ບົດທີ 111

ທຸກຊົນຊາດຈະໄດ້ຮັບພອນຍ້ອນພຣະອົງຢ່າງແນ່ນອນ; ທຸກຄົນຈະໂຮ່ຮ້ອງ ແລະ ສັນລະເສີນເຮົາຍ້ອນພຣະອົງ. ອານາຈັກຂອງເຮົາຈະຮຸ່ງເຮືອງ ແລະ ພັດທະນາ ແລະ ຈະຄົງຢູ່ຕະຫຼອດໄປ. ບໍ່ມີຜູ້ໃດຈະໄດ້ຮັບອະນຸຍາດໃຫ້ຢຽບຢໍ່າມັນ ແລະ ບໍ່ມີຫຍັງຈະໄດ້ຮັບອະນຸຍາດໃຫ້ເປັນຢູ່ໂດຍບໍ່ສອດຄ່ອງກັບເຮົາ ຍ້ອນເຮົາເປັນພຣະເຈົ້າທີ່ສະຫງ່າຜ່າເຜີຍ ຜູ້ທີ່ບໍ່ອົດທົນຕໍ່ການເຮັດຜິດ. ເຮົາບໍ່ອະນຸຍາດໃຫ້ຜູ້ຄົນຕັດສິນເຮົາ ແລະ ເຮົາບໍ່ອະນຸຍາດໃຫ້ຜູ້ໃດກໍຕາມບໍ່ສາມາດເຂົ້າກັນໄດ້ກັບເຮົາ. ສິ່ງນີ້ກໍພຽງພໍທີ່ຈະສະແດງອຸປະນິໄສຂອງເຮົາ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາ. ເມື່ອຜູ້ໃດກໍຕາມຕໍ່ຕ້ານເຮົາ ເຮົາຈະລົງໂທດເຂົາໃນເວລາຂອງເຮົາເອງ. ເປັນຫຍັງຈຶ່ງບໍ່ມີຜູ້ໃດເຫັນເຮົາລົງໂທດຜູ້ໃດຜູ້ໜຶ່ງ? ມັນເປັນພຽງແຕ່ເພາະເວລາຂອງເຮົາຍັງບໍ່ທັນໄດ້ມາເຖິງ ແລະ ມືຂອງເຮົາຍັງບໍ່ທັນໄດ້ລົງມືຢ່າງແທ້ຈິງ. ເຖິງແມ່ນໄພພິບັດອັນໃຫຍ່ຫຼວງໄດ້ຖອກເທລົງມາ, ສິ່ງນີ້ກໍປະກອບມີພຽງແຕ່ການເວົ້າເຖິງວ່າ ໄພພິບັດອັນໃຫຍ່ຫຼວງກໍ່ໃຫ້ເກີດຫຍັງ ໃນຂະນະທີ່ຄວາມເປັນຈິງຂອງໄພພິບັດອັນໃຫຍ່ຫຼວງບໍ່ໄດ້ເກີດຂຶ້ນກັບມະນຸດຄົນໃດ. ພວກເຈົ້າເຂົ້າໃຈຫຍັງແນ່ບໍຈາກພຣະທຳຂອງເຮົາ? ມື້ນີ້ ເຮົາຈະເລີ່ມປົດປ່ອຍຄວາມເປັນຈິງແຫ່ງໄພພິບັດອັນໃຫຍ່ຫຼວງ. ຫຼັງຈາກນີ້ ຜູ້ໃດກໍຕາມທີ່ຕໍ່ຕ້ານເຮົາກໍຈະຖືກມືຂອງເຮົາໂຈມຕີໃຫ້ລົ້ມລົງ. ໃນອະດີດ ເຮົາພຽງແຕ່ເຮັດເພື່ອເປີດໂປງສອງສາມຄົນ; ໄພພິບັດອັນໃຫຍ່ຫຼວງຍັງບໍ່ທັນໄດ້ມາເຖິງເທື່ອ. ປັດຈຸບັນແມ່ນແຕກຕ່າງຈາກອະດີດ. ຍ້ອນເຮົາໄດ້ບອກພວກເຈົ້າທຸກສິ່ງກ່ຽວກັບວ່າ ໄພພິບັດອັນໃຫຍ່ຫຼວງຈະກໍ່ໃຫ້ເກີດຫຍັງ, ເຮົາຈະປະກາດຕໍ່ສາທາລະນະໃນເວລາທີ່ກຳນົດເຖິງຄວາມເປັນຈິງແຫ່ງໄພພິບັດອັນໃຫຍ່ຫຼວງ. ກ່ອນໜ້ານີ້ ບໍ່ມີຜູ້ໃດຖືກແຕະຕ້ອງໂດຍໄພພິບັດອັນໃຫຍ່ຫຼວງ, ສະນັ້ນ ຄົນສ່ວນໃຫຍ່ (ນັ້ນກໍຄື ລູກຊາຍຂອງມັງກອນແດງຜູ້ຍິ່ງໃຫຍ່) ຈຶ່ງສືບຕໍ່ເຮັດຢ່າງປະໝາດ ແລະ ຕາມອຳເພີໃຈ. ເມື່ອຄວາມເປັນຈິງມາເຖິງ, ສິ່ງຖືກສ້າງທີ່ໜ້າເວດທະນາເຫຼົ່ານີ້ກໍຈະໄດ້ເຊື່ອຢ່າງສົມບູນ. ບໍ່ດັ່ງນັ້ນ ທຸກຄົນຈະບໍ່ແນ່ໃຈກ່ຽວກັບເຮົາ ແລະ ບໍ່ມີຜູ້ໃດຈະຊັດເຈນກ່ຽວກັບເຮົາ. ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ. ຈາກນີ້ ມັນສາມາດເຫັນໄດ້ວ່າ ວິທີການປະຕິບັດພາລະກິດຂອງເຮົາ (ໝາຍເຖິງວິທີການປະຕິບັດພາລະກິດຂອງເຮົາໃນທຸກຄົນ) ໄດ້ເລີ່ມປ່ຽນໄປ: ເຮົາກຳລັງສະແດງຄວາມໂກດຮ້າຍຂອງເຮົາ, ການພິພາກສາຂອງເຮົາ ແລະ ການສາບແຊ່ງຂອງເຮົາຜ່ານເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ມືຂອງເຮົາໄດ້ເລີ່ມຕົ້ນຂ້ຽນຕີທຸກຄົນທີ່ຕໍ່ຕ້ານເຮົາ. ເຮົາກຳລັງສະແດງຄວາມເມດຕາຂອງເຮົາ ແລະ ຄວາມຮັກຄວາມເມດຕາຂອງເຮົາຜ່ານລູກຊາຍກົກ. ຍິ່ງໄປກວ່ານັ້ນອີກ ຜ່ານລູກຊາຍກົກ ເຮົາກຳລັງສະແດງອຸປະນິໄສທີ່ບໍລິສຸດຂອງເຮົາ ເຊິ່ງບໍ່ອົດທົນຕໍ່ການເຮັດຜິດ; ເຮົາກຳລັງສະແດງສິດອຳນາດຂອງເຮົາ ແລະ ເຮົາກຳລັງສະແດງຕົວຕົນຂອງເຮົາ. ຜູ້ໃຫ້ບໍລິການໄດ້ຕັ້ງຫຼັກທີ່ຈະໃຫ້ບໍລິການແກ່ເຮົາ ແລະ ລູກຊາຍກົກຂອງເຮົາກຳລັງເປັນທີ່ຮູ້ຈັກຫຼາຍຂຶ້ນເລື້ອຍໆ. ໂດຍການໂຈມຕີຄົນເຫຼົ່ານັ້ນທີ່ຕໍ່ຕ້ານເຮົາໃຫ້ລົ້ມລົງ, ເຮົາປ່ອຍໃຫ້ຜູ້ໃຫ້ບໍລິການໄດ້ເຫັນເຖິງມືທີ່ໄຮ້ຄວາມປານີຂອງເຮົາ ເພື່ອວ່າພວກເຂົາຈະໃຫ້ບໍລິການແກ່ເຮົາດ້ວຍຄວາມຢ້ານກົວ ແລະ ຕົວສັ່ນ. ອີກຢ່າງ ເຮົາປ່ອຍໃຫ້ລູກຊາຍກົກຂອງເຮົາໄດ້ເຫັນເຖິງສິດອຳນາດຂອງເຮົາ ແລະ ເຂົ້າໃຈເຮົາໄດ້ດີຍິ່ງຂຶ້ນເພື່ອວ່າພວກເຂົາຈະເຕີບໃຫຍ່ໃນຊີວິດ. ພຣະທຳທີ່ເຮົາກ່າວໃນຊ່ວງເວລາທີ່ຜ່ານມາ (ເຊິ່ງລວມເຖິງບົດບັນຍັດການປົກຄອງ, ການທຳນາຍ ແລະ ການພິພາກສາຄົນທຸກປະເພດ) ແມ່ນເລີ່ມຕົ້ນເປັນຈິງຕາມລຳດັບ; ນັ້ນກໍຄື ຜູ້ຄົນຈະເຫັນວ່າພຣະທຳຂອງເຮົາເປັນຈິງຕໍ່ຕາຂອງພວກເຂົາ, ເຫັນວ່າບໍ່ມີຂໍ້ໃດໃນພຣະທຳຂອງເຮົາທີ່ໄຮ້ໝາກຜົນ, ແຕ່ພຣະທຳທຸກຂໍ້ແມ່ນເປັນຈິງ. ກ່ອນທີ່ພຣະທຳຂອງເຮົາຈະເປັນຈິງ, ຫຼາຍຄົນຈະຈາກໄປ ເພາະພວກເຂົາບໍ່ໄດ້ສົມຫວັງ. ນີ້ແມ່ນວິທີທີ່ເຮົາປະຕິບັດພາລະກິດ ນັ້ນກໍຄື ມັນບໍ່ແມ່ນພຽງໜ້າທີ່ຂອງທ່ອນເຫຼັກຂອງເຮົາເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນອີກ ມັນຄືສະຕິປັນຍາແຫ່ງພຣະທຳຂອງເຮົາ. ຈາກສິ່ງເຫຼົ່ານີ້ ຄົນໃດໜຶ່ງສາມາດເຫັນໄດ້ເຖິງອຳນາດອັນໄພສານຂອງເຮົາ ແລະ ຄວາມກຽດຊັງຂອງເຮົາສຳລັບມັງກອນແດງຜູ້ຍິ່ງໃຫຍ່. (ສິ່ງນີ້ສາມາດເຫັນໄດ້ຫຼັງຈາກທີ່ເຮົາໄດ້ເລີ່ມຕົ້ນພາລະກິດຂອງເຮົາເທົ່ານັ້ນ. ບັດນີ້ ບາງຄົນກໍໄດ້ຖືກເປີດເຜີຍ ນັ້ນກໍຄື ມັນເປັນພຽງແຕ່ສ່ວນເລັກນ້ອຍໃນການຂ້ຽນຕີຂອງເຮົາ, ແຕ່ມັນບໍ່ສາມາດຖືກລວມໄວ້ໃນໄພພິບັດອັນໃຫຍ່ຫຼວງໄດ້. ສິ່ງນີ້ບໍ່ໄດ້ເຂົ້າໃຈຍາກ. ສະນັ້ນ ມັນສາມາດເຫັນໄດ້ວ່າ ແຕ່ນີ້ໄປ ວິທີການປະຕິບັດພາລະກິດຂອງເຮົາຍິ່ງຈະເຂົ້າໃຈໄດ້ຍາກຂຶ້ນສຳລັບຜູ້ຄົນ. ມື້ນີ້ ເຮົາກຳລັງບອກພວກເຈົ້າ ເພື່ອວ່າພວກເຈົ້າຈະບໍ່ອ່ອນແອຍ້ອນສິ່ງນີ້ເມື່ອເວລາມາເຖິງ. ນີ້ແມ່ນສິ່ງທີ່ເຮົາກຳລັງຝາກຝັງໃຫ້ກັບພວກເຈົ້າ, ເພາະສິ່ງຕ່າງໆຈະເກີດຂຶ້ນ ເຊິ່ງຜູ້ຄົນບໍ່ເຄີຍເຫັນມາກ່ອນຕັ້ງແຕ່ດຶກດຳບັນ ແລະ ສິ່ງຕ່າງໆຈະເຮັດໃຫ້ມັນຍາກຂຶ້ນສຳລັບຜູ້ຄົນທີ່ຈະປ່ອຍວາງຄວາມຮູ້ສຶກຂອງພວກເຂົາ ແລະ ຄວາມຄິດວ່າຕົນເອງຊອບທຳຂອງພວກເຂົາ). ເຫດຜົນທີ່ເຮົາໃຊ້ວິທີການທີ່ແຕກຕ່າງກັນເພື່ອລົງໂທດມັງກອນແດງຜູ້ຍິ່ງໃຫຍ່ກໍເປັນເພາະມັນເປັນສັດຕູຂອງເຮົາ ແລະ ຄູ່ປໍລະປັກຂອງເຮົາ. ເຮົາຕ້ອງທຳລາຍເຊື້ອສາຍຂອງມັນທັງໝົດ, ເມື່ອນັ້ນເທົ່ານັ້ນເຮົາຈຶ່ງສາມາດກຳຈັດຄວາມກຽດຊັງອອກຈາກຫົວໃຈຂອງເຮົາ ແລະ ມີພຽງແຕ່ເມື່ອນັ້ນ ເຮົາຈຶ່ງສາມາດເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ອັບອາຍຢ່າງເໝາະສົມ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການທຳລາຍມັງກອນແດງຜູ້ຍິ່ງໃຫຍ່ ແລະ ໂຍນມັນລົງສູ່ທະເລສາບແຫ່ງໄຟ ແລະ ມາດ, ລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ.

ມັນບໍ່ແມ່ນພຽງແຕ່ມື້ວານເທົ່ານັ້ນທີ່ເຮົາປ່ອຍໃຫ້ລູກຊາຍກົກຂອງເຮົາປົກຄອງກັບເຮົາ ແລະ ຮ່ວມກັບເຮົາໃນການປົກຄອງທຸກຊົນຊາດ ແລະ ໃນການຊື່ນຊົມພອນຕ່າງໆ; ເຮົາຍັງເຮັດແບບນັ້ນໃນມື້ນີ້ ແລະ ທີ່ສຳຄັນໄປກວ່ານັ້ນຄື ເຮົາຍັງຈະເຮັດໃຫ້ແບບດຽວກັນໃນມື້ອື່ນ. ເຮົາໄດ້ປະສົບຜົນສຳເລັດໃນພາລະກິດຂອງເຮົາ, ເຮົາໄດ້ເວົ້າແບບນີ້ຕະຫຼອດມາ ແລະ ມັນສາມາດເວົ້າໄດ້ວ່າ ເຮົາເລີ່ມຕົ້ນເວົ້າແບບນີ້ນັບຕັ້ງແຕ່ເວລາເລີ່ມຕົ້ນຂອງການເນລະມິດສ້າງ, ແຕ່ມະນຸດບໍ່ເຂົ້າໃຈໃນສິ່ງທີ່ເຮົາກຳລັງເວົ້າ. ນັບຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ເຮົາບໍ່ໄດ້ປະຕິບັດພາລະກິດເປັນການສ່ວນຕົວ; ເວົ້າອີກຢ່າງກໍຄື ພຣະວິນຍານຂອງເຮົາບໍ່ເຄີຍລົງມາສູ່ມະນຸດຢ່າງສົມບູນເພື່ອກ່າວ ແລະ ປະຕິບັດພາລະກິດ. ແຕ່ມື້ນີ້ແມ່ນແຕກຕ່າງຈາກອະດີດ: ພຣະວິນຍານຂອງເຮົາກຳລັງປະຕິບັດພາລະກິດເປັນການສ່ວນຕົວໃນທຸກຫົນແຫ່ງໃນໂລກຈັກກະວານ. ເພາະໃນຍຸກສຸດທ້າຍ ເຮົາຕ້ອງການຮັບເອົາຄົນກຸ່ມໜຶ່ງທີ່ຈະປົກຄອງດ້ວຍອຳນາດຮ່ວມກັບເຮົາ, ເຮົາໄດ້ຮັບບຸກຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາກ່ອນ ຜູ້ທີ່ອາດຈະຄຳນຶງເຖິງພາລະຂອງເຮົາ. ຫຼັງຈາກນັ້ນ ພຣະວິນຍານຂອງເຮົາຈະລົງມາສູ່ພຣະອົງຢ່າງສົມບູນເພື່ອກ່າວສຽງຂອງເຮົາ ແລະ ປ່ອຍບົດບັນຍັດການປົກຄອງຂອງເຮົາ ແລະ ເປີດເຜີຍຄວາມລຶກລັບຂອງເຮົາຕໍ່ໂລກຈັກກະວານ. ພຣະວິນຍານຂອງເຮົາຈະເຮັດໃຫ້ພຣະອົງສົມບູນເປັນການສ່ວນຕົວ; ພຣະວິນຍານຂອງເຮົາຈະລົງວິໄນພຣະອົງເປັນການສ່ວນຕົວ. ເພາະພຣະອົງດຳລົງຊີວິດຢູ່ໃນຄວາມເປັນມະນຸດທີ່ປົກກະຕິ, ບໍ່ມີຜູ້ໃດສາມາດເຫັນໄດ້ຢ່າງຊັດເຈນ. ເມື່ອລູກຊາຍກົກຂອງເຮົາເຂົ້າສູ່ຮ່າງກາຍ, ມັນກໍຈະຊັດເຈນຢ່າງສິ້ນເຊີງວ່າ ສິ່ງທີ່ເຮົາເຮັດໃນຕອນນີ້ເປັນຄວາມຈິງ ຫຼື ບໍ່. ແນ່ນອນ ໃນສາຍຕາຂອງມະນຸດ, ໃນແນວຄິດຂອງມະນຸດ, ບໍ່ມີຜູ້ໃດເຊື່ອ ແລະ ບໍ່ມີຜູ້ໃດສາມາດເຊື່ອຟັງໄດ້. ແຕ່ນັ້ນແມ່ນການທີ່ເຮົາອົດທົນກັບຜູ້ຄົນ. ເພາະຄວາມເປັນຈິງຍັງບໍ່ທັນໄດ້ມາເຖິງ, ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຊື່ອ ຫຼື ເຂົ້າໃຈໄດ້. ບໍ່ເຄີຍມີຜູ້ໃດທີ່ຈະເຊື່ອພຣະທຳຂອງເຮົາທ່າມກາງແນວຄິດແບບມະນຸດຂອງພວກເຂົາ. ທຸກຄົນເປັນແບບນີ້ໝົດ: ບໍ່ວ່າພວກເຂົາພຽງແຕ່ເຊື່ອໃນສິ່ງທີ່ຕົວຕົນເນື້ອໜັງຂອງເຮົາກ່າວ ຫຼື ພວກເຂົາພຽງແຕ່ເຊື່ອໃນສຽງຂອງພຣະວິນຍານຂອງເຮົາ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ຈະຈັດການໃນຜູ້ຄົນ. ຖ້າພວກເຂົາບໍ່ໄດ້ເຫັນສິ່ງທີ່ເກີດຂຶ້ນດ້ວຍຕາຂອງພວກເຂົາເອງ, ບໍ່ມີຜູ້ໃດສາມາດປະຖິ້ມແນວຄິດຂອງພວກເຂົາເອງໄດ້ ແລະ ບໍ່ມີຜູ້ໃດສາມາດເຊື່ອໃນສິ່ງທີ່ເຮົາເວົ້າໄດ້. ນັ້ນຄືເຫດຜົນທີ່ເຮົາໃຊ້ບົດບັນຍັດການປົກຄອງຂອງເຮົາເພື່ອລົງໂທດລູກຊາຍແຫ່ງຄວາມບໍ່ເຊື່ອຟັງເຫຼົ່ານັ້ນ.

ເຮົາໄດ້ເວົ້າສິ່ງດັ່ງກ່າວໃນເມື່ອກ່ອນວ່າ: ເຮົາເປັນຜູ້ທຳອິດ ແລະ ຜູ້ສຸດທ້າຍ ແລະ ເຮົາເປັນຜູ້ທີ່ຄວບຄຸມທຸກສິ່ງ ນັບຕັ້ງແຕ່ຈຸດເລີ່ມຕົ້ນຈົນເຖິງຈຸດຈົບ. ໃນຍຸກສຸດທ້າຍ ເຮົາຈະຮັບເອົາລູກໆຜູ້ຊາຍທີ່ມີໄຊຊະນະ 144.000 ຄົນ. ພວກເຈົ້າມີຄວາມເຂົ້າໃຈບາງຢ່າງຕາມຕົວອັກສອນກ່ຽວກັບພຣະທຳເຫຼົ່ານີ້ ນັ້ນກໍຄື “ລູກໆຜູ້ຊາຍທີ່ມີໄຊຊະນະ” ແຕ່ພວກເຈົ້າບໍ່ຊັດເຈນກ່ຽວກັບຕົວເລກ 144.000. ໃນແນວຄິດຂອງມະນຸດ, ຕົວເລກຕ້ອງໝາຍເຖິງຈຳນວນຂອງຜູ້ຄົນ ຫຼື ຈຳນວນຂອງສິ່ງຕ່າງ. ກ່ຽວກັບ “144.000” ທີ່ຂະຫຍາຍໃຫ້ກັບ “ລູກໆຜູ້ຊາຍທີ່ມີໄຊຊະນະ” ນັ້ນກໍຄື “ລູກໆຜູ້ຊາຍທີ່ມີໄຊຊະນະ 144.000 ຄົນ”, ຜູ້ຄົນຄິດວ່າມີລູກໆຜູ້ຊາຍທີ່ມີໄຊຊະນະຢູ່ 144.000 ຄົນ. ຍິ່ງໄປກວ່ານັ້ນ ບາງຄົນຄິດວ່າມີຄວາມໝາຍຕາມສັນຍາລັກບາງຢ່າງຢູ່ພາຍໃນຂໍ້ແທ້ຈິງຂອງຕົວເລກນີ້ ແລະ ພວກເຂົາແຍກ 140.000 ແລະ 4.000 ເປັນສ່ວນທີ່ແຕກຕ່າງກັນ. ແຕ່ການຕີຄວາມໝາຍສອງຢ່າງເຫຼົ່ານີ້ແມ່ນຜິດ. ສິ່ງນີ້ບໍ່ໄດ້ໝາຍເຖິງຕົວເລກທີ່ແທ້ຈິງ ແລະ ແຮງໄກທີ່ຈະໝາຍເຖິງຄວາມໝາຍຕາມສັນຍາລັກບາງຢ່າງ. ທ່າມກາງມະນຸດຊາດ ບໍ່ມີຜູ້ໃດທີ່ສາມາດເຂົ້າໃຈສິ່ງນີ້ໄດ້ຢ່າງທະລຸ ນັ້ນກໍຄື ຜູ້ຄົນໃນຮຸ່ນທີ່ຜ່ານມາລ້ວນແລ້ວແຕ່ຄິດວ່າມັນອາດໝາຍເຖິງຄວາມໝາຍຕາມສັນຍາລັກ. ຕົວເລກ “144.000” ແມ່ນກ່ຽວພັນກັບລູກໆຜູ້ຊາຍທີ່ມີໄຊຊະນະ. ເມື່ອເປັນດັ່ງນັ້ນ, 144.000 ຈຶ່ງໝາຍເຖິງກຸ່ມຄົນໃນຍຸກສຸດທ້າຍທີ່ຈະປົກຄອງ ແລະ ຜູ້ທີ່ເຮົາຮັກ. ນັ້ນກໍຄື 144.000 ຄວນຖືກຕີຄວາມໝາຍວ່າເປັນກຸ່ມຄົນທີ່ມາຈາກຊີໂອນ ແລະ ຈະກັບຄືນສູ່ຊີໂອນ. ການອະທິບາຍຢ່າງຄົບຖ້ວນກ່ຽວກັບລູກໆຜູ້ຊາຍທີ່ມີໄຊຊະນະ 144.000 ຄົນແມ່ນເປັນດັ່ງນີ້: ພວກເຂົາເປັນຄົນທີ່ມາຈາກຊີໂອນສູ່ໂລກ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເປັນພວກເຂົາທີ່ຈະຖືກເຮົາຮັບຄືນໃໝ່ໃນທີ່ສຸດ ແລະ ຈະກັບຄືນສູ່ຊີໂອນກັບເຮົາ. ຈາກພຣະທຳຂອງເຮົາ ຄົນໃດໜຶ່ງສາມາດເຫັນໄດ້ເຖິງບາດກ້າວຂອງພາລະກິດຂອງເຮົາ ເຊິ່ງໝາຍຄວາມວ່າ ເວລາທີ່ພວກເຈົ້າຈະເຂົ້າສູ່ຮ່າງກາຍກໍບໍ່ໄດ້ໄກຫຼາຍ. ນັ້ນຄືເຫດຜົນທີ່ເຮົາອະທິບາຍລັກສະນະນີ້ຊໍ້າໄປຊໍ້າມາໃຫ້ແກ່ພວກເຈົ້າ ແລະ ຕັກເຕືອນພວກເຈົ້າກ່ຽວກັບມັນ. ພວກເຈົ້າຈະເຫັນຢ່າງຊັດເຈນ ແລະ ຈາກພຣະທຳຂອງເຮົາ ພວກເຈົ້າຈະຄົ້ນພົບຫົນທາງໃນການປະຕິບັດ; ຈາກພຣະທຳຂອງເຮົາ ພວກເຈົ້າຈະຄົ້ນພົບໄລຍະບາດກ້າວຂອງພາລະກິດຂອງເຮົາ. ເພື່ອທີ່ຈະຄົ້ນຫາໄລຍະບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດ, ພວກເຈົ້າຕ້ອງແຍກແຍະມັນອອກຈາກຄວາມລຶກລັບທີ່ເຮົາເປີດເຜີຍໃຫ້ແກ່ພວກເຈົ້າ (ເພາະບໍ່ມີຜູ້ໃດສາມາດເຫັນ ແລະ ບໍ່ມີຜູ້ໃດສາມາດເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດໄດ້ຢ່າງທະລຸ). ນັ້ນຄືເຫດຜົນທີ່ເຮົາເປີດເຜີຍຄວາມລຶກລັບໃນຍຸກສຸດທ້າຍ.

ໃນເຮືອນຂອງເຮົາ ບໍ່ມີຫຍັງທີ່ບໍ່ສອດຄ່ອງກັບເຮົາ ແລະ ຈາກນີ້ເປັນຕົ້ນໄປ ເຮົາຈະເລີ່ມຕົ້ນກວາດລ້າງ ແລະ ຊຳລະລ້າງເທື່ອລະເລັກເທື່ອລະໜ້ອຍ. ທ່າມກາງຜູ້ຄົນ ບໍ່ມີຜູ້ໃດສາມາດແຊກແຊງ ແລະ ບໍ່ມີຜູ້ໃດສາມາດປະຕິບັດພາລະກິດນີ້ໄດ້. ສິ່ງນີ້ເປີດເຜີຍໃຫ້ເຫັນວ່າເປັນຫຍັງເຮົາຈຶ່ງປະຕິບັດພາລະກິດເປັນການສ່ວນຕົວໃນຍຸກສຸດທ້າຍ. ແລ້ວນີ້ຄືເຫດຜົນທີ່ເຮົາໄດ້ບອກພວກເຈົ້າຫຼາຍຄັ້ງແລ້ວວ່າ ພວກເຈົ້າພຽງແຕ່ຈຳເປັນຕ້ອງມີຄວາມສຸກກັບຕົນເອງ ແລະ ບໍ່ຈຳເປັນຕ້ອງຫຍັບນິ້ວມື. ມັນແມ່ນຜ່ານທາງສິ່ງນີ້ທີ່ລິດອຳນາດຂອງເຮົາຖືກເປີດເຜີຍ, ທີ່ຄວາມຊອບທຳ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາຖືກເປີດເຜີຍ ແລະ ທີ່ຄວາມລຶກລັບທັງໝົດຂອງເຮົາເຊິ່ງຜູ້ຄົນບໍ່ສາມາດໄຂອອກໄດ້ນັ້ນຖືກເປີດເຜີຍ. (ເພາະຜູ້ຄົນບໍ່ເຄີຍມີຄວາມຮູ້ກ່ຽວກັບແຜນການຄຸ້ມຄອງຂອງເຮົາ ຫຼື ມີຄວາມເຂົ້າໃຈຫຍັງກ່ຽວກັບບາດກ້າວໃນພາລະກິດຂອງເຮົາ, ພວກມັນຈຶ່ງຖືກເອີ້ນວ່າ “ຄວາມລຶກລັບ”). ສິ່ງທີ່ເຮົາຈະຮັບເອົາ ແລະ ສິ່ງທີ່ເຮົາຈະເຮັດໃນຍຸກສຸດທ້າຍແມ່ນເປັນຄວາມລຶກລັບ. ກ່ອນເວລາທີ່ເຮົາສ້າງໂລກ, ເຮົາບໍ່ເຄີຍເຮັດສິ່ງທີ່ເຮົາເຮັດໃນມື້ນີ້ ແລະ ເຮົາບໍ່ເຄີຍສະແດງໃຫ້ຜູ້ຄົນເຫັນເຖິງໃບໜ້າທີ່ມີສະຫງ່າລາສີຂອງເຮົາ ຫຼື ສ່ວນໃດໜຶ່ງໃນຕົວຕົນຂອງເຮົາ; ມີພຽງແຕ່ພຣະວິນຍານຂອງເຮົາທີ່ປະຕິບັດພາລະກິດໃນບາງຄົນ. (ເພາະຕັ້ງແຕ່ເວລາແຫ່ງການເນລະມິດສ້າງ, ບໍ່ມີຜູ້ໃດສາມາດສຳແດງເຖິງເຮົາ ແລະ ບໍ່ມີຜູ້ໃດສາມາດສະແດງອອກເຖິງເຮົາ, ເຮົາບໍ່ເຄີຍອະນຸຍາດໃຫ້ຜູ້ຄົນເຫັນຕົວຕົນຂອງເຮົາ ແລະ ພຣະວິນຍານຂອງເຮົາກໍໄດ້ປະຕິບັດພາລະກິດໃນບາງຄົນ). ມີພຽງແຕ່ໃນມື້ນີ້ ເຮົາຈຶ່ງໄດ້ເປີດເຜີຍພາບລັກສະນະທີ່ມີສະຫງ່າລາສີ ແລະ ຕົວຕົນຂອງເຮົາໃຫ້ແກ່ມະນຸດ ແລະ ມີແຕ່ຕອນນີ້ເທົ່ານັ້ນ ພວກເຂົາຈຶ່ງໄດ້ເຫັນສິ່ງເຫຼົ່ານີ້. ແຕ່ສິ່ງທີ່ພວກເຈົ້າໄດ້ເຫັນໃນມື້ນີ້ກໍຍັງບໍ່ຄົບຖ້ວນ ແລະ ມັນຍັງບໍ່ແມ່ນສິ່ງທີ່ເຮົາຕ້ອງການໃຫ້ພວກເຈົ້າເຫັນ. ສິ່ງທີ່ເຮົາຕ້ອງການໃຫ້ພວກເຈົ້າເຫັນແມ່ນຢູ່ໃນຮ່າງກາຍເທົ່ານັ້ນ ແລະ ໃນຕອນນີ້ ບໍ່ມີຜູ້ໃດບັນລຸເງື່ອນໄຂນີ້ເທື່ອ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ມີຜູ້ໃດສາມາດເຫັນຕົວຕົນຂອງເຮົາກ່ອນທີ່ພວກເຂົາຈະເຂົ້າສູ່ຮ່າງກາຍ. ສະນັ້ນ ເຮົາຈຶ່ງເວົ້າວ່າ ເຮົາຈະເປີດເຜີຍຕົວຕົນຂອງເຮົາຕໍ່ໂລກຈັກກະວານເທິງພູຊີໂອນ. ຈາກສິ່ງນີ້ ສາມາດເຫັນໄດ້ວ່າ ການເຂົ້າສູ່ພູຊີໂອນບໍ່ແມ່ນສ່ວນສຸດທ້າຍໃນໂຄງການຂອງເຮົາ. ໃນເວລາທີ່ເຂົ້າສູ່ພູຊີໂອນ, ອານາຈັກຂອງເຮົາຈະຖືກສ້າງຂຶ້ນຢ່າງປະສົບຜົນສຳເລັດ. ເວົ້າອີກຢ່າງໜຶ່ງກໍຄື ຕົວຕົນຂອງເຮົາແມ່ນອານາຈັກ. ເວລາທີ່ລູກຊາຍກົກເຂົ້າສູ່ຮ່າງກາຍແມ່ນເປັນເວລາທີ່ອານາຈັກຈະກາຍເປັນຈິງຢ່າງແນ່ນອນ ເຊິ່ງເປັນເຫດຜົນທີ່ເຮົາໄດ້ກ່າວເຖິງເລື່ອງທີ່ລູກຊາຍກົກເຂົ້າສູ່ພູຊີໂອນຊໍ້າໄປຊໍ້າມາ. ນີ້ແມ່ນຈຸດໃຈກາງຂອງແຜນການຄຸ້ມຄອງທັງໝົດຂອງເຮົາ ເຊິ່ງບໍ່ມີຜູ້ໃດເຄີຍເຂົ້າໃຈມາກ່ອນ.

ຫຼັງຈາກທີ່ເຮົາປ່ຽນແປງວິທີການປະຕິບັດພາລະກິດຂອງເຮົາ ມັນຈະຍິ່ງມີອີກຫຼາຍສິ່ງທີ່ຢູ່ເໜືອການຢັ່ງເຖິງຂອງຄວາມຄິດຂອງມະນຸດ, ສະນັ້ນໃຫ້ລະມັດລະວັງໃນເລື່ອງນີ້. ມີສິ່ງຕ່າງໆທີ່ຢູ່ນອກເໜືອການຢັ່ງເຖິງຂອງຄວາມຄິດຂອງມະນຸດ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ເຮົາເວົ້ານັ້ນຜິດ. ມັນພຽງແຕ່ວ່າ ມັນຍິ່ງຈຳເປັນຫຼາຍຂຶ້ນອີກທີ່ຈະໃຫ້ຜູ້ຄົນໄດ້ທົນທຸກ ແລະ ມັນຍິ່ງຈຳເປັນຫຼາຍຂຶ້ນອີກທີ່ຈະໃຫ້ຜູ້ຄົນຮ່ວມມືກັບເຮົາ. ຢ່າເຮັດຕົວໄຮ້ສາລະໂດຍມົວເມົາໃນຕັນຫາ ແລະ ຢ່າພຽງແຕ່ປະຕິບັດຕາມແນວຄິດຂອງພວກເຈົ້າເອງເທົ່ານັ້ນ. ສຳລັບຄົນສ່ວນໃຫຍ່ທີ່ໃຫ້ບໍລິການກັບເຮົາກໍລົ້ມລົງໃນລັກສະນະນີ້. ເຮົາກຳລັງໃຊ້ພຣະທຳຂອງເຮົາເພື່ອເປີດໂປງທຳມະຊາດຂອງມະນຸດ ແລະ ເປີດເຜີຍແນວຄິດຂອງມະນຸດ. (ແຕ່ຄົນທີ່ໃຫ້ບໍລິການກັບເຮົາແມ່ນພຽງແຕ່ລົ້ມລົງ ເພາະເຮົາບໍ່ໄດ້ປ່ຽນແປງແນວຄິດຂອງພວກເຂົາ, ໃນຂະນະທີ່ເຮົາປ່ຽນແປງແນວຄິດຂອງຄົນທີ່ເປັນລູກຊາຍກົກຂອງເຮົາ ແລະ ກຳຈັດການຄິດຂອງພວກເຂົາຜ່ານສິ່ງນີ້). ສະນັ້ນ ໃນທີ່ສຸດແລ້ວ ລູກຊາຍກົກຂອງເຮົາຈະຖືກເຮັດໃຫ້ສົມບູນທັງໝົດ ຍ້ອນຄວາມລຶກລັບທີ່ເຮົາໄດ້ເປີດເຜີຍ.

ກ່ອນນີ້: ບົດທີ 110

ຕໍ່ໄປ: ບົດທີ 112

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້