ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 437

ຊີວິດຄຣິສຕະຈັກເປັນພຽງຊີວິດປະເພດໜຶ່ງທີ່ຜູ້ຄົນເຕົ້າໂຮມກັນເພື່ອຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ມັນປະກອບເປັນພຽງເສດສ່ວນເລັກນ້ອຍໃນຊີວິດຂອງຄົນໆໜຶ່ງ. ຖ້າຊີວິດທີ່ເປັນຈິງຂອງຜູ້ຄົນສາມາດເປັນເໝືອນກັບຊີວິດຄຣິສຕະຈັກຂອງເຂົາອີກດ້ວຍ ເຊິ່ງລວມເຖິງຊີວິດຝ່າຍວິນຍານທີ່ປົກກະຕິ, ການຊີມລົດຊາດພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ, ການອະທິຖານ ແລະ ການໃກ້ຊິດກັບພຣະເຈົ້າຢ່າງເປັນປົກກະຕິ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງຖືກປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງຖືກປະຕິບັດຕາມຄວາມຈິງ, ການດຳລົງຊີວິດທີ່ເປັນຈິງແຫ່ງການປະຕິບັດການອະທິຖານ ແລະ ການສະຫງົບລົງຕໍ່ໜ້າພຣະເຈົ້າ, ການຮ້ອງເພງສັນລະເສີນ ແລະ ການເຕັ້ນລຳ, ມີພຽງແຕ່ສິ່ງນີ້ຈຶ່ງເປັນພຽງຊີວິດປະເພດທີ່ຈະນໍາພວກເຂົາເຂົ້າສູ່ຊີວິດແຫ່ງພຣະທຳຂອງພຣະເຈົ້າໄດ້. ຄົນສ່ວນໃຫຍ່ພຽງແຕ່ໃສ່ໃຈກັບເວລາຫຼາຍຊົ່ວໂມງໃນຊີວິດຄຣິສຕະຈັກຂອງພວກເຂົາ ໂດຍບໍ່ມີ “ການໃສ່ໃຈ” ກັບຊີວິດທີ່ຢູ່ນອກຊົ່ວໂມງເຫຼົ່ານັ້ນ, ເໝືອນກັບວ່າພວກເຂົາບໍ່ສົນໃຈມັນເລີຍ. ຍັງມີຫຼາຍຄົນທີ່ເຂົ້າສູ່ຊີວິດຂອງໄພ່ພົນ ເມື່ອກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຮ້ອງເພງສັນລະເສີນ ຫຼື ອະທິຖານ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ກັບຄືນສູ່ຕົວຕົນເດີມຂອງພວກເຂົາທີ່ຢູ່ນອກເວລາເຫຼົ່ານັ້ນ. ການດຳລົງຊີວິດແບບນີ້ບໍ່ສາມາດປ່ຽນແປງຜູ້ຄົນໄດ້, ແຮງໄກທີ່ຈະເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດຈິງ, ເຈົ້າຕ້ອງຮູ້ຈັກຕົນເອງ, ກະບົດຕໍ່ຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງກ່ອນທີ່ເຈົ້າຈະສາມາດບັນລຸການປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ລົງເລິກໃນຄວາມເປັນຈິງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າກໍ່ຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າບໍ່ແມ່ນເພື່ອເຮັດໃຫ້ພວກເຂົາດຳລົງຊີວິດມະນຸດທີ່ປົກກະຕິຫຼັງຈາກຊ່ວງເວລາສັ້ນໆ ຫຼື ມັນບໍ່ແມ່ນເພື່ອປ່ຽນແປງແນວຄິດ ແລະ ຫຼັກຄຳສອນທີ່ຜິດພາດຂອງພວກເຂົາ. ກົງກັນຂ້າມ ຈຸດປະສົງຂອງພຣະອົງແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງຜູ້ຄົນ, ປ່ຽນແປງວິທີການທັງໝົດທີ່ເດີມໆໃນຊີວິດຂອງພວກເຂົາ ແລະ ປ່ຽນແປງວິທີການຄິດ ແລະ ທັດສະນະທາງຄວາມຄິດທີ່ຫຼ້າສະໄໝຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກພຽງແຕ່ຢ່າງດຽວຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ພວກເຂົາດຳລົງຊີວິດເປັນເວລາດົນນານ. ບໍ່ວ່າຫຍັງກໍຕາມ, ຜູ້ຄົນຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ປົກກະຕິໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ແລະ ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຄົນໆໜຶ່ງຕ້ອງຫັນທຸກສິ່ງມາສູ່ຊີວິດທີ່ເປັນຈິງ. ໃນການເຊື່ອໃນພຣະເຈົ້າ, ຖ້າຜູ້ຄົນບໍ່ສາມາດມາຮູ້ຈັກຕົນເອງຜ່ານທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິໃນຊີວິດຈິງ, ແລ້ວພວກເຂົາກໍ່ຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ກະບົດຕໍ່ພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ, ແຕ່ດຳລົງຊີວິດຕາມຫຼັກຄຳສອນແທນ. ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມກະບົດ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ປະກອບເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນຈຶ່ງເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບການຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ.

ບັດນີ້ ເມື່ອການເຮັດໃຫ້ຜູ້ຄົນສົມບູນໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ, ເຈົ້າຕ້ອງເຂົ້າສູ່ຊີວິດທີ່ເປັນຈິງ. ສະນັ້ນ, ເພື່ອທີ່ຈະບັນລຸການປ່ຽນແປງ, ເຈົ້າຕ້ອງເລີ່ມຕົ້ນຈາກການເຂົ້າສູ່ຊີວິດທີ່ເປັນຈິງ ແລະ ປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າຫຼີກເວັ້ນຊີວິດປົກກະຕິຂອງມະນຸດ ແລະ ມີແຕ່ເວົ້າກ່ຽວກັບບັນຫາຝ່າຍວິນຍານເທົ່ານັ້ນ, ແລ້ວສິ່ງຕ່າງໆກໍ່ຈະເປັນຕາໜ້າເບື່ອ ແລະ ບໍ່ເປັນຕາສົນໃຈ; ພວກມັນກໍ່ກາຍເປັນສິ່ງທີ່ບໍ່ເປັນຈິງ ແລະ ຫຼັງຈາກນັ້ນ ຜູ້ຄົນຈະສາມາດປ່ຽນແປງໄດ້ແນວໃດ? ບັດນີ້ ເຈົ້າຖືກສັ່ງໃຫ້ເຂົ້າສູ່ຊີວິດທີ່ເປັນຈິງເພື່ອປະຕິບັດ, ເພື່ອສ້າງຕັ້ງພື້ນຖານໃນການເຂົ້າສູ່ປະສົບການທີ່ແທ້ຈິງ. ນີ້ແມ່ນລັກສະນະໜຶ່ງຂອງສິ່ງທີ່ຜູ້ຄົນຕ້ອງເຮັດ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອນໍາພາເປັນຫຼັກ, ໃນຂະນະທີ່ສ່ວນທີ່ເຫຼືອແມ່ນຂຶ້ນຢູ່ກັບການປະຕິບັດ ແລະ ທາງເຂົ້າຂອງຜູ້ຄົນ. ທຸກຄົນອາດບັນລຸການເຂົ້າສູ່ຊີວິດທີ່ເປັນຈິງຜ່ານເສັ້ນທາງທີ່ແຕກຕ່າງກັນ ຈົນພວກເຂົາສາມາດນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງໄດ້ ແລະ ດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິຢ່າງແທ້ຈິງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຊີວິດທີ່ມີຄວາມໝາຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 223

ຢູ່ໃນໂລກ, ແຜນດິນໄຫວແມ່ນການເລີ່ມຕົ້ນຂອງໄພພິບັດ. ກ່ອນອື່ນໝົດ, ເຮົາໄດ້ເຮັດໃຫ້ໂລກ ເຊິ່ງກໍຄືແຜ່ນດິນໂລກ ມີການປ່ຽນແປງ ແລະ ຫຼັງຈາກນັ້ນໂລກລະບາດ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 140

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ....

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 8

ພາລະກິດຂອງພຣະເຈົ້າເອງແມ່ນນິມິດທີ່ມະນຸດຕ້ອງຮູ້ ຍ້ອນມະນຸດບໍ່ສາມາດເຮັດພາລະກິດຂອງພຣະເຈົ້າໃຫ້ສຳເລັດໄດ້ ແລະ ມະນຸດກໍຄອບຄອງບໍ່ໄດ້....