ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 288
ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ການສະແຫວງຫາຄວາມຈິງຂອງເຈົ້າ ແລະ ແມ່ນແຕ່ແນວທາງທີ່ເຈົ້າປະພຶດຕົວແມ່ນຕ້ອງອີງຕາມຄວາມເປັນຈິງທັງໝົດ: ທຸກສິ່ງທີ່ເຈົ້າເຮັດຕ້ອງເປັນຈິງ ແລະ ເຈົ້າບໍ່ຄວນສະແຫວງຫາສິ່ງທີ່ເປັນພາບລວງຕາ ແລະ ເພີ້ຝັນ. ມັນບໍ່ມີຄຸນຄ່າຫຍັງຈາກການປະພຶດຕົວແບບນີ້ ແລະ ນອກຈາກນັ້ນ ກໍບໍ່ມີຄວາມໝາຍຫຍັງກັບຊີວິດ. ຍ້ອນການສະແຫວງຫາ ແລະ ການໃຊ້ຊີວິດຂອງເຈົ້າໃນສິ່ງທີ່ຜິດ ແລະ ຫຼອກລວງ ແລະ ເຈົ້າບໍ່ໄດ້ສະແຫວງຫາສິ່ງທີ່ມີຄຸນຄ່າ ແລະ ມີຄວາມໝາຍ, ສິ່ງດຽວທີ່ເຈົ້າຈະໄດ້ຮັບກໍຄືເຫດຜົນທີ່ໂງ່ຈ້າ ແລະ ທິດສະດີທີ່ບໍ່ໄດ້ມາຈາກຄວາມຈິງ. ສິ່ງເຫຼົ່ານີ້ບໍ່ມີສ່ວນພົວພັນກັບຄວາມໝາຍ ແລະ ຄຸນຄ່າຂອງການມີຕົວຕົນຂອງເຈົ້າ ແລະ ພຽງແຕ່ຈະສາມາດນໍາເຈົ້າເຂົ້າສູ່ອານາຈັກທີ່ເປົ່າວ່າງ. ດ້ວຍວິທີນີ້ ຊີວິດທັງໝົດຂອງເຈົ້າຈະປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ຖ້າເຈົ້າບໍ່ສະແຫວງຫາຊີວິດທີ່ມີຄວາມໝາຍ ແລ້ວເຈົ້າຈະສາມາດມີຊີວິດຢູ່ເປັນເວລາຮ້ອຍປີ ແລະ ຈະບໍ່ໄດ້ຢູ່ເພື່ອຫຍັງເລີຍ. ສິ່ງນັ້ນເອີ້ນວ່າ ຊີວິດມະນຸດໄດ້ແນວໃດ? ມັນບໍ່ແມ່ນຊີວິດຂອງສັດແທ້ໆບໍ? ໃນທຳນອງດຽວກັນ, ຖ້າພວກເຈົ້າພະຍາຍາມຕິດຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ແຕ່ບໍ່ພະຍາຍາມສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ ແລະ ໃນທາງກົງກັນຂ້າມ ໄດ້ນະມັດສະການພຣະເຈົ້າທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ແລ້ວການສະແຫວງຫາດັ່ງກ່າວແຮງຈະບໍ່ມີປະໂຫຍດຂຶ້ນຕື່ມບໍ? ໃນທີ່ສຸດ ການສະແຫວງຫາຂອງເຈົ້າຈະກາຍເປັນກອງຊາກຫັກພັງ. ການສະແຫວງຫາດັ່ງກ່າວຈະນໍາປະໂຫຍດຫຍັງມາສູ່ເຈົ້າ? ບັນຫາທີ່ໃຫຍ່ທີ່ສຸດກັບມະນຸດກໍຄື ເຂົາພຽງແຕ່ຮັກໃນສິ່ງທີ່ເຂົາບໍ່ສາມາດແນມເຫັນ ຫຼື ຈັບຕ້ອງໄດ້, ສິ່ງທີ່ລຶກລັບ ແລະ ອັດສະຈັນທີ່ສຸດ ແລະ ສິ່ງທີ່ມະນຸດຈິນຕະນາການບໍ່ເຖິງ ແລະ ສິ່ງທີ່ມະນຸດທໍາມະດາບໍ່ສາມາດຮັບຮູ້ໄດ້. ເມື່ອສິ່ງເຫຼົ່ານີ້ບໍ່ສົມຈິງຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ກໍຈະຖືກວິເຄາະໂດຍມະນຸດຫຼາຍສໍ່ານັ້ນ ເຊິ່ງເປັນຄົນທີ່ສະແຫວງຫາສິ່ງເຫຼົ່ານີ້ ໂດຍບໍ່ໃສ່ໃຈສິ່ງອື່ນໆ ແລະ ຈະພະຍາຍາມຮັບເອົາສິ່ງເຫຼົ່ານີ້. ຍິ່ງພວກມັນບໍ່ສົມຈິງຫຼາຍສໍ່າໃດ, ມະນຸດກໍຈະພິຈາລະນາຢ່າງຖີ່ຖ້ວນ ແລະ ວິເຄາະພວກມັນຢ່າງໃກ້ຊິດຫຼາຍສໍ່ານັ້ນ ແລະ ອາດເຮັດຫຼາຍກວ່ານັ້ນເຖິງຂັ້ນສ້າງແນວຄວາມຄິດກ່ຽວກັບສິ່ງເຫຼົ່ານັ້ນຢ່າງທົ່ວເຖິງຂຶ້ນມາເອງ. ໃນທາງກົງກັນຂ້າມ, ເມື່ອທຸກສິ່ງເປັນຈິງຫຼາຍສໍ່າໃດ, ມະນຸດກໍຈະບໍ່ສົນໃຈພວກມັນຫຼາຍສໍ່ານັ້ນ; ເຂົາພຽງແຕ່ດູໝິ່ນ ແລະ ຍັງສະແດງຄວາມດູຖູກພວກມັນອີກດ້ວຍ. ນີ້ບໍ່ແມ່ນທ່າທີຢ່າງແທ້ຈິງຂອງພວກເຈົ້າກ່ຽວກັບພາລະກິດທີ່ເປັນຄວາມຈິງທີ່ເຮົາໄດ້ປະຕິບັດໃນປັດຈຸບັນບໍ? ເມື່ອສິ່ງດັ່ງກ່າວເປັນຄວາມຈິງຫຼາຍສໍ່າໃດ ພວກເຈົ້າກໍຈະມີອະຄະຕິກັບພວກມັນຫຼາຍສໍ່ານັ້ນ. ພວກເຈົ້າບໍ່ນໍາໃຊ້ເວລາວ່າງໃນການພິຈາລະນາພວກມັນ ມີພຽງແຕ່ເມີນເສີຍຕໍ່ພວກມັນ; ພວກເຈົ້າດູຖູກເງື່ອນໄຂທີ່ເປັນຄວາມຈິງ ແລະ ມາດຕະຖານຕໍ່າເຫຼົ່ານີ້ ແລະ ຍັງເຊື່ອງແນວຄວາມຄິດຫຼາຍຢ່າງກ່ຽວກັບພຣະເຈົ້າອົງນີ້ທີ່ເປັນຈິງທີ່ສຸດ ແລະ ບໍ່ສາມາດຍອມຮັບຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະອົງຢ່າງງ່າຍດາຍ. ດ້ວຍວິທີນີ້, ພວກເຈົ້າບໍ່ໄດ້ເຊື່ອໃນທ່າມກາງຄວາມບໍ່ແຈ່ມແຈ້ງບໍ? ພວກເຈົ້າມີຄວາມເຊື່ອທີ່ບໍ່ຫວັ່ນໄຫວໄດ້ໃນພຣະເຈົ້າທີ່ບໍ່ແຈ່ມແຈ້ງແຫ່ງຍຸກອະດີດ ແລະ ບໍ່ສົນໃຈໃນພຣະເຈົ້າທີ່ແທ້ຈິງແຫ່ງຍຸກປັດຈຸບັນ. ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດ ແລະ ພຣະເຈົ້າແຫ່ງປັດຈຸບັນມາຈາກສອງຍຸກສະໄໝທີ່ແຕກຕ່າງກັນບໍ? ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດແມ່ນພຣະເຈົ້າແຫ່ງສວງສະຫວັນທີ່ຖືກສັນລະເສີນ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນເປັນພຽງມະນຸດນ້ອຍໆເທິງແຜ່ນດິນໂລກບໍ? ນອກຈາກນັ້ນ, ມັນບໍ່ແມ່ນຍ້ອນພຣະເຈົ້າທີ່ມະນຸດນະມັດສະການແມ່ນພຣະເຈົ້າທີ່ເກີດຂຶ້ນຈາກແນວຄວາມຄິດຂອງມະນຸດບໍ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນແມ່ນເນື້ອໜັງທີ່ເປັນຈິງທີ່ເກີດຂຶ້ນຈາກບົນແຜ່ນດິນໂລກ? ເມື່ອທຸກຢ່າງຖືກກ່າວເຖິງ ແລະ ດຳເນີນຢ່າງສົມບູນ, ມັນບໍ່ແມ່ນຍ້ອນພຣະເຈົ້າແຫ່ງປັດຈຸບັນເປັນຈິງເກີນໄປ ຈົນມະນຸດບໍ່ສະແຫວງຫາພຣະອົງບໍ? ຍ້ອນສິ່ງທີ່ພຣະເຈົ້າແຫ່ງປັດຈຸບັນຂໍຮ້ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ເຕັມໃຈປະຕິບັດຢ່າງແທ້ຈິງ ແລະ ເຮັດໃຫ້ເຂົາຮູ້ສຶກອັບອາຍ. ນີ້ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆຍາກສຳລັບມະນຸດບໍ? ສິ່ງນີ້ບໍ່ໄດ້ເປີດຮອຍບາດແຜຂອງເຂົາບໍ? ດ້ວຍວິທີນີ້, ຫຼາຍຄົນບໍ່ສະແຫວງຫາພຣະເຈົ້າຕົວຈິງ, ພຣະເຈົ້າທີ່ເປັນຈິງ ແລະ ດ້ວຍເຫດນັ້ນ ພວກເຂົາກໍກາຍມາເປັນສັດຕູຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງນັ້ນກໍ່ຄື ຜູ້ຕໍ່ຕ້ານພຣະຄຣິດ. ນີ້ບໍ່ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນບໍ? ໃນອະດີດ, ເມື່ອພຣະເຈົ້າຍັງບໍ່ໄດ້ມາເປັນເນື້ອໜັງເທື່ອ ເຈົ້າອາດເປັນບຸກຄົນທາງສາສະໜາ ຫຼື ຜູ້ເຊື່ອທີ່ເຫຼື້ອມໃສ. ຫຼັງຈາກທີ່ພຣະເຈົ້າມາເປັນເນື້ອໜັງ, ຜູ້ເຊື່ອທີ່ເຫຼື້ອມໃສເຫຼົ່ານັ້ນຫຼາຍຄົນໄດ້ກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດໂດຍບໍ່ໄດ້ເຈດຕະນາ. ເຈົ້າຮູ້ບໍວ່າ ແມ່ນຫຍັງກຳລັງເກີດຂຶ້ນໃນທີ່ແຫ່ງນີ້? ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ເຈົ້າບໍ່ໄດ້ເອົາໃຈໃສ່ກັບຄວາມເປັນຈິງ ຫຼື ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມພັດຫຼົງໄຫຼກັບສິ່ງທີ່ຜິດ ແລ້ວນີ້ບໍ່ແມ່ນຕົ້ນຕໍທີ່ຊັດເຈນທີ່ສຸດຂອງການເປັນສັດຕູກັບພຣະເຈົ້າໃນຮ່າງຂອງມະນຸດບໍ? ພຣະເຈົ້າໃນຮ່າງຂອງມະນຸດຖືກເອີ້ນວ່າ ພຣະຄຣິດ, ສະນັ້ນ, ຄົນເຫຼົ່ານັ້ນທຸກຄົນທີ່ບໍ່ເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍແມ່ນຜູ້ຕໍ່ຕ້ານພຣະຄຣິດແມ່ນບໍ? ດ້ວຍເຫດນັ້ນ, ພຣະເຈົ້າທີ່ເຈົ້າເຊື່ອ ແລະ ຮັກຢ່າງແທ້ຈິງແມ່ນພຣະເຈົ້າໃນຮ່າງຂອງມະນຸດນີ້ບໍ? ພຣະເຈົ້າອົງທີ່ມີຊີວິດ ແລະ ມີລົມຫາຍໃຈອົງນີ້ບໍທີ່ເປັນຈິງ ແລະ ປົກກະຕິແບບພິເສດທີ່ສຸດ? ແມ່ນຫຍັງຄືຈຸດປະສົງຂອງການສະແຫວງຫາຂອງເຈົ້າທີ່ແນ່ນອນ? ມັນຢູ່ໃນສວງສະຫວັນ ຫຼື ເທິງແຜ່ນດິນໂລກບໍ? ມັນແມ່ນແນວຄວາມຄິດ ຫຼື ມັນແມ່ນຄວາມຈິງບໍ? ມັນແມ່ນພຣະເຈົ້າ ຫຼື ມັນແມ່ນສິ່ງທີ່ມີຊີວິດທີ່ເໜືອທຳມະຊາດບາງຢ່າງ? ຕາມຄວາມຈິງແລ້ວ, ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ມີອໍານາດສູງສຸດຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ. ການສະແຫວງຫາຂອງມະນຸດໃນການນໍາຄວາມຈິງໄປປະຕິບັດແມ່ນການປະຕິບັດໜ້າທີ່ຂອງເຂົາ, ເຊິ່ງນັ້ນກໍຄື ການສະແຫວງຫາເພື່ອຕອບສະໜອງຄວາມຕ້ອງການຂອງພຣະເຈົ້າ. ທາດແທ້ຂອງຄວາມຕ້ອງການນີ້ແມ່ນຄວາມຈິງທັງໝົດທີ່ແທ້ຈິງທີ່ສຸດ ແທນທີ່ຈະເປັນທິດສະດີວ່າງເປົ່າທີ່ບໍ່ມີມະນຸດຄົນໃດສາມາດເຮັດໃຫ້ສຳເລັດໄດ້. ຖ້າການສະແຫວງຫາຂອງເຈົ້າບໍ່ໄດ້ເປັນຫຍັງເລີຍ ນອກຈາກທິດສະດີ ແລະ ບໍ່ປະກອບມີຄວາມເປັນຈິງເລີຍ, ເຈົ້າກໍບໍ່ໄດ້ຕໍ່ຕ້ານຄວາມຈິງບໍ? ເຈົ້າບໍ່ແມ່ນຄົນທີ່ໂຈມຕີຄວາມຈິງບໍ? ຄົນປະເພດນີ້ຈະສາມາດສະແຫວງຫາເພື່ອຮັກພຣະເຈົ້າໄດ້ແນວໃດ? ຜູ້ຄົນທີ່ປາສະຈາກຄວາມເປັນຈິງແມ່ນຄົນເຫຼົ່ານັ້ນທີ່ທໍລະຍົດຄວາມຈິງ ແລະ ເປັນຜູ້ຕໍ່ຕ້ານໂດຍທຳມະຊາດທັງໝົດ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໃນເວລານັ້ນ, ສ່ວນໜຶ່ງຂອງພາລະກິດຂອງພຣະເຢຊູແມ່ນສອດຄ່ອງກັບພຣະສັນຍາເດີມ ພ້ອມທັງສອດຄ່ອງກັບກົດລະບຽບຂອງໂມເຊ ແລະ...
ເມື່ອພຣະທໍາຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍ່ຄວນຮັບເອົາພວກມັນໃນທັນທີ ແລ້ວກິນ ແລະ ດື່ມພຣະທໍາເຫຼົ່ານັ້ນ....
ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່....
ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ...