ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (20)

ຂໍ້ທີສິບສອງ: ຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີແປດ)

ໃນການເຕົ້າໂຮມຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກຈົບແລ້ວ. ພວກເຈົ້າໄດ້ເອົາຕົນເອງໄປປຽບທຽບໃສ່ກັບເນື້ອໃນຂອງການໂອ້ລົມນີ້ແລ້ວບໍ? ພວກເຈົ້າໄດ້ໄຕ່ຕອງກ່ຽວກັບການໂອ້ລົມນີ້ບໍ? ເມື່ອພວກເຂົາໄດ້ຟັງການໂອ້ລົມຂອງເຮົາແລ້ວ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ມີຄວາມເປັນມະນຸດພໍສົມຄວນກໍສາມາດປະຕິບັດຄວາມຈິງບາງຢ່າງໄດ້ ຫຼັງຈາກທີ່ພວກເຂົາເຂົ້າໃຈມັນ. ກ່ອນອື່ນ, ພວກເຂົາສາມາດນຳເອົາຄວາມຈິງທີ່ພວກເຂົາເຂົ້າໃຈມາສ່ອງເບິ່ງສະຖານະການຂອງພວກເຂົາ, ກວດສອບຕົນເອງໂດຍອີງໃສ່ຄວາມຈິງ, ຊອກຫາບັນຫາຂອງຕົນເອງ ແລະ ຈາກນັ້ນກໍນຳໃຊ້ບາງເລື່ອງລາວ ແລະ ສະພາບແວດລ້ອມບາງຢ່າງໃນຊີວິດຈິງ ແລະ ໃນການປະຕິບັດໜ້າທີ່ ເພື່ອແກ້ໄຂບັນຫາເຫຼົ່ານີ້. ເທື່ອລະກ້າວ, ກ່ຽວກັບຄວາມຈິງທີ່ພວກເຂົາເຂົ້າໃຈ, ພວກເຂົາກໍກຳແໜ້ນຫຼັກການທີ່ຜູ້ຄົນຄວນປະຕິບັດ ແລະ ຍຶດໝັ້ນ. ໃນດ້ານໜຶ່ງ, ພວກເຂົາໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບຕົນເອງຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ໃນອີກດ້ານໜຶ່ງ, ພວກເຂົາກໍເຂົ້າໃຈຢ່າງເປັນຮູບປະທຳ ແລະ ຖືກຕ້ອງຫຼາຍຂຶ້ນວ່າ ຄວາມຈິງນັ້ນກ່າວເຖິງ ແລະ ມີເນື້ອໃນຫຍັງແທ້. ເຖິງຢ່າງໃດກໍຕາມ ຜູ້ທີ່ບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍຕໍ່ຄວາມຈິງນັ້ນ, ບໍ່ວ່າພວກເຂົາຈະໄດ້ຍິນຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄວາມສຳນຶກ ຫຼື ການປ່ຽນແປງໃດໆ. ສະພາວະຂອງພວກເຂົາ, ທັດສະນະຄະຕິໃນເວລາປະຕິບັດໜ້າທີ່ຂອງພວກເຂົາ, ເປົ້າໝາຍທີ່ພວກເຂົາສະແຫວງຫາ, ຮູບແບບການດຳລົງຊີວິດ ແລະ ຫຼັກການໃນການປະພຶດຕົນຂອງພວກເຂົາກໍບໍ່ປ່ຽນແປງເລີຍ. ພວກເຂົາຍັງຄົງກະທຳຕາມທີ່ພວກເຂົາຕ້ອງການ ແລະ ດຳລົງຊີວິດຕາມທີ່ພວກເຂົາພໍໃຈ; ຄວາມຈິງເຫຼົ່ານີ້ບໍ່ມີຜົນຫຍັງຕໍ່ພວກເຂົາເລີຍ ແລະ ທັງບໍ່ສາມາດເຮັດໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງຈົນເຖິງຂັ້ນກຽດຊັງຕົນເອງໄດ້. ຖ້າພວກເຂົາບໍ່ສາມາດໄປເຖິງຂັ້ນກຽດຊັງຕົນເອງໄດ້, ພວກເຂົາກໍບໍ່ສາມາດບັນລຸການກັບໃຈຢ່າງແທ້ຈິງໄດ້ຢ່າງແນ່ນອນ. ຖ້າປາສະຈາກການກັບໃຈຢ່າງແທ້ຈິງ, ກໍບໍ່ມີທາງເຂົ້າທີ່ແທ້ຈິງ; ປາສະຈາກທາງເຂົ້າທີ່ແທ້ຈິງ, ກໍບໍ່ມີການປ່ຽນແປງທາງດ້ານອຸປະນິໄສຢ່າງແນ່ນອນ. ສະນັ້ນ, ຫຼາຍຄົນທີ່ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ, ເຖິງແມ່ນວ່າພວກເຂົາຈະເຕົ້າໂຮມ, ປະຕິບັດໜ້າທີ່, ໄດ້ຟັງການເທດສະໜາມາຫຼາຍປີ ແລະ ພົວພັນກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ, ແຕ່ພວກເຂົາກໍບໍ່ມີຄວາມເຂົ້າໃຈໃດໆ ກ່ຽວກັບຕົນເອງ, ບໍ່ສະແດງໃຫ້ເຫັນການປ່ຽນແປງໃດໆ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເພີ່ມຂຶ້ນເລີຍ. ພວກເຂົາຕິດຕາມພຣະເຈົ້າດ້ວຍແນວຄິດ ແລະ ຈິນຕະນາການເບື້ອງຕົ້ນຂອງພວກເຂົາ ແລະ ດ້ວຍເຈດຕະນາ ແລະ ຄວາມປາດຖະໜາທີ່ຈະໄດ້ຮັບພອນ. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າ, ມຸມມອງຂອງພວກເຂົາຕໍ່ສິ່ງຕ່າງໆ, ວິທີການສະແຫວງຫາຂອງພວກເຂົາ ແລະ ເປົ້າໝາຍທີ່ພວກເຂົາສະແຫວງຫາ ແລະ ທັດສະນະຄະຕິຂອງພວກເຂົາ ໃນເວລາປະຕິບັດໜ້າທີ່ຂອງພວກເຂົາກໍບໍ່ໄດ້ປ່ຽນແປງເລີຍ. ສິ່ງທີ່ຖືກເປີດໂປງອອກມາໃນປັດຈຸບັນຂອງພວກເຂົາ ແລະ ການສະແດງອອກທີ່ພວກເຂົາດຳລົງຊີວິດຢູ່ນັ້ນເປັນຜົນມາຈາກການບໍ່ສະແຫວງຫາຄວາມຈິງ. ພວກເຮົາໄດ້ໂອ້ລົມຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄປສິບສອງຂໍ້ແລ້ວ, ແຕ່ພຶດຕິກຳຂອງຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍບໍ່ໄດ້ປ່ຽນແປງເລີຍ. ທັດສະນະຄະຕິຂອງພວກເຂົາໃນເວລາປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕໍ່ຂໍ້ກຳນົດຂອງພຣະເຈົ້າກໍບໍ່ໄດ້ປ່ຽນແປງເລີຍ. ເນື້ອໃນທີ່ໄດ້ໂອ້ລົມກັນໄປນັ້ນໄດ້ເປັນການເຕືອນສະຕິ, ການຊີ້ນຳ ແລະ ການຊຸກຍູ້ຜູ້ທີ່ຂ້ອນຂ້າງສະແຫວງຫາຄວາມຈິງ ແລະ ຜູ້ທີ່ມີຄວາມເປັນມະນຸດພໍສົມຄວນ ແລະ ຜູ້ທີ່ມີຄວາມສຳນຶກຢູ່ໜ້ອຍໜຶ່ງ. ເຖິງຢ່າງໃດກໍຕາມ, ມັນບໍ່ມີຜົນຫຍັງເລີຍຕໍ່ບາງຄົນທີ່ຫົວແຂງ, ມີເລ່ຫຼ່ຽມຫຼາຍ ແລະ ບໍ່ຍອມຮັບຄວາມຈິງເລີຍ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ເພາະວ່າທັດສະນະຄະຕິຂອງຄົນເຫຼົ່ານີ້ຕໍ່ຄວາມຈິງຄືການຕໍ່ຕ້ານ ແລະ ການລັງກຽດ. ບໍ່ວ່າຈະມີການໂອ້ລົມຄວາມຈິງຫຼາຍສໍ່າໃດກໍຕາມ, ທັດສະນະຄະຕິຂອງພວກເຂົາກໍຍັງຄືເກົ່າ: “ຢ່າງໃດກໍຕາມ, ຂ້ອຍກໍກຳລັງປະຕິບັດໜ້າທີ່ຂອງຂ້ອຍ ແລະ ຕິດຕາມພຣະເຈົ້າ; ຂ້ອຍກຳລັງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າຂ້ອຍຈະປະພຶດຕົນແນວໃດ, ຕາບໃດທີ່ຂ້ອຍຍຶດໝັ້ນຈົນເຖິງທີ່ສຸດ, ຂ້ອຍກໍສາມາດໄດ້ຮັບພອນ!”. ແນວຄິດປະເພດນີ້ມີເຫດຜົນຢູ່ບໍ? ພວກເຂົາເປັນຄົນທີ່ແກ້ໄຂບໍ່ໄດ້ ແລະ ໄຮ້ຢາງອາຍຢ່າງສິ້ນເຊີງ, ບໍ່ແມ່ນບໍ? ນີ້ບໍ່ແມ່ນການຫົວແຂງ ແລະ ປະຕິເສດທີ່ຈະກັບໃຈບໍ່ວ່າຈະເປັນແນວໃດບໍ? (ແມ່ນແລ້ວ.)

ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ: “ຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ອນໜ້ານີ້, ພວກເຮົາໄດ້ແບ່ງການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບນີ້ອອກເປັນສິບສອງບັນຫາ. ເນື້ອໃນຂອງສິບສອງບັນຫານີ້ສ່ວນໃຫຍ່ແມ່ນກ່າວເຖິງວິທີການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ ເມື່ອມີຄົນ, ເຫດການ ແລະ ສິ່ງປະເພດຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນປາກົດຂຶ້ນໃນຄຣິສຕະຈັກ ເພື່ອບັນລຸຜົນຂອງການປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ດ້ວຍເຫດນີ້ຈຶ່ງເປັນການປະຕິບັດບົດບາດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະແດງອອກ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດ. ພວກເຮົາໄດ້ໂອ້ລົມກັນໃນແຕ່ລະບັນຫາພາຍໃນຄວາມຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກຢ່າງລະອຽດ, ໂດຍໂອ້ລົມກ່ຽວກັບການສຳແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງແຕ່ລະບັນຫາ ແລະ ໄດ້ຍົກຕົວຢ່າງທີ່ສະເພາະເຈາະຈົງບາງຢ່າງ. ໃນດ້ານຫຼັກການ, ເນື້ອໃນທີ່ໄດ້ໂອ້ລົມກັນໄປນັ້ນແມ່ນຂ້ອນຂ້າງເປັນພາກປະຕິບັດ. ເຖິງແມ່ນວ່າຕົວຢ່າງທີ່ຍົກມາອາດຈະບໍ່ກວມເອົາທຸກຢ່າງ, ແຕ່ບັນຫາທີ່ເປັນແກ່ນແທ້ຂອງຄົນ, ເຫດການ ແລະ ສິ່ງຕ່າງໆ ກໍໄດ້ຮັບການໂອ້ລົມກັນຢ່າງແຈ່ມແຈ້ງແລ້ວ. ໂດຍສະເພາະຢ່າງຍິ່ງ, ພວກເຈົ້າໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຄວາມຈິງດ້ານນີ້ ເພື່ອແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນຄຣິສຕະຈັກ. ກ່ອນອື່ນ, ພວກເຈົ້າຕ້ອງຊອກຫາຄຳເວົ້າທີ່ໄຈ້ແຍກແກ່ນແທ້ຂອງບັນຫາຈາກເນື້ອໃນທີ່ໄດ້ໂອ້ລົມກັນໄປ ແລະ ເອົາມາປຽບທຽບໃສ່ກັບບັນຫາ. ການເຂົ້າໃຈແກ່ນແທ້ຂອງບັນຫາເຮັດໃຫ້ມັນງ່າຍຂຶ້ນ ໃນການຊອກຫາວິທີແກ້ໄຂທີ່ສອດຄ້ອງກັນ ແລະ ແກ້ໄຂບັນຫາຕາມຫຼັກການຄວາມຈິງ. ການເຂົ້າໃຈແກ່ນແທ້ຂອງບັນຫາເປັນສິ່ງສຳຄັນຢ່າງຍິ່ງ ກ່ອນທີ່ຈະແກ້ໄຂມັນ. ເມື່ອເຈົ້າເຂົ້າໃຈແກ່ນແທ້ຂອງບັນຫາແລ້ວ, ເຈົ້າກໍຄວນເຂົ້າໃຈ ແລະ ກຳແໜ້ນຫຼັກການໃນການຈັດການບັນຫານີ້ເຊັ່ນກັນ. ທັງສອງດ້ານນີ້ແມ່ນຂາດກັນບໍ່ໄດ້: ດ້ານໜຶ່ງແມ່ນແກ່ນແທ້ຂອງບັນຫາ ແລະ ອີກດ້ານໜຶ່ງແມ່ນຫຼັກການໃນການແກ້ໄຂບັນຫາດັ່ງກ່າວ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈຢ່າງແຈ່ມແຈ້ງ. ໂດຍການການກຳແໜ້ນສອງຫຼັກການເຫຼົ່ານີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະສາມາດແກ້ໄຂທຸກບັນຫາໄດ້ຢ່າງຖືກຕ້ອງ ແລະ ຈັດການຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກ່ຽວຂ້ອງໃນບັນຫາຕ່າງໆ ໄດ້ຢ່າງເໝາະສົມ, ແທນທີ່ຈະນຳໃຊ້ລະບຽບ ແລະ ຂະຫຍາຍບັນຫາໃຫ້ໃຫຍ່ເກີນຄວາມເປັນຈິງ. ໃນປັດຈຸບັນ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຈັດການບັນຫາບາງຢ່າງ, ສ່ວນໜຶ່ງ ພວກເຂົາພຽງແຕ່ປະຕິບັດຕາມລະບຽບ ແລະ ອີກສ່ວນໜຶ່ງ ພວກເຂົາກໍບໍ່ສາມາດກຳແໜ້ນແກ່ນແທ້ຂອງບັນຫາໄດ້, ເຮັດຜິດຕໍ່ຄົນອື່ນໄດ້ງ່າຍ ແລະ ບ່ຽງເບນອອກເປັນຈາກສິ່ງທີ່ຄວນເປັນ. ສິ່ງນີ້ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບລາຍລະອຽດ, ຂໍ້ກຳນົດສະເພາະເຈາະຈົງ ແລະ ບໍລິບົດຂອງບັນຫາ. ນອກຈາກນີ້, ມັນເປັນສິ່ງສຳຄັນທີ່ຈະຕ້ອງເບິ່ງພຶດຕິກຳທີ່ສະໝໍ່າສະເໝີຂອງບຸກຄົນ ເພື່ອກຳນົດວ່າພວກເຂົາຢູ່ໃນໝວດໝູ່ໃດແທ້. ໂດຍການຊໍານານໃນດ້ານເຫຼົ່ານີ້ເທົ່ານັ້ນ ຈຶ່ງຈະສາມາດຈັດການບັນຫາຕ່າງໆ ຕາມຫຼັກການໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ, ເມື່ອເຮັດວຽກຂອງພວກເຂົາ, ພຽງແຕ່ນຳໃຊ້ລະບຽບໃສ່ກັບບັນຫາ ແລະ ຂະຫຍາຍບັນຫາໃຫ້ໃຫຍ່ເກີນຄວາມເປັນຈິງ, ໃນຂະນະທີ່ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຕົວຈິງຂອງຜູ້ຄົນທີ່ກ່ຽວຂ້ອງໄດ້, ບໍ່ວ່າພວກເຂົາຈະເປັນຄົນດີ ຫຼື ຄົນຊົ່ວ, ບໍ່ວ່າພຶດຕິກຳຂອງພວກເຂົາຈະເປັນພຽງນິໄສ ຫຼື ເປັນພຽງການລ່ວງລະເມີດເປັນບາງຄັ້ງບາງຄາວ. ພວກເຂົາບໍ່ສາມາດແຍກແຍະດ້ານເຫຼົ່ານີ້ໄດ້, ສະນັ້ນພວກເຂົາຈຶ່ງມັກຈະເຮັດຜິດພາດໄດ້ງ່າຍ. ໃນກໍລະນີດັ່ງກ່າວ, ຖ້າຄຣິສຕະຈັກສາມາດລົງຄະແນນສຽງໄດ້, ມັນກໍຈະສາມາດຫຼີກລ່ຽງຂໍ້ຜິດພາດບາງຢ່າງໄດ້ຢ່າງມີປະສິດທິພາບ. ການມີຢູ່ຂອງການບ່ຽງເບນ ແລະ ຂໍ້ຜິດພາດເຫຼົ່ານີ້ໃນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກສາມາດເປີດເຜີຍໄດ້ຢ່າງຊັດເຈນທີ່ສຸດວ່າ ພວກເຂົາມີການແຍກແຍະ ແລະ ຈັດການເລື່ອງຕ່າງໆ ຕາມຫຼັກການ ຫຼື ບໍ່. ມັນຍັງເປີດເຜີຍວ່າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກທີ່ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ບໍ່ສາມາດຈັດການບັນຫາທີ່ແທ້ຈິງເຫຼົ່ານີ້ໄດ້, ມັນກໍພຽງພໍແລ້ວທີ່ຈະພິສູດວ່າ ຜູ້ນໍາ ຫຼື ຜູ້ເຮັດວຽກຄົນນີ້ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຈິງ.

ຫຼັງຈາກທີ່ເຂົ້າໃຈຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດ, ຫຼັກການທີ່ພວກເຂົາຄວນປະຕິບັດຕາມ ແລະ ຂອບເຂດວຽກງານຂອງພວກເຂົາແລ້ວ, ພວກເຮົາຄວນກັບຄືນສູ່ຫົວຂໍ້ຫຼັກຂອງການໂອ້ລົມໃນຂັ້ນຕອນນີ້: ການເປີດໂປງຜູ້ນໍາປອມ. ນີ້ຄືຫົວຂໍ້ຫຼັກ. ກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຫົວຂໍ້ທີ່ພວກເຮົາຈະໂອ້ລົມກັນໃນມື້ນີ້ ແມ່ນຂົງເຂດທີ່ຜູ້ນໍາປອມລະເລີຍໃນຄວາມຮັບຜິດຊອບຂອງພວກເຂົາ ແລະ ການສຳແດງອອກຂອງພວກເຂົາໃນການບໍ່ເຮັດວຽກງານຕົວຈິງ. ກ່ອນອື່ນ, ໃຫ້ພວກເຮົາອ່ານເນື້ອໃນຂອງຄວາມຮັບຜິດຊອບຂໍ້ທີສິບສອງ. (ຂໍ້ທີສິບສອງ: ຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.) ຄວາມຮັບຜິດຊອບຂໍ້ທີສິບສອງໄດ້ກ່າວເຖິງວຽກງານສາມດ້ານຢ່າງຊັດເຈນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈ. ສິ່ງນີ້ກ່ຽວຂ້ອງກັບການເປີດໂປງຜູ້ນໍາປອມແນວໃດ? (ກ່ອນອື່ນ, ພວກເຮົາຕ້ອງເຂົ້າໃຈຄວາມຮັບຜິດຊອບຫຼາຍຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນວຽກງານນີ້. ຈາກນັ້ນ, ພວກເຮົາກໍປຽບທຽບເພື່ອເບິ່ງວ່າຜູ້ນໍາປອມໄດ້ເຮັດສໍາເລັດຄວາມຮັບຜິດຊອບເຫຼົ່ານີ້ ຫຼື ບໍ່ ແລະ ການສຳແດງອອກຂອງຜູ້ນໍາປອມເປັນແນວໃດ; ການປະເມີນພວກເຂົາຕາມມາດຕະຖານນີ້ແມ່ນຂ້ອນຂ້າງຖືກຕ້ອງ.) ຖືກຕ້ອງ. ການແຍກແຍະວ່າບຸກຄົນໃດໜຶ່ງເປັນຜູ້ນໍາປອມ ຫຼື ບໍ່ ແມ່ນເຮັດໄດ້ໂດຍການໃຊ້ສາຍຕາຂອງພວກເຈົ້າເບິ່ງໃບໜ້າຂອງພວກເຂົາ ແລະ ເບິ່ງວ່າລັກສະນະໜ້າຕາຂອງພວກເຂົາດີ ຫຼື ຊົ່ວ ແລະ ມັນບໍ່ໄດ້ເຮັດ ໂດຍເບິ່ງວ່າ ພວກເຂົາມີລັກສະນະທົນທຸກລຳບາກພາຍນອກຫຼາຍສໍ່າໃດ ຫຼື ພວກເຂົາໄດ້ແລ່ນວຸ້ນວາຍຫຼາຍສໍ່າໃດ. ໃນທາງກົງກັນຂ້າມ, ພວກເຈົ້າຕ້ອງເບິ່ງວ່າພວກເຂົາເຮັດສໍາເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່ ແລະ ພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງໄດ້ ຫຼື ບໍ່. ນີ້ຄືມາດຕະຖານທີ່ຖືກຕ້ອງພຽງໜຶ່ງດຽວທີ່ຈະໃຊ້ປະເມີນພວກເຂົາ. ນີ້ຄືຫຼັກການຂອງການໄຈ້ແຍກ, ການແຍກແຍະ ແລະ ການກຳນົດວ່າບຸກຄົນໃດໜຶ່ງເປັນຜູ້ນໍາປອມ ຫຼື ບໍ່. ມີພຽງວິທີນີ້ເທົ່ານັ້ນ ການປະເມີນຈຶ່ງຈະສາມາດຍຸຕິທຳ, ສອດຄ່ອງກັບຫຼັກການ, ສອດຄ່ອງກັບຄວາມຈິງ ແລະ ເປັນທຳຕໍ່ທຸກຄົນ. ການກຳນົດລັກສະນະຂອງຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມຕ້ອງອີງໃສ່ຂໍ້ເທັດຈິງທີ່ພຽງພໍ. ມັນຕ້ອງບໍ່ອີງໃສ່ເຫດການ ຫຼື ການລ່ວງລະເມີດພຽງໜຶ່ງ ຫຼື ສອງຄັ້ງ, ຍິ່ງໄປກວ່ານັ້ນແຮງບໍ່ສາມາດໃຊ້ການເປີດເຜີຍຊົ່ວຄາວເຖິງຄວາມເສື່ອມຊາມ ເພື່ອເປັນພື້ນຖານໄດ້. ມາດຕະຖານທີ່ຖືກຕ້ອງພຽງໜຶ່ງດຽວທີ່ຈະໃຊ້ກຳນົດລັກສະນະຂອງຄົນໃດຄົນໜຶ່ງແມ່ນ ພວກເຂົາສາມາດເຮັດວຽກງານຕົວຈິງ ແລະ ໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່, ພ້ອມທັງພວກເຂົາເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ພວກເຂົາເປັນຄົນທີ່ຮັກຄວາມຈິງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ ຫຼື ບໍ່ ແລະ ພວກເຂົາມີວຽກງານ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ຫຼື ບໍ່. ບາງຄົນສາມາດຖືກກຳນົດລັກສະນະຢ່າງຖືກຕ້ອງວ່າເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມໄດ້ ອີງໃສ່ປັດໄຈເຫຼົ່ານີ້ເທົ່ານັ້ນ. ປັດໄຈເຫຼົ່ານີ້ຄືມາດຕະຖານ ແລະ ຫຼັກການສຳລັບການປະເມີນ ແລະ ການກຳນົດວ່າຄົນໃດຄົນໜຶ່ງເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມ.

ວຽກງານສາມຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດພາຍໃນຄວາມຮັບຜິດຊອບຂໍ້ທີສິບສອງ

I. ຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ລົບກວນ ແລະ ຂັດຂວາງໂດຍທັນທີ ແລະ ຢ່າງຖືກຕ້ອງ

ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກລວມມີວຽກງານສາມຢ່າງ ຫຼື ສາມຂັ້ນຕອນ. ໂດຍການປະຕິບັດຕາມສາມຂັ້ນຕອນເຫຼົ່ານີ້ ເພື່ອເຮັດວຽກງານນີ້ໃຫ້ສໍາເລັດ, ຫຼັກການຂອງວຽກງານນີ້ກໍຈະຖືກຮັກສາໄວ້ ແລະ ຄວາມຮັບຜິດຊອບຂອງວຽກງານນີ້ກໍຈະຖືກເຮັດໃຫ້ສໍາເລັດ. ວຽກງານສາມຢ່າງນີ້ມີຫຍັງແດ່? (ກ່ອນອື່ນ, ຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ. ສອງ, ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ. ສາມ, ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.) ວຽກງານສາມຢ່າງເຫຼົ່ານີ້ແມ່ນຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກໃນຄວາມຮັບຜິດຊອບຂໍ້ທີສິບສອງ. ສຳລັບຜູ້ເລີ່ມຕົ້ນໃໝ່, ຂໍ້ກຳນົດທຳອິດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຊີວິດຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ. ມັນຄືການຈຳແນກໂດຍທັນທີ ແລະ ຢ່າງຖືກຕ້ອງ, ບໍ່ແມ່ນການຕອບສະໜອງຢ່າງຊັກຊ້າ ແລະ ເສີຍເມີຍ, ທັງບໍ່ແມ່ນການກຳນົດລັກສະນະຢ່າງຫຼັບຫູຫຼັບຕາ ແລະ ຢ່າງປະໝາດ, ການກຳນົດລັກສະນະທີ່ບໍ່ຮອບຄອບແມ່ນຮັບບໍ່ໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນ, ເນື່ອງຈາກຄວາມສາມາດຕໍ່າ ແລະ ຄວາມສັບສົນມຶນງົງຂອງພວກເຂົາ, ຈຶ່ງລິຮານ ແລະ ສັ່ງສອນຄົນຢ່າງເລິນເລີ້ໃນເລື່ອງເລັກນ້ອຍ, ໂດຍກຳນົດລັກສະນະຕາມອຳເພີໃຈ ແລະ ກໍານົດສິ່ງຕ່າງໆ ຢ່າງຫຼັບຫູຫຼັບຕາ ໂດຍບໍ່ຍຶດໝັ້ນກັບຫຼັກການ. ການເຮັດວຽກໃນລັກສະນະນີ້ແມ່ນລະເມີດຫຼັກການຄວາມຈິງ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກໃນເຮືອນຂອງພຣະເຈົ້າຢ່າງໜ້ອຍທີ່ສຸດຕ້ອງສາມາດແຍກແຍະຄົນ, ເຫດການ ແລະ ສິ່ງຕ່າງໆ ໄດ້. ມີພຽງການແຍກແຍະເທົ່ານັ້ນທີ່ພວກເຂົາຈະສາມາດຈຳແນກບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ. ເພື່ອບັນລຸຄວາມສາມາດໃນການແຍກແຍະຄົນ, ເຫດການ ແລະ ສິ່ງຕ່າງໆ, ຂໍ້ກຳນົດທຳອິດແມ່ນຫຍັງ? ກ່ອນອື່ນ, ມັນຈຳເປັນຕ້ອງເຂົ້າໃຈຂໍ້ກຳນົດຂອງພຣະເຈົ້າສຳລັບຄົນປະເພດຕ່າງໆ, ພ້ອມທັງວິທີການທີ່ພຣະເຈົ້າກຳນົດຄົນຕ່າງໆ ແລະ ສະພາວະທີ່ແຕກຕ່າງກັນທີ່ພວກເຂົາພັດທະນາຂຶ້ນ. ນອກຈາກນີ້, ມັນເປັນສິ່ງສຳຄັນທີ່ຈະຕ້ອງໄຈ້ແຍກວ່າ ສະພາວະທີ່ເປັນລົບຕ່າງໆ ເກີດຂຶ້ນໄດ້ແນວໃດ ແລະ ຮາກເຫງົ້າຂອງພວກມັນແມ່ນຫຍັງ. ຍິ່ງໄປກວ່ານັ້ນ, ຄົນເຮົາຕ້ອງເຂົ້າໃຈຜົນກະທົບຂອງຄົນ, ເຫດການ ແລະ ສິ່ງຕ່າງໆ ຕໍ່ວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ພື້ນຖານໃນການບັນລຸເງື່ອນໄຂເຫຼົ່ານີ້ແມ່ນຫຍັງ? ກ່ອນອື່ນໝົດ ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານໃດ? ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຢູ່ສູງສົ່ງຈາກຄົນປົກກະຕິຢູ່ສະເໝີ, ປະພຶດຕົນເປັນລັດຖະກອນ ແລະ ບໍ່ພົວພັນກັບອ້າຍເອື້ອຍນ້ອງ, ບໍ່ເຂົ້າໃຈຢ່າງເລິກເຊິ່ງເຖິງສະພາວະຕ່າງໆ ຂອງອ້າຍເອື້ອຍນ້ອງ, ບໍ່ມີການຕິດຕໍ່ຢ່າງໃກ້ຊິດກັບຄົນປະເພດຕ່າງໆ ແລະ ຂາດການສັງເກດຢ່າງລະອຽດ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພວກເຂົາ, ສິ່ງນີ້ເປັນທີ່ຍອມຮັບໄດ້ບໍ? ສິ່ງນີ້ແມ່ນຮັບບໍ່ໄດ້ຢ່າງແນ່ນອນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມັກຈະເຊື່ອງຕົວຢູ່ໃນຫ້ອງຂອງພວກເຂົາ, ໂດຍໃຊ້ການອຸທິດຕົນຝ່າຍວິນຍານ ແລະ ການຂຽນບົດຄວາມຄຳພະຍານຈາກປະສົບການເປັນຂໍ້ອ້າງທີ່ຈະບໍ່ສົນໃຈ ແລະ ບໍ່ກຳແໜ້ນວຽກງານຂອງຄຣິສຕະຈັກ. ເບິ່ງພາຍນອກແລ້ວ, ມັນເບິ່ງຄືວ່າພວກເຂົາກຳລັງເຮັດວຽກກ່ຽວກັບເລື່ອງຂອງຄຣິສຕະຈັກ ໃນຂະນະທີ່ເຊື່ອງຕົວຢູ່ໃນຫ້ອງຂອງພວກເຂົາ, ແຕ່ຄວາມຈິງແລ້ວ ພວກເຂົາໄດ້ແຍກຕົວອອກຈາກວຽກງານຂອງຄຣິສຕະຈັກ ແລະ ຈາກຜູ້ຄົນທີ່ພຣະເຈົ້າເລືອກແລ້ວ. ວິທີການເຮັດວຽກແບບນີ້ສາມາດແກ້ໄຂບັນຫາທີ່ມີຢູ່ໃນລາຍການຕ່າງໆ ຂອງວຽກງານຄຣິສຕະຈັກໄດ້ບໍ? ມັນສາມາດຊ່ວຍຜູ້ຄົນທີ່ພຣະເຈົ້າເລືອກໃຫ້ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີບໍ? ເມື່ອພວກເຂົາເຊື່ອງຕົວຢູ່ໃນຫ້ອງຂອງພວກເຂົາ ເພື່ອຂຽນບົດຄວາມຄຳພະຍານ, ພວກເຂົາກຳລັງມີປະສົບການກັບວຽກງານຂອງພຣະເຈົ້າບໍ? ສະນັ້ນ, ວິທີການນີ້ຈຶ່ງບໍ່ເໝາະສົມ. ອີງຕາມຄວາມຮັບຜິດຊອບຂໍ້ທີສິບສອງ, ວຽກງານທຳອິດຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໂດຍທັນທີ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ. ບາງຄົນຖາມວ່າ “ການໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກມີສ່ວນຮ່ວມຢ່າງເລິກເຊິ່ງໃນຊີວິດຄຣິສຕະຈັກ ແມ່ນເພື່ອໃຫ້ພວກເຂົາສາມາດຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍທັນທີ ແລະ ຢ່າງຖືກຕ້ອງເທົ່ານັ້ນບໍ?” ຄວາມເຂົ້າໃຈນີ້ຖືກຕ້ອງບໍ? (ບໍ່.) ນີ້ຄືຄວາມເຂົ້າໃຈທີ່ບິດເບືອນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີທັດສະນະຄະຕິ ແລະ ວິທີການທີ່ຖືກຕ້ອງຕໍ່ວຽກງານຂອງພວກເຂົາ ແລະ ຕ້ອງລົງເລິກເຖິງຂັ້ນຮາກຖານນຳອີກ. ມີພຽງວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຈຳແນກ ແລະ ແກ້ໄຂບັນຫາໂດຍທັນທີ ແລະ ຢ່າງຖືກຕ້ອງ. ຖ້າພວກເຂົາບໍ່ເຂົ້າເອົາຕົນເອງເຂົ້າໄປຈົດຈໍ່ຢູ່ໃນຂັ້ນຮາກຖານ ແລະ ດຳລົງຊີວິດຢູ່ກັບຜູ້ຄົນທີ່ພຣະເຈົ້າເລືອກ, ມັນກໍຈະເປັນການຍາກຫຼາຍທີ່ຈະຈຳແນກບັນຫາທັງໝົດໃນວຽກງານຂອງຄຣິສຕະຈັກ. ຖ້າພວກເຂົາສາມາດແກ້ໄຂບັນຫາໄດ້ພຽງສອງສາມຂໍ້ ຫຼັງຈາກທີ່ຜູ້ຄົນໄດ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂແລ້ວ, ຜົນຂອງວຽກງານນີ້ກໍຈະມີຢ່າງຈຳກັດຫຼາຍ. ວິທີການເຮັດວຽກທີ່ຜິດພາດທີ່ສຸດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການປິດກັ້ນຕົນເອງ ແລະ ເຮັດວຽກແບບປິດປະຕູຕາຍ, ຄືກັບນັກວິຊາການສະໄໝບູຮານທີ່ອຸທິດຕົນທັງໝົດໃຫ້ກັບການສຶກສາໜັງສືຂອງນັກປາດ ແລະ ບໍ່ສົນໃຈເລື່ອງພາຍນອກ. ທັດສະນະຄະຕິ ແລະ ຮູບແບບການດຳລົງຊີວິດນີ້ແມ່ນຮັບບໍ່ໄດ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ເຈົ້າຢູ່ຄົນດຽວໃນຫ້ອງຂອງເຈົ້າ, ຟັງຄຳເທດສະໜາ, ອ່ານພຣະທຳຂອງພຣະເຈົ້າ, ຂຽນບັນທຶກການອຸທິດຕົນຝ່າຍວິນຍານ ແລະ ຂຽນຄຳເທດສະໜາ, ແຕ່ການໄດ້ມາເຊິ່ງຫຼັກຄຳສອນ ແລະ ຄຳເວົ້າບາງຢ່າງໝາຍຄວາມວ່າເຈົ້າເຂົ້າໃຈຄວາມຈິງແລ້ວບໍ? ມັນໝາຍຄວາມວ່າເຈົ້າເຂົ້າໃຈສະຖານະການຕົວຈິງ ແລະ ສະພາວະທີ່ແທ້ຈິງຂອງຜູ້ຄົນທີ່ຖືກເປີດໂປງໂດຍຄວາມຈິງແລ້ວບໍ? (ບໍ່.) ສະນັ້ນ, ເຖິງແມ່ນວ່າຊີວິດແຫ່ງການອຸທິດຕົນຝ່າຍວິນຍານຈະເປັນສິ່ງຈຳເປັນໃນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນການມີວິທີການເຮັດວຽກ ແລະ ຮູບແບບການດຳລົງຊີວິດທີ່ຖືກຕ້ອງ.

II. ການຢຸດຢັ້ງ ແລະ ການຈຳກັດຄົນຊົ່ວຊ້າຢ່າງທັນເວລາ

ຂໍ້ກຳນົດທີສອງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງແມ່ນ ເມື່ອພວກເຂົາຈຳແນກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາຕ້ອງສາມາດຕັດສິນໂດຍທັນທີ ແລະ ຢ່າງຖືກຕ້ອງ. ພວກເຂົາຕ້ອງແຍກແຍະແກ່ນແທ້ຂອງຄົນ ແລະ ເຫດການຕ່າງໆ ຢ່າງແຈ່ມແຈ້ງ ແລະ ເຂົ້າໃຈວ່າພວກມັນສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກແນວໃດ, ບໍ່ວ່າພວກມັນຈະເປັນໄພຂົ່ມຂູ່, ລົບກວນ ຫຼື ທຳລາຍສະພາວະ, ທາງເຂົ້າຂອງຊີວິດ ແລະ ການປະຕິບັດໜ້າທີ່ຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ບໍ່ວ່າພວກມັນຈະສົ່ງຜົນກະທົບຕໍ່ຜົນຂອງການປະຕິບັດໜ້າທີ່ຂອງຕົນຂອງຜູ້ຄົນ ຫຼື ບໍ່ ນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຕັດສິນ ແລະ ປະເມີນເລື່ອງເຫຼົ່ານີ້ໂດຍທັນທີ ແລະ ຢ່າງຖືກຕ້ອງ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າພວກເຂົາຂາດສະໝອງສຳລັບເລື່ອງນີ້ ແລະ ພວກເຂົາບໍ່ມີຄວາມສາມາດທີ່ເໝາະສົມ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຄຳຕອບ ແລະ ການແຍກແຍະທີ່ແຫຼມຄົມຕໍ່ຄົນ, ເຫດການ ແລະ ສິ່ງຕ່າງໆ. ຕົວຢ່າງ: ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນໃນຄຣິສຕະຈັກ ແລະ ມີການຂັດຂວາງ ແລະ ການລົບກວນຕ່າງໆ ເກີດຂຶ້ນ, ເຈົ້າບໍ່ສາມາດຈຳແນກບັນຫາໄດ້ ແລະ ຄິດວ່າມັນບໍ່ສຳຄັນ, ເຊິ່ງສົ່ງຜົນໃຫ້ຫຼາຍຄົນໄດ້ຮັບຜົນກະທົບ ແລະ ບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ. ຜູ້ນໍາ ຫຼື ຜູ້ເຮັດວຽກດັ່ງກ່າວບໍ່ແມ່ນຄົນມຶນຊາ ແລະ ຕາບອດບໍ? (ແມ່ນແລ້ວ.) ນີ້ຄືບັນຫາຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເຈົ້າຄວນເຮັດແນວໃດ ເມື່ອເຈົ້າຄົ້ນພົບວ່າບາງຄົນກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ? ກ່ອນອື່ນ, ເຈົ້າຕ້ອງກວດສອບຄວາມຮ້າຍແຮງຂອງປະເດັນ ແລະ ປະເມີນ ແລະ ຕັດສິນແກ່ນແທ້ຂອງຄົນດັ່ງກ່າວ ແລະ ຜົນກະທົບ ແລະ ຜົນສະທ້ອນຂອງສິ່ງດັ່ງກ່າວຕໍ່ວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ. ພື້ນຖານສຳລັບການຕັດສິນດັ່ງກ່າວຄວນເປັນຫຍັງ? ມັນຄວນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ບາງຄົນເວົ້າວ່າ “ເຈົ້າອີງໃສ່ພຣະທຳຂອງພຣະເຈົ້າແນວໃດ? ຂ້ອຍເຫັນວ່ານີ້ເປັນການໂອ້ລົມທີ່ວ່າງເປົ່າ”. ທີ່ຈິງແລ້ວ, ມັນບໍ່ແມ່ນການໂອ້ລົມທີ່ວ່າງເປົ່າ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ເມື່ອເຈົ້າພົບບັນຫາດັ່ງກ່າວ ຫຼື ເຫັນ ຫຼື ໄດ້ຍິນກ່ຽວກັບພວກມັນ, ເຈົ້າພຽງແຕ່ຕ້ອງປຽບທຽບພວກມັນກັບບັນຫາທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ. ຈົ່ງເບິ່ງວ່າພຣະທຳຂອງພຣະເຈົ້າເປີດໂປງ ແລະ ໄຈ້ແຍກຄົນ ແລະ ເລື່ອງລາວດັ່ງກ່າວແນວໃດ ແລະ ພຣະອົງກຳນົດລັກສະນະປະເດັນເຫຼົ່ານີ້ແນວໃດ, ເຊັ່ນ: ວິທີການທີ່ພຣະອົງເປີດໂປງຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ ຫຼື ວິທີການທີ່ພຣະອົງເປີດໂປງອຸປະນິໄສທີ່ເສື່ອມຊາມຕ່າງໆ ຂອງຜູ້ຄົນ ແລະ ອື່ນໆ ອີກ. ຈາກນັ້ນ, ເຈົ້າກໍປຽບທຽບ ແລະ ໄຈ້ແຍກເລື່ອງລາວເຫຼົ່ານີ້ຕາມຄຳເວົ້າເຫຼົ່ານັ້ນ ແລະ ຜ່ານການໂອ້ລົມກັບອ້າຍເອື້ອຍນ້ອງ ແລະ ການສັງເກດຂອງເຈົ້າເອງ, ໃນທີ່ສຸດ ເຈົ້າກໍສາມາດປະເມີນ ແລະ ກຳນົດລັກສະນະຂອງຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເຈົ້າເຫັນໄດ້ຢ່າງຖືກຕ້ອງ ແລະ ວາງແຜນວິທີແກ້ໄຂທີ່ສອດຄ່ອງກັນ. ຜູ້ທີ່ຖືກກຳນົດວ່າຢູ່ໃນກຸ່ມຄົນຕ່າງໆ ທີ່ຂັດຂວາງ ແລະ ລົບກວນຄວນຖືກຈັດການແນວໃດ? ບໍ່ພຽງແຕ່ພວກເຂົາຄວນຖືກເປີດໂປງ ແລະ ໄຈ້ແຍກເພື່ອຊ່ວຍໃຫ້ຜູ້ຄົນແຍກແຍະພວກເຂົາ, ແຕ່ພວກເຂົາຕ້ອງຖືກຢຸດຢັ້ງ ແລະ ຈຳກັດນຳອີກ ແລະ ຜູ້ທີ່ຍັງຄົງແກ້ໄຂບໍ່ໄດ້ເຖິງວ່າຈະມີການຕັກເຕືອນຊໍ້າແລ້ວຊໍ້າອີກກໍຄວນຖືກກຳຈັດອອກ. ວິທີການ ແລະ ແນວທາງທີ່ສະເພາະເຈາະຈົງໃນການຢຸດຢັ້ງ ແລະ ຈຳກັດພວກເຂົາມີຫຍັງແດ່? (ລິຮານ ແລະ ເຕືອນພວກເຂົາ.) ການລິຮານເປັນວິທີທີ່ດີບໍ? (ແມ່ນແລ້ວ.) ການເປີດໂປງການກະທຳຂອງພວກເຂົາ, ການຊີ້ໃຫ້ເຫັນບັນຫາທີ່ຮ້າຍແຮງທີ່ສຸດຂອງພວກເຂົາ, ການໄຈ້ແຍກແກ່ນແທ້ຂອງພວກເຂົາ ແລະ ການໃຫ້ຄຳເຕືອນ, ສິ່ງເຫຼົ່ານີ້ບໍ່ແມ່ນວິທີການທີ່ເປັນໄປໄດ້ທັງໝົດບໍ? ແນ່ນອນ, ສິ່ງທີ່ສຳຄັນທີ່ສຸດແມ່ນການອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງ ແລະ ໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານ ເພື່ອຊັກຊວນ ແລະ ໄຈ້ແຍກພວກເຂົາ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ປະຕິເສດຢ່າງໜັກແໜ້ນທີ່ຈະຍອມຮັບຄວາມຜິດພາດຂອງພວກເຂົາ, ແລ້ວກໍຈຳເປັນຕ້ອງມີມາດຕະການທີ່ຮຸນແຮງຍິ່ງຂຶ້ນ. ກ່ອນອື່ນ, ໃຫ້ຄຳເຕືອນແກ່ພວກເຂົາ, ຈາກນັ້ນກໍໃຊ້ພຣະດໍາລັດຂອງເຮືອນຂອງພຣະເຈົ້າເພື່ອຈຳກັດພວກເຂົາ, ບໍ່ອະນຸຍາດໃຫ້ພວກເຂົາກະທຳການທີ່ບໍ່ດີຢ່າງຊະຊາຍ ແລະ ລົບກວນອ້າຍເອື້ອຍນ້ອງ. ພວກເຂົາຄວນຖືກລິຮານ ແລະ ຈາກນັ້ນກໍຖືກຕິດຕາມກວດການຳອີກ. ວິທີການເຫຼົ່ານີ້ຄືສິ່ງທີ່ຈຳເປັນ, ທັງໝົດກໍເພື່ອຮັບປະກັນວ່າ ວຽກງານຂອງຄຣິສຕະຈັກຈະຖືກເຮັດເປັນຢ່າງດີ ແລະ ເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນ, ຊີ້ນໍາພວກເຂົາໄປສູ່ເສັ້ນທາງທີ່ຖືກຕ້ອງ. ການໃຊ້ວິທີການເຫຼົ່ານີ້ຈະບັນລຸຜົນດີຢ່າງແນ່ນອນ. ຢ່າງໜ້ອຍທີ່ສຸດ, ສິ່ງທີ່ຄົນເຮົາສາມາດເຮັດໄດ້ກໍຄືໃຊ້ຄວາມຈິງທີ່ຜູ້ຄົນເຂົ້າໃຈ ເພື່ອຊັກຊວນ ແລະ ເປີດໂປງພວກເຂົາ, ໄຈ້ແຍກອຸປະນິໄສ ແລະ ແກ່ນແທ້ຂອງພວກເຂົາ, ເປີດໂປງແກ່ນແທ້ຂອງການກະທຳຂອງພວກເຂົາ ແລະ ຜົນສະທ້ອນທີ່ຮ້າຍແຮງທີ່ເກີດຈາກການກະທຳເຫຼົ່ານັ້ນ. ນີ້ຄືຂັ້ນຕໍ່າທີ່ຜູ້ຄົນສາມາດເຮັດໄດ້. ຂັ້ນຕອນທີ່ສູງຂຶ້ນໄປແມ່ນການໄຈ້ແຍກ ແລະ ແຍກແຍະພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ກຳນົດລັກສະນະຂອງພວກເຂົາຕາມນັ້ນ. ຖ້າພວກເຂົາເຊື່ອຟັງຄຳແນະນຳ, ຍອມຮັບມັນ ແລະ ກັບໃຈ, ແນ່ນອນວ່ານັ້ນຈະເປັນສິ່ງທີ່ດີທີ່ສຸດ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ຍອມຮັບ ແລະ ຍັງຄົງລົບກວນວຽກງານຂອງຄຣິສຕະຈັກຕໍ່ໄປ, ແລ້ວຄວນເຮັດແນວໃດ? ໃນກໍລະນີນັ້ນ, ກໍບໍ່ຈຳເປັນຕ້ອງສຸພາບ. ເຮືອນຂອງພຣະເຈົ້າມີພຣະດໍາລັດ ແລະ ໃນຈຸດນີ້ ບຸກຄົນນັ້ນຄວນຖືກຢຸດຢັ້ງ ແລະ ຈຳກັດຕາມພຣະດໍາລັດຂອງເຮືອນຂອງພຣະເຈົ້າ. ຖ້າບຸກຄົນນັ້ນເປັນຜູ້ເຊື່ອໃໝ່ທີ່ມີການເຕີບໂຕໜ້ອຍ ເຊິ່ງເປັນຜູ້ທີ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍສາມາດໄດ້ຮັບການຊ່ວຍເຫຼືອດ້ວຍຄວາມຮັກ; ເຈົ້າສາມາດໂອ້ລົມຄວາມຈິງເພື່ອຊ່ວຍໃຫ້ພວກເຂົາຮູ້ຈັກຕົນເອງ. ສຳລັບຜູ້ທີ່ສາມາດຍອມຮັບຄວາມຈິງ ແລະ ກັບໃຈໄດ້, ກໍບໍ່ຈຳເປັນຕ້ອງຢຸດຢັ້ງ, ຈຳກັດ ຫຼື ລິຮານພວກເຂົາ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ, ມັນກໍບໍ່ແມ່ນເລື່ອງຂອງການມີພື້ນຖານທີ່ຕື້ນ ຫຼື ການເຕີບໂຕໜ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ; ມັນເປັນບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ. ສຳລັບຄົນດັ່ງກ່າວ, ຄວນໃຊ້ການຈັດການ ແລະ ການລົງໂທດທາງດ້ານການບໍລິຫານເພື່ອຢຸດຢັ້ງ ແລະ ຈຳກັດພວກເຂົາ. ຜົນສຸດທ້າຍທີ່ບັນລຸໄດ້ແມ່ນການປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ, ເຮັດໃຫ້ຊີວິດຄຣິສຕະຈັກດຳເນີນໄປຢ່າງເປັນລະບຽບ. ສິ່ງນີ້ເອີ້ນວ່າການພິກສະຖານະການ ແລະ ນີ້ຄືຜົນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸໃນວຽກງານຂອງພວກເຂົາ. ມີພຽງການບັນລຸຜົນນີ້ເທົ່ານັ້ນ ພວກເຂົາຈຶ່ງຈະເຮັດສໍາເລັດຄວາມຮັບຜິດຊອບຂອງພວກເຂົາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສົນໃຈບັນຫາໃດໜຶ່ງທີ່ເກີດຂຶ້ນ, ພຽງແຕ່ຕອບສະໜອງແບບເຮັດພໍແລ້ວມືແລ້ວຕີນດ້ວຍຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ ຫຼື ຕຳໜິ ແລະ ລິຮານຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງງ່າຍດາຍ ດ້ວຍຄຳເວົ້າພຽງສອງສາມຄຳ, ສິ່ງນີ້ຈະສາມາດແກ້ໄຂບັນຫາໄດ້ບໍ? ບໍ່ພຽງແຕ່ສິ່ງນີ້ຈະບໍ່ສາມາດແກ້ໄຂບັນຫາໄດ້, ແຕ່ມັນຍັງນຳໄປສູ່ຄວາມວຸ່ນວາຍທີ່ໃຫຍ່ຂຶ້ນໃນຄຣິສຕະຈັກ ນັ້ນກໍຄື ຄົນສ່ວນໃຫຍ່ໝົດກຳລັງໃຈໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຖືກລົບກວນໃນລະດັບຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວໄດ້ເຮັດສໍາເລັດຄວາມຮັບຜິດຊອບຂອງພວກເຂົາແລ້ວບໍ? (ບໍ່.) ສິ່ງນີ້ສະແດງໃຫ້ເຫັນວ່າ ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ມີຄວາມສາມາດໃນວຽກງານຂອງພວກເຂົາ.

III. ການເປີດໂປງການກະທຳທີ່ຊົ່ວຊ້າຂອງຄົນຊົ່ວຊ້າ ເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະ ແລະ ຮຽນຮູ້ບົດຮຽນ

ຂໍ້ກຳນົດທີສາມໃນຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ ກໍຄື ເມື່ອຈັດການກັບການຂັດຂວາງ ແລະ ການລົບກວນທີ່ເກີດຈາກຄົນຊົ່ວຊ້າ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຮ່ວມກັບຜູ້ຄົນທີ່ພຣະເຈົ້າເລືອກ ເພື່ອໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ມີການຫັນປ່ຽນຢ່າງແທ້ຈິງ. ພວກເຂົາຄວນຈະສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ບັນລຸການຕິດຕາມພຣະເຈົ້າ, ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເປັນພະຍານໃຫ້ແກ່ພຣະເຈົ້າ. ມີພຽງວຽກງານປະເພດນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກໃນລັກສະນະນີ້ ແມ່ນສາມາດແກ້ໄຂບັນຫາ ແລະ ປະກອບຕົນເອງດ້ວຍຄວາມຈິງ ໃນຂະນະທີ່ເຮັດວຽກ. ນອກຈາກນີ້, ຜ່ານການໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາຊ່ວຍໃຫ້ອ້າຍເອື້ອຍນ້ອງເຂົ້າໃຈຄວາມຈິງ, ຮູ້ຈັກວິທີການກວດສອບ ແລະ ຮູ້ຈັກຕົນເອງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຮັດໜ້າທີ່ຂອງພວກເຂົາໄດ້ດີ, ຮູ້ວິທີແຍກແຍະ ແລະ ປະຕິບັດຕໍ່ຜູ້ຄົນ, ບັນລຸການຕິດຕາມພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ຖືກຄົນອື່ນຄວບຄຸມ ແລະ ສາມາດຍຶດໝັ້ນໃນການເປັນພະຍານຂອງພວກເຂົາ. ນີ້ຄືການບັນລຸໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ນີ້ຄືຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດ ເພື່ອແກ້ໄຂບັນຫາ ໃນຂະນະທີ່ດໍາເນີນວຽກງານຂອງຄຣິສຕະຈັກ. ບໍ່ວ່າຈະເກີດບັນຫາໃດຂຶ້ນໃນຄຣິສຕະຈັກ, ກ່ອນອື່ນໝົດ ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະແຫວງຫາຄວາມຈິງ, ເຂົ້າເຖິງເຈດຕະນາຂອງພຣະເຈົ້າ ແລະ ສະແຫວງຫາການນໍາພາຂອງພຣະເຈົ້າຮ່ວມກັນ. ຈາກນັ້ນ ພວກເຂົາຄວນຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ເພື່ອແກ້ໄຂບັນຫາຕ່າງໆ ທີ່ມີຢູ່. ໃນຂະບວນການແກ້ໄຂບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມເພີ່ມເຕີມ ກ່ຽວກັບພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າກັບອ້າຍເອື້ອຍນ້ອງ ແລະ ເຂົ້າໃຈແກ່ນແທ້ຂອງບັນຫາ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ນອກຈາກນັ້ນ, ພວກເຂົາຄວນໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ໄດ້ໂອ້ລົມຄວາມເຂົ້າໃຈຂອງພວກເຂົາເອງ ເພື່ອແຍກແຍະບັນຫາເຫຼົ່ານີ້. ເມື່ອຄົນສ່ວນໃຫຍ່ສາມາດມີຄວາມເຂົ້າໃຈແບບດຽວກັນ ແລະ ບັນລຸຄວາມເຫັນດີເຫັນພ້ອມ, ບັນຫາກໍຈະແກ້ໄຂໄດ້ງ່າຍຂຶ້ນ. ໃນການແກ້ໄຂບັນຫາ, ຢ່າເລົ່າເຫດການຊໍ້າໄປຊໍ້າມາ ຫຼື ຊອກຫາລາຍລະອຽດເລັກໆ ນ້ອຍໆ ຫຼື ຕໍານິບຸກຄົນທີ່ກ່ຽວຂ້ອງກັບບັນຫາຢູ່ສະເໝີ. ກ່ອນອື່ນ, ຢ່າຈົດຈໍ່ກັບບັນຫາເລັກນ້ອຍ; ໃນທາງກົງກັນຂ້າມ ໃຫ້ໂອ້ລົມຄວາມຈິງຢ່າງແຈ່ມແຈ້ງ, ເພາະສິ່ງນີ້ຈະເປີດເຜີຍທຳມະຊາດຂອງບັນຫາ. ມີພຽງວິທີການນີ້ເທົ່ານັ້ນທີ່ຊ່ວຍໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ຮຽນຮູ້ທີ່ຈະແຍກແຍະບັນຫາຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ, ຮັບການແຍກແຍະຈາກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເກີດຂຶ້ນ ແລະ ຮຽນຮູ້ບົດຮຽນຕົວຈິງຈາກສິ່ງເຫຼົ່ານັ້ນ. ມັນຍັງຊ່ວຍໃຫ້ພວກເຂົາສາມາດປຽບທຽບຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາເຂົ້າໃຈເປັນປົກກະຕິ ເຂົ້າໃນຊີວິດຈິງ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງໄດ້ຢ່າງແທ້ຈິງ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? ໂດຍຫຼັກແລ້ວ ການນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແມ່ນກ່ຽວຂ້ອງກັບການໃຊ້ຄວາມຈິງ ເພື່ອແກ້ໄຂແນວຄິດ ແລະ ຈິນຕະນາການຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ວິທີການນີ້ໃຫ້ຜົນຮັບດີທີ່ສຸດ. ຍິ່ງຜູ້ນໍາ ແລະ ຜູ້ເຮັດວຽກສາມາດໃຊ້ຄວາມຈິງ ເພື່ອແກ້ໄຂບັນຫາໄດ້ຫຼາຍເທົ່າໃດ, ຜູ້ຄົນທີ່ພຣະເຈົ້າເລືອກກໍຍິ່ງສາມາດເຂົ້າໃຈຄວາມຈິງໄດ້ງ່າຍຂຶ້ນເທົ່ານັ້ນ. ດ້ວຍວິທີນີ້, ພວກເຂົາຈະຮູ້ຈັກວິທີການປະຕິບັດ ແລະ ນໍາໃຊ້ພຣະທຳຂອງພຣະເຈົ້າໃນຊີວິດຈິງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກມັກນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ແກ້ໄຂບັນຫາຕົວຈິງຢູ່ເລື້ອຍໆ, ພວກເຂົາກໍຈະສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຍັງສາມາດປະສານພຣະທຳຂອງພຣະເຈົ້າ ເຂົ້າກັບຊີວິດປະຈຳວັນຂອງພວກເຂົາເອງໄດ້. ບາງຄົນເວົ້າວ່າ: “ຂໍ້ກຳນົດນີ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຂັ້ມງວດເກີນໄປບໍ? ພວກເຮົາຈະມີຄວາມເຂົ້າໃຈຫຼາຍຂະໜາດນັ້ນໄດ້ແນວໃດ?” ເຈົ້າອາດຈະບໍ່ເຄີຍມີມັນມາກ່ອນ, ແຕ່ເຈົ້າບໍ່ສາມາດຮຽນຮູ້ ແລະ ປະຕິບັດເພື່ອບັນລຸຜົນຮັບນີ້ບໍ? ນີ້ຄືວິທີວິທີການທີ່ພາລະກິດຂອງພຣະເຈົ້າຝຶກຝົນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າບໍ່ຮູ້ວິທີ, ເຈົ້າກໍສາມາດຮຽນຮູ້ ແລະ ປະຕິບັດໄດ້. ບໍ່ວ່າຈະເກີດບັນຫາໃດຂຶ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະໄຕ່ຕອງຕົນເອງ ແລະ ຮູ້ຈັກຕົນເອງ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ; ນີ້ຄືຂະບວນການຂອງການປະຕິບັດ. ຫຼັງຈາກປະຕິບັດສອງສາມຄັ້ງ ແລະ ບັນລຸຜົນຮັບ, ເຈົ້າກໍຈະມີເສັ້ນທາງ ແລະ ຮູ້ຈັກວິທີການປະຕິບັດຄວາມຈິງ. ເມື່ອພຣະເຈົ້າມາເຮັດພາລະກິດ, ນີ້ຄືວິທີທາງທີ່ພຣະອົງນໍາພາຜູ້ຄົນ ໃຫ້ຮຽນຮູ້ທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນໂອ້ລົມກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ, ຜະເຊີນໜ້າກັບບັນຫາຮ່ວມກັນ, ແກ້ໄຂບັນຫາຮ່ວມກັນ ແລະ ເຮັດວຽກງານຂອງຄຣິສຕະຈັກໃຫ້ດີ. ຜູ້ນໍາຄຣິສຕະຈັກຄວນນໍາພາຜູ້ຄົນທີ່ພຣະເຈົ້າເລືອກແນວໃດ? ວິທີການຫຼັກກໍຄືການນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ຈຳແນກ ແລະ ແກ້ໄຂບັນຫາໃນຊີວິດຈິງ, ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າໃນຊີວິດຈິງ, ເພື່ອວ່າຜູ້ຄົນທີ່ພຣະເຈົ້າເລືອກບໍ່ພຽງແຕ່ຈະສາມາດປະຕິບັດຄວາມຈິງໄດ້, ແຕ່ຍັງສາມາດແຍກແຍະສິ່ງທີ່ເປັນລົບ ແລະ ຄົນທີ່ເປັນລົບໄດ້ ເຊັ່ນ: ຜູ້ນໍາປອມ, ຜູ້ເຮັດວຽກປອມ, ຄົນຊົ່ວຊ້າ, ຜູ້ບໍ່ເຊື່ອ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ຈຸດປະສົງຂອງການແຍກແຍະຄົນຕ່າງໆ ກໍເພື່ອແກ້ໄຂບັນຫາ. ມີພຽງການແກ້ໄຂການລົບກວນທີ່ເກີດຈາກຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຢ່າງຖີ່ຖ້ວນເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດໍາເນີນໄປຢ່າງບໍ່ມີອຸປະສັກ ແລະ ຄວາມປະສົງຂອງພຣະເຈົ້າຈຶ່ງຈະສາມາດດຳເນີນໄປໄດ້ໃນຄຣິສຕະຈັກ. ໃນເວລາດຽວກັນ, ການຈັດການກັບຄົນຊົ່ວຊ້າກໍຍັງເປັນການຕັກເຕືອນ ເພື່ອຫຼີກລ່ຽງການເຮັດຜິດພາດ ຫຼື ການເຮັດຄວາມຊົ່ວ, ເຮັດໃຫ້ຕົນເອງສາມາດບັນລຸການຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້. ດ້ວຍວິທີນີ້, ເຈົ້າບໍ່ພຽງແຕ່ບັນລຸໜ້າທີ່ຂອງເຈົ້າ ແລະ ຮັບທາງເຂົ້າຂອງຊີວິດ, ແຕ່ເຈົ້າຍັງເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງອີກດ້ວຍ. ນີ້ບໍ່ແມ່ນການຍິງປືນລູກດຽວໄດ້ນົກສອງໂຕບໍ? ເມື່ອເຈົ້າເຂົ້າໃຈຄວາມຈິງ ແລະ ສາມາດແກ້ໄຂບັນຫາໄດ້, ສິ່ງນີ້ກໍພິສູດວ່າເຈົ້າມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ບັນລຸຂໍ້ກຳນົດສຳລັບການຖືກເພາະປູກໃນເຮືອນຂອງພຣະເຈົ້າ; ດັ່ງນັ້ນ, ເຈົ້າຄວນເປັນຜູ້ນໍາພາ ແລະ ຊີ້ນຳອ້າຍເອື້ອຍນ້ອງໃນການຮຽນຮູ້ທີ່ຈະແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໃນຊີວິດຈິງ; ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ; ຮູ້ຈັກວິທີການປະຕິບັດຕໍ່ຄົນທຸກປະເພດທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ; ຮູ້ຈັກວິທີການປະຕິບັດຄວາມຈິງ, ປະຕິບັດຕໍ່ຄົນຕ່າງໆ ຕາມຫຼັກການ ແລະ ໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ. ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ໂດຍການປະຕິບັດໃນລັກສະນະນີ້, ເຈົ້າຈຶ່ງຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ເຈົ້າຈະຮຽນຮູ້ບົດຮຽນ, ໄດ້ຮັບການແຍກແຍະ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນທຸກເລື່ອງທີ່ເຂົ້າມາໃນຊີວິດຈິງຂອງເຈົ້າ, ມີຫຼັກການປະຕິບັດໃນວິທີການທີ່ເຈົ້າຈັດການເລື່ອງຕ່າງໆ, ປະຕິບັດຕໍ່ຜູ້ຄົນ ແລະ ເຮັດໜ້າທີ່ຂອງເຈົ້າ. ດ້ວຍວິທີນີ້, ເຈົ້າຈຶ່ງຈະສາມາດປະຕິບັດຄວາມຈິງໄດ້. ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນກໍຄືການບັນລຸຜົນຮັບດັ່ງກ່າວ. ສະນັ້ນ, ບໍ່ວ່າຈະເກີດເລື່ອງໃດຂຶ້ນ, ເຈົ້າຕ້ອງຮຽນຮູ້ບົດຮຽນຂອງເຈົ້າ ແລະ ພັດທະນາການແຍກແຍະຢູ່ສະເໝີ; ເຈົ້າບໍ່ສາມາດປ່ອຍໃຫ້ມັນຫຼຸດລອຍໄປ, ທັງບໍ່ສາມາດພາດໂອກາດໃດໆ ທີ່ຈະຮຽນຮູ້ບົດຮຽນຂອງເຈົ້າ ແລະ ພັດທະນາການແຍກແຍະ. ເນື່ອງຈາກວ່າມີບາງສິ່ງເກີດຂຶ້ນ, ພວກເຮົາຕ້ອງບໍ່ຜະເຊີນໜ້າກັບມັນດ້ວຍທັດສະນະຄະຕິທີ່ເປັນລົບ ແລະ ຈົ່ມຕໍ່ວ່າ; ໃນທາງກົງກັນຂ້າມ ພວກເຮົາຄວນປະເຊີນໜ້າກັບມັນດ້ວຍທັດສະນະຄະຕິທີ່ເປັນບວກ. ຈະເຮັດແນວນັ້ນໄດ້ແນວໃດ? ໂດຍການສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາ. ຄົນທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເປັນມະນຸດຂອງພວກເຂົາກໍມີທັງດີ ແລະ ຊົ່ວ, ສະນັ້ນ ເມື່ອຜູ້ຄົນມາເຕົ້າໂຮມກັນ, ບັນຫາຈະບໍ່ເກີດຂຶ້ນໄດ້ແນວໃດ? ເນື່ອງຈາກພຣະເຈົ້າໄດ້ຈັດຕັ້ງສະພາບແວດລ້ອມແບບນີ້ໄວ້ໃຫ້ເຈົ້າ ເມື່ອພຣະອົງໄດ້ໃຫ້ເຈົ້າເຫັນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ດັ່ງກ່າວເກີດຂຶ້ນຢູ່ອ້ອມຂ້າງເຈົ້າ, ທັດສະນະຄະຕິຂອງເຈົ້າຄວນເປັນແນວໃດ? ຈົ່ງຂອບພຣະຄຸນພຣະເຈົ້າທີ່ວາງບັນຫາຕ່າງໆ ເຫຼົ່ານີ້ໄວ້ຕໍ່ໜ້າເຈົ້າ. ພຣະອົງກຳລັງໃຫ້ໂອກາດເຈົ້າໄດ້ຝຶກຝົນ ແລະ ຮຽນຮູ້ບົດຮຽນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍຄວນຂອບພຣະຄຸນພຣະເຈົ້າເຊັ່ນກັນ ທີ່ໃຫ້ໂອກາດດັ່ງກ່າວແກ່ເຈົ້າ. ບໍ່ວ່າເຈົ້າຈະພົບບັນຫາໃດກໍຕາມ, ເຈົ້າຕ້ອງນໍາພາອ້າຍເອື້ອຍນ້ອງໃຫ້ຮຽນຮູ້ທີ່ຈະແຍກແຍະ, ຖອດຖອນບົດຮຽນ ແລະ ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງໄປພ້ອມກັບເຈົ້າ. ນອກຈາກນີ້, ເຈົ້າຕ້ອງນໍາພາພວກເຂົາໄປພ້ອມກັບເຈົ້າ ເພື່ອໄຕ່ຕອງ ແລະ ຮັບຮູ້ວ່າຜູ້ຄົນມີແນວຄິດ ແລະ ຈິນຕະນາການຫຍັງກ່ຽວກັບບັນຫານັ້ນ, ມີທັດສະນະໃດແດ່ທີ່ບິດເບືອນ, ໄດ້ຮຽນຮູ້ບົດຮຽນຫຍັງແດ່ຈາກການພົບພໍ້ກັບເລື່ອງນີ້, ແນວຄິດ ແລະ ມຸມມອງທີ່ຜິດພາດໃດແດ່ ໄດ້ຮັບການແກ້ໄຂ ແລະ ທ້າຍທີ່ສຸດແມ່ນເຂົ້າໃຈຄວາມຈິງຫຍັງແດ່. ນີ້ຄືວິທີການທີ່ຄົນໃດຄົນໜຶ່ງຄວນມີປະສົບການກັບພາລະກິດຂອງພຣະເຈົ້າ, ໂດຍບໍ່ໃຫ້ພາດແມ່ນແຕ່ເລື່ອງດຽວ. ຖ້າເຈົ້າໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ ແລະ ໄດ້ແກ້ໄຂບັນຫາຫຼາຍຢ່າງ, ເຈົ້າຈະເຫັນວ່າພຣະທຳຂອງພຣະເຈົ້າລ້ວນແຕ່ເປັນຄວາມຈິງ ແລະ ສາມາດຊໍາລະລ້າງຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນຈາກອິດທິພົນຂອງຊາຕານໄດ້ຢ່າງແນ່ນອນ. ເມື່ອຜູ້ຄົນເຂົ້າໃຈ ແລະ ຮັບຄວາມຈິງ, ພວກເຂົາຈະເຫັນວ່າ ພຣະທຳຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ ແລະ ບັນລຸຜົນຢ່າງສົມບູນ. ເມື່ອຜູ້ຄົນທີ່ພຣະເຈົ້າເລືອກສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະສາມາດປະສານພຣະທຳຂອງພຣະເຈົ້າ ເຂົ້າໃນຊີວິດຈິງຂອງພວກເຂົາ, ໃຊ້ພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ ເພື່ອເບິ່ງຜູ້ຄົນ ແລະ ເລື່ອງຕ່າງໆ ແລະ ປະເມີນຜູ້ຄົນ ແລະ ທຸກສິ່ງທີ່ພວກເຂົາເຮັດໂດຍພຣະທຳຂອງພຣະເຈົ້າ, ແທນທີ່ຈະອີງໃສ່ສິ່ງທີ່ພວກເຂົາເຫັນ ຫຼື ຄວາມຮູ້ສຶກຂອງພວກເຂົາ ແລະ ບໍ່ແມ່ນອີງໃສ່ແນວຄິດ ແລະ ຈິນຕະນາການຢ່າງແນ່ນອນ. ຫຼັງຈາກທີ່ພວກເຂົາໄດ້ຮຽນຮູ້ບົດຮຽນເຫຼົ່ານີ້ແລ້ວ, ມັນກໍຈະງ່າຍຂຶ້ນສຳລັບພວກເຂົາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ. ດ້ວຍວິທີນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຈະໄດ້ມາດຕະຖານຢ່າງສົມບູນໃນວຽກງານຂອງພວກເຂົາ ແລະ ຄວາມຮັບຜິດຊອບຂອງພວກເຂົາກໍຖືກເຮັດໃຫ້ສຳເລັດ. ມີພຽງແຕ່ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກ ໄດ້ເຮັດວຽກຂອງພວກເຂົາຢ່າງຖີ່ຖ້ວນເທົ່ານັ້ນ ຜູ້ຄົນທີ່ພຣະເຈົ້າເລືອກຈຶ່ງຈະສາມາດບັນລຸຜົນຮັບເຫຼົ່ານີ້. ຖ້າໃນຫຼາຍສະຖານະການທີ່ເຈົ້າພົບພໍ້, ເຈົ້າບໍ່ຮູ້ວິທີນໍາພາອ້າຍເອື້ອຍນ້ອງໃຫ້ຮຽນຮູ້ບົດຮຽນ ແລະ ເຈົ້າບໍ່ສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໄດ້, ແລ້ວເຈົ້າກໍຄືຄົນຕາບອດ, ເປັນຄົນບໍ່ໄດ້ເລື່ອງທີ່ມຶນງົງ ແລະ ໂງ່ຈ້າ. ເມື່ອຜະເຊີນໜ້າກັບສະຖານະການດັ່ງກ່າວ, ບໍ່ພຽງແຕ່ເຈົ້າຈະຮູ້ສຶກວຸ້ນວາຍເກີນໄປ, ບໍ່ຮູ້ວິທີຈັດການພວກມັນ ແລະ ບໍ່ມີຄວາມສາມາດພຽງພໍສຳລັບວຽກງານນີ້, ແຕ່ມັນຍັງຈະສົ່ງຜົນກະທົບຕໍ່ປະສົບການຂອງອ້າຍເອື້ອຍນ້ອງຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ເຫຼົ່ານີ້ອີກດ້ວຍ. ຖ້າເຈົ້າຈັດການເລື່ອງຕ່າງໆ ຢ່າງບໍ່ເໝາະສົມ, ບໍ່ເຮັດວຽກງານໃດໆ, ບໍ່ເວົ້າແມ່ນແຕ່ຄຳດຽວເພື່ອໂອ້ລົມຄວາມຈິງທີ່ເຈົ້າຄວນຈະເວົ້າ ແລະ ບໍ່ສາມາດເວົ້າສິ່ງໃດທີ່ເປັນປະໂຫຍດ ຫຼື ອົບຮົມສັ່ງສອນໃຫ້ຄົນອື່ນໄດ້, ແລ້ວເມື່ອຫຼາຍຄົນຜະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນເຫຼົ່ານີ້, ພວກເຂົາບໍ່ພຽງແຕ່ຈະລົ້ມເຫຼວໃນການຮັບເອົາເລື່ອງເຫຼົ່ານີ້ຈາກພຣະເຈົ້າ, ປະຕິບັດຕໍ່ພວກມັນໃນທາງບວກ ແລະ ຢ່າງຫ້າວຫັນ ແລະ ຮຽນຮູ້ບົດຮຽນຈາກພວກມັນ, ແຕ່ແນວຄິດ ແລະ ຄວາມລະມັດລະວັງຂອງພວກເຂົາຕໍ່ພຣະເຈົ້າ ກໍຈະນັບມື້ນັບຮຸນແຮງຂຶ້ນ, ເຊັ່ນດຽວກັບຄວາມບໍ່ໄວ້ວາງໃຈ ແລະ ຄວາມສົງໄສຂອງພວກເຂົາຕໍ່ພຣະອົງ. ນີ້ບໍ່ແມ່ນຜົນສະທ້ອນຂອງການທີ່ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຂາດຄວາມເປັນຈິງແຫ່ງຄວາມຈິງ ແລະ ບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາບໍ? ນີ້ບໍ່ແມ່ນສັນຍານວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເຮັດວຽກຕົວຈິງໄດ້ບໍ? ເຈົ້າບໍ່ໄດ້ເຮັດວຽກງານຂອງຄຣິສຕະຈັກຢ່າງຖືກຕ້ອງ, ບໍ່ໄດ້ສຳເລັດການຝາກຝັງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ, ບໍ່ໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ບໍ່ໄດ້ນໍາພາອ້າຍເອື້ອຍນ້ອງໃຫ້ອອກຈາກອຳນາດຂອງຊາຕານ. ພວກເຂົາຍັງຄົງດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມ ແລະ ການລໍ້ລວງຂອງຊາຕານ. ເຈົ້າບໍ່ໄດ້ກຳລັງເຮັດໃຫ້ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ຊັກຊ້າຢູ່ບໍ? ເຈົ້າກຳລັງທຳຮ້າຍຜູ້ຄົນຢ່າງຮ້າຍແຮງ! ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າຄວນຍອມຮັບເອົາການຝາກຝັງຂອງພຣະເຈົ້າ, ເພື່ອນໍາພາອ້າຍເອື້ອຍນ້ອງໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ, ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ເພື່ອບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເພື່ອເຮັດໜ້າທີ່ຂອງພວກເຂົາດ້ວຍຫຼັກການ, ດ້ວຍເຫດນີ້ຈຶ່ງເພີ່ມຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ບໍ່ພຽງແຕ່ເຈົ້າລົ້ມເຫຼວໃນການປະຕິບັດດ້ວຍວິທີນີ້, ແຕ່ເຈົ້າຍັງບໍ່ໄດ້ຈຳກັດ ຫຼື ແກ້ໄຂການລົບກວນທີ່ເກີດຈາກຄົນຊົ່ວຊ້າ, ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ບໍ່ພຽງແຕ່ພວກເຂົາບໍ່ມີຄວາມກ້າວໜ້າ ແລະ ບໍ່ເຂົ້າໃຈຄວາມຈິງ ຫຼື ໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ພວກເຂົາຍັງໄດ້ພັດທະນາແນວຄິດ ແລະ ຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບພຣະເຈົ້າ, ໂດຍບໍ່ມີການອ່ອນນ້ອມທີ່ແທ້ຈິງໃດໆ ເລີຍ. ແລ້ວທຸກສິ່ງທີ່ເຈົ້າໄດ້ເຮັດນັ້ນ ບໍ່ແມ່ນການຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າບໍ? ບໍ່ພຽງແຕ່ເຈົ້າບໍ່ໄດ້ນໍາພາຜູ້ຄົນທີ່ພຣະເຈົ້າເລືອກ ໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ຫຼື ປົກປ້ອງພວກເຂົາ, ແຕ່ພັດປ່ອຍໃຫ້ພວກເຂົາຖືກລົບກວນໂດຍຄົນຊົ່ວຊ້າ ແລະ ຖືກນໍາພາຢ່າງຜິດໆ ແລະ ຄວບຄຸມໂດຍພວກຜູ້ຕໍ່ຕ້ານພຣະຄຣິສ. ເຈົ້າບໍ່ໄດ້ເຮັດສິ່ງທີ່ທຳຮ້າຍຄົນຂອງເຈົ້າເອງ ແລະ ເຮັດໃຫ້ສັດຕູຂອງເຈົ້າພໍໃຈບໍ? ເຈົ້າບໍ່ໄດ້ຊ່ວຍເຫຼືອ ແລະ ສົ່ງເສີມຄວາມຊົ່ວຮ້າຍບໍ? ເຈົ້າໄດ້ເຮັດວຽກມາເປັນເວລາດົນນານ; ເຖິງຢ່າງໃດກໍຕາມ, ບໍ່ພຽງແຕ່ເຈົ້າລົ້ມເຫຼວໃນການບັນລຸຜົນຮັບທີ່ດີ, ແຕ່ເຈົ້າຍັງໄດ້ເຮັດໃຫ້ໄລຍະຫ່າງລະຫວ່າງອ້າຍເອື້ອຍນ້ອງ ແລະ ພຣະເຈົ້ານັບມື້ນັບໄກອອກໄປ ແລະ ເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກ ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ໂດຍບໍ່ເຂົ້າໃຈຄວາມຈິງ ຫຼື ຮູ້ຈັກວິທີການແຍກແຍະການຂັດຂວາງ ແລະ ການລົບກວນຂອງຄົນຊົ່ວຊ້າ, ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ທາງເຂົ້າຂອງຊີວິດຂອງພວກເຂົາ. ບັນຫາຢູ່ທີ່ບ່ອນນີ້ແມ່ນຫຍັງ? ນີ້ບໍ່ແມ່ນການເຮັດຄວາມຊົ່ວຫຼາຍຢ່າງບໍ? ບໍ່ວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະເຮັດວຽກງານໃດກໍຕາມ, ຖ້າພວກເຂົາບໍ່ສາມາດກະທຳຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຈັດການເລື່ອງຕ່າງໆ ແລະ ແກ້ໄຂບັນຫາຕາມຫຼັກການຄວາມຈິງ, ຜົນກະທົບຂອງພວກເຂົາກໍຈະຂະຫຍາຍອອກໄປນອກເໜືອຈາກຕົວພວກເຂົາເອງ ຫຼື ພຽງແຕ່ສອງສາມຄົນເທົ່ານັ້ນ; ມັນຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນໃນຄຣິສຕະຈັກ, ຜົນຂອງການປະຕິບັດໜ້າທີ່ຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຜົນຂອງການເຜີຍແຜ່ພຣະກິດຕິຄຸນແຫ່ງລາຊະອານາຈັກ ແລະ ແມ່ນແຕ່ຜູ້ຄົນທີ່ພຣະເຈົ້າເລືອກຈະສາມາດໄດ້ຮັບຄວາມລອດພົ້ນ ແລະ ຖືກນໍາເຂົ້າສູ່ລາຊະອານາຈັກຂອງພຣະເຈົ້າໄດ້ ຫຼື ບໍ່, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂົງເຂດທີ່ມັນອາດຈະສົ່ງຜົນກະທົບໄດ້. ບາງຄົນເຊື່ອໃນພຣະເຈົ້າແຕ່ຕິດຕາມຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ, ສົ່ງຜົນໃຫ້ພວກເຂົາຕົກຢູ່ໃນຄວາມພິນາດ. ມັນກໍຄືກັນກັບຄົນໃນວົງການສາສະໜາທີ່ຖືກນໍາພາຢ່າງຜິດໆ ແລະ ຄວບຄຸມໂດຍສິດຍາພິບານ ແລະ ຜູ້ອາວຸໂສ, ຜົນກໍຄືພວກເຂົາລົ້ມເຫຼວໃນການຕ້ອນຮັບພຣະເຈົ້າ ເມື່ອພຣະອົງກັບຄືນມາ ແລະ ແທນທີ່ຈະຕົກຢູ່ໃນໄພພິບັດ. ສິ່ງທັງໝົດນີ້ເປັນຄວາມຈິງທີ່ພິສູດໄດ້. ສະນັ້ນ, ການທີ່ສາມາດແຍກແຍະຜູ້ນໍາປອມ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສໄດ້ນັ້ນ ເປັນປະໂຫຍດຢ່າງຍິ່ງຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ!

ຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກຮຽກຮ້ອງໃຫ້ພວກເຂົາປະຕິບັດໜ້າວຽກທີ່ສຳຄັນທີ່ສຸດສາມຢ່າງ: ຢ່າງທຳອິດ, ພວກເຂົາຕ້ອງຈຳແນກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນວຽກງານຂອງຄຣິສຕະຈັກ. ຢ່າງທີສອງ, ຫຼັງຈາກທີ່ແຍກແຍະ ແລະ ກຳນົດລັກສະນະຂອງພວກເຂົາແລ້ວ, ພວກເຂົາຕ້ອງຢຸດຢັ້ງ ແລະ ຈຳກັດຄົນຊົ່ວຊ້າໂດຍທັນທີ; ນີ້ຄືຂັ້ນຕອນທີສອງ. ຢ່າງທີສາມ, ໃນຂະນະທີ່ຢຸດ ແລະ ຈຳກັດຄົນຊົ່ວຊ້າ ແລະ ພິກສະຖານະການ, ພວກເຂົາຕ້ອງໂອ້ລົມພຣະທຳຂອງພຣະເຈົ້າກັບອ້າຍເອື້ອຍນ້ອງຢູ່ເລື້ອຍໆ ເພື່ອເປີດໂປງການກະທຳທີ່ຊົ່ວຊ້າຂອງຄົນຊົ່ວຊ້າ ແລະ ຕິດຕາມປະຕິກິລິຍາ ແລະ ຄວາມເຂົ້າໃຈຂອງອ້າຍເອື້ອຍນ້ອງກ່ຽວກັບເລື່ອງນີ້ຢ່າງໃກ້ຊິດ, ພ້ອມທັງແກ້ໄຂມຸມມອງທີ່ບໍ່ຖືກຕ້ອງໃດໆ ທີ່ພວກເຂົາມີ ໃນທັນທີ. ແນ່ນອນ, ຖ້າອ້າຍເອື້ອຍນ້ອງບາງຄົນທີ່ສະແຫວງຫາຄວາມຈິງມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ພວກເຂົາຄວນໄດ້ຮັບການສົ່ງເສີມໃຫ້ໂອ້ລົມຫຼາຍຂຶ້ນ. ນອກຈາກນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຊ່ວຍເຫຼືອຜູ້ທີ່ອ່ອນແອ ຫຼື ມີຄວາມເຕີບໂຕໜ້ອຍ ແລະ ສົ່ງເສີມໃຫ້ພວກເຂົາເວົ້າຫຼາຍຂຶ້ນ. ຜົນຮັບທີ່ຕັ້ງໃຈໄວ້ກໍຄືການຊ່ວຍໃຫ້ອ້າຍເອື້ອຍນ້ອງໄດ້ຮັບການແຍກແຍະ ແລະ ຮຽນຮູ້ບົດຮຽນຈາກເຫດການທີ່ເກີດຂຶ້ນ, ຮຽນຮູ້ທີ່ຈະແຍກແຍະຜູ້ຄົນ ແລະ ເລື່ອງຕ່າງໆ. ຈຸດປະສົງຂອງການແຍກແຍະຜູ້ຄົນ ແລະ ເລື່ອງຕ່າງໆ ກໍຄືການເຮັດໃຫ້ພວກເຂົາສາມາດເຂົ້າໃຈຄົນປະເພດຕ່າງໆ ໄດ້ຢ່າງຖືກຕ້ອງ ແລະ ປະຕິບັດຕໍ່ພວກເຂົາດ້ວຍວິທີການທີ່ຖືກຕ້ອງ ຕາມຫຼັກການຄວາມຈິງ, ໃນຂະນະທີ່ຮຽນຮູ້ບົດຮຽນດ້ວຍຕົນເອງເຊັ່ນກັນ. ພວກເຂົາຄວນຮຽນຮູ້ບົດຮຽນຫຍັງແດ່? ພວກເຂົາຄວນສັງເກດເບິ່ງວ່າ ທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນເຫຼົ່ານີ້ເປັນແນວໃດ ເມື່ອພຣະອົງໄຈ້ແຍກ ແລະ ເປີດໂປງສະພາວະຂອງພວກເຂົາ, ການຮູ້ຈັກທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນເຫຼົ່ານີ້ ເຮັດໃຫ້ຮູ້ແຈ້ງຂຶ້ນວ່າ ຄົນເຮົາຄວນເປັນຄົນແບບໃດ ແລະ ຄວນເດີນໄປໃນເສັ້ນທາງໃດ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສະຫຼຸບແລ້ວ, ຜົນຮັບສຸດທ້າຍທີ່ຕ້ອງບັນລຸແມ່ນເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ໃນສະພາບແວດລ້ອມຂອງຊີວິດຈິງ, ເພື່ອຈະສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງປົກກະຕິ ແລະ ຍອມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ດ້ວຍວິທີນີ້, ການປະຕິບັດວຽກງານຂອງຄຣິສຕະຈັກຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ເມື່ອພິຈາລະນາຈາກສາມຂັ້ນຕອນຂອງການປະຕິບັດວຽກງານນີ້, ມັນຍາກບໍສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະເຮັດວຽກນີ້ໃຫ້ດີ? (ບໍ່.) ຖ້າອີງໃສ່ຄວາມເມດຕາ ແລະ ຄວາມສາມາດຂອງມະນຸດ, ມັນອາດເປັນສິ່ງໜັກໜ່ວງທີ່ຈະເຮັດວຽກນີ້ໃຫ້ດີ, ເພາະເຈົ້າຈະບໍ່ບັນລຸຜົນຮັບທີ່ພຣະເຈົ້າກຳນົດ ແລະ ຈະບໍ່ບັນລຸຄວາມຮັບຜິດຊອບທີ່ແທ້ຈິງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເຈົ້າສາມາດເຮັດວຽກນີ້ໄດ້ດີບໍ ຖ້າອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ? (ບໍ່.) ເວົ້າໃຫ້ຊັດເຈນກໍຄື ການອີງໃສ່ອຸປະນິໄສທີ່ເສື່ອມຊາມເພື່ອເຮັດວຽກນີ້ ໝາຍເຖິງການກະທຳຕາມແນວຄິດຂອງເຈົ້າເອງ. ສິ່ງນີ້ຈະສົ່ງຜົນໃຫ້ເກີດຫຍັງຂຶ້ນ? (ມັນຈະກໍ່ໃຫ້ເກີດຄວາມວຸ້ນວາຍໃນຄຣິສຕະຈັກ.) ນີ້ຄືຜົນສະທ້ອນຢ່າງໜຶ່ງ: ຍິ່ງເຈົ້າເຮັດວຽກຫຼາຍເທົ່າໃດ, ສິ່ງຕ່າງໆ ກໍຍິ່ງວຸ້ນວາຍຫຼາຍຂຶ້ນເທົ່ານັ້ນ. ຄວາມວຸ້ນວາຍແມ່ນຫຍັງ? ສະພາວະທີ່ສະເພາະເຈາະຈົງຂອງຄວາມວຸ້ນວາຍແມ່ນຫຍັງ? ມັນຄື ໃນລະຫວ່າງການເຕົ້າໂຮມ, ຜູ້ຄົນບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ໂອ້ລົມຄວາມຈິງໄດ້ຢ່າງປົກກະຕິ. ມີຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອທີ່ກໍ່ໃຫ້ເກີດການລົບກວນຢູ່ສະເໝີ ຫຼື ມີການຂັດແຍ້ງກັນຢູ່ຕະຫຼອດ, ໂດຍທີ່ທຸກຄົນຍຶດໝັ້ນໃນມຸມມອງຂອງພວກເຂົາເອງ ແລະ ສ້າງຕັ້ງກຸ່ມກ້ອນ ແລະ ພັກພວກ; ອ້າຍເອື້ອຍນ້ອງຂາດການແຍກແຍະ ແລະ ບໍ່ຮູ້ຈະເຮັດແນວໃດ, ຜູ້ທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຜູ້ທີ່ຮັກຄວາມຈິງກໍຖືກລົບກວນເຊັ່ນກັນ ແລະ ຊີວິດຂອງພວກເຂົາກໍບໍ່ເຕີບໂຕ. ໃນຄຣິສຕະຈັກເຊັ່ນນັ້ນ, ຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອຈະກຳອຳນາດຢ່າງສົມບູນ ແລະ ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດ. ໃນຄຣິສຕະຈັກເຊັ່ນນັ້ນ, ບໍ່ວ່າຈະເກີດຫຍັງຂຶ້ນ, ຜູ້ຄົນລ້ວນແລ້ວແຕ່ຈະເວົ້າພ້ອມກັນ, ສະແດງມຸມມອງທຸກປະເພດ, ເກືອບບໍ່ກ່າວເຖິງມຸມມອງທີ່ຖືກຕ້ອງໃດໆ ເລີຍ. ຄຣິສຕະຈັກຈະແຕກແຍກອອກເປັນຫຼາຍກຸ່ມກ້ອນຢ່າງໄວວາ, ບໍ່ມີຄວາມສາມັກຄີໃນຜູ້ຄົນ ແລະ ບໍ່ມີສັນຍານຂອງພາລະກິດ ຫຼື ການນໍາພາຂອງພຣະວິນຍານບໍລິສຸດ. ຜູ້ຄົນຕ່າງລະແວດລະວັງກັນ ແລະ ພິຈາລະນາກັນຢ່າງສົງໄສ; ສອງ ຫຼື ສາມກຸ່ມແຍ່ງຊິງອຳນາດ ແລະ ຜົນປະໂຫຍດ; ທຸກຄົນຕ່າງສະແຫວງຫາຜູ້ສະໜັບສະໜູນຂອງພວກເຂົາເອງ ແລະ ໂຈມຕີ ແລະ ກີດກັນຜູ້ເຫັນຕ່າງ; ແລະ ອາດຈະມີການກະທຳຊົ່ວທຸກຮູບແບບ. ນີ້ຄືພາບຂອງຄວາມວຸ້ນວາຍ. ສະຖານະການນີ້ເກີດຂຶ້ນໄດ້ແນວໃດ? ບໍ່ແມ່ນຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດເຮັດວຽກຂອງພວກເຂົາໄດ້ບໍ? (ແມ່ນແລ້ວ.) ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກ ເຮັດວຽກຕາມແນວຄິດຂອງຕົນເອງນັ້ນ ນຳມາເຊິ່ງຜົນສະທ້ອນເຫຼົ່ານີ້. ການເຮັດວຽກຕາມແນວຄິດຂອງຕົນເອງໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ເຂົ້າໃຈຄວາມຈິງ, ຂາດຫຼັກການ ແລະ ກະທຳຢ່າງຫຼັບຫູຫຼັບຕາ ໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມ ແລະ ແນວຄິດ ແລະ ຈິນຕະນາການຂອງມະນຸດ, ນໍາໄປສູ່ສະພາວະທີ່ວຸ້ນວາຍຫຼາຍຂຶ້ນໃນຄຣິສຕະຈັກ. ບາງຄົນອາດເວົ້າວ່າ: “ເປັນໄປໄດ້ແນວໃດທີ່ຈະມີຄົນຊົ່ວຊ້າຈະມາກໍ່ກວນໃນຄຣິສຕະຈັກ? ຂ້ອຍບໍ່ຮູ້ວ່າໃຜຖືກໃຜຜິດ ຫຼື ຄວນຢູ່ຝ່າຍໃດ”. ຄົນອື່ນອາດເວົ້າວ່າ: “ຄຣິສຕະຈັກແບ່ງອອກເປັນຫຼາຍກຸ່ມກ້ອນ. ພວກເຮົາຈະດຳລົງຊີວິດໃນຄຣິສຕະຈັກໄດ້ແນວໃດ? ການເຕົ້າໂຮມທຸກຄັ້ງບໍ່ເກີດຜົນ ແລະ ເສຍເວລາ. ການເຊື່ອຕໍ່ໄປແບບນີ້ຈະບໍ່ເກີດຜົນຫຍັງເລີຍ”. ເມື່ອຄຣິສຕະຈັກວຸ້ນວາຍຈົນຜູ້ຄົນທີ່ພຣະເຈົ້າເລືອກບໍ່ສາມາດດຳລົງຊີວິດໃນຄຣິສຕະຈັກໄດ້, ມັນກໍຈະຖືກພຣະເຈົ້າລັງກຽດປະຕິເສດຢ່າງສິ້ນເຊີງ. ສິ່ງນີ້ສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຕາບໃດທີ່ຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອຍັງກຳອຳນາດ, ພວກເຂົາກໍຈະທຳລາຍຄຣິສຕະຈັກ. ຄຣິສຕະຈັກບໍ່ສາມາດດຳເນີນໄປໄດ້ ຖ້າປາດສະຈາກຄົນດີ ແລະ ຜູ້ທີ່ປະຕິບັດຄວາມຈິງ ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ ນັ້ນກໍຄື ຖ້າປາດສະຈາກພວກເຂົາ, ມັນຈະເປັນໄປບໍ່ໄດ້ທີ່ຈະຄວບຄຸມສິ່ງຕ່າງໆ ໄວ້ໄດ້! ຖ້າຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອບໍ່ຖືກຄວບຄຸມ, ກໍຈະບໍ່ມີຊີວິດໃນຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກກໍຈະຖືກເຮັດໃຫ້ສັບສົນໂດຍສິ້ນເຊີງ, ກາຍເປັນຄວາມວຸ້ນວາຍ. ນີ້ຄືຜົນຮັບເມື່ອຜູ້ນໍາ ແລະ ຜູ້ເຮັດວຽກ ບໍ່ໄດ້ເຮັດວຽກຂອງພວກເຂົາເປັນຢ່າງດີ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດຍອມຮັບຄວາມຈິງ, ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ຫຼື ເພິ່ງພາພຣະເຈົ້າໄດ້, ພວກເຂົາກໍຈະບໍ່ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້ດີ. ພວກເຂົາຈະບໍ່ສາມາດແກ້ໄຂບັນຫາໃດໆ ທີ່ເກີດຂຶ້ນໃນຄຣິສຕະຈັກ ຫຼື ແກ້ໄຂຄວາມຍາກລຳບາກໃດໆ ທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງຜະເຊີນໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ຈະສາມາດສ້າງຜົນດີໄດ້ບໍ ຖ້າພວກເຂົາກຳອຳນາດ? ພວກເຂົາສາມາດນຳຄວາມວຸ້ນວາຍເຂົ້າສູ່ຄຣິສຕະຈັກເທົ່ານັ້ນ ນັ້ນກໍຄື ໃນທີ່ສຸດແລ້ວ ນີ້ຄືສະຖານະການປະເພດທີ່ຈະເກີດຂຶ້ນ. ຈາກນັ້ນຄຣິສຕະຈັກແຫ່ງນີ້ກໍຈະກາຍເປັນທີ່ຮ້າງເປົ່າ, ເປັນສະຖານທີ່ທີ່ຊາຕານກຳອຳນາດ; ມັນເສື່ອມສະພາບກາຍເປັນສິ່ງອື່ນ. ພຣະເຈົ້າຈະບໍ່ຮັບຮູ້ຄຣິສຕະຈັກນີ້ ແລະ ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດໃນຄຣິສຕະຈັກແຫ່ງນີ້. ຄຣິສຕະຈັກເຊັ່ນນີ້ເປັນພຽງແຕ່ຊື່ເທົ່ານັ້ນ ແລະ ຄວນປິດໂຕລົງ.

ການໄຈ້ແຍກການສຳແດງອອກຂອງຜູ້ນໍາປອມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງ

I. ຜູ້ນໍາປອມມີຄວາມສາມາດຕໍ່າ ແລະ ບໍ່ສາມາດຈຳແນກບັນຫາຂອງການຂັດຂວາງ ແລະ ການລົບກວນ

ສິ່ງເຫຼົ່ານີ້ແມ່ນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດຕາມທີ່ໄດ້ລະບຸໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງ; ຕອນນີ້ພວກເຮົາຈະບໍ່ໂອ້ລົມກ່ຽວກັບຕົວຢ່າງທີ່ສະເພາະເຈາະຈົງເພີ່ມເຕີມອີກ. ຫົວຂໍ້ຫຼັກຂອງການໂອ້ລົມໃນມື້ນີ້ແມ່ນເພື່ອເປີດໂປງການສຳແດງອອກທີ່ສະເພາະເຈາະຈົງຂອງຜູ້ນໍາປອມ ໃນຂະນະທີ່ພວກເຂົາປະຕິບັດໜ້າວຽກເຫຼົ່ານີ້ ແລະ ເພື່ອຈຳແນກວ່າພຶດຕິກຳໃດສະທ້ອນເຖິງແກ່ນແທ້ຂອງຜູ້ນໍາປອມ ແລະ ສາມາດໃຊ້ເພື່ອກຳນົດລັກສະນະຂອງບຸກຄົນໃດໜຶ່ງວ່າເປັນຜູ້ນໍາປອມ. ນີ້ຄືຫົວຂໍ້ຫຼັກຂອງການໂອ້ລົມໃນມື້ນີ້. ກ່ອນອື່ນໝົດ, ຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກໃນວຽກງານນີ້ແມ່ນເພື່ອຈຳແນກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ. ການຈຳແນກໂດຍທັນທີແມ່ນມາດຕະຖານທີ່ກຳນົດໄວ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ທັນທີທີ່ມີສັນຍານພຽງໜ້ອຍໜຶ່ງທີ່ສຸດຂອງສິ່ງທີ່ຜິດປົກກະຕິ, ເຊັ່ນ: ສັນຍານຂອງຄົນຊົ່ວຊ້າທີ່ເລີ່ມເຄື່ອນໄຫວ ຫຼື ບາງຄົນທີ່ສະແດງອາການຂອງການກໍ່ບັນຫາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮູ້ສຶກໄດ້ ແລະ ຕື່ນຕົວ. ຖ້າພວກເຂົາໄຮ້ຄວາມຮູ້ສຶກ ແລະ ສະໝອງຊ້າ, ມັນກໍຈະເປັນບັນຫາ. ໂດຍສະເພາະໃນສະຖານະການທີ່ມີຄົນຊົ່ວຊ້າກໍ່ການລົບກວນ, ທັນທີທີ່ບັນຫານີ້ເລີ່ມປາກົດ ແລະ ມັນບໍ່ແຈ່ມແຈ້ງວ່າຄົນເຫຼົ່ານີ້ຕັ້ງໃຈຈະເຮັດຫຍັງແທ້ ຫຼື ສະຖານະການຈະພັດທະນາໄປແນວໃດ ນັ້ນກໍຄື ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກຍັງບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້, ພວກເຂົາບໍ່ຄວນກະທຳຢ່າງຫຼັບຫູຫຼັບຕາ ຫຼື ເຮັດໃຫ້ຄົນເຫຼົ່ານີ້ແຕກຕື່ນກ່ອນເວລາອັນຄວນ ເພື່ອຫຼີກລ່ຽງການຕັດສິນທີ່ຜິດພາດ. ເຖິງຢ່າງໃດກໍຕາມ, ນີ້ບໍ່ໄດ້ໝາຍຄວາມວ່າບໍ່ໃຫ້ສັງເກດ ແລະ ບໍ່ຮັບຮູ້ສະຖານະການ. ແຕ່ມັນໝາຍເຖິງການລໍຖ້າ ແລະ ສັງເກດເບິ່ງ ເພື່ອເບິ່ງວ່າສິ່ງຕ່າງໆ ຈະພັດທະນາໄປແນວໃດ ແລະ ເຈດຕະນາ, ເປົ້າໝາຍ ແລະ ແຮງຈູງໃຈຂອງຄົນເຫຼົ່ານີ້ແມ່ນຫຍັງ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ເມື່ອສະຖານະການພັດທະນາໄປເຖິງລະດັບໃດໜຶ່ງ ແລະ ຄົນເຫຼົ່ານີ້ເລີ່ມລະບາຍຄວາມເປັນລົບ ແລະ ເຜີຍແຜ່ທິດສະດີທີ່ຫຼອກລວງ ເຊິ່ງກໍ່ໃຫ້ເກີດການລົບກວນຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນລົງມືໂດຍທັນທີ. ພວກເຂົາຄວນຢືນຂຶ້ນໂດຍບໍ່ລັງເລ ເພື່ອເປີດໂປງ, ໄຈ້ແຍກ ແລະ ຈຳກັດການກະທຳທີ່ຊົ່ວຊ້າຂອງບຸກຄົນເຫຼົ່ານີ້, ຊ່ວຍໃຫ້ຄົນອື່ນຮຽນຮູ້ບົດຮຽນ ແລະ ແຍກແຍະ ແລະ ເບິ່ງທະລຸຄົນຊົ່ວຊ້າ. ນີ້ຄືຂະບວນການຂອງການຈຳແນກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍທັນທີ ແລະ ຢ່າງຖືກຕ້ອງ. ນີ້ຄືຄວາມໝາຍຂອງການທີ່ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດວຽກງານນີ້. ເປົ້າໝາຍຫຼັກຂອງວຽກງານນີ້ແມ່ນເພື່ອຈຳແນກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຈາກນັ້ນກໍແກ້ໄຂພວກມັນໂດຍທັນທີ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດບັນລຸໄດ້. ແລ້ວການສະແດງອອກຂອງຜູ້ນໍາປອມໃນວຽກງານນີ້ມີຫຍັງແດ່? ພວກເຮົາຈະສາມາດໄຈ້ແຍກ ແລະ ແຍກແຍະຜູ້ນໍາປອມໄດ້ແນວໃດ? ເຫັນໄດ້ຊັດເຈນວ່າ ຜູ້ນໍາປອມບໍ່ສາມາດຈໍາແນກການລົບກວນທີ່ເກີດຈາກຄົນຊົ່ວຊ້າຕໍ່ວຽກງານຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງໄດ້. ນີ້ຄືບັນຫາທີ່ເຫັນໄດ້ຊັດເຈນທີ່ສຸດໃນການປະຕິບັດວຽກງານຂອງຄຣິສຕະຈັກຂອງຜູ້ນໍາປອມ ນັ້ນກໍຄື ພວກເຂົາບໍ່ມີການແຍກແຍະກ່ຽວກັບການລົບກວນທີ່ເກີດຈາກຄົນຊົ່ວຊ້າຕໍ່ວຽກງານຂອງຄຣິສຕະຈັກ. ເປັນຫຍັງຈຶ່ງເວົ້າວ່າຜູ້ນໍາປອມບໍ່ສາມາດຈໍາແນກບັນຫາ ຫຼື ເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້? ການກະທຳຂອງບາງຄົນເປັນການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກຢ່າງຊັດເຈນ ແຕ່ຜູ້ນໍາປອມບໍ່ສາມາດແຍກແຍະ ຫຼື ຮັບຮູ້ບັນຫາໄດ້; ພວກເຂົາຕາບອດ. ບາງຄົນລະບາຍຄວາມເປັນລົບ, ນໍາພາຢ່າງຜິດໆ ແລະ ລົບກວນຄົນອື່ນໃນຄຣິສຕະຈັກ. ຄົນອື່ນກໍສ້າງພັກພວກ, ມີສ່ວນຮ່ວມໃນການກະທຳທີ່ບໍ່ໂປ່ງໃສຢ່າງລັບໆ, ມັກຈະຕັດສິນບາງຄົນຫຼັບຫຼັງພວກເຂົາ. ຍັງມີຄົນອື່ນທີ່ລໍ້ລວງ ແລະ ຈີບກັນຢ່າງບໍ່ລະວັງ. ຜູ້ນໍາປອມທຳທ່າວ່າບໍ່ເຫັນສິ່ງເຫຼົ່ານີ້; ພວກເຂົາບໍ່ຮູ້ເລີຍເຖິງຄວາມຮ້າຍແຮງຂອງບັນຫາເຫຼົ່ານີ້ ແລະ ບໍ່ຮູ້ວ່າການສະແຫວງຫາຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງຜູ້ຄົນຈຳນວນເທົ່າໃດຈະໄດ້ຮັບຜົນກະທົບ ຖ້າບັນຫາເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ພ້ອມທັງຜົນສະທ້ອນທີ່ພວກມັນຈະນຳມາ, ສະນັ້ນ ພວກເຂົາຈຶ່ງບໍ່ສົນໃຈພວກມັນ. ເມື່ອບາງຄົນສັງເກດເຫັນບັນຫາ ແລະ ລາຍງານວ່າພວກເຂົາເປັນຜູ້ນໍາປອມ, ຜູ້ນໍາປອມອາດຈະເວົ້າວ່າ “ພວກເຂົາລ້ວນແຕ່ເປັນອ້າຍເອື້ອຍນ້ອງ, ມີໃຜແດ່ທີ່ບໍ່ເປີດເຜີຍຄວາມເສື່ອມຊາມ? ມີໃຜແດ່ທີ່ບໍ່ມີອາລົມ ແລະ ຄວາມປາຖະໜາ? ຢ່າຕັດສິນ ຫຼື ກ່າວໂທດຄົນອື່ນຢ່າງງ່າຍດາຍ!” ບໍ່ວ່າສິ່ງໃດໃນຄຣິສຕະຈັກຈະໄຮ້ສາລະ, ຊົ່ວຮ້າຍ ຫຼື ຂັດກັບຄວາມຈິງສໍ່າໃດ, ຜູ້ນໍາປອມກໍພຽງແຕ່ບໍ່ເຫັນມັນ. ໃນລະຫວ່າງການເຕົ້າໂຮມ, ບາງຄົນເວົ້າໃນທາງລົບຢູ່ສະເໝີ ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ພວກເຂົາເວົ້າຢູ່ເລື້ອຍໆ ວ່າ ວັນຂອງພຣະເຈົ້າໃກ້ເຂົ້າມາແລ້ວ, ມັນຈະມາເຖິງເມື່ອໃດກັນແທ້?” ອ້າຍເອື້ອຍນ້ອງບາງຄົນກໍໄດ້ຮັບຜົນກະທົບຈາກສິ່ງນີ້ໂດຍບໍ່ຮູ້ຕົວ ແຕ່ການຕອບກັບຂອງຜູ້ນໍາປອມແມ່ນຫຍັງ? ພວກເຂົາຖືວ່າມັນເປັນຄວາມອ່ອນແອທີ່ປົກກະຕິ ແລະ ບໍ່ເຫັນວ່າມັນເປັນການລະບາຍຄວາມເປັນລົບ, ການນໍາພາຢ່າງຜິດໆ ແລະ ການລົບກວນຄົນອື່ນ. ອ້າຍເອື້ອຍນ້ອງບາງຄົນໄດ້ຮັບຜົນກະທົບຢ່າງຊັດເຈນໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ຢາກປະກາດພຣະກິດຕິຄຸນອີກຕໍ່ໄປ ແລະ ບໍ່ເຂົ້າຮ່ວມການເຕົ້າໂຮມຢ່າງຕັ້ງໜ້າ ຫຼື ຢ່າງຫ້າວຫັນອີກຕໍ່ໄປ. ທຸກຄັ້ງທີ່ມີການເຕົ້າໂຮມ, ຕ້ອງໄດ້ມີການເອີ້ນພວກເຂົາໃຫ້ເຂົ້າຮ່ວມ. ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍບໍ່ເຫັນວ່ານີ້ເປັນບັນຫາ. ພວກເຂົາບໍ່ສັງເກດເຫັນວ່າ ມີການປ່ຽນແປງໃດແດ່ເກີດຂຶ້ນທ່າມກາງທຸກຄົນໃນຄຣິສຕະຈັກ ເມື່ອບັນຫານີ້ເກີດຂຶ້ນ. ພວກເຂົາພຽງແຕ່ຈັດການເຕົ້າໂຮມແບບບໍ່ມີຊີວິດຊີວາຕາມທຳນຽມ, ໂດຍບໍ່ຮູ້ວ່າເກີດຫຍັງຂຶ້ນຢູ່ເບື້ອງຫຼັງ, ການປ່ຽນແປງໃນສະພາວະຂອງຜູ້ຄົນ, ບັນຫາທີ່ຜູ້ຄົນມີ, ໃຜເປັນຜູ້ກໍ່ໃຫ້ເກີດ, ໃຜເປັນຜູ້ກະທຳຜິດຫຼັກ, ບັນຫາມີຕົ້ນກຳເນີດມາຈາກໃຜ ແລະ ບັນຫາໃດແດ່ທີ່ຕ້ອງໄດ້ຮັບການແກ້ໄຂ, ພວກເຂົາບໍ່ສາມາດຮັບຮູ້ສິ່ງໃດເຫຼົ່ານີ້ໄດ້ເລີຍ. ມັນເປັນຍ້ອນວ່າພວກເຂົາຂາດຄວາມສາມາດໃນການເບິ່ງເຫັນບໍ ທີ່ພວກເຂົາບໍ່ສາມາດຮັບຮູ້ສິ່ງເຫຼົ່ານີ້ໄດ້? (ບໍ່.) ເນື່ອງຈາກວ່າພວກເຂົາບໍ່ໄດ້ຂາດຄວາມສາມາດໃນການເບິ່ງເຫັນ, ເປັນຫຍັງເມື່ອມີການຂັດຂວາງ, ການລົບກວນທີ່ຮ້າຍແຮງ ແລະ ແນວຄິດທີ່ຜິດພາດທີ່ຫຼອກລວງທີ່ຊັດເຈນປາກົດຂຶ້ນໃນຄຣິສຕະຈັກ, ພວກເຂົາຈຶ່ງບໍ່ເຫັນ ຫຼື ຈຳແນກພວກມັນ? ເຫັນໄດ້ຊັດເຈນວ່າ ຜູ້ນໍາຄົນນີ້ຕາບອດ ແລະ ຂາດຄວາມເຂົ້າໃຈຝ່າຍວິນຍານ. ບາງຄົນເວົ້າວ່າ “ເຖິງແມ່ນວ່າພວກເຂົາບໍ່ສາມາດຈຳແນກບັນຫາເຫຼົ່ານີ້ໄດ້, ພວກເຂົາກໍສາມາດອ່ານພຣະທຳຂອງພຣະເຈົ້າໃຫ້ຜູ້ຄົນຟັງ ໃນລະຫວ່າງການເຕົ້າໂຮມ. ໂດຍບໍ່ຄຳນຶງເຖິງຄວາມເຂົ້າໃຈຂອງຜູ້ຄົນໃນການອ່ານຂອງພວກເຂົາ ຫຼື ມັນຈະເກີດຜົນຮັບໃດໆ ຫຼື ບໍ່, ພວກເຂົາກໍຍັງອ່ານພຣະທຳຂອງພຣະເຈົ້າຢ່າງບໍ່ລົດລະ. ສຳລັບເຫດຜົນນີ້ພຽງຢ່າງດຽວ, ພວກເຂົາກໍສາມາດຖືວ່າເປັນຜູ້ນໍາທີ່ດີໄດ້”. ພວກເຂົາຈົດຈໍ່ພຽງແຕ່ການອ່ານພຣະທຳຂອງພຣະເຈົ້າ ນັ້ນກໍຄື ຖ້າສິ່ງນີ້ບໍ່ນຳໄປສູ່ຜົນຮັບໃດໆ, ນີ້ບໍ່ແມ່ນພຽງແຕ່ການເຮັດຕາມພິທີການບໍ? ຖ້າພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້, ຜູ້ຄົນຈະໄດ້ຮັບປະໂຫຍດຫຍັງຈາກການເຕົ້າໂຮມ? ແລ້ວຜູ້ນໍາຄົນນີ້ເປັນຜູ້ນໍາປອມບໍ? (ແມ່ນແລ້ວ.) ການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ ເມື່ອປະຕິບັດວຽກງານນີ້ກໍຄືຄວາມຕາບອດ. ພວກເຂົາຕາບອດ. ບໍ່ວ່າບັນຫາຈະຊັດເຈນສໍ່າໃດຢູ່ຕໍ່ໜ້າພວກເຂົາ ຫຼື ເກີດຂຶ້ນອ້ອມຂ້າງພວກເຂົາ, ພວກເຂົາກໍບໍ່ສາມາດເຫັນ ຫຼື ຈຳແນກມັນໄດ້. ທາງພາຍນອກ, ພວກເຂົາອາດຈະເບິ່ງຄືວ່າເຊີດຊູພຣະທຳຂອງພຣະເຈົ້າຫຼາຍກວ່າຄົນທົ່ວໄປ ແຕ່ພວກເຂົາບໍ່ເຂົ້າໃຈວ່າພຣະທຳຂອງພຣະເຈົ້າກ່ຽວກັບຫຍັງ, ພວກມັນໝາຍເຖິງໃຜ ຫຼື ສະຖານະການໃດ ນັ້ນກໍຄືພວກເຂົາບໍ່ສາມາດເຊື່ອມໂຍງພຣະທຳຂອງພຣະເຈົ້າກັບຊີວິດຈິງໄດ້. ແລ້ວຄວາມເຂົ້າໃຈທີ່ພວກເຂົາໂອ້ລົມນັ້ນແມ່ນຫຍັງ? ພວກມັນສອດຄ່ອງກັບຄວາມຈິງບໍ? ພວກເຂົາສາມາດແກ້ໄຂບັນຫາຕົວຈິງໄດ້ບໍ? (ບໍ່ໄດ້.) ເມື່ອພວກເຂົາເທດສະໜາ, ພວກເຂົາກໍເວົ້າສຳນວນທີ່ບໍ່ມີສາລະ, ຄືກັບວ່າພວກເຂົາມີຄວາມເຂົ້າໃຈຄວາມຈິງຢ່າງເລິກເຊິ່ງ ແຕ່ພວກເຂົາບໍ່ສາມາດຈຳແນກການລົບກວນທີ່ຊັດເຈນທີ່ເກີດຈາກຄົນຊົ່ວຊ້າໃນຄຣິສຕະຈັກໄດ້ ແຕ່ເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາເຂົ້າໃຈຄວາມຈິງ ແລະ ມີການແຍກແຍະບໍ? ພວກເຂົາມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າບໍ? (ບໍ່ມີ.) ຖ້າພວກເຂົາສາມາດອ່ານພຣະທຳຂອງພຣະເຈົ້າໄດ້ຢ່າງປົກກະຕິ, ເປັນຫຍັງພວກເຂົາຈຶ່ງບໍ່ສາມາດໃຊ້ພວກມັນເພື່ອເບິ່ງ ແລະ ແກ້ໄຂບັນຫາໄດ້? ເປັນຫຍັງຈິດໃຈຂອງພວກເຂົາຈຶ່ງບໍ່ເຄີຍເປີດແຈ້ງ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ? ເປັນຫຍັງພວກເຂົາຈຶ່ງບໍ່ມີຈິດໃຈທີ່ແຫຼມຄົມ ເມື່ອອ່ານພຣະທຳຂອງພຣະເຈົ້າ? ຮາກເຫງົ້າຂອງບັນຫານີ້ແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງຕາບອດ? ສາເຫດຂອງຄວາມຕາບອດຂອງພວກເຂົາແມ່ນຫຍັງ? (ມັນເປັນຍ້ອນວ່າພວກເຂົາຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຄວາມສາມາດທີ່ຕໍ່າຢ່າງສຸດຂີດ.) ຖືກຕ້ອງ. ບໍ່ແມ່ນວ່າຕາຂອງພວກເຂົາບອດ ແຕ່ແມ່ນໃຈຂອງພວກເຂົາທີ່ບອດ. ການມີຫົວໃຈບອດໝາຍຄວາມວ່າແນວໃດ? ມັນໝາຍເຖິງການມີຄວາມສາມາດຕໍ່າຢ່າງສຸດຂີດ ແລະ ຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ບໍ່ວ່າພວກເຂົາຈະອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍເຂົ້າໃຈມັນພຽງແຕ່ໃນລະດັບຜິວເຜີນເທົ່ານັ້ນ. ພວກເຂົາບໍ່ສາມາດເຊື່ອມໂຍງມັນກັບຜູ້ຄົນ, ເຫດການ, ສິ່ງຕ່າງໆ ແລະ ສະຖານະການຕ່າງໆ ທີ່ປາກົດໃນຄຣິສຕະຈັກ, ທັງບໍ່ສາມາດປະຕິບັດ, ຈັດການ ແລະ ແກ້ໄຂບັນຫາຕ່າງໆຕາມຫຼັກການຄວາມຈິງໄດ້. ນີ້ຄືຮາກເຫງົ້າຂອງຄວາມຕາບອດຂອງພວກເຂົາ. ພວກເຂົາມີຄວາມສາມາດຕໍ່າ ແລະ ບໍ່ມີຄວາມສາມາດພຽງພໍສຳລັບວຽກງານນີ້. ສະນັ້ນ, ບໍ່ວ່າພວກເຂົາຈະສຶກສາຢ່າງພາກພຽນ ແລະ ຝຶກຝົນຢ່າງເຂັ້ມງວດຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະເຮັດວຽກໜັກສໍ່າໃດເພື່ອຊົດເຊີຍການຂາດຄວາມສາມາດຂອງພວກເຂົາ, ພວກເຂົາສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ຄົນເຫຼົ່ານີ້ຂ້ອນຂ້າງເປັນຕາອີຕົນ. ບໍ່ວ່າພວກເຂົາຈະປະກອບຕົນເອງດ້ວຍຄຳເວົ້າ ແລະ ຫຼັກຄຳສອນຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ດຳເນີນວຽກງານນີ້ໄດ້.

ເມື່ອບໍ່ດົນມານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບການສະແດງອອກໜຶ່ງຂອງຜູ້ນໍາປອມເຫຼົ່ານີ້ ນັ້ນກໍຄື ພວກເຂົາບໍ່ສາມາດເຫັນວ່າການກະທຳຂອງຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສກໍ່ໃຫ້ເກີດການລົບກວນຕໍ່ຄຣິສຕະຈັກ ແລະ ພວກເຂົາກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສໄດ້. ເມື່ອພົບພໍ້ກັບເລື່ອງທີ່ຄົນຊົ່ວຊ້າກໍ່ການຂັດຂວາງ ແລະ ການລົບກວນ, ບາງຄັ້ງພວກເຂົາອາດຈະສັງເກດເຫັນປົມເລັກນ້ອຍ ຫຼື ບໍ່ວ່າຈະຜ່ານປະສົບການ, ຄວາມຮູ້ສຶກ ຫຼື ສັນຊາດຕະຍານຂອງພວກເຂົາ, ພວກເຂົາອາດຈະພຽງແຕ່ຮູ້ສຶກວ່າບາງຢ່າງບໍ່ຄ່ອຍຖືກຕ້ອງ, ທ່າທີ, ສາຍຕາ ແລະ ຄຳເວົ້າຂອງຄົນຜູ້ນີ້ຂ້ອນຂ້າງຜິດປົກກະຕິ. ພວກເຂົາອາດຈະມີຄວາມຮູ້ສຶກເລັກນ້ອຍ, ແຕ່ພວກເຂົາເບິ່ງບໍ່ທະລຸຫຼາຍສິ່ງຫຼາຍຢ່າງ ແລະ ພວກເຂົາກໍບໍ່ສາມາດກວດພົບບັນຫາສ່ວນໃຫຍ່ໄດ້. ແມ່ນຫຍັງຄືສາເຫດທີ່ພວກເຂົາເບິ່ງບໍ່ທະລຸແກ່ນແທ້ຂອງບັນຫາ? ສິ່ງນີ້ກ່ຽວຂ້ອງກັບບັນຫາອີກຢ່າງໜຶ່ງ. ພວກເຂົາດຸໝັ່ນຫຼາຍ, ພວກເຂົາຂັງໂຕເອງຢູ່ໃນຫ້ອງໝົດມື້ ເພື່ອຂຽນບົດເທດສະໜາ, ຂຽນບັນທຶກກ່ຽວກັບການອຸທິດຕົນທາງວິນຍານ, ຂຽນຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ຮຽນເພງສັນລະເສີນ, ທັງຍັງຕັ້ງເປົ້າໝາຍວ່າຈະຕ້ອງອະທິຖານຈັກຄັ້ງ, ອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ ແລະ ຟັງເທດສະໜາຈັກບົດໃນແຕ່ລະມື້ ແລະ ຈະໃຊ້ເວລາຫຼາຍສໍ່າໃດໃນການຂຽນບົດຄວາມຄຳພະຍານຈາກປະສົບການ, ພວກເຂົາເຮັດໜ້າວຽກທັງໝົດນີ້ສຳເລັດ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງເບິ່ງບໍ່ທະລຸສິ່ງຕ່າງໆ ເມື່ອພວກມັນເກີດຂຶ້ນ? ຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ. ພວກເຂົາກ່າວໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ບາງຄົນກ່າວຄຳເວົ້າ ແລະ ຫຼັກຄຳສອນ ເພື່ອນໍາພາຄົນອື່ນຢ່າງຜິດໆ ຢູ່ສະເໝີ ແລະ ຜູ້ນໍາປອມກໍເບິ່ງບໍ່ທະລຸເລື່ອງນີ້. ເຖິງແມ່ນວ່າບາງຄັ້ງພວກເຂົາຈະຮູ້ສຶກວ່າ ມີບາງຢ່າງຜິດປົກກະຕິ, ອາດຈະມີບັນຫາ, ແຕ່ເມື່ອເຫັນວ່າຄົນເຫຼົ່ານັ້ນເບິ່ງຄືວ່າບໍ່ແມ່ນຄົນຊົ່ວຊ້າ, ພວກເຂົາກໍພຽງແຕ່ປ່ອຍໃຫ້ບັນຫານັ້ນຜ່ານໄປຢ່າງມຶນງົງ. ພວກເຂົາບໍ່ສາມາດສະແຫວງຫາຫຼັກການຄວາມຈິງ ເພື່ອແຍກແຍະບັນຫາດັ່ງກ່າວໄດ້ ແລະ ເຖິງແມ່ນວ່າພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າທີ່ເປີດໂປງສະພາວະ ແລະ ແກ່ນແທ້ຂອງຄົນດັ່ງກ່າວ, ພວກເຂົາກໍບໍ່ຮູ້ວ່າຈະເຊື່ອມໂຍງພຣະທຳເຂົ້າກັບສະຖານະການເຫຼົ່ານີ້ໄດ້ແນວໃດ. ຈິດໃຈຂອງພວກເຂົາແມ່ນມືດມົວ ແລະ ພວກເຂົາເບິ່ງບໍ່ທະລຸສິ່ງເຫຼົ່ານີ້. ເມື່ອພວກເຂົາຕ້ອງການສະແຫວງຫາ, ພວກເຂົາກໍບໍ່ຮູ້ວ່າຈະອະທິບາຍແນວໃດ. ພວກເຂົາເວົ້າເປັນເວລາດົນ ໂດຍບໍ່ໄດ້ອະທິບາຍແກ່ນແທ້ຂອງບັນຫາ ແລະ ບໍ່ສາມາດອະທິບາຍຢ່າງແຈ່ມແຈ້ງໄດ້ວ່າ ການສະແດງອອກໂດຍລວມຂອງຄົນປະເພດນັ້ນເປັນແນວໃດ, ຄວາມເປັນມະນຸດຂອງພວກເຂົາ, ການສະແຫວງຫາ, ການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄວາມຕັ້ງໃຈທີ່ຈະເສຍສະລະຕົນເອງ ເພື່ອພຣະເຈົ້າຂອງພວກເຂົາເປັນແນວໃດ ຫຼື ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງເປັນແນວໃດ ແລະ ພວກເຂົາແມ່ນຄົນທີ່ຍອມຮັບຄວາມຈິງ ຫຼື ບໍ່. ຜູ້ນໍາປອມເຫຼົ່ານີ້ເບິ່ງບໍ່ສາມາດທະລຸ ຫຼື ອະທິບາຍເລື່ອງເຫຼົ່ານີ້ໄດ້ຢ່າງແຈ່ມແຈ້ງ. ເຖິງແມ່ນພວກເຂົາຮູ້ສຶກວ່າມີບັນຫາ, ພວກເຂົາກໍເວົ້າຈາບໍ່ເປັນເລື່ອງເປັນລາວ, ເວົ້າຫຼາຍຢ່າງ, ແຕ່ບໍ່ສາມາດອະທິບາຍປະເດັນຂອງພວກເຂົາໃຫ້ຈະແຈ້ງໄດ້. ຜູ້ຟັງຂອງພວກເຂົາຈຳເປັນຕ້ອງສາມາດແຍກແຍະ, ສະກັດເອົາຈຸດສຳຄັນ ແລະ ວິເຄາະຄຳເວົ້າຂອງພວກເຂົາ ເພື່ອທີ່ຈະຮູ້ຄຳຖາມທີ່ພວກເຂົາກຳລັງຖາມ, ສະພາວະໂດຍລວມຂອງຄົນທີ່ພວກເຂົາກຳລັງອະທິບາຍ ແລະ ໃນທີ່ສຸດກໍກຳນົດລັກສະນະແກ່ນແທ້ຂອງຄົນຜູ້ນັ້ນໄດ້, ບໍ່ວ່າພວກເຂົາຈະຊົ່ວຊ້າ ຫຼື ດີ, ບໍ່ວ່າພວກເຂົາຈະເປັນຄົນທີ່ສະແຫວງຫາຄວາມຈິງ ຫຼື ເປັນພຽງຜູ້ອອກເຫື່ອແຮງ. ເມື່ອເຈົ້າຂໍໃຫ້ຜູ້ນໍາປອມອະທິບາຍບັນຫາ ຫຼື ຍົກຄຳຖາມຂຶ້ນມາ, ພວກເຂົາບໍ່ສາມາດອະທິບາຍເຖິງຮາກເຫງົ້າ ແລະ ແກ່ນແທ້ຂອງບັນຫາ ຫຼື ຈຸດໃຈກາງຂອງມັນໄດ້ຢ່າງແຈ່ມແຈ້ງ. ສະຫຼຸບສັ້ນໆກໍຄື ຜູ້ນໍາປອມບໍ່ມີທັດສະນະຄະຕິທີ່ເຈາະຈົງໃດໆ ຕໍ່ບັນຫາທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ແລະ ສຳລັບເລື່ອງທີ່ພວກເຂົາສາມາດສັງເກດເຫັນປົມບາງຢ່າງໄດ້, ພວກເຂົາກໍຍັງເບິ່ງບໍ່ທະລຸແກ່ນແທ້ຂອງບັນຫາເຫຼົ່ານີ້. ແມ່ນແຕ່ເມື່ອບາງຄົນລະບາຍຄວາມຄິດລົບ ແລະ ເຜີຍແຜ່ແນວຄິດ ເຊິ່ງກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີຕໍ່ຊີວິດຄຣິສຕະຈັກ, ພວກເຂົາກໍບໍ່ສາມາດເບິ່ງທະລຸເລື່ອງນີ້ໄດ້. ພວກເຂົາບໍ່ສາມາດເບິ່ງທະລຸ ຫຼື ກຳນົດລັກສະນະແກ່ນແທ້ຂອງບັນຫາຈາກພື້ນຜິວຂອງມັນ ຫຼື ຈາກໄລຍະເລີ່ມຕົ້ນຂອງມັນ. ແນ່ນອນວ່າ, ການເບິ່ງທະລຸແກ່ນແທ້ຂອງບັນຫາບໍ່ແມ່ນເລື່ອງງ່າຍ. ສິ່ງທີ່ສຳຄັນທີ່ສຸດໃນວຽກງານຄຣິສຕະຈັກກໍຄືການເບິ່ງທະລຸແກ່ນແທ້ຂອງຄົນປະເພດຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ຜູ້ທີ່ເຂົ້າໃຈຄວາມຈິງສາມາດບັນລຸສິ່ງນີ້ໄດ້, ແຕ່ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມບໍ່ສາມາດເຮັດໄດ້. ເມື່ອພວກເຂົາເຫັນພວກຕໍ່ຕ້ານພຣະຄຣິສລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາ ແລະ ຍັງປົກປ້ອງພວກຕໍ່ຕ້ານພຣະຄຣິສໂດຍກ່າວວ່າ “ພວກເຂົາພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງຢ່າງ ແລະ ເປັນຄົນອວດດີ, ເອົາແຕ່ໃຈ ແລະ ເຮັດຕາມອຳເພີໃຈໜ້ອຍໜຶ່ງ. ພວກເຂົາກໍຍັງສາມາດອົດທົນຕໍ່ຄວາມຍາກລຳບາກໄດ້ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ ພວກເຮົາບໍ່ຄວນຕັດສິນ ແລະ ກ່າວໂທດພວກເຂົາ; ພວກເຮົາບໍ່ຄວນເຮັດໃຫ້ເປັນເລື່ອງໃຫຍ່”. ຄົນອື່ນຖາມວ່າ “ຖ້າພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາໄດ້, ແລ້ວພວກເຂົາແມ່ນຄົນທີ່ສະແຫວງຫາຄວາມຈິງບໍ? ພວກເຂົາໄດ້ຊັກຊວນ, ນໍາພາຢ່າງຜິດໆ ຫຼື ຊັກຈູງຄົນອື່ນຢູ່ເບື້ອງຫຼັງບໍ? ພວກເຂົາໄດ້ຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງບໍ?” ຜູ້ນໍາປອມບໍ່ສາມາດເບິ່ງທະລຸເລື່ອງເຫຼົ່ານີ້ໄດ້. ເຖິງກັບມີບາງຄົນທີ່ອ້າງຊື່ຂອງການເປັນພະຍານເພື່ອພຣະເຈົ້າ, ຕັ້ງໃຈຄວາມເສື່ອມເສຍ ແລະ ໝິ່ນປະໝາດພຣະເຈົ້າ ແລະ ຕັ້ງໃຈເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ໃນຂະນະທີ່ໄຈ້ແຍກ ແລະ ເວົ້າກ່ຽວກັບການຮູ້ຈັກແນວຄິດຂອງພວກເຂົາເອງກ່ຽວກັບພຣະອົງ. ຫຼັງຈາກໄດ້ຍິນພວກເຂົາເຮັດເຊັ່ນນີ້, ຜູ້ນໍາປອມອາດຈະຮູ້ສຶກວ່າ ສິ່ງທີ່ພວກເຂົາເວົ້ານັ້ນຟັງເບິ່ງແປກໆ ໜ້ອຍໜຶ່ງ, ແຕ່ພວກເຂົາກໍເບິ່ງບໍ່ທະລຸຄວາມຮ້າຍແຮງຂອງບັນຫາ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດເຫັນຜົນກະທົບທາງລົບ ແລະ ຜົນສະທ້ອນທີ່ຮ້າຍແຮງທີ່ມາຈາກຄຳເວົ້າເຫຼົ່ານີ້. ສະນັ້ນ, ການຂັດຂວາງ ແລະ ການລົບກວນຕ່າງໆ ທີ່ເກີດຂຶ້ນຢູ່ຕໍ່ໜ້າຕໍ່ຕາຂອງຜູ້ນໍາປອມນັ້ນ ຈະບໍ່ຖືກສັງເກດເຫັນໂດຍພວກເຂົາເລີຍ ຫຼື ຖ້າພວກເຂົາສັງເກດເຫັນ, ພວກເຂົາກໍບໍ່ຮູ້ວ່າຈະກຳນົດລັກສະນະຂອງພວກມັນແນວໃດ ຫຼື ຈະເຊື່ອມໂຍງພຣະທຳຂອງພຣະເຈົ້າເຂົ້າກັບສະຖານະການເຫຼົ່ານີ້ໄດ້ແນວໃດ. ເລື່ອງທີ່ແຈ່ມແຈ້ງເຫຼົ່ານີ້ກາຍເປັນເລື່ອງທີ່ສັບສົນວຸ້ນວາຍສຳລັບພວກເຂົາ. ຜູ້ນໍາປອມແມ່ນຄົນທີ່ມຶນງົງ. ໃນຄຣິສຕະຈັກ, ພວກເຂົາບໍ່ສາມາດແຍກແຍະໄດ້ວ່າຄົນໃດກຳລັງສະແຫວງຫາຄວາມຈິງ ແລະ ຄົນໃດເປັນຜູ້ເຊື່ອທີ່ແທ້ຈິງທີ່ສາມາດຍອມຮັບຄວາມຈິງໄດ້. ພວກເຂົາບໍ່ສາມາດແຍກແຍະໄດ້ວ່າ ຄົນໃດບໍ່ໄດ້ສະແຫວງຫາຄວາມຈິງ ແຕ່ຍັງສາມາດອອກເຫື່ອແຮງໄດ້ ແລະ ສ່ວນຫຼາຍເຕັມໃຈທີ່ຈະເສຍສະຫຼະ ແລະ ປະຕິບັດຕາມຫຼັກການ ແລະ ຂ້ອນຂ້າງເຊື່ອຟັງ ແລະ ອ່ອນນ້ອມ, ເຖິງແມ່ນວ່າບາງຄັ້ງຈະກ່າວບາງຄຳເວົ້າລົບໆ ກໍຕາມ. ພວກເຂົາຍັງບໍ່ສາມາດແຍກແຍະໄດ້ວ່າ ຄົນໃດຮັບບົດບາດລົບໆ ພຽງຢ່າງດຽວ, ລະບາຍຄວາມຄິດລົບ ແລະ ຕັດສິນຄົນອື່ນ ແລະ ມີແນວຄິດຕໍ່ການຈັດແຈງວຽກງານທັງໝົດໃນເຮືອນຂອງພຣະເຈົ້າ ແລະ ຕໍ່ກົດລະບຽບ ແລະ ຂໍ້ກຳນົດກ່ຽວກັບວຽກງານທຸກຢ່າງໃນເຮືອນຂອງພຣະເຈົ້າຢູ່ສະເໝີ, ໂດຍມີທັດສະນະຄະຕິຂອງການຕໍ່ຕ້ານແທນທີ່ຈະເປັນການຍອມຮັບ ແລະ ບໍ່ເຄົາລົບນັບຖືສິ່ງເຫຼົ່ານີ້ເປັນພິເສດ, ຈົນເຖິງຂັ້ນຕັດສິນພວກມັນ. ສະຫຼຸບສັ້ນໆກໍຄື ຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນປະເພດໃດເລີຍ. ຍິ່ງໄປກວ່ານັ້ນ, ໃນຄຣິສຕະຈັກ ມີບາງຄົນທີ່ເຜີຍແຜ່ແນວຄິດ, ລະບາຍຄວາມຄິດລົບຢູ່ເລື້ອຍໆ ແລະ ເຖິງກັບບໍ່ອ່ານພຣະທຳຂອງພຣະເຈົ້າໃນລະຫວ່າງການເຕົ້າໂຮມ. ພວກເຂົາສ້າງພັກສ້າງພວກ, ມີສ່ວນຮ່ວມໃນການອິດສາ ແລະ ການຍາດຊີງຢູ່ສະເໝີ. ບາງຄົນຢາກເປັນຜູ້ນໍາຢູ່ສະເໝີ, ຢາກອາໄສຄຣິສຕະຈັກລ້ຽງຊີບຢູ່ສະເໝີ ແລະ ຢາກຍຶດຊັບສິນຂອງເຮືອນຂອງພຣະເຈົ້າຢູ່ສະເໝີ. ຍັງມີບາງຄົນທີ່ເບິ່ງພາຍນອກຄືວ່າມີພຶດຕິກຳທີ່ດີບາງຢ່າງ ແຕ່ກໍບໍ່ໄດ້ມີບົດບາດທາງບວກໃດໆ ໃນໜ້າທີ່ຂອງພວກເຂົາ. ຜູ້ນໍາປອມບໍ່ສາມາດເບິ່ງທະລຸບຸກຄົນທາງລົບເຫຼົ່ານີ້ ແລະ ບໍ່ສາມາດຈັດປະເພດພວກເຂົາໄດ້. ພວກເຂົາບໍ່ສາມາດເບິ່ງທະລຸວ່າ ຄົນເຫຼົ່ານີ້ກຳລັງເດີນຕາມເສັ້ນທາງໃດ, ແກ່ນແທ້ຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາແມ່ນຄົນທີ່ຍອມຮັບຄວາມຈິງ ຫຼື ບໍ່. ນີ້ບໍ່ແມ່ນບັນຫາກ່ຽວກັບຄວາມສາມາດຂອງຜູ້ນໍາປອມບໍ? ຜູ້ນໍາປອມເຫຼົ່ານີ້ມີຄວາມສາມາດຕໍ່າທີ່ສຸດ. ວຽກງານໃດກໍຕາມທີ່ພວກເຂົາເຮັດກໍຈະສັບສົນວຸ້ນວາຍ ແລະ ວຽກງານໃດກໍຕາມທີ່ພວກເຂົາຮັບຜິດຊອບກໍຈະຈົບລົງດ້ວຍຄວາມບໍ່ເປັນລະບຽບຢ່າງສິ້ນເຊີງ.

ບາງຄົນໃຊ້ຈ່າຍເຄື່ອງຖວາຍໂດຍບໍ່ມີຫຼັກການ ເມື່ອພວກເຂົາຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ໂດຍຊື້ສິ່ງຂອງຕາມອຳເພີໃຈ ຢ່າງບໍ່ໄດ້ຮັບອະນຸຍາດ. ເມື່ອຜູ້ນໍາປອມເຫັນເຊັ່ນນີ້, ພວກເຂົາກໍຍັງເວົ້າວ່າ “ເຖິງແມ່ນວ່າພວກເຂົາຈະໃຊ້ເງິນຫຼາຍກວ່າເກົ່າໜ້ອຍໜຶ່ງ, ແຕ່ເຈດຕະນາຂອງພວກເຂົາກໍດີ. ເມື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ພວກເຮົາຄວນຊື້ຂອງທີ່ດີທີ່ສຸດ; ນີ້ບໍ່ແມ່ນການສິ້ນເປືອງເງິນ. ເຄື່ອງຖວາຍບໍ່ຄວນຖືກໃຊ້ແບບນີ້ບໍ?” ຄຳເວົ້າຂອງພວກເຂົາມີຫຼັກການບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າປະເພດໃດ? ມັນບໍ່ແມ່ນຄຳເວົ້າທີ່ສັບສົນບໍ? ຄຳເວົ້າທີ່ບໍ່ມີຫຼັກການແມ່ນຄຳເວົ້າທີ່ສັບສົນ ແລະ ຄຳເວົ້າທີ່ບໍ່ມີມູນຄວາມຈິງກໍແມ່ນຄຳເວົ້າທີ່ສັບສົນເຊັ່ນກັນ. ບາງຄົນມັກກ່າວຄຳເວົ້າ ແລະ ຫຼັກຄຳສອນຢູ່ເລື້ອຍໆ ໃນລະຫວ່າງຊີວິດຄຣິສຕະຈັກ; ພວກເຂົາເວົ້າເກັ່ງເປັນພິເສດ ແລະ ເວົ້າແບບມີໂຄງສ້າງທີ່ຟັງເບິ່ງເປັນລະບຽບດີ ແລະ ພວກເຂົາມີທັກສະການເວົ້າທີ່ດີເລີດ. ຜູ້ນໍາປອມເວົ້າແນວໃດກ່ຽວກັບຄົນປະເພດນີ້? “ຊີວິດຄຣິສຕະຈັກຂອງພວກເຮົາເພິ່ງພາຄົນນັ້ນຄົນນີ້ຢ່າງສິ້ນເຊີງ. ພວກເຂົາເປັນຄົນທີ່ເວົ້າໄດ້ແຈ່ມແຈ້ງທີ່ສຸດ ແລະ ພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າຫຼາຍທີ່ສຸດ. ຖ້າບໍ່ມີພວກເຂົາ, ຊີວິດຄຣິສຕະຈັກຂອງພວກເຮົາກໍຈະແຫ້ງແລ້ງຢ່າງບໍ່ໜ້າເຊື່ອ ແລະ ບໍ່ໜ້າສົນໃຈ”. ພວກເຂົາບໍ່ຮູ້ເລີຍວ່າຄົນເຫຼົ່ານີ້ກຳລັງກ່າວພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ. ບໍ່ວ່າຄົນຜູ້ໜຶ່ງຈະຟັງພວກເຂົາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ໄດ້ຮັບການສິດສອນໃດໆ, ພວກເຂົາຈະບໍ່ເຂົ້າໃຈຄວາມຈິງ ຫຼື ບໍ່ຮູ້ວ່າຈະເຊື່ອມໂຍງຄວາມຈິງເຂົ້າກັບຕົນເອງ ເພື່ອເຂົ້າໃຈສະພາວະຂອງພວກເຂົາເອງ ແລະ ແກ້ໄຂບັນຫາຂອງພວກເຂົາໄດ້ແນວໃດ. ພາຍໃຕ້ການຍ້ອງຍໍ ແລະ ການຍຸຍົງຂອງຜູ້ນໍາປອມ, ຄົນທີ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ, ຄົນທີ່ມັກເປັນຈຸດສົນໃຈ ແລະ ແມ່ນແຕ່ຄົນທີ່ມັກເວົ້ານອກເລື່ອງໃນຄຳປາໄສຂອງພວກເຂົາ, ເວົ້າໄປທົ່ວທີບໃນການເຕົ້າໂຮມແຕ່ລະຄັ້ງ ກ່ຽວກັບຫົວຂໍ້ໃຫຍ່ໂຕຢ່າງໄຮ້ສາລະ ແລະ ກວ້າງຂວາງ, ແມ່ນລ້ວນແຕ່ໄດ້ຮັບໂອກາດໃນການສະແດງອອກ. ຜູ້ນໍາປອມບໍ່ສາມາດແຍກແຍະພວກເຂົາໄດ້ ແລະ ຍັງຖືວ່າພວກເຂົາເປັນຄົນທີ່ມີພອນສະຫວັນ, ໂດຍຍ້ອງຍໍພວກເຂົາວ່າ “ພວກເຈົ້າເວົ້າເກັ່ງຫຼາຍ; ເປັນຫຍັງພວກເຈົ້າບໍ່ຂຽນບົດຄວາມຄຳພະຍານຈາກປະສົບການ? ໜ້າເສຍດາຍແທ້!” ໃນຄຣິສຕະຈັກ, ບັນດານັກສຶກສາມະຫາວິທະຍາໄລ, ສາດສະດາຈານ ແລະ ປັນຍາຊົນເຫຼົ່ານັ້ນແມ່ນຖືວ່າເປັນຊັບສົມບັດລໍ້າຄ່າໂດຍຜູ້ນໍາປອມ. ພວກເຂົາເວົ້າວ່າ “ປັນຍາຊົນ ແລະ ສາດສະດາຈານເຫຼົ່ານີ້ແມ່ນບຸກຄົນທີ່ມີພອນສະຫວັນ. ພວກເຂົາມີປະສົບການທີ່ກວ້າງຂວາງ ແລະ ມີຊື່ສຽງໃນສັງຄົມ. ຖ້າພວກເຂົາກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ວຽກງານກໍຈະສຳເລັດຫຼາຍຂຶ້ນ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້າກໍຈະສາມາດໄດ້ຮັບຜົນປະໂຫຍດ ແລະ ຮັບຫຼາຍຂຶ້ນ. ໃນອະນາຄົດ, ວຽກງານຂອງຄຣິສຕະຈັກຈະເພິ່ງພາພວກເຂົາໂດຍສິ້ນເຊີງ. ດ້ວຍປັນຍາຊົນເຫຼົ່ານີ້ນໍາພາພວກເຮົາ, ຄວາມເຊື່ອຂອງພວກເຮົາໃນພຣະເຈົ້າຈະນຳມາເຊິ່ງພອນຢ່າງແນ່ນອນ”. ສະນັ້ນ, ໃນຄຣິສຕະຈັກທີ່ມີຜູ້ນໍາປອມຢູ່, ຜູ້ທີ່ມີສະຖານະໃນສັງຄົມ, ຜູ້ທີ່ມີຄວາມຮູ້, ຜູ້ທີ່ເວົ້າເກັ່ງ, ຜູ້ທີ່ເວົ້າໄປເລື້ອຍກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນ, ຜູ້ທີ່ມີຊື່ສຽງ ແລະ ອື່ນໆ, ຄົນທັງໝົດເຫຼົ່ານີ້ທີ່ບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ ກໍຈະຄອບຄອງຕຳແໜ່ງສຳຄັນໃນຄຣິສຕະຈັກ ແລະ ຖືກຜູ້ນໍາປອມປະຕິບັດຄືກັບເປັນກຳລັງຫຼັກ ແລະ ເຖິງກັບຖືກເອີ້ນວ່າເປັນເສົາຄ້ຳຂອງຄຣິສຕະຈັກ. ເມື່ອມີຫຍັງເກີດຂຶ້ນໃນຄຣິສຕະຈັກ, ຜູ້ນໍາປອມກໍເວົ້າວ່າ “ໄປຖາມຄົນນັ້ນຄົນນີ້; ລາວເຄີຍເປັນ CEO ຂອງບໍລິສັດ” ຫຼື “ໄປຖາມຄົນນັ້ນຄົນນີ້; ລາວເຄີຍເປັນສາດສະດາຈານຢູ່ມະຫາວິທະຍາໄລນັ້ນນີ້”, ຫຼື “ໄປຖາມຄົນນັ້ນຄົນນີ້; ລາວເຄີຍເປັນທະນາຍຄວາມຊັ້ນນໍາຢູ່ບໍລິສັດກົດໝາຍ”. ຜູ້ນໍາປອມປະຕິບັດຕໍ່ຄົນເຫຼົ່ານີ້ຄືກັບເສົາຄ້ຳ ແລະ ກຳລັງຫຼັກຂອງຄຣິສຕະຈັກ. ຊີວິດຄຣິສຕະຈັກຈະດີໄດ້ບໍ ພາຍໃຕ້ສະຖານະການເຊັ່ນນີ້? (ບໍ່.) ແລ້ວຜົນທີ່ຕາມມາແມ່ນຫຍັງ? ກຳລັງຫຼັກ ແລະ ເສົາຄ້ຳທີ່ເອີ້ນກັນເຫຼົ່ານີ້ຈະຍາດຊີງຕຳແໜ່ງ ແລະ ສ້າງພັກສ້າງພວກຢ່າງລັບໆ ຫຼື ແມ່ນແຕ່ຢ່າງເປີດເຜີຍ ແລະ ມັກຈະເຜີຍແຜ່ແນວຄິດ ແລະ ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງຢູ່ເລື້ອຍໆ. ອ້າຍເອື້ອຍນ້ອງໃນຄຣິສຕະຈັກທີ່ເປັນຜູ້ເຊື່ອທີ່ແທ້ຈິງ, ຮັກຄວາມຈິງ, ສາມາດຍອມຮັບຄວາມຈິງໄດ້ ແລະ ມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບຄວາມຈິງ ກໍມັກຈະຖືກກີດກັນ ແລະ ກົດດັນໂດຍພວກເຂົາ. ບຸກຄົນທີ່ໂດດເດັ່ນໃນສັງຄົມທີ່ເອີ້ນກັນເຫຼົ່ານີ້, ບໍ່ວ່າຈະໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການຮັບຜິດຊອບວຽກງານໃດໜຶ່ງ, ກໍບໍ່ມີຄວາມຈົງຮັກພັກດີ ແລະ ບໍ່ເຄີຍປະຕິບັດຕາມຫຼັກການຄວາມຈິງເລີຍ ນັ້ນກໍຄື ພວກເຂົາເຮັດຕາມວິທີທາງຂອງສັງຄົມທີ່ບໍ່ເຊື່ອທັງໝົດໂດຍສິ້ນເຊີງ. ສະນັ້ນ, ໃນຄຣິສຕະຈັກເຊັ່ນນີ້ ຜູ້ທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງ, ຜູ້ທີ່ມີຄວາມເຂົ້າໃຈທີ່ບໍລິສຸດ ແລະ ຜູ້ທີ່ມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກຍຸຕິທຳ, ກໍຈະບໍ່ມີພື້ນທີ່ໃຫ້ເວົ້າ, ບໍ່ມີສິດທີ່ຈະເວົ້າ ແລະ ແນ່ນອນວ່າບໍ່ມີສິດທີ່ຈະຕັດສິນໃຈ. ບໍ່ວ່າຈະເກີດຫຍັງຂຶ້ນໃນຄຣິສຕະຈັກ, ຜູ້ຕັດສິນໃຈຂັ້ນສຸດທ້າຍກໍແມ່ນກຸ່ມຄົນທີ່ເອີ້ນວ່າສະມາຊິກຫຼັກກຸ່ມນີ້ສະເໝີ. ຜູ້ນໍາປອມບູຊາ ແລະ ເຊື່ອຄົນເຫຼົ່ານີ້ແບບຫຼັບຫູຫຼັບຕາ, ສະນັ້ນ ໃນທີ່ສຸດພວກເຂົາຈຶ່ງເພິ່ງພາພວກເຂົາ ເພື່ອຫາທາງອອກທຸກຄັ້ງທີ່ມີຫຍັງເກີດຂຶ້ນ. ຖ້າຄົນເຫຼົ່ານີ້ສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຫຼັກການຄວາມຈິງ, ນີ້ກໍຈະເປັນສິ່ງທີ່ດີ. ເຖິງແນວໃດກໍຕາມ, ຄົນເຫຼົ່ານີ້ສ່ວນຫຼາຍບໍ່ໄດ້ສະແຫວງຫາຄວາມຈິງ. ພວກເຂົາມີຄວາມຮູ້ ແລະ ການສຶກສາ, ມີສະຖານະທາງສັງຄົມ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງມີຄວາມເປັນມະນຸດທີ່ເລ່ຫຼ່ຽມ ແລະ ຊົ່ວຮ້າຍພາຍໃນ, ທັງຍັງເວົ້າຈາຄ່ອງແຄ້ວ ແລະ ຊ່ຽວຊານໃນການນໍາພາຄົນອື່ນຢ່າງຜິດໆ. ນີ້ຄືທຳມະຊາດ-ແກ່ນແທ້ຂອງພວກຜູ້ຕໍ່ຕ້ານພຣະຄຣິສຢ່າງແນ່ນອນ. ຜົນທີ່ຕາມມາຂອງການທີ່ຜູ້ນໍາປອມເພິ່ງພາຄົນເຫຼົ່ານີ້ແມ່ນຫຍັງ? ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກສັບສົນວຸ້ນວາຍຢ່າງສິ້ນເຊີງ ແລະ ພວກເຂົາທຳລາຍທາງເຂົ້າຂອງຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ, ເຮັດໃຫ້ຄຣິສຕະຈັກສູນເສຍການເປັນພະຍານຂອງຕົນຢ່າງສິ້ນເຊີງ. ຜູ້ນໍາປອມບາງຄົນຫວັງວ່າຈະມີຄົນໃຫຍ່ຄົນໂຕໃນຄຣິສຕະຈັກທີ່ເຂົ້າໃຈການເມືອງ ແລະ ເຫດການປັດຈຸບັນ, ໂດຍຄິດວ່າ “ຖ້າມີຄົນແບບນີ້ມາຂະຫຍາຍຂະໜາດຂອງຄຣິສຕະຈັກ, ເສີມສ້າງອິດທິພົນ ແລະ ຍົກສູງຊື່ສຽງຂອງຄຣິສຕະຈັກ, ວຽກງານເຜີຍແຜ່ຂ່າວປະເສີດກໍຈະມີຄວາມຫວັງ. ນັ້ນຈະເປັນເລື່ອງທີ່ໜ້າສະເຫຼີມສະຫຼອງຢ່າງແທ້ຈິງ!” ໃນຄຣິສຕະຈັກທີ່ຖືກຄວບຄຸມໂດຍຜູ້ນໍາປອມ, ໃນລະຫວ່າງຊີວິດຄຣິສຕະຈັກ ບາງຄົນກໍເວົ້າຢ່າງກວ້າງຂວາງກ່ຽວກັບການເມືອງ, ເຫດການປັດຈຸບັນ, ສະຖານະການລະຫວ່າງປະເທດ ແລະ ກິດຈະການພາຍໃນປະເທດ; ພວກເຂົາສົນທະນາກ່ຽວກັບຊີວິດສ່ວນຕົວຂອງບຸກຄົນສຳຄັນທາງການເມືອງລະດັບສູງ ແລະ ເຖິງກັບວິເຄາະແຜນການລັບ ແລະ ແຜນການເປີດເຜີຍຂອງບຸກຄົນສຳຄັນທາງການເມືອງເຫຼົ່ານີ້ຢ່າງຈະແຈ້ງ ແລະ ມີເຫດຜົນ. ດ້ວຍຄວາມອິດສາເປັນຢ່າງຍິ່ງ ຜູ້ນໍາປອມເວົ້າວ່າ “ໃນທີ່ສຸດ, ຄຣິສຕະຈັກຂອງພວກເຮົາກໍມີຄົນໃຫຍ່ຄົນໂຕມາຊ່ວຍຮັກສາພາບລັກ! ຂ້ອຍເຄີຍຮູ້ສຶກທໍ້ຖອຍ, ຜິດຫວັງ ແລະ ຮູ້ສຶກວ່າຂ້ອຍເງີຍໜ້າຂຶ້ນບໍ່ໄດ້, ເພາະວ່າຄຣິສຕະຈັກຂອງພວກເຮົາຂາດຄົນໃຫຍ່ຄົນໂຕແບບນີ້. ແຕ່ຕອນນີ້ພວກເຮົາກໍມີຄົນແບບນີ້ໃນຄຣິສຕະຈັກຂອງພວກເຮົາແລ້ວ. ສະນັ້ນ, ພວກເຮົາຄວນປ່ອຍໃຫ້ຄົນຜູ້ນີ້ເຮັດຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ ແລະ ເວົ້າຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ ແລະ ໃຫ້ອິດສະຫຼະແກ່ພວກເຂົາ. ເຮືອນຂອງພຣະເຈົ້າບໍ່ໄດ້ປະຕິບັດເສລີພາບ ແລະ ສິດທິມະນຸດບໍ? ຍຸກແຫ່ງລາຊະອານາຈັກບໍ່ໄດ້ເນັ້ນໜັກໃສ່ສິດທິມະນຸດບໍ?” ຜູ້ນໍາປອມປະຕິບັດຕໍ່ຜູ້ທີ່ມັກເວົ້າເລື່ອງການເມືອງ ແລະ ວິຈານຄົນດັງ, ຜູ້ທີ່ມັກເວົ້າຈາໄຮ້ສາລະກ່ຽວກັບແນວຄິດທີ່ສູງສົ່ງແຕ່ບໍ່ມີເນື້ອໃນໃນທ່າມກາງຜູ້ຄົນ, ຄືກັບເປັນຊັບສົມບັດລ້ຳຄ່າທີ່ຫາຍາກ ແລະ ຕ້ອງການບົ່ມເພາະພວກເຂົາໃຫ້ກາຍເປັນເສົາຄ້ຳ ແລະ ເສົາຫຼັກຂອງຄຣິສຕະຈັກ. ດັ່ງນັ້ນ, ພວກເຂົາຈຶ່ງຊຸກຍູ້ ແລະ ຍ້ອງຍໍພວກເຂົາຢູ່ເລື້ອຍໆ, ໂດຍຢ້ານວ່າມັນຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ ຖ້າພວກເຂົາກາຍເປັນຄົນຄິດລົບ. ສະຫຼຸບສັ້ນໆກໍຄື ຜູ້ນໍາປອມເຫຼົ່ານີ້ມຶນຊາ ແລະ ຕາບອດ. ພວກເຂົາບໍ່ສາມາດກວດພົບຄົນຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້ທັນທີ. ເຖິງແມ່ນວ່າພວກເຂົາໄດ້ຈຳແນກຄົນເຫຼົ່ານັ້ນ, ພວກເຂົາກໍບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນຊົ່ວຊ້າໄດ້. ພວກເຂົາບໍ່ສາມາດເບິ່ງທະລຸແມ່ນແຕ່ຄົນຊົ່ວຊ້າທີ່ເຫັນໄດ້ຊັດເຈນທີ່ຢູ່ໃນໝວດໝູ່ຂອງພວກຜູ້ຕໍ່ຕ້ານພຣະຄຣິສ, ເຊັ່ນ: ຜູ້ທີ່ສ້າງພັກສ້າງພວກ ແລະ ສ້າງຕັ້ງອານາຈັກອິດສະຫຼະ. ເມື່ອພວກເຂົາເຫັນພວກຕໍ່ຕ້ານພຣະຄຣິສສ້າງພັກສ້າງພວກ, ອວດອົ່ງທະນົງຕົວ ແລະ ເຮັດຕາມອຳເພີໃຈດ້ວຍອຳນາດອັນມະຫາສານທີ່ພວກເຂົາມີ, ຜູ້ນໍາປອມຈະປະເມີນພວກເຂົາແນວໃດ? “ຄົນຜູ້ນີ້ບໍ່ທຳມະດາ, ພວກເຂົາເປັນຕາໜ້າອັດສະຈັນແທ້ໆ! ຂ້ອຍບໍ່ເຄີຍສັງເກດເຫັນພອນສະຫວັນນີ້ມາກ່ອນ; ພວກເຂົາເກັ່ງກວ່າຂ້ອຍຫຼາຍ, ພວກເຂົາເຮັດໃຫ້ຂ້ອຍອັບອາຍແທ້ໆ. ເບິ່ງຄວາມສາມາດຂອງພວກເຂົາແມ, ພວກເຂົາມີຄວາມສາມາດໃນການຕັດສິນໃຈ ແລະ ກ້າຮັບຜິດຊອບ, ເວົ້າຈາມີລະດັບ ແລະ ຮັກສາຄຳເວົ້າຂອງພວກເຂົາ. ໃນອີກດ້ານໜຶ່ງ, ຂ້ອຍບໍ່ມີຫຍັງດີ; ຂ້ອຍເປັນຄືກັບເດັກຍິງໂຕນ້ອຍໆ ທີ່ຂີ້ອາຍ”. ພວກເຂົາຊື່ນຊົມພວກຕໍ່ຕ້ານພຣະຄຣິສຢ່າງຍິ່ງ, ກົ້ມຫົວໃຫ້ພວກເຂົາ ແລະ ເຕັມໃຈກາຍເປັນຜູ້ຕິດຕາມຂອງພວກເຂົາ. ລັກສະນະຢ່າງໜຶ່ງຂອງການສະແດງອອກນີ້ຂອງຜູ້ນໍາປອມແມ່ນຄວາມຕາບອດ ແລະ ອີກລັກສະນະໜຶ່ງແມ່ນຄວາມມຶນຊາ. ໂດຍລວມແລ້ວ, ແກ່ນແທ້ຂອງບັນຫານີ້ຂອງຜູ້ນໍາປອມກໍຄືຄວາມສາມາດຕໍ່າ.

ຄົນເຮົາມີຕາເພື່ອໃຫ້ພວກເຂົາສາມາດເຫັນສິ່ງຕ່າງໆ ໄດ້. ຫຼັງຈາກທີ່ຄົນຜູ້ໜຶ່ງເຫັນບາງຢ່າງ, ຈິດໃຈຂອງພວກເຂົາຈະມີປະຕິກິລິຍາ ແລະ ຕັດສິນ ແລະ ຫຼັງຈາກທີ່ພວກເຂົາຕັດສິນແລ້ວ, ພວກເຂົາກໍຈະພັດທະນາມຸມມອງ ແລະ ໄດ້ຮັບເສັ້ນທາງແຫ່ງການປະຕິບັດ. ສິ່ງນີ້ພິສູດວ່າພວກເຂົາບໍ່ໄດ້ຕາບອດ, ບໍ່ວ່າພວກເຂົາຈະເຫັນຫຍັງກໍຕາມ, ພວກເຂົາກໍມີປະຕິກິລິຍາທີ່ປົກກະຕິ ແລະ ຮູ້ວ່າຈະຜະເຊີນໜ້າ ແລະ ຈັດການກັບມັນແນວໃດ. ນີ້ຄືຄົນທີ່ມີແນວຄິດທີ່ປົກກະຕິ. ຄົນເຮົາມີຂະບວນການສ້າງປະຕິກິລິຍາຕໍ່ສິ່ງທີ່ພວກເຂົາເຫັນ; ພວກເຂົາຈະໄຕ່ຕອງ ແລະ ຄິດກ່ຽວກັບມັນບໍ່ຫຼາຍກໍໜ້ອຍ. ເມື່ອຄວາມຄິດຂອງພວກເຂົາເປີດເຜີຍອອກ, ພາບຂອງສິ່ງນັ້ນກໍຈະຄ່ອຍໆ ສ້າງຂຶ້ນໃນຈິດໃຈຂອງພວກເຂົາ ແລະ ພວກເຂົາກໍຈະພັດທະນາມຸມມອງ, ທັດສະນະຄະຕິ ແລະ ວິທີການຂອງພວກເຂົາເອງ. ແລ້ວເງື່ອນໄຂເບື້ອງຕົ້ນສຳລັບການສ້າງສິ່ງເຫຼົ່ານີ້ແມ່ນຫຍັງ? ຕາຂອງຄົນຜູ້ໜຶ່ງຕ້ອງສາມາດເຫັນສິ່ງຕ່າງໆ ໄດ້, ຈາກນັ້ນກໍສົ່ງຂໍ້ມູນທີ່ເກັບກຳໄດ້ໄປຍັງສະໝອງ ແລະ ຈິດໃຈຂອງພວກເຂົາເພື່ອຕຶກຕອງ. ຖ້າຄົນຜູ້ໜຶ່ງສາມາດເຫັນສິ່ງຕ່າງໆ ດ້ວຍຕາຂອງພວກເຂົາ, ແລ້ວພວກເຂົາກໍບໍ່ໄດ້ຕາບອດ ແລະ ຈາກນັ້ນພວກເຂົາກໍສາມາດຄິດ ແລະ ໄຕ່ຕອງ, ມີຄວາມຮັບຮູ້, ມີທັດສະນະຄະຕິ ແລະ ມີມຸມມອງ ແລະ ໃນທີ່ສຸດກໍສະຫຼຸບໄດ້ຢ່າງຖືກຕ້ອງ. ແນ່ນອນວ່າ ການທີ່ຈະສະຫຼຸບໄດ້ເຊັ່ນນີ້ກໍຕ້ອງໃຊ້ເວລາພໍສົມຄວນ. ການມີຄວາມຮັບຮູ້, ມີມຸມມອງ ແລະ ມີທັດສະນະຄະຕິກ່ອນທີ່ຈະສະຫຼຸບໄດ້ນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຈິດໃຈຂອງຄົນຜູ້ນັ້ນຫ້າວຫັນ, ບໍ່ໄດ້ມຶນຊາ, ເຊິ່ງພິສູດໃຫ້ເຫັນວ່າ ຄົນຜູ້ນີ້ມີຊີວິດຢູ່, ບໍ່ໄດ້ຕາຍ. ຜູ້ນໍາປອມມີຄວາມສາມາດຕໍ່າ. ມັນຕໍ່າໃນດ້ານໃດແດ່? ຜູ້ນໍາປອມຂາດຄຸນສົມບັດທັງສອງຢ່າງເຫຼົ່ານີ້. ຕາຂອງພວກເຂົາເປີດຢູ່ ແຕ່ພວກເຂົາບໍ່ສາມາດເຫັນສິ່ງຕ່າງໆ ທີ່ກຳລັງເກີດຂຶ້ນ ຫຼື ເປີດເຜີຍອອກ, ນັ້ນຄືຄວາມຕາບອດ. ນອກຈາກນີ້, ເມື່ອພວກເຂົາເຫັນສິ່ງຕ່າງໆ, ຈິດໃຈຂອງພວກເຂົາກໍບໍ່ມີປະຕິກິລິຍາ, ພວກເຂົາບໍ່ໄດ້ສ້າງມຸມມອງ ຫຼື ຄວາມຄິດໃດໆ ແລະ ພວກເຂົາບໍ່ມີວິທີການ ຫຼື ແນວທາງທີ່ຖືກຕ້ອງໃນການຕັດສິນ ແລະ ດັ່ງນັ້ນຈຶ່ງບໍ່ສາມາດສະຫຼຸບໄດ້. ນີ້ຄືຄວາມມຶນຊາໃນຈິດວິນຍານ. ຄົນທີ່ມຶນຊາໃນຈິດວິນຍານບໍ່ສາມາດແຍກແຍະຫຍັງໄດ້, ພວກເຂົາບໍ່ມີການປະເມີນທີ່ຖືກຕ້ອງ ຫຼື ການຕັດສິນທີ່ຖືກຕ້ອງ ແລະ ໃນທີ່ສຸດ ພວກເຂົາກໍບໍ່ສາມາດສະຫຼຸບໄດ້ຢ່າງຖືກຕ້ອງ ແລະ ບໍ່ຮູ້ວ່າຈະເຂົ້າຫາ, ຈັດການ ຫຼື ແກ້ໄຂເລື່ອງຕ່າງໆ ທີ່ຢູ່ຕໍ່ໜ້າໄດ້ແນວໃດ. ນີ້ຄືຄວາມມຶນຊາ ແລະ ຄວາມໂງ່ຈ້າ. ເມື່ອຄົນຜູ້ໜຶ່ງມຶນຊາ ແລະ ໂງ່ຈ້າໃນຈິດວິນຍານຂອງພວກເຂົາຈົນເຖິງຂັ້ນທີ່ພວກເຂົາບໍ່ມີປະຕິກິລິຍາໃດໆ ເລີຍເມື່ອມີຫຍັງເກີດຂຶ້ນ, ນີ້ຄືການຕາຍ ນັ້ນກໍຄື ນີ້ຄືການອະທິບາຍເລື່ອງນີ້ຢ່າງເຖິງແກ່ນ. ຕອນນີ້ໃຫ້ເຮົາປະໄວ້ກ່ອນວ່າຜູ້ນໍາປອມຕາຍແທ້ ຫຼື ບໍ່ ແລະ ພຽງແຕ່ເວົ້າວ່າພວກເຂົາມີຄວາມສາມາດທີ່ຕໍ່າ. ມັນຕໍ່າສໍ່າໃດກັນແທ້? ບໍ່ວ່າຈະເກີດເຫດການທີ່ສຳຄັນສໍ່າໃດ, ພວກເຂົາກໍບໍ່ສາມາດເຫັນມັນໄດ້ ແລະ ເຖິງແມ່ນວ່າພວກເຂົາເຫັນມັນ, ພວກເຂົາກໍບໍ່ສາມາດເບິ່ງທະລຸມັນໄດ້. ຕົວຢ່າງ, ບໍ່ວ່າຜູ້ນໍາປອມຈະເຮັດວຽກດົນສໍ່າໃດ, ພວກເຂົາກໍບໍ່ສາມາດສະຫຼຸບໄດ້ວ່າແກ່ນແທ້ຂອງເລື່ອງໃດໜຶ່ງແມ່ນຫຍັງ, ຈະຈັດປະເພດມັນແນວໃດ, ຈະກຳນົດລັກສະນະມັນແນວໃດ ຫຼື ພື້ນຖານສຳລັບການກຳນົດລັກສະນະແມ່ນຫຍັງ; ພວກເຂົາບໍ່ຮູ້ວ່າຈະປະເມີນສິ່ງເຫຼົ່ານີ້ແນວໃດ ແລະ ບໍ່ມີມາດຕະຖານ ຫຼື ຫຼັກການໃນການປະເມີນພວກມັນ. ພວກເຂົາແມ່ນຄົນສັບສົນທີ່ຂາດຄວາມເຂົ້າໃຈທາງວິນຍານ. ນີ້ຄືການສະແດງອອກຫຼັກຂອງຜູ້ນໍາປອມໃນໜ້າວຽກທຳອິດ. ພວກເຂົາຕາບອດ, ໂງ່, ໂງ່ເຂົາ ແລະ ມຶນຊາ, ແຕ່ພວກເຂົາກໍຍັງຢາກເປັນຜູ້ນໍາ. ນີ້ບໍ່ແມ່ນການເຮັດໃຫ້ວຽກງານຊັກຊ້າບໍ? ນີ້ບໍ່ແມ່ນເລື່ອງທີ່ຫຍຸ້ງຍາກຫຼາຍບໍ? ຖ້າຄົນໃດຄົນໜຶ່ງບໍ່ເຄີຍຮັບໃຊ້ເປັນຜູ້ນໍາມາກ່ອນ ແລະ ຖ້າພວກເຂົາຫາກໍພົບພໍ້ກັບບາງຢ່າງເປັນຄັ້ງທຳອິດ ແລະ ເລື່ອງນີ້ບໍ່ໄດ້ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍໄດ້ຍິນໃນທ່າມກາງຜູ້ຄົນ ນັ້ນກໍຄື ຖ້າພວກເຂົາບໍ່ມີປະສົບການ ຫຼື ຄວາມຮູ້ກ່ຽວກັບເລື່ອງນີ້, ພາຍໃຕ້ສະຖານະການເຊັ່ນນີ້ ມັນກໍຈະຕ້ອງໃຊ້ເວລາເພື່ອໃຫ້ຄົນຜູ້ນັ້ນພັດທະນາຄວາມເຂົ້າໃຈ, ທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງ. ແຕ່ເປັນຫຍັງຜູ້ນໍາປອມຈຶ່ງຖືກກ່າວວ່າເປັນຄົນທີ່ມຶນຊາ ແລະ ຕາບອດ? ມັນເປັນເພາະວ່າເຮົາໄດ້ກ່າວຄຳເວົ້າຫຼາຍຢ່າງ, ແຕ່ບໍ່ວ່າເຮົາຈະເປີດໂປງ ແລະ ໄຈ້ແຍກສິ່ງຕ່າງໆ ຫຼາຍສໍ່າໃດ ຫຼື ຍົກຕົວຢ່າງຫຼາຍສໍ່າໃດ, ຜູ້ນໍາປອມກໍພຽງແຕ່ຮູ້ກ່ຽວກັບເລື່ອງຕ່າງໆ ໄດ້ດ້ວຍຕົນເອງ ຫຼັງຈາກໄດ້ຍິນຄຳເວົ້າຂອງເຮົາ, ແຕ່ບໍ່ໄດ້ເຂົ້າໃຈຫຼັກການຄວາມຈິງຈາກຄຳເວົ້າເຫຼົ່ານັ້ນ. ນອກຈາກນີ້, ຍິ່ງເຮົາເວົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງສັບສົນຫຼາຍຂຶ້ນເທົ່ານັ້ນ. ພວກເຂົາເວົ້າວ່າ “ມີເລື່ອງຕັ້ງຫຼາຍຢ່າງ, ຄຳເວົ້າຕັ້ງຫຼາຍຄຳ, ເລື່ອງລາວຕັ້ງຫຼາຍຢ່າງ, ໃຜຈະໄປຈື່ໄດ້ໝົດ ແລະ ເຊື່ອມໂຍງເຂົ້າກັບຊີວິດຈິງໄດ້? ຢ່າເວົ້າຫຼາຍເກີນໄປ, ຂ້ອຍມີບັນຫາໜ້ອຍໜຶ່ງໃນການຮັບມັນທັງໝົດ ແລະ ບໍ່ຄ່ອຍເຂົ້າໃຈ. ພຽງແຕ່ບອກຂ້ອຍມາວ່າຈະຈັດການກັບຄົນຜູ້ນີ້ແນວໃດ: ຄວນໄລ່ອອກ ຫຼື ເກັບໄວ້?” ນີ້ບໍ່ແມ່ນຄວາມມຶນຊາບໍ? ມັນຄືຄວາມມຶນຊາທີ່ສຸດ! ທີ່ຈິງແລ້ວ, ການເວົ້າວ່າພວກເຂົາມຶນຊາແມ່ນການໃຫ້ທາງລົງບາງຢ່າງແກ່ພວກເຂົາ, ເພາະຄົນຜູ້ນີ້ອາດຈະຍັງໜຸ່ມ ຫຼື ບາງທີອາດຈະບໍ່ໄດ້ຮັບການສຶກສາ ຫຼື ບາງທີພວກເຂົາອາດຈະເຖົ້າຫຼາຍ ແລະ ມຶນງົງໜ້ອຍໜຶ່ງ, ການເວົ້າແບບນີ້ແມ່ນເພື່ອຮັກສາຄວາມທະນົງຕົວຂອງພວກເຂົາ. ແຕ່ທີ່ຈິງແລ້ວ, ມັນຄືຄວາມສາມາດທີ່ຕໍ່າ ແລະ ການຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ. ຄຳອະທິບາຍນີ້ເຮັດໃຫ້ມັນຊັດເຈນ.

ຖ້າການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງເກີດຂຶ້ນໃນຄຣິສຕະຈັກ ແລະ ຜູ້ນໍາປອມບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາເຫຼົ່ານີ້ໄດ້, ພວກເຂົາເໝາະສົມກັບວຽກງານຜູ້ນໍາບໍ? ອ້າຍເອື້ອຍນ້ອງຈະສາມາດໄດ້ຮັບການປົກປ້ອງພາຍໃຕ້ການນໍາພາຂອງພວກເຂົາບໍ? ວຽກງານຂອງຄຣິສຕະຈັກ, ສະພາບແວດລ້ອມທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງຕົນ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກຈະໄດ້ຮັບການປົກປ້ອງ ແລະ ຮັກສາໄວ້ໄດ້ບໍ? ສິ່ງເຫຼົ່ານີ້ແມ່ນສິ່ງພື້ນຖານທີ່ສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ. ຜູ້ນໍາປອມສາມາດບັນລຸສິ່ງເຫຼົ່ານີ້ໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ພວກເຂົາບໍ່ສາມາດແມ່ນແຕ່ຈຳແນກ ຫຼື ເບິ່ງທະລຸຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແລ້ວພວກເຂົາຈະດຳເນີນຂັ້ນຕອນຕໍ່ໄປຂອງວຽກງານຂອງພວກເຂົາໄດ້ແນວໃດ? ພວກເຂົາບໍ່ສາມາດແມ່ນແຕ່ແຍກແຍະສິ່ງພື້ນຖານທີ່ສຸດໄດ້, ເຊັ່ນ: ຄົນດີແມ່ນຫຍັງ, ຄົນບໍ່ດີແມ່ນຫຍັງ, ຄົນເລ່ຫຼ່ຽມແມ່ນຫຍັງ ຫຼື ຄົນໜ້າຊື່ໃຈຄົດແມ່ນຫຍັງ ນັ້ນກໍຄື ແລ້ວພວກເຂົາຈະຈັດການວຽກງານຄຣິສຕະຈັກໄດ້ແນວໃດ? ພວກເຂົາບໍ່ມີຄວາມສາມາດໃນເລື່ອງນີ້. ມັນບໍ່ແມ່ນວ່າພວກເຂົາຕັ້ງໃຈບໍ່ເຮັດວຽກຕົວຈິງ ຫຼື ພວກເຂົາຂີ້ຄ້ານ ແລະ ຈົດຈໍ່ຢູ່ກັບຜົນປະໂຫຍດຈາກສະຖານະ; ມັນເປັນພຽງແຕ່ວ່າພວກເຂົາມີຄວາມສາມາດທີ່ຕໍ່າ ແລະ ບໍ່ມີຄວາມສາມາດໃນການເຮັດວຽກຂອງພວກເຂົາ. ນີ້ຄືແກ່ນແທ້ຂອງບັນຫາ. ຄົນທີ່ມີຄວາມສາມາດທີ່ຕໍ່າຫຼາຍສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຍຶດໝັ້ນກັບລະບຽບການ; ໃນລະຫວ່າງການເຕົ້າໂຮມ, ພວກເຂົາສາມາດພຽງແຕ່ປອບໂຍນ ແລະ ຕັກເຕືອນຄົນອື່ນ, ໂດຍເວົ້າສິ່ງຕ່າງໆ ເຊັ່ນ: “ຈົ່ງເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ! ເຈົ້າຍັງສາມາດຈົດຈໍ່ຢູ່ກັບຄວາມສະບາຍຝ່າຍເນື້ອໜັງໃນເວລາເຊັ່ນນີ້ໄດ້ແນວໃດ? ເຈົ້າຍັງຈະໂລບຢາກໄດ້ເງິນ ແລະ ສິ່ງຂອງທາງໂລກຢູ່ໄດ້ແນວໃດ? ພຣະເຈົ້າຄົງຈະໂສກເສົ້າໃຈຫຼາຍ!” ພວກເຂົາສາມາດເທດສະໜາໄດ້ພຽງແຕ່ປະເພດນີ້. ເມື່ອການກະທຳທີ່ຊົ່ວຊ້າຕ່າງໆ ເຊັ່ນ: ການຂັດຂວາງ, ການລົບກວນ ແລະ ການລະບາຍຄວາມຄິດລົບເກີດຂຶ້ນ, ພວກເຂົາກໍບໍ່ສາມາດເຫັນ ຫຼື ຈຳແນກພວກມັນໄດ້. ອ້າຍເອື້ອຍນ້ອງຢາກດຳລົງຊີວິດຄຣິສຕະຈັກທີ່ປົກກະຕິ ແຕ່ກໍບໍ່ສາມາດເຮັດໄດ້ ແລະ ພວກເຂົາຢາກມີສະພາບແວດລ້ອມທີ່ເໝາະສົມ ເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແຕ່ກໍບໍ່ສາມາດເຮັດໄດ້. ຜູ້ນໍາປອມບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້, ແລ້ວພວກເຂົາຈະມີປະໂຫຍດຫຍັງ? ອ້າຍເອື້ອຍນ້ອງຢາກດຳລົງຊີວິດຄຣິສຕະຈັກ, ເພື່ອເຂົ້າໃຈຄວາມຈິງ ແລະ ແກ້ໄຂຄວາມຫຍຸ້ງຍາກ ແລະ ສະພາວະທາງລົບຂອງພວກເຂົາ. ພວກເຂົາຫວັງຢ່າງຍິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະສາມາດໂອ້ລົມຄວາມຈິງຢ່າງແຈ່ມແຈ້ງ ແລະ ຢ່າງຖີ່ຖ້ວນ ເພື່ອແກ້ໄຂບັນຫາຕົວຈິງເຫຼົ່ານີ້. ຖ້າຄຣິສຕະຈັກໃດໜຶ່ງເປັນຄຣິສຕະຈັກທີ່ຜູ້ນໍາປອມມີອຳນາດ, ບັນຫາຕົວຈິງເຫຼົ່ານີ້ຈະສາມາດແກ້ໄຂໄດ້ບໍ? ຜູ້ນໍາປອມບໍ່ເຂົ້າໃຈຈິດໃຈຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ສາມາດເຫັນຄວາມຫຍຸ້ງຍາກຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາສືບຕໍ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ເວົ້າໄປເລື້ອຍໆ ກ່ຽວກັບແນວຄິດທີ່ສູງສົ່ງແຕ່ໄຮ້ສາລະ, ເຊິ່ງເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າຜິດຫວັງຄັ້ງໃຫຍ່. ໃຜຈະຍັງຢາກເຂົ້າຮ່ວມການເຕົ້າໂຮມເປັນປະຈຳອີກ? ຜູ້ນໍາປອມສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ກຳຈັດຄົນຊົ່ວຊ້າ, ຜູ້ບໍ່ເຊື່ອ, ຜູ້ສວຍໂອກາດ ແລະ ຄົນທີ່ມັກການຜິດປະເວນີທີ່ເປັນຄົນຊົ່ວຮ້າຍ ແລະ ມັກຮັກທາງໂລກອອກຈາກຄຣິສຕະຈັກຕາມພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າ, ປ້ອງກັນບໍ່ໃຫ້ພວກເຂົາແຊກແຊງ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າສາມາດດຳລົງຊີວິດຄຣິສຕະຈັກທີ່ປົກກະຕິໄດ້ບໍ? ຜູ້ນໍາປອມສາມາດບັນລຸສິ່ງນີ້ໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ເມື່ອຄົນໃດໜຶ່ງຮ້ອງຂໍເຊັ່ນນັ້ນ, ຜູ້ນໍາປອມຈະເວົ້າແນວໃດ? “ເຈົ້າວຸ້ນວາຍແທ້! ເຈົ້າຄິດວ່າເຈົ້າເປັນຄົນດຽວທີ່ຮັກພຣະເຈົ້າ ແລະ ຢາກຈົງຮັກພັກດີໃນການປະຕິບັດໜ້າທີ່ບໍ? ໃຜແດ່ທີ່ບໍ່ຢາກເຮັດ? ພວກເຂົາຍັງເຊື່ອໃນພຣະເຈົ້າ ແລະ ຖືກເລືອກໂດຍພຣະເຈົ້າເຊັ່ນກັນ. ເຖິງແມ່ນວ່າພວກເຂົາຈະມີບັນຫາບາງຢ່າງ, ພວກເຮົາກໍຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ. ຢ່າຊອກຫາຂໍ້ຜິດພາດຂອງຄົນອື່ນຢູ່ສະເໝີ. ຈົ່ງໃຊ້ໂອກາດນີ້ໄຕ່ຕອງ ແລະ ຮູ້ຈັກຕົນເອງໃຫ້ຫຼາຍຂຶ້ນ; ເຈົ້າຕ້ອງຮຽນຮູ້ທີ່ຈະມີໃຈກວ້າງ ແລະ ອົດທົນ”. ຜູ້ນໍາປອມມຶນງົງ ແລະ ຕາບອດ ແລະ ພວກເຂົາບໍ່ມີຫຼັກການໃນການປະຕິບັດຕໍ່ຄົນປະເພດຕ່າງໆ. ພວກເຂົາບໍ່ສາມາດເບິ່ງທະລຸຜູ້ທີ່ຄວນຖືກຈຳກັດ ຫຼື ກຳຈັດອອກ, ແທນທີ່ຈະເປັນແນວນັ້ນ ພວກເຂົາກັບປ່ອຍປະລະເລີຍໃຫ້ຄົນເຫຼົ່ານີ້ເຮັດຕາມອຳເພີໃຈ ແລະ ປະພຶດຕົນຄືກັບຜູ້ກົດຂີ່ໃນຄຣິສຕະຈັກ, ໂດຍໃຫ້ພວກເຂົາມີພື້ນທີ່ຫຼາຍໃນການດຳເນີນການ, ເຊິ່ງເຮັດໃຫ້ຄຣິສຕະຈັກສັບສົນວຸ້ນວາຍ, ຈົນເຖິງຂັ້ນທີ່ລະດັບຄວາມຫຼາກຫຼາຍໃນຄຣິສຕະຈັກບາງແຫ່ງສາມາດອະທິບາຍໄດ້ດ້ວຍປະໂຫຍກດຽວຄື: ພວກມັນກາຍເປັນບ່ອນທີ່ຄົນດີຄົນຊົ່ວປະປົນກັນຢ່າງແທ້ຈິງ. ຄົນຊົ່ວຊ້າ, ຜູ້ບໍ່ເຊື່ອ, ຜູ້ທີ່ມັກການຜິດປະເວນີ, ຜູ້ກົດຂີ່ໃນທ້ອງຖິ່ນ ແລະ ແມ່ນແຕ່ບາງຄົນທີ່ຈະຫັກຫຼັງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເມື່ອພົບພໍ້ກັບອັນຕະລາຍພຽງເລັກນ້ອຍ, ກໍລ້ວນແລ້ວແຕ່ປະປົນກັນຢູ່ໃນຄຣິສຕະຈັກເຫຼົ່ານີ້. ຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນເຫຼົ່ານີ້ ແລະ ພວກເຂົາບໍ່ໄດ້ຈັດການ ຫຼື ແກ້ໄຂພວກເຂົາ. ສະນັ້ນ, ພາຍໃຕ້ການນໍາພາຂອງຜູ້ນໍາປອມທີ່ຕາບອດ ແລະ ມຶນຊາເຊັ່ນນີ້, ຜູ້ທີ່ຖືກເລືອກຂອງພຣະເຈົ້າຈຶ່ງບໍ່ສາມາດໄດ້ຮັບການປົກປ້ອງ ແລະ ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກກໍບໍ່ສາມາດຮັກສາໄວ້ໄດ້ຢ່າງແນ່ນອນ. ຜູ້ທີ່ຮັກຄວາມຈິງ ແລະ ເຕັມໃຈທີ່ຈະຍອມຮັບຄວາມຈິງຈະສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງໃນຊີວິດຄຣິສຕະຈັກທີ່ປະປົນກັນເຊັ່ນນີ້ໄດ້ແນວໃດ? ຄົນເຫຼົ່ານັ້ນຈະບໍ່ຮູ້ສຶກເຈັບປວດໃນຫົວໃຈຂອງພວກເຂົາບໍ? ຖ້າຜູ້ນໍາຄຣິສຕະຈັກບໍ່ສາມາດຮັກສາວຽກງານຂອງຄຣິສຕະຈັກ, ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ຫຼື ສະພາບແວດລ້ອມສຳລັບອ້າຍເອື້ອຍນ້ອງໃນການປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ ຫຼື ຮັບປະກັນຄວາມປອດໄພຂອງສິ່ງເຫຼົ່ານີ້ໄດ້, ແລ້ວຜູ້ນໍາຜູ້ນີ້ກໍເປັນຜູ້ນໍາປອມໂດຍບໍ່ຕ້ອງສົງໄສ. ເປັນຫຍັງພວກເຂົາຈຶ່ງໄດ້ຮັບຕຳແໜ່ງເປັນຜູ້ນໍາປອມ? ມັນເປັນເພາະວ່າພວກເຂົາຕາບອດ ແລະ ມຶນຊາ, ເຊິ່ງນຳໄປສູ່ເຫດການທີ່ເກີດຂຶ້ນຊໍ້າແລ້ວຊໍ້າອີກທີ່ຄົນຊົ່ວຊ້າຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ; ຍິ່ງໄປກວ່ານັ້ນ, ແມ່ນແຕ່ເມື່ອສິ່ງນີ້ໄດ້ສົ່ງຜົນສະທ້ອນແລ້ວ, ພວກເຂົາກໍຍັງບໍ່ສາມາດຈັດການ ແລະ ແກ້ໄຂບັນຫາໄດ້ທັນທີ ແລະ ຢ່າງຖືກຕ້ອງ ແລະ ພວກເຂົາກໍບໍ່ສາມາດຮັກສາວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກຂອງອ້າຍເອື້ອຍນ້ອງຢ່າງຖືກຕ້ອງໄດ້. ເວົ້າແບບອ່ອນໂຍນກໍຄື ຜູ້ນໍາເຊັ່ນນີ້ບໍ່ມີຄວາມສາມາດໃນວຽກງານຂອງພວກເຂົາ; ເວົ້າໃຫ້ຖືກຕ້ອງກໍຄື ພວກເຂົາລົ້ມເຫຼວໃນຄວາມຮັບຜິດຊອບຂອງພວກເຂົາຢ່າງຮ້າຍແຮງ. ເຖິງແມ່ນວ່າພວກເຂົາຈະຮັບໃຊ້ເປັນຜູ້ນໍາ, ພວກເຂົາກໍປົກປ້ອງຜົນປະໂຫຍດຂອງຄົນຊົ່ວຊ້າ ແລະ ຜົນປະໂຫຍດຂອງຄົນຮັບໃຊ້ຂອງຊາຕານ, ໃນຂະນະທີ່ບໍ່ໃສ່ໃຈວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ພວກເຂົາປົກປ້ອງ ແລະ ປ່ອຍປະລະເລີຍຄົນຊົ່ວຊ້າເຫຼົ່ານັ້ນທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ ໂດຍແລກກັບການທຳຮ້າຍອ້າຍເອື້ອຍນ້ອງ. ເຖິງແມ່ນວ່າ, ເມື່ອຕັດສິນຈາກຄວາມສາມາດ ແລະ ການສຳແດງອອກຂອງພວກເຂົາ, ພວກເຂົາພຽງແຕ່ມີຄວາມສາມາດທີ່ຕໍ່າ ແລະ ບໍ່ສາມາດເຮັດວຽກຂອງພວກເຂົາໄດ້ ແລະ ບໍ່ສາມາດຖືກກຳນົດລັກສະນະວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສໄດ້, ແຕ່ຜົນສະທ້ອນຈາກການກະທຳຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກເປັນສິ່ງທີ່ຮ້າຍແຮງ. ລັກສະນະການກະທຳຂອງພວກເຂົາກໍຄືກັນກັບຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ສ້າງຕັ້ງອານາຈັກອິດສະຫຼະ ແລະ ກົດດັນອ້າຍເອື້ອຍນ້ອງ. ທັງສອງຝ່າຍຕ່າງກໍປົກປ້ອງ ແລະ ປ່ອຍປະລະເລີຍຄົນຊົ່ວຊ້າ ແລະ ປ່ອຍປະລະເລີຍໃຫ້ຄົນຮັບໃຊ້ຂອງຊາຕານ ເຮັດຕາມອຳເພີໃຈໃນຄຣິສຕະຈັກ. ມັນເປັນພຽງແຕ່ວ່າຜູ້ນໍາປອມບໍ່ໄດ້ເຮັດຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງເປີດເຜີຍ ແລະ ຢ່າງໜ້າດ້ານຄືກັບທີ່ພວກຜູ້ຕໍ່ຕ້ານພຣະຄຣິສເຮັດ. ພວກເຂົາບໍ່ໄດ້ເຈດຕະນາດຶງດູດຄົນມາຫາພວກເຂົາເອງ ແລະ ເຮັດໃຫ້ຄົນເຫຼົ່ານັ້ນເຊື່ອຟັງພວກເຂົາ, ແຕ່ຜົນສຸດທ້າຍກໍຄືກັນກັບຂອງພວກຜູ້ຕໍ່ຕ້ານພຣະຄຣິສທີ່ສ້າງຕັ້ງອານາຈັກອິດສະຫຼະ. ທັງສອງຝ່າຍຕ່າງກໍສົ່ງຜົນໃຫ້ອ້າຍເອື້ອຍນ້ອງທີ່ຮັກຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈຖືກທຳຮ້າຍ ແລະ ທຳລາຍ ແລະ ບໍ່ມີທາງທີ່ຈະມີຊີວິດຢູ່ຕໍ່ໄປ. ໃນສະພາບແວດລ້ອມ ແລະ ຊີວິດຄຣິສຕະຈັກເຊັ່ນນີ້, ມັນເປັນການຍາກຫຼາຍສຳລັບອ້າຍເອື້ອຍນ້ອງທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ເພື່ອໃຫ້ມີຄວາມກ້າວໜ້າໃນຊີວິດ ແລະ ມັນກໍເປັນການຍາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາຢ່າງປົກກະຕິ. ແນ່ນອນວ່າ ວຽກງານເຜີຍແຜ່ຂ່າວປະເສີດ ແລະ ວຽກງານຕ່າງໆ ຂອງຄຣິສຕະຈັກກໍຖືກຂັດຂວາງຫຼາຍ ແລະ ບໍ່ສາມາດພັດທະນາຢ່າງປົກກະຕິໄດ້. ນີ້ຄືການສະແດງອອກທຳອິດຂອງຜູ້ນໍາປອມທີ່ພວກເຮົາກຳລັງໄຈ້ແຍກກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງ, ນັ້ນກໍຄື ການບໍ່ສັງເກດເຫັນ ແລະ ບໍ່ສາມາດເບິ່ງທະລຸຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ເກີດຂຶ້ນອ້ອມຕົວພວກເຂົາ. ການສະແດງອອກນີ້ພຽງພໍແລ້ວທີ່ຈະກຳນົດລັກສະນະຄົນປະເພດນີ້ວ່າເປັນຜູ້ນໍາປອມ.

II. ຜູ້ນໍາປອມບໍ່ຈັດການກັບຄົນທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຕາມຫຼັກການ

ກ່ຽວກັບໜ້າວຽກທີສອງທີ່ໄດ້ກ່າວໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຮົາຈະເປີດໂປງ ແລະ ໄຈ້ແຍກການສຳແດງອອກຂອງຜູ້ນໍາປອມ. ໜ້າວຽກທີສອງກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຄວນໃຊ້ຫຼັກການຄວາມຈິງ ເພື່ອແກ້ໄຂບັນຫາໂດຍທັນທີ ເມື່ອພົບເຫັນພວກມັນ. ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍບໍ່ມີຄວາມສາມາດໃນໜ້າວຽກນີ້ເຊັ່ນກັນ. ສະນັ້ນ, ການສະແດງອອກຢ່າງທີສອງຂອງຜູ້ນໍາປອມທີ່ພວກເຮົາຈະໄຈ້ແຍກກໍຄື ພວກເຂົາບໍ່ຮູ້ຈັກຫຼັກການໃນການຈັດການກັບບັນດາຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ. ເມື່ອຜູ້ນໍາປອມເຂົ້າຮ່ວມໃນຊີວິດຄຣິສຕະຈັກ, ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອະທິຖານ-ອ່ານພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາບໍ່ເຄີຍເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າ, ບໍ່ເຄີຍກຳແໜ້ນຫຼັກການຂອງທຸກສິ່ງທີ່ພຣະເຈົ້າກ່າວ ແລະ ບໍ່ຮູ້ຈັກຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງສຳລັບເລື່ອງຕ່າງໆ. ສິ່ງນີ້ຍິ່ງພິສູດໃຫ້ເຫັນວ່າ ຜູ້ນໍາປອມຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ມີຄວາມສາມາດທີ່ຕໍ່າຫຼາຍ. ບາງຄົນເວົ້າວ່າ “ເຈົ້າຈະເວົ້າໄດ້ແນວໃດວ່າຄວາມສາມາດຂອງພວກເຂົາຕໍ່າ? ພວກເຂົາເຮັດອາຫານເກັ່ງຫຼາຍ, ແຕ່ງຕົວແບບມີສະໄຕລ໌ ແລະ ເວົ້າຈາຢ່າງມ່ວນຫູ ເມື່ອພົວພັນກັບຄົນອື່ນ; ທຸກຄົນມັກຟັງພວກເຂົາ”. ຮູບຮ່າງພາຍນອກຂອງຄົນເຮົາສາມາດເປັນຕົວແທນເຖິງແກ່ນແທ້ຂອງພວກເຂົາໄດ້ບໍ? ການທີ່ສາມາດເຮັດສິ່ງພາຍນອກບາງຢ່າງໄດ້ດີໝາຍຄວາມວ່າ ພວກເຂົາມີຄວາມສາມາດທີ່ດີບໍ? ເພື່ອປະເມີນ, ວັດແທກ ແລະ ກຳນົດລັກສະນະຂອງສິ່ງໃດກໍຕາມ, ຈະຕ້ອງມີມາດຕະຖານທີ່ຖືກຕ້ອງຢູ່ສະເໝີ. ເພື່ອວັດແທກຄວາມສາມາດຂອງຜູ້ຄົນ, ມາດຕະຖານກໍຄືວ່າຄວາມເຂົ້າໃຈຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້ານັ້ນບໍລິສຸດ ຫຼື ບໍ່. ການກ່າວວ່າຄົນເຫຼົ່ານີ້ມີຄວາມສາມາດຕໍ່າ ແມ່ນໝາຍເຖິງການຂາດຄວາມສາມາດ ໃນການຢັ່ງຮູ້ຄວາມຈິງຂອງພວກເຂົາເປັນຫຼັກ. ພວກເຮົາວັດແທກຄວາມສາມາດຂອງບຸກຄົນໃດໜຶ່ງ ໂດຍອີງໃສ່ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າຂອງພວກເຂົາ. ສິ່ງນີ້ບໍ່ແມ່ນພາວະວິໄສ ແລະ ເປັນທຳຫຼາຍບໍ? (ແມ່ນແລ້ວ.) ໃນຖານະທີ່ເປັນສິ່ງທີ່ຖືກສ້າງ, ຖ້າເຈົ້າບໍ່ສາມາດເຂົ້າໃຈພຣະທຳຂອງພຣະຜູ້ສ້າງໄດ້, ເຈົ້າມີຄວາມສາມາດແບບໃດກັນ? ເຈົ້າມີຈິດໃຈທີ່ໃຊ້ງານໄດ້ຈິງບໍ? ຄົນເຊັ່ນນັ້ນຂາດຄວາມສາມາດຂອງມະນຸດ; ຄວາມສາມາດຂອງພວກເຂົາຕໍ່າຫຼາຍຈົນເຖິງຂັ້ນທີ່ພວກເຂົາບໍ່ສາມາດເຂົ້າໃຈ ແມ່ນແຕ່ພຣະທຳຂອງພຣະເຈົ້າ ນັ້ນກໍຄື ຄົນເຊັ່ນນັ້ນຈະສາມາດໄດ້ຮັບຄວາມຈິງ ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າໄດ້ບໍ?

ຕອນນີ້ ພວກເຮົາຈະໂອ້ລົມ ແລະ ໄຈ້ແຍກການສຳແດງອອກຢ່າງທີສອງຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ຮູ້ວິທີຈັດການກັບຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ບໍ່ສາມາດແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ໄດ້. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຜູ້ນໍາປອມມີຄວາມສາມາດຕໍ່າ, ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ຕົວຢ່າງ: ມີຄົນໜຶ່ງທີ່ດື້ດ້ານຕໍ່ຕ້ານຜູ້ນໍາຢູ່ສະເໝີ ບໍ່ວ່າຜູ້ນໍານັ້ນຈະເປັນໃຜກໍຕາມ. ຜູ້ນໍາປອມກໍສາມາດສັງເກດເຫັນໄດ້ວ່າຄົນຜູ້ນີ້ມີບັນຫາ ແລະ ຮູ້ສຶກວ່າພວກເຂົາເບິ່ງຄືກັບຄົນຊົ່ວຊ້າ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຂົາສາມາດກວດພົບປົມບາງຢ່າງກ່ຽວກັບສິ່ງຕ່າງໆ ເຊິ່ງກໍບໍ່ແມ່ນເລື່ອງທີ່ບໍ່ດີປານໃດ. ແຕ່ຖ້າເຈົ້າຖາມພວກເຂົາວ່າ “ແມ່ນຫຍັງທີ່ເຮັດໃຫ້ເຈົ້າເວົ້າວ່າ ພວກເຂົາເບິ່ງຄືກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າ? ມີການສຳແດງອອກທີ່ສະເພາະເຈາະຈົງເປັນຫຼັກຖານບໍ? ເຈົ້າສາມາດກຳນົດໄດ້ບໍວ່າ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າ ພຽງແຕ່ຍ້ອນວ່າພວກເຂົາດື້ດ້ານຕໍ່ຕ້ານຜູ້ນໍາຢູ່ສະເໝີ ບໍ່ວ່າຜູ້ນໍານັ້ນຈະເປັນໃຜກໍຕາມ? ພຽງເທົ່ານັ້ນມັນບໍ່ພຽງພໍທີ່ຈະກຳນົດລັກສະນະຂອງພວກເຂົາແບບນັ້ນ; ມັນເປັນພຽງເລື່ອງຂອງອຸປະນິໄສ, ເປັນບັນຫາຂອງຄວາມອວດດີ ແລະ ການຖືຕົນວ່າຊອບທຳ. ພວກເຂົາມີທຳມະຊາດຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາເປັນຄົນທີ່ລັງກຽດຄວາມຈິງ ແລະ ກຽດຊັງຄວາມຈິງບໍ? ພວກເຂົາໄດ້ລົບກວນວຽກງານຂອງຄຣິສຕະຈັກບໍ? ພວກເຂົາໄດ້ກ່າວໂທດຜູ້ນໍາ ແລະ ຜູ້ເຮັດວຽກທັງໝົດວ່າເປັນຜູ້ນໍາປອມ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສບໍ? ພວກເຂົາໄດ້ເຮັດສິ່ງເຫຼົ່ານີ້ແລ້ວບໍ?” ພວກເຂົາຕອບວ່າ “ເບິ່ງຄືວ່າພວກເຂົາໄດ້ເຮັດແລ້ວ”. ຖ້າເຈົ້າຖາມຕໍ່ໄປວ່າ “ແລ້ວພວກເຮົາຄວນກຳນົດລັກສະນະ ແລະ ຈັດການກັບພວກເຂົາແນວໃດ?” ພວກເຂົາກໍຕອບວ່າ ພວກເຂົາບໍ່ຮູ້. ຖ້າເຈົ້າຖາມວ່າ “ສຳລັບຄົນປະເພດນີ້, ພວກເຮົາຄວນຕັກເຕືອນພວກເຂົາ ແລະ ເປີດໂປງພວກເຂົາ ເພື່ອຊ່ວຍໃຫ້ອ້າຍເອື້ອຍນ້ອງໄດ້ຮັບການແຍກແຍະບໍ?” ພວກເຂົາກໍຍັງບໍ່ຮູ້. ນີ້ຄືກໍລະນີຂອງການບໍ່ຮູ້ເລື່ອງຫຍັງເລີຍ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດໄດ້. ພວກເຂົາສາມາດສັງເກດເຫັນປົມບາງຢ່າງໄດ້ ແຕ່ບໍ່ຮູ້ວິທີກຳນົດລັກສະນະ ຫຼື ຈັດການກັບຄົນເຊັ່ນນັ້ນຕາມຫຼັກການ. ພວກເຂົາສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ບໍ? ພວກເຂົາສາມາດຊ່ວຍໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າຮຽນຮູ້ບົດຮຽນໄດ້ບໍ? ເນື່ອງຈາກບຸກຄົນດັ່ງກ່າວເປັນຄົນຊົ່ວຊ້າ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິສ, ບໍ່ຊ້າກໍໄວພວກເຂົາກໍຈະຖືກຂັບໄລ່ອອກໄປ. ແນວໃດກໍຕາມ, ຖ້າເຈົ້າກຳຈັດພວກເຂົາອອກ ຫຼື ແຍກພວກເຂົາອອກໄປກ່ອນທີ່ພວກເຂົາຈະກະທຳຄວາມຊົ່ວຊ້າບາງຢ່າງ, ພວກເຂົາກໍຈະສະແດງການຕໍ່ຕ້ານ ແລະ ອ້າຍເອື້ອຍນ້ອງກໍຈະບໍ່ສາມາດເຂົ້າໃຈໄດ້ວ່າ ເປັນຫຍັງເຈົ້າຈຶ່ງເຮັດແບບນັ້ນ. ສະນັ້ນ, ມັນຈຶ່ງຈຳເປັນຕ້ອງປ່ອຍໃຫ້ພວກເຂົາປະຕິບັດການເປັນໄລຍະເວລາໜຶ່ງ. ເມື່ອການກະທຳທີ່ຊົ່ວຊ້າຂອງພວກເຂົານັບມື້ນັບປາກົດຊັດເຈນຂຶ້ນ ແລະ ພວກເຂົາເລີ່ມເຜີຍແຜ່ຄຳເວົ້າທີ່ຜິດໆ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງ, ນໍາພາຢ່າງຜິດໆ ແລະ ພະຍາຍາມຊັກຊວນອ້າຍເອື້ອຍນ້ອງ, ແຂ່ງຂັນຍາດຊີງອຳນາດ ແລະ ອິດທິພົນ, ສ້າງຕັ້ງອານາຈັກອິດສະຫຼະ ແລະ ພະຍາຍາມທຳລາຍວຽກງານຂອງຄຣິສຕະຈັກ, ຄົນສ່ວນໃຫຍ່ກໍຈະສາມາດເຫັນແກ່ນແທ້ແຫ່ງທຳມະຊາດຂອງພວກເຂົາໄດ້ຢ່າງຊັດເຈນ ແລະ ໂດຍທຳມະຊາດແລ້ວ ພວກເຂົາກໍຈະສາມາດຢືນຂຶ້ນເພື່ອເປີດໂປງ, ແຍກແຍະ ແລະ ປະຕິເສດພວກເຂົາ. ຈາກນັ້ນ, ເຈົ້າກໍສາມາດກຳຈັດພວກເຂົາອອກ ແລະ ຈັດການກັບພວກເຂົາຕາມຫຼັກການຄວາມຈິງ. ມີພຽງການເຮັດວຽກແບບນີ້ເທົ່ານັ້ນ ຈຶ່ງຈະຊ່ວຍໃຫ້ອ້າຍເອື້ອຍນ້ອງພັດທະນາການແຍກແຍະໄດ້. ຜູ້ນໍາປອມສາມາດຈັດການ ແລະ ແກ້ໄຂບັນຫາດ້ວຍວິທີນີ້ໄດ້ບໍ? ຜູ້ນໍາປອມຂາດຄວາມສາມາດ ແລະ ສະຕິປັນຍານີ້. ເຈົ້າເຫັນຜູ້ນໍາປອມຄົນໃດທີ່ສາມາດຈັດການກັບຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສໂດຍທັນທີໄດ້ບໍ? ບໍ່ມີຈັກຄົນ. ສະນັ້ນ, ຜູ້ນໍາປອມຈະບໍ່ປົກປ້ອງອ້າຍເອື້ອຍນ້ອງຈາກການລົບກວນຂອງຄົນຊົ່ວຊ້າ ແລະ ການນໍາພາຢ່າງຜິດໆ ຂອງຜູ້ຕໍ່ຕ້ານພຣະຄຣິສຢ່າງເດັດຂາດ. ຜູ້ນໍາປອມສ່ວນໃຫຍ່ບໍ່ພຽງແຕ່ບໍ່ຮູ້ຈັກຕົນເອງຫຼັງຈາກຖືກປົດອອກ, ແຕ່ພວກເຂົາຍັງຈົ່ມວ່າຫຼາຍ, ໂດຍຈົ່ມວ່າເຮືອນຂອງພຣະເຈົ້າບໍ່ຍຸຕິທຳຕໍ່ພວກເຂົາ, ໂດຍກ່າວວ່າມັນຄືກັບ “ການຂ້າລາຫຼັງຈາກທີ່ໃຊ້ບັນທຸກໝາກຫີນແລ້ວ”, ໂດຍອ້າງວ່າພວກເຂົາໄດ້ອອກແຮງ ແຕ່ບໍ່ໄດ້ຮັບຄວາມຂອບໃຈ ແລະ ຖືກໃສ່ຮ້າຍ. ຖ້າເຈົ້າເປີດໂປງພວກເຂົາວ່າເປັນຜູ້ນໍາປອມ, ພວກເຂົາກໍຍັງຄົງດື້ດ້ານ, ໂດຍຄິດວ່າ: “ຂ້າພະເຈົ້າຮັບໃຊ້ເປັນຜູ້ນໍາຫຼາຍປີ; ເຖິງແມ່ນວ່າຂ້າພະເຈົ້າບໍ່ມີຜົນງານ, ຢ່າງໜ້ອຍຂ້າພະເຈົ້າກໍໄດ້ອົດທົນຜ່ານຄວາມຍາກລຳບາກ. ເປັນຫຍັງຂ້າພະເຈົ້າຈຶ່ງຖືກປົດອອກ? ນີ້ຄືການຂ້າລາຫຼັງຈາກທີ່ໃຊ້ບັນທຸກໝາກຫີນແລ້ວ!” ບໍ່ວ່າເຈົ້າຈະເປີດໂປງພວກເຂົາແນວໃດ, ພວກເຂົາກໍຍັງຄົງດື້ດ້ານ. ພວກເຂົາເຖິງກັບເວົ້າວ່າ “ເມື່ອຂ້ອຍພົບເຫັນຜູ້ຕໍ່ຕ້ານພຣະຄຣິສ, ຂ້ອຍຈະກະວົນກະວາຍຫຼາຍຈົນຂ້ອຍມັກຈະເປັນບາດແຜໃນປາກ ແລະ ນອນບໍ່ຫຼັບ. ຂ້ອຍຈະມີພາລະເຊັ່ນນີ້ໄດ້ແນວໃດ ຖ້າຂ້ອຍເປັນຜູ້ນໍາປອມ?” ພວກເຂົາບໍ່ໄດ້ເຮັດວຽກທີ່ຈຳເປັນໃດໆ ເລີຍ, ບໍ່ມີຄວາມສາມາດທີ່ຈະເຮັດວຽກໃດໆ ໄດ້ ແລະ ບໍ່ຮູ້ແມ່ນແຕ່ສິ່ງທີ່ຕ້ອງເຮັດ, ແຕ່ພວກເຂົາກໍຍັງຊົມເຊີຍຕົນເອງໄດ້. ສິ່ງນີ້ບໍ່ແມ່ນເລື່ອງຫຍຸ້ງຍາກບໍ? ມັນຊ່າງໜ້າລັງກຽດສໍ່າໃດ!

ກ່ຽວກັບບັນຫາຕ່າງໆ ທີ່ເກີດຂຶ້ນໃນຄຣິສຕະຈັກ, ຜູ້ນໍາປອມຮູ້ຢ່າງແຈ່ມແຈ້ງວ່າ ພວກມັນມີລັກສະນະເປັນການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາກໍບໍ່ໃສ່ໃຈ. ເມື່ອພວກເຂົາເຫັນບັນຫາທີ່ຊັດເຈນ, ພວກເຂົາພຽງແຕ່ເຮັດແບບພໍເປັນພິທີ ແລະ ບໍ່ກ້າເປີດໂປງແກ່ນແທ້ທີ່ສຳຄັນຂອງບັນຫາ. ພວກເຂົາພຽງແຕ່ເວົ້າອ້ອມຄ້ອມ ແລະ ໃຫ້ຄຳຕັກເຕືອນບາງຢ່າງ ໂດຍເທດສະໜາຫຼັກຄຳສອນໂດຍບໍ່ໄດ້ແກ້ໄຂບັນຫາຢ່າງເປັນຈິງ ແລະ ມັນມີພຽງເທົ່ານັ້ນ. ເມື່ອພົບພໍ້ກັບຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍຈົນປັນຍາ, ໂດຍມີທ່າທີບໍ່ສົນໃຈຄືກັບວ່າມັນບໍ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາບໍ່ຮູ້ວິທີທີ່ເໝາະສົມທີ່ສຸດ ໃນການຈັດການກັບບັນຫາເຫຼົ່ານີ້, ບໍ່ຮູ້ວ່າຈະເວົ້າຫຍັງກໍຕາມເພື່ອແກ້ໄຂບັນຫາ, ບໍ່ຮູ້ວິທີປົກປ້ອງອ້າຍເອື້ອຍນ້ອງ ແລະ ບໍ່ມີພາລະໃດໆ. ທັງໝົດທີ່ພວກເຂົາມີກໍຄືເຈດຕະນາດີເລັກນ້ອຍ: “ຂ້ອຍຮູ້ວ່າເຈົ້າເປັນຄົນຊົ່ວຊ້າ. ຂ້ອຍຈະບໍ່ໃຫ້ເຈົ້າລົບກວນ ແລະ ທຳຮ້າຍອ້າຍເອື້ອຍນ້ອງ. ຕາບໃດທີ່ຂ້ອຍຢູ່ໃນຕຳແໜ່ງນີ້, ຂ້ອຍຕ້ອງປົກປ້ອງອ້າຍເອື້ອຍນ້ອງ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຂ້ອຍຈົນເຖິງທີ່ສຸດ”. ສິ່ງນີ້ມີປະໂຫຍດຫຍັງ? ເຈົ້າໄດ້ແກ້ໄຂບັນຫາແລ້ວບໍ? ໃນຂະນະທີ່ເຈົ້າກຳລັງຫຍຸ້ງຢູ່ກັບຄວາມກະວົນກະວາຍ, ພວກຕໍ່ຕ້ານພຣະຄຣິສຈະຢູ່ຊື່ໆ ບໍ? ພວກເຂົາຈະຢຸດລົບກວນວຽກງານຂອງຄຣິສຕະຈັກບໍ? ເມື່ອພວກເຂົາເຫັນວ່າ ເຈົ້າເປັນຜູ້ນໍາທີ່ໄຮ້ປະໂຫຍດ ແລະ ຂີ້ຢ້ານ, ເປັນຄົນບໍ່ໄດ້ເລື່ອງທີ່ບໍ່ມີສະຕິປັນຍາ ແລະ ແນ່ນອນວ່າບໍ່ມີຄວາມສາມາດໃນການເຮັດວຽກ, ພວກເຂົາຈະບໍ່ຈິງຈັງກັບເຈົ້າເລີຍ. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າສ່ວນໃຫຍ່ມີເລ່ຫຼ່ຽມ ແລະ ຊົ່ວຮ້າຍຫຼອກລວງເປັນພິເສດ. ພວກເຂົານໍາພາຢ່າງຜິດໆ ແລະ ລົບກວນອ້າຍເອື້ອຍນ້ອງ ແລະ ເຈົ້າບໍ່ມີທາງທີ່ຈະຢຸດຢັ້ງ ຫຼື ຈຳກັດພວກເຂົາໄດ້. ທັງເຈົ້າບໍ່ຮູ້ວ່າຈະຂໍຄວາມຊ່ວຍເຫຼືອຈາກໃຜ ເພື່ອແກ້ໄຂບັນຫາ; ເຈົ້າເປັນພຽງແຕ່ຄົນທີ່ກະວົນກະວາຍ ແລະ ຮ້ອນໃຈ, ຮ້ອງໄຫ້ໃນຂະນະທີ່ເຈົ້າອະທິຖານ. ເຈົ້າເບິ່ງຄືໜ້າເວດທະນາ; ມັນເບິ່ງຄືວ່າ ເຈົ້າຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ເປັນຫ່ວງເປັນໄຍອ້າຍເອື້ອຍນ້ອງຫຼາຍ. ແມ່ນແຕ່ກັບຄົນຊົ່ວຊ້າທີ່ເຫັນໄດ້ຊັດເຈນເຊັ່ນພວກຕໍ່ຕ້ານພຣະຄຣິສ, ເຈົ້າກໍບໍ່ສາມາດຈັດການກັບພວກເຂົາໄດ້. ເຈົ້າບໍ່ສາມາດແຍກແຍະການກະທຳ ແລະ ພຶດຕິກຳຂອງພວກຕໍ່ຕ້ານພຣະຄຣິສຕາມຄວາມຈິງໄດ້, ທັງບໍ່ສາມາດເປີດເຜີຍເຈດຕະນາ, ແຮງຈູງໃຈ ແລະ ພຶດຕິກຳຂອງພວກຕໍ່ຕ້ານພຣະຄຣິສຕໍ່ສາທາລະນະ ເພື່ອຊ່ວຍໃຫ້ອ້າຍເອື້ອຍນ້ອງພັດທະນາການແຍກແຍະໄດ້. ເຈົ້າບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ເລີຍ. ຜູ້ນໍາປອມບາງຄົນເຖິງກັບເວົ້າວ່າ “ບໍ່ມີໃຜຄວນເປີດໂປງພວກຕໍ່ຕ້ານພຣະຄຣິສ. ຖ້າອ້າຍເອື້ອຍນ້ອງຮູ້ວ່າ ພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຫຼີກລ່ຽງພວກເຂົາ, ພວກຕໍ່ຕ້ານພຣະຄຣິສກໍຈະພະຍາຍາມແກ້ແຄ້ນ”. ນີ້ບໍ່ແມ່ນການເປັນຄົນຂີ້ຂາດໄຮ້ປະໂຫຍດບໍ? ຄົນເຊັ່ນນີ້ສາມາດຈັດການວຽກງານຄຣິສຕະຈັກໄດ້ບໍ? ພວກເຂົາສາມາດປົກປ້ອງອ້າຍເອື້ອຍນ້ອງ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດຄຣິສຕະຈັກທີ່ເປັນປົກກະຕິໄດ້ບໍ? ນີ້ແມ່ນວິທີການແກ້ໄຂບັນຫາປະເພດໃດກັນ? ເມື່ອບໍ່ມີຫຍັງເກີດຂຶ້ນ, ພວກເຂົາສາມາດເທດສະໜາຫຼັກຄຳສອນຢູ່ບໍ່ຢຸດ, ແຕ່ເມື່ອມີບາງຢ່າງເກີດຂຶ້ນ, ພວກເຂົາກໍສັບສົນ ແລະ ມຶນງົງ, ເຮັດໄດ້ພຽງແຕ່ຮ້ອງໄຫ້. ພວກເຂົາບໍ່ແມ່ນຄົນຂີ້ຢ້ານທີ່ໄຮ້ປະໂຫຍດບໍ? ເມື່ອເຫັນອ້າຍເອື້ອຍນ້ອງຖືກນໍາພາຢ່າງຜິດໆ ໂດຍພວກຕໍ່ຕ້ານພຣະຄຣິສ ແລະ ຖືກລົບກວນໂດຍຄົນຊົ່ວຊ້າ, ພວກເຂົາກໍຈົນປັນຍາ ໂດຍບໍ່ມີທາງຕອບໂຕ້. ພວກເຂົາບໍ່ຮູ້ແມ່ນແຕ່ສິ່ງທີ່ເປັນພື້ນຖານທີ່ສຸດໃນການສາມັກຄີກັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ ຜູ້ທີ່ຂ້ອນຂ້າງມີຄວາມຮູ້ສຶກຍຸຕິທຳ, ມີຄວາມເປັນມະນຸດ ແລະ ສາມາດຍອມຮັບຄວາມຈິງໄດ້ ເພື່ອໂອ້ລົມກັນ, ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາເຫຼົ່ານີ້ ແລະ ເປີດໂປງ ແລະ ແຍກແຍະພວກຕໍ່ຕ້ານພຣະຄຣິສ. ຄົນເຊັ່ນນັ້ນບໍ່ແມ່ນຄົນໄຮ້ປະໂຫຍດບໍ? (ແມ່ນແລ້ວ.) ຜູ້ນໍາປອມບາງຄົນລະມັດລະວັງເກີນໄປ, ຂີ້ຢ້ານ ແລະ ໄຮ້ປະໂຫຍດ. ພວກເຂົາຂີ້ຢ້ານ ແລະ ໄຮ້ປະໂຫຍດເຖິງລະດັບໃດ? ເມື່ອຄົນຊົ່ວຊ້າອອກມາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເວົ້າຢ່າງຮຸນແຮງ ແລະ ໂອຫັງເປັນພິເສດ, ພວກເຂົາກໍຢ້ານຫຼາຍຈົນພວກເຂົາສັ່ນ, ໂດຍຄິດວ່າ “ຂ້ອຍບໍ່ກ້າຈັດການກັບພວກເຂົາ. ພວກເຂົາອັນຕະລາຍ; ພວກເຂົາເປັນຄົນຊົ່ວຊ້າໃນໂລກ. ຖ້າຂ້ອຍເປີດໂປງພວກເຂົາ ເພື່ອປົກປ້ອງອ້າຍເອື້ອຍນ້ອງ, ພວກເຂົາຈະຊອກຫາບາງຢ່າງເພື່ອຕໍ່ຕ້ານຂ້ອຍ ແລະ ແກ້ແຄ້ນຢ່າງແນ່ນອນ. ແລ້ວຂ້ອຍຈະສາມາດສືບຕໍ່ເປັນຜູ້ນໍາໄດ້ແນວໃດ? ພວກເຂົາຮູ້ວ່າຂ້ອຍອາໄສຢູ່ໃສ. ພວກເຂົາຈະທຳຮ້າຍຄອບຄົວຂອງຂ້ອຍບໍ? ພວກເຂົາຈະລາຍງານຂ້ອຍທີ່ເຊື່ອໃນພຣະເຈົ້າບໍ?” ຜູ້ນໍາປອມເຊັ່ນນີ້ບໍ່ສາມາດຮັບຜິດຊອບວຽກງານຄຣິສຕະຈັກໄດ້. ຄວາມຢ້ານກົວທີ່ເກີນຂອບເຂດຂອງພວກເຂົາເຮັດໃຫ້ພວກເຂົາຈົມຢູ່ກັບການບໍ່ລົງມືເຮັດຫຍັງ; ໂດຍທຳມະຊາດແລ້ວ, ພວກເຂົາບໍ່ສາມາດເຂົ້າໃຈຫຼັກການໃນການຈັດການກັບບັນຫາ ແລະ ຄົນເຊັ່ນນີ້ໄດ້ເລີຍ. ຜູ້ໃດກໍຕາມທີ່ຖືກກຳນົດລັກສະນະວ່າເປັນຜູ້ຂັດຂວາງ ແລະ ຜູ້ລົບກວນວຽກງານຂອງຄຣິສຕະຈັກບໍ່ແມ່ນຄົນທີ່ພຽງແຕ່ເຮັດຜິດພາດເປັນບາງຄັ້ງບາງຄາວ. ໃນທາງກົງກັນຂ້າມ, ຄວາມເປັນມະນຸດຂອງພວກເຂົາຊົ່ວຊ້າຫຼາຍ ຈົນພວກເຂົາມັກຈະກະທຳການໂດຍບໍ່ໄຕ່ຕອງ ແລະ ກະທຳຄວາມຊົ່ວຊ້າຫຼາຍຢ່າງຢູ່ສະເໝີ. ບຸກຄົນດັ່ງກ່າວມີແກ່ນແທ້ຂອງຄົນຊົ່ວຊ້າຢ່າງບໍ່ຕ້ອງສົງໄສ. ການຈັດການກັບຄົນຊົ່ວຊ້າກໍຕ້ອງໃຊ້ວິທີການບາງຢ່າງທີ່ສະຫຼາດ. ເຈົ້າຕ້ອງພິຈາລະນາເຖິງເບື້ອງຫຼັງ ແລະ ສະພາບແວດລ້ອມ ແລະ ການກະທຳທີ່ຄົນຊົ່ວຊ້າອາດຈະເຮັດຫຼັງຈາກຖືກຈັດການ ແລະ ບໍ່ວ່າສິ່ງນີ້ອາດຈະນຳບັນຫາມາສູ່ຄຣິສຕະຈັກ ຫຼື ບໍ່. ມີພຽງການພິຈາລະນາດ້ານເຫຼົ່ານີ້ຢ່າງຮອບຄອບເທົ່ານັ້ນ ເຈົ້າຈຶ່ງຈະສາມາດຈັດການເລື່ອງນີ້ໄດ້ຢ່າງເໝາະສົມ, ໃນທາງທີ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ໃຊ້ສະຕິປັນຍາ. ຜູ້ທີ່ເຂົ້າໃຈຄວາມຈິງຈະກຳແໜ້ນຫຼັກການ ໂດຍບໍ່ຮູ້ຕົວໃນຂະນະທີ່ຈັດການກັບບັນຫາດັ່ງກ່າວ. ໃນຂະນະທີ່ພວກເຂົາເຮັດວຽກງານນີ້, ພວກເຂົາຈະຄ່ອຍໆ ເຂົ້າໃຈວິທີການປະຕິບັດຕໍ່ຄົນຕ່າງໆ, ພັດທະນາແນວທາງ ແລະ ວິທີ ແລະ ມີສະຕິປັນຍາໃນຫົວໃຈຂອງພວກເຂົາ. ແຕ່ຜູ້ນໍາປອມຂາດແນວທາງ, ວິທີການ ແລະ ສະຕິປັນຍາເຫຼົ່ານີ້ຢ່າງສິ້ນເຊີງ. ນີ້ກໍເພາະວ່າພວກເຂົາບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ; ພວກເຂົາບໍ່ໄດ້ພິຈາລະນາວ່າວຽກງານໃນເຮືອນຂອງພຣະເຈົ້າຈະໄດ້ຮັບຜົນກະທົບ ຫຼື ບໍ່ ຫຼື ຜູ້ນໍາ ແລະ ຜູ້ເຮັດວຽກຈະຜະເຊີນກັບອັນຕະລາຍ ຫຼື ບໍ່. ເນື່ອງຈາກພວກເຂົາບໍ່ໄດ້ພິຈາລະນາສິ່ງເຫຼົ່ານີ້, ພວກເຂົາຈຶ່ງຈັດການເລື່ອງຕ່າງໆ ໂດຍບໍ່ມີຫຼັກການ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ມີສະຕິປັນຍາ. ຜູ້ນໍາປອມບໍ່ສາມາດຈັດການກັບບັນຫາເຫຼົ່ານີ້ໄດ້ ແລະ ບໍ່ໄດ້ຮຽນຮູ້ບົດຮຽນຈາກບັນຫາເຫຼົ່ານັ້ນ, ເຊິ່ງພິສູດໃຫ້ເຫັນວ່າພວກເຂົາບໍ່ເຕັມໃຈທີ່ຈະຮຽນຮູ້, ບໍ່ມີຄວາມສາມາດ, ລະເລີຍໜ້າທີ່ທີ່ເໝາະສົມ ແລະ ບໍ່ສາມາດເຮັດວຽກໃດໆ ໄດ້. ເມື່ອພວກເຂົາເຫັນຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສກະທຳຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ, ພວກເຂົາກໍບໍ່ເປີດໂປງຄົນເຫຼົ່ານີ້ ຫຼື ແກ້ໄຂບັນຫາ. ພວກເຂົາພິຈາລະນາພຽງແຕ່ການປົກປ້ອງຜົນປະໂຫຍດຂອງພວກເຂົາເອງ, ໂດຍບໍ່ມີການຄຳນຶງເຖິງວຽກງານຂອງຄຣິສຕະຈັກ ຫຼື ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າເລີຍ. ຜູ້ນໍາປອມບາງຄົນຂົ່ມເຫັງຄົນອ່ອນແອ ພ້ອມທັງຢ້ານກົວຜູ້ທີ່ມີອຳນາດກວ່າພວກເຂົາ; ພວກເຂົາຂົ່ມເຫັງ ແລະ ອວດອຳນາດໃສ່ຜູ້ທີ່ຂ້ອນຂ້າງອ່ອນນ້ອມຢ່າງບໍ່ຢຸດຢັ້ງ, ແຕ່ເມື່ອພວກເຂົາພົບພໍ້ກັບຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ ພວກເຂົາກໍລ້ວນແລ້ວແຕ່ຍິ້ມແຍ້ມແຈ່ມໃສ ແລະ ປະຈົບປະແຈງ. ພຣະເຈົ້າຈະມັກຜູ້ນໍາປອມ ແລະ ຜູ້ເຮັດວຽກປອມທີ່ບໍ່ມີຫຼັກການເຊັ່ນນີ້ໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ເຮືອນຂອງພຣະເຈົ້າຈະບົ່ມເພາະຄົນທີ່ຂົ່ມເຫັງຄົນອ່ອນແອ ແລະ ຢ້ານກົວຄົນເຂັ້ມແຂງ ແລະ ບໍ່ມີຄວາມຮູ້ສຶກຍຸຕິທຳ ໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ! ຄົນເຫຼົ່ານີ້ລ້ວນແຕ່ເປັນຜູ້ບໍ່ເຊື່ອທີ່ບໍ່ມີຄວາມສຳນຶກ ຫຼື ເຫດຜົນ ແລະ ບໍ່ຍອມຮັບຄວາມຈິງເລີຍ ແລະ ເຮືອນຂອງພຣະເຈົ້າບໍ່ຕ້ອງການພວກເຂົາ.

ເມື່ອເກີດບັນຫາໃນວຽກງານຂອງຜູ້ນໍາປອມ, ການຕອບໂຕ້ຂອງພວກເຂົາກໍຄືການປັດຄວາມຮັບຜິດຊອບຢູ່ສະເໝີ. ຄຳເວົ້າທີ່ພົບເລື້ອຍທີ່ສຸດຂອງພວກເຂົາກໍຄື “ຂ້ອຍໄດ້ໂອ້ລົມກັບພວກເຂົາແລ້ວ”. ຄວາມໝາຍທີ່ຊ້ອນຢູ່ນີ້ກໍຄື “ຂ້ອຍໄດ້ເວົ້າທຸກຢ່າງທີ່ຂ້ອຍຈຳເປັນຕ້ອງເວົ້າແລ້ວ, ສະນັ້ນ ມັນຈຶ່ງເປັນຄວາມຮັບຜິດຊອບຂອງພວກເຂົາ ເມື່ອມີບາງຢ່າງຜິດພາດ. ຂ້ອຍບໍ່ມີສ່ວນກ່ຽວຂ້ອງຫຍັງ”. ນີ້ຄືເຫດຜົນທີ່ປະໂຫຍກວ່າ “ຂ້ອຍໄດ້ໂອ້ລົມກັບພວກເຂົາແລ້ວ” ເປັນເຄື່ອງລາງຂອງຂັງ ແລະ ຄະຕິປະຈຳໃຈຂອງຜູ້ນໍາປອມ. ຖ້າຜູ້ນໍາປອມເຫັນຜູ້ຕໍ່ຕ້ານພຣະຄຣິສເປັນກົດໝາຍໃຫ້ພວກເຂົາເອງ, ກະທຳການຕາມອຳເພີໃຈ ແລະ ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ, ພວກເຂົາກໍໃຊ້ວິທີການໂອ້ລົມ ແລະ ຊ່ວຍເຫຼືອເຊັ່ນກັນ. ຫຼັງຈາກກ່າວຄຳເວົ້າແນະນໍາ ແລະ ຄຳເຕືອນສອງສາມຄຳ, ພວກເຂົາກໍຄິດໄປເອງວ່າ ຜູ້ຕໍ່ຕ້ານພຣະຄຣິສຈະເຊື່ອຟັງ ແລະ ອ່ອນນ້ອມ ແລະ ຈະບໍ່ນໍາພາຜູ້ຄົນຢ່າງຜິດໆ ຫຼື ລົບກວນຊີວິດຄຣິສຕະຈັກອີກຕໍ່ໄປ. ນີ້ບໍ່ແມ່ນການສົມມຸດຖານທີ່ໂງ່ຈ້າບໍ? ການໃຊ້ວິທີການທີ່ໂງ່ຈ້າເຊັ່ນນີ້ ເພື່ອຈຳກັດການລົບກວນຂອງພວກຕໍ່ຕ້ານພຣະຄຣິສ ຄືວິທີການເຮັດວຽກຂອງຜູ້ນໍາປອມ ແລະ ມັນໂງ່ຈ້າຢ່າງທີ່ສຸດແທ້ໆ! ຜູ້ນໍາປອມບໍ່ໄດ້ເຮັດຫຍັງເລີຍ ນອກຈາກເຮັດວຽກຫຍຸ້ງຢ່າງຫຼັບຫູຫຼັບຕາ. ພວກເຂົາພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານທົ່ວໄປ ໃນຂະນະທີ່ບໍ່ສາມາດປະຕິບັດວຽກງານທີ່ເປັນພື້ນຖານໄດ້. ພວກເຂົາບໍ່ໄດ້ຫົດນໍ້າຜູ້ທີ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາບໍ່ໄດ້ຈຳກັດຜູ້ທີ່ຂັດຂວາງ ແລະ ລົບກວນ ແລະ ພວກເຂົາບໍ່ໄດ້ກຳຈັດຜູ້ທີ່ກະທຳການໂດຍບໍ່ໄຕ່ຕອງ ແລະ ປະຕິເສດທີ່ຈະປ່ຽນແປງ ເຖິງແມ່ນວ່າຈະຖືກຕັກເຕືອນຊໍ້າແລ້ວຊໍ້າອີກ. ໂດຍສະເພາະຢ່າງຍິ່ງ ພວກເຂົາບໍ່ໄດ້ໃສ່ໃຈວ່າພວກຕໍ່ຕ້ານພຣະຄຣິສກະທຳຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນແນວໃດ. ພວກເຂົາບໍ່ໄດ້ເປີດໂປງ ຫຼື ແຍກແຍະພວກເຂົາ, ທັງບໍ່ໄດ້ກຳຈັດພວກເຂົາອອກ ຫຼື ຂັບໄລ່ພວກເຂົາ, ໂດຍປ່ອຍໃຫ້ພວກຕໍ່ຕ້ານພຣະຄຣິສກະທຳຄວາມຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ພວກເຂົາບໍ່ສົນໃຈເລີຍ ແລະ ຄິດວ່າການກະທຳທີ່ຊົ່ວຊ້າຂອງພວກຕໍ່ຕ້ານພຣະຄຣິສບໍ່ກ່ຽວຂ້ອງກັບພວກເຂົາ. ໃນວຽກງານຂອງພວກເຂົາ, ຜູ້ນໍາປອມເຮັດໄດ້ພຽງແຕ່ເຮັດແບບພໍເປັນພິທີ; ພວກເຂົາເຮັດວຽກງານທົ່ວໄປເລັກນ້ອຍ ແລ້ວກໍຄິດວ່າພວກເຂົາໄດ້ເຮັດວຽກງານຕົວຈິງແລ້ວ ແລະ ພວກເຂົາເຮັດຮອດມາດຕະຖານຂອງການເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າໃຜຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາພຽງແຕ່ເວົ້າຫຼັກຄຳສອນບາງຢ່າງໃຫ້ພວກເຂົາຟັງ, ໃຫ້ຄຳເວົ້າແນະນໍາ ແລະ ຄຳເຕືອນສອງສາມຂໍ້ ແລະ ຄິດວ່າບັນຫາໄດ້ຖືກແກ້ໄຂແລ້ວ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ໝົດມື້, ເອົາໃຈໃສ່ທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍ ແລະ ຖືວ່າຕົນເອງກຳລັງເຮັດວຽກໄດ້ດີ. ພວກເຂົາເຖິງກັບໂອ້ອວດ, ໂດຍກ່າວວ່າ “ເບິ່ງຄຣິສຕະຈັກຂອງພວກເຮົາ. ທຸກຄົນຖືກໃຊ້ຈົນໃຫ້ເກີດປະໂຫຍດເປັນຢ່າງດີ: ຜູ້ທີ່ສາມາດປະກາດຂ່າວປະເສີດກໍກຳລັງປະກາດຂ່າວປະເສີດ, ຜູ້ທີ່ສາມາດສ້າງວິດີໂອໄດ້ກໍກຳລັງສ້າງວິດີໂອ, ຜູ້ທີ່ສາມາດຮ້ອງເພງໄດ້ກໍກຳລັງບັນທຶກສຽງເພງສັນລະເສີນ ນັ້ນກໍຄື ຊີວິດຄຣິສຕະຈັກຂອງພວກເຮົາກຳລັງຈະເລີນຮຸ່ງເຮືອງ!” ແນວໃດກໍຕາມ, ພວກເຂົາບໍ່ເຫັນບັນຫາຫຼາຍຢ່າງທີ່ເຊື່ອງຊ້ອນ ໃນຄຣິສຕະຈັກເລີຍ. ພວກເຂົາບໍ່ກ້າຈັດການກັບຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກຢ່າງສະໝໍ່າສະເໝີ, ສະນັ້ນ ພວກເຂົາຈຶ່ງບໍ່ໃສ່ໃຈ. ພວກເຂົາຫຼັບຫູຫຼັບຕາຕໍ່ພວກຕໍ່ຕ້ານພຣະຄຣິສທີ່ເຮັດຕາມວິທີທາງຂອງຕົນເອງ, ໂດຍແຕ່ລະຄົນພະຍາຍາມດຶງດູດຜູ້ຄົນ ແລະ ສ້າງກຸ່ມນ້ອຍໆ ຂອງພວກເຂົາເອງ. ພວກເຂົາບໍ່ສາມາດຕອບຄຳຖາມຫຼາຍຢ່າງທີ່ຜູ້ເຊື່ອໃໝ່ຫິວໂຫຍ ແລະ ກະຫາຍຫາຄວາມຊອບທຳຍົກຂຶ້ນມາ. ແທນທີ່ຈະຊອກຫາວິທີແກ້ໄຂບັນຫາຕົວຈິງເຫຼົ່ານີ້, ຜູ້ນໍາປອມກໍພະຍາຍາມຫຼີກລ່ຽງຢູ່ສະເໝີ, ໃນຂະນະທີ່ຍັງຄົງອ້າງວ່າ “ຊີວິດຄຣິສຕະຈັກກຳລັງຈະເລີນຮຸ່ງເຮືອງ”. ນີ້ບໍ່ແມ່ນການທຳທ່າ ແລະ ສໍ້ໂກງບໍ? ຜູ້ນໍາປອມປະຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ໄວ້ໃນຄຣິສຕະຈັກ ໂດຍບໍ່ໄດ້ກຳຈັດພວກເຂົາອອກ ຫຼື ຈັດການກັບພວກເຂົາ, ເຮັດໃຫ້ພວກເຂົາກະທຳການຢ່າງປະໝາດ ແລະ ເຮັດໃຫ້ຊີວິດຄຣິສຕະຈັກສັບສົນວຸ້ນວາຍຢ່າງສິ້ນເຊີງ, ທັງໝົດນີ້ໃນຂະນະທີ່ທຳທ່າວ່າບໍ່ເຫັນ. ຜູ້ນໍາປອມເຊັ່ນນີ້ຕາບອດທີ່ສຸດ! ພວກເຂົາເຮັດໜ້າທີ່ເປັນຮົ່ມເງົາປົກປ້ອງໃຫ້ກັບຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ ແລະ ເຖິງກັບຮູ້ສຶກພາກພູມໃຈຈາກສິ່ງນີ້, ໂດຍຄິດວ່າການບໍ່ກຳຈັດຄົນຊົ່ວເຫຼົ່ານີ້ອອກໄປຄືການມີຄວາມຮັກ ແລະ ການປົກປ້ອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ນີ້ບໍ່ແມ່ນການຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກບໍ? ນີ້ບໍ່ແມ່ນການຕໍ່ຕ້ານພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງໂດຍເຈດຕະນາບໍ? ແຕ່ຜູ້ນໍາປອມບໍ່ຮູ້ເລື່ອງນີ້ເລີຍ. ຖ້າເຈົ້າຖາມພວກເຂົາວ່າ ບັນຫາຕົວຈິງເຫຼົ່ານີ້ໄດ້ຮັບການແກ້ໄຂແລ້ວ ຫຼື ບໍ່, ພວກເຂົາຈະເວົ້າວ່າ “ຂ້າພະເຈົ້າໄດ້ລິຮານພວກເຂົາແລ້ວ; ຂ້າພະເຈົ້າໄດ້ໂອ້ລົມກັບພວກເຂົາແລ້ວ”, ໂດຍໝາຍຄວາມວ່າບັນຫາໄດ້ຖືກແກ້ໄຂແລ້ວ ແລະ ບໍ່ກ່ຽວຂ້ອງກັບພວກເຂົາອີກຕໍ່ໄປ. ນີ້ບໍ່ແມ່ນການປັດຄວາມຮັບຜິດຊອບບໍ? ສຳລັບຜູ້ນໍາປອມ, ເມື່ອໃດກໍຕາມທີ່ມີຄົນກະທຳຜິດ, ຕາບໃດທີ່ພວກເຂົາລິຮານຜູ້ກະທຳຜິດແບບພໍແລ້ວມືແລ້ວຕີນ ແລະ ໃຫ້ຄຳເຕືອນ ແລະ ຄຳແນະນໍາບາງຢ່າງ, ວຽກງານຂອງພວກເຂົາກໍຖືວ່າສຳເລັດແລ້ວ ແລະ ມັນກໍປຽບເໝືອນວ່າພວກເຂົາໄດ້ແກ້ໄຂບັນຫາແລ້ວ. ນີ້ບໍ່ແມ່ນການຫຼອກລວງບໍ? ຜູ້ນໍາປອມລົ້ມເຫຼວຢ່າງເຫັນໄດ້ຢ່າງຊັດເຈນໃນການກຳຈັດຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກໂດຍທັນທີ ແລະ ຈາກນັ້ນພວກເຂົາກໍຍົກຂໍ້ອ້າງທີ່ຟັງເບິ່ງຄືດີຂຶ້ນມາ, ໂດຍກ່າວວ່າ “ຂ້ອຍໄດ້ໂອ້ລົມພຣະທຳຂອງພຣະເຈົ້າກັບພວກເຂົາ, ພວກເຂົາທຸກຄົນຮັບຮູ້ສິ່ງທີ່ພວກເຂົາໄດ້ເຮັດ ແລະ ຮູ້ສຶກສຳນຶກຜິດ ແລະ ພວກເຂົາທຸກຄົນກໍຮ້ອງໄຫ້ ແລະ ເວົ້າວ່າພວກເຂົາຈະກັບໃຈຢ່າງແນ່ນອນ ແລະ ຈະບໍ່ພະຍາຍາມສ້າງຕັ້ງອານາຈັກອິດສະຫຼະຂອງພວກເຂົາເອງອີກຕໍ່ໄປ”. ຜູ້ນໍາປອມເຫຼົ່ານີ້ບໍ່ແມ່ນກຳລັງຫຼອກລວງຕົນເອງຄືກັບເດັກນ້ອຍຫຼິ້ນຂາຍເຄື່ອງບໍ? ຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ລ້ວນແຕ່ເປັນຄົນທີ່ລັງກຽດຄວາມຈິງ. ບໍ່ມີໃຜໃນພວກເຂົາທີ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາບໍ່ແມ່ນເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ; ໃນທາງກົງກັນຂ້າມ, ພວກເຂົາຄືເປົ້າໝາຍແຫ່ງຄວາມລັງກຽດ ແລະ ຄວາມກຽດຊັງຂອງພຣະເຈົ້າ. ແຕ່ຜູ້ນໍາປອມປະຕິບັດຕໍ່ຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຄືກັບອ້າຍເອື້ອຍນ້ອງ ແລະ ຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກ. ລັກສະນະຂອງບັນຫາໃນທີ່ບ່ອນນີ້ແມ່ນຫຍັງ? ມັນແມ່ນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ທີ່ກີດກັນບໍ່ໃຫ້ພວກເຂົາເຫັນຄົນເຫຼົ່ານີ້ຢ່າງແຈ່ມແຈ້ງ ຫຼື ພວກເຂົາກຳລັງພະຍາຍາມເອົາໃຈພວກເຂົາ ຍ້ອນຢ້ານວ່າຈະເຮັດໃຫ້ພວກເຂົາຜິດໃຈ? ບໍ່ວ່າເຫດຜົນຈະເປັນຫຍັງກໍຕາມ, ສິ່ງທີ່ສຳຄັນທີ່ສຸດກໍຄື ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ຍອມຮັບຄວາມຜິດພາດຂອງພວກເຂົາ ເມື່ອພວກເຂົາຖືກລິຮານ. ສິ່ງນີ້ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຜູ້ນໍາປອມບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ. ພວກເຂົາບໍ່ໄດ້ເຮັດວຽກຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ໂດຍສະເພາະຢ່າງຍິ່ງເມື່ອເວົ້າເຖິງວຽກງານການສະລ້າງຄຣິສຕະຈັກ, ພວກເຂົາກໍກະທຳໃນລັກສະນະທີ່ເປັນການເຮັດພໍແລ້ວມືແລ້ວຕີນ. ພວກເຂົາພຽງແຕ່ເຮັດແບບພໍເປັນພິທີໂດຍການສະລ້າງຄົນຊົ່ວຊ້າທີ່ເຫັນໄດ້ຊັດເຈນຈຳນວນໜຶ່ງອອກໄປ. ເມື່ອຖືກເປີດໂປງ ແລະ ຖືກລິຮານ, ພວກເຂົາເຖິງກັບຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆ ເພື່ອປັດຄວາມຮັບຜິດຊອບ ແລະ ໂຕ້ຖຽງເພື່ອຕົນເອງ. ສະນັ້ນ, ຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງຈຶ່ງເປັນກ້ອນຫີນທີ່ເຮັດໃຫ້ສະດຸດ ເຊິ່ງຂັດຂວາງບໍ່ໃຫ້ຄວາມປະສົງຂອງພຣະເຈົ້າຖືກດຳເນີນໄປ. ຜູ້ນໍາປອມຈັດການພຽງແຕ່ວຽກງານທົ່ວໄປທີ່ຜິວເຜີນເລັກນ້ອຍ ເຊິ່ງບໍ່ມີຄຸນຄ່າໃດໆເລີຍ. ພວກເຂົາບໍ່ເຄີຍແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນຄຣິສຕະຈັກ; ພວກເຂົາພຽງແຕ່ຫຼີກລ່ຽງບັນຫາເຫຼົ່ານັ້ນ. ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ຄວາມຄືບໜ້າປົກກະຕິຂອງວຽກງານຄຣິສຕະຈັກຊັກຊ້າ, ແຕ່ຍັງສົ່ງຜົນກະທົບຕໍ່ທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າອີກດ້ວຍ. ສາມາດເວົ້າໄດ້ຢ່າງຊັດເຈນວ່າ ຜູ້ນໍາປອມຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ເຮັດໜ້າທີ່ເປັນຮົ່ມເງົາປົກປ້ອງໃຫ້ກັບຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ໃນຊ່ວງເວລາທີ່ສຳຄັນຂອງສົງຄາມຝ່າຍວິນຍານ, ພວກເຂົາຍືນຢູ່ຂ້າງຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ ເພື່ອຕໍ່ຕ້ານ ແລະ ຫຼອກລວງພຣະເຈົ້າ. ນີ້ບໍ່ແມ່ນການສະແດງອອກເຖິງການທໍລະຍົດຕໍ່ພຣະເຈົ້າບໍ? ໂດຍຕັດສິນຈາກມຸມມອງ ແລະ ພຶດຕິກຳຂອງຜູ້ນໍາປອມ, ມັນເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ພວກເຂົາບໍ່ເຂົ້າໃຈຄວາມຈິງເລີຍ ແລະ ພວກເຂົາກໍບໍ່ສາມາດເຮັດວຽກງານຜູ້ນໍາໄດ້ໂດຍສິ້ນເຊີງ.

ຜູ້ນໍາປອມບໍ່ໄດ້ປະຕິບັດຕໍ່ຜູ້ຄົນ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແຕ່ອີງຕາມຄວາມມັກຂອງພວກເຂົາເອງ. ພວກເຂົາກະທຳໂດຍບໍ່ມີຫຼັກການໃດໆ, ເຮັດທຸກຢ່າງທີ່ພວກເຂົາຕ້ອງການ. ເມື່ອພວກເຂົາເຫັນພວກຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກ, ຜູ້ນໍາປອມກໍບໍ່ໄດ້ກຽດຊັງພວກເຂົາ. ພວກເຂົາເຊື່ອວ່າການອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ພວກຕໍ່ຕ້ານພຣະຄຣິສຟັງສາມາດຈຳກັດການຂັດຂວາງ ແລະ ການລົບກວນຂອງພວກເຂົາໄດ້. ພວກຕໍ່ຕ້ານພຣະຄຣິສແມ່ນຄົນປະເພດໃດ? ພວກເຂົາຄືມານຮ້າຍ, ພວກເຂົາຄືຊາຕານ! ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີກໍຕາມ, ພວກຕໍ່ຕ້ານພຣະຄຣິສກໍບໍ່ຍອມຮັບຄວາມຈິງເລີຍ ແລະ ສາມາດຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ລົບກວນທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ພວກເຂົາຄືມານຮ້າຍ ແລະ ຊາຕານໃນຊີວິດຈິງ. ຜູ້ນໍາປອມຫວັງວ່າຈະເຮັດໃຫ້ພວກຕໍ່ຕ້ານພຣະຄຣິສຮູ້ສຶກສຳນຶກຜິດ ແລະ ປ່ຽນໃຈໂດຍການອ່ານພຣະທຳຂອງພຣະເຈົ້າສອງສາມຕອນໃຫ້ພວກເຂົາຟັງ. ນີ້ບໍ່ແມ່ນສິ່ງໂງ່ຈ້າທີ່ສຸດບໍ? ຄົນເຊັ່ນພວກຕໍ່ຕ້ານພຣະຄຣິສບໍ່ຍອມຮັບຄວາມຈິງເລີຍ. ບໍ່ວ່າພວກເຂົາຈະກະທຳຄວາມຊົ່ວຊ້າຫຼາຍສໍ່າໃດ, ພວກເຂົາກໍຈະບໍ່ໄຕ່ຕອງ ຫຼື ຮູ້ຈັກຕົນເອງ ແລະ ບໍ່ວ່າພວກເຂົາຈະເຮັດຜິດພາດຫຼາຍສໍ່າໃດ, ພວກເຂົາກໍຈະບໍ່ຍອມຮັບຄວາມຜິດພາດຂອງພວກເຂົາ. ພວກເຂົາຄືຄົນທີ່ໜ້າສັງເວດທີ່ຖືກກຳນົດໃຫ້ລົງນະລົກ, ແຕ່ເຈົ້າຄິດວ່າການອ່ານພຣະທຳຂອງພຣະເຈົ້າສອງສາມຕອນ ແລະ ກ່າວຄຳຕັກເຕືອນບາງຄຳສາມາດປ່ຽນແປງພວກເຂົາໄດ້, ນີ້ບໍ່ແມ່ນຄວາມຄິດທີ່ເພີ້ຝັນບໍ? ຖ້າມະນຸດຊາດທີ່ເສື່ອມຊາມສາມາດຍອມຮັບຄວາມຈິງໄດ້ງ່າຍດາຍປານນັ້ນ, ພຣະເຈົ້າກໍບໍ່ຈຳເປັນຕ້ອງດຳເນີນພາລະກິດແຫ່ງການພິພາກສາ ແລະ ການລົງໂທດ. ເປັນຫຍັງພຣະເຈົ້າຈຶ່ງກ່າວພຣະທຳຫຼາຍຢ່າງ ແລະ ສະແດງອອກເຖິງຄວາມຈິງຫຼາຍຢ່າງໃນພາລະກິດຂອງພຣະອົງ? ມັນແມ່ນເພາະວ່າການຊ່ວຍຜູ້ຄົນໃຫ້ລອດພົ້ນບໍ່ແມ່ນເລື່ອງງ່າຍ, ເພາະຄວາມຫຍຸ້ງຍາກຂອງຜູ້ຄົນມີຫຼາຍເກີນໄປ ແລະ ການກະບົດຂອງພວກເຂົາກໍໃຫຍ່ຫຼວງເກີນໄປ! ມີພຽງຜູ້ທີ່ສາມາດຍອມຮັບຄວາມຈິງໄດ້ເທົ່ານັ້ນຈຶ່ງຈະສາມາດໄດ້ຮັບຄວາມລອດພົ້ນ. ຜູ້ທີ່ລັງກຽດ ແລະ ກຽດຊັງຄວາມຈິງບໍ່ສາມາດໄດ້ຮັບຄວາມລອດພົ້ນ. ແນວໃດກໍຕາມ, ຜູ້ນໍາປອມເຊື່ອວ່າ ຖ້າພວກເຂົາກ່າວຄຳເວົ້າທີ່ຮຸນແຮງບາງຄຳຕໍ່ຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ບຸກຄົນເຫຼົ່ານີ້ກໍຈະຮູ້ສຶກສຳນຶກຜິດ ແລະ ເລີ່ມຮູ້ຈັກຕົນເອງ ແລະ ຖ້າພວກເຂົາກ່າວຄຳຕັກເຕືອນ ແລະ ຄຳປອບໃຈບາງຄຳໃຫ້ພວກເຂົາ, ພວກເຂົາກໍຈະກັບໃຈ, ເຮັດໃຫ້ພວກເຂົາສາມາດຕັ້ງໃຈເຮັດໜ້າທີ່ຂອງພວກເຂົາ, ກາຍເປັນຄົນຈົງຮັກພັກດີ ແລະ ຜ່ານການປ່ຽນແປງໃນອຸປະນິໄສ, ປ່ຽນຜູ້ຕໍ່ຕ້ານພຣະຄຣິສໃຫ້ກາຍເປັນແກະທີ່ເຊື່ອຟັງ. ນີ້ບໍ່ແມ່ນຄວາມຄິດທີ່ໂງ່ຈ້າບໍ? ຄວາມຄິດນີ້ໂງ່ຈ້າທີ່ສຸດ! ນີ້ຄືກັບຄຳເວົ້າທີ່ເພີ້ຝັນຂອງຄົນບ້າ, ເລື່ອງຕ່າງໆ ຈະງ່າຍດາຍປານນັ້ນໄດ້ແນວໃດ! ພຣະເຈົ້າໄດ້ດຳເນີນພາລະກິດແຫ່ງການພິພາກສາມາເປັນເວລາຫຼາຍກວ່າສາມສິບປີແລ້ວ ແລະ ຜູ້ຄົນໄດ້ບັນລຸຄວາມຮູ້ກ່ຽວກັບຕົນເອງ ແລະ ການປ່ຽນແປງຫຼາຍສໍ່າໃດ? ມີພຽງຄົນສ່ວນໜ້ອຍເທົ່ານັ້ນທີ່ໄດ້ບັນລຸຜົນບາງຢ່າງ. ຜູ້ທີ່ບໍ່ຮັກຄວາມຈິງ, ບໍ່ວ່າພວກເຂົາຈະຟັງຄຳເທດສະໜາຫຼາຍສໍ່າໃດ, ຢ່າງຫຼາຍທີ່ສຸດກໍເຂົ້າໃຈຫຼັກຄຳສອນບາງຢ່າງ. ອຸປະນິໄສຊີວິດຂອງພວກເຂົາບໍ່ໄດ້ປ່ຽນແປງເລີຍ ແລະ ແມ່ນແຕ່ພຶດຕິກຳທີ່ດີ ແລະ ການກະທຳທີ່ດີກໍບໍ່ຄ່ອຍເຫັນຈາກພວກເຂົາ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາຄືຄົນທີ່ຊອກກິນເຂົ້າຈີ່ຈົນອີ່ມ, ພວກເຂົາບໍ່ຍອມຮັບຄວາມຈິງເລີຍ. ພວກເຂົາສຸມໃສ່ພຽງແຕ່ການຊື່ນຊົມກັບພຣະຄຸນຂອງພຣະເຈົ້າ ແລະ ສະແຫວງຫາພຽງແຕ່ພອນ; ພວກເຂົາເປັນໄດ້ພຽງແຕ່ສັດເດຍລະສານໃນຮ່າງມະນຸດ! ຜູ້ຄົນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ; ພວກເຂົາເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ ແລະ ກະດູກ ແລະ ເລືອດຂອງພວກເຂົາກໍເຕັມໄປດ້ວຍພິດຂອງຊາຕານ. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງ ຫຼື ການພິພາກສາ ແລະ ການລົງໂທດຂອງພຣະເຈົ້າ, ພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງໄດ້ແນວໃດ? ພວກເຂົາຈະສາມາດເຮັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີໄດ້ແນວໃດ? ພວກເຂົາຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍໄດ້ແນວໃດ? ການບັນລຸຄວາມລອດພົ້ນຈະງ່າຍດາຍຄືກັບທີ່ຜູ້ຄົນຈິນຕະນາການໄດ້ບໍ? ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມມາເປັນເວລາຫຼາຍພັນປີ, ຈົນເຖິງຂັ້ນທີ່ພວກເຂົາໄດ້ກາຍເປັນມານຮ້າຍ. ຕອນນີ້ ພຣະເຈົ້າໄດ້ສະເດັດມາເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ບໍ່ວ່າພຣະອົງຈະກ່າວພຣະທຳຫຼາຍສໍ່າໃດ, ການປ່ຽນຜູ້ຄົນທີ່ໄດ້ກາຍເປັນມານຮ້າຍ ໃຫ້ກາຍເປັນມະນຸດທີ່ແທ້ຈິງກໍເປັນໜ້າທີ່ທີ່ຍາກລຳບາກຢ່າງບໍ່ໜ້າເຊື່ອ. ບໍ່ພຽງແຕ່ພຣະເຈົ້າຕ້ອງສະແດງອອກເຖິງຄວາມຈິງຫຼາຍຢ່າງ, ແຕ່ຜູ້ຄົນກໍຍັງຕ້ອງເຮັດສຸດຄວາມສາມາດຂອງພວກເຂົາ ເພື່ອຮ່ວມມືໂດຍການສະແຫວງຫາ, ຍອມຮັບ ແລະ ປະຕິບັດຄວາມຈິງ, ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ພວກເຂົາຈະສາມາດຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນຂອງພຣະເຈົ້າ. ພຣະເຈົ້າເຄີຍກ່າວໄວ້ວ່າ “ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ”. ເຖິງແມ່ນວ່າຫຼາຍຄົນເຊື່ອໃນພຣະເຈົ້າ, ມີພຽງຜູ້ທີ່ປະສົບກັບການພິພາກສາ ແລະ ການລົງໂທດຂອງພຣະເຈົ້າຢ່າງແທ້ຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະອົງຢ່າງຄົບຖ້ວນເທົ່ານັ້ນ ທີ່ສາມາດຖືກຊຳລະລ້າງ ແລະ ເຮັດໃຫ້ສົມບູນໄດ້. ຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ກໍລັງກຽດຄວາມຈິງໃນຫົວໃຈຂອງພວກເຂົາ; ພວກເຂົາຈະບໍ່ມີວັນບັນລຸຄວາມລອດພົ້ນຂອງພຣະເຈົ້າ ແລະ ພວກເຂົາສາມາດຖືກເປີດເຜີຍ ແລະ ກຳຈັດອອກໂດຍພາລະກິດຂອງພຣະເຈົ້າເທົ່ານັ້ນ. ຜູ້ນໍາປອມບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ. ພວກເຂົາຄິດເຖິງພາລະກິດແຫ່ງການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າ ເປັນສິ່ງທີ່ເລິກຊຶ້ງແຕ່ເຂົ້າໃຈງ່າຍເກີນໄປ, ໂດຍເຊື່ອວ່າໂດຍການອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສຟັງ ແລະ ກ່າວຄຳເວົ້າລິຮານທີ່ຮຸນແຮງບາງຢ່າງ, ພວກເຂົາກໍຈະກັບໃຈ ແລະ ປ່ຽນແປງ ແລະ ກາຍເປັນຄົນຈົງຮັກພັກດີໃນການເຮັດໜ້າທີ່ຂອງຕົນ. ບັນຫາໃນບ່ອນນີ້ແມ່ນຫຍັງ? ນອກຈາກການບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງແລ້ວ, ມັນກໍຍັງເປັນເພາະວ່າຜູ້ນໍາປອມມີຄວາມສາມາດຕໍ່າຫຼາຍ; ສະນັ້ນ, ພວກເຂົາຈຶ່ງບໍ່ມີຄວາມເຂົ້າໃຈເລີຍ ເມື່ອເວົ້າເຖິງພາລະກິດຂອງພຣະເຈົ້າ ແລະ ວິທີການທີ່ພຣະເຈົ້າຊ່ວຍໃຫ້ຜູ້ຄົນລອດພົ້ນ. ເພື່ອເບິ່ງວ່າແກ່ນແທ້ຂອງຄົນຜູ້ໜຶ່ງແມ່ນຫຍັງ, ບໍ່ວ່າພວກເຂົາຈະມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ຄວນປະຕິບັດຕໍ່ພວກເຂົາແນວໃດ, ມັນຈຳເປັນຕ້ອງພິຈາລະນາຄວາມສາມາດຂອງພວກເຂົາ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ ນັ້ນກໍຄື ເຈົ້າຕ້ອງສັງເກດເບິ່ງວ່າຄວາມເຂົ້າໃຈຂອງພວກເຂົາຕໍ່ຄວາມຈິງເປັນແນວໃດ ແລະ ພວກເຂົາຈະສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ສະນັ້ນ, ພື້ນຖານໃນການວັດແທກວ່າຄົນຜູ້ໜຶ່ງສາມາດຢັ່ງຮູ້ຄວາມຈິງໄດ້ ຫຼື ບໍ່ ແມ່ນຫຍັງ? ມັນຂຶ້ນຢູ່ກັບຄຸນນະພາບຄວາມສາມາດຂອງພວກເຂົາເປັນຫຼັກ ແລະ ຄວາມເຂົ້າໃຈຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າຈະບໍລິສຸດ ຫຼື ບໍ່. ບາງຄົນມີຊີວິດຢູ່ຈົນເຖິງອາຍຸຫ້າສິບ ຫຼື ຫົກສິບປີ ແລະ ຍັງບໍ່ສາມາດເບິ່ງທະລຸແກ່ນແທ້ ແລະ ຄວາມເປັນຈິງຂອງຄວາມເສື່ອມຊາມຂອງມະນຸດຊາດໄດ້. ພວກເຂົາຍັງຄົງຈິນຕະນາການວ່າ ສັງຄົມມະນຸດສວຍງາມ ແລະ ຕ້ອງການດຳລົງຊີວິດຢ່າງສັນຕິ ແລະ ກົມກຽວກັບຄົນອື່ນ. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າ ແລະ ໄຮ້ດຽງສາທີ່ສຸດບໍ? ຖ້າການເຊື່ອໃນພຣະເຈົ້າສາມາດປ່ຽນທຸກຄົນໃຫ້ກາຍເປັນຄົນດີໄດ້, ຈະມີຄວາມຈຳເປັນໃຫ້ພຣະເຈົ້າດຳເນີນພາລະກິດແຫ່ງການພິພາກສາ ແລະ ການລົງໂທດເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນບໍ? ຜູ້ນໍາປອມບໍ່ໄດ້ກຳນົດລັກສະນະຂອງຄົນຕ່າງໆ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແຕ່ອີງໃສ່ພຽງແຕ່ພຶດຕິກຳພາຍນອກ ແລະ ຄວາມປະທັບໃຈສ່ວນຕົວເທົ່ານັ້ນ. ວຽກງານທີ່ພວກເຂົາເຮັດກໍຜິວເຜີນຫຼາຍ, ຄືກັບເດັກນ້ອຍຫຼິ້ນຂາຍເຄື່ອງ. ພວກເຂົາຄິດວ່າບາງຄັ້ງພວກເຂົາສາມາດຊອກຫາພຣະທຳຂອງພຣະເຈົ້າທີ່ຖືກຕ້ອງ ເພື່ອໃຊ້ໃນສະຖານະການໃດໜຶ່ງໄດ້ ແລະ ພຽງແຕ່ການອ່ານພຣະທຳຂອງພຣະເຈົ້າບາງຂໍ້ໃຫ້ຜູ້ຄົນຟັງກໍຈະປ່ຽນແປງພວກເຂົາໄດ້: “ເບິ່ງແມ, ພາຍໃຕ້ການນໍາພາ ແລະ ການຕັກເຕືອນຂອງຂ້ອຍ, ດ້ວຍຄວາມຊ່ວຍເຫຼືອທີ່ມີພຽງຄວາມຮັກຂອງຂ້ອຍ, ພຣະທຳຂອງພຣະເຈົ້າໄດ້ສົ່ງຜົນຕໍ່ຜູ້ຄົນ. ພວກເຂົາບໍ່ຕ້ອງການເປັນຜູ້ຕໍ່ຕ້ານພຣະຄຣິສອີກຕໍ່ໄປ ແລະ ພວກເຂົາເຕັມໃຈທີ່ຈະປ່ຽນມຸມມອງຂອງຕົນໃນການເຊື່ອໃນພຣະເຈົ້າ. ພວກເຂົາຈະບໍ່ແຂ່ງຂັນກັນເພື່ອອຳນາດ ແລະ ຜົນປະໂຫຍດອີກຕໍ່ໄປ, ທັງຈະບໍ່ສ້າງຕັ້ງອານາຈັກອິດສະຫຼະ; ພວກເຂົາຈະບໍ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກອີກຕໍ່ໄປ ແລະ ພວກເຂົາຈະບໍ່ນໍາພາຢ່າງຜິດໆ ຫຼື ຊັກຈູງອ້າຍເອື້ອຍນ້ອງອີກຕໍ່ໄປ!” ເຈົ້າສາມາດຈຳກັດພວກເຂົາໄດ້ບໍ? ເຈົ້າບໍ່ມີວັນຈຳກັດຄົນຊົ່ວຊ້າທີ່ແທ້ຈິງເຫຼົ່ານັ້ນ ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໄດ້. ເພາະພວກເຂົາມີແກ່ນແທ້ຂອງຄົນຊົ່ວຊ້າ, ພວກເຂົາຈຶ່ງກະທຳຄວາມຊົ່ວຊ້າທຸກເວລາ ບໍ່ວ່າກາງເວັນ ຫຼື ກາງຄືນ; ເມື່ອໃດກໍຕາມທີ່ພວກເຂົາມີໂອກາດ, ພວກເຂົາກໍຈະກະທຳຄວາມຊົ່ວ. ມັນດີບໍທີ່ເຈົ້າບໍ່ກຳຈັດພວກເຂົາອອກຈາກຄຣິສຕະຈັກ? ພວກເຂົາຈະຢຸດການກະທຳທີ່ຊົ່ວຊ້າຂອງພວກເຂົາໂດຍສະໝັກໃຈບໍ? ພວກເຂົາບໍ່ແມ່ນມະນຸດ; ພວກເຂົາຄືມານຮ້າຍ ແລະ ຊາຕານ! ມານຮ້າຍ ແລະ ຊາຕານໄດ້ຕໍ່ຕ້ານພຣະເຈົ້າມາຈັກປີແລ້ວ? ພວກເຂົາຍັງຄົງຕໍ່ຕ້ານພຣະເຈົ້າຈົນເຖິງທຸກມື້ນີ້. ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າທຸກປະເພດທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກຄືມານຮ້າຍ ແລະ ຊາຕານໃນຊີວິດຈິງ; ພວກເຂົາຄືສັດຕູໃນຊີວິດຈິງ. ພວກເຂົາຈະສາມາດປ່ຽນແປງແກ່ນແທ້ຂອງພວກເຂົາໄດ້ຍ້ອນຄຳເວົ້າສອງສາມຄຳຈາກເຈົ້າ ຫຼື ຍ້ອນຫົວໃຈທີ່ມີພຽງຄວາມຮັກຂອງເຈົ້າໄດ້ບໍ? ເຈົ້າຊ່າງໂງ່ຈ້າແທ້ໆ! ເຈົ້າຄິດວ່າ ເຈົ້າສາມາດຊ່ວຍໃຫ້ຜູ້ຄົນລອດພົ້ນຈາກບາບໄດ້ ພຽງເພາະວ່າເຈົ້າເຂົ້າໃຈຫຼັກຄຳສອນເລັກນ້ອຍບໍ? ເຈົ້າສາມາດຊ່ວຍພວກເຂົາໃຫ້ລອດພົ້ນໄດ້ບໍ? ພວກເຂົາຖືກກຳນົດໃຫ້ລົງນະລົກ ແລະ ເຈົ້າຄິດວ່າຄຳເວົ້າທີ່ດີສອງສາມຄຳຈະສາມາດປ່ຽນແປງພວກເຂົາໄດ້. ມັນງ່າຍປານນັ້ນບໍ? ຖ້າການຊ່ວຍຄົນໃຫ້ລອດພົ້ນງ່າຍປານນັ້ນ, ພຣະເຈົ້າກໍບໍ່ຈຳເປັນຕ້ອງກ່າວພຣະທຳຫຼາຍຢ່າງ ຫຼື ດຳເນີນພາລະກິດແຫ່ງການພິພາກສາ ແລະ ການລົງໂທດ. ພຣະອົງຈະຈຳເປັນຕ້ອງໃຊ້ເວລາຫຼາຍ ແລະ ເລືອດເນື້ອຫົວໃຈຂອງພຣະອົງຫຼາຍ ເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນບໍ?

ຕອນນີ້, ໃນຄຣິສຕະຈັກ ຜູ້ຄົນຕ່າງໆ ໄດ້ຖືກເປີດເຜີຍ ແລະ ຈັດແຍກຕາມປະເພດຂອງພວກເຂົາແລ້ວ. ທຸກຄົນຄວນຖືກຈັດປະເພດຕາມປະເພດຂອງພວກເຂົາ ແລະ ມີຫຼັກການ ແລະ ພຣະດໍາລັດໃນເຮືອນຂອງພຣະເຈົ້າທີ່ຄຸ້ມຄອງວິທີປະຕິບັດ ແລະ ຈັດການກັບຄົນປະເພດຕ່າງໆ. ພຣະເຈົ້າມີຄວາມອົດທົນ ແລະ ການໃຫ້ອະໄພ, ຄວາມເມດຕາ ແລະ ຄວາມຮັກກະລຸນາ ແລະ ອຸປະນິໄສທີ່ຊອບທຳ, ແຕ່ຢ່າລືມວ່າພຣະເຈົ້າຍັງມີຄວາມໂກດຮ້າຍ ແລະ ເດຊານຸພາບອີກດ້ວຍ. ບາງຄົນເວົ້າວ່າ “ພຣະເຈົ້າຕ້ອງການໃຫ້ທຸກຄົນຖືກຊ່ວຍໃຫ້ລອດພົ້ນ ແລະ ບໍ່ຕ້ອງການໃຫ້ຜູ້ໃດທົນທຸກກັບຄວາມພັງພິນາດ”. ນີ້ແມ່ນຄວາມຈິງ, ແຕ່ພຣະເຈົ້າປາດຖະໜາໃຫ້ “ທຸກຄົນ” ໄດ້ຮັບຄວາມລອດພົ້ນ, ບໍ່ແມ່ນທຸກສິ່ງ ຫຼື ມານຮ້າຍທຸກຕົນ. ເມື່ອຜູ້ຄົນທົນທຸກກັບຄວາມພັງພິນາດ, ພຣະເຈົ້າຮູ້ສຶກໂສກເສົ້າ ແລະ ທຸກໃຈ. ເມື່ອມານຮ້າຍທົນທຸກກັບຄວາມພັງພິນາດ, ມັນຄືຈຸດຈົບທີ່ສົມຄວນ ແລະ ການລົງໂທດທີ່ສົມຄວນໄດ້ຮັບ; ພຣະເຈົ້າບໍ່ໄດ້ໂສກເສົ້າເພື່ອພວກມັນ. ນີ້ຄືອຸປະນິໄສຂອງພຣະເຈົ້າ ແລະ ຫຼັກການຂອງພຣະອົງໃນການຈັດການກັບຜູ້ຄົນ. ຜູ້ຄົນຕ້ອງການຂັດແຍ້ງກັບພຣະເຈົ້າຢູ່ສະເໝີ, ໂດຍຄິດວ່າຜູ້ບໍ່ເຊື່ອ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນກໍເປັນມະນຸດເຊັ່ນກັນ. ພວກເຂົາເຊື່ອວ່າຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຢ່າງສະໝໍ່າສະເໝີກໍເປັນມະນຸດ, ຜູ້ທີ່ແຂ່ງຂັນຍາດຊີງເພື່ອສະຖານະ ແລະ ສ້າງຕັ້ງອານາຈັກອິດສະຫຼະກໍເປັນມະນຸດ ແລະ ຜູ້ທີ່ຫຼິ້ນຊູ້ຢ່າງສະໝໍ່າສະເໝີກໍເປັນມະນຸດ. ພວກເຂົາຈັດລາຍຊື່ທຸກຄົນເຫຼົ່ານີ້ ທີ່ເປັນພັກພວກຂອງມານຮ້າຍຢູ່ທ່າມກາງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ນີ້ບໍ່ແມ່ນເລື່ອງໄຮ້ເຫດຜົນບໍ? ສິ່ງນີ້ບໍ່ໄດ້ຂັດກັບສິ່ງທີ່ພຣະເຈົ້າປາດຖະໜາບໍ? ເພາະມຸມມອງຂອງພວກເຂົາໃນເລື່ອງຕ່າງໆ ຂັດແຍ້ງກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢ່າງສິ້ນເຊີງ, ຄວາມຄິດເຫັນຂອງພວກເຂົາກ່ຽວກັບບຸກຄົນໃນທາງລົບ, ມານຮ້າຍ ແລະ ຊາຕານຈຶ່ງກົງກັນຂ້າມກັບພຣະທຳຂອງພຣະເຈົ້າໂດຍສິ້ນເຊີງ ເຊິ່ງແຕກຕ່າງກັນຫຼາຍ. ພຣະເຈົ້າບໍ່ເຄີຍປະຕິບັດຕໍ່ມານຮ້າຍທີ່ຕິດຕາມຊາຕານຄືກັບມະນຸດ. ພຣະເຈົ້າກຳນົດລັກສະນະຂອງຄົນເຫຼົ່ານີ້ວ່າແນວໃດ? ພວກເຂົາຄືຄົນຮັບໃຊ້ຂອງມານຮ້າຍຊາຕານ; ພວກເຂົາຄືສັດເດຍລະສານ. ຜູ້ນໍາປອມ, ຍ້ອນເຈດຕະນາດີ ແລະ ຄວາມຮັກທີ່ສັບສົນຂອງພວກເຂົາ ແລະ ຖືກບັງຄັບໂດຍຄວາມຄິດທີ່ເພີ້ຝັນຂອງພວກເຂົາເອງ, ປະຕິບັດຕໍ່ຜູ້ບໍ່ເຊື່ອ, ມານຮ້າຍ ແລະ ຄົນຮັບໃຊ້ຂອງຊາຕານເຫຼົ່ານີ້ຄືກັບອ້າຍເອື້ອຍນ້ອງ. ສະນັ້ນ, ພວກເຂົາຈຶ່ງສະແດງຄວາມຮັກ ແລະ ຄວາມເມດຕາອັນຍິ່ງໃຫຍ່ຕໍ່ພວກເຂົາ, ຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ຜົນກໍຄື ເພາະຜູ້ນໍາປອມໄດ້ຂະຫຍາຍການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ການນໍາພາຂອງພວກເຂົາໄປສູ່ຄົນເຫຼົ່ານັ້ນ, ອ້າຍເອື້ອຍນ້ອງທີ່ແທ້ຈິງ, ຜູ້ທີ່ພຣະເຈົ້າຕ້ອງການຊ່ວຍໃຫ້ລອດພົ້ນ, ຈຶ່ງຖືກລົບກວນຢ່າງໜັກ; ຊີວິດຄຣິສຕະຈັກບໍ່ສາມາດດຳເນີນໄປໃນເສັ້ນທາງທີ່ຖືກຕ້ອງໄດ້ເລີຍ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈັກເທື່ອ ແລະ ໂອ້ລົມຄວາມຈິງໄດ້ຢ່າງເປັນປົກກະຕິ ໂດຍບໍ່ມີການລົບກວນຈາກຄົນຊົ່ວຊ້າ. ນີ້ບໍ່ແມ່ນ “ຜົນງານ” ຂອງຜູ້ນໍາປອມບໍ? “ຜົນງານ” ຂອງພວກເຂົາຂ້ອນຂ້າງມີຄວາມໝາຍສຳຄັນ: ບໍ່ພຽງແຕ່ພວກເຂົາລົ້ມເຫຼວໃນການປົກປ້ອງອ້າຍເອື້ອຍນ້ອງ, ແຕ່ພວກເຂົາຍັງໃຫ້ຄວາມເຄົາລົບ ແລະ ການປົກປ້ອງທີ່ບໍ່ສົມຄວນໄດ້ຮັບແກ່ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານັ້ນ. ນີ້ບໍ່ແມ່ນການຂັດຂວາງວຽກງານຂອງຄຣິສຕະຈັກບໍ? ລັກສະນະຂອງຜູ້ນໍາປອມທີ່ເຮັດສິ່ງນີ້ຄືການຂັດຂວາງ, ແຕ່ພວກເຂົາຄິດວ່າພວກເຂົາກຳລັງຮັກສາວຽກງານຂອງຄຣິສຕະຈັກ ແລະ ຊ່ວຍເຫຼືອ ແລະ ສະໜັບສະໜູນຜູ້ທີ່ຖືກເລືອກຂອງພຣະເຈົ້າ. ພຣະເຈົ້າເບິ່ງການກະທຳເຫຼົ່ານີ້ຂອງຜູ້ນໍາປອມແນວໃດ? ພຣະເຈົ້າລັງກຽດພວກເຂົາ, ພຣະອົງລັງກຽດພວກເຂົາເປັນພິເສດ! ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ສຸມໃສ່ການປົກປ້ອງຄົນຊົ່ວຊ້າ, ໂດຍເຮັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານ. ສິ່ງນີ້ເຮັດໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າ ນັ້ນກໍຄື ຜູ້ທີ່ຮັກຄວາມຈິງ ບໍ່ສາມາດໄດ້ຮັບການສະໜັບສະໜູນ ແລະ ການລ້ຽງດູຂອງຄຣິສຕະຈັກ ເຖິງແມ່ນວ່າຈະດຳລົງຊີວິດຄຣິສຕະຈັກກໍຕາມ ແລະ ຕ້ອງການເຮັດໜ້າທີ່ຂອງພວກເຂົາ ແຕ່ກໍບໍ່ສາມາດຮັບປະກັນຄວາມປອດໄພຂອງພວກເຂົາໄດ້. ຜູ້ນໍາປອມບໍ່ຮັບຮູ້ເລື່ອງເຫຼົ່ານີ້ເລີຍ ແລະ ຄິດວ່າ “ຂ້ອຍປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນ, ແລ້ວເປັນຫຍັງພວກເຈົ້າຈຶ່ງຈົ່ມວ່າ? ຂ້ອຍຕ້ອງເຮັດຫຍັງແທ້ຈຶ່ງຈະເຮັດໃຫ້ພວກເຈົ້າພໍໃຈ? ນີ້ຄືຄວາມໝາຍຂອງການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ. ພວກເຈົ້າເປັນພຽງຄົນຊ່າງຕິ ແລະ ເອົາໃຈຍາກ! ແນວໃດກໍຕາມ, ຂ້ອຍກໍຮັບຜິດຊອບຕໍ່ພຣະເຈົ້າ; ຂ້ອຍກຳລັງເຮັດທຸກຢ່າງຕໍ່ໜ້າພຣະເຈົ້າ!” ການທີ່ພວກເຂົາສາມາດເວົ້າຄຳເວົ້າແບບນັ້ນອອກມາໄດ້ ບໍ່ແມ່ນວ່າພວກເຂົາເປັນຄົນທີ່ບໍ່ຟັງເຫດຜົນບໍ? ພວກເຂົາບໍ່ໄດ້ໂງ່ຈ້າຈົນເຖິງທີ່ສຸດບໍ? ພວກເຂົາເປັນຄົນທີ່ບໍ່ຟັງເຫດຜົນ ແລະ ໂງ່ຈ້າທີ່ສຸດແທ້ໆ. ເຮືອນຂອງພຣະເຈົ້າໂອ້ລົມທຸກມື້ກ່ຽວກັບວິທີທີ່ພຣະເຈົ້າຊ່ວຍໃຫ້ມະນຸດຊາດລອດພົ້ນ, ແຕ່ຜູ້ນໍາປອມບໍ່ເຄີຍເຂົ້າໃຈພຣະທຳຂອງພຣະເຈົ້າ. ພວກເຂົາຄິດວ່າບໍ່ວ່າຄົນຜູ້ນັ້ນຈະເປັນໃຜ, ບໍ່ວ່າແກ່ນແທ້ຂອງພວກເຂົາຈະເປັນແນວໃດ, ບໍ່ວ່າສິ່ງທີ່ພວກເຂົາເຮັດຈະຊົ່ວຊ້າສໍ່າໃດ ແລະ ບໍ່ວ່າຄວາມເປັນມະນຸດຂອງພວກເຂົາຈະຊົ່ວຮ້າຍສໍ່າໃດ, ພາຍໃຕ້ການຊີ້ນໍາຂອງພຣະທຳຂອງພຣະເຈົ້າ ແລະ ດ້ວຍການຊ່ວຍເຫຼືອສະໜັບສະໜູນດ້ວຍຄວາມຮັກຂອງຜູ້ຄົນ, ໃນທີ່ສຸດ ພວກເຂົາກໍຈະກັບໃຈ ແລະ ຫັນຫຼັງກັບ. ມຸມມອງນີ້ບໍ່ຜິດຢ່າງສິ້ນເຊີງບໍ? (ແມ່ນແລ້ວ.) ນອກຈາກຈະມີຄວາມເຂົ້າໃຈທີ່ຜິດພາດຢ່າງຮ້າຍແຮງຕໍ່ພຣະທຳຂອງພຣະເຈົ້າແລ້ວ, ຜູ້ນໍາປອມຍັງທຳທ່າວ່າເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ໂດຍຄິດໃນທາງດຽວ ແລະ ດຳເນີນການຕາມຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງ, ພວກເຂົາກໍສະແດງຄວາມເມດຕາ ແລະ ຄວາມຮັກຕໍ່ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ແລ້ວຜົນເປັນແນວໃດ? ໃນທີ່ສຸດພວກເຂົາກໍປົກປ້ອງຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ກາຍເປັນຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ, ໃຫ້ໂອກາດ ແລະ ເປັນບໍ່ເກີດໃຫ້ພວກເຂົາຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ. ໃນຂະນະດຽວກັນ, ອ້າຍເອື້ອຍນ້ອງທີ່ຕ້ອງການການປົກປ້ອງຢ່າງແທ້ຈິງກໍຖືກຜູ້ນໍາປອມບໍ່ໃສ່ໃຈ, ຜູ້ທີ່ບໍ່ເຄີຍຖາມພວກເຂົາວ່າ “ພວກເຈົ້າຮູ້ສຶກແນວໃດກ່ຽວກັບການມີຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຢູ່ໃນຄຣິສຕະຈັກ ແລະ ຜູ້ທີ່ລະບາຍຄວາມເປັນລົບ ແລະ ເຜີຍແຜ່ແນວຄິດ? ພວກເຈົ້າເຫັນດີນຳການໃຫ້ພວກເຂົາຢູ່ໃນຄຣິສຕະຈັກບໍ? ພວກເຈົ້າເຕັມໃຈທີ່ຈະເຮັດໜ້າທີ່ຂອງເຈົ້າ ແລະ ດຳລົງຊີວິດຄຣິສຕະຈັກຮ່ວມກັບພວກເຂົາບໍ?” ພວກເຂົາບໍ່ເຄີຍຖາມວ່າ ອ້າຍເອື້ອຍນ້ອງຮູ້ສຶກແນວໃດກ່ຽວກັບເລື່ອງນີ້. ພວກເຈົ້າຄິດວ່າແນວໃດ ນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ບໍ່ໜ້າລັງກຽດຫຼາຍບໍ? ພວກເຂົາດຳເນີນການພາຍໃຕ້ຮົ່ມທຸງຂອງການເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ໂດຍມີຕຳແໜ່ງເຊັ່ນນັ້ນ, ແຕ່ທີ່ຈິງແລ້ວພວກເຂົາກຳລັງເຮັດວຽກງານປົກປ້ອງຊາຕານ ແລະ ຄົນຮັບໃຊ້ຂອງຊາຕານ. ມັນໜ້າເສົ້າໃຈແທ້ໆ! ຖ້າເຈົ້າເວົ້າວ່າຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ມີຄວາມສາມາດຕໍ່າ ແລະ ບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາອາດຈະບໍ່ຍອມຮັບ. ພວກເຂົາຈະຮູ້ສຶກວ່າຖືກໃສ່ຮ້າຍ, ໂດຍຄິດວ່າພວກເຂົາຫຍຸ້ງຢູ່ທຸກມື້ ແລະ ບໍ່ໄດ້ຢູ່ຊື່ໆ, ສະນັ້ນ ມັນຈະເປັນໄປໄດ້ແນວໃດທີ່ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ? ແຕ່ໂດຍອີງໃສ່ການສຳແດງອອກຂອງພວກເຂົາ, ການທີ່ຮູ້ສຶກວ່າຄົນທັງສອງກຸ່ມມີຄວາມສຳຄັນ, ຄິດວ່າທັງສອງກຸ່ມຕ້ອງໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ, ໃຊ້ການປະຕິບັດທີ່ຍຸຕິທຳເປັນຂໍ້ອ້າງເພື່ອປ່ອຍໃຫ້ຄົນຊົ່ວຊ້າ ແລະ ຜູ້ທີ່ຂັດຂວາງ ແລະ ລົບກວນມາຂົ່ມເຫັງໃນຄຣິສຕະຈັກ ແລະ ປ່ອຍໃຫ້ການກະທຳທີ່ຊົ່ວຊ້າຕ່າງໆ ຄົງຢູ່ໃນຄຣິສຕະຈັກຕໍ່ໄປ ນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ແມ່ນຫຍັງ? ໂດຍອີງໃສ່ການສຳແດງອອກຂອງພວກເຂົາ, ວິທີທາງ ແລະ ຫຼັກການໃນການເຮັດວຽກຂອງພວກເຂົາ ແລະ ແຮງຈູງໃຈໃນການເຮັດວຽກຂອງພວກເຂົາ, ພວກເຂົາຄືຜູ້ນໍາປອມ ແລະ ຄົນເບົາປັນຍາຢ່າງບໍ່ຕ້ອງສົງໄສ. ການເວົ້າແບບນີ້ຖືກຕ້ອງບໍ? (ແມ່ນແລ້ວ.)

ໃນສັງຄົມ, ບໍ່ວ່າຈະເປັນກຸ່ມຄົນ ຫຼື ຊົນຊັ້ນໃດກໍຕາມ, ພວກເຂົາບໍ່ໄດ້ແຍກແຍະລະຫວ່າງຄົນຊົ່ວຊ້າ ແລະ ຄົນດີ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ໂອ້ລົມກັນວ່າຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມແນວໃດ ຫຼື ແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມແມ່ນຫຍັງ; ພວກເຂົາເຖິງກັບບໍ່ໄດ້ແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ. ແຕ່ໃນເຮືອນຂອງພຣະເຈົ້າ, ທຸກສິ່ງທຸກຢ່າງແມ່ນອີງໃສ່ພຣະທຳຂອງພຣະເຈົ້າ; ຄວາມຈິງບໍ່ເຄີຍປ່ຽນແປງ ແລະ ພຣະທຳຂອງພຣະເຈົ້າກໍເຮັດໃຫ້ທຸກສິ່ງສຳເລັດ. ໃນຄຣິສຕະຈັກ, ຄົນທຸກປະເພດຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ໂດຍທຳມະຊາດແລ້ວ ພວກເຂົາກໍຖືກຈັດແບ່ງຕາມປະເພດຂອງຕົນ. ຄົນທຸກປະເພດຄວນຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍອີງໃສ່ຄວາມເປັນມະນຸດ, ການສະແຫວງຫາ ແລະ ແກ່ນແທ້ຂອງພວກເຂົາ. ນີ້ແມ່ນການຈັດແບ່ງຄົນຕາມລະດັບບໍ? ມັນບໍ່ແມ່ນການຈັດແບ່ງຄົນຕາມລະດັບ, ແຕ່ເປັນການຈັດແບ່ງປະເພດພວກເຂົາ. ແຕ່ລະຄົນຄວນຖືກຈັດແບ່ງຕາມປະເພດຂອງພວກເຂົາ, ພວກເຂົາຄວນຖືກຈັດວາງໃນບ່ອນທີ່ພວກເຂົາຄວນຢູ່. ການປະປົນກັນແມ່ນເປັນສິ່ງທີ່ຍອມຮັບບໍ່ໄດ້; ການປະປົນກັນເປັນພຽງຊົ່ວຄາວ ແລະ ມີໄລຍະເວລາກຳນົດ. ຕົວຢ່າງ: ເມື່ອຕົ້ນຖົ່ວ ແລະ ຕົ້ນເຂົ້າສາລີປະປົນກັນຢູ່, ຖ້າການຖອນຕົ້ນຖົ່ວສົ່ງຜົນກະທົບຕໍ່ຕົ້ນເຂົ້າສາລີ ແລະ ອາດຈະເຮັດໃຫ້ຕົ້ນເຂົ້າສາລີຕາຍ, ແລ້ວຕົ້ນຖົ່ວກໍຈະຍັງບໍ່ທັນຖືກຖອນ. ແຕ່ການບໍ່ຖອນພວກມັນອອກກໍບໍ່ໄດ້ໝາຍຄວາມວ່າ ພວກມັນບໍ່ໄດ້ຖືກຈັດປະເພດ, ແລ້ວຄວນຖອນພວກມັນອອກເມື່ອໃດ? ໃນເວລາທີ່ເໝາະສົມ; ພຣະເຈົ້າຈະຈັດຕຽມເວລານັ້ນ. ຕອນນີ້ແມ່ນເວລາທີ່ແຕ່ລະຄົນຈະຖືກຈັດແບ່ງຕາມປະເພດຂອງຕົນ; ຄົນທຸກປະເພດຕ້ອງຖືກຈັດແບ່ງປະເພດ. ນີ້ຄືສິ່ງທີ່ຈຳເປັນ. ເປັນຫຍັງຈຶ່ງຕ້ອງເຮັດວຽກງານນີ້? ຈາກທັດສະນະທາງທິດສະດີ, ມັນມີພຣະທຳຂອງພຣະເຈົ້າເປັນພື້ນຖານ; ຈາກທັດສະນະຂອງສະຖານະການຕົວຈິງ, ມັນຈຳເປັນຕ້ອງເຮັດສິ່ງນີ້, ມັນມີຄຸນຄ່າທາງພາກປະຕິບັດ ແລະ ມັນເປັນສິ່ງສຳຄັນທີ່ຕ້ອງເຮັດເຊັ່ນນັ້ນ. ເມື່ອການຖອນຕົ້ນຖົ່ວບໍ່ສົ່ງຜົນກະທົບຕໍ່ຕົ້ນເຂົ້າສາລີ, ຕົ້ນຖົ່ວກໍຕ້ອງຖືກຖອນອອກ ແລະ ແຍກອອກຈາກຕົ້ນເຂົ້າສາລີ. ຖ້າຜູ້ບໍ່ເຊື່ອ ແລະ ຄົນຊົ່ວຊ້າ ນັ້ນກໍຄື ຜູ້ທີ່ເປັນຕົ້ນຖົ່ວ ຖືກປະຕິບັດຕໍ່ຄືກັບອ້າຍເອື້ອຍນ້ອງ, ມັນກໍບໍ່ຍຸຕິທຳຢ່າງຍິ່ງຕໍ່ອ້າຍເອື້ອຍນ້ອງທຸກຄົນທີ່ເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈ. ໃນດ້ານໜຶ່ງ, ຄົນເຫຼົ່ານີ້ມັກຈະຖືກລົບກວນ, ໄດ້ຮັບອິດທິພົນ ແລະ ຖືກທຳຮ້າຍໂດຍຄົນຊົ່ວຊ້າທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ໃນອີກດ້ານໜຶ່ງ, ບາງຄົນທີ່ມີຄວາມເຕີບໂຕໜ້ອຍກໍບໍ່ເຂົ້າໃຈຄວາມຈິງ ແລະ ຈະຖືກລະງັບ, ກາຍເປັນຄົນຄິດລົບ ແລະ ອ່ອນແອ ຫຼື ແມ່ນແຕ່ສະດຸດລົ້ມ ເມື່ອພວກເຂົາໄດ້ພົວພັນກັບຄົນຊົ່ວຊ້າທີ່ຂັດຂວາງ ແລະ ລົບກວນ. ຍິ່ງໄປກວ່ານັ້ນ, ທຸກສິ່ງທີ່ຜູ້ທີ່ຂັດຂວາງ ແລະ ລົບກວນເຮັດ ແລະ ທຸກຄຳທີ່ພວກເຂົາເວົ້າກໍນຳມາເຊິ່ງຄວາມວຸ້ນວາຍ, ຄວາມສັບສົນ ແລະ ສະຖານະການທີ່ບໍ່ເປັນລະບຽບ. ສະຖານະການທີ່ເປັນຈິງທີ່ສຸດກໍຄື ເມື່ອພວກເຂົາເຮັດໜ້າທີ່ ຫຼື ເຮັດວຽກງານບາງຢ່າງ, ພວກເຂົາກໍເຮັດຊົ່ວຢ່າງປະໝາດ ແລະ ບໍ່ປະຕິບັດຕາມຫຼັກການ, ຈົນເຮັດໃຫ້ເກີດການສິ້ນເປືອງກຳລັງຄົນ, ຊັບພະຍາກອນວັດຖຸ ແລະ ຊັບພະຍາກອນທາງການເງິນຢ່າງຫຼວງຫຼາຍ ໂດຍບໍ່ໄດ້ຮັບຜົນສຳເລັດໃດໆ. ໃນທີ່ສຸດ, ຈະເກີດຫຍັງຂຶ້ນ? ເມື່ອພວກເຂົາຖືກປົດອອກ, ທຸກຄົນກໍຕ້ອງຊົດໃຊ້ຕໍ່ການກະທຳທີ່ຊົ່ວຊ້າຂອງພວກເຂົາ. ວຽກງານກໍຕ້ອງໄດ້ເຮັດໃໝ່ ແລະ ກຳລັງຄົນ, ຊັບພະຍາກອນວັດຖຸ, ເວລາ ແລະ ເຫື່ອແຮງອັນລ້ຳຄ່າທີ່ສຸດຂອງທຸກຄົນທີ່ໄດ້ໃຊ້ຈ່າຍໄປ ກ່ອນທີ່ບຸກຄົນເຫຼົ່ານັ້ນຈະຖືກປົດອອກ ກໍສິ້ນເປືອງໄປ ຍ້ອນການເຮັດຊົ່ວຢ່າງປະໝາດຂອງພວກເຂົາ ແລະ ບໍ່ສາມາດຊົດເຊີຍໄດ້. ຜົນກະທົບໃນທາງລົບທີ່ພວກເຂົານຳມາສູ່ວຽກງານນີ້ແມ່ນໃຫຍ່ຫຼວງເກີນໄປ! ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບນີ້ໄດ້. ເຖິງແມ່ນວ່າຈະເຮັດວຽກງານໄດ້ດີໃນພາຍຫຼັງ, ບໍ່ມີໃຜສາມາດຊົດຊເີຍຄວາມເສຍຫາຍທີ່ຜ່ານມາໄດ້. ບາງຄົນເວົ້າວ່າໃຫ້ພວກເຂົາຊົດໃຊ້ເປັນເງິນ; ສິ່ງນີ້ກໍຄວນຈະເຮັດເຊັ່ນກັນ, ແຕ່ເງິນຊື້ເວລາໄດ້ບໍ? ເງິນຊື້ເວລາ ແລະ ເຫື່ອແຮງຂອງອ້າຍເອື້ອຍນ້ອງໄດ້ບໍ ຫຼື ລາຄາຈິງໃຈທີ່ພວກເຂົາໄດ້ຈ່າຍໄປແລ້ວ? ບໍ່, ບໍ່ສາມາດຊື້ໄດ້, ສິ່ງເຫຼົ່ານັ້ນປະເມີນຄ່າບໍ່ໄດ້! ບໍ່ວ່າຈະມີຈັກຄົນທີ່ກໍ່ການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກ, ຜົນສະທ້ອນກໍບໍ່ສາມາດປະເມີນໄດ້. ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງຈຳນວນຫຼວງຫຼາຍຈະໄດ້ຮັບຜົນກະທົບ. ຄວາມເສຍຫາຍນັ້ນໃຫຍ່ຫຼວງ ແລະ ບໍ່ສາມາດຊົດເຊີຍໄດ້. ຄວາມເສຍຫາຍຕໍ່ຊີວິດຂອງອ້າຍເອື້ອຍນ້ອງສາມາດຊົດເຊີຍໄດ້ບໍ? ໃຜຈະເປັນຜູ້ຊົດໃຊ້ຕໍ່ຄວາມເສຍຫາຍນີ້? ສະນັ້ນ, ຄົນຊົ່ວຊ້າເຫຼົ່ານີ້ຕ້ອງຖືກສະລ້າງອອກໄປ. ພວກເຂົາບໍ່ແມ່ນຄົນປະເພດດຽວກັນກັບອ້າຍເອື້ອຍນ້ອງທີ່ສະແຫວງຫາຄວາມຈິງ. ພວກເຂົາເປັນພັກພວກຂອງມານຮ້າຍ ແລະ ຊາຕານ ທີ່ເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອລົບກວນ ແລະ ທຳລາຍ. ຖ້າຄົນຊົ່ວຊ້າເຫຼົ່ານີ້ບໍ່ຖືກກຳຈັດອອກຈາກຄຣິສຕະຈັກ, ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດໃນຄຣິສຕະຈັກກໍຈະບໍ່ມີທາງໄດ້ຮັບປະກັນເລີຍ. ບໍ່ວ່າກຸ່ມໃດໜຶ່ງຈະປະກອບດ້ວຍຄົນຈັກຄົນກໍຕາມ, ຕາບໃດທີ່ມີພຽງຄົນດຽວໃນທ່າມກາງພວກເຂົາທີ່ກຳລັງຂັດຂວາງ ແລະ ລົບກວນ, ເຊິ່ງເປັນຄົນທີ່ເຮັດຊົ່ວຢ່າງປະໝາດ, ບໍ່ເຄີຍຈັດການເລື່ອງຕ່າງໆ ຕາມຫຼັກການ, ບໍ່ເຄີຍຍອມຮັບສິ່ງທີ່ເປັນບວກ ຫຼື ຄວາມຈິງ, ບໍ່ຟັງຄວາມໃຜ, ກະທຳການຕາມອຳເພີໃຈ ໂດຍບໍ່ສົນວ່າຕົນເອງຈະມີສະຖານະ ຫຼື ອຳນາດ ຫຼື ບໍ່ ແລະ ເປັນຊາຕານທີ່ມີຊີວິດ ໂດຍແກ່ນແທ້, ຕາບໃດທີ່ພວກເຂົາຍັງຢູ່ໃນຄຣິສຕະຈັກ, ບໍ່ຊ້າກໍໄວ ຄົນເຊັ່ນນັ້ນກໍຈະນຳການລົບກວນ ແລະ ການທຳລາຍອັນໃຫຍ່ຫຼວງມາສູ່ວຽກງານຂອງຄຣິສຕະຈັກ. ເມື່ອເຖິງມື້ທີ່ຕ້ອງກຳຈັດພວກເຂົາອອກ ແລະ ຈັດການກັບພວກເຂົາ, ຈະຕ້ອງໃຊ້ຄົນຈັກຄົນເພື່ອມາສະສາງຜົນສະທ້ອນທີ່ບໍ່ດີ ແລະ ສະຖານະການທີ່ບໍ່ເປັນລະບຽບທີ່ພວກເຂົາໄດ້ກໍ່ຂຶ້ນ! ສະນັ້ນ, ການກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ແມ່ນໜ້າວຽກສຳຄັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບເອົາເປັນໜ້າທີ່ ແລະ ຕ້ອງບໍ່ປະໝາດ. ແນວໃດກໍຕາມ, ຜູ້ນໍາປອມສະແດງຄວາມເມດຕາ ແລະ ຄວາມຮັກຕໍ່ຜູ້ທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່, ເມີນເສີຍຕໍ່ການກະທຳທີ່ຊົ່ວຊ້າຂອງພວກເຂົາ, ອົດທົນ ແລະ ຍອມຮັບພວກເຂົາໃນຖານະອ້າຍເອື້ອຍນ້ອງ ແລະ ເຖິງກັບຖືວ່າຜູ້ທີ່ມີປະໂຫຍດຕໍ່ພວກເຂົາເປັນຄົນທີ່ມີຄວາມສາມາດພິເສດ ແລະ ບົ່ມເພາະ ແລະ ນຳໃຊ້ພວກເຂົາ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມທີ່ບໍ່ດີ, ຜູ້ນໍາປອມກໍຊອກຫາຂໍ້ອ້າງເພື່ອແກ້ຕ່າງໃຫ້ພວກເຂົາ ແລະ ເຖິງກັບໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ວຍຄວາມຮັກແກ່ພວກເຂົາ. ໃນລະດັບໃດໜຶ່ງ, ນີ້ບໍ່ແມ່ນການຂັດຂວາງຢ່າງຕັ້ງໃຈບໍ? (ແມ່ນແລ້ວ.) ຜູ້ນໍາປອມກະທຳຕາມແນວຄິດຂອງຕົນເອງ ແລະ ຄວາມເມດຕາ ແລະ ຄວາມກະຕືລືລົ້ນຂອງຕົນເອງ, ໃນທີ່ສຸດກໍກໍ່ໃຫ້ເກີດບັນຫາອັນໃຫຍ່ຫຼວງແກ່ຄຣິສຕະຈັກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກ! ຖ້າຄົນຊົ່ວຊ້າເຫຼົ່ານີ້ມີອຳນາດ, ໄພພິບັດ ແລະ ຜົນສະທ້ອນທີ່ພວກເຂົານຳມາສູ່ຄຣິສຕະຈັກກໍບໍ່ສາມາດປະເມີນໄດ້.

ປັດຈຸບັນນີ້ມີລະບຽບການໃນເຮືອນຂອງພຣະເຈົ້າວ່າ ບໍ່ວ່າໃຜຈະກະທຳຄວາມຊົ່ວ, ຕາບໃດທີ່ມັນກໍ່ໃຫ້ເກີດຄວາມເສຍຫາຍແກ່ເຮືອນຂອງພຣະເຈົ້າ, ພວກເຂົາກໍຕ້ອງຊົດເຊີຍຕໍ່ສິ່ງນັ້ນ. ຖ້າຄວາມເສຍຫາຍໃຫຍ່ຫຼວງເກີນໄປ ແລະ ຜົນສະທ້ອນຮ້າຍແຮງ, ບັນຫາຈະສາມາດແກ້ໄຂໄດ້ພຽງແຕ່ການຊົດເຊີຍດ້ວຍເງິນບໍ? ຄວາມເສຍຫາຍບາງຢ່າງບໍ່ສາມາດທົດແທນໄດ້ດ້ວຍການຊົດເຊີຍທາງການເງິນໄດ້ ບໍ່ວ່າຈະເທົ່າໃດກໍຕາມ; ພວກມັນບໍ່ສາມາດແກ້ໄຂໄດ້ ແລະ ບໍ່ສາມາດເອົາຄືນໄດ້. ແຕ່ລະມື້ແມ່ນລ້ຳຄ່າ ແລະ ສຳຄັນຫຼາຍໃນຕອນນີ້. ເມື່ອມື້ໜຶ່ງຜ່ານໄປແລ້ວ, ເວລານັ້ນຈະສາມາດເອົາຄືນມາໄດ້ບໍ? ນັ້ນກໍບໍ່ສາມາດເອົາຄືນໄດ້ເຊັ່ນກັນ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າການພາດໂອກາດໃນບາງສິ່ງເປັນຄວາມເສຍໃຈໄປຕະຫຼອດຊີວິດ? ກໍຍ້ອນວ່າເວລາບໍ່ສາມາດຫວນຄືນໄດ້ຢ່າງແນ່ນອນ. ເຮົາເວົ້າເຊັ່ນນີ້ໝາຍຄວາມວ່າແນວໃດ? ມັນເປັນການດີທີ່ສຸດທີ່ຈະປ້ອງກັນບັນຫາກ່ອນທີ່ມັນຈະເກີດຂຶ້ນ, ແທນທີ່ຈະໃຊ້ເງິນເພື່ອແກ້ໄຂບັນຫາຫຼັງຈາກທີ່ພວກມັນເກີດຂຶ້ນແລ້ວ; ນີ້ຄືວິທີທີ່ດີທີ່ສຸດໃນການແກ້ໄຂບັນຫາ. “ລັອກປະຕູຄອກມ້າ ຫຼັງຈາກທີ່ມ້າແລ່ນໜີໄປແລ້ວ” ແມ່ນທາງເລືອກສຸດທ້າຍ. ມັນເປັນການດີທີ່ສຸດທີ່ຈະເຮັດວຽກງານປ້ອງກັນ ກ່ອນທີ່ສິ່ງຕ່າງໆ ຈະເກີດຂຶ້ນ. ນີ້ໝາຍຄວາມວ່າ ກ່ອນທີ່ຈະເກີດການຂັດຂວາງ ຫຼື ການລົບກວນໃດໆ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີການແຍກແຍະທີ່ຊັດເຈນ ແລະ ຄວາມເຂົ້າໃຈຢ່າງຖີ່ຖ້ວນກ່ຽວກັບຄົນປະເພດຕ່າງໆ ໃນຄຣິສຕະຈັກ ແລະ ສັງເກດຢ່າງລະມັດລະວັງ ແລະ ກຳແໜ້ນສະພາວະ, ອຸປະນິໄສ ແລະ ການສະແຫວງຫາຂອງຄົນປະເພດຕ່າງໆ ໂດຍທັນທີ, ຕະຫຼອດຈົນທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນຂະນະທີ່ປະຕິບັດໜ້າທີ່, ເພື່ອຮັບປະກັນວ່າອ້າຍເອື້ອຍນ້ອງທຸກຄົນມີຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ມີສະພາບແວດລ້ອມສຳລັບການປະຕິບັດໜ້າທີ່ຂອງພວກເຂົາ. ດ້ວຍວິທີນີ້, ວຽກງານຂອງຄຣິສຕະຈັກກໍຈະສາມາດດຳເນີນໄປຢ່າງເປັນລະບຽບ. ສິ່ງເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ແນ່ນອນວ່າ ຜູ້ນໍາປອມບໍ່ມີຄວາມສາມາດພໍທີ່ຈະເຮັດວຽກງານນີ້ໄດ້; ພວກເຂົາເປັນຄົນເບົາປັນຍາ ແລະ ເປັນຄົນໄຮ້ປະໂຫຍດ. ຕອນນີ້ ພວກເຂົາມີແນວຄິດທີ່ສະຫຼາດວ່າ: “ຜູ້ໃດທີ່ບໍ່ປະຕິບັດຕາມຫຼັກການ ແລະ ເຮັດວຽກງານຫຼົ້ມເຫຼວຈະຖືກປັບໃໝ! ຖ້າພວກຜູ້ຕໍ່ຕ້ານພຣະຄຣິສເຮັດຫຍັງຜິດ, ພວກເຂົາກໍຈະຖືກປັບໃໝ!” ພວກເຂົາຄິດວ່າການອອກຄຳສັ່ງປັບໃໝແມ່ນທາງອອກທີ່ດີທີ່ສຸດ ແລະ ເປັນຫຼັກການປະຕິບັດທີ່ດີທີ່ສຸດ. ຖ້າທຸກບັນຫາສາມາດແກ້ໄຂໄດ້ດ້ວຍການອອກຄຳສັ່ງປັບໃໝ, ການສະແຫວງຫາຄວາມຈິງຈະມີປະໂຫຍດຫຍັງ? ເປັນຫຍັງຜູ້ນໍາປອມຈຶ່ງຖືກເອີ້ນວ່າ ປອມ? ກໍຍ້ອນວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຖືວ່າການປະຕິບັດຕາມລະບຽບການເປັນການປະຕິບັດຄວາມຈິງ ແລະ ຖືວ່າຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາເຂົ້າໃຈເປັນຄວາມຈິງ ແລະ ເມື່ອມີເຫດການເກີດຂຶ້ນ, ພວກເຂົາກໍບໍ່ສາມາດຊອກຫາຫຼັກການ ຫຼື ທິດທາງທີ່ຖືກຕ້ອງໂດຍເດັດຂາດ ແລະ ບໍ່ສາມາດແກ້ໄຂບັນຫາຈາກຮາກເຫງົ້າໄດ້. ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບໍ່ສາມາດກຳແໜ້ນສິ່ງທີ່ພຣະເຈົ້າໝາຍເຖິງໄດ້ເລີຍ ແຕ່ກໍຍັງຢາກເຮັດວຽກ ແລະ ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຊ່າງໂງ່ຈ້າແທ້ໆ! ໃນດ້ານນີ້, ການສະແດງອອກຫຼັກຂອງຜູ້ນໍາປອມແມ່ນຫຍັງ? ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນປະເພດຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ບໍ່ສາມາດຈັດແບ່ງປະເພດພວກເຂົາ ແລະ ແນ່ນອນວ່າບໍ່ສາມາດປະຕິບັດ ແລະ ຈັດການກັບພວກເຂົາຕາມຫຼັກການໄດ້. ໃນຈິດໃຈຂອງຜູ້ນໍາປອມ, ສິ່ງທັງໝົດນີ້ແມ່ນຄວາມສັບສົນວຸ້ນວາຍ. ພວກເຂົາຄາດເດົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງໝາຍເຖິງ ໂດຍອີງໃສ່ຄວາມກະຕືລືລົ້ນ ແລະ ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ໃນເວລາດຽວກັນ, ພວກເຂົາກໍບັງຄັບຄວາມເມດຕາ, ຄວາມກະຕືລືລົ້ນ ແລະ ຈິນຕະນາການ ແລະ ແນວຄິດສ່ວນຕົວຂອງພວກເຂົາໃສ່ພຣະເຈົ້າ, ໂດຍເຊື່ອວ່າສິ່ງເຫຼົ່ານີ້ສອດຄ່ອງກັບຄວາມຈິງ, ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ສາມາດເປັນຕົວແທນຂອງສິ່ງທີ່ພຣະເຈົ້າປາຖະໜາ. ດັ່ງນັ້ນ, ພວກເຂົາຈຶ່ງເພິ່ງພາສິ່ງເຫຼົ່ານີ້ເພື່ອເຮັດວຽກ ແລະ ນໍາພາຜູ້ຄົນທີ່ພຣະເຈົ້າເລືອກ. ນີ້ຄືການສຳແດງອອກຫຼັກຂອງຜູ້ນໍາປອມ. ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບການສຳແດງອອກທີສອງຂອງຜູ້ນໍາປອມໄວ້ພຽງເທົ່ານີ້.

III. ຜູ້ນໍາປອມບໍ່ເປີດໂປງ ແລະ ບໍ່ຢຸດຢັ້ງຄົນຊົ່ວຊ້າ

ຕໍ່ໄປ, ພວກເຮົາຈະສົນທະນາກັນກ່ຽວກັບການສຳແດງອອກຢ່າງທີສາມຂອງຜູ້ນໍາປອມ, ນັ້ນກໍຄືການເມີນເສີຍ ແລະ ບໍ່ສອບຖາມກ່ຽວກັບຜູ້ຄົນທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ເຖິງແມ່ນເມື່ອພວກເຂົາຄົ້ນພົບວ່າຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສກຳລັງລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ໃສ່ໃຈມັນ. ໂດຍທຳມະຊາດແລ້ວ ສິ່ງນີ້ແມ່ນຮ້າຍແຮງກວ່າການສຳແດງອອກສອງຢ່າງທຳອິດ. ເປັນຫຍັງຈຶ່ງເວົ້າວ່າມັນຮ້າຍແຮງກວ່າ? ການສຳແດງອອກສອງຢ່າງທຳອິດກ່ຽວຂ້ອງກັບຄວາມສາມາດຂອງຜູ້ນໍາປອມ, ແຕ່ການສຳແດງອອກນີ້ກ່ຽວຂ້ອງກັບຄວາມເປັນມະນຸດຂອງຜູ້ນໍາປອມ. ຜູ້ນໍາປອມບາງຄົນມີຄວາມສາມາດທີ່ຕໍ່າຫຼາຍ ຈົນບໍ່ສາມາດເບິ່ງທະລຸທຳມະຊາດຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກໄດ້. ເຖິງແມ່ນວ່າພວກເຂົາຈະສາມາດຄົ້ນພົບບັນຫາຂອງການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິສຕະຈັກ, ໜ້າເສຍດາຍ ຜູ້ນໍາປອມບາງຄົນ ບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ໄດ້. ພວກເຂົາກະທຳຕາມແນວຄິດ ແລະ ຄວາມກະຕືລືລົ້ນຂອງພວກເຂົາເອງຢູ່ສະເໝີ, ເຮັດໃນສິ່ງທີ່ພວກເຂົາມັກເຮັດ, ໂດຍຄິດໃນໃຈວ່າ “ຕາບໃດທີ່ຂ້ອຍເຮັດວຽກງານຂອງຄຣິສຕະຈັກ, ມັນກໍດີແລ້ວ; ສ່ວນວ່າໃຜຂັດຂວາງ ແລະ ລົບກວນ, ນັ້ນເປັນເລື່ອງສ່ວນຕົວຂອງພວກເຂົາ ແລະ ບໍ່ກ່ຽວຫຍັງກັບຂ້ອຍ”. ຍັງມີຜູ້ນໍາປອມບາງຄົນທີ່ມີຄວາມສາມາດໜ້ອຍໜຶ່ງ ແລະ ສາມາດເຮັດວຽກໄດ້ໜ້ອຍໜຶ່ງ ແລະ ຜູ້ທີ່ຮູ້ຈັກຫຼັກການໜ້ອຍໜຶ່ງສຳລັບການຈັດການກັບຄົນແຕ່ລະປະເພດ. ແນວໃດກໍຕາມ, ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ, ສະນັ້ນ ເມື່ອພວກເຂົາຄົ້ນພົບຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທີ່ກໍ່ການຂັດຂວາງ ແລະ ການລົບກວນ, ພວກເຂົາກໍບໍ່ກ້າທີ່ຈະເປີດໂປງ, ຢຸດຢັ້ງ ຫຼື ຈຳກັດພວກເຂົາ. ພວກເຂົາດຳລົງຊີວິດຕາມປັດຊະຍາແບບຊາຕານ ແລະ ພວກເຂົາກໍເມີນເສີຍຕໍ່ເລື່ອງທີ່ພວກເຂົາຮູ້ສຶກວ່າບໍ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາບໍ່ສົນໃຈເລີຍວ່າຜົນຂອງວຽກງານຂອງຄຣິສຕະຈັກເປັນແນວໃດ ຫຼື ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກໄດ້ຮັບຜົນກະທົບຫຼາຍສໍ່າໃດ; ພວກເຂົາຄິດວ່າສິ່ງດັ່ງກ່າວບໍ່ກ່ຽວຂ້ອງກັບພວກເຂົາ. ສະນັ້ນ, ໃນລະຫວ່າງການດຳລົງຕຳແໜ່ງຂອງຜູ້ນໍາປອມນັ້ນ, ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດໃນຄຣິສຕະຈັກຈຶ່ງບໍ່ໄດ້ຖືກຮັກສາ ແລະ ໜ້າທີ່ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກກໍບໍ່ໄດ້ຮັບການປົກປ້ອງ. ທຳມະຊາດຂອງບັນຫານີ້ແມ່ນຫຍັງ? ມັນບໍ່ແມ່ນກໍລະນີທີ່ຜູ້ນໍາປອມເຫຼົ່ານີ້ບໍ່ສາມາດເຮັດວຽກໄດ້ຍ້ອນຄວາມສາມາດຂອງພວກເຂົາຕໍ່າ; ມັນເປັນຍ້ອນຄວາມເປັນມະນຸດຂອງພວກເຂົາບໍ່ດີ ແລະ ພວກເຂົາຂາດຄວາມສຳນຶກ ແລະ ເຫດຜົນ, ຈຶ່ງເຮັດໃຫ້ພວກເຂົາບໍ່ເຮັດວຽກງານຕົວຈິງ. ຜູ້ນໍາປອມນັ້ນປອມໃນດ້ານໃດ? ພວກເຂົາຂາດຄວາມສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດ; ສະນັ້ນ, ໃນລະຫວ່າງເວລາທີ່ພວກເຂົາເຮັດວຽກເປັນຜູ້ນໍາ, ບັນຫາຂອງຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກຈຶ່ງບໍ່ໄດ້ຮັບການແກ້ໄຂເລີຍ. ອ້າຍເອື້ອຍນ້ອງບາງຄົນຖືກທຳຮ້າຍຢ່າງໃຫຍ່ຫຼວງ ແລະ ວຽກງານຂອງຄຣິສຕະຈັກກໍໄດ້ຮັບຄວາມສູນເສຍຢ່າງມະຫາສານເຊັ່ນກັນ. ເມື່ອຜູ້ນໍາປອມປະເພດນີ້ສັງເກດເຫັນບັນຫາ, ເມື່ອພວກເຂົາເຫັນຄົນຊົ່ວຊ້າ ຫຼື ພວກຜູ້ຕໍ່ຕ້ານພຣະຄຣິສກໍ່ການຂັດຂວາງ ຫຼື ການລົບກວນ, ພວກເຂົາຮູ້ວ່າຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ, ພວກເຂົາຄວນເຮັດຫຍັງ ແລະ ພວກເຂົາຄວນເຮັດແນວໃດ, ແຕ່ພວກເຂົາກໍບໍ່ເຮັດຫຍັງເລີຍ ແລະ ພວກເຂົາເຖິງກັບທຳທ່າເຮັດຕົວໂງ່ຜ, ເມີນເສີຍຢ່າງສິ້ນເຊີງ ແລະ ບໍ່ລາຍງານເລື່ອງດັ່ງກ່າວຕໍ່ຜູ້ບັງຄັບບັນຊາຂອງພວກເຂົາ. ພວກເຂົາທຳທ່າວ່າພວກເຂົາບໍ່ຮູ້ຫຍັງ ແລະ ບໍ່ເຫັນຫຍັງ, ປ່ອຍໃຫ້ຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ຄວາມເປັນມະນຸດຂອງພວກເຂົາບໍ່ມີບັນຫາບໍ? ພວກເຂົາບໍ່ໄດ້ຢູ່ໃນກຸ່ມດຽວກັນກັບຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສບໍ? ພວກເຂົາຍຶດຖືຫຼັກການໃດໃນຖານະຜູ້ນໍາ? “ຂ້ອຍບໍ່ກໍ່ການຂັດຂວາງ ຫຼື ການລົບກວນ, ແຕ່ຂ້ອຍຈະບໍ່ເຮັດສິ່ງໃດທີ່ເຮັດໃຫ້ຄົນອື່ນບໍ່ພໍໃຈ ຫຼື ສິ່ງໃດທີ່ທຳລາຍກຽດສັກສີຂອງຄົນອື່ນ. ກຳນົດລັກສະນະຂ້ອຍໃຫ້ເປັນຜູ້ນໍາປອມເລີຍ ແລະ ຂ້ອຍຈະບໍ່ເຮັດສິ່ງໃດທີ່ເຮັດໃຫ້ຄົນອື່ນບໍ່ພໍໃຈ. ຂ້ອຍຕ້ອງເຫຼືອທາງອອກໄວ້ໃຫ້ຕົນເອງ”. ນີ້ແມ່ນການໃຊ້ເຫດຜົນແບບໃດ? ມັນແມ່ນການໃຊ້ເຫດຜົນຂອງຊາຕານ. ແລ້ວນີ້ແມ່ນອຸປະນິໄສແບບໃດ? ມັນບໍ່ແມ່ນສິ່ງທີ່ເຈົ້າເລ່ ແລະ ມີເລ່ຫຼ່ຽມຫຼາຍບໍ? ຄົນເຊັ່ນນັ້ນບໍ່ມີຄວາມຈິງໃຈແມ່ນແຕ່ໜ້ອຍດຽວ ໃນການປະຕິບັດຕໍ່ການຝາກຝັງຂອງພຣະເຈົ້າ; ພວກເຂົາເຈົ້າເລ່ ແລະ ຫຼົບຫຼີກຢູ່ສະເໝີໃນການປະຕິບັດໜ້າທີ່ຂອງພວກເຂົາ, ດ້ວຍການຄິດໄລ່ທີ່ຊົ່ວຮ້າຍຫຼາຍຢ່າງ, ຄິດຫາຕົນເອງໃນທຸກສິ່ງ. ພວກເຂົາບໍ່ໄດ້ຄິດເຖິງວຽກງານຂອງຄຣິສຕະຈັກແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມສຳນຶກ ຫຼື ເຫດຜົນເລີຍ. ໂດຍພື້ນຖານແລ້ວ ພວກເຂົາບໍ່ສົມຄວນທີ່ຈະຮັບໃຊ້ເປັນຜູ້ນໍາຄຣິສຕະຈັກ. ຄົນເຊັ່ນນັ້ນບໍ່ມີພາລະແມ່ນແຕ່ໜ້ອຍດຽວສຳລັບວຽກງານຂອງຄຣິສຕະຈັກ ຫຼື ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາສົນໃຈພຽງແຕ່ຜົນປະໂຫຍດ ແລະ ຄວາມສຸກຂອງພວກເຂົາເອງ; ພວກເຂົາຈົດຈໍ່ແຕ່ກັບຜົນປະໂຫຍດຈາກສະຖານະ, ໂດຍບໍ່ມີຄວາມກັງວົນໃດເລີຍວ່າຜູ້ຄົນທີ່ພຣະເຈົ້າເລືອກຢູ່ໃນສະພາວະໃດ. ນີ້ບໍ່ແມ່ນຄົນທີ່ເຫັນແກ່ຕົວ ແລະ ຊົ່ວຊ້າທີ່ສຸດບໍ? ແມ່ນແຕ່ເມື່ອພວກເຂົາຄົ້ນພົບຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສທີ່ກຳລັງລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ໃສ່ໃຈມັນ, ຄືກັບວ່າເລື່ອງເຫຼົ່ານີ້ບໍ່ກ່ຽວຂ້ອງກັບພວກເຂົາ. ມັນຄືກັບຄົນລ້ຽງແກະທີ່ເຫັນໝາປ່າກິນແກະ ແຕ່ບໍ່ເຮັດຫຍັງ, ສົນໃຈພຽງແຕ່ການຮັກສາຊີວິດຂອງພວກເຂົາເອງ. ຄົນເຊັ່ນນັ້ນບໍ່ມີຄຸນສົມບັດທີ່ຈະເປັນຄົນລ້ຽງແກະ. ທຸກສິ່ງທີ່ຜູ້ນໍາປອມປະເພດນີ້ເຮັດກໍເພື່ອປົກປ້ອງຊື່ສຽງ, ສະຖານະ, ອຳນາດ ແລະ ຜົນປະໂຫຍດຕ່າງໆ ທີ່ພວກເຂົາກຳລັງໄດ້ຮັບຢູ່ໃນປັດຈຸບັນໃຫ້ໄດ້ຫຼາຍທີ່ສຸດ. ພວກເຂົາບໍ່ມີພາລະໃນຫົວໃຈຂອງພວກເຂົາສຳລັບການຝາກຝັງຂອງພຣະເຈົ້າ, ວຽກງານຂອງຄຣິສຕະຈັກ ຫຼື ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ເຊິ່ງເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາ; ພວກເຂົາບໍ່ເຄີຍຄຳນຶງເຖິງສິ່ງເຫຼົ່ານີ້. ພວກເຂົາຄິດວ່າ “ເປັນຫຍັງຜູ້ນໍາຈຶ່ງຕ້ອງເຮັດໜ້າວຽກເຫຼົ່ານີ້? ເປັນຫຍັງການບໍ່ເຮັດໜ້າວຽກເຫຼົ່ານີ້ຈຶ່ງສົ່ງຜົນໃຫ້ຖືກລິຮານ ແລະ ຕັດສິນລົງໂທດ ແລະ ຖືກປະຕິເສດໂດຍອ້າຍເອື້ອຍນ້ອງ?” ພວກເຂົາບໍ່ເຂົ້າໃຈ ແລະ ເມີນເສີຍຢ່າງສິ້ນເຊີງ. ໃນຫົວໃຈຂອງເຮົາ, ບໍ່ວ່າຄົນປະເພດນີ້ຈະເບິ່ງຄືວ່າມີພຶດຕິກຳດີສໍ່າໃດ ຫຼື ປະຕິບັດຕາມກົດລະບຽບ ຫຼື ມິດງຽບ ຫຼື ເຮັດວຽກໜັກ ແລະ ມີຄວາມສາມາດສໍ່າໃດກໍຕາມ, ຄວາມຈິງທີ່ວ່າພວກເຂົາກະທຳໂດຍບໍ່ມີຫຼັກການ ແລະ ບໍ່ຮັບຜິດຊອບຕໍ່ວຽກງານຂອງຄຣິສຕະຈັກ ກໍບັງຄັບໃຫ້ເຮົາຕ້ອງເບິ່ງພວກເຂົາໃນມຸມມອງໃໝ່. ໃນທີ່ສຸດ, ເຮົາໄດ້ກຳນົດລັກສະນະຄົນປະເພດນີ້ໄວ້ດັ່ງນີ້: ພວກເຂົາອາດຈະບໍ່ໄດ້ເຮັດຜິດພາດໃຫຍ່ຫຼວງ, ແຕ່ພວກເຂົາເຈົ້າເລ່ ແລະ ມີເລ່ຫຼ່ຽມຫຼາຍ; ພວກເຂົາບໍ່ຮັບຜິດຊອບຫຍັງເລີຍ, ທັງບໍ່ສະໜັບສະໜູນວຽກງານຂອງຄຣິສຕະຈັກເລີຍ, ພວກເຂົາບໍ່ມີຄວາມເປັນມະນຸດ. ເຮົາຮູ້ສຶກວ່າພວກເຂົາຄ້າຍຄືກັບສັດຊະນິດໜຶ່ງ, ພວກເຂົາມີຄວາມເຈົ້າເລ່ຄ້າຍຄືກັບໝາຈອກ. ຜູ້ຄົນເວົ້າວ່າໝາຈອກເຈົ້າເລ່, ແຕ່ຄວາມຈິງແລ້ວ, ຄົນເຫຼົ່ານີ້ຍິ່ງເຈົ້າເລ່ກວ່າໝາຈອກ. ໃນພາຍນອກ, ມັນເບິ່ງຄືວ່າພວກເຂົາບໍ່ໄດ້ເຮັດຄວາມຊົ່ວໃດໆ, ແຕ່ຄວາມຈິງແລ້ວ, ທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍເພື່ອຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາເອງ. ທຸກສິ່ງທີ່ພວກເຂົາເຮັດກໍເພື່ອຈຸດປະສົງໃນການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ ແລະ ພວກເຂົາບໍ່ໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າເລີຍ. ພວກເຂົາບໍ່ໄດ້ແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກແມ່ນແຕ່ໜ້ອຍດຽວ, ທັງບໍ່ໄດ້ແກ້ໄຂບັນຫາຕົວຈິງທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເຮັດວຽກງານໃດໆ ເພື່ອນໍາພາຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຈຸດປະສົງຂອງທຸກສິ່ງທີ່ພວກເຂົາເຮັດແມ່ນຫຍັງກັນແທ້? ມັນບໍ່ແມ່ນພຽງເພື່ອເຮັດໃຫ້ຄົນພໍໃຈ ແລະ ເຮັດໃຫ້ຄົນອື່ນຍົກຍ້ອງພວກເຂົາບໍ? ພວກເຂົາພະຍາຍາມເຮັດໃຫ້ທຸກຄົນຄິດດີກັບພວກເຂົາໂດຍບໍ່ເຮັດໃຫ້ໃຜບໍ່ພໍໃຈ, ດັ່ງນັ້ນຈຶ່ງໄດ້ເພີດເພີນກັບຊື່ສຽງ ແລະ ຜົນປະໂຫຍດຈາກສະຖານະຂອງພວກເຂົາ. ສິ່ງທີ່ໜ້າກຽດຊັງທີ່ສຸດກ່ຽວກັບພວກເຂົາກໍຄື ການກະທຳທັງໝົດຂອງພວກເຂົາບໍ່ໄດ້ນຳຜົນປະໂຫຍດໃດໆ ມາສູ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ; ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາກັບນໍາພາຜູ້ຄົນຢ່າງຜິດໆ, ເຮັດໃຫ້ຄົນອື່ນຊື່ນຊົມ ແລະ ບູຊາພວກເຂົາ. ຄົນເຫຼົ່ານີ້ບໍ່ໄດ້ເຈົ້າເລ່ ແລະ ມີເລ່ຫຼ່ຽມຍິ່ງກວ່າໝາຈອກບໍ? ພວກເຂົາຄືປຶ້ມຕຳລາ, ເປັນຜູ້ນໍາປອມຢ່າງແທ້ຈິງ. ພວກເຂົາມີສະຖານະເປັນຜູ້ນໍາ ແລະ ດຳລົງຕຳແໜ່ງນີ້ ແຕ່ບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ພຽງແຕ່ເບິ່ງແຍງວຽກງານທົ່ວໄປທີ່ເຫັນໄດ້ຊັດເຈນ, ຜິວເຜີນບາງຢ່າງ ຫຼື ພວກເຂົາເຮັດວຽກງານໜ້ອຍໜຶ່ງດ້ວຍຄວາມລັງເລ ເຊິ່ງເປັນວຽກທີ່ເບື້ອງເທິງມອບໝາຍເປັນພິເສດ. ຖ້າບໍ່ມີການມອບໝາຍພິເສດຈາກເບື້ອງເທິງ, ພວກເຂົາກໍບໍ່ໄດ້ເຮັດວຽກງານທີ່ຈຳເປັນໃດໆ ຂອງຄຣິສຕະຈັກ. ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບການຮັກສາວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດໃນຄຣິສຕະຈັກ, ພວກເຂົາຢ້ານທີ່ຈະເຮັດໃຫ້ຄົນອື່ນບໍ່ພໍໃຈ ແລະ ບໍ່ກ້າຍຶດໝັ້ນຫຼັກການ. ພວກເຂົາບໍ່ໄດ້ແກ້ໄຂບັນຫາທີ່ສະສົມໃດໆ ໃນວຽກງານຂອງຄຣິສຕະຈັກ ແລະ ແມ່ນແຕ່ເມື່ອພວກເຂົາເຫັນຊັບສິນຂອງເຮືອນຂອງພຣະເຈົ້າຖືກໃຊ້ຈ່າຍຢ່າງຟຸມເຟືອຍ ໂດຍພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າ, ພວກເຂົາກໍບໍ່ໄດ້ເຮັດຫຍັງເພື່ອຢຸດຢັ້ງ ຫຼື ຈຳກັດມັນ. ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ກຳລັງເຮັດຄວາມຊົ່ວ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ພວກເຂົາກໍທຳທ່າວ່າບໍ່ຮູ້, ບໍ່ເວົ້າຫຍັງຈັກຄຳ. ຄົນເຫຼົ່ານີ້ຄືຄົນທີ່ເຈົ້າເລ່ ແລະ ມີເລ່ຫຼ່ຽມ. ຄົນເຫຼົ່ານີ້ບໍ່ໄດ້ເຈົ້າເລ່ກວ່າໝາຈອກບໍ? ພວກເຂົາເປັນມິດກັບທຸກຄົນພາຍນອກ ແລະ ບໍ່ໄດ້ເຮັດສິ່ງໃດເພື່ອທຳຮ້າຍໃຜ, ແຕ່ພວກເຂົາເຮັດໃຫ້ເລື່ອງສຳຄັນຂອງທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ວຽກງານຂອງຄຣິສຕະຈັກ ແລະ ວຽກງານເຜີຍແຜ່ຂ່າວປະເສີດຊັກຊ້າ. ຄົນເຊັ່ນນັ້ນສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກບໍ? ພວກເຂົາບໍ່ແມ່ນຄົນຮັບໃຊ້ຂອງຊາຕານບໍ? ພວກເຂົາບໍ່ແມ່ນຜູ້ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກບໍ? ເຖິງແມ່ນວ່າເບິ່ງພາຍນອກພວກເຂົາບໍ່ໄດ້ກະທຳຄວາມຊົ່ວທີ່ເຫັນໄດ້ຊັດເຈນ, ແຕ່ຜົນສະທ້ອນຂອງການເຮັດວຽກຂອງພວກເຂົາແບບນີ້ຍິ່ງຮ້າຍແຮງກວ່າການກະທຳຄວາມຊົ່ວ. ພວກເຂົາຂັດຂວາງການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ພວກເຂົາທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ ແລະ ສາມາດທຳລາຍຄວາມຫວັງຂອງຜູ້ຄົນທີ່ພຣະເຈົ້າເລືອກ ໃນການໄດ້ຮັບຄວາມລອດພົ້ນ. ຈົ່ງບອກເຮົາມາເບິ່ງວ່າ ນີ້ບໍ່ແມ່ນການກະທຳຄວາມຊົ່ວບໍ? ນີ້ຄືສິ່ງທີ່ຄົນປະຈົບປະແຈງທີ່ບໍ່ຍຶດໝັ້ນຫຼັກການໃດໆ ໄດ້ເຮັດຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈຄວາມຈິງບໍ່ສາມາດຮັບຮູ້ຢ່າງຖີ່ຖ້ວນເຖິງຜົນສະທ້ອນທີ່ໜ້າຢ້ານຂອງຜູ້ນໍາປອມທີ່ເຮັດວຽກໃນລັກສະນະນີ້, ທັງບໍ່ສາມາດເຂົ້າໃຈໄດ້ວ່າເຈດຕະນາ, ແຮງຈູງໃຈ ແລະ ຈຸດປະສົງຂອງພວກເຂົາແມ່ນຫຍັງ. ເຈົ້າຈະບໍ່ມີທາງເຂົ້າໃຈສິ່ງທີ່ພວກເຂົາຕ້ອງການເຮັດແທ້ໆ ໃນຫົວໃຈຂອງພວກເຂົາ, ຄົນເຊັ່ນນັ້ນເຈົ້າເລ່ເກີນໄປ! ເວົ້າໂດຍການປຽບທຽບ, ພວກເຂົາຄືໝາຈອກທີ່ເຈົ້າເລ່; ເວົ້າຢ່າງຖືກຕ້ອງ, ພວກເຂົາຄືມານຮ້າຍທີ່ມີຊີວິດ, ມານຮ້າຍທີ່ມີຊີວິດໃນທ່າມກາງຜູ້ຄົນ!

ເມື່ອເວົ້າເຖິງວ່າຜູ້ນໍາປອມເຫຼົ່ານີ້ຄວນຖືກຈັດລັກສະນະແນວໃດ, ໂດຍອີງໃສ່ອຸປະນິໄສ-ແກ່ນແທ້ຂອງພວກເຂົາ, ພວກເຂົາບໍ່ສາມາດຖືກຈັດເຂົ້າໃນໝວດໝູ່ຂອງຄົນຊົ່ວຊ້າ, ພວກຕໍ່ຕ້ານພຣະຄຣິສ, ຄົນໜ້າຊື່ໃຈຄົດ ແລະ ອື່ນໆ ຕາມອຳເພີໃຈໄດ້. ແນວໃດກໍຕາມ, ໂດຍຕັດສິນຈາກສິ່ງທີ່ພວກເຂົາສະແດງອອກ, ເຊັ່ນ: ການສຳແດງອອກຂອງຄວາມເປັນມະນຸດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ວຽກງານຂອງຄຣິສຕະຈັກ, ຕະຫຼອດຈົນການທີ່ພວກເຂົາບໍ່ແກ້ໄຂບັນຫາທີ່ພວກເຂົາຄົ້ນພົບ, ພວກເຂົາຄືຜູ້ນໍາປອມປະເພດທີ່ເສື່ອມຊາມທີ່ສຸດ. ໂດຍຕັດສິນຈາກການສະແດງອອກຕ່າງໆ ຂອງພວກເຂົາ, ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ເປັນຜູ້ເລີ່ມຕົ້ນສ້າງພັກພວກ ຫຼື ສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງ ແລະ ບໍ່ຄ່ອຍເປັນພະຍານເຖິງຕົນເອງ ແລະ ເຖິງແມ່ນວ່າພວກເຂົາຈະສາມາດເຂົ້າກັນໄດ້ດີກັບອ້າຍເອື້ອຍນ້ອງ, ອົດທົນຕໍ່ຄວາມຍາກລຳບາກ, ທຸ້ມເທຕົນເອງ, ລະເວັ້ນຈາກການລັກເຄື່ອງຖວາຍ ແລະ ແມ່ນແຕ່ຫ້າມຕົນເອງຢ່າງເຂັ້ມງວດຈາກການສະແຫວງຫາສິດທິພິເສດ, ແຕ່ເຖິງຢ່າງໃດກໍຕາມ, ເມື່ອພວກເຂົາຜະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ຜູ້ຄົນຕ່າງໆ ທີ່ໃຊ້ຈ່າຍເຄື່ອງຖວາຍຢ່າງຟຸມເຟືອຍ ແລະ ທຳລາຍຊັບສິນຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍບໍ່ຢຸດຢັ້ງ ຫຼື ຈັດການກັບພວກເຂົາ, ພວກເຂົາບໍ່ເວົ້າຫຍັງ ຫຼື ເຮັດວຽກງານໃດໆ. ຄົນເຊັ່ນນັ້ນໜ້າຢ້ານ! ພວກເຂົາເປັນຜູ້ນໍາປອມປະເພດທີ່ຊົ່ວຊ້າທີ່ສຸດ; ພວກເຂົາເກີນກວ່າຈະແກ້ໄຂໄດ້! ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາບໍ່ສາມາດແກ້ໄຂໄດ້? ມັນບໍ່ແມ່ນກໍລະນີທີ່ພວກເຂົາມີຄວາມສາມາດຕໍ່າ ຫຼື ພວກເຂົາບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້ ນັ້ນກໍຄື ພວກເຂົາມີຄວາມສາມາດໃນການຢັ່ງຮູ້ ແລະ ຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ, ແຕ່ເມື່ອພວກເຂົາຄົ້ນພົບຄົນທີ່ກຳລັງຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ຈັດການ ຫຼື ແກ້ໄຂມັນ. ພວກເຂົາພຽງແຕ່ເຮັດວຽກງານນີ້ໜ້ອຍໜຶ່ງໂດຍບໍ່ເຕັມໃຈ ເມື່ອພວກເຂົາພົບກັບການຊີ້ນຳທີ່ເຂັ້ມງວດ ແລະ ການສອບຖາມເລື້ອຍໆ ຈາກຜູ້ນໍາທີ່ສູງກວ່າຂອງພວກເຂົາ ຫຼື ເມື່ອພວກເຂົາຖືກລິຮານ. ບໍ່ວ່າພວກເຂົາຈະເຮັດວຽກງານນີ້ ຫຼື ບໍ່ ຫຼື ເຮັດແນວໃດກໍຕາມ, ການປົກປ້ອງຕົນເອງກໍເປັນສິ່ງສຳຄັນອັນດັບໜຶ່ງຂອງພວກເຂົາ. ພວກເຂົາບໍ່ໄດ້ປະຕິບັດຕາມຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເລີຍ. ນອກຈາກການປົກປ້ອງຕົນເອງ ແລະ ຮັກສາຜົນປະໂຫຍດຂອງພວກເຂົາເອງແລ້ວ, ພວກເຂົາບໍ່ໄດ້ເຮັດວຽກງານທີ່ຈຳເປັນໃດໆ ແລະ ພວກເຂົາພຽງແຕ່ປະຕິບັດວຽກງານຜິວເຜີນໜ້ອຍໜຶ່ງທີ່ພວກເຂົາບໍ່ມີທາງເລືອກນອກຈາກຕ້ອງໄດ້ເຮັດ. ນອກຈາກການປົກປ້ອງຕົນເອງແລ້ວ, ພວກເຂົາກໍບໍ່ສົນໃຈສິ່ງອື່ນໃດ. ພວກເຂົາບໍ່ໄດ້ເຈົ້າເລ່ ແລະ ມີເລ່ຫຼ່ຽມຍິ່ງກວ່າໝາຈອກບໍ? ບາງຄົນເວົ້າວ່າ “ມັນເປັນສັນຊາດຕະຍານຂອງໝາຈອກທີ່ຈະກິນສັດນ້ອຍ, ສະນັ້ນ ມັນບໍ່ແມ່ນສັນຊາດຕະຍານຂອງຜູ້ນໍາປອມທີ່ຈະປົກປ້ອງຕົນເອງເຊັ່ນກັນບໍ?” ນີ້ແມ່ນສັນຊາດຕະຍານບໍ? ນີ້ຄືທຳມະຊາດຂອງພວກເຂົາ! ຜູ້ນໍາປອມເຫຼົ່ານີ້ປົກປ້ອງສະຖານະ, ຊື່ສຽງ ແລະ ໜ້າຕາຂອງພວກເຂົາເອງ, ຮັກສາຄວາມສຳພັນກັບຜູ້ຄົນ ແລະ ຫຼີກລ່ຽງການເຮັດໃຫ້ໃຜບໍ່ພໍໃຈ, ໂດຍຕ້ອງແລກກັບການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ທຳລາຍວຽກງານຂອງຄຣິສຕະຈັກ. ພວກເຂົາເຖິງກັບບໍ່ໄດ້ຈັດການການປົດ ຫຼື ການປັບປ່ຽນບຸກຄະລາກອນດ້ວຍຕົນເອງ, ແທນທີ່ຈະເປັນເຊັ່ນນັ້ນ ພວກເຂົາກັບມອບໝາຍໃຫ້ຄົນອື່ນເຮັດແທນ. ພວກເຂົາຄິດວ່າ “ຖ້າຄົນນັ້ນຕ້ອງການແກ້ແຄ້ນ, ພວກເຂົາຈະບໍ່ມາຕາມລ່າຂ້ອຍ. ຂ້ອຍຕ້ອງປົກປ້ອງຕົນເອງກ່ອນໃນທຸກສະຖານະການທີ່ຂ້ອຍພົບພໍ້”. ຄົນເຫຼົ່ານີ້ເຈົ້າເລ່ເກີນໄປ! ໃນຖານະຜູ້ນໍາ, ເຈົ້າບໍ່ສາມາດແມ່ນແຕ່ຮັບຜິດຊອບສິ່ງນີ້ໄດ້, ແລ້ວເຈົ້າສົມຄວນທີ່ຈະເປັນຜູ້ນໍາບໍ? ເຈົ້າເປັນພຽງຄົນຂີ້ຂາດທີ່ໄຮ້ປະໂຫຍດ! ຖ້າບໍ່ມີຄວາມກ້າຫານໜ້ອຍໜຶ່ງນີ້, ເຈົ້າຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ຄົນທີ່ໃຊ້ເລ່ກົນເພື່ອຫຼົບຫຼີກຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ຂອງພວກເຂົາເປັນຜູ້ຕິດຕາມພຣະເຈົ້າບໍ? ພຣະເຈົ້າບໍ່ຕ້ອງການຄົນເຊັ່ນນັ້ນ. ຜູ້ນໍາປອມເຫຼົ່ານີ້ເຈົ້າເລ່ ແລະ ມີເລ່ຫຼ່ຽມຄືກັບໝາຈອກ. ເມື່ອພວກເຂົາເຫັນຄົນກໍ່ການຂັດຂວາງ ຫຼື ການລົບກວນ, ພວກເຂົາກໍບໍ່ຈັດການ ຫຼື ແກ້ໄຂມັນ, ພວກເຂົາພຽງແຕ່ບໍ່ເຮັດວຽກງານຕົວຈິງ. ບໍ່ວ່າພວກເຂົາຈະຖືກເປີດໂປງ ແລະ ຖືກລິຮານແນວໃດ, ພວກເຂົາກໍບໍ່ກະທຳ. ຍ້ອນເຈົ້າບໍ່ເຮັດສຳເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເປັນຫຍັງເຈົ້າຈຶ່ງຍັງຄອບຄອງຕຳແໜ່ງນັ້ນຢູ່? ມັນແມ່ນເພື່ອໃຫ້ເຈົ້າເປັນສ່ວນໜຶ່ງຂອງເຄື່ອງປະດັບບໍ? ມັນແມ່ນເພື່ອໃຫ້ເຈົ້າເພີດເພີນກັບຜົນປະໂຫຍດຈາກສະຖານະບໍ? ເຈົ້າບໍ່ມີຄຸນສົມບັດສຳລັບສິ່ງນັ້ນ! ບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ຍັງຕ້ອງການໃຫ້ອ້າຍເອື້ອຍນ້ອງນັບຖື ແລະ ບູຊາເຈົ້າ, ນີ້ບໍ່ແມ່ນແນວຄິດຂອງມານຮ້າຍບໍ? ມັນຊ່າງໄຮ້ຢາງອາຍແທ້ໆ! ບາງຄົນເວົ້າວ່າພວກເຂົາບໍ່ຢາກເປັນຜູ້ນໍາເລີຍ. ແລ້ວເປັນຫຍັງເຈົ້າຈຶ່ງຮັກສາຊື່ສຽງ ແລະ ສະຖານະຂອງເຈົ້າ? ຈຸດປະສົງຂອງເຈົ້າໃນການນໍາພາຜູ້ຄົນຢ່າງຜິດໆ ແມ່ນຫຍັງ? ຖ້າເຈົ້າບໍ່ຢາກເປັນຜູ້ນໍາ, ເຈົ້າສາມາດສະເໜີຕົວລາອອກໄດ້. ເປັນຫຍັງເຈົ້າຈຶ່ງບໍ່ລາອອກ? ເປັນຫຍັງເຈົ້າຈຶ່ງຄອບຄອງຕຳແໜ່ງນັ້ນ ແລະ ບໍ່ລົງຈາກຕຳແໜ່ງ? ຖ້າເຈົ້າບໍ່ຢາກລາອອກ, ແລ້ວເຈົ້າກໍຕ້ອງເຮັດວຽກງານຕົວຈິງບາງຢ່າງດ້ວຍໜ້າທີ່. ບໍ່ມີທາງເລືອກອື່ນ, ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້, ມັນຈະເປັນການດີທີ່ສຸດສຳລັບເຈົ້າທີ່ຈະຮັບຜິດຊອບ ແລະ ລາອອກ; ເຈົ້າບໍ່ຄວນເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ຫຼື ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າເຈົ້າຂາດແມ່ນແຕ່ຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງນີ້, ເຈົ້າຍັງມີຄວາມເປັນມະນຸດຢູ່ບໍ? ເຈົ້າບໍ່ສົມຄວນຖືກເອີ້ນວ່າເປັນມະນຸດ! ບໍ່ວ່າພວກເຂົາຈະສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ ຫຼື ບໍ່, ຄົນທີ່ເຊື່ອໃນພຣະເຈົ້າ ສົມຄວນຖືກເອີ້ນວ່າເປັນມະນຸດ ພຽງແຕ່ຖ້າພວກເຂົາມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ.

ການທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຄົນເຮົາຕ້ອງມີຄວາມສາມາດໃນລະດັບໃດໜຶ່ງ. ຄວາມສາມາດຂອງບຸກຄົນເປັນຕົວກຳນົດຄວາມສາມາດໃນການເຮັດວຽກຂອງພວກເຂົາ ແລະ ລະດັບທີ່ພວກເຂົາເຂົ້າໃຈຫຼັກການຄວາມຈິງ. ຖ້າຄວາມສາມາດຂອງເຈົ້າຂາດໄປພໍສົມຄວນ ແລະ ເຈົ້າບໍ່ມີການຢັ່ງຮູ້ທີ່ເລິກເຊິ່ງພໍກ່ຽວກັບຄວາມຈິງ, ແຕ່ເຈົ້າສາມາດປະຕິບັດໄດ້ຫຼາຍເທົ່າທີ່ເຈົ້າເຂົ້າໃຈ ແລະ ສາມາດນຳເອົາສິ່ງທີ່ເຈົ້າເຂົ້າໃຈໄປປະຕິບັດໄດ້ ແລະ ໃນຫົວໃຈຂອງເຈົ້າ ເຈົ້າກໍບໍລິສຸດ ແລະ ຊື່ສັດ ແລະ ບໍ່ວາງແຜນເພື່ອສິ່ງໃດໃນນາມຂອງຕົນເອງ ຫຼື ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແລະ ເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ຖືກຕ້ອງ. ແນວໃດກໍຕາມ, ຜູ້ນໍາປອມບໍ່ມີຄຸນສົມບັດເຫຼົ່ານີ້. ພວກເຂົາບໍ່ສົນໃຈບັນຫາຕ່າງໆ ໃນການຂັດຂວາງ ແລະ ການລົບກວນທີ່ເກີດຂຶ້ນໃນຄຣິສຕະຈັກ; ເຖິງແມ່ນວ່າພວກເຂົາສັງເກດເຫັນບັນຫາເຫຼົ່ານີ້, ພວກເຂົາກໍບໍ່ໃສ່ໃຈ. ຖ້າຖືກຖາມວ່າພວກເຂົາຮູ້ສະຖານະການ ຫຼື ບໍ່, ພວກເຂົາກໍເວົ້າວ່າ “ຂ້ອຍຄິດວ່າຂ້ອຍຮູ້ກ່ຽວກັບມັນໜ້ອຍໜຶ່ງ, ແຕ່ບໍ່ແມ່ນທັງໝົດ”. ສິ່ງນີ້ເກີດຂຶ້ນຕໍ່ໜ້າຕໍ່ຕາຂອງເຈົ້າ, ເປັນຫຍັງເຈົ້າຈຶ່ງເວົ້າວ່າເຈົ້າບໍ່ຮູ້ກ່ຽວກັບມັນ? ເຈົ້າກຳລັງພະຍາຍາມຫຼອກລວງຜູ້ຄົນຢູ່ບໍ? ເມື່ອເຈົ້າຮູ້ກ່ຽວກັບມັນແລ້ວ, ເຈົ້າໄດ້ຄິດກ່ຽວກັບວິທີຈັດການກັບມັນບໍ? ເຈົ້າໄດ້ເຮັດວຽກງານໃດໆ ແດ່ບໍ? ເຈົ້າໄດ້ພະຍາຍາມຊອກຫາທາງອອກໃດໆ ແດ່ບໍ? ພວກເຂົາຕອບວ່າ “ຄວາມສາມາດຂອງຄົນນັ້ນດີກວ່າຂອງຂ້ອຍ ແລະ ພວກເຂົາກໍເວົ້າຈາຄ່ອງແຄ້ວ ແລະ ເວົ້າເກັ່ງ; ຂ້ອຍບໍ່ກ້າແຊກແຊງພວກເຂົາ. ຈະເປັນແນວໃດຖ້າຂ້ອຍແກ້ໄຂບາງສິ່ງທີ່ບໍ່ແມ່ນບັນຫາແທ້ໆ ແລະ ເຮັດໃຫ້ພວກເຂົາບໍ່ພໍໃຈ? ນັ້ນຈະເຮັດໃຫ້ວຽກງານຂອງຂ້ອຍຍາກລຳບາກໃນພາຍຫຼັງ!” ຍ້ອນເຈົ້າບໍ່ກ້າ, ເຈົ້າກໍເປັນຄົນຂີ້ຢ້ານທີ່ໄຮ້ປະໂຫຍດ ແລະ ລະເລີຍໃນໜ້າທີ່ຂອງເຈົ້າ ແລະ ເຈົ້າກໍບໍ່ສົມຄວນທີ່ຈະເປັນຜູ້ນໍາ! ເມື່ອເຈົ້າພົບກັບສະຖານະການແບບນີ້, ເຈົ້າຮູ້ວິທີຈັດການກັບມັນບໍ? ພວກເຂົາເວົ້າວ່າ “ເຖິງແມ່ນວ່າຂ້ອຍຈະຮູ້ວິທີຈັດການກັບມັນ, ຂ້ອຍກໍບໍ່ກ້າ. ນັ້ນບໍ່ແມ່ນສິ່ງທີ່ເບື້ອງເທິງມີໄວ້ເພື່ອສິ່ງນັ້ນບໍ? ແລະ ຍັງມີກຸ່ມຕັດສິນໃຈອີກດ້ວຍ. ໜ້າວຽກນີ້ຈະຕົກມາເຖິງຂ້ອຍໄດ້ແນວໃດ?” ເມື່ອເຈົ້າເຫັນມັນ ແລະ ຮູ້ກ່ຽວກັບມັນ, ເຈົ້າກໍຄວນຈັດການກັບສະຖານະການນີ້. ຖ້າຄວາມເຕີບໂຕຂອງເຈົ້າໜ້ອຍເກີນໄປ ແລະ ເຈົ້າບໍ່ສາມາດຈັດການກັບບັນຫານີ້ໄດ້, ເຈົ້າໄດ້ບອກຜູ້ບັງຄັບບັນຊາຂອງເຈົ້າກ່ຽວກັບບັນຫານີ້ບໍ? ເຈົ້າໄດ້ລາຍງານມັນບໍ? ເຈົ້າໄດ້ເຮັດສິ່ງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າ ແລະ ວຽກງານທີ່ຕົກເປັນຂອງເຈົ້າບໍ? ເຈົ້າໄດ້ປະຕິບັດຕາມຄວາມຮັບຜິດຊອບໃດໆ ຂອງເຈົ້າເລີຍບໍ? ບໍ່ເລີຍ! ໃນຫົວໃຈຂອງພວກເຂົາ, ພວກເຂົາຮູ້ດີວ່າ: “ຂ້ອຍຮູ້ກ່ຽວກັບບັນຫານີ້, ແຕ່ຂ້ອຍບໍ່ໄດ້ກະທຳ. ຂ້ອຍຮູ້ສຶກຜິດ! ຂ້ອຍຄວນຈະລາຍງານເລື່ອງນັ້ນ ແຕ່ກໍບໍ່ໄດ້ເຮັດ. ແຕ່ຄົນອື່ນກໍບໍ່ໄດ້ເຮັດຄືກັນ, ມັນກ່ຽວຫຍັງກັບຂ້ອຍ?” ຄົນອື່ນເປັນຜູ້ນໍາຄືກັນບໍ? ບໍ່ວ່າຄົນອື່ນຈະເຮັດ ຫຼື ບໍ່ກໍເປັນເລື່ອງຂອງຄົນເຫຼົ່ານັ້ນ, ເປັນຫຍັງເຈົ້າຈຶ່ງບໍ່ໄດ້ເຮັດ? ຖ້າຄົນອື່ນບໍ່ເຮັດ, ນັ້ນໝາຍຄວາມວ່າເຈົ້າບໍ່ຕ້ອງເຮັດບໍ? ນີ້ແມ່ນຄວາມຈິງບໍ? ເຖິງແມ່ນວ່າຄົນອື່ນໄດ້ເຮັດມັນ, ສິ່ງນັ້ນຈະສາມາດທົດແທນການເຮັດຂອງເຈົ້າໄດ້ບໍ? ສິ່ງທີ່ເຈົ້າເຮັດກໍເປັນເລື່ອງຂອງເຈົ້າ. ເຈົ້າໄດ້ປະຕິບັດຕາມຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າບໍ? ຖ້າເຈົ້າບໍ່ໄດ້ເຮັດ, ແລ້ວເຈົ້າກໍລະເລີຍໃນໜ້າທີ່ຂອງເຈົ້າ, ບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ ແລະ ເຈົ້າກໍຄວນຮັບຜິດຊອບ ແລະ ລາອອກ. ເຈົ້າບໍ່ເຫັນຄຸນຄ່າທີ່ເຈົ້າໄດ້ຖືກຍົກຂຶ້ນ, ເຈົ້າບໍ່ສົມຄວນກັບຄວາມໄວ້ວາງໃຈຂອງອ້າຍເອື້ອຍນ້ອງ, ເຈົ້າບໍ່ສົມຄວນກັບຄວາມໄວ້ວາງໃຈຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າຍິ່ງບໍ່ສົມຄວນກັບການຍົກຍ້ອງຂອງພຣະເຈົ້າ. ເຈົ້າເປັນຄົນທີ່ບໍ່ມີຫົວໃຈ. ຜູ້ນໍາປອມປະເພດທີສາມມີບັນຫາກັບລັກສະນະຂອງພວກເຂົາ. ບໍ່ວ່າການສະແຫວງຫາສ່ວນຕົວ ແລະ ທາງເຂົ້າຂອງຊີວິດຂອງພວກເຂົາຈະເປັນແນວໃດ, ພຽງແຕ່ຕັດສິນຈາກຄວາມຈິງທີ່ວ່າໃນລະຫວ່າງການດຳລົງຕຳແໜ່ງຂອງພວກເຂົາ ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ, ບໍ່ໄດ້ກອບກູ້ຄວາມສູນເສຍໃດໆ ໃຫ້ແກ່ຄຣິສຕະຈັກ ແລະ ແນ່ນອນວ່າບໍ່ສາມາດຢຸດຢັ້ງ ຫຼື ຈັດການການກະທຳທີ່ຊົ່ວຊ້າຂອງຄົນຊົ່ວຊ້າໄດ້ໂດຍທັນທີ, ຄົນປະເພດນີ້ບໍ່ພຽງແຕ່ມີບັນຫາກັບຄວາມສາມາດທີ່ຕໍ່າ ແລະ ບັນຫາກັບການບໍ່ເຮັດວຽກງານຕົວຈິງ, ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາບໍ່ມີຄວາມເປັນມະນຸດ. ຄວາມສຳນຶກຂອງພວກເຂົາເນົ່າເໝັນໂດຍສິ້ນເຊີງ ແລະ ພວກເຂົາບໍ່ມີເຫດຜົນໃດໆ ເລີຍ. ໃນຄຳເວົ້າທົ່ວໄປ, ພວກເຂົາລົ້ມລະລາຍທາງສິນທຳ; ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າເຖິງທີ່ສຸດ ແລະ ພວກເຂົາບໍ່ໜ້າເຊື່ອຖື. ໃນທ່າມກາງຄົນສາມປະເພດທີ່ພວກເຮົາໄດ້ໄຈ້ແຍກ, ຄວາມເປັນມະນຸດຂອງຄົນປະເພດນີ້ແມ່ນໂຫດຮ້າຍທີ່ສຸດ. ຄົນສອງປະເພດທຳອິດມີຄວາມສາມາດຕໍ່າ, ພວກເຂົາບໍ່ສາມາດເຮັດວຽກໄດ້ ແລະ ພວກເຂົາບໍ່ບັນລຸຫຼັກການ ແລະ ມາດຕະຖານຂອງເຮືອນຂອງພຣະເຈົ້າສຳລັບການບົ່ມເພາະ ແລະ ສົ່ງເສີມຄົນ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຖືກບົ່ມເພາະ ຫຼື ນຳໃຊ້ໄດ້. ຄວາມສາມາດຂອງພວກເຂົາຕໍ່າທີ່ສຸດ, ພວກເຂົາຕາບອດ ແລະ ດ້ານຊາ ແລະ ພວກເຂົາກໍເປັນຄືກັບຄົນຕາຍ, ພວກເຂົາບໍ່ຄຸ້ມຄ່າທີ່ຈະເປີດໂປງ ແລະ ໄຈ້ແຍກ. ຄົນປະເພດທີສາມແມ່ນຊົ່ວຮ້າຍທີ່ສຸດ. ພວກເຂົາຊົ່ວຊ້າທີ່ສຸດໃນດ້ານຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຮົາກຳນົດລັກສະນະຄົນປະເພດນີ້ວ່າເປັນຄົນເຈົ້າເລ່ ແລະ ມີເລ່ຫຼ່ຽມ. ຄົນເຫຼົ່ານີ້ຍິ່ງເຈົ້າເລ່ກວ່າໝາຈອກ. ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແຕ່ກໍມີຂໍ້ອ້າງຫຼາຍຢ່າງ ແລະ ຮູ້ສຶກສະບາຍໃຈຢ່າງສິ້ນເຊີງ. ບໍ່ວ່າຄົນຊົ່ວຊ້າ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສຈະລົບກວນວຽກງານຂອງຄຣິສຕະຈັກແນວໃດ, ພວກເຂົາກໍບໍ່ກະວົນກະວາຍ ຫຼື ເປັນຫ່ວງກ່ຽວກັບມັນເລີຍ ແລະ ຍັງຄົງຕ້ອງການທີ່ຈະເປັນຜູ້ນໍາຢ່າງຕໍ່ເນື່ອງ. ເປັນຫຍັງພວກເຂົາຈຶ່ງຕິດອຳນາດຫຼາຍແທ້? ຜູ້ນໍາເຫຼົ່ານີ້ເວົ້າວ່າ “ຄົນດິ້ນຮົນຂຶ້ນສູງ; ນ້ຳໄຫຼລົງຕ່ຳ. ທຸກຄົນຮັກອຳນາດ!” ພວກເຂົາບໍ່ຢາກເຮັດວຽກງານຕົວຈິງໃດໆ ແຕ່ພວກເຂົາກໍຍັງປາຖະໜາທີ່ຈະຍຶດຕິດກັບຕຳແໜ່ງຂອງພວກເຂົາ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ. ນີ້ແມ່ນຄົນຊົ່ວຊ້າປະເພດໃດ? ພວກເຂົາເປັນລູກຫຼານຂອງຊາຕານຢ່າງແທ້ຈິງ, ພວກເຂົາບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ.

ມື້ນີ້ ພວກເຮົາໄດ້ສົນທະນາກັນສາມຈຸດກ່ຽວກັບຄວາມຮັບຜິດຊອບທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາປອມທີ່ພວກເຮົາໄດ້ໄຈ້ແຍກໃນຄວາມຮັບຜິດຊອບທີສິບສອງ ໂດຍພື້ນຖານແລ້ວ ແມ່ນຄືກັນກັບຜູ້ນໍາປອມທີ່ພວກເຮົາໄດ້ເປີດໂປງກ່ອນໜ້ານີ້. ເຖິງແມ່ນວ່າພວກເຮົາຈະໄຈ້ແຍກສາມຈຸດ, ແຕ່ພວກມັນສ່ວນໃຫຍ່ກວມເອົາສອງບັນຫາ: ໜຶ່ງຄື ພວກເຂົາມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້; ອີກຢ່າງໜຶ່ງຄື ຄວາມເປັນມະນຸດຂອງພວກເຂົາແມ່ນຊົ່ວຊ້າ, ເຈົ້າເລ່ ແລະ ມີເລ່ຫຼ່ຽມ ແລະ ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ. ສິ່ງເຫຼົ່ານີ້ແມ່ນບັນຫາພື້ນຖານທີ່ຈຳເປັນຂອງຜູ້ນໍາປອມ. ຕາບໃດທີ່ຄົນໃດໜຶ່ງມີໜຶ່ງໃນສອງບັນຫານີ້, ພວກເຂົາກໍເປັນຜູ້ນໍາປອມ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສເລີຍ.

ວັນທີ 4 ກັນຍາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (22)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້