນວໃດ. ເມື່ອເບິ່ງໄປທີ່ພວກເຂົາ, ເຈົ້າກໍຮູ້ສຶກວ່າພວກເຂົາທັງເປັນຕາອີຕົນ ແລະ ເປັນຕາຫົວ. ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາກໍປະພຶດຕົວຂ້ອນຂ້າງປົກກະຕິ, ແຕ່ທັນທີທີ່ມີເລື່ອງໃຫຍ່ເກີດຂຶ້ນ, ພວກເຂົາກໍບໍ່ຮູ້ວ່າຄວນເບິ່ງເລື່ອງນີ້ດ້ວຍທ່າທີແບບໃດ ແລະ ສິ່ງທີ່ພວກເຂົາເວົ້າກໍສະທ້ອນເຖິງຄວາມຄິດ ແລະ ທັດສະນະຂອງຜູ້ບໍ່ມີຄວາມເຊື່ອ. ຫຼັງຈາກທີ່ທຸກຢ່າງຈົບລົງແລ້ວ, ກໍບໍ່ເຫັນວ່າພວກເຂົາໄດ້ຮັບຜົນປະໂຫຍດຫຍັງຈາກມັນ. ບໍ່ແມ່ນວ່າຄົນເຊັ່ນນີ້ໂງ່ຫຼາຍບໍ? (ແມ່ນແລ້ວ.) ນີ້ຄືວິທີທີ່ຄົນໂງ່ປະພຶດຕົວຢ່າງແທ້ຈິງ. ແລ້ວຫຼັກການໃນການຈັດການກັບຄົນປະເພດນີ້ແມ່ນຫຍັງ? ໂດຍອີງໃສ່ການສະແດງອອກຂອງພວກເຂົາ, ພວກເຂົາບໍ່ສາມາດຖືວ່າເປັນຄົນທີ່ຫຼອກລວງ ແລະ ຊົ່ວຮ້າຍຢ່າງເຖິງທີ່ສຸດໄດ້. ແນວໃດກໍຕາມ, ພວກເຂົາມີຂໍ້ບົກຜ່ອງທີ່ຮ້າຍແຮງເຖິງຕາຍຢູ່ຈຸດໜຶ່ງ, ນັ້ນກໍຄືຄົນເຫຼົ່ານີ້ບໍ່ມີຄວາມຄິດ, ບໍ່ມີຈິດວິນຍານ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດກໍຕາມໄດ້. ສິ່ງໃດກໍຕາມທີ່ເກີດຂຶ້ນອ້ອມຕົວພວກເຂົາກໍເຮັດໃຫ້ພວກເຂົາເຮັດຫຍັງບໍ່ຖືກ, ບໍ່ຮູ້ວ່າຈະໄວ້ໃຈໃຜ, ຈະເພິ່ງພາໃຜ ຫຼື ຈະເບິ່ງບັນຫາແນວໃດ ຫຼື ຄວນເລີ່ມແກ້ໄຂມັນຈາກບ່ອນໃດ, ພວກເຂົາພຽງແຕ່ຢູ່ໃນສະພາວະທີ່ຕື່ນຕົກໃຈ. ຫຼັງຈາກທີ່ຕື່ນຕົກໃຈ, ພວກເຂົາອາດຈະເກີດຄວາມສົງໄສ ຫຼື ພວກເຂົາອາດຈະສະຫງົບລົງຊົ່ວຄາວ, ແຕ່ການລັງເລໃຈທີ່ເປັນນິໄສຂອງພວກເຂົາກໍຍັງຄົງບໍ່ປ່ຽນແປງ. ຈາກການສະແດງອອກຂອງພວກເຂົາ, ເນື່ອງຈາກພວກເຂົາບໍ່ສາມາດຖືກຈັດເຂົ້າໃນປະເພດຄົນຊົ່ວຊ້າ, ຖ້າປັດຈຸບັນພວກເຂົາສາມາດປະຕິບັດໜ້າທີ່ໄດ້ໜ້ອຍໜຶ່ງ ແລະ ເຕັມໃຈອອກແຮງງານ, ພວກເຂົາກໍອາດຈະໄດ້ຮັບອະນຸຍາດໃຫ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນ. ແນວໃດກໍຕາມ, ຂໍ້ສັນນິຖານນີ້ແມ່ນອີງໃສ່ເງື່ອນໄຂທີ່ວ່າ ໜ້າທີ່ຂອງພວກເຂົາຕ້ອງກໍ່ໃຫ້ເກີດຜົນຢ່າງໜ້ອຍບາງຢ່າງ. ຖ້າພວກເຂົາປະຕິບັດໜ້າທີ່ໂດຍບໍ່ຍອມຮັບຄວາມຈິງເລີຍ ແລະ ເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ພວກເຂົາກໍຄວນຖືກສົ່ງກັບບ້ານ. ແນວໃດກໍຕາມ, ຖ້າພວກເຂົາເຕັມໃຈທີ່ຈະແກ້ໄຂຄວາມຜິດພາດຂອງຕົນ, ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ຢູ່ໃນເຮືອນຂອງພຣະເຈົ້າ ແລະ ສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຄວນຖືກມອບໝາຍໃຫ້ເຮັດໜ້າທີ່ໃດກໍຕາມທີ່ເໝາະສົມກັບພວກເຂົາ. ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ໃດໆໄດ້ ແລະ ພວກເຂົາເປັນຄົນທີ່ໄຮ້ປະໂຫຍດ, ພວກເຂົາກໍຄວນຖືກສົ່ງໄປບ່ອນທີ່ເໝາະສົມກັບພວກເຂົາ. ໃນກໍລະນີນີ້, ມັນບໍ່ສາມາດຂຶ້ນຢູ່ກັບວ່າພວກເຂົາມີຄວາມພ້ອມ ແລະ ເຕັມໃຈທີ່ຈະອອກແຮງງານອີກຕໍ່ໄປ. ວິທີການຈັດການແບບນີ້ບໍ່ຮຽບງ່າຍບໍ? (ແມ່ນແລ້ວ.)

ພວກເຈົ້າສາມາດແຍກແຍະຄົນທີ່ລັງເລໃຈໄດ້ບໍ? ມີຄົນເຊັ່ນນີ້ຢູ່ອ້ອມຕົວພວກເຈົ້າບໍ? ບາງຄົນເຄີຍຖືກສະລ້າງອອກຈາກຄຣິສຕະຈັກໃນອະດີດມາແລ້ວ. ສົມມຸດວ່າມີຄົນໃດຄົນໜຶ່ງໃນພວກເຂົາເວົ້າວ່າ: “ຂ້ານ້ອຍປ່ຽນແປງໄປໃນທາງທີ່ດີຂຶ້ນແລ້ວ. ຂ້ານ້ອຍບໍ່ລັງເລໃຈອີກຕໍ່ໄປ. ຂ້ານ້ອຍເຄີຍລັງເລໃຈຢູ່ສະເໝີເມື່ອເວົ້າເຖິງເສັ້ນທາງທີ່ແທ້ຈິງ ເພາະວ່າຕອນທີ່ເຮືອນຂອງພຣະເຈົ້າຫາກໍເລີ່ມຕົ້ນພາລະກິດໃນຕ່າງປະເທດ, ສະຖານະການແມ່ນລຳບາກຫຼາຍ. ໃນເວລານັ້ນ, ມັນຍາກຫຼາຍສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກທີ່ຈະເທດສະໜາພຣະກິດຕິຄຸນ ແລະ ມີຄົນຈຳນວນໜ້ອຍໃນຕ່າງປະເທດທີ່ຍອມຮັບເສັ້ນທາງທີ່ແທ້ຈິງ. ນອກຈາກນີ້, ເບິ່ງຄືວ່າບໍ່ມີຄວາມຫວັງໃດໆສຳລັບການເຜີຍແຜ່ວຽກງານພຣະກິດຕິຄຸນ. ດັ່ງນັ້ນ, ຂ້ານ້ອຍຈຶ່ງສົງໄສກ່ຽວກັບພາລະກິດຂອງພຣະເຈົ້າຢູ່ສະເໝີໃນຕອນນັ້ນ. ຕອນນີ້ທີ່ຂ້ານ້ອຍເຫັນວ່າວຽກງານພຣະກິດຕິຄຸນຂອງເຮືອນຂອງພຣະເຈົ້າກຳລັງເຜີຍແຜ່ອອກໄປ, ວຽກງານຕ່າງໆກຳລັງປັບປຸງ ແລະ ເກີດໝາກອອກຜົນ ແລະ ບັນດາຄຣິສຕະຈັກໃນປະເທດຕ່າງໆກໍຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ, ຂ້ານ້ອຍກໍບໍ່ມີຄວາມສົງໄສ ຫຼື ລັງເລໃຈອີກຕໍ່ໄປ. ກະລຸນາໃຫ້ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍເທາະ. ຢ່າຈັດຂ້ານ້ອຍເຂົ້າໃນກຸ່ມຄົນທີ່ຖືກກຳຈັດອອກ ຫຼື ຖືກຂັບໄລ່ເລີຍ!” ມັນຈະເປັນການດີບໍທີ່ຈະໃຫ້ໂອກາດຄົນເຊັ່ນນີ້? (ບໍ່.) ເປັນຫຍັງຈຶ່ງບໍ່ດີ? (ຄຳເວົ້າຂອງພວກເຂົານັ້ນບໍ່ເປັນຄວາມຈິງ. ພວກເຂົາພຽງແຕ່ຢາກກັບມາຕິດພັນກັບຄຣິສຕະຈັກອີກຄັ້ງ ເພາະວ່າພວກເຂົາເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າມີທ່າອ່ຽງທີ່ຈະເຜີຍແຜ່ອອກໄປ ແລະ ໄດ້ຮັບອຳນາດ. ແຕ່ເມື່ອໃດກໍຕາມທີ່ມີບາງຢ່າງເກີດຂຶ້ນທີ່ຂັດກັບແນວຄິດຂອງພວກເຂົາ, ພວກເຂົາກໍຈະລັງເລໃຈອີກຄັ້ງ.) ພວກເຈົ້າໄດ້ເບິ່ງທະລຸເລື່ອງນີ້ແລ້ວບໍ? (ແມ່ນແລ້ວ.) ບາງຄົນເປັນຄົນທີ່ລັງເລໃຈໂດຍກຳເນີດ. ມື້ນີ້ລົມພັດໄປທາງໜຶ່ງ ພວກເຂົາກໍໄຫຼໄປຕາມທິດທາງນັ້ນ; ມື້ອື່ນລົມພັດໄປອີກທາງໜຶ່ງ ພວກເຂົາກໍໄຫຼໄປຕາມທິດທາງນັ້ນ, ແມ່ນແຕ່ໃນເວລາທີ່ບໍ່ມີລົມ, ພວກເຂົາກໍຍັງລັງເລໃຈດ້ວຍຕົນເອງໄດ້. ຄົນເຊັ່ນນີ້ບໍ່ມີຄວາມສາມາດໃນການຄິດແບບທີ່ມະນຸດປົກກະຕິຄວນມີ, ສະນັ້ນ ພວກເຂົາຈຶ່ງບໍ່ກົງຕາມມາດຕະຖານຂອງການເປັນມະນຸດ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ຖ້າຄົນໃດໜຶ່ງມີຄວາມສາມາດໃນການຄິດຂອງມະນຸດປົກກະຕິ ແລະ ມີຄວາມສາມາດໃນການຢັ່ງຮູ້ທີ່ມະນຸດຄວນມີ, ພວກເຂົາກໍຈະເຫັນວ່າພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ສາມາດຢືນຢັນໄດ້ວ່ານີ້ຄືພາລະກິດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມີຄົນຈຳນວນຫຼາຍທີ່ເຊື່ອໃນພຣະເຈົ້າ, ພວກເຂົາເຫັນພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດທຸກມື້, ພ້ອມທັງການກະທຳອັນໜ້າອັດສະຈັນຂອງພຣະເຈົ້າ; ຄວາມເຊື່ອຂອງພວກເຂົາກໍເຂັ້ມແຂງຂຶ້ນ ແລະ ພະລັງໃນການປະຕິບັດໜ້າທີ່ຂອງພວກເຂົາກໍເພີ່ມຂຶ້ນນຳ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ສາມາດບັນລຸໄດ້ໂດຍພາລະກິດຂອງມະນຸດບໍ? ຜູ້ທີ່ບໍ່ມີຄວາມສາມາດໃນການຄິດຂອງມະນຸດ, ບໍ່ວ່າເຈົ້າຈະອະທິບາຍເລື່ອງເຫຼົ່ານີ້ໃຫ້ພວກເຂົາຟັງຢ່າງຊັດເຈນສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຢືນຢັນໄດ້ວ່ານີ້ຄືພາລະກິດຂອງພຣະເຈົ້າ. ພວກເຂົາຂາດຄວາມສາມາດໃນການຕັດສິນນັ້ນ. ບໍ່ວ່າພາລະກິດທີ່ພຣະເຈົ້າກຳລັງເຮັດໃນຕອນນີ້ຈະຍິ່ງໃຫຍ່ສໍ່າໃດ, ພຣະອົງຈະກ່າວຫຼາຍສໍ່າໃດ, ຈະມີຄົນຕິດຕາມພຣະອົງຫຼາຍສໍ່າໃດ, ຈະມີຄົນໝັ້ນໃຈວ່າສິ່ງນີ້ຄືພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ ຫຼື ຈະມີຄົນໝັ້ນໃຈວ່າຊະຕາກຳຂອງມະນຸດຊາດຕົກຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ພຣະເຈົ້າຄືພຣະຜູ້ສ້າງຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານີ້ບໍ່ມີຄວາມສຳຄັນຕໍ່ພວກເຂົາເລີຍ. ແລ້ວແມ່ນຫຍັງທີ່ສຳຄັນທີ່ສຸດສຳລັບພວກເຂົາ? ພວກເຂົາຕ້ອງການເຫັນພຣະເຈົ້າຈາກສະຫວັນມາປາກົດຕໍ່ໜ້າພວກເຂົາດ້ວຍຕົນເອງ ແລະ ພວກເຂົາຍັງຕ້ອງການເຫັນພຣະເຈົ້າເປີດພຣະໂອດ ແລະ ກ່າວດ້ວຍພະອົງເອງ, ເຫັນພຣະອົງສ້າງສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທຸກຢ່າງດ້ວຍພຣະອົງເອງ ແລະ ເຮັດໝາຍສຳຄັນ ແລະ ການອັດສະຈັນດ້ວຍພຣະອົງເອງ ແລະ ເມື່ອພຣະອົງກ່າວ ພຣະທຳຂອງພຣະອົງກໍຕ້ອງມີສຽງດັງກ້ອງຄືຟ້າຮ້ອງ. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະເຊື່ອໃນພຣະເຈົ້າ. ພວກເຂົາກໍຄືກັນກັບໂທມາ, ບໍ່ວ່າອົງພຣະເຢຊູເຈົ້າຈະກ່າວພຣະທຳຫຼາຍສໍ່າໃດ, ຈະສະແດງຄວາມຈິງອອກມາຫຼາຍສໍ່າໃດ ຫຼື ຈະເຮັດໝາຍສຳຄັນ ແລະ ການອັດສະຈັນຫຼາຍສໍ່າໃດໃນລະຫວ່າງເວລາທີ່ພຣະອົງຢູ່ເທິງແຜ່ນດິນໂລກ, ສິ່ງເຫຼົ່ານັ້ນບໍ່ມີຄວາມສຳຄັນຕໍ່ໂທມາເລີຍ. ສິ່ງທີ່ສຳຄັນກໍຄື ການຟື້ນຄືນພຣະຊົນຂອງອົງພຣະເຢຊູເຈົ້າຫຼັງຈາກຄວາມຕາຍນັ້ນເປັນເລື່ອງຈິງ ຫຼື ບໍ່. ລາວຢືນຢັນສິ່ງນີ້ໄດ້ແນວໃດ? ລາວຮຽກຮ້ອງຕໍ່ອົງພຣະເຢຊູເຈົ້າວ່າ: “ຈົ່ງຍື່ນມືຂອງເຈົ້າມາໃຫ້ຂ້ອຍເບິ່ງຮອຍຕະປູ. ຖ້າເຈົ້າເປັນອົງພຣະເຢຊູເຈົ້າທີ່ຟື້ນຄືນພຣະຊົນແທ້, ກໍຈະມີຮອຍຕະປູຢູ່ເທິງມືຂອງເຈົ້າ ແລະ ຕອນນັ້ນຂ້ອຍກໍຈະຍອມຮັບວ່າເຈົ້າຄືອົງພຣະເຢຊູເຈົ້າ. ຖ້າຂ້ອຍບໍ່ສາມາດສຳຜັດເຖິງຮອຍຕະປູໃນມືຂອງເຈົ້າໄດ້, ຕອນນັ້ນຂ້ອຍກໍຈະບໍ່ຍອມຮັບວ່າເຈົ້າຄືອົງພຣະເຢຊູເຈົ້າ ແລະ ຂ້ອຍກໍຈະບໍ່ຍອມຮັບວ່າເຈົ້າຄືພຣະເຈົ້າ”. ລາວບໍ່ແມ່ນຄົນປັນຍາອ່ອນບໍ? (ແມ່ນແລ້ວ.) ຄົນເຊັ່ນນີ້ເຊື່ອແຕ່ໃນຂໍ້ເທັດຈິງທີ່ພວກເຂົາສາມາດເຫັນໄດ້ດ້ວຍຕາຂອງຕົນເອງ ແລະ ໃນຈິນຕະນາການ ແລະ ໃນການໃຫ້ເຫດຜົນຂອງຕົນເອງເທົ່ານັ້ນ. ເຖິງແມ່ນວ່າພວກເຂົາຈະໄດ້ຍິນພຣະທຳຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ເຫັນການເລີ່ມຕົ້ນ, ການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາລະກິດຂອງພຣະເຈົ້າ, ພວກເຂົາກໍຍັງບໍ່ເຊື່ອວ່ານີ້ຄືພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຫັນລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ, ພວກເຂົາບໍ່ສາມາດເຫັນສິດອຳນາດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດແຍກແຍະລິດອຳນາດຂອງພຣະທຳຂອງພຣະເຈົ້າ ຫຼື ຜົນທີ່ພຣະທຳເຫຼົ່ານັ້ນສາມາດບັນລຸໄດ້ໃນຕົວຜູ້ຄົນ. ພວກເຂົາບໍ່ສາມາດເບິ່ງເຫັນ ຫຼື ແຍກແຍະສິ່ງເຫຼົ່ານີ້ໄດ້ເລີຍ. ພວກເຂົາຫວັງພຽງແຕ່ສິ່ງດຽວຄື: “ເຈົ້າຕ້ອງກ່າວຈາກສະຫວັນດ້ວຍສຽງດັງກ້ອງຄືຟ້າຮ້ອງ, ປະກາດວ່າເຈົ້າຄືພຣະຜູ້ສ້າງ. ເຈົ້າຍັງຕ້ອງເຮັດໝາຍສຳຄັນ ແລະ ການອັດສະຈັນ ແລະ ສ້າງສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທຸກຢ່າງດ້ວຍຕົວເຈົ້າເອງ ເພື່ອສະແດງລິດອຳນາດອັນຍິ່ງໃຫຍ່ຂອງເຈົ້າ. ຕອນນັ້ນຂ້ອຍກໍຈະເຊື່ອວ່າເຈົ້າຄືພຣະເຈົ້າ, ຂ້ອຍຈະຍອມຮັບວ່າເຈົ້າຄືພຣະເຈົ້າ”. ພຣະເຈົ້າໃຫ້ຄຸນຄ່າກັບການຍອມຮັບເຊັ່ນນີ້ບໍ? ພຣະອົງໃຫ້ຄຸນຄ່າກັບຄວາມເຊື່ອເຊັ່ນນີ້ບໍ? (ບໍ່.) ພຣະເຈົ້າຕ້ອງການການຍອມຮັບຂອງເຈົ້າເພື່ອທີ່ຈະເປັນພຣະເຈົ້າບໍ? ພຣະອົງຕ້ອງການການຮັບຮອງຂອງເຈົ້າບໍ? ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ, ມີຄົນຈຳນວນຫຼາຍໄດ້ຍອມຮັບພາລະກິດຂອງພຣະເຈົ້າ ແລະ ມີຄຳພະຍານຈາກປະສົບການຫຼາຍຢ່າງ, ເປັນຄຳພະຍານທີ່ເໜືອກວ່າຄຳພະຍານຂອງຄົນລຸ້ນກ່ອນໆ, ແຕ່ເຈົ້າກໍຍັງບໍ່ສາມາດຢືນຢັນໄດ້ວ່ານັ້ນມັນແມ່ນການປາກົດ ແລະ ພາລະກິດຂອງພຣະເຈົ້າ ຫຼື ບໍ່. ເຈົ້າບໍ່ເຊື່ອ ຫຼື ຍອມຮັບຂໍ້ເທັດຈິງທີ່ພຣະເຈົ້າໄດ້ເຮັດສຳເລັດແລ້ວ ແລະ ບໍ່ຍອມຮັບການບັນລຸຄຳສັນຍາຂອງພຣະເຈົ້າ. ດັ່ງນັ້ນ, ເຈົ້າເປັນຄົນປະເພດໃດ? ເຈົ້າບໍ່ແມ່ນມະນຸດດ້ວຍຊ້ຳ, ເຈົ້າເປັນຄົນໂງ່ຈ້າ! ແຕ່ເຈົ້າກໍຍັງຢາກໄດ້ຮັບພອນຈາກພຣະເຈົ້າ, ບໍ່ມີທາງ! ໄປຝັນເອົາເອງສາ! ເຈົ້າສົງໄສ ແລະ ປະຕິເສດພຣະເຈົ້າທຸກຄັ້ງ, ຢາກຫົວຂວັນຄວາມໂຊກຮ້າຍຂອງເຮືອນຂອງພຣະເຈົ້າຢູ່ສະເໝີ. ເຈົ້າບໍ່ເຄີຍຍອມຮັບ ຫຼື ເຊື່ອໃນການມີຢູ່ຂອງພຣະເຈົ້າ ແລະ ເຈົ້າກໍບໍ່ເຄີຍຍອມຮັບ, ເຊື່ອ ຫຼື ຮັບເອົາພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ສະນັ້ນ, ຄຳສັນຍາຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບເຈົ້າເລີຍ ແລະ ເຈົ້າກໍຈະບໍ່ໄດ້ຮັບຜົນປະໂຫຍດຫຍັງ. ບາງຄົນເວົ້າວ່າ: “ແຕ່ພວກເຂົາກໍຍັງປະຕິບັດໜ້າທີ່ຂອງຕົນເອງຢູ່. ພວກເຂົາຈະບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍໄດ້ແນວໃດ?” ແລ້ວພວກເຮົາກໍຕ້ອງເຂົ້າໃຈໃຫ້ຊັດເຈນວ່າ ຈຸດປະສົງຂອງພວກເຂົາໃນການປະຕິບັດໜ້າທີ່ແມ່ນຫຍັງ, ພວກເຂົາເຮັດເພື່ອໃຜ ແລະ ພວກເຂົາປະຕິບັດຕາມຫຼັກການໃດເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ຖ້າເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າ, ແລ້ວເຖິງແມ່ນວ່າເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກໍເປັນພຽງການອອກແຮງງານເທົ່ານັ້ນ, ມັນບໍ່ແມ່ນການຍອມຈຳນົນທີ່ແທ້ຈິງ. ພຣະເຈົ້າບໍ່ຮັບຮູ້ສິ່ງທີ່ເຈົ້າເຮັດວ່າເປັນການປະຕິບັດໜ້າທີ່ຂອງເຈົ້າ. ໃນສາຍພຣະເນດຂອງພຣະເຈົ້າ, ເຈົ້າກໍເປັນພຽງຄົນຕາຍທີ່ບໍ່ມີວິນຍານ. ຄົນຕາຍຍັງຫວັງທີ່ຈະໄດ້ຮັບພອນ, ນີ້ບໍ່ແມ່ນຄວາມຄິດທີ່ເພີ້ຝັນບໍ? ການທີ່ເຈົ້າສາມາດປະຕິບັດໜ້າທີ່ໄດ້ໜ້ອຍໜຶ່ງກໍເພາະວ່າເຈົ້າຖືກຂັບເຄື່ອນດ້ວຍຄວາມຕັ້ງໃຈທີ່ຈະໄດ້ຮັບພອນຂອງເຈົ້າ. ແລະ ເຈົ້າກໍສົງໄສຢູ່ສະເໝີ, ພິພາກສາ, ກ່າວປະນາມ, ປະຕິເສດພຣະເຈົ້າໃນໃຈຢູ່ສະເໝີ ແລະ ຍັງພິພາກສາ ແລະ ປະຕິເສດພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ສິ່ງນີ້ເຮັດໃຫ້ເຈົ້າກາຍເປັນຄົນທີ່ເປັນສັດຕູຂອງພຣະເຈົ້າ. ຄົນທີ່ເປັນສັດຕູຂອງພຣະເຈົ້າສາມາດມີມາດຕະຖານໃນຖານະສິ່ງທີ່ຖືກສ້າງໄດ້ບໍ? (ບໍ່.) ເຈົ້າຕັ້ງຕົນເອງໃຫ້ເປັນສັດຕູຂອງພຣະເຈົ້າທຸກຄັ້ງ, ສັງເກດເບິ່ງພຣະອົງ ແລະ ພາລະກິດຂອງພຣະອົງຢ່າງລັບໆຈາກເງົາມືດ, ຮ້ອງໂຮຕໍ່ຕ້ານພຣະເຈົ້າຢ່າງລັບໆໃນໃຈຂອງເຈົ້າ, ພິພາກສາ ແລະ ກ່າວປະນາມພຣະອົງ ແລະ ພິພາກສາ ແລະ ກ່າວປະນາມພຣະທຳ ແລະ ພາລະກິດຂອງພຣະອົງ. ຖ້ານີ້ບໍ່ແມ່ນການເປັນສັດຕູຂອງພຣະເຈົ້າ, ແລ້ວມັນແມ່ນຫຍັງ? ນີ້ຄືການເປັນສັດຕູຂອງພຣະເຈົ້າຢ່າງເປີດເຜີຍ. ແລະ ເຈົ້າບໍ່ໄດ້ເປັນສັດຕູຂອງພຣະເຈົ້າໃນໂລກຂອງຜູ້ບໍ່ມີຄວາມເຊື່ອ, ເຈົ້າກຳລັງເຮັດເຊັ່ນນັ້ນພາຍໃນເຮືອນຂອງພຣະເຈົ້າ. ສິ່ງນີ້ຍິ່ງບໍ່ສາມາດໃຫ້ອະໄພໄດ້!

ຄົນທີ່ລັງເລໃຈເຫຼົ່ານີ້, ບໍ່ວ່າພວກເຮົາຈະເບິ່ງທີ່ທາດແທ້ຂອງຄວາມເປັນມະນຸດ ຫຼື ການສະແດງອອກຂອງພວກເຂົາ, ພວກເຂົາກໍບໍ່ຍອມຮັບຄວາມຈິງ ແລະ ບໍ່ຍອມຮັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາສົນໃຈພຽງແຕ່ວ່າພວກເຂົາຈະສາມາດໄດ້ຮັບພອນ ຫຼື ບໍ່ເທົ່ານັ້ນ. ພວກເຂົາບໍ່ເຄີຍໝັ້ນໃຈໃນພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄອຍສັງເກດການຢູ່ເບື້ອງຫຼັງຢູ່ສະເໝີ, ລັງເລໃຈ ແລະ ສົງໄສຢູ່ຕະຫຼອດເວລາ. ພວກເຂົາຕິດຕາມພຣະເຈົ້າໃນຂະນະທີ່ຄອຍສັງເກດການ, ຍ່າງແລ້ວກໍຢຸດ, ຢຸດແລ້ວກໍຍ່າງ. ຄົນເຫຼົ່ານີ້ເປັນຕົວບັນຫາທີ່ຫຍຸ້ງຍາກແທ້ໆ! ໂດຍສະເພາະຕອນນີ້, ທີ່ຄຣິສຕະຈັກມີການສະລ້າງຄົນອອກຢູ່ເລື້ອຍໆ, ພວກເຂົາກໍໃຈຕົກໄປຢູ່ຕາຕຸ່ມຢູ່ສະເໝີ, ໂດຍຄິດວ່າ: “ຂ້ອຍລັງເລໃຈຢູ່ສະເໝີ. ບາງທີມື້ໜຶ່ງອາດຈະມີຄົນສັງເກດເຫັນ ແລະ ຂ້ອຍກໍຈະຖືກກຳຈັດອອກຈາກຄຣິສຕະຈັກ. ຂ້ອຍບໍ່ສາມາດປ່ອຍໃຫ້ຄວາມສົງໄສພາຍໃນຂອງຂ້ອຍກ່ຽວກັບພຣະເຈົ້າຫຼຸດອອກໄປໄດ້. ຂ້ອຍບໍ່ສາມາດບອກເລື່ອງນີ້ກັບໃຜໄດ້”. ດັ່ງນັ້ນ, ພວກເຂົາຈຶ່ງສັງເກດການຢ່າງລັບໆຢູ່ເບື້ອງຫຼັງ ແລະ ພວກເຂົາກໍບໍ່ຢ້ານທີ່ຈະຖືກເປີດເຜີຍໂດຍພຣະເຈົ້າ ເພາະວ່າພວກເຂົາບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງການເຊື່ອໃນການກວດສອບຂອງພຣະເຈົ້າ. ຄົນເຫຼົ່ານີ້ມັກຈະໄດ້ຍິນອ້າຍເອື້ອຍນ້ອງໂອ້ລົມກັນກ່ຽວກັບວິທີທີ່ພຣະເຈົ້າໄດ້ນຳພາພວກເຂົາ, ວິທີທີ່ພຣະອົງໄດ້ລົງວິໄນພວກເຂົາ, ວິທີທີ່ພຣະອົງໄດ້ເປີດເຜີຍຜູ້ຄົນ, ວິທີທີ່ພຣະອົງໄດ້ຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະເຈົ້າໄດ້ປະທານພຣະຄຸນ ແລະ ພອນໃຫ້ແກ່ພວກເຂົາ ແລະ ວິທີໃນຂະບວນການຕິດຕາມພຣະເຈົ້າ, ພວກເຂົາໄດ້ມີປະສົບການກັບພາລະກິດຂອງພຣະອົງ ແລະ ສິ່ງທີ່ພວກເຂົາໄດ້ຮູ້ສຶກ, ໄດ້ເຫັນ ຫຼື ໄດ້ສຳຜັດ ແລະ ອື່ນໆ. ເມື່ອພວກເຂົາໄດ້ຍິນອ້າຍເອື້ອຍນ້ອງໂອ້ລົມກັນກ່ຽວກັບຄວາມເຂົ້າໃຈຈາກປະສົບການເຫຼົ່ານີ້, ພວກເຂົາກໍຄິດກັບຕົນເອງວ່າ: “ປະສົບການທີ່ພວກເຈົ້າກຳລັງເວົ້າເຖິງນັ້ນເປັນພຽງຈິນຕະນາການຂອງພວກເຈົ້າບໍ? ສິ່ງເຫຼົ່ານີ້ເປັນພຽງຄວາມຮູ້ສຶກຂອງມະນຸດບໍ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກເຖິງສິ່ງເຫຼົ່ານັ້ນ? ໂດຍສະເພາະຜູ້ທີ່ຂຽນບົດຄວາມຄຳພະຍານຈາກປະສົບການ, ຂ້ອຍບໍ່ຮູ້ຈັກພວກເຂົາ ແລະ ຂ້ອຍກໍບໍ່ໄດ້ເຫັນວ່າພວກເຂົາບັນລຸສິ່ງເຫຼົ່ານີ້ຜ່ານປະສົບການເຫຼົ່ານີ້ໄດ້ແນວໃດ. ບໍ່ວ່າພວກເຂົາຈະມີຄວາມເປັນຈິງແຫ່ງຄວາມຈິງແທ້ ຫຼື ບໍ່ນັ້ນ ຄວາມຈິງກໍຍັງບໍ່ແນ່ນອນ!” ຄົນໂງ່ຈ້າບາງຄົນຍັງຄົງຄອຍສັງເກດການ ແລະ ຕັ້ງຄຳຖາມຕໍ່ພາລະກິດຂອງເຮືອນຂອງພຣະເຈົ້າ, ບໍ່ສາມາດເຫັນໄດ້ວ່າຄວາມເປັນຈິງແຫ່ງຄວາມຈິງໃດແດ່ທີ່ບັນຈຸຢູ່ໃນບົດຄວາມຄຳພະຍານຈາກປະສົບການທີ່ຂຽນໂດຍຜູ້ຄົນທີ່ພຣະເຈົ້າເລືອກ, ໂດຍພະຍາຍາມຊອກຫາຂໍ້ອ້າງ ແລະ ເຫດຜົນມາຮອງຮັບການລັງເລໃຈ ແລະ ການຂາດຄວາມເຊື່ອຂອງຕົນເອງ. ພວກເຂົາຄິດວ່າ ເນື່ອງຈາກພວກເຂົາກຳລັງລັງເລໃຈ, ຄົນອື່ນກໍຄົງຈະລັງເລໃຈເຊັ່ນກັນ. ຖ້າຄົນໃດໜຶ່ງບໍ່ເຄີຍລັງເລໃຈເລີຍ, ບໍ່ມີຄວາມສົງໄສ ແລະ ການໂອ້ລົມຄວາມຈິງຕາມປົກກະຕິຂອງພວກເຂົາກໍເປັນໄປຕາມພາກປະຕິບັດຢູ່ສະເໝີ ແລະ ບໍ່ວ່າພວກເຂົາຈະພົບບັນຫາໃດກໍຕາມ, ພວກເຂົາກໍສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້, ແລ້ວຄົນໂງ່ເຫຼົ່ານີ້ກໍຈະຮູ້ສຶກເຖິງຄວາມແຕກຕ່າງ ແລະ ຄວາມບໍ່ສະບາຍໃຈໃນຫົວໃຈຂອງພວກເຂົາ. ເມື່ອພວກເຂົາຮູ້ສຶກບໍ່ສະບາຍໃຈ, ພວກເຂົາຈະຊອກຫາທາງບັນເທົາມັນໄດ້ແນວໃດ? ພວກເຂົາຊອກຫາຄົນທີ່ຄືກັນກັບພວກເຂົາ, ພະຍາຍາມຊອກຫາຈິດວິນຍານທີ່ເຂົ້າກັນໄດ້. ເມື່ອພວກເຂົາເຫັນບາງຄົນທີ່ກຳລັງຮູ້ສຶກໃນແງ່ລົບ ແລະ ອ່ອນແອ, ພວກເຂົາກໍຈະແຍ້ມຄວາມຄິດຂອງຕົນເອງເພື່ອຢັ່ງເບິ່ງທ່າທີ, ໂດຍເວົ້າວ່າ: “ບາງຄັ້ງຂ້ອຍກໍຮູ້ສຶກໃນແງ່ລົບຄືກັນ. ເມື່ອຂ້ອຍຮູ້ສຶກໃນແງ່ລົບ, ຂ້ອຍກໍຮູ້ວ່າຂ້ອຍບໍ່ຄວນເປັນແບບນັ້ນ, ແຕ່ບາງຄັ້ງຂ້ອຍກໍສົງໄສວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່”. ຖ້າອີກຝ່າຍໜຶ່ງບໍ່ຕອບສະໜອງຕໍ່ພວກເຂົາ ແລະ ພວກເຂົາເຫັນວ່າຄົນນັ້ນເປັນພຽງແຕ່ຄົນທີ່ຄິດລົບ ແລະ ອ່ອນແອ ແຕ່ບໍ່ມີຄວາມສົງໄສໃນພຣະເຈົ້າ, ພວກເຂົາກໍຈະເວົ້າຢ່າງອື່ນທີ່ບໍ່ຈິງໃຈເພື່ອໄປທົດສອບເບິ່ງຄົນອື່ນ: “ເຈົ້າຄິດວ່າເກີດຫຍັງຂຶ້ນກັບຂ້ອຍ? ຂ້ອຍເຊື່ອໃນພຣະເຈົ້າດີຢູ່ແລ້ວ, ແຕ່ເປັນຫຍັງຂ້ອຍຈຶ່ງມີຄວາມສົງໄສໃນພຣະອົງຢູ່ສະເໝີ? ນີ້ບໍ່ແມ່ນການກະບົດບໍ? ມັນບໍ່ຄວນເປັນແບບນີ້!” ພວກເຂົາເວົ້າທັງໝົດນີ້ກໍເພື່ອເອົາໃຈອີກຝ່າຍໜຶ່ງ ແລະ ເພື່ອທົດສອບເບິ່ງພວກເຂົາ. ພວກເຂົາຫວັງຢ່າງຍິ່ງວ່າຄົນອື່ນຈະຕັ້ງຄຳຖາມຕໍ່ພຣະເຈົ້າຄືກັນກັບພວກເຂົາ, ນັ້ນຈະເຮັດໃຫ້ພວກເຂົາມີຄວາມສຸກ! ຖ້າພວກເຂົາພົບຄົນອື່ນທີ່ສົງໄສໃນພຣະເຈົ້າຢູ່ສະເໝີ ແລະ ມີແນວຄິດຕໍ່ພຣະອົງຢູ່ຕະຫຼອດເວລາ, ພວກເຂົາກໍຈະຮູ້ສຶກໂຊກດີທີ່ໄດ້ພົບຄົນທີ່ມີຈິດວິນຍານທີ່ເຂົ້າກັນໄດ້. ທັງສອງຄົນ, ທີ່ມີແນວຄິດທີ່ສົກກະປົກຄືກັນ, ມັກຈະລະບາຍຄວາມໃນໃຈໃຫ້ກັນ ແລະ ກັນຟັງ. ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ຍິ່ງພວກເຂົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງຢາກປະຕິບັດໜ້າທີ່ຂອງຕົນໜ້ອຍລົງເທົ່ານັ້ນ ແລະ ຍິ່ງຢາກອ່ານພຣະທຳຂອງພຣະເຈົ້າໜ້ອຍລົງເທົ່ານັ້ນ ແລະ ພວກເຂົາກໍເຖິງກັບຢາກຢຸດເຂົ້າຮ່ວມຊີວິດໃນຄຣິສຕະຈັກ. ທັງສອງກໍຈະຄ່ອຍໆຈົບລົງດ້ວຍການອອກໄປເຮັດວຽກໃນໂລກ, ຕິດກັນຄືກັບຄູ່ຮັກທີ່ແຍກຈາກກັນບໍ່ໄດ້, ກອດກັນອອກໄປນຳກັນ. ເມື່ອພວກເຂົາຈາກໄປ, ພວກເຂົາບໍ່ໄດ້ເອົາແມ່ນແຕ່ໜັງສືພຣະທຳຂອງພຣະເຈົ້າໄປນຳແມ່ນແຕ່ຫົວດຽວ. ມີຄົນຖາມພວກເຂົາວ່າ: “ເຈົ້າເຊົາເຊື່ອໃນພຣະເຈົ້າແລ້ວບໍ?” ແລະ ພວກເຂົາກໍຕອບວ່າ: “ບໍ່, ຂ້ອຍເຊື່ອ”. ພວກເຂົາຍັງຄົງປະຕິເສດຢ່າງດື້ດ້ານ. ອີກຄົນໜຶ່ງຖາມວ່າ: “ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເອົາໜັງສືພຣະທຳຂອງພຣະເຈົ້າໄປນຳ?” ແລະ ພວກເຂົາກໍຕອບວ່າ: “ມັນໜັກເກີນໄປ ແລະ ຂ້ອຍກໍບໍ່ມີບ່ອນວາງມັນ”. ທຸກສິ່ງທີ່ພວກເຂົາເວົ້າເປັນພຽງການເວົ້າເພື່ອປັດຄວາມລຳຄານ. ທີ່ຈິງແລ້ວ, ພວກເຂົາພຽງແຕ່ກຳລັງກຽມພ້ອມທີ່ຈະກັບຄືນສູ່ໂລກ, ຊອກວຽກເຮັດ ແລະ ໃຊ້ຊີວິດຂອງພວກເຂົາ. ເຮົາຂໍບອກຄວາມຈິງແກ່ພວກເຈົ້າວ່າ: ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອ ແລະ ນີ້ກໍຈະເປັນຈຸດຈົບຄັ້ງສຸດທ້າຍຂອງພວກເຂົາ, ນີ້ຄືສິ່ງທີ່ພວກເຂົາເປັນແທ້ໆ. ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຈະບໍ່ຍືນຍາວ. ທັນທີທີ່ພວກເຂົາພົບຄົນທີ່ພວກເຂົາມັກ, ຄົນທີ່ພວກເຂົາສາມາດແບ່ງປັນຄວາມຄິດໃນໃຈທີ່ສຸດຂອງພວກເຂົາໄດ້, ພວກເຂົາກໍຄິດວ່າ: “ໃນທີ່ສຸດ, ຂ້ອຍກໍໄດ້ພົບຄົນທີ່ຄອຍໜູນຫຼັງຂ້ອຍ, ຄົນທີ່ຈະເພິ່ງພາໄດ້. ໄປກັນເທາະ! ການເຊື່ອໃນພຣະເຈົ້າຊ່າງເປັນຕາເບື່ອ. ບໍ່ມີພຣະເຈົ້າໃນໂລກນີ້ຢູ່ແລ້ວ. ມັນຍາກເກີນໄປທີ່ຈະຖືວ່າສິ່ງທີ່ບໍ່ມີຢູ່ຈິງເປັນເລື່ອງຈິງ. ຫຼາຍປີທີ່ຜ່ານມານີ້ຊ່າງລຳບາກແທ້ໆ!” ພວກເຂົາຈາກໄປ ແລະ ເຊົາເຊື່ອດ້ວຍຕົນເອງ ແລະ ຍັງບອກອ້າຍເອື້ອຍນ້ອງບໍ່ໃຫ້ຊອກຫາພວກເຂົາ, ໂດຍເວົ້າວ່າ: “ພວກເຮົາໄປເຮັດວຽກແລ້ວ. ຢ່າໂທຫາພວກເຮົາອີກ, ຖ້າບໍ່ດັ່ງນັ້ນພວກເຮົາຈະແຈ້ງຕຳຫຼວດ!” ຄົນໂງ່ສອງຄົນນີ້, ລາໂງ່ສອງໂຕກໍໄດ້ໜີໄປແບບນັ້ນ. ເຮົາວ່າໄປໄດ້ກໍແລ້ວໄປ! ມັນຊ່ວຍໃຫ້ເຮືອນຂອງພຣະເຈົ້າບໍ່ຕ້ອງລຳບາກໃນການຂັບໄລ່ ຫຼື ສະລ້າງພວກເຂົາອອກ. ບອກເຮົາມາເບິ່ງ, ມັນຈຳເປັນຕ້ອງໂອ້ລົມຄວາມຈິງກັບຄົນປະເພດນີ້ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາບໍ? ມັນຈຳເປັນຕ້ອງພະຍາຍາມໃຫ້ເຫດຜົນ ແລະ ຊັກຊວນພວກເຂົາບໍ? (ບໍ່.) ຖ້າພວກເຈົ້າພະຍາຍາມຊັກຊວນພວກເຂົາ, ພວກເຈົ້າກໍກຳລັງເປັນຄົນໂງ່ຈ້າທີ່ສຸດ. ຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອຈົນເຖິງແກ່ນ, ພວກເຂົາກໍຄືຄົນຕາຍທີ່ຍ່າງໄດ້ ແລະ ເປັນຄົນໂງ່ທີ່ບໍ່ມີສະໝອງ. ຖ້າເຈົ້າພະຍາຍາມຊັກຊວນພວກເຂົາ, ເຈົ້າກໍເປັນຄົນໂງ່ຄືກັນ. ເຈົ້າຄວນອວຍພອນໃຫ້ຄົນປະເພດນີ້ຈາກໄປໂດຍໄວ ແລະ ບໍ່ຈຳເປັນຕ້ອງຊອກຫາພວກເຂົາຫຼັງຈາກນັ້ນ. ພວກເຂົາໄດ້ເວົ້າຢ່າງຊັດເຈນແລ້ວວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ ແລະ ຖ້າເຈົ້າໂທຫາພວກເຂົາອີກຄັ້ງ, ພວກເຂົາກໍຈະລາຍງານເຈົ້າຕໍ່ຕຳຫຼວດ. ຖ້າເຈົ້າຍັງພະຍາຍາມຕິດຕໍ່ພວກເຂົາ, ເຈົ້າບໍ່ໄດ້ກຳລັງຫາເລື່ອງໃສ່ຕົວບໍ? ຖ້າພວກເຂົາໂທຫາຕຳຫຼວດແທ້ໆ ແລະ ກ່າວຫາວ່າເຈົ້າກໍ່ກວນພວກເຂົາ, ມັນຈະສ້າງຊື່ສຽງທີ່ດີບໍ ຖ້າຂ່າວເຜີຍແຜ່ອອກໄປ? (ບໍ່.) ເຈົ້າຕ້ອງບໍ່ເຮັດສິ່ງທີ່ໂງ່ຈ້າເຊັ່ນນີ້ຢ່າງເດັດຂາດ! ໃຫ້ພວກເຂົາເບິ່ງແຍງຕົນເອງ ແລະ ຈາກໄປຢ່າງງຽບໆ, ນີ້ຄືແນວທາງທີ່ດີກວ່າຫຼາຍ! ແຕ່ລະຄົນກໍເດີນຕາມເສັ້ນທາງຂອງຕົນເອງ; ເສັ້ນທາງຂອງແຕ່ລະຄົນຖືກກຳນົດໂດຍສິ່ງທີ່ພວກເຂົາເປັນ. ພວກເຂົາບໍ່ໄດ້ຮັບພອນ, ຊີວິດຂອງພວກເຂົາເປັນພຽງຊີວິດທີ່ເນົ່າເປື່ອຍ ແລະ ບໍ່ມີຄ່າ. ພອນອັນຍິ່ງໃຫຍ່ເຊັ່ນນີ້ແມ່ນເກີນກວ່າຄວາມສາມາດຂອງພວກເຂົາທີ່ຈະໄດ້ຮັບເປັນມໍລະດົກ ຫຼື ຊື່ນຊົມ, ພວກເຂົາພຽງແຕ່ບໍ່ມີບຸນວາດສະໜາທີ່ຈະໄດ້ຮັບມັນ. ການຍອມຮັບການຈັດຕຽມຈາກພຣະທຳຂອງພຣະເຈົ້າ ແລະ ການຍອມຮັບຄວາມຈິງເປັນຊີວິດແມ່ນພອນທີ່ຍິ່ງໃຫຍ່ທີ່ສຸດໃນທົ່ວຈັກກະວານ ແລະ ໃນທ່າມກາງມະນຸດຊາດທັງໝົດ. ຜູ້ໃດກໍຕາມທີ່ສາມາດຍອມຮັບຄວາມຈິງກໍເປັນຜູ້ທີ່ໄດ້ຮັບພອນ ແລະ ຜູ້ໃດກໍຕາມທີ່ບໍ່ສາມາດຍອມຮັບຄວາມຈິງກໍພຽງແຕ່ບໍ່ໄດ້ຮັບພອນນີ້. ມື້ໜຶ່ງ, ຜູ້ທີ່ໄດ້ຍອມຮັບຄວາມຈິງຈະລອດຊີວິດຜ່ານໄພພິບັດຄັ້ງໃຫຍ່ ແລະ ຈະໄດ້ຮັບພອນຢ່າງໃຫຍ່ຫຼວງ, ໃນຂະນະທີ່ຜູ້ທີ່ບໍ່ໄດ້ຍອມຮັບຄວາມຈິງຈະຕາຍໃນໄພພິບັດ ແລະ ທຸກທໍລະມານຈາກຫາຍະນະ, ເຊິ່ງໃນເວລານັ້ນ, ມັນກໍຈະສາຍເກີນໄປທີ່ຈະເສຍໃຈ. ເຖິງແມ່ນວ່າຕອນນີ້ເຈົ້າຈະຍອມຮັບວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພາລະກິດຂອງພຣະເຈົ້າແມ່ນເຮັດໂດຍພຣະເຈົ້າເອງ, ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ, ບໍ່ຍອມຮັບຄວາມຈິງ ແລະ ບໍ່ເຂົ້າສູ່ຄວາມຈິງ, ເຈົ້າກໍຍັງຈະບໍ່ໄດ້ຮັບພອນເຊັ່ນນີ້! ເຈົ້າຄິດວ່າພອນນີ້ຈະສາມາດໄດ້ມາຢ່າງງ່າຍດາຍບໍ? ນີ້ຄືພອນທີ່ບໍ່ເຄີຍມີມາຕັ້ງແຕ່ເລີ່ມຕົ້ນຂອງການເວລາ ແລະ ຈະບໍ່ມີອີກແລ້ວ, ເຈົ້າຈະໄດ້ຮັບອະນຸຍາດໃຫ້ໄດ້ຮັບມັນຢ່າງງ່າຍດາຍໄດ້ແນວໃດ? ພຣະເຈົ້າໄດ້ສັນຍາວ່າຈະໃຫ້ພອນເຊັ່ນນີ້ແກ່ມະນຸດຊາດ, ແຕ່ມັນບໍ່ແມ່ນສິ່ງທີ່ຄົນທຳມະດາຈະສາມາດໄດ້ຮັບ. ພອນນີ້ແມ່ນສຳລັບຜູ້ທີ່ຖືກເລືອກໂດຍພຣະເຈົ້າ ແລະ ມັນເປັນໄປບໍ່ໄດ້ທີ່ລາໂງ່, ຄົນຕາຍທີ່ຍ່າງໄດ້, ຄົນເສດເຫຼືອ ຫຼື ຄົນບ້າໆບໍໆບາງຄົນຈະຖືກເລືອກ. ພຣະເຈົ້າດຳເນີນພາລະກິດສາມຂັ້ນຕອນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ໃນທີ່ສຸດ, ພຣະອົງຈະສ້າງກຸ່ມຜູ້ທີ່ເອົາຊະນະ, ເຮັດໃຫ້ຄົນເຫຼົ່ານີ້ກາຍເປັນເຈົ້ານາຍຂອງສັບພະສິ່ງທຸກຢ່າງ ແລະ ກາຍເປັນມະນຸດຊາດໃໝ່. ນີ້ເປັນພອນທີ່ຍິ່ງໃຫຍ່ສໍ່າໃດສຳລັບມະນຸດຊາດ! ພາລະກິດຂັ້ນຕອນແຫ່ງການພິພາກສານີ້ໃນຍຸກສຸດທ້າຍດຳເນີນມາຈັກປີແລ້ວ? (ຫຼາຍກວ່າສາມສິບປີ.) ພຽງແຕ່ເບິ່ງຈາກໄລຍະເວລາສາມສິບກວ່າປີນີ້, ກໍສາມາດເຫັນໄດ້ວ່າພຣະເຈົ້າໄດ້ເສຍສະຫຼະໄປຫຼາຍສໍ່າໃດ ແລະ ໄດ້ເຮັດພາລະກິດຫຼາຍສໍ່າໃດ, ສະນັ້ນ ມັນຈຶ່ງຊັດເຈນວ່າ ມະນຸດຊາດທີ່ພຣະເຈົ້າໄດ້ຮັບໃນທີ່ສຸດນັ້ນມີຄຸນຄ່າ ແລະ ສູງສົ່ງຢ່າງບໍ່ໜ້າເຊື່ອສໍ່າໃດ ແລະ ມັນກໍປະເສີດ ແລະ ສຳຄັນທີ່ສຸດໃນສາຍພຣະເນດຂອງພຣະເຈົ້າ! ແລ້ວພວກເຈົ້າຊ່າງໂຊກດີສໍ່າໃດ; ນີ້ຄືພອນອັນຍິ່ງໃຫຍ່ສຳລັບພວກເຈົ້າ! ສະນັ້ນ, ສຳລັບບາງຄົນທີ່ຍັງຄົງລັງເລໃຈຢູ່ໃນຈຸດນີ້, ພວກເຂົາກໍບໍ່ໄດ້ຮັບພອນຢ່າງແທ້ຈິງ! ເຖິງແມ່ນວ່າພວກເຂົາຈະບໍ່ລັງເລໃຈ ແລະ ຕັ້ງໃຈປະຕິບັດຕາມຢ່າງເຕັມທີ່, ແລ້ວຖ້າພວກເຂົາບໍ່ໄລ່ຕາມຄວາມຈິງ, ພວກເຂົາກໍຍັງຈະບໍ່ໄດ້ຮັບພອນນີ້. ສະນັ້ນ ຜູ້ທີ່ໄດ້ຮັບພອນນີ້ໃນທີ່ສຸດກໍບໍ່ແມ່ນຄົນທຳມະດາ, ພວກເຂົາຄືຜູ້ທີ່ພຣະເຈົ້າໄດ້ຄັດເລືອກຢ່າງເຂັ້ມງວດຊ້ຳແລ້ວຊ້ຳອີກ ແລະ ເລືອກເຟັ້ນຢ່າງລະມັດລະວັງ; ພວກເຂົາຄືຜູ້ທີ່ຈະຖືກພຣະເຈົ້າຮັບເອົາໃນທີ່ສຸດ.

ການສະແດງອອກຫຼັກໆຂອງຜູ້ທີ່ລັງເລໃຈເຫຼົ່ານັ້ນກໍຄືບັນຫາເຫຼົ່ານີ້ຢ່າງແນ່ນອນ. ບໍ່ວ່າຈຸດຈົບສຸດທ້າຍຂອງພວກເຂົາຈະເປັນແນວໃດກໍຕາມ, ເມື່ອໃດທີ່ພົບເຫັນຄົນເຊັ່ນນີ້ພາຍໃນຄຣິສຕະຈັກ, ພວກເຂົາກໍຄວນຖືກຈັດການຕາມຫຼັກການ. ພວກເຂົາບໍ່ຄວນໄດ້ຮັບການປະຕິບັດຄືກັບອ້າຍເອື້ອຍນ້ອງ. ຖ້າພວກເຂົາມີຄວາມຮູ້ສຶກທີ່ດີຕໍ່ການເຊື່ອໃນພຣະເຈົ້າ ຫຼື ພວກເຂົາສາມາດອອກແຮງໄດ້ແດ່ ແລະ ເຕັມໃຈທີ່ຈະອອກແຮງງານ, ຢ່າງຫຼາຍທີ່ສຸດ ພວກເຂົາກໍເປັນພຽງເພື່ອນໃນຄຣິສຕະຈັກ ແລະ ບໍ່ສາມາດຖືວ່າເປັນອ້າຍເອື້ອຍນ້ອງໄດ້. ສະນັ້ນ ເຖິງແມ່ນວ່າພວກເຂົາຈະມີຊື່ໃໝ່ ເຊັ່ນ “ການເຊື່ອຟັງ” ຫຼື “ຄວາມຈິງໃຈ”, ເຈົ້າກໍຍັງບໍ່ຄວນເອີ້ນພວກເຂົາວ່າອ້າຍເອື້ອຍນ້ອງ, ການເອີ້ນພວກເຂົາຕາມຊື່ໃໝ່ຂອງພວກເຂົາກໍຖືວ່າດີແລ້ວ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະວ່າຄົນເຊັ່ນນີ້ຍັງບໍ່ເຖິງຂັ້ນທີ່ຈະເປັນອ້າຍເອື້ອຍນ້ອງໄດ້. ຕອນນີ້ເຂົ້າໃຈແລ້ວບໍ? (ເຂົ້າໃຈແລ້ວ.) ສະນັ້ນ, ການຈັດການກັບຄົນປະເພດນີ້ກໍຄວນຈະມີຫຼັກການແລ້ວເນາະ? (ແມ່ນແລ້ວ.) ການໂອ້ລົມທັງໝົດຂອງມື້ນີ້ກໍຈົບພຽງເທົ່ານີ້. ລາກ່ອນ!

ວັນທີ 29 ມິຖຸນາ 2024

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (24)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (28)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້