ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 497

ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການລົບກວນຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການລົບກວນຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້. ຕົວຢ່າງ: ຖ້າເຈົ້າມີອະຄະຕິຕໍ່ອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະມີຄຳເວົ້າທີ່ເຈົ້າຕ້ອງການເວົ້າອອກໄປ ເຊິ່ງເປັນຄຳເວົ້າທີ່ເຈົ້າຮູ້ສຶກວ່າອາດບໍ່ພໍໃຈພຣະເຈົ້າ ແຕ່ຖ້າເຈົ້າບໍ່ເວົ້າອອກໄປ ເຈົ້າກໍຈະຮູ້ສຶກອຶດອັດຢູ່ຂ້າງໃນ ແລະ ໃນຊ່ວງເວລານີ້ ການຂັດແຍ້ງກໍຈະເກີດຂຶ້ນພາຍໃນຕົວເຈົ້າ ນັ້ນກໍຄື “ຂ້ານ້ອຍຄວນເວົ້າ ຫຼື ບໍ?” ນີ້ແມ່ນການຕໍ່ສູ້. ສະນັ້ນ, ໃນທຸກສິ່ງທີ່ເຈົ້າຜະເຊີນແມ່ນມີການຕໍ່ສູ້ ແລະ ເມື່ອມີການຕໍ່ສູ້ພາຍໃນຕົວເຈົ້າ ພຣະເຈົ້າຈຶ່ງປະຕິບັດພາລະກິດພາຍໃນຕົວເຈົ້າ ຍ້ອນການຮ່ວມມືທີ່ແທ້ຈິງ ແລະ ການທົນທຸກທີ່ແທ້ຈິງຂອງເຈົ້າ. ໃນທີ່ສຸດແລ້ວ ເຈົ້າກໍຈະສາມາດປະຖິ້ມບັນຫານັ້ນໄວ້ຢູ່ຂ້າງໃນຕົວເຈົ້າ ແລະ ຄວາມໂມໂຫກໍຈະສູນສະຫຼາຍໄປຢ່າງທຳມະຊາດ. ສິ່ງດັ່ງກ່າວແມ່ນຜົນກະທົບຂອງການທີ່ເຈົ້າຮ່ວມມືກັບພຣະເຈົ້າ. ທຸກສິ່ງທີ່ຜູ້ຄົນກະທຳຮຽກຮ້ອງໃຫ້ພວກເຂົາຍອມເສຍສະຫຼະສິ່ງໃດໜຶ່ງໃນຄວາມພະຍາຍາມຂອງພວກເຂົາ. ຫາກປາສະຈາກຄວາມຍາກລຳບາກທີ່ແທ້ຈິງ ພວກເຂົາກໍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາບໍ່ໄດ້ເຂົ້າໃກ້ການເຮັດໃຫ້ພຣະເຈົ້າພໍໃຈເລີຍ ແລະ ພວກເຂົາກໍພຽງແຕ່ຄຸຍໂມ້ຄຳໂຄສະນາທີ່ວ່າງເປົ່າ! ຄຳໂຄສະນາທີ່ວ່າງເປົ່າເຫຼົ່ານີ້ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ບໍ? ເມື່ອພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນໃນຂອບເຂດຝ່າຍວິນຍານ ເຈົ້າຄວນເຮັດແນວໃດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຄວນເຮັດແນວໃດເພື່ອຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ? ເຈົ້າຄວນຮູ້ຈັກວ່າ ທຸກສິ່ງທີ່ເກີດຂຶ້ນກັບເຈົ້າແມ່ນການທົດລອງທີ່ຍິ່ງໃຫຍ່ ແລະ ເປັນເວລາທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າເປັນພະຍານ. ເຖິ່ງແມ່ນວ່າ ສິ່ງເຫຼົ່ານີ້ພາຍນອກອາດເບິ່ງຄືກັບວ່າ ບໍ່ສໍາຄັນ, ແຕ່ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ ພວກມັນສະແດງວ່າ ເຈົ້າຮັກພຣະເຈົ້າ ຫຼື ບໍ. ຖ້າເຈົ້າຮັກ, ເຈົ້າຈະສາມາດຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບພຣະອົງ ແລະ ຖ້າເຈົ້າບໍ່ໄດ້ນໍາເອົາຄວາມຮັກພຣະເຈົ້າເຂົ້າສູ່ການປະຕິບັດແລ້ວ ສິ່ງນີ້ກໍສະແດງວ່າ ເຈົ້າບໍ່ແມ່ນຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າປາສະຈາກຄວາມຈິງ ແລະ ປາສະຈາກຊີວິດ, ເຈົ້າເປັນຄືກັບເຂົ້າແກບ! ທຸກສິ່ງທີ່ເກີດຂຶ້ນກັບມະນຸດແມ່ນເກີດຂຶ້ນເມື່ອພຣະເຈົ້າໃຫ້ພວກເຂົາຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະອົງ. ເຖິງແມ່ນວ່າ ໃນຊ່ວງເວລານີ້ ບໍ່ມີສິ່ງຮ້າຍແຮງເກີດຂຶ້ນກັບເຈົ້າ ແລະ ເຈົ້າກໍບໍ່ໄດ້ເປັນພະຍານທີ່ຍິ່ງໃຫຍ່, ແຕ່ລາຍລະອຽດທຸກຢ່າງໃນການດຳລົງຊີວິດປະຈຳວັນຂອງເຈົ້າແມ່ນຂຶ້ນຢູ່ກັບຄຳພະຍານທີ່ໃຫ້ກັບພຣະເຈົ້າ. ຖ້າເຈົ້າສາມາດເອົາຊະນະການຍົກຍ້ອງຈາກອ້າຍເອື້ອຍນ້ອງຂອງເຈົ້າ, ສະມາຊິກຄອບຄົວຂອງເຈົ້າ ແລະ ທຸກຄົນທີ່ຢູ່ອ້ອມຮອບຕົວເຈົ້າ; ຖ້າມື້ໜຶ່ງ ຄົນບໍ່ມີຄວາມເຊື່ອມາ ແລະ ຍົກຍ້ອງທຸກສິ່ງທີ່ເຈົ້າເຮັດ ແລະ ເຫັນວ່າ ທຸກສິ່ງທີ່ພຣະເຈົ້າກະທຳແມ່ນເປັນສິ່ງທີ່ມະຫັດສະຈັນ, ແລ້ວເຈົ້າກໍໄດ້ເປັນພະຍານແລ້ວ. ເຖິງແມ່ນວ່າ ເຈົ້າບໍ່ມີຄວາມເຂົ້າໃຈ ແລະ ຄວາມສາມາດຂອງເຈົ້າກໍຕໍ່າ, ໂດຍຜ່ານການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ແລະ ຄຳນຶງເຖິງເຈດຕະນາຂອງພຣະອົງ ເຮັດໃຫ້ຄົນອື່ນເຫັນວ່າ ພຣະອົງໄດ້ປະຕິບັດພາລະກິດຍິ່ງໃຫຍ່ຫຍັງແດ່ໃນຜູ້ຄົນທີ່ມີຄວາມສາມາດໜ້ອຍທີ່ສຸດ. ເມື່ອຜູ້ຄົນຮຽນຮູ້ຈັກພຣະເຈົ້າ ແລະ ກາຍມາເປັນຜູ້ຊະນະຕໍ່ໜ້າຊາຕານ, ຊື່ສັດກັບພຣະເຈົ້າໃນລະດັບທີ່ດີ. ແລ້ວກໍບໍ່ມີໃຜທີ່ມີຄວາມກ້າຫານຫຼາຍກວ່າຄົນກຸ່ມນີ້ ແລະ ນີ້ກໍຈະເປັນຄຳພະຍານທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນວ່າ ເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່, ເຈົ້າກໍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຄົນອື່ນບໍ່ສາມາດປະຖິ້ມຄວາມຄິດຂອງພວກເຂົາ ແຕ່ເຈົ້າເຮັດໄດ້; ຄົນອື່ນບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງປະສົບການທີ່ແທ້ຈິງຂອງພວກເຂົາ, ແຕ່ເຈົ້າສາມາດນໍາໃຊ້ວຸດທິພາວະ ແລະ ການກະທຳຂອງເຈົ້າເພື່ອຕອບແທນຄວາມຮັກຂອງພຣະເຈົ້າ ແລະ ເປັນພະຍານທີ່ດັງກ້ອງກັງວານໃຫ້ກັບພຣະອົງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການຮັກພຣະເຈົ້າທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ ແລ້ວເຈົ້າກໍບໍ່ໄດ້ເປັນພະຍານທ່າມກາງສະມາຊິກຄອບຄົວຂອງເຈົ້າ, ທ່າມກາງອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ. ຖ້າເຈົ້າບໍ່ສາມາດເປັນພະຍານຕໍ່ໜ້າຊາຕານໄດ້, ຊາຕານກໍຈະຫົວຂວັນເຈົ້າ, ມັນກໍຈະປະຕິບັດຕໍ່ເຈົ້າເໝືອນກັບວ່າເປັນເລື່ອງຕະລົກ, ເປັນຂອງຫຼິ້ນ, ມັນຈະເຮັດໃຫ້ເຈົ້າເປັນຕົວຕະລົກຢູ່ເລື້ອຍໆ ແລະ ເຮັດໃຫ້ເຈົ້າເປັນບ້າ. ໃນອະນາຄົດ, ການທົດລອງທີ່ຍິ່ງໃຫຍ່ອາດເກີດຂຶ້ນກັບເຈົ້າ, ແຕ່ໃນປັດຈຸບັນ ຖ້າເຈົ້າຮັກພຣະເຈົ້າດ້ວຍໃຈຈິງ ແລະ ບໍ່ວ່າຈະມີການທົດລອງທີ່ຍິ່ງໃຫຍ່ສໍ່າໃດກໍຕາມຢູ່ຂ້າງໜ້າ ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຖ້າເຈົ້າສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແລ້ວຫົວໃຈຂອງເຈົ້າກໍຈະໄດ້ຮັບການປອບໂຍນ ແລະ ເຈົ້າຈະບໍ່ຢ້ານການທົດລອງ ບໍ່ວ່າຈະຮ້າຍແຮງສໍ່າໃດກໍຕາມ ທີ່ເຈົ້າຜະເຊີນໃນອະນາຄົດ. ພວກເຈົ້າບໍ່ສາມາດເຫັນວ່າແມ່ນຫຍັງຈະເກີດຂຶ້ນໃນອະນາຄົດ; ພວກເຈົ້າພຽງແຕ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນສະຖານະການໃນປັດຈຸບັນ. ພວກເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ໃດກໍຕາມ ແລະ ຄວນເອົາໃຈໃສ່ໃນການເຮັດໃຫ້ພຣະເຈົ້າພໍໃຈ ໂດຍການຜະເຊີນກັບພຣະທຳຂອງພຣະອົງໃນຊີວິດຈິງ ແລະ ເປັນພະຍານທີ່ໜັກແໜ້ນ ແລະ ກ້ອງກັງວານ ເຊິ່ງຈະນໍາຄວາມອັບອາຍມາສູ່ຊາຕານ. ເຖິງແມ່ນວ່າ ເນື້ອໜັງຂອງເຈົ້າຈະຍັງບໍ່ຖືກເຮັດໃຫ້ພໍໃຈ ແລະ ຈະຍັງທົນທຸກຢູ່, ເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າພໍໃຈແລ້ວ ແລະ ນໍາຄວາມອັບອາຍມາສູ່ຊາຕານ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ພຣະເຈົ້າກໍຈະເປີດເຜີຍເສັ້ນທາງທີ່ຢູ່ຕໍ່ໜ້າເຈົ້າ. ມື້ໜຶ່ງເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງ, ຄົນອື່ນຈະລົ້ມລົງ, ແຕ່ເຈົ້າຍັງສາມາດຍຶດໝັ້ນ ນັ້ນກໍຄື ຍ້ອນລາຄາທີ່ເຈົ້າໄດ້ຈ່າຍ ພຣະເຈົ້າຈະປົກປ້ອງເຈົ້າ ເພື່ອເຈົ້າຈະສາມາດຍຶດໝັ້ນ ແລະ ບໍ່ລົ້ມລົງ. ໂດຍທົ່ວໄປແລ້ວ ຖ້າເຈົ້າສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະປົກປ້ອງເຈົ້າຢ່າງແນ່ນອນໃນລະຫວ່າງການທົດລອງໃນອະນາຄົດ. ເຖິງແມ່ນວ່າ ເຈົ້າໂງ່ຈ້າ ແລະ ມີວຸດທິພາວະນ້ອຍ ແລະ ຄວາມສາມາດຕໍ່າ, ພຣະເຈົ້າກໍຈະບໍ່ຈຳແນກເຈົ້າອອກ. ມັນຂຶ້ນກັບວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ເຊິ່ງເຈົ້າໃສ່ໃຈກັບລາຍລະອຽດເລັກນ້ອຍທີ່ສຸດ, ເຈົ້າເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ, ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຈົ້າມອບຫົວໃຈທີ່ແທ້ຈິງໃຫ້ກັບພຣະເຈົ້າ ແລະ ເຖິງແມ່ນວ່າມີບາງສິ່ງທີ່ເຈົ້າຍັງບໍ່ເຂົ້າໃຈ, ເຈົ້າກໍສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອແກ້ໄຂຄວາມຕັ້ງໃຈຂອງເຈົ້າ ແລະ ສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ເຈົ້າເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ບາງເທື່ອ ອ້າຍເອື້ອຍນ້ອງຂອງເຈົ້າຈະປະຖິ້ມເຈົ້າ, ແຕ່ຫົວໃຈຂອງເຈົ້າກໍຈະຍັງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະບໍ່ປາຖະໜາຄວາມສຸກທາງເນື້ອໜັງ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ເຈົ້າກໍຈະໄດ້ຮັບການປົກປ້ອງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 338

ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ?...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 184

ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ;...

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 117

ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມອ່ອນນ້ອມ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ,...