ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 293
ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ:...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຍິ່ງເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ, ປະສົບການຂອງເຈົ້າກໍຍິ່ງເພີ່ມພູນຂຶ້ນສໍ່ານັ້ນ. ເມື່ອເຈົ້າມີການຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ພຣະເຈົ້າຈະມອບພາລະນີ້ໃຫ້ກັບເຈົ້າ ແລະ ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າກ່ຽວກັບວຽກງານຕ່າງໆທີ່ພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ມອບພາລະນີ້ໃຫ້ກັບເຈົ້າ, ເຈົ້າຈະໃສ່ໃຈຄວາມຈິງທີ່ກ່ຽວຂ້ອງທັງໝົດໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີພາລະທີ່ກ່ຽວຂ້ອງກັບສະພາວະໃນຊີວິດຂອງອ້າຍເອື້ອຍນ້ອງ, ແລ້ວນີ້ກໍຄືພາລະທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບເຈົ້າ ແລະ ເຈົ້າຈະຕ້ອງແບກຫາບພາລະນີ້ຢູ່ໃນຄໍາອະທິຖານປະຈໍາວັນຂອງເຈົ້າສະເໝີ. ສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຝາກຝັງໃຫ້ກັບເຈົ້າແລ້ວ, ເຈົ້າເຕັມໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຕ້ອງການເຮັດ; ນີ້ແມ່ນຄວາມໝາຍຂອງການຮັບພາລະຂອງພຣະເຈົ້າມາເປັນພາລະຂອງເຈົ້າເອງ. ໃນຈຸດນີ້, ການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະແນໃສ່ບັນຫາໃນລັກສະນະເຫຼົ່ານີ້ ແລະ ເຈົ້າຈະຄິດວ່າ ຂ້ານ້ອຍຈະແກ້ໄຂບັນຫານີ້ໄດ້ແນວໃດ? ຂ້ານ້ອຍຈະເຮັດໃຫ້ອ້າຍເອື້ອຍນ້ອງຖືກປົດປ່ອຍໃຫ້ເປັນອິດສະຫຼະ, ໃຫ້ມີຄວາມສຸກທາງຝ່າຍວິນຍານຂອງພວກເຂົາໄດ້ແນວໃດ? ເຈົ້າຈະໃສ່ໃຈກັບການແກ້ໄຂບັນຫາເຫຼົ່ານີ້ ເມື່ອເຈົ້າຢູ່ໃນການສົນທະນາ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະໃສ່ໃຈໃນການກິນ ແລະ ດື່ມພຣະທໍາທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້. ເຈົ້າຍັງຈະໄດ້ແບກຫາບພາລະໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າອີກດ້ວຍ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າ, ເຈົ້າຈະມີຄວາມຄິດທີ່ຊັດເຈນຂຶ້ນກ່ຽວກັບເສັ້ນທາງທີ່ຈະຍ່າງ. ນີ້ແມ່ນແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດທີ່ເກີດຂຶ້ນຈາກພາລະຂອງເຈົ້າ ແລະ ນີ້ແມ່ນການຊີ້ນໍາຂອງພຣະເຈົ້າທີ່ພຣະອົງໄດ້ປະທານໃຫ້ກັບເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ມີພາລະ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນຂະນະທີ່ແບກຮັບພາລະ, ເຈົ້າກໍຈະສາມາດເຂົ້າໃຈເຖິງໃຈຄວາມສຳຄັນຂອງພຣະທຳຂອງພຣະເຈົ້າ, ຄົ້ນພົບຫົນທາງຂອງເຈົ້າ ແລະ ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ. ສະນັ້ນ, ເຈົ້າຄວນອະທິຖານໃຫ້ພຣະເຈົ້າມອບພາລະໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ຝາກຝັງວຽກງານທີ່ຍິ່ງໃຫຍ່ໃຫ້ກັບເຈົ້າຫຼາຍຂຶ້ນ ເພື່ອວ່າ ໃນຂ້າງໜ້າ ເຈົ້າອາດຈະມີເສັ້ນທາງແຫ່ງການປະຕິບັດຫຼາຍຂຶ້ນ; ເພື່ອວ່າ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈະມີປະສິດທິພາບຫຼາຍຂຶ້ນ; ເພື່ອວ່າເຈົ້າຈະສາມາດເລີ່ມເຂົ້າໃຈເຖິງໃຈແກ່ນແທ້ໃນພຣະທຳຂອງພຣະອົງ; ແລະ ເພື່ອວ່າເຈົ້າຈະສາມາດຖືກພຣະວິນຍານບໍລິສຸດດົນບັນດານຫຼາຍຂຶ້ນ.
ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຝຶກອະທິຖານ, ການຍອມຮັບພາລະຂອງພຣະເຈົ້າ, ການຍອມຮັບໜ້າທີ່ທີ່ພຣະອົງຝາກຝັງໄວ້ກັບເຈົ້າ, ທຸກສິ່ງນີ້ແມ່ນເພື່ອວ່າ ມັນອາດຈະມີເສັ້ນທາງຢູ່ຕໍ່ໜ້າເຈົ້າ. ຍິ່ງເຈົ້າມີພາລະຈາກການຝາກຝັງຂອງພຣະເຈົ້າຫຼາຍສໍ່າໃດ, ມັນກໍຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ. ບາງຄົນບໍ່ເຕັມໃຈທີ່ຈະຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າ ແມ່ນແຕ່ໃນເວລາທີ່ພວກເຂົາຖືກເອີ້ນຫາ; ຄົນເຫຼົ່ານີ້ເປັນຄົນທີ່ຂີ້ຄ້ານ ທີ່ຕ້ອງການພຽງແຕ່ເຮຮາຢູ່ກັບຄວາມສຸກສະບາຍ. ຍິ່ງເຈົ້າຖືກຮຽກຮ້ອງໃຫ້ຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ. ຍ້ອນເຈົ້າມີພາລະ ແລະ ປະສົບການຫຼາຍຂຶ້ນ, ເຈົ້າກໍຈະມີໂອກາດຫຼາຍຂຶ້ນທີ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ຖ້າເຈົ້າສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມຈິງໃຈ ເຈົ້າຈະໃສ່ໃຈໃນພາລະຂອງພຣະເຈົ້າ; ດ້ວຍວິທີນີ້ ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ມັນຄືກຸ່ມຄົນດັ່ງກ່າວນີ້ທີ່ກຳລັງຖືກເຮັດໃຫ້ສົມບູນໃນເວລານີ້. ຍິ່ງພຣະວິນຍານບໍລິສຸດດົນໃຈເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະອຸທິດເວລາເພື່ອໃສ່ໃຈໃນພາລະຂອງພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າຮັບເອົາຫຼາຍສໍ່ານັ້ນ ແລະ ຈົນກວ່າ ໃນທີ່ສຸດເຈົ້າກໍຈະກາຍມາເປັນຄົນທີ່ພຣະເຈົ້າໃຊ້. ໃນປັດຈຸບັນນີ້, ມີບາງຄົນທີ່ບໍ່ໄດ້ແບກຮັບພາລະຫຍັງເລີຍສຳລັບຄຣິສຕະຈັກ. ຄົນເຫຼົ່ານີ້ຂີ້ຄ້ານ ແລະ ບໍ່ເອົາໃຈໃສ່ ແລະ ພຽງແຕ່ສົນໃຈກັບເນື້ອໜັງຂອງພວກເຂົາເອງເທົ່ານັ້ນ. ຜູ້ຄົນດັ່ງກ່າວເຫັນແກ່ຕົວເກີນໄປ ແລະ ພວກເຂົາຍັງຕາບອດອີກດ້ວຍ. ຖ້າເຈົ້າບໍ່ສາມາດເຫັນບັນຫານີ້ຢ່າງຊັດເຈນ, ເຈົ້າກໍຈະບໍ່ແບກຮັບພາລະໃດໆເລີຍ. ຍິ່ງເຈົ້າຄໍານຶງເຖິງເຈດຕະນາຂອງພຣະເຈົ້າຫຼາຍສໍ່າໃດ, ພາລະທີ່ພຣະເຈົ້າຝາກຝັງໄວ້ກັບເຈົ້າກໍຈະຫຼາຍຂຶ້ນສໍ່ານັ້ນ. ຄົນເຫັນແກ່ຕົວບໍ່ເຕັມໃຈທີ່ຈະທົນທຸກກັບສິ່ງເຫຼົ່ານັ້ນ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຜົນຕາມມາກໍຄື ພວກເຂົາຈະພາດໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພວກເຂົາບໍ່ແມ່ນທຳຮ້າຍຕົນເອງບໍ? ຖ້າເຈົ້າເປັນຄົນທີ່ຄໍານຶ່ງເຖິງເຈດຕະນາຂອງພຣະເຈົ້າ, ເຈົ້າຈະມີພາລະທີ່ແທ້ຈິງສຳລັບຄຣິສຕະຈັກ. ຄວາມເປັນຈິງແລ້ວ, ແທນທີ່ຈະເອີ້ນສິ່ງນີ້ວ່າເປັນພາລະທີ່ເຈົ້າແບກຮັບເພື່ອຄຣິສຕະຈັກ, ມັນຈະດີກວ່າທີ່ຈະເອີ້ນວ່າເປັນພາລະທີ່ເຈົ້າແບກຮັບເພື່ອຊີວິດຂອງເຈົ້າເອງ, ເພາະຈຸດປະສົງຂອງພາລະນີ້ທີ່ເຈົ້າແບກຮັບສໍາລັບຄຣິສຕະຈັກແມ່ນເພື່ອເຈົ້າຈະໄດ້ໃຊ້ປະສົບການດັ່ງກ່າວເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສະນັ້ນ, ໃຜກໍຕາມທີ່ແບກຮັບພາລະທີ່ໜັກທີ່ສຸດສຳລັບຄຣິສຕະຈັກ ແລະ ໃຜກໍຕາມທີ່ແບກຮັບພາລະຂອງການເຂົ້າສູ່ຊີວິດ ກໍຈະເປັນຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ຖ້າຄຣິສຕະຈັກທີ່ເຈົ້າຢູ່ນັ້ນແຕກກະຈາຍຄືດິນຊາຍ ແຕ່ເຈົ້າບໍ່ໄດ້ກັງວົນ ຫຼື ເປັນຫ່ວງ ແລະ ເຈົ້າເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນເມື່ອອ້າຍເອື້ອຍນ້ອງຂອງເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງປົກກະຕິ, ແລ້ວເຈົ້າກໍບໍ່ໄດ້ແບກຮັບພາລະໃດໆເລີຍ. ພຣະເຈົ້າບໍ່ມັກຄົນປະເພດດັ່ງກ່າວ. ຄົນທີ່ພຣະເຈົ້າມັກ ແມ່ນຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ພວກເຂົາຄໍານຶງເຖິງເຈດຕະນາຂອງພຣະອົງ. ສະນັ້ນ ພວກເຈົ້າຄວນຕັ້ງໃຈໃນພາລະຂອງພຣະເຈົ້າໃນຕອນນີ້. ເຈົ້າບໍ່ຄວນລໍຖ້າໃຫ້ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປີດເຜີຍອອກໃຫ້ມະນຸດທຸກຄົນໄດ້ເຫັນ ກ່ອນທີ່ເຈົ້າຈະເລີ່ມໃສ່ໃຈໃນພາລະຂອງພຣະເຈົ້າ. ແລ້ວຕອນນັ້ນມັນຈະບໍ່ຊ້າເກີນໄປບໍ? ຕອນນີ້ແມ່ນໂອກາດດີທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປ່ອຍໃຫ້ໂອກາດນີ້ຫຼຸດມືເຈົ້າໄປ, ເຈົ້າຈະເສຍດາຍຕະຫຼອດຊີວິດ, ຄືກັບທີ່ໂມເຊບໍ່ສາມາດເຂົ້າສູ່ດິນແດນແຫ່ງການາອານທີ່ອຸດົມສົມບູນ ແລະ ເພິ່ນກໍເສຍດາຍຕະຫຼອດຊີວິດຂອງເພິ່ນ ແລ້ວຕາຍດ້ວຍຄວາມເສຍໃຈ. ເມື່ອອຸປະນິໄສທີ່ຊອບທຳຂອງພຣະເຈົ້າຖືກເປີດເຜີຍໃຫ້ກັບທຸກຄົນ, ເຈົ້າຈະເຕັມໄປດ້ວຍຄວາມເສຍໃຈ. ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຂ້ຽນຕີເຈົ້າ, ເຈົ້າກໍຈະຂ້ຽນຕີຕົນເອງເນື່ອງຈາກຄວາມເສຍໃຈຂອງເຈົ້າເອງ. ບາງຄົນບໍ່ເຊື່ອໃນສິ່ງນີ້, ແຕ່ຖ້າເຈົ້າບໍ່ເຊື່ອ, ກໍໃຫ້ລໍຖ້າ ແລະ ເບິ່ງ. ບາງຄົນມີຈຸດປະສົງດຽວຄືປະຕິບັດຕາມພຣະທຳເຫຼົ່ານີ້. ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອພຣະທຳເຫຼົ່ານີ້ບໍ?
ຖ້າເຈົ້າບໍ່ສະແຫວງຫາໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ຖ້າເຈົ້າບໍ່ພະຍາຍາມຢູ່ແຖວໜ້າຝູງຊົນໃນການສະແຫວງຫາການເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈໃນທີ່ສຸດ. ຕອນນີ້ແມ່ນໂອກາດດີທີ່ສຸດທີ່ຈະຖືກເຮັດໃຫ້ສົມບູນ; ນີ້ແມ່ນເວລາທີ່ດີທີ່ສຸດ. ຖ້າເຈົ້າບໍ່ສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງຈິງຈັງ, ເມື່ອພາລະກິດຂອງພຣະອົງໄດ້ສິ້ນສຸດລົງ ມັນກໍຈະຊ້າເກີນໄປແລ້ວ, ເຈົ້າຈະພາດໂອກາດນີ້. ບໍ່ວ່າຄວາມປາຖະໜາຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຖ້າພຣະເຈົ້າບໍ່ປະຕິບັດພາລະກິດອີກຕໍ່ໄປ, ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມແນວໃດກໍຕາມ, ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນຈັກເທື່ອ. ເຈົ້າຕ້ອງຄວ້າໂອກາດນີ້ ແລະ ຮ່ວມມືໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງຢ່າງໜັກ. ຖ້າເຈົ້າພາດໂອກາດນີ້, ເຈົ້າຈະບໍ່ໄດ້ຮັບໂອກາດອີກຄັ້ງ ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມຫຼາຍສໍ່າໃດກໍຕາມ. ບາງຄົນຮ້ອງວ່າ: “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະໃສ່ໃຈໃນພາລະຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະປະຕິບັດຕາມເຈດຕະນາຂອງພຣະອົງ”. ແຕ່ເຈົ້າບໍ່ມີເສັ້ນທາງໃນການປະຕິບັດ, ສະນັ້ນ ພາລະຂອງເຈົ້າກໍຈະບໍ່ຍືນຍາວ. ຖ້າເຈົ້າມີເສັ້ນທາງຂ້າງໜ້າ, ເຈົ້າຈະໄດ້ຮັບປະສົບເທື່ອລະບາດກ້າວ ແລະ ປະສົບການຂອງເຈົ້າກໍຈະເປັນລະບຽບ ແລະ ເປັນລໍາດັບ. ຫຼັງຈາກທີ່ພາລະໜຶ່ງຖືກເຮັດໃຫ້ສຳເລັດແລ້ວ, ອີກພາລະໜຶ່ງກໍຈະຖືກມອບໃຫ້ກັບເຈົ້າ. ເມື່ອປະສົບການຊີວິດຂອງເຈົ້າເລິກເຊິ່ງຂຶ້ນ, ພາລະຂອງເຈົ້າກໍຈະເລິກເຊິ່ງຂຶ້ນເຊັ່ນດຽວກັນ. ບາງຄົນພຽງແຕ່ແບກຮັບພາລະໃນເວລາທີ່ຖືກສໍາຜັດໂດຍພຣະວິນຍານບໍລິສຸດເທົ່ານັ້ນ; ຫຼັງຈາກໄລຍະເວລາໃດໜຶ່ງ, ເມື່ອພວກເຂົາບໍ່ມີເສັ້ນທາງໃນການປະຕິບັດ, ພວກເຂົາກໍເຊົາແບກຮັບພາລະນັ້ນເລີຍ. ເຈົ້າບໍ່ສາມາດມີພາລະດ້ວຍການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ. ການເຂົ້າໃຈຄວາມຈິງຫຼາຍຢ່າງ, ເຈົ້າຈະມີການຢັ່ງຮູ້, ຮຽນຮູ້ວິທີແກ້ໄຂບັນຫາໂດຍໃຊ້ຄວາມຈິງ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະເຈົ້າ. ດ້ວຍສິ່ງເຫຼົ່ານີ້, ເຈົ້າຈະມີພາລະ ໃຫ້ແບກຮັບ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດປະຕິບັດພາລະກິດໄດ້ຢ່າງເໝາະສົມ. ຖ້າເຈົ້າມີພາລະ ແຕ່ບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງ, ສິ່ງນັ້ນກໍໃຊ້ການບໍ່ໄດ້ເຊັ່ນກັນ; ເຈົ້າຕ້ອງມີປະສົບການກ່ຽວກັບພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ຮູ້ຈັກວິທີປະຕິບັດພຣະທຳເຫຼົ່ານັ້ນ. ມີພຽງຫຼັງຈາກທີ່ເຈົ້າເອງໄດ້ເຂົ້າສູ່ຄວາມເປັນຈິງ ເຈົ້າຈຶ່ງຈະສາມາດສະໜອງໃຫ້ກັບຄົນອື່ນ, ນໍາພາຄົນອື່ນ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃຫ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນເຈດຕະນາແທ້ໆຂອງພຣະອົງສຳລັບມະນຸດ:...
ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ໂດຍການເຮັດໃຫ້ຄົນເສື່ອມຊາມ, ຊາຕານນຳພາຊະຕາກຳຂອງພວກເຂົາໄປສູ່ຈຸດຈົບ ແລະ...
ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ...
ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ....