ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 363
ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດທີ່ພຣະເຈົ້າໃນເນື້ອໜັງຄວນເຮັດໃຫ້ສໍາເລັດ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດທີ່ສຸດເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ. ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນມີແກ່ນແທ້ຄືກັນກັບຄັ້ງທຳອິດ ແຕ່ພຣະອົງເປັນຈິງຫຼາຍກວ່າເກົ່າ, ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກຄວາມທຸກທໍລະມານຂອງມະນຸດທີ່ຖືກເຮັດໃຫ້ເສື່ອມຊາມຄວນທົນທຸກ. ມັນຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງທີ່ຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ ແລະ ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທີ່ທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພຣະອົງ ຄົນໆໜຶ່ງສາມາດເຫັນເຖິງແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເມື່ອເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລ້ວຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການເພີ່ມ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ພຣະເຢຊູທີ່ຖືກຄຶງໃສ່ໄມ້ກາງແຂນຜ່ານທາງເນື້ອໜັງ ແລະ ພຣະອົງຍອມເປັນເຄື່ອງຖວາຍຄວາມຜິດບາບຜ່ານທາງເນື້ອໜັງ ເຊິ່ງກໍຄື ການຜ່ານເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ. ການບັງເກີດເປັນມະນຸດຄັ້ງທີສອງແທ້ໆໄດ້ປະຕິບັດພາລະກິດໃນການເອົາຊະນະ ແລະ ປາບຊາຕານໂດຍຜ່ານທາງເນື້ອໜັງ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດໄດ້ບັນລຸຜົນຂອງມັນໂດຍຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດທີ່ປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນໂດຍຜ່ານການກ່າວ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ແມ່ນເພື່ອກ່າວ ແລະ ໜ້າທີ່ຂອງເນື້ອໜັງກໍແມ່ນເພື່ອກ່າວ ເຊິ່ງດ້ວຍເຫດນັ້ນ ກໍເປັນການບັນລຸຈຸດປະສົງຂອງການເອົາຊະນະ, ການເປີດເຜີຍ, ການເຮັດໃຫ້ສົມບູນ ແລະ ການກໍາຈັດຜູ້ຄົນ. ດ້ວຍເຫດນັ້ນ, ມັນແມ່ນພາລະກິດແຫ່ງການເອົາຊະນະ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ. ພາລະກິດການໄຖ່ບາບຂອງມະນຸດທີ່ໄດ້ປະຕິບັດໃນຕອນທໍາອິດເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ມີພຽງເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ ແລະ ກຳຈັດແນວຄິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ໃນແກ່ນແທ້ແລ້ວ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໄຮ້ເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີການຈຳແນກລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າພາລະກິດຈະບັນລຸຜົນຂອງມັນດ້ວຍວິທີແຫ່ງພຣະທຳ. ຍິ່ງໄປກວ່ານັ້ນ ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແມ່ນການກ່າວພຣະທໍາ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ເຊິ່ງບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຈຶ່ງເບິ່ງຄືວ່າທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ວ່າພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພຣະອົງທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ພຣະອົງກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ໃນພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ມັນບໍ່ແມ່ນພັນທະກິດຂອງພຣະອົງທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ຍ້ອນພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ເປັນຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ ແລະ ສະນັ້ນ ຂັ້ນຕອນນີ້ແມ່ນເພື່ອເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນເນື້ອໜັງຢ່າງສົມບູນ ແລະ ບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບພຣະອົງ. ພຣະອົງປ່ວຍຄືກັບຄົນອື່ນໆ, ຕ້ອງການອາຫານ ແລະ ເສື້ອຜ້າຄືກັບຄົນອື່ນໆ; ພຣະອົງເປັນເນື້ອໜັງຢ່າງສົມບູນ. ຖ້າໃນເວລານີ້ ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນທີ່ເໜືອທຳມະຊາດ ຖ້າພຣະອົງຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ຫຼື ສາມາດຂ້າດ້ວຍພຣະທຳຂໍ້ດຽວ, ພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ສຳເລັດໄດ້ແນວໃດ? ພາລະກິດຈະຂະຫຍາຍທ່າມກາງຊົນຕ່າງຊາດໄດ້ແນວໃດ? ການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍແມ່ນພາລະກິດຂອງຍຸກແຫ່ງພຣະຄຸນ, ມັນແມ່ນຂັ້ນຕອນແລກໃນພາລະກິດແຫ່ງການໄຖ່ບາບ ແລະ ບັດນີ້ ພຣະເຈົ້າໄດ້ຊ່ວຍມະນຸດຈາກໄມ້ກາງແຂນແລ້ວ ພຣະອົງຈຶ່ງບໍ່ປະຕິບັດພາລະກິດນັ້ນອີກຕໍ່ໄປ. ຖ້າໃນຍຸກສຸດທ້າຍນັ້ນ “ພຣະເຈົ້າ” ທີ່ຄ້າຍຄືພຣະເຢຊູປາກົດຂຶ້ນ ເຊິ່ງເປັນຄົນທີ່ຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ແລະ ຖືກຄຶງໃສ່ໄມ້ກາງແຂນ, “ພຣະເຈົ້າ” ອົງນັ້ນ ເຖິງແມ່ນຈະຄ້າຍຄືລັກສະນະພຣະເຈົ້າໃນພຣະຄໍາພີ ແລະ ມະນຸດຮັບເອົາຢ່າງງ່າຍດາຍ, ແຕ່ວ່າໃນແກ່ນແທ້ແລ້ວແມ່ນຈະບໍ່ແມ່ນເນື້ອໜັງທີ່ສະຖິດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ໂດຍວິນຍານຊົ່ວຮ້າຍ. ຍ້ອນມັນເປັນຫຼັກການຂອງພາລະກິດຂອງພຣະເຈົ້າທີ່ຈະບໍ່ເຮັດຊໍ້າໃນສິ່ງທີ່ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ. ດ້ວຍເຫດນັ້ນ ພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຈຶ່ງແຕກຕ່າງຈາກພາລະກິດຄັ້ງທຳອິດ. ໃນຍຸກສຸດທ້າຍ ພຣະເຈົ້າຮັບຮູ້ພາລະກິດແຫ່ງການເອົາຊະນະໃນເນື້ອໜັງທຳມະດາ ແລະ ບໍ່ມີຫຍັງພິເສດ; ພຣະອົງບໍ່ໄດ້ຮັກສາຄົນປ່ວຍ, ຈະບໍ່ຖືກຄຶງທີ່ໄມ້ກາງແຂນເພື່ອມະນຸດ, ມີພຽງແຕ່ກ່າວພຣະທຳໃນເນື້ອໜັງ, ເອົາຊະນະມະນຸດດ້ວຍເນື້ອໜັງ. ມີພຽງແຕ່ເນື້ອໜັງດັ່ງກ່າວເປັນເນື້ອໜັງທີ່ບັງເກີດຈາກພຣະເຈົ້າ; ມີພຽງແຕ່ເນື້ອໜັງດັ່ງກ່າວທີ່ສາມາດເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສົມບູນໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຕອນນີ້ ພວກເຈົ້າທຸກຄົນຄວນກວດສອບຕົນເອງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອເບິ່ງວ່າມີຄວາມທໍລະຍົດທີ່ມີຕໍ່ເຮົານັ້ນມີຫຼາຍສໍ່າໃດຢູ່ພາຍໃນພວກເຈົ້າ....
ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ:...
ກ່ອນໄລຍະສອງພັນປີ ເຊິ່ງເປັນໄລຍະທີ່ພຣະເຢໂຮວາໄດ້ກະທໍາພາລະກິດຂອງພຣະອົງ, ມະນຸດແມ່ນບໍ່ຮູ້ຈັກຫຍັງ ແລະ ມະນຸດຊາດເກືອບທັງໝົດໄດ້ຕົກຢູ່ໃນຄວາມຊົ່ວຮ້າຍ...
ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ....