ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 29

ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາຢໍາເກງພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງຊົງສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອຊັກຈູງເຂົາຢ່າງທີ່ສຸດ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ການບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້. ແຕ່ສຳລັບວິທີທີ່ຜູ້ຄົນຈະຖືກເອົາຊະນະນັ້ນ, ນີ້ບໍ່ແມ່ນສິ່ງທີ່ພວກເຂົາສາມາດເຮັດດ້ວຍຕົນເອງໄດ້. ສິ່ງທີ່ເຈົ້າສາມາດເຮັດໄດ້ກໍມີພຽງແຕ່ການມາຮູ້ຈັກຄວາມເສື່ອມຊາມ ແລະ ຄວາມສົກກະປົກຂອງເຈົ້າ, ຄວາມກະບົດຂອງເຈົ້າ ແລະ ຄວາມບໍ່ຊອບທຳຂອງເຈົ້າ ຜ່ານການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ກາບລົງຕໍ່ໜ້າພຣະເຈົ້າ. ຖ້າເຈົ້າສາມາດນໍາເອົາໄປປະຕິບັດພາຍຫຼັງມີຄວາມເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຖ້າເຈົ້າມີນິມິດ ແລະ ສາມາດຍອມຕໍ່ພຣະທຳເຫຼົ່ານີ້ຢ່າງສົມບູນ ແລະ ບໍ່ຕັດສິນໃຈເລືອກດ້ວຍຕົນເອງ, ແລ້ວເຈົ້າກໍຈະຖືກເອົາຊະນະ ແລະ ມັນກໍເປັນຍ້ອນຜົນຂອງພຣະທຳເຫຼົ່ານີ້. ເປັນຫຍັງມະນຸດຊາດຈຶ່ງສູນເສຍຄຳພະຍານ? ເພາະບໍ່ມີໃຜມີຄວາມເຊື່ອໃນພຣະເຈົ້າ, ເພາະພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ. ການເອົາຊະນະມະນຸດຊາດແມ່ນການຟື້ນຟູຄວາມເຊື່ອຂອງມະນຸດຊາດ. ຜູ້ຄົນມັກຈະແລ່ນໂດຍບໍ່ຄິດສູ່ໂລກທີ່ທຳມະດາຢູ່ສະເໝີ, ພວກເຂົາບົ່ມຊ້ອນຄວາມຫວັງໄວ້ຫຼາຍເກີນໄປ, ຕ້ອງການສຳລັບອະນາຄົດຂອງພວກເຂົາຫຼາຍເກີນໄປ ແລະ ມີຄວາມຮຽກຮ້ອງຕ້ອງການທີ່ຟຸມເຟືອຍຫຼາຍເກີນໄປ. ພວກເຂົາຄິດເຖິງເນື້ອໜັງຢູ່ສະເໝີ, ວາງແຜນສຳລັບເນື້ອໜັງ ແລະ ບໍ່ສົນໃຈໃນການສະແຫວງຫາຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າເລີຍ. ຫົວໃຈຂອງພວກເຂົາຖືກຊາຕານຍາດເອົາໄປ, ພວກເຂົາສູນເສຍຫົວໃຈຂອງພວກເຂົາທີ່ຢໍາເກງພຣະເຈົ້າ ແລະ ພວກເຂົາຕັ້ງຈິດຕັ້ງໃຈໃສ່ຊາຕານ. ແຕ່ມະນຸດຖືກພຣະເຈົ້າສ້າງຂຶ້ນມາ. ສະນັ້ນ ມະນຸດກໍໄດ້ສູນເສຍຄຳພະຍານ ໝາຍຄວາມວ່າເຂົາໄດ້ສູນເສຍສະຫງ່າລາສີຂອງພຣະເຈົ້າ. ເປົ້າໝາຍແຫ່ງການເອົາຊະນະມະນຸດຊາດແມ່ນເພື່ອຮຽກຄືນສະຫງ່າລາສີແຫ່ງຄວາມຢໍາເກງທີ່ມະນຸດມີຕໍ່ພຣະເຈົ້າ. ມັນສາມາດເວົ້າໄດ້ໃນລັກສະນະນີ້: ມີຫຼາຍຄົນທີ່ບໍ່ສະແຫວງຫາຊີວິດ; ເຖິງແມ່ນວ່າມີບາງຄົນທີ່ສະແຫວງຫາຊີວິດ, ພວກເຂົາກໍມີພຽງແຕ່ຈຳນວນສໍ່າກຳມືໜຶ່ງເທົ່ານັ້ນ. ຜູ້ຄົນໝົກມຸ້ນຢູ່ກັບອະນາຄົດຂອງພວກເຂົາ ແລະ ບໍ່ສົນໃຈຫຍັງເລີຍຕໍ່ຊີວິດ. ບາງຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ຕັດສິນພຣະອົງຢູ່ລັບຫຼັງພຣະອົງ ແລະ ບໍ່ປະຕິບັດຄວາມຈິງ. ຜູ້ຄົນເຫຼົ່ານີ້ແມ່ນຈະຖືກເບິ່ງຂ້າມໃນຕອນນີ້; ສຳລັບຊ່ວງເວລານີ້, ບໍ່ມີຫຍັງທີ່ຈະປະຕິບັດກັບບຸດຊາຍແຫ່ງຄວາມກະບົດເຫຼົ່ານີ້, ແຕ່ໃນອະນາຄົດ ເຈົ້າຈະດຳລົງຊີວິດຢູ່ໃນຄວາມມືດມິດ, ຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າ. ເຈົ້າບໍ່ຮູ້ສຶກເຖິງຄວາມລໍ້າຄ່າຂອງແສງສະຫວ່າງເມື່ອເຈົ້າກຳລັງດຳລົງຊີວິດຢູ່ໃນແສງສະຫວ່າງນັ້ນ, ແຕ່ເຈົ້າຈະຮັບຮູ້ເຖິງຄວາມລໍ້າຄ່ານັ້ນ ຫຼັງຈາກທີ່ເຈົ້າໄດ້ດຳລົງຊີວິດໃນກາງຄືນທີ່ມືດມິດ ແລະ ເຈົ້າຈະເສຍໃຈໃນຕອນນັ້ນ. ເຈົ້າຮູ້ສຶກສະບາຍດີໃນຕອນນີ້, ແຕ່ມື້ທີ່ເຈົ້າເສຍໃຈກໍຈະມາເຖິງ. ເມື່ອມື້ນັ້ນມາເຖິງ ແລະ ຄວາມມືດມິດກໍລົງມາ ແລະ ແສງສະຫວ່າງບໍ່ມີອີກຕໍ່ໄປ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ມັນເປັນຍ້ອນເຈົ້າຍັງບໍ່ເຂົ້າໃຈພາລະກິດແຫ່ງປັດຈຸບັນ, ເຈົ້າຈຶ່ງລົ້ມເຫຼວທີ່ຈະຊື່ນຊົມເວລາທີ່ເຈົ້າມີໃນຕອນນີ້. ຫຼັງຈາກທີ່ພາລະກິດຂອງຈັກກະວານທັງປວງເລີ່ມຕົ້ນຂຶ້ນ ໝາຍຄວາມວ່າເມື່ອທຸກສິ່ງທີ່ເຮົາກຳລັງກ່າວໃນມື້ນີ້ໄດ້ກາຍເປັນຈິງ, ຫຼາຍຄົນກໍຈະຈັບຫົວຂອງພວກເຂົາ ແລະ ຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດ. ແລ້ວໃນການເຮັດແບບນັ້ນ, ພວກເຂົາຈະບໍ່ຕົກລົງສູ່ຄວາມມືດມິດພ້ອມກັບການຮ້ອງໄຫ້ ແລະ ກັດແຂ້ວບໍ? ທຸກຄົນທີ່ສະແຫວງຫາຊີວິດຢ່າງແທ້ຈິງ ແລະ ຖືກເຮັດໃຫ້ສົມບູນແມ່ນສາມາດຖືກໃຊ້ໄດ້, ໃນຂະນະທີ່ບຸດຊາຍແຫ່ງຄວາມກະບົດທັງໝົດທີ່ບໍ່ເໝາະສົມໃນການຮັບໃຊ້ ແມ່ນຈະຕົກລົງສູ່ຄວາມມືດມິດ. ພວກເຂົາຈະປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຈະບໍ່ສາມາດເຂົ້າໃຈຫຍັງເລີຍ. ສະນັ້ນ ພວກເຂົາກໍຈະທໍລະມານດ້ວຍການຮ້ອງໄຫ້ສະອຶກສະອື້ນ ຍ້ອນຖືກໂຍນລົງສູ່ການລົງໂທດ. ຖ້າເຈົ້າກຽມພ້ອມເປັນຢ່າງດີໃນໄລຍະນີ້ຂອງພາລະກິດ ແລະ ເຈົ້າໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າ, ແລ້ວເຈົ້າກໍເໝາະສົມທີ່ຈະຖືກໃຊ້. ຖ້າເຈົ້າບໍ່ໄດ້ກຽມພ້ອມເປັນຢ່າງດີ, ແລ້ວເຖິງແມ່ນເຈົ້າຖືກເອີ້ນເຂົ້າຮ່ວມໃນຂັ້ນຕອນຕໍ່ໄປຂອງພາລະກິດ, ເຈົ້າກໍຈະບໍ່ເໝາະສົມທີ່ຈະຖືກນໍາໃຊ້, ໃນຈຸດນີ້ ເຈົ້າຈະບໍ່ມີໂອກາດອີກ ເຖິງແມ່ນເຈົ້າປາຖະໜາທີ່ຈະກຽມຕົວເອງໃຫ້ພ້ອມ. ພຣະເຈົ້າແມ່ນໄດ້ຈາກໄປແລ້ວ; ເຈົ້າຈະສາມາດຊອກຫາໂອກາດແບບນີ້ຢູ່ຕໍ່ໜ້າເຈົ້າໃນຕອນນີ້ໄດ້ຢູ່ໃສ? ເຈົ້າຈະສາມາດຮັບເອົາການຝຶກຝົນທີ່ພຣະເຈົ້າຈັດໃຫ້ເປັນການສ່ວນຕົວໄດ້ຢູ່ໃສ? ໃນຕອນນັ້ນ, ພຣະເຈົ້າກໍຈະບໍ່ກ່າວເປັນການສ່ວນຕົວ ຫຼື ສະແດງສຽງຂອງພຣະອົງ; ສິ່ງທີ່ເຈົ້າຈະສາມາດເຮັດໄດ້ກໍຄືອ່ານສິ່ງທີ່ໄດ້ຖືກກ່າວໃນມື້ນີ້, ແລ້ວຄວາມເຂົ້າໃຈຈະເກີດຂຶ້ນງ່າຍໆໄດ້ແນວໃດ? ຊີວິດໃນອະນາຄົດຈະດີກວ່າທີ່ມັນເປັນຢູ່ໃນປັດຈຸບັນໄດ້ແນວໃດ? ໃນຈຸດນັ້ນ, ເຈົ້າຈະບໍ່ທົນທຸກກັບການຕາຍທັງເປັນ ໃນຂະນະທີ່ເຈົ້າຮ້ອງໄຫ້ ແລະ ກັດແຂ້ວຂອງເຈົ້າບໍ? ພອນຕ່າງໆແມ່ນຖືກປະທານໃຫ້ກັບເຈົ້າໃນຕອນນີ້, ແຕ່ເຈົ້າບໍ່ຮູ້ວິທີຮັບເອົາພອນເຫຼົ່ານັ້ນ; ເຈົ້າກຳລັງດຳລົງຊີວິດຢູ່ໃນຄວາມຜາສຸກ, ແຕ່ເຈົ້າກໍຍັງບໍ່ຮູ້ສຶກຕົວ. ສິ່ງນີ້ພິສູດວ່າເຈົ້າໄດ້ຖືກກຳນົດໃຫ້ທໍລະມານແລ້ວ! ໃນປັດຈຸບັນ, ບາງຄົນຕໍ່ຕ້ານ, ບາງຄົນກະບົດ, ບາງຄົນເຮັດນັ້ນເຮັດນີ້ ແລະ ເຮົາພຽງແຕ່ບໍ່ສົນໃຈມັນ, ແຕ່ຢ່າຄິດວ່າເຮົາບໍ່ຮູ້ເຖິງສິ່ງທີ່ເຈົ້າກຳລັງເຮັດ. ເຮົາບໍ່ເຂົ້າໃຈທາດແທ້ຂອງພວກເຈົ້າບໍ? ເປັນຫຍັງຈຶ່ງສືບຕໍ່ຂັດແຍ້ງກັບເຮົາ? ເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອສະແຫວງຫາຊີວິດ ແລະ ພອນສຳລັບຕົວເຈົ້າເອງບໍ? ມັນບໍ່ແມ່ນເພື່ອຕົວເຈົ້າເອງບໍ ເຈົ້າຈຶ່ງມີຄວາມເຊື່ອ? ໃນຊ່ວງເວລາປັດຈຸບັນ, ເຮົາກຳລັງປະຕິບັດພາລະກິດແຫ່ງການເອົາຊະນະໂດຍການກ່າວພຣະທຳເທົ່ານັ້ນ ແລະ ຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະນີ້ມາເຖິງຈຸດສິ້ນສຸດ, ຕອນຈົບຂອງເຈົ້າກໍຈະຊັດເຈນຂຶ້ນ. ເຮົາຈໍາເປັນຕ້ອງບອກເຈົ້າຢ່າງແຈ່ມແຈ້ງບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 475

ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 155

ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 283

ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ....