ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 310
ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ໃນປັດຈຸບັນ ມີບາງຄົນທີ່ຍັງບໍ່ທັນເຂົ້າໃຈວ່າ ພຣະເຈົ້າໄດ້ດຳເນີນພາລະກິດໃໝ່ຫຍັງແນ່. ໃນທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ພຣະເຈົ້າໄດ້ສ້າງການເລີ່ມຕົ້ນໃໝ່. ພຣະອົງໄດ້ເລີ່ມເປີດຍຸກໃໝ່ ແລະ ໄດ້ເລີ່ມພາລະກິດໃໝ່ອີກ ແລະ ພຣະອົງ ດຳເນີນພາລະກິດນີ້ໃນກຸ່ມລູກຫຼານຂອງໂມອາບ. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ສຸດຂອງພຣະອົງບໍ? ບໍ່ມີຜູ້ໃດໃນຍຸກໃດກໍຕາມທີ່ເຄີຍປະສົບກັບພາລະກິດແບບນີ້ມາກ່ອນ. ບໍ່ມີຄົນໃດເຄີຍໄດ້ຍິນກ່ຽວກັບວຽກງານດັ່ງກ່າວນີ້, ນັບພາສາຫຍັງຈະເຄີຍໃຫ້ຄ່າກັບມັນ. ສະຕິປັນຍາຂອງພຣະເຈົ້າ, ຄວາມມະຫັດສະຈັນຂອງພຣະເຈົ້າ, ຄວາມລໍ້າລຶກຂອງພຣະເຈົ້າທີ່ບໍ່ອາດເຂົ້າໃຈໄດ້, ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ລັດສະໝີພາບຂອງພຣະເຈົ້າແມ່ນຖືກສໍາແດງຜ່ານຂັ້ນຕອນພາລະກິດໃນຍຸກສຸດທ້າຍນີ້. ແລ້ວນີ້ບໍ່ແມ່ນພາລະກິດໃໝ່ທີ່ລົບລ້າງຄວາມເຊື່ອຂອງມະນຸດບໍ? ຍັງມີຜູ້ຄົນເຫຼົ່ານັ້ນທີ່ຄິດແບບນັ້ນຢູ່ວ່າ: “ເພາະວ່າພຣະເຈົ້າໄດ້ສາບແຊ່ງໂມອາບ ແລະ ບອກວ່າພຣະອົງຈະປະຖິ້ມລູກຫຼານຂອງໂມອາບ, ແລ້ວພຣະອົງຈະຊ່ວຍພວກເຂົາໃຫ້ລອດພົ້ນໄດ້ແນວໃດໃນຕອນນີ້?” ພວກເຂົາແມ່ນຜູ້ຄົນຈາກຊາດທີ່ບໍ່ແມ່ນຊາວຢິວທີ່ຖືກສາບແຊ່ງ ແລະ ຖືກບັງຄັບໃຫ້ອອກຈາກອິດສະຣາເອນ. ຊາວອິດສະຣາເອນເອີ້ນພວກເຂົາວ່າ “ໝາຕ່າງຊາດ”. ໃນມຸມມອງຂອງທຸກຄົນ, ພວກເຂົາບໍ່ພຽງແຕ່ແມ່ນໝາຕ່າງຊາດເທົ່ານັ້ນ, ແຕ່ຮ້າຍໄປກວ່ານັ້ນ ພວກເຂົາຄືລູກແຫ່ງຄວາມພິນາດ. ເວົ້າອີກຢ່າງຄື ພວກເຂົາບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກ. ເຖິງແມ່ນວ່າພວກເຂົາຈະກຳເນີດຢູ່ພາຍໃນດິນແດນອິດສະຣາເອນກໍຕາມ, ພວກເຂົາກໍບໍ່ແມ່ນສ່ວນໜຶ່ງຂອງຄົນອິດສະຣາເອນ. ພວກເຂົາຖືກຂັບໄລ່ໄປຢູ່ຊາດທີ່ບໍ່ແມ່ນຊາດຢິວ. ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດ. ສາເຫດອັນແທ້ຈິງແມ່ນຍ້ອນວ່າ ພວກເຂົາແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດທີ່ພຣະເຈົ້າດຳເນີນພາລະກິດຂອງພຣະອົງໃນການເປີດຍຸກໃໝ່ໃນໝູ່ພວກເຂົາ ເພາະວ່າພວກເຂົາເປັນຕົວແທນຄວາມຊົ່ວຮ້າຍຂອງມະນຸດຊາດ. ພາລະກິດຂອງພຣະເຈົ້າແມ່ນການຄັດເລືອກ ແລະ ມີຈຸດປະສົງ, ພາລະກິດທີ່ພຣະອົງດຳເນີນໃນກຸ່ມຄົນເຫຼົ່ານີ້ໃນທຸກມື້ນີ້ ແມ່ນສ່ວນໜຶ່ງຂອງພາລະກິດທີ່ດຳເນີນຢູ່ໃນທ່າມກາງສິ່ງທີ່ຖືກສ້າງຂື້ນ. ໂນອາເປັນສິ່ງທີ່ຖືກສ່້າງຂື້ນ ເຊັ່ນດຽວກັນລູກຫຼານຂອງໂນອາກໍເປັນສິ່ງມີຊິວິດທີ່ຖືກສ້າງຂື້ນ. ທຸກຄົນໃນໂລກນີ້ທີ່ມີເນື້ອໜັງ ແລະ ເລືອດແມ່ນສິ່ງທີ່ຖືກສ້າງຂື້ນ. ພາລະກິດຂອງພຣະເຈົ້າແມ່ນແນໃສ່ໄປສູ່ສິ່ງທີ່ຖືກສ້າງຂື້ນທັງໝົດ. ບໍ່ແມ່ນດຳເນີນອີງຕາມວ່າ ຜູ້ໃດຖືກສາບແຊ່ງ ຫຼື ບໍ່ຖືກສາບແຊ່ງພາຍຫຼັງຖືກສ້າງ. ພາລະກິດການຄຸ້ມຄອງຂອງພຣະອົງແມ່ນແນໃສ່ການສ້າງສັບພະສິ່ງທັງປວງ, ບໍ່ແມ່ນສະເພາະແຕ່ຜູ້ທີ່ຖືກເລືອກເຫຼົ່ານັ້ນ ທີ່ບໍ່ໄດ້ຖືກສາບແຊ່ງ. ໃນເມື່ອພຣະເຈົ້າຕ້ອງການດຳເນີນພາລະກິດຂອງພຣະອົງທ່າມກາງການເນລະມິດສ້າງຂອງພຣະອົງ, ພຣະອົງຈະດຳເນີນມັນໃຫ້ສຳເລັດຜົນແນ່ນອນ ແລະ ພຣະອົງຈະດຳເນີນພາລະກິດໃນບັນດາຜູ້ຄົນທີ່ເປັນປະໂຫຍດ ຕໍ່ພາລະກິດຂອງພຣະອົງ. ສະນັ້ນ, ພຣະອົງຈະລົບລ້າງທຸກວິທີການ ເມື່ອພຣະອົງປະຕິບັດພາລະກິດທ່າມກາງຜູ້ຄົນ. ສໍາລັບພຣະອົງ, ຄຳວ່າ “ຖືກສາບແຊ່ງ”, “ຖືກລົງໂທດ” ແລະ “ໄດ້ຮັບພອນ” ແມ່ນບໍ່ມີຄວາມໝາຍ! ຊາວຢິວເປັນຄົນດີ ເໝືອນດັ່ງຜູ້ຄົນທີ່ຖືກເລືອກຂອງອິດສະຣາເອນ. ພວກເຂົາແມ່ນຄົນທີ່ມີຄວາມສາມາດ ແລະ ມີມະນຸດສະທຳທີ່ດີ. ໃນເບື້ອງຕົ້ນ ພຣະເຢໂຮວາໄດ້ເລີ່ມພາລະກິດຂອງພຣະອົງໃນກຸ່ມພວກເຂົາ ແລະ ໄດ້ດຳເນີນພາລະກິດເບື້ອງຕົ້ນຂອງພຣະອົງ, ແຕ່ການປະຕິບັດພາລະກິດແຫ່ງການເອົາຊະນະຈິດໃຈໃນຕອນນີ້ຈະບໍ່ມີຄວາມໝາຍຫຍັງ. ພວກເຂົາກໍເປັນສ່ວນໜຶ່ງຂອງການສ້າງເຊັ່ນກັນ ແລະ ມີຫຼາຍດ້ານທີ່ດີກ່ຽວກັບພວກເຂົາ, ແຕ່ມັນຈະບໍ່ມີຄວາມໝາຍຫຍັງໃນການດຳເນີນພາລະກິດໃນຂັ້ນຕອນນີ້ຕໍ່ພວກເຂົາເລີຍ. ພຣະອົງຈະບໍ່ສາມາດເອົາຊະນະໃຈຜູ້ຄົນໄດ້ ຫຼື ພຣະອົງຈະບໍ່ສາມາດເຮັດໃຫ້ສັບພະສິ່ງທັງປວງທີ່ຖືກສ້າງຂຶ້ນເຊື່ອພຣະອົງໄດ້. ນີ້ແມ່ນຈຸດສຳຄັນຂອງການເຜີຍແຜ່ພາລະກິດຂອງພຣະອົງໄປສູ່ຜູ້ຄົນເຫຼົ່ານີ້ໃນຊາດມັງກອນແດງທີ່ຍິ່ງໃຫຍ່. ຄວາມໝາຍເລິກເຊິ່ງທີ່ແທ້ຈິງໃນທີ່ນີ້ແມ່ນການເປີດຍຸກໃໝ່ຂອງພຣະອົງ, ການລົບລ້າງກົດເກນທັງໝົດ ແລະ ການລົບລ້າງຄວາມເຊື່ອຂອງມະນຸດທັງໝົດຂອງພຣະອົງ ແລະ ການສິ້ນສຸດພາລະກິດຂອງຍຸກແຫ່ງຄວາມກະລຸນາທັງໝົດອີກດ້ວຍ. ຖ້າວ່າພາລະກິດໃນປັດຈຸບັນຂອງພຣະອົງຖືກດຳເນີນຕໍ່ຊາວອິດສະຣາເອນຈົນເຖິງເວລາແຜນການຄຸ້ມຄອງຫົກພັນປີຂອງພຣະອົງສິ້ນສຸດລົງ, ທຸກຄົນກໍຄົງຈະເຊື່ອວ່າພຣະເຈົ້າແມ່ນເປັນພຽງພຣະເຈົ້າຂອງຊາວອິດສະຣາເອນເທົ່ານັ້ນ, ມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ເປັນຜູ້ຄົນທີ່ພຣະເຈົ້າເລືອກ, ແລ້ວກໍມີແຕ່ຊາວອິດສະຣາເອນເທົ່ານັ້ນທີ່ສົມຄວນໄດ້ຮັບພອນ ແລະ ຄໍາສັນຍາຂອງພຣະອົງ. ພຣະເຈົ້າທີ່ບັງເກີດເປັນມະນຸດໃນຊ່ວງຍຸກສຸດທ້າຍໃນປະເທດທີ່ບໍ່ແມ່ນຊາວຢິວຂອງມັງກອນແດງທີ່ຍິ່ງໃຫຍ່ໄດ້ສຳເລັດພາລະກິດຂອງພຣະອົງໃນຖານະເປັນພຣະເຈົ້າທີ່ສ້າງສັບພະສິ່ງທັງປວງ. ພຣະອົງໄດ້ສຳເລັດພາລະກິດຄຸ້ມຄອງຂອງພຣະອົງທັງໝົດ ແລະ ພຣະອົງຈະສຳເລັດສ່ວນສຳຄັນໃນພາລະກິດຂອງພະອົງໃນຊາດມັງກອນແດງທີ່ຍິ່ງໃຫຍ່. ສິ່ງອັນສຳຄັນຂອງສາມຂັ້ນຕອນຂອງພາລະກິດເຫຼົ່ານີ້ແມ່ນເພື່ອຊ່ວຍເຫຼືອມະນຸດຊາດ, ເຊັ່ນ: ການເຮັດໃຫ້ທຸກສັບພະສິ່ງທັງປວງບູຊາພຣະຜູ້ເປັນເຈົ້າຜູ້ເຮັດການເນລະມິດສ້າງ. ສະນັ້ນ, ທຸກຂັ້ນຕອນຂອງພາລະກິດດັ່ງກ່າວນີ້ຈິ່ງມີຄວາມໝາຍສຳຄັນຫຼາຍ; ພຣະເຈົ້າຈະບໍ່ເຮັດໃນສິ່ງທີ່ບໍ່ມີຄວາມໝາຍ ຫຼື ບໍ່ມີຄຸນຄ່າຢ່າງເດັດຂາດ. ໃນທາງກົງກັນຂ້າມ, ຂັ້ນຕອນພາລະກິດນີ້ປະກອບດ້ວຍການເປີດຍຸກໃໝ່ ແລະ ການສິ້ນສຸດສອງຍຸກທີ່ຜ່ານມາ; ໃນອີກດ້ານໜຶ່ງ ກໍປະກອບດ້ວຍການລົບລ້າງຄວາມເຊື່ອຂອງມະນຸດ ແລະ ລົບລ້າງຄວາມເຊື່ອ ແລະ ຄວາມເຂົ້າໃຈດັ່ງເດີມຂອງມະນຸດທັງໝົດ. ພາລະກິດຂອງສອງຂັ້ນຕອນໃນເມື່ອກ່ອນແມ່ນຖືກດຳເນີນໂດຍອີງຕາມຄວາມເຊື່ອຂອງມະນຸດໃນຍຸກນັ້ນ. ຢ່າງໃດກໍຕາມ, ຂັ້ນຕອນນີ້ແມ່ນເພື່ອລົບລ້າງຄວາມເຊື່ອຂອງມະນຸດໃຫ້ໝົດສິ້ນ ເພື່ອເອົາຊະນະໃຈຂອງມະນຸດຊາດທັງໝົດ. ໂດຍການນໍາໃຊ້ໄຊຊະນະ ທີ່ມີຕໍ່ລູກຫຼານຂອງໂມອາບ ແລະ ການນໍາໃຊ້ພາລະກິດທີ່ຖືກດໍາເນີນຕໍ່ລູກຫຼານຂອງໂມອາບ, ພຣະເຈົ້າຈະເອົາຊະນະໃຈຂອງມະນຸດທັງໝົດໃນທົ່ວຈັກກະວານ. ນີ້ແມ່ນຈຸດສຳຄັນເລິກເຊິ່ງທີ່ແທ້ຈິງຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ ແລະ ນີ້ຄືດ້ານໜຶ່ງທີ່ມີຄຸນຄ່າທີ່ສຸດຂອງຂັ້ນຕອນພາລະກິດນີ້ຂອງພຣະອົງ. ເຖິງແມ່ນວ່າ ຕອນນີ້ ພວກເຈົ້າຈະຮູ້ວ່າ ສະຖານະຂອງພວກເຈົ້າຕໍ່າຕ້ອຍ ແລະ ມີຄຸນຄ່າຕໍ່າກໍຕາມ, ແຕ່ພວກເຈົ້າຈະຮູ້ສຶກວ່າ ພວກເຈົ້າໄດ້ພົບກັບສິ່ງທີ່ໜ້າຍິນດີທີ່ສຸດ: ພວກເຈົ້າໄດ້ຮັບພອນທີ່ຍິ່ງໃຫຍ່, ໄດ້ຮັບການສັນຍາທີ່ດີເລີດ ແລະ ພວກເຈົ້າຈະສາມາດເຮັດສຳເລັດພາລະກິດທີ່ຍິ່ງໃຫຍ່ນີ້ຂອງພຣະເຈົ້າໄດ້ ແລະ ພວກເຈົ້າຈະສາມາດເຫັນໂສມໜ້າທີ່ແທ້ຈິງຂອງພຣະເຈົ້າ, ຮູ້ຈັກລັກສະນະນິໄສຂອງພຣະເຈົ້າ ແລະ ປະຕິບັດຕາມຈຸດປະສົງຂອງພຣະເຈົ້າ. ສອງຂັ້ນຕອນພາລະກິດຜ່ານມາຂອງພຣະເຈົ້າທີ່ໄດ້ດຳເນີນຢູ່ໃນອິດສະຣາເອນ. ຖ້າຂັ້ນຕອນພາລະກິດນີ້ຂອງພຣະອົງໃນຊ່ວງຍຸກສຸດທ້າຍຍັງດຳເນີນຕໍ່ຊາວອິດສະຣາເອນຢູ່ຄືເກົ່າ, ບໍ່ພຽງແຕ່ມະນຸດທີ່ຖືກສ້າງຂຶ້ນທຸກຄົນຈະເຊື່ອວ່າ ມີພຽງແຕ່ຊາວອິດສະຣາເອນເທົ່ານັ້ນແມ່ນຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແຕ່ນອກນັ້ນແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າກໍຈະບໍ່ໄດ້ຮັບຜົນຕາມທີ່ປາດຖະໜາອີກດ້ວຍ. ໃນຊ່ວງສອງຂັ້ນຕອນພາລະກິດຂອງພຣະອົງທີ່ດຳເນີນຢູ່ໃນອິດສະຣາເອນນັ້ນ, ບໍ່ເຄີຍມີການດຳເນີນພາລະກິດໃໝ່ໃດໆ ຫຼື ບໍ່ມີພາລະກິດເປີດຍຸກໃດຂອງພຣະເຈົ້າໄດ້ຖືກດຳເນີນຢູ່ໃນຊາດທີ່ບໍ່ແມ່ນຊາວຢິວ. ຂັ້ນຕອນຂອງພາລະກິດທຸກມື້ນີ້ຄືພາລະກິດເປີດຍຸກໃໝ່ແມ່ນດໍາເນີນຄັ້ງທໍາອິດທ່າມກາງຊາດທີ່ບໍ່ແມ່ນຊາວຢິວ ແລະ ນອກນັ້ນ ກໍເປັນຂັ້ນຕອນທຳອິດທີ່ໄດ້ຖືກດຳເນີນຕໍ່ລູກຫຼານຂອງໂມອາບ. ນີ້ແປວ່າໄດ້ເປີດຂັ້ນຕອນຍຸກໃໝ່ທັງໝົດ. ພຣະເຈົ້າໄດ້ລົບລ້າງຄວາມເຊື່ອຕ່າງໆທີ່ມີຢູ່ໃນແນວຄວາມຄິດຂອງມະນຸດ ແລະ ບໍ່ອະນຸຍາດໃຫ້ມີຄວາມເຊື່ອໃດໆສືບຕໍ່ໄປອີກ. ໃນພາລະກິດຂອງພຣະອົງເພື່ອເອົາຊະນະໃຈ, ພຣະອົງໄດ້ລົບລ້າງຄວາມເຊື່ອຂອງມະນຸດ ເຊິ່ງກໍຄືຄວາມເຊື່ອເກົ່າ ແລະ ດັ່ງເດີມຂອງມະນຸດ. ພຣະອົງເຮັດໃຫ້ຜູ້ຄົນເຫັນວ່າ ເວລາຢູ່ກັບພຣະເຈົ້າແລ້ວແມ່ນບໍ່ມີກົດເກນໃດໆ, ບໍ່ມີສິ່ງໃດກ່ຽວກັບພຣະເຈົ້າທີ່ເປັນສິ່ງເກົ່າໆ, ພາລະກິດທີ່ພຣະອົງກະທໍາແມ່ນເປັນອິດສະຫຼະ, ເສລີ ແລະ ທຸກການກະທໍາຂອງພຣະອົງແມ່ນມີຄວາມຊອບທໍາສະເໝີ. ພວກເຈົ້າຕ້ອງຍອມຮັບໃນພາລະກິດທີ່ພຣະອົງກະທໍາຕໍ່ກັບທຸກສັບພະສິ່ງ. ພາລະກິດໃດໜຶ່ງທີ່ພຣະອົງກະທໍາລ້ວນແລ້ວແຕ່ມີຄວາມໝາຍ ແລະ ໄດ້ກະທໍາຕາມເຈດຕະນາ ແລະ ສະຕິປັນຍາຂອງພຣະອົງ ແລະ ບໍ່ແມ່ນກະທໍາຕາມການຕັດສິນໃຈ ແລະ ຄວາມເຊື່ອຂອງມະນຸດ. ພຣະອົງກະທໍາໃນສິ່ງທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ; ຖ້າສິ່ງໃດທີ່ບໍ່ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງ, ພຣະອົງຈະບໍ່ກະທໍາມັນ ບໍ່ວ່າສິ່ງເຫຼົ່ານັ້ນຈະດີພຽງໃດກໍຕາມ! ພຣະອົງດຳເນີນພາລະກິດ ແລະ ຄັດເລືອກເອົາຜູ້ຮັບ ແລະ ສະຖານທີ່ສຳລັບພາລະກິດຂອງພຣະອົງ ຕາມຄວາມໝາຍ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງ. ພຣະອົງບໍ່ຍຶດຕິດກັບກົດເກນໃນອະດີດ ແລະ ບໍ່ປະຕິບັດຕາມຫຼັກການເກົ່າ; ແຕ່ພຣະອົງຈະວາງແຜນພາລະກິດຂອງພຣະອົງ ຕາມຄວາມສຳຄັນຂອງພາລະກິດ. ໃນທີ່ສຸດ ພຣະອົງກໍຕ້ອງການບັນລຸຜົນທີ່ແທ້ຈິງ ແລະ ຈຸດປະສົງທີ່ຄາດໄວ້. ມາເຖິງຕອນນີ້ ຖ້າພວກເຈົ້າບໍ່ເຂົ້າໃຈໃນສິ່ງເຫຼົ່ານີ້, ພາລະກິດນີ້ກໍຈະບໍ່ບັນລຸຜົນໃດໆຕໍ່ກັບພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ...
ຊ່ວງເວລາທີສອງ: ການເຕີບໃຫຍ່ ຂຶ້ນຢູ່ກັບວ່າພວກເຂົາເກີດຢູ່ໃນຄອບຄົວແບບໃດ, ຄົນເຕີບໃຫຍ່ຂຶ້ນໃນເຮືອນທີ່ມີສະພາບແວດລ້ອມແຕກຕ່າງກັນ ແລະ...
ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນພັນທະນາການ...
ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ....