ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 542
ຍິ່ງເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພວກເຈົ້າປາດຖະໜາຢາກເຫັນພຣະຄຣິດຢູ່ຕະຫຼອດ, ແຕ່ເຮົາວິງວອນໃຫ້ພວກເຈົ້າບໍ່ຄວນໃຫ້ຄວາມເຄົາລົບນັບຖືຕົນເອງສູງແບບນັ້ນ; ຄົນໃດໜຶ່ງອາດຈະເຫັນພຣະຄຣິດ, ແຕ່ເຮົາບອກວ່າບໍ່ມີໃຜສົມຄວນໄດ້ເຫັນພຣະຄຣິດ. ເພາະວ່າທຳມະຊາດຂອງມະນຸດແມ່ນເຕັມລົ້ນໄປດ້ວຍຄວາມຊົ່ວຮ້າຍ, ຄວາມອວດດີ ແລະ ຄວາມກະບົດ, ໃນຊ່ວງເວລາທີ່ເຈົ້າເຫັນພຣະຄຣິດ, ທຳມະຊາດຂອງເຈົ້າກໍ່ຈະທຳລາຍເຈົ້າ ແລະ ລົງໂທດເຈົ້າຈົນຕາຍ. ການພົວພັນຂອງເຈົ້າກັບອ້າຍນ້ອງ (ຫຼື ເອື້ອຍນ້ອງ) ອາດຈະບໍ່ສະແດງຫຼາຍຢ່າງກ່ຽວກັບເຈົ້າ, ແຕ່ມັນບໍ່ແມ່ນເລື່ອງງ່າຍເມື່ອເຈົ້າພົວພັນກັບພຣະຄຣິດ. ໃນເວລາໃດໜຶ່ງ, ຄວາມຄິດຂອງເຈົ້າອາດຢັງຮາກ, ຄວາມອວດດີຂອງເຈົ້າຈະເລີ່ມງອກເງີຍ ແລະ ຄວາມກະບົດຂອງເຈົ້າກໍ່ຈະເກີດໝາກ. ເຈົ້າຜູ້ທີ່ມີຄວາມເປັນມະນຸດດັ່ງກ່າວຈະເໝາະສົມທີ່ຈະພົວພັນກັບພຣະຄຣິດໄດ້ແນວໃດ? ເຈົ້າສາມາດປະຕິບັດຕໍ່ພຣະອົງເໝືອນດັ່ງພຣະອົງເປັນພຣະເຈົ້າໃນທຸກຊ່ວງເວລາຂອງທຸກໆມື້ຢ່າງແທ້ຈິງໄດ້ບໍ? ເຈົ້າມີຄວາມເປັນຈິງໃນການຍອມຕາມພຣະເຈົ້າຢ່າງແທ້ຈິງບໍ? ພວກເຈົ້ານະມັດສະການພຣະເຈົ້າອົງສູງສົ່ງທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າວ່າເປັນພຣະເຢໂຮວາ, ໃນຂະນະທີ່ຖືພຣະຄຣິດທີ່ສາມາດເບິ່ງເຫັນໄດ້ວ່າເປັນພຽງມະນຸດຄົນໜຶ່ງ. ຄວາມຮູ້ສຶກຂອງພວກເຈົ້າຕໍ່າເກີນໄປ ແລະ ຄວາມເປັນມະນຸດຂອງພວກເຈົ້າເສື່ອມເສຍເກີນໄປ! ພວກເຈົ້າບໍ່ສາມາດນັບຖືວ່າພຣະຄຣິດເປັນພຣະເຈົ້າຢູ່ສະເໝີ; ພຽງແຕ່ບາງກາລະໂອກາດເທົ່ານັ້ນ, ເມື່ອມັນເປັນໄປຕາມຈິນຕະນາການຂອງພວກເຈົ້າ, ເຈົ້າກໍ່ຮັບເອົາພຣະອົງ ແລະ ນະມັດສະການພຣະອົງໃຫ້ເປັນພຣະເຈົ້າ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າພວກເຈົ້າບໍ່ແມ່ນຜູ້ເຊື່ອໃນພຣະເຈົ້າ ແຕ່ແມ່ນກຸ່ມຜູ້ສົມຮູ້ຮ່ວມຄິດທີ່ຕໍ່ສູ້ພຣະຄຣິດ. ແມ່ນແຕ່ມະນຸດຜູ້ທີ່ສະແດງຄວາມເມດຕາຕໍ່ກັບຜູ້ອື່ນກໍ່ຍັງໄດ້ຮັບການຕອບແທນ, ແຕ່ພຣະຄຣິດຜູ້ທີ່ໄດ້ກະທໍາພາລະກິດດັ່ງກ່າວໃຫ້ກັບພວກເຈົ້າພັດບໍ່ໄດ້ຮັບຄວາມຮັກຈາກມະນຸດ ຫຼື ການຕອບແທນ ແລະ ການຍອມອ່ອນນ້ອມຈາກມະນຸດເລີຍ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າສະລົດໃຈບໍ?
ມັນອາດຈະເປັນຍ້ອນວ່າໃນຕະຫຼອດເວລາຫຼາຍປີທີ່ເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ເຄີຍສາບແຊ່ງຜູ້ໃດ ຫຼື ກະທຳການທີ່ບໍ່ດີໃດໆ, ແຕ່ໃນການພົວພັນຂອງເຈົ້າກັບພຣະຄຣິດ, ເຈົ້າບໍ່ສາມາດເວົ້າຄວາມຈິງ, ປະຕິບັດຢ່າງຊື່ສັດ ຫຼື ອ່ອນນ້ອມຕໍ່ພຣະທໍາຂອງພຣະຄຣິດ; ໃນກໍລະນີນັ້ນ, ເຮົາບອກໄດ້ເລີຍວ່າເຈົ້າເປັນບຸກຄົນທີ່ຊົ່ວຮ້າຍ ແລະ ຊົ່ວຊ້າທີ່ສຸດໃນໂລກ. ເຈົ້າອາດຈະເປັນມິດເປັນພິເສດ ແລະ ອຸທິດຕົນຕໍ່ຍາດພີ່ນ້ອງ, ໝູ່ເພື່ອນ, ເມຍ (ຫຼື ຜົວ), ລູກຊາຍ ແລະ ລູກສາວ ແລະ ພໍ່ແມ່ຂອງເຈົ້າ ແລະ ບໍ່ເຄີຍເອົາປຽບຄົນອື່ນເລີຍ, ແຕ່ຖ້າເຈົ້າບໍ່ສາມາດເຂົ້າກັບພຣະຄຣິດໄດ້, ຖ້າເຈົ້າບໍ່ສາມາດມີປະຕິສຳພັນຢ່າງສະໝານສັນກັບພຣະອົງໄດ້, ແລ້ວເຖິງແມ່ນວ່າເຈົ້າຈະເສຍສະຫຼະທຸກສິ່ງຂອງເຈົ້າເພື່ອຊ່ວຍເຫຼືອເພື່ອນບ້ານຂອງເຈົ້າ ຫຼື ເອົາໃຈໃສ່ດູແລເບິ່ງແຍງພໍ່, ແມ່ ແລະ ສະມາຊິກໃນຄອບຄົວຂອງເຈົ້າຢ່າງຮອບດ້ານ, ເຮົາຂໍບອກເຈົ້າເລີຍວ່າ ເຈົ້າຍັງຊົ່ວຮ້າຍຢູ່ ແລະ ຍິ່ງໄປກວ່ານັ້ນກໍ່ຍັງເປັນຄົນທີ່ເຕັມໄປດ້ວຍການຫຼອກລວງ. ຢ່າຄິດວ່າຕົນເອງສາມາດເຂົ້າກັບພຣະຄຣິດໄດ້ພຽງແຕ່ຍ້ອນວ່າເຈົ້າເຂົ້າກັບຄົນອື່ນໄດ້ດີ ຫຼື ເຮັດການກະທຳທີ່ດີພຽງສອງສາມຢ່າງເທົ່ານັ້ນ. ເຈົ້າຄິດວ່າເຈດຕະນາທີ່ເຕັມໄປດ້ວຍກຸສົນຂອງເຈົ້າຈະສາມາດຫຼອກລວງພອນຈາກສະຫວັນບໍ? ເຈົ້າຄິດວ່າການເຮັດດີສອງສາມຢ່າງຈະທົດແທນຄວາມອ່ອນນ້ອມຂອງເຈົ້າໄດ້ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ສາມາດຍອມຮັບເອົາການຖືກລິຮານ ແລະ ພວກເຈົ້າທຸກຄົນກໍ່ເຫັນວ່າມັນຫຍຸ້ງຍາກທີ່ຈະຮັບເອົາຄວາມເປັນມະນຸດປົກກະຕິຂອງພຣະຄຣິດ, ເຖິງແມ່ນວ່າເຈົ້າກຳລັງປ່າວປະກາດການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າຢູ່ກໍ່ຕາມ. ຄວາມເຊື່ອດັ່ງກ່າວຂອງພວກເຈົ້າຈະກໍ່ໃຫ້ເກີດຜົນກຳສະໜອງທີ່ເໝາະສົມ. ຢຸດມົວເມົາກັບພາບລວງຕາທີ່ເພີ້ຝັນ ແລະ ຄວາມປາດຖະໜາຢາກເຫັນພຣະຄຣິດໄດ້ແລ້ວ, ຍ້ອນພວກເຈົ້າມີວຸດທິພາວະທີ່ຕໍ່າເກີນໄປ, ຫຼາຍຈົນວ່າພວກເຈົ້າເຖິງກັບບໍ່ສົມຄວນທີ່ຈະເຫັນພຣະອົງ. ເມື່ອເຈົ້າກຳຈັດຄວາມກະບົດຂອງເຈົ້າໃຫ້ໝົດສິ້ນ ແລະ ສາມາດເຂົ້າກັບພຣະຄຣິດໄດ້ຢ່າງສະໝານສັນ, ໃນຊ່ວງເວລານັ້ນ ພຣະເຈົ້າຈະປາກົດໃຫ້ເຈົ້າເຫັນໂດຍທຳມະຊາດ. ຖ້າເຈົ້າໄປພົບພຣະເຈົ້າໂດຍບໍ່ໄດ້ຜ່ານການລິຮານ ຫຼື ການພິພາກສາ, ແລ້ວເຈົ້າຈະກາຍເປັນປໍລະປັກຕໍ່ພຣະເຈົ້າ ແລະ ຖືກລົງໂທດໃຫ້ພິນາດຢ່າງແນ່ນອນ. ທຳມະຊາດຂອງມະນຸດຄືການເປັນປໍລະປັກຕໍ່ພຣະເຈົ້າໂດຍກຳເນີດ ເພາະມະນຸດທຸກຄົນໄດ້ຖືກຄອບງຳໂດຍຄວາມເສື່ອມຊາມທີ່ສຸດຂອງຊາຕານ. ຖ້າມະນຸດພະຍາຍາມພົວພັນກັບພຣະເຈົ້າຈາກທ່າມກາງຄວາມເສື່ອມຊາມຂອງເຂົາເອງ, ແນ່ນອນວ່າ ມັນບໍ່ມີຫຍັງດີເກີດຂຶ້ນຈາກສິ່ງນີ້ໄດ້; ການກະທຳ ແລະ ຄຳເວົ້າຂອງເຂົາຈະເປີດເຜີຍເຖິງຄວາມເສື່ອມຊາມຂອງເຂົາໃນທຸກດ້ານ ແລະ ໃນການພົວພັນກັບພຣະເຈົ້າ ຄວາມກະບົດຂອງມະນຸດກໍ່ຈະຖືກເປີດເຜີຍອອກມາໃນທຸກວິກິດການ. ມະນຸດມາຕໍ່ຕ້ານພຣະຄຣິດ, ຫຼອກລວງພຣະຄຣິດ ແລະ ປະຖິ້ມພຣະຄຣິດໂດຍບໍ່ຮູ້ຕົວ; ເມື່ອສິ່ງນີ້ເກີດຂຶ້ນ, ມະນຸດຍິ່ງຈະຢູ່ໃນສະພາບທີ່ອັນຕະລາຍທີ່ສຸດ ແລະ ຖ້າສິ່ງນີ້ຍັງສືບຕໍ່, ເຂົາຈະກາຍມາເປັນເປົ້າໝາຍທີ່ຈະຖືກລົງໂທດ.
ບາງຄົນອາດຈະເຊື່ອວ່າ ຖ້າການພົວພັນກັບພຣະເຈົ້າອັນຕະລາຍຫຼາຍ ແລ້ວມັນກໍ່ອາດຈະເປັນການສະຫຼາດກວ່າທີ່ຈະຢູ່ຫ່າງພຣະເຈົ້າ. ຄົນແບບນີ້ຈະສາມາດໄດ້ຮັບຫຍັງໄດ້ແດ່? ພວກເຂົາສາມາດຊື່ສັດຕໍ່ພຣະເຈົ້າໄດ້ບໍ? ແນ່ນອນວ່າ ການພົວພັນກັບພຣະເຈົ້າເປັນເລື່ອງຫຍຸ້ງຍາກຫຼາຍ ແຕ່ທັງໝົດນັ້ນກໍ່ເປັນຍ້ອນມະນຸດເສື່ອມຊາມ, ບໍ່ແມ່ນຍ້ອນພຣະເຈົ້າບໍ່ສາມາດພົວພັນກັບເຂົາໄດ້. ມັນຈະເປັນການດີທີ່ສຸດສຳລັບພວກເຈົ້າທີ່ຈະອຸທິດຄວາມພະຍາຍາມຫຼາຍກວ່ານີ້ຕໍ່ກັບຄວາມຈິງໃນການຮູ້ຈັກຕົນເອງ. ເປັນຫຍັງພວກເຈົ້າຈິ່ງບໍ່ໄດ້ຮັບຄວາມຮັກໄຄ່ຈາກພຣະເຈົ້າ? ເປັນຫຍັງອຸປະນິໄສຂອງພວກເຈົ້າຈິ່ງເປັນຕາລັງກຽດຕໍ່ພຣະອົງ? ເປັນຫຍັງຄຳເວົ້າຂອງພວກເຈົ້າຈິ່ງເຮັດໃຫ້ພຣະອົງກຽດຊັງ? ທັນທີທີ່ພວກເຈົ້າໄດ້ສະແດງຄວາມຈົງຮັກພັກດີອອກໜ້ອຍໜຶ່ງ, ພວກເຈົ້າກໍ່ຮ້ອງເພງສັນລະເສີນຕົນເອງ ແລະ ພວກເຈົ້າຮຽກຮ້ອງຂໍລາງວັນຈາກການປະກອບສ່ວນພຽງເລັກນ້ອຍ; ພວກເຈົ້າດູຖູກຄົນອື່ນໃນເວລາທີ່ພວກເຈົ້າສະແດງຄວາມອ່ອນນ້ອມພຽງເລັກນ້ອຍ ແລະ ເລີ່ມດູໝິ່ນພຣະເຈົ້າຫຼັງຈາກໄດ້ສໍາເລັດໜ້າທີ່ບາງຢ່າງພຽງເລັກນ້ອຍ. ເພື່ອຮັບເອົາພຣະເຈົ້າ, ເຈົ້າຮ້ອງຂໍເອົາເງິນ, ຂອງຂວັນ ແລະ ຄຳຍ້ອງຍໍ. ມັນເຮັດໃຫ້ເຈົ້າໜັກໃຈໃນການໃຫ້ໜຶ່ງ ຫຼື ສອງຫຼຽນ; ໃນເວລາທີ່ເຈົ້າໃຫ້ສິບຫຼຽນ, ເຈົ້າປາດຖະໜາຢາກໄດ້ພອນ ແລະ ໄດ້ຮັບການປະຕິບັດນໍາຢ່າງພິເສດ. ຄວາມເປັນມະນຸດແບບນີ້ຂອງພວກເຈົ້າແມ່ນເປັນໜ້າລັງກຽດທີ່ສຸດທີ່ຈະເວົ້າເຖິງ ຫຼື ຮັບຟັງ. ມີອັນໃດທີ່ສົມຄວນໄດ້ຮັບການສັນລະເສີນໃນຄຳເວົ້າ ແລະ ການກະທຳຂອງພວກເຈົ້າແດ່? ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ນຳພາ ແລະ ຜູ້ທີ່ປະຕິບັດຕາມ; ຜູ້ທີ່ຮັບເອົາພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບ; ຜູ້ທີ່ບໍລິຈາກ ແລະ ຜູ້ທີ່ບໍ່ໄດ້ບໍລິຈາກ; ຜູ້ທີ່ເທດສະໜາ ແລະ ຜູ້ທີ່ຮັບເອົາພຣະທໍາ ແລະ ອື່ນໆ: ມະນຸດທຸກຄົນທີ່ເປັນແບບນີ້ໄດ້ສັນລະເສີນຕົນເອງ. ພວກເຈົ້າບໍ່ເຫັນວ່າສິ່ງນີ້ເປັນຕາຢາກຫົວບໍ? ໂດຍຮູ້ດີຢູ່ແລ້ວວ່າພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຢ່າງໃດກໍ່ຕາມ ພວກເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ໂດຍຮູ້ດີຢູ່ແລ້ວວ່າ ພວກເຈົ້າແມ່ນບໍ່ມີຄວາມດີຄວາມງາມຫຍັງເລີຍ ແຕ່ພວກເຈົ້າກໍ່ຍັງຢາກໂອ້ອວດຄືເກົ່າ. ພວກເຈົ້າບໍ່ຮູ້ສຶກເລີຍບໍວ່າ ຄວາມສໍານຶກຂອງພວກເຈົ້ານັ້ນເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວ? ດ້ວຍຄວາມສໍານຶກແບບນີ້, ພວກເຈົ້າຈະເໝາະສົມທີ່ຈະພົວພັນກັບພຣະເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຢ້ານຕົນເອງໃນຊ່ວງຫົວລ້ຽວຫົວຕໍ່ນີ້ບໍ? ອຸປະນິໄສຂອງພວກເຈົ້າໄດ້ເສື່ອມໂຊມເຖິງຈຸດທີ່ພວກເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້ແລ້ວ. ຖ້າເປັນເຊັ່ນນັ້ນ, ຄວາມເຊື່ອຂອງພວກເຈົ້າກໍ່ບໍ່ເປັນຕາຫົວບໍ? ຄວາມເຊື່ອຂອງພວກເຈົ້າບໍ່ໄດ້ຜິດປົກກະຕິບໍ? ແລ້ວພວກເຈົ້າຈະຈັດການກັບອະນາຄົດຂອງພວກເຈົ້າແນວໃດ? ພວກເຈົ້າຈະເລືອກເສັ້ນທາງໃຫ້ກ້າວຍ່າງແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຍິ່ງເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ,...
ເມື່ອສຽງຄໍານັບຂອງອານາຈັກດັງຂຶ້ນ ເຊິ່ງຍັງແມ່ນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ, ສຽງດັ່ງກ່າວນີ້ສັ່ນສະທ້ານສະຫວັນ ແລະ ແຜ່ນດິນໂລກ,...
ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື...
ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້...