ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 215

ໃຫ້ທົບທວນເຫດການໃນພຣະຄຳພີໃນຫົວຂໍ້ທີ່ວ່າ ພຣະເຈົ້າທຳລາຍເມືອງໂຊໂດມ ແລະ ພ້ອມນີ້ກໍຂໍໃຫ້ຄິດເບິ່ງວ່າ ເມຍຂອງໂລດກາຍມາເປັນເສົາເກືອໄດ້ແນວໃດ. ໃຫ້ຫວນກັບໄປແລ້ວຄິດເບິ່ງວ່າ ປະຊາຊົນເມືອງນີນາເວສຳນຶກຄວາມຜິດບາບຂອງພວກເຂົາໂດຍປົກຄຸມດ້ວຍຜ້າກະສອບ ແລະ ຂີ້ເທົ່າແນວໃດ; ໃຫ້ທົບທວນເບິ່ງວ່າ ແມ່ນຫຍັງເກີດຂຶ້ນຫຼັງຈາກທີ່ຊາວຢິວໄດ້ຄຶງພຣະເຢຊູໃສ່ໄມ້ກາງແຂນ 2.000 ປີກ່ອນ. ຊາວຢິວຖືກໄລ່ອອກຈາກອິດສະຣາເອນ ແລະ ໜີໄປຢູ່ປະເທດອື່ນໆທົ່ວແຜ່ນດິນໂລກ. ຫຼາຍຄົນຖືກຂ້າ ແລະ ຊົນຊາດຢິວທັງໝົດກໍປະສົບກັບຄວາມເຈັບປວດທີ່ບໍ່ເຄີຍມີມາກ່ອນຈາກການທີ່ປະເທດຂອງຕົນຖືກທຳລາຍ. ພວກເຂົາໄດ້ຄຶງພຣະເຈົ້າໃສ່ໄມ້ກາງແຂນ ນັ້ນກໍຄືການສ້າງບາບກຳທີ່ຊົ່ວຮ້າຍ ແລະ ທ້າທາຍອຸປະນິໄສຂອງພຣະເຈົ້າ. ພວກເຂົາຖືກບັງຄັບໃຫ້ຊົດໃຊ້ໃນສິ່ງທີ່ພວກເຂົາໄດ້ກະທຳ ແລະ ຖືກບັງຄັບໃຫ້ແບກຮັບເອົາຜົນຂອງການກະທຳຂອງພວກເຂົາທັງໝົດ. ພວກເຂົາກ່າວໂທດພຣະເຈົ້າ, ປະຕິເສດພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບຊະຕາກໍາ ນັ້ນກໍຄື: ການຖືກພຣະເຈົ້າລົງໂທດ. ນີ້ແມ່ນຜົນຕາມມາ ແລະ ໄພພິບັດອັນຂົມຂື່ນ ທີ່ຜູ້ປົກຄອງຂອງພວກເຂົາໄດ້ນໍາມາສູ່ປະເທດ ແລະ ຊົນຊາດຂອງພວກເຂົາເອງ.

ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄືຮູບແບບການປົກຄອງພະເດັດການ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານີ້, ພຣະອົງຖືກຕາມລ່າໂດຍພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງສີສະຂອງພຣະອົງ, ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍຢຸດເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ພວກເຮົາເຊື່ອວ່າ ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກ; ປະເທດໃດກໍຕາມທີ່ທ້າທາຍພາລະກິດຂອງພຣະເຈົ້າຈະຖືກທຳລາຍ; ຊົນຊາດໃດກໍຕາມທີ່ລຸກຮື້ຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ. ເຮົາແນະນໍາໃຫ້ປະຊາຊົນຂອງທຸກຊົນຊາດ, ປະເທດ ແລະ ແມ່ນແຕ່ອຸດສາຫະກຳທັງໝົດໃຫ້ຟັງສຽງຂອງພຣະເຈົ້າ, ເພື່ອເບິ່ງພາລະກິດຂອງພຣະເຈົ້າ ແລະ ເພື່ອສົນໃຈກັບຊະຕາກໍາຂອງມະນຸດຊາດເພື່ອເຮັດໃຫ້ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ເປັນຕານັບຖືທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງຈຸດມຸ່ງໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເພື່ອເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ຜູ້ເຊິ່ງດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງ ພຣະເຈົ້າໄດ້ສ້າງກ່ອນ ຜູ້ເຊິ່ງດຳລົງຊີວິດຢູ່ໃນສວນເອເດນ.

ພາລະກິດຂອງພຣະເຈົ້າຊັດສາດໄປຂ້າງໜ້າເໝືອນກັບຄື້ນທະເລກ້ອນໃຫຍ່. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດຍ່າງຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 392

ໃນອະດີດຜ່ານມາ, ຫຼາຍຄົນໄດ້ສະແຫວງຫາຄວາມທະເຍີທະຍານ ແລະ ຄວາມຄິດທີ່ຕື່ນເຕັ້ນ, ພວກເຂົາສະແຫວງຫາ ເນື່ອງຈາກມັນເປັນຄວາມຫວັງຂອງພວກເຂົາເອງ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 136

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 434

ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງກ່ອນ ແລະ ພວກເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 333

ຖ້າຫາກຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ...