ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 448
ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບແກ່ນແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ແກ່ນແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ. ເຈົ້າສາມາດແຍກແຍະພຣະບັນຍັດໃດໜຶ່ງໃນຫົກພັນປີແຫ່ງພາລະກິດຂອງພຣະເຈົ້າບໍ? ມີກົດລະບຽບ ແລະ ຂໍ້ກຳນົດຫຼາຍຢ່າງໃນພາລະກິດທີ່ມະນຸດປະຕິບັດ ແລະ ສະໝອງຂອງມະນຸດກໍດື້ດ້ານເກີນໄປ. ສະນັ້ນ ສິ່ງທີ່ມະນຸດສະແດງອອກແມ່ນຄວາມຮູ້ ແລະ ການເປັນຈິງທີ່ຢູ່ພາຍໃນຂອບເຂດປະສົບການຂອງເຂົາ. ມະນຸດບໍ່ສາມາດສະແດງສິ່ງໃດກໍຕາມນອກຈາກສິ່ງນີ້. ປະສົບການ ຫຼື ຄວາມຮູ້ຂອງມະນຸດບໍ່ໄດ້ເກີດຈາກພອນສະຫວັນມາຕັ້ງແຕ່ເກີດຂອງເຂົາ ຫຼື ສັນຊາດຕະຍານຂອງເຂົາ; ພວກມັນເກີດຂຶ້ນກໍຍ້ອນການນໍາພາຂອງພຣະເຈົ້າ ແລະ ການດູແລໂດຍກົງຂອງພຣະເຈົ້າ. ມະນຸດມີພຽງແຕ່ໜ້າທີ່ຮັບເອົາການດູແລນີ້ ແລະ ບໍ່ມີໜ້າທີ່ສະແດງອອກສິ່ງທີ່ເປັນພຣະເຈົ້າໂດຍກົງ. ມະນຸດບໍ່ສາມາດເປັນແຫຼ່ງກຳເນີດໄດ້; ເຂົາພຽງແຕ່ສາມາດເປັນພາຊະນະທີ່ຮັບນໍ້າຈາກແຫຼ່ງກຳເນີດ; ນີ້ແມ່ນສັນຊາດຕະຍານຂອງມະນຸດ, ເຊິ່ງເປັນໜ້າທີ່ໆຄົນໜຶ່ງຕ້ອງມີໃນຖານະທີ່ເປັນມະນຸດ. ຖ້າບຸກຄົນໜຶ່ງສູນເສຍໜ້າທີ່ໆຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ສູນເສຍສັນຊາດຕະຍານຂອງມະນຸດ, ຄົນນັ້ນກໍສູນເສຍສິ່ງທີ່ລໍ້າຄ່າທີ່ສຸດເຊັ່ນດຽວກັນ, ບຸກຄົນນັ້ນຍັງ ສູນເສຍໜ້າທີ່ຂອງມະນຸດທີ່ຖືກສ້າງ. ຖ້າຄົນໜຶ່ງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄົນນັ້ນກໍສູນເສຍໜ້າທີ່ຂອງເຂົາ, ໜ້າທີ່ໆເຂົາຄວນປະຕິບັດໃນຖານະທີ່ເປັນສິ່ງທີ່ຖືກສ້າງ ແລະ ສູນເສຍສັກສີຂອງການເປັນສິ່ງທີ່ຖືກສ້າງ. ມັນເປັນສັນຊາດຕະຍານຂອງພຣະເຈົ້າທີ່ຈະສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າແມ່ນຫຍັງ, ບໍ່ວ່າຄວາມເປັນພຣະເຈົ້າຈະຖືກສະແດງອອກໃນເນື້ອໜັງ ຫຼື ໂດຍພຣະວິນຍານໂດຍກົງ; ນີ້ແມ່ນພັນທະກິດຂອງພຣະເຈົ້າ. ມະນຸດສະແດງປະສົບການ ຫຼື ຄວາມຮູ້ຂອງເຂົາເອງ (ນັ້ນກໍຄື ສະແດງສິ່ງທີ່ເຂົາເປັນ) ໃນລະຫວ່າງພາລະກິດຂອງພຣະເຈົ້າ ຫຼື ພາຍຫຼັງ; ນີ້ແມ່ນສັນຊາດຕະຍານຂອງມະນຸດ ແລະ ໜ້າທີ່ຂອງມະນຸດ ແລະ ມັນແມ່ນສິ່ງທີ່ມະນຸດຄວນບັນລຸ. ເຖິງແມ່ນການສະແເດງອອກຂອງມະນຸດບໍ່ເປັນໄປຕາມສິ່ງທີ່ພຣະເຈົ້າສະແດງອອກ ແລະ ເຖິງແມ່ນການສະແດງອອກຂອງມະນຸດຖືກຜູກມັດໂດຍກົດລະບຽບຫຼາຍຢ່າງ, ມະນຸດຕ້ອງເຮັດໃຫ້ໜ້າທີ່ ທີ່ເຂົາຄວນເຮັດໃຫ້ສຳເລັດນັ້ນສຳເລັດລົງ ແລະ ປະຕິບັດໃນສິ່ງທີ່ພວກເຂົາຕ້ອງປະຕິບັດ. ມະນຸດຄວນປະຕິບັດທຸກສິ່ງທີ່ມະນຸດສາມາດເຮັດເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ເຂົາບໍ່ຄວນມີການລະເວັ້ນແມ່ນແຕ່ໜ້ອຍດຽວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ....
ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງຕະຫຼອດຍຸກ ແລະ...
ຊ່ວງເວລາທີຫົກ: ຄວາມຕາຍ ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ...
ພາລະກິດທັງໝົດທີ່ດໍາເນີນມາຫຼາຍກວ່າຫົກພັນປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມຍຸກສະໄໝຕ່າງໆທີ່ຜ່ານມາ ແລະ ຜ່ານໄປ. ການປ່ຽນແປງໃນພາລະກິດນີ້ໄດ້ເກີດຂຶ້ນ...