ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 63

ໃນອານາຈັກ ສິ່ງຊົງສ້າງທັງຫຼາຍໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ເຮົາໄດ້ທໍານາຍວ່າ ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມເຂົ້າກັນ ມັນຈະເປັນເວລາທີ່ເຮົາຈະທໍາລາຍແຕ່ລະປະເທດເປັນຕ່ອນໆ. ໃນເວລານີ້ ເຮົາຈະປັບປຸງປ່ຽນແປງສິ່ງຊົງສ້າງທັງໝົດຄືນໃໝ່ ແລະ ແບ່ງແຍກຈັກກະວານທັງໝົດໃໝ່, ດ້ວຍການວາງຈັກກະວານຕາມລຳດັບ ແລະ ປ່ຽນແປງອັນເກົ່າໃຫ້ເປັນອັນໃໝ່. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອແຕ່ລະປະເທດ ແລະ ແຕ່ລະຄົນທີ່ເຮົາເລືອກໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະມອບຄວາມອຸດົມສົມບູນທັງໝົດຂອງສະຫວັນໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມອຸດົມສົມບູນທີ່ບໍ່ມີສິ່ງໃດທຽບໄດ້. ໃນຂະນະທີ່ໂລກເກົ່າຍັງມີຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ແຕ່ລະປະເທດ ແລະ ປະກາດພຣະບັນຍັດການປົກຄອງຂອງເຮົາທີ່ເປີດເຜີຍຕໍ່ສາທາລະນະໄປທົ່ວຈັກກະວານທັງໝົດ ແລະ ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນຈະຖືກຂ້ຽນຕີ:

ເມື່ອເຮົາກ່າວເພື່ອຈັກກະວານທັງໝົດ, ທຸກຄົນຈະໄດ້ຍິນສຽງຂອງເຮົາ, ເຊິ່ງກໍຄືທຸກຄົນຈະເຫັນທຸກການກະທໍາທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ຂັດຕໍ່ຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຈດຕະນາຂອງເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເຮັດໃຫ້ດວງດາວທີ່ຫຼວງຫຼາຍໃນສະຫວັນມີການປ່ຽນ; ເນື່ອງຈາກເຮົາ ຕາເວັນ ແລະ ເດືອນຈະຖືກປ່ຽນໃໝ່, ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ; ແລະ ທຸກສິ່ງທີ່ຢູ່ເທິງແຜ່ນດິນໂລກຈະຖືກປ່ຽນໃໝ່. ສິ່ງນີ້ຈະບັນລຸຍ້ອນພຣະທໍາຂອງເຮົາ. ທຸກປະເທດພາຍໃນຈັກກະວານຈະຖືກຈັດແບ່ງຄືນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະມີພຽງອານາຈັກທີ່ບູຊາເຮົາ, ທຸກປະເທດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງມານຮ້າຍຈະຖືກກໍາຈັດ. ທຸກຄົນທີ່ບູຊາຊາຕານຈະຕົກຢູ່ພາຍໃຕ້ໄຟໄໝ້ເຜົາຂອງເຮົາ, ນັ້ນກໍຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນກະແສ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດແຕ່ລະຄົນ, ຊຸມຊົນທາງສາສະໜາຈະຄືນມາຫາອານາຈັກຂອງເຮົາໃນລະດັບທີ່ຕ່າງກັນ ແລະ ຖືກເອົາຊະນະໂດຍຜ່ານການກະທໍາຂອງເຮົາ ເພາະວ່າພວກເຂົາຈະໄດ້ເຫັນວ່າ “ພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ” ໄດ້ມາຮອດແລ້ວ. ທຸກຄົນຈະຖືກຈັດສັນຕາມປະເພດຂອງພວກເຂົາ ແລະ ຈະໄດ້ຮັບການຂ້ຽນຕີຕ່າງໆທີ່ເໝາະສົມກັບການກະທໍາຂອງພວກເຂົາ; ທຸກຄົນທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ; ແລະ ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນການປະພຶດຂອງພວກເຂົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດທັງຫຼາຍຂອງເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະປະກົດຕໍ່ປະເທດທັງຫຼາຍ ແລະ ຜູ້ຄົນທັງຫຼາຍ ແລະ ເຮົາຈະເປັ່ງສຽງຂອງເຮົາເອງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ ໂດຍເຮັດໃຫ້ຜູ້ຄົນທັງຫຼາຍໄດ້ເຫັນສິ່ງນີ້ດ້ວຍຕາຂອງພວກເຂົາເອງ.

ເມື່ອພຣະວັດຈະນະຂອງເຮົາມີຄວາມເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານອີກດ້ວຍ. ທຸກສິ່ງແມ່ນຖືກເຮັດໃຫ້ໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ຜູ້ຄົນທັງໝົດຈະຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ໄດ້ກັບຄືນສູ່ “ຄອບຄົວ” ຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ສິ່ງນີ້ເຮັດໃຫ້ເຮົາພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດໂດຍບໍ່ຮູ້ຕົວ ແລະ ທຸກສິ່ງແມ່ນຖືກປ່ຽນແປງ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາໄດ້ແຍກທຸກສິ່ງຕາມປະເພດຂອງພວກມັນ, ໂດຍຈັດໝວດໃຫ້ທຸກສິ່ງທີ່ມີຮູບຮ່າງ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງການສ້າງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ໂດຍຜ່ານການປ່ຽນແປງທຸກສິ່ງຢ່າງລະອຽດຖີ່ຖ້ວນ ແລະ ເຮັດໃຫ້ທຸກສິ່ງຕົກຢູ່ພາຍໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍຂອງແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ມັນຈະລົ້ມລົງໃນທ່າມກາງພຣະທຳຂອງເຮົາຢ່າງແນ່ນອນ! ມັນຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງເອີຍ! ພວກມັນຈະໄດ້ຮັບຊີວິດໃໝ່ທ່າມກາງພຣະທຳຂອງເຮົາ, ພວກມັນຈະມີພຣະຜູ້ປົກຄອງສູງສຸດຂອງພວກມັນ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ມັນຈະຟື້ນຄືນໃໝ່ທ່າມກາງສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ເຮົາສັງເກດເບິ່ງແຜ່ນດິນໂລກທັງໝົດໃນທ່າມກາງທຸກສິ່ງ. ຜູ້ຄົນຢູ່ເທິງແຜ່ນດິນໂລກໄດ້ເລີ່ມຕົ້ນຊີວິດໃໝ່ ແລະ ໄດ້ມີຄວາມຫວັງໃໝ່. ໂອ້ ປະຊາກອນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດທ່າມກາງແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນໂຫ່ຮ້ອງຂຶ້ນດ້ວຍຄວາມປິຕິຍິນດີ, ນໍ້າມີສຽງດັງກັງວານດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບພື້ນຖານສໍາລັບການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ້, ເອຢິບທີ່ເປັນຕາກຽດຊັງເອີຍ! ບໍ່ແມ່ນເຈົ້າຍັງຕໍ່ຕ້ານເຮົາຢູ່ບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ມີຊີວິດຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຢູ່ຕະຫຼອດໄປ ແລະ ທຸກຄົນທີ່ຕໍ່ຕ້ານເຮົາຈະຖືກເຮົາຂ້ຽນຕີຕະຫຼອດການຢ່າງແນ່ນອນ. ເພາະວ່າເຮົາເປັນພຣະເຈົ້າທີ່ຫຶງຫວງ ແລະ ຈະບໍ່ລະປ່ອຍມະນຸດທຸກຄົນໄປງ່າຍໆສຳລັບທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະກວດສອບທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ຜູ້ຄົນທັງຫຼາຍທີ່ນັບບໍ່ຖ້ວນ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 314

ໃນປັດຈຸບັນນີ້, ສິ່ງທີ່ພວກເຈົ້າໄດ້ເຂົ້າໃຈແມ່ນສູງສົ່ງກວ່າບຸກຄົນໃດໜຶ່ງທົ່ວທັງປະຫວັດສາດ ຜູ້ທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ....

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 6

ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ....