ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 420
ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ເມື່ອຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຂົາກໍສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍວິທີດັ່ງກ່າວຈຶ່ງໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ພວກເຂົາໃຊ້ຫົວໃຈຂອງພວກເຂົາເພື່ອພົວພັນກັບພຣະທຳຂອງພຣະເຈົ້າ ແລ້ວໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະໃຊ້ຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງຈະສາມາດພັດທະນາຊີວິດຝ່າຍວິນຍານທີ່ປົກກະຕິເທື່ອລະໜ້ອຍ. ຖ້າໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ, ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງ, ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ປະຕິບັດຕໍ່ພາລະຂອງພຣະອົງເປັນດັ່ງພາລະຂອງພວກເຂົາເອງ, ແລ້ວທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ, ເປັນການກະທຳທີ່ປົກກະຕິຂອງຄົນທີ່ເຊື່ອຖືສາສະໜາ ແລະ ມັນຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້, ພວກເຂົາສາມາດເຮັດໜ້າທີ່ເປັນສິ່ງປະກອບສຳລັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຄົນເຫຼົ່ານີ້ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນຕົວຍຶດ ແລະ ພວກເຂົາເປັນຂີ້ເຫຍື້ອ ແລະ ພຣະເຈົ້າບໍ່ນໍາໃຊ້ພວກເຂົາ. ບໍ່ພຽງແຕ່ບໍ່ມີໂອກາດທີ່ພາລະກິດຂອງພຣະວິນຍານບໍລິສຸດຈະເຮັດພາລະກິດໃນພວກເຂົາ, ບໍ່ມີຄຸນຄ່າໃນການເຮັດໃຫ້ພວກເຂົາສົມບູນແບບເລີຍ. ຄົນປະເພດນີ້ແມ່ນຊາກສົບຍ່າງໄດ້ແທ້ໆ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້, ພວກເຂົາຖືກຄອບງໍາທັງໝົດ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະກໍາຈັດຄົນເຫຼົ່ານີ້ອອກໃຫ້ໝົດ. ເມື່ອພຣະວິນຍານບໍລິສຸດນໍາໃຊ້ຜູ້ຄົນໃນມື້ນີ້, ພຣະອົງບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງເຮັດໃຫ້ສົມບູນ ແລະ ປ່ຽນແປງສ່ວນຕ່າງໆຂອງພວກເຂົາທີ່ບໍ່ເປັນປະໂຫຍດ. ຖ້າເຈົ້າສາມາດຖອກເທຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ສະຫງົບຕໍ່ໜ້າພຣະອົງ, ແລ້ວເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ແລະ ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກຜ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າຈະສາມາດໄດ້ຮັບທາງເຂົ້າທີ່ເລິກເຊິ່ງຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ໃນລະດັບທີ່ສູງຂຶ້ນ; ໃນທາງລົບ, ເຈົ້າຈະມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມບົກຜ່ອງ ແລະ ຂໍ້ຜິດພາດຂອງເຈົ້າ ແລະ ເຈົ້າຈະຊອກຫາຫຼາຍຂຶ້ນ ແລະ ສະແຫວງຫາຫຼາຍຂຶ້ນເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ຄິດລົບ, ເຈົ້າຈະສາມາດກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ສະແດງວ່າເຈົ້າເປັນຄົນຖືກຕ້ອງ. ໂດຍສັນນິດຖານວ່າ ຫົວໃຈຂອງເຈົ້າຍັງຄົງສະຫງົບຕໍ່ໜ້າພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະໄດ້ຮັບຄໍາຍົກຍ້ອງຈາກພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ເຈົ້າຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນກັບວ່າເຈົ້າກ້າວເຂົ້າສູ່ຢ່າງຫ້າວຫັນ ຫຼື ບໍ່. ເມື່ອພຣະວິນຍານບໍລິສຸດມອບແສງສະຫວ່າງໃຫ້ແກ່ຜູ້ຄົນ ແລະ ນໍາໃຊ້ພວກເຂົາ, ພຣະອົງຈະບໍ່ເຮັດໃຫ້ພວກເຂົາຄິດລົບ, ພຣະອົງຈະເຮັດໃຫ້ພວກເຂົາກ້າວໜ້າຢ່າງຫ້າວຫັນຢູ່ສະເໝີ. ແລ້ວເມື່ອພຣະອົງເຮັດເຊັ່ນນີ້, ຜູ້ຄົນຍັງມີຈຸດອ່ອນ ແຕ່ພວກເຂົາບໍ່ດຳລົງຊີວິດຕາມສິ່ງເຫຼົ່ານັ້ນ. ພວກເຂົາບໍ່ໄດ້ປ່ອຍວາງຄວາມກ້າວໜ້າໃນຊີວິດຂອງພວກເຂົາ ແລະ ພວກເຂົາສືບຕໍ່ປະຕິບັດໃຫ້ໄດ້ຕາມເຈດຕະນາຂອງພຣະເຈົ້າ. ສິ່ງນີ້ຄືມາດຕະຖານ. ຖ້າເຈົ້າສາມາດບັນລຸສິ່ງນີ້ ມັນກໍພິສູດວ່າ ເຈົ້າໄດ້ຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ. ຖ້າຄົນໃດຄົນໜຶ່ງຄິດລົບຢູ່ສະເໝີ ແລະ ເຖິງແມ່ນວ່າຫຼັງຈາກຄົນນັ້ນໄດ້ຮັບຄວາມສະຫວ່າງ ແລະ ມາຮູ້ຈັກຕົນເອງ, ຖ້າພວກເຂົາຍັງຄິດລົບ ແລະ ຢູ່ຊື່ໆ ແລະ ພວກເຂົາບໍ່ສາມາດລຸກຂຶ້ນ ແລະ ເຮັດວຽກກັບພຣະເຈົ້າ, ແລ້ວພວກເຂົາພຽງແຕ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແລະ ພຣະວິນຍານບໍລິສຸດບໍ່ໄດ້ຢູ່ກັບພວກເຂົາ. ສະພາວະລົບໆຂອງພວກເຂົາໝາຍຄວາມວ່າຫົວໃຈຂອງພວກເຂົາຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າ ແລະ ວິນຍານຂອງພວກເຂົາກໍບໍ່ໄດ້ຮັບການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ທຸກຄົນຄວນຮັບຮູ້ທຸກສິ່ງນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້....
ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ...
ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ....
ຄົນສ່ວນໃຫຍ່ເຊື່ອໃນພຣະເຈົ້າຍ້ອນເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ ຫຼື ຍ້ອນຄວາມສຸກຊົ່ວຄາວ. ສຳລັບຄົນທີ່ບໍ່ໄດ້ຜ່ານການລິຮານຫຍັງເລີຍ,...