ບົດທີ 114

ເຮົາໄດ້ສ້າງໂລກຈັກກະວານ; ເຮົາສ້າງພູ, ແມ່ນ້ຳ ແລະ ທຸກສິ່ງ; ເຮົາປັ້ນຈັກກະວານ ແລະ ຂອບສຸດຂອງແຜ່ນດິນໂລກ; ເຮົານຳພາບັນດາລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ; ເຮົາສັ່ງການທຸກສິ່ງ ແລະ ທຸກເລື່ອງ. ປັດຈຸບັນນີ້, ເຮົາຈະນໍາພາລູກຊາຍກົກຂອງເຮົາກັບຄືນສູ່ພູຊີໂອນຂອງເຮົາ, ກັບຄືນສູ່ບ່ອນທີ່ເຮົາອາໄສຢູ່ ແລະ ນີ້ຈະເປັນບາດກ້າວສຸດທ້າຍໃນພາລະກິດຂອງເຮົາ. ທັງໝົດທີ່ເຮົາໄດ້ເຮັດໄປ (ທຸກສິ່ງທີ່ສຳເລັດລົງນັບແຕ່ເວລາການສ້າງຈົນຮອດປັດຈຸບັນ) ແມ່ນເພື່ອຂັ້ນຕອນພາລາລະກິດຂອງເຮົາໃນມື້ນີ້ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນເພື່ອການປົກຄອງໃນມື້ອື່ນ, ອານາຈັກຂອງມື້ອື່ນ ແລະ ເພື່ອເຮົາ ແລະ ລູກຊາຍກົກຂອງເຮົາຈະມີຄວາມສຸກຊົ່ວນິລັນດອນ. ນີ້ແມ່ນເປົ້າໝາຍຂອງເຮົາໃນການສ້າງທຸກສິ່ງ ແລະ ມັນແມ່ນສິ່ງທີ່ເຮົາຈະບັນລຸໃນທີ່ສຸດຜ່ານການສ້າງຂອງເຮົາ. ມີຈຸດປະສົງ ແລະ ແຜນການຕໍ່ສິ່ງທີ່ເຮົາກ່າວ ແລະ ກະທຳ; ບໍ່ມີຫຍັງສຳເລັດລົງໂດຍບັງເອີນ. ເຖິງແມ່ນເຮົາເວົ້າວ່າ ທຸກສິ່ງເປັນອິດສະຫຼະ ແລະ ມີເສລີພາບ ເມື່ອຢູ່ກັບເຮົາ, ເຖິງຢ່າງໃດກໍຕາມ ທຸກສິ່ງທີ່ເຮົາເຮັດແມ່ນມີຫຼັກການ, ທຸກສິ່ງທີ່ເຮົາເຮັດແມ່ນອີງຕາມສະຕິປັນຍາ ແລະ ອຸປະນິໄສຂອງເຮົາ. ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບເລື່ອງນີ້ບໍ? ນັບແຕ່ເວລາການສ້າງຈົນຮອດປັດຈຸບັນ, ນອກຈາກລູກຊາຍກົກຂອງເຮົາ, ບໍ່ມີໃຜໄດ້ມາຮູ້ຈັກເຮົາ ແລະ ບໍ່ມີໃຜໄດ້ເຫັນໃບໜ້າທີ່ແທ້ຈິງຂອງເຮົາ. ເຮົາໄດ້ສ້າງຂໍ້ຍົກເວັ້ນຂຶ້ນສຳລັບລູກຊາຍກົກຂອງເຮົາກໍຍ້ອນວ່າແທ້ຈິງແລ້ວ ພວກເຂົາແມ່ນພາກສ່ວນໜຶ່ງຂອງຕົວຕົນຂອງເຮົາ.

ເມື່ອເຮົາສ້າງໂລກ, ເຮົາໄດ້ແບ່ງມະນຸດອອກເປັນສີ່ປະເພດຕາມຄວາມຕ້ອງການຂອງເຮົາ ເຊິ່ງມີ: ລູກຊາຍຂອງເຮົາ, ປະຊາຊົນຂອງເຮົາ, ບັນດາຜູ້ໃຫ້ບໍລິການ ແລະ ບັນດາຜູ້ທີ່ຈະຖືກທຳລາຍ. ເປັນຫຍັງລູກຊາຍກົກຂອງເຮົາຈຶ່ງບໍ່ໄດ້ຖືກລວມເຂົ້າໃນລາຍການນີ້? ມັນກໍຍ້ອນວ່າລູກຊາຍກົກຂອງເຮົາບໍ່ແມ່ນສິ່ງມີຊີວິດຈາກການຊົງສ້າງ; ພວກເຂົາມາຈາກເຮົາ ແລະ ບໍ່ໄດ້ມາຈາກມະນຸດ. ເຮົາໄດ້ຈັດແຈງໄວ້ສຳລັບລູກຊາຍກົກຂອງເຮົາກ່ອນທີ່ເຮົາກາຍເປັນເນື້ອໜັງ; ຄົວເຮືອນໃດທີ່ພວກເຂົາຈະໄປເກີດ ແລະ ໃຜຈະຢູ່ທີ່ນັ້ນເພື່ອຮັບໃຊ້ພວກເຂົາ, ສິ່ງທັງໝົດນີ້ໄດ້ຖືກວາງແຜນໄວ້ໂດຍເຮົາ. ເຮົາຍັງໄດ້ວາງແຜນໄວ້ວ່າໃຜໃນພວກເຂົາຈະຖືກເຮົາຮັບຄືນໃນເວລາໃດ. ໃນສຸດທ້າຍ, ພວກເຮົາຈະກັບຄືນສູ່ຊີໂອນພ້ອມກັນ. ທັງໝົດນີ້ໄດ້ຖືກວາງແຜນໄວ້ແຕ່ກ່ອນການຊົງສ້າງ, ດັ່ງນັ້ນ ບໍ່ມີມະນຸດຄົນໃດຮູ້ຈັກມັນ ແລະ ມັນບໍ່ໄດ້ຖືກບັນທຶກໄວ້ໃນປື້ມເຫຼັ້ມໃດ ຍ້ອນວ່ານີ້ແມ່ນເລື່ອງຂອງຊີໂອນ. ຍິ່ງໄປກວ່ານັ້ນ, ເມື່ອເຮົາກາຍເປັນເນື້ອໜັງ, ເຮົາບໍ່ໄດ້ໃຫ້ຄວາມສາມາດນີ້ແກ່ມະນຸດ, ເພາະສະນັ້ນຈຶ່ງບໍ່ມີໃຜຮູ້ສິ່ງເຫຼົ່ານີ້. ເມື່ອພວກເຈົ້າກັບຄືນສູ່ຊີໂອນ, ພວກເຈົ້າຈະຮູ້ວ່າພວກເຈົ້າເປັນແນວໃດໃນອະດີດ, ພວກເຈົ້າເປັນແນວໃດໃນຕອນນີ້ ແລະ ສິ່ງທີ່ພວກເຈົ້າເຮັດໃນຊີວິດນີ້. ຕອນນີ້ ເຮົາພຽງແຕ່ບອກສິ່ງເຫຼົ່ານີ້ແກ່ພວກເຈົ້າຢ່າງແຈ່ມແຈ້ງ ແລະ ເທື່ອລະເລັກລະໜ້ອຍ, ບໍ່ດັ່ງນັ້ນພວກເຈົ້າກໍຈະບໍ່ເຂົ້າໃຈ, ບໍ່ວ່າພວກເຈົ້າພະຍາຍາມຫຼາຍປານໃດກໍຕາມ ແລະ ພວກເຈົ້າຈະຂັດຂວາງການຄຸ້ມຄອງຂອງເຮົາ. ມື້ນີ້, ເຖິງແມ່ນວ່າເຮົາຖືກແຍກອອກຈາກລູກຊາຍກົກສ່ວນໃຫຍ່ຂອງເຮົາໃນແງ່ຂອງເນື້ອໜັງ, ພວກເຮົາມີພຣະວິນຍານອົງດຽວກັນ ແລະ ໃນຂະນະທີ່ຮູບລັກສະນະທາງຮ່າງກາຍຂອງພວກເຈົ້າອາດຈະແຕກຕ່າງກັນ, ພວກເຮົາກໍເປັນພຣະວິນຍານອົງດຽວກັນແຕ່ຕົ້ນຈົນຈົບ. ແນວໃດກໍຕາມ, ເຊື້ອສາຍຂອງຊາຕານຕ້ອງບໍ່ໃຊ້ສິ່ງນີ້ເປັນໂອກາດໃນການຫາຜົນປະໂຫຍດ. ບໍ່ວ່າເຈົ້າຈະປອມຕົວແນວໃດ, ມັນກໍຍັງຄົງເປັນເລື່ອງໃນລະດັບຜິວເຜີນຢູ່ ແລະ ເຮົາກໍຈະບໍ່ຮອງຮັບ. ເພາະສະນັ້ນ, ຄົນໆໜຶ່ງສາມາດເຫັນໄດ້ຈາກສິ່ງນີ້ວ່າ ບັນດາຜູ້ທີ່ເນັ້ນໃສ່ເລື່ອງໃນລະດັບຜິວເຜີນ ແລະ ສະແຫວງຫາທີ່ຈະຮຽນແບບເຮົາທາງພາຍນອກນັ້ນ ແມ່ນຊາຕານຮ້ອຍເປີເຊັນແນ່ນອນ. ຍ້ອນວ່າວິນຍານຂອງພວກເຂົາແຕກຕ່າງ ແລະ ພວກເຂົາບໍ່ແມ່ນທີ່ຮັກຂອງເຮົາ, ບໍ່ວ່າພວກເຂົາຈະຮຽນແບບເຮົາແນວໃດກໍຕາມ, ພວກເຂົາບໍ່ມີຫຍັງທີ່ຄືເຮົາເລີຍ. ຍິ່ງໄປກວ່ານັ້ນ, ຍ້ອນວ່າລູກຊາຍກົກຂອງເຮົາມີພຣະວິນຍານອົງດຽວກັບເຮົາແທ້ໆແລ້ວ, ເຖິງແມ່ນວ່າພວກເຂົາບໍ່ຮຽນແບບເຮົາ, ພວກເຂົາກໍ່ເວົ້າ ແລະ ປະຕິບັດແບບດຽວກັບເຮົາ ແລະ ພວກເຂົາທັງໝົດຊື່ສັດ, ບໍລິສຸດ ແລະ ເປີດເຜີຍ (ຄົນເຫຼົ່ານັ້ນຂາດສະຕິປັນຍາ ຍ້ອນປະສົບການທີ່ຈຳກັດຂອງພວກເຂົາຢູ່ໃນໂລກ, ເພາະສະນັ້ນ ການຂາດສະຕິປັນຍາບໍ່ແມ່ນຂໍ້ບົກຜ່ອງໃນລູກຊາຍກົກຂອງເຮົາ; ເມື່ອພວກເຂົາກັບຄືນສູ່ຮ່າງກາຍ, ທຸກຢ່າງຈະຖືກຕ້ອງ). ດັ່ງນັ້ນ, ຍ້ອນເຫດຜົນທີ່ໄດ້ອະທິບາຍໄວ້ຂ້າງເທິງນີ້ ຄົນສ່ວນຫຼາຍຈຶ່ງຍັງບໍ່ປ່ຽນແປງທຳມະຊາດເດີມຂອງພວກເຂົາ ບໍ່ວ່າເຮົາຈະຈັດການພວກເຂົາແນວໃດກໍຕາມ. ແຕ່ລູກຊາຍກົກຂອງເຮົາປະຕິບັດຕາມຄວາມປະສົງຂອງເຮົາໂດຍທີ່ເຮົາບໍ່ຕ້ອງຈັດການກັບພວກເຂົາ. ນີ້ກໍ່ຍ້ອນວ່າພວກເຂົາມີພຣະວິນຍານອົງດຽວກັນ. ພວກເຂົາຮູ້ສຶກໃນວິນຍານຂອງພວກເຂົາເຖິງຄວາມເຕັມໃຈທີ່ຈະເສຍສະຫຼະໃຫ້ແກ່ເຮົາທັງໝົດ. ດັ່ງນັ້ນ, ນອກຈາກລູກຊາຍກົກຂອງເຮົາແລ້ວ, ບໍ່ມີໃຜທີ່ຄຳນຶງເຖິງຄວາມປະສົງຂອງເຮົາຢ່າງແທ້ຈິງ ແລະ ຢ່າງຈິງໃຈ; ຫຼັງຈາກທີ່ເຮົາເອົາຊະນະຊາຕານເທົ່ານັ້ນ ພວກເຂົາກໍເຕັມໃຈທີ່ຈະຮັບໃຊ້ເຮົາ.

ສະຕິປັນຍາຂອງເຮົາ ແລະ ລູກຊາຍກົກຂອງເຮົາຢືນຢູ່ເໜືອທຸກສິ່ງ ແລະ ເອົາຊະນະທຸກຢ່າງ ແລະ ບໍ່ມີສິ່ງໃດ ຫຼື ຄົນໃດ ຫຼື ເລື່ອງໃດກ້າຢືນຂວາງທາງ. ຍິ່ງໄປກວ່ານັ້ນ, ບໍ່ມີຄົນໃດ, ເລື່ອງໃດ ຫຼື ສິ່ງໃດທີ່ສາມາດຢູ່ເໜືອພວກເຂົາໄດ້ ແລະ ກົງກັນຂ້າມ ທັງໝົດຈະຍອມຕໍ່ຕົວຕົນຂອງເຮົາຢ່າງເຊື່ອຟັງ. ນີ້ແມ່ນຄວາມຈິງທີ່ເກີດຂຶ້ນຕໍ່ຕາຄົນໆໜຶ່ງ ແລະ ເປັນຄວາມຈິງທີ່ເຮົາບັນລຸແລ້ວ. ໃຜກໍຕາມທີ່ຍັງຄົງຢູ່ໃນຄວາມບໍ່ເຊື່ອຟັງ (ບັນດາຜູ້ທີ່ບໍ່ເຊື່ອຟັງຍັງໝາຍເຖິງຊາຕານ ແລະ ບັນດາຜູ້ທີ່ຖືກຄອບງຳໂດຍຊາຕານກໍເປັນຊາຕານໂດຍບໍ່ຕ້ອງສົງໄສ), ເຮົາຈະທຳລາຍພວກເຂົາແບບຖອດຮາກ ແລະ ກິ່ງ ເພື່ອວ່າຈະບໍ່ມີບັນຫາໃນອະນາຄົດ; ພວກເຂົາຈະຕາຍທັນທີຈາກການຂ້ຽນຕີຂອງເຮົາ. ຊາຕານປະເພດນີ້ແມ່ນບັນດາຜູ້ທີ່ບໍ່ເຕັມໃຈທີ່ຈະໃຫ້ບໍລິການແກ່ເຮົາ. ຄົນເຫຼົ່ານີ້ຢືນຕໍ່ຕ້ານເຮົາຢ່າງດື້ດ້ານນັບແຕ່ການຊົງສ້າງ ແລະ ມື້ນີ້ພວກເຂົາຍັງຄົງບໍ່ເຊື່ອຟັງເຮົາ. (ຜູ້ຄົນບໍ່ສາມາດເຫັນສິ່ງນີ້ ຍ້ອນມັນເປັນພຽງເລື່ອງທີ່ກ່ຽວກັບວິນຍານ. ຄົນປະເພດນີ້ເປັນຕົວແທນໃຫ້ກັບຊາຕານປະເພດນີ້). ເຮົາຈະທຳລາຍພວກເຂົາ ກ່ອນທີ່ທຸກສິ່ງອື່ນຈະກຽມພ້ອມ, ປ່ອຍໃຫ້ພວກເຂົາໄດ້ຮັບວິໄນແຫ່ງການລົງໂທດຢ່າງຮຸນແຮງຕະຫຼອດໄປ. (“ທຳລາຍ” ຢູ່ນີ້ບໍ່ໄດ້ໝາຍຄວາມວ່າ “ເຮັດໃຫ້ພວກເຂົາບໍ່ມີຢູ່ອີກຕໍ່ໄປ”, ແຕ່ກົງກັນຂ້າມ ມັນໝາຍເຖິງຂອບເຂດຂອງຄວາມໂຫດຮ້າຍທີ່ພວກເຂົາຈະຕ້ອງໄດ້ຮັບ. ຄຳວ່າ “ທຳລາຍ” ໃນທີ່ນີ້ແຕກຕ່າງຈາກຄຳວ່າ “ທຳລາຍ” ທີ່ໃຊ້ສຳລັບບັນດາຜູ້ທີ່ຈະຖືກທຳລາຍ). ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາຊົ່ວນິດນິລັນໂດຍບໍ່ມີທີ່ສິ້ນສຸດ. ທ້າຍທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍ່ບໍ່ສາມາດນຶກເຫັນພາບຂອງສາກນັ້ນໄດ້. ດ້ວຍຄວາມຄິດຂອງມະນຸດ, ພວກເຂົາບໍ່ສາມາດຄິດເຖິງສິ່ງຕ່າງໆຝ່າຍວິນຍານໄດ້ ແລະ ສະນັ້ນ ມີຫຼາຍສິ່ງທີ່ພວກເຈົ້າຈະເຂົ້າໃຈຫຼັງຈາກທີ່ກັບຄືນສູ່ຊີໂອນເທົ່ານັ້ນ.

ໃນເຮືອນໃນອະນາຄົດຂອງເຮົາ, ຈະບໍ່ມີໃຜນອກຈາກລູກຊາຍກົກຂອງເຮົາ ແລະ ເຮົາ ແລະ ມີພຽງແຕ່ເວລານັ້ນເທົ່ານັ້ນ ເປົ້າໝາຍຂອງເຮົາຈະຖືກບັນລຸ ແລະ ແຜນການຂອງເຮົາຈະເກີດໝາກຜົນຢ່າງເຕັມທີ່, ຍ້ອນທັງໝົດຈະກັບຄືນສູ່ສະພາບເດີມຂອງມັນ ແລະ ທັງໝົດຈະຖືກແບ່ງອອກຕາມປະເພດຂອງມັນ. ລູກຊາຍກົກຂອງເຮົາຈະເປັນຂອງເຮົາ, ລູກຊາຍ ແລະ ປະຊາຊົນຂອງເຮົາຈະຢູ່ໃນບັນດາສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ຜູ້ໃຫ້ບໍລິການ ແລະ ຜູ້ທີ່ຖືກທຳລາຍຈະເປັນຂອງຊາຕານ. ຫຼັງຈາກພິພາກສາໂລກ, ເຮົາ ແລະ ລູກຊາຍກົກຂອງເຮົາຈະເລີ່ມຕົ້ນຊີວິດສັກສິດອີກຄັ້ງໜຶ່ງ ແລະ ພວກເຂົາຈະບໍ່ຈາກເຮົາໄປອີກ ແລະ ຈະຢູ່ຮ່ວມກັນກັບເຮົາສະເໝີໄປ. ຄວາມລຶກລັບທັງໝົດທີ່ຄວາມຄິດມະນຸດສາມາດເຂົ້າໃຈໄດ້ຈະຖືກເປີດເຜີຍອອກມາໃຫ້ແກ່ພວກເຈົ້າເທື່ອລະໜ້ອຍ. ຕະຫຼອດປະຫວັດສາດ, ມີຄົນຈຳນວນນັບບໍ່ຖ້ວນທີ່ມໍລະນາສັກຂີຍ້ອນເຮົາ, ຖວາຍຕົວເອງໃຫ້ແກ່ເຮົາຢ່າງເຕັມປ່ຽມ, ແຕ່ຜູ້ຄົນແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນຕາມຫຼັງສິ່ງອື່ນໃດທັງໝົດ ແລະ ບໍ່ວ່າພວກເຂົາຈະດີປານໃດກໍຕາມ, ພວກເຂົາກໍບໍ່ສາມາດຖືກຈັດປະເພດໃຫ້ເປັນພຣະເຈົ້າໄດ້; ນີ້ແມ່ນຊ່ວງເຫດການທີ່ບໍ່ສາມາດຫຼີກລ້ຽງໄດ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້. ໃນທີ່ສຸດແລ້ວ ແມ່ນພຣະເຈົ້າທີ່ສ້າງທຸກສິ່ງ, ໃນຂະນະທີ່ຜູ້ຄົນເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ໃນທີ່ສຸດແລ້ວ ຊາຕານແມ່ນເປົ້າໝາຍແຫ່ງການທຳລາຍລ້າງຂອງເຮົາ ແລະ ສັດຕູທີ່ໜ້າກຽດຊັງຂອງເຮົາ, ນີ້ແມ່ນຄວາມໝາຍທີ່ຈິງແທ້ທີ່ສຸດຂອງຄຳວ່າ “ເຖິງແມ່ນວ່າພູເຂົາ ແລະ ແມ່ນ້ຳອາດຈະປ່ຽນໄປ ແລະ ປ່ຽນແປງ, ທຳມະຊາດຂອງຄົນໆໜຶ່ງຈະບໍ່ປ່ຽນແປງ”. ເພື່ອຢູ່ໃນສະພາບນີ້ ແລະ ຂັ້ນຕອນນີ້ໃນຕອນນີ້ເປັນລາງບອກເຫດວ່າເຮົາ ແລະ ລູກຊາຍຂອງເຮົາຈະເຂົ້າສູ່ການພັກຜ່ອນ. ນີ້ກໍຍ້ອນວ່າ ພາລະກິດຂອງເຮົາໃນໂລກນັ້ນສຳເລັດລົງຢ່າງຄົບຖ້ວນ ແລະ ບາດກ້າວຕໍ່ໄປຂອງພາລະກິດຂອງເຮົາຈະຮຽກຮ້ອງໃຫ້ເຮົາກັບຄືນສູ່ຮ່າງກາຍເພື່ອເຮັດໃຫ້ມັນສຳເລັດໄປ. ສິ່ງເຫຼົ່ານີ້ແມ່ນບາດກ້າວພາລະກິດຂອງເຮົາ ເຊິ່ງເຮົາໄດ້ວາງແຜນໄວ້ດົນນານມາແລ້ວ. ປະເດັນນີ້ຕ້ອງຖືກເຫັນຢ່າງຊັດເຈນ, ບໍ່ດັ່ງນັ້ນ ຄົນສ່ວນໃຫຍ່ຈະລະເມີດບົດບັນຍັດການປົກຄອງຂອງເຮົາ.

ກ່ອນນີ້: ບົດທີ 113

ຕໍ່ໄປ: ບົດທີ 115

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້