ພຣະທຳປະຈຳວັນຂອງພຣະເຈົ້າ | "ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ" | ຄັດຕອນ 23

ພຣະທຳປະຈຳວັນຂອງພຣະເຈົ້າ | "ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ" | ຄັດຕອນ 23

0 |11 ເດືອນຕຸລາ 2020

ເຖິງແມ່ນວ່າພຣະເຢຊູຢູ່ໃນການບັງເກີດເປັນມະນຸດຂອງພຣະອົງ ຈະປາດສະຈາກຄວາມຮູ້ສຶກໃດໆ, ພຣະອົງຍັງ ປອບໃຈພວກສາວົກຂອງພຣະອົງ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ເຖິງວ່າພຣະອົງໄດ້ເຮັດເພື່ອສາວົກຂອງພຣະອົງຫຼາຍເທົ່າໃດ ຫຼື ໄດ້ທົນທຸກທໍລະມານຫຼາຍເທົ່າໃດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກຄົນຂອງພຣະອົງເກີນຄວາມຈຳເປັນເລີຍ, ແຕ່ຊໍ້າພັດອົດທົນ ແລະ ຮັບບາບແທນພວກເຂົາ ຈົນເຮັດໃຫ້ຄົນທີ່ຢູ່ໃນ ຍຸກແຫ່ງຄວາມກະລຸນາ ເອີ້ນພຣະອົງວ່າ “ພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ພຣະເຢຊູເຈົ້າ”. ສຳລັບຜູ້ຄົນໃນເວລານັ້ນ ແລະ ສຳລັບທຸກຄົນ, ສິ່ງທີ່ພຣະເຢຊູມີ ແລະ ເປັນ ແມ່ນຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງບໍ່ເຄີຍຈົດຈໍາການລ່ວງລະເມີດຂອງຜູ້ຄົນ ແລະ ການປະຕິບັດຂອງພຣະອົງຕໍ່ພວກເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບການລ່ວງລະເມີດຂອງພວກເຂົາ. ເນື່ອງຈາກວ່າການປະຕິບັດແບບນັ້ນແມ່ນຢູ່ຍຸກອື່ນ, ພຣະອົງມັກຈະມອບອາຫານ ແລະ ເຄື່ອງດື່ມທີ່ອຸດົມສົມບູນແກ່ຜູ້ຄົນເພື່ອໃຫ້ພວກເຂົາໄດ້ຮັບປະທານຢ່າງອີ່ມໜຳສຳລານສະເໝີ. ພຣະອົງໄດ້ປະຕິບັດຕໍ່ຜູ້ຕິດຕາມພຣະອົງທັງຫມົດດ້ວຍຄວາມກະລຸນາ, ປິ່ນປົວຄົນເຈັບປ່ວຍ, ຂັບໄລ່ພວກຜີປີສາດ, ຟື້ນຜູ້ຕາຍໃຫ້ຄືນມາ. ເພື່ອວ່າຜູ້ຄົນຈະໄດ້ເຊື່ອໃນພຣະອົງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງໄດ້ກະທໍາລົງໄປນັ້ນແມ່ນມີຄວາມບໍລິສຸດ ແລະ ຈິງໃຈ, ພຣະອົງໄດ້ສະແດງເຖິງຂະໜາດວ່າຟື້ນຄືນຊີວິດຂອງສົບທີ່ເໜົ່າເປື່ອຍ, ສະແດງໃຫ້ພວກເຂົາເຫັນວ່າ ຍ້ອນກໍາມືຂອງພຣະອົງ ແມ່ນແຕ່ຄົນຕາຍແລ້ວຍັງກັບຄືນມາມີຊີວິດອີກ. ຍ້ອນວິທີການແບບນີ້ພຣະອົງໄດ້ຮັບເອົາຄວາມເຈັບປວດຢ່າງງຽບໆ ແລະ ໄດ້ເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງທ່າມກາງພວກເຂົາ. ກ່ອນທີ່ພຣະອົງຈະຖືກຕອກຕະປູໃສ່ໄມ້ກາງແຂນ, ພຣະເຢຊູໄດ້ຮັບເອົາບາບຂອງມວນມະນຸດຊາດມາແລ້ວ ແລະ ກາຍເປັນເຄື່ອງບູຊາໄຖ່ບາບຂອງມວນມະນຸດຊາດ. ກ່ອນທີ່ຈະຖືກຄືງໃສ່ໄມ້ກາງແຂນ, ພຣະອົງໄດ້ເປີດທາງໄປສູ່ໄມ້ກາງແຂນເພື່ອໄຖ່ເອົາມວນມະນຸດຊາດ. ໃນທີ່ສຸດພຣະອົງໄດ້ຖືກຕອກຕະປູຕິດໃສ່ໄມ້ກາງແຂນ, ເສຍສະລະຕົນເອງເພື່ອກາງແຂນ ແລະ ພຣະອົງໄດ້ມອບ ຄວາມເມດຕາ, ຄວມຮັກກະລຸນາ ແລະ ຄວາມບໍລິສຸດທັງຫມົດໃຫ້ແກ່ມວນມະນຸດຊາດ. ເພື່ອມະນຸດຊາດ, ພຣະອົງອົດທົນສະເຫມີ, ບໍ່ເຄີຍແກ້ແຄ້ນ, ແຕ່ໃຫ້ອະໄພບາບຂອງພວກເຂົາເຈົ້າ, ເຕືອນພວກເຂົາໃຫ້ກັບໃຈ ແລະ ສອນພວກເຂົາໃຫ້ມີຄວາມອົດທົນ, ອົດກັ້ນ ແລະ ໃຫ້ຄວາມຮັກ, ໃຫ້ນຳຮອຍພຣະອົງ ແລະ ເສຍສະລະຕົນເອງເພື່ອຄວາມໝາຍຂອງໄມ້ກາງແຂນ. ຄວາມຮັກຂອງພຣະອົງຕໍ່ອ້າຍເອື້ອຍນ້ອງແມ່ນເກີນຄວາມຮັກທີ່ມີໃຫ້ນາງມາຣີ. ພາລະກິດທີ່ພຣະອົງໄດ້ກະທໍາເປັນຫລັກການປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກຜີມ່ານຮ້າຍ, ທັງຫມົດແມ່ນເພື່ອເປັນການໄຖ່ບາບໃຫ້ມວນມະນຸດຊາດ. ບໍ່ວ່າພຣະອົງຈະໄປໃສ, ພຣະອົງໄດ້ປະຕິບັດຕໍ່ທຸກຄົນທີ່ຕິດຕາມພຣະອົງດ້ວຍຄວາມກະລຸນາ. ພຣະອົງໄດ້ເຮັດໃຫ້ຜູ້ທຸກຍາກກາຍເປັນເສດຖີ, ຜູ້ເປ້ຍລ່ອຍຍ່າງໄດ້, ຄົນຕາບອດກັບມາເຫັນ ແລະ ຄົນຫູຫນວກໄດ້ຍິນ; ພຣະອົງຍັງໄດ້ເຊື້ອເຊີນບັນດາຄົນຕໍ່າຕ້ອຍ ຜູ້ຍາກໄຮ້, ຄົນບາບ, ນັ່ງຢູ່ໂຕະດຽວກັນກັບພຣະອົງ, ບໍ່ເຄີຍຫຼີກເວັ້ນພວກເຂົາ ແຕ່ມີຄວາມອົດທົນຢູ່ສະເໝີ, ເຖິງຂັ້ນກ່າວວ່າ: “ເມື່ອຜູ້ລ້ຽງແກະສູນເສຍແກະໜຶ່ງໂຕຈາກຈຳນວນຫນຶ່ງຮ້ອຍໂຕ, ລາວຈະຊອກຫາແກະທີ່ສູນເສຍນັ້ນແມ່ນແຕ່ຕ້ອງປ່ອຍປະແກະ 99 ໂຕທີ່ເຫຼືອໄວ້ຂ້າງຫຼັງກໍ່ຕາມ, ເມື່ອລາວຫາພົບມັນແລ້ວ ລາວຈະປິຕິຍິນດີຢ່າງໃຫຍ່ຫຼວງ”. ພຣະອົງຮັກຜູ້ຕິດຕາມພຣະອົງປານກັບແມ່ແກະຮັກລູກຂອງຕົນ. ເຖິງແມ່ນວ່າພວກເຂົາໂງ່ຈ້າ ແລະ ບໍ່ຮັບຮູ້ ແລະ ເປັນຄົນບາບຢູ່ໃນສາຍຕາຂອງພຣະອົງ ແລະ ຍິ່ງໄປກ່ວານັ້ນຍັງເປັນຄົນອ່ອນໂຍນທີ່ສຸດຂອງສັງຄົມ, ພຣະອົງໄດ້ຖືວ່າຄົນບາບເຫຼົ່ານີ້ ຄົນທີ່ຄົນອື່ນດູຫມິ່ນ ເປັນທີ່ໂປດປານໃນສາຍຕາຂອງພຣະອົງ. ຍ້ອນພຣະອົງໄດ້ໂປດປານພວກເຂົາ, ພຣະອົງໄດ້ມອບຊີວິດຂອງພຣະອົງເພື່ອພວກເຂົາ ດັ່ງທີ່ລູກແກະໄດ້ຖືກຖວາຍເທິງແທ່ນບູຊາ. ພຣະອົງໄດ້ໄປຢູ່ໃນທ່າມກາງພວກເຂົາເຫມືອນກັບວ່າພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ປ່ອຍໃຫ້ພວກເຂົາໃຊ້ພຣະອົງ ແລະ ຂ້າພຣະອົງ, ຍອມຮັບໃຊ້ພວກເຂົາໂດຍບໍ່ມີເງື່ອນໄຂ. ຕໍ່ກັບຜູ້ຕິດຕາມພຣະອົງ ພຣະອົງເປັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ, ແຕ່ຕໍ່ກັບພວກຟາຣີຊາຍ ຜູ້ສິດສອນຜູ້ຄົນຈາກແທ່ນທີ່ສູງ, ພຣະອົງບໍ່ສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາ, ແຕ່ຄວາມກຽດຊັງ ແລະ ຄວາມບໍພໍໃຈ. ພຣະອົງບໍໄດ້ກະທຳການໃດຢ່າງຫຼວງຫຼາຍກັບພວກຟາຣີຊາຍ, ມີແຕ່ສັ່ງສອນພວກເຂົາ ແລະ ຕຳນິພວກເຂົາບາງຄັ້ງຄາວ; ພຣະອົງບໍໄດ້ໄປຢູ່ໃນທ່າມກາງພວກເຂົາ ດໍາເນີນພະລະກິດໄຖ່ບາບ ຫຼື ປະຕິບັດການສຳຄັນ ແລະ ສິ່ງມະຫັດສະຈັນ. ພຣະອົງໄດ້ມອບຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງໃຫ້ຜູ້ຕິດຕາມພຣະອົງ, ຮັບເອົາຄວາມທຸກເພື່ອຄົນບາບເຫຼົ່ານີ້ຈົນເຖິງທີ່ສຸດ, ເມື່ອພຣະອົງຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ທົນທຸກທໍລະມານຈົນກວ່າພຣະອົງໄດ້ໄຖ່ບາບໃຫ້ມະນຸດທັງປວງ, ນີ້ແມ່ນຜົນລວມຂອງພາລະກິດຂອງພຣະອົງ.

ຖ້າປາສະຈາກການໄຖ່ບາບຂອງພຣະເຢຊູ, ມະນຸດຄົງຈະມີຊີວິດຢູ່ກັບຄວາມບາບຕະຫຼອດໄປ ແລະ ກາຍເປັນລູກຫຼານຂອງຄວາມບາບ, ລູກຫຼານຂອງພວກມານຮ້າຍ. ຖ້າເປັນໄປຕາມນີ້ ໃນໂລກນີ້ກໍ່ຈະກາຍເປັນສະຖານທີ່ພັກເຊົາຂອງຊາຕານ, ບ່ອນທີ່ຢູ່ອາໄສຂອງພວກມັນ. ແຕ່ພາລະກິດແຫ່ງການໄຖ່ບາບຕ້ອງການ ການສະແດງອອກເຊິ່ງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມວນມະນຸດ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ຮັບການໃຫ້ອະໄພບາບ ແລະ ສຸດທ້າຍໄດ້ຮັບສິດທີ່ຈະເຮັດໃຫ້ສົມບູນ ແລະ ໄດ້ຮັບພອນຢ່າງເຕັມທີ່. ຖ້າປາສະຈາກພາລະກິດໃນຍຸກນີ້, ແຜນການຄຸ້ມຄອງຫົກພັນປີຈະບໍ່ສາມາດດໍາເນີນຕໍ່ໄປໄດ້. ຖ້າຫາກວ່າພຣະເຢຊູບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ, ຖ້າຫາກພຣະອົງພຽງແຕ່ໄດ້ປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກມານຮ້າຍ, ຜູ້ຄົນກໍຈະບໍ່ສາມາດໄດ້ຮັບການໃຫ້ອະໄພບາບຂອງພວກເຂົາຢ່າງສົມບູນ. ໃນໄລຍະສາມປີເຄິ່ງທີ່ພຣະເຍຊູໃຊ້ເວລາກະທໍາພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງໄດ້ສໍາເລັດພຽງແຕ່ເຄິ່ງຫນຶ່ງຂອງພາລະກິດແຫ່ງການໄຖ່ບາບຂອງພຣະອົງເທົ່ານັ້ນ; ຈົນກວ່າ ວ່າພຣະອົງໄດ້ຖືກຄຶງໃສ່ເທິງໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເປັນບາບທີ່ມອບຄືນໃຫ້ແກ່ຄົນຊົ່ວ, ພຣະອົງຈຶ່ງໄດ້ສໍາເລັດພາລະກິດຂອງການຖືກຄຶງໃສ່ໄມ້ກາງແຂນ ແລະ ເຂົາໃຈແຈ່ມແຈ້ງເຖິງ ຊະຕາກຳຂອງມະນຸດ. ຫລັງຈາກທີ່ຮ່າງກາຍຂອງພຣະອົງຖືກມອບໃຫ້ຊາຕານ, ພຣະອົງກໍໄດ້ໄຖ່ບາບໃຫ້ກັບມະນຸດຊາດທັງປວງ. ເປັນເວລາສາມສິບສາມປີເຄິ່ງ, ພຣະອົງໄດ້ທົນທຸກທໍລະມານຢູ່ເທິງແຜ່ນດິນໂລກນີ້, ຖືກເຍາະເຍີ້ຍໃສ່ຮ້າຍ, ຖືກດູຖູກ ແລະ ຖືກປະຖິ້ມ, ຈົນເຖິງຂັ້ນທີ່ພຣະອົງບໍ່ມີບ່ອນຊຸກຫົວນອນ, ບໍ່ມີບ່ອນໃຫ້ພັກເຊົາ ແລະ ຫຼັງຈາກນັ້ນ ພຣະອົງກໍຖືກຄຶງໃສ່ໄມ້ກາງແຂນ, ທັງຫມົດຕົວຕົນຂອງພຣະອົງ ເຊິ່ງເປັນຮ່າງກາຍທີ່ບໍລິສຸດ ແລະ ໄຮ້ດຽງສາຖືກຕອກຕະປູຄຶງໄວ້ເທິງໄມ້ກາງແຂນ. ພຣະອົງອົດທົນຕໍ່ຄວາມທຸກທໍລະມານທຸກດ້ານ. ຜູ້ທີ່ມີອໍານາດໄດ້ເຍາະເຍີ້ຍ ແລະ ຂ້ຽນຕີພຣະອົງ ແລະ ພວກທະຫານເຮັດເຖິງກັບຖົ່ມນໍ້າລາຍໃສ່ໃບຫນ້າຂອງພຣະອົງ; ແຕ່ພຣະອົງຍັງຄົງງຽບສະຫງົບ ແລະ ທົນທຸກທໍລະມານຈົນເຖິງທີ່ສຸດ, ຖວາຍຕົນຢ່າງບໍມີເງື່ອນໄຂຈົນເຖິງຈຸດຈົບຂອງເຊີວິດ, ດັ່ງນັ້ນແລ້ວ ພຣະອົງຈຶ່ງໄດ້ໄຖ່ບາບມະນຸດຊາດທັງຫມົດ. ເມື່ອນັ້ນ ພຣະອົງກໍໄດ້ຖືກໂຜດໃຫ້ພັກຜ່ອນ. ພາລະກິດທີ່ພຣະເຍຊູໄດ້ກະທຳເປັນພຽງແຕ່ຍຸກແຫ່ງພຣະຄຸນ; ມັນບໍ່ໄດ້ລວມຍຸກແຫ່ງພຣະບັນຍັດ ແລະ ມັນບໍ່ແມ່ນການທົດແທນພາລະກິດໃນຍຸກສຸດທ້າຍແຕ່ຢ່າງໃດ. ນີ້ແມ່ນຄວາມສໍາຄັນຂອງພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ຍຸກທີສອງທີ່ມະນຸດໄດ້ຜ່ານພົ້ນ ນັ້ນກໍຄືຍຸກແຫ່ງການໄຖ່ບາບ.

ຄັດຈາກບົດ “ພຣະທໍາປາກົດໃນຮ່າງກາຍ”

ສະແດງເພີ່ມເຕີມ
ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

Leave a Reply

ແບ່ງປັນ

ຍົກເລີກ