ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 102

30 ເດືອນພຶດສະພາ 2020

ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວຜ່ານເນື້ອໜັງມະນຸດ. ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນສໍາຄັນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ ແລະ ເປັນທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍາລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ພ້ອມນີ້ ຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດແນ່ນອນ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ, ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພວກເຂົາ ກໍຈະສາມາດເຫັນເຖິງຄວາມສໍາຄັນຂອງການບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລະ ຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະລະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ຍ້ອນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ ແລະ ມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ, ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ແລະ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ, ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກີດຜ່ານເນື້ອໜັງຂອງພຣະເຈົ້າສຳເລັດລົງຢ່າງສົບບູນແບບ. ພາລະກິດການໄຖ່ບາບເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ. ມັນກຳຈັດແນວຄວາມຄິດຜິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາຄັນແມ່ນບໍ່ຈໍາແນກເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີການຈຳແນກລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າ ຜົນພາລະກິດທີ່ຈະໄດ້ຮັບແມ່ນຜ່ານທາງພຣະທຳ. ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແມ່ນການກ່າວພຣະທຳ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງປາກົດວ່າ ຈະທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພວກເຂົາທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ສໍາລັບພຣະເຈົ້າທີ່ບັງເກີດເປັນມະນຸດໃນທຸກມື້ນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ແກ່ນແທ້ຂອງເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ພັນທະກິດຂອງພຣະອົງບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ເມື່ອພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ແທ້ຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ, ສະນັ້ນ ຂັ້ນຕອນນີ້ຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນມະນຸດຢ່າງສົມບູນ ແລະ ບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບພຣະອົງ. ພຣະອົງປ່ວຍຄືກັບຄົນອື່ນໆ, ຕ້ອງການອາຫານ ແລະ ເສື້ອຜ້າຄືກັບຄົນອື່ນໆ, ຍ້ອນເປັນເນື້ອໜັງຢ່າງສົມບູນ. ຖ້າໃນເວລານີ້ ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນທີ່ເໜືອທຳມະຊາດ ຖ້າພຮະອົງຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ຫຼື ສາມາດຂ້າດ້ວຍພຣະທຳຂໍ້ດຽວ, ພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ສຳເລັດໄດ້ແນວໃດ? ພາລະກິດຈະຂະຫຍາຍທ່າມກາງປະເທດຂອງຕ່າງຊາດໄດ້ແນວໃດ? ການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍແມ່ນພາລະກິດຂອງຍຸກແຫ່ງພຣະຄຸນ, ຂັ້ນຕອນແລກໃນພາລະກິດແຫ່ງການໄຖ່ບາບ ແລະ ບັດນີ້ ພຣະເຈົ້າໄດ້ຊ່ວຍມະນຸດຈາກໄມ້ກາງແຂນແລ້ວ ພຣະອົງຈຶ່ງບໍ່ປະຕິບັດພາລະກິດນັ້ນອີກຕໍ່ໄປ. ຖ້າໃນຍຸກສຸດທ້າຍ “ພຣະເຈົ້າ” ທີ່ຄ້າຍຄືພຣະເຢຊູປາກົດຂຶ້ນ ເຊິ່ງເປັນຄົນທີ່ຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ແລະ ຖືກຄຶງໃສ່ໄມ້ກາງແຂນ, “ພຣະເຈົ້າ” ອົງນັ້ນ ເຖິງແມ່ນຈະຄ້າຍຄືລັກສະນະພຣະເຈົ້າໃນພຣະຄໍາພີ ແລະ ມະນຸດຮັບເອົາຢ່າງງ່າຍດາຍ, ແກ່ນແທ້ຈະບໍ່ແມ່ນເນື້ອໜັງທີ່ສະຖິດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ໂດຍວິນຍານຊົ່ວຮ້າຍ. ຍ້ອນມັນເປັນຫຼັກການຂອງພາລະກິດຂອງພຣະເຈົ້າທີ່ຈະບໍ່ເຮັດຊໍ້າໃນສິ່ງທີ່ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ. ດ້ວຍເຫດນັ້ນ ພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຈຶ່ງແຕກຕ່າງຈາກພາລະກິດຄັ້ງທຳອິດ. ໃນຍຸກສຸດທ້າຍ ພຣະເຈົ້າຮັບຮູ້ພາລະກິດແຫ່ງການເອົາຊະນະໃນເນື້ອໜັງທຳມະດາ ແລະ ບໍ່ມີຫຍັງພິເສດ; ພຣະອົງບໍ່ໄດ້ຮັກສາຄົນປ່ວຍ, ຈະບໍ່ຖືກຄຶງທີ່ໄມ້ກາງແຂນເພື່ອມະນຸດ, ມີພຽງແຕ່ກ່າວພຣະທຳໃນເນື້ອໜັງ, ເອົາຊະນະມະນຸດດ້ວຍເນື້ອໜັງ. ມີພຽງແຕ່ເນື້ອໜັງດັ່ງກ່າວເປັນເນື້ອໜັງທີ່ບັງເກີດຈາກພຣະເຈົ້າ; ມີພຽງແຕ່ເນື້ອໜັງດັ່ງກ່າວທີ່ສາມາດເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສົມບູນໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ