ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 395
ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນອ່ອນນ້ອມຕໍ່ມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະອ່ອນນ້ອມ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການອ່ອນນ້ອມ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ, ເປັນຄົນທີ່ອ່ອນນ້ອມຕໍ່ພາລະກິດຂອງພຣະວິນຍານບໍລິສຸດ.
ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຮູບແບບຂອງການນໍາພາຢ່າງຫ້າວຫັນ ແລະ ຄວາມສະຫວ່າງໃນທາງທີ່ດີ. ມັນບໍ່ອະນຸຍາດໃຫ້ຜູ້ຄົນຄິດລົບ. ພາລະກິດດັ່ງກ່າວນໍາສິ່ງປອບໃຈມາສູ່ພວກເຂົາ, ມອບຄວາມເຊື່ອ ແລະ ການຕັດສິນໃຈໃຫ້ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍສາມາດເຂົ້າຫາຢ່າງຂະຫຍັນຂັນແຂງ; ພວກເຂົາບໍ່ຢູ່ຊື່ໆ ຫຼື ຖືກບັງຄັບ, ແຕ່ປະພຶດຕາມການລິເລີ່ມຂອງພວກເຂົາເອງ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍຍິນດີ ແລະ ເຕັມໃຈ, ເຕັມໃຈທີ່ຈະອ່ອນນ້ອມ ແລະ ຍິນດີຖ່ອມຕົວພວກເຂົາເອງ. ເຖິງແມ່ນວ່າ ພວກເຂົາເຈັບປວດ ແລະ ອ່ອນແອຂ້າງໃນ, ພວກເຂົາມີຄວາມຕັ້ງໃຈທີ່ຈະຮ່ວມມື; ພວກເຂົາອົດທົນດ້ວຍຄວາມຍິນດີ, ພວກເຂົາສາມາດອ່ອນນ້ອມ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປະສົງຂອງມະນຸດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປາຖະໜາ ແລະ ແຮງບັນດານໃຈຂອງມະນຸດຢ່າງແນ່ນອນ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍລິສຸດຢູ່ພາຍໃນເປັນພິເສດ. ຄົນທີ່ຢູ່ມີພາລະກິດຂອງພຣະວິນຍານບໍລິສຸດກໍດຳລົງຊີວິດດ້ວຍຄວາມຮັກສຳລັບພຣະເຈົ້າ ແລະ ຄວາມຮັກຂອງອ້າຍເອື້ອຍນ້ອງຂອງພວກເຂົາ; ພວກເຂົາຊື່ນຊົມໃນສິ່ງທີ່ພຣະເຈົ້າຊື່ນຊົມ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ຄົນທີ່ຖືກສຳຜັດໂດຍພາລະກິດຂອງພຣະວິນຍານບໍລິສຸດແມ່ນຄົນທີ່ມີຄວາມເປັນມະນຸດທີ່ທຳມະດາ, ສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງ ແລະ ມີຄວາມເປັນມະນຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນມະນຸດ, ສະພາບການຂອງພວກເຂົາກໍເປັນປົກກະຕິຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມເປັນມະນຸດຂອງພວກເຂົາກໍຍິ່ງເປັນປົກກະຕິຫຼາຍຂຶ້ນເລື້ອຍໆ, ແລະ ເຖິງແມ່ນວ່າ ການຮ່ວມມືບາງຢ່າງຂອງພວກເຂົາອາດໂງ່ຈ້າ, ແຮງບັນດານໃຈຂອງພວກເຂົາກໍຖືກຕ້ອງ, ການເຂົ້າຫາຂອງພວກເຂົາກໍເປັນໄປໃນທາງທີ່ດີ, ພວກເຂົາບໍ່ພະຍາຍາມຂັດຂວາງ ແລະ ບໍ່ມີຄວາມຄິດຮ້າຍພາຍໃນພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນທຳມະດາ ແລະ ຂຶ້ນຢູ່ກັບຄວາມເປັນຈິງ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດໂດຍອີງຕາມກົດລະບຽບຂອງຊີວິດທຳມະດາຂອງມະນຸດ ແລະ ພຣະອົງປະຕິບັດການສ່ອງແສງສະຫວ່າງ ແລະ ການນໍາພາພາຍໃນຜູ້ຄົນໂດຍອີງຕາມການສະແຫວງຫາທີ່ແທ້ຈິງຂອງມະນຸດປົກກະຕິ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນ, ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງມະນຸດປົກກະຕິ. ພຣະອົງສະໜອງໃຫ້ກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງພວກເຂົາ ແລະ ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໄປໃນທາງທີ່ດີ ໂດຍອີງຕາມສິ່ງທີ່ພວກເຂົາຂາດ ແລະ ຕາມຄວາມບົກຜ່ອງຂອງພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສ່ອງແສງສະຫວ່າງ ແລະ ນໍາພາຜູ້ຄົນໃນຊີວິດທີ່ເປັນຈິງ; ມີພຽງແຕ່ຖ້າພວກເຂົາຜະເຊີນກັບພຣະທຳຂອງພຣະເຈົ້າໃນຊີວິດຕົວຈິງຂອງພວກເຂົາ, ພວກເຂົາຈຶ່ງສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນຊີວິດປະຈຳວັນຂອງພວກເຂົາ ຖ້າຜູ້ຄົນຢູ່ໃນສະພາວະທີ່ດີ ແລະ ມີຊີວິດຝ່າຍວິນຍານທີ່ປົກກະຕິ, ແລ້ວພວກເຂົາກໍມີພາລະກິດຂອງພຣະວິນຍານບໍລິສຸດ. ໃນສະພາວະດັ່ງກ່າວ, ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍມີຄວາມເຊື່ອ; ເມື່ອພວກເຂົາອະທິຖານ, ພວກເຂົາຈະໄດ້ຮັບການດົນບັນດານໃຈ; ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ ພວກເຂົາບໍ່ຄິດລົບ; ແລະ ໃນຂະນະທີ່ສິ່ງຕ່າງໆເກີດຂຶ້ນ, ພວກເຂົາກໍສາມາດເຫັນບົດຮຽນພາຍໃນສິ່ງເຫຼົ່ານັ້ນທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາຮຽນຮູ້. ພວກເຂົາກໍບໍ່ຄິດລົບ ຫຼື ອ່ອນແອ ແລະ ເຖິງແມ່ນວ່າ ພວກເຂົາມີຄວາມຫຍຸ້ງຍາກຢ່າງແທ້ຈິງ, ພວກເຂົາກໍເຕັມໃຈທີ່ຈະອ່ອນນ້ອມຕໍ່ການຈັດແຈງທຸກຢ່າງຂອງພຣະເຈົ້າ.
ແມ່ນຫຍັງຄືຜົນທີ່ຖືກບັນລຸໂດຍພາລະກິດຂອງພຣະວິນຍານບໍລິສຸດ? ເຈົ້າອາດໂງ່ຈ້າ ແລະ ເຈົ້າອາດປາສະຈາກການແຍກແຍະຊົ່ວດີ, ແຕ່ພຣະວິນຍານບໍລິສຸດພຽງແຕ່ຈຳເປັນຕ້ອງປະຕິບັດພາລະກິດ ແລະ ຈະມີຄວາມເຊື່ອໃນເຈົ້າ ແລະ ເຈົ້າຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ, ເພື່ອໃຫ້ເຈົ້າເຕັມໃຈທີ່ຈະຮ່ວມມື, ເພື່ອທີ່ຈະເຕັມໃຈຮ່ວມມື ບໍ່ວ່າຄວາມຫຍຸ້ງຍາກຢູ່ຂ້າງໜ້າຈະຍິ່ງໃຫຍ່ພຽງໃດກໍຕາມ. ສິ່ງຕ່າງໆຈະເກີດຂຶ້ນກັບເຈົ້າ ແລະ ມັນຈະບໍ່ຊັດເຈນສໍາລັບເຈົ້າ ບໍ່ວ່າພວກມັນມາຈາກພຣະເຈົ້າ ຫຼື ຈາກຊາຕານ, ແຕ່ເຈົ້າຈະສາມາດລໍຖ້າ ແລະ ເຈົ້າຈະບໍ່ຄິດລົບ ຫຼື ເລິນເລີ້ຕໍ່ໜ້າທີ່. ສິ່ງນີ້ແມ່ນພາລະກິດປົກກະຕິຂອງພຣະວິນຍານບໍລິສຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນເຈົ້າ, ເຈົ້າຈະຍັງຜະເຊີນກັບຄວາມຫຍຸ້ງຍາກທີ່ແທ້ຈິງ: ບາງເທື່ອ ເຈົ້າຈະຖືກເຮັດໃຫ້ຮ້ອງໄຫ້ ແລະ ບາງເທື່ອ ມີສິ່ງຕ່າງໆທີ່ເຈົ້າບໍ່ສາມາດເອົາຊະນະໄດ້, ແຕ່ທຸກສິ່ງລ້ວນແລ້ວແຕ່ເປັນຂັ້ນຕອນຂອງພາລະກິດທຳມະດາຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າເຈົ້າບໍ່ເອົາຊະນະຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ເຖິງແມ່ນວ່າ ໃນເວລານັ້ນ ເຈົ້າອ່ອນແອ ແລະ ເຕັມໄປດ້ວຍການຈົ່ມຕໍ່ວ່າ, ຫຼັງຈາກນັ້ນ ເຈົ້າຍັງສາມາດຮັກພຣະເຈົ້າດ້ວຍຄວາມເຊື່ອຢ່າງແທ້ຈິງໄດ້. ຄວາມຄິດລົບຂອງເຈົ້າບໍ່ສາມາດຫ້າມເຈົ້າຈາກການມີປະສົບການທີ່ປົກກະຕິ ແລະ ບໍ່ວ່າຄົນອື່ນເວົ້າແນວໃດກໍຕາມ ແລະ ຄົນອື່ນໂຈມຕີແນວໃດກໍຕາມ ເຈົ້າຍັງສາມາດຮັກພຣະເຈົ້າໄດ້. ໃນລະຫວ່າງຄຳອະທິຖານ, ເຈົ້າຮູ້ສຶກຢູ່ສະເໝີວ່າ ໃນອະດີດ ເຈົ້າເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ເຈົ້າຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ກະບົດຕໍ່ເນື້ອໜັງເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງດັ່ງກ່າວນັ້ນອີກ. ຄວາມເຂັ້ມແຂງນີ້ສະແດງວ່າ ພາລະກິດຂອງພຣະວິນຍານບໍລິສຸດຢູ່ພາຍໃນຕົວເຈົ້າ. ສິ່ງນີ້ແມ່ນສະພາວະປົກກະຕິຂອງພາລະກິດຂອງພຣະວິນຍານບໍລິສຸດ.
ແມ່ນຫຍັງຄືພາລະກິດທີ່ມາຈາກຊາຕານ? ໃນພາລະກິດທີ່ມາຈາກຊາຕານ, ນິມິດທີ່ຢູ່ພາຍໃນຜູ້ຄົນບໍ່ຊັດເຈນ; ຜູ້ຄົນປາສະຈາກຄວາມເປັນມະນຸດທີ່ທຳມະດາ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຜິດ ແລະ ເຖິງແມ່ນວ່າ ພວກເຂົາປາຖະໜາທີ່ຈະຮັກພຣະເຈົ້າ ມັນກໍມີຂໍ້ອ້າງພາຍໃນພວກເຂົາຢູ່ສະເໝີ ແລະ ຂໍ້ອ້າງ ແລະ ຄວາມຄິດເຫຼົ່ານີ້ສ້າງການລົບກວນພາຍໃນພວກເຂົາຢູ່ສະເໝີ, ໂດຍຈຳກັດການເຕີບໂຕຂອງຊີວິດພວກເຂົາ ແລະ ຫ້າມພວກເຂົາຈາກການມາຢູ່ຕໍ່ໜ້າພຣະເຈົ້າໃນສະພາບການທີ່ປົກກະຕິ. ນີ້ໝາຍຄວາມວ່າ ທັນທີທີ່ພາລະກິດຂອງຊາຕານຢູ່ພາຍໃນຜູ້ຄົນ, ຫົວໃຈຂອງພວກເຂົາກໍບໍ່ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້. ຜູ້ຄົນດັ່ງກ່າວບໍ່ຮູ້ວ່າຈະເຮັດແນວໃດກັບພວກເຂົາ, ເມື່ອພວກເຂົາເຫັນການຊຸມນຸມຮ່ວມກັນ, ພວກເຂົາຕ້ອງການແລ່ນໜີ ແລະ ພວກເຂົາບໍ່ສາມາດຫຼັບຕາຂອງພວກເຂົາ ໃນເວລາທີ່ຄົນອື່ນອະທິຖານ. ພາລະກິດຂອງວິນຍານຊົ່ວຮ້າຍທຳລາຍຄວາມສຳພັນປົກກະຕິລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ລົບກວນນິມິດຜ່ານມາຂອງຜູ້ຄົນ ຫຼື ຫົນທາງແຫ່ງການເຂົ້າສູ່ຊີວິດທີ່ຜ່ານມາຂອງພວກເຂົາ; ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ ແລະ ສິ່ງຕ່າງໆ ເກີດຂຶ້ນຢູ່ສະເໝີ ເຊິ່ງສ້າງການລົບກວນຕໍ່ພວກເຂົາ ແລະ ຄວບຄຸມພວກເຂົາ. ຫົວໃຈຂອງພວກເຂົາບໍ່ສາມາດຄົ້ນພົບຄວາມສະຫງົບສຸກໄດ້ ແລະ ພວກເຂົາບໍ່ມີກຳລັງໃຈທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ວິນຍານຂອງພວກເຂົາຈົມລົງ. ສິ່ງດັ່ງກ່າວແມ່ນການສະແດງອອກຂອງພາລະກິດຂອງຊາຕານ. ການສະແດງອອກຂອງພາລະກິດຂອງຊາຕານແມ່ນ: ການບໍ່ສາມາດມີຈຸດຢືນຂອງເຈົ້າ ແລະ ຢືນເປັນພະຍານ, ເຮັດໃຫ້ເຈົ້າກາຍເປັນຄົນທີ່ບົກຜ່ອງຕໍ່ໜ້າພຣະເຈົ້າ ແລະ ເປັນຄົນທີ່ບໍ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ເມື່ອຊາຕານລົບກວນ, ເຈົ້າສູນເສຍຄວາມຮັກ ແລະ ຄວາມຊື່ສັດໃນຕົວເຈົ້າທີ່ມີຕໍ່ພຣະເຈົ້າ, ຄວາມສຳພັນທີ່ທຳມະດາລະຫວ່າງເຈົ້າກັບພຣະເຈົ້າຖືກຮື້ອອກ, ເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປັບປຸງຕົວເອງ; ເຈົ້າຖອຍຫຼັງ ແລະ ເລີ່ມຄິດລົບ, ເຈົ້າເຮັດຕາມໃຈຕົນເອງ, ເຈົ້າໃຫ້ອິດສະຫຼະແກ່ການຂະຫຍາຍຄວາມບາບ ແລະ ບໍ່ໄດ້ກຽດຊັງຄວາມຜິດບາບ; ຍິ່ງໄປກວ່ານັ້ນ ການແຊກແຊງຂອງຊາຕານເຮັດໃຫ້ເຈົ້າຂາດສິນທໍາ; ມັນເຮັດໃຫ້ການສຳຜັດຂອງພຣະເຈົ້າຫາຍໄປຈາກເຈົ້າ ແລະ ເຮັດໃຫ້ເຈົ້າຈົ່ມຕໍ່ວ່າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ພາໃຫ້ເຈົ້າຕັ້ງຄຳຖາມກັບພຣະເຈົ້າ; ເຖິງກັບມີຄວາມສ່ຽງທີ່ເຈົ້າຈະປະຖິ້ມພຣະເຈົ້າ. ທັງໝົດນີ້ແມ່ນມາຈາກຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ....
ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອຊໍາລະລ້າງມະນຸດຊາດ ເພື່ອວ່າມະນຸດຈະສາມາດມີຄວາມຈິງ, ເພາະມະນຸດເຂົ້າໃຈຄວາມຈິງໜ້ອຍເກີນໄປ!...
ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ ໃນດ້ານໜຶ່ງ,...
ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ,...