1. “ການຖືກຮັບ” ໝາຍຄວາມເຖິງການຮັບຂຶ້ນສູ່ອາກາດ ຫຼື ສະຫວັນແທ້ໆ ຫຼື ບໍ່ ແລະ ອານາຈັກສະຫວັນຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນສະຫວັນ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ, ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ. ອານາຈັກຂອງພຣະອົງຊົງມາ, ຄວາມປະສົງຂອງພຣະອົງຈະຖືກເຮັດໃຫ້ສຳເລັດເທິງແຜ່ນດິນໂລກ ເໝືອນດັ່ງມັນຖືກເຮັດໃຫ້ສຳເລັດໃນສະຫວັນ” (ມັດທາຍ 6:9-10).

“ແລ້ວເຮົາ ໂຢຮັນໄດ້ເຫັນເມືອງສັກສິດ ຄືເຢຣູຊາເລັມໃໝ່ລົງມາຈາກພຣະເຈົ້າຈາກສະຫວັນ... ແລ້ວເຮົາໄດ້ຍິນພຣະສຸລະສຽງທີ່ຍິ່ງໃຫຍ່ມາຈາກສະຫວັນ ໂດຍກ່າວວ່າ ເບິ່ງແມ,ວິຫານຂອງພຣະເຈົ້າຢູ່ກັບມະນຸດແລ້ວແລະພຣະອົງຈະອາໄສຢູ່ກັບພວກເຂົາແລະພວກເຂົາຈະເປັນປະຊາຊົນຂອງພຣະອົງແລະພຣະເຈົ້າເອງຈະຢູ່ຮ່ວມກັບພວກເຂົາແລະຈະເປັນພຣະເຈົ້າຂອງພວກເຂົາ” (ພຣະນິມິດ 21: 2-3).

“ອານາຈັກຂອງແຜ່ນດິນໂລກນີ້ຈະກາຍເປັນອານາຈັກຂອງພຣະຜູ້ເປັນເຈົ້າຂອງເຮົາ ແລະ ຂອງພຣະຄຣິດຂອງພຣະອົງ ແລະ ພຣະອົງຈະປົກຄອງຕະຫຼອດໄປເປັນນິດ” (ພຣະນິມິດ 11:15).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

“ຖືກຍົກຂຶ້ນມາ” ບໍ່ແມ່ນຖືກຍົກຈາກບ່ອນຕ່ຳຂຶ້ນໄປບ່ອນສູງແບບທີ່ຄົນຈິນຕະນາການ. ມັນແມ່ນຄວາມຜິດພາດຢ່າງໃຫຍ່ຫຼວງ. “ຖືກຍົກຂຶ້ນມາ” ແມ່ນໝາຍເຖິງການກຳນົດໄວ້ລ່ວງໜ້າ ແລະ ແລ້ວການຄັດເລືອກຂອງເຮົາ. ມັນແນໃສ່ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກໄວ້ທັງໝົດ. ຜູ້ທີ່ໄດ້ຮັບສະຖານະເປັນລູກຊາຍກົກ, ສະຖານະເປັນລູກຊາຍ ຫຼື ຄົນ ແມ່ນບັນດາຜູ້ທີ່ໄດ້ຖືກຍົກຂຶ້ນມາທັງໝົດ. ນີ້ແມ່ນສິ່ງທີ່ບໍ່ສອດຄ່ອງທີ່ສຸດກັບຄວາມຄິດຂອງຄົນ. ຜູ້ທີ່ໄດ້ຮັບການແບ່ງປັນຢູ່ໃນເຮືອນຂອງເຮົາໃນອະນາຄົດແມ່ນຜູ້ທີ່ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ. ນີ້ແມ່ນເລື່ອງແທ້ແນ່ນອນ, ບໍ່ເຄີຍປ່ຽນແປງ ແລະ ບໍ່ມີໃຜສາມາດໂຕ້ຖຽງໄດ້. ນີ້ແມ່ນການຕອບໂຕ້ຊາຕານ. ທຸກຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າຈະຖືກຍົກຂຶ້ນມາຢູ່ຕໍ່ໜ້າເຮົາ.

(ຄັດຈາກ “ບົດທີ 104” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່ບ່ອນພັກເຊົາຮ່ວມກັນກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ. ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ; ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ, ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ. ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າໃນຈຸດໝາຍປາຍທາງຂອງພຣະອົງໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ; ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ. ມະນຸດຊາດຄືຜູ້ທີ່ຖືກນໍາພາ ແລະ ບໍ່ມີແກ່ນແທ້ຄືກັນກັບພຣະເຈົ້າ. ການເຂົ້າສູ່ບ່ອນ “ພັກເຊົາ” ໝາຍເຖິງການກັບຄືນໄປສະຖານທີ່ດັ່ງເດີມຂອງຕົນ. ດັ່ງນັ້ນ, ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພຣະອົງໄດ້ກັບຄືນສູ່ສະຖານທີ່ດັ່ງເດີມຂອງພຣະອົງ. ພຣະອົງຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກທໍລະມານຂອງພວກເຂົາໄດ້ອີກຕໍ່ໄປ. ເມື່ອມະນຸດຊາດເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພວກເຂົາໄດ້ກາຍເປັນສິ່ງຊົງສ້າງທີ່ແທ້ຈິງແລ້ວ; ພວກເຂົາຈະນະມັດສະການພຣະເຈົ້າຈາກແຜ່ນດິນໂລກ ແລະ ມີຊີວິດຂອງມະນຸດແບບປົກກະຕິ. ຜູ້ຄົນຈະບໍ່ເປັນຜູ້ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ພວກເຂົາຈະກັບຄືນໄປຫາຊີວິດດັ່ງເດີມຂອງອາດາມ ແລະ ເອວາ. ສິ່ງເຫຼົ່ານີ້ຈະເປັນຊີວິດ ແລະ ຈຸດໝາຍປາຍທາງຂອງພຣະເຈົ້າ ແລະ ມະນຸດ ພາຍຫຼັງທີ່ພວກເຂົາໄດ້ເຂົ້າສູ່ບ່ອນພັກເຊົາ. ຄວາມຜ່າຍແພ້ຂອງຊາຕານເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ. ດ້ວຍເຫດນັ້ນ, ການເຂົ້າສູ່ບ່ອນພັກເຊົາຂອງພຣະເຈົ້າຫຼັງຈາກໄດ້ສໍາເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ການຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນ ແລະ ການເຂົ້າສູ່ບ່ອນພັກເຊົາກໍກາຍເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ເຊັ່ນກັນ. ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ. ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າໃນບ່ອນພັກເຊົາຂອງພຣະອົງ, ພວກເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດທຸກຄົນໃນບ່ອນພັກເຊົາຂອງພວກເຂົາ, ພຣະອົງຈະນໍາພາພວກເຂົາຈາກສະຫວັນ ແລະ ບໍ່ແມ່ນຈາກແຜ່ນດິນໂລກ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສັນຍາສໍາລັບຊີວິດທີ່ສວຍງາມດັ່ງກ່າວກໍຄື ເຂົາຈະຕ້ອງຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ຄວາມແຕກຕ່າງລະຫວ່າງພຣະທຳຂອງພຣະເຈົ້າຕາມທີ່ຜູ້ປະກາດພຣະທຳໄດ້ບອກໄວ້ ແລະ ພຣະທຳທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ສະແດງອອກ

ຕໍ່ໄປ: 2. ການຖືກຮັບແມ່ນຫຍັງແທ້ໆ ແລະ ຄົນໆໜຶ່ງຈະສາມາດຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້