ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 21
ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ຜ່ານປະສົບການ, ມັນສາມາດເຫັນໄດ້ວ່າການສະຫງົບຫົວໃຈຂອງຄົນໆໜຶ່ງຕໍ່ໜ້າພຣະເຈົ້າຄືສິ່ງທີ່ສໍາຄັນທີ່ສຸດ. ມັນກ່ຽວຂ້ອງກັບບັນຫາໃນຊີວິດຝ່າຍວິນຍານຂອງຜູ້ຄົນ ແລະ ຄວາມກ້າວໜ້າໃນຊີວິດ. ການທີ່ເຈົ້າສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສຈະພຽງແຕ່ເກີດໝາກຜົນ ຖ້າຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ສິ່ງນັ້ນເປັນຍ້ອນເຈົ້າໄດ້ເຂົ້າມາຢູ່ຕໍ່ໜ້າພຣະອົງທີ່ເປັນພາລະ, ເພາະເຈົ້າຮູ້ສຶກຢູ່ສະເໝີວ່າເຈົ້າກຳລັງຂາດໃນຫຼາຍທາງ, ມີຄວາມຈິງຫຼາຍປະການທີ່ເຈົ້າຈຳເປັນຕ້ອງຮູ້, ມີຄວາມເປັນຈິງຫຼາຍຢ່າງທີ່ເຈົ້າຈຳເປັນຕ້ອງໄດ້ສໍາຜັດ ແລະ ເຈົ້າຄວນສະແດງຄວາມຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ສິ່ງເຫຼົ່ານີ້ຢູ່ໃນຄວາມຄິດຂອງເຈົ້າຢູ່ຕະຫຼອດ, ມັນຮູ້ສຶກຄືກັບວ່າພວກມັນກໍາລັງເຕັງເຈົ້າລົງຈົນຫາຍໃຈບໍ່ອອກ ແລ້ວດ້ວຍເຫດນັ້ນເຈົ້າຈຶ່ງຮູ້ສຶກໜັກໃຈ (ແຕ່ເຈົ້າບໍ່ໄດ້ຢູ່ໃນສະພາວະລົບໆ). ມີແຕ່ຄົນເຊັ່ນນີ້ເທົ່ານັ້ນຈຶ່ງມີຄຸນສົມບັດທີ່ຈະຍອມຮັບເອົາຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ແລະ ການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ມັນເປັນຍ້ອນພາລະຂອງພວກເຂົາ, ເພາະພວກເຂົາໜັກໃຈ ແລະ ມັນສາມາດເວົ້າໄດ້ວ່າ ຍ້ອນລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມທຸກທໍລະມານທີ່ພວກເຂົາໄດ້ຜ່ານຜ່າຕໍ່ໜ້າພຣະເຈົ້າ ພວກເຂົາຈຶ່ງໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ. ເພາະວ່າພຣະເຈົ້າບໍ່ໄດ້ປະຕິບັດຢ່າງພິເສດຕໍ່ບຸກຄົນໃດ. ພຣະອົງຍຸຕິທໍາໃນການປະຕິບັດຕໍ່ຜູ້ຄົນສະເໝີ ແລະ ພຣະອົງບໍ່ໄດ້ໃຫ້ພອນຕໍ່ຜູ້ຄົນຢ່າງບໍ່ມີເຫດຜົນ ຫຼື ເງື່ອນໄຂ. ນີ້ແມ່ນລັກສະນະອຸປະນິໄສໜຶ່ງທີ່ຊອບທໍາຂອງພຣະເຈົ້າ. ໃນຊີວິດຈິງ, ຄົນສ່ວນໃຫຍ່ບໍ່ທັນໄດ້ບັນລຸອານາເຂດນີ້. ຢ່າງໜ້ອຍທີ່ສຸດ, ຫົວໃຈຂອງພວກເຂົາກໍຍັງບໍ່ທັນຫັນເຂົ້າຫາພຣະເຈົ້າຢ່າງສົມບູນ, ສະນັ້ນຈຶ່ງຍັງບໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງໃດໆເລີຍໃນຊີວິດ-ອຸປະນິໄສຂອງພວກເຂົາ. ນີ້ເປັນຍ້ອນພວກເຂົາອາໄສຢູ່ໃນພຣະຄຸນຂອງພຣະເຈົ້າເທົ່ານັ້ນ ແລະ ພວກເຂົາຍັງບໍ່ທັນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເກນເງື່ອນໄຂທີ່ຜູ້ຄົນຕ້ອງບັນລຸເພື່ອຖືກພຣະເຈົ້າໃຊ້ແມ່ນເປັນດັ່ງນີ້: ຫົວໃຈຂອງພວກເຂົາຕ້ອງຫັນເຂົ້າຫາພຣະເຈົ້າ, ພວກເຂົາຕ້ອງແບກຫາບເອົາພາລະແຫ່ງພຣະທໍາຂອງພຣະອົງ, ພວກເຂົາມີຫົວໃຈທີ່ສະແຫວງຫາ ແລະ ພວກເຂົາຕ້ອງຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ. ມີພຽງຄົນເຫຼົ່ານີ້ເທົ່ານັ້ນຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງໄດ້ຢູ່ເລື້ອຍໆ. ຢູ່ພາຍນອກ, ຄົນທີ່ພຣະເຈົ້າໃຊ້ປະໂຫຍດປາກົດຄືກັບວ່າຂາດເຫດຜົນ ແລະ ຄວາມສໍາພັນທີ່ປົກກະຕິກັບຄົນອື່ນ, ແຕ່ວ່າພວກເຂົາເວົ້າຢ່າງລະມັດລະວັງ, ຢ່າງເໝາະສົມ ແລະ ສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ. ນີ້ຄືຄົນປະເພດທີ່ຄູ່ຄວນຈະຖືກພຣະວິນຍານບໍລິສຸດນໍາໃຊ້ຢ່າງແນ່ນອນ. ຄົນເຫຼົ່ານີ້ທີ່ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງນີ້ ເບິ່ງຄືວ່າບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ ແລະ ພວກເຂົາບໍ່ສົນໃຈຄວາມຮັກພາຍນອກ ຫຼື ການປະຕິບັດພາຍນອກ, ແຕ່ເມື່ອພວກເຂົາໂອ້ລົມເລື່ອງຝ່າຍວິນຍານ ພວກເຂົາສາມາດເປີດຫົວໃຈຂອງພວກເຂົາ ແລະ ຈັດໃຫ້ຄວາມສະຫວ່າງ ແລະ ແສງເຍືອງທາງໃຫ້ຄົນອື່ນຢ່າງບໍ່ເຫັນແກ່ຕົວ ເຊິ່ງພວກເຂົາໄດ້ຮັບຈາກປະສົບການຕົວຈິງຂອງພວກເຂົາຕໍ່ໜ້າພຣະເຈົ້າ. ນັ້ນແມ່ນວິທີທີ່ພວກເຂົາສະແດງຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ປະຕິບັດໃຫ້ໄດ້ຕາມເຈດຕະນາຂອງພຣະອົງ. ເມື່ອຄົນອື່ນປ້ອຍດ່າ ແລະ ເຍາະເຍີ້ຍພວກເຂົາ, ພວກເຂົາກໍຫຼີກລ່ຽງຈາກການໄດ້ຮັບອິດທິພົນຈາກຄົນ, ເລື່ອງ ຫຼື ສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ຍັງສະຫງົບຕໍ່ໜ້າພຣະເຈົ້າ. ມັນເບິ່ງຄືກັບວ່າພວກເຂົາມີຄວາມເຂົ້າໃຈທີ່ພິເສດຂອງພວກເຂົາເອງ. ບໍ່ວ່າຄົນອື່ນຈະເຮັດແນວໃດກໍຕາມ, ຫົວໃຈຂອງພວກເຂົາບໍ່ເຄີຍປະຖິ້ມພຣະເຈົ້າ. ເມື່ອຄົນອື່ນເວົ້າ ແລະ ຫົວຂວັນ, ຫົວໃຈຂອງພວກເຂົາກໍຍັງຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕຶກຕອງພຣະທໍາຂອງພຣະອົງ ຫຼື ອະທິຖານຫາພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງງຽບໆ, ສະແຫວງຫາຄວາມປາດຖະໜາຂອງພຣະອົງ. ຄົນເຫຼົ່ານີ້ບໍ່ເຄີຍໃຫ້ຄວາມສໍາຄັນກັບການຮັກສາຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນ ແລະ ພວກເຂົາເບິ່ງຄືກັບວ່າບໍ່ມີປັດຊະຍາສຳລັບຄວາມສໍາພັນທາງໂລກ. ພວກເຂົາປາກົດວ່າສົດໃສ, ເປັນຕາຮັກແພງ ແລະ ໄຮ້ດຽງສາ, ແຕ່ພວກເຂົາຍັງມີຄວາມສະຫງົບພໍສົມຄວນ. ນີ້ແມ່ນລັກສະນະຂອງຄົນປະເພດທີ່ພຣະເຈົ້ານໍາໃຊ້. ສິ່ງຕ່າງໆ ເຊັ່ນ: ປັດຊະຍາສໍາລັບຄວາມສໍາພັນທາງໂລກ ຫຼື “ເຫດຜົນປົກກະຕິ” ພຽງແຕ່ບໍ່ສາມາດໃຊ້ໄດ້ກັບຄົນປະເພດນີ້. ພວກເຂົາໄດ້ຖອກເທຫົວໃຈທັງໝົດຂອງພວກເຂົາໃຫ້ພຣະທໍາຂອງພຣະເຈົ້າແລ້ວ ແລະ ພວກເຂົາເບິ່ງຄືວ່າ ມີແຕ່ພຣະເຈົ້າເທົ່ານັ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນປະເພດນີ້ເປັນຄົນທີ່ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງ ແລະ ມັນເປັນຄົນປະເພດນີ້ແທ້ໆທີ່ພຣະເຈົ້ານໍາໃຊ້. ເຄື່ອງໝາຍຂອງຄົນທີ່ພຣະເຈົ້ານໍາໃຊ້ມີລັກສະນະຄື: ບໍ່ວ່າຢູ່ເມື່ອໃດ ຫຼື ຢູ່ໃສກໍຕາມ, ຫົວໃຈຂອງພວກເຂົາຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ບໍ່ວ່າຄົນອື່ນອາດເຖິງວ່າຄົນອື່ນຈະໝົກໝົ້ນໃນກິເລດຕັນຫາ ແລະ ຝ່າຍເນື້ອໜັງຫຼາຍປານໃດກໍຕາມ, ຫົວໃຈຂອງຄົນນີ້ກໍບໍ່ເຄີຍປະຖິ້ມພຣະເຈົ້າ ແລະ ພວກເຂົາບໍ່ຕິດຕາມຝູງຊົນ. ມີແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ຄົນປະເພດນີ້ເທົ່ານັ້ນຈຶ່ງຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນ. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້, ແລ້ວເຈົ້າກໍບໍ່ມີຄຸນສົມບັດທີ່ຈະຖືກຮັບໂດຍພຣະເຈົ້າ ຫຼື ຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ...
ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ...
ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ,...
ຕອນນີ້ເຮົາປະກາດໃຊ້ພຣະດຳລັດຂອງເຮົາສຳລັບພວກເຈົ້າ (ມີຜົນບັງຄັບໃຊ້ນັບແຕ່ມື້ປະກາດໃຊ້, ກຳນົດການລົງໂທດຕ່າງໆໃຫ້ແກ່ຄົນທີ່ແຕກຕ່າງກັນ):...