ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 512
ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ ແລະ ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ສິ່ງຕ່າງໆທີ່ມະນຸດຊາດບໍ່ເຄີຍໄດ້ຍິນ ທັນທີໃດ ກໍປາກົດຂຶ້ນ ແລະ ສິ່ງຕ່າງໆທີ່ມະນຸດຊາດໄດ້ຄອບຄອງມາເປັນເວລາດົນນານກໍສູນຫາຍໄປໂດຍບໍ່ຮູ້ສຶກຕົວ. ບໍ່ມີໃຜສາມາດເຂົ້າໃຈຢ່າງເລິກເຊິ່ງວ່າ ອົງຊົງລິດທານຸພາບສູງສຸດຢູ່ທີ່ໃດ ແລ້ວແຮງໄກທີ່ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະເສີດ ແລະ ຄວາມຍິ່ງໃຫຍ່ແຫ່ງພະລັງຊີວິດຂອງອົງຊົງລິດທານຸພາບສູງສຸດໄດ້. ພຣະອົງເໜືອທໍາມະຊາດເນື່ອງຈາກພຣະອົງສາມາດຮັບຮູ້ສິ່ງທີ່ມະນຸດບໍ່ສາມາດຮັບຮູ້ໄດ້. ພຣະອົງເປັນຜູ້ປະເສີດເນື່ອງຈາກວ່າພຣະອົງຈະຖືກມະນຸດປະຖິ້ມ, ແຕ່ພຣະອົງກໍຍັງຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງຮູ້ຈັກຄວາມໝາຍຂອງຊີວິດ ແລະ ຄວາມຕາຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງຮູ້ຈັກກົດເກນແຫ່ງການມີຢູ່ທີ່ມະນຸດຊາດທີ່ຖືກສ້າງຂຶ້ນຄວນປະຕິບັດຕາມ. ພຣະອົງຄືພື້ນຖານແຫ່ງການດໍາລົງຢູ່ຂອງມະນຸດຊາດ ແລະ ພຣະອົງແມ່ນພຣະຜູ້ໄຖ່ບາບທີ່ເຮັດໃຫ້ມະນຸດຊາດຟື້ນຄືນຊີບອີກຄັ້ງ. ພຣະອົງຂົ່ມຫົວໃຈທີ່ເປັນສຸກດ້ວຍຄວາມທຸກ ແລະ ຍໍຫົວໃຈທີ່ເປັນທຸກດ້ວຍຄວາມສຸກ, ທັງໝົດນີ້ກໍເພື່ອພາລະກິດຂອງພຣະອົງ ແລະ ເພື່ອແຜນການຂອງພຣະອົງ.
ມະນຸດທີ່ເຫີນຫ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ຫຼື ບ່ອນເພິ່ງພາອາໄສ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາຝືນໃຈສະໜັບສະໜູນກະສອກເນື້ອໜັງຂອງພວກເຂົາທີ່ປາສະຈາກຄວາມຮູ້ສຶກທາງຈິດວິນຍານ ແລະ ຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້ໂດຍບໍ່ມີຄວາມຫວັງ ແລະ ບໍ່ມີເປົ້າໝາຍ ເຊິ່ງຄົນອື່ນໆກໍຄືກັນ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ຄວາມເຊື່ອດັ່ງກ່າວຍັງບໍ່ໄດ້ຖືກບັນລຸຜົນເປັນເວລາດົນນານໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງປາຖະໜາຫາມັນຢູ່ແບບນັ້ນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງຮູ້ສຶກເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ບໍ່ມີຄວາມຮູ້ສຶກໃດໆເລີຍ ເພາະພຣະອົງຕ້ອງລໍຖ້າດົນເກີນໄປ ກ່ອນທີ່ພຣະອົງຈະໄດ້ຮັບຄໍາຕອບຈາກຜູ້ຄົນ. ພຣະອົງຕ້ອງການຄົ້ນຫາ, ຄົ້ນຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ ແລະ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອທີ່ເຈົ້າຈະຕື່ນ ແລະ ເຈົ້າຈະບໍ່ໄດ້ຫີວ ຫຼື ກະຫາຍນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ້າຮູ້ສຶກວ່າໂລກນີ້ເຕັມໄປດ້ວຍຄວາມເປົ່າປ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຮູ້ສຶກສັບສົນ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເຝົ້າເບິ່ງ ຈະຍິນດີອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ. ພຣະອົງກໍາລັງລໍຖ້າການກັບຄືນມາຂອງເຈົ້າ ລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ບໍ່ຮູ້ວ່າເມື່ອໃດ ເຈົ້າໄດ້ຫຼົງທາງເດີນ, ບໍ່ຮູ້ວ່າເມື່ອໃດ ເຈົ້າໄດ້ເສຍສະຕິເທິງເສັ້ນທາງ ແລະ ບໍ່ຮູ້ວ່າເມື່ອໃດເຈົ້າໄດ້ມີ “ບິດາ” ດັ່ງກ່າວນັ້ນ; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງໄດ້ປາຖະໜາຢ່າງໝົດຫວັງ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເຝົ້າເບິ່ງຂອງພຣະອົງແມ່ນຢູ່ເໜືອລາຄາໃດໜຶ່ງ ແລະ ແມ່ນເພື່ອຫົວໃຈຂອງມະນຸດ ແລະ ເພື່ອຈິດວິນຍານຂອງມະນຸດ. ບາງເທື່ອ ການເຝົ້າເບິ່ງຂອງພຣະອົງອາດບໍ່ມີກໍານົດ ຫຼື ບາງເທື່ອມັນກໍ່ອາດຈະສິ້ນສຸດລົງແລ້ວ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈຂອງເຈົ້າ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈຸບັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ...
ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້....
ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ...
ກ່ອນອື່ນໝົດ ບາດກ້າວທຳອິດຂອງເສັ້ນທາງຂອງພຣະວິນຍານບໍລິສຸດໃນຕົວມະນຸດແມ່ນເພື່ອເຮັດໃຫ້ຫົວໃຈຂອງມະນຸດຫ່າງອອກຈາກຜູ້ຄົນ, ເຫດການ ແລະ ສິ່ງຂອງ ແລະ...