ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ
ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ ຄໍາອະທິຖານຕໍ່ໜ້າພຣະເຈົ້າ ແລະ ແມ່ນແຕ່ທຸກການກະທໍາຂອງເຈົ້າກໍຈະເປັນສິ່ງທີ່ຕໍ່ຕ້ານພຣະອົງ. ເຈົ້າອາດຈະເປັນຄົນທີ່ເວົ້າອ່ອນໂຍນ ແລະ ມີມາລະຍາດອ່ອນນ້ອມ, ທຸກການກະທໍາ ແລະ ທຸກຖ້ອຍຄໍາຂອງເຈົ້າອາດຈະເບິ່ງຄືຖືກຕ້ອງ ແລະ ເຈົ້າອາດຈະເບິ່ງຄືຄົນທີ່ອ່ອນນ້ອມ ແຕ່ເມື່ອເວົ້າເຖິງເຈດຕະນາຂອງເຈົ້າ ແລະ ຄວາມມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອຕໍ່ພຣະເຈົ້າແລ້ວ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນການຕໍ່ຕ້ານພຣະເຈົ້າ; ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ຊົ່ວຮ້າຍ. ຜູ້ຄົນທີ່ເບິ່ງຄືຄົນເຊື່ອຟັງ ປຽບເໝືອນດັ່ງໂຕແກະ ແຕ່ພັດມີຫົວໃຈທີ່ມີເຈດຕະນາອັນຊົ່ວຮ້າຍ ຜູ້ຄົນເຫຼົ່ານັ້ນກໍເປັນຄືກັບໝາປ່າທີ່ແຕ່ງກາຍເປັນໂຕແກະ. ພວກເຂົາລ່ວງເກີນພຣະເຈົ້າໂດຍກົງ ແລະ ພຣະເຈົ້າຈະບໍ່ລະເວັ້ນພວກເຂົາແມ່ນແຕ່ຄົນດຽວ. ພຣະວິນຍານບໍລິສຸດຈະເປີດເຜີຍພວກເຂົາແຕ່ລະຄົນ ແລະ ສະແດງໃຫ້ທຸກຄົນສາມາດເຫັນວ່າ ພຣະວິນຍານບໍລິສຸດຈະປະຕິເສດຜູ້ຄົນເຫຼົ່ານັ້ນທີ່ໜ້າຊື່ໃຈຄົດຢ່າງແນ່ນອນ. ບໍ່ຕ້ອງກັງວົນ: ພຣະເຈົ້າຈະຈັດການ ແລະ ແກ້ໄຂພວກເຂົາແຕ່ລະຄົນຕາມລໍາດັບ.
ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງໃໝ່ຂອງພຣະເຈົ້າ ແລະ ບໍ່ສາມາດເຂົ້າໃຈທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແລະ ເຈົ້າບໍ່ສະແຫວງຫາແສງສະຫວ່າງນັ້ນ ຫຼື ບໍ່ດັ່ງນັ້ນ ເຈົ້າກໍສົງໄສມັນ, ຕັດສິນມັນ ຫຼື ກວດສອບ ແລະ ວິເຄາະມັນ, ແລ້ວເຈົ້າບໍ່ໄດ້ສົນໃຈທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອແສງສະຫວ່າງຂອງທີ່ນີ້ ແລະ ໃນປັດຈຸບັນນີ້ປາກົດຕົວຂຶ້ນ ຖ້າເຈົ້າຍັງເຊີດຊູແສງສະຫວ່າງຂອງມື້ວານ ແລະ ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ, ແລ້ວເຈົ້າກໍບໍ່ແມ່ນຫຍັງນອກຈາກແມ່ນຄົນທີ່ໄຮ້ເຫດຜົນ ເຈົ້າກໍເປັນໜຶ່ງໃນຄົນທີ່ມີເຈດຕະນາຕໍ່ຕ້ານພຣະເຈົ້າ. ກະແຈສູ່ການອ່ອນນ້ອມຕໍ່ພຣະເຈົ້າແມ່ນການຍອມຮັບແສງສະຫວ່າງໃໝ່ ການທີ່ສາມາດຍອມຮັບເອົາແສງສະຫວ່າງນັ້ນ ແລະ ການນໍາເອົາແສງສະຫວ່າງນັ້ນມາປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນແມ່ນຄວາມອ່ອນນ້ອມທີ່ແທ້ຈິງ. ຜູ້ຄົນທີ່ບໍ່ມີຄວາມປາດຖະໜາຈະສະແຫວງຫາພຣະເຈົ້າແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໂດຍເຈດຕະນາ ແລະ ສາມາດຕໍ່ຕ້ານພຣະເຈົ້າເທົ່ານັ້ນ ເຊິ່ງເປັນມາຈາກຄວາມບໍ່ພໍໃຈຂອງພວກເຂົາກັບສິ່ງທີ່ເປັນຢູ່. ການທີ່ມະນຸດບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າກໍຍ້ອນວ່າເຂົາຖືກຄອບງຳໂດຍສິ່ງທີ່ມາກ່ອນໜ້າ. ສິ່ງທີ່ມາກ່ອນໜ້າໄດ້ເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ໄດ້ກາຍເປັນລັກສະນະຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ສະນັ້ນ ສິ່ງທີ່ພວກເຂົາເຊື່ອແມ່ນແນວຄວາມຄິດຂອງພວກເຂົາເອງ ແລະ ມາດຕະຖານໃນຈິນຕະນາການຂອງພວກເຂົາເອງ. ຖ້າເຈົ້າສົມທຽບພຣະເຈົ້າທີ່ເຮັດພາລະກິດຕົວຈິງໃນປັດຈຸບັນ ກັບພຣະເຈົ້າຈາກຈິນຕະນາການຂອງເຈົ້າເອງ ແລ້ວຄວາມເຊື່ອຂອງເຈົ້າແມ່ນມາຈາກຊາຕານ ແລະ ເປິເປື້ອນໄປດ້ວຍຄວາມມັກຂອງເຈົ້າເອງ, ພຣະເຈົ້າບໍ່ໄດ້ຕ້ອງການຄວາມເຊື່ອແບບນີ້. ບໍ່ວ່າຄຸນສົມບັດຂອງພວກເຂົາຈະສູງສົ່ງສໍ່າໃດ, ບໍ່ວ່າພວກເຂົາຈະມີການອຸທິດຕົນ, ເຖິງແມ່ນວ່າພວກເຂົາໄດ້ອຸທິດຄວາມພະຍາຍາມຕະຫຼອດຊີວິດຕໍ່ພາລະກິດຂອງພຣະອົງ ແລະ ໄດ້ຍອມເສຍສະຫຼະເພື່ອຄວາມເຊື່ອຂອງພວກເຂົາ, ພຣະເຈົ້າກໍຈະບໍ່ຍອມຮັບເອົາຄົນທີ່ມີຄວາມເຊື່ອແບບນີ້. ພຣະອົງມີແຕ່ມອບຄວາມກະລຸນາພຽງເລັກນ້ອຍໃຫ້ແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາມີຄວາມສຸກກັບສິ່ງນັ້ນພຽງຊົ່ວຄາວ. ຜູ້ຄົນແບບນີ້ບໍ່ສາມາດເອົາຄວາມຈິງມາປະຕິບັດໄດ້. ພຣະວິນຍານບໍລິສຸດຈະບໍ່ດໍາເນີນພາລະກິດພາຍໃນຕົວພວກເຂົາ ແລະ ພຣະເຈົ້າກໍຈະກໍາຈັດພວກເຂົາແຕ່ລະຄົນຕາມລຳດັບ. ບໍ່ວ່າພວກເຂົາຈະເຖົ້າ ຫຼື ໜຸ່ມ ຜູ້ຄົນເຫຼົ່ານັ້ນທີ່ບໍ່ອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາ ແລະ ມີເຈດຕະນາທີ່ຜິດ ແມ່ນຜູ້ຄົນທີ່ຕໍ່ຕ້ານ ແລະ ຂັດຂວາງ ແລະ ຜູ້ຄົນດັ່ງກ່າວຈະຖືກກຳຈັດໂດຍພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຜູ້ທີ່ບໍ່ມີຄວາມອ່ອນນ້ອມຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ, ຜູ້ທີ່ຮັບຮູ້ພຽງແຕ່ຊື່ຂອງພຣະອົງ ແລະ ຜູ້ທີ່ມີຄວາມຮູ້ສຶກບາງຢ່າງກ່ຽວກັບຄວາມກະລຸນາ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ ແຕ່ບໍ່ເດີນຕາມບາດກ້າວຂອງພຣະວິນຍານບໍລິສຸດ ແລະ ບໍ່ອ່ອນນ້ອມຕໍ່ພາລະກິດປັດຈຸບັນ ແລະ ພຣະທໍາຂອງພຣະວິນຍານບໍລິສຸດ, ຜູ້ຄົນດັ່ງກ່າວແມ່ນດໍາລົງຊີວິດຢູ່ທ່າມກາງຄວາມເມດຕາຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຖືກຮັບ ຫຼື ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນຜ່ານການອ່ອນນ້ອມຂອງພວກເຂົາ, ຜ່ານການກິນຂອງພວກເຂົາ, ການດື່ມ ແລະ ຜ່ານການຊື່ນຊົມກັບພຣະທໍາຂອງພຣະເຈົ້າ ແລະ ຜ່ານຄວາມທຸກທໍລະມານ ແລະ ການຫຼໍ່ຫຼອມໃນຊີວິດຂອງພວກເຂົາ. ຜ່ານຄວາມເຊື່ອແບບນີ້ເທົ່ານັ້ນ ອຸປະນິໄສຂອງຜູ້ຄົນຈຶ່ງຈະສາມາດປ່ຽນແປງໄດ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈະສາມາດມີເອົາຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ການບໍ່ພໍໃຈກັບການມີຊີວິດທ່າມກາງຄວາມກະລຸນາຂອງພຣະເຈົ້າ, ການປາຖະໜາຢ່າງຫ້າວຫັນ ແລະ ການຄົ້ນຫາຄວາມຈິງ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ, ນີ້ຄືຄວາມໝາຍໃນການອ່ອນນ້ອມຕໍ່ພຣະເຈົ້າຢ່າງມີສະຕິ ແລະ ນີ້ແມ່ນປະເພດຂອງຄວາມເຊື່ອທີ່ພຣະອົງຕ້ອງການແທ້ໆ. ຜູ້ຄົນທີ່ບໍ່ເຮັດຫຍັງນອກຈາກຊື່ນຊົມກັບຄວາມກະລຸນາຂອງພຣະເຈົ້າແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນແບບ ຫຼື ຖືກປ່ຽນແປງໄດ້; ແລະ ຄວາມອ່ອນນ້ອມ, ຄວາມກະຕັນຍູ, ຄວາມຮັກ ແລະ ຄວາມອົດທົນຂອງພວກເຂົາແມ່ນລ້ວນແລ້ວແຕ່ຢູ່ໃນຜິວເຜີນເທົ່ານັ້ນ. ຜູ້ທີ່ພຽງແຕ່ຊື່ນຊົມກັບຄວາມເມດຕາຂອງພຣະເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນແຕ່ເມື່ອພວກເຂົາຮູ້ຈັກພຣະເຈົ້າ, ຄວາມຮູ້ຂອງພວກເຂົາກໍຈະມີພຽງຜິວເຜີນ ແລະ ພວກເຂົາຈະເວົ້າປະມານວ່າ “ພຣະເຈົ້າຮັກມະນຸດ” ຫຼື “ພຣະເຈົ້າເຫັນອົກເຫັນໃຈມະນຸດ”. ສິ່ງນີ້ບໍ່ໄດ້ເປັນຕົວແທນໃຫ້ແກ່ຊີວິດຂອງມະນຸດ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເມື່ອພຣະທໍາຂອງພຣະເຈົ້າຫຼໍ່ຫຼອມພວກເຂົາ ຫຼື ເມື່ອການທົດລອງຂອງພຣະອົງມາເຖິງພວກເຂົາ, ຖ້າຜູ້ຄົນຍັງບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ, ກົງກັນຂ້າມ ຖ້າພວກເຂົາຍັງສົງໄສ ແລະ ຍັງລົ້ມຢູ່, ແລ້ວ ພວກເຂົາບໍ່ໄດ້ອ່ອນນ້ອມແມ່ນແຕ່ໜ້ອຍດຽວ. ພາຍໃນພວກເຂົາແມ່ນມີກົດລະບຽບ ແລະ ຂໍ້ຈຳກັດຫຼາຍຢ່າງກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ປະສົບການເກົ່າໆທີ່ເປັນຜົນມາຈາກຄວາມເຊື່ອເປັນເວລາຫຼາຍປີ ຫຼື ກົດລະບຽບທີ່ຫຼາກຫຼາຍແມ່ນອີງໃສ່ພຣະຄໍາພີ. ຜູ້ຄົນແບບນີ້ຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ຜູ້ຄົນເຫຼົ່ານີ້ແມ່ນເຕັມໄປດ້ວຍສິ່ງທີ່ເປັນມະນຸດ, ພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ແນວໃດ? “ຄວາມອ່ອນນ້ອມ” ຂອງພວກເຂົາແມ່ນອີງຕາມຄວາມມັກສ່ວນຕົວ, ພຣະເຈົ້າຕ້ອງການຄວາມອ່ອນນ້ອມແບບນີ້ບໍ? ນີ້ບໍ່ແມ່ນການອ່ອນນ້ອມຕໍ່ພຣະເຈົ້າ ແຕ່ເປັນການຍຶດຕິດກົດລະບຽບ; ມັນເປັນການເຮັດໃຫ້ຕົນເອງພໍໃຈ ແລະ ການເອົາໃຈຕົນເອງ. ຖ້າເຈົ້າເວົ້າວ່າ ນີ້ແມ່ນການອ່ອນນ້ອມຕໍ່ພຣະເຈົ້າ, ມັນບໍ່ແມ່ນການດູໝິ່ນພຣະອົງບໍ? ເຈົ້າແມ່ນຟາໂຣຂອງຊາວອີຢິບ. ເຈົ້າໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍ ແລະ ເຈົ້າໄດ້ຮ່ວມໃນພາລະກິດເພື່ອຕໍ່ຕ້ານພຣະເຈົ້າຢ່າງຊັດເຈນ, ພຣະເຈົ້າຕ້ອງການໃຫ້ເຈົ້າຮັບໃຊ້ແບບນີ້ບໍ? ທາງທີ່ດີທີ່ສຸດ ເຈົ້າຄວນຟ້າວກັບໃຈ ແລະ ພະຍາຍາມມີຄວາມຮູ້ຈັກບາງຢ່າງກ່ຽວກັບຕົນເອງ. ຖ້າເຮັດບໍ່ໄດ້ ເຈົ້າກໍ່ຄວນຍ່າງຈາກໄປຈາກເຮືອນ; ສິ່ງນັ້ນຈະເປັນຜົນດີຕໍ່ເຈົ້າຫຼາຍກວ່າການທີ່ເຈົ້າຈະມາອ້າງຕົວຮັບໃຊ້ພຣະເຈົ້າ. ເຈົ້າຈະບໍ່ໄດ້ຂັດຂວາງ ແລະ ລົບກວນ; ເຈົ້າຈະຮູ້ຈັກສະຖານະຂອງເຈົ້າ ແລະ ມີຊີວິດຢ່າງສຸກສະບາຍ, ນັ້ນຈະບໍ່ດີກວ່າບໍ? ແລ້ວເຈົ້າກໍຈະບໍ່ຖືກລົງໂທດທີ່ຕໍ່ຕ້ານພຣະເຈົ້າ!