ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 444
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ກ່ອນໄລຍະສອງພັນປີ ເຊິ່ງເປັນໄລຍະທີ່ພຣະເຢໂຮວາໄດ້ກະທໍາພາລະກິດຂອງພຣະອົງ, ມະນຸດແມ່ນບໍ່ຮູ້ຈັກຫຍັງ ແລະ ມະນຸດຊາດເກືອບທັງໝົດໄດ້ຕົກຢູ່ໃນຄວາມຊົ່ວຮ້າຍ ຈົນເຖິງກ່ອນການທໍາລາຍໂລກດ້ວຍອຸທົກກະໄພ ພວກເຂົາໄດ້ໄປເຖິງຈຸດໄຮ້ສິນທໍາ ແລະ ຄວາມຊົ່ວຊ້າທີ່ສຸດ ເຊິ່ງໃນຫົວໃຈຂອງພວກເຂົາແມ່ນຂາດພຣະເຢໂຮວາຢ່າງສິ້ນເຊີງ ແລະ ແຮງຕ້ອງການວິທີທາງຂອງພຣະອົງ. ພວກເຂົາບໍ່ເຄີຍເຂົ້າໃຈພາລະກິດທີ່ພຣະເຢໂຮວາຈະກະທໍາ; ພວກເຂົາຂາດເຫດຜົນ, ຍິ່ງໄປກວ່ານັ້ນ ພວກເຂົາຂາດຄວາມຮູ້ ເໝືອນດັ່ງເຄື່ອງຈັກທີ່ຫາຍໃຈ ແຕ່ໄຮ້ຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບມະນຸດ, ພຣະເຈົ້າ, ໂລກ, ຊີວິດ ແລະ ອື່ນໆອີກ. ໃນແຜ່ນດິນໂລກ ພວກເຂົາປະພຶດໃນການຫຼອກລວງຕ່າງໆນາໆ ຄືກັນກັບງູ ແລະ ເວົ້າຈາຫຼາຍສິ່ງຢ່າງທີ່ເຮັດໃຫ້ພຣະເຢໂຮວາບໍ່ພໍໃຈ, ແຕ່ເນື່ອງຈາກວ່າ ພວກເຂົາເປັນຄົນໄຮ້ດຽງສາ ພຣະເຢໂຮວາຈຶ່ງບໍ່ລົງໂທດ ແລະ ຕີສອນພວກເຂົາ. ຈົນກວ່າຫລັງຈາກອຸທົກກະໄພ, ເມື່ອໂນອາໄດ້ອາຍຸ 601 ປີ ພຣະເຢໂຮວາຈິ່ງປາກົດຕໍ່ໂນອາ, ຊີ້ນໍາລາວ ແລະ ຄອບຄົວຂອງລາວ; ພຣະອົງນໍາພາຝູງນົກ ແລະ ສັດປ່າ ທີ່ລອດພົ້ນຈາກອຸທົກກະໄພພ້ອມດ້ວຍໂນອາ ແລະ ລູກຫຼານຂອງລາວຈົນກວ່າການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ ເຊິ່ງກິນເວລາທັງໝົດ 2.500 ປີ. ພຣະອົງດຳເນີນພາລະກິດໃນອິດສະຣາເອນ ເຊິ່ງນັ້ນກໍຄື ການດຳເນີນພາລະກິດຢ່າງເປັນທາງການ ໂດຍເປັນເວລາທັງໝົດ 2.000 ປີ ແລະ ດຳເນີນພາລະກິດຢ່າງຕໍ່ເນື່ອງໃນ ແລະ ນອກອິດສະຣາເອນເປັນເວລາ 500 ປີ ເຊິ່ງລວມກັນເປັນ 2.500 ປີ. ໃນໄລຍະນີ້, ພຣະອົງໄດ້ສັ່ງຊົນຊາດອິດສະຣາເອນວ່າ ຖ້າຈະຮັບໃຊ້ພຣະເຢໂຮວາ ພວກເຂົາຄວນສ້າງວິຫານ, ໃສ່ເຄື່ອງນຸ່ງແບບປະໂລຫິດ ແລ້ວຍ່າງຕີນເປົ່າເຂົ້າສູ່ວິຫານໃນຍາມຮຸ່ງເຊົ້າ, ດ້ວຍວ່າພວກເຂົາຢ້ານເກີບຂອງພວກເຂົາຈະເຮັດໃຫ້ວິຫານເປິເປື້ອນ ແລະ ຢ້ານແປວໄຟຈາກຍອດວິຫານພຸລົງໃສ່ພວກເຂົາ ແລະ ເຜົາໄໝ້ພວກເຂົາຈົນຕາຍ. ພວກເຂົາຈຶ່ງປະຕິບັດຕາມໜ້າທີ່ຂອງພວກເຂົາ ແລະ ອ່ອນນ້ອມຍອມຮັບເອົາແຜນການຂອງພຣະເຢໂຮວາ. ພວກເຂົາອະທິຖານເຖິງພຣະເຢໂຮວາໃນວິຫານ ແລະ ຫລັງຈາກໄດ້ຮັບຄວາມເປີດເຜີຍຂອງພຣະເຢໂຮວາ ນັ້ນກໍຄື ຫຼັງຈາກພຣະເຢໂຮວາໄດ້ກ່າວຕໍ່ພວກເຂົາເປັນຈໍານວນຫຼວງຫຼາຍ ແລະ ສັ່ງສອນພວກເຂົາໃຫ້ພວກເຂົາສະແດງຄວາມຍໍາເກງຕໍ່ພຣະເຢໂຮວາຜູ້ທີ່ເປັນພຣະເຈົ້າຂອງພວກເຂົາ. ພຣະເຢໂຮວາໄດ້ບອກພວກເຂົາວ່າ ພວກເຂົາຄວນສ້າງວິຫານ ແລະ ແທ່ນບູຊາ ແລະ ໃນວັນປັດສະຄາ ເຊິ່ງໃນເວລານັ້ນໄດ້ກຳນົດຂຶ້ນໂດຍພຣະເຢໂຮວາ, ພວກເຂົາຄວນຈັດຫາງົວເກີດໃໝ່ ແລະ ແກະ ແລ້ວນໍາເອົາມາວາງໃສ່ເທິງແທ່ນບູຊາເພື່ອຖວາຍແດ່ພຣະເຢໂຮວາ, ນັ້ນກໍເພື່ອເປັນການບັງຄັບພວກເຂົາ ແລະ ເຮັດໃຫ້ຫົວໃຈຂອງພວກເຂົາມີຄວາມຍໍາເກງຕໍ່ພຣະເຢໂຮວາ. ສ່ວນວ່າ ພວກເຂົາໄດ້ເຊື່ອຟັງກົດບັນຍັດນີ້ ຫຼື ບໍ່ ນັ້ນ ແມ່ນຂຶ້ນຢູ່ກັບຄວາມຈົງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຢໂຮວາ. ພ້ອມນີ້ ພຣະເຢໂຮວາໄດ້ກຳນົດວັນຊະບາໂຕໃຫ້ພວກເຂົາ ເຊິ່ງເປັນວັນທີ່ເຈັດຂອງການເນລະມິດສ້າງຂອງພຣະອົງ. ຫລັງຈາກວັນຊະບາໂຕ ພຣະອົງໄດ້ສ້າງວັນທໍາອິດ ເປັນວັນສໍາລັບພວກເຂົາສັນລະເສີນພຣະເຢໂຮວາ ເພື່ອຖວາຍບູຊາ ແລະ ເສບດົນຕີແດ່ພຣະອົງຟັງ. ໃນວັນນີ້ ພຣະເຢໂຮວາໄດ້ຮຽກເຊີນມະຫາປະໂລຫິດທຸກຄົນເຂົ້າຮ່ວມ ເພື່ອແບ່ງປັນສິ່ງຂອງທີ່ນໍາມາຖວາຍ ຢູ່ເທິງແທ່ນບູຊານັ້ນໃຫ້ຜູ້ຄົນກິນ ເພື່ອພວກເຂົາຈະໄດ້ຊື່ນຊົມກັບສິ່ງທີ່ນໍາມາຖວາຍໃຫ້ແດ່ພຣະເຢໂຮວາ ແລະ ຫລັງຈາກນັ້ນ ພຣະເຢໂຮວາໄດ້ກ່າວບອກພວກເຂົາວ່າ ພວກເຂົາໄດ້ຮັບພອນແລ້ວ, ພວກເຂົາໄດ້ຮັບສ່ວນແບ່ງປັນຈາກພຣະອົງ ແລະ ພວກເຂົາໄດ້ເປັນຄົນທີ່ພຣະອົງເລືອກ (ເຊິ່ງເປັນຄໍາສັນຍາຂອງພຣະອົງກັບຊົນຊາດອິດສະຣາເອນ). ຍ້ອນເຫດນີ້, ຈົນເຖິງທຸກວັນນີ້ ຊົນຊາດອິດສະຣາເອນຍັງເວົ້າຢູ່ວ່າ ພຣະເຢໂຮວາຄືພຣະເຈົ້າຂອງພວກເຂົາເທົ່ານັ້ນ ແລະ ບໍ່ແມ່ນພຣະເຈົ້າຂອງຄົນຕ່າງຊາດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດໃນຍຸກແຫ່ງພຣະບັນຍັດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ?...
ພາລະກິດທຸກຂັ້ນຕອນຂອງພຣະເຈົ້າແມ່ນເພື່ອມວນມະນຸດຊາດ ແລະ ແນໃສ່ມະນຸດຊາດທັງປວງ. ເຖິງແມ່ນວ່າ ມັນຄືພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ,...
ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ,...
ຄວາມຊື່ສັດຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ,...