ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 113
ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ໃນທາງປະຕິບັດ, ການຮັກສາພຣະບັນຍັດຄວນເຊື່ອມໂຍງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ. ໃນຂະນະທີ່ກຳລັງຮັກສາພຣະບັນຍັດ, ຄົນໆໜຶ່ງຕ້ອງປະຕິບັດຄວາມຈິງ. ເມື່ອກຳລັງປະຕິບັດຄວາມຈິງ, ຄົນໆໜຶ່ງຕ້ອງບໍ່ລະເມີດຫຼັກການແຫ່ງພຣະບັນຍັດ ຫຼື ຂັດກັບພຣະບັນຍັດ; ເຈົ້າຕ້ອງເຮັດແມ່ນຫຍັງກໍ່ຕາມທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງແມ່ນກ່ຽວພັນກັນ, ບໍ່ໄດ້ຂັດຈາກກັນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງຮັກສາແກ່ນແທ້ຂອງພຣະບັນຍັດຫຼາຍສໍ່ານັ້ນ. ຍິ່ງເຈົ້າປະຕິບັດຄວາມຈິງຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງເຂົ້າໃຈພຣະທຳຂອງພຣະເຈົ້າທີ່ກ່າວອອກໃນພຣະບັນຍັດຫຼາຍສໍ່ານັ້ນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດບໍ່ແມ່ນການກະທຳທີ່ຂັດກັນ, ພວກມັນເປັນສິ່ງທີ່ກ່ຽວພັນກັນ. ໃນເບື້ອງຕົ້ນນັ້ນ, ພຽງຫຼັງຈາກທີ່ມະນຸດໄດ້ຮັກສາພຣະບັນຍັດເທົ່ານັ້ນ ເຂົາຈຶ່ງສາມາດປະຕິບັດຄວາມຈິງ ແລະ ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໄດ້, ແຕ່ສິ່ງນີ້ບໍ່ແມ່ນເຈດຕະນາເດີມຂອງພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ເຈົ້ານະມັດສະການພຣະອົງດ້ວຍຫົວໃຈ, ບໍ່ແມ່ນພຽງແຕ່ປະພຶດດີຢ່າງດຽວ. ເຖິງຢ່າງໃດກໍ່ຕາມ, ເຈົ້າຕ້ອງຮັກສາພຣະບັນຍັດຢ່າງໜ້ອຍໃຫ້ຢູ່ໃນລະດັບຜິວເຜີນ. ຜ່ານປະສົບການເທື່ອລະໜ້ອຍຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບພຣະເຈົ້າ, ຜູ້ຄົນກໍ່ຈະເຊົາກະບົດ ແລະ ເຊົາຕໍ່ຕ້ານພຣະອົງ ແລະ ຈະບໍ່ມີຂໍ້ສົງໄສກ່ຽວກັບພາລະກິດຂອງພຣະອົງອີກຕໍ່ໄປ. ນີ້ຄືຫົນທາງດຽວທີ່ມະນຸດສາມາດປະຕິບັດຕາມແກ່ນແທ້ຂອງພຣະບັນຍັດ. ສະນັ້ນ, ການພຽງແຕ່ຮັກສາພຣະບັນຍັດຢ່າງດຽວໂດຍບໍ່ມີການປະຕິບັດຄວາມຈິງແມ່ນບໍ່ມີປະສິດທິພາບ ແລະ ບໍ່ໄດ້ປະກອບເປັນການນະມັດສະການພຣະເຈົ້າຢ່າງແທ້ຈິງ, ຍ້ອນເຈົ້າຍັງບໍ່ໄດ້ບັນລຸວຸດທິພາວະທີ່ແທ້ຈິງເທື່ອ. ການຮັກສາພຣະບັນຍັດໂດຍປາສະຈາກຄວາມຈິງກໍ່ເທົ່າກັບການຍຶດຕິດກົດລະບຽບຢ່າງໜຽວແໜ້ນ. ໃນການເຮັດແບບນັ້ນ, ພຣະບັນຍັດກໍ່ຈະກາຍມາເປັນກົດໝາຍຂອງເຈົ້າ ເຊິ່ງຈະບໍ່ຊ່ວຍໃຫ້ເຈົ້າເຕີບໃຫຍ່ໃນຊີວິດ. ໃນທາງກົງກັນຂ້າມ, ພວກມັນຈະກາຍມາເປັນພາລະຂອງເຈົ້າ ແລະ ຜູກມັດເຈົ້າຢ່າງແໜ້ນເໝືອນກັບກົດໝາຍໃນພຣະສັນຍາເດີມ ເຊິ່ງເຮັດໃຫ້ເຈົ້າສູນເສຍການສະຖິດຂອງພຣະວິນຍານບໍລິສຸດ. ສະນັ້ນ, ໂດຍການປະຕິບັດຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັກສາພຣະບັນຍັດໄດ້ຢ່າງມີປະສິດທິພາບ ແລະ ເຈົ້າກໍ່ຈະຮັກສາພຣະບັນຍັດເພື່ອປະຕິບັດຄວາມຈິງໄດ້. ໃນຂະບວນການຮັກສາພຣະບັນຍັດ, ເຈົ້າຈະນໍາຄວາມຈິງຫຼາຍຂຶ້ນເຂົ້າສູ່ການປະຕິບັດ ແລະ ເມື່ອກຳລັງປະຕິບັດຄວາມຈິງ ເຈົ້າຈະໄດ້ຮັບຄວາມເຂົ້າໃຈຫຼາຍຍິ່ງຂຶ້ນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະບັນຍັດ. ເປົ້າໝາຍ ແລະ ຄວາມໝາຍທີ່ຢູ່ເບື້ອງຫຼັງການຮຽກຮ້ອງຂອງພຣະເຈົ້າທີ່ມະນຸດຕ້ອງຮັກສາພຣະບັນຍັດບໍ່ແມ່ນເພື່ອເຮັດໃຫ້ເຂົາປະຕິບັດຕາມກົດລະບຽບດັ່ງທີ່ເຂົາຈິນຕະນາການ; ກົງກັນຂ້າມ, ມັນກ່ຽວຂ້ອງກັບທາງເຂົ້າສູ່ຊີວິດຂອງເຂົາ. ຂອບເຂດການເຕີບໃຫຍ່ໃນຊີວິດຂອງເຈົ້າກໍານົດລະດັບທີ່ເຈົ້າຈະສາມາດຮັກສາພຣະບັນຍັດ. ເຖິງແມ່ນວ່າພຣະບັນຍັດມີໄວ້ໃຫ້ມະນຸດຮັກສາ, ແກ່ນແທ້ຂອງພຣະບັນຍັດພຽງແຕ່ຊັດແຈ້ງຂຶ້ນຜ່ານປະສົບການຊີວິດຂອງມະນຸດ. ຄົນສ່ວນໃຫຍ່ສັນນິດຖານວ່າການຮັກສາພຣະບັນຍັດເປັນຢ່າງດີໝາຍຄວາມວ່າ ພວກເຂົາ “ກຽມພ້ອມໝົດແລ້ວ ແລະ ສິ່ງທີ່ຍັງເຫຼືອໃຫ້ເຮັດກໍ່ຄືຕ້ອງຕາມໃຫ້ທັນ”. ສິ່ງນີ້ແມ່ນແນວຄິດປະເພດທີ່ເກີນຂອບເຂດ ແລະ ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ຄົນທີ່ເວົ້າສິ່ງດັ່ງກ່າວບໍ່ປາຖະໜາທີ່ຈະກ້າວໜ້າ ແລະ ພວກເຂົາປາຖະໜາທາງເນື້ອໜັງ. ມັນເປັນເລື່ອງໄຮ້ສາລະ! ມັນບໍ່ສອດຄ່ອງກັບຄວາມເປັນຈິງເລີຍ! ມັນບໍ່ແມ່ນເຈດຕະນາຂອງພຣະເຈົ້າທີ່ຈະພຽງແຕ່ປະຕິບັດຄວາມຈິງ ໂດຍປາສະຈາກການຮັກສາພຣະບັນຍັດແທ້ໆ. ຄົນທີ່ເຮັດແບບນີ້ແມ່ນຄົນພິການ; ພວກເຂົາຄືກັບຄົນທີ່ຂາດຂາຂ້າງໜຶ່ງ. ການຮັກສາພຣະບັນຍັດແຕ່ຢ່າງດຽວຄືກັບວ່າປະຕິບັດຕາມກົດລະບຽບ, ແຕ່ບໍ່ມີຄວາມຈິງ, ສິ່ງນີ້ແມ່ນບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າເຊັ່ນກັນ; ຄືກັບຄົນທີ່ຕາບອດເບື້ອງໜຶ່ງ, ຜູ້ຄົນທີ່ເຮັດແບບນີ້ກໍ່ທົນທຸກຈາກຄວາມພິການຮູບແບບໜຶ່ງ. ມັນສາມາດເວົ້າໄດ້ວ່າ ຖ້າເຈົ້າຮັກສາພຣະບັນຍັດເປັນຢ່າງດີ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພຣະເຈົ້າທີ່ເປັນຈິງ, ແລ້ວເຈົ້າກໍ່ຈະມີຄວາມຈິງ; ເວົ້າອີກຢ່າງໜຶ່ງກໍ່ຄື, ເຈົ້າຈະໄດ້ຮັບວຸດທິພາວະທີ່ແທ້ຈິງ. ຖ້າເຈົ້າປະຕິບັດຄວາມຈິງທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ຈະຍັງຮັກສາພຣະບັນຍັດອີກດ້ວຍ ແລະ ທັງສອງສິ່ງເຫຼົ່ານີ້ແມ່ນບໍ່ໄດ້ຂັດແຍ້ງກັນ. ການປະຕິບັດຄວາມຈິງ ແລະ ການຮັກສາພຣະບັນຍັດແມ່ນສອງລະບົບ ເຊິ່ງທັງສອງຢ່າງເປັນສ່ວນທີ່ສຳຄັນໃນປະສົບການຊີວິດຂອງຄົນໆໜຶ່ງ. ປະສົບການຂອງຄົນໆໜຶ່ງຄວນປະກອບດ້ວຍການປະສົມປະສານ ບໍ່ແມ່ນການແບ່ງແຍກການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງອອກຈາກກັນ. ເຖິງຢ່າງໃດກໍ່ຕາມ, ມີທັງຄວາມແຕກຕ່າງ ແລະ ຄວາມເຊື່ອມໂຍງກັນລະຫວ່າງສອງສິ່ງເຫຼົ່ານີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ເຂົ້າຮ່ວມໃນການຈັດຕັ້ງ ຫຼື ການເຄື່ອນໄຫວໃດໆ, ແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ....
ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້....
ພຣະເຈົ້າໃຊ້ພຣະທຳຂອງພຣະອົງເພື່ອສ້າງພັນທະສັນຍາກັບມະນຸດ ປະຖົມມະການ 9:11-13 ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ...
ແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ...