ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 436

ເພື່ອຟື້ນຟູລັກສະນະຂອງຄົນປົກກະຕິ ນັ້ນກໍ່ຄື ເພື່ອບັນລຸຄວາມເປັນມະນຸດທີ່ປົກກະຕິ, ຜູ້ຄົນບໍ່ສາມາດພຽງແຕ່ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ. ພວກເຂົາພຽງແຕ່ກຳລັງທຳຮ້າຍຕົນເອງໂດຍການເຮັດແບບນັ້ນ ແລະ ມັນບໍ່ໄດ້ນໍາຜົນປະໂຫຍດຫຍັງມາສູ່ທາງເຂົ້າ ຫຼື ການປ່ຽນແປງຂອງພວກເຂົາ. ສະນັ້ນ, ເພື່ອບັນລຸການປ່ຽນແປງ, ຜູ້ຄົນຕ້ອງປະຕິບັດເທື່ອລະໜ້ອຍ. ພວກເຂົາຕ້ອງເຂົ້າຢ່າງຊ້າໆ, ສະແຫວງຫາ ແລະ ຄົ້ນຫາເທື່ອລະໜ້ອຍ, ເຂົ້າໄປຂ້າງໃນຈາກຄວາມຄິດບວກ ແລະ ດຳລົງຊີວິດຕາມຄວາມເປັນຈິງ; ຊີວິດຂອງໄພ່ພົນ. ຕັ້ງແຕ່ນີ້ຕໍ່ໄປ, ສິ່ງຕ່າງໆທີ່ເປັນຈິງ, ເຫດການທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງປ່ອຍໃຫ້ຜູ້ຄົນມີການຝຶກຝົນຕົວຈິງ. ຜູ້ຄົນບໍ່ຈຳເປັນຕ້ອງເວົ້າແຕ່ປາກ; ກົງກັນຂ້າມ, ພວກເຂົາຕ້ອງຝຶກຝົນໃນສະພາບແວດລ້ອມທີ່ເປັນຈິງ. ຜູ້ຄົນໄດ້ຮັບຮູ້ກ່ອນວ່າ ພວກເຂົາມີຄວາມສາມາດຕໍ່າ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ ແລະ ເຂົ້າສູ່ ແລະ ປະຕິບັດຢ່າງເປັນປົກກະຕິເຊັ່ນກັນ; ໃນລັກສະນະນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດຮັບເອົາຄວາມເປັນຈິງ ແລະ ສິ່ງນີ້ແມ່ນວິທີທີ່ເຮັດໃຫ້ການເຂົ້າສູ່ເກີດຂຶ້ນຢ່າງໄວວາຍິ່ງຂຶ້ນ. ເພື່ອປ່ຽນແປງຜູ້ຄົນ, ຕ້ອງມີການປະຕິບັດຕົວຈິງບາງຢ່າງ; ພວກເຂົາຕ້ອງປະຕິບັດດ້ວຍສິ່ງຕ່າງໆທີ່ເປັນຈິງ, ເຫດການທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ. ຄົນໆໜຶ່ງຈະສາມາດບັນລຸການຝຶກຝົນທີ່ແທ້ຈິງໄດ້ໂດຍການອາໄສຊີວິດຄຣິສຕະຈັກພຽງຢ່າງດຽວໄດ້ບໍ? ຜູ້ຄົນຈະສາມາດເຂົ້າສູ່ຄວາມເປັນຈິງໃນລັກສະນະນີ້ໄດ້ບໍ? ບໍ່! ຖ້າຜູ້ຄົນບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ, ແລ້ວພວກເຂົາກໍ່ບໍ່ສາມາດປ່ຽນແປງວິຖີຊີວິດເດີມຂອງພວກເຂົາ ແລະ ວິທີການເຮັດສິ່ງຕ່າງໆ. ນີ້ບໍ່ແມ່ນຍ້ອນຄວາມຂີ້ຄ້ານຂອງຜູ້ຄົນ ແລະ ການເພິ່ງພາອາໄສໃນລະດັບສູງ, ແຕ່ກົງກັນຂ້າມ ມັນແມ່ນຍ້ອນຜູ້ຄົນບໍ່ມີຄວາມສາມາດໃນການດຳລົງຊີວິດເລີຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບມາດຕະຖານຂອງພຣະເຈົ້າກ່ຽວກັບລັກສະນະຄ້າຍຄືຂອງຄົນປົກກະຕິ. ໃນອະດີດ, ຜູ້ຄົນລົມ, ເວົ້າ ແລະ ສື່ສານກັນຢູ່ສະເໝີ ແລະ ພວກເຂົາເຖິງກັບກາຍເປັນ “ຜູ້ກ່າວຄຳປາໄສ” ແຕ່ບໍ່ມີພວກເຂົາຈັກຄົນທີ່ສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ; ກົງກັນຂ້າມ, ພວກເຂົາສະແຫວງຫາທິດສະດີທີ່ເລິກເຊິ່ງຢ່າງຫຼັບຫູຫຼັບຕາ. ສະນັ້ນ, ຜູ້ຄົນໃນປັດຈຸບັນຕ້ອງປ່ຽນແປງວິຖີຄວາມເຊື່ອແຫ່ງສາສະໜານີ້ໃນພຣະເຈົ້າໃນຊີວິດຂອງພວກເຂົາ. ພວກເຂົາຕ້ອງເຂົ້າສູ່ການປະຕິບັດ ໂດຍແນໃສ່ເຫດການດຽວ, ສິ່ງດຽວ, ຄົນດຽວ. ພວກເຂົາຕ້ອງເຮັດສິ່ງຕ່າງໆດ້ວຍຄວາມເອົາໃຈໃສ່, ແລ້ວເມື່ອນັ້ນເອງ ພວກເຂົາຈຶ່ງຈະສາມາດບັນລຸຜົນໄດ້. ການປ່ຽນແປງຜູ້ຄົນເລີ່ມຕົ້ນດ້ວຍການປ່ຽນແປງແກ່ນແທ້ຂອງພວກເຂົາ. ພາລະກິດຕ້ອງແນໃສ່ແກ່ນແທ້ຂອງຜູ້ຄົນ, ແນໃສ່ຊີວິດຂອງພວກເຂົາ ແລະ ແນໃສ່ຄວາມຂີ້ຄ້ານ, ການເພິ່ງພາອາໄສ ແລະ ຄວາມເປັນທາດຂອງພວກເຂົາ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ.

ເຖິງແມ່ນວ່າຊີວິດຄຣິສຕະຈັກຈະສາມາດສ້າງຜົນໃນບາງຂອບເຂດ, ແຕ່ສິ່ງສໍາຄັນກໍ່ຄືຊີວິດທີ່ເປັນຈິງສາມາດປ່ຽນແປງຜູ້ຄົນໄດ້ອີກດ້ວຍ. ທຳມະຊາດເດີມຂອງຄົນໆໜຶ່ງບໍ່ສາມາດໄດ້ຮັບການປ່ຽນແປງໂດຍປາສະຈາກຊີວິດທີ່ເປັນຈິງ. ໃຫ້ພວກເຮົາຍົກຕົວຢ່າງພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ. ເມື່ອພຣະເຢຊູລົບລ້າງພຣະບັນຍັດກ່ອນໜ້ານັ້ນ ແລະ ສ້າງຕັ້ງພຣະບັນຍັດແຫ່ງຍຸກໃໝ່, ພຣະອົງກ່າວໂດຍໃຊ້ຕົວຢ່າງທີ່ແທ້ຈິງຈາກຊີວິດທີ່ເປັນຈິງ. ເມື່ອພຣະເຢຊູນໍາພາສາວົກຂອງພຣະອົງຜ່ານທົ່ງນາໃນວັນຊະບາໂຕ, ສາວົກຂອງພຣະອົງຫິວເຂົ້າ ແລະ ເດັດຮວງເຂົ້າກິນ. ພວກຟາຣີຊາຍເຫັນສິ່ງນີ້ ແລະ ເວົ້າວ່າພວກເຂົາບໍ່ໄດ້ຮັກສາວັນຊະບາໂຕເລີຍ. ພວກເຂົາຍັງເວົ້າວ່າ ຜູ້ຄົນບໍ່ໄດ້ຮັບອະນຸຍາດໃຫ້ຊ່ວຍລູກງົວທີ່ຕົກລົງຂຸມໃນວັນຊະບາໂຕ ໂດຍກ່າວວ່າບໍ່ມີການປະຕິບັດວຽກງານໃດໆໃນລະຫວ່າງວັນຊະບາໂຕ. ພຣະເຢຊູອ້າງເຫດການເຫຼົ່ານີ້ເພື່ອປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່ເທື່ອລະໜ້ອຍ. ໃນເວລານັ້ນ, ພຣະອົງໃຊ້ສິ່ງທີ່ເປັນຈິງຫຼາຍຢ່າງເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ປ່ຽນແປງ. ນີ້ແມ່ນຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ ແລະ ມັນເປັນວິທີດຽວທີ່ສາມາດປ່ຽນແປງຜູ້ຄົນໄດ້. ຖ້າບໍ່ມີສິ່ງທີ່ເປັນຈິງແລ້ວ, ຜູ້ຄົນພຽງແຕ່ສາມາດໄດ້ຮັບຄວາມເຂົ້າໃຈທີ່ເປັນທິດສະດີ ແລະ ສະຕິປັນຍາ, ນີ້ບໍ່ແມ່ນວິທີທີ່ມີປະສິດຕິພາບໃນການປ່ຽນແປງ. ສະນັ້ນ ຄົນໆໜຶ່ງຈະຮັບເອົາສະຕິປັນຍາ ແລະ ຄວາມເຂົ້າໃຈຜ່ານການຝຶກຝົນໄດ້ແນວໃດ? ຜູ້ຄົນຈະສາມາດຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຈາກການຟັງ, ການອ່ານ ແລະ ການພັດທະນາຄວາມຮູ້ຂອງເຂົາພຽງຢ່າງດຽວບໍ? ມັນເປັນແບບນີ້ໄດ້ແນວໃດ? ຜູ້ຄົນຕ້ອງເຂົ້າໃຈ ແລະ ຜະເຊີນໃນຊີວິດຈິງ! ສະນັ້ນ, ຄົນໆໜຶ່ງຕ້ອງຝຶກຝົນ ແລະ ຄົນໆໜຶ່ງຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງໄດ້. ຜູ້ຄົນຕ້ອງເອົາໃຈໃສ່ກັບລັກສະນະທີ່ແຕກຕ່າງກັນ ແລະ ມີການເຂົ້າສູ່ຫຼາຍລັກສະນະທີ່ແຕກຕ່າງ: ລະດັບການສຶກສາ, ການສະແດງອອກ, ຄວາມສາມາດເບິ່ງເຫັນສິ່ງຕ່າງໆ, ການແຍກແຍະ, ຄວາມສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ສາມັນສຳນຶກ ແລະ ກົດເກນຂອງຄວາມເປັນມະນຸດ ແລະ ສິ່ງອື່ນໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ຜູ້ຄົນຕ້ອງປະກອບມີ. ຫຼັງຈາກທີ່ໄດ້ບັນລຸຄວາມເຂົ້າໃຈແລ້ວ, ຜູ້ຄົນຕ້ອງເອົາໃຈໃສ່ໃນທາງເຂົ້າ ແລະ ມີພຽງເມື່ອນັ້ນເອງ ການປ່ຽນແປງຈຶ່ງຈະສາມາດບັນລຸຜົນໄດ້. ຖ້າຄົນໃດໜຶ່ງໄດ້ຮັບຄວາມເຂົ້າໃຈ ແຕ່ພວກເຂົາເບິ່ງຂ້າມການປະຕິບັດ, ການປ່ຽນແປງຈະເກີດຂຶ້ນໄດ້ແນວໃດ? ໃນປັດຈຸບັນນີ້, ຜູ້ຄົນໄດ້ເຂົ້າໃຈຫຼາຍສິ່ງ, ແຕ່ພວກເຂົາບໍ່ໄດ້ໃຊ້ຊີວິດຕາມຄວາມເປັນຈິງ; ສະນັ້ນ ພວກເຂົາຈຶ່ງມີຄວາມເຂົ້າໃຈຢ່າງແທ້ຈິງພຽງເລັກນ້ອຍກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າໄດ້ຮັບແສງສະຫວ່າງພຽງເລັກນ້ອຍເທົ່ານັ້ນ; ເຈົ້າໄດ້ຮັບແສງເຍືອງທາງພຽງເລັກນ້ອຍຈາກພຣະວິນຍານບໍລິສຸດ, ແຕ່ເຈົ້າບໍ່ມີທາງເຂົ້າສູ່ຊີວິດທີ່ເປັນຈິງ ຫຼື ເຈົ້າອາດຈະບໍ່ສົນໃຈກ່ຽວກັບທາງເຂົ້າ, ສະນັ້ນ ການປ່ຽນແປງຂອງເຈົ້າຈຶ່ງຫຼຸດລົງ. ຫຼັງຈາກເວລາທີ່ຍາວນານນັ້ນ, ຜູ້ຄົນກໍ່ເຂົ້າໃຈຫຼາຍຢ່າງ. ພວກເຂົາສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມຮູ້ຂອງພວກເຂົາໃນທິດສະດີ, ແຕ່ອຸປະນິໄສພາຍນອກຂອງພວກເຂົາຍັງຄົງເປັນຄືເກົ່າ ແລະ ຄວາມສາມາດເດີມຂອງພວກເຂົາກໍ່ຍັງເປັນຄືກັບທີ່ມັນເຄີຍເປັນ, ບໍ່ກ້າວໜ້າແມ່ນແຕ່ໜ້ອຍດຽວ. ຖ້າເປັນເຊັ່ນນີ້, ແລ້ວເມື່ອໃດເຈົ້າຈຶ່ງຈະໄດ້ເຂົ້າໃນທີ່ສຸດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 22

ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 199

ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ...