ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 445

ເມື່ອບາງສິ່ງເກີດຂຶ້ນກັບເຈົ້າໃນຊີວິດປະຈຳວັນຂອງເຈົ້າ, ເຈົ້າຄວນຈຳແນກແນວໃດວ່າ ມັນມາຈາພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຈາກພາລະກິດຂອງຊາຕານ? ເມື່ອສະພາບການຂອງມະນຸດເປັນປົກກະຕິ, ແລ້ວຊີວິດຝ່າຍວິນຍານຂອງພວກເຂົາ ແລະ ຊີວິດຂອງພວກເຂົາໃນເນື້ອໜັງກໍປົກກະຕິ ແລະ ເຫດຜົນຂອງພວກເຂົາກໍປົກກະຕິ ແລະ ເປັນລະບຽບ. ເມື່ອພວກເຂົາຢູ່ໃນສະພາບການນີ້, ສິ່ງທີ່ພວກເຂົາຜະເຊີນ ແລະ ມາຮູ້ຈັກພາຍໃນຕົວພວກເຂົາເອງກໍສາມາດເວົ້າໄດ້ໂດຍທົ່ວໄປວ່າ ມາຈາກການສຳຜັດຂອງພຣະວິນຍານບໍລິສຸດ (ມີຄວາມເຂົ້າໃຈ ຫຼື ມີຄວາມຮູ້ບາງຢ່າງທີ່ງ່າຍດາຍ ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ຊື່ສັດໃນບາງສິ່ງ ຫຼື ມີກຳລັງທີ່ຈະຮັກພຣະເຈົ້າໃນບາງສິ່ງ, ທຸກສິ່ງນີ້ລ້ວນແລ້ວແຕ່ມາຈາກພຣະວິນຍານບໍລິສຸດ). ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດແມ່ນກໍປົກກະຕິເປັນພິເສດ; ມະນຸດບໍ່ສາມາດຮູ້ສຶກໄດ້ ແລະ ຄືກັບວ່າ ພາລະກິດດັ່ງກ່າວຜ່ານຕົວມະນຸດເອງ, ເຖິງແມ່ນວ່າ ໃນຄວາມເປັນຈິງແລ້ວ ມັນຄືພາລະກິດຂອງພຣະວິນຍານບໍລິສຸດ. ໃນຊີວິດປະຈຳວັນ, ພຣະວິນຍານບໍລິສຸດປະຕິບັດພາລະກິດທັງຍິ່ງໃຫຍ່ ແລະ ເລັກນ້ອຍໃນທຸກຄົນ ແລະ ມີພຽງແຕ່ຂອບເຂດຂອງພາລະກິດນີ້ທີ່ແຕກຕ່າງກັນ. ບາງຄົນມີຄວາມສາມາດດີ ແລະ ພວກເຂົາເຂົ້າໃຈສິ່ງຕ່າງໆໄດ້ຢ່າງວ່ອງໄວ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ເປັນພິເສດໃນຕົວພວກເຂົາ. ໃນຂະນະດຽວກັນ ບາງຄົນມີຄວາມສາມາດຕໍ່າ ແລະ ມັນໃຊ້ເວລາດົນກວ່າທີ່ພວກເຂົາຈະເຂົ້າໃຈສິ່ງຕ່າງໆ, ແຕ່ພຣະວິນຍານສຳຜັດພວກເຂົາຈາກພາຍໃນ ແລະ ພວກເຂົາກໍຈະສາມາດບັນລຸຄວາມຊື່ສັດໃຫ້ກັບພຣະເຈົ້າໄດ້ເຊັ່ນກັນ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນທຸກຄົນທີ່ສະແຫວງຫາພຣະເຈົ້າ. ໃນຊີວິດປະຈຳວັນ ເມື່ອຜູ້ຄົນບໍ່ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ, ບໍ່ເຮັດສິ່ງຕ່າງໆ ທີ່ບໍ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ລົບກວນພາລະກິດຂອງພຣະເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າກໍປະຕິບັດໃນພວກເຂົາແຕ່ລະຄົນ ໃນຂອບເຂດທີ່ຍິ່ງໃຫຍ່ກວ່າ ຫຼື ເລັກນ້ອຍກວ່າ; ພຣະອົງສຳຜັດພວກເຂົາ, ໃຫ້ແສງສະຫວ່າງແກ່ພວກເຂົາ, ມອບຄວາມເຊື່ອໃຫ້ກັບພວກເຂົາ, ມອບໃຫ້ກໍາລັງແກ່ພວກເຂົາ ແລະ ຂັບເຄື່ອນພວກເຂົາໃຫ້ເຂົ້າສູ່ຢ່າງຫ້າວຫັນ, ບໍ່ຂີ້ຄ້ານ ຫຼື ຕ້ອງການຄວາມສຸກທາງເນື້ອໜັງ, ເຕັມໃຈທີ່ຈະປະຕິບັດຄວາມຈິງ ແລະ ໃຝ່ຫາພຣະທຳຂອງພຣະເຈົ້າ. ທຸກສິ່ງນີ້ແມ່ນພາລະກິດທີ່ມາຈາກພຣະວິນຍານບໍລິສຸດ.

ເມື່ອສະພາວະຂອງມະນຸດບໍ່ປົກກະຕິ, ພວກເຂົາກໍຈະຖືກປະຖິ້ມໂດຍພຣະວິນຍານບໍລິສຸດ; ໃນຄວາມຄິດຂອງພວກເຂົາ ພວກເຂົາມີແນວໂນ້ມທີ່ຈະຈົ່ມ, ແຮງຜັກດັນຂອງພວກເຂົາກໍຜິດ, ພວກເຂົາຂີ້ຄ້ານ, ພວກເຂົາໝົກມຸ້ນກັບເນື້ອໜັງ ແລະ ຫົວໃຈຂອງພວກເຂົາທໍລະຍົດຄວາມຈິງ. ທຸກສິ່ງນີ້ແມ່ນມາຈາກຊາຕານ. ເມື່ອສະພາບການຂອງຜູ້ຄົນບໍ່ປົກກະຕິ, ເມື່ອພວກເຂົາມືດມົວຢູ່ຂ້າງໃນ ແລະ ໄດ້ສູນເສຍເຫດຜົນທີ່ເປັນປົກກະຕິຂອງພວກເຂົາ, ຖືກພຣະວິນຍານບໍລິສຸດປະຖິ້ມ ແລະ ບໍ່ສາມາດສຳຜັດພຣະເຈົ້າທີ່ຢູ່ພາຍໃນຕົວພວກເຂົາໄດ້, ນີ້ແມ່ນຕອນທີ່ຊາຕານກຳລັງປະຕິບັດພາລະກິດພາຍໃນຕົວພວກເຂົາ. ຖ້າຜູ້ຄົນມີກຳລັງໃນຕົວພວກເຂົາຢູ່ສະເໝີ ແລະ ຮັກພຣະເຈົ້າຢູ່ສະເໝີ ແລ້ວໂດຍທົ່ວໄປ ເມື່ອຫຼາຍສິ່ງເກີດຂຶ້ນກັບພວກເຂົາ ສິ່ງເຫຼົ່ານັ້ນແມ່ນມາຈາກພຣະວິນຍານບໍລິສຸດ ແລະ ໃຜກໍຕາມທີ່ພວກເຂົາພົບປະ, ການພົບປະດັ່ງກ່າວແມ່ນຜົນຂອງການຈັດແຈງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ເມື່ອເຈົ້າຢູ່ໃນສະພາບການທີ່ປົກກະຕິ, ເມື່ອເຈົ້າຢູ່ພາຍໃນພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ແລ້ວມັນເປັນໄປບໍ່ໄດ້ທີ່ຊາຕານຈະເຮັດໃຫ້ເຈົ້າສັ່ນຄ່ອນ. ບົນພື້ນຖານນີ້ ມັນສາມາດເວົ້າໄດ້ວ່າ ທຸກສິ່ງມາຈາກພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າ ເຈົ້າອາດມີຄວາມຄິດທີ່ບໍ່ຖືກຕ້ອງ, ເຈົ້າສາມາດກະບົດຕໍ່ພວກມັນໄດ້ ແລະ ເຈົ້າບໍ່ປະຕິບັດຕາມພວກເຂົາ. ທັງໝົດນີ້ມາຈາກພາລະກິດຂອງພຣະວິນຍານບໍລິສຸດ. ຊາຕານແຊກແຊງໃນສະຖານະການໃດ? ມັນງ່າຍທີ່ຊາຕານຈະປະຕິບັດພາລະກິດພາຍໃນເຈົ້າ ເມື່ອສະພາບການຂອງເຈົ້າບໍ່ປົກກະຕິ, ເມື່ອເຈົ້າບໍ່ໄດ້ຮັບການສຳຜັດຈາກພຣະເຈົ້າ, ແລະ ປາສະຈາກພາລະກິດຂອງພຣະເຈົ້າ, ເມື່ອເຈົ້າກໍເຫືອດແຫ້ງ ແລະ ແຫ້ງແລ້ງຢູ່ພາຍໃນ, ເມື່ອເຈົ້າອະທິຖານຫາພຣະເຈົ້າ ແຕ່ບໍ່ເຂົ້າໃຈຫຍັງເລີຍ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ບໍ່ໄດ້ຮັບຄວາມສະຫວ່າງ ຫຼື ແສງເຍືອງທາງ. ເວົ້າອີກແນວໜຶ່ງກໍຄື ເມື່ອພຣະວິນຍານບໍລິສຸດປະຖິ້ມເຈົ້າ ແລະ ເຈົ້າບໍ່ສາມາດສຳຜັດພຣະເຈົ້າໄດ້, ແລ້ວຫຼາຍສິ່ງເກີດຂຶ້ນກັບເຈົ້າ ເຊິ່ງມາຈາກການທົດລອງຂອງຊາຕານ. ໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ຊາຕານຍັງປະຕິບັດພາລະກິດໃນເວລາດຽວກັນ. ພຣະວິນຍານບໍລິສຸດສຳຜັດມະນຸດຈາກພາຍໃນ, ໃນຂະນະດຽວກັນທີ່ຊາຕານລົບກວນມະນຸດ. ເຖິງຢ່າງໃດກໍຕາມ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ຕໍາແໜ່ງນໍາໜ້າ ແລະ ຜູ້ຄົນທີ່ມີສະພາບການປົກກະຕິສາມາດເອົາຊະນະໄດ້; ນີ້ແມ່ນໄຊຊະນະແຫ່ງພາລະກິດຂອງພຣະວິນຍານບໍລິສຸດເໜືອພາລະກິດຂອງຊາຕານ. ໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ອຸປະນິໄສທີ່ເສື່ອມຊາມຍັງມີຢູ່ພາຍໃນຜູ້ຄົນ; ເຖິງຢ່າງໃດກໍຕາມ ໃນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ, ມັນງ່າຍສຳລັບຜູ້ຄົນທີ່ຈະຄົ້ນພົບ ແລະ ຮັບຮູ້ຄວາມກະບົດ, ແຮງຈູງໃຈ ແລະ ມົນທິນຂອງພວກເຂົາ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຮູ້ສຶກໂສກເສົ້າ ແລະ ເລີ່ມເຕັມໃຈເພື່ອກັບໃຈ. ດັ່ງນັ້ນ, ອຸປະນິໄສທີ່ກະບົດ ແລະ ເສື່ອມຊາມຂອງພວກເຂົາກໍຖືກໂຍນຖິ້ມພາຍໃນພາລະກິດຂອງພຣະເຈົ້າເທື່ອລະໜ້ອຍ. ພາລະກິດຂອງພຣະວິນຍານບໍລິສຸດ ແມ່ນໂດຍສະເພາະທຳມະດາ; ໃນຂະນະທີ່ພຣະອົງປະຕິບັດພາລະກິດໃນຜູ້ຄົນ, ພວກເຂົາກໍຍັງມີບັນຫາ, ພວກເຂົາຍັງຮ້ອງໄຫ້, ພວກເຂົາຍັງທົນທານ, ພວກເຂົາຍັງອ່ອນແອ ແລະ ຍັງມີຫຼາຍສິ່ງທີ່ບໍ່ຊັດເຈນກັບພວກເຂົາ, ແຕ່ໃນສະພາວະແບບນັ້ນ ພວກເຂົາສາມາດຫ້າມຕົວເອງຈາກການຖອຍຫຼັງ ແລະ ພວກເຂົາສາມາດຮັກພຣະເຈົ້າໄດ້ ແລະ ເຖິງແມ່ນວ່າ ພວກເຂົາຈະຮ້ອງໄຫ້ ແລະ ໂສກເສົ້າ, ພວກເຂົາຍັງສາມາດສັນລະເສີນພຣະເຈົ້າໄດ້; ພາລະກິດຂອງພຣະວິນຍານບໍລິສຸດແມ່ນໂດຍສະເພາະທຳມະດາ, ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ. ຄົນສ່ວນຫຼາຍເຊື່ອວ່າ ທັນທີທີ່ພຣະວິນຍານບໍລິສຸດເລີ່ມຕົ້ນປະຕິບັດພາລະກິດ, ການປ່ຽນແປງກໍເກີດຂຶ້ນໃນສະພາວະຂອງຜູ້ຄົນ ແລະ ສິ່ງທີ່ສຳຄັນຕໍ່ພວກເຂົາກໍຖືກກຳຈັດອອກ. ຄວາມເຊື່ອດັ່ງກ່າວແມ່ນບິດເບືອນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນຜູ້ຄົນ, ສິ່ງທີ່ລົບໆ ຂອງມະນຸດກໍຍັງຢູ່ໃນນັ້ນ ແລະ ວຸດທິພາວະຂອງເຂົາກໍສໍ່າເກົ່າ, ແຕ່ເຂົາມີແສງເຍືອງທາງ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ດ້ວຍເຫດນັ້ນ ສະພາວະຂອງເຂົາກໍເປັນບວກຫຼາຍຂຶ້ນ, ສະພາບການທີ່ຢູ່ໃນຕົວເຂົາກໍເປັນປົກກະຕິ ແລະ ເຂົາປ່ຽນແປງຢ່າງໄວວາ. ໃນປະສົບການທີ່ແທ້ຈິງຂອງມະນຸດ, ພວກເຂົາສ່ວນໃຫຍ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຊາຕານ ແລະ ຖ້າພວກເຂົາບໍ່ສາມາດເຂົ້າໃຈສະພາວະເຫຼົ່ານີ້ໄດ້ ແລະ ບໍ່ແຍກແຍະ, ແລ້ວທາງເຂົ້າສູ່ປະສົບການຕົວຈິງກໍບໍ່ຕ້ອງຖາມເຖິງເລີຍ, ບໍ່ຕ້ອງເວົ້າເຖິງການປ່ຽນແປງໃນອຸປະນິໄສ. ດ້ວຍເຫດນັ້ນ ກະແຈສໍາຄັນໃນການມີປະສົບການກັບພາລະກິດຂອງພຣະເຈົ້າແມ່ນການສາມາດເບິ່ງຜ່ານສິ່ງດັ່ງກ່າວ; ດ້ວຍວິທີນີ້ ມັນຈະງ່າຍຂຶ້ນທີ່ພວກເຂົາຈະໄດ້ປະສົບກັບມັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 59

ຝູງຊົນຍົກຍ້ອງເຮົາ ຝູງຊົນສັນລະເສີນເຮົາ; ປາກທຸກຄົນຂະໜານນາມເຮົາວ່າເປັນພຣະເຈົ້າອົງແທ້ຈິງ, ທຸກຄົນມືນຕາຂອງພວກເຂົາເພື່ອເບິ່ງການກະທໍາຂອງເຮົາ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 540

ຜູ້ຄົນສະແຫວງຫາເພື່ອເຂົ້າສູ່ຊີວິດແມ່ນອີງຕາມພຣະທຳຂອງພຣະເຈົ້າ. ກ່ອນໜ້ານີ້, ໄດ້ເວົ້າວ່າ ທຸກສິ່ງຖືກເຮັດໃຫ້ສຳເລັດ ຍ້ອນພຣະທຳຂອງພຣະອົງ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 194

ມະນຸດໄດ້ໃຊ້ເວລາຈົນເຖິງປັດຈຸບັນຈິ່ງຮູ້ວ່າ ສິ່ງທີ່ມະນຸດຂາດຫາຍໄປນັ້ນບໍ່ແມ່ນພຽງແຕ່ການສະໜອງຊີວິດທາງຈິດວິນຍານ ແລະ...