ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 332

ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ້າຈໍາເປັນຕ້ອງຖະໜອມທຸກສິ່ງທີ່ພວກເຈົ້າມີໃນມື້ນີ້ ແລະ ເຫັນຄຸນຄ່າໃນທຸກນາທີທີ່ຜ່ານໄປ. ເຈົ້າຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າເພື່ອໃຫ້ຕົວຂອງເຈົ້າເອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ເພື່ອວ່າເຈົ້າຈະບໍ່ໄດ້ໃຊ້ຊີວິດນີ້ຢ່າງສູນເປົ່າ. ພວກເຈົ້າອາດຈະຮູ້ສຶກສັບສົນວ່າ ເປັນຫຍັງເຮົາຈຶ່ງເວົ້າຄຳເຫຼົ່ານີ້ອອກມາ. ເວົ້າກົງໆກໍຄື ເຮົາເອງກໍບໍ່ພໍໃຈກັບພຶດຕິກຳຂອງພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ ເພາະຄວາມຫວັງທີ່ເຮົາມີຕໍ່ພວກເຈົ້າບໍ່ແມ່ນສິ່ງທີ່ພວກເຈົ້າເປັນຢູ່ໃນທຸກມື້ນີ້. ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ເລີຍວ່າ: ພວກເຈົ້າແຕ່ລະຄົນແມ່ນຢູ່ໃກ້ກັບອັນຕະລາຍ ແລະ ການຮ້ອງໄຫ້ໃນອະດີດເພື່ອຂໍຄວາມຊ່ວຍເຫຼືອ ແລະ ຄວາມປາຖະໜາໃນແຕ່ກ່ອນທີ່ຈະສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມສະຫວ່າງແມ່ນໃກ້ຈະສິ້ນສຸດລົງແລ້ວ. ນີ້ຄືການສະແດງເຖິງການຕອບແທນຄັ້ງສຸດທ້າຍຂອງພວກເຈົ້າ ແລະ ມັນເປັນສິ່ງທີ່ເຮົາບໍ່ເຄີຍຄາດຫວັງເລີຍ. ເຮົາບໍ່ປາຖະໜາທີ່ຈະເວົ້າໃນສິ່ງທີ່ຂັດກັບຂໍ້ແທ້ຈິງ, ຍ້ອນພວກເຈົ້າໄດ້ເຮັດໃຫ້ເຮົາຜິດຫວັງຫຼາຍ. ບາງເທື່ອ ພວກເຈົ້າປາຖະໜາທີ່ຍອມຮັບເອົາສິ່ງນີ້ໂດຍບໍ່ຕໍ່ສູ້, ບໍ່ຕ້ອງການຜະເຊີນກັບຄວາມເປັນຈິງ, ແຕ່ເຮົາກໍຕ້ອງຖາມເຈົ້າເຖິງສິ່ງນີ້ຢ່າງຈິງຈັງ: ໃນຫຼາຍປີເຫຼົ່ານີ້, ຫົວໃຈຂອງພວກເຈົ້າແມ່ນເຕັມໄປດ້ວຍຫຍັງ? ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ? ຢ່າເວົ້າວ່າຄຳຖາມເຫຼົ່ານີ້ແມ່ນກະທັນຫັນເກີນໄປ ແລະ ຢ່າຖາມເຮົາວ່າເປັນຫຍັງເຮົາຈຶ່ງຕັ້ງຄຳຖາມແບບນີ້. ໃຫ້ຮູ້ວ່າ: ມັນເປັນເພາະເຮົາຮູ້ຈັກພວກເຈົ້າດີຫຼາຍ, ເປັນຫ່ວງເປັນໄຍພວກເຈົ້າຫຼາຍ ແລະ ທຸ້ມເທຫຼາຍຢ່າງໃນຫົວໃຈຂອງເຮົາເຂົ້າໃນພຶດຕິກຳ ແລະ ການກະທຳຂອງພວກເຈົ້າ, ເຮົາຈຶ່ງຕັ້ງຄໍາຖາມກັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ທົນທຸກຕໍ່ຄວາມຍາກລຳບາກອັນຂົມຂື່ນ. ແຕ່ປານນັ້ນ ເຈົ້າກໍບໍ່ໄດ້ຕອບແທນເຮົາດ້ວຍຫຍັງ ນອກຈາກຄວາມເສີຍເມີຍ ແລະ ການຈາກໄປທີ່ທົນຮັບບໍ່ໄດ້. ພວກເຈົ້າບໍ່ລະມັດລະວັງຕໍ່ເຮົາ; ມັນເປັນໄປໄດ້ບໍວ່າເຮົາບໍ່ຮູ້ຈັກຫຍັງເລີຍ? ຖ້ານີ້ຄືສິ່ງທີ່ພວກເຈົ້າເຊື່ອ, ມັນກໍຍິ່ງພິສູດຂໍ້ແທ້ຈິງທີ່ວ່າ ພວກເຈົ້າບໍ່ໄດ້ປະຕິບັດຕໍ່ເຮົາດ້ວຍຄວາມເມດຕາຢ່າງແທ້ຈິງ. ແລ້ວສະນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າກໍາລັງຝັງຫົວຂອງພວກເຈົ້າໃນດິນຊາຍ. ພວກເຈົ້າທຸກຄົນແມ່ນສະຫຼາດຫຼາຍ ຈົນພວກເຈົ້າເຖິງກັບບໍ່ຮູ້ວ່າຕົນເອງກຳລັງເຮັດຫຍັງຢູ່, ແລ້ວພວກເຈົ້າຈະໃຊ້ຫຍັງເພື່ອອະທິບາຍໃຫ້ກັບເຮົາ?

ຄຳຖາມທີ່ເຮົາສົນໃຈທີ່ສຸດກໍຄື ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດແທ້ໆ. ເຮົາຫວັງເຊັ່ນກັນວ່າໃຫ້ພວກເຈົ້າແຕ່ລະຄົນພະຍາຍາມລະດົມຄວາມຄິດຂອງພວກເຈົ້າ ແລະ ຖາມຕົນເອງວ່າ ພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ ແລະ ພວກເຈົ້າມີຊີວິດຢູ່ເພື່ອຜູ້ໃດ. ບາງເທື່ອ ພວກເຈົ້າບໍ່ເຄີຍຄິດຄຳນຶງເຖິງຄໍາຖາມເຫຼົ່ານີ້ຢ່າງຖີ່ຖ້ວນ, ສະນັ້ນ ເຮົາຂໍເປີດເຜີຍຄໍາຕອບໃຫ້ແກ່ພວກເຈົ້າ ດີບໍ?

ຜູ້ໃດກໍຕາມທີ່ມີຄວາມຊົງຈຳກໍຈະຮັບຮູ້ຂໍ້ແທ້ຈິງນີ້: ມະນຸດແມ່ນດຳລົງຊີວິດເພື່ອຕົນເອງ ແລະ ຈົງຮັກພັກດີຕໍ່ຕົນເອງ. ເຮົາບໍ່ເຊື່ອວ່າຄຳຕອບຂອງພວກເຈົ້ານັ້ນຈະຖືກທັງໝົດ ເພາະພວກເຈົ້າແຕ່ລະຄົນຢູ່ເພື່ອຊີວິດຂອງໃຜລາວ ແຕ່ລະຄົນດີ້ນລົນກັບຄວາມທຸກຂອງພວກເຈົ້າເອງ. ດັ່ງນັ້ນ ພວກເຈົ້າຈົງຮັກພັກດີຕໍ່ຜູ້ຄົນທີ່ພວກເຈົ້າຮັກ ແລະ ສິ່ງທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ; ພວກເຈົ້າບໍ່ໄດ້ຈົງຮັກພັກດີຕໍ່ຕົນເອງແທ້ໆ. ເພາະພວກເຈົ້າແຕ່ລະຄົນໄດ້ຮັບອິດທິພົນມາຈາກຜູ້ຄົນ, ເຫດການ ແລະ ວັດຖຸທີ່ຢູ່ອ້ອມຂ້າງພວກເຈົ້າ, ພວກເຈົ້າຈຶ່ງບໍ່ໄດ້ຈົງຮັກພັກດີຕໍ່ຕົນເອງຢ່າງແທ້ຈິງ. ເຮົາກ່າວພຣະທຳເຫຼົ່ານີ້ ບໍ່ແມ່ນເພື່ອສົ່ງເສີມໃຫ້ພວກເຈົ້າຈົງຮັກພັກດີຕໍ່ຕົນເອງ, ແຕ່ເພື່ອເປີດໂປງຄວາມຈົງຮັກພັກດີຂອງພວກເຈົ້າຕໍ່ສິ່ງໃດສິ່ງໜຶ່ງ, ເພາະວ່າຕະຫຼອດໄລຍະເວລາຫຼາຍປີນີ້, ເຮົາບໍ່ເຄີຍໄດ້ຮັບຄວາມຈົງຮັກພັກດີຈາກພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ. ພວກເຈົ້າໄດ້ຕິດຕາມເຮົາມາເປັນເວລາຫຼາຍປີ ແຕ່ບໍ່ເຄີຍໄດ້ມອບຄວາມຈົງຮັກພັກດີໃຫ້ແກ່ເຮົາແມ່ນແຕ່ພຽງເລັກນ້ອຍ. ໃນທາງກົງກັນຂ້າມ ພວກເຈົ້າແມ່ນຕິດພັນອ້ອມຂ້າງຄົນທີ່ພວກເຈົ້າຮັກ ແລະ ສິ່ງຕ່າງໆທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ, ຫຼາຍຈົນເກືອບທຸກເວລາ ແລະ ບໍ່ວ່າຈະຢູ່ໃສກໍຕາມທີ່ເຈົ້າໄປ, ເຈົ້າກໍຮັກສາພວກເຂົາໄວ້ໃກ້ຫົວໃຈຂອງພວກເຈົ້າ ແລະ ບໍ່ເຄີຍປະຖິ້ມພວກເຂົາ. ໃນເວລາໃດກໍຕາມທີ່ພວກເຈົ້າມີຄວາມກະຕືລືລົ້ນ ຫຼື ຫຼົງໄຫຼກັບສິ່ງໃດສິ່ງໜຶ່ງທີ່ພວກເຈົ້າຮັກ, ມັນກໍເກີດຂຶ້ນໃນຂະນະທີ່ພວກເຈົ້າກຳລັງຕິດຕາມເຮົາ ຫຼື ແມ່ນແຕ່ໃນຂະນະທີ່ພວກເຈົ້າຟັງພຣະທໍາຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າໄດ້ວ່າ ພວກເຈົ້າກຳລັງໃຊ້ຄວາມຈົງຮັກພັກດີ ທີ່ເຮົາຮຽກຮ້ອງຈາກພວກເຈົ້າ ເພື່ອຈົງຮັກພັກດີ ແລະ ຖະໜອມໃນ “ສັດລ້ຽງ” ຂອງພວກເຈົ້າແທນ. ເຖິງແມ່ນວ່າພວກເຈົ້າອາດຈະເສຍສະຫຼະສິ່ງໜຶ່ງ ຫຼື ສອງສິ່ງໃຫ້ແກ່ເຮົາ, ມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ພວກເຈົ້າທຸກຄົນ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າເຮົາຄືຜູ້ທີ່ພວກເຈົ້າມີຄວາມຈົງຮັກພັກດີຕໍ່ຢ່າງແທ້ຈິງ. ພວກເຈົ້າເຮັດໃຫ້ຕົນເອງຕິດພັນກັບພາລະໜ້າທີ່ທີ່ພວກເຈົ້າຫຼົງໄຫຼ: ບາງຄົນຈົງຮັກພັກດີຕໍ່ລູກຊາຍ ແລະ ລູກສາວ, ຄົນອື່ນກໍຈົງຮັກພັກດີຕໍ່ຜົວ, ເມຍ, ຄວາມຮັ່ງມີ, ວຽກງານ, ຫົວໜ້າ, ສະຖານະ ຫຼື ແມ່ຍິງ. ພວກເຈົ້າບໍ່ເຄີຍຮູ້ສຶກເມື່ອຍ ຫຼື ເບື່ອຕໍ່ສິ່ງຕ່າງໆທີ່ເຈົ້າຈົງຮັກພັກດີ; ແຕ່ໃນທາງກົງກັນຂ້າມ ພວກເຈົ້າຍິ່ງມີຄວາມຕ້ອງການຫຼາຍຂຶ້ນທີ່ຈະມີສິ່ງເຫຼົ່ານີ້ໃນປະລິມານຫຼາຍຂຶ້ນ ຫຼື ຄຸນນະພາບສູງຂຶ້ນ ແລະ ເຈົ້າກໍບໍ່ເຄີຍຍອມແພ້. ເຮົາ ແລະ ພຣະທໍາຂອງເຮົາຖືກດັນໃຫ້ຢູ່ເບື້ອງຫຼັງສິ່ງຕ່າງໆທີ່ພວກເຈົ້າຫຼົງໄຫຼ. ແລ້ວພວກເຈົ້າບໍ່ມີທາງເລືອກ ນອກຈາກຈະຈັດລຳດັບເຮົາ ແລະ ພຣະທຳໃຫ້ເປັນສິ່ງສຸດທ້າຍ. ເຖິງກັບມີຄົນທີ່ປ່ອຍຕໍາແໜ່ງສຸດທ້າຍນີ້ໄວ້ສຳລັບສິ່ງຕ່າງໆທີ່ພວກເຂົາຈົງຮັກພັກດີ ເຊິ່ງພວກເຂົາບໍ່ທັນໄດ້ຄົ້ນພົບເທື່ອ. ບໍ່ເຄີຍມີຮ່ອງຮອຍຂອງເຮົາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ. ພວກເຈົ້າອາດຄິດວ່າເຮົາຮຽກຮ້ອງຈາກພວກເຈົ້າຫຼາຍເກີນໄປ ຫຼື ກ່າວຫາພວກເຈົ້າຢ່າງບໍ່ຖືກຕ້ອງ, ແຕ່ພວກເຈົ້າເຄີຍຄິດເຖິງຂໍ້ແທ້ຈິງທີ່ວ່າ ໃນຂະນະທີ່ພວກເຈົ້າໃຊ້ເວລາຢ່າງມີຄວາມສຸກກັບຄອບຄົວຂອງພວກເຈົ້ານັ້ນ, ພວກເຈົ້າບໍ່ເຄີຍຈົງຮັກພັກດີຕໍ່ເຮົາຈັກເທື່ອບໍ? ໃນເວລາແບບນີ້, ມັນບໍ່ໄດ້ເຮັດໃຫ້ພວກເຈົ້າເຈັບປວດບໍ? ເມື່ອຫົວໃຈຂອງພວກເຈົ້າເຕັມໄປດ້ວຍຄວາມປິຕິຍິນດີ ແລະ ພວກເຈົ້າໄດ້ຮັບລາງວັນສຳລັບການເຮັດວຽກໜັກຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ສຶກທໍ້ໃຈບໍ ທີ່ພວກເຈົ້າບໍ່ໄດ້ຮັບເອົາຄວາມຈິງຢ່າງພຽງພໍ? ມີຄັ້ງໃດແດ່ທີ່ພວກເຈົ້າຮ້ອງໄຫ້ເສຍໃຈທີ່ບໍ່ໄດ້ຮັບການເຫັນດີຈາກເຮົາ? ພວກເຈົ້າພະຍາຍາມຄິດຢ່າງໜັກ ແລະ ມີຄວາມເຈັບປວດອັນໃຫຍ່ຫຼວງເພື່ອເຫັນແກ່ລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ພວກເຈົ້າກໍຍັງບໍ່ພໍໃຈ; ພວກເຈົ້າຍັງເຊື່ອວ່າຕົນເອງບໍ່ໄດ້ດຸໝັ່ນແທນພວກເຂົາ, ພວກເຈົ້າບໍ່ໄດ້ເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອພວກເຂົາ. ເຖິງຢ່າງໃດກໍຕາມ ສໍາລັບເຮົາແລ້ວ ພວກເຈົ້າແມ່ນບໍ່ລະມັດລະວັງ ແລະ ບໍ່ໄດ້ເອົາໃຈໃສ່ຢູ່ສະເໝີ; ເຮົາພຽງແຕ່ຢູ່ໃນຄວາມຊົງຈຳຂອງພວກເຈົ້າ, ແຕ່ເຮົາບໍ່ເຄີຍໄດ້ທົນຢູ່ໃນຫົວໃຈຂອງພວກເຈົ້າເລີຍ. ພວກເຈົ້າບໍ່ເຄີຍຮູ້ສຶກເຖິງການອຸທິດ ແລະ ຄວາມພະຍາຍາມຂອງເຮົາຢູ່ຕະຫຼອດໄປ ແລະ ພວກເຈົ້າບໍ່ເຄີຍຊື່ນຊົມພວກມັນເລີຍ. ພວກເຈົ້າພຽງແຕ່ໄຕ່ຕອງສັ້ນໆ ແລະ ເຊື່ອວ່າສິ່ງນີ້ພຽງພໍແລ້ວ. “ຄວາມຈົງຮັກພັກດີ” ດັ່ງກ່າວບໍ່ແມ່ນສິ່ງທີ່ເຮົາປາຖະໜາ, ແຕ່ເປັນສິ່ງທີ່ເຮົາກຽດຊັງຕະຫຼອດມາ. ຢ່າງໃດກໍຕາມ ບໍ່ວ່າເຮົາຈະເວົ້າຫຍັງໄປ ພວກເຈົ້າກໍຈະສືບຕໍ່ຮັບເອົາແຕ່ໜຶ່ງ ຫຼື ສອງສິ່ງ; ພວກເຈົ້າບໍ່ສາມາດຮັບເອົາສິ່ງນີ້ໄດ້ທັງໝົດ, ຍ້ອນພວກເຈົ້າທຸກຄົນ “ໝັ້ນໃຈ” ຫຼາຍ ແລະ ພວກເຈົ້າເລືອກ ແລະ ຮັບເອົາສິ່ງທີ່ຍອມຮັບຈາກພຣະທໍາທີ່ເຮົາໄດ້ກ່າວອອກໄປຢູ່ສະເໝີ. ຖ້າພວກເຈົ້າຍັງເປັນແບບນີ້ຢູ່ໃນປັດຈຸບັນ, ເຮົາກໍມີວິທີການບາງຢ່າງເພື່ອຈັດການກັບຄວາມໝັ້ນໃຈໃນຕົນເອງຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາຈະເຮັດໃຫ້ພວກເຈົ້າຮັບຮູ້ວ່າ ພຣະທໍາທັງໝົດຂອງເຮົາແມ່ນເປັນຈິງ ແລະ ບໍ່ມີພຣະທໍາອັນໃດທີ່ບິດເບືອນຄວາມຈິງເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 72

ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 75

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່?...

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 8

ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້....

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 130

ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ;...