ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ
ເມື່ອຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຂົາກໍສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍຫົວໃຈຂອງພວກເຂົາ ແລະ ດ້ວຍວິທີດັ່ງກ່າວຈຶ່ງໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ພວກເຂົາໃຊ້ຫົວໃຈຂອງພວກເຂົາເພື່ອພົວພັນກັບພຣະທຳຂອງພຣະເຈົ້າ ແລ້ວໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະອົງ. ຖ້າເຈົ້າປາຖະໜາທີ່ຈະໃຊ້ຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງຈະສາມາດພັດທະນາຊີວິດຝ່າຍວິນຍານທີ່ປົກກະຕິເທື່ອລະໜ້ອຍ. ຖ້າໃນຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ, ພວກເຂົາບໍ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະອົງ, ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ປະຕິບັດຕໍ່ພາລະຂອງພຣະອົງເປັນດັ່ງພາລະຂອງພວກເຂົາເອງ, ແລ້ວທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ, ເປັນການກະທຳທີ່ປົກກະຕິຂອງຄົນທີ່ເຊື່ອຖືສາສະໜາ ແລະ ມັນຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້, ພວກເຂົາສາມາດເຮັດໜ້າທີ່ເປັນສິ່ງປະກອບສຳລັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຄົນເຫຼົ່ານີ້ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ, ພວກເຂົາເປັນຕົວຍຶດ ແລະ ພວກເຂົາເປັນຂີ້ເຫຍື້ອ ແລະ ພຣະເຈົ້າບໍ່ນໍາໃຊ້ພວກເຂົາ. ບໍ່ພຽງແຕ່ບໍ່ມີໂອກາດທີ່ພາລະກິດຂອງພຣະວິນຍານບໍລິສຸດຈະເຮັດພາລະກິດໃນພວກເຂົາ, ບໍ່ມີຄຸນຄ່າໃນການເຮັດໃຫ້ພວກເຂົາສົມບູນແບບເລີຍ. ຄົນປະເພດນີ້ຊາກສົບຍ່າງໄດ້ແທ້ໆ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້, ພວກເຂົາຖືກຄອບງໍາທັງໝົດ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະໂຍນຄົນເຫຼົ່ານີ້ອອກໃຫ້ໝົດ. ເມື່ອພຣະວິນຍານບໍລິສຸດນໍາໃຊ້ຜູ້ຄົນໃນມື້ນີ້, ພຣະອົງບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງເຮັດໃຫ້ສົມບູນ ແລະ ປ່ຽນແປງສ່ວນຕ່າງໆຂອງພວກເຂົາທີ່ບໍ່ເປັນປະໂຫຍດ. ຖ້າເຈົ້າສາມາດຖອກເທຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ສະຫງົບຕໍ່ໜ້າພຣະອົງ, ແລ້ວເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ແລະ ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກຜ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າຈະສາມາດໄດ້ຮັບທາງເຂົ້າທີ່ເລິກຊຶ້ງຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ໃນລະດັບທີ່ສູງຂຶ້ນ; ໃນທາງລົບ, ເຈົ້າຈະມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມບົກຜ່ອງ ແລະ ຂໍ້ຜິດພາດຂອງເຈົ້າ ແລະ ເຈົ້າຈະຊອກຫາຫຼາຍຂຶ້ນ ແລະ ສະແຫວງຫາຫຼາຍຂຶ້ນເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ຂີ້ຄ້ານ ເຈົ້າຈະສາມາດກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ສະແດງວ່າເຈົ້າເປັນຄົນຖືກຕ້ອງ. ໂດຍສັນນິດຖານວ່າ ຫົວໃຈຂອງເຈົ້າຍັງຄົງສະຫງົບຕໍ່ໜ້າພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະໄດ້ຮັບຄໍາຍົກຍ້ອງຈາກພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ເຈົ້າຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນກັບວ່າເຈົ້າກ້າວເຂົ້າສູ່ຢ່າງຫ້າວຫັນ ຫຼື ບໍ່. ເມື່ອພຣະວິນຍານບໍລິສຸດມອບແສງສະຫວ່າງໃຫ້ແກ່ຜູ້ຄົນ ແລະ ນໍາໃຊ້ພວກເຂົາ, ພຣະອົງຈະບໍ່ເຮັດໃຫ້ພວກເຂົາຄິດລົບ, ພຣະອົງຈະເຮັດໃຫ້ພວກເຂົາກ້າວໜ້າຢ່າງຫ້າວຫັນຢູ່ສະເໝີ. ແລ້ວເມື່ອພຣະອົງເຮັດເຊັ່ນນີ້, ຜູ້ຄົນຍັງມີຈຸດອ່ອນ ແຕ່ພວກເຂົາບໍ່ດຳລົງຊີວິດຕາມສິ່ງເຫຼົ່ານັ້ນ. ພວກເຂົາບໍ່ໄດ້ປ່ອຍວາງຄວາມກ້າວໜ້າໃນຊີວິດຂອງພວກເຂົາ ແລະ ພວກເຂົາສືບຕໍ່ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ຄືມາດຕະຖານ. ຖ້າເຈົ້າສາມາດບັນລຸສິ່ງນີ້ ມັນກໍພິສູດວ່າ ເຈົ້າໄດ້ຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ. ຖ້າຄົນໃດຄົນໜຶ່ງຄິດລົບຢູ່ສະເໝີ ແລະ ເຖິງແມ່ນວ່າຫຼັງຈາກຄົນນັ້ນໄດ້ຮັບຄວາມສະຫວ່າງ ແລະ ມາຮູ້ຈັກຕົນເອງ, ຖ້າພວກເຂົາຍັງຄິດລົບ ແລະ ຢູ່ຊື່ໆ ແລະ ພວກເຂົາບໍ່ສາມາດລຸກຂຶ້ນ ແລະ ເຮັດວຽກກັບພຣະເຈົ້າ, ແລ້ວພວກເຂົາພຽງແຕ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແລະ ພຣະວິນຍານບໍລິສຸດບໍ່ໄດ້ຢູ່ກັບພວກເຂົາ. ສະພາວະລົບໆຂອງພວກເຂົາໝາຍຄວາມວ່າຫົວໃຈຂອງພວກເຂົາຍັງບໍ່ໄດ້ຫັນເຂົ້າຫາພຣະເຈົ້າ ແລະ ວິນຍານຂອງພວກເຂົາກໍບໍ່ໄດ້ຮັບການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ທຸກຄົນຄວນຮັບຮູ້ທຸກສິ່ງນີ້.
ຜ່ານປະສົບການ, ມັນສາມາດເຫັນໄດ້ວ່າການສະຫງົບຫົວໃຈຂອງຄົນໆໜຶ່ງຕໍ່ໜ້າພຣະເຈົ້າຄືສິ່ງທີ່ສໍາຄັນທີ່ສຸດ. ມັນກ່ຽວຂ້ອງກັບບັນຫາໃນຊີວິດຝ່າຍວິນຍານຂອງຜູ້ຄົນ ແລະ ຄວາມກ້າວໜ້າໃນຊີວິດ. ການທີ່ເຈົ້າສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສຈະພຽງແຕ່ເກີດໝາກຜົນ ຖ້າຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ສິ່ງນັ້ນເປັນຍ້ອນເຈົ້າໄດ້ເຂົ້າມາຢູ່ຕໍ່ໜ້າພຣະອົງທີ່ເປັນພາລະ, ເພາະເຈົ້າຮູ້ສຶກຢູ່ສະເໝີວ່າເຈົ້າກຳລັງຂາດໃນຫຼາຍທາງ, ມີຄວາມຈິງຫຼາຍປະການທີ່ເຈົ້າຈຳເປັນຕ້ອງຮູ້, ມີຄວາມເປັນຈິງຫຼາຍຢ່າງທີ່ເຈົ້າຈຳເປັນຕ້ອງໄດ້ສໍາຜັດ ແລະ ເຈົ້າຄວນສະແດງຄວາມຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ; ສິ່ງເຫຼົ່ານີ້ຢູ່ໃນຄວາມຄິດຂອງເຈົ້າຢູ່ຕະຫຼອດ, ມັນຮູ້ສຶກຄືກັບວ່າພວກມັນກໍາລັງເຕັງເຈົ້າລົງຈົນຫາຍໃຈບໍ່ອອກ ແລ້ວດ້ວຍເຫດນັ້ນເຈົ້າຈຶ່ງຮູ້ສຶກໜັກໃຈ (ແຕ່ເຈົ້າບໍ່ໄດ້ຢູ່ໃນສະພາວະລົບໆ). ມີແຕ່ຄົນເຊັ່ນນີ້ເທົ່ານັ້ນຈຶ່ງມີຄຸນສົມບັດທີ່ຈະຍອມຮັບເອົາຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ແລະ ການດົນໃຈຈາກພຣະວິນຍານຂອງພຣະເຈົ້າ. ມັນເປັນຍ້ອນພາລະຂອງພວກເຂົາ, ເພາະພວກເຂົາໜັກໃຈ ແລະ ມັນສາມາດເວົ້າໄດ້ວ່າ ຍ້ອນລາຄາທີ່ພວກເຂົາໄດ້ຈ່າຍ ແລະ ຄວາມທຸກທໍລະມານທີ່ພວກເຂົາໄດ້ຜ່ານຜ່າຕໍ່ໜ້າພຣະເຈົ້າ ພວກເຂົາຈຶ່ງໄດ້ຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ. ເພາະວ່າພຣະເຈົ້າບໍ່ໄດ້ປະຕິບັດຢ່າງພິເສດຕໍ່ບຸກຄົນໃດ. ພຣະອົງຍຸຕິທໍາໃນການປະຕິບັດຕໍ່ຜູ້ຄົນສະເໝີ ແລະ ພຣະອົງບໍ່ໄດ້ໃຫ້ພອນຕໍ່ຜູ້ຄົນຢ່າງບໍ່ມີເຫດຜົນ ຫຼື ເງື່ອນໄຂ. ນີ້ແມ່ນລັກສະນະອຸປະນິໄສໜຶ່ງທີ່ຊອບທໍາຂອງພຣະເຈົ້າ. ໃນຊີວິດຈິງ, ຄົນສ່ວນໃຫຍ່ບໍ່ທັນໄດ້ບັນລຸອານາເຂດນີ້. ຢ່າງໜ້ອຍທີ່ສຸດ, ຫົວໃຈຂອງພວກເຂົາກໍຍັງບໍ່ທັນຫັນເຂົ້າຫາພຣະເຈົ້າຢ່າງສົມບູນ, ສະນັ້ນຈຶ່ງຍັງບໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງໃດໆເລີຍໃນຊີວິດ-ອຸປະນິໄສຂອງພວກເຂົາ. ນີ້ເປັນຍ້ອນພວກເຂົາອາໄສຢູ່ໃນພຣະຄຸນຂອງພຣະເຈົ້າເທົ່ານັ້ນ ແລະ ພວກເຂົາຍັງບໍ່ທັນໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເກນເງື່ອນໄຂທີ່ຜູ້ຄົນຕ້ອງບັນລຸເພື່ອຖືກພຣະເຈົ້າໃຊ້ແມ່ນເປັນດັ່ງນີ້: ຫົວໃຈຂອງພວກເຂົາຕ້ອງຫັນເຂົ້າຫາພຣະເຈົ້າ, ພວກເຂົາຕ້ອງແບກຫາບເອົາພາລະແຫ່ງພຣະທໍາຂອງພຣະອົງ, ພວກເຂົາມີຫົວໃຈທີ່ສະແຫວງຫາ ແລະ ພວກເຂົາຕ້ອງຕັ້ງໃຈທີ່ຈະສະແຫວງຫາຄວາມຈິງ. ມີພຽງຄົນເຫຼົ່ານີ້ເທົ່ານັ້ນຈຶ່ງຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງໄດ້ຢູ່ເລື້ອຍໆ. ຢູ່ພາຍນອກ, ຄົນທີ່ພຣະເຈົ້າໃຊ້ປະໂຫຍດປາກົດຄືກັບວ່າຂາດເຫດຜົນ ແລະ ຄວາມສໍາພັນທີ່ປົກກະຕິກັບຄົນອື່ນ, ແຕ່ວ່າພວກເຂົາເວົ້າຢ່າງລະມັດລະວັງ, ຢ່າງເໝາະສົມ ແລະ ສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ. ນີ້ຄືຄົນປະເພດທີ່ຄູ່ຄວນຈະຖືກພຣະວິນຍານບໍລິສຸດນໍາໃຊ້ຢ່າງແນ່ນອນ. ຄົນເຫຼົ່ານີ້ທີ່ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງນີ້ ເບິ່ງຄືວ່າບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ ແລະ ພວກເຂົາບໍ່ສົນໃຈຄວາມຮັກພາຍນອກ ຫຼື ການປະຕິບັດພາຍນອກ, ແຕ່ເມື່ອພວກເຂົາໂອ້ລົມເລື່ອງຝ່າຍວິນຍານ ພວກເຂົາສາມາດເປີດຫົວໃຈຂອງພວກເຂົາ ແລະ ຈັດໃຫ້ຄວາມສະຫວ່າງ ແລະ ແສງເຍືອງທາງໃຫ້ຄົນອື່ນຢ່າງບໍ່ເຫັນແກ່ຕົວ ເຊິ່ງພວກເຂົາໄດ້ຮັບຈາກປະສົບການຕົວຈິງຂອງພວກເຂົາຕໍ່ໜ້າພຣະເຈົ້າ. ນັ້ນແມ່ນວິທີທີ່ພວກເຂົາສະແດງຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະອົງ. ເມື່ອຄົນອື່ນປ້ອຍດ່າ ແລະ ເຍາະເຍີ້ຍພວກເຂົາ, ພວກເຂົາກໍຫຼີກລ່ຽງຈາກການໄດ້ຮັບອິດທິພົນຈາກຄົນ, ເລື່ອງ ຫຼື ສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ຍັງສະຫງົບຕໍ່ໜ້າພຣະເຈົ້າ. ມັນເບິ່ງຄືກັບວ່າພວກເຂົາມີຄວາມເຂົ້າໃຈທີ່ພິເສດຂອງພວກເຂົາເອງ. ບໍ່ວ່າຄົນອື່ນຈະເຮັດແນວໃດກໍຕາມ, ຫົວໃຈຂອງພວກເຂົາບໍ່ເຄີຍປະຖິ້ມພຣະເຈົ້າ. ເມື່ອຄົນອື່ນເວົ້າ ແລະ ຫົວຂວັນ, ຫົວໃຈຂອງພວກເຂົາກໍຍັງຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕຶກຕອງພຣະທໍາຂອງພຣະອົງ ຫຼື ອະທິຖານຫາພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງງຽບໆ, ສະແຫວງຫາເຈດຕະນາຂອງພຣະອົງ. ຄົນເຫຼົ່ານີ້ບໍ່ເຄີຍໃຫ້ຄວາມສໍາຄັນກັບການຮັກສາຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນ ແລະ ພວກເຂົາເບິ່ງຄືກັບວ່າບໍ່ມີປັດຊະຍາສຳລັບການດຳລົງຊີວິດ. ພວກເຂົາປາກົດວ່າສົດໃສ, ເປັນຕາຮັກແພງ ແລະ ໄຮ້ດຽງສາ, ແຕ່ພວກເຂົາຍັງມີຄວາມສະຫງົບພໍສົມຄວນ. ນີ້ແມ່ນລັກສະນະຂອງຄົນປະເພດທີ່ພຣະເຈົ້ານໍາໃຊ້. ສິ່ງຕ່າງໆ ເຊັ່ນ: ປັດຊະຍາສໍາລັບການດໍາລົງຊີວິດ ຫຼື “ເຫດຜົນປົກກະຕິ” ພຽງແຕ່ບໍ່ສາມາດໃຊ້ໄດ້ກັບຄົນປະເພດນີ້. ພວກເຂົາໄດ້ຖອກເທຫົວໃຈທັງໝົດຂອງພວກເຂົາໃຫ້ພຣະທໍາຂອງພຣະເຈົ້າແລ້ວ ແລະ ພວກເຂົາເບິ່ງຄືວ່າ ມີແຕ່ພຣະເຈົ້າເທົ່ານັ້ນຢູ່ໃນຫົວໃຈຂອງພວກເຂົາ. ຄົນປະເພດນີ້ເປັນຄົນທີ່ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງ ແລະ ມັນເປັນຄົນປະເພດນີ້ແທ້ໆທີ່ພຣະເຈົ້ານໍາໃຊ້. ເຄື່ອງໝາຍຂອງຄົນທີ່ພຣະເຈົ້ານໍາໃຊ້ມີລັກສະນະຄື: ບໍ່ວ່າຢູ່ເມື່ອໃດ ຫຼື ຢູ່ໃສກໍຕາມ, ຫົວໃຈຂອງພວກເຂົາຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ບໍ່ວ່າຄົນອື່ນອາດເຖິງວ່າຄົນອື່ນຈະໝົກໝົ້ນໃນກິເລດຕັນຫາ ແລະ ຝ່າຍເນື້ອໜັງຫຼາຍປານໃດກໍຕາມ, ຫົວໃຈຂອງຄົນນີ້ກໍບໍ່ເຄີຍປະຖິ້ມພຣະເຈົ້າ ແລະ ພວກເຂົາບໍ່ຕິດຕາມຝູງຊົນ. ມີແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ຄົນປະເພດນີ້ເທົ່ານັ້ນຈຶ່ງຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນ. ຖ້າເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້, ແລ້ວເຈົ້າກໍບໍ່ມີຄຸນສົມບັດທີ່ຈະຖືກຮັບໂດຍພຣະເຈົ້າ ຫຼື ຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນ.
ຖ້າເຈົ້າຢາກສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ຫົວໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ; ໂດຍຖືເອົາສິ່ງນີ້ເປັນພື້ນຖານ ແລ້ວເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນເຊັ່ນກັນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ, ແລ້ວບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນຂອງເຈົ້າກັບຄົນອື່ນ, ບໍ່ວ່າເຈົ້າຈະເຮັດວຽກໜັກສໍ່າໃດ ຫຼື ບໍ່ວ່າເຈົ້າຈະທຸ້ມເທກຳລັງຫຼາຍສໍ່າໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາຂອງມະນຸດສຳລັບການດຳລົງຊີວິດ. ເຈົ້າຈະປົກປ້ອງຕໍາແໜ່ງຂອງເຈົ້າຢູ່ທ່າມກາງຜູ້ຄົນ ແລະ ຮັກສາການຍົກຍ້ອງຂອງພວກເຂົາຜ່ານທັດສະນະຂອງມະນຸດ ແລະ ປັດຊະຍາຂອງມະນຸດ, ແທນທີ່ຈະສ້າງຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິຕາມພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຜູ້ຄົນ ແລະ ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າແທນ, ຖ້າເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ, ແລ້ວຄວາມສໍາພັນລະຫວ່າງບຸກຄົນຂອງເຈົ້າກໍຈະເປັນປົກກະຕິຢ່າງທໍາມະຊາດ. ແລ້ວຄວາມສໍາພັນເຫຼົ່ານີ້ຈະບໍ່ຖືກສ້າງຂຶ້ນບົນພື້ນຖານຂອງເນື້ອໜັງ, ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ. ເຈົ້າຈະເກືອບບໍ່ມີປະຕິກິລິຍາໃດໆທາງຝ່າຍເນື້ອໜັງກັບຄົນອື່ນ, ແຕ່ໃນລະດັບຝ່າຍວິນຍານແມ່ນຈະເປັນການໂອ້ລົມ ແລະ ຄວາມຮັກທີ່ມີຮ່ວມກັນ, ຄວາມປອບໃຈ ແລະ ການຈັດໃຫ້ລະຫວ່າງພວກເຈົ້າ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຄວາມປາຖະໜາທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ດຳເນີນໄປຜ່ານປັດຊະຍາຂອງມະນຸດສຳລັບການດຳລົງຊີວິດ, ພວກມັນຖືກສ້າງຂຶ້ນໂດຍເປັນທຳມະຊາດເມື່ອຄົນໃດໜຶ່ງແບກຮັບພາລະສຳລັບພຣະເຈົ້າ. ພວກເຂົາບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມຂອງມະນຸດທີ່ປະດິດຂຶ້ນຈາກເຈົ້າ, ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກການແຫ່ງພຣະທໍາຂອງພຣະເຈົ້າ. ເຈົ້າເຕັມໃຈທີ່ຈະພິຈາລະນາຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ຕໍ່ໜ້າພຣະອົງບໍ? ເຈົ້າເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າທັງໝົດໃຫ້ກັບພຣະເຈົ້າບໍ ແລະ ໂຍນຖິ້ມຕໍາແໜ່ງຂອງເຈົ້າຢູ່ທ່າມກາງຄົນອື່ນ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມກັນບໍ? ຄວາມສໍາພັນຂອງເຈົ້າກັບຄົນອື່ນດຳເນີນໄປຕາມປັດຊະຍາສຳລັບການດຳລົງຊີວິດ ຫຼື ພວກມັນຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກພຣະເຈົ້າ? ເມື່ອຜູ້ຄົນບໍ່ມອບໃຈໃຫ້ກັບພຣະເຈົ້າ, ວິນຍານຂອງພວກເຂົາເລີ່ມຂີ້ຄ້ານ, ມຶນຊາ ແລະ ຂາດສະຕິ. ຄົນປະເພດນີ້ຈະບໍ່ມີມື້ເຂົ້າໃຈພຣະທໍາຂອງພຣະເຈົ້າ, ພວກເຂົາຈະບໍ່ມີມື້ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ແລະ ພວກເຂົາຈະບໍ່ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາຈັກເທື່ອ. ການປ່ຽນແປງອຸປະນິໄສຂອງຄົນຜູ້ໜຶ່ງແມ່ນຂະບວນການມອບໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າຢ່າງສົມບູນ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະອົງ. ພາລະກິດຂອງພຣະເຈົ້າເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ຄວາມຈິງຢ່າງຫ້າວຫັນ ແລະ ມັນເຮັດໃຫ້ພວກເຂົາສາມາດປະຖິ້ມສິ່ງບໍ່ດີຈາກພວກເຂົາເອງ ຫຼັງຈາກທີ່ໄດ້ຮັບຄວາມຮູ້ກ່ຽວກັບພວກເຂົາ. ເມື່ອເຈົ້າໄດ້ມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ເຈົ້າຈະສາມາດສຳນຶກທຸກຄັ້ງທີ່ວິນຍານຂອງເຈົ້າມີການດົນບັນດານໜ້ອຍໜຶ່ງ ແລະ ຮູ້ທຸກສ່ວນໃນຄວາມສະຫວ່າງ ແລະ ແສງເຍືອງຂອງພຣະເຈົ້າ. ຖ້າເຈົ້າບາກບັ່ນ, ເຈົ້າຈະ ກ້າວເຂົ້າສູ່ເສັ້ນທາງທີ່ຈະຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນເທື່ອລະໜ້ອຍ. ຍິ່ງຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ, ວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ, ມັນຈະສາມາດສໍາຜັດເຖິງວິທີທີ່ພຣະວິນຍານບໍລິສຸດຂັບເຄື່ອນມັນຍິ່ງຂຶ້ນ ແລະ ຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງບຸກຄົນແມ່ນເກີດຂຶ້ນບົນພື້ນຖານຂອງການຫັນຫົວໃຈຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າ, ບໍ່ແມ່ນຜ່ານຄວາມພະຍາຍາມຂອງມະນຸດ. ຖ້າບໍ່ມີພຣະເຈົ້າໃນຫົວໃຈຂອງບຸກຄົນ, ແລ້ວຄວາມສໍາພັນຂອງພວກເຂົາກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງເທົ່ານັ້ນ. ພວກເຂົາບໍ່ປົກກະຕິ, ພວກເຂົາໝົກໝົ້ນໃນກິເລດ ແລະ ພວກເຂົາຖືກພຣະເຈົ້າກຽດຊັງ ແລະ ລັງກຽດ. ຖ້າເຈົ້າເວົ້າວ່າວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າເຕັມໃຈທີ່ຈະໂອ້ລົມກັບຜູ້ຄົນທີ່ເຈົ້າຖືກໃຈ ແລະ ນັບຖືເທົ່ານັ້ນ ແລະ ມີອະຄະຕິຕໍ່ເຈົ້າ ແລະ ປະຕິເສດທີ່ຈະເວົ້າກັບຜູ້ຄົນທີ່ເຈົ້າບໍ່ມັກເມື່ອພວກເຂົາມາສະແຫວງຫາຈາກເຈົ້າ, ສິ່ງນີ້ຍິ່ງເປັນເຄື່ອງພິສູດຫຼາຍວ່າເຈົ້າຖືກຄອບງໍາໂດຍອາລົມ ແລະ ເຈົ້າບໍ່ມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າເລີຍ. ມັນສະແດງວ່າເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າເອງ. ເຈົ້າອາດຈະສາມາດແບ່ງປັນຄວາມຮູ້ບາງຢ່າງຂອງເຈົ້າ, ແຕ່ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງ ແລ້ວທຸກສິ່ງທີ່ເຈົ້າເຮັດແມ່ນດີໂດຍມາດຕະຖານຂອງມະນຸດເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ. ການກະທຳຂອງເຈົ້າຈະຖືກຂັບເຄື່ອນໂດຍເນື້ອໜັງຂອງເຈົ້າ, ບໍ່ແມ່ນໂດຍພາລະຂອງພຣະເຈົ້າ. ເຈົ້າພຽງແຕ່ຄູ່ຄວນທີ່ຖືກພຣະເຈົ້າໃຊ້ ຖ້າເຈົ້າສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະອົງ. ຖ້າເຈົ້າສາມາດເຮັດສິ່ງນັ້ນໄດ້, ແລ້ວບໍ່ວ່າເຈົ້າຈະໂຕ້ຕບກັບຄົນອື່ນແນວໃດກໍຕາມ, ເຈົ້າຈະບໍ່ດຳເນີນຕາມປັດຊະຍາສຳລັບການດຳລົງຊີວິດ, ເຈົ້າຈະພິຈາລະນາພາລະຂອງພຣະເຈົ້າ ແລະ ດໍາລົງຊີວິດຢູ່ຕໍ່ໜ້າພຣະອົງ. ທ່າມກາງພວກເຈົ້າມີຄົນລັກສະນະນີ້ຈັກຄົນ? ຄວາມສໍາພັນຂອງເຈົ້າກັບຄົນອື່ນປົກກະຕິແທ້ບໍ? ຄວາມສໍາພັນເຫຼົ່ານັ້ນສ້າງຂຶ້ນບົນພື້ນຖານຫຍັງ? ໃນໂຕເຈົ້າມີປັດຊະຍາແຫ່ງຊີວິດຈັກປະການ? ເຈົ້າໄດ້ປະຖິ້ມພວກມັນແລ້ວບໍ? ຖ້າຫົວໃຈຂອງເຈົ້າບໍ່ສາມາດຫັນເຂົ້າຫາພຣະເຈົ້າໄດ້ທັງໝົດ ແລ້ວເຈົ້າກໍບໍ່ໄດ້ມາຈາກພຣະເຈົ້າ, ເຈົ້າມາຈາກຊາຕານ, ໃນທີ່ສຸດເຈົ້າຈະກັບຄືນສູ່ຊາຕານ ແລະ ເຈົ້າບໍ່ສົມຄວນທີ່ຈະເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ. ເຈົ້າຕ້ອງກວດສອບສິ່ງເຫຼົ່ານີ້ຢ່າງລະມັດລະວັງ.