ພຣະທຳປະຈຳວັນຂອງພຣະເຈົ້າ: ຄວາມລຶກລັບກ່ຽວກັບພຣະຄໍາພີ | ຄັດຕອນ 272
ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ, ແຕ່ບໍ່ມີໃຜເຫັນຄວາມຈິງນີ້. ຖ້າເຈົ້າເຂົ້າສູ່ປະສົບການຂອງຂັ້ນຕອນໃນປັດຈຸບັນ, ທຸກສິ່ງກໍຈະຊັດເຈນຕໍ່ເຈົ້າ ແລະ ເຈົ້າຈະສ້າງພື້ນຖານທີ່ດີສຳລັບການທົດລອງໃນອະນາຄົດ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າກ່າວວ່າ ພຣະອົງຈະເລີ່ມຂ້ຽນຕີຜູ້ຄົນ, ໃຫ້ຍອມຮັບການຂ້ຽນຕີຂອງພຣະອົງ. ເມື່ອພຣະເຈົ້າບອກໃຫ້ຜູ້ຄົນຕາຍ, ໃຫ້ຍອມຮັບການທົດລອງນັ້ນ. ຖ້າເຈົ້າດຳລົງຊີວິດຢູ່ພາຍໃນຖ້ອຍຄໍາໃໝ່ທີ່ສຸດຂອງພຣະອົງຕະຫຼອດເວລາ, ພຣະທຳຂອງພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນໃນທີ່ສຸດ. ຍິ່ງເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າຍິ່ງຈະຖືກເຮັດໃຫ້ສົມບູນໄວສໍ່ານັ້ນ. ເປັນຫຍັງ ການສົນທະນາຄັ້ງແລ້ວຄັ້ງເລົ່າ ເຮົາຈຶ່ງຮຽກຮ້ອງໃຫ້ພວກເຈົ້າຮູ້ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ? ມີແຕ່ເມື່ອເຈົ້າສະແຫວງຫາ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ, ພຣະວິນຍານບໍລິສຸດຈຶ່ງຈະມີໂອກາດປະຕິບັດພາລະກິດໃນຕົວເຈົ້າ. ສະນັ້ນ, ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ເຂົ້າຮ່ວມໃນທຸກວິທີການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ບໍ່ວ່າການທົນທຸກຂອງພວກເຈົ້າຈະຢູ່ໃນລະດັບໃດກໍຕາມ, ໃນທີ່ສຸດແລ້ວ ພວກເຈົ້າກໍຈະຮັບເອົາ “ຂອງທີ່ລະລຶກ” ທຸກຄົນ. ເພື່ອບັນລຸຄວາມສົມບູນສຸດທ້າຍຂອງພວກເຈົ້າ, ພວກເຈົ້າຕ້ອງເຂົ້າສູ່ພຣະທຳທຸກຂໍ້ຂອງພຣະເຈົ້າ. ການທີ່ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນບໍ່ແມ່ນເປັນການກະທຳຂອງພຣະອົງແຕ່ຝ່າຍດຽວ; ພຣະອົງຕ້ອງການຄວາມຮ່ວມມືຈາກຜູ້ຄົນ, ພຣະອົງຕ້ອງການໃຫ້ທຸກຄົນຮ່ວມມືກັບພຣະອົງຢ່າງຕັ້ງໃຈ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ໃຫ້ໃສ່ໃຈໃນການເຂົ້າສູ່ພຣະທຳຂອງພຣະອົງເທົ່ານັ້ນ, ສິ່ງນີ້ຈະເປັນປະໂຫຍດໃຫ້ກັບຊີວິດຂອງພວກເຈົ້າຫຼາຍກວ່າ. ທຸກສິ່ງແມ່ນເພື່ອປະສົບຄວາມສໍາເລັດໃນການປ່ຽນແປງອຸປະນິໄສຂອງພວກເຈົ້າ. ເມື່ອເຈົ້າເຂົ້າສູ່ພຣະທຳຂອງພຣະເຈົ້າ, ພຣະອົງຈະສຳຜັດຫົວໃຈຂອງເຈົ້າ ແລະ ເຈົ້າຈະສາມາດຮູ້ຈັກທຸກສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ ແລະ ເຈົ້າມີຄວາມມຸ່ງໝັ້ນທີ່ຈະບັນລຸສິ່ງນັ້ນໄດ້. ໃນລະຫວ່າງເວລາແຫ່ງການຂ້ຽນຕີ, ມີຄົນທີ່ເຊື່ອວ່າ ນີ້ແມ່ນວິທີການຂອງພາລະກິດ ແລະ ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ. ຜົນຕາມມາກໍຄື ພວກເຂົາບໍ່ໄດ້ຜ່ານການຫຼໍ່ຫຼອມ ແລະ ອອກມາຈາກຊ່ວງເວລາແຫ່ງການຂ້ຽນຕີໂດຍບໍ່ໄດ້ຖືກຮັບ ຫຼື ເຂົ້າໃຈຫຍັງເລີຍ. ມີບາງຄົນທີ່ເຂົ້າສູ່ພຣະທຳເຫຼົ່ານີ້ຢ່າງແທ້ຈິງ ໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ, ມີຄົນທີ່ເວົ້າວ່າພຣະທຳຂອງພຣະເຈົ້າສົມບູນຢ່າງແທ້ຈິງ ແລະ ມະນຸດຄວນຖືກຂ້ຽນຕີ. ພວກເຂົາພະຍາຍາມຢູ່ໃນນັ້ນເປັນໄລຍະເວລາໃດໜຶ່ງ, ປ່ອຍຖິ້ມອະນາຄົດຂອງພວກເຂົາ ແລະ ຊະຕາກໍາຂອງພວກເຂົາ ແລະ ເມື່ອພວກເຂົາປາກົດຕົວ, ອຸປະນິໄສຂອງພວກເຂົາໄດ້ຜ່ານການປ່ຽນແປງບາງຢ່າງ ແລະ ພວກເຂົາຍິ່ງໄດ້ຮັບເອົາຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢ່າງເລິກເຊິ່ງກວ່າເດີມ. ຄົນທີ່ປາກົດອອກມາຈາກການຂ້ຽນຕີລ້ວນແລ້ວແຕ່ຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຂົ້າໃຈວ່າ ບາດກ້າວນີ້ຂອງພາລະກິດສະແດງເຖິງຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ ທີ່ມີຕໍ່ພວກເຂົາ, ມັນເປັນການເອົາຊະນະ ແລະ ຄວາມລອດພົ້ນແຫ່ງຄວາມຮັກຂອງພຣະເຈົ້າ. ພວກເຂົາຍັງເວົ້າວ່າ ຄວາມຄິດຂອງພຣະເຈົ້າແມ່ນດີສະເໝີ ແລະ ທຸກສິ່ງທີ່ພຣະເຈົ້າກະທໍາຕໍ່ມະນຸດມາແມ່ນມາຈາກຄວາມຮັກ ບໍ່ແມ່ນຄວາມກຽດຊັງ. ຄົນທີ່ບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ບໍ່ສະແຫວງຫາພຣະທຳຂອງພຣະອົງ, ບໍ່ໄດ້ຜ່ານການຫຼໍ່ຫຼອມໃນລະຫວ່າງຊ່ວງເວລາແຫ່ງການຂ້ຽນຕີ ແລະ ຜົນຕາມມາກໍຄື ພຣະວິນຍານບໍລິສຸດບໍ່ໄດ້ຢູ່ກັບພວກເຂົາ ແລະ ພວກເຂົາບໍ່ໄດ້ຮັບຫຍັງເລີຍ. ສຳລັບຄົນທີ່ໄດ້ເຂົ້າສູ່ຊ່ວງເວລາແຫ່ງການຂ້ຽນຕີ, ເຖິງແມ່ນພວກເຂົາໄດ້ຜ່ານການຫຼໍ່ຫຼອມ, ພຣະວິນຍານບໍລິສຸດກໍຍັງປະຕິບັດພາລະກິດຢ່າງລັບໆຢູ່ພາຍໃນພວກເຂົາ ແລະ ຜົນຕາມມາກໍຄື ຊີວິດ-ອຸປະນິໄສຂອງພວກເຂົາແມ່ນຖືກປ່ຽນແປງ. ໃນລັກສະນະພາຍນອກ, ບາງຄົນເບິ່ງຄືວ່າ ດີໄປໝົດ, ເຕັມໄປດ້ວຍຄວາມເບີກບານຕະຫຼອດເວລາ, ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ສະພາວະແຫ່ງການຫຼໍ່ຫຼອມດ້ວຍພຣະທຳຂອງພຣະເຈົ້າ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ປ່ຽນແປງຫຍັງເລີຍ ນັ້ນກໍຍ້ອນວ່າ ພວກເຂົາບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊື່ອໃນພຣະທຳຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ພຣະເຈົ້າປາກົດຕໍ່ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະອົງ ແລະ ຄົນທີ່ເຊື່ອ ແລະ ຮັບເອົາພຣະທຳຂອງພຣະອົງກໍຈະໄດ້ຮັບເອົາຄວາມຮັກຂອງພຣະອົງ!
ເພື່ອເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ເຈົ້າຄວນຄົ້ນຫາເສັ້ນທາງແຫ່ງການປະຕິບັດ ແລະ ຮູ້ຈັກວິທີນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ. ມີພຽງແຕ່ແບບນີ້ເທົ່ານັ້ນຈຶ່ງຈະມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ, ມີພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ ແລະ ມີພຽງແຕ່ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງ. ເພື່ອຮັບແສງສະຫວ່າງໃໝ່, ເຈົ້າຕ້ອງດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ. ການໄດ້ຖືກສຳຜັດໂດຍພຣະວິນຍານບໍລິສຸດ ພຽງຄັ້ງດຽວຈະບໍ່ໄດ້ຜົນຫຍັງ, ເຈົ້າຕ້ອງລົງເລິກໄປກວ່ານັ້ນ. ສຳລັບຄົນທີ່ຖືກສຳຜັດແຕ່ຄັ້ງດຽວ, ຄວາມກະຕືລືລົ້ນທີ່ຢູ່ພາຍໃນຂອງພວກເຂົາໄດ້ຖືກດົນໃຈ ແລະ ພວກເຂົາປາຖະໜາທີ່ຈະສະແຫວງຫາ, ແຕ່ສິ່ງນີ້ຈະບໍ່ຍືນຍົງ; ພວກເຂົາຕ້ອງໄດ້ສຳຜັດໂດຍພຣະວິນຍານບໍລິສຸດຢ່າງຕໍ່ເນື່ອງ. ມີຫຼາຍຄັ້ງໃນອະດີດທີ່ເຮົາໄດ້ເອີ່ຍເຖິງຄວາມຫວັງຂອງເຮົາວ່າ ພຣະວິນຍານຂອງພຣະເຈົ້າອາດສຳຜັດວິນຍານຂອງຜູ້ຄົນ ເພື່ອວ່າພວກເຂົາຈະສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ ແລະ ໃນຂະນະທີ່ສະແຫວງຫາເພື່ອຖືກສຳຜັດໂດຍພຣະເຈົ້ານັ້ນ ພວກເຂົາອາດເຂົ້າໃຈຄວາມບໍ່ພຽງພໍຂອງພວກເຂົາ ແລະ ໃນຂະນະທີ່ກຳລັງຜະເຊີນ ພຣະທຳຂອງພຣະອົງນັ້ນ ພວກເຂົາອາດປະຖິ້ມຄວາມບໍ່ບໍລິສຸດໃນພວກເຂົາເອງ (ຄວາມຄິດວ່າຕົນເອງຊອບທຳ, ຄວາມອວດດີ, ແນວຄິດ ແລະ ອື່ນໆອີກ). ຢ່າຄິດວ່າພຽງແຕ່ຄວາມຫ້າວຫັນໃນການຮັບເອົາແສງສະຫວ່າງໃໝ່ຈະໄດ້ຜົນ, ເຈົ້າຕ້ອງປະຖິ້ມທຸກສິ່ງທີ່ຢູ່ໃນດ້ານລົບ. ໃນດ້ານໜຶ່ງ, ພວກເຈົ້າຈຳເປັນຕ້ອງເຂົ້າຈາກດ້ານບວກ ແລະ ອີກດ້ານໜຶ່ງ ພວກເຈົ້າຈໍາເປັນຕ້ອງກໍາຈັດຕົນເອງໃຫ້ອອກຈາກຄວາມບໍ່ບໍລິສຸດທັງໝົດທີ່ມາຈາກດ້ານລົບ. ເຈົ້າຕ້ອງກວດສອບຕົນເອງຢ່າງຕໍ່ເນື່ອງເພື່ອເບິ່ງວ່າ ຄວາມບໍ່ບໍລິສຸດໃດແດ່ທີ່ຍັງຢູ່ພາຍໃນຕົວເຈົ້າ. ແນວຄິດສາສະໜາ, ເຈດຕະນາ, ຄວາມຫວັງ, ຄວາມຄິດວ່າຕົນເອງຊອບທຳ ແລະ ຄວາມອວດດີຂອງມະນຸດເປັນສິ່ງທີ່ບໍ່ສະອາດທັງໝົດ. ໃຫ້ເບິ່ງພາຍໃນຕົນເອງ ແລະ ປຽບທຽບຕົນເອງກັບພຣະທຳແຫ່ງການເປີດເຜີຍທັງໝົດຂອງພຣະເຈົ້າ, ເພື່ອເບິ່ງວ່າເຈົ້າມີແນວຄິດສາສະໜາຢ່າງໃດແດ່. ເມື່ອເຈົ້າເຂົ້າໃຈສິ່ງເຫຼົ່ານັ້ນຢ່າງແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດກຳຈັດພວກມັນອອກໄດ້. ບາງຄົນເວົ້າວ່າ: “ຕອນນີ້ພຽງແຕ່ຕິດຕາມແສງສະຫວ່າງແຫ່ງພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍພຽງພໍແລ້ວ. ບໍ່ຈຳເປັນຕ້ອງເປັນຫ່ວງສິ່ງອື່ນອີກ”. ແຕ່ວ່າ ເມື່ອແນວຄິດທາງສາສະໜາຂອງເຈົ້າເກີດຂຶ້ນ, ເຈົ້າຈະກຳຈັດພວກມັນຖິ້ມໄດ້ແນວໃດ? ເຈົ້າຄິດວ່າການປະຕິບັດຕາມພຣະທຳຂອງພຣະເຈົ້າທຸກມື້ນີ້ເປັນສິ່ງທີ່ງ່າຍທີ່ຈະເຮັດບໍ? ຖ້າເຈົ້າເປັນຄົນໜຶ່ງຂອງສາສະໜາ, ການຂັດຂວາງແມ່ນສາມາດເກີດຂຶ້ນໄດ້ຈາກແນວຄິດທາງສາສະໜາຂອງເຈົ້າ ແລະ ທິດສະດີທາງສາສະໜາສາດຕາມຮີດຄອງປະເພນີທີ່ຢູ່ໃນຫົວໃຈຂອງເຈົ້າ, ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ມັນລົບກວນຄວາມສາມາດໃນການຍອມຮັບເອົາສິ່ງໃໝ່ຂອງເຈົ້າ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນບັນຫາທີ່ແທ້ຈິງ. ຖ້າເຈົ້າພຽງແຕ່ສະແຫວງຫາພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າໄດ້. ໃນເວລາດຽວກັນ, ໃນຂະນະທີ່ເຈົ້າສະແຫວງຫາແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດນັ້ນ, ເຈົ້າຄວນເຂົ້າໃຈເຖິງແນວຄິດ ແລະ ເຈດຕະນາທີ່ເຈົ້າມີ ແລະ ຄວາມຄິດມະນຸດທີ່ວ່າຕົນເອງຊອບທຳທີ່ເຈົ້າມີ ແລະ ການປະພຶດທີ່ກະບົດຕໍ່ພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈທຸກສິ່ງເຫຼົ່ານີ້, ເຈົ້າຕ້ອງປະຖິ້ມພວກມັນທັງໝົດ. ການທີ່ໃຫ້ເຈົ້າກະບົດຕໍ່ການກະທຳ ແລະ ການປະພຶດທີ່ຜ່ານມາຂອງເຈົ້າລ້ວນແລ້ວແຕ່ແມ່ນເພື່ອເຮັດໃຫ້ເຈົ້າໄດ້ປະຕິບັດຕາມພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວເຖິງໃນປັດຈຸບັນ. ການປ່ຽນແປງອຸປະນິໄສ ໃນດ້ານໜຶ່ງ ແມ່ນໄດ້ບັນລຸຜ່ານພຣະທຳຂອງພຣະເຈົ້າ ແລະ ອີກດ້ານໜຶ່ງ ແມ່ນຕ້ອງການຄວາມຮ່ວມມືຈາກສ່ວນຂອງມະນຸດ. ມີພາລະກິດຂອງພຣະເຈົ້າ ແລະ ກໍມີການປະຕິບັດຂອງມະນຸດ ແລະ ທັງສອງສິ່ງນີ້ແມ່ນບໍ່ສາມາດຕັດອອກຈາກກັນໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ...
ພຶດຕິກໍາທີ່ບໍ່ສາມາດອ່ອນນ້ອມຕໍ່ເຮົາຢ່າງເດັດຂາດແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການສໍ້ໂກງເຮົາ ແລະ...
ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື...
ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ....