ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 262

ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ທຽງທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອການມອບໝາຍຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ.

ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະເປັນຄວາມຫາຍະນະທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.

ໃຫ້ຫວນກັບໄປເບິ່ງໃນຊ່ວງເວລາເມື່ອໂນອາສ້າງເຮືອສຳເພົາ: ມະນຸດຊາດເສື່ອມຊາມຫຼາຍ, ຜູ້ຄົນໄດ້ຫັນໜີຈາກການອວຍພອນຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ດູແລພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ສູນເສຍພຣະສັນຍາຂອງພຣະເຈົ້າ. ພວກເຂົາອາໄສຢູ່ໃນຄວາມມືດ ໂດຍປາສະຈາກແສງສະຫວ່າງຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງປາສະຈາກສິນລະທຳໂດຍທຳມະຊາດ ແລະ ປະຖິ້ມຕົວພວກເຂົາເອງໃຫ້ກັບຄວາມຊົ່ວຊ້າຢ່າງເສື່ອມເສຍ. ຄົນປະເພດນີ້ບໍ່ສາມາດຮັບພຣະສັນຍາຂອງພຣະເຈົ້າອີກຕໍ່ໄປ; ພວກເຂົາບໍ່ສົມຄວນເປັນພະຍານເຖິງໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນສຽງຂອງພຣະເຈົ້າ, ຍ້ອນພວກເຂົາໄດ້ປະຖິ້ມພຣະເຈົ້າ, ໄດ້ປະຖິ້ມທຸກຢ່າງທີ່ພຣະອົງປະທານໃຫ້ກັບພວກເຂົາ ແລະ ໄດ້ລືມຄໍາສັ່ງສອນຂອງພຣະເຈົ້າ. ຫົວໃຈຂອງພວກເຂົາໄດ້ຫັນໜີຈາກພຣະເຈົ້າໄກອອກໄປເລື້ອຍໆ ແລະ ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຄົນທີ່ຊົ່ວຊ້າເກີນເຫດຜົນທັງໝົດ ແລະ ຄວາມເປັນມະນຸດ ແລະ ຍິ່ງຊົ່ວຮ້າຍເພີ່ມຂຶ້ນເລື້ອຍໆ. ແລ້ວພວກເຂົາກໍ່ໄດ້ຍ່າງເຂົ້າໃກ້ຄວາມຕາຍຫຼາຍຂຶ້ນ ແລະ ຕົກຢູ່ພາຍໃຕ້ຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ມີພຽງແຕ່ໂນອາທີ່ນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຍິນຄຳສັ່ງສອນຂອງພຣະອົງ. ເພິ່ນໄດ້ສ້າງເຮືອສຳເພົາຕາມຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ຮວບຮວມສິ່ງທີ່ມີຊີວິດທຸກປະເພດ. ດ້ວຍເຫດນີ້ ເມື່ອທຸກສິ່ງຖືກຕຽມການໄວ້ແລ້ວ, ພຣະເຈົ້າກໍປ່ອຍການທຳລາຍລ້າງຂອງພຣະອົງມາເທິງແຜ່ນດິນໂລກ. ມີພຽງແຕ່ໂນອາ ແລະ ສະມາຊິກຄົນອື່ນອີກເຈັດຄົນເທົ່ານັ້ນທີ່ລອດຈາກການທຳລາຍລ້າງນັ້ນ ຍ້ອນໂນອານະມັດສະການພຣະເຢໂຮວາ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ.

ຕອນນີ້ໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື: ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ ແມ່ນໄດ້ສູນຫາຍໄປໝົດແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ຍັງຄົງໃຫ້ອະໄພແກ່ພວກເຂົາໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປາກົດຕົວ. ພຣະອົງສະແຫວງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມການມອບໝາຍຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ອ່ອນນ້ອມຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ, ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງອັນຊົງກຽດ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກເອີ້ນຂອງພຣະອົງ ແລະ ການມອບໝາຍຂອງພຣະອົງແລະ ເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການຈາກເຈົ້າ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ມີຄວາມໝາຍທີ່ສຸດເທິງແຜ່ນດິນໂລກ ແລະ ເປັນກິດຈະການທີ່ທຽງທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ແມ່ນຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ, ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ທຽງທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຜັກການປົກປ້ອງຂອງພຣະເຈົ້າອອກຫ່າງຈາກມະນຸດ ແລະ ກໍ່ເປັນເຊັ່ນນັ້ນເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 133

ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື...

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 138

ພຣະເຈົ້າບໍ່ໄດ້ມາສູ່ແຜ່ນດິນໂລກ ເພື່ອເຮັດໃຫ້ຄວາມເປັນມະນຸດທໍາມະດາຂອງພຣະອົງສົມບູນ ແລະ ບໍ່ໄດ້ມາເພື່ອກະທໍາພາລະກິດຂອງຄວາມເປັນມະນຸດທໍາມະດາ....