3. ຜົນຕາມມາຂອງການເພິ່ງພາຄວາມຮູ້ໃນພຣະຄຳພີ ແລະ ທິດສະດີດ້ານສາສະໜາສາດໃນຄວາມເຊື່ອຂອງຄົນໆໜຶ່ງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ຄົນທີ່ຕໍ່ຕ້ານເຮົາແມ່ນຄົນທີ່ບໍ່ສາມາດເຂົ້າກັນກັບເຮົາໄດ້. ຄົນທີ່ບໍ່ຮັກຄວາມຈິງກໍເຊັນດຽວກັນ ແລະ ຄົນທີ່ກະບົດຕໍ່ເຮົາ ແມ່ນແຮງຕໍ່ຕ້ານເຮົາຫຼາຍ ແລະ ແຮງໄກທີ່ຈະສາມາດເຂົ້າກັບເຮົາໄດ້. ສຳລັບທຸກຄົນທີ່ເຂົ້າກັບເຮົາບໍ່ໄດ້ ເຮົາຈະສົ່ງໃຫ້ໄປຢູ່ໃນກໍາມືຂອງຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄວາມເສື່ອມຊາມຂອງຄົນຊົ່ວຮ້າຍເຫຼົ່ານັ້ນ, ມອບອິດສະລະໃຫ້ພວກເຂົາເພື່ອເປີດເຜີຍຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໃນທີ່ສຸດ ກໍຈະປ່ອຍໃຫ້ສິ່ງຊົ່ວຮ້າຍທັງຫຼາຍນັ້ນກືນກິນພວກເຂົາ. ເຮົາບໍ່ສົນໃຈວ່າ ມີເທົ່າໃດຄົນທີ່ເຂົ້າມານະມັດສະການເຮົາ ເຊິ່ງເວົ້າໄດ້ວ່າ ເຮົາບໍ່ສົນໃຈວ່າ ມີເທົ່າໃດຄົນທີ່ເຊື່ອໃນຕົວເຮົາ. ສິ່ງທີ່ເຮົາສົນໃຈກໍຄື ມີເທົ່າໃດຄົນທີ່ຈະສາມາດເຂົ້າກັບເຮົາໄດ້. ນັ້ນກໍຍ້ອນວ່າ ທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ແມ່ນຄົນຊົ່ວຮ້າຍ ທີ່ຫັກຫຼັງເຮົາ; ພວກເຂົາຄືສັດຕູຂອງເຮົາ ແລະ ເຮົາຈະບໍ່ “ຕັ້ງສານບູຊາ” ໃຫ້ກັບສັດຕູຂອງເຮົາໃນບ້ານຂອງເຮົາ. ຄົນທີ່ສາມາດເຂົ້າກັບເຮົາໄດ້ຈະຮັບໃຊ້ເຮົາໃນວິຫານຂອງເຮົາຕະຫຼອດໄປ ແລະ ຄົນທີ່ວາງຕົນເປັນສັດຕູກັບເຮົາຈະຮັບການລົງໂທດຈາກເຮົາຕະຫຼອດໄປ. ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ເຊິ່ງເປັນຄົນທີ່ບໍ່ສົນໃຈໃນຄວາມຈິງ ຫຼື ສະແຫວງຫາເສັ້ນທາງເດີນຂອງເຮົາ, ພວກເຂົາແມ່ນຕໍ່ຕ້ານເຮົາ ຍ້ອນພວກເຂົາກຳນົດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ. ດ້ວຍເຫດນັ້ນ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງຮ້າຍແຮງ. ຄົນດັ່ງກ່າວຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ຄວາມປະສົງຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນຖ້ອຍທຳ, ຖ້ອຍຄໍາທີ່ສັງຫານຊີວິດຄົນ. ຜູ້ຄົນດັ່ງກ່າວຈະສາມາດເຂົ້າກັບເຮົາໄດ້ແນວໃດ?

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ຄວາມເປັນຈິງທີ່ແທ້ຈິງ ແມ່ນຫຍັງ ແລະ ຄວາມຮູ້ ແລະ ຄຳສັ່ງສອນໃນພຣະຄຳພີແມ່ນຫຍັງ

ຕໍ່ໄປ: 1. ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ການປະຕິບັດຕາມຄວາມປະສົງຂອງພຣະເຈົ້າເປັນພຽງແຕ່ການເທດສະໜາ ແລະ ປະຕິບັດພາລະກິດເພື່ອພຣະຜູ້ເປັນເຈົ້າ ຫຼື ບໍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້