ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 605
ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຖ້າຜູ້ຄົນຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວພາຍໃນຕົວພວກເຂົາກໍຈະບໍ່ມີຄວາມຮັກສຳລັບພຣະເຈົ້າ ແລະ ນິມິດ, ຄວາມຮັກ ແລະ ການຕັດສິນໃຈທີ່ຜ່ານມາຂອງພວກເຂົາກໍຫາຍໄປ. ຜູ້ຄົນເຄີຍຮູ້ສຶກວ່າ ພວກເຂົາຕ້ອງທົນທຸກເພື່ອພຣະເຈົ້າ, ແຕ່ໃນປັດຈຸບັນ ພວກເຂົາຄິດວ່າ ການເຮັດແບບນັ້ນເປັນເລື່ອງອັບອາຍ ແລະ ພວກເຂົາມີແຕ່ຄຳຕໍ່ວ່າຢູ່ບໍ່ຂາດ. ນີ້ແມ່ນພາລະກິດຂອງຊາຕານ; ເປັນສັນຍານບອກວ່າ ມະນຸດໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າເຈົ້າຜະເຊີນກັບສະພາບນີ້ ເຈົ້າຕ້ອງອະທິຖານ ແລະ ຫັນກັບຄືນໃຫ້ໄວເທົ່າທີ່ຈະໄວໄດ້, ສິ່ງນີ້ຈະປົກປ້ອງເຈົ້າຈາກການໂຈມຕີຂອງຊາຕານ. ໃນລະຫວ່າງການຫຼໍ່ຫຼອມຢ່າງຂົມຂື່ນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ສະນັ້ນ ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນຮວບຮວມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ ແລະ ເຈົ້າຄວນສະໝັກໃຈໃນການສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສະໜິດກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າເສີຍຊາຫຼາຍເທົ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍເທົ່ານັ້ນ ແລະ ມັນຍິ່ງງ່າຍສໍາລັບເຈົ້າຈະຖອຍຫຼັງ. ເມື່ອມັນຈຳເປັນທີ່ເຈົ້າຕ້ອງຮັບໃຊ້ໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ໄດ້ຮັບໃຊ້ຢ່າງດີ, ເຈົ້າກໍຈົ່ງເຮັດດ້ວຍຄວາມສາມາດຂອງເຈົ້າ ແລະ ເຮັດດ້ວຍຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີ, ໂດຍລວມແລ້ວ, ເຈດຕະນາຂອງເຈົ້າແມ່ນຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ ຍ້ອນວ່າ ເຈົ້າກຳລັງປະຕິບັດເພື່ອພຣະເຈົ້າ. ເມື່ອຄົນອື່ນຕີຄວາມໝາຍເຈົ້າຜິດ, ເຈົ້າກໍສາມາດອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນອົດທົນກັບຂ້ານ້ອຍ ຫຼື ປະຕິບັດຕໍ່ຂ້ານ້ອຍຢ່າງດີ ຫຼື ໃຫ້ພວກເຂົາເຂົ້າໃຈ ຫຼື ເຫັນດ້ວຍກັບຂ້ານ້ອຍ. ຂ້ານ້ອຍພຽງແຕ່ຂໍໃຫ້ຂ້ານ້ອຍສາມາດຮັກພຣະອົງໃນຫົວໃຈຂອງຂ້ານ້ອຍ, ໃຫ້ຂ້ານ້ອຍສະບາຍໃຈໃນຫົວໃຈຂອງຂ້ານ້ອຍ ແລະ ໃຫ້ສະຕິຂອງຂ້ານ້ອຍຊັດເຈນ. ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນຍ້ອງຍໍຂ້ານ້ອຍ ຫຼື ນັບຖືຂ້ານ້ອຍຢ່າງສູງສົ່ງ; ຂ້ານ້ອຍພຽງແຕ່ສະແຫວງຫາເພື່ອເຮັດໃຫ້ພຣະອົງພໍໃຈ ຈາກຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍເຮັດບົດບາດຂອງຂ້ານ້ອຍໂດຍການເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ເຖິງແມ່ນວ່າ ຂ້ານ້ອຍໂງ່ຈ້າ, ເຂົ້າໃຈໄດ້ຍາກ, ມີຄວາມສາມາດທີ່ຕໍ່າ ແລະ ຕາບອດ, ຂ້ານ້ອຍຮູ້ວ່າ ພຣະອົງເປັນຕາຮັກ ແລະ ຂ້ານ້ອຍກໍເຕັມໃຈອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ”. ຫລັງຈາກທີ່ເຈົ້າອະທິຖານແບບນີ້, ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າກໍຈະປາກົດຂຶ້ນ ແລະ ເຈົ້າກໍຈະຮູ້ສຶກສະບາຍໃຈຫຼາຍຂຶ້ນໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກທີ່ມີຕໍ່ພຣະເຈົ້າ. ໃນຂະນະທີ່ເຈົ້າກໍາລັງປະສົບກັບສິ່ງນີ້, ເຈົ້າຈະລົ້ມເຫຼວສອງຄັ້ງ ແລະ ສຳເລັດໜຶ່ງຄັ້ງ ຫຼື ບໍ່ດັ່ງນັ້ນກໍລົ້ມເຫຼວຫ້າຄັ້ງ ແລະ ສຳເລັດສອງຄັ້ງ ແລະ ໃນຂະນະທີ່ເຈົ້າກໍາລັງປະສົບແບບນີ້, ມີແຕ່ໃນຄວາມລົ້ມເຫຼວເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄົ້ນພົບສິ່ງທີ່ຂາດຢູ່ພາຍໃນເຈົ້າໄດ້. ເມື່ອເຈົ້າຜະເຊີນກັບສະຖານະການເຊັ່ນນີ້ໃນຄັ້ງໜ້າ, ເຈົ້າຄວນເຕືອນຕົນເອງ, ຢັບຢັ້ງບາດກ້າວຂອງເຈົ້າ ແລະ ອະທິຖານຫຼາຍຂຶ້ນກວ່າເກົ່າ. ເຈົ້າຈະພັດທະນາຄວາມສາມາດເອົາຊະນະສະຖານະການດັ່ງກ່າວເທື່ອລະໜ້ອຍ. ເມື່ອສິ່ງນັ້ນເກີດຂຶ້ນ, ຄຳອະທິຖານຂອງເຈົ້າກໍຈະມີປະສິດທິພາບ. ເມື່ອເຈົ້າເຫັນວ່າ ເຈົ້າປະສົບຜົນສຳເລັດໃນຄັ້ງນີ້, ເຈົ້າກໍຈະພໍໃຈຢູ່ຂ້າງໃນ ແລະ ເມື່ອເຈົ້າອະທິຖານ ເຈົ້າກໍຈະສາມາດຮູ້ສຶກເຖິງພຣະເຈົ້າ ແລະ ການສະຖິດຂອງພຣະວິນຍານບໍລິສຸດກໍບໍ່ໄດ້ຈາກເຈົ້າໄປໃສ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮູ້ຈັກວິທີທີ່ພຣະເຈົ້າປະຕິບັດພາລະກິດພາຍໃນຕົວເຈົ້າ. ການປະຕິບັດໃນລັກສະນະນີ້ຈະມອບເສັ້ນທາງສູ່ປະສົບການໃຫ້ກັບເຈົ້າ. ຖ້າເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດພາຍໃນເຈົ້າ. ແຕ່ຖ້າເຈົ້ານໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ເມື່ອເຈົ້າພົບກັບສິ່ງຕ່າງໆ, ແລ້ວເຖິງແມ່ນວ່າເຈົ້າຈະເຈັບປວດຢູ່ຂ້າງໃນ, ພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ, ເຈົ້າຈະສາມາດຮູ້ສຶກເຖິງການສະຖິດຂອງພຣະເຈົ້າ ເມື່ອເຈົ້າອະທິຖານ, ເຈົ້າຈະມີກຳລັງປະຕິບັດພຣະທຳຂອງພຣະເຈົ້າ ແລະ ໃນລະຫວ່າງການສາມັກຄີທຳກັບອ້າຍເອື້ອຍນ້ອງຂອງເຈົ້າ ເຈົ້າຈະບໍ່ມີຫຍັງປົກຄຸມຈິດສຳນຶກຂອງເຈົ້າ ແລະ ເຈົ້າຈະຮູ້ສຶກສະຫງົບສຸກ ແລະ ດ້ວຍວິທີນີ້ ເຈົ້າຈະສາມາດນໍາສິ່ງທີ່ເຈົ້າໄດ້ເຮັດໄປສູ່ແສງສະຫວ່າງ. ບໍ່ວ່າຄົນອື່ນຈະເວົ້າແນວໃດກໍຕາມ, ເຈົ້າຈະສາມາດມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິ, ເຈົ້າຈະບໍ່ຖືກຄົນອື່ນຈຳກັດ, ເຈົ້າຈະລຸກຂຶ້ນເໜືອທຸກສິ່ງ ແລະ ດ້ວຍສິ່ງນີ້ ເຈົ້າຈະສະແດງໃຫ້ເຫັນວ່າ ການທີ່ເຈົ້າປະຕິບັດພຣະທຳຂອງພຣະເຈົ້າ ແມ່ນມີປະສິດທິພາບແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ....
ພຣະເຈົ້າສະເດັດມາເພື່ອປະຕິບັດພາລະກິດເທິງໂລກນີ້ກໍແມ່ນເພື່ອນໍາພາຍຸກນັ້ນ, ພຣະອົງໝາຍເຖິງເພື່ອການເປີດຍຸກໃໝ່ ແລະ...
ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ...
ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ....