(XII) ກ່ຽວກັບວິທີການຮັບໃຊ້ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ

469. ນັບຕັ້ງແຕ່ເລີ່ມຕົ້ນພາລະກິດຂອງພຣະອົງຕະຫຼອດທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊະຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ເພື່ອເຮັດໃຫ້ພາລະກິດຂອງພຣະອົງໃນໂລກນີ້ສໍາເລັດລົງຢ່າງລາບລື້ນ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈເຈດຕະນາຂອງພຣະເຈົ້າ. ພາລະກິດນີ້ຂອງພຣະອົງເຮັດໃຫ້ສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າ ແລະ ຫຼັກການແຫ່ງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກນີ້ປະຈັກຕາຕໍ່ຜູ້ຄົນຫຼາຍຂຶ້ນ. ພຣະເຈົ້າໄດ້ສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ພວກເຈົ້າ ນັ້ນກໍຄື ກຸ່ມຄົນເຫຼົ່ານີ້ແມ່ນໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ແທ້ຈິງແລ້ວ, ພວກເຈົ້າແມ່ນຖືກຍົກລະດັບຂຶ້ນໂດຍພຣະເຈົ້າ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າ ມັນບໍ່ແມ່ນເປັນເລື່ອງຂອງການກະຕືລືລົ້ນດັ່ງທີ່ຜູ້ຄົນຈິນຕະນາການ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ຍ້ອນວ່າພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນເງື່ອນໄຂຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ

470. ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນມິດສະຫາຍຂອງພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າພໍໃຈ ແລະ ສາມາດຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ບໍ່ວ່າເຈົ້າຈະເຮັດເປັນການສ່ວນຕົວ ຫຼື ຕໍ່ໜ້າສາທາລະນະຊົນກໍ່ຕາມ, ເຈົ້າສາມາດຮັບຄວາມປິຕິຍິນດີຂອງພຣະເຈົ້າຕໍ່ໜ້າພຣະເຈົ້າໄດ້, ເຈົ້າສາມາດຢຶດໝັ້ນຕໍ່ໜ້າພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍ່ຕາມ ເຈົ້າຈະເດີນຕາມເສັ້ນທາງທີ່ເຈົ້າຄວນຍ່າງຢູ່ສະເໝີ ແລະ ໃສ່ໃຈພາລະຂອງພຣະເຈົ້າຢ່າງຖີ່ຖ້ວນ. ມີພຽງຄົນແບບນີ້ເທົ່ານັ້ນຈຶ່ງເປັນມິດສະຫາຍຂອງພຣະເຈົ້າ. ການທີ່ມິດສະຫາຍຂອງພຣະເຈົ້າສາມາດຮັບໃຊ້ພຣະອົງໂດຍກົງກໍ່ເປັນເພາະວ່າພວກເຂົາໄດ້ຮັບການຝາກຝັງທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພາລະຂອງພຣະເຈົ້າ, ພວກເຂົາສາມາດເຮັດໃຫ້ຫົວໃຈຂອງພຣະເຈົ້າເປັນຫົວໃຈຂອງພວກເຂົາເອງ ແລະ ຮັບເອົາພາລະຂອງພຣະເຈົ້າເປັນພາລະຂອງພວກເຂົາເອງ ແລະ ພວກເຂົາບໍ່ຄຳນຶງເຖິງໂອກາດໃນອະນາຄົດຂອງພວກເຂົາ: ເຖິງແມ່ນເມື່ອພວກເຂົາບໍ່ມີໂອກາດ ແລະ ພວກເຂົາຢືນຢັດໂດຍບໍ່ໄດ້ຮັບຫຍັງເລີຍ, ພວກເຂົາກໍ່ຈະເຊື່ອໃນພຣະເຈົ້າດ້ວຍຫົວໃຈທີ່ມີຄວາມຮັກຢູ່ສະເໝີ. ເພາະສະນັ້ນ, ຄົນປະເພດນີ້ແມ່ນມິດສະຫາຍຂອງພຣະເຈົ້າ. ມິດສະຫາຍຂອງພຣະເຈົ້າຍັງເປັນຄົນສະໜິດພຣະອົງ; ມີພຽງຄົນສະໜິດຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າເນື້ອໜັງຂອງພວກເຂົາຈະເຈັບປວດ ແລະ ອ່ອນແອ, ພວກເຂົາກໍ່ສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າມອບພາລະໃຫ້ກັບຜູ້ຄົນດັ່ງກ່າວຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າພໍໃຈ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າຕາມເຈດຕະນາຂອງພຣະອົງເອງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນຈຶ່ງສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້. ເວລາທີ່ເຈົ້າກາຍເປັນມິດສະຫາຍຂອງພຣະເຈົ້າຢ່າງແທ້ຈິງແມ່ນເວລາທີ່ເຈົ້າຈະໄດ້ປົກຄອງຮ່ວມກັບພຣະເຈົ້າຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ

471. ບາງຄົນທີ່ຮັບໃຊ້ພຣະເຈົ້າແທ້ໆແມ່ນຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນຄົນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາໄດ້. ຖ້າເຈົ້າປາຖະໜາທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ມີປະສິດທິພາບ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າເຈົ້າປະຖາໜາທີ່ຈະຮັບໃຊ້ພຣະເຈົ້າ, ກ່ອນອື່ນເຈົ້າຕ້ອງປະຖິ້ມແນວຄິດທາງສາສະໜານັ້ນກ່ອນ ແລະ ອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າໃນທຸກໆສິ່ງ. ນີ້ແມ່ນສິ່ງທີ່ຄົນຮັບໃຊ້ພຣະເຈົ້າຄວນມີ. ຖ້າເຈົ້າປາສະຈາກຄວາມຮູ້ນີ້ແລ້ວ ແລ້ວໃນເວລາເຈົ້າເລີ່ມຕົ້ນຮັບໃຊ້ພຣະເຈົ້າ, ເຈົ້າຈະກໍ່ໃຫ້ເກີດສິ່ງຂັດຂວາງ, ສິ່ງລົບກວນ ແລະ ຖ້າເຈົ້າຕັ້ງໝັ້ນໃນແນວຄວາມຄິດຂອງເຈົ້າ, ເຈົ້າກໍຈະຖືກພຣະເຈົ້າລົ້ມເຈົ້າລົງຢ່າງບໍ່ສາມາດຫຼີກເວັ້ນໄດ້ ແລະ ເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ. ຈົ່ງເອົາປັດຈຸບັນເປັນຕົວຢ່າງ. ຖ້ອຍຄຳຫຼາຍຄຳ ແລະ ພາລະກິດໃນປັດຈຸບັນນີ້ແມ່ນບໍ່ຖືກກັນກັບພຣະຄຳພີ ແລະ ບໍ່ຖືກກັນກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດກ່ອນໜ້ານີ້ ແລະ ຖ້າເຈົ້າບໍ່ມີຄວາມຕ້ອງການທີ່ຈະອ່ອນນ້ອມ ແລ້ວເຈົ້າອາດຈະລົ້ມລົງໄດ້ທຸກເວລາ. ຖ້າເຈົ້າຕ້ອງການຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜານັ້ນກ່ອນ ແລະ ແກ້ໄຂທັດສະນະຂອງເຈົ້າເອງໃຫ້ຖືກຕ້ອງ. ຫຼາຍສິ່ງທີ່ຖືກກ່າວເຖິງໃນອານາຄົດ ຈະບໍ່ຄືກັນກັບສິ່ງທີ່ກ່າວໄວ້ໃນອະດີດ ແລະ ຖ້າເຈົ້າປາສະຈາກຄວາມໃຝ່ຫາທີ່ຈະອ່ອນນ້ອມ ເຈົ້າຈະບໍ່ສາມາດຍ່າງຕາມເສັ້ນທາງທີ່ຢູ່ຂ້າງໜ້າໄດ້. ຖ້າວິທີການປະຕິບັດພາລະກິດໃດໜຶ່ງຂອງພຣະເຈົ້າໄດ້ຝັງເລິກເຂົ້າໃນເຈົ້າ ແລະ ເຈົ້າບໍ່ຍອມປະຖິ້ມມັນຈັກເທື່ອ, ວິທີການດັ່ງກ່າວກໍຈະກາຍເປັນແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າສິ່ງທີ່ພຣະເຈົ້າເປັນ ໄດ້ຝັງເລິກເຂົ້າໃນຕົວເຈົ້າ ແລ້ວເຈົ້າໄດ້ຮັບຄວາມຈິງ ແລະ ຖ້າພຣະທຳ ແລະ ຄວາມຈິງຂອງພຣະເຈົ້າສາມາດກາຍເປັນຊີວິດຂອງເຈົ້າ, ເຈົ້າກໍຈະບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະເຈົ້າອີກຕໍ່ໄປ. ຜູ້ຄົນທີ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າຈະບໍ່ມີແນວຄວາມຄິດ ແລະ ຍຶດຕິດກັບລະບຽບການ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດຮັບໃຊ້ພຣະເຈົ້າໄດ້

472. ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ມັນຈະບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ການຮັບໃຊ້ຂອງເຈົ້າຈະເຮັດໃຫ້ເຈົ້າດື້ດ້ານຍິ່ງຂຶ້ນກວ່າເກົ່າ, ນີ້ຈະຝັງເລິກເຂົ້າໃນນິໄສອັນເສື່ອມຊາມຂອງເຈົ້າ ແລະ ດ້ວຍເຫດນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາເພື່ອຄວາມສໍາພັນທາງໂລກຂອງມະນຸດ. ຜູ້ຄົນແບບນີ້ສາມາດຈັດຢູ່ໃນກຸ່ມພວກຟາຣີຊາຍ ແລະ ສາວົກຂອງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ແລະ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນຄວາມສ່ຽງທີ່ຈະຖືກກໍາຈັດອອກທຸກເວລາ. ຜູ້ທີ່ໃຊ້ປະສົບການສະສົມມາຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອເອົາຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ຈໍາກັດພວກເຂົາ, ຢືນຢູ່ບ່ອນສູງສົ່ງ ແລະ ຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບູນ. ການຮັບໃຊ້ດັ່ງກ່າວນີ້ຂັດຂວາງພາລະກິດຂອງພຣະເຈົ້າ. ຜູ້ຄົນມັກຍຶດຕິດກັບສິ່ງເກົ່າສະເໝີ. ພວກເຂົາຍຶດຕິດກັບແນວຄວາມຄິດໃນອະດີດ, ຍຶດຕິດກັບທຸກສິ່ງຈາກອະດີດ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງຕໍ່ການຮັບໃຊ້ຂອງພວກເຂົາ. ຖ້າເຈົ້າບໍ່ສາມາດປະຖິ້ມພວກມັນ, ສິ່ງເຫຼົ່ານີ້ຈະບີບຮັດເຈົ້າຕະຫຼອດຊີວິດ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າແມ່ນແຕ່ໜ້ອຍດຽວ ບໍ່ວ່າເຈົ້າຈະຫັກຂາແລ່ນ ຫຼື ຫັກຫຼັງເຈົ້າໂດຍໃຊ້ແຮງງານໜັກກໍຕາມ, ບໍ່ວ່າເຈົ້າຈະຖືກຂ້າໃນການຮັບໃຊ້ພຣະເຈົ້າກໍຕາມ. ກົງກັນຂ້າມ, ພຣະອົງຈະບອກວ່າເຈົ້າເປັນຄົນຊົ່ວຊ້າ.

ເລີ່ມແຕ່ມື້ນີ້, ພຣະເຈົ້າຈະເຮັດໃຫ້ຜູ້ທີ່ບໍ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ເຕັມໃຈປ່ອຍວາງຄວາມເປັນຕົວຕົນເກົ່າຂອງພວກເຂົາ ແລະ ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຈິດໃຈທີ່ ສັດຊື່ໃຫ້ເປັນຜູ້ທີ່ສົມບູນແບບຢ່າງເປັນທາງການ. ພຣະອົງຈະເຮັດໃຫ້ຜູ້ທີ່ປາຖະໜາພຣະທຳຂອງພຣະອົງເປັນຜູ້ທີ່ສົມບູນແບບ. ຜູ້ຄົນເຫຼົ່ານີ້ຄວນລຸກຂຶ້ນ ແລະ ຮັບໃຊ້ພຣະເຈົ້າ. ໃນພຣະເຈົ້າມີຄວາມອຸດົມສົມບູນທີ່ບໍ່ມີວັນສິ້ນສຸດ ແລະ ສະຕິປັນຍາທີ່ບໍ່ມີຂອບເຂດ. ພາລະກິດທີ່ໜ້າອັດສະຈັນໃຈ ແລະ ພຣະທຳທີ່ລ້ຳຄ່າຂອງພຣະອົງລໍຖ້າຜູ້ຄົນຈຳນວນຫຼວງຫຼາຍໃຫ້ໄດ້ຊື່ນຊົມ. ດັ່ງທີ່ເປັນຢູ່ໃນປັດຈຸບັນ, ຜູ້ທີ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ມີຖານະອາວຸໂສ ແລະ ຜູ້ທີ່ບໍ່ສາມາດປ່ອຍວາງໄດ້ ເຫັນວ່າເປັນການຍາກທີ່ຈະຍອມຮັບເອົາສິ່ງໃໝ່ໆເຫຼົ່ານີ້. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະເຮັດໃຫ້ຜູ້ຄົນເຫຼົ່ານີ້ສົມບູນແບບໄດ້. ຖ້າຫາກວ່າບຸກຄົນນັ້ນບໍ່ຕັ້ງໃຈອ່ອນນ້ອມ ແລະ ບໍ່ສະແຫວງຫາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈະບໍ່ມີທາງໄດ້ຮັບສິ່ງໃໝ່ໆເຫຼົ່ານີ້ໄດ້; ພວກເຂົາພຽງຈະກາຍເປັນຄົນຕໍ່ຕ້ານຫຼາຍຂຶ້ນ, ເລ່ຫຼ່ຽມຫຼາຍຂຶ້ນ ແລະ ສຸດທ້າຍກໍຈະຈົບລົງໃນເສັ້ນທາງທີ່ຜິດ. ໃນການກະທໍາພາລະກິດຂອງພຣະອົງໃນປັດຈຸບັນນີ້ ພຣະເຈົ້າຈະຍົກລະດັບຜູ້ທີ່ຮັກພຣະອົງດ້ວຍໃຈຈິງ ແລະ ຜູ້ທີ່ສາມາດຍອມຮັບແສງສະຫວ່າງໃໝ່. ພຣະອົງຈະຕັດສາວົກສາສະໜາຜູ້ທີ່ອ້າງວ່າເປັນຜູ້ອາວຸໂສອອກທັງໝົດ. ພຣະອົງບໍ່ຕ້ອງການຜູ້ທີ່ດື້ດ້ານຕໍ່ຕ້ານການປ່ຽນແປງແມ່ນແຕ່ຄົນດຽວ. ເຈົ້າຢາກເປັນໜຶ່ງໃນບຸກຄົນເຫຼົ່ານີ້ບໍ? ເຈົ້າໃຫ້ການຮັບໃຊ້ໂດຍອີງໃສ່ຄວາມມັກສ່ວນຕົວຂອງເຈົ້າບໍ ຫຼື ເຈົ້າເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງບໍ? ນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ດ້ວຍຕົວຂອງເຈົ້າເອງ. ເຈົ້າເປັນສາວົກສາສະໜາບໍ ຫຼື ເຈົ້າແມ່ນເດັກເກີດໃໝ່ທີ່ຖືກເຮັດໃຫ້ບໍລິສຸດດ້ວຍພຣະເຈົ້າ? ການຮັບໃຊ້ຂອງເຈົ້າໄດ້ຖືກຍົກຍ້ອງໂດຍພຣະວິນຍານບໍລິສຸດຫຼາຍປານໃດ? ໃນນັ້ນມີຫຼາຍປານໃດທີ່ພຣະເຈົ້າຈະບໍ່ສົນໃຈລະນຶກເຖິງມັນ? ຫຼັງຈາກຫຼາຍປີໃນການຮັບໃຊ້, ຊີວິດຂອງເຈົ້າໄດ້ປ່ຽນແປງຢ່າງໃຫຍ່ຫຼວງປານໃດ? ເຈົ້າຊັດເຈນກ່ຽວກັບສິ່ງທັງໝົດເຫຼົ່ານີ້ແລ້ວບໍ? ຖ້າເຈົ້າເຊື່ອຢ່າງແທ້ຈິງ, ເຈົ້າຈະປະຖິ້ມແນວຄວາມຄິດທາງດ້ານສາສະໜາແບບເກົ່າຂອງເຈົ້າໃນເມື່ອກ່ອນ ແລະ ຈະຮັບໃຊ້ພຣະເຈົ້າໃນເສັ້ນທາງໃໝ່ດີຂຶ້ນ. ມັນຍັງບໍ່ຊ້າເກີນໄປທີ່ຈະລຸກຂຶ້ນຕອນນີ້. ຄວາມຄິດທາງສາສະໜາແບບເກົ່າສາມາດເຮັດໃຫ້ຊີວິດທັງຊີວິດຂອງຜູ້ຄົນສູນເສຍ. ປະສົບການທີ່ຜູ້ຄົນໄດ້ຮັບສາມາດເຮັດໃຫ້ພວກເຂົາອອກຫ່າງຈາກພຣະເຈົ້າ ແລະ ເຮັດສິ່ງຕ່າງໆຕາມວິທີທາງຂອງພວກເຂົາເອງ. ຖ້າເຈົ້າບໍ່ປ່ອຍວາງສິ່ງດັ່ງກ່າວ, ມັນກໍຈະກາຍເປັນສິ່ງກີດຂວາງການຈະເລີນເຕີບໂຕໃນຊີວິດຂອງເຈົ້າ. ພຣະເຈົ້າເຮັດໃຫ້ຄົນທີ່ຮັບໃຊ້ພຣະອົງສົມບູນແບບຢູ່ສະເໝີ ແລະ ບໍ່ໄດ້ກໍາຈັດພວກເຂົາອອກຢ່າງງ່າຍດາຍ. ຖ້າເຈົ້າຍອມຮັບການຕັດສິນ ແລະ ການລົງໂທດຂອງພຣະທຳຂອງພຣະເຈົ້າຢ່າງຈິງໃຈ. ຖ້າເຈົ້າຍອມປະຖິ້ມແນວທາງປະຕິບັດ ແລະ ກົດທາງສາສະໜາເກົ່າຂອງເຈົ້າ ແລະ ຢຸດຕິໃຊ້ຄວາມເຊື່ອທາງສາສະໜາແບບເກົ່າເປັນເຄື່ອງວັດແທກພຣະທຳຂອງພຣະເຈົ້າໃນວັນນີ້, ພຽງເມື່ອນັ້ນເຈົ້າກໍຈະມີອະນາຄົດໃໝ່. ແຕ່ຖ້າເຈົ້າຍຶດຕິດກັບສິ່ງເກົ່າ, ຖ້າເຈົ້າຍັງຄົງໃຫ້ຄຸນຄ່າສິ່ງເຫຼົ່ານີ້ແລ້ວ ກໍບໍ່ມີທາງທີ່ເຈົ້າຈະສາມາດຖືກຊ່ວຍໃຫ້ລອດໄດ້. ພຣະເຈົ້າບໍ່ສົນໃຈຄົນເຊັ່ນນັ້ນ. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ ເຈົ້າຕ້ອງຕັ້ງໃຈຍອມປ່ອຍຖິ້ມທຸກສິ່ງຈາກເມືອກ່ອນທັງໝົດ. ເຖິງແມ່ນວ່າສິ່ງທີ່ໄດ້ເຮັດໃນເມື່ອກ່ອນ ນັ້ນເປັນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າມັນເປັນພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຖິ້ມມັນໄດ້ ແລະ ຢຸດຍຶດຕິດກັບມັນ. ເຖິງແມ່ນວ່າມັນເປັນພາລະກິດຂອງພຣະວິນຍານບໍລິສຸດທີ່ເຫັນໄດ້ຢ່າງຊັດເຈນ ແລະ ສຳເລັດໂດຍກົງໂດຍພຣະວິນຍານບໍລິສຸດກໍຕາມ ມື້ນີ້ເຈົ້າຕ້ອງປະຖິ້ມມັນ. ເຈົ້າຕ້ອງບໍ່ຍຶດຕິດກັບມັນ. ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ທຸກສິ່ງຢ່າງຕ້ອງຖືກຟື້ນຟູຄືນໃໝ່. ໃນພາລະກິດ ແລະ ໃນພຣະທຳຂອງພຣະເຈົ້າ, ພຣະອົງບໍ່ໄດ້ອ້າງອີງເຖິງສິ່ງເກົ່າທີ່ຜ່ານມາ ແລະ ບໍ່ໄດ້ຂຸດຄົ້ນຫາປະຕິທີນອັນເກົ່າແກ່. ພຣະເຈົ້າແມ່ນພຣະເຈົ້າທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າ ແລະ ບໍ່ໄດ້ຍຶດຕິດແມ່ນແຕ່ກັບພຣະທຳຂອງພຣະອົງເອງຈາກອະດີດ ເຊິ່ງສະແດງໃຫ້ເຫັນວ່າພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ. ດັ່ງນັ້ນ ຖ້າເຈົ້າ ໃນນາມເປັນມະນຸດຍຶດຕິດຢູ່ກັບອະດີດຕະຫຼອດ, ຖ້າເຈົ້າປະຕິເສດທີ່ຈະປ່ອຍວາງ ແລະ ນຳໃຊ້ມັນເຂົ້າໃນການປະຕິບັດໃນຮູບແບບທໍານຽມຢ່າງເຂັ້ມງວດ, ໃນຂະນະທີ່ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃນທາງທີ່ພຣະອົງເຄີຍເຮັດມາກ່ອນ, ແລ້ວຄຳເວົ້າ ແລະ ການກະທຳຂອງເຈົ້າບໍ່ແມ່ນເປັນການຕໍ່ຕ້ານບໍ? ເຈົ້າບໍ່ໄດ້ກາຍເປັນສັດຕູຂອງພຣະເຈົ້າແລ້ວບໍ? ເຈົ້າເຕັມໃຈປ່ອຍໃຫ້ໝົດທັງຊີວິດຂອງເຈົ້າຕົກຢູ່ໃນຄວາມຫາຍະນະ ແລະ ພິນາດໄປກັບສິ່ງເກົ່າເຫຼົ່ານີ້ບໍ? ສິ່ງເກົ່າເຫຼົ່ານີ້ຈະເຮັດໃຫ້ເຈົ້າກາຍເປັນບຸກຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ເຈົ້າຢາກເປັນຄົນປະເພດນັ້ນບໍ? ຖ້າເຈົ້າບໍ່ຕ້ອງການເປັນແບບນັ້ນແທ້, ຈົ່ງຢຸດຕິໃນສິ່ງທີ່ເຈົ້າກໍາລັງເຮັດຢູ່ໂດຍໄວ ແລະ ຫັນກັບມາ ເລີ່ມຕົ້ນທຸກສິ່ງທຸກຢ່າງໃໝ່. ພຣະເຈົ້າຈະບໍ່ຈົດຈຳການຮັບໃຊ້ໃນອະດີດຂອງເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ

473. ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ມີພຽງຄົນທີ່ສະແດງເຖິງການຄໍານຶງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍເຮັດໃຫ້ພວກເຂົາກັບໃຈ ແລະ ສາລະພາບ. ນອກຈາກນັ້ນຍັງມີເຈົ້າໜ້າທີ່ໆເຄັ່ງສາສະໜາຫຼາຍຄົນທີ່ຄິດວ່າການຮັບໃຊ້ພຣະເຈົ້າປະກອບດ້ວຍການເທດສະໜາໃນໂບດ ຫຼັງຈາກທີ່ໄດ້ສືບຕໍ່ການສຶກສາຂັ້ນສູງ ແລະ ການຝຶກອົບຮົມໃນໂຮງຮຽນສອນສາສະໜາ ແລະ ສັ່ງສອນຜູ້ຄົນຜ່ານການອ່ານພຣະຄໍາພີ. ຍິ່ງໄປກວ່ານັ້ນ, ມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າໝາຍເຖິງການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ພວກມານຮ້າຍທີ່ຢູ່ໃນທ່າມກາງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ການອະທິຖານເພື່ອພວກເຂົາ ຫຼື ການຮັບໃຊ້ພວກເຂົາ. ໃນທ່າມກາງພວກເຈົ້າແມ່ນຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອະທິຖານຫາພຣະເຈົ້າທຸກມື້ ພ້ອມທັງການຢ້ຽມຢາມ ແລະ ການເຮັດວຽກໃນຄຣິສຕະຈັກຢູ່ທຸກຫົນແຫ່ງ. ມີອ້າຍເອື້ອຍນ້ອງຄົນອື່ນໆທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການບໍ່ແຕ່ງດອງຈັກເທື່ອ ຫຼື ການລ້ຽງດູຄອບຄົວ ແລະ ການອຸທິດການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ຮູ້ແທ້ໆວ່າແມ່ນຫຍັງຄືຄວາມໝາຍຂອງການຮັບໃຊ້ພຣະເຈົ້າ. ເຖິງແມ່ນວ່າຄົນທີ່ຮັບໃຊ້ພຣະເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ, ຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເຮົາເວົ້າສິ່ງນີ້ກໍ່ເພາະວ່າພວກເຈົ້າບໍ່ເຂົ້າໃຈແກ່ນແທ້ຂອງວະລີທີ່ວ່າ “ການຮັບໃຊ້ພຣະເຈົ້າ” ແລະ ພວກເຈົ້າເຂົ້າໃຈວິທີການຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າພຽງເລັກນ້ອຍເທົ່ານັ້ນ. ມີຄວາມຈຳເປັນອັນຮີບດ່ວນໃຫ້ຜູ້ຄົນເຂົ້າໃຈວ່າການຮັບໃຊ້ພຣະເຈົ້າປະເພດໃດທີ່ສາມາດສອດຄ່ອງກັບເຈດຕະນາຂອງພຣະອົງໄດ້ຢ່າງແທ້ຈິງ.

ຖ້າພວກເຈົ້າປາຖະໜາທີ່ຈະຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ, ພວກເຈົ້າຕ້ອງເຂົ້າໃຈວ່າຄົນປະເພດໃດເປັນທີ່ພໍໃຈຂອງພຣະເຈົ້າກ່ອນ, ຄົນປະເພດໃດທີ່ພຣະເຈົ້າກຽດຊັງ, ຄົນປະເພດໃດທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ຄົນປະເພດໃດທີ່ມີຄຸນສົມບູນໃນການຮັບໃຊ້ພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນປະກອບດ້ວຍຄວາມຮູ້ນີ້. ນອກຈາກນີ້, ພວກເຈົ້າຄວນຮູ້ຈັກເປົ້າໝາຍພາລະກິດຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າຈະກະທໍາໃນທີ່ນີ້ ແລະ ໃນປັດຈຸບັນນີ້. ຫຼັງຈາກເຂົ້າໃຈໃນສິ່ງນີ້ ແລະ ຜ່ານການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ພວກເຈົ້າຄວນມີທາງເຂົ້າກ່ອນ ແລະ ຮັບເອົາການຝາກຝັງຈາກພຣະເຈົ້າກ່ອນ. ຫຼັງຈາກທີ່ພວກເຈົ້າໄດ້ມີປະສົບການຕົວຈິງກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ເມື່ອພວກເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍ່ຈະມີຄຸນສົມບັດທີ່ຈະຮັບໃຊ້ພຣະເຈົ້າໄດ້. ແລ້ວເມື່ອຮອດເວລາທີ່ພວກເຈົ້າຮັບໃຊ້ພຣະອົງ, ພຣະເຈົ້າກໍ່ຈະເປີດດວງຕາຝ່າຍວິນຍານຂອງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະອົງ ແລະ ເບິ່ງເຫັນພາລະກິດຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ເມື່ອເຈົ້າເຂົ້າສູ່ຄວາມເປັນຈິງນີ້, ປະສົບການຂອງເຈົ້າກໍ່ຈະເລິກເຊິ່ງ ແລະ ເປັນຈິງຫຼາຍຂຶ້ນ ແລະ ພວກເຈົ້າທຸກຄົນທີ່ມີປະສົບການດັ່ງກ່າວກໍ່ຈະສາມາດຍ່າງທ່າມກາງຄຣິສຕະຈັກ ແລະ ລ້ຽງດູໃຫ້ອ້າຍເອື້ອຍນ້ອງຂອງພວກເຈົ້າ ເພື່ອວ່າພວກເຈົ້າແຕ່ລະຄົນຈະສາມາດດຶງເອົາຈຸດແຂງຂອງກັນ ແລະ ກັນ ເພື່ອທົດແທນຄວາມບົກຜ່ອງຂອງພວກເຈົ້າເອງ ແລະ ຮັບເອົາຄວາມຮູ້ທີ່ອຸດົມສົມບູນຍິ່ງຂຶ້ນໃນຈິດວິນຍານຂອງພວກເຈົ້າ. ຫຼັງຈາກທີ່ໄດ້ບັນລຸຜົນນີ້ແລ້ວ, ພວກເຈົ້າກໍ່ຈະສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນໃນລະຫວ່າງການຮັບໃຊ້ຂອງພວກເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ

474. ຄົນທີ່ສາມາດນໍາພາຄຣິດຕະຈັກ, ສະໜອງຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ; ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນ ຈຶ່ງມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ແຮງໄກທີ່ຈະເປັນອັກຄະສາວົກທີ່ສາມາດສະໜອງຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ມັນແມ່ນເພື່ອປະຕິບັດພາລະກິດແຫ່ງລ້ຽງດູຊີວິດ ແລະ ນໍາພາຄົນອື່ນໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ. ຄົນທີ່ປະຕິບັດໜ້າທີ່ນີ້ແມ່ນຖືກຝາກຝັງໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ, ຄວາມຮັບຜິດຊອບທີ່ບໍ່ແມ່ນຜູ້ໃດກໍຕາມຈະສາມາດແບກໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ການເປັນຢູ່ໃນຊີວິດ ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍຜູ້ໃດກໍຕາມທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໄດ້ ຫຼື ເຕັມໃຈທີ່ຈະເສຍສະຫຼະຕົນເອງ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ຄົນທີ່ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດປະເພດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ປະເພດນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຖ້າພວກເຂົາຍັງຄົງບໍ່ມີຄວາມຈິງເປັນເວລາດົນນານ ພວກເຂົາຈະຖືກໂຍນອອກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

475. ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາມາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ ແລະ ຍັງເປັນທາງເຂົ້າຂອງພວກເຈົ້າ; ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດໃຫ້ສຳເລັດ. ມີຫຼາຍຄົນທີ່ພຽງແຕ່ໃສ່ໃຈກັບການເດີນທາງໄປມາເພື່ອພຣະເຈົ້າ ແລະ ເທດສະໜາໃນທຸກບ່ອນ, ແຕ່ພາກັນເບິ່ງຂ້າມປະສົບການສ່ວນຕົວຂອງພວກເຂົາ ແລະ ເບິ່ງຂ້າມທາງເຂົ້າສູ່ຊີວິດຝ່າຍວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ນໍາພາໃຫ້ຄົນທີ່ຮັບໃຊ້ພຣະເຈົ້າກາຍເປັນຄົນຕໍ່ຕ້ານພຣະເຈົ້າ...

ຄົນໃດໜຶ່ງປະຕິບັດພາລະກິດເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ເພື່ອນໍາຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າມາຢູ່ຕໍ່ໜ້າພຣະອົງ, ເພື່ອນໍາມະນຸດມາຫາພຣະເຈົ້າ ແລະ ເພື່ອແນະນຳພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄໍາແນະນໍາຂອງພຣະເຈົ້າໃຫ້ກັບມະນຸດ, ແລ້ວສຸດທ້າຍກໍເຮັດໃຫ້ໝາກຜົນຂອງພາລະກິດຂອງພຣະເຈົ້າສົມບູນ. ຍ້ອນເຫດຜົນນີ້, ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະເຂົ້າໃຈແກ່ນແທ້ຂອງພາລະກິດຢ່າງຄົບຖ້ວນ. ດັ່ງທີ່ຄົນໜຶ່ງຖືກພຣະເຈົ້າໃຊ້, ມະນຸດທຸກຄົນກໍສົມຄວນຄ່າໃນການປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ທຸກຄົນມີໂອກາດທີ່ຈະຖືກພຣະວິນຍານບໍລິສຸດໃຊ້. ເຖິງຢ່າງໃດກໍຕາມ ມີປະເດັນໜຶ່ງທີ່ພວກເຈົ້າຕ້ອງເຂົ້າໃຈ: ເມື່ອມະນຸດປະຕິບັດພາລະກິດທີ່ຖືກມອບໝາຍໂດຍພຣະເຈົ້າ, ມະນຸດມີໂອກາດທີ່ຈະຖືກພຣະເຈົ້າໃຊ້ ແຕ່ສິ່ງທີ່ມະນຸດເວົ້າ ແລະ ຮູ້ຈັກບໍ່ແມ່ນວຸດທິພາວະຂອງມະນຸດທັງໝົດ. ພວກເຈົ້າພຽງແຕ່ສາມາດມາຮູ້ຈັກຄວາມບົກຜ່ອງຂອງພວກເຈົ້າໃນລະຫວ່າງການປະຕິບັດພາລະກິດຂອງພວກເຈົ້າ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ກວ່າຈາກພຣະວິນຍານບໍລິສຸດເທົ່ານັ້ນ, ໃນທາງນີ້ ເຈົ້າຈະສາມາດຮັບທາງເຂົ້າທີ່ດີຂຶ້ນໃນພາລະກິດຂອງພວກເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (2)

476. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ມັນເປັນໄປບໍ່ໄດ້ທີ່ຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍ່ບໍ່ສາມາດເຮັດສິ່ງໃດໜຶ່ງທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍ່ຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດກໍ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າກໍ່ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ພຣະເຈົ້າຕ້ອງການການຮັບໃຊ້ທີ່ສອດຄ່ອງກັບເຈດຕະນາຂອງພຣະອົງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດຕິດຕາມບາດກ້າວໃນພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍ່ມີຊີວິດຢູ່ທ່າມກາງແນວຄິດຕ່າງໆ. ການຮັບໃຊ້ຂອງຄົນດັ່ງກ່າວຂັດຂວາງ ແລະ ລົບກວນ ແລະ ການຮັບໃຊ້ດັ່ງກ່າວຢູ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າກໍ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຣະເຈົ້າໄດ້. “ການຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈເຈດຕະນາຂອງພຣະເຈົ້າໃນປັດຈຸບັນ, ການທີ່ສາມາດປະຕິບັດຕາມຄວາມຕ້ອງການໃນປັດຈຸບັນຂອງພຣະເຈົ້າ, ມີຄວາມສາມາດໃນການອ່ອນນ້ອມ ແລະ ຕິດຕາມພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຕາມຖ້ອຍຄຳຫຼ້າສຸດທີ່ພຣະເຈົ້າກ່າວ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຄົນນັ້ນຈຶ່ງຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການພົບເຫັນພຣະເຈົ້າ, ແຕ່ຍັງສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າຈາກພາລະກິດຫຼ້າສຸດຂອງພຣະອົງ ແລະ ສາມາດຮູ້ຈັກແນວຄິດ ແລະ ຄວາມກະບົດຂອງມະນຸດ ແລະ ທຳມະຊາດ ແລະ ແກ່ນແທ້ຂອງມະນຸດຈາກພາລະກິດຫຼ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດບັນລຸການປ່ຽນແປງເທື່ອລະໜ້ອຍໃນອຸປະນິໄສຂອງພວກເຂົາໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງເປັນຄົນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ຄົ້ນພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ

477. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍແສງສະຫວ່າງຂອງພຣະອົງໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີການຂັດຂວາງ ແລະ ການປະຕິບັດຂອງເຈົ້າກໍຈະຫຼ້າສະໄໝ ເຊິ່ງເປັນພຽງພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ທ່າມກາງຄຸນສົມບັດອື່ນໆ ແລະ ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ; ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. ປະໂຫຍກ “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ຫຼ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການ ເຂົ້າໃຈພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະຂັດຂວາງພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດຫຍັງກັບມະນຸດເລີຍ. ຖ້າຜູ້ຄົນບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນອອກຈາກຕົວພວກເຂົາ ທີ່ເປັນແນວຄວາມຄິດທາງສາສະໜາ ແລ້ວສິ່ງເຫຼົ່ານີ້ກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງພວກເຂົາ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ້າຊ້າໃນໜຶ່ງບາດກ້າວ, ຈາກນັ້ນກໍ່ເປັນສອງບາດກ້າວ. ນີ້ກໍ່ຍ້ອນວ່າ ແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າບາງສິ່ງຫຼ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ເຈົ້າບໍ່ສາມາດປະຖິ້ມແນວຄວາມຄິດຂອງເຈົ້າແທ້ໆບໍ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າເທົ່ານັ້ນຈຶ່ງສາມາດຮັບໃຊ້ພຣະເຈົ້າໄດ້

478. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກມັກຂອງພວກເຂົາ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດປົກຄອງຂອງພຣະເຈົ້າ, ແຮງໄກທີ່ຈະມີຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ແລ້ວສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ພວກເຂົາກໍ່ມັກຈະຈົບລົງດ້ວຍການເຮັດສິ່ງຕ່າງໆທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໂຍນອອກ, ບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກໂຍນລົງສູ່ນະຮົກ ເຊິ່ງຈະຢຸດຕິການພົວພັນທັງໝົດກັບເຮືອນຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນເຮືອນຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາຢ່າງບໍ່ຮູ້ ແລະ ສຸດທ້າຍກໍ່ສ້າງຄວາມໂກດເຄືອງໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນເຮືອນຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຈິນຕະນາການເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຫົວໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຄໍາເວົ້າ ແລະ ຫຼັກຄໍາສອນ, ແຕ່ສາມາດນໍາໄປໃຊ້ເປັນຊັບສົມບັດເພື່ອໃຫ້ເຈົ້າເປັນທີ່ໝັ້ນໃຈຢ່າງໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດຄວາມເປັນຈິງກ່ຽວກັບຄວາມຮູ້ ແລະ ບໍ່ປະກອບມີຄວາມຈິງ, ແລ້ວການຮັບໃຊ້ດ້ວຍຄວາມຮັກຂອງເຈົ້າກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້

479. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ກະບົດຕໍ່ເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກລິຮານແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມຂອງພຣະເຈົ້າທີ່ເລື່ອນລອຍ. ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ລັກສະນະຂອງຄວາມເປັນມະນຸດທີ່ດີຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງເຈດຕະນາຂອງພຣະອົງ. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງກໍ່ຕາມໃນການແຍກແຍະ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການບໍລິການຂອງພວກເຂົາບັນລຸຕາມເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະທຳມະຊາດຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ພວກເຂົາຈິນຕະນາການ, ພຣະເຈົ້າທີ່ພວກເຂົາພຽງແຕ່ໄດ້ຍິນ ຫຼື ພວກເຂົາພຽງແຕ່ໄດ້ອ່ານເລື່ອງເລົ່າລືທີ່ຢູ່ໃນບົດຂຽນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຫຼື້ອມໃສໃນສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ຂອງພວກເຂົາແມ່ນບໍ່ແນ່ນອນຫຼາຍ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ເຈດຕະນາຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍຫຼັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູກໍບໍ່ຮູ້ຈັກວິທີຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນເວລາທີ່ເພິ່ນເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກລິຮານ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຄົນທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການລິຮານ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງເປັນພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (3)

480. ພຣະເຢຊູສາມາດສຳເລັດການຝາກຝັງຂອງພຣະເຈົ້າ ນັ້ນກໍ່ຄື ພາລະກິດການໄຖ່ບາບມະນຸດຊາດທັງປວງ ຍ້ອນວ່າພຣະອົງໄດ້ສະແດງເຖິງການຄໍານຶງເຖິງເຈດຕະນາຂອງພຣະເຈົ້າໂດຍບໍ່ໄດ້ມີການວາງແຜນການ ຫຼື ການຈັດແຈງໃດໆສຳລັບພຣະອົງເອງ. ດັ່ງນັ້ນ ພຣະອົງກໍ່ຄືມິດສະຫາຍຂອງພຣະເຈົ້າເຊັ່ນກັນ ນັ້ນກໍ່ຄືພຣະອົງເອງ ເຊິ່ງເປັນສິ່ງທີ່ພວກເຈົ້າທຸກຄົນເຂົ້າໃຈເປັນຢ່າງດີຫຼາຍ. (ໃນຄວາມຈິງແລ້ວ, ພຣະອົງກໍ່ຄືພຣະເຈົ້າເອງທີ່ໄດ້ຖືກພຣະເຈົ້າເປັນພະຍານໃຫ້. ເຮົາເວົ້າເຖິງເລື່ອງນີ້ໃນທີ່ນີ້ເພື່ອໃຊ້ຂໍ້ແທ້ຈິງກ່ຽວກັບພຣະເຢຊູເພື່ອບັນລະຍາຍເຖິງບັນຫານີ້). ພຣະອົງສາມາດວາງແຜນການຄຸ້ມຄອງຂອງພຣະເຈົ້າໃສ່ສູນກາງແທ້ໆ ແລະ ອະທິຖານຫາພຣະບິດາທີ່ຢູ່ໃນສະຫວັນຢູ່ສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ. ພຣະອົງໄດ້ອະທິຖານ ແລະ ກ່າວວ່າ: “ພຣະເຈົ້າພຣະບິດາ! ຂໍໃຫ້ສໍາເລັດຜົນຕາມຄວາມປະສົງຂອງພຣະອົງດ້ວຍ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ ແຕ່ຂໍໃຫ້ເປັນໄປຕາມແຜນການຂອງພຣະອົງ. ມະນຸດອາດອ່ອນແອ, ແຕ່ເປັນຫຍັງພຣະອົງຈຶ່ງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດເຊິ່ງເປັນຄືກັບມົດໃນມືຂອງພຣະອົງຈະຄູ່ຄວນກັບຄວາມຫ່ວງໃຍຂອງພຣະອົງໄດ້ແນວໃດ? ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍພຽງແຕ່ປາຖະໜາທີ່ຈະໃຫ້ບັນລຸຕາມຄວາມປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງປະຕິບັດໃນຕົວຂ້ານ້ອຍຕາມຄວາມປາຖະໜາຂອງພຣະອົງເອງດ້ວຍ”. ໃນການເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍ່ບໍ່ເຄີຍມີເຈດຕະນາທີ່ຈະຄືນຄໍາເວົ້າຂອງພຣະອົງແມ່ນແຕ່ໜ້ອຍດຽວ; ມີພະລັງອໍານາດບາງຢ່າງທີ່ກະຕຸ້ນໃຫ້ພຣະອົງເດີນໜ້າໄປຫາບ່ອນທີ່ພຣະອົງຈະຖືກຄຶງໃສ່ເທິງໄມ້ກາງແຂນຢູ່ເລື້ອຍໆ. ໃນທີ່ສຸດ, ພຣະອົງກໍ່ຖືກຕອກຕະປູໃສ່ໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ, ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ພຣະອົງໄດ້ເປັນອິດສະຫຼະຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນະຮົກ ແລະ ແດນມໍລະນາໄດ້ໝົດອໍານາດຂອງພວກມັນ ແລະ ຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບສາມປີ ເຊິ່ງຕະຫຼອດໄລຍະເວລານັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ, ຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ ໂດຍພຣະອົງບໍ່ເຄີຍຄໍານຶງເຖິງຜົນໄດ້ ຫຼື ຜົນເສຍຂອງພຣະອົງເອງ ແລະ ມີແຕ່ຄິດເຖິງເຈດຕະນາຂອງພຣະເຈົ້າພຣະບິດາຢູ່ສະເໝີ. ດັ່ງນັ້ນ, ຫຼັງຈາກທີ່ພຣະອົງໄດ້ຮັບບັບຕິດສະມາ, ພຣະເຈົ້າໄດ້ກ່າວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ຍ້ອນການຮັບໃຊ້ຂອງພຣະອົງຕໍ່ໜ້າພຣະເຈົ້າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ພຣະເຈົ້າຈຶ່ງໄດ້ມອບພາລະອັນໜັກໜ່ວງໃນການໄຖ່ບາບໃຫ້ແກ່ມະນຸດຊາດທັງໝົດໄວ້ເທິງບ່າໄລ່ຂອງພຣະອົງ ແລະ ເຮັດໃຫ້ພຣະອົງປະຕິບັດມັນຈົນສໍາເລັດ ແລະ ພຣະອົງມີຄຸນສົມບັດ ແລະ ມີສິດທີ່ຈະສຳເລັດໜ້າທີ່ສໍາຄັນນີ້. ຕະຫຼອດຊີວິດຂອງພຣະອົງ, ພຣະອົງອົດທົນກັບການທົນທຸກຫຼາຍຈົນນັບບໍ່ຖ້ວນເພື່ອພຣະເຈົ້າ ແລະ ພຣະອົງໄດ້ຖືກຊາຕານລໍ້ລວງຈົນນັບບໍ່ຖ້ວນ, ແຕ່ພຣະອົງກໍບໍ່ເຄີຍທໍ້ໃຈ. ພຣະເຈົ້າມອບໜ້າທີ່ອັນໃຫຍ່ຫຼວງໃຫ້ກັບພຣະອົງ ເພາະພຣະເຈົ້າໄວ້ໃຈພຣະອົງ ແລະ ຮັກພຣະອົງ ແລະ ດ້ວຍເຫດນີ້, ພຣະເຈົ້າຈຶ່ງໄດ້ກ່າວດ້ວຍຕົນເອງວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ໃນເວລານັ້ນ, ມີພຽງພຣະເຢຊູເທົ່ານັ້ນທີ່ສາມາດປະຕິບັດການຝາກຝັງນີ້ໃຫ້ສໍາເລັດ ແລະ ນີ້ຄືລັກສະນະຕົວຈິງໜຶ່ງຢ່າງທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງໃນການໄຖ່ບາບມະນຸດຊາດທັງໝົດໃນຍຸກແຫ່ງພຣະຄຸນ.

ຖ້າພວກເຈົ້າສາມາດເອົາໃຈໃສ່ພາລະຂອງພຣະເຈົ້າຢ່າງຖີ່ຖ້ວນຄືກັບພຣະເຢຊູ ແລະ ກະບົດຕໍ່ເນື້ອໜັງຂອງພວກເຈົ້າ, ພຣະເຈົ້າຈະມອບໝາຍໜ້າວຽກທີ່ສໍາຄັນຂອງພຣະອົງໃຫ້ແກ່ພວກເຈົ້າ ເພື່ອວ່າພວກເຈົ້າຈະບັນລຸເງື່ອນໄຂທີ່ຈໍາເປັນໃນການຮັບໃຊ້ພຣະເຈົ້າ. ມີແຕ່ພາຍໃຕ້ສະຖານະການດັ່ງກ່າວເທົ່ານັ້ນ, ພວກເຈົ້າຈຶ່ງຈະກ້າເວົ້າວ່າພວກເຈົ້າກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຮັດການຝາກຝັງຂອງພຣະອົງຈົນສໍາເລັດ ແລະ ເມື່ອນັ້ນເອງ ພວກເຈົ້າຈຶ່ງຈະກ້າເວົ້າວ່າ ພວກເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ເມື່ອສົມທຽບໃສ່ຕົວຢ່າງຂອງພຣະເຢຊູແລ້ວ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າເຈົ້າກຳລັງເຮັດຕາມຄວາມປະສົງຂອງພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າຢ່າງແທ້ຈິງບໍ? ມື້ນີ້ ເຈົ້າບໍ່ເຂົ້າໃຈວິທີການຮັບໃຊ້ພຣະເຈົ້າ, ເຈົ້າກ້າເວົ້າວ່າເຈົ້າເປັນມິດສະຫາຍຂອງພຣະເຈົ້າບໍ? ຖ້າເຈົ້າເວົ້າວ່າເຈົ້າຮັບໃຊ້ພຣະເຈົ້າ, ເຈົ້າຈະບໍ່ໝິ່ນປະໝາດພຣະອົງບໍ? ໃຫ້ຄິດກ່ຽວກັບມັນເບິ່ງ: ເຈົ້າກໍາລັງຮັບໃຊ້ພຣະເຈົ້າ ຫຼື ຕົວເຈົ້າເອງ? ເຈົ້າຮັບໃຊ້ຊາຕານ, ແຕ່ເຈົ້າເວົ້າຢ່າງດື້ດ້ານວ່າ ເຈົ້າກຳລັງຮັບໃຊ້ພຣະເຈົ້າ ເຊິ່ງໃນສິ່ງນີ້ແລ້ວ ເຈົ້າບໍ່ໄດ້ໝິ່ນປະໝາດພຣະເຈົ້າບໍ? ຫຼາຍຄົນທີ່ຢູ່ລັບຫຼັງເຮົາປາຖະໜາຢາກໄດ້ຜົນປະໂຫຍດຈາກສະຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລື່ອງອາຫານ, ພວກເຂົາມັກການຫຼັບນອນ ແລະ ເອົາໃຈໃສ່ກັບເນື້ອໜັງຢ່າງຖີ່ຖ້ວນ, ຢ້ານຢູ່ສະເໝີວ່າຈະບໍ່ມີທາງອອກສຳລັບເນື້ອໜັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ທີ່ຖືກຕ້ອງຂອງພວກເຂົາໃນຄຣິສຕະຈັກ ແລະ ໄປຄຣິສະຕະຈັກເພື່ອກິນຂອງຟຣີ ຫຼື ຖ້າບໍ່ດັ່ງນັ້ນ ພວກເຂົາກໍ່ຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາດ້ວຍພຣະທໍາຂອງເຮົາ, ຈໍາກັດຄົນອື່ນຈາກຕຳແໜ່ງທີ່ມີສິດອຳນາດ. ຜູ້ຄົນເຫຼົ່ານີ້ມັກເວົ້າວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເວົ້າຢູ່ສະເໝີວ່າພວກເຂົາຄືມິດສະຫາຍຂອງພຣະເຈົ້າ, ແລ້ວນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ຖ້າເຈົ້າມີແຮງຈູງໃຈທີ່ຖືກຕ້ອງ ແຕ່ບໍ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ, ແລ້ວເຈົ້າກໍ່ກຳລັງເປັນຄົນທີ່ໂງ່ຈ້າ; ແຕ່ຖ້າແຮງຈູງໃຈຂອງເຈົ້າບໍ່ຖືກຕ້ອງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ, ແລ້ວເຈົ້າກໍ່ເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຄວນຖືກພຣະເຈົ້າລົງໂທດ! ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນດັ່ງກ່າວ! ໃນເຮືອນຂອງພຣະເຈົ້າ, ພວກເຂົາເອົາປຽບຄົນອື່ນ, ຫຼົງໄຫຼກັບຄວາມສຸກສະບາຍທາງເນື້ອໜັງຢູ່ສະເໝີ ແລະ ບໍ່ເຄີຍຄໍານຶງເຖິງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບພວກເຂົາຢູ່ສະເໝີ ແລະ ພວກເຂົາບໍ່ເຄີຍໃສ່ໃຈເຈດຕະນາຂອງພຣະເຈົ້າເລີຍ. ພວກເຂົາບໍ່ຍອມຮັບການກວດສອບຂອງພຣະວິນຍານຂອງພຣະເຈົ້າໃນສິ່ງໃດກໍ່ຕາມທີ່ພວກເຂົາເຮັດ. ພວກເຂົາທຸດຈະລິດ ແລະ ຫຼອກລວງ ແລະ ສໍ້ໂກງອ້າຍເອື້ອຍນ້ອງຂອງພວກເຂົາຢູ່ສະເໝີ, ເປັນຄົນສອງໜ້າຄືກັບໝາຈອກໃນສວນອະງຸ່ນທີ່ລັກກິນໝາກອະງຸ່ນ ແລະ ຢຽບຢ່ຳສວນອະງຸ່ນຢູ່ສະເໝີ. ຜູ້ຄົນດັ່ງກ່າວຈະສາມາດເປັນມິດສະຫາຍຂອງພຣະເຈົ້າໄດ້ບໍ? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ແບກຮັບພາລະສໍາລັບຊີວິດຂອງເຈົ້າ ແລະ ຄຣິສຕະຈັກ, ເຈົ້າເໝາະສົມທີ່ຈະຮັບເອົາການຝາກຝັງຂອງພຣະເຈົ້າບໍ? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ເມື່ອເຈົ້າຮັບໃຊ້ແບບນີ້, ພຣະເຈົ້າຈະມອບໝາຍໜ້າວຽກທີ່ຍິ່ງໃຫຍ່ໃຫ້ກັບເຈົ້າໄດ້ບໍ? ສິ່ງນີ້ຈະບໍ່ເຮັດໃຫ້ພາລະກິດເກີດການຊັກຊ້າບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ

481. ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນແມ່ນເໜືອກວ່າຂອງໄພ່ພົນ ແລະ ຜູ້ທໍານາຍຈາກທຸກຍຸກທຸກສະໄໝ, ແຕ່ວ່າພວກເຈົ້າສາມາດໃຫ້ຄໍາປະຈັກພະຍານຕໍ່ເຮົາທີ່ຍິ່ງໃຫຍ່ກວ່າຄຳເວົ້າຂອງບັນດາໄພ່ພົນ ແລະ ຜູ້ທໍານາຍເຫຼົ່ານີ້ຈາກສະໄໝກ່ອນໄດ້ບໍ? ບັດນີ້ ສິ່ງທີ່ເຮົາປະທານໃຫ້ພວກເຈົ້າ ແມ່ນເໜືອກວ່າໂມເຊ ແລະ ເໜືອກວ່າເດວິດ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍການເປັນປະຈັກພະຍານຂອງພວກເຈົ້າເໜືອກວ່າໂມເຊ ແລະ ຄຳເວົ້າຂອງພວກເຈົ້າຍິ່ງໃຫຍ່ກວ່າເດວິດ. ເຮົາໃຫ້ພວກເຈົ້າເປັນຮ້ອຍເທົ່າ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍໃຫ້ພວກເຈົ້າຕອບແທນເຮົາດັ່ງທີ່ເຮົາໄດ້ກະທຳຕໍ່ພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າເຮົາແມ່ນໜຶ່ງດຽວທີ່ປະທານຊີວິດໃຫ້ແກ່ມະນຸດຊາດ ແລະ ມັນແມ່ນພວກເຈົ້າທີ່ເປັນຜູ້ໄດ້ຮັບຊີວິດຈາກເຮົາ ແລະ ຕ້ອງເປັນພະຍານໃຫ້ກັບເຮົາ. ນີ້ແມ່ນໜ້າທີ່ຂອງພວກເຈົ້າທີ່ເຮົາສົ່ງລົງມາໃຫ້ແກ່ພວກເຈົ້າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດເພື່ອເຮົາ. ເຮົາໄດ້ປະທານສະຫງ່າລາສີຂອງເຮົາທັງໝົດໃຫ້ແກ່ພວກເຈົ້າ, ເຮົາໄດ້ປະທານຊີວິດໃຫ້ແກ່ພວກເຈົ້າ ເຊິ່ງເປັນຊີວິດທີ່ຊາວອິດສະຣາເອນຜູ້ຖືກເລືອກບໍ່ເຄີຍໄດ້ຮັບ. ພວກເຈົ້າຄວນຈະເປັນພະຍານຕໍ່ເຮົາ ແລະ ອຸທິດຄວາມໜຸ່ມຕໍ່ເຮົາ ແລະ ປ່ອຍວາງຊີວິດຂອງພວກເຈົ້າ. ຜູ້ໃດກໍຕາມທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ຄວນເປັນພະຍານໃຫ້ເຮົາ ແລະ ມອບຊີວິດຂອງພວກເຂົາໃຫ້ກັບເຮົາ, ເຮົາໄດ້ກຳນົດສິ່ງນີ້ໄວ້ລ່ວງໜ້າເປັນເວລາດົນນານແລ້ວ. ມັນເປັນໂຊກຊະຕາທີ່ດີຂອງພວກເຈົ້າທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ກັບພວກເຈົ້າ ແລະ ໜ້າທີ່ຂອງພວກເຈົ້າກໍຄືການເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງເຮົາ. ຖ້າຫາກພວກເຈົ້າ ເຊື່ອໃນເຮົາພຽງເພື່ອໃຫ້ໄດ້ຮັບພອນເທົ່ານັ້ນ, ແລ້ວພາລະກິດຂອງເຮົາກໍຈະມີຄວາມສຳຄັນໜ້ອຍທີ່ສຸດ ແລະ ພວກເຈົ້າເອງກໍຈະບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ. ຊາວອິດສະຣາເອນເຫັນພຽງແຕ່ຄວາມເມດຕາ, ຄວາມຮັກ ແລະ ຄວາມຍິ່ງໃຫຍ່ຂອງເຮົາ ແລະ ຊາວຢິວໄດ້ປະຈັກພະຍານພຽງແຕ່ຄວາມອົດທົນ ແລະ ການໄຖ່ບາບຂອງເຮົາ. ພວກເຂົາເຫັນພາລະກິດຂອງພຣະວິນຍານຂອງເຮົາໜ້ອຍຫຼາຍ, ຈົນເຖິງຈຸດທີ່ພວກເຂົາເຂົ້າໃຈພຽງແຕ່ໜຶ່ງໃນສ່ວນສິບພັນຈາກສິ່ງທີ່ພວກເຈົ້າໄດ້ຍິນ ແລະ ເຫັນ. ສິ່ງທີ່ພວກເຈົ້າໄດ້ເຫັນແມ່ນເກີນກວ່າປະໂລຫິດໃຫຍ່ຂອງພວກເຂົາ. ຄວາມຈິງທີ່ພວກເຈົ້າເຂົ້າໃຈໃນປັດຈຸບັນນີ້ແມ່ນເໜືອກວ່າພວກເຂົາ; ສິ່ງທີ່ພວກເຈົ້າໄດ້ເຫັນໃນປັດຈຸບັນນີ້ແມ່ນເກີນກວ່າສິ່ງທີ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ, ພ້ອມດ້ວຍໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບແມ່ນເໜືອກວ່າໂມເຊ ແລະ ເອລີຢາ. ເພາະສິ່ງທີ່ຊາວອິດສະຣາເອນເຂົ້າໃຈແມ່ນ ພຽງແຕ່ພຣະບັນຍັດຂອງພຣະເຢໂຮວາ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງພາບທາງຫຼັງຂອງພຣະເຢໂຮວາ; ສິ່ງທີ່ຊາວຢິວເຂົ້າໃຈແມ່ນພຽງແຕ່ການໄຖ່ບາບຂອງພຣະເຢຊູ, ສິ່ງທີ່ພວກເຂົາໄດ້ຮັບແມ່ນພຽງແຕ່ພຣະຄຸນທີ່ໄດ້ປະທານໃຫ້ໂດຍພຣະເຢຊູ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງແຕ່ຮູບພາບຂອງພຣະເຢຊູພາຍໃນເຮືອນຂອງຊາວຢິວເທົ່ານັ້ນ. ສິ່ງທີ່ພວກເຈົ້າເຫັນໃນມື້ນີ້ແມ່ນສະຫງ່າລາສີຂອງພຣະເຢໂຮວາ, ການໄຖ່ບາບຂອງພຣະເຢຊູ ແລະ ການກະທຳທັງໝົດຂອງເຮົາໃນປັດຈຸບັນ. ແລ້ວເຊັ່ນດຽວກັນ, ເຈົ້າກໍໄດ້ຍິນພຣະທໍາຂອງພຣະວິນຍານຂອງເຮົາ, ຮູ້ຈັກຄຸນຄ່າໃນສະຕິປັນຍາຂອງເຮົາ, ຮູ້ຈັກຄວາມມະຫັດສະຈັນຂອງເຮົາ ແລະ ໄດ້ຮຽນຮູ້ເຖິງອຸປະນິໄສຂອງເຮົາ. ເຮົາຍັງໄດ້ບອກພວກເຈົ້າທັງໝົດກ່ຽວກັບແຜນການຄຸ້ມຄອງຂອງເຮົາ. ສິ່ງທີ່ພວກເຈົ້າໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະເຈົ້າທີ່ມີຄວາມສະຫງ່າງາມ ແລະ ມີຄວາມເມດຕາ, ແຕ່ເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຊອບທຳ. ເຈົ້າໄດ້ເຫັນພາລະກິດທີ່ໜ້າອັດສະຈັນໃຈຂອງເຈົ້າ ແລະ ຮູ້ວ່າເຮົາເຕັມໄປດ້ວຍຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍ. ຍິ່ງໄປກວ່ານັ້ນ, ເຈົ້າຮູ້ວ່າ ໃນຄັ້ງໜຶ່ງເຮົາໄດ້ນໍາເອົາຄວາມໂກດຮ້າຍຂອງເຮົາລົງໃສ່ເຮືອນຂອງອິດສະຣາເອນ ແລະ ໃນມື້ນີ້ ມັນໄດ້ເກີດຂຶ້ນກັບພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈຄວາມເລິກລັບຂອງເຮົາໃນສະຫວັນຫຼາຍກວ່າເອຊາຢາ ແລະ ໂຢຮັນ; ພວກເຈົ້າຮູ້ຈັກຄວາມໜ້າຮັກ ແລະ ຄວາມໜ້າເຄົາລົບຂອງເຮົາຫຼາຍກວ່າໄພ່ພົນທຸກຄົນໃນຍຸກສະໄໝກ່ອນ. ສິ່ງທີ່ພວກເຈົ້າໄດ້ຮັບບໍ່ແມ່ນພຽງແຕ່ຄວາມຈິງຂອງເຮົາ, ວິທີທາງຂອງເຮົາ ແລະ ຊີວິດຂອງເຮົາເທົ່ານັ້ນ, ແຕ່ແມ່ນນິມິດ ແລະ ການເປີດເຜີຍທີ່ຍິ່ງໃຫຍ່ກວ່າຂອງໂຢຮັນ. ພວກເຈົ້າເຂົ້າໃຈຄວາມເລິກລັບອີກຫຼາຍຢ່າງ ແລະ ຍັງໄດ້ເບິ່ງໃບໜ້າທີ່ແທ້ຈິງຂອງເຮົາ; ພວກເຈົ້າຍອມຮັບເອົາການພິພາກສາຂອງເຮົາຫຼາຍຂຶ້ນ ແລະ ຮູ້ຈັກອຸປະນິໄສອັນຊອບທຳຂອງເຮົາຫຼາຍຂຶ້ນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຈົ້າເກີດໃນຍຸກສຸດທ້າຍ, ຄວາມເຂົ້າໃຈຂອງພວກເຈົ້າແມ່ນກ່ຽວກັບສິ່ງກ່ອນໜ້ານັ້ນ ແລະ ສິ່ງທີ່ຢູ່ໃນອະດີດ ແລະ ພວກເຈົ້າຍັງໄດ້ປະສົບກັບສິ່ງຕ່າງໆໃນປັດຈຸບັນນີ້ ແລະ ສິ່ງທັງໝົດນີ້ແມ່ນກະທໍາດ້ວຍຕົວເຮົາເອງ. ສິ່ງທີ່ເຮົາຂໍຈາກພວກເຈົ້າແມ່ນບໍ່ໄດ້ຫຼາຍເກີນຂອບເຂດ, ເພາະວ່າເຮົາໄດ້ໃຫ້ພວກເຈົ້າຫຼາຍກວ່ານັ້ນ ແລະ ພວກເຈົ້າໄດ້ເຫັນຫຼາຍສິ່ງຫຼາຍຢ່າງໃນຕົວເຮົາ. ສະນັ້ນ, ເຮົາຂໍໃຫ້ພວກເຈົ້າຈົ່ງເປັນພະຍານຕໍ່ເຮົາ, ຕໍ່ໄພ່ພົນໃນສະໄໝກ່ອນ ແລະ ນີ້ຄືຫົວໃຈຂອງເຮົາພຽງປາດຖະໜາເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

482. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການອ່ອນນ້ອມຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອອ່ອນນ້ອມຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ອ່ອນນ້ອມຕໍ່ເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກີດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າ ເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະຫຼະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

483. ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດບັນຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະບອກສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປຢ່າງເໝາະສົມໄດ້ແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງແນ່ ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາ ມີຫຼາຍເທົ່າໃດ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ສັບສົນ, ຮ້ອງໄຫ້ຄໍ້າຄວນຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ໂຫຍຫາໃນກາງເວັນ ແລະ ກາງຄືນສຳລັບສິ່ງນັ້ນ ຜູ້ໃດສາມາດຮູ້ຈັກສິ່ງນີ້ໄດ້ຢ່າງສົມບູນ? ແມ່ນແຕ່ໃນມື້ທີ່ແສງສະຫວ່າງເຫຼື້ອມຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກ ຍັງຄົງຖືກກັກຂັງໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປໃນເມື່ອໃດ? ຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ ທີ່ບໍ່ເຄີຍໄດ້ຮັບການພັກສະຫງົບນັ້ນຈັ່ງແມ່ນເປັນຕາຢ້ານແທ້, ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດທີ່ໄຮ້ປານີ ແລະ ປະຫວັດສາດທີ່ແຊ່ແຂງ. ຊັ້ນໃຜທີ່ເຄີຍໄດ້ຍິນສຽງຮ້ອງໄຫ້ຄໍ້າຄວນຂອງພວກເຂົາ? ໃຜໄດ້ເຫັນສະພາວະທີ່ທຸກໃຈຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ບໍ່ມີຄວາມຜິດ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ທ້າຍທີ່ສຸດ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ເຖິງແມ່ນວ່າ ມະນຸດຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກວາງຢາພິດໂດຍຜູ້ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ດ້ວຍຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມກອບກູ້ຜູ້ລອດຊີວິດເຫຼົ່ານີ້ທຸກຄົນບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດຄວາມເຂັ້ມແຂງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເຈົ້າຈະເຂົ້າໃຈການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດແທ້ໆ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະດຳລົງຊີວິດຢ່າງມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ຮັບໃຊ້ພຣະເຈົ້າແທ້ໆ ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

484. ການເປັນພະຍານໃຫ້ແກ່ພຣະເຈົ້າຫຼັກໆແມ່ນເລື່ອງການເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ, ວິທີທີ່ພຣະເຈົ້າເອົາຊະນະຜູ້ຄົນ, ວິທີທີ່ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະອົງປ່ຽນແປງຜູ້ຄົນ; ມັນແມ່ນການເວົ້າເຖິງວິທີທີ່ພຣະອົງນໍາພາຜູ້ຄົນໃຫ້ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ, ເຮັດໃຫ້ພວກເຂົາຖືກເອົາຊະນະ, ຖືກເຮັດໃຫ້ສົມບູນ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງ. ການເປັນພະຍານໝາຍເຖິງການເວົ້າເຖິງພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ເຈົ້າໄດ້ຜະເຊີນ. ມີພຽງແຕ່ພາລະກິດຂອງພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະອົງ ແລະ ມີພຽງແຕ່ພາລະກິດຂອງພຣະອົງທີ່ສາມາດເປີດເຜີຍພຣະອົງສູ່ສາທາລະນະ, ໃນຄວາມເປັນພຣະອົງທັງໝົດ; ພາລະກິດຂອງພຣະອົງເປັນພະຍານໃຫ້ແກ່ພຣະອົງ. ພາລະກິດຂອງພຣະອົງ ແລະ ພຣະຄໍາຂອງພຣະອົງເປັນຕົວແທນໃຫ້ແກ່ພຣະວິນຍານໂດຍກົງ; ພາລະກິດທີ່ພຣະອົງເຮັດແມ່ນຖືກປະຕິບັດໂດຍພຣະວິນຍານ ແລະ ພຣະທຳທີ່ພຣະອົງກ່າວແມ່ນຖືກກ່າວໂດຍພຣະວິນຍານ. ສິ່ງເຫຼົ່ານີ້ພຽງແຕ່ຖືກກ່າວອອກຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງ ພວກມັນແມ່ນການສະແດງອອກຂອງພຣະວິນຍານ. ພາລະກິດທຸກຢ່າງທີ່ພຣະອົງເຮັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວເປັນຕົວແທນໃຫ້ແກ່ທາດແທ້ຂອງພຣະອົງ. ຫຼັງຈາກທີ່ພຣະອົງສວມໃສ່ເນື້ອໜັງ ແລະ ມາຢູ່ທ່າມກາງມະນຸດ, ຖ້າພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດພາລະກິດ ແລະ ຂໍໃຫ້ພວກເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ, ຄວາມເປັນປົກກະຕິຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ, ເຈົ້າຈະສາມາດຮູ້ຈັກບໍ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ແກ່ນແທ້ຂອງພຣະວິນຍານແມ່ນຫຍັງ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ຄຸນລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຫຍັງ? ມັນເປັນພຽງຍ້ອນພວກເຈົ້າໄດ້ຜະເຊີນແຕ່ລະບາດກ້າວໃນພາລະກິດຂອງພຣະອົງ, ພຣະອົງຈຶ່ງຂໍໃຫ້ພວກເຈົ້າເປັນພະຍານໃຫ້ແກ່ພຣະອົງ. ຖ້າພວກເຈົ້າປາສະຈາກປະສົບການດັ່ງກ່າວ, ແລ້ວພຣະອົງຈະບໍ່ຂໍໃຫ້ພວກເຈົ້າເປັນພະຍານ. ສະນັ້ນ ເມື່ອເຈົ້າເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ພຽງແຕ່ເປັນພະຍານເຖິງລັກສະນະພາຍນອກຂອງຄວາມເປັນມະນຸດປົກກະຕິຂອງພຣະອົງ, ແຕ່ຍັງເປັນພະຍານເຖິງພາລະກິດທີ່ພຣະອົງເຮັດ ແລະ ເສັ້ນທາງທີ່ພຣະອົງນໍາພາ; ເຈົ້າຕ້ອງເປັນພະຍານເຖິງວິທີທາງທີ່ເຈົ້າຖືກເອົາຊະນະໂດຍພຣະອົງ ແລະ ໃນດ້ານໃດທີ່ເຈົ້າຖືກເຮັດໃຫ້ສົມບູນ. ນີ້ແມ່ນປະເພດຂອງການເປັນພະຍານທີ່ເຈົ້າຄວນມີ... ເຈົ້າໄດ້ຜະເຊີນກັບການຂ້ຽນຕີ, ການພິພາກສາ, ການຫຼໍ່ຫຼອມ, ການທົດລອງ, ຄວາມລົ້ມເຫຼວ ແລະ ຄວາມລໍາບາກຍາກແຄ້ນ ເທື່ອລະບາດກ້າວ ແລະ ເຈົ້າໄດ້ຖືກເອົາຊະນະ; ເຈົ້າໄດ້ປະວາງຄວາມຄາດຫວັງຈາກເນື້ອໜັງ, ແຮງຈູງໃຈສ່ວນຕົວຂອງເຈົ້າ ແລະ ຜົນປະໂຫຍດສ່ວນຕົວທາງເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍຄື ພຣະທຳຂອງພຣະເຈົ້າໄດ້ເອົາຊະນະຫົວໃຈຂອງເຈົ້າຢ່າງສິ້ນເຊີງ. ເຖິງແມ່ນເຈົ້າບໍ່ໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້ຫຼາຍສໍ່າທີ່ພຣະອົງຮຽກຮ້ອງ, ແຕ່ເຈົ້າກໍຮູ້ທຸກສິ່ງເຫຼົ່ານີ້ ແລະ ເຈົ້າກໍເຊື່ອຢ່າງສິ້ນເຊີງໃນສິ່ງທີ່ພຣະອົງເຮັດ. ສະນັ້ນ ນີ້ຈຶ່ງອາດຖືກເອີ້ນໄດ້ວ່າຄຳພະຍານ, ຄຳພະຍານທີ່ເປັນຈິງ ແລະ ແທ້ຈິງ. ພາລະກິດທີ່ພຣະເຈົ້າໄດ້ມາປະຕິບັດ, ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແມ່ນເພື່ອເອົາຊະນະມະນຸດ, ແຕ່ພຣະອົງຍັງຕ້ອງເຮັດສຳເລັດພາລະກິດຂອງພຣະອົງ, ສິ້ນສຸດຍຸກ ແລະ ປະຕິບັດພາລະກິດແຫ່ງການສິ້ນສຸດ. ພຣະອົງກຳລັງສິ້ນສຸດຍຸກທັງໝົດ, ຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ໄຖ່ມະນຸດຊາດອອກຈາກຄວາມຜິດບາບເປັນຄັ້ງສຸດທ້າຍ; ພຣະອົງກຳລັງຮັບເອົາມະນຸດຊາດທີ່ພຣະອົງສ້າງຂຶ້ນຢ່າງສົມບູນ. ເຈົ້າຄວນເປັນພະຍານເຖິງທຸກສິ່ງນີ້. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ເຈົ້າໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ຜະເຊີນມັນຢ່າງເປັນສ່ວນຕົວ; ເມື່ອເຈົ້າໄດ້ໄປເຖິງຈຸດຈົບຢ່າງແທ້ຈິງ, ເຈົ້າກໍຕ້ອງບໍ່ເປັນຄົນທີ່ບໍ່ສາມາດປະຕິບັດໜ້າທີ່ໆຖືກມອບໝາຍໃຫ້ແກ່ເຈົ້າ. ສິ່ງນັ້ນຊ່າງເປັນຕາສົມເພດແທ້ໆ! ໃນອະນາຄົດ, ເມື່ອຂ່າວປະເສີດຖືກເຜີຍແຜ່, ເຈົ້າກໍຄວນທີ່ຈະສາມາດເວົ້າເຖິງຄວາມຮູ້ຂອງເຈົ້າເອງ, ເປັນພະຍານເຖິງທຸກສິ່ງທີ່ເຈົ້າໄດ້ຮັບໃນຫົວໃຈຂອງເຈົ້າ ແລະ ທຸ້ມເທສຸດກຳລັງ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນບັນລຸ. ແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າ? ແມ່ນຫຍັງຄືຜົນສະທ້ອນຂອງມັນ? ແລ້ວມັນຖືກປະຕິບັດໃນມະນຸດໄດ້ຫຼາຍສໍ່າໃດ? ຜູ້ຄົນຄວນເຮັດຫຍັງ? ເມື່ອພວກເຈົ້າສາມາດເວົ້າຢ່າງຊັດເຈນເຖິງພາລະກິດທັງໝົດທີ່ພຣະເຈົ້າທີ່ບັງເກີດເປັນນະມຸດໄດ້ປະຕິບັດຕັ້ງແຕ່ພຣະອົງມາເຖິງແຜ່ນດິນໂລກ, ແລ້ວຄຳພະຍານຂອງເຈົ້າກໍຈະສົມບູນ. ເມື່ອເຈົ້າສາມາດເວົ້າຢ່າງຊັດເຈນເຖິງຫ້າສິ່ງເຫຼົ່ານີ້: ຄວາມໝາຍຂອງພາລະກິດຂອງພຣະອົງ; ເນື້ອຫາຂອງພາລະກິດນັ້ນ; ແກ່ນແທ້ຂອງພາລະກິດນັ້ນ; ອຸປະນິໄສທີ່ພາລະກິດເປັນຕົວແທນໃຫ້; ແລະ ຫຼັກການຂອງພາລະກິດນັ້ນ, ແລ້ວສິ່ງນີ້ກໍຈະພິສູດວ່າ ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ເຈົ້າມີຄວາມຮູ້ຢ່າງແທ້ຈິງ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ໄດ້ສູງຂະໜາດນັ້ນ ແລະ ສາມາດບັນລຸໄດ້ໂດຍທຸກຄົນທີ່ສະແຫວງຫາຢ່າງແທ້ຈິງ. ຖ້າເຈົ້າຕັ້ງໃຈທີ່ຈະເປັນໜຶ່ງໃນພະຍານຂອງພຣະເຈົ້າ, ເຈົ້າກໍຕ້ອງເຂົ້າໃຈສິ່ງທີ່ພຣະເຈົ້າກຽດຊັງ ແລະ ສິ່ງທີ່ພຣະເຈົ້າຮັກ. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ; ຜ່ານທາງພາລະກິດນີ້, ເຈົ້າຕ້ອງມາຮູ້ຈັກອຸປະນິໄສຂອງພຣະອົງ, ເຂົ້າໃຈເຈດຕະນາຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ໃຊ້ຄວາມຮູ້ນີ້ເພື່ອເປັນພະຍານກ່ຽວກັບພຣະອົງ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)

485. ການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້ານຳມາເຊິ່ງຜົນກຳໄລ ແລະ ປະສົບການຕົວຈິງມາໃຫ້ເຈົ້າ, ສະນັ້ນ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ. ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າຄວນເວົ້າກ່ຽວກັບວ່າພຣະຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນແນວໃດ ແລະ ພຣະອົງໃຊ້ການທົດລອງຫຍັງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ເຈົ້າຍັງຄວນເວົ້າກ່ຽວກັບວ່າຄວາມເສື່ອມຊາມໄດ້ຖືກເປີດເຜີຍໃນປະສົບການຂອງເຈົ້າຫຼາຍປານໃດ, ເຈົ້າໄດ້ທົນທຸກຫຼາຍປານໃດ, ມີຈັກຢ່າງທີ່ເຈົ້າເຮັດເພື່ອຕໍ່ຕ້ານພຣະເຈົ້າ ແລະ ໃນທີ່ສຸດ ເຈົ້າໄດ້ຖືກພຣະເຈົ້າເອົາຊະນະແນວໃດ. ເວົ້າກ່ຽວກັບວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງເຈົ້າຫຼາຍປານໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ເຈົ້າຄວນເອົາເນື້ອແທ້ໃສ່ລົງໃນພາສາປະເພດນີ້ ໂດຍໃສ່ໃນລັກສະນະທີ່ລຽບງ່າຍ. ຢ່າງເວົ້າກ່ຽວກັບທິດສະດີທີ່ຫວ່າງເປົ່າ. ຈົ່ງເວົ້າຕາມຄວາມເປັນຈິງໃຫ້ຫຼາຍຂຶ້ນ; ເວົ້າຈາກໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນສິ່ງຕ່າງໆ. ຢ່າປະກອບຕົວເຈົ້າເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ຫວ່າງເປົ່າເພື່ອພະຍາຍາມອວດອ້າງ; ການເຮັດແບບນັ້ນເຮັດໃຫ້ເຈົ້າເບິ່ງຄືວ່າຂ້ອນຂ້າງອວດດີ ແລະ ໄຮ້ເຫດຜົນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າໃຫ້ຫຼາຍຂຶ້ນ ແລະ ເວົ້າຈາກໃຈໃຫ້ຫຼາຍຂຶ້ນ; ນີ້ເປັນສິ່ງທີເປັນປະໂຫຍດກັບຄົນອື່ນທີ່ສຸດ ແລະ ເໝາະສົມທີ່ສຸດເພື່ອໃຫ້ພວກເຂົາເຫັນ. ພວກເຈົ້າເຄີຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າທີ່ສຸດ, ຜູ້ເຊິ່ງມີແນວໂນ້ມໜ້ອຍທີ່ສຸດທີ່ຈະຍອມຕໍ່ພຣະອົງ, ແຕ່ຕອນນີ້ ເຈົ້າໄດ້ຖືກເອົາຊະນະ, ຢ່າລືມເລື່ອງນັ້ນ. ເຈົ້າຄວນໄຕ່ຕອງ ແລະ ຄິດກ່ຽວກັບເລື່ອງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ຫຼັງຈາກທີ່ຜູ້ຄົນເຂົ້າໃຈພວກມັນຢ່າງຈະແຈ້ງ, ພວກເຂົາຈະຮູ້ວ່າຈະເປັນພະຍານແນວໃດ, ບໍ່ດັ່ງນັ້ນ, ພວກເຂົາກໍມີແນວໂນ້ມທີ່ຈະເຮັດສິ່ງທີ່ໜ້າອັບອາຍ ແລະ ໄຮ້ເຫດຜົນ ເຊິ່ງບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ເປັນການນຳຄວາມອັບອາຍມາສູ່ພຣະເຈົ້າ. ຖ້າປາສະຈາກປະສົບການຕົວຈິງ ແລະ ການເຂົ້າໃຈຄວາມຈິງ, ມັນກໍເປັນໄປບໍ່ໄດ້ທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນໃນພຣະເຈົ້າຈະບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ

486. ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມເຈດຕະນາຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມເດັດດຽວນີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ເຈົ້າເປັນພະຍານໂດຍການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການເຮັດໃຫ້ຜູ້ຄົນຮູ້ຈັກພາລະກິດຂອງພຣະອົງ ແລະ ເຫັນການກະທຳຂອງພຣະອົງ. ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນພຽງການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍເຈດຕະນາຂອງພຣະອົງໃຫ້ກັບເຈົ້າ ແລະ ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະເປັນພະຍານເຖິງວິທີທີ່ພຣະອົງລົງວິໄນ ແລະ ລິຮານເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມໄຕ່ຕອງໃນຕອນນີ້. ຖ້າຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າແມ່ນພຽງແຕ່ເພື່ອ ເຈົ້າຈະໄດ້ມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ແລ້ວມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດຂອງເຈົ້າ. ພວກມັນແມ່ນເພື່ອເຮັດໃຫ້ເຈົ້າສົມບູນດັ່ງຄົນໜຶ່ງທີ່ເປັນພະຍານໃຫ້ແກ່ພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

487. ເຖິງແມ່ນວ່າຄວາມເຊື່ອຂອງເຈົ້າຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດອະທິບາຍເຮົາຢ່າງລະອຽດ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດໃຫ້ຄຳພະຍານຢ່າງຄົບຖ້ວນຕໍ່ຂໍ້ແທ້ຈິງທັງໝົດທີ່ເຈົ້າເຫັນ. ໃຫ້ຄິດລອງເບິ່ງ: ມື້ນີ້ ພວກເຈົ້າສ່ວນໃຫຍ່ປະຖິ້ມໜ້າທີ່ຂອງພວກເຈົ້າ ແລ້ວສະແຫວງຫາເນື້ອໜັງແທນ, ເຮັດໃຫ້ເນື້ອໜັງພໍໃຈ ແລະ ເພີດເພີນກັບເນື້ອໜັງຢ່າງໂລບມາກ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນທຸກສິ່ງທີ່ພວກເຈົ້າໄດ້ເຫັນແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງມາເຖິງເມື່ອເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າກໍ່ຈະສູນເສຍໜ້າທີ່ຂອງສິ່ງຖືກສ້າງ ແລະ ມັນຈະບໍ່ມີຄວາມໝາຍຫຍັງໃນການເປັນຢູ່ຂອງເຈົ້າ. ເຈົ້າຈະບໍ່ມີຄຸນຄ່າໃນການເປັນມະນຸດ. ມັນສາມາດເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼວງຫຼາຍ, ແຕ່ເພາະວ່າ ໃນປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ໃຊ້ແຮງງານຂອງເຈົ້າຢ່າງບໍ່ມີປະສິດທິພາບ, ເມື່ອມັນຮອດເວລາທີ່ເຮົາຕ້ອງຂະຫຍາຍພາລະກິດຂອງເຮົາ, ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວເຈົ້າຈະບໍ່ຖືກບັນທຶກໃນປະຫວັດສາດວ່າເປັນຄົນບາບບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງທີ່ສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ພາລະກິດທັງໝົດຂອງເຮົາໃນປັດຈຸບັນບໍ່ໄດ້ເຮັດຍ້ອນຄວາມຂີ້ຄ້ານ ແລະ ຄວາມເບື່ອໜ່າຍ, ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ມັນບໍ່ແມ່ນວ່າເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ໆ. ເຈົ້າຄວນເຂົ້າໃຈພາລະກິດທີ່ເຮົາເຮັດ; ມັນບໍ່ແມ່ນສິ່ງທີ່ເຮັດໂດຍເດັກນ້ອຍຫຼິ້ນໃນຖະໜົນ, ແຕ່ເປັນພາລະກິດທີ່ເຮັດໃນນາມພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາທີ່ກຳລັງເຮັດພາລະກິດນີ້ດ້ວຍຕົນເອງ; ກົງກັນຂ້າມ, ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ອ່ອນນ້ອມ, ປ່ຽນແປງ ແລະ ເປັນພະຍານຢ່າງເຄັ່ງຄັດ. ສິ່ງທີ່ເຈົ້າຄວນເຂົ້າໃຈຄືເຫດຜົນທີ່ເຈົ້າຄວນເຊື່ອໃນຕົວເຮົາ; ນີ້ແມ່ນຄຳຖາມທີ່ສຳຄັນທີ່ສຸດສຳລັບພວກເຈົ້າແຕ່ລະຄົນທີ່ຈະຕ້ອງເຂົ້າໃຈ. ໂດຍເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະບິດາຂອງເຮົາໄດ້ກຳນົດເຈົ້າທຸກຄົນໄວ້ລ່ວງໜ້າສຳລັບເຮົາ ນັບແຕ່ເວລາທີ່ພຣະອົງຊົງສ້າງໂລກ. ມັນແມ່ນເພື່ອປະໂຫຍດໃນພາລະກິດຂອງເຮົາ ແລະ ເພື່ອເຫັນແກ່ສະຫງ່າລາສີຂອງພຣະອົງ, ພຣະອົງຈຶ່ງໄດ້ກໍານົດເຈົ້າລ່ວງໜ້າ. ມັນເປັນຍ້ອນພຣະບິດາຂອງເຮົາ, ເຈົ້າຈຶ່ງເຊື່ອໃນເຮົາ; ມັນເປັນຍ້ອນການກຳນົດລ່ວງໜ້າຂອງພຣະບິດາຂອງເຮົາ, ເຈົ້າຈຶ່ງຕິດຕາມເຮົາ. ບໍ່ມີສິ່ງໃດທີ່ເຈົ້າເລືອກເຮັດດ້ວຍຕົວເອງ. ສິ່ງທີ່ສຳຄັນໄປກວ່ານັ້ນແມ່ນເຈົ້າຕ້ອງເຂົ້າໃຈວ່າ ເຈົ້າແມ່ນສິ່ງທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາສຳລັບຈຸດປະສົງໃນການເປັນພະຍານໃຫ້ແກ່ເຮົາ. ເພາະພຣະອົງໄດ້ມອບເຈົ້າໃຫ້ແກ່ເຮົາ ພ້ອມທັງລັກສະນະ ແລະ ພຣະທຳທີ່ເຮົາສັ່ງສອນເຈົ້າ, ເພາະມັນແມ່ນໜ້າທີ່ຂອງເຈົ້າທີ່ຈະຕ້ອງປະຕິບັດຕາມແນວທາງຂອງເຮົາ. ນີ້ຄືຈຸດປະສົງເດີມໃນຄວາມເຊື່ອຂອງເຈົ້າໃນເຮົາ. ສະນັ້ນ, ເຮົາຈຶ່ງເວົ້າກັບເຈົ້າແບບນີ້ວ່າ: ເຈົ້າເປັນພຽງຄົນທີ່ພຣະບິດາຂອງເຮົາປະທານໃຫ້ແກ່ເຮົາເພື່ອໃຫ້ປະຕິບັດຕາມແນວທາງຂອງເຮົາ. ເຖິງຢ່າງໃດກໍ່ຕາມ, ເຈົ້າພຽງແຕ່ເຊື່ອໃນຕົວເຮົາເທົ່ານັ້ນ; ເຈົ້າບໍ່ໄດ້ມາຈາກເຮົາເພາະເຈົ້າບໍ່ໄດ້ມາຈາກຄອບຄົວອິດສະຣາເອນ ແລະ ເປັນພັກພວກຂອງງູພິດຈາກຍຸກບູຮານແທນ. ສິ່ງທີ່ເຮົາຂໍໃຫ້ເຈົ້າເຮັດແມ່ນການເປັນພະຍານໃຫ້ເຮົາ, ແຕ່ມື້ນີ້ ເຈົ້າຕິດຕາມແນວທາງຂອງເຮົາ. ທັງໝົດນີ້ກໍ່ແມ່ນເພື່ອເຫັນແກ່ຄຳພະຍານໃນອະນາຄົດ. ຖ້າເຈົ້າເຮັດໜ້າທີ່ເປັນພຽງແຕ່ຄົນທີ່ຮັບຟັງແນວທາງຂອງເຮົາເທົ່ານັ້ນ, ແລ້ວເຈົ້າກໍ່ຈະບໍ່ມີຄຸນຄ່າ ແລະ ຄວາມໝາຍໃນການທີ່ພຣະບິດາຂອງເຮົາໄດ້ປະທານເຈົ້າໃຫ້ແກ່ເຮົາກໍ່ຈະສູນເສຍໄປ. ສິ່ງທີ່ເຮົາຢືນຢັນຢາກບອກເຈົ້າກໍ່ຄື: “ເຈົ້າຄວນຕິດຕາມແນວທາງຂອງເຮົາ”.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?

ກ່ອນນີ້: (XI) ກ່ຽວກັບມີຄວາມຮູ້ກ່ຽວກັບພຣະເຈົ້າ

ຕໍ່ໄປ: (XIII) ກ່ຽວກັບວິທີການຂັບໄລ່ອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້