ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 519

ມະນຸດປະສົບກັບພາລະກິດຂອງພຣະເຈົ້າ, ໄດ້ມາຮູ້ຈັກໂຕເອງ, ລົບລ້າງອຸປະນິໄສທີ່ບໍ່ດີຂອງຕົນ ແລະ ສະແຫວງຫາການຈະເລີນເຕີບໂຕໃນຊີວິດ, ທັງໝົດນີ້ແມ່ນເພື່ອການຮູ້ຈັກພຣະເຈົ້າ. ຖ້າເຈົ້າພຽງແຕ່ສະແຫວງຫາ ເພື່ອຮູ້ຈັກຕົວເອງ ແລະ ເພື່ອລິຮານອຸປະນິໄສທີ່ບໍ່ດີຂອງຕົວເອງ, ແຕ່ບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ພຣະເຈົ້າກະທຳຕໍ່ມະນຸດ, ກ່ຽວກັບການໄຖ່ບາບຂອງພຣະອົງນັ້ນຍິ່ງໃຫຍ່ພຽງໃດ ຫຼື ກ່ຽວກັບວິທີທີ່ເຈົ້າປະສົບກັບພາລະກິດຂອງພຣະເຈົ້າ ແລະ ເປັນປະຈັກພະຍານຕໍ່ສິ່ງທີ່ພຣະອົງໄດ້ຊົງກະທຳແລ້ວ, ປະສົບການຂອງເຈົ້ານັ້ນກໍໄຮ້ຄ່າ. ຫາກເຈົ້າຄິດວ່າຊີວິດຂອງຄົນໆໜຶ່ງໄດ້ບັນລຸຄວາມເປັນຜູ້ໃຫຍ່ພຽງຍ້ອນວ່າ ຄົນໆນັ້ນສາມາດນຳເອົາຄວາມຈິງໄປປະຕິບັດ ແລະ ເພື່ອອົດທົນ, ນີ້ກໍໝາຍຄວາມວ່າເຈົ້າຍັງບໍ່ທັນເຂົ້າໃຈຄວາມໝາຍແທ້ຈິງຂອງຊີວິດ ຫຼື ຈຸດປະສົງຂອງພຣະເຈົ້າໃນການເຮັດໃຫ້ມະນຸດສົມບູນ. ໃນມື້ໜຶ່ງ, ເມື່ອເຈົ້າຢູ່ໃນຄຣິດຕະຈັກຕ່າງໆທາງສາສະໜາ, ຢູ່ທ່າມກາງສະມາຊິກຂອງຄຣິດຕະຈັກແຫ່ງການກັບໃຈ ຫຼື ຄຣິດຕະຈັກແຫ່ງຊີວິດ, ເຈົ້າຈະພົບກັບຫຼາຍໆຄົນທີ່ມີສັດທາ ເຊິ່ງເປັນຜູ້ທີ່ມີຄຳອະທິຖານທີ່ມີ “ນິມິດ” ແລະ ແມ່ນຜູ້ທີ່ຮູ້ສຶກປະທັບໃຈ ແລະ ມີພຣະທໍາຊົງນຳພາ ໃນການສະແຫວງຫາຊີວິດຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາສາມາດອົດທົນ ແລະ ປະຖິ້ມຕົວພວກເຂົາເອງໄດ້ໃນຫຼາຍໆເລື່ອງ ແລະ ບໍ່ໄດ້ໃຫ້ເນື້ອໜັງເປັນສິ່ງນໍາພາ. ໃນເວລານັ້ນ, ເຈົ້າຈະບໍ່ສາມາດບອກຄວາມແຕກຕ່າງໄດ້: ເຈົ້າຈະເຊື່ອວ່າ ທຸກສິ່ງທຸກຢ່າງທີ່ພວກເຂົາປະຕິບັດນັ້ນຖືກຕ້ອງ, ແມ່ນການສະແດງອອກຕາມທຳມະຊາດຂອງຊີວິດ ແລະ ມັນກໍເປັນສິ່ງທີ່ໜ້າເສຍດາຍຫຼາຍ ທີ່ພຣະນາມທີ່ພວກເຂົາເຊື່ອເຖິງນັ້ນບໍ່ຖືກຕ້ອງ. ມຸມມອງແບບນັ້ນມັນບໍ່ໂງ່ງ່າວບໍ? ເປັນຫຍັງຈິ່ງເວົ້າວ່າ ຫຼາຍໆຄົນບໍ່ມີຊີວິດ? ຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈິ່ງມີການເວົ້າວ່າ ພວກເຂົາບໍ່ມີພຣະເຈົ້າຢູ່ໃນຫົວໃຈ ແລະ ບໍ່ມີຊີວິດ. ຖ້າວ່າຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໜຶ່ງ ເຊິ່ງເປັນບ່ອນທີ່ເຈົ້າສາມາດຮູ້ເຖິງການກະທຳຂອງພຣະເຈົ້າໄດ້ຢ່າງຖີ່ຖ້ວນ, ຄວາມເປັນຈິງຂອງພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ແລ້ວຫຼັງຈາກນັ້ນເຈົ້າກໍຈະມີຄວາມຈິງ. ຖ້າເຈົ້າບໍ່ຮູ້ຈັກພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ, ນັ້ນສະແດງວ່າ ຍັງມີບາງຢ່າງທີ່ຂາດຫາຍໄປໃນປະສົບການຂອງເຈົ້າ. ພຣະເຢຊູປະຕິບັດຂັ້ນຕອນນັ້ນໃນພາລະກິດຂອງພຣະອົງແນວໃດ, ຂັ້ນຕອນນັ້ນໄດ້ຖືກປະຕິບັດແນວໃດ, ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນແນວໃດ ແລະ ພາລະກິດໃດທີ່ສຳເລັດ, ພາລະກິດໃດທີ່ກຳລັງຖືກເຮັດໃຫ້ສຳເລັດໃນຂັ້ນຕອນນີ້ ເຊິ່ງຖ້າຫາກວ່າ ເຈົ້າບໍ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າຈະບໍ່ຮູ້ສຶກໝັ້ນໃຈ ແລະ ເຈົ້າຈະບໍ່ຮູ້ສຶກປອດໄພຢູ່ຕະຫຼອດ. ພາຍຫຼັງໄດ້ປະສົບໃນໄລຍະໜຶ່ງ, ຖ້າເຈົ້າສາມາດຮູ້ຈັກພາລະກິດທີ່ເຮັດສໍາເລັດໂດຍພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດພຣະອົງແລ້ວ ແລະ ຖ້າເຈົ້າໄດ້ຮັບຄວາມຮູ້ອັນເລິກເຊິ່ງກ່ຽວກັບເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາຂອງພຣະອົງ ແລະ ເປັນຫຍັງຫຼາຍໆພຣະທໍາທີ່ພຣະອົງໄດ້ກ່າວບໍ່ໄດ້ຖືກເຮັດໃຫ້ສໍາເລັດ, ນັ້ນກໍຈະໝາຍຄວາມວ່າ ເຈົ້າອາດຈະສະແຫວງຫາເສັ້ນທາງຂ້າງໜ້າດ້ວຍຄວາມກ້າຫານ ແລະ ໂດຍທີ່ບໍ່ມີສິ່ງໃດທ່ວງດຶງໄວ້ ໂດຍປາສະຈາກຄວາມກັງວົນ ແລະ ການປັບແຕ່ງໃດໆ. ພວກເຈົ້າຄວນເຫັນວ່າ ພຣະເຈົ້າໃຊ້ວິທີການໃດ ເພື່ອບັນລຸພາລະກິດຂອງພຣະອົງໄດ້ຫຼາຍປານນີ້. ພຣະອົງໃຊ້ພຣະທໍາທີ່ພຣະອົງກ່າວ, ເຮັດໃຫ້ມະນຸດບໍລິສຸດ ແລະ ປ່ຽນແນວຄິດຂອງເຂົາດ້ວຍພຣະທໍາທີ່ຫຼາກຫຼາຍ. ຄວາມທຸກທໍລະມານທັງໝົດທີ່ພວກເຈົ້າໄດ້ອົດທົນອົດກັ້ນ, ການເຮັດໃຫ້ເຈົ້າມີຄວາມບໍລິສຸດ, ການລິຮານທີ່ເຈົ້າຍອມຮັບໃນຕົວເຈົ້າເອງ, ການເຫັນແຈ້ງທີ່ເຈົ້າໄດ້ປະສົບກັບ ເຊິ່ງສິ່ງເຫຼົ່ານີ້ແມ່ນໄດ້ເຮັດສຳເລັດໂດຍພຣະທໍາທີ່ພຣະເຈົ້າໄດ້ກ່າວ. ມະນຸດຕິດຕາມພຣະເຈົ້າໃນເລື່ອງໃດ? ເຂົາຕິດຕາມຍ້ອນພຣະທໍາຂອງພຣະເຈົ້າ! ພຣະທໍາຂອງພຣະເຈົ້ານັ້ນແມ່ນລຶກລັບຢ່າງເລິກເຊິ່ງ ແລະ ພວກມັນສາມາດຫັນປ່ຽນຈິດໃຈຂອງມະນຸດ, ເປີດເຜີຍສິ່ງທີ່ຖືກຝັງຢູ່ເລິກພາຍໃນ, ເຮັດໃຫ້ເຂົາຮູ້ຈັກສິ່ງທີ່ເກີດຂຶ້ນໃນອະດີດ ແລະ ເຮັດໃຫ້ເຂົາເຈາະເຂົ້າໄປໃນອະນາຄົດໄດ້. ສະນັ້ນ, ມະນຸດຕ້ອງອົດທົນກັບຄວາມທຸກທໍລະມານ ຍ້ອນພຣະທໍາຂອງພຣະເຈົ້າ ແລະ ຍັງຖືກເຮັດໃຫ້ສົມບູນແບບດ້ວຍພຣະທໍາຂອງພຣະເຈົ້າເຊັ່ນກັນ: ໃນເວລານີ້ເທົ່ານັ້ນ ທີ່ມະນຸດຕິດຕາມພຣະເຈົ້າ. ສິ່ງທີ່ມະນຸດຄວນເຮັດໃນຂັ້ນຕອນນີ້ຄືການຍອມຮັບພຣະທໍາຂອງພຣະເຈົ້າ ແລະ ບໍ່ວ່າເຂົາຈະຖືກເຮັດໃຫ້ສົມບູນແບບ ຫຼື ຕ້ອງຖືກເຮັດໃຫ້ບໍລິສຸດກໍ່ຕາມ, ພຣະທໍາຂອງພຣະເຈົ້າແມ່ນມີຄວາມສໍາຄັນ. ນີ້ແມ່ນພາລະກິດຂອງພຣະເຈົ້າ ແລະ ນີ້ກໍ່ແມ່ນນິມິດທີ່ມະນຸດຄວນຮູ້ຈັກປັດຈຸບັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 361

ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ;...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 323

ຜູ້ຄົນເຊື່ອໃນພຣະເຈົ້າຕັ້ງແຕ່ດົນແລ້ວ, ແຕ່ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈຄຳວ່າ “ພຣະເຈົ້າ” ແມ່ນຫຍັງ ແລະ ພຽງແຕ່ຕິດຕາມດ້ວຍຄວາມສັບສົນມຶນງົງ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 535

ເພື່ອຫຼົບໜີຈາກອິດທິພົນຂອງຄວາມມືດມົວ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າກ່ອນ ແລະ ມີຫົວໃຈທີ່ກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ໃນເມື່ອນັ້ນເອງ...