ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 478
30 ເດືອນສິງຫາ 2025
ເປໂຕຖືກເຮັດໃຫ້ສົມບູນຜ່ານການຜະເຊີນກັບການລິຮານ ແລະ ການຫຼໍ່ຫຼອມ. ລາວເວົ້າວ່າ “ຂ້ານ້ອຍຕ້ອງປະຕິບັດຕາມເຈດຕະນາຂອງພຣະເຈົ້າຢູ່ຕະລອດເວລາ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ຂ້ານ້ອຍຕ້ອງສະແຫວງຫາເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ວ່າຂ້ານ້ອຍຈະຖືກຕີສອນ ຫຼື ຖືກພິພາກສາ, ຂ້ານ້ອຍກໍຍັງມີຄວາມສຸກທີ່ຈະເຮັດແບບນັ້ນ”. ເປໂຕມອບທັງໝົດຂອງລາວໃຫ້ກັບພຣະເຈົ້າ; ພາລະກິດ, ຄຳເວົ້າ ແລະ ຊີວິດທັງໝົດຂອງລາວກໍລ້ວນແລ້ວແຕ່ເພື່ອເຫັນແກ່ການຮັກພຣະເຈົ້າ. ລາວເປັນຄົນທີ່ສະແຫວງຫາຄວາມບໍລິສຸດ ແລະ ຍິ່ງລາວມີປະສົບການຫຼາຍສໍ່າໃດ, ຄວາມຮັກຂອງລາວທີ່ມີຕໍ່ພຣະເຈົ້າໃນສ່ວນເລິກທີ່ຢູ່ພາຍໃນຫົວໃຈຂອງລາວກໍຍິ່ງມີຫຼາຍສໍ່ານັ້ນ. ໃນຂະນະດຽວກັນ ໂປໂລປະຕິບັດພຽງແຕ່ພາລະກິດພາຍນອກເທົ່ານັ້ນ ແລະ ເຖິງແມ່ນລາວປະຕິບັດພາລະກິດຢ່າງໜັກເຊັ່ນກັນ, ຄວາມພະຍາຍາມຂອງລາວແມ່ນເຫັນແກ່ການປະຕິບັດພາລະກິດໃຫ້ຖືກຕ້ອງ ແລະ ເພື່ອການຮັບເອົາລາງວັນ. ຖ້າລາວຮູ້ວ່າ ລາວຈະບໍ່ໄດ້ຮັບລາງວັນຫຍັງເລີຍ, ລາວກໍຈະສະຫຼະພາລະກິດຂອງລາວ. ສິ່ງທີ່ເປໂຕສົນໃຈແມ່ນຄວາມຮັກແທ້ຈິງທີ່ຢູ່ພາຍໃນຫົວໃຈຂອງລາວ ແລະ ສິ່ງທີ່ເປັນຈິງ ແລະ ສາມາດບັນລຸໄດ້. ລາວບໍ່ສົນໃຈວ່າ ລາວຈະໄດ້ຮັບລາງວັນ ຫຼື ບໍ່, ແຕ່ສົນໃຈວ່າ ອຸປະນິໄສຂອງລາວຈະສາມາດປ່ຽນແປງໄດ້ ຫຼື ບໍ່. ໂປໂລສົນໃຈໃນການປະຕິບັດພາລະກິດໃຫ້ຫຼາຍຂຶ້ນກວ່າເກົ່າ, ລາວສົນໃຈກັບພາລະກິດພາຍນອກ ແລະ ການອຸທິດຕົນ ແລະ ກ່ຽວກັບຄຳສັ່ງສອນທີ່ຜູ້ຄົນທຳມະດາບໍ່ໄດ້ຜະເຊີນ. ລາວບໍ່ໄດ້ສົນໃຈໃນການປ່ຽນແປງທີ່ຢູ່ໃນສ່ວນເລິກພາຍໃນລາວ ຫຼື ສົນໃຈໃນຄວາມຮັກແທ້ຈິງທີ່ມີຕໍ່ພຣະເຈົ້າ. ປະສົບການຂອງເປໂຕແມ່ນເພື່ອບັນລຸຄວາມຮັກແທ້ຈິງ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າ. ປະສົບການຂອງລາວແມ່ນເພື່ອຮັບເອົາຄວາມສຳພັນທີ່ໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນ ແລະ ເພື່ອມີການດຳລົງຊີວິດຕາມຄວາມເປັນຈິງ. ພາລະກິດຂອງໂປໂລແມ່ນຖືກປະຕິບັດຍ້ອນສິ່ງທີ່ພຣະເຢຊູຝາກຝັງໄວ້ກັບລາວ ແລະ ເພື່ອຮັບເອົາສິ່ງທີ່ລາວປາຖະໜາ, ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັບຄວາມຮູ້ທີ່ລາວມີກ່ຽວກັບຕົນເອງ ແລະ ພຣະເຈົ້າ. ພາລະກິດຂອງລາວແມ່ນເຫັນແກ່ການຫຼີກເວັ້ນການຕີສອນ ແລະ ການພິພາກສາເທົ່ານັ້ນ. ສິ່ງທີ່ເປໂຕສະແຫວງຫາແມ່ນຄວາມຮັກທີ່ບໍລິສຸດ ແລະ ສິ່ງທີ່ໂປໂລສະແຫວງຫາແມ່ນມົງກຸດແຫ່ງຄວາມຊອບທຳ. ເປໂຕຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະຄຣິດ ພ້ອມທັງຄວາມຮູ້ທີ່ເລິກເຊິ່ງກ່ຽວກັບຕົນເອງ. ດ້ວຍເຫດນີ້ ຄວາມຮັກທີ່ລາວມີຕໍ່ພຣະເຈົ້າຈຶ່ງບໍລິສຸດ. ການຫຼໍ່ຫຼອມເປັນເວລາຫຼາຍປີໄດ້ຍົກລະດັບຄວາມຮູ້ຂອງລາວກ່ຽວກັບພຣະເຢຊູ ແລະ ຊີວິດ ແລະ ຄວາມຮັກຂອງລາວແມ່ນເປັນຄວາມຮັກທີ່ບໍ່ມີເງື່ອນໄຂ, ມັນເປັນຄວາມຮັກໂດຍທຳມະຊາດ ແລະ ລາວບໍ່ໄດ້ຮຽກຮ້ອງຫຍັງເປັນການຕອບແທນ ຫຼື ລາວບໍ່ໄດ້ຄາດຫວັງເອົາຜົນປະໂຫຍດໃດໆ. ໂປໂລປະຕິບັດພາລະກິດເປັນເວລາຫຼາຍປີ ແຕ່ລາວກໍບໍ່ມີຄວາມຮູ້ຫຍັງຫຼາຍກ່ຽວກັບພຣະຄຣິດ ແລະ ຄວາມຮູ້ທີ່ລາວມີກ່ຽວກັບຕົນເອງກໍໜ້ອຍຫຼາຍ. ລາວບໍ່ມີຄວາມຮັກສຳລັບພຣະຄຣິດ ແລະ ພາລະກິດຂອງລາວ ແລະ ເສັ້ນທາງທີ່ລາວແລ່ນກໍແມ່ນເພື່ອຮັບເອົາພວງມາໄລສຸດທ້າຍ. ສິ່ງທີ່ລາວສະແຫວງຫາແມ່ນມົງກຸດທີ່ດີທີ່ສຸດ ບໍ່ແມ່ນຄວາມຮັກທີ່ບໍລິສຸດທີ່ສຸດ. ລາວບໍ່ໄດ້ສະແຫວງຫາຢ່າງຫ້າວຫັນ ແຕ່ເປັນການສະແຫວງຫາແບບຂີ້ຄ້ານ; ລາວບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ, ແຕ່ຖືກບັງຄັບໃຫ້ລາວສະແຫວງຫາຫຼັງຈາກທີ່ຖືກຄອບຄອງໂດຍພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້ ການສະແຫວງຫາຂອງລາວຈຶ່ງບໍ່ໄດ້ພິສູດວ່າ ລາວເປັນສິ່ງຖືກສ້າງທີ່ມີມາດຕະຖານ; ມັນແມ່ນເປໂຕທີ່ເປັນສິ່ງຖືກສ້າງທີ່ໄດ້ມາດຕະຖານ ຜູ້ເຊິ່ງປະຕິບັດພາລະກິດຂອງລາວ. ມະນຸດຄິດວ່າ ທຸກຄົນທີ່ປະກອບສ່ວນຮ່ວມກັບພຣະເຈົ້າ ຄວນໄດ້ຮັບລາງວັນ ແລະ ຍິ່ງມີການປະກອບສ່ວນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍນຶກເອົາເອງວ່າພວກເຂົາຄວນໄດ້ຮັບຄວາມກະລຸນາຂອງພຣະເຈົ້າຫຼາຍສໍ່ານັ້ນ. ແກ່ນແທ້ໃນມຸມມອງຂອງມະນຸດແມ່ນກ່ຽວກັບການເຮັດທຸລະກິດ ແລະ ເຂົາບໍ່ສະແຫວງຫາເພື່ອປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຢ່າງຫ້າວຫັນ. ສຳລັບພຣະເຈົ້າແລ້ວ ຍິ່ງຜູ້ຄົນສະແຫວງຫາຄວາມຮັກແທ້ຈິງສຳລັບພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນຫຼາຍສໍ່າໃດ ເຊິ່ງໝາຍຄວາມວ່າ ການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງ, ພວກເຂົາກໍຍິ່ງສາມາດຮັບເອົາການເຫັນດີຈາກພຣະເຈົ້າຫຼາຍສໍ່ານັ້ນ. ມຸມມອງຂອງພຣະເຈົ້າຄືການຮຽກຮ້ອງໃຫ້ມະນຸດຟື້ນຟູໜ້າທີ່ ແລະ ສະຖານະດັ້ງເດີມຂອງພວກເຂົາ. ມະນຸດເປັນສິ່ງຖືກສ້າງ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຄວນກ້າວລ່ວງຕົນເອງໂດຍຮຽກຮ້ອງຈາກພຣະເຈົ້າ ແລະ ບໍ່ຄວນເຮັດຫຍັງ ນອກຈາກປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕແມ່ນຖືກວັດແທກຕາມຄຳຖາມທີ່ວ່າ ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະສິ່ງຖືກສ້າງ ຫຼື ບໍ່ ແລະ ບໍ່ແມ່ນຕາມຂະໜາດຂອງການປະກອບສ່ວນຂອງພວກເຂົາ; ຈຸດໝາຍປາຍທາງຂອງພວກເຂົາແມ່ນຖືກກຳນົດຕາມສິ່ງທີ່ພວກເຂົາສະແຫວງຫາຕັ້ງແຕ່ຕົ້ນ, ບໍ່ແມ່ນຕາມຈຳນວນພາລະກິດທີ່ພວກເຂົາເຮັດ ຫຼື ຕາມການທີ່ຄົນອື່ນປະເມີນຄ່າຂອງພວກເຂົາ. ດ້ວຍເຫດນັ້ນ ການສະແຫວງຫາເພື່ອປະຕິບັດໜ້າທີ່ຂອງຕົນໃນຖານະທີ່ເປັນສິ່ງຖືກສ້າງ ຈຶ່ງເປັນເສັ້ນທາງສູ່ຄວາມສຳເລັດ; ການສະແຫວງຫາເສັ້ນທາງເພື່ອຮັກພຣະເຈົ້າຢ່າງແທ້ຈິງຈຶ່ງແມ່ນເສັ້ນທາງທີ່ຖືກຕ້ອງທີ່ສຸດ; ການສະແຫວງຫາການປ່ຽນແປງໃນອຸປະນິໄສເກົ່າຂອງຕົນ ແລະ ການສະແຫວງຫາຄວາມຮັກບໍລິສຸດສຳລັບພຣະເຈົ້າ ແມ່ນເສັ້ນທາງສູ່ຄວາມສຳເລັດ. ເສັ້ນທາງສູ່ຄວາມສຳເລັດດັ່ງກ່າວແມ່ນເສັ້ນທາງແຫ່ງການຟື້ນຟູໜ້າທີ່ດັ້ງເດີມ ພ້ອມທັງລັກສະນະດັ້ງເດີມຂອງສິ່ງຖືກສ້າງ. ມັນຄືເສັ້ນທາງແຫ່ງການຟື້ນຟູ ແລະ ມັນຍັງເປັນຈຸດປະສົງຂອງພາລະກິດທັງໝົດຂອງພຣະເຈົ້າມາຕັ້ງແຕ່ຕົ້ນຈົນຈົບ. ຖ້າການສະແຫວງຫາຂອງມະນຸດຖືກເປິເປື້ອນດ້ວຍຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດ ແລະ ຄວາມປາຖະໜາທີ່ບໍ່ມີເຫດຜົນ, ແລ້ວຜົນທີ່ໄດ້ຮັບກໍຈະບໍ່ແມ່ນການປ່ຽນແປງໃນອຸປະນິໄສຂອງມະນຸດ. ສິ່ງນີ້ບໍ່ສອດຄ່ອງກັບພາລະກິດແຫ່ງການຟື້ນຟູ. ແນ່ນອນ ມັນບໍ່ແມ່ນພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ແລະ ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງພິສູດວ່າ ພຣະເຈົ້າບໍ່ເຫັນດ້ວຍກັບການສະແຫວງຫາປະເພດນີ້. ແລ້ວການສະແຫວງຫາທີ່ພຣະເຈົ້າບໍ່ເຫັນດີດ້ວຍຈະມີຄວາມໝາຍຫຍັງ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ