ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 254
ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ປະສົບການຂອງຄົນທຸກປະເພດເປັນຕົວແທນໃຫ້ແກ່ສິ່ງທີ່ຢູ່ພາຍໃນພວກເຂົາ. ຄົນທີ່ບໍ່ມີປະສົບການຝ່າຍວິນຍານບໍ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງຄວາມຈິງ ຫຼື ຄວາມຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງຝ່າຍວິນຍານຕ່າງໆ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ພວກເຂົາເປັນຢູ່ພາຍໃນ, ນີ້ຄືສິ່ງທີ່ແນ່ນອນ. ຖ້າຄົນໜຶ່ງປາຖະໜາທີ່ຈະມີຄວາມຮູ້ກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ຄົນໆນັ້ນຕ້ອງມີປະສົບການທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບສາມັນສຳນຶກໃນຊີວິດຂອງມະນຸດຢ່າງຊັດເຈນ, ແລ້ວມັນຈະບໍ່ແຮງໄກບໍທີ່ເຈົ້າຈະສາມາດເວົ້າກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ? ຄົນທີ່ສາມາດນໍາພາຄຣິດຕະຈັກ, ສະໜອງຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ; ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນ ຈຶ່ງມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ແຮງໄກທີ່ຈະເປັນອັກຄະສາວົກທີ່ສາມາດສະໜອງຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ມັນແມ່ນເພື່ອປະຕິບັດພາລະກິດແຫ່ງລ້ຽງດູຊີວິດ ແລະ ນໍາພາຄົນອື່ນໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ. ຄົນທີ່ປະຕິບັດໜ້າທີ່ນີ້ແມ່ນຖືກຝາກຝັງໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ, ຄວາມຮັບຜິດຊອບທີ່ບໍ່ແມ່ນຜູ້ໃດກໍຕາມຈະສາມາດແບກໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ການເປັນຢູ່ໃນຊີວິດ ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍຜູ້ໃດກໍຕາມທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໄດ້ ຫຼື ເຕັມໃຈທີ່ຈະເສຍສະຫຼະຕົນເອງ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ຄົນທີ່ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດປະເພດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ປະເພດນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຖ້າພວກເຂົາຍັງຄົງບໍ່ມີຄວາມຈິງເປັນເວລາດົນນານ ພວກເຂົາຈະຖືກໂຍນອອກ. ຄວາມເຂົ້າໃຈທີ່ເຈົ້າກ່າວສາມາດພິສູດໃຫ້ເຫັນຄວາມລໍາບາກທີ່ເຈົ້າຜະເຊີນໃນຊີວິດ, ເຫັນສິ່ງທີ່ເຈົ້າຖືກຂ້ຽນຕີ ແລະ ບັນຫາທີ່ເຮັດໃຫ້ເຈົ້າຖືກພິພາກສາ. ສິ່ງນີ້ເປັນຈິງໃນການທົດລອງເຊັ່ນດຽວກັນ: ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງບໍລິສຸດ, ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງອ່ອນແອ, ສິ່ງເຫຼົ່ານີ້ແມ່ນບ່ອນທີ່ເຮັດໃຫ້ຄົນໃດໜຶ່ງມີປະສົບການ, ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງມີຫົນທາງ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຜິດຫວັງກັບຊີວິດແຕ່ງດອງ, ພວກເຂົາກໍມັກສົນທະນາກັນວ່າ “ຂອບຄຸນພຣະເຈົ້າ, ສັນລະເສີນພຣະອົງ, ຂ້ານ້ອຍຕ້ອງຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຖວາຍຊີວິດທັງໝົດຂອງຂ້ານ້ອຍ ແລະ ຂ້ານ້ອຍຕ້ອງ ມອບການແຕ່ງດອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງຢ່າງສິ້ນເຊີງ. ຂ້ານ້ອຍເຕັມໃຈທີ່ຈະປະຕິຍານຊີວິດທັງໝົດຂອງຂ້ານ້ອຍໃຫ້ແກ່ພຣະອົງ”. ທຸກສິ່ງທີ່ຢູ່ໃນມະນຸດສາມາດສະແດງເຖິງສິ່ງທີ່ເຂົາເປັນຜ່ານການສົນທະນາ. ອັດຕາຄວາມໄວຂອງຄຳເວົ້າຂອງຄົນ, ບໍ່ວ່າພວກເຂົາຈະເວົ້າດັງ ຫຼື ງຽບ, ບັນຫາດັ່ງກ່າວທີ່ບໍ່ແມ່ນເລື່ອງຂອງປະສົບການ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາມີ ແລະ ເປັນ. ສິ່ງເຫຼົ່ານີ້ພຽງແຕ່ສາມາດບອກໄດ້ວ່າ ລັກສະນະຂອງພວກເຂົາດີ ຫຼື ຊົ່ວ ຫຼື ທຳມະຊາດຂອງພວກເຂົາດີ ຫຼື ຊົ່ວ, ແຕ່ພວກມັນບໍ່ສາມາດທຽບເທົ່າກັບວ່າຜູ້ໃດຜູ້ໜຶ່ງມີປະສົບການ ຫຼື ບໍ່. ຄວາມສາມາດທີ່ຈະສະແດງເຖິງຄົນໃດໜຶ່ງໃນເວລາທີ່ກຳລັງເວົ້າ ຫຼື ທັກສະ ຫຼື ຄວາມໄວຂອງຄຳເວົ້າ, ແມ່ນເປັນພຽງເລື່ອງການປະຕິບັດ ແລະ ບໍ່ສາມາດທົດແທນປະສົບການຂອງຜູ້ໃດຜູ້ໜຶ່ງ. ເມື່ອເຈົ້າເວົ້າກ່ຽວກັບປະສົບການສ່ວນຕົວຂອງເຈົ້າ, ເຈົ້າຈະສົນທະນາໃນສິ່ງທີ່ເຈົ້າໃຫ້ຄວາມສຳຄັນ ແລະ ທຸກສິ່ງທີ່ຢູ່ພາຍໃນເຈົ້າ. ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນທາດແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນວ່າມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ແກ່ນແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ....
ຜູ້ຄົນຈະບໍ່ສາມາດ ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ຖ້າພວກເຂົາຟັງຄວາມຮູ້ສຶກແຫ່ງຈິດສຳນຶກຂອງພວກເຂົາເທົ່ານັ້ນ,...
ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ,...
ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ....