(XI) ກ່ຽວກັບມີຄວາມຮູ້ກ່ຽວກັບພຣະເຈົ້າ

453. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ ແລະ ຖ້າປາດສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ. ຄວາມຮູ້ດັ່ງກ່າວບໍ່ສາມາດຊັກຊວນ ຫຼື ເອົາຊະນະມະນຸດໄດ້, ຄວາມຮູ້ດັ່ງກ່າວບໍ່ໄດ້ຢູ່ໃນຄວາມເປັນຈິງ ແລະ ບໍ່ແມ່ນຄວາມຈິງເລີຍ. ມັນອາດຈະອຸດົມສົມບູນ ແລະ ຟັງສະບາຍຫູ ແຕ່ຖ້າມັນຄັດກັບອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ, ພຣະເຈົ້າກໍຈະບໍ່ລະເວັ້ນເຈົ້າ. ບໍ່ແມ່ນພຽງແຕ່ພຣະອົງຈະບໍ່ຍົກຍ້ອງຄວາມຮູ້ຂອງເຈົ້າ ແຕ່ພຣະອົງຍັງຈະນໍາການແກ້ແຄ້ນມາເຖິງເຈົ້າ ຍ້ອນເຈົ້າເປັນຄົນບາບທີ່ໝິ່ນປະມາດພຣະອົງ. ພຣະທຳຂອງການຮູ້ຈັກພຣະເຈົ້າບໍ່ແມ່ນເວົ້າໄດ້ຢ່າງງ່າຍໆ. ເຖິງແມ່ນວ່າ ເຈົ້າຈະເວົ້າຢ່າງຄ່ອງແຄ້ວແຕ່ບໍ່ຈິງໃຈ ແລະ ເວົ້າຊັກຈູງເກັ່ງ ແລະ ເຖິງແມ່ນວ່າ ຄຳເວົ້າຂອງເຈົ້າສະຫຼາດຫຼາຍຈົນເຈົ້າສາມາດຖຽງໃຫ້ສີດຳກາຍເປັນສີຂາວ ແລະ ໃຫ້ສີຂາວກາຍມາເປັນສີດຳ, ແຕ່ເຈົ້າຍັງບໍ່ມີຄວາມຮູ້ ເມື່ອເວົ້າກ່ຽວກັບຄວາມຮູ້ຂອງພຣະເຈົ້າ. ພຣະເຈົ້າບໍ່ແມ່ນຄົນທີ່ເຈົ້າສາມາດຕັດສິນຢ່າງບໍ່ຮອບຄອບ ຫຼື ສັນລະເສີນແບບເສີຍໆ ຫຼື ດູຖູກຢ່າງເສີຍເມີຍ. ເຈົ້າສັນລະເສິນຄົນໃດໜຶ່ງ ແລະ ທຸກຄົນ ແຕ່ເຈົ້າດີ້ນລົນກັບການຊອກຫາຄຳເວົ້າທີ່ຖືກຕ້ອງເພື່ອບັນລະຍາຍຄວາມບໍລິສຸດ ແລະ ຄວາມກະລຸນາຂອງພຣະເຈົ້າ-ແລະ ນີ້ແມ່ນສິ່ງທີ່ຜູ້ພ່າຍແພ້ທຸກຄົນໄດ້ຮຽນຮູ້. ເຖິງແມ່ນວ່າ ມີຜູ້ຊ່ຽວຊານທາງດ້ານພາສາຫຼາຍຄົນ ທີ່ສາມາດບັນລະຍາຍເຖິງພຣະເຈົ້າ, ຄວາມຖືກຕ້ອງຂອງສິ່ງທີ່ພວກເຂົາບັນລະຍາຍແມ່ນພຽງແຕ່ໜຶ່ງສ່ວນຮ້ອຍຂອງຄວາມຈິງທີ່ເວົ້າໂດຍຄົນທີ່ເປັນຂອງພຣະເຈົ້າ ແລະ ມີພຽງຄຳສັບທີ່ຈຳກັດ ແຕ່ມີປະສົບການທີ່ອຸດົມສົມບູນ. ດ້ວຍເຫດນັ້ນ, ສາມາດເຫັນໄດ້ວ່າ ຄວາມຮູ້ຂອງພຣະເຈົ້າຕັ້ງຢູ່ໃນຄວາມຖືກຕ້ອງ ແລະ ຄວາມເປັນຈິງ, ບໍ່ໄດ້ຢູ່ໃນການນໍາໃຊ້ຄຳເວົ້າທີ່ສະຫຼາດ ຫຼື ຄຳສັບທີ່ອຸດົມສົມບູນ ແລະ ຄວາມຮູ້ຂອງມະນຸດ ແລະ ຄວາມຮູ້ຂອງພຣະເຈົ້າກໍບໍ່ກ່ຽວຂ້ອງກັນເລີຍ. ບົດຮຽນຂອງການຮູ້ຈັກພຣະເຈົ້າສູງສົ່ງກວ່າວິທະຍາສາດທຳມະຊາດໃດໜຶ່ງຂອງມະນຸດຊາດ. ມັນແມ່ນບົດຮຽນທີ່ມີແຕ່ຄົນຈຳນວນໜ້ອຍດຽວຈະສາມາດໄດ້ຮັບ ເຊິ່ງເປັນຄົນທີ່ສະແຫວງຫາເພື່ອຮູ້ຈັກກັບພຣະເຈົ້າ ແລະ ຄົນທີ່ມີຄວາມສາມາດໃດໜຶ່ງຈະບໍ່ສາມາດໄດ້ຮັບ. ແລ້ວດ້ວຍເຫດນັ້ນ, ພວກເຈົ້າຕ້ອງບໍ່ເບິ່ງການຮູ້ຈັກກັບພຣະເຈົ້າ ແລະ ການສະແຫວງຫາຄວາມຈິງເປັນຄືກັບວ່າ ເດັກນ້ອຍທຳມະດາກໍສາມາດຮັບມັນໄດ້. ບາງເທື່ອ ເຈົ້າອາດຈະປະສົບຜົນສໍາເລັດຢ່າງສົມບູນໃນຊີວິດຄອບຄົວຂອງເຈົ້າ ຫຼື ອາຊີບຂອງເຈົ້າ ຫຼື ໃນການແຕ່ງງານຂອງເຈົ້າ ແຕ່ເມື່ອມັນກ່ຽວກັບຄວາມຈິງ ແລະ ບົດຮຽນຂອງການຮູ້ຈັກກັບພຣະເຈົ້າ, ເຈົ້າບໍ່ມີຫຍັງທີ່ຈະສະແດງຕົວເອງເລີຍ, ເຈົ້າບໍ່ໄດ້ສຳເລັດຫຍັງເລີຍ. ສາມາດເວົ້າໄດ້ວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ ແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ສຸດສຳລັບພວກເຈົ້າ ແລະ ການຮູ້ຈັກພຣະເຈົ້າກໍເປັນບັນຫາທີ່ຍິ່ງໃຫຍ່ກວ່າ. ນີ້ຄືຄວາມຫຍຸ້ງຍາກຂອງພວກເຈົ້າ ແລະ ຍັງແມ່ນຄວາມຫຍຸ້ງຍາກທີ່ບັນດາມວນມະນຸດຊາດໄດ້ປະເຊີນ. ທ່າມກາງຄົນເຫຼົ່ານັ້ນທີ່ບັນລຸຄວາມສຳເລັດດ້ວຍເຫດຜົນການຮູ້ຈັກພຣະເຈົ້າ, ບໍ່ມີໃຜເລີຍທີ່ຢູ່ໃນລະດັບມາດຕະຖານ. ມະນຸດບໍ່ຮູ້ຈັກວ່າ ການຮູ້ຈັກພຣະເຈົ້າໝາຍເຖິງຫຍັງ ຫຼື ເປັນຫຍັງຈຶ່ງຕ້ອງຮູ້ຈັກພຣະເຈົ້າ ຫຼື ຢູ່ໃນຂອບເຂດໃດຈຶ່ງຖືວ່າເປັນການຮູ້ຈັກພຣະເຈົ້າ. ນີ້ເປັນສິ່ງທີ່ສັບສົນໃຫ້ກັບມະນຸດຊາດ ແລະ ເປັນປິດສະໜາທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຊາດປະເຊີນຢູ່ພໍສົມຄວນ-ແລະ ບໍ່ມີໃຜສາມາດຕອບຄຳຖາມນີ້ໄດ້ ຫຼື ບໍ່ມີໃຜເຕັມໃຈຕອບຄຳຖາມນີ້ ຍ້ອນວ່າ ໃນປັດຈຸບັນ ບໍ່ມີໃຜທ່າມກາງມະນຸດທີ່ປະສົບຜົນສຳເລັດໃນການສຶກສາພາລະກິດນີ້ໄດ້. ບາງເທື່ອ ເມື່ອປິດສະໜາຂອງພາລະກິດສາມຂັ້ນຕອນຖືກເຮັດໃຫ້ມະນຸດຮັບຮູ້ ກໍຈະປະກົດມີກຸ່ມຄົນທີ່ມີຄວາມສາມາດທີ່ຮູ້ຈັກພຣະເຈົ້າຕາມມາ. ແນ່ນອນ ເຮົາຫວັງວ່າ ມັນຈະເປັນແບບນັ້ນ ແລະ ຍິ່ງໄປກວ່ານັ້ນ ເຮົາຢູ່ໃນຂະບວນການປະຕິບັດພາລະກິດນີ້ ແລະ ຫວັງທີ່ຈະໄດ້ເຫັນການປະກົດຕົວຂອງຄົນທີ່ມີຄວາມສາມາດດັ່ງກ່າວໃນອະນາຄົດທີ່ໃກ້ໆນີ້. ພວກເຂົາຈະກາຍມາເປັນຄົນເຫຼົ່ານັ້ນທີ່ເປັນພະຍານໃຫ້ກັບຄວາມຈິງກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ ແລະ ແນ່ນອນ ຈະເປັນຄົນທຳອິດທີ່ເປັນພະຍານໃຫ້ກັບພາລະກິດສາມຂັ້ນຕອນເຫຼົ່ານີ້. ຖ້າບໍ່ມີຄົນທີ່ມີຄວາມສາມາດດັ່ງກ່າວ, ໃນມື້ທີ່ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ຫຼື ມີພຽງແຕ່ໜຶ່ງ ຫຼື ສອງຄົນ ແລະ ພວກເຂົາໄດ້ຍອມຮັບດ້ວຍຕົວເອງ ເພື່ອໃຫ້ພຣະເຈົ້າຜູ້ທີ່ມາບັງເກີດເປັນມະນຸດເຮັດໃຫ້ສົມບູນ, ມັນກໍຈະບໍ່ມີຫຍັງທີ່ເປັນຕາເສົ້າໃຈ ແລະ ເປັນຕາເສຍໃຈກວ່າສິ່ງນີ້-ເຖິງແມ່ນວ່າ ມັນເປັນກໍລະນີທີ່ຮ້າຍແຮງທີ່ສຸດທີ່ອາດຈະເກີດຂຶ້ນກໍຕາມ. ບໍ່ວ່າຈະເປັນກໍລະນີໃດກໍຕາມ, ເຮົາຍັງຫວັງວ່າ ຄົນເຫຼົ່ານັ້ນທີ່ສະແຫວງຫາຢ່າງແທ້ຈິງຈະໄດ້ຮັບພຣະພອນນີ້. ຕັ້ງແຕ່ການເລີ່ມຕົ້ນຂອງເວລາ, ຍັງບໍ່ມີພາລະກິດທີ່ເປັນແບບນີ້ມາກ່ອນ, ພາລະໜ້າທີ່ດັ່ງກ່າວບໍ່ເຄີຍປະກົດມີໃນປະຫວັດສາດຂອງການພັດທະນາມະນຸດຈັກເທື່ອ. ຖ້າເຈົ້າສາມາດກາຍມາເປັນໜຶ່ງໃນກຸ່ມຄົນທຳອິດທີ່ຮູ້ຈັກພຮະເຈົ້າ, ສິ່ງນີ້ຈະບໍ່ເປັນກຽດຕິຍົດອັນສູງສຸດຂອງສິ່ງທີ່ມີຊີວິດທັງໝົດບໍ? ພຣະເຈົ້າຈະຍົກຍ້ອງສິ່ງທີ່ມີຊີວິດອື່ນໆທີ່ຢູ່ທ່າມກາງມະນຸດຊາດຫຼາຍກວ່າບໍ? ພາລະກິດດັ່ງກ່າວບໍ່ງ່າຍທີ່ຈະເຮັດໃຫ້ສຳເລັດ ແຕ່ໃນທີ່ສຸດກໍຍັງຈະໄດ້ຮັບຜົນຕອບແທນ. ບໍ່ວ່າຈະເປັນເພດໃດ ຫຼື ສັນຊາດໃດກໍຕາມ, ທຸກຄົນເຫຼົ່ານັ້ນທີ່ສາມາດໄດ້ຮັບຄວາມຮູ້ຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໃນທີ່ສຸດ ແລະ ຈະເປັນພຽງຄົນດຽວທີ່ມີສິດອຳນາດຂອງພຣະອົງ. ນີ້ຄືພາລະກິດໃນປັດຈຸບັນ ແລະ ເປັນພາລະກິດສຳລັບອະນາຄົດເຊັ່ນກັນ; ມັນເປັນພາລະກິດສຸດທ້າຍ ແລະ ສູງສົ່ງທີ່ສຸດທີ່ຈະຖືກເຮັດໃຫ້ສຳເລັດໃນຊ່ວງເວລາ 6.000 ປີແຫ່ງພາລະກິດ ແລະ ເປັນວິທີການປະຕິບັດພາລະກິດທີ່ເປີດເຜີຍມະນຸດແຕ່ລະປະເພດ. ຜ່ານພາລະກິດທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ລະດັບຊັ້ນທີ່ແຕກຕ່າງກັນຂອງມະນຸດແມ່ນຖືກເປີດເຜີຍອອກ: ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຄຸນສົມບັດໃນການໄດ້ຮັບພຣະພອນຈາກພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ ໃນຂະນະທີ່ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ມີຄຸນສົມບັດໃນການຮັບພຣະພອນຂອງພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ. ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຜູ້ໃກ້ຊິດຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ສາມາດເອີ້ນໄດ້ວ່າເປັນຜູ້ໃກ້ຊິດຂອງພຣະເຈົ້າ; ຜູ້ໃກ້ຊິດຂອງພຮະເຈົ້າສາມາດຮັບພຣະພອນຂອງພຣະເຈົ້າ ແຕ່ຄົນເຫຼົ່ານັ້ນທີ່ບໍ່ແມ່ນຜູ້ໃກ້ຊິດຂອງພຣະອົງບໍ່ສົມຄວນໄດ້ຮັບພາລະກິດໃດໆຂອງພຣະອົງ. ບໍ່ວ່າຈະເປັນການແກ້ແຄ້ນ, ການກັ່ນຕອງ ຫຼື ການພິພາກສາ, ທຸກຢ່າງກໍມີເພື່ອໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຂອງພຣະເຈົ້າໃນທີ່ສຸດ ແລະ ເພື່ອມະນຸດຈະຍອມຢູ່ພາຍໃຕ້ພຣະເຈົ້າ. ນີ້ເປັນພຽງຜົນສະທ້ອນທີ່ຈະເຮັດໃຫ້ສຳເລັດໃນທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

454. ການມີ ແລະ ເປັນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ລ້ວນແລ້ວແຕ່ຢູ່ໃນພຣະທໍາຂອງພຣະອົງ ເພື່ອໃຫ້ມະນຸດຊາດຮູ້ຈັກ. ເມື່ອເຂົາປະສົບກັບພຣະທໍາຂອງພຣະເຈົ້າ ແລະ ໃນເວລາທີ່ເຂົາປະຕິບັດສິ່ງເຫຼົ່ານັ້ນ ມະນຸດກໍຈະເຂົ້າໃຈຈຸດປະສົງທີ່ຢູ່ເບື້ອງຫຼັງພຣະທໍາທີ່ພຣະເຈົ້າກ່າວ, ເຂົ້າໃຈແຫຼ່ງທີ່ມາ ແລະ ປະຫວັດຂອງພຣະທໍາຂອງພຣະເຈົ້າ, ເຂົ້າໃຈ ແລະ ເຫັນຄຸນຄ່າເຖິງຜົນຂອງພຣະທໍາຂອງພຣະເຈົ້າທີ່ໄດ້ຕັ້ງໝັ້ນໄວ້. ສໍາລັບມວນມະນຸດ, ສິ່ງທັງໝົດເຫຼົ່ານີ້ແມ່ນສິ່ງທີ່ມະນຸດຕ້ອງປະສົບ, ເຂົ້າໃຈ ແລະ ເຂົ້າເຖິງ ເພື່ອຮັບເອົາຄວາມຈິງ ແລະ ຊີວິດ, ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ, ມີການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ສາມາດເຊື່ອຟັງອໍານາດ ແລະ ການຈັດແຈງຂອງພຣະເຈົ້າ. ໃນລະຫວ່າງທີ່ມະນຸດໄດ້ປະສົບ, ເຂົ້າໃຈ ແລະ ເຂົ້າເຖິງສິ່ງເຫຼົ່ານີ້ ເຂົາກໍຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າເທື່ອລະໜ້ອຍ ແລະ ໃນເວລາດຽວກັນນີ້ ເຂົາກໍຍັງຈະໄດ້ຮັບຄວາມຮູ້ໃນລະດັບທີ່ແຕກຕ່າງກັນກ່ຽວກັບພຣະເຈົ້າ. ຄວາມເຂົ້າໃຈ ແລະ ຄວາມຮູ້ນີ້ບໍ່ໄດ້ອອກມາຈາກສິ່ງທີ່ມະນຸດໄດ້ຈິນຕະນາການ ຫຼື ແຕ່ງຂຶ້ນ ແຕ່ມາຈາກສິ່ງທີ່ເຂົາຮູ້ເຖິງຄຸນຄ່າ, ປະສົບ, ສໍາຜັດ ແລະ ຢືນຢັນພາຍໃນຕົວເຂົາ. ພາຍຫຼັງການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນສິ່ງເຫຼົ່ານີ້ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈິ່ງມີເນື້ອຫາ, ມີແຕ່ຄວາມຮູ້ທີ່ເຂົາໄດ້ຮັບໃນເວລານີ້ເທົ່ານັ້ນທີ່ເປັນຈິງ, ແທ້ຈິງ ແລະ ຖືກຕ້ອງ ແລະ ວິທີການ ໃນການໄດ້ຮັບຄວາມເຂົ້າໃຈນີ້ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າຜ່ານການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນພຣະທໍາຂອງພຣະອົງນັ້ນ ບໍ່ແມ່ນສິ່ງອື່ນນອກຈາກການປະຕິສໍາພັນລະຫວ່າງມະນຸດ ແລະ ພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດແມ່ນໄດ້ເຂົ້າໃຈ ແລະ ຢັ່ງຮູ້ເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກການຄອບຄອງ ແລະ ຕົວຕົນຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງເທື່ອລະໜ້ອຍ, ມີຄວາມແນ່ນອນທີ່ແທ້ຈິງ ແລະ ມີຄໍານິຍາມທີ່ຖືກຕ້ອງກ່ຽວກັບຄວາມຈິງແຫ່ງການປົກຄອງທຸກສັບພະສິ່ງຂອງພຣະເຈົ້າ ແລະ ມີຈຸດຢືນ ແລະ ຄວາມຮູ້ແທ້ຈິງກ່ຽວກັບຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດຈະປ່ຽນແປງຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າເທື່ອລະໜ້ອຍ, ຈະບໍ່ຈິນຕະນາການພຣະອົງຂຶ້ນມາເອງ ຫຼື ປ່ອຍໃຫ້ຕົວເອງມີຄວາມສົງໄສກ່ຽວກັບພຣະອົງ ຫຼື ມີຄວາມເຂົ້າໃຈຜິດກ່ຽວກັບພຣະອົງ ຫຼື ປະນາມພຣະອົງ ຫຼື ຕັດສິນພຣະອົງ ຫຼື ມີຄວາມຂ້ອງໃຈກ່ຽວກັບພຣະອົງ. ດ້ວຍເຫດນັ້ນ, ມະນຸດຈິ່ງຈະມີການພິພາດກັບພຣະເຈົ້າໜ້ອຍລົງ, ເຂົາຈະມີຂໍ້ຂັດແຍ້ງກັບພຣະເຈົ້າໜ້ອຍລົງ ແລະ ຈະມີໂອກາດທີ່ເຂົາຈະຕໍ່ຕ້ານພຣະເຈົ້ານັ້ນໜ້ອຍລົງ. ກົງກັນຂ້າງ, ການເອົາໃຈໃສ່ ແລະ ຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຍິ່ງໃຫຍ່ຂຶ້ນ ແລະ ການເຄົາລົບບູຊາຂອງເຂົາທີ່ມີຕໍ່ພຣະເຈົ້າກໍຈະແທ້ຈິງຂຶ້ນ ແລະ ມີຄວາມເລິກເຊິ່ງຫຼາຍຂຶ້ນ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະໄດ້ຮັບການສະໜອງຄວາມຈິງ ແລະ ການບັບຕິສະມາແຫ່ງຊີວິດເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະປ່ຽນແປງອຸປະນິໄສຂອງເຂົາ ແລະ ໄດ້ຮັບຄວາມລອດພົ້ນເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບການເຄົາລົບບູຊາ ແລະ ການນະມັດສະການທີ່ແທ້ຈິງຂອງສິ່ງທີ່ຖືກສ້າງຕໍ່ພຣະເຈົ້າ. ໃນການປະຕິສໍາພັນແບບນີ້ ຄວາມເຊື່ອຂອງມະນຸດທີ່ມີໃນພຣະເຈົ້າຈະບໍ່ເປັນຄືແຜ່ນເຈັ້ຍເປົ່າອີກຕໍ່ໄປ ຫຼື ເປັນຄໍາໝັ້ນສັນຍາພຽງແຕ່ປາກ ຫຼື ເປັນການສະແຫວງຫາ ແລະ ການບູຊາໃນຮູບແບບຕາບອດ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ຊີວິດຂອງມະນຸດຈິ່ງຈະເຕີບໃຫຍ່ເຂົ້າສູ່ວຸດທິພາວະແຕ່ລະມື້ ແລະ ໃນຕອນນີ້ເທົ່ານັ້ນ ອຸປະນິໄສຂອງເຂົາຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າ ຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ແນ່ນອນຈະກາຍເປັນຄວາມເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງ, ກາຍເປັນການເຄົາລົບບູຊາທີ່ແທ້ຈິງເທື່ອລະໜ້ອຍ ແລະ ໃນລະຫວ່າງການຕິດຕາມພຣະເຈົ້າຂອງເຂົາ ມະນຸດຍັງຈະກ້າວອອກຈາກຈຸດທີ່ບໍ່ຫ້າວຫັນໄປສູ່ຈຸດຫ້າວຫັນເທື່ອລະໜ້ອຍ, ຈາກສິ່ງທີ່ເປັນລົບເປັນສິ່ງທີ່ເປັນບວກ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ມະນຸດຈິ່ງຈະມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ກ່ຽວກັບພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

455. ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ທາດແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທ່ືອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ບາງຄົນເວົ້າວ່າ ພວກເຂົາປາຖະໜາທີ່ຈະຄົ້ນຫາວິທີງ່າຍໆໃນການບັນລຸຄວາມຕັ້ງໃຈນີ້,​ແຕ່ພວກເຈົ້າສາມາດຄິດເຖິງວິທີດັ່ງກ່າວໄດ້ບໍ? ເຮົາຈະບອກກັບເຈົ້າ ບໍ່ຈຳເປັນຕ້ອງຄິດ ເພາະບໍ່ມີວິທີອື່ນໆອີກແລ້ວ! ວິທີດຽວກໍຄືຮູ້ຈັກ ແລະ ພິສູດສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງຕັ້ງໃຈ ແລະ ຢ່າງແນວແນ່ ຜ່ານພຣະທຳທຸກຂໍ້ທີ່ພຣະອົງກ່າວອອກ ແລະ ທຸກສິ່ງທີ່ພຣະອົງເຮັດ. ນີ້ແມ່ນວິທີດຽວທີ່ຈະຮູ້ຈັກພຣະເຈົ້າ. ຍ້ອນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍ ແລະ ວ່າງເປົ່າ, ແຕ່ເປັນຄວາມຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I

456. ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

457. ການຮຽນຮູ້ຈັກທາດແທ້ຂອງພຣະເຈົ້າບໍ່ແມ່ນເລື່ອງທໍາມະດາ. ເຈົ້າຕ້ອງເຂົ້າໃຈເຖິງອຸປະນິໄສຂອງພຣະອົງ. ດ້ວຍວິທີນີ້ ເຈົ້າຈະຮຽນຮູ້ຈັກທາດແທ້ຂອງພຣະເຈົ້າເທື່ອລະໜ້ອຍ ແລະ ໂດຍທີ່ບໍ່ຮູ້ຕົວ. ເມື່ອເຈົ້າໄດ້ເຂົ້າສູ່ຄວາມຮູ້ນີ້ແລ້ວ ເຈົ້າຈະພົບຕົນເອງກ້າວໄປຂ້າງໜ້າສູ່ພາວະທີ່ສູງກວ່າ ແລະ ສວຍງາມກວ່າ. ໃນທີ່ສຸດ ເຈົ້າຈະຮູ້ສຶກອັບອາຍກັບວິນຍານທີ່ໜ້າລັງກຽດຂອງເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮູ້ສຶກວ່າ ບໍ່ມີບ່ອນໃຫ້ລີ້ຈາກຄວາມອັບອາຍຂອງເຈົ້າ. ໃນເວລານັ້ນ ຄວາມປະພຶດທີ່ເຈົ້າເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າຈະໜ້ອຍລົງໄປເລື້ອຍໆ, ຫົວໃຈຂອງເຈົ້າຈະຍັບເຂົ້າໃກ້ຊິດຫົວໃຈຂອງພຣະເຈົ້າ ແລະ ຄວາມຮັກທີ່ມີຕໍ່ພຣະອົງຈະເຕີບໃຫຍ່ໃນຫົວໃຈຂອງເຈົ້າເທື່ອລະໜ້ອຍ. ນີ້ຄືສັນຍານສະແດງເຖິງມະນຸດຊາດກຳລັງເຂົ້າສູ່ພາວະທີ່ສວຍງາມ. ແຕ່ພວກເຈົ້າກໍຍັງບໍ່ໄດ້ຮັບສິ່ງນີ້ເທື່ອ. ຍ້ອນພວກເຈົ້າທຸກຄົນວຸ້ນວາຍໄປມາເພື່ອເຫັນແກ່ໂຊກຊາຕາຂອງພວກເຈົ້າ ແມ່ນໃຜທີ່ຈະມີຄວາມສົນໃຈທີ່ຈະພະຍາຍາມຮູ້ຈັກເຖິງທາດແທ້ຂອງພຣະເຈົ້າ? ຖ້າຍັງສືບຕໍ່ເປັນແບບນີ້ ພວກເຈົ້າກໍຈະຝ່າຝືນຕໍ່ບົດບັນຍັດແຫ່ງການຄຸ້ມຄອງຢ່າງບໍ່ຮູ້ຕົວ, ຍ້ອນພວກເຈົ້າເຂົ້າໃຈອຸປະນິໄສຂອງພຣະອົງພຽງໜ້ອຍເກີນໄປ. ສະນັ້ນ ສິ່ງທີ່ພວກເຈົ້າເຮັດໃນຕອນນີ້ບໍ່ແມ່ນເປັນການວາງພື້ນຖານສໍາລັບການກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າບໍ? ການທີ່ເຮົາຂໍໃຫ້ພວກເຈົ້າເຂົ້າໃຈອຸປະນິໄສຂອງພຣະເຈົ້ານັ້ນບໍ່ແມ່ນຜິດກັບພາລະກິດຂອງເຮົາ. ຍ້ອນວ່າ ຖ້າເຈົ້າຝ່າຝືນບົດບັນຍັດແຫ່ງການຄຸ້ມຄອງເລື້ອຍໆ ແລ້ວມີໃຜແດ່ໃນບັນດາພວກເຈົ້າຈະສາມາດຫຼົບຫຼີກຈາກການລົງໂທດໄດ້? ແລ້ວພາລະກິດຂອງເຮົາຈະບໍ່ເປັນປະໂຫຍດທັງໝົດເລີຍບໍ? ສະນັ້ນ ເຮົາຈຶ່ງຍັງຂໍຮ້ອງວ່າ ນອກຈາກການພິຈາລະນາການປະພຶດຂອງພວກເຈົ້າເອງຢ່າງຖີ່ຖ້ວນແລ້ວ ພວກເຈົ້າຍັງຕ້ອງລະມັດລະວັງກັບບາດກ້າວທີ່ພວກເຈົ້າເດີນ. ນີ້ຄືສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າຫຼາຍກວ່າເກົ່າ ແລະ ເຮົາຫວັງວ່າ ພວກເຈົ້າຈະພິຈາລະນາມັນຢ່າງລະມັດລະວັງ ແລະ ເອົາໃຈໃສ່ແບບເອົາຈິງເອົາຈັງ. ເມື່ອຮອດມື້ທີ່ການກະທຳຂອງພວກເຈົ້າເຮັດໃຫ້ເຮົາໂກດຮ້າຍຢ່າງຮຸນແຮງ ແລ້ວຜົນຕາມມາຈະແມ່ນໃຫ້ພວກເຈົ້າພິຈາລະນາເອງ ແລະ ຈະບໍ່ມີໃຜເລີຍທີ່ແບກຮັບການລົງໂທດແທນພວກເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ

458. ການຮູ້ຈັກພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງ ການທີ່ສາມາດຢັ່ງເຖິງຄວາມປິຕິຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ; ນີ້ແມ່ນການຮູ້ຈັກພຣະເຈົ້າ. ເຈົ້າອ້າງວ່າ ເຈົ້າໄດ້ເຫັນພຣະອົງ, ແຕ່ເຈົ້າກໍບໍ່ເຂົ້າໃຈຄວາມປິຕິຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ແລະ ເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະອົງ. ເຈົ້າຍັງບໍ່ເຂົ້າໃຈເຖິງຄວາມຊອບທຳຂອງພຣະອົງ ຫຼື ຄວາມເມດຕາກະລຸນາຂອງພຣະອົງ ຫຼື ເຈົ້າບໍ່ຮູ້ຈັກເຖິງສິ່ງທີ່ພຣະອົງມັກ ຫຼື ສິ່ງທີ່ພຣະອົງກຽດຊັງ. ນີ້ບໍ່ແມ່ນຄວາມຮູ້ກ່ຽວກັບພຣະເຈົ້າ. ສະນັ້ນ ບາງຄົນສາມາດຕິດຕາມພຣະເຈົ້າ ແຕ່ບໍ່ຈຳເປັນຕ້ອງສາມາດເຊື່ອໃນພຣະອົງຢ່າງແທ້ຈິງ; ໃນທີ່ນີ້ແມ່ນມີຄວາມແຕກຕ່າງ. ຖ້າເຈົ້າຮູ້ຈັກພຣະເຈົ້າ, ເຂົ້າໃຈພຣະອົງ ແລະ ສາມາດຢັ່ງເຖິງຄວາມປະສົງບາງຢ່າງຂອງພຣະອົງ, ແລ້ວເຈົ້າກໍສາມາດເຊື່ອໃນພຣະອົງຢ່າງແທ້ຈິງ, ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງ, ຮັກພຣະອົງຢ່າງແທ້ຈິງ ແລະ ນະມັດສະການພຣະອົງຢ່າງແທ້ຈິງ. ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ແລ້ວເຈົ້າກໍເປັນພຽງຜູ້ຕິດຕາມທີ່ແລ່ນຕາມ ແລະ ໄປຕາມກະແສ. ສິ່ງນັ້ນບໍ່ສາມາດຖືກເອີ້ນໄດ້ວ່າ ການອ່ອນນ້ອມທີ່ແທ້ຈິງ ຫຼື ການນະມັດສະການທີ່ແທ້ຈິງ. ການນະມັດສະການທີ່ແທ້ຈິງເກີດຂຶ້ນໄດ້ແນວໃດ? ໂດຍບໍ່ມີການຍົກເວັ້ນ, ທຸກຄົນທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງຕ້ອງນະມັດສະການ ແລະ ເຄົາລົບນັບຖືພຣະອົງເມື່ອໃດກໍຕາມທີ່ພວກເຂົາເຫັນພຣະອົງ; ພວກເຂົາທຸກຄົນຖືກບັງຄັບໃຫ້ກົ້ມລົງ ແລະ ນະມັດສະການພຣະອົງ. ໃນປັດຈຸບັນ, ໃນຂະນະທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດ, ຍິ່ງຜູ້ຄົນມີຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະເຊີດຊູສິ່ງເຫຼົ່ານີ້ຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະເຄົາລົບນັບຖືພຣະອົງຫຼາຍສໍ່ານັ້ນ. ໂດຍທົ່ວໄປແລ້ວ ຍິ່ງຜູ້ຄົນມີຄວາມເຂົ້າໃຈໜ້ອຍສໍ່າໃດ, ພວກເຂົາກໍຍິ່ງບໍ່ລະມັດລະວັງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງປະຕິບັດຕໍ່ພຣະເຈົ້າດັ່ງມະນຸດ. ຖ້າຜູ້ຄົນຮູ້ຈັກ ແລະ ເຫັນພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະສັ່ນດ້ວຍຄວາມຢ້ານກົວ. “ພຣະອົງທີ່ມາພາຍຫຼັງເຮົາແມ່ນຍິ່ງໃຫຍ່ກວ່າເຮົາ ຜູ້ທີ່ເຮົາບໍ່ສົມຄວນທີ່ຈະຖືເກີບຂອງພຣະອົງຊ້ຳ”, ເປັນຫຍັງໂຢຮັນຈຶ່ງເວົ້າແບບນີ້? ເຖິງແມ່ນຢູ່ໃນສ່ວນເລິກ ລາວບໍ່ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຫຼາຍ, ລາວກໍຮູ້ວ່າພຣະເຈົ້າຊົງໜ້າເກງຂາມ. ໃນທຸກມື້ນີ້ ມີເທົ່າໃດຄົນ ທີ່ສາມາດເຄົາລົບນັບຖືພຣະເຈົ້າ? ຖ້າພວກເຂົາບໍ່ຮູ້ຈັກອຸປະນິໄສຂອງພຣະອົງ, ແລ້ວພວກເຂົາຈະສາມາດເຄົາລົບນັບຖືພຣະເຈົ້າໄດ້ແນວໃດ? ຜູ້ຄົນບໍ່ຮູ້ຈັກແກ່ນແທ້ຂອງພຣະຄຣິດ ຫຼື ບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະສາມາດນະມັດສະການພຣະເຈົ້າຢ່າງແທ້ຈິງ. ຖ້າພວກເຂົາເຫັນພຽງຮູບລັກສະນະພາຍນອກທີ່ທຳມະດາ ແລະ ປົກກະຕິຂອງພຣະຄຣິດ, ແຕ່ບໍ່ຮູ້ຈັກແກ່ນແທ້ຂອງພຣະອົງ, ແລ້ວມັນກໍງ່າຍສຳລັບພວກເຂົາທີ່ຈະປະຕິບັດຕໍ່ພຣະຄຣິດດັ່ງມະນຸດທຳມະດາເທົ່ານັ້ນ. ພວກເຂົາອາດນໍາໃຊ້ທ່າທີ່ໆບໍ່ເຄົາລົບຕໍ່ພຣະອົງ ແລະ ສາມາດຫຼອກລວງພຣະອົງ, ຕໍ່ຕ້ານພຣະອົງ, ບໍ່ເຊື່ອຟັງພຣະອົງ ແລະ ຕັດສິນພຣະອົງ. ພວກເຂົາສາມາດຖືວ່າຕົນຊອບທຳ ແລະ ບໍ່ຈິງຈັງກັບພຣະທຳຂອງພຣະອົງ; ພວກເຂົາເຖິງກັບສາມາດກໍ່ໃຫ້ເກີດແນວຄິດ, ການກ່າວຮ້າຍ ແລະ ການໝິ່ນປະໝາດພຣະເຈົ້າ. ເພື່ອທີ່ຈະແກ້ໄຂບັນຫາເຫຼົ່ານີ້, ຄົນໆໜຶ່ງຕ້ອງຮູ້ຈັກແກ່ນແທ້ ແລະ ຄວາມເປັນພຣະເຈົ້າຂອງພຣະຄຣິດ. ນີ້ແມ່ນລັກສະນະຫຼັກຂອງການຮູ້ຈັກພຣະເຈົ້າ; ມັນແມ່ນສິ່ງທີ່ທຸກຄົນທີ່ເຊື່ອໃນພຣະເຈົ້າຕົວຈິງ ຕ້ອງເຂົ້າສູ່ ແລະ ບັນລຸ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

459. ມັນເປັນກົດຂອງສະຫວັນ ແລະ ຫຼັກການຂອງໂລກທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈນ້ຳພຣະໄທຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ... ຖ້າມະນຸດບໍ່ສາມາດຮັບນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ເຊື່ອຟັງພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ ແລະ ມັນກໍຍັງເປັນຂະບວນການທີ່ທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າຕ້ອງປະສົບ. ຂະບວນການໃນການມາຮູ້ຈັກພຣະທໍາຂອງພຣະເຈົ້າແມ່ນຂະບວນການໃນການມາຮູ້ຈັກພາລະກິດຂອງພຣະເຈົ້າ. ສະນັ້ນ, ການຮູ້ຈັກນິມິດຕ່າງໆບໍ່ພຽງແຕ່ອ້າງອີງເຖິງການຮູ້ຈັກມວນມະນຸດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ, ແຕ່ຍັງລວມເຖິງການຮູ້ຈັກພຣະທໍາ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນຈາກພາລະກິດຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າແມ່ນບາດກ້າວທໍາອິດໃນການຮູ້ຈັກພຣະເຈົ້າ. ຂະບວນການໃນການກ້າວຈາກຄວາມເຊື່ອໃນເບື້ອງຕົ້ນທີ່ມີຕໍ່ພຣະເຈົ້ານີ້ ໄປຫາຄວາມເຊື່ອທີ່ເລິກເຊິ່ງທີ່ສຸດໃນພຣະເຈົ້າ ແມ່ນຂະບວນການຂອງການຮູ້ຈັກພຣະເຈົ້າ ແລະ ຂະບວນການໃນການປະສົບກັບພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ພຽງເພື່ອໃຫ້ມີຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ບໍ່ແມ່ນເພື່ອຮູ້ຈັກພຣະອົງ, ຄວາມເຊື່ອຂອງເຈົ້າກໍຈະບໍ່ມີຄວາມຈິງ ແລະ ສັດທາຂອງເຈົ້າກໍຈະບໍ່ສາມາດເປັນສັດທາທີ່ບໍລິສຸດໄດ້ ເຊິ່ງນີ້ເຮັດໃຫ້ບໍ່ມີຂໍ້ສົງໄສໃດໆເລີຍ. ຖ້າໃນຊ່ວງໄລຍະທີ່ເຂົາໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ມະນຸດຈະຄ່ອຍໆຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນອຸປະນິໄສຂອງເຂົາກໍຈະຄ່ອຍໆປ່ຽນໄປ ແລະ ຄວາມເຊື່ອຂອງເຂົາກໍຈະກາຍເປັນຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ເມື່ອມະນຸດໄດ້ປະສົບຜົນສຳເລັດໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຈະໄດ້ຮັບພຣະເຈົ້າຢ່າງສົມບູນແບບ. ເຫດຜົນທີ່ເຮັດໃຫ້ພຣະເຈົ້າເຮັດຂະໜາດນັ້ນກໍເພື່ອກາຍເປັນເນື້ອໜັງເປັນຄັ້ງທີສອງ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເພື່ອວ່າ ມະນຸດຈະສາມາດຮູ້ຈັກພຣະອົງ ແລະ ແນມເຫັນພຣະອົງ. ການຮູ້ຈັກພຣະເຈົ້າ[ກ] ແມ່ນຜົນສຸດທ້າຍທີ່ຈະເຮັດສຳເລັດໃນຕອນສະຫຼຸບພາລະກິດຂອງພຣະເຈົ້າ; ມັນແມ່ນເງື່ອນໄຂສຸດທ້າຍທີ່ພຣະເຈົ້າສ້າງຂຶ້ນໃຫ້ມວນມະນຸດ. ເຫດຜົນເປັນຫຍັງພຣະອົງຈິ່ງເຮັດສິ່ງນີ້ ແມ່ນເພື່ອການເປັນພະຍານຄັ້ງສຸດທ້າຍຂອງພຣະອົງ; ນັ້ນກໍເພື່ອວ່າ ໃນທີ່ສຸດແລ້ວ ມະນຸດອາດຈະຫັນມາຫາພຣະອົງຢ່າງສົມບູນແບບ ໃນເມື່ອພຣະອົງໄດ້ຊົງປະຕິບັດພາລະກິດນີ້. ມະນຸດສາມາດຮັກພຣະເຈົ້າໄດ້ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ແລະ ເພື່ອທີ່ຈະຮັກພຣະເຈົ້າ ເຂົາຕ້ອງຮູ້ຈັກພຣະເຈົ້າ. ບໍ່ວ່າເຂົາຈະສະແຫວງຫາດ້ວຍວິທີໃດ ຫຼື ສິ່ງທີ່ເຂົາສະແຫວງຫາເພື່ອທີ່ຈະໄດ້ມາຈະແມ່ນສິ່ງຫຍັງກໍຕາມ, ເຂົາຕ້ອງມີຄວາມສາມາດທີ່ຈະຮັບຮູ້ກ່ຽວກັບພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈິ່ງຈະສາມາດເປັນທີ່ພໍພຣະໄທຂອງພຣະເຈົ້າ. ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີສັດທາທີ່ແທ້ຈິງຕໍ່ພຣະເຈົ້າ ແລະໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ເຂົາຈິ່ງຈະສາມາດເຄົາລົບບູຊາ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະບໍ່ສາມາດເຊື່ອຟັງ ແລະ ເຄົາລົບບູຊາພຣະເຈົ້າໄດ້ຢ່າງແທ້ຈີງ. ການຮູ້ຈັກພຣະເຈົ້າແມ່ນປະກອບມີການຮູ້ຈັກອຸປະນິໄສຂອງພຣະອົງ, ການເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ການຮູ້ຈັກສິ່ງທີ່ພຣະອົງເປັນ. ເຖິງວ່າໃຜຈະຮູ້ຈັກໃນແງ່ມຸມໃດກໍຕາມ, ແຕ່ລະຄົນຕ້ອງຮັບຜົນກໍາ ແລະ ຈໍາເປັນຕ້ອງມີຄວາມປະສົງທີ່ຈະເຊື່ອຟັງ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜທີ່ຈະສາມາດສືບຕໍ່ປະຕິບັດຕາມໄດ້ຈົນເຖິງທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

460. ບົດຮຽນໃນການຮູ້ຈັກພຣະເຈົ້າແມ່ນບໍ່ສາມາດບັນລຸຜົນໄດ້ໃນໜຶ່ງ ຫຼື ສອງມື້: ມະນຸດຕ້ອງໄດ້ສະສົມປະສົບການ, ປະເຊີນກັບຄວາມທຸກທໍລະມານ ແລະ ຍອມຮັບຢ່າງແທ້ຈິ່ງ. ກ່ອນອື່ນໝົດ, ໃຫ້ເລີ່ມຈາກພາລະກິດ ແລະ ພຣະທໍາຂອງພຣະເຈົ້າ. ມັນຈໍາເປັນທີ່ເຈົ້າຈະຕ້ອງເຂົ້າໃຈສິ່ງທີ່ມີຢູ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ, ວິທີໄດ້ຮັບຄວາມຮູ້ນີ້ ແລະ ວິທີແນມເຫັນພຣະເຈົ້າໃນປະສົບການຂອງເຈົ້າ. ນີ້ແມ່ນສິ່ງທີ່ທຸກຄົນຕ້ອງປະຕິບັດເມື່ອພວກເຂົາຍັງບໍ່ທັນໄດ້ຮູ້ຈັກພຣະເຈົ້າເທື່ອ. ບໍ່ມີໃຜສາມາດເຂົ້າໃຈພາລະກິດ ແລະ ພຣະທໍາຂອງພຣະເຈົ້າໄດ້ໃນຄາວດຽວ ແລະ ບໍ່ມີໃຜສາມາດໄດ້ຮັບຄວາມຮູ້ທັງໝົດ ກ່ຽວກັບພຣະເຈົ້າ ພາຍໃນເວລາອັນສັ້ນ. ມັນມີຂະບວນການດ້ານປະສົບການທີ່ຈຳເປັນ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜສາມາດຮູ້ຈັກພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ຢ່າງຈິງໃຈ. ຍິ່ງພຣະເຈົ້າເຮັດພາລະກິດຂອງພຣະອົງຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ຈັກພຣະອົງຫຼາຍຂຶ້ນເທົ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຂັດແຍ່ງກັບແນວຄວາມຄິດຂອງມະນຸດຫຼາຍເທົ່າໃດ, ຄວາມຮູ້ຂອງມະນຸດທີ່ມີຕໍ່ພຣະອົງກໍຍິ່ງໄດ້ຮັບການຟຶ້ນຟູ ແລະ ມີຄວາມເລິກເຊິ່ງຂຶ້ນເທົ່ານັ້ນ. ຖ້າພາລະກິດຂອງພຣະເຈົ້າແມ່ນເພື່ອໃຫ້ຄົງຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້, ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ມີຫຼາຍ. ໃນລະຫວ່າງໄລຍະຂອງການສ້າງ ແລະ ປັດຈຸບັນ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະບັນຍັດ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພະອົງໄດ້ກະທຳໃນຍຸກແຫ່ງອານາຈັກ: ພວກເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບນິມິດເຫຼົ່ານີ້. ພວກເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

461. ໃນໄລຍະເວລາທີ່ເປໂຕຕິດຕາມພຣະເຢຊູນັ້ນ ລາວໄດ້ມີຄວາມເຫັນຫຼາຍຢ່າງກ່ຽວກັບພຣະອົງ ແລະ ຕັດສິນພຣະອົງອີງຕາມແນວຄິດຂອງຕົນສະເໝີ. ເຖິງແມ່ນວ່າເປໂຕມີຄວາມເຂົ້າໃຈກ່ຽວກັບພຣະວິນຍານເປັນຢ່າງດີ ແຕ່ຄວາມເຂົ້າໃຈຂອງລາວແມ່ນຂ້ອນຂ້າງບໍ່ຊັດເຈນ, ດ້ວຍເຫດນີ້ ລາວຈຶ່ງເວົ້າວ່າ: “ເຮົາຕ້ອງຕິດຕາມທ່ານ ຜູ້ທີ່ຖືກສົ່ງມາໂດຍພຣະບິດາເທິງສະຫວັນ, ເຮົາຕ້ອງຍອມຮັບຮູ້ທ່ານ ຜູ້ທີ່ຖືກເລຶອກໂດຍພຣະວິນຍານບໍລິສຸດ”. ລາວບໍ່ໄດ້ເຂົ້າໃຈໃນສິ່ງທີ່ພຣະເຢຊູກະທໍາ ແລະ ຂາດຄວາມຊັດເຈນກ່ຽວກັບສິ່ງເຫຼົ່ານັ້ນ. ຫລັງຈາກໄດ້ຕິດຕາມພຣະອົງໃນໄລຍະໜຶ່ງ ເປໂຕຈຶ່ງເກີດມີຄວາມສົນໃຈໃນສິ່ງທີ່ພຣະອົງກະທໍາ, ສົນໃຈໃນສິ່ງທີ່ພຣະອົງກ່າວ ແລະ ສົນໃຈໃນຕົວພຣະເຢຊູເອງ. ລາວຮູ້ສຶກວ່າພຣະເຢຊູ ຄືຜູ້ສ້າງແຮງບັນດານໃຈ ທັງຄວາມຮັກ ແລະ ຄວາມເຄົາລົບຮັກ. ລາວມັກພົວພັນກັບພຣະອົງ ແລະ ຢູ່ຄຽງຂ້າງພຣະອົງ ແລະ ຟັງພຣະທໍາຂອງພຣະເຢຊູທີ່ສອນໃຫ້ລາວຮູ້ຈັກເລຶ່ອງການໃຫ້ ແລະ ການຊ່ວຍເຫຼືອ. ຫລັງຈາກຕິດຕາມພຣະເຢຊູໄດ້ໄລຍະໜຶ່ງ ເປໂຕກໍໄດ້ສັງເກດ ແລະ ເອົາໃຈໃສ່ໃນທຸກຢ່າງກ່ຽວກັບຊີວິດຂອງພຣະເຢຊູ ບໍ່ວ່າຈະເປັນການກະທໍາ, ການເວົ້າຈາ, ການເຄື່ອນຍ້າຍ ຫຼື ການສະແດງອອກ. ລາວໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພຣະເຢຊູທີ່ບໍ່ເໝືອນຜູ້ຊາຍທົ່ວໄປ. ເຖິງແມ່ນວ່າ ຄວາມເປັນມະນຸດຂອງພຣະອົງ ແມ່ນນອກເໜືອປົກກະຕິ ແຕ່ພຣະອົງແມ່ນເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ຄວາມມານະອົດທົນທີ່ມີຕໍ່ມະນຸດ. ທຸກສິ່ງຢ່າງທີ່ພຣະເຢຊູກະທໍາ ຫຼື ກ່າວ ແມ່ນເພື່ອຊ່ວຍເຫຼືອຄົນອື່ນ. ດ້ວຍວ່າເປໂຕໄດ້ຢູ່ຄຽງຂ້າງພຣະອົງ ລາວຈຶ່ງໄດ້ເຫັນ ແລະ ໄດ້ຮຽນຮູ້ໃນສິ່ງທີ່ລາວບໍ່ເຄີຍເຫັນ ຫຼື ສິ່ງທີ່ບໍ່ເຄີຍມີມາກ່ອນ. ລາວໄດ້ເຫັນ ເຖິງແມ່ນວ່າ ພຣະເຢຊູບໍ່ໄດ້ຍິ່ງໃຫຍ່ ຫຼື ແຕກຕ່າງໄປຈາກມະນຸດທໍາມະດາ ແຕ່ລາວເຫັນພຣະເຢຊູເປັນຄົນບໍ່ທໍາມະດາ ແລະ ແປກປະຫຼາດແນວໃດແນວໜຶ່ງ. ເຖິງແມ່ນວ່າ ເປໂຕຈະບໍ່ສາມາດອະທິບາຍໄດ້ກໍຕາມ ລາວສາມາດເຫັນພຣະເຢຊູປະຕິບັດແຕກຕ່າງຈາກຄົນອື່ນໆ ເພາະວ່າສິ່ງທີ່ພຣະອົງກະທໍາແມ່ນແຕກຕ່າງຈາກການກະທໍາຂອງມະນຸດທໍາມະດາຫຼາຍ. ຈາກການທີ່ເປໂຕໄດ້ສໍາພັດກັບພຣະເຢຊູນັ້ນ ລາວຍັງຮູ້ອີກວ່າອຸປະນິໄສຂອງພຣະອົງແມ່ນແຕກຕ່າງຈາກມະນຸດທໍາມະດາ. ພຣະອົງປະຕິບັດຕົນຢ່າງສະໝໍ່າສະເໝີຕະຫຼອດເວລາ, ບໍ່ເຄີຍເຮ່ງຮ້ອນ ແລະ ບໍ່ເຄີຍອວດໂອ້ ຫຼື ດູຖູກຄົນອື່ນ. ພຣະອົງໃຊ້ຊີວິດຂອງພຣະອົງໃນເສັ້ນທາງທີ່ເປີດເຜີຍເຖິງຮູບລັກສະນະທີ່ເປັນທໍາມາດາ ແລະ ໜ້າຍ້ອງຍໍສັນລະເສີນ. ໃນເລຶ່ອງການສົນທະນາ ພຣະເຢຊູເວົ້າຢ່າງກົງໄປກົງມາ ແລະ ດ້ວຍພຣະຄຸນ ການສື່ສານແມ່ນຢູ່ໃນລັກສະນະທີ່ລ່າເລີງ ແຕ່ກໍງຽບສະຫງົບ ແລະ ພຣະອົງກໍບໍ່ເຄີຍເສຍກຽດ ເມື່ອປະຕິບັດພາລະກິດຂອງພຣະອົງ. ເປໂຕເຫັນພຣະເຢຊູບາງຄັ້ງເປັນຄົນມິດງຽບ ບາງຄັ້ງກໍເວົ້າຫຼາຍ. ບາງຄັ້ງພຣະອົງດີໃຈຫຼາຍ ເບິ່ງຄືກັບວ່າ ພຣະອົງລ້າເລີງ ເຕັ້ນໄປມາເໝືອນກັບນົກເຂົາ ແລະ ບາງຄັ້ງ ພຣະອົງກໍໂສກເສົ້າງຽບເຫງົາບໍ່ເວົ້າບໍ່ຈາຫຍັງເລີຍ ເບິ່ງຄືກັບວ່າວ່າ ພຣະອົງແບກຫາບພາລະດ້ວຍຄວາມເສົ້າໃຈເໝືອນກັບວ່າພຣະອົງເປັນແມ່ທີ່ເມື່ອຍ ແລະ ອ່ອນເພຍ. ບາງຄັ້ງພຣະອົງກໍເຕັມໄປດ້ວຍຄວາມໂກດຮ້າຍ ເໝືອນດັ່ງທະຫານກ້າແລ່ນບຸກຂ້າສັດຕູ ແລະ ບາງຄັ້ງກໍເໝືອນດັ່ງສິງຮ້ອງຫະນາດ. ບາງຄັ້ງພຣະອົງຫົວ ບາງຄັ້ງພຣະອົງອະທິຖານ ແລະ ບາງຄັ້ງກໍຮ້ອງໄຫ້. ບໍ່ວ່າພຣະອົງຈະສະແດງກະລິຍາອອກມາແບບໃດ ເປໂຕກໍແຮງມີຄວາມຮັກ ແລະ ເຄົາລົບຕໍ່ພຣະອົງຫຼາຍຂຶ້ນ. ສຽງຫົວເຫຼາະຂອງພຣະເຢຊູເຮັດໃຫ້ເປໂຕມີຄວາມສຸກ, ຄວາມໂສກເສົ້າຂອງພຣະອົງເຮັດໃຫ້ເປໂຕທຸກໂສກເສຍໃຈ ແລະ ຄວາມໂກດຮ້າຍເຮັດໃຫ້ເປໂຕຢ້ານກົວ. ໃນຂະນະທີ່ຄວາມເມດຕາ, ການໃຫ້ອະໄພ ແລະ ການຮຽກຮ້ອງຢ່າງເຂັ້ມງວດທີ່ພຣະອົງຮຽກຮ້ອງຈາກຜູ້ຄົນເຮັດໃຫ້ເປໂຕມາຮັກພຣະເຢຊູຢ່າງແທ້ຈິງ ແລະ ສ້າງຄວາມເຄົາລົບ ແລະ ຄວາມປາຖະໜາຕໍ່ພຣະອົງຢ່າງແທ້ຈິງ. ແນ່ນອນ ເປໂຕພຽງມາຮູ້ຈັກໃນສິ່ງນີ້ ຫລັງຈາກລາວໄດ້ມາຢູ່ນໍາພຣະເຢຊູໄດ້ສອງສາມປີ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

462. ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ, ຮູ້ຈັກພຣະອົງຢ່າງແທ້ຈິງ, ເຂົ້າໃຈພຣະອົງຢ່າງແທ້ຈິງ, ຊັ້ນກໍຢ່າຈຳກັດຕົນເອງພຽງແຕ່ໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ໃນເລື່ອງລາວກ່ຽວກັບພາລະກິດທີ່ພຣະອົງປະຕິບັດໃນອະດີດເທົ່ານັ້ນ. ຖ້າເຈົ້າພະຍາຍາມທີ່ຈະຮູ້ຈັກພຣະອົງໃນລັກສະນະນັ້ນ ເຈົ້າກໍກຳລັງວາງຂໍ້ຈຳກັດໃສ່ພຣະເຈົ້າ ໂດຍຈໍາກັດຂອບເຂດຂອງພຣະອົງ. ເຈົ້າກຳລັງເຫັນວ່າພຣະເຈົ້າເປັນສິ່ງທີ່ນ້ອຍຫຼາຍ. ການເຮັດແບບນັ້ນຈະສົ່ງຜົນກະທົບຕໍ່ຜູ້ຄົນແນວໃດ? ເຈົ້າຈະບໍ່ສາມາດຮູ້ຈັກເຖິງຄວາມອັດສະຈັນ ແລະ ຄວາມລໍ້າເລີດຂອງພຣະເຈົ້າ ຫຼື ລິດອຳນາດ ແລະ ອຳນາດອັນໄພສານຂອງພຣະອົງ ແລະ ຂອບເຂດຂອງສິດອຳນາດຂອງພຣະອົງຈັກເທື່ອ. ຄວາມເຂົ້າໃຈດັ່ງກ່າວຈະມີຜົນກະທົບຕໍ່ຄວາມສາມາດຂອງເຈົ້າໃນການຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າເປັນຜູ້ປົກຄອງສິ່ງທັງປວງ ພ້ອມທັງຄວາມຮູ້ຂອງເຈົ້າກ່ຽວກັບຕົວຕົນ ແລະ ສະຖານະທີ່ແທ້ຈິງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຖ້າຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຖືກຈຳກັດແຕ່ໃນຂອບເຂດ, ສິ່ງທີ່ເຈົ້າສາມາດຮັບເອົາກໍຈະຖືກຈຳກັດເຊັ່ນກັນ. ນີ້ຄືເຫດຜົນທີ່ເຈົ້າຕ້ອງເຮັດໃຫ້ຂອບເຂດຂອງເຈົ້າກວ້າງອອກ ແລະ ຂະຫຍາຍຂອບເຂດຂອງເຈົ້າ. ເຈົ້າຄວນສະແຫວງຫາເພື່ອເຂົ້າໃຈທຸກສິ່ງນີ້ ເຊິ່ງນັ້ນກໍຄື ຂອບເຂດຂອງພາລະກິດຂອງພຣະເຈົ້າ, ການຄຸ້ມຄອງຂອງພຣະອົງ, ການປົກຄອງຂອງພຣະອົງ ແລະ ສິ່ງທັງປວງທີ່ພຣະອົງຄຸ້ມຄອງ ແລະ ທີ່ພຣະອົງປົກຄອງ. ໂດຍຜ່ານສິ່ງເຫຼົ່ານີ້, ເຈົ້າຈຶ່ງຈະເຂົ້າໃຈການກະທຳຂອງພຣະເຈົ້າ. ດ້ວຍຄວາມເຂົ້າໃຈດັ່ງກ່າວ, ເຈົ້າຈະຮູ້ສຶກວ່າ ພຣະເຈົ້າປົກຄອງ, ຄຸ້ມຄອງ ແລະ ສະໜອງໃຫ້ແກ່ສິ່ງທັງປວງທ່າມກາງສິ່ງເຫຼົ່ານັ້ນ ໂດຍທີ່ບໍ່ຮູ້ຕົວ ແລະ ເຈົ້າຍັງຈະຮູ້ສຶກວ່າເຈົ້າເປັນສ່ວນໜຶ່ງ ແລະ ເປັນສະມາຊິກຂອງສິ່ງທັງປວງ. ໃນຂະນະທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງ, ເຈົ້າກໍກຳລັງຍອມຮັບການປົກຄອງ ແລະ ການສະໜອງຂອງພຣະເຈົ້າເຊັ່ນດຽວກັນ. ນີ້ຄືຂໍ້ແທ້ຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VIII

463. ຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ໃນຫົວໃຈຂອງຄົນຫຼາຍເທົ່າໃດ ນັ້ນຍັງແມ່ນຂອບເຂດຂອງຕຳແໜ່ງທີ່ພຣະອົງມີຢູ່ໃນໃຈຂອງພວກເຂົາ. ລະດັບຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາຍິ່ງໃຫຍ່ພຽງໃດ ນັ້ນຄືພຣະເຈົ້າຍິ່ງໃຫຍ່ພຽງໃດຢູ່ໃນຫົວໃຈຂອງພວກເຂົາ. ຖ້າພຣະເຈົ້າທີ່ເຈົ້າຮູ້ຈັກນັ້ນຫວ່າງເປົ່າ ແລະ ເລື່ອນລອຍ, ພຣະເຈົ້າທີ່ເຈົ້າເຊື່ອກໍຫວ່າງເປົ່າ ແລະ ເລື່ອນລອຍເຊັ່ນກັນ. ພຣະເຈົ້າທີ່ເຈົ້າຮູ້ຈັກຖືກກຳນົດຢູ່ໃນຂອບເຂດຂອງຊີວິດສ່ວນຕົວເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງເອງເລີຍ. ເພາະສະນັ້ນ, ການຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າ, ການຮູ້ຈັກຄວາມຈິງຂອງພຣະເຈົ້າ ແລະ ການມີອຳນາດໃນທຸກຢ່າງຂອງພຣະອົງ, ການຮູ້ຈັກຕົວຕົນແທ້ຈິງຂອງພຣະເຈົ້າເອງ, ການຮູ້ຈັກສິ່ງທີ່ພຣະອົງມີ ແລະ ເປັນ, ການຮູ້ຈັກການກະທໍາທີ່ພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ສິ່ງເຫຼົ່ານີ້ສຳຄັນຫຼາຍສໍາລັບທຸກຄົນທີ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ພວກມັນມີຜົນກະທົບໂດຍກົງຕໍ່ຄວາມສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຂອງຜູ້ຄົນ. ຖ້າເຈົ້າຈຳກັດຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຢູ່ພຽງແຕ່ຄຳເວົ້າ, ຖ້າເຈົ້າຈຳກັດມັນຢູ່ທີ່ປະສົບການອັນເລັກນ້ອຍຂອງເຈົ້າເອງ, ຢູ່ໃນສິ່ງທີ່ເຈົ້າຄິດວ່າເປັນພຣະຄຸນຂອງພຣະເຈົ້າ ຫຼື ຢູ່ທີ່ການເປັນປະຈັກພະຍານພຽງເລັກນ້ອຍຂອງເຈົ້າຕໍ່ພຣະເຈົ້າ ແລ້ວເຮົາຂໍບອກວ່າພຣະເຈົ້າທີ່ເຈົ້າເຊື່ອນັ້ນບໍ່ແມ່ນພຣະເຈົ້າທີ່ແທ້ຈິງຢ່າງແນ່ນອນ. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງສາມາດເວົ້າໄດ້ອີກວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນຄືພຣະເຈົ້າໃນຈິນຕະນາການ ແລະ ບໍ່ແມ່ນພຣະເຈົ້າທີ່ແທ້ຈິງ. ນີ້ກໍຍ້ອນວ່າ ພຣະເຈົ້າທີ່ແທ້ຈິງແມ່ນອົງທີ່ປົກຄອງເໜືອທຸກສິ່ງ, ຍ່າງໃນທ່າມກາງທຸກສິ່ງ ແລະ ຄຸ້ມຄອງທຸກສິ່ງ. ພຣະອົງແມ່ນພຣະເຈົ້າທີ່ຖືຊະຕາກໍາຂອງມະນຸດຊາດທັງປວງ ແລະ ຖືທຸກສິ່ງໄວ້ໃນມືຂອງພຣະອົງ. ພາລະກິດ ແລະ ກິດຈະການຂອງພຣະເຈົ້າທີ່ເຮົາກຳລັງເວົ້າເຖິງບໍ່ໄດ້ຈຳກັດຢູ່ທີ່ຄົນສ່ວນໜ້ອຍເທົ່ານັ້ນ. ນັ້ນຄືວ່າ ພວກມັນບໍ່ໄດ້ຈຳກັດຢູ່ພຽງແຕ່ຄົນທີ່ຕິດຕາມພຣະອົງໃນປັດຈຸບັນ. ການກະທຳຂອງພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງ, ສະແດງອອກຢູ່ໃນຄວາມຢູ່ລອດຂອງຸທຸກສິ່ງ ແລະ ຢູ່ໃນກົດເກນແຫ່ງການປ່ຽນແປງຂອງທຸກສິ່ງ.

ຖ້າເຈົ້າບໍ່ສາມາດເຫັນ ຫຼື ຮັບຮູ້ການກະທຳໃດໆຂອງພຣະເຈົ້າທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ເຈົ້າກໍຈະບໍ່ສາມາດເປັນພະຍານໃຫ້ແກ່ການກະທຳໃດໆຂອງພຣະອົງໄດ້. ຖ້າເຈົ້າບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້, ຖ້າເຈົ້າຍັງສືບຕໍ່ເວົ້າເຖິງອົງນ້ອຍໆທີ່ເອີ້ນວ່າ “ພຣະເຈົ້າ” ທີ່ເຈົ້າຮູ້ຈັກ, ພຣະເຈົ້າຜູ້ທີ່ຖືກຈຳກັດຢູ່ໃນຄວາມຄິດຂອງເຈົ້າເອງ ແລະ ມີຢູ່ສະເພາະໃນຂອບເຂດແຄບໆຂອງຫົວໃຈເຈົ້າ, ຖ້າເຈົ້າຍັງສືບຕໍ່ເວົ້າເຖິງພຣະເຈົ້າປະເພດນັ້ນ, ພຣະເຈົ້າກໍຈະບໍ່ຍົກຍ້ອງຄວາມເຊື່ອຂອງເຈົ້າ. ເມື່ອເຈົ້າເປັນພະຍານໃຫ້ພຣະເຈົ້າ, ຖ້າເຈົ້າເຮັດເຊັ່ນນັ້ນພຽງແຕ່ໃນແງ່ທີ່ເຈົ້າຊື່ນຊົມພຣະຄຸນຂອງພຣະເຈົ້າ, ອີງຕາມວິທີການທີ່ເຈົ້າຍອມຮັບວິໄນຂອງພຣະເຈົ້າ ແລະ ການຕິສອນຂອງພຣະອົງ, ອີງຕາມວິທີທີ່ເຈົ້າໄດ້ຮັບພອນຂອງພຣະອົງເພື່ອເປັນພະຍານໃຫ້ກັບພຣະອົງ, ແລ້ວນັ້ນກໍບໍ່ພຽງພໍ ແລະ ບໍ່ໃກ້ແມ່ນແຕ່ຈະເຮັດໃຫ້ພຣະອົງເພິ່ງພໍໃຈເລີຍ. ຖ້າເຈົ້າຢາກເປັນພະຍານໃຫ້ກັບພຣະເຈົ້າໃນທາງທີ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ເປັນພະຍານໃຫ້ກັບພຣະອົງເຈົ້າທີ່ແທ້ຈິງ, ເຈົ້າຕ້ອງເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກການກະທໍາຂອງພຣະອົງ. ເຈົ້າຕ້ອງເຫັນສິດອຳນາດຂອງພຣະເຈົ້າຈາກການຄວບຄຸມທຸກສິ່ງຂອງພຣະອົງ ແລະ ເຫັນຄວາມຈິງຈາກວິທີທີ່ພຣະອົງສະໜອງໃຫ້ແກ່ມວນມະນຸດ. ຖ້າເຈົ້າພຽງແຕ່ຮັບຮູ້ວ່າອາຫານປະຈຳວັນຂອງເຈົ້າ ແລະ ສິ່ງທີ່ຈຳເປັນໃນຊີວິດຂອງເຈົ້າມາຈາກພຣະເຈົ້າ ແຕ່ເຈົ້າບໍ່ເຫັນຄວາມຈິງທີ່ພຣະເຈົ້າໄດ້ເອົາທຸກສິ່ງແຫ່ງການຊົງສ້າງຂອງພຣະອົງເພື່ອສະໜອງໃຫ້ແກ່ມະນຸດທັງມວນ ແລະ ໂດຍການປົກຄອງເໜືອທຸກສິ່ງ ພຣະອົງກຳລັງນຳພາມະນຸດທັງມວນຢູ່, ເຈົ້າກໍຈະບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ຈຸດປະສົງທີ່ເຮົາເວົ້າເຖິງສິ່ງທັງໝົດນີ້ແມ່ນຫຍັງ? ມັນແມ່ນເພື່ອວ່າພວກເຈົ້າຈະບໍ່ຖືເບົາໃນເລື່ອງນີ້, ເພື່ອວ່າພວກເຈົ້າຈະບໍ່ເຊື່ອແບບຜິດໆວ່າຫົວຂໍ້ເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງນັ້ນແມ່ນບໍ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດສ່ວນຕົວຂອງພວກເຈົ້າເອງ ແລະ ເພື່ອວ່າພວກເຈົ້າຈະບໍ່ຖືເອົາຫົວຂໍ້ເຫຼົ່ານີ້ເປັນພຽງຄວາມຮູ້ ຫຼື ຫຼັກຄຳສອນປະເພດໜຶ່ງ. ຖ້າພວກເຈົ້າຟັງສິ່ງທີ່ເຮົາກຳລັງເວົ້າຢູ່ດ້ວຍທັດສະນະຕະຕິແບບນັ້ນ, ພວກເຈົ້າກໍຈະບໍ່ໄດ້ຮັບສິ່ງໃດເລີຍ. ພວກເຈົ້າຈະສູນເສຍໂອກາດອັນຍິ່ງໃຫຍ່ທີ່ຈະໄດ້ຮູ້ຈັກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX

464. ເຖິງວ່າມະນຸດອາດລົງເລິກໃນການຄົ້ນຄວ້າກ່ຽວກັບວິທະຍາສາດຂອງເຂົາ ແລະ ກົດເກນຕ່າງໆທີ່ປົກຄອງສິ່ງທັງປວງ, ການຄົ້ນຄວ້ານັ້ນກໍຈຳກັດແຕ່ໃນຂອບເຂດ ໃນຂະນະທີ່ພຣະເຈົ້າຄວບຄຸມທຸກສິ່ງ. ສຳລັບມະນຸດແລ້ວ ການຄວບຄຸມຂອງພຣະເຈົ້າແມ່ນບໍ່ມີຂອບເຂດ. ມະນຸດສາມາດໃຊ້ຊົ່ວຊີວິດຂອງເຂົາໃນການຄົ້ນຄວ້າການກະທຳເລັກນ້ອຍທີ່ສຸດຂອງພຣະເຈົ້າ ໂດຍບໍ່ບັນລຸຜົນຢ່າງແທ້ຈິງເລີຍ. ນີ້ຄືເຫດຜົນວ່າ ຖ້າເຈົ້າໃຊ້ພຽງຄວາມຮູ້ ແລະ ສິ່ງທີ່ເຈົ້າຮຽນຮູ້ເພື່ອສຶກສາກ່ຽວກັບພຣະເຈົ້າ, ເຈົ້າກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈພຣະອົງຈັກເທື່ອ. ແຕ່ຖ້າເຈົ້າເລືອກວິທີໃນການສະແຫວງຫາຄວາມຈິງ ແລະ ສະແຫວງຫາພຣະເຈົ້າ ແລະ ຫຼຽວເບິ່ງພຣະເຈົ້າຈາກທັດສະນະຂອງການມາຮູ້ຈັກພຣະອົງ ແລ້ວມື້ໜຶ່ງ ເຈົ້າກໍຈະຮັບຮູ້ວ່າການກະທຳ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ທຸກຫົນທຸກແຫ່ງ ແລະ ເຈົ້າຈະຮູ້ຈັກວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າເຈົ້ານາຍຂອງສິ່ງທັງປວງ ແລະ ຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ. ຍິ່ງເຈົ້າໄດ້ຮັບຄວາມເຂົ້າໃຈດັ່ງກ່າວຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າເຈົ້ານາຍຂອງສິ່ງທັງປວງ. ສິ່ງທັງປວງ ແລະ ທຸກສິ່ງ ລວມເຖິງຕົວເຈົ້າ ແມ່ນໄດ້ຮັບກະແສການສະໜອງຂອງພຣະເຈົ້າຢູ່ເລື້ອຍໆ. ເຈົ້າຈະຍັງສາມາດຮູ້ສຶກໄດ້ຢ່າງຊັດເຈນວ່າ ໃນໂລກນີ້ ແລະ ທ່າມກາງມະນຸດຊາດນີ້ ບໍ່ມີຜູ້ໃດນອກຈາກພຣະເຈົ້າ ທີ່ຈະສາມາດມີຄວາມສາມາດ ແລະ ແກ່ນແທ້ທີ່ພຣະອົງປົກຄອງ, ຄຸ້ມຄອງ ແລະ ຮັກສາການເປັນຢູ່ຂອງສິ່ງທັງປວງ. ເມື່ອເຈົ້າມີຄວາມເຂົ້າໃຈແບບນີ້, ເຈົ້າກໍຈະຮັບຮູ້ຢ່າງແທ້ຈິງວ່າພຣະເຈົ້າເປັນພຣະເຈົ້າຂອງເຈົ້າ. ເມື່ອເຈົ້າໄປເຖິງຈຸດນີ້, ເຈົ້າກໍຈະໄດ້ຍອມຮັບພຣະເຈົ້າຢ່າງແທ້ຈິງ ແລະ ຍອມໃຫ້ພຣະອົງເປັນພຣະເຈົ້າຂອງເຈົ້າ ແລະ ເປັນເຈົ້ານາຍຂອງເຈົ້າ. ເມື່ອເຈົ້າໄດ້ຮັບຄວາມເຂົ້າໃຈດັ່ງກ່າວ ແລະ ຊີວິດຂອງເຈົ້າໄດ້ໄປເຖິງຈຸດດັ່ງກ່າວ, ພຣະເຈົ້າຈຶ່ງຈະບໍ່ທົດສອບເຈົ້າ ແລະ ພິພາກສາເຈົ້າອີກຕໍ່ໄປ ຫຼື ພຣະອົງຈະບໍ່ຮຽກຮ້ອງຈາກເຈົ້າ ເພາະເຈົ້າຈະເຂົ້າໃຈພຣະອົງ, ຈະຮູ້ຈັກຫົວໃຈຂອງພຣະອົງ ແລະ ຈະຍອມຮັບພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VIII

465. ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ ໂປ່ງໃສ. ໃນທຳນອງດຽວກັນ, ມັນພຽງໃຊ້ຄວາມພະຍາຍາມເລັກນ້ອຍທີ່ຈະເຂົ້າໃຈວ່າ ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ ແລະ ພຣະອົງກຳລັງປະຕິບັດກິດຈະການໃໝ່ໃນແຕ່ລະມື້. ທາດແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງຕິດຕາມ ແລະ ສັງເກດເບິ່ງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເວົ້າຢ່າງງຽບໆຕໍ່ມະນຸດຊາດ ແລະ ການເນລະມິດສ້າງທັງໝົດດ້ວຍພຣະທຳຂອງພຣະອົງ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງການເນລະມິດສ້າງຂອງເຮົາ. ເຮົາກຳລັງສືບຕໍ່ເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...” ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ; ບາດກ້າວຂອງພຣະອົງເບົາ; ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ; ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ; ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ. ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ. ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ, ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II

466. ເມື່ອຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ ແລະ ບໍ່ຮູ້ຈັກອຸປະນິໄສຂອງພຣະອົງ, ຫົວໃຈຂອງພວກເຂົາກໍບໍ່ສາມາດເປີດຮັບເອົາພຣະອົງໄດ້ຢ່າງແທ້ຈິງ. ຫຼັງຈາກທີ່ພວກເຂົາໄດ້ເຂົ້າໃຈພຣະເຈົ້າ, ພວກເຂົາກໍຈະເລີ່ມເຫັນຄຸນຄ່າ ແລະ ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງດ້ວຍຄວາມສົນໃຈ ແລະ ຄວາມເຊື່ອ. ເມື່ອເຈົ້າເຫັນຄຸນຄ່າ ແລະ ໄດ້ຊີ່ມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຈະເປີດເຮັບເອົາພຣະອົງເທື່ອລະເລັກເທື່ອລະໜ້ອຍ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ, ເຈົ້າກໍຈະຮູ້ສຶກວ່າ ການສົນທະນາຂອງເຈົ້າກັບພຣະເຈົ້າ, ສິ່ງທີ່ເຈົ້າຮຽກຮ້ອງຈາກພຣະເຈົ້າ ແລະ ຄວາມປາຖະໜາອັນເກີນຂອບເຂດຂອງເຈົ້ານັ້ນເປັນຕາອັບອາຍ ແລະ ເປັນຕາດູຖູກສໍ່າໃດ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະເຫັນວ່າ ຫົວໃຈຂອງພຣະອົງຄືໂລກທີ່ບໍ່ສິ້ນສຸດ ແລະ ເຈົ້າຈະເຂົ້າສູ່ອານາຈັກທີ່ເຈົ້າບໍ່ເຄີຍໄດ້ຜະເຊີນມາກ່ອນ. ໃນອານາຈັກນີ້ແມ່ນບໍ່ມີການສໍ້ໂກງ, ບໍ່ມີການລໍ້ລວງ, ບໍ່ມີຄວາມມືດມົວ ແລະ ບໍ່ມີສິ່ງຊົ່ວຮ້າຍ. ມີພຽງຄວາມຈິງໃຈ ແລະ ຄວາມຊື່ສັດ; ມີພຽງແສງສະຫວ່າງ ແລະ ຄວາມຍຸຕິທຳ; ມີພຽງຄວາມຊອບທຳ ແລະ ຄວາມເມດຕາ. ມັນເຕັມໄປດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ, ເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມອົດກັ້ນ ແລະ ໂດຍສິ່ງນັ້ນ ເຈົ້າຈະຮູ້ສຶກເຖິງຄວາມສຸກ ແລະ ຄວາມປິຕິຍິນດີທີ່ໄດ້ມີຊີວິດຢູ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເປີດເຜີຍໃຫ້ແກ່ເຈົ້າ ເມື່ອເຈົ້າເປີດຫົວໃຈຂອງເຈົ້າອອກໃຫ້ກັບພຣະອົງ. ໂລກທີ່ບໍ່ສິ້ນສຸດນີ້ແມ່ນເຕັມໄປດ້ວຍສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ; ມັນຍັງເຕັມໄປດ້ວຍຄວາມຮັກຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ໃນນີ້ ເຈົ້າສາມາດເຫັນໄດ້ເຖິງທຸກດ້ານໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ, ສິ່ງທີ່ນໍາຄວາມປິຕິຍິນດີມາສູ່ພຣະອົງ, ເປັນຫຍັງພຣະອົງຈຶ່ງກັງວົນໃຈ ແລະ ເປັນຫຍັງພຣະອົງຈຶ່ງໂສກເສົ້າ, ເປັນຫຍັງພຣະອົງຈຶ່ງໃຈຮ້າຍ... ນີ້ຄືສິ່ງທີ່ແຕ່ລະຄົນສາມາດເຫັນໄດ້ວ່າ ຜູ້ໃດເປີດຫົວໃຈຂອງພວກເຂົາ ແລະ ຍອມໃຫ້ພຣະເຈົ້າເຂົ້າມາຢູ່ຂ້າງໃນ. ພຣະເຈົ້າພຽງແຕ່ສາມາດເຂົ້າມາຢູ່ໃນຫົວໃຈຂອງເຈົ້າໄດ້ ຖ້າເຈົ້າເປີດຮັບເອົາພຣະອົງ. ເຈົ້າສາມາດເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ເຈົ້າສາມາດເຫັນເຈດຕະນາຂອງພຣະອົງ ກໍເມື່ອ ຖ້າພຣະອົງໄດ້ເຂົ້າມາຢູ່ໃນຫົວໃຈຂອງເຈົ້າເທົ່ານັ້ນ. ໃນເວລານັ້ນ, ເຈົ້າຈະຄົ້ນພົບວ່າ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນລໍ້າຄ່າຫຼາຍ, ສິ່ງທີ່ພຣະອົງມີ ແລະ ເປັນແມ່ນສົມຄວນແກ່ການເຊີດຊູ. ເມື່ອປຽບທຽບກັບສິ່ງນັ້ນ, ຜູ້ຄົນທີ່ຢູ່ອ້ອມຂ້າງເຈົ້າ, ເປົ້າໝາຍ ແລະ ເຫດການໃນຊີວິດຂອງເຈົ້າ ແລະ ແມ່ນແຕ່ຄົນຮັກຂອງເຈົ້າ, ຄູ່ຄອງຂອງເຈົ້າ ແລະ ສິ່ງທີ່ເຈົ້າຮັກ ແມ່ນບໍ່ມີຄຸນຄ່າຫຍັງເລີຍ. ພວກເຂົາເປັນພຽງສິ່ງເລັກນ້ອຍ ແລະ ຕໍ່າຕ້ອຍຫຼາຍ; ເຈົ້າຈະຮູ້ສຶກວ່າ ບໍ່ມີວັດຖຸສິ່ງໃດຈະສາມາດດຶງດູດເຈົ້າໄດ້ອີກ ຫຼື ມີວັດຖຸສິ່ງໃດ ຈະສາມາດລໍ້ໃຈເຈົ້າໃຫ້ຈ່າຍລາຄາໃດໜຶ່ງສຳລັບພວກມັນໄດ້ອີກຈັກເທື່ອ. ໃນຄວາມຖ່ອມຕົນຂອງພຣະເຈົ້າ, ເຈົ້າຈະເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ອໍານາດສູງສຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າຈະເຫັນເຖິງສະຕິປັນຍາທີ່ບໍ່ສິ້ນສຸດ ແລະ ຄວາມອົດກັ້ນຂອງພຣະເຈົ້າໃນການກະທຳບາງຢ່າງຂອງພຣະເຈົ້າທີ່ເຈົ້າເຊື່ອກ່ອນໜ້ານີ້ວ່າຂ້ອນຂ້າງນ້ອຍ ແລະ ເຈົ້າຈະເຫັນເຖິງຄວາມອົດທົນຂອງພຣະອົງ, ຄວາມອົດກັ້ນຂອງພຣະອົງ ແລະ ການທີ່ພຣະອົງເຂົ້າໃຈເຈົ້າ. ສິ່ງນີ້ຈະກໍ່ໃຫ້ເກີດການເຄົາລົບບູຊາພຣະອົງໃນຕົວເຈົ້າ. ໃນມື້ນັ້ນ, ເຈົ້າຈະຮູ້ສຶກວ່າ ມະນຸດຊາດກຳລັງດຳລົງຊີວິດຢູ່ໃນໂລກດັ່ງກ່າວທີ່ສົກກະປົກ, ຜູ້ຄົນທີ່ຢູ່ຂ້າງເຈົ້າ ແລະ ສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດຂອງເຈົ້າ ແລະ ແມ່ນແຕ່ຄົນເຫຼົ່ານັ້ນທີ່ເຈົ້າຮັກ, ຄວາມຮັກຂອງພວກເຂົາສຳລັບເຈົ້າ ແລະ ສິ່ງທີ່ເອີ້ນວ່າການປົກປ້ອງຂອງພວກເຂົາ ຫຼື ຄວາມຫ່ວງໃຍຂອງພວກເຂົາສຳລັບເຈົ້າແມ່ນບໍ່ສົມຄວນແກ່ການກ່າວເຖິງເລີຍ, ມີພຽງແຕ່ພຣະເຈົ້າທີ່ເປັນທີ່ຮັກຂອງເຈົ້າ ແລະ ມີພຽງແຕ່ພຣະເຈົ້າທີ່ເຈົ້າເຊີດຊູທີ່ສຸດ. ເມື່ອມື້ນັ້ນມາເຖິງ, ເຮົາກໍເຊື່ອວ່າຈະມີບາງຄົນທີ່ເວົ້າວ່າ: ຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ແກ່ນແທ້ຂອງພຣະອົງບໍລິສຸດຫຼາຍ, ໃນພຣະເຈົ້າແມ່ນບໍ່ມີຄວາມຫຼອກລວງເລີຍ, ບໍ່ມີສິ່ງຊົ່ວຮ້າຍ, ບໍ່ມີຄວາມອິດສາ ແລະ ບໍ່ມີການຜິດຖຽງກັນ, ແຕ່ມີພຽງຄວາມຊອບທຳ ແລະ ຄວາມແທ້ຈິງ; ແລະ ມະນຸດຄວນປາຖະໜາຫາທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ມະນຸດຄວນພະຍາຍາມຫາ ແລະ ປາຖະໜາຫາສິ່ງນັ້ນ. ຄວາມສາມາດຂອງມະນຸດຊາດເພື່ອບັນລຸສິ່ງນີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຫຍັງ? ມັນຖືກສ້າງຂຶ້ນບົນພື້ນຖານຂອງການທີ່ພວກເຂົາເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ແລະ ການທີ່ພວກເຂົາເຂົ້າໃຈເຖິງແກ່ນແທ້ຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຈຶ່ງເປັນບົດຮຽນຕະຫຼອດຊີວິດສຳລັບທຸກຄົນ; ນີ້ແມ່ນເປົ້າໝາຍຕະຫຼອດຊີວິດທີ່ສະແຫວງຫາໂດຍທຸກຄົນ ຜູ້ທີ່ພະຍາຍາມປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ພະຍາຍາມຮູ້ຈັກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

467. ພຣະເຈົ້າເປັນພຣະເຈົ້າເອງ. ພຣະອົງຈະບໍ່ກາຍມາເປັນສ່ວນໜຶ່ງຂອງການເນລະມິດສ້າງຈັກເທື່ອ ແລະ ເຖິງແມ່ນພຣະອົງຈະກາຍມາເປັນສະມາຊິກຂອງສິ່ງຖືກສ້າງ, ອຸປະນິໄສ ແລະ ທາດແທ້ຕາມທຳມະຊາດຂອງພຣະອົງກໍຈະບໍ່ປ່ຽນແປງ. ສະນັ້ນ ການຮູ້ຈັກພຣະເຈົ້າບໍ່ແມ່ນສິ່ງດຽວກັບການຮູ້ຈັກວັດຖຸສິ່ງຂອງ; ການຮູ້ຈັກພຣະເຈົ້າບໍ່ແມ່ນການວິໄຈບາງສິ່ງບາງຢ່າງ ຫຼື ມັນບໍ່ແມ່ນສິ່ງດຽວກັນກັບການເຂົ້າໃຈບຸກຄົນໃດໜຶ່ງ. ຖ້າມະນຸດໃຊ້ແນວຄິດຂອງເຂົາ ຫຼື ໃຊ້ວິທີການຮູ້ຈັກວັດຖຸສິ່ງຂອງ ຫຼື ການເຂົ້າໃຈບຸກຄົນໃດໜຶ່ງເພື່ອຮູ້ຈັກພຣະເຈົ້າ, ແລ້ວເຈົ້າຈະບໍ່ສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ການຮູ້ຈັກພຣະເຈົ້າບໍ່ໄດ້ອີງຕາມປະສົບການ ຫຼື ຈິນຕະນາການ ແລະ ສະນັ້ນ ເຈົ້າຕ້ອງບໍ່ກຳນົດປະສົບການ ຫຼື ຈິນຕະນາການຂອງເຈົ້າໃສ່ພຣະເຈົ້າ; ບໍ່ວ່າປະສົບການ ແລະ ຈິນຕະນາການຂອງເຈົ້າຈະມີຫຼາຍສໍ່າໃດ, ພວກມັນກໍຍັງມີຂໍ້ຈຳກັດ. ອີກຢ່າງ, ຈິນຕະນາການຂອງເຈົ້າກໍບໍ່ສອດຄ່ອງກັບຂໍ້ແທ້ຈິງ ແລະ ແຮງໄກທີ່ຈະສອດຄ່ອງກັບຄວາມຈິງ ແລະ ມັນບໍ່ເຂົ້າກັນກັບອຸປະນິໄສ ແລະ ທາດແທ້ທີ່ແທ້ຈິງຂອງພຣະເຈົ້າ. ເຈົ້າຈະບໍ່ສຳເລັດຈັກເທື່ອ ຖ້າເຈົ້າເພິ່ງຈິນຕະນາການຂອງເຈົ້າເພື່ອເຂົ້າໃຈທາດແທ້ຂອງພຣະເຈົ້າ. ເສັ້ນທາງດຽວກໍຄື: ໃຫ້ຍອມຮັບທຸກຢ່າງທີ່ມາຈາກພຣະເຈົ້າ, ແລ້ວໃຫ້ຜະເຊີນ ແລະ ເຂົ້າໃຈສິ່ງນັ້ນເທື່ອລະໜ້ອຍ. ມີມື້ໜຶ່ງທີ່ພຣະເຈົ້າຈະໃຫ້ແສງສະຫວ່າງແກ່ເຈົ້າເພື່ອເຈົ້າຈະໄດ້ເຂົ້າໃຈ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງຫຼັງຈາກທີ່ເຈົ້າໄດ້ຮ່ວມມືກັບພຣະເຈົ້າ ແລະ ມີຄວາມຫິວ ແລະ ຄວາມກະຫາຍຫາຄວາມຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ II

468. “ການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ການຮູ້ຈັກພຣະເຈົ້າແມ່ນຕິດພັນກັບເສັ້ນດ້າຍຈໍານວນນັບບໍ່ຖ້ວນທີ່ບໍ່ສາມາດແຍກອອກໄດ້ ແລະ ຄວາມສໍາພັນ ລະຫວ່າງ ພວກມັນແມ່ນເຫັນໄດ້ຊັດເຈນໃນໂຕ. ຖ້າຄົນໃດປາຖະໜາທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຍໍາເກງທີ່ແທ້ຈິງຕໍ່ພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະຍໍາເກງພຣະເຈົ້າໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງປະສົບກັບພຣະທໍາຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ, ປະສົບກັບການຕີສອນ ແລະ ການລົງວິໄນຂອງພຣະອົງ, ການຕີສອນ ແລະ ການພິພາກສາຂອງພຣະອົງ; ຖ້າຄົນໃດປາຖະໜາທີ່ຈະປະສົບກັບພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມາຢູ່ເຊິ່ງໜ້າກັບພຣະທໍາຂອງພຣະເຈົ້າ, ມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າມອບໂອກາດເພື່ອຈະໄດ້ປະສົບກັບພຣະທໍາຂອງພຣະເຈົ້າ ໃນຮູບແບບທີ່ຢູ່ໃນທຸກສະພາບແວດລ້ອມທີ່ກ່ຽວຂ້ອງກັບຜູ້ຄົນ, ເຫດການ ແລະ ວັດຖຸ; ຖ້າຄົນໃດປາຖະໜາທີ່ຈະມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຈິດໃຈທີ່ທໍາມະດາ ແລະ ສັດຊື່, ມີຄວາມພ້ອມທີ່ຈະຍອມຮັບຄວາມຈິງ, ຄວາມປະສົງທີ່ຈະອົດທົນຕໍ່ຄວາມທຸກທໍລະມານ, ຄວາມເດັດດ່ຽວ ແລະ ຄວາມກ້າທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຄວາມປາຖະໜາທີ່ຈະກາຍເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງແທ້ຈິງ... ດ້ວຍວິທີນີ້ ໃນການເດີນໄປຂ້າງໜ້າເທື່ອລະກ້າວ ເຈົ້າຈະເຂົ້າໃກ້ພຣະເຈົ້າໄດ້ຫຼາຍກວ່າເກົ່າ, ໃຈຂອງເຈົ້າຈະບໍລິສຸດຫຼາຍຂຶ້ນກວ່າເກົ່າ ແລະ ຊີວິດຂອງເຈົ້າ ແລະ ຄຸນຄ່າຂອງການມີຊີວິດ ພ້ອມກັບຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະມີຄວາມໝາຍຫຼາຍກວ່າເກົ່າ ແລະ ມີຄວາມເປັ່ງປະກາຍເພີ່ມຂຶ້ນກວ່າເກົ່າ. ຈົນກວ່າໃນມື້ໜຶ່ງ ເຈົ້າຈະຮູ້ສຶກວ່າ ພຣະຜູ້ສ້າງບໍ່ແມ່ນປິດສະໜາອີກຕໍ່ໄປ, ພຣະຜູ້ສ້າງບໍ່ເຄີຍຊ້ອນລີ້ຈາກເຈົ້າ, ພຣະຜູ້ສ້າງບໍ່ເຄີຍປິດບັງໃບໜ້າຂອງພຣະອົງຈາກເຈົ້າ, ພຣະຜູ້ສ້າງບໍ່ໄດ້ຢູ່ໄກຈາກເຈົ້າເລີຍ, ພຣະຜູ້ສ້າງບໍ່ແມ່ນຜູ້ທີ່ເຈົ້າໃຝ່ຫາຢູ່ໃນຄວາມຄິດຂອງເຈົ້າຕະຫຼອດເວລາອີກຕໍ່ໄປ ທີ່ເຈົ້າບໍ່ສາມາດເອື້ອມເຖິງດ້ວຍຄວາມຮູ້ສຶກຂອງເຈົ້າໄດ້, ພຣະອົງແມ່ນຢືນເຝົ້າຢູ່ເບື້ອງຊ້າຍ ແລະ ເບື້ອງຂວາຂອງເຈົ້າແທ້ໆ ແລະ ຢ່າງແທ້ຈິງ, ສະໜອງໃຫ້ແກ່ຊີວິດຂອງເຈົ້າ ແລະ ຄວບຄຸມຊະຕາກໍາຂອງເຈົ້າ. ພຣະອົງບໍ່ໄດ້ຢູ່ເທິງຂອບຟ້າທີ່ຫ່າງໄກ ແລະ ພຣະອົງກໍບໍ່ໄດ້ປິດບັງພຣະອົງເອງຢູ່ເທິງກ້ອນເມກທີ່ສູງ. ພຣະອົງແມ່ນຢູ່ຄຽງຂ້າງເຈົ້າ ໂດຍຄວບຄຸມທຸກຢ່າງຂອງເຈົ້າ, ພຣະອົງແມ່ນທຸກສິ່ງທຸກຢ່າງທີ່ເຈົ້າມີ ແລະ ພຣະອົງແມ່ນສິ່ງດຽວທີ່ເຈົ້າມີ. ເປັນພຣະເຈົ້າທີ່ອະນຸຍາດໃຫ້ເຈົ້າຮັກພຣະອົງຈາກໃຈ, ຍຶດຕິດກັບພຣະອົງ, ກອດພຣະອົງໄວ້ຢູ່ໃກ້ໆ, ຍົກຍ້ອງພຣະອົງ, ຢ້ານທີ່ຈະສູນເສຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມພຣະອົງອີກຕໍ່ໄປ, ຈະບໍ່ຂັດຂືນພຣະອົງອີກຕໍ່ໄປ ຫຼື ຫຼີກເວັ້ນພຣະອົງ ຫຼື ຈັດໃຫ້ພຣະອົງຢູ່ຫ່າງໆ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການເອົາໃຈໃສ່ຕໍ່ພຣະອົງ, ເຊື່ອຟັງພຣະອົງ, ຕອບແທນທຸກສິ່ງທີ່ພຣະອົງໄດ້ມອບໃຫ້ເຈົ້າ ແລະ ຍອມເຊື່ອຟັງຕໍ່ການປົກຄອງຂອງພຣະອົງ. ເຈົ້າຈະບໍ່ປະຕິເສດການຖືກນໍາພາ, ການສະໜອງ, ການເຝົ້າເບິ່ງ ແລະ ການຖືກພຣະອົງຊົງຮັກສາໄວ້ອີກຕໍ່ໄປ, ບໍ່ປະຕິເສດການສັ່ງການ ແລະ ຄໍາສັ່ງຂອງພຣະອົງທີ່ມີຕໍ່ເຈົ້າ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຕິດຕາມພຣະອົງ, ຍ່າງຄຽງຂ້າງພຣະອົງທາງເບື້ອງຊ້າຍ ຫຼື ເບື້ອງຂວາຂອງພຣະອົງ, ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຍອມຮັບພຣະອົງເປັນຊີວິດໜຶ່ງດຽວຂອງເຈົ້າເທົ່ານັ້ນ, ຍອມຮັບພຣະອົງເປັນພຣະຜູ້ເປັນເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ ແລະ ເປັນພຣະເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ພາລະກິດແຫ່ງການຮູ້ຈັກພຣະເຈົ້າ”.

ກ່ອນນີ້: (X) ກ່ຽວກັບວິທີການສະແຫວງຫາຄວາມຮັກຕໍ່ພຣະເຈົ້າ

ຕໍ່ໄປ: (XII) ກ່ຽວກັບວິທີການຮັບໃຊ້ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້