ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 5

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ. ຖ້າປາສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ” ບໍ່ໄດ້ໝາຍເຖິງການນໍາພາຊີວິດຂອງມະນຸດຊາດທີ່ຫາກໍຖືກສ້າງຂຶ້ນໃໝ່ເທິງແຜ່ນດິນໂລກ (ເຊິ່ງເວົ້າໄດ້ວ່າ ມະນຸດຊາດທີ່ຍັງບໍ່ໄດ້ເສື່ອມຊາມເທື່ອ). ກົງກັນຂ້າມ, ມັນເປັນຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ເຊິ່ງເວົ້າໄດ້ວ່າ ມັນເປັນການປ່ຽນແປງມະນຸດຊາດທີ່ເສື່ອມຊາມ. ນີ້ຄືຄວາມໝາຍຂອງ “ການຄຸ້ມຄອງມະນຸດຊາດ”. ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຍັງບໍ່ໄດ້ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ລວມເຖິງພາລະກິດສາມຂັ້ນຕອນທີ່ແຕກຕ່າງຈາກການສ້າງໂລກເທົ່ານັ້ນ. ເພື່ອທີ່ຈະເຂົ້າໃຈພາລະກິດແຫ່ງການຄຸ້ມຄອງມະນຸດຊາດ, ມັນຈຳເປັນທີ່ຈະຕ້ອງຮັບຮູ້ກ່ຽວກັບປະຫວັດສາດຂອງພາລະກິດສາມຂັ້ນຕອນ ເຊິ່ງນີ້ກໍຄືສິ່ງທີ່ທຸກຄົນຕ້ອງຮັບຮູ້ເພື່ອຈະໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນ. ໃນຖານະທີ່ເປັນສິ່ງຊົງສ້າງ, ພວກເຈົ້າຄວນຮັບຮູ້ວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ພວກເຈົ້າຄວນຮັບຮູ້ເຖິງແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ຂະບວນການແຫ່ງຄວາມລອດພົ້ນຂອງມະນຸດ. ຖ້າພວກເຈົ້າພຽງແຕ່ຮູ້ວິທີການປະຕິບັດໂດຍອີງຕາມຫຼັກການ ເພື່ອພະຍາຍາມຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກແມ່ນແຕ່ໜ້ອຍດຽວວ່າ ພຣະເຈົ້າຊ່ວຍຊີວິດມະນຸດຊາດແນວໃດ ຫຼື ແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລ້ວນີ້ກໍຄືສິ່ງທີ່ພວກເຈົ້າຂາດໃນຖານະທີ່ເປັນສິ່ງຊົງສ້າງ. ເຈົ້າບໍ່ຄວນພໍໃຈກັບຄວາມເຂົ້າໃຈຄວາມຈິງເຫຼົ່ານັ້ນ ເຊິ່ງເປັນສິ່ງທີ່ເຈົ້າສາມາດນໍາເຂົ້າສູ່ການປະຕິບັດຕົວຈິງໄດ້ ໃນຂະນະທີ່ເມີນເສີຍຕໍ່ຂອບເຂດຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າທີ່ກວ້າງຂຶ້ນ ເຊິ່ງຖ້າມັນເປັນແນວນີ້ ເຈົ້າກໍຈະຄິດວ່າຕົນເອງຖືກສະເໝີ. ພາລະກິດສາມຂັ້ນຕອນແມ່ນເບື້ອງໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ, ການກໍາເນີດພຣະກິດຕິຄຸນທົ່ວໂລກທັງປວງ, ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ ແລະ ພວກມັນຍັງເປັນພື້ນຖານຂອງການເຜີຍແຜ່ຂ່າວປະເສີດ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມເຂົ້າໃຈຄວາມຈິງເລັກນ້ອຍທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າ ແລະ ບໍ່ຮູ້ກ່ຽວກັບສິ່ງນີ້, ບັນດາຄວາມລຶກລັບ ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລ້ວຊີວິດຂອງເຈົ້າຈະບໍ່ຄືກັບຜົນຜະລິດທີ່ບໍ່ສົມບູນບໍ ເຊິ່ງບໍ່ມີຫຍັງດີເລີຍ ນອກຈາກໄດ້ແຕ່ເບິ່ງ?

ຖ້າມະນຸດພຽງແຕ່ໃສ່ໃຈກັບການປະຕິບັດຕົວຈິງ ແລະ ເຫັນພາລະກິດຂອງພຣະເຈົ້າ ແລະ ສິ່ງທີ່ມະນຸດຄວນຮູ້ເປັນເລື່ອງທີ່ຮອງລົງມາ, ນີ້ບໍ່ແມ່ນການທີ່ລະມັດລະວັງ ແລະ ປະຢັດໃນສິ່ງເລັກນ້ອຍ ແຕ່ບໍ່ຮອບຄອບ ແລະ ຟຸ້ມເຟືອຍໃນສິ່ງທີ່ໃຫຍ່ບໍ? ສິ່ງທີ່ເຈົ້າຕ້ອງຮູ້, ເຈົ້າກໍຕ້ອງຮູ້; ສິ່ງທີ່ເຈົ້າຕ້ອງນໍາເຂົ້າໃນການປະຕິບັດຕົວຈິງ, ເຈົ້າກໍຕ້ອງນໍາເຂົ້າໃນການປະຕິບັດຕົວຈິງ. ມີພຽງແຕ່ຕອນນັ້ນ ທີ່ເຈົ້າຈະເປັນຄົນທີ່ຮູ້ຈັກວິທີການສະແຫວງຫາຄວາມຈິງ. ເມື່ອຮອດເວລາທີ່ເຈົ້າຕ້ອງເຜີຍແຜ່ພຣະກິດຕິຄຸນ, ຖ້າເຈົ້າພຽງແຕ່ສາມາດເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຍິ່ງໃຫຍ່ ແລະ ທ່ຽງທໍາ, ພຣະອົງເປັນພຣະເຈົ້າທີ່ສູງສຸດ, ພຣະເຈົ້າທີ່ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດສາມາດທຽບໄດ້ ແລະ ພຣະອົງເປັນພຣະເຈົ້າທີ່ບໍ່ມີໃຜຈະຢູ່ເໜືອ..., ຖ້າເຈົ້າພຽງແຕ່ສາມາດກ່າວຄຳເວົ້າທີ່ບໍ່ກ່ຽວຂ້ອງກັນ ໃນຂະນະທີ່ບໍ່ສາມາດກ່າວຄຳເວົ້າທີ່ມີຄວາມສຳຄັນຫຼາຍແທ້ໆ ແລະ ມີແກ່ນແທ້, ຖ້າເຈົ້າບໍ່ມີຫຍັງເວົ້າກ່ຽວກັບການຮູ້ຈັກພຣະເຈົ້າ ຫຼື ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດອະທິບາຍຄວາມຈິງ ຫຼື ຈັດກຽມສິ່ງທີ່ມະນຸດຂາດໄປ, ແລ້ວຄົນແບບເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ. ການເປັນພະຍານໃຫ້ກັບພຣະເຈົ້າ ແລະ ການເຜີຍແຜ່ພຣະກິດຕິຄຸນແຫ່ງອານາຈັກບໍ່ແມ່ນເລື່ອງທີ່ງ່າຍ. ກ່ອນອື່ນ ເຈົ້າຕ້ອງປະກອບດ້ວຍຄວາມຈິງ ແລະ ນິມິດທີ່ຕ້ອງເປັນທີ່ເຂົ້າໃຈໄດ້. ເມື່ອເຈົ້າມີຄວາມຊັດເຈນກ່ຽວກັບນິມິດ ແລະ ຄວາມຈິງໃນລັກສະນະທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ແລະ ໃນຫົວໃຈຂອງເຈົ້າ ເຈົ້າກໍຈະມາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງຈະດຳເນີນຫຍັງກໍຕາມ ບໍ່ວ່າຈະເປັນການພິພາກສາທີ່ທ່ຽງທຳ ຫຼື ການກັ່ນຕອງມະນຸດ, ເຈົ້າຈະມີນິມິດທີ່ຍິ່ງໃຫຍ່ເປັນພື້ນຖານຂອງເຈົ້າ ແລະ ເຈົ້າມີຄວາມຈິງທີ່ຖືກຕ້ອງທີ່ສາມາດນໍາເຂົ້າໃນການປະຕິບັດຕົວຈິງ ແລ້ວເຈົ້າຈະສາມາດຕິດຕາມພຣະເຈົ້າຈົນຮອດມື້ສຸດທ້າຍ. ເຈົ້າຕ້ອງຮູ້ວ່າ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຫຍັງກໍຕາມ, ເຈດຕະນາຂອງພາລະກິດຂອງພຣະເຈົ້າຈະບໍ່ປ່ຽນແປງ, ຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດກໍຈະບໍ່ປ່ຽນແປງ. ບໍ່ວ່າພຣະທຳຂອງພຣະອົງຈະຮຸນແຮງຫຼາຍສໍ່າໃດ, ບໍ່ວ່າສະພາບແວດລ້ອມຈະເປັນໄພຫຼາຍສໍ່າໃດ, ຫຼັກການຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ຄວາມປະສົງໃນການໄຖ່ມະນຸດຂອງພຣະອົງກໍຈະບໍ່ປ່ຽນແປງ. ໂດຍມີເງື່ອນໄຂວ່າ ມັນບໍ່ແມ່ນພາລະກິດແຫ່ງການເປີດເຜີຍເຖິງຜົນໄດ້ຮັບຂອງມະນຸດ ຫຼື ປາຍທາງຂອງມະນຸດ ແລະ ບໍ່ແມ່ນພາລະກິດຂອງໄລຍະສຸດທ້າຍ ຫຼື ພາລະກິດຂອງການນໍາແຜນທັງໝົດໃນການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ໂດຍມີເງື່ອນໄຂວ່າ ມັນຢູ່ໃນຊ່ວງເວລາທີ່ພຣະເຈົ້າປະຕິບັດພາລະກິດໃນມະນຸດ ແລ້ວຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ. ມັນຈະເປັນຄວາມລອດພົ້ນຂອງມະນຸດຊາດຢູ່ສະເໝີ. ນີ້ຄວນເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ຈຸດປະສົງຂອງພາລະກິດສາມຂັ້ນຕອນແມ່ນຄວາມລອດພົ້ນຂອງບັນດາມວນມະນຸດ ເຊິ່ງນີ້ໝາຍເຖິງການໄຖ່ບາບທີ່ສົມບູນຂອງມະນຸດຈາກອຳນາດຂອງຊາຕານ. ເຖິງແມ່ນວ່າ ແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນແມ່ນມີຈຸດປະສົງ ແລະ ຄວາມສຳຄັນທີ່ແຕກຕ່າງກັນ ແຕ່ວ່າແຕ່ລະຂັ້ນຕອນກໍເປັນສ່ວນໜຶ່ງຂອງພາລະກິດແຫ່ງການໄຖ່ມະນຸດ ແລະ ແຕ່ລະຂັ້ນຕອນກໍ່ແຕກຕ່າງຈາກພາລະກິດແຫ່ງຄວາມລອດພົ້ນທີ່ຖືກນໍາໄປປະຕິບັດໂດຍອີງຕາມຄວາມຕ້ອງການຂອງມະນຸດຊາດ. ເມື່ອເຈົ້າຮູ້ກ່ຽວກັບຈຸດປະສົງຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ເຈົ້າກໍຈະມີສະຕິເພື່ອເຂົ້າໃຈເຖິງຄວາມສຳຄັນຂອງແຕ່ລະຂັ້ນຕອນຂອງພາລະກິດ ແລະ ຈະຮັບຮູ້ວິທີການປະຕິບັດ ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຖ້າເຈົ້າສາມາດມາຮອດຈຸດນີ້ໄດ້, ສິ່ງນີ້ ເຊິ່ງຄືນິມິດທີ່ຍິ່ງໃຫຍ່ທີ່ສຸດກໍຈະກາຍເປັນພື້ນຖານຂອງຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ເຈົ້າບໍ່ຄວນພຽງແຕ່ສະແຫວງຫາວິທີການປະຕິບັດທີ່ງ່າຍ ຫຼື ຄວາມຈິງທີ່ເລິກເຊິ່ງ ແຕ່ຄວນປະສົມນິມິດກັບການປະຕິບັດຕົວຈິງ ເພື່ອຈະມີທັງຄວາມຈິງທີ່ສາມາດນໍາເຂົ້າໃນການປະຕິບັດຕົວຈິງ ແລະ ຄວາມຮູ້ທີ່ອີງຕາມນິມິດ. ມີພຽງແຕ່ຕອນນັ້ນ ເຈົ້າຈຶ່ງຈະກາຍມາເປັນຄົນທີ່ສະແຫວງຫາຄວາມຈິງທັງໝົດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 410

ໃນການເຊື່ອພຣະເຈົ້າ, ເຈດຕະນາ ແລະ ມຸມມອງຂອງເຈົ້າຕ້ອງຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ການປະຕິບັດທີ່ຖືກຕ້ອງຕໍ່ພຣະທຳຂອງພຣະເຈົ້າ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 595

ການໃກ້ເຖິງຈຸດສິ້ນສຸດຂອງທຸກຊັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ....