ບົດທີ 112
ຄຳວ່າ “ພຣະທຳ ແລະ ຄວາມເປັນຈິງດຳເນີນໄປຄຽງຄູ່ກັນ” ນັ້ນເປັນສ່ວນໜຶ່ງຂອງອຸປະນິໄສທີ່ຊອບທຳຂອງເຮົາ. ຈາກພຣະທຳເຫຼົ່ານີ້, ເຮົາຈະເຮັດໃຫ້ທຸກຄົນເຫັນເຖິງອຸປະນິໄສທັງໝົດຂອງເຮົາຢ່າງແນ່ນອນ. ຜູ້ຄົນຄິດວ່າ ສິ່ງນີ້ບໍ່ສາມາດຖືກບັນລຸໄດ້, ແຕ່ສຳລັບເຮົາແລ້ວ ມັນງ່າຍ ແລະ ສະບາຍ ແລະ ບໍ່ຕ້ອງພະຍາຍາມຫຍັງເລີຍ. ທັນທີທີ່ພຣະທຳຂອງເຮົາອອກຈາກປາກຂອງເຮົາ ມັນກໍຈະມີຂໍ້ແທ້ຈິງໃຫ້ຜູ້ຄົນສາມາດເຫັນໄດ້ໃນທັນທີ. ນີ້ແມ່ນອຸປະນິໄສຂອງເຮົາ. ເມື່ອເຮົາໄດ້ກ່າວເຖິງສິ່ງໃດໜຶ່ງ, ສິ່ງເຫຼົ່ານັ້ນກໍຈະຖືກເຮັດໃຫ້ສຳເລັດຢ່າງແນ່ນອນ. ບໍ່ດັ່ງນັ້ນ ເຮົາກໍຈະບໍ່ເວົ້າ. ໃນແນວຄິດຂອງມະນຸດ, ຄຳວ່າ “ຄວາມລອດພົ້ນ” ແມ່ນຖືກກ່າວເຖິງສຳລັບທຸກຄົນ, ແຕ່ນີ້ບໍ່ໄດ້ກົງກັບເຈດຕະນາຂອງເຮົາ. ໃນອະດີດ ເຮົາເວົ້າວ່າ “ເຮົາຊ່ວຍຄົນທີ່ບໍ່ມີຄວາມຮູ້ ແລະ ຜູ້ທີ່ສະແຫວງຢ່າງກະຕືລືລົ້ນໃຫ້ລອດພົ້ນຢູ່ສະເໝີ”. ໃນນີ້ ຄຳວ່າ “ຊ່ວຍໃຫ້ລອດພົ້ນ” ແມ່ນກ່າວກ່ຽວກັບຄົນທີ່ໃຫ້ບໍລິການແກ່ເຮົາ ແລະ ມັນໝາຍຄວາມວ່າ ເຮົາຈະປະຕິບັດຢ່າງພິເສດຕໍ່ຜູ້ໃຫ້ບໍລິການດັ່ງກ່າວ. ເວົ້າອີກຢ່າງໜຶ່ງກໍຄື ເຮົາຈະຫຼຸດຜ່ອນການລົງໂທດສຳລັບຄົນເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ໃຫ້ບໍລິການເຫຼົ່ານັ້ນທີ່ຄົດໂກງ ແລະ ຫຼອກລວງຈະຢູ່ທ່າມກາງເປົ້າໝາຍແຫ່ງຄວາມພິນາດ ເຊິ່ງໝາຍຄວາມວ່າ ເຮົາຈະເຮັດໃຫ້ພວກເຂົາຢູ່ພາຍໃຕ້ການລົງໂທດທີ່ຮຸນແຮງ. (ເຖິງແມ່ນພວກເຂົາຢູ່ທ່າມກາງເປົ້າໝາຍແຫ່ງຄວາມພິນາດ, ພວກເຂົາກໍແຕກຕ່າງຫຼາຍຈາກຄົນທີ່ຈະຖືກທຳລາຍ: ພວກເຂົາຈະໄດ້ຮັບການລົງໂທດທີ່ຮຸນແຮງຕະຫຼອດໄປເປັນນິດ ແລະ ການລົງໂທດທີ່ຜູ້ຄົນເຫຼົ່ານັ້ນຈະໄດ້ຮັບແມ່ນການລົງໂທດຂອງມານຮ້າຍ ນັ້ນກໍຄືຊາຕານ. ນີ້ຍັງເປັນຄວາມໝາຍທີ່ແທ້ຈິງຂອງສິ່ງທີ່ເຮົາໝາຍເຖິງເມື່ອເຮົາເວົ້າວ່າ ຜູ້ຄົນເຫຼົ່ານັ້ນເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່). ແຕ່ເຮົາບໍ່ໄດ້ໃຊ້ພຣະທຳປະເພດນີ້ກ່ຽວກັບລູກຊາຍກົກຂອງເຮົາ; ກ່ຽວກັບພວກເຂົາ ເຮົາເວົ້າວ່າ ເຮົາຈະຟື້ນຟູລູກຊາຍກົກຂອງເຮົາ ແລະ ພວກເຂົາຈະກັບຄືນສູ່ພູເຂົາຊີໂອນອີກຄັ້ງ. ສະນັ້ນ ເຮົາຈຶ່ງເວົ້າຢູ່ສະເໝີວ່າ ລູກຊາຍກົກຂອງເຮົາແມ່ນຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ຄັດເລືອກໄວ້ແລ້ວ. ດັ່ງເດີມແລ້ວ ລູກຊາຍກົກຂອງເຮົາເປັນຂອງເຮົາ ແລະ ພວກເຂົາມາຈາກເຮົາ ສະນັ້ນ ພວກເຂົາຕ້ອງກັບຄືນມາຫາເຮົາໃນທີ່ນີ້. ຖ້າປຽບທຽບລູກຊາຍ ແລະ ປະຊາຊົນກັບລູກຊາຍກົກ, ນີ້ຄືຄວາມແຕກຕ່າງລະຫວ່າງສະຫວັນ ແລະ ແຜ່ນດິນໂລກແທ້ໆ: ເຖິງແມ່ນວ່າລູກຊາຍ ແລະ ປະຊາຊົນຈະດີກວ່າຜູ້ໃຫ້ບໍລິການຫຼາຍ, ພວກເຂົາກໍບໍ່ມີທາງທີ່ຈະເປັນຄົນຂອງເຮົາໄດ້. ນອກນັ້ນ ມັນຍັງສາມາດເວົ້າໄດ້ວ່າ ລູກຊາຍ ແລະ ປະຊາຊົນແມ່ນຖືກເລືອກຈາກທ່າມກາງມະນຸດຊາດ. ສະນັ້ນ ເຮົາຈຶ່ງສຸມກຳລັງຂອງເຮົາໃສ່ລູກຊາຍກົກສະເໝີ ແລະ ຫຼັງຈາກນັ້ນ ເຮົາຈະປ່ອຍໃຫ້ລູກຊາຍກົກເຮັດໃຫ້ລູກຊາຍ ແລະ ປະຊາຊົນເຫຼົ່ານີ້ສົມບູນ. ສິ່ງເຫຼົ່ານີ້ແມ່ນບາດກ້າວຂອງພາລະກິດໃນອະນາຄົດຂອງເຮົາ. ຕອນນີ້ ມັນບໍ່ມີປະໂຫຍດທີ່ຈະບອກພວກເຈົ້າ, ສະນັ້ນ ເຮົາຈຶ່ງບໍ່ຄ່ອຍກ່າວມັນຕໍ່ລູກຊາຍ ແລະ ປະຊາຊົນ, ແຕ່ເຮົາເວົ້າຊໍ້າແລ້ວຊໍ້າອີກ ແລະ ກ່າວເຖິງເລື່ອງເຫຼົ່ານີ້ຄັ້ງແລ້ວຄັ້ງເລົ່າຕໍ່ລູກຊາຍກົກ. ນີ້ເປັນວິທີທີ່ເຮົາກ່າວ ແລະ ປະຕິບັດພາລະກິດ. ບໍ່ມີຜູ້ໃດສາມາດປ່ຽນແປງສິ່ງນີ້ໄດ້, ມີພຽງເຮົາເທົ່ານັ້ນທີ່ມີອຳນາດຕັດສິນໃຈເດັດຂາດໃນທຸກໆສິ່ງ.
ທຸກມື້ ເຮົາຕໍ່ສູ້ກັບແນວຄິດຂອງພວກເຈົ້າ ແລະ ທຸກມື້ເຮົາວິເຄາະພວກເຈົ້າແຕ່ລະຄົນ. ເມື່ອເຮົາໄດ້ເວົ້າເຖິງຈຸດໃດໜຶ່ງ, ພວກເຈົ້າກໍເປັນຄືເກົ່າ ແລະ ພວກເຈົ້າກໍແຍກຄວາມເປັນມະນຸດຂອງເຮົາອອກຈາກຄວາມເປັນພຣະເຈົ້າຂອງເຮົາອີກຄັ້ງ. ໃນຕອນນີ້ ເວລາທີ່ຜູ້ຄົນຈະຖືກເປີດເຜີຍໄດ້ມາເຖິງແລ້ວ: ຜູ້ຄົນຄິດວ່າ ເຮົາຍັງດຳລົງຊີວິດຢູ່ໃນເນື້ອໜັງ ແລະ ບໍ່ໄດ້ເປັນພຣະເຈົ້າເອງເລີຍ, ເຮົາຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ ແລະ ພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບຕົວຕົນທີ່ເຮົາເປັນ. ມະນຸດຊາດນີ້ຊ່າງເສື່ອມຊາມແທ້ໆ! ເຮົາໄດ້ກ່າວພຣະທຳຫຼາຍຢ່າງກ່ອນໜ້ານີ້, ແຕ່ເປັນເວລາດົນນານມາແລ້ວ ພວກເຈົ້າໄດ້ປະຕິບັດຕໍ່ພຣະທຳເຫຼົ່ານັ້ນຄືກັບວ່າພວກມັນບໍ່ມີຢູ່ຈິງ ແລະ ສິ່ງນີ້ກໍເຮັດໃຫ້ເຮົາເຕັມໄປດ້ວຍຄວາມກຽດຊັງຕໍ່ພວກເຈົ້າ ເຊິ່ງຝັງເລິກເຂົ້າໃນກະດູກຂອງເຮົາ! ແທ້ຈິງແລ້ວ ສິ່ງນີ້ເຮັດໃຫ້ເຮົາກຽດຊັງພວກເຈົ້າ! ຜູ້ໃດກ້າທ້າທາຍເຮົາຕາມອຳເພີໃຈບໍ, ເຮົາທີ່ເປັນພຣະເຈົ້າທີ່ສົມບູນ, ເຮົາທີ່ມີທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ? ຜູ້ໃດກ້າຕໍ່ຕ້ານເຮົາໃນຄວາມຄິດຂອງພວກເຂົາແດ່? ຫຼັງຈາກທີ່ໄພພິບັດທີ່ໂຫດຮ້າຍຂອງເຮົາໄດ້ເລີ່ມລົງມາ, ເຮົາກໍຈະລົງໂທດພວກເຂົາເທື່ອລະຄົນ, ບໍ່ປ່ອຍໃຫ້ຄົນໃດຄົນໜຶ່ງໄປ, ແຕ່ກົງກັນຂ້າມຈະລົງໂທດພວກເຂົາທຸກຄົນຢ່າງຮຸນແຮງ. ພຣະວິນຍານຂອງເຮົາປະຕິບັດພາລະກິດເປັນການສ່ວນຕົວ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ເຮົາບໍ່ແມ່ນພຣະເຈົ້າເອງ; ໃນທາງກົງກັນຂ້າມ ມັນຍິ່ງໝາຍຄວາມວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຜູ້ຄົນບໍ່ຮູ້ຈັກເຮົາ ນັ້ນກໍຄື ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ຫຼຽວເບິ່ງອຳນາດອັນຍິ່ງໃຫຍ່ຂອງເຮົາຈາກພຣະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາພະຍາຍາມຄົ້ນຫາບາງສິ່ງໃນພຣະທຳຂອງເຮົາທີ່ພວກເຂົາສາມາດໃຊ້ຕໍ່ຕ້ານເຮົາ ແລະ ຈັບຜິດເຮົາ. ມື້ໜຶ່ງ ເມື່ອເຮົາປາກົດຕົວກັບລູກຊາຍກົກຂອງເຮົາໃນພູເຂົາຊີໂອນ, ເຮົາກໍຈະເລີ່ມຕົ້ນຈັດການກັບສິ່ງມີຊີວິດທີໜ້າເວດທະນາເຫຼົ່ານີ້. ໃນຊ່ວງເວລານີ້, ເຮົາກຳລັງປະຕິບັດພາລະກິດນີ້ເປັນຫຼັກ. ເມື່ອເຮົາໄດ້ກ່າວເຖິງຈຸດໃດໜຶ່ງ, ຜູ້ໃຫ້ບໍລິການຈຳນວນຫຼວງຫຼາຍກໍຈະຖອນຕົວ ແລະ ລູກຊາຍກົກກໍຈະທົນທຸກກັບຄວາມລຳບາກທຸກຮູບແບບເຊັ່ນກັນ. ດ້ວຍຄວາມຄືບໜ້າຂອງສອງຂັ້ນຕອນເຫຼົ່ານີ້ຂອງພາລະກິດ, ຂັ້ນຕອນຂອງພາລະກິດຂອງເຮົາກໍຈະມາເຖິງຈຸດສິ້ນສຸດ. ໃນເວລາດຽວກັນ, ເຮົາຈະຮັບເອົາລູກຊາຍກົກຂອງເຮົາກັບຄືນສູ່ພູເຂົາຊີໂອນ. ສິ່ງເຫຼົ່ານີ້ແມ່ນບາດກ້າວຂອງພາລະກິດຂອງເຮົາ.
ລູກຊາຍກົກຂອງເຮົາແມ່ນສ່ວນທີ່ຂາດບໍ່ໄດ້ໃນອານາຈັກຂອງເຮົາ ເຊິ່ງສາມາດເຫັນໄດ້ວ່າ ໃນຄວາມເປັນຈິງແລ້ວ ຕົວຕົນຂອງເຮົາແມ່ນອານາຈັກ ນັ້ນກໍຄື ການກຳເນີດຂອງອານາຈັກຂອງເຮົາເກີດຂຶ້ນຫຼັງຈາກການກຳເນີດລູກຊາຍກົກຂອງເຮົາ. ເວົ້າອີກຢ່າງໜຶ່ງກໍຄື ອານາຈັກຂອງເຮົາມີຢູ່ນັບຕັ້ງແຕ່ເວລາແຫ່ງການເນລະມິດສ້າງໂລກ ແລະ ເພື່ອຮັບເອົາລູກຊາຍກົກຂອງເຮົາ (ໝາຍເຖິງການຟື້ນຟູລູກຊາຍກົກຂອງເຮົາ) ແມ່ນການຟື້ນຟູອານາຈັກຂອງເຮົາ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ລູກຊາຍກົກແມ່ນມີຄວາມສຳຄັນເປັນພິເສດ. ມີພຽງຫຼັງຈາກລູກຊາຍກົກຂອງເຮົາດຳລົງຢູ່ເທົ່ານັ້ນ ອານາຈັກຈຶ່ງຈະເກີດຂຶ້ນໄດ້, ຄວາມເປັນຈິງແຫ່ງການປົກຄອງດ້ວຍອຳນາດກໍຈະເກີດຂຶ້ນ, ຊີວິດໃໝ່ຈະປາກົດອອກ ແລະ ຍຸກເກົ່າກໍຈະສິ້ນສຸດລົງຢ່າງສົມບູນ. ນີ້ແມ່ນກະແສທີ່ບໍ່ສາມາດຫຼີກເວັ້ນໄດ້. ເພາະລູກຊາຍກົກຢູ່ໃນຕໍາແໜ່ງນີ້, ພວກເຂົາເປັນສັນຍາລັກແກ່ຄວາມພິນາດຂອງໂລກ, ການລົ້ມສະຫຼາຍຂອງຊາຕານ, ການເປີດເຜີຍເຖິງທາດແທ້ຂອງຜູ້ໃຫ້ບໍລິການ ແລະ ຂໍ້ແທ້ຈິງທີ່ມັງກອນແດງຜູ້ຍິ່ງໃຫຍ່ຈະບໍ່ມີເຊື້ອສາຍ ແລະ ຈະລົງສູ່ທະເລສາບແຫ່ງໄຟ ແລະ ມາດ; ສະນັ້ນ ຄົນທີ່ມີອຳນາດ ແລະ ທຸກຄົນທີ່ເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ຈະເຂົ້າຮ່ວມໃນການຂັດຂວາງ, ການຕໍ່ຕ້ານ ແລະ ການທຳລາຍຄັ້ງແລ້ວຄັ້ງເລົ່າ. ໃນຂະນະດຽວກັນ ເຮົາຈະຍົກລະດັບ, ເປັນພະຍານ ແລະ ເປີດເຜີຍລູກຊາຍກົກຂອງເຮົາຄັ້ງແລ້ວຄັ້ງເລົ່າ. ຍ້ອນມີພຽງແຕ່ຄົນທີ່ມາຈາກເຮົາຈຶ່ງມີສິດເປັນພະຍານໃຫ້ແກ່ເຮົາ; ພວກເຂົາເທົ່ານັ້ນທີ່ມີຄຸນສົມບັດທີ່ຈະດຳລົງຊີວິດຕາມເຮົາ ແລະ ພວກເຂົາເທົ່ານັ້ນທີ່ມີພື້ນຖານທີ່ຈະຕໍ່ສູ້ໃນບັ້ນຮົບ ແລະ ມີໄຊຊະນະຢ່າງສວຍງາມເພື່ອເຮົາ. ຄົນທີ່ຢູ່ຫ່າງຈາກເຮົາແມ່ນບໍ່ມີຫຍັງ ນອກຈາກເປັນເສດຂີ້ດິນທີ່ຢູ່ໃນມືຂອງເຮົາ ນັ້ນກໍຄື ສິ່ງຖືກສ້າງ, ພວກເຂົາທຸກຄົນເລີຍ. ຄົນທີ່ເປັນລູກຊາຍ ແລະ ປະຊາຊົນບໍ່ໄດ້ເປັນຫຍັງຫຼາຍໄປກວ່າຄົນທີ່ຖືກເລືອກຈາກບັນດາສິ່ງຖືກສ້າງໃນການເນລະມິດສ້າງ, ແຕ່ພວກເຂົາບໍ່ໄດ້ເປັນຄົນຂອງເຮົາ. ສະນັ້ນ ຈຶ່ງມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍລະຫວ່າງລູກຊາຍກົກ ແລະ ລູກຊາຍ. ລູກຊາຍແມ່ນບໍ່ມີຄຸນສົມບັດທີ່ຈະທຽບກັບລູກຊາຍກົກເລີຍ ນັ້ນກໍຄື ພວກເຂົາຖືກປົກຄອງ ແລະ ຖືກຄວບຄຸມໂດຍລູກຊາຍກົກ. ຕອນນີ້ ພວກເຈົ້າຄວນຊັດເຈນກ່ຽວກັບເລື່ອງນີ້! ພຣະທຳທຸກຂໍ້ທີ່ເຮົາກ່າວແມ່ນຄວາມຈິງ ແລະ ບໍ່ມີທາງເປັນສິ່ງທີ່ຜິດໄດ້. ທັງໝົດນີ້ເປັນສ່ວນໜຶ່ງຂອງການສະແດງອອກເຖິງຕົວຕົນຂອງເຮົາ ແລະ ມັນຄືພຣະຄຳຂອງເຮົາ.
ເຮົາໄດ້ເວົ້າວ່າ ເຮົາບໍ່ກ່າວພຣະທຳທີ່ວ່າງເປົ່າ ແລະ ເຮົາບໍ່ເຮັດຜິດ; ສິ່ງນີ້ກໍພຽງພໍທີ່ຈະສະແດງເຖິງຄວາມສະຫງ່າຜ່າເຜີຍຂອງເຮົາ. ແຕ່ຜູ້ຄົນບໍ່ສາມາດແຍກແຍະສິ່ງທີ່ດີອອກຈາກສິ່ງທີ່ບໍ່ດີ ແລະ ເມື່ອການຂ້ຽນຕີຂອງເຮົາເກີດຂຶ້ນກັບພວກເຂົາເທົ່ານັ້ນ ພວກເຂົາຈຶ່ງຈະເຊື່ອໝັ້ນຢ່າງແທ້ຈິງ; ບໍ່ດັ່ງນັ້ນ ພວກເຂົາກໍຍັງຄົງຈະກະບົດ ແລະ ຫົວແຂງ. ນີ້ຄືເຫດຜົນທີ່ເຮົາໃຊ້ການຂ້ຽນຕີເພື່ອໂຈມຕີຄືນໃສ່ມະນຸດຊາດທັງປວງ. ໃນແນວຄິດຂອງມະນຸດ ໃນເມື່ອມີພຽງພຣະເຈົ້າອົງດຽວ ເປັນຫຍັງຈຶ່ງມີລູກຊາຍກົກຫຼາຍຄົນທີ່ມາຈາກເຮົາ? ເຮົາສາມາດເວົ້າໄດ້ແບບນີ້: ສໍາລັບເລື່ອງຂອງເຮົາເອງ, ເຮົາສາມາດກ່າວເຖິງພວກມັນໃນລັກສະນະໃດກໍຕາມທີ່ເຮົາປາຖະໜາ. ມະນຸດສາມາດເຮັດຫຍັງໃຫ້ເຮົາໄດ້? ເຮົາຍັງສາມາດເວົ້າໄດ້ແບບນີ້: ເຖິງແມ່ນລູກຊາຍກົກ ແລະ ເຮົາບໍ່ໄດ້ມີຮູບລັກສະນະດຽວກັນ, ພວກເຮົາກໍມາຈາກພຣະວິນຍານອົງດຽວກັນ, ສະນັ້ນ ພວກເຂົາທຸກຄົນຈຶ່ງສາມາດມີຄວາມຄິດດຽວກັນກັບເຮົາເມື່ອພວກເຂົາຮ່ວມມືກັບເຮົາ. ເຫດຜົນທີ່ພວກເຮົາບໍ່ໄດ້ມີຮູບລັກສະນະດຽວກັນກໍເພື່ອໃຫ້ທຸກຄົນສາມາດເຫັນເຖິງທຸກສ່ວນໃນຕົວຕົນຂອງເຮົາຢ່າງຊັດເຈນເປັນພິເສດ. ນີ້ຄືເຫດຜົນທີ່ເຮົາປ່ອຍໃຫ້ລູກຊາຍກົກຂອງເຮົາມີສິດອຳນາດຮ່ວມກັນກັບເຮົາເໜືອທຸກຊົນຊາດ ແລະ ທຸກຄົນ. ນີ້ຄືນໍ້າສຽງສຸດທ້າຍຂອງກົດບັນຍັດແຫ່ງການບໍລິຫານຂອງເຮົາ (“ນໍ້າສຽງສຸດທ້າຍ” ນີ້ທີ່ເຮົາກ່າວເຖິງໝາຍຄວາມວ່າ ນໍ້າສຽງຂອງເຮົານັ້ນເບົາ ແລະ ເຮົາໄດ້ເລີ່ມກ່າວຕໍ່ລູກຊາຍ ແລະ ປະຊາຊົນ). ຄົນສ່ວນໃຫຍ່ມີຄວາມສົງໄສກ່ຽວກັບດ້ານນີ້, ແຕ່ມັນບໍ່ຈຳເປັນທີ່ພວກເຂົາຈະເຮັດໃຫ້ຕົນເອງເຕັມໄປດ້ວຍຄວາມສົງໄສຫຼາຍຂະໜາດນັ້ນ. ເຮົາຈະເປີດໂປງແນວຄິດຂອງທຸກຄົນເທື່ອລະຄົນ ເພື່ອເຮັດໃຫ້ພວກເຂົາຮູ້ສຶກອັບອາຍຢ່າງບໍ່ມີບ່ອນໃຫ້ລີ້. ເຮົາເດີນທາງທົ່ວຈັກກະວານ ແລະ ສຸດຂອບແຜ່ນດິນໂລກ ແລະ ສັງເກດເບິ່ງໃບໜ້າທັງໝົດຂອງຈັກກະວານ. ເຮົາກວດສອບຄົນທຸກປະເພດ ນັ້ນກໍຄື ບໍ່ມີຜູ້ໃດທີ່ສາມາດຫຼົບໜີຈາກມືຂອງເຮົາໄດ້. ເຮົາມີສ່ວນຮ່ວມໃນທຸກສິ່ງທຸກປະເພດ ແລະ ບໍ່ມີຫຍັງທີ່ເຮົາບໍ່ໄດ້ຈັດການເປັນການສ່ວນຕົວ. ຜູ້ໃດກ້າປະຕິເສດອຳນາດອັນຍິ່ງໃຫຍ່ຂອງເຮົາ? ຜູ້ໃດກ້າທີ່ຈະບໍ່ເຊື່ອກ່ຽວກັບຕົວເຮົາຢ່າງແທ້ຈິງ? ຜູ້ໃດກ້າທີ່ຈະບໍ່ກົ້ມຫົວລົງຕໍ່ໜ້າເຮົາທັງໝົດ? ສະຫວັນທັງປວງຈະປ່ຽນແປງ ຍ້ອນລູກຊາຍກົກຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແຜ່ນດິນໂລກທັງປວງຈະສັ່ນໄຫວຢ່າງຮຸນແຮງ ຍ້ອນເຮົາ ແລະ ລູກຊາຍກົກຂອງເຮົາ. ທຸກຄົນຈະຄຸເຂົ່າລົງຕໍ່ໜ້າຕົວຕົນຂອງເຮົາ ແລະ ທຸກສິ່ງຈະມາຢູ່ພາຍໃນການຄວບຄຸມໂດຍມືຂອງເຮົາຢ່າງແນ່ນອນ ໂດຍບໍ່ຂໍ້ຜິດພາດແມ່ນແຕ່ໜ້ອຍດຽວ. ທຸກຄົນຕ້ອງເຊື່ອທັງໝົດ ແລະ ທຸກສິ່ງຈະມາຢູ່ໃນເຮືອນຂອງເຮົາ ແລະ ໃຫ້ບໍລິການແກ່ເຮົາ. ນີ້ແມ່ນສ່ວນສຸດທ້າຍຂອງກົດບັນຍັດແຫ່ງການບໍລິຫານຂອງເຮົາ. ຈາກນີ້ເປັນຕົ້ນໄປ ມາດຕາຕ່າງໆທັງໝົດຂອງກົດບັນຍັດແຫ່ງການບໍລິຫານຂອງເຮົາ ເຊິ່ງແນໃສ່ຜູ້ຄົນທີ່ແຕກຕ່າງກັນ ກໍຈະເລີ່ມເກີດໝາກຜົນ (ເພາະກົດບັນຍັດແຫ່ງການບໍລິຫານຂອງເຮົາຖືກເປີດເຜີຍຕໍ່ສາທາລະນະຢ່າງຄົບຖ້ວນ ແລະ ການຈັດແຈງທີ່ເໝາະສົມຈະຖືກສ້າງຂຶ້ນສຳລັບຄົນທຸກປະເພດ ແລະ ທຸກສິ່ງ. ທຸກຄົນຈະຢູ່ໃນຕໍາແໜ່ງທີ່ເໝາະສົມຂອງພວກເຂົາ ແລະ ທາດແທ້ຂອງຄົນທຸກປະເພດຈະຖືກເປີດໂປງອອກ ເພາະກົດບັນຍັດແຫ່ງການບໍລິຫານຂອງເຮົາ). ສິ່ງນັ້ນຈະເປັນການມາເຖິງຂອງກົດບັນຍັດແຫ່ງການບໍລິຫານຕົວຈິງ ແລະ ແທ້ຈິງ.
ບັດນີ້ ອີງຕາມບາດກ້າວໃນພາລະກິດຂອງເຮົາ, ເຮົາເວົ້າໃນສິ່ງທີ່ເຮົາຕ້ອງການເວົ້າ ແລະ ທຸກຄົນຕ້ອງຈິງຈັງກັບພຣະທຳຂອງເຮົາ. ຕະຫຼອດຍຸກຕ່າງໆ, ໄພ່ພົນທຸກຄົນໄດ້ກ່າວເຖິງ “ເຢລູຊາເລັມໃໝ່” ແລະ ທຸກຄົນຮູ້ຈັກມັນ, ແຕ່ບໍ່ມີຜູ້ໃດເຂົ້າໃຈຄວາມໝາຍແທ້ຈິງຂອງຄຳສັບນີ້. ໃນຂະນະທີ່ພາລະກິດໃນປັດຈຸບັນໄດ້ດຳເນີນໄປຈົນເຖິງຂັ້ນຕອນນີ້, ເຮົາຈະເປີດເຜີຍຄວາມໝາຍແທ້ຈິງຂອງຄຳສັບນີ້ໃຫ້ກັບພວກເຈົ້າ ເພື່ອວ່າພວກເຈົ້າອາດຈະໄດ້ເຂົ້າໃຈມັນ. ແຕ່ມີການຈຳກັດໃນການເປີດເຜີຍຂອງເຮົາ ນັ້ນກໍຄື ບໍ່ວ່າເຮົາຈະອະທິບາຍມັນແບບໃດກໍຕາມ ແລະ ບໍ່ວ່າເຮົາເວົ້າມັນຢ່າງຊັດເຈນສໍ່າໃດກໍຕາມ ພວກເຈົ້າກໍບໍ່ສາມາດເຂົ້າໃຈໄດ້ຢ່າງສົມບູນ ເພາະບໍ່ມີມະນຸດຄົນໃດສາມາດສຳຜັດເຖິງຄວາມເປັນຈິງຂອງຄຳສັບນີ້. ໃນອະດີດ ເຢລູຊາເລັມໝາຍເຖິງບ່ອນຢູ່ອາໄສຂອງເຮົາເທິງໂລກ ນັ້ນກໍຄື ເປັນບ່ອນທີ່ເຮົາຍ່າງ ແລະ ເຄື່ອນໄຫວ. ແຕ່ຄຳວ່າ “ໃໝ່” ປ່ຽນແປງຄຳສັບນີ້ ແລະ ຕອນນີ້ ມັນບໍ່ໄດ້ເປັນຄືດັ່ງທີ່ມັນເຄີຍເປັນ. ຜູ້ຄົນບໍ່ສາມາດເຂົ້າໃຈມັນໄດ້ແມ່ນແຕ່ໜ້ອຍດຽວ. ບາງຄົນຄິດວ່າ ມັນໝາຍເຖິງອານາຈັກຂອງເຮົາ; ບາງຄົນກໍຄິດວ່າ ມັນແມ່ນຕົວຕົນທີ່ເຮົາເປັນ; ບາງຄົນຄິດວ່າ ມັນຄືສະຫວັນ ແລະ ແຜ່ນດິນໂລກໃໝ່; ແລະ ບາງຄົນກໍຄິດວ່າ ມັນເປັນໂລກໃໝ່ທີ່ຈະມາເຖິງຫຼັງຈາກທີ່ເຮົາທຳລາຍໂລກນີ້. ເຖິງແມ່ນວ່າຄວາມຄິດຂອງບຸກຄົນໃດໜຶ່ງຈະຊັບຊ້ອນຢ່າງຫຼວງຫຼາຍ ແລະ ສາມາດມີຈິນຕະນາການທີ່ອຸດົມສົມບູນ, ພວກເຂົາກໍຍັງບໍ່ສາມາດເຂົ້າໃຈຫຍັງກ່ຽວກັບສິ່ງນີ້ໄດ້. ຕະຫຼອດຍຸກຕ່າງໆ ຜູ້ຄົນຄາດຫວັງທີ່ຈະຮູ້ ຫຼື ໄດ້ເຫັນຄວາມໝາຍແທ້ຈິງຂອງຄຳສັບນີ້, ແຕ່ພວກເຂົາບໍ່ສາມາດບັນລຸຄວາມປາຖະໜາຂອງພວກເຂົາໄດ້ ນັ້ນກໍຄື ພວກເຂົາທຸກຄົນຜິດຫວັງ ແລະ ຕາຍໄປ, ປະຖິ້ມຄວາມປາຖະໜາຂອງພວກເຂົາໄວ້ຂ້າງຫຼັງ; ເພາະເວລາຂອງເຮົາຍັງບໍ່ທັນໄດ້ມາເຖິງ, ເຮົາບໍ່ສາມາດບອກຜູ້ຄົນໄດ້ຢ່າງງ່າຍດາຍ. ຍ້ອນພາລະກິດຂອງເຮົາໄດ້ດຳເນີນມາເຖິງຂັ້ນຕອນນີ້, ເຮົາຈະບອກທຸກສິ່ງແກ່ພວກເຈົ້າ. ເຢລູຊາເລັມໃໝ່ປະກອບມີສີ່ສິ່ງເຫຼົ່ານີ້: ຄວາມໂກດຮ້າຍຂອງເຮົາ, ກົດບັນຍັດແຫ່ງການບໍລິຫານຂອງເຮົາ, ອານາຈັກຂອງເຮົາ ແລະ ພອນອັນບໍ່ສິ້ນສຸດທີ່ເຮົາປະທານໃຫ້ແກ່ລູກຊາຍກົກຂອງເຮົາ. ເຫດຜົນທີ່ເຮົາໃຊ້ຄຳວ່າ “ໃໝ່” ກໍເພາະສີ່ສ່ວນເຫຼົ່ານີ້ລີ້ລັບ. ເພາະບໍ່ມີຜູ້ໃດຮູ້ຈັກຄວາມໂກດຮ້າຍຂອງເຮົາ, ບໍ່ມີຜູ້ໃດຮູ້ຈັກກົດບັນຍັດແຫ່ງການບໍລິຫານຂອງເຮົາ, ບໍ່ມີຜູ້ໃດໄດ້ເຫັນອານາຈັກຂອງເຮົາ ແລະ ບໍ່ມີຜູ້ໃດໄດ້ຮັບພອນຂອງເຮົາ, “ໃໝ່” ຈຶ່ງໝາຍເຖິງສິ່ງທີ່ລີ້ລັບ. ບໍ່ມີຜູ້ໃດເຂົ້າໃຈຢ່າງຄົບຖ້ວນກ່ຽວກັບສິ່ງທີ່ເຮົາໄດ້ເວົ້າ, ເພາະເຢລູຊາເລັມໃໝ່ໄດ້ລົງມາເທິງແຜ່ນດິນໂລກ, ແຕ່ບໍ່ມີຜູ້ໃດໄດ້ປະສົບກັບຄວາມເປັນຈິງຂອງເຢລູຊາເລັມໃໝ່ເປັນການສ່ວນຕົວ. ບໍ່ວ່າເຮົາຈະເວົ້າກ່ຽວກັບມັນຢ່າງຄົບຖ້ວນສໍ່າໃດກໍຕາມ, ຜູ້ຄົນກໍຈະບໍ່ເຂົ້າໃຈທັງໝົດ. ເຖິງແມ່ນວ່າຜູ້ໃດຜູ້ໜຶ່ງຈະເຂົ້າໃຈ, ຄວາມເຂົ້າໃຈນີ້ກໍເປັນພຽງຄຳເວົ້າຂອງພວກເຂົາ, ຄວາມຄິດຂອງພວກເຂົາ ແລະ ແນວຄິດຂອງພວກເຂົາເທົ່ານັ້ນ. ນີ້ແມ່ນກະແສທີ່ບໍ່ສາມາດຫຼີກເວັ້ນໄດ້; ມັນເປັນວິທີດຽວທີ່ຈະກ້າວໄປຂ້າງໜ້າ ແລະ ບໍ່ມີຜູ້ໃດສາມາດຫຼຸດພົ້ນຈາກມັນໄດ້.